ພາກທີ 93
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 6 ເດືອນພຶດສະພາ, 1833.
1–5, ທຸກຄົນທີ່ຊື່ສັດຈະເຫັນພຣະຜູ້ເປັນເຈົ້າ; 6–18, ໂຢຮັນໄດ້ເປັນພະຍານວ່າ ພຣະບຸດຂອງພຣະເຈົ້າ ໄດ້ດຳເນີນໄປຈາກພຣະຄຸນໜຶ່ງຫາອີກພຣະຄຸນໜຶ່ງ ຈົນກວ່າພຣະອົງໄດ້ຮັບຄວາມສົມບູນແຫ່ງລັດສະໝີພາບ ຂອງພຣະບິດາ; 19–20, ຄົນທີ່ຊື່ສັດ, ໂດຍທີ່ດຳເນີນໄປຈາກພຣະຄຸນໜຶ່ງຫາອີກພຣະຄຸນໜຶ່ງ, ຈະໄດ້ຮັບຄວາມສົມບູນຂອງພຣະອົງຄືກັນ; 21–22, ຜູ້ຄົນເຫລົ່ານັ້ນທີ່ຖືກຳເນີດຜ່ານພຣະຄຣິດເປັນສາດສະໜາຈັກຂອງພຣະບຸດຫົວປີ; 23–28, ພຣະຄຣິດໄດ້ຮັບຄວາມສົມບູນຂອງຄວາມຈິງທຸກຢ່າງ, ແລະ ໂດຍການເຊື່ອຟັງມະນຸດຈະໄດ້ຮັບເຊັ່ນດຽວກັນ; 29–32, ໃນຕອນຕົ້ນມະນຸດໄດ້ຢູ່ນຳພຣະເຈົ້າ; 33–35, ທາດຕ່າງໆເປັນນິລັນດອນ, ແລະ ມະນຸດຈະໄດ້ຮັບຄວາມສົມບູນແຫ່ງຄວາມຊື່ນຊົມໃນການຟື້ນຄືນຊີວິດ; 36–37, ລັດສະໝີພາບຂອງພຣະເຈົ້າຄືຄວາມຮູ້ແຈ້ງ; 38–40, ເດັກນ້ອຍໆບໍລິສຸດຢູ່ຕໍ່ພຣະພັກຂອງພຣະເຈົ້າ ເພາະການໄຖ່ຂອງພຣະຄຣິດ; 41–53, ພວກອ້າຍນ້ອງຜູ້ນຳຖືກບັນຊາໃຫ້ຈັດຄອບຄົວຂອງເຂົາເຈົ້າໃຫ້ເປັນລະບຽບ.
1 ຕາມຄວາມຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເຫດການຈະບັງເກີດຂຶ້ນຄື ທຸກຄົນທີ່ໄດ້ ກປະຖິ້ມບາບຂອງຕົນ ແລະ ມາຫາເຮົາ, ແລະ ຂເອີ້ນຫານາມຂອງເຮົາ, ແລະ ຄເຊື່ອຟັງສຽງຂອງເຮົາ, ແລະ ຮັກສາບັນຍັດຂອງເຮົາ, ຈະ ງເຫັນ ຈໜ້າຂອງເຮົາ ແລະ ຮູ້ວ່າເຮົາເປັນຢູ່;
2 ແລະ ວ່າເຮົາຄື ກຄວາມສະຫວ່າງທີ່ແທ້ຈິງ ທີ່ໃຫ້ຄວາມສະຫວ່າງແກ່ມະນຸດທຸກຄົນທີ່ມາສູ່ໂລກ;
3 ແລະ ວ່າເຮົາຢູ່ ກໃນພຣະບິດາ, ແລະ ພຣະບິດາຢູ່ໃນເຮົາ, ແລະ ພຣະບິດາກັບເຮົາເປັນໜຶ່ງ—
4 ພຣະບິດາ ກເພາະພຣະອົງໄດ້ ຂປະທານຄວາມສົມບູນທັງໝົດຂອງພຣະອົງໃຫ້ແກ່ເຮົາ, ແລະ ພຣະບຸດ ເພາະເຮົາໄດ້ຢູ່ໃນໂລກມາແລ້ວ ແລະ ໄດ້ໃຫ້ ຄເນື້ອໜັງເປັນຮ່າງກາຍຂອງເຮົາ, ແລະ ໄດ້ອາໄສຢູ່ໃນບັນດາມະນຸດ.
5 ເຮົາໄດ້ຢູ່ໃນໂລກ ແລະ ໄດ້ຮັບຈາກພຣະບິດາຂອງເຮົາ, ແລະ ກວຽກງານຂອງພຣະອົງໄດ້ຖືກສະແດງໃຫ້ປະຈັກຢ່າງແຈ່ມແຈ້ງ.
6 ແລະ ກໂຢຮັນໄດ້ເຫັນ ແລະ ເປັນພະຍານເຖິງຄວາມສົມບູນແຫ່ງ ຂລັດສະໝີພາບຂອງເຮົາ, ແລະ ຄວາມສົມບູນຂອງບັນທຶກ ຄຂອງໂຢຮັນຈະຖືກເປີດເຜີຍຕໍ່ຈາກນີ້ໄປ.
7 ແລະ ລາວໄດ້ເປັນພະຍານ, ໂດຍກ່າວວ່າ: ເຮົາໄດ້ເຫັນລັດສະໝີພາບຂອງພຣະອົງ, ວ່າພຣະອົງຢູ່ໃນ ກການເລີ່ມຕົ້ນ, ກ່ອນໂລກມີມາ;
8 ສະນັ້ນ, ເມື່ອຕົ້ນເດີມນັ້ນ ກພຣະທຳເປັນຢູ່ແລ້ວ, ເພາະພຣະອົງເປັນພຣະທຳ, ແມ່ນແຕ່ເປັນທູດແຫ່ງຄວາມລອດ—
9 ເປັນ ກຄວາມສະຫວ່າງ ແລະ ຂພຣະຜູ້ໄຖ່ຂອງໂລກ; ເປັນພຣະວິນຍານແຫ່ງຄວາມຈິງ, ຜູ້ໄດ້ສະເດັດມາສູ່ໂລກ, ເພາະໂລກໄດ້ຖືກສ້າງຂຶ້ນໂດຍພຣະອົງ, ແລະ ໃນພຣະອົງ ຊີວິດມະນຸດ ແລະ ຄວາມສະຫວ່າງຂອງມະນຸດຈຶ່ງເປັນມາ.
10 ໂລກຕ່າງໆໄດ້ຖືກ ກສ້າງຂຶ້ນໂດຍພຣະອົງ; ມະນຸດໄດ້ຖືກສ້າງຂຶ້ນໂດຍພຣະອົງ; ທຸກສິ່ງທັງປວງໄດ້ຖືກສ້າງຂຶ້ນໂດຍພຣະອົງ, ແລະ ຜ່ານພຣະອົງ, ແລະ ຈາກພຣະອົງ.
11 ແລະ ຂ້າພະເຈົ້າ, ໂຢຮັນ, ເປັນພະຍານວ່າ ຂ້າພະເຈົ້າໄດ້ເຫັນລັດສະໝີພາບຂອງພຣະອົງ, ດັ່ງລັດສະໝີພາບຂອງພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ, ເຕັມໄປດ້ວຍພຣະຄຸນ ແລະ ຄວາມຈິງ, ແມ່ນແຕ່ພຣະວິນຍານແຫ່ງຄວາມຈິງ, ຊຶ່ງໄດ້ສະເດັດມາ ແລະ ໄດ້ອາໄສຢູ່ໃນເນື້ອໜັງ, ແລະ ໄດ້ອາໄສ ຢູ່ໃນບັນດາພວກເຮົາ.
12 ແລະ ຂ້າພະເຈົ້າ, ໂຢຮັນ, ໄດ້ເຫັນວ່າ ພຣະອົງບໍ່ໄດ້ຮັບ ກຄວາມສົມບູນໃນຕອນທຳອິດ, ແຕ່ໄດ້ຮັບ ຂພຣະຄຸນແທນພຣະຄຸນ;
13 ແລະ ພຣະອົງບໍ່ໄດ້ຮັບຄວາມສົມບູນໃນຕອນທຳອິດ, ແຕ່ໄດ້ຮັບຈາກ ກພຣະຄຸນໜຶ່ງຫາອີກພຣະຄຸນໜຶ່ງ, ຈົນກວ່າພຣະອົງໄດ້ຮັບຄວາມສົມບູນ;
14 ແລະ ດັ່ງນັ້ນພຣະອົງຈຶ່ງຖືກເອີ້ນວ່າ ກພຣະບຸດຂອງພຣະເຈົ້າ, ເພາະພຣະອົງບໍ່ໄດ້ຮັບຄວາມສົມບູນໃນຕອນທຳອິດ.
15 ແລະ ຂ້າພະເຈົ້າ, ກໂຢຮັນ, ເປັນພະຍານ, ແລະ ເບິ່ງແມ, ຟ້າສະຫວັນໄດ້ເປີດອອກ, ແລະ ຂພຣະວິນຍານບໍລິສຸດໄດ້ສະເດັດລົງມາເທິງພຣະອົງເປັນ ຄຮູບນົກເຂົາ, ແລະ ຈັບຢູ່ເທິງພຣະອົງ, ແລະ ສຽງຈາກຟ້າສະຫວັນໄດ້ກ່າວວ່າ: ນີ້ຄື ງບຸດທີ່ຮັກຂອງເຮົາ.
16 ແລະ ຂ້າພະເຈົ້າ, ໂຢຮັນ, ເປັນພະຍານວ່າ ພຣະອົງໄດ້ຮັບຄວາມສົມບູນແຫ່ງລັດສະໝີພາບ ຂອງພຣະບິດາ;
17 ແລະ ພຣະອົງໄດ້ຮັບ ກອຳນາດ ຂທັງໝົດ, ທັງໃນສະຫວັນ ແລະ ເທິງແຜ່ນດິນໂລກ, ແລະ ລັດສະໝີພາບຂອງ ຄພຣະບິດາໄດ້ຢູ່ກັບພຣະອົງ, ເພາະພຣະອົງໄດ້ສະຖິດຢູ່ໃນພຣະອົງ.
18 ແລະ ເຫດການຈະບັງເກີດຂຶ້ນ, ຄືຖ້າຫາກພວກເຈົ້າຊື່ສັດ, ພວກເຈົ້າຈະໄດ້ຮັບຄວາມສົມບູນຂອງບັນທຶກຂອງໂຢຮັນ.
19 ເຮົາມອບຄຳກ່າວເຫລົ່ານີ້ແກ່ພວກເຈົ້າ ເພື່ອພວກເຈົ້າຈະເຂົ້າໃຈ ແລະ ຮູ້ວ່າຈະ ກນະມັດສະການຢ່າງໃດ, ແລະ ຮູ້ວ່າພວກເຈົ້ານະມັດສະການສິ່ງໃດ, ເພື່ອພວກເຈົ້າຈະມາຫາພຣະບິດາໃນນາມຂອງເຮົາ, ແລະ ຮັບເອົາຄວາມສົມບູນຂອງພຣະອົງໃນເວລາອັນເໝາະສົມ.
20 ເພາະຖ້າຫາກພວກເຈົ້າຮັກສາ ກບັນຍັດຂອງເຮົາ, ແລ້ວພວກເຈົ້າຈະໄດ້ຮັບ ຂຄວາມສົມບູນຂອງພຣະອົງ, ແລະ ໄດ້ຮັບ ຄກຽດຕິຍົດໃນເຮົາ ດັ່ງທີ່ເຮົາໄດ້ຮັບໃນພຣະບິດາ; ສະນັ້ນ, ເຮົາກ່າວກັບພວກເຈົ້າວ່າ ພວກເຈົ້າຈະໄດ້ຮັບ ງພຣະຄຸນແທນພຣະຄຸນ.
21 ແລະ ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາໄດ້ຢູ່ໃນ ກການເລີ່ມຕົ້ນກັບພຣະບິດາ, ແລະ ເຮົາເປັນ ຂພຣະບຸດຫົວປີ;
22 ແລະ ທຸກຄົນເຫລົ່ານັ້ນທີ່ຖືກຳເນີດຜ່ານເຮົາ ຈະໄດ້ ກຮັບ ຂລັດສະໝີພາບອັນດຽວກັນນັ້ນ, ແລະ ເປັນສາດສະໜາຈັກຂອງພຣະບຸດຫົວປີ.
23 ໃນຕອນຕົ້ນພວກເຈົ້າໄດ້ ກຢູ່ກັບພຣະບິດາຄືກັນ; ຊຶ່ງເປັນພຣະວິນຍານ, ແມ່ນແຕ່ເປັນພຣະວິນຍານແຫ່ງຄວາມຈິງ;
24 ແລະ ກຄວາມຈິງຄື ຂຄວາມຮູ້ເຖິງສິ່ງທີ່ເປັນຢູ່, ແລະ ດັ່ງທີ່ໄດ້ເປັນມາ, ແລະ ດັ່ງທີ່ຈະເປັນ;
25 ແລະ ສິ່ງໃດກໍຕາມທີ່ ກຫລາຍ ຫລື ໜ້ອຍກວ່ານີ້ ເປັນວິນຍານຂອງຄົນຊົ່ວຜູ້ນັ້ນ ຊຶ່ງເປັນ ຂຜູ້ເວົ້າຕົວະນັບຕັ້ງແຕ່ຕົ້ນ.
26 ພຣະວິນຍານແຫ່ງ ກຄວາມຈິງແມ່ນມາຈາກພຣະເຈົ້າ. ເຮົາຄືພຣະວິນຍານແຫ່ງຄວາມຈິງ, ແລະ ໂຢຮັນ ໄດ້ເປັນພະຍານເຖິງເຮົາ, ໂດຍກ່າວວ່າ: ລາວໄດ້ຮັບຄວາມສົມບູນແຫ່ງຄວາມຈິງ, ແທ້ຈິງແລ້ວ, ແມ່ນແຕ່ແຫ່ງຄວາມຈິງທັງໝົດ;
27 ແລະ ບໍ່ມີມະນຸດຄົນໃດຈະໄດ້ຮັບ ກຄວາມສົມບູນ ຍົກເວັ້ນແຕ່ເຂົາໄດ້ຮັກສາບັນຍັດຂອງພຣະອົງ.
28 ຄົນທີ່ ກຮັກສາບັນຍັດຂອງພຣະອົງຈະໄດ້ຮັບຄວາມຈິງ ແລະ ຂຄວາມສະຫວ່າງ, ຈົນກວ່າເຂົາຈະໄດ້ຮັບກຽດຕິຍົດໃນຄວາມຈິງ ແລະ ຄຮູ້ທຸກສິ່ງທັງປວງ.
29 ມະນຸດກໍໄດ້ຢູ່ກັບພຣະເຈົ້າໃນ ກຕອນຕົ້ນຄືກັນ. ຂຄວາມຮູ້ແຈ້ງ, ຫລື ຄວາມສະຫວ່າງແຫ່ງຄວາມຈິງ, ບໍ່ໄດ້ຖືກສ້າງ ຫລື ເຮັດຂຶ້ນ, ທັງແນ່ນອນວ່າບໍ່ສາມາດເຮັດໄດ້.
30 ຄວາມຈິງທັງໝົດເປັນອິດສະລະຢູ່ໃນຂອບເຂດທີ່ພຣະເຈົ້າໄດ້ວາງມັນໄວ້, ເພື່ອ ກກະທຳດ້ວຍຕົວ ຂອງມັນເອງ, ດັ່ງຄວາມຮູ້ແຈ້ງທັງໝົດ; ຖ້າບໍ່ດັ່ງນັ້ນກໍບໍ່ມີການເປັນຢູ່.
31 ຈົ່ງເບິ່ງ, ນີ້ຄື ກອຳເພີໃຈຂອງມະນຸດ, ແລະ ນີ້ຄືການກ່າວໂທດຂອງມະນຸດ; ເພາະວ່າສິ່ງທີ່ມາຈາກຕັ້ງແຕ່ຕົ້ນໄດ້ຖືກ ຂສະແດງໃຫ້ປະຈັກຢ່າງແຈ່ມແຈ້ງແລ້ວແກ່ພວກເຂົາ, ແລະ ພວກເຂົາບໍ່ໄດ້ຮັບເອົາຄວາມສະຫວ່າງ.
32 ແລະ ທຸກຄົນທີ່ວິນຍານຂອງເຂົາບໍ່ຮັບເອົາ ກຄວາມສະຫວ່າງແມ່ນຢູ່ພາຍໃຕ້ການກ່າວໂທດ.
33 ເພາະມະນຸດເປັນ ກວິນຍານ. ຂທາດຕ່າງໆເປັນນິລັນດອນ, ແລະ ວິນຍານກັບທາດ, ສຳພັນກັນຢ່າງແຍກບໍ່ໄດ້, ຈະໄດ້ຮັບຄວາມສົມບູນແຫ່ງຄວາມຊື່ນຊົມ;
34 ແລະ ເມື່ອ ກແຍກອອກຈາກກັນ, ມະນຸດບໍ່ສາມາດໄດ້ຮັບຄວາມສົມບູນແຫ່ງ ຂຄວາມຊື່ນຊົມ.
35 ກທາດຕ່າງໆເປັນທີ່ພັກຂອງພຣະເຈົ້າ; ແທ້ຈິງແລ້ວ, ມະນຸດເປັນທີ່ພັກຂອງພຣະເຈົ້າ, ແມ່ນແຕ່ເປັນ ຂພຣະວິຫານ; ແລະ ພຣະວິຫານໃດກໍຕາມທີ່ເສື່ອມຄວາມສັກສິດ, ພຣະເຈົ້າຈະທຳລາຍພຣະວິຫານນັ້ນ.
36 ກລັດສະໝີພາບຂອງພຣະເຈົ້າເປັນ ຂຄວາມຮູ້ແຈ້ງ, ຫລື, ອີກຄຳໜຶ່ງ, ເປັນ ຄຄວາມສະຫວ່າງ ແລະ ຄວາມຈິງ.
37 ຄວາມສະຫວ່າງ ແລະ ຄວາມຈິງ ຈະປະຖິ້ມ ກມານຮ້າຍຜູ້ນັ້ນ.
38 ວິນຍານຂອງມະນຸດແຕ່ລະຄົນ ກບໍລິສຸດໃນຕອນຕົ້ນ; ແລະ ໂດຍທີ່ພຣະເຈົ້າໄດ້ ຂໄຖ່ມະນຸດຈາກ ຄການຕົກ, ມະນຸດຈຶ່ງກາຍເປັນຄົນ ງບໍລິສຸດຄືນອີກ, ຢູ່ໃນສະພາບເດັກແດງທາລົກຂອງພວກເຂົາ, ຕໍ່ພຣະພັກຂອງພຣະເຈົ້າ.
39 ແລະ ວ່າຄົນຊົ່ວຄົນນັ້ນໄດ້ມາ ແລະ ກເອົາຄວາມສະຫວ່າງ ແລະ ຄວາມຈິງໄປ, ຜ່ານການບໍ່ເຊື່ອຟັງ, ຈາກລູກຫລານມະນຸດ, ແລະ ເປັນເພາະ ຂຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ.
40 ແຕ່ ເຮົາໄດ້ບັນຊາພວກເຈົ້າໃຫ້ລ້ຽງດູ ກລູກໆຂອງພວກເຈົ້າໃນຄວາມສະຫວ່າງ ແລະ ຄວາມຈິງ.
41 ແຕ່ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ ຜູ້ຮັບໃຊ້ຂອງເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌, ວ່າເຈົ້າໄດ້ເຮັດໃຫ້ຕົນເອງຢູ່ພາຍໃຕ້ການກ່າວໂທດນີ້;
42 ເຈົ້າບໍ່ໄດ້ ກສິດສອນຄວາມສະຫວ່າງ ແລະ ຄວາມຈິງໃຫ້ແກ່ລູກໆຂອງເຈົ້າ, ຕາມບັນຍັດ; ແລະ ຄົນຊົ່ວຄົນນັ້ນໄດ້ມີອຳນາດເໜືອເຈົ້າ, ໃນຕອນນີ້, ແລະ ນີ້ຄືສາເຫດຂອງຄວາມທຸກທໍລະມານຂອງເຈົ້າ.
43 ແລະ ບັດນີ້ເຮົາມອບບັນຍັດຂໍ້ໜຶ່ງໃຫ້ແກ່ເຈົ້າ—ຖ້າຫາກເຈົ້າຈະຖືກປົດປ່ອຍ ເຈົ້າຕ້ອງຈັດບ້ານເຮືອນຂອງເຈົ້າໃຫ້ເປັນ ກລະບຽບ, ເພາະມີຫລາຍສິ່ງຫລາຍຢ່າງທີ່ບໍ່ຖືກຕ້ອງໃນບ້ານເຮືອນຂອງເຈົ້າ.
44 ຕາມຄວາມຈິງແລ້ວ, ເຮົາກ່າວກັບຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ, ວ່າໃນບາງເລື່ອງລາວບໍ່ໄດ້ຮັກສາບັນຍັດກ່ຽວກັບລູກໆຂອງລາວ; ສະນັ້ນ, ກ່ອນອື່ນໝົດຕ້ອງຈັດບ້ານເຮືອນຂອງເຈົ້າໃຫ້ເປັນລະບຽບເສຍກ່ອນ.
45 ຕາມຄວາມຈິງແລ້ວ, ເຮົາກັບຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຫລື ອີກຄຳໜຶ່ງ, ເຮົາຈະເອີ້ນພວກເຈົ້າວ່າ ກເພື່ອນ, ເພາະພວກເຈົ້າເປັນເພື່ອນຂອງເຮົາ, ແລະ ພວກເຈົ້າຈະໄດ້ຮັບມູນມໍລະດົກຮ່ວມກັບເຮົາ—
46 ເຮົາເອີ້ນພວກເຈົ້າວ່າເປັນ ກຜູ້ຮັບໃຊ້ເພື່ອເຫັນແກ່ໂລກ, ແລະ ພວກເຈົ້າເປັນຜູ້ຮັບໃຊ້ຂອງພວກເຂົາເພື່ອເຫັນແກ່ເຮົາ—
47 ແລະ ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບ ໂຈເຊັບ ສະມິດ, ຜູ້ລູກ, ຫລື ເຈົ້າບໍ່ໄດ້ຮັກສາບັນຍັດ, ແລະ ຈຳເປັນຕ້ອງຢືນຮັບ ກການຕິຕຽນຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ;
48 ກຄອບຄົວຂອງເຈົ້າຈຳເປັນຕ້ອງກັບໃຈ ແລະ ປະຖິ້ມບາງສິ່ງບາງຢ່າງ, ແລະ ໃຫ້ເອົາໃຈໃສ່ກັບຄຳເວົ້າຂອງເຈົ້າຢ່າງຕັ້ງໃຈ, ຖ້າບໍ່ດັ່ງນັ້ນຈະຖືກຍ້າຍອອກຈາກບ່ອນຂອງພວກເຂົາ.
49 ສິ່ງໃດກໍຕາມທີ່ເຮົາກ່າວກັບຄົນໜຶ່ງ ກໍຄືກັນກັບເຮົາກ່າວກັບທຸກຄົນ; ຈົ່ງ ກອະທິຖານສະເໝີ ຖ້າບໍ່ດັ່ງນັ້ນຄົນຊົ່ວຄົນນັ້ນຈະມີອຳນາດໃນຕົວເຈົ້າ, ແລະ ຍ້າຍເຈົ້າອອກຈາກບ່ອນຂອງເຈົ້າ.
50 ຜູ້ຮັບໃຊ້ຂອງເຮົາ ນິວເອັນ ເຄ ວິດນີ ກໍຄືກັນ, ອະທິການຂອງສາດສະໜາຈັກຂອງເຮົາ, ຕ້ອງຖືກຕີສອນ, ແລະ ຈັດຄອບຄົວຂອງລາວໃຫ້ເປັນລະບຽບ, ແລະ ເບິ່ງວ່າພວກເຂົາພາກພຽນ ແລະ ເປັນຫ່ວງເປັນໃຍກັບບ້ານເຮືອນຫລາຍຂຶ້ນ, ແລະ ອະທິຖານສະເໝີ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະຖືກຍ້າຍອອກຈາກ ກບ່ອນຂອງພວກເຂົາ.
51 ບັດນີ້, ເຮົາກ່າວກັບພວກເຈົ້າ, ເພື່ອນທັງຫລາຍຂອງເຮົາ, ໃຫ້ຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ ອອກເດີນທາງ, ແລະ ໃຫ້ຟ້າວໄປ, ແລະ ປະກາດປີທີ່ ກໂປດປານຂອງພຣະຜູ້ເປັນເຈົ້າ, ແລະ ພຣະກິດຕິຄຸນແຫ່ງຄວາມລອດ, ດັ່ງທີ່ເຮົາຈະມອບໃຫ້ລາວກ່າວ; ແລະ ໂດຍການອະທິຖານດ້ວຍສັດທາຂອງພວກເຈົ້າພ້ອມດ້ວຍຄວາມເຫັນຊອບນຳກັນ ເຮົາຈະສະໜັບສະໜູນລາວ.
52 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ເຟຣ໌ເດຣິກ ຈີ ວິວລຽມສ໌ ຟ້າວໄປຄືກັນ, ແລະ ມັນຈະຖືກມອບໃຫ້ແກ່ເຂົາເຈົ້າຕາມການອະທິຖານດ້ວຍສັດທາ; ແລະ ຕາບໃດທີ່ພວກເຈົ້າຍັງຮັກສາຄຳກ່າວຂອງເຮົາ, ພວກເຈົ້າຈະບໍ່ສັບສົນຢູ່ໃນໂລກນີ້, ຫລື ໃນໂລກທີ່ຈະມາເຖິງ.
53 ແລະ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມັນເປັນຄວາມປະສົງຂອງເຮົາທີ່ພວກເຈົ້າຈະຟ້າວ ກແປພຣະຄຳພີຂອງເຮົາ, ແລະ ຂມີ ຄຄວາມຮູ້ເລື່ອງປະຫວັດສາດ, ແລະ ເລື່ອງປະເທດຕ່າງໆ, ແລະ ອານາຈັກຕ່າງໆ, ເລື່ອງກົດຂອງພຣະເຈົ້າ ແລະ ຂອງມະນຸດ, ແລະ ທັງໝົດນີ້ເພື່ອຄວາມລອດຂອງຊີໂອນ. ອາແມນ.