ສິ່ງ​ຊ່ວຍ​ສຶກ​ສາ
ສະອາດ ແລະ ບໍ່​ສະອາດ


ສະອາດ ແລະ ບໍ່​ສະອາດ

ໃນ​ພຣະ​ຄຳ​ພີ​ເດີມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່​ໂມເຊ ແລະ ຊາວ​ອິດສະ​ຣາເອນ​ໃນ​ສະ​ໄໝ​ບູຮານ​ວ່າ ອາຫານ​ສະ​ເພາະ​ບາງ​ຢ່າງ​ເທົ່າ​ນັ້ນ​ທີ່​ຖື​ວ່າ​ສະອາດ ຫລື, ອີກ​ຄຳ​ໜຶ່ງ, ເໝາະ​ສົມ​ທີ່​ຈະ​ບໍ​ລິ​ໂພກ. ຄວາມ​ແຕກ​ຕ່າງ​ຂອງ​ອາຫານ​ທີ່​ຊາວ​ອິດສະ​ຣາເອນ​ນັບ​ຖື​ວ່າ​ສະອາດ ແລະ ບໍ່​ສະອາດ ມີ​ຄວາມ​ສຳ​ຄັນ​ຫລາຍ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ທາງ​ສາດ​ສະ​ໜາ ແລະ ທາງ​ສັງ​ຄົມ. ສັດ​ສາ​ວາ​ສິ່ງ, ນົກ, ແລະ ປາ​ບາງ​ຊະ​ນິດ​ຖືກ​ນັບ​ວ່າ ສະອາດ ແລະ ເໝາະ​ສົມ​ທີ່​ຈະ​ບໍ​ລິ​ໂພກ, ສ່ວນ​ສັດ​ທີ່​ບໍ່​ສະອາດ​ນັ້ນ ເຂົາ​ເຈົ້າ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ບໍ​ລິ​ໂພກ (ລລວ 11; ພບຍ 14:3–20). ຜູ້​ຄົນ​ທີ່​ເປັນ​ພະຍາດ​ກໍ​ຖື​ວ່າ​ເປັນ​ສິ່ງ​ທີ່ບໍ່​ສະອາດ​ຄື​ກັນ.

ໃນ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ, ສະອາດ​ໝາຍ​ເຖິງ​ການ​ເປັນ​ອິດສະ​ລະ​ຈາກ​ບາບ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ເປັນ​ບາບ. ໃນ​ຄວາມ​ຮູ້​ສຶກ​ນີ້ ຖ້ອຍ​ຄຳ​ນີ້​ຈຶ່ງ​ຖືກ​ໃຊ້​ເພື່ອ​ບັນ​ລະ​ຍາຍ​ເຖິງ​ບຸກ​ຄົນ​ທີ່​ມີ​ຄຸນ​ນະ​ທຳ ແລະ ຫົວ​ໃຈ​ທີ່​ບໍ​ລິ​ສຸດ (ພສສ 24:4). ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ຄຳ​ແນະນຳ​ພິ​ເສດ​ສະເໝີ​ໃຫ້​ເປັນ​ຄົນ​ສະອາດ (3 ນຟ 20:41; ຄພ 38:42; 133:5).