ສິ່ງ​ຊ່ວຍ​ສຶກ​ສາ
ເລືອດ, ໂລຫິດ


ເລືອດ, ໂລຫິດ

ຊາວ​ອິດສະ​ຣາເອນ​ໃນ​ສະ​ໄໝ​ບູຮານ ແລະ ຫລາຍ​ວັດ​ທະ​ນະ​ທຳ​ໃນ​ປະ​ຈຸ​ບັນ​ຖື​ວ່າ​ເປັນ​ຈຸດ​ໃຈ​ກາງ​ຂອງ​ຊີ​ວິດ​ຫລື ເປັນ​ພະ​ລັງ​ທີ່​ສຳ​ຄັນ​ຂອງ​ເນື້ອ​ໜັງ​ທັງ​ປວງ. ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ຫ້າມ​ຊາວ​ອິດສະ​ຣາເອນ​ບໍ່​ໃຫ້​ກິນ​ເລືອດ​ເປັນ​ອາຫານ (ລລວ 3:17; 7:26–27; 17:10–14).

ອຳນາດ​ການ​ຊົດ​ໃຊ້​ຂອງ​ການ​ເສຍ​ສະລະ​ແມ່ນ​ຢູ່​ທີ່​ໂລ​ຫິດ ເພາະ​ວ່າ​ໂລ​ຫິດ​ຖື​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ຊີ​ວິດ. ການ​ຖວາຍ​ສັດ​ໃນ​ພຣະ​ຄຳ​ພີ​ເດີມ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ເສຍ​ສະລະ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ໄດ້​ເຮັດ​ໂດຍ​ພຣະ​ເຢຊູ​ຄຣິດ (ລລວ 17:11; ມຊ 5:5–7). ໂລ​ຫິດ​ທີ່​ເປັນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ໄດ້​ຊຳລະ​ລ້າງ​ຄົນ​ທີ່​ກັບ​ໃຈ​ຈາກ​ບາບ (1 ຢຮ 1:7).