ສິ່ງ​ຊ່ວຍ​ສຶກ​ສາ
ເອນົກ


ເອນົກ

ສາດ​ສະ​ດາ​ຄົນ​ໜຶ່ງ​ຜູ້​ໄດ້​ນຳ​ພາ​ຜູ້​ຄົນ​ຂອງ​ເມືອງ​ຊີໂອນ. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ​ໄດ້​ຖືກ​ບັນ​ຍາຍ​ໄວ້​ທັງ​ໃນ​ພຣະ​ຄຳ​ພີ​ເດີມ ແລະ ໃນ​ພຣະ​ຄຳ​ພີ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ. ເພິ່ນ​ເປັນປິຕຸ​ຄົນ​ທີ​ເຈັດ​ຫລັງ​ຈາກ​ອາດາມ. ເພິ່ນ​ເປັນ​ລູກ​ຊາຍ​ຂອງ​ຢາເຣັດ ແລະ ເປັນ​ພໍ່​ຂອງ​ເມທູ​ເຊລາ (ປຖກ 5:18–24; ລກ 3:37).

ເອນົກ​ເປັນ​ຊາຍ​ທີ່​ຍິ່ງ​ໃຫຍ່ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ​ນັ້ນ​ສຳ​ຄັນ​ຫລາຍ​ກວ່າ​ເລື່ອງ​ສັ້ນໆ​ທີ່​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ບັນ​ທຶກ​ໄວ້. ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ໄດ້​ບອກ​ວ່າ ເພິ່ນ​ໄດ້​ປ່ຽນ​ສະພາບ​ຮ່າງ​ກາຍ (ຮຣ 11:5) ແຕ່​ບໍ່​ໄດ້​ບອກ​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ. ຢດ 1:14 ບັນຈຸ​ຄຳ​ກ່າວ​ອ້າງ​ຂອງ​ຄຳ​ທຳ​ນາຍ​ຂອງ​ເພິ່ນ. ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ອະ​ທິ​ບາຍ​ຫລາຍ​ຢ່າງ​ກ່ຽວ​ກັບ​ເອນົກ, ໂດຍ​ສະ​ເພາະ​ການ​ສັ່ງ​ສອນ​ຂອງ​ເພິ່ນ, ເມືອງ​ຂອງ​ເພິ່ນ​ຖືກ​ເອີ້ນ​ວ່າ ຊີໂອນ, ພາບ​ນິມິດ​ຂອງ​ເພິ່ນ, ແລະ ການ​ທຳ​ນາຍ​ຂອງ​ເພິ່ນ (ຄພ 107:48–57; ມຊ 6–7). ຊີໂອນ​ໄດ້​ຖືກ​ຮັບ​ຂຶ້ນ​ສະຫວັນ ເພາະ​ຄວາມ​ຊອບ​ທຳ​ຂອງ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ນັ້ນ (ມຊ 7:69).