ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ບົດ​ຮຽນ​ຈາກ​ນ້ຳ​ສ້າງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ບົດ​ຮຽນ​ຈາກ​ນ້ຳ​ສ້າງ

ເຮົາ​ສາ​ມາດ​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ພະ​ລັງ ແລະ ການ​ປິ່ນ​ປົວ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ສາ​ມາດ​ບັນ​ລຸ​ທຸກ​ສິ່ງ​ທີ່​ເຮົາ​ຖືກ​ສົ່ງ​ລົງ​ມາ​ໃຫ້​ເຮັດ.

ຊ່າງ​ເປັນ​ຄວາມ​ຊື່ນ​ຊົມ​ແທ້ໆ ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ແຕ່​ລະ​ຄົນ ໃນ​ພາກ​ສະ​ຕີ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້!

ຂ້າ​ພະ​ເຈົ້າ​ໄດ້​ເຕີບ​ໂຕ​ຢູ່​ທີ່​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ​ນິວ​ຢອກ ແລະ ໄດ້​ໄປ​ຮ່ວມ​ສາ​ຂາ​ນ້ອຍໆ​ຂອງ​ສາດ​ສະ​ໜາ​ຈັກ​ປະ​ມານ 20 ໄມ (32 ກມ) ຈາກ​ບ້ານ​ຂອງ​ພວກ​ເຮົາ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ນັ່ງ​ຢູ່​ໃນ​ຫ້ອງ​ຮຽນ​ວັນ​ອາ​ທິດ ກັບ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ຊື່ ແພ​ຕີ້ ໂຈ ຢູ່​ທີ່​ຫ້ອງ​ໃຕ້​ດິນ​ຂອງ​ຕຶກ​ໂບດ​ເກົ່າໆ​ທີ່​ເຊົ່າ, ຂ້າ​ພະ​ເຈົ້າ​ຈິນ​ຕະ​ນາ​ການ​ບໍ່​ໄດ້​ເລີຍ ເຖິງ​ການ​ເປັນ​ພາກ​ສ່ວນ​ຂອງ​ກຸ່ມ​ເອື້ອຍ​ນ້ອງ​ຫລາຍໆ​ລ້ານ​ຄົນ ຕະ​ຫລອດ​ທົ່ວ​ໂລກ.

ເມື່ອ​ຫ້າ​ປີ​ກ່ອນ ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ, ບຣູສ໌, ໄດ້​ລົ້ມ​ປ່ວຍ​ໜັກ​ຕອນ​ທີ່​ພວກ​ເຮົາ​ກຳ​ລັງ​ຮັບ​ໃຊ້​ຮ່ວມ​ກັບ​ໄພ່​ພົນ​ຜູ້​ອຸ​ທິດ​ຕົນ ຢູ່​ທີ່​ເຂດ​ເອີ​ຣົບ​ພາກ​ຕາ​ເວັນ​ອອກ. ພວກ​ເຮົາ​ໄດ້​ກັບ​ມາ​ບ້ານ, ແລະ ລາວ​ກໍ​ໄດ້​ເສຍ​ຊີ​ວິດ​ໄປ​ພຽງ​ແຕ່​ສອງ​ສາມ​ອາ​ທິດ​ຕໍ່​ຈາກ​ນັ້ນ. ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປ່ຽນ​ໄປ​ຢ່າງ​ຂ້າມ​ຄືນ. ຂ້າ​ພະ​ເຈົ້າ​ໄດ້​ໂສກ​ເສົ້າ ແລະ ຮູ້​ສຶກ​ອ່ອນ​ແອ ແລະ ບໍ່​ປອດ​ໄພ. ຂ້າ​ພະ​ເຈົ້າ​ໄດ້​ອ້ອນ​ວອນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊີ້​ນຳ​ເສັ້ນ​ທາງ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: “ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ນ້ອຍ​ເຮັດ​ຫຍັງ​ແດ່?”

ສອງ​ສາມ​ອາ​ທິດ​ຕໍ່​ມາ, ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກວດ​ເບິ່ງ​ຈົດ​ໝາຍ​ຢູ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ຮູບ​ນ້ອຍໆ​ຢູ່​ໃນ​ປຶ້ມ​ສິນ​ຄ້າ. ເມື່ອ​ຂ້າ​ພະ​ເຈົ້າ​ເບິ່ງ​ໃກ້ໆ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮູ້​ວ່າ​ມັນ​ເປັນ​ການ​ສະ​ແດງ​ຂອງ​ນັກ​ສິ​ລະ​ປິນ ເຖິງ​ຜູ້​ຍິງ​ຊາວ​ຊາ​ມາ​ເຣຍ​ກັບ​ພຣະ​ເຢ​ຊູ​ຢູ່​ທີ່​ນ້ຳ​ສ້າງ. ໃນ​ວິ​ນາ​ທີ​ນັ້ນ ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ຢ່າງ​ແຈ້ງ​ຊັດ​ວ່າ: “ນັ້ນ ຄື​ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ.” ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເຊື້ອ​ເຊີນ​ຂ້າ​ພະ​ເຈົ້າ​ໃຫ້​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຮຽນ​ຮູ້.

ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ບົດ​ຮຽນ​ສາມ​ບົດ​ກັບ​ທ່ານ ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຮຽນ​ຮູ້​ຢູ່ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ດື່ມ “ນໍ້າ​ທີ່​ປະ​ກອບ​ດ້ວຍ​ຊີິ​ວິດ”1 ຈາກ​ນ້ຳ​ສ້າງ​ຂອງ​ພຣະ​ອົງ.

ໜຶ່ງ: ສະ​ຖາ​ນະ​ການ​ຂອງ​ເຮົາ​ໃນ​ອະ​ດີດ ແລະ ປະ​ຈຸ​ບັນ ບໍ່​ກຳ​ນົດ​ອະ​ນາ​ຄົດ​ຂອງ​ເຮົາ.

ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ພວກ​ທ່ານ​ຫລາຍ​ຄົນ​ກໍ​ຮູ້​ສຶກ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ, ບໍ່​ແນ່​ໃຈ​ວ່າ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທີ່​ຍາກ​ລຳ​ບາກ ແລະ ການ​ສູນ​ເສຍ​ແນວ​ໃດ—ການ​ສູນ​ເສຍ​ເພາະ​ວ່າ​ຊີ​ວິດ​ຂອງ​ທ່ານ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ທ່ານ​ໄດ້​ຫວັງ​ເອົາ​ໄວ້, ໄດ້​ອະ​ທິ​ຖານ​ທູນ​ຂໍ, ແລະ ໄດ້​ວາງ​ແຜນ​ເອົາ​ໄວ້.

ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ຊີ​ວິດ​ຂອງ​ເຮົາ​ແມ່ນ​ສັກ​ສິດ ແລະ ມີ​ຄວາມ​ໝາຍ ແລະ ມີ​ຈຸດ​ປະ​ສົງ. ເຮົາ​ແຕ່​ລະ​ຄົນ​ເປັນ​ທິ​ດາ​ທີ່​ຮັກ​ຫອມ​ຂອງ​ພຣະ​ເຈົ້າ, ໄດ້​ເກີດ​ມາ​ພ້ອມ​ດ້ວຍ​ລັກ​ສະ​ນະ​ອັນ​ສູງ​ສົ່ງ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ໄດ້​ເຮັດ​ໃຫ້​ມັນ​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ ທີ່​ຈະ​ຖືກ​ຊຳ​ລະ​ລ້າງ​ໃຫ້​ສະ​ອາດ ແລະ ຫາຍ​ດີ, ເຮັດ​ໃຫ້​ເຮົາ​ສາ​ມາດ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ເຮົາ​ຢູ່​ເທິງ​ໂລກ ໂດຍ​ບໍ່​ຄຳ​ນຶງ​ເຖິງ​ການ​ຕັດ​ສິນ​ໃຈ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ສະ​ຖາ​ນະ​ການ​ແຕ່ງ​ງານ ຫລື ເປັນ​ໂສດ, ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ ຫລື ຈິດ​ໃຈ, ຫລື ສະ​ພາບ​ການ​ອື່ນ​ໃດ.

ໃຫ້​ພິ​ຈາ​ລະ​ນາ​ຜູ້​ຍິງ​ທີ່​ນ້ຳ​ສ້າງ. ຊີ​ວິດ​ຂອງ​ນາງ​ໄດ້​ເປັນ​ແບບ​ໃດ? ພຣະ​ເຢ​ຊູ​ໄດ້​ຮັບ​ຮູ້​ວ່າ ນາງ​ໄດ້​ມີ​ສາ​ມີ​ຫ້າ​ຄົນ​ແລ້ວ ແລະ ວ່າ​ໃນ​ເວ​ລາ​ນັ້ນ​ກໍ​ບໍ່​ໄດ້​ແຕ່ງ​ງານ​ກັບ​ຜູ້​ຊາຍ​ທີ່​ນາງ​ຢູ່​ກິນ​ດ້ວຍ. ແຕ່, ເຖິງ​ແມ່ນ​ວ່າ​ຊີ​ວິດ​ຂອງ​ນາງ​ໄດ້​ມີ​ຄວາມ​ຍາກ​ລຳ​ບາກ, ແຕ່​ເທື່ອ​ທຳ​ອິດ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ຕໍ່​ສາ​ທາ​ລະ​ນະ​ຊົນ​ວ່າ​ພຣະ​ອົງ​ຄື​ພຣະ​ເມ​ຊີ​ອາ ແມ່ນ​ກັບ​ນາງ. ພຣະ​ອົງ​ກ່າວ​ວ່າ, “ເຮົາ​ຜູ້​ທີ່​ກຳ​ລັງ​ເວົ້າ​ກັບ​ເຈົ້າ​ຢູ່​ນີ້​ແຫຼະ​ຄື​ຜູ້​ນັ້ນ.”2

ນາງ​ໄດ້​ກາຍ​ມາ​ເປັນ​ພະ​ຍານ​ທີ່​ມີ​ພະ​ລັງ, ໂດຍ​ການ​ປະ​ກາດ​ຕໍ່​ຜູ້​ຄົນ​ທີ່​ຢູ່​ໃນ​ເມືອງ​ຂອງ​ນາງ​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. “ຊາວ​ຊາ​ມາ​ເຣຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໃນ​ເມືອງ​ນີ້ ໄດ້​ເຊື່ອ​ໃນ​ພຣະ​ອົງ ເພາະ​ຖ້ອຍ​ຄຳ​ທີ່​ຍິງ​ນັ້ນ​ໄດ້​ເປັນ​ພະ​ຍານ.”3

ສະ​ຖາ​ນະ​ການ​ໃນ​ອະ​ດີດ ແລະ ປະ​ຈຸ​ບັນ​ຂອງ​ນາງ ບໍ່​ໄດ້​ກຳ​ນົດ​ອະ​ນາ​ຄົດ​ຂອງ​ນາງ. ຄື​ກັນ​ກັບ​ນາງ, ເຮົາ​ກໍ​ສາ​ມາດ​ເລືອກ​ທີ່​ຈະ​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ມື້​ນີ້ ເພື່ອ​ພະ​ລັງ ແລະ ການ​ປິ່ນ​ປົວ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ສາ​ມາດ​ບັນ​ລຸ ທຸກ ສິ່ງ​ທີ່​ເຮົາ​ຖືກ​ສົ່ງ​ລົງ​ມາ​ໃຫ້​ເຮັດ.

ສອງ: ພະ​ລັງ​ຢູ່​ໃນ​ຕົວ​ເຮົາ

ໃນ​ຂໍ້​ໜຶ່ງ​ທີ່​ຄ້າຍ​ຄື​ກັນ​ຢູ່​ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊຸກ​ຍູ້​ບັນ​ດາ​ຍິງ ແລະ ຊາຍ​ວ່າ “ຄວນ​ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ, ແລະ ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ຕົນ​ເອງ, ແລະ ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ; ເພາະ ພະ​ລັງ​ຢູ່​ໃນ​ຕົວ​ເຂົາ.”4

ເອື້ອຍ​ນ້ອງ​ທັງ​ຫລາຍ, ພະ​ລັງ​ຢູ່​ໃນ ຕົວ​ເຮົາ ເພື່ອ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ!

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເປັນ​ພະ​ຍານ​ວ່າ, “ຍິງ ແລະ ຊາຍ​ທຸກ​ຄົນ ຜູ້​ເຮັດ​ພັນ​ທະ​ສັນ​ຍາ​ກັບພຣະ​ເຈົ້າ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ, ແລະ ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ມີ​ຄ່າ​ຄວນ, ເຂົາ​ເຈົ້າຈະ​ໄດ້​ຮັບ​ອຳ​ນາດ​ຈາກພຣະ​ເຈົ້າ​ໂດຍ​ກົງ.”5

ຂ້າ​ພະ​ເຈົ້າ​ໄດ້​ມາ​ຮູ້​ວ່າ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ສັກ​ສິດ ທີ່​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ ແລະ ໃນ​ພຣະ​ວິ​ຫານ​ສັກ​ສິດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ເຮົາ​ດ້ວຍ “ອຳ​ນາດ​ທີ່​ປິ່ນ​ປົວ ແລະ ເສີມ​ສ້າງ ຂອງ​ພຣະ​ອົງ,” ແລະ ດ້ວຍ “ຄວາມ​ຮູ້ ແລະ ຕື່ນ​ຂຶ້ນ​ທາງ​ວິນ​ຍານ ແບບ [ພວກ​ເຮົາ] ບໍ່​ເຄີຍ​ເປັນ​ມາ​ກ່ອນ.”6

ສາມ: “ຈາກ​ສິ່ງ​ເລັກ​ນ້ອຍ ສິ່ງ​ຍິ່ງ​ໃຫຍ່​ຈະ​ເກີດ​ຂຶ້ນ”7

ໃນ​ການ​ເທດ​ສະ​ໜາ​ທີ່​ໂນນ​ພູ, ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, “ເຈົ້າ​ທັງ​ຫລາຍ​ເປັນ ເກືອ ສຳ​ລັບ​ມວນ​ມະ​ນຸດ​ໂລກ”8 ແລະ “ພວກ​ເຈົ້າ​ເປັນ ແສງ​ສະ​ຫວ່າງ ສຳ​ລັບ​ໂລກ​ນີ້.”9 ຕໍ່​ມາ ພຣະ​ອົງ​ໄດ້​ປຽບ​ທຽບ​ການ​ເຕີບ​ໂຕ​ຂອງ​ອາ​ນາ​ຈັກ​ສະ​ຫວັນ ໃສ່​ກັບ​ເຊື້ອ​ແປ້ງ, “ທີ່​ຍິງ​ຜູ້​ໜຶ່ງ​ໄດ້​ນຳ​ເອົາ​ໄປ​ປົນ​ໃສ່​ແປ້ງ​ສາມ​ຜອງ​ໃຫຍ່ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງ​ໝົດ.”10

  • ເກືອ

  • ເຊື້ອ​ແປ້ງ

  • ແສງ​ສະ​ຫວ່າງ

ແມ່ນ​ແຕ່​ໃນ​ຈຳ​ນວນ​ນ້ອຍໆ, ແຕ່​ລະ​ຢ່າງ​ກໍ​ມີ​ຜົນ​ກະ​ທົບ​ຕໍ່​ທຸກ​ສິ່ງ​ທີ່​ຢູ່​ອ້ອມ​ຮອບ​ມັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ເຮົາ ໃຫ້​ໃຊ້​ພະ​ລັງ​ຂອງ​ພຣະ​ອົງ ເພື່ອ​ໃຫ້​ເປັນ ເກືອ, ເຊື້ອ​ແປ້ງ, ແລະ ແສງ​ສະ​ຫວ່າງ.

ເກືອ

ມັນ​ກໍ​ໜ້າ​ແປກ​ໃຈ ທີ່​ການ​ໂຮຍ​ເກືອ​ໃສ່​ສິ່ງ​ທີ່​ເຮົາ​ກິນ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ລົດ​ຊາດ. ແຕ່​ເກືອ​ຍັງ​ເປັນ​ສ່ວນ​ປະ​ກອບ​ທີ່​ມີ​ລາ​ຄາ​ຖືກ ແລະ ລຽບ​ງ່າຍ​ທີ່​ສຸດ.

ໃນ​ພຣະ​ທຳ 2 ກະ​ສັດ, ເຮົາ​ອ່ານ​ກ່ຽວ​ກັບ “ເດັກ​ຍິງ”11 ທີ່​ຊາວ​ຊີ​ເຣຍ​ໄດ້​ຈັບ​ເອົາ​ໄປ ແລະ ໄດ້​ກາຍ​ເປັນ​ຄົນ​ຮັບ​ໃຊ້​ຂອງ​ເມຍ​ຂອງ​ນາ​ອາ​ມານ, ຜູ້​ບັນ​ຊາ​ການ​ກອງ​ທັບ​ຊີ​ເຣຍ. ນາງ​ໄດ້​ເປັນ ດັ່ງ​ເກືອ; ນາງ​ຍັງ​ໜຸ່ມ​ນ້ອຍ, ບໍ່​ມີ​ຄວາມ​ສຳ​ຄັນ​ທາງ​ໂລກ, ແລະ ຊີ​ວິດ​ຂອງ​ນາງ​ໃນ​ຖາ​ນະ​ຂ້າ​ທາດ​ໃນ​ຕ່າງ​ປະ​ເທດ ກໍ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ນາງ​ໄດ້​ຫວັງ​ເອົາ​ໄວ້​ແນ່​ນອນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ນາງ​ໄດ້​ກ່າວ​ສອງ​ປະ​ໂຫຍກ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ເປັນ​ພະ​ຍານ​ຕໍ່​ເມຍ​ຂອງ​ນາ​ອາ​ມານ​ວ່າ: “ຂ້າ​ນ້ອຍ​ຢາກ​ໃຫ້​ນາຍ​ຜູ້​ຊາຍ​ໄປ​ຫາ [ສາດ​ສະ​ດາ] ທີ່​ນະ​ຄອນ​ຊາ​ມາ​ເຣຍ! ເພິ່ນ​ປິ່ນ​ປົວ​ພະ​ຍາດ​ຂອງ​ນາຍ​ໃຫ້​ດີ​ໄດ້.”12

ຖ້ອຍ​ຄຳ​ແຫ່ງ​ສັດ​ທາ​ຂອງ​ນາງ ກໍ​ຖືກ​ສົ່ງ​ຕໍ່​ໄປ​ຫາ​ນາ​ອາ​ມານ, ຜູ້​ທີ່​ໄດ້​ກະ​ທຳ​ຕາມ​ຖ້ອຍ​ຄຳ​ຂອງ​ນາງ, ຊຶ່ງ​ໄດ້​ຊ່ວຍ​ໃຫ້​ເພິ່ນ​ຫາຍ​ດີ ທັງ​ທາງ​ຮ່າງ​ກາຍ ແລະ ວິນ​ຍານ.

ເຮົາ​ມັກ​ຈະ​ສຸມ​ໃສ່​ແຕ່​ຄົນ​ຮັບ​ໃຊ້​ທັງ​ຫລາຍ ທີ່​ໄດ້​ຊັກ​ຊວນ​ນາ​ອາ​ມານ​ໃຫ້​ໄປ​ອາບ​ນ້ຳ​ທີ່​ແມ່​ນ້ຳ​ຈໍ​ແດນ, ດັ່ງ​ທີ່​ສາດ​ສະ​ດາ​ເອ​ລີ​ຊາ​ໄດ້​ສັ່ງ, ແຕ່​ນາ​ອາ​ມານ​ຈະ​ບໍ່​ໄດ້​ໄປ​ເຖິງ​ແມ່ນ​ແຕ່​ປະ​ຕູ​ບ້ານ​ຂອງ​ເອ​ລີ​ຊາ ຖ້າ​ບໍ່​ແມ່ນ​ເພາະ “ເດັກ​ຍິງ” ຄົນ​ນັ້ນ.

ທ່ານ​ອາດ​ຍັງ​ໜຸ່ມ​ນ້ອຍ ຫລື ຮູ້​ສຶກ​ວ່າ​ບໍ່​ມີ​ຄວາມ​ສຳ​ຄັນ, ແຕ່​ທ່ານ​ສາ​ມາດ​ເປັນ ດັ່ງ​ເກືອ ໃນ​ຄອບ​ຄົວ, ທີ່​ໂຮງ​ຮຽນ, ແລະ ໃນ​ຊຸມ​ຊົນ​ຂອງ​ທ່ານ​ໄດ້.

ເຊື້ອ​ແປ້ງ

ທ່ານ​ເຄີຍ​ກິນ​ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ​ບໍ? ທ່ານ​ຈະ​ບັນ​ຍາຍ​ມັນ​ວ່າ​ຈັ່ງ​ໃດ? ແໜ້ນ? ໜັກ? ແຂງ? ພຽງ​ແຕ່​ດ້ວຍ​ເຊື້ອ​ແປ້ງ​ໜ້ອຍ​ດຽວ, ເຂົ້າ​ຈີ່​ຈະ​ພອງ​ຂຶ້ນ, ຂະ​ຫຍາຍ​ອອກ​ໄປ​ໃຫ້​ມັນ​ເບົາ ແລະ ອ່ອນ​ນຸ້ມ​ຂຶ້ນ.

ເມື່ອ​ເຮົາ​ເຊື້ອ​ເຊີນ​ໃຫ້​ພະ​ລັງ​ຂອງ​ພຣະ​ເຈົ້າ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ສາ​ມາດ​ນຳ​ເອົາ​ທັດ​ສະ​ນະ​ທີ່​ດົນ​ໃຈ ທີ່​ຈະ​ຍົກ​ຄົນ​ອື່ນ​ຂຶ້ນ ແລະ ໃຫ້​ໂອ​ກາດ​ເພື່ອ​ຫົວ​ໃຈ​ຈະ​ຫາຍ​ດີ ເຂົ້າ​ມາ​ແທນ​ຄວາມ “ໂສກ​ເສົ້າ​ເສຍ​ໃຈ”13 ໄດ້.

ເມື່ອ​ບໍ່​ດົນ​ມາ​ນີ້​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ໜຶ່ງ​ໄດ້​ນອນ​ຢູ່​ໃນ​ຕຽງ ດ້ວຍ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ, ໃນ​ເຊົ້າ​ວັນ​ຄຣິດ​ສະ​ມາດ. ລູກໆ​ຂອງ​ນາງ​ໄດ້​ອ້ອນ​ວອນ​ໃຫ້​ນາງ​ລຸກ; ແຕ່​ນາງ​ໄດ້​ຮູ້​ສຶກ​ເຈັບ​ປວດ​ເພາະ​ການ​ຢ່າ​ຮ້າງ​ທີ່​ຍັງ​ຄ້າງ​ຄາ​ຢູ່. ຮ້ອງ​ໄຫ້​ສະ​ອື້ນ​ຢູ່​ໃນ​ຕຽງ, ນາງ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ເລິກໆ​ໃນ​ໃຈ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ນາງ, ໂດຍ​ການ​ບອກ​ພຣະ​ອົງ​ເຖິງ​ຄວາມ​ສິ້ນ​ຫວັງ​ຂອງ​ນາງ.

ໃນ​ທ້າຍ​ການ​ອະ​ທິ​ຖານ​ຂອງ​ນາງ, ພຣະ​ວິນ​ຍານ​ໄດ້​ກະ​ຊິບ​ວ່າ ພຣະ​ເຈົ້າ​ຮູ້​ຈັກ​ຄວາມ​ເຈັບ​ປວດ​ຂອງ​ນາງ. ນາງ​ເຕັມ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ອົງ​ຕໍ່​ນາງ. ປະ​ສົບ​ການ​ນີ້​ໄດ້​ຢືນ​ຢັນ​ຄວາມ​ຮູ້​ສຶກ​ຂອງ​ນາງ ແລະ ໄດ້​ໃຫ້​ຄວາມ​ຫວັງ​ແກ່​ນາງ​ວ່າ ນາງ​ບໍ່​ໄດ້​ໂສກ​ເສົ້າ​ຄົນ​ດຽວ. ນາງ​ໄດ້​ລຸກ​ຂຶ້ນ, ອອກ​ໄປ​ຂ້າງ​ນອກ, ແລະ ໄດ້​ປັ້ນ​ມະ​ນຸດ​ຫິ​ມະ​ກັບ​ລູກໆ​ຂອງ​ນາງ, ໂດຍ​ການ​ເອົາ​ສຽງ​ຫົວ ແລະ ຄວາມ​ຊື່ນ​ຊົມ​ເຂົ້າ​ມາ​ແທນ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ຂອງ​ເຊົ້າ​ມື້​ນັ້ນ.

ແສງ​ສະ​ຫວ່າງ

ຈະ​ຕ້ອງ​ໃຊ້​ແສງ​ສະ​ຫວ່າງ​ຫລາຍ​ເທົ່າ​ໃດ​ຈຶ່ງ​ຈະ​ສ່ອງ​ຊອດ​ຜ່ານ​ຄວາມ​ມືດ​ໃນ​ຫ້ອງ​ໄດ້? ແສງ​ນ້ອຍໆ​ແສງ​ໜຶ່ງ. ແລະ ແສງ​ສະ​ຫວ່າງ​ໃນ​ບ່ອນ​ທີ່​ມືດ​ນັ້ນ ກໍ​ສາ​ມາດ​ສ່ອງ​ອອກ​ມາ​ຈາກ​ພະ​ລັງ​ຂອງ​ພຣະ​ເຈົ້າ​ທີ່​ຢູ່​ໃນ​ຕົວ​ທ່ານ​ໄດ້.

ເຖິງ​ແມ່ນ​ທ່ານ​ອາດ​ຮູ້​ສຶກ​ວ່າ​ຢູ່​ຄົນ​ດຽວ ຂະ​ນະ​ທີ່​ມໍ​ລະ​ສຸມ​ຊີ​ວິດ​ກຳ​ລັງ​ມາ​ແຮງ, ທ່ານ​ຍັງ​ສາ​ມາດ​ສ່ອງ​ແສງ​ສະ​ຫວ່າງ​ເຂົ້າ​ໄປ​ໃນ​ຄວາມ​ເຂົ້າ​ໃຈ​ຜິດ, ຄວາມ​ສັບ​ສົນ, ແລະ ຄວາມ​ບໍ່​ເຊື່ອ​ໄດ້. ແສງ​ສະ​ຫວ່າງ​ແຫ່ງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຄຣິດ​ສາ​ມາດ​ໝັ້ນ​ຄົງ ແລະ ແນ່​ນອນ​ໄດ້, ນຳ​ພາ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ທ່ານ​ໄປ​ສູ່​ຄວາມ​ປອດ​ໄພ ແລະ ຄວາມ​ສະ​ຫງົບ​ສຸກ.

ເອື້ອຍ​ນ້ອງ​ທັງ​ຫລາຍ, ຫົວ​ໃຈ​ສາ​ມາດ​ປ່ຽນ​ໄປ ແລະ ຊີ​ວິດ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ສະ​ເໜີ​ມອບ​ເກືອ​ຢິບ​ໜຶ່ງ, ເຊື້ອ​ແປ້ງ​ບ່ວງ​ໜຶ່ງ, ແລະ ແສງ​ສະ​ຫວ່າງ​ໜ້ອຍ​ໜຶ່ງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຄື​ເກືອ​ນັ້ນ​ໃນ​ຊີ​ວິດ​ຂອງ​ເຮົາ, ເຊື້ອ​ເຊີນ ເຮົາ ໃຫ້​ຊີມ​ລົດ​ຊາດ​ແຫ່ງ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ.14 ແມ່ນ ພຣະ​ອົງ ທີ່​ເປັນ​ເຊື້ອ​ແປ້ງ​ເມື່ອ​ຊີ​ວິດ​ຂອງ​ເຮົາ​ຍາກ​ລຳ​ບາກ, ນຳ​ຄວາມ​ຫວັງ​ມາ​ໃຫ້ ເຮົາ15 ແລະ ຍົກ​ພາ​ລະ​ໜັກ​ຂອງ​ເຮົາ​ຂຶ້ນ16 ຜ່ານ​ທາງ​ອຳ​ນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້ ແລະ ຄວາມ​ຮັກ​ທີ່​ໄຖ່​ຂອງ​ພຣະ​ອົງ.17 ພຣະ​ອົງ ຄື​ຄວາມ​ສະ​ຫວ່າງ​ຂອງ​ເຮົາ,18 ສ່ອງ​ແສງ​ໃຫ້​ແກ່​ເສັ້ນ​ທາງ​ທີ່​ນຳ​ພາ ເຮົາ ກັບ​ບ້ານ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ສາ​ມາດ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້, ເໝືອນ​ດັ່ງ​ຜູ້​ຍິງ​ທີ່​ນ້ຳ​ສ້າງ, ແລະ ດື່ມ​ນໍ້າ​ທີ່​ປະ​ກອບ​ດ້ວຍ​ຊີິ​ວິດ​ຂອງ​ພຣະ​ອົງ. ພ້ອມ​ກັບ​ຜູ້​ຄົນ​ແຫ່ງ​ຊາ​ມາ​ເຣຍ, ແລ້ວ​ເຮົາ​ຈະ​ສາ​ມາດ​ປະ​ກາດ​ໄດ້​ວ່າ, “ບັດ​ນີ້ ພວກ​ເຮົາ​ໄດ້​ເຊື່ອ, … ຍ້ອນ​ພວກ​ເຮົາ​ໄດ້​ຍິນ​ເພິ່ນ​ເອງ​ເວົ້າ ແລະ ພວກ​ເຮົາ​ກໍ​ຮູ້​ວ່າ ແມ່ນ​ທ່ານ​ຜູ້​ນີ້​ແທ້ ທີ່​ເປັນ​ພຣະ​ຜູ້​ໂຜດ​ຊ່ວຍ​ມະ​ນຸດ​ສະ​ໂລກ​ໃຫ້​ພົ້ນ.”19 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.