ພຣະ​ຄຳ​ພີ
ໂມເຊ 6


ບົດ​ທີ 6

(ເດືອນ​ພະຈິກ–ເດືອນ​ທັນວາ 1830)

ເຊື້ອ​ສາຍ​ຂອງ​ອາດາມ​ຮັກ​ສາ​ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ—ລູກ​ຫລານ​ທີ່​ຊອບ​ທຳ​ຂອງ​ລາວ​ສັ່ງ​ສອນ​ການ​ກັບ​ໃຈ—ພຣະ​ເຈົ້າ​ເປີດ​ເຜີຍ​ພຣະ​ອົງ​ເອງ​ຕໍ່​ເອນົກ—ເອນົກ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ—ແຜນ​ແຫ່ງ​ຄວາມ​ລອດ​ໄດ້​ຖືກ​ເປີດ​ເຜີຍ​ແກ່​ອາດາມ—ລາວ​ໄດ້​ຮັບ​ບັບຕິ​ສະມາ ແລະ ຖານະ​ປະ​ໂລ​ຫິດ.

1 ແລະ ອາດາມ​ໄດ້​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ, ແລະ ໄດ້​ເອີ້ນ​ພວກ​ລູກ​ຊາຍ​ຂອງ​ລາວ​ໃຫ້​ກັບ​ໃຈ.

2 ແລະ ອາດາມ​ໄດ້​ສົມ​ສູ່​ຢູ່​ກັບ​ເມຍ​ຂອງ​ລາວ​ອີກ, ແລະ ນາງ​ໄດ້​ເກີດ​ລູກ​ຊາຍ​ຄົນ​ໜຶ່ງ, ແລະ ລາວ​ໄດ້​ເອີ້ນ​ລາວ​ວ່າ ເຊດ. ແລະ ອາດາມ​ໄດ້​ສັນ​ລະ​ເສີນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ; ເພາະ​ລາວ​ໄດ້​ກ່າວ​ວ່າ: ພຣະ​ເຈົ້າ​ໄດ້​ປະທານ​ລູກ​ຊາຍ​ອີກ​ຄົນ​ໜຶ່ງ​ໃຫ້​ຂ້າ​ພະ​ເຈົ້າ, ແທນ​ອາ​ເບັນ, ຜູ້​ໄດ້​ຖືກ​ກາ​ອິນ​ສັງ​ຫານ.

3 ແລະ ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະ​ອົງ​ເອງ​ຕໍ່​ເຊດ, ແລະ ລາວ​ບໍ່​ໄດ້​ກະ​ບົດ, ແຕ່​ໄດ້ ຖວາຍ​ເຄື່ອງ​ບູຊາ​ອັນ​ເປັນ​ທີ່​ຍອມ​ຮັບ, ເໝືອນ​ອາ​ເບັນ​ອ້າຍ​ຂອງ​ລາວ. ແລະ ລາວ​ໄດ້​ມີ​ລູກ​ຊາຍ​ຄົນ​ໜຶ່ງ, ແລະ ລາວ​ໄດ້​ເອີ້ນ​ລາວ​ວ່າ ເອໂນດ.

4 ແລະ ຈາກ​ນັ້ນ​ມາ ຊາຍ​ເຫລົ່າ​ນີ້​ໄດ້​ເລີ່ມ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ຜູ້​ເປັນ​ເຈົ້າ ໄດ້​ອວຍ​ພອນ​ພວກ​ເຂົາ;

5 ແລະ ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ​ໄດ້​ຖືກ​ຮັກ​ສາ​ໄວ້, ຊຶ່ງ​ໃນ​ນັ້ນ​ມີ​ບັນ​ທຶກ​ໄວ້, ໃນ​ພາ​ສາ​ຂອງ​ອາດາມ, ເພາະ​ມັນ​ໄດ້​ຖືກ​ມອບ​ໃຫ້​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເອີ້ນ​ຫາ​ພຣະ​ເຈົ້າ​ເພື່ອ​ໃຫ້​ຂຽນ​ໂດຍ​ວິນ​ຍານ​ແຫ່ງ ການ​ດົນ​ໃຈ;

6 ແລະ ໂດຍ​ພວກ​ເຂົາ​ລູກ​ຫລານ​ຂອງ​ພວກ​ເຂົາ​ຈຶ່ງ​ໄດ້​ຮັບ​ການ​ສິດ​ສອນ​ໃຫ້​ອ່ານ ແລະ ຂຽນ, ໂດຍ​ມີ​ພາ​ສາ​ຊຶ່ງ​ບໍ​ລິ​ສຸດ ແລະ ບໍ່​ເສື່ອມ​ໂຊມ.

7 ບັດ​ນີ້ ຖານະ​ປະ​ໂລ​ຫິດ​ດຽວ​ກັນ​ນີ້, ຊຶ່ງ​ຢູ່​ໃນ​ຕອນ​ຕົ້ນ, ຈະ​ຢູ່​ໃນ​ຄາວ​ສິ້ນ​ສຸດ​ໂລກ​ຄື​ກັນ.

8 ບັດ​ນີ້ ຄຳ​ທຳ​ນາຍ​ນີ້​ອາດາມ​ໄດ້​ກ່າວ​ໄວ້, ດັ່ງ​ທີ່​ລາວ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ລຳ​ດັບ​ເຊື້ອ​ສາຍ​ຂອງ ລູກໆ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ຮັກ​ສາ​ໄວ້. ແລະ ນີ້​ຄື ປຶ້ມ​ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ອາດາມ, ກ່າວ​ວ່າ: ໃນ​ມື້​ທີ່​ພຣະ​ເຈົ້າ​ໄດ້​ສ້າງ​ມະນຸດ, ໃນ​ຮູບ​ຮ່າງ​ລັກ​ສະ​ນະ​ທີ່​ຄ້າຍ​ຄື​ກັນ​ກັບ​ພຣະ​ເຈົ້າ​ພຣະ​ອົງ​ໄດ້​ສ້າງ​ລາວ;

9 ໃນ ຮູບ​ຮ່າງ​ລັກ​ສະ​ນະ​ທີ່​ເໝືອນ​ຮູບ​ຮ່າງ​ຂອງ​ພຣະ​ອົງ, ຊາຍ ແລະ ຍິງ, ພຣະ​ອົງ​ໄດ້​ສ້າງ ພວກ​ເຂົາ, ແລະ ໄດ້​ອວຍ​ພອນ​ພວກ​ເຂົາ, ແລະ ໄດ້​ເອີ້ນ ຊື່​ພວກ​ເຂົາ​ວ່າ​ອາດາມ, ໃນ​ມື້​ທີ່​ພວກ​ເຂົາ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ແລະ ໄດ້​ກາຍ​ເປັນ ຈິດ​ວິນ​ຍານ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ແຜ່ນ​ດິນ ທີ່​ຮອງ​ພຣະ​ບາດ​ຂອງ​ພຣະ​ເຈົ້າ.

10 ແລະ ເມື່ອ ອາດາມ​ມີ​ອາ​ຍຸ​ໄດ້​ໜຶ່ງ​ຮ້ອຍ​ສາມ​ສິບ​ປີ, ລາວ​ໄດ້​ມີ​ລູກ​ຊາຍ​ຄົນ​ໜຶ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ລາວ, ມີ ຮູບ​ຮ່າງ​ລັກ​ສະ​ນະ​ຄື​ກັນ​ກັບ​ລາວ​ເອງ, ແລະ ເອີ້ນ​ລາວ​ວ່າ ເຊດ.

11 ແລະ ອາດາມ​ໄດ້​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ອີກ, ຫລັງ​ຈາກ​ລາວ​ໄດ້​ເຊດ, ແປດ​ຮ້ອຍ​ປີ, ແລະ ລາວ​ກໍ​ມີ​ລູກ​ຊາຍ ແລະ ລູກ​ສາວ​ອີກ​ຫລາຍ​ຄົນ;

12 ແລະ ວັນ​ເວລາ​ທັງ​ໝົດ​ທີ່​ອາດາມ​ມີ​ຊີ​ວິດ​ຢູ່​ຄື​ເກົ້າ​ຮ້ອຍ​ສາມ​ສິບ​ປີ, ແລະ ລາວ​ໄດ້​ຕາຍ​ໄປ.

13 ເມື່ອ​ເຊດ​ມີ​ອາ​ຍຸ​ໄດ້​ໜຶ່ງ​ຮ້ອຍ​ຫ້າ​ປີ, ລາວ​ໄດ້​ເອໂນດ, ແລະ ໄດ້​ທຳ​ນາຍ​ຕະຫລອດ​ວັນ​ເວລາ​ຂອງ​ລາວ, ແລະ ໄດ້​ສິດ​ສອນ​ເອໂນດ​ລູກ​ຊາຍ​ຂອງ​ລາວ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ເຈົ້າ; ດັ່ງ​ນັ້ນ ເອໂນດ​ຈຶ່ງ​ໄດ້​ທຳ​ນາຍ​ຄື​ກັນ.

14 ແລະ ເຊດ​ໄດ້​ມີ​ອາ​ຍຸ​ຢູ່​ຕໍ່​ໄປ​ອີກ, ຫລັງ​ຈາກ​ໄດ້​ເອໂນດ, ແປດ​ຮ້ອຍ​ເຈັດ​ປີ, ແລະ ກໍ​ມີ​ລູກ​ຊາຍ ແລະ ລູກ​ສາວ​ອີກ​ຫລາຍ​ຄົນ.

15 ແລະ ລູກ​ຫລານ​ມະນຸດ​ໄດ້​ມີ​ຈຳນວນ​ຢ່າງ​ຫລວງ​ຫລາຍ​ຢູ່​ທົ່ວ​ຜືນ​ແຜ່ນ​ດິນ. ແລະ ໃນ​ວັນ​ເວລາ​ນັ້ນ ຊາຕານ​ໄດ້ ມີ​ອຳນາດ​ຢ່າງ​ຫລວງ​ຫລາຍ​ໃນ​ບັນ​ດາ​ມະນຸດ, ແລະ ລຸກ​ລາມ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ; ແລະ ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ​ຈຶ່ງ​ມີ​ການ​ເຮັດ​ສົງ​ຄາມ ແລະ ການ​ນອງ​ເລືອດ; ແລະ ມື​ຂອງ​ຄົນໆ​ໜຶ່ງ​ໄດ້​ຕໍ່​ສູ້​ອ້າຍ​ນ້ອງ​ຂອງ​ຕົນ​ເອງ, ໃນ​ການ​ເຮັດ​ການ​ຄາດ​ຕະ​ກຳ, ເພາະ​ວຽກ​ງານ ລັບ, ໂດຍ​ການສະແຫວງ​ຫາ​ອຳນາດ.

16 ວັນ​ເວລາ​ທັງ​ໝົດ​ຂອງ​ເຊດ​ຄື​ເກົ້າ​ຮ້ອຍ​ສິບ​ສອງ​ປີ, ແລະ ລາວ​ໄດ້​ຕາຍ​ໄປ.

17 ແລະ ເມື່ອ​ເອໂນດ​ມີ​ອາ​ຍຸ​ໄດ້​ເກົ້າ​ສິບ​ປີ, ລາວ​ໄດ້ ເກນານ. ແລະ ເອໂນດ ແລະ ຄົນ​ທີ່​ເຫລືອ​ຢູ່​ຂອງ​ພຣະ​ເຈົ້າ​ໄດ້​ອອກ​ມາ​ຈາກ​ແຜ່ນ​ດິນ, ຊຶ່ງ​ເອີ້ນ​ວ່າ ຊູ​ລອນ, ແລະ ໄດ້​ໄປ​ອາ​ໄສ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ຊຶ່ງ​ລາວ​ໄດ້​ເອີ້ນ​ຕາມ​ຊື່​ຂອງ​ລູກ​ຊາຍ​ຂອງ​ລາວ, ຜູ້​ລາວ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເກນານ.

18 ແລະ ເອໂນດ​ໄດ້​ມີ​ຊີ​ວິດ​ຢູ່​ຕື່ມ​ອີກ, ຫລັງ​ຈາກ​ລາວ​ໄດ້​ເກນານ, ແປດ​ຮ້ອຍ​ສິບ​ຫ້າ​ປີ, ແລະ ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ອີກ​ຫລາຍ​ຄົນ. ແລະ ວັນ​ເວລາ​ທັງ​ໝົດ​ຂອງ​ເອໂນດ​ຄື​ເກົ້າ​ຮ້ອຍ​ຫ້າ​ປີ, ແລະ ລາວ​ໄດ້​ຕາຍ​ໄປ.

19 ແລະ ເມື່ອ​ເກນານ​ມີ​ອາ​ຍຸ​ໄດ້​ເຈັດ​ສິບ​ປີ, ລາວ​ໄດ້​ມະຫາ​ລາເລນ; ແລະ ເກນານ​ໄດ້​ມີ​ຊີ​ວິດ​ຕື່ມ​ອີກ, ຫລັງ​ຈາກ​ລາວ​ໄດ້​ມະຫາ​ລາເລນ, ແປດ​ຮ້ອຍ​ສີ່​ສິບ​ປີ, ແລະ ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ອີກ​ຫລາຍ​ຄົນ. ແລະ ວັນ​ເວລາ​ທັງ​ໝົດ​ຂອງ​ເກນານ​ຄື​ເກົ້າ​ຮ້ອຍ​ສິບ​ປີ, ແລະ ລາວ​ໄດ້​ຕາຍ​ໄປ.

20 ແລະ ເມື່ອ​ມະຫາ​ລາເລນ​ມີ​ອາ​ຍຸ​ໄດ້​ຫົກ​ສິບ​ຫ້າ​ປີ, ລາວ​ໄດ້​ຢາເຣັດ; ແລະ ມະຫາ​ລາເລນ​ໄດ້​ມີ​ຊີ​ວິດ​ຕື່ມ​ອີກ, ຫລັງ​ຈາກ​ລາວ​ໄດ້​ຢາເຣັດ, ແປດ​ຮ້ອຍ​ສາມ​ສິບ​ປີ, ແລະ ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ອີກ​ຫລາຍ​ຄົນ. ແລະ ວັນ​ເວລາ​ທັງ​ໝົດ​ຂອງ​ມະຫາ​ລາເລນ​ຄື​ແປດ​ຮ້ອຍ​ເກົ້າ​ສິບ​ຫ້າ​ປີ, ແລະ ລາວ​ໄດ້​ຕາຍ​ໄປ.

21 ແລະ ເມື່ອ​ຢາເຣັດ​ມີ​ອາ​ຍຸ​ໄດ້​ໜຶ່ງ​ຮ້ອຍ​ຫົກ​ສິບ​ສອງ​ປີ, ລາວ​ໄດ້ ເອນົກ; ແລະ ຢາເຣັດ​ໄດ້​ມີ​ຊີ​ວິດ​ຕື່ມ​ອີກ, ຫລັງ​ຈາກ​ລາວ​ໄດ້​ເອນົກ, ແປດ​ຮ້ອຍ​ປີ, ແລະ ໄດ້​ມີ​ລູກ​ຊາຍ ແລະ ລູກ​ສາວ​ອີກ​ຫລາຍ​ຄົນ. ແລະ ຢາເຣັດ​ໄດ້​ສິດ​ສອນ​ເອນົກ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ເຈົ້າ.

22 ແລະ ນີ້​ຄື​ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ພວກ​ລູກ​ຊາຍ​ຂອງ​ອາດາມ, ຜູ້​ເປັນ ບູດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ພຣະ​ເຈົ້າ​ພຣະ​ອົງ​ເອງ, ໄດ້​ສົນ​ທະ​ນາ​ນຳ.

23 ແລະ ພວກ​ເຂົາ​ເປັນ ຜູ້​ສັ່ງ​ສອນ​ຄວາມ​ຊອບ​ທຳ, ແລະ ໄດ້​ກ່າວ ແລະ ໄດ້ ທຳ​ນາຍ, ແລະ ໄດ້​ເອີ້ນ​ມະນຸດ​ທຸກ​ຄົນ, ຢູ່​ທົ່ວ​ທຸກ​ບ່ອນ, ໃຫ້ ກັບ​ໃຈ; ແລະ ສັດທາ​ໄດ້​ຖືກ​ສິດ​ສອນ​ໃຫ້​ແກ່​ລູກ​ຫລານ​ມະນຸດ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ວັນ​ເວລາ​ທັງ​ໝົດ​ຂອງ​ຢາເຣັດ​ຄື​ເກົ້າ​ຮ້ອຍ​ຫົກ​ສິບ​ສອງ​ປີ, ແລະ ລາວ​ໄດ້​ຕາຍ​ໄປ.

25 ແລະ ເມື່ອ​ເອນົກ​ມີ​ອາ​ຍຸ​ໄດ້​ຫົກ​ສິບ​ຫ້າ​ປີ, ລາວ​ໄດ້ ເມທູ​ເຊລາ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອນົກ​ໄດ້​ເດີນ​ທາງ​ໄປ​ໃນ​ແຜ່ນ​ດິນ, ໃນ​ບັນ​ດາ​ຜູ້​ຄົນ; ແລະ ໃນ​ຂະນະ​ທີ່​ລາວ​ເດີນ​ທາງ​ໄປ​ຢູ່​ນັ້ນ, ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ​ຈາກ​ສະຫວັນ, ແລະ ໄດ້​ສະ​ຖິດ​ຢູ່​ກັບ​ລາວ.

27 ແລະ ລາວ​ໄດ້​ຍິນ​ສຸ​ລະ​ສຽງ​ຈາກ​ສະຫວັນ, ກ່າວ​ວ່າ: ເອນົກ, ບຸດ​ຂອງ​ເຮົາ, ຈົ່ງ​ທຳ​ນາຍ​ແກ່​ຜູ້​ຄົນ​ພວກ​ນີ້, ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ—ຈົ່ງ​ກັບ​ໃຈ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຮົາ ຄຽດ​ແຄ້ນ​ໃຫ້​ຜູ້​ຄົນ​ພວກ​ນີ້, ແລະ ຄວາມ​ຄຽດ​ແຄ້ນ​ອັນ​ຮຸນ​ແຮງ​ຂອງ​ເຮົາ​ເກີດ​ກັບ​ພວກ​ເຂົາ; ເພາະ​ວ່າ​ໃຈ​ຂອງ​ພວກ​ເຂົາ​ແຂງ​ກະ​ດ້າງ, ແລະ ຫູ​ຂອງ​ພວກ​ເຂົາ​ດັບ​ຕໍ່​ການ​ໄດ້​ຍິນ, ແລະ ຕາ​ຂອງ​ພວກ​ເຂົາ​ຫລຽວ​ເຫັນ​ໄດ້ ບໍ່​ໄກ;

28 ແລະ ສຳ​ລັບ​ຫລາຍ​ລຸ້ນ​ມາ​ນີ້, ແມ່ນ​ແຕ່​ນັບ​ຕັ້ງ​ແຕ່​ວັນ​ທີ່​ເຮົາ​ໄດ້​ສ້າງ​ພວກ​ເຂົາ, ພວກ​ເຂົາ​ໄດ້ ຫລົງ​ທາງ​ໄປ, ແລະ ໄດ້​ປະ​ຕິ​ເສດ​ເຮົາ, ແລະ ໄດ້​ສະແຫວງ​ຫາ​ຄຳ​ແນະນຳ​ຂອງ​ເຂົາ​ເອງ​ໃນ​ຄວາມ​ມືດ; ແລະ ໃນ​ຄວາມ​ໜ້າ​ຊິງ​ຊັງ​ຂອງ​ພວກ​ເຂົາ​ເອງ ພວກ​ເຂົາ​ໄດ້​ວາງ​ແຜນ​ການ​ຄາດ​ຕະ​ກຳ, ແລະ ບໍ່​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ, ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ອາດາມ, ບິດາ​ຂອງ​ພວກ​ເຂົາ.

29 ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ສາບານ​ເທັດ​ກັບ​ຕົນ​ເອງ, ແລະ ໂດຍ ຄຳ​ສາບານ​ຂອງ​ພວກ​ເຂົາ​ເອງ, ພວກ​ເຂົາ​ໄດ້​ນຳ​ຄວາມ​ຕາຍ​ມາ​ສູ່​ຕົນ​ເອງ; ແລະ ນະລົກ​ທີ່​ເຮົາ​ໄດ້​ຈັດ​ຕຽມ​ໄວ້​ໃຫ້​ພວກ​ເຂົາ, ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ;

30 ແລະ ນີ້​ຄື​ຄຳ​ສັ່ງ, ຊຶ່ງ​ເຮົາ​ໄດ້​ສົ່ງ​ອອກ​ໄປ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ, ຈາກ​ປາກ​ຂອງ​ເຮົາ​ເອງ, ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ແລະ ໂດຍ​ປາກ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ບິດາ​ຂອງ​ເຈົ້າ, ເຮົາ​ໄດ້​ອອກ​ຄຳ​ສັ່ງ, ແມ່ນ​ແຕ່​ດັ່ງ​ທີ່​ຈະ​ສົ່ງ​ມັນ​ອອກ​ໄປ​ໃນ​ໂລກ, ຈົນ​ເຖິງ​ບ່ອນ​ໄກ​ສຸດ​ຂອງ​ມັນ.

31 ແລະ ເມື່ອ​ເອນົກ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ, ລາວ​ໄດ້​ກົ້ມ​ຂາບ​ລົງ​ຢູ່​ກັບ​ພື້ນ​ດິນ, ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ເປັນ​ດ້ວຍ​ເຫດ​ໃດ​ຂ້າ​ພຣະ​ອົງ​ຈຶ່ງ​ໄດ້​ຮັບ​ຄວາມ​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ, ແລະ ຂ້າ​ພຣະ​ອົງ​ເປັນ​ພຽງ​ຄົນ​ໜຸ່ມ, ແລະ ທຸກ​ຄົນ​ກຽດ​ຊັງ​ຂ້າ​ພຣະ​ອົງ; ເພາະ​ວ່າ​ຂ້າ​ພຣະ​ອົງ ເວົ້າ​ຜ່ຳ; ດັ່ງ​ນັ້ນ​ເປັນ​ໄດ້​ຈັ່ງ​ໃດ​ທີ່​ຂ້າ​ພຣະ​ອົງ​ໄດ້​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ?

32 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອນົກ​ວ່າ: ຈົ່ງ​ອອກ​ໄປ ແລະ ເຮັດ​ດັ່ງ​ທີ່​ເຮົາ​ບັນ​ຊາ​ເຈົ້າ, ແລະ ບໍ່​ມີ​ມະນຸດ​ຄົນ​ໃດ​ຈະ​ສຽບ​ແທງ​ເຈົ້າ. ຈົ່ງ​ເປີດ ປາກ​ຂອງ​ເຈົ້າ, ແລະ ມັນ​ຈະ​ຖືກ​ເຮັດ​ໃຫ້​ເຕັມ, ແລະ ເຮົາ​ຈະ​ໃຫ້​ເຈົ້າ​ເອີ່ຍ​ປາກ, ເພາະ​ວ່າ​ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນ​ມື​ຂອງ​ເຮົາ, ແລະ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ເຫັນ​ວ່າ​ດີ.

33 ຈົ່ງ​ກ່າວ​ກັບ​ຜູ້​ຄົນ​ພວກ​ນີ້​ວ່າ: ພວກ​ທ່ານ​ຈົ່ງ ເລືອກ​ໃນ​ມື້​ນີ້, ທີ່​ຈະ​ຮັບ​ໃຊ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ໄດ້​ສ້າງ​ພວກ​ທ່ານ.

34 ຈົ່ງ​ເບິ່ງ ພຣະ​ວິນ​ຍານ​ຂອງ​ເຮົາ​ຢູ່​ກັບ​ເຈົ້າ, ດັ່ງ​ນັ້ນ ຖ້ອຍ​ຄຳ​ຂອງ​ເຈົ້າ​ທັງ​ໝົດ​ເຮົາ​ຈະ​ຮັບ​ຮອງ; ແລະ ພູ​ເຂົາ​ຈະ​ຫລົບ​ໜີ​ໄປ​ຕໍ່ໜ້າ​ເຈົ້າ, ແລະ ແມ່​ນ້ຳ​ຈະ​ໄຫລ​ຫັນ​ໜີ​ຈາກ​ເສັ້ນ​ທາງ​ຂອງ​ມັນ; ແລະ ເຈົ້າ​ຈະ​ສະ​ໜິດ​ຢູ່​ໃນ​ເຮົາ, ແລະ ເຮົາ​ຈະ​ແນບ​ສະ​ໜິດ​ຢູ່​ໃນ​ເຈົ້າ; ສະນັ້ນ​ຈົ່ງ ເດີນ​ໄປ​ກັບ​ເຮົາ.

35 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອນົກ​ວ່າ: ໃຫ້​ເອົາ​ຂີ້​ຕົມ​ເຈີມ​ໃສ່​ຕາ​ຂອງ​ເຈົ້າ, ແລະ ລ້າງ​ມັນ, ແລ້ວ​ເຈົ້າ​ຈະ​ເຫັນ. ແລະ ລາວ​ກໍ​ໄດ້​ເຮັດ​ຕາມ​ນັ້ນ.

36 ແລະ ລາວ​ໄດ້​ເຫັນ ວິນ​ຍານ​ທີ່​ພຣະ​ເຈົ້າ​ໄດ້​ສ້າງ; ແລະ ລາວ​ໄດ້​ເຫັນ​ສິ່ງ​ທີ່​ຕາ ທຳ​ມະ​ດາ​ບໍ່​ສາ​ມາດ​ຫລຽວ​ເຫັນ​ນຳ​ອີກ; ແລະ ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ​ມີ​ຂ່າວ​ເລົ່າ​ລື​ໄປ​ທົ່ວ​ແຜ່ນ​ດິນ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍົກ ພະ​ຍາ​ກອນ​ຜູ້​ໜຶ່ງ​ຂຶ້ນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອນົກ​ໄດ້​ອອກ​ໄປ​ໃນ​ແຜ່ນ​ດິນ, ໃນ​ບັນ​ດາ​ຜູ້​ຄົນ, ໂດຍ​ຢືນ​ຢູ່​ເທິງ​ໂນນ​ພູ ແລະ ບ່ອນ​ສູງ, ແລະ ໄດ້​ເປັ່ງ​ສຽງ​ອັນ​ດັງ, ເປັນ​ພະຍານ​ຕໍ່​ຕ້ານ​ວຽກ​ງານ​ຂອງ​ພວກ​ເຂົາ; ແລະ ທຸກ​ຄົນ ບໍ່​ພໍ​ໃຈ​ກັບ​ລາວ.

38 ແລະ ພວກ​ເຂົາ​ໄດ້​ມາ​ຟັງ​ລາວ, ຢູ່​ເທິງ​ບ່ອນ​ສູງ, ໂດຍ​ກ່າວ​ກັບ​ຜູ້​ດູ​ແລ​ຜ້າ​ເຕັ້ນ​ວ່າ: ໃຫ້​ພວກ​ເຈົ້າ​ຢູ່​ນີ້ ແລະ ດູ​ແລ​ຜ້າ​ເຕັ້ນ, ໃນ​ຂະນະ​ທີ່​ພວກ​ເຮົາ​ໄປ​ພຸ້ນ​ເພື່ອ​ເບິ່ງ​ຜູ້​ພະ​ຍາ​ກອນ, ເພາະ​ວ່າ​ລາວ​ໄດ້​ທຳ​ນາຍ, ແລະ ມີ​ສິ່ງ​ແປກ​ປະ​ຫລາດ​ໃນ​ແຜ່ນ​ດິນ; ຄົນ​ປ່າ​ຄົນ​ໜຶ່ງ​ໄດ້​ມາ​ໃນ​ບັນ​ດາ​ພວກ​ເຮົາ.

39 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ໄດ້​ຍິນ​ລາວ, ບໍ່​ມີ​ມະນຸດ​ຄົນ​ໃດ​ວາງ​ມື​ໃສ່​ລາວ; ເພາະ​ວ່າ​ທຸກ​ຄົນ​ທີ່​ໄດ້​ຍິນ​ລາວ​ມີ​ຄວາມ​ຢ້ານ​ກົວ; ເພາະ​ວ່າ​ລາວ​ໄດ້​ເດີນ​ໄປ​ກັບ​ພຣະ​ເຈົ້າ.

40 ແລະ ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ລາວ, ຊຶ່ງ​ຊື່​ວ່າ ມາ​ຮີ​ຢາ, ແລະ ໄດ້​ກ່າວ​ກັບ​ລາວ: ຈົ່ງ​ບອກ​ພວກ​ເຮົາ​ຢ່າງ​ແຈ່ມ​ແຈ້ງ​ວ່າ​ທ່ານ​ເປັນ​ໃຜ, ແລະ ທ່ານ​ມາ​ຈາກ​ໃສ?

41 ແລະ ລາວ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຂ້າ​ພະ​ເຈົ້າ​ມາ​ຈາກ​ແຜ່ນ​ດິນ​ເກນານ, ແຜ່ນ​ດິນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ, ແຜ່ນ​ດິນ​ແຫ່ງ​ຄວາມ​ຊອບ​ທຳ​ຈົນ​ເຖິງ​ທຸກ​ວັນ​ນີ້. ແລະ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ໃນ​ວິ​ທີ​ທາງ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.

42 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື, ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ເດີນ​ທາງ​ຈາກ​ແຜ່ນ​ດິນ​ເກນານ, ໃກ້​ທະເລ​ທາງ​ຕາ​ເວັນ​ອອກ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບ​ນິມິດ; ແລະ ເບິ່ງ​ແມ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສະຫວັນ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ແລະ ໄດ້​ປະທານ​ພຣະ​ບັນ​ຍັດ​ໃຫ້​ຂ້າ​ພະ​ເຈົ້າ; ດັ່ງ​ນັ້ນ, ເພາະ​ດ້ວຍ​ເຫດ​ນີ້, ເພື່ອ​ຮັກ​ສາ​ພຣະ​ບັນ​ຍັດ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້.

43 ແລະ ເອນົກ​ໄດ້​ກ່າວ​ປາ​ໄສ​ຕໍ່​ໄປ, ໂດຍ​ກ່າວ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊຶ່ງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ອົງ​ດຽວ​ກັນ​ນີ້​ເປັນ​ພຣະ​ເຈົ້າ​ແຫ່ງ​ສະຫວັນ, ແລະ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ, ແລະ ພຣະ​ເຈົ້າ​ຂອງ​ພວກ​ທ່ານ, ແລະ ພວກ​ທ່ານ​ເປັນ​ອ້າຍ​ນ້ອງ​ຂອງ​ຂ້າ​ພະເຈົ້າ, ແລະ ເປັນ​ຫຍັງ​ຈຶ່ງ ແນະນຳ​ຕົນ​ເອງ, ແລະ ປະ​ຕິ​ເສດ​ພຣະ​ເຈົ້າ​ແຫ່ງ​ສະຫວັນ?

44 ພຣະ​ອົງ​ໄດ້​ສ້າງ​ສະຫວັນ; ແຜ່ນ​ດິນ​ໂລກ​ເປັນ ບ່ອນ​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ; ແລະ ຮາກ​ຖານ​ຂອງ​ມັນ​ເປັນ​ຂອງ​ພຣະ​ອົງ. ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ສ້າງ​ມັນ, ພຣະ​ອົງ​ໄດ້​ນຳ​ໄພ່​ພົນ​ມະນຸດ​ມາ​ຢູ່​ເທິງ​ພື້ນ​ມັນ.

45 ແລະ ຄວາມ​ຕາຍ​ໄດ້​ມາ​ເຖິງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຮົາ​ຍັງ​ຮູ້​ພວກ​ເພິ່ນ, ແລະ ບໍ່​ສາ​ມາດ​ປະ​ຕິ​ເສດ, ແລະ ແມ່ນ​ແຕ່​ຄົນ​ທຳ​ອິດ​ຂອງ​ທັງ​ໝົດ​ພວກ​ເຮົາ​ກໍ​ຮູ້​ຈັກ, ແມ່ນ​ແຕ່​ອາດາມ.

46 ເພາະ​ວ່າ​ປຶ້ມ​ແຫ່ງ ຄວາມ​ຊົງ​ຈຳ ພວກ​ເຮົາ​ໄດ້​ຂຽນ​ໃນ​ບັນດາ​ພວກ​ເຮົາ, ອີງ​ຕາມ​ແບບ​ແຜນ​ທີ່​ມອບ​ໃຫ້​ໂດຍ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ; ແລະ ມັນ​ໄດ້​ຖືກ​ປະທານ​ໃຫ້​ໃນ​ພາ​ສາ​ຂອງ​ພວກ​ເຮົາ​ເອງ.

47 ແລະ ໃນ​ຂະນະ​ທີ່​ເອນົກ​ໄດ້​ກ່າວ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ອອກ​ມາ, ຜູ້​ຄົນ​ໄດ້​ຕົວ​ສັ່ນ, ແລະ ບໍ່​ສາ​ມາດ​ຢືນ​ຢູ່​ຕໍ່​ໜ້າ​ລາວ.

48 ແລະ ລາວ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ເພາະ​ວ່າ​ອາດາມ ຕົກ, ພວກ​ເຮົາ​ຈຶ່ງ​ເປັນ​ຢູ່; ແລະ ໂດຍ​ການ​ຕົກ​ຂອງ​ເພິ່ນ ຄວາມ​ຕາຍ​ຈຶ່ງ​ໄດ້​ມາ​ເຖິງ; ແລະ ພວກ​ເຮົາ​ຖືກ​ກຳ​ນົດ​ໃຫ້​ເປັນ​ຜູ້​ມີ​ສ່ວນ​ໃນ​ຄວາມ​ທຸກ​ທໍ​ລະ​ມານ ແລະ ວິບັດ.

49 ຈົ່ງ​ເບິ່ງ ຊາຕານ​ໄດ້​ມາ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ແລະ ລໍ້​ລວງ​ພວກ​ເຂົາ​ໃຫ້​ນະມັດ​ສະການ​ມັນ; ແລະ ມະນຸດ​ກາຍ​ເປັນ​ຄົນ​ມີ ກາມ​ມະ​ລົມ, ຕັນ​ຫາ​ໜ້າ​ມືດ, ແລະ ຕ່ຳ​ຊ້າ, ແລະ ຖືກ ກີດ​ກັນ​ໄວ້​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

50 ແຕ່​ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ແລ້ວ​ວ່າ ມະນຸດ​ທັງ​ປວງ​ຕ້ອງ​ກັບ​ໃຈ.

51 ແລະ ພຣະ​ອົງ​ໄດ້​ເອີ້ນ​ພໍ່​ອາດາມ​ຂອງ​ພວກ​ເຮົາ​ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ, ໂດຍ​ກ່າວ​ວ່າ: ເຮົາ​ຄື ພຣະ​ເຈົ້າ; ເຮົາ​ໄດ້​ສ້າງ​ໂລກ, ແລະ ມະນຸດ ກ່ອນ​ພວກ​ເຂົາ​ເປັນ​ຢູ່​ໃນ​ເນື້ອ​ໜັງ.

52 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ເພິ່ນ​ອີກ​ວ່າ: ຖ້າ​ຫາກ​ເຈົ້າ​ຈະ​ຫັນ​ມາ​ຫາ​ເຮົາ, ແລະ ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ແລະ ເຊື່ອ, ແລະ ກັບ​ໃຈ​ຈາກ​ການ​ລ່ວງ​ລະເມີດ​ທັງ​ປວງ​ຂອງ​ເຈົ້າ, ແລະ ຮັບ ບັບຕິ​ສະມາ, ແມ່ນ​ແຕ່​ໃນ​ນ້ຳ, ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ, ຜູ້​ເຕັມ​ໄປ​ດ້ວຍ ພຣະ​ຄຸນ ແລະ ຄວາມ​ຈິງ, ຊຶ່ງ​ຄື ພຣະ​ເຢຊູ​ຄຣິດ, ພຣະ​ນາມ​ດຽວ​ເທົ່າ​ນັ້ນ ຊຶ່ງ​ຈະ​ມອບ​ໃຫ້​ພາຍ​ໃຕ້​ຟ້າ​ສະຫວັນ, ຊຶ່ງ​ໂດຍ​ພຣະ​ນາມ​ນັ້ນ ຄວາມ​ລອດ​ຈະ​ມາ​ເຖິງ​ລູກ​ຫລານ​ມະນຸດ, ເຈົ້າ​ຈະ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໂດຍ​ຂໍ​ທຸກ​ສິ່ງ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ຂໍ, ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ.

53 ແລະ ພໍ່​ອາດາມ​ຂອງ​ພວກ​ເຮົາ​ໄດ້​ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: ເປັນ​ຫຍັງ​ມະນຸດ​ຈຶ່ງ​ຕ້ອງ​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນ້ຳ? ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ອາດາມ​ວ່າ: ຈົ່ງ​ເບິ່ງ ເຮົາ​ໄດ້ ໃຫ້​ອະ​ໄພ​ແກ່​ເຈົ້າ ສຳ​ລັບ​ການ​ລ່ວງ​ລະເມີດ​ຂອງ​ເຈົ້າ​ຢູ່​ໃນ​ສວນ​ເອເດນ.

54 ຈາກ​ທີ່​ກ່າວ​ມາ​ນັ້ນ​ໄດ້​ມີ​ຂ່າວ​ເລົ່າ​ລື​ໄປ​ທົ່ວ​ໃນ​ບັນ​ດາ​ຜູ້​ຄົນ, ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້ ຊົດ​ໃຊ້​ແທນ​ຄວາມ​ຜິດ​ບາບ​ດັ້ງ​ເດີມ, ຊຶ່ງ​ໃນ​ການ​ນີ້​ບາບ​ຂອງ​ພໍ່​ແມ່​ຈະ​ບໍ່​ຕົກ​ລົງ​ເທິງ​ຫົວ​ຂອງ ລູກໆ, ເພາະ​ພວກ​ເຂົາ​ປາດ​ສະ​ຈາກ​ບາບ​ຈາກ​ການ​ວາງ​ຮາກ​ຖານ​ຂອງ​ໂລກ.

55 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ອາດາມ​ວ່າ: ຕາບ​ໃດ​ທີ່​ລູກໆ​ຂອງ​ເຈົ້າ​ໄດ້​ເກີດ​ໃນ​ບາບ​ສັນ​ໃດ, ແມ່ນ​ເມື່ອ​ພວກ​ເຂົາ​ເລີ່ມ​ເຕີບ​ໂຕ​ຂຶ້ນ, ບາບ​ຍ່ອມ​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ພວກ​ເຂົາ​ສັນ​ນັ້ນ, ແລະ ພວກ​ເຂົາ​ຈະ​ໄດ້​ຊີມ​ລົດ​ຊາດ​ອັນ ຂົມ​ຂື່ນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ຮູ້​ຈັກ​ໃຫ້​ຄຸນ​ຄ່າ​ແກ່​ຄວາມ​ດີ.

56 ແລະ ມັນ​ໄດ້​ຖືກ​ມອບ​ໃຫ້​ແກ່​ພວກ​ເຂົາ​ເພື່ອ​ຈະ​ໄດ້​ຮູ້​ຄວາມ​ດີ​ຈາກ​ຄວາມ​ຊົ່ວ; ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ ເປັນ​ຕົວ​ແທນ​ອິດສະ​ລະ​ພາບ​ຂອງ​ຕົນ​ເອງ, ແລະ ເຮົາ​ໄດ້​ມອບ​ກົດ ແລະ ບັນ​ຍັດ​ອີກ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ.

57 ດັ່ງ​ນັ້ນ ຈົ່ງ​ສິດ​ສອນ​ລູກໆ​ຂອງ​ເຈົ້າ, ວ່າ​ມະນຸດ​ທຸກ​ຄົນ, ໃນ​ທຸກ​ແຫ່ງ​ຫົນ, ຈະ​ຕ້ອງ ກັບ​ໃຈ, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ບໍ່​ມີ​ທາງ​ສາ​ມາດ​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ, ເພາະ​ວ່າ ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່​ສາ​ມາດ ຢູ່​ໃນ​ທີ່​ນັ້ນ, ຫລື ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ; ເພາະ​ວ່າ, ໃນ​ພາ​ສາ​ຂອງ​ອາດາມ, ພຣະ​ຜູ້​ບໍ​ລິ​ສຸດ​ຄື​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ພຣະ​ນາມ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ​ຄື ບຸດ​ມະນຸດ, ແມ່ນ​ແຕ່ ພຣະ​ເຢຊູ​ຄຣິດ, ຜູ້​ພິ​ພາກ​ສາ​ທີ່​ຊອບ​ທຳ, ຜູ້​ຈະ​ສະ​ເດັດ​ມາ​ໃນ​ເວລາ​ອັນ​ຮຸ່ງ​ໂລດ.

58 ສະນັ້ນ ເຮົາ​ຈຶ່ງ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ, ເພື່ອ​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດສະ​ລະ​ກັບ ລູກໆ​ຂອງ​ເຈົ້າ, ໂດຍ​ກ່າວ​ວ່າ:

59 ຄື​ໂດຍ​ເຫດ​ຜົນ​ຂອງ​ການ​ລ່ວງ​ລະເມີດ ການ​ຕົກ​ຈຶ່ງ​ມີ​ມາ, ຊຶ່ງ​ການ​ຕົກ​ໄດ້​ນຳ​ຄວາມ​ຕາຍ​ມາ​ໃຫ້, ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ໄດ້​ເກີດ​ໃນ​ໂລກ​ໂດຍ​ນ້ຳ, ແລະ ໂລ​ຫິດ, ແລະ ວິນ​ຍານ, ຊຶ່ງ​ເຮົາ​ໄດ້​ສ້າງ, ແລະ ຈາກ ດິນ​ໄດ້​ກາຍ​ເປັນ​ຈິດ​ວິນ​ຍານ​ທີ່​ມີ​ຊີ​ວິດ​ສັນ​ໃດ, ແມ່ນ​ແຕ່​ສັນ​ນັ້ນ​ພວກ​ເຈົ້າ​ຈະ​ຕ້ອງ​ໄດ້ ເກີດ​ໃໝ່​ອີກ​ເຂົ້າ​ໃນ​ອາ​ນາ​ຈັກ​ສະຫວັນ, ດ້ວຍ ນ້ຳ, ແລະ ດ້ວຍ​ວິນ​ຍານ, ແລະ ສະອາດ​ໂດຍ​ໂລ​ຫິດ, ແມ່ນ​ແຕ່​ໂລ​ຫິດ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ; ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ຈາກ​ບາບ​ທັງ​ປວງ, ແລະ ຊື່ນ​ຊົມ​ກັບ ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ນີ້, ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ, ແມ່ນ​ແຕ່ ລັດ​ສະ​ໝີ​ພາບ​ທີ່​ອະ​ມະ​ຕະ;

60 ເພາະ​ວ່າ​ໂດຍ ນ້ຳ​ພວກ​ເຈົ້າ​ຈະ​ຮັກ​ສາ​ບັນ​ຍັດ; ໂດຍ​ພຣະ​ວິນ​ຍານ​ພວກ​ເຈົ້າ​ຈະ​ຖືກ ຮັບ​ຮອງ, ແລະ ໂດຍ ໂລ​ຫິດ​ພວກ​ເຈົ້າ​ຈະ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ;

61 ສະນັ້ນ ມັນ​ໄດ້​ຖືກ​ມອບ​ໃຫ້​ເພື່ອ​ຈະ​ຢູ່​ໃນ​ພວກ​ເຈົ້າ; ພະຍານ​ໃນ​ສະຫວັນ; ພຣະ​ຜູ້​ປອບ​ໂຍນ; ສິ່ງ​ທີ່​ເປັນ​ສັນ​ຕິ​ສຸກ​ແຫ່ງ​ລັດ​ສະ​ໝີ​ພາບ​ທີ່​ອະ​ມະ​ຕະ; ຄວາມ​ຈິງ​ຂອງ​ທຸກ​ສິ່ງ​ທັງ​ປວງ; ສິ່ງ​ທີ່​ເຮັດ​ໃຫ້​ທຸກ​ສິ່ງ​ທັງ​ປວງ​ມີ​ຊີ​ວິດ​ຊີ​ວາ, ສິ່ງ​ທີ່​ໃຫ້​ຊີ​ວິດ​ແກ່​ທຸກ​ສິ່ງ​ທັງ​ປວງ; ສິ່ງ​ທີ່​ຮູ້​ທຸກ​ສິ່ງ​ທັງ​ປວງ, ແລະ ມີ​ອຳນາດ​ທັງ​ໝົດ​ຕາມ​ສະ​ຕິ​ປັນ​ຍາ, ຄວາມ​ເມດ​ຕາ, ຄວາມ​ຈິງ, ຄວາມ​ຍຸດ​ຕິ​ທຳ, ແລະ ການ​ພິ​ພາກ​ສາ.

62 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ: ນີ້​ຄື ແຜນ​ແຫ່ງ​ຄວາມ​ລອດ​ເພື່ອ​ມະນຸດ​ທັງ​ປວງ, ຜ່ານ​ໂລ​ຫິດ​ຂອງ ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ, ຜູ້​ຈະ​ສະ​ເດັດ​ມາ​ໃນ​ເວລາ​ອັນ​ຮຸ່ງ​ໂລດ.

63 ແລະ ຈົ່ງ​ເບິ່ງ, ທຸກ​ສິ່ງ​ທັງ​ປວງ​ມີ​ລັກ​ສະ​ນະ​ທີ່​ເໝືອນ​ກັນ, ແລະ ທຸກ​ສິ່ງ​ທັງ​ປວງ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ແລະ ຖືກ​ເຮັດ​ເພື່ອ​ໃຫ້ ເປັນ​ພະຍານ​ເຖິງ​ເຮົາ, ທັງ​ສິ່ງ​ທີ່​ເປັນ​ຝ່າຍ​ໂລກ, ແລະ ສິ່ງ​ທີ່​ເປັນ​ຝ່າຍ​ວິນ​ຍານ; ສິ່ງ​ທີ່​ຢູ່​ໃນ​ຟ້າ​ສະຫວັນ​ເບື້ອງ​ເທິງ, ແລະ ສິ່ງ​ທີ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ສິ່ງ​ທີ່​ຢູ່​ໃນ​ແຜ່ນ​ດິນ​ໂລກ, ແລະ ສິ່ງ​ທີ່​ຢູ່​ໃຕ້​ແຜ່ນ​ດິນ​ໂລກ, ທັງ​ເບື້ອງ​ເທິງ ແລະ ເບື້ອງ​ລຸ່ມ: ທຸກ​ສິ່ງ​ທັງ​ປວງ​ເປັນ​ພະຍານ​ເຖິງ​ເຮົາ.

64 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື, ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ອາດາມ, ບິດາ​ຂອງ​ພວກ​ເຮົາ​ແລ້ວ, ອາດາມ​ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເພິ່ນ​ໄດ້​ຖືກ​ພາ​ໄປ​ໂດຍ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຖືກ​ນຳ​ລົງ​ໄປ​ໃນ ນ້ຳ, ແລະ ຖືກ​ວາງ​ໄວ້​ໃຕ້​ນ້ຳ, ແລະ ຖືກ​ນຳ​ຂຶ້ນ​ມາ​ຈາກ​ນ້ຳ.

65 ແລະ ເພິ່ນ​ໄດ້​ຮັບ​ບັບຕິ​ສະມາ​ດັ່ງ​ນັ້ນ, ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ມາ​ເທິງ​ເພິ່ນ, ແລະ ເພິ່ນ​ໄດ້ ເກີດ​ທາງ​ວິນ​ຍານ​ດັ່ງ​ນັ້ນ, ແລະ ໄດ້​ຖືກ​ເຮັດ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ຂຶ້ນ​ໃນ ຈິດ​ໃຈ.

66 ແລະ ເພິ່ນ​ໄດ້​ຍິນ​ສຸ​ລະ​ສຽງ​ອອກ​ມາ​ຈາກ​ສະຫວັນ, ໂດຍ​ກ່າວ​ວ່າ: ເຈົ້າ​ໄດ້ ບັບຕິ​ສະມາ​ດ້ວຍ​ໄຟ, ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ນີ້​ຄື ພະຍານ​ຂອງ​ພຣະ​ບິດາ, ແລະ ພຣະ​ບຸດ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ແລະ ຕະຫລອດ​ການ;

67 ແລະ ເຈົ້າ​ເປັນ​ຄົນ​ຕາມ ລະບຽບ​ຂອງ​ພຣະ​ອົງ​ຜູ້​ປາດ​ສະ​ຈາກ​ການ​ເລີ່ມ​ຕົ້ນ​ຂອງ​ມື້ ຫລື ທີ່​ສິ້ນ​ສຸດ​ຂອງ​ປີ, ຈາກ​ຕະຫລອດ​ຊົ່ວ​ນິ​ລັນ​ດອນ​ເຖິງ​ຕະຫລອດ​ຊົ່ວ​ນິ​ລັນ​ດອນ.

68 ຈົ່ງ​ເບິ່ງ, ເຈົ້າ​ເປັນ ໜຶ່ງ​ໃນ​ເຮົາ, ເປັນ​ບຸດ​ຂອງ​ພຣະ​ເຈົ້າ; ແລະ ດັ່ງ​ນັ້ນ​ຄົນ​ທັງ​ປວງ​ຈະ​ກາຍ​ເປັນ ບຸດ​ຂອງ​ເຮົາ. ອາແມນ.