ສິ່ງ​ຊ່ວຍ​ສຶກ​ສາ
ການ​ແປ​ຂອງ​ໂຈເຊັບ ສະມິດ (ປຈສ)


ການ​ແປ​ຂອງ​ໂຈເຊັບ ສະມິດ (ປຈສ)

ການ​ດັດ​ແປງ ຫລື ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ກະສັດ​ເຈມສ໌ ສະບັບ​ເປັນ​ພາ​ສາ​ອັງ​ກິດ, ຊຶ່ງ ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ເລີ່ມ​ຕົ້ນ​ໃນ​ເດືອນ​ມິຖຸນາ ປີ 1830. ພຣະ​ເຈົ້າ​ໄດ້​ບັນ​ຊາ​ເພິ່ນ​ໃຫ້​ແປ ແລະ ນັບ​ຖື​ມັນ​ວ່າ​ເປັນ​ການ​ເອີ້ນ​ຢ່າງ​ໜຶ່ງ​ຂອງ​ເພິ່ນ ໃນ​ຖານະ​ທີ່​ເປັນ​ສາດ​ສະ​ດາ.

ເຖິງ​ແມ່ນ​ວ່າ​ໂຈເຊັບ​ໄດ້​ສຳ​ເລັດ​ການ​ແປ​ເກືອບ​ທັງ​ໝົດ​ເມື່ອ​ເຖິງ​ເດືອນ​ກໍລະກົດ ປີ 1833, ແຕ່​ເພິ່ນ​ຍັງ​ໄດ້​ສືບ​ຕໍ່​ການ​ແປ​ຈົນ​ເຖິງ​ມື້​ຕາຍ​ຂອງ​ເພິ່ນ ໃນ​ປີ 1844 ໃນ​ການ​ແກ້​ໄຂ ຂະນະ​ທີ່​ຕຽມ​ການ​ແປ​ເພື່ອ​ຈັດ​ພິມ. ເຖິງ​ແມ່ນ​ວ່າ​ເພິ່ນ​ໄດ້​ຈັດ​ພິມ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ແປ​ຕອນ​ເພິ່ນ​ຍັງ​ມີ​ຊີ​ວິດ​ຢູ່, ແຕ່​ຖ້າ​ຫາກ​ເພິ່ນ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ ເພິ່ນ​ຄົງ​ໄດ້​ປ່ຽນ​ແປງ​ເພີ່ມ​ເຕີມ​ໝົດ​ທັງ​ເຫລັ້ມ​ໃຫ້​ສຳ​ເລັດ. The Reorganized Church of Jesus Christ of Latter Day Saints ໄດ້​ຈັດ​ພິມ​ສະບັບ​ທຳ​ອິດ​ຂອງ​ການ​ແປ​ທີ່​ດົນ​ໃຈ​ຂອງ​ໂຈເຊັບ ສະມິດ ໃນ​ປີ 1867. ນັບ​ແຕ່​ນັ້ນ​ມາ ເຂົາ​ເຈົ້າ​ກໍ​ໄດ້​ຈັດ​ພິມ​ຫລາຍ​ເທື່ອ​ຕື່ມ​ອີກ.

ສາດ​ສະ​ດາ​ໄດ້​ຮຽນ​ຮູ້​ຫລາຍ​ສິ່ງ ໃນ​ລະຫວ່າງ​ທີ່​ດຳ​ເນີນ​ການ​ແປ. ເພິ່ນ​ໄດ້​ຮັບ​ຫລາຍ​ພາກ​ຂອງ​ພຣະ​ຄຳ​ພີ ຄຳ​ສອນ ແລະ ພັນທະ​ສັນ​ຍາ ກໍ​ເພາະ​ການ​ແປ​ວຽກ​ງານ​ນີ້​ແຫລະ (ດັ່ງ​ເຊັ່ນ ຄພ 76; 77; 91; ແລະ 132). ພ້ອມ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ໃຫ້​ຄຳ​ແນະນຳ​ສະ​ເພາະ​ແກ່​ໂຈເຊັບ​ກ່ຽວ​ກັບ​ການ​ແປ, ຊຶ່ງ​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ ຄຳ​ສອນ ແລະ ພັນທະ​ສັນ​ຍາ (ຄພ 37:1; 45:60–61; 76:15–18; 90:13; 91; 94:10; 104:58; 124:89). ໜັງ​ສື​ໂມເຊ ແລະ ໂຈເຊັບ ສະມິດ—ມັດທາຍ, ຕອນ​ນີ້ ມີ​ບັນ​ຈຸ​ຢູ່​ໃນ​ພຣະ​ຄຳ​ພີ ໄຂ່​ມຸກ​ອັນ​ລ້ຳ​ຄ່າ, ຊຶ່ງ​ເອົາ​ມາ​ຈາກ​ການ​ແປ​ຂອງ ໂຈເຊັບ ສະມິດ ໂດຍ​ກົງ.

ການ​ແປ​ຂອງ​ໂຈເຊັບ ສະມິດ ໄດ້​ນຳ​ສິ່ງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ກັບ​ຄືນ​ມາ ຊຶ່ງ​ໄດ້​ສູນ​ເສຍ​ໄປ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ (1 ນຟ 13). ເຖິງ​ແມ່ນ​ວ່າ​ມັນ​ບໍ່​ໄດ້​ເປັນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ທີ່​ຮັບ​ຮູ້​ກັນ​ເປັນ​ທາງ​ການ​ຂອງ​ສາດ​ສະ​ໜາ​ຈັກ, ແຕ່​ການ​ແປ​ນີ້​ໄດ້​ໃຫ້​ຄວາມ​ຮູ້​ແຈ້ງ​ຫລາຍ​ຢ່າງ​ທີ່​ໜ້າ​ສົນ​ໃຈ ແລະ ມີ​ຄ່າ ສຳ​ລັບ​ຄວາມ​ເຂົ້າ​ໃຈ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ມັນ​ຍັງ​ເປັນ​ພະຍານ​ເຖິງ​ການ​ເອີ້ນ​ແຫ່ງ​ສະຫວັນ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ ນຳ​ອີກ.