ສິ່ງ​ຊ່ວຍ​ສຶກ​ສາ
ຮັບ​ຮອງ, ການ​ຮັບ​ຮອງ


ຮັບ​ຮອງ, ການ​ຮັບ​ຮອງ

ທີ່​ຈະ​ຖືກອະໄພ​ຈາກ​ການ​ລົງ​ໂທດ​ສຳ​ລັບ​ບາບ ແລະ ປະ​ກາດ​ການ​ບໍ່​ມີ​ຄວາມ​ຜິດ. ບຸກ​ຄົນ​ຖືກ​ຮັບ​ຮອງ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຜ່ານ​ການ​ມີ​ສັດທາ​ໃນ​ພຣະ​ອົງ. ສັດທາ​ນີ້​ສະແດງ​ອອກ​ໂດຍ​ການ​ກັບ​ໃຈ ແລະ ການ​ເຊື່ອ​ຟັງ​ຕໍ່​ກົດ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ. ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ອະ​ນຸ​ຍາດ​ໃຫ້​ມະນຸດ​ຊາດ​ສາ​ມາດ​ກັບ​ໃຈ ແລະ ຖືກ​ຮັບ​ຮອງ ຫລື ຖືກອະໄພ​ຈາກ​ການ​ລົງ​ໂທດ​ທີ່​ເຂົາ​ຈະ​ໄດ້​ຮັບ.