​2010–2019
ເຂົ້າ​ເຝົ້າ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ
ຕຸລາ 2014


ເຂົ້າ​ເຝົ້າ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ

ໂດຍ​ການນຳ​ໃຊ້​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ ທ່ານ​ຈະ​ສາມາດ​ເພີ່ມ​ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ຂອງ​ທ່ານ​ໄດ້​ໃນ​ມື້ນີ້ ຖ້າທ່ານ​ເຕັມ​ໃຈ​ທີ່​ຈະ​ຮັບ​ຟັງ ແລະ ລົງມື​ປະ​ຕິ​ບັດ.

ຕາມ​ການ​ຊັ່ງຊາ​ຈາກ 1 ເຖິງ 10, ທ່ານ​ຈະ​ໃຫ້​ຄະແນນ​ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ຂອງ​ທ່ານ​ຕໍ່​ທີ່​ປະ​ທັບ​ຂອງພຣະ​ເຈົ້າ​ແນວໃດ? ທ່ານ​ມີ​ພະຍານ​ສ່ວນ​ຕົວ​ວ່າການ​ຖະຫວາຍ​ຂອງ​ທ່ານ ໃນ​ຖານະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ນັ້ນ​ພຽງພໍແລ້ວ​ບໍ​ ທີ່​ຈະ​ໄດ້​ຮັບ​ຊີວິດ​ນິລັນດອນ​ເປັນ​ມໍລະດົກ? ທ່ານ​ເຊື່ອ​ແທ້ໆ​ບໍ​ວ່າ​ພຣະ​ບິດາ​ເທິງ​ສະຫວັນ​ພໍ​ພຣະ​ໄທ​ໃນ​ຕົວທ່ານ? ທ່ານ​ຈະ​ຄິດ​ກ່ຽວ​ກັບ​ເລື່ອງ​ຫຍັງ​ແດ່ ຖ້າວ່າ​ທ່ານ​ໄດ້​ຮັບ​ການ​ສຳພາດ​ສ່ວນ​ຕົວ​ນຳ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ນາທີ​ໜຶ່ງ​ຈາກ​ເວລາ​ນີ້? ບາບ, ຄວາມ​ກິນແໜງ, ແລະ ຄວາມ​ອ່ອນແອ​ຈະ​ຄອບ​ງຳ​ຄວາມ​ຄິດ​ທີ່​ທ່ານ​ມີ​ຕໍ່​ຕົນ​ເອງ​ບໍ, ຫລື ວ່າ​ທ່ານ​ຈະ​ມີ​ຄວາມສຸກ​ນຳ​ການ​ຄາດໝາຍ​ລ່ວງ​ໜ້າ​ບໍ? ທ່ານ​ຈະ​ສົບ​ຕາ ຫລື​ວ່າ​ຈະ​ຫລົບ​ສາຍ​ພຣະ​ເນ​ດ​ຂອງພຣະ​ອົງ? ທ່ານ​ຈະ​ລັ່ງເລ​ຢູ່​ທີ່​ປະຕູ ຫລື​ວ່າ ຈະ​ຍ່າງ​ເຂົ້າ​ໄປ​ຫາ​ພຣະ​ອົງ​ດ້ວຍ​ຄວາມ​ໝັ້ນ​ໃຈ?

ເມື່ອ​ໃດ​ກໍ​ຕາມ​ທີ່​ຜູ້​ປໍ​ລະ​ປັກ​ບໍ່​ສາມາດ​ຍົວະ​ຍົງ​ໄພ່​ພົນ​ທີ່​ບໍ່​ດີ​ພ້ອມ ແຕ່​ພະຍາຍາມ​ຢູ່ ດັ່ງ​ທ່ານ​ໃຫ້​ປະຕິເສດ​ຄວາມເຊື່ອ​ຖື​ຂອງ​ທ່ານ​ໃນ​ພຣະ​ເຈົ້າ​ທີ່​ໃກ້ຊິດ ແລະ ຊົງ​ຮັກ, ເຂົາ​ຈະ​ໃຊ້​ວິທີ​ທີ່​ຮ້າຍ​ກາດ ເພື່ອ​ຈະ​ໃຫ້​ມີ​ຄວາມ​ຫ່າງ​ໄກ​ຫລາຍ ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ລະຫວ່າງ​ທ່ານ ແລະ ພຣະ​ເຈົ້າ. ຜູ້​ປໍ​ລະ​ປັກ​ຮູ້​ວ່າ​ສັດທາ​ໃນ​ພຣະຄຣິດ—ສັດທາ​ທີ່​ກໍ່ໃຫ້ເກີດ​ຄວາມເມດ​ຕາ​ອັນ​ລະອຽດ​ອ່ອນ​ຢ່າງ​ຕໍ່​ເນື່ອງ ແລະ ແມ່ນ​ແຕ່​ສິ່ງ​ມະຫັດສະຈັນ​ທີ່​ຍິ່ງ​ໃຫຍ່—ທີ່​ກ່ຽວຂ້ອງ​ກັບ​ຄວາມ​ໝັ້ນ​ໃຈສ່ວນ​ຕົວ ວ່າ​ທ່ານ​ກຳລັງ​ພະຍາຍາມ​ຈະ​ເລືອກ​ສິ່ງ​ດີ. ເພາະ​ເຫດ​ນັ້ນ​ເຂົາ​ຈະ​ຢາກ​ມີ​ອິດ​ທິ​ພົນ​ຕໍ່​ຄວາມ​ຄິດ ແລະ ຄວາມ​ຮູ້ສຶກ​ທີ່​ເລິກ​ຊຶ້ງ​ຂອງ​ທ່ານ ເພື່ອ​ຕົວະ​ທ່ານ—ຄວາມ​ຂີ້​ຕົວະ​ວ່າ​ພຣະ​ບິດາ​ເທິງ​ສະຫວັນ​ຜິດ​ຫວັງ​ໃນ​ຕົວ​ທ່ານ, ວ່າການ​ຊົດ​ໃຊ້​ນັ້ນ​ແມ່ນ​ໄກ​ເກີນ​ເອື້ອມ​ຂອງ​ທ່ານ, ວ່າ​ບໍ່​ມີ​ເຫດຜົນ​ທີ່​ຈະ​ພະຍາຍາມ, ວ່າ​ທຸກ​ຄົນ​ນັ້ນ​ດີ​ກວ່າ​ທ່ານ, ວ່າ​ທ່ານບໍ່​ມີ​ຄຸນຄ່າ​ດີ​ພໍ, ແລະ ອີກ​ຫລາຍໆ​ພັນ​ຄວາມ​ຂີ້​ຕົວະ​ອື່ນ​ໃນ​ຫົວຂໍ້​ທີ່​ຊົ່ວ​ຮ້າຍ​ທຳນອງ​ດຽວ​ກັນ​ນັ້ນ.

ຖ້າ​ຫາກ​ທ່ານ​ປ່ອຍ​ໃຫ້​ຄວາມ​ຂີ້​ຕົວະ​ຂອງ​ຜູ້​ປໍ​ລະ​ປັກ​ເຮັດ​ໃຫ້​ຄວາມ​ຄິດ ແລະ ຄວາມ​ຮູ້ສຶກ​ວ່າ​ທ່ານ​ບໍ່​ມີ​ຄຸນຄ່າ​ດີ​ພໍ ເພື່ອ​ເຮັດ​ໃຫ້​ທ່ານ ມີ​ຄວາມ​ຮູ້ສຶກ​ຮ້າຍ​ລົງ​ກ່ຽວ​ກັບ​ຕົວ​ທ່ານ​ເອງ, ທ່ານ​ບໍ່​ສາມາດ​ເຂົ້າ​ເຝົ້າ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ​ດ້ວຍຄວາມ​ໝັ້ນ​ໃຈ​ທີ່ແທ້​ຈິງ​ໄດ້. ບໍ່​ວ່າ​ທ່ານ​ຈະ​ເຮັດ​ຫຍັງ​ກໍ​ຕາມ, ບໍ່​ວ່າ​ທ່ານ​ອະທິຖານ​ທູນ​ຂໍ​ຫຍັງ​ກໍ​ຕາມ, ບໍ່​ວ່າ​ທ່ານ​ມີ​ຄວາມຫວັງ​ຫຍັງ​ສຳລັບ​ສິ່ງ​ມະຫັດສະຈັນ​ກໍ​ຕາມ, ຍັງ​ຈະ​ມີ​ຄວາມ​ສົງໄສ​ໃນ​ຕົວ​ເອງ​ທີ່​ຈະ​ທຳລາຍ​ສັດທາ​ຂອງ​ທ່ານ​ເທື່ອລະ​ເລັກ​ລະ​ໜ້ອຍ—ບໍ່​ພຽງ​ແຕ່​ສັດທາ​ທີ່​ທ່ານ​ມີ​ໃນ​ພຣະ​ເຈົ້າ​ເທົ່າ​ນັ້ນ, ແຕ່​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ທ່ານ​ເອງ​ດ້ວຍ. ການ​ດຳລົງ​ຊີວິດ​ຕາມພຣະ​ກິດ​ຕິ​ຄຸນ​ໃນ​ວິທີ​ນີ້​ບໍ່​ສະໜຸກ​ເລີຍ, ທັງ​ບໍ່​ມີ​ປະໂຫຍດ​ອີກ​ດ້ວຍ. ສຳຄັນ​ໄປ​ກວ່າ​ນັ້ນ​ໝົດ, ມັນ​ບໍ່​ຈຳເປັນ​ແທ້ໆ! ການ​ຕັດສິນ​ໃຈ​ທີ່​ຈະ​ປ່ຽນແປງ​ກໍ​ເປັນ​ຂອງ​ທ່ານ​, ແລະ ເປັນ​ຂອງ​ທ່ານ​ຄົນ​ດຽວ.

ຂ້າພະເຈົ້າ​ຢາກ​ແບ່ງປັນ​ຄຳ​ແນະນຳ​ທີ່​ໃຊ້​ການ​ໄດ້​ຫົກ​ຢ່າງ, ຖ້າ​ຫາກ​ປະຕິບັດ​ຕາມ, ຈະ​ກຳຈັດ​ສຽງ​ທີ່​ຊົ່ວ​ຮ້າຍ​ເຫລົ່າ​ນີ້ ແລະ ຈະ​ນຳ​ຄວາມ​ໝັ້ນ​ໃຈ​ທີ່​ສະຫງົບ ແລະ ຄວາມ​ເຊື່ອ​ໝັ້ນ​ທາງ​ວິນ​ຍານ​ກັບ​ຄືນ​ມາສູ່​ທ່ານ​ທີ່​ເປັນ​ຂອງ​ທ່ານ ຖ້າ​ຫາກທ່ານ​ຢາກ​ໄດ້​ມັນ. ບໍ່​ວ່າ​ທ່ານ​ຈະ​ໃຫ້​ຄະແນນ​ຕົວ​ທ່ານ​ເອງ​ເທົ່າໃດ​ກໍ​ຕາມ​ໃນ​ບັນທັດຖານ 1 ເຖິງ 10 ນັ້ນ, ໂດຍ​ການນຳ​ໃຊ້​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ ທ່ານ​ຈະ​ສາມາດ​ເພີ່ມ​ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ຂອງ​ທ່ານ​ໄດ້​ໃນ​ມື້ນີ້ ຖ້າທ່ານ​ເຕັມ​ໃຈ​ທີ່​ຈະ​ຮັບ​ຟັງ ແລະ ລົງມື​ປະ​ຕິບັດ. ຂ້າພະເຈົ້າ​ຈະ​ກ່າວ​ຢ່າງ​ອາດ​ຫານ, ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ອົບລົມ ແລະ ບໍ່​ເຮັດ​ໃຫ້​ຜິດ​ໃຈ.

1. ຮັບຜິດຊອບ​ຕໍ່​ຄວາມ​ຜາ​ສຸກ​ທາງ​ວິນ​ຍານ​ຂອງ​ທ່ານ​ເອງ. ຢຸດ​ໂທດ​ຄົນ​ອື່ນ ຫລື ສະຖານະ​ການ, ຢຸດ​ໃຫ້​ຂໍ້ແກ້​ຕົວ​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ເຮັດ​ບາບ, ແລະ ຢຸດ​ຫາ​ຂໍ້​ອ້າງ​ວ່າ​ເປັນ​ຫຍັງ​ທ່ານ​ອາດ​ບໍ່​ພະຍາຍາມ​ໃຫ້​ເຕັມທີ່ ທີ່ຈະ​ເຊື່ອ​ຟັງ. ໃຫ້​ຍອມຮັບ​ສາ​ວ່າ​ທ່ານ “ເປັນ​ອິດ​ສະລະ​ຕາມ​ທາງ​ຂອງ​ເນື້ອ​​ໜັງ” ແລະ “ເປັນ​ອິດ​ສະລະ​ທີ່​ຈະ​ເລືອກເສລີພາບ ແລະ ຊີວິດ​ນິລັນດອນ” (2 ນີ​ໄຟ 2:27). ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສະຖານະ​ການ​ຂອງ​ທ່ານ​ທັງ​ໝົດ, ແຕ່​ພຣະ​ອົງ​ຍັງ​ຮູ້​ດີ​ວ່າ​ທີ່​ພຽງ​ແຕ່​ເລືອກ​ທີ່​ຈະ​ບໍ່​ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ຄົບ​ຖ້ວນ. ຖ້າ​ຫາກ​ເປັນ​ກໍລະນີ​ນັ້ນ, ຈົ່ງ​ຊື່ສັດ​ຕໍ່​ຕົວ​ເອງ​ພໍ​ທີ່​ຈະ​ສະລະ​ພາບ​ມັນ, ແລະ ພະຍາຍາມ​ທີ່​ຈະ​ດີ​ພ້ອມ​ພາຍ​ໃນ​ຂອບ​ເຂດ​ຂອງ​ສະຖານະ​ການຂອງ​ທ່ານ. ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ຈະ​ເພີ່ມ​ທະວີ​ຂຶ້ນ​ເມື່ອ​ທ່ານ​ຮັບຜິດຊອບ​ຕໍ່​ຄວາມ​ຜາ​ສຸກ​ທາງ​ວິນ​ຍານຂອງ​ທ່ານ​ເອງ​ ໂດຍ​ການ​ນຳ​ໃຊ້​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ​ທຸກໆ​ວັນ.

2. ຮັບຜິດຊອບ​ຕໍ່​ຄວາມ​ຜາ​ສຸກ​ທາງ​ຮ່າງກາຍ​ຂອງ​ທ່ານ​ເອງ. ຈິດ​ວິນ​ຍານ​ຂອງ​ທ່ານ​ປະກອບ​ດ້ວຍ​ຮ່າງກາຍ ແລະ ວິນ​ຍານ (ເບິ່ງ D&C 88:15). ການ​ບຳລຸງ​ລ້ຽງ​​ວິນ​ຍານ​ໃນ​ຂະນະ​ທີ່​ບໍ່​ເອົາໃຈໃສ່​ຮ່າງກາຍ, ຊຶ່ງ​ເປັນພຣະ​ວິຫານ, ທຳ​ມະ​ດາ​ແລ້ວ​ຈະ​ນຳໄປ​ສູ່​ການ​ຂັດ​ກັນ​ທາງ​ວິນ​ຍານ ແລະ ເຮັດ​ໃຫ້​ຄວາມ​ເຊື່ອ​ໝັ້ນ​ໃນ​ຕົວ​ເອງ ຫລຸດຜ່ອນ​ລົງ. ຖ້າ​ຫາກ​ທ່ານ​ບໍ່​ແຂງແຮງ​ທາງ​ຮ່າງກາຍ, ຖ້າ​ຫາກ​ທ່ານ​ບໍ່​ສະບາຍ​ໃຈ​ຢູ່​ໃນ​ຮ່າງກາຍ​ຂອງ​ທ່ານ​ເອງ ແລະ ສາມາດ​ປ່ຽນແປງ​ເລື່ອງ​ນີ້​ໄດ້, ແລ້ວ​ຈົ່ງ​ປ່ຽນແປງ​ສາ! ແອວ​ເດີ ຣະ​ໂຊ ເອັມ ແນວ​ສັນ ໄດ້​ສອນ​ວ່າ​ເຮົາ​ຄວນ “ນັບຖື​ຮ່າງກາຍ​ຂອງ​ເຮົາ​ວ່າ​ເປັນ​ພຣະ​ວິຫານ​ຂອງ​ເຮົາ​ເອງ” ແລະ ວ່າ​ເຮົາ​ຄວນ “ຄວບ​ຄຸມ​ອາຫານ​ການ​ກິນ ແລະ ການ​ອອກກຳລັງ​ກາຍ​ຂອງ​ເຮົາ​ເພື່ອ​ຄວາມ​ແຂງແຮງ​ທາງ​ຮ່າງກາຍ” (“We Are Children of God,”Ensign, Nov. 1998, 87; Liahona, Jan. 1999, 103).

ປະ​ທານ​ບອຍ ເຄ ແພ໊ກ​ເກີ ໄດ້​ສອນ​ “ວ່າວິນ​ຍານ ແລະ ຮ່າງກາຍ​ຂອງ​ເຮົາ​ຖືກ​ຮວບ​ຮວມ​ເຂົ້າກັນ​ໃນ​ວິທີ​ທາງ​ທີ່​ເຮັດ​ໃຫ້​ຮ່າງກາຍ​ຂອງ​ເຮົາ ກາຍເປັນ​ເຄື່ອງມື​ຂອງ​ຈິດໃຈ​ຂອງ​ເຮົາ ແລະ ເປັນ​ພື້ນຖານ​ຂອງ​ອຸປະ​ນິໄສ​ຂອງ​ເຮົາ” [Church Educational System fireside, Feb. 2, 2003], 2; speeches.byu.edu). ສະນັ້ນ, ກະລຸນາ​ຈົ່ງ​ໃຊ້​ປັນຍາ ແລະ ເປັນ​ພິເສດ​ວ່າ ເຮົາ​ກິນ​ຫລາຍ​ປານໃດ ແລະ ໃຫ້​ຮ່າງກາຍ​ຂອງ​ເຮົາ​ໄດ້​ຮັບ​ການ​ອອກກຳລັງ ແລະ ການ​ພັກຜ່ອນ​ທີ່​ມັນ​ຕ້ອງການ ແລະ ຄວນ​ໄດ້​ຮັບ. ຖ້າ​ຫາກ​ທ່ານ​ເຮັດ​ໄດ້, ໃຫ້​ຕັດສິນ​ໃຈ​ໃນ​ມື້ນີ້​ວ່າ​ຈະ​ຄວບ​ຄຸມ​ຮ່າງກາຍ​ຂອງ​ຕົນ ແລະ ເລີ່ມ ອອກກຳລັງ​ກາຍເປັນ​ປະຈຳ, ທີ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ຂອງ​ທ່ານ, ຮ່ວມ​ດ້ວຍ​ອາຫານ​ການ​ກິນ​ທີ່​ມີ​ຜົນ​ດີ. ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ ຈະ​ເພີ່ມ​ທະວີ​ຂຶ້ນ​ເມື່ອ​ວິນ​ຍານ​ຂອງ​ທ່ານ, ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ຜູ້​ຊ່ອຍໃຫ້​ລອດ, ເປັນ​ຜູ້​ຄວບ​ຄຸມ​ທີ່ແທ້​ຈິງ​ຂອງ​ຊາຍ ແລະ ຍິງ​ທຳ​ມະ​ດາ.

3. ຈົ່ງ​ຍອມຮັບ​ເອົາ​ການ​ເຊື່ອ​ຟັງ​ຢ່າງ​ເຕັມທີ່, ດ້ວຍ​ຄວາ​ມສະໝັກ​ໃຈ​ໃຫ້​ເປັນ​ພາກສ່ວນ​ຂອງ​ຊີວິດ​ຂອງ​ເຮົາ. ໃຫ້​ຍອມຮັບ​ວ່າ ທ່ານ​ບໍ່​ສາມາດ​ຮັກ​ພຣະ​ເຈົ້າ​ໄດ້​ປາດ​ສະ​ຈາກ​ການ​ຮັກ​ພຣະ​ບັນຍັດ​ຂອງ​ພຣະ​ອົງ​ດ້ວຍ. ມາດຕະຖານ​ຂອງພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ​ແຈ່ມ​ແຈ້ງ ແລະ ລຽບ​ງ່າຍ​ທີ່​ວ່າ: “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນຍັດຂອງ​ເຮົາ” (ໂຢຮັນ 14:15). ການ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັດ​ຍັດ​ບາງ​ຂໍ້​ຈະ​ນຳ​ພຽງ​ແຕ່​ພອນ​ບາງ​ຢ່າງ​ມາ​ໃຫ້ ແລະ ການ​ເລືອກ​ສິ່ງ​ທີ່​ບໍ່​ດີ​ແທນ​ສິ່ງ​ທີ່​ບໍ່​ດີ​ຫລາຍ​ກວ່າ​ກໍ​ຍັງ​ເປັນ​ການ​ເລືອກ​ທີ່​ຜິດພາດ​ຄື​ກັນ. ທ່ານ​ບໍ່​ສາມາດ​ເບິ່ງ​ໜັງ ທີ່​ບໍ່​ດີ ແລະ ຄາດ​ຫວັງ​ທີ່​ຈະ​ຮູ້ສຶກ​ວ່າ​ບໍລິສຸດ ເພາະ​ທ່ານ​ບໍ່​ໄດ້​ເບິ່ງ​ໜັງ​ທີ່​ຮ້າຍ​ກວ່າ​ນັ້ນ. ການ​ຮັກ​ສາ​ພຣະ​ບັນຍັດ​ບາງ​ຂໍ້ ຢ່າງ​ຊື່ສັດ​ບໍ່​ໄດ້​ໃຫ້​ຂໍ້​ແກ້​ຕົວ​ໃນ​ການ​ບໍ່​ເອົາໃຈໃສ່​ຂໍ້​ອື່ນໆ. ອັບຣາຮາມ ລິງ​ກັນ ໄດ້​ກ່າວ​ຢ່າງ​ຖືກຕ້ອງ​ວ່າ: “ເມື່ອ​ຂ້າພະເຈົ້າ​ເຮັດ​ດີ, ຂ້າພະເຈົ້າ​ຮູ້ສຶກ​ດີ. ເມື່ອ​ຂ້າພະເຈົ້າ​ເຮັດ​ບໍ່​ດີ, ຂ້າພະເຈົ້າ​ຮູ້ສຶກ​ບໍ່​ດີ” (in William H. Herndon and Jesse William Weik, Herndon’s Lincoln: The True Story of a Great Life, 3 vols. [1889], 3:439).

ພ້ອມ​ນີ້, ຈົ່ງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສຳລັບ​ເຫດຜົນ​ທີ່​ຖືກຕ້ອງ. ພຣະ​ຜູ້​ເປັນ​ເຈົ້າ, ອົງ​ທີ່ຮຽກຮ້ອງ​ຫົວໃຈ ແລະ ຈິດໃຈ​ທີ່​ເຕັມ​ໃຈ (ເບິ່ງ D&C 64:34) ແລະ ອົງ​ທີ່ຮູ້ຈັກ​ຄວາມ​ນຶກ​ຄິດ ແລະ ຄວາມ​ເຈດ​ຕະ​ນາ​ຂອງ​ໃຈ (ເບິ່ງ D&C 33:1), ຮູ້​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ໄປ​ໂບດ, ບໍ່​ວ່າ​ພຽງ​ແຕ່​ຕົວ​ທ່ານ​ຈະ​ຢູ່​ທີ່​ນັ້ນ​ແຕ່​ໃຈບໍ່​ຢູ່​ກໍ​ຕາມ ຫລື ນະມັດສະການ​ຢ່າງ​ຈິງ​ຈັງ​ຫລື​ບໍ່. ທ່ານ​ບໍ່​ສາມາດ​ຮ້ອງເພງ “​ໂອ ບາ​ບີ​ໂລນ, ​ໂອ ບາ​ບີ​ໂລນ, ເຮົາ​ສັ່ງ​ລາ​ເຈົ້າ” ໃນ​ວັນ​ອາທິດ ແລະ ແລ້ວສະແຫວງຫາ ຫລື ທົນ​ຕໍ່​ການ​ເປັນ​ເພື່ອນ​ຂອງ​ມັນ​ໃນ​ນາທີ​ຕໍ່​ໄປ (“Ye Elders of Israel,” Hymns, no. 319). ຂໍ​ໃຫ້​ຈຳ​ໄວ້​ວ່າຄວາມ​ບໍ່​ເອົາ​ຈິງ​ເອົາ​ຈັງ​ໃນ​ເລື່ອງ​ທາງ​ວິນ​ຍານ ຈະ​ບໍ່​ເປັນຄວາມ​ສຸກ​ເລີຍ. ຈົ່ງ​ເຮັດ​ໃຫ້​ສາດສະໜາ​ຈັກ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ເປັນ​ພາກ​ສ່ວນ​ຂອງຊີວິດ​ຂອງ​ທ່ານ​ທັງ​ໝົດ, ບໍ່​ພຽງ​ແຕ່​ໃຫ້​ເປັນ​ພາກສ່ວນ​ຂອງ​ຊີວິດ​ພາຍ​ນອກ ຫລື ທາງ​ສັງຄົມ​ຂອງ​ທ່ານ​ເທົ່າ​ນັ້ນ. ການ​ເລືອກ​ໃນ​ມື້ນີ້ ວ່າ​ທ່ານ​ຈະ​ຮັບ​ໃຊ້​ໃຜ​ກໍ​ເປັນ​ພຽງ​ແຕ່​ຄຳ​ເວົ້າ​ຊື່ໆ ຈົນ​ກວ່າ​ທ່ານ​ຈະ​ດຳລົງ​ຊີວິດ​ຕາມ​ນັ້ນ​ແທ້ໆ (ເບິ່ງ ​ໂຢຊວຍ 24:15). ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ຈະ​ເພີ່ມ​ທະວີ​ຂຶ້ນ​ເມື່ອ​ທ່ານ​ພະຍາຍາມ​ຢ່າງ​ຈິງ​ໃຈ, ສຳລັບ​ເຫດຜົນທີ່​ຖືກຕ້ອງ, ທີ່​ຈະ​ອຸທິດ​ຊີວິດ, ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ມີ​ຄວາມ​ຂາດ​ຕົກ​ບົກພ່ອງ​ກໍ​ຕາມ!

4. ກັບ​ໃຈ​ຢ່າງ​ເຖິງ​ຖອງ ແລະ ຢ່າງ​ວ່ອງໄວ​ໃຫ້​ໄດ້​ດີ​ທີ່​ສຸດ. ເພາະວ່າ​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ​ນຳ​ໃຊ້​ໄດ້​ງ່າຍ, ທ່ານ​ຄວນ​ນຳ​ໃຊ້​ມັນ​ຢ່າງ​ເພື່ອ​ແຜ່ ຕະຫລອດ 24 ຊົ່ວໂມງ 7 ມື້​ຕໍ່​ທິດ, ເພາະ​ມັນ​ຈະ​ບໍ່​ໝົດ​ໄປ​ຈັກ​ເທື່ອ​ເລີຍ. ໃຫ້​ຍອມຮັບ​ເອົາ​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ ແລະ ການ​ກັບ​ໃຈ​ວ່າ​ເປັນ​ສິ່ງ​ທີ່​ຕ້ອງ​ຍິນ​ດີ​ຕ້ອນຮັບ ແລະ ນຳ​ໃຊ້​ທຸກໆ​ວັນ​ຕາມ​ຄຳ​ສັ່ງ​ຂອງ​ພຣະເຢ​ຊູ​ຄຣິດ. ໃຫ້​ຈັດ​ທັດສະນະ​ແຫ່ງ​ການ​ກັບ​ໃຈ​ທີ່​ດຳເນີນ​ຕໍ່​ໄປ, ມີ​ຄວາມສຸກ ແລະ ຊື່ນ​ຊົມ ໂດຍ​ການ​ເຮັດ​ໃຫ້​ມັນ​ເປັນ​ວິຖີ​ຊີວິດ​ຂອງ​ທ່ານ. ເມື່ອ​ເຮັດ​ດັ່ງນີ້, ຂໍ​ໃຫ້​ລະວັງ​ຕໍ່​ການ​ລໍ້​ລວງ​ທີ່​ຈະ​ເລື່ອນ​ວັນ​ເລື່ອນ​ເວລາ, ແລະ ຢ່າ​ຄາດ​ຫວັງ​ໃຫ້​ໂລກ​ມາ​ສົ່ງເສີມ​ທ່ານ, ແລະ ປ່ອຍ​ໃຫ້​ຜົນ​ສະທ້ອນ​ຕິດຕາມ​ມາ. ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ຈະ​ເພີ່ມ​ທະວີ​ຂຶ້ນ​ເມື່ອ​ທ່ານ​ກັບ​ໃຈ​ຈາກ​ບາບ​ທັງ​ໃຫຍ່ ແລະ ນ້ອຍ​ທັນທີ ດ້ວຍ​ຄວາມ​ເຕັມ​ໃຈ ແລະ ຄວາມ​ຊື່ນ​ຊົມ ໂດຍ​ການ​ນຳ​ໃຊ້​ການ​ຊົດ​ໃຊ້​ຂອງພຣະເຢ​ຊູ​ຄຣິດ.

5. ໃຫ້​ເປັນ​ຄົນ​ທີ່​ໃຫ້​ອະໄພ​ໄດ້​ດີ​ທີ່​ສຸດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ “ເຮົາ, ພຣະ​ຜູ້​ເປັນເຈົ້າ, ຈະ​ໃຫ້​ອະໄພ​ຜູ້​ທີ່​ເຮົາ​ຈະ​ໃຫ້​ອະໄພ, ແຕ່​ພວກເຈົ້າ​ຖືກ​ຮຽກ​ຮ້ອງ​ໃຫ້ອະໄພ​ມະນຸດ​ທັງ​ປວງ (ເບິ່ງ D&C 64:10). ໃຫ້​ອະໄພ​ແກ່​ທຸກ​ຄົນ, ສຳລັບ​ທຸກ​ສິ່ງ, ທຸກ​ເວລາ, ຫລືວ່າ​ຢ່າງ​ໜ້ອຍ​ໃຫ້​ພະ​ຍາ​ຍາມໃຫ້​ອະໄພ, ນັ້ນຈະອະນຸຍາດ​ໃຫ້ການ​ໃຫ້​ອະໄພ​ເຂົ້າ​ມາສູ່​ຊີວິດ​ຂອງ​ທ່ານ​ເອງ. ຢ່າ​ຄຽດ​ແຄ້ນ, ຢ່າ​ຄຽດ​ງ່າຍ, ໃຫ້​ອະໄພ ແລະ ລືມ​ມັນ​ໄປ​ຢ່າງ​ວ່ອງໄວ, ແລະ ຢ່າ​ຄິດ​ເລີຍ​ວ່າ​ທ່ານ​ໄດ້​ຮັບ​ຂໍ້​ຍົກເວັ້ນ​ຈາກ​ພຣະ​ບັນຍັດ​ຂໍ້​ນີ້​ເລີຍ. ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ຈະ​ເພີ່ມ​ທະວີ​ຂຶ້ນ ​ເມື່ອ​ທ່ານ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ​ທ່ານ​ບໍ່​ມີ​ຄວາມ​ຄຽດ​ແຄ້ນ​ຕໍ່​ຄົນ​ອື່ນໃດ.

6. ຍອມຮັບ​ການ​ທົດ​ລອງ, ຄວາມ​ຜ່າຍ​ແພ້ ແລະ “ສິ່ງ​ທີ່​ບໍ່​ໄດ້​ຄາດ​ຫວັງ” ວ່າເປັນ​ພາກສ່ວນ​ຂອງ​ປະສົບ​ການໃນຊີວິດ​ມະຕະ​ຂອງ​ທ່ານ. ຂໍ​ໃຫ້​ຈຳ​ໄວ້​ວ່າ​ທ່ານ​ໄດ້​ມາ​ຢູ່​ນີ້​ເພື່ອ​ພິສູດ​ຕົນ​ເອງ ແລະ ຖືກ​ທົດ​ສອບ, ເພື່ອ​ຈະ​ເຫັນ​ຖ້າ​ຫາ​ກວ່າ [ທ່ານ] ຈະ​ເຮັດ​ທຸກ​ສິ່ງ​ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ [ຂອງ​ທ່ານ] ຈະ​ບັນຊາ [ທ່ານ] (ເບິ່ງ Abraham 3:25)—ແລະ ຂ້າພະເຈົ້າ​ຂໍ​ຕື່ມ​ວ່າ, “ພາຍ​ໃຕ້​ທຸກໆ​ສະຖານະ​ການ.” ອ້າຍ​ເອື້ອຍ​ນ້ອງ​ຂອງ​ທ່ານ​ຫລາຍໆ​ລ້ານ​ຄົນ​ໄດ້​ຖືກ ຫລື ກຳລັງ​ຖືກ​ທົດ​ສອບ​ຢູ່, ແລ້ວ​ເປັນ​ຫຍັງ​ທ່ານ​ຈະ​ໄດ້​ຮັບ​ຂໍ້​ຍົກເວັ້ນ? ການ​ທົດ​ລອງ​ບາງ​ຢ່າງ​ກໍ​ມາ​ຈາກ​ການ​ບໍ່​ເຊື່ອ​ຟັງ ຫລື ການ​ບໍ່​ເອົາໃຈໃສ່​ຂອງ​ທ່ານ​ເອງ. ການ​ທົດ​ລອງ​ຢ່າງ​ອື່ນ​ກໍ​ເປັນ​ເພາະ​ການ​ລະເລີຍ​ຂອງ​ຄົນ​ອື່ນ ຫລື ເປັນ​ເພາະ​ທີ່​ນີ້​ເປັນ​ໂລກ​ທີ່​ຊົ່ວ​ຮ້າຍ. ເມື່ອ​ການ​ທົດ​ລອງ​ເຫລົ່າ​ນີ້​ເກີດ​ຂຶ້ນ, ບໍລິວານ​ຂອງ​ຜູ້​ປໍ​ລະ​ປັກ​ຈະ​ເລີ່ມປ່າວ​ປະກາດ​ວ່າ​ທ່ານ​ໄດ້​ເຮັດ​ອັນ​ໃດ​ອັນ​ໜຶ່ງ​ຜິດພາດ, ວ່າ​ນີ້​ເປັນ​ການ​ລົງໂທດ, ເປັນ​ສັນຍານ​ວ່າ​ພຣະ​ບິດາ​ເທິງ​ສະຫວັນ​ບໍ່​ຮັກ​ທ່ານ. ຢ່າ​ເອົາໃຈໃສ່​ມັນ​ເລີຍ! ແທນ​ນັ້ນ ໃຫ້​ພະຍາຍາມ​ບັງຄັບ​ໃຫ້​ຕົນ​ເອງ​ຍິ້ມ, ເງີຍ​ໜ້າ​ຂຶ້ນ​ເທິງ​ສະຫວັນ, ແລະ ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ເອີຍ, ຂ້ານ້ອຍ​ເຂົ້າໃຈ. ຂ້ານ້ອຍ​ຮູ້​ວ່າ​ອັນ​ນີ້​ຄື​ຫຍັງ. ນີ້​ເປັນ​ເວລາ​ທີ່​ຈະ​ພິສູດ​ຕົວ​ຂ້ານ້ອຍ​ເອງ, ແມ່ນ​ບໍ?” ແລ້ວໃຫ້​ຮ່ວມ​ມື​ກັບ​ພຣະ​ອົງ​ເພື່ອ​ຈະ​ອົດທົນ​ໃຫ້​ດີ​ຈົນ​ເຖິງ​ທີ່​ສຸດ. ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ຈະ​ເພີ່ມ​ທະວີ​ຂຶ້ນ​ເມື່ອ​ທ່ານ​ຍອມຮັບ​ວ່າ “ສ່ວນ​ຫລາຍ​ແລ້ວ​ການ​ທົດ​ລອງ ແລະ ຄວາມ​ຍາກ​ລຳບາກ​ຖືກ​ອະນຸຍາດ​ໃຫ້​ເຂົ້າ​ມາ​ສູ້​ຊີວິດ [ຂອງ​ທ່ານ] ເປັນ​ເພາະ [ທ່ານ] ກຳລັງ​ເຮັດ​ສິ່ງ​ທີ່​ຖືກຕ້ອງຢູ່” (Glenn L. Pace, “Crying with the Saints” [Brigham Young University devotional, Dec. 13, 1987], 2; speeches.byu.edu).

ຕອນ​ຂ້າພະເຈົ້າ​ເປັນ​ປະທານ​ເຜີຍແຜ່​ຢູ່ ຄີ​ແອຟ ປະເທດຢູ​ເຄຣນ, ຂ້າພະເຈົ້າ​ໄດ້​ຖາມ​ຊິດ​ສະ​ເຕີ​ຜູ້​ຊື່ສັດ​ທີ່​ສຸດ​ຄົນ​ໜື່ງ​ວ່າ​ເປັນ​ຫຍັງ​ນາງ​ຈຶ່ງ​ມັກ​ຄິດ​ວ່າ​ນາງ​ບໍ່​ດີ​ພໍ​ຢູ່​ຕະຫລອດ, ວ່າ​ເປັນ​ຫຍັງ​ນາງ​ຈຶ່ງ​ຕຳ​ນິ​ຕົວ​ນາງ​ເອງ​ເລື້ອຍໆ​ກ່ຽວ​ກັບ​ເລື່ອງ​ເລັກໆ​ນ້ອຍໆ. ຄຳ​ຕອບ​ຂອງ​ນາງ​ກໍ​ເປັນ​ຕົວຢ່າງ​ຂອງ​ຄົນ​ທົ່ວ​ໄປ​ທີ່​ມັກ​ຟັງສຽງ​ທີ່​ຜິດພາດ ເມື່ອ​ນາງ​ໄດ້​ຕອບ​ວ່າ, “ເພື່ອ​ວ່າ​ຈະ​ບໍ່​ມີ​ໃຜ​ມາ​ຕຳ​ນິ​ຂ້ານ້ອຍ​ກ່ອນ.”

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຄຳ​ແນະນຳ​ຂອງ​ຂ້າພະເຈົ້າ​ໃຫ້​ແກ່​ຊິດ​ສະ​ເຕີ​ຜູ້​ສອນ​ສາດສະໜາ​ຄົນ​ນີ້ ກໍ​ແມ່ນ​ຄຳ​ແນະນຳ​ຂອງ​ຂ້າພະເຈົ້າ​ທີ່​ຈະ​ໃຫ້​ແກ່​ທ່ານ​ວ່າ: ໃຫ້​ຮັບ​ຮູ້ ແລະ ປະ​ເຊີນ​ໜ້າ​ກັບ​ຄວາມ​ອ່ອນແອ​ຂອງ​ທ່ານ, ແຕ່​ຢ່າ​ປ່ອຍ​ໃຫ້​ມັນ​ເຮັດ​ໃຫ້​ທ່ານ​ຍອມ​ແພ້ ເພາະວ່າ​ທ່ານ​ຕ້ອງ​ຮັບ​ມື​ກັບ​ຄວາມ​ອ່ອນແອ​ບາງ​ຢ່າງ, ຈົນ​ກວ່າ​ອອກ​ຈາກ​ຊີວິດ​ມະຕະ​ນີ້​ໄປ. ບໍ່​ວ່າ​ສະຖານະ​ພາບ​ຂອງ​ທ່ານ​ຈະ​ເປັນ​ແນວໃດ​ໃນ​ເວລາ​ນີ້​ກໍ​ຕາມ, ໃນ​ວິນາທີ​ທີ່​ທ່ານ​ເລືອກ​ການ​ກັບ​ໃຈ​ທີ່​ຊື່ສັດ, ຊື່ນ​ຊົມ​ທຸກໆ​ມື້​ໂດຍ​ການ​ພະຍາຍາມ​ທີ່​ຈະ​ເຮັດ ແລະ ເປັນ​ຄົນ​ທີ່​ດີ​ທີ່​ສຸດ, ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ຈະ​ຫຸ້ມ​ຫໍ່ ແລະ ຕິດຕາມ​ທ່ານ​ໄປ​ ດັ່ງ​ທີ່​ມັນ​ໄດ້​ເປັນ ບໍ່​ວ່າ​ທ່ານ​ຈະ​ໄປ​ໃສ​ກໍ​ຕາມ. ການ​ດຳລົງ​ຊີວິດ​ໃນ​ວິທີ​ນີ້, ທ່ານ​ຈະ​ສາມາດ “ຮັກສາ​ການ​ປົດ​ບາບ​ຂອງ​ທ່ານ​ເອົາ​ໄວ້​ຕະຫລອດ​ໄປ” (ໂມ​ໄຊ​ຢາ 4:12) ທຸກໆ​ຊົ່ວໂມງ​ຂອງ​ທຸກໆ​ວັນ, ທຸກໆ​ວິນາທີ​ຂອງ​ນາທີ, ແລະ ແລ້ວ​ຈະ​ສະອາດ​ສົມບູນ ແລະ ເປັນ​ທີ່​ຍອມຮັບ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ຕະຫລອດ​ເວລາ.

ທ່ານ​ມີ​ສິດທິ​ພິເສດ, ຖ້າ​ທ່ານ​ຢາກ​ໄດ້​ມັນ, ເພື່ອ​ຈະ​ຮູ້​ດ້ວຍ​ຕົວ​ທ່ານ​ເອງ, ມື້ນີ້ ຫລື ໃນ​ບໍ່​ຊ້າ​ນີ້, ວ່າ​ທ່ານ​ເຮັດ​ໃຫ້ພຣະ​ເຈົ້າ​ພໍ​ພຣະ​ໄທ ເຖິງ​ແມ່ນ​ວ່າ​ທ່ານ​ມີ​ຄວາມ​ອ່ອນແອ​ກໍ​ຕາມ. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ອົງ​ທີ່​ຄາດ​ຫວັງ​ໃຫ້​ເຮົາ​ຮັກ​ສາ​ພຣະ​ບັນຍັດ. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຊົງຮັກ ອົງ​ທີ່​ກະ​ຕື​ລື​ລົ້ນ​ທີ່​ຈະ​ປະ​ທານ​ພຣະ​ຄຸນ ແລະ ພຣະ​ເມດ​ຕາ​ຂອງ​ພຣະ​ອົງ​ໃຫ້​ເຮົາ. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຊົງ​ຮັກ ອົງ​ທີ່​ຊື່ນ​ຊົມ​ເມື່ອ​ເຮົາ​ນຳ​ໃຊ້​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ທຸກໆ​ວັນ ດ້ວຍ​ຄວາມ​ໝັ້ນ​ໃຈທີ່​ສະຫງົບ ແລະ ມີ​ຄວາມສຸກ ວ່າ​ເຮົາ​ກຳລັງ​ມຸ້ງ​ໄປ​ໜ້າ​ໃນ​ທິດ​ທາງ​ທີ່​ຖືກ​ຕ້້ອງ. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ອົງ​ທີ່​ປາດ​ຖະ​ໜາ​ຢ່າງ​ຍິ່ງ ເພື່ອ​ຄວາມ​ໝັ້ນ​ໃຈ​ຂອງ​ທ່ານ​ຈະ​ເຂັ້ມແຂງ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ (ເບິ່ງ D&C 121:45). ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.