​2010–2019
ຊ່ວຍ​ກູ້​ໃນ​ຄວາມ​ເປັນ​ໜຶ່ງ​ເປັນ​ດຽວ
ຕຸລາ 2014


ຊ່ວຍ​ກູ້​ໃນ​ຄວາມ​ເປັນ​ໜຶ່ງ​ເປັນ​ດຽວ

ໃນ​ການ​ຊ່ອຍ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ພວກ​ເຮົາ​ຕ້ອງ​ທຳ​ງານ​ດ້ວຍ​ຄວາມ​ສາມັກຄີ ແລະ ຖືກຕ້ອງ​ປອງ​ດອງ. ທຸກ​ຄົນ, ທຸກ​ໜ້າທີ່, ທຸກ​ຕຳແໜ່ງ, ແມ່ນ​ສຳຄັນ.

ຫລາຍ​ເທື່ອ​ພວກ​ເຮົາ​ເຄີຍ​ໄດ້​ຍິນ​ປະທານ​ທອມ​ມັສ ​ແອັສ ມອນ​ສັນ ເວົ້າ​ວ່າ “ຈົ່ງ​ເອື້ອມ​ອອກ​ໄປ​ຊ່ອຍ​ກູ້.”1 ຂ້າພະເຈົ້າ​ມັກ​ຄິດ​ເຖິງ​ເລື່ອງ​ໃນ​ພຣະ​ຄຳ​ພີ​ໃໝ່. ມັນ​ເປັນ​ຕົວຢ່າງ​ທີ່​ດີເລີດ​ຂອງ​ວິທີ​ທີ່​ສະມາຊິກ ແລະ ຜູ້​ສອນ​ສາດສະໜາ​ສາມາດ​ຮ່ວມ​ມື​ກັນ​ໃນ​ສະພາ​ຫວອດ​ເພື່ອ​ເອື້ອມ​ອອກ​ໄປ​ຊ່ອຍ​ກູ້. ເລື່ອງ​ດັ່ງກ່າວ​ຢູ່​ໃນ ມາຣະ​ໂກ 2:1–5. ຂ້າພະເຈົ້າ​ພົບ​ວ່າ ປະສົບ​ການ​ທີ່​ພຣະເຢ​ຊູ​ໄດ້​ໃຊ້ ເພື່ອ​ສອນ​ຄຳ​ສອນ ຫລື ຫລັກ​ທຳ​ບາງ​ຢ່າງ ສ່ວນ​ຫລາຍ​ແລ້ວ​ເປັນ​ສິ່ງ​ທີ່​ໃຫ້ການ​ດົນ​ໃຈ ແລະ ງ່າຍ​ທີ່​ຈະ​ເຂົ້າໃຈ.

ຄົນ​ໜຶ່ງ​ໃນ​ເລື່ອງ​ນີ້​ແມ່ນ​ຜູ້​ຊາຍ​ຄົນ​ງ່ອຍ ເປັນ​ຄົນ​ທີ່​ບໍ່​ສາມາດ​ເຄື່ອນ​ຍ້າຍ​ດ້ວຍ​ຕົນ​ເອງ. ຊາຍ​ຄົນ​ນີ້​ມີ​ແຕ່​ຢູ່​ບ້ານ, ລໍຖ້າ​ໃຫ້​ຄົນ​ມາ​ຊ່ອຍ​ເຫລືອ.

ໃນ​ສະໄໝ​ພວກ​ເຮົາ​ກໍ​ອາດ​ເກີດ​ຈັ່ງ​ຊີ້. ມີ​ສີ່​ຄົນ​ໄດ້​ມາ​ເຮັດ​ໜ້າທີ່​ມອບ​ໝາຍ​ຈາກ​ອະທິການ​ຂອງ​ເຂົາເຈົ້າ ເພື່ອ​ຢ້ຽມຢາມ, ຢູ່​ທີ່​ບ້ານ​ຂອງ​ຊາຍ​ຜູ້​ເປັນ​ງ່ອຍ. ຂ້າພະເຈົ້າ​ວາດ​ພາບ​ເຫັນ ຄົນ​ໜຶ່ງ​ຈາກ​ສະມາຄົມ​ສະຕີ​ສົງເຄາະ, ຄົນ​ໜຶ່ງ​ຈາກ​ກຸ່ມ​ແອວ​ເດີ, ຄົນ​ໜຶ່ງ​ຈາກ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣ​ນ, ແລະ ສຸດ​ທ້າຍ​ແມ່ນ​ຜູ້​ສອນ​ສາດສະໜາ. ຢູ່​ໃນ​ການ​ປະຊຸມ​ສະພາ​ຫວອດ​ເທື່ອ​ຜ່ານ​ມາ ຫລັງ​ຈາກ​ໄດ້​ປຶກສາ​ຫາລື​ກັນ​ເລື່ອງ​ຄວາມ​ຕ້ອງການ​ຂອງ​ຄົນ​ໃນ​ຫວອດ, ອະທິການ​ໄດ້​ມອບ​ໝາຍ​ໃຫ້ “ເອື້ອມ​ອອກ​ໄປ​ຊ່ອຍ​ກູ້.” ສີ່​ຄົນ​ດັ່ງກ່າວ​ໄດ້​ຮັບ​ໜ້າທີ່​​ໃຫ້ໄປ​ຊ່ອຍ​ຄົນ​ງ່ອຍ. ເຂົາເຈົ້າ​ຈະ​ລໍຖ້າ​ໃຫ້​ລາວ​ມາ​ໂບດ​ກ່ອນ​ບໍ່​ໄດ້. ເຂົາເຈົ້າ​ຕ້ອງ​ໄປ​ບ້ານ​ລາວ ແລະ ຢ້ຽມຢາມ​ລາວ. ເຂົາເຈົ້າ​ຕ້ອງ​ໄປ​ຊອກ​ຫາ​ລາວ, ແລ້ວ​ເຂົາເຈົ້າ​ກໍ​ໄປ. ຊາຍ​ຄົນ​ນັ້ນ​ໄດ້​ຖືກ​ນຳ​ມາ​ຫາ​ພຣະເຢ​ຊູ.

“ເມື່ອ​ສີ່​ຄົນ​ຫາມ​ຄົນ​ງ່ອຍ​ມາ​ຫາ​ພຣະເຢ​ຊູ” (ມາຣະ​ໂກ 2:3).

ແຕ່​ຫ້ອງ​ນັ້ນ​ໜາ​ແໜ້ນ​ຫລາຍ. ເຂົາເຈົ້າ​ເຂົ້າ​ທາງ​ປະຕູ​ບໍ່​ໄດ້. ຂ້າພະເຈົ້າ​ແນ່​ໃຈ​ວ່າ​ເຂົາເຈົ້າ​ໄດ້​ພະຍາຍາມ​ທຸກ​ສິ່ງ​ທີ່​ເຂົາເຈົ້າ​ສາມາດ​ຄິດ​ຂຶ້ນ​ມາ​ໄດ້, ແຕ່​ເຂົ້າ​ໄປ​ບໍ່​ໄດ້. ມັນ​ບໍ່​ໄດ້​​ເປັນໄປ​ຕາມ​ທີ່​ໄດ້​ວາງ​ແຜນ​ໄວ້. ມີ​ອຸບປະສັກ​ກັ້ນ​ທາງ​ການ “ຊ່ອຍ​ກູ້.” ແຕ່​ເຂົາເຈົ້າ​ບໍ່​ໄດ້​ຍອມ​ແພ້. ເຂົາເຈົ້າ​ບໍ່​ໄດ້​ຖິ້ມ​ຄົນ​ງ່ອຍ​ໄວ້​ຢູ່​ນອກ​ປະຕູ. ເຂົາເຈົ້າ​ໄດ້​ປຶກສາ​ຫາລື​ກັນ​ວ່າ​ຊິ​ເຮັດ​ຈັ່ງ​ໃດ​ຕໍ່—ຊິ​ພາ​ຄົນ​ໄປ​ຫາ​ພຣະເຢ​ຊູ​ຈັ່ງ​ໃດ​ເພື່ອ​ລາວ​ຊິ​ໄດ້​ຮັບ​ການ​ປິ່ນປົວ​ໄດ້. ວຽກ​ງານ​ເພື່ອ​ຊ່ອຍ​ພຣະເຢ​ຊູ​ຄຣິດ​ໃນ​ການ​ຊ່ອຍ​ກູ້​ຈິດ​ວິນ​ຍານ ສຳລັບ​ຄົນ​ເຫລົ່າ​ນີ້ ບໍ່​ໄດ້​ຖື​ວ່າ​ເປັນ​ການ​ຍາກ​ເກີນ​ໄປ. ເຂົາເຈົ້າ​ໄດ້​ຄິດ​ຫາ​ວິທີ, ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ເຮັດ ແຕ່​ເຂົາເຈົ້າ​ໄດ້​ເຮັດ​ຕາມ​ໂລດ.

“ແຕ່​ພວກ​ເຂົາ​ເຂົ້າ​ໄປ​ຫາ​ພຣະເຢ​ຊູ​ບໍ່​ໄດ້ ເພາະ​ຝູງ​ຊົນ​ໜາ​ແໜ້ນ​ຫລາຍ. ສະນັ້ນ​ພວກ​ເຂົາ​ຈຶ່ງ​ຮື້​ຫລັງຄາ​ຊື່​ບ່ອນ​ທີ່​ພຣະ​ອົງ​ພວມ​ສັ່ງສອນ​ຢູ່​ນັ້ນ; ຄັນ​ຮື້​ເປັນ​ປ່ອງ​ແລ້ວ ພວກ​ເຂົາ​ກໍ​ຢ່ອນ​ຄົນ​ງ່ອຍ​ທີ່ຢູ່​ເທິງ​ທີ່​ນອນ​ຂອງ​ລາວ​ລົງ​ມາ” (ມາຣະ​ໂກ 2:4).

ເຂົາເຈົ້າ​ໄດ້​ພາ​ລາວ​ໄປ​ທີ່​ຫລັງຄາ. ສົມມຸດ​ວ່າ​ບໍ່​ມີ​ຂັ້ນໄດ​ຢູ່​ນອກ​ເຮືອນ​ໃຫ້​ປີນ​ຂຶ້ນ, ເຂົາເຈົ້າ​ຄົງ​ໄດ້​ໃຊ້​ເວລາ​ດົນ​ສົມຄວນ ຈຶ່ງ​ຈະ​ຊ່ອຍ​ໃຫ້​ທຸກ​ຄົນ​ຂຶ້ນ​ຢູ່​ເທິງ​ຫລັງຄາ​ໄດ້. ຂ້າພະເຈົ້າ​ຄິດ​ວ່າ​ອາດ​ເກີດ​ຈັ່ງ​ຊີ້: ຊາຍ​ໜຸ່ມ​ຈາກ​ຫວອດ​ຄົງ​ປີນ​ຂຶ້ນ​ຫລັງຄາ​ກ່ອນ. ເພາະ​ລາວ​ຍັງ​ໜຸ່ມ​ມີແຮງ​ຫລາຍ. ຄູ່​ສອນ​ປະຈຳ​ບ້ານ​ຂອງ​ລາວ​ຈາກ​ກຸ່ມ​ແອວ​ເດີ​ພ້ອມ​ກັບ​ຜູ້​ສອນ​ສາດສະໜາ​ທີ່​ສູງ​ໃຫຍ່​ຊິ​ຍູ້​ຈາກ​ດ້ານ​ລຸ່ມ. ເອື້ອຍ​ນ້ອງ​ສະມາຄົມ​ສະຕີ​ສົງເຄາະ​ຈະ​ເຕືອນ​ເຂົາເຈົ້າ​ໃຫ້​ລະວັງ​ດີໆ ແລະ ໃຫ້​ກຳລັງ​ໃຈ. ແລ້ວ​ພວກ​ຜູ້​ຊາຍ​ຈະ​ຮື້​ຫລັງຄາ ແລະ ​ເອື້ອຍ​ນ້ອງຈະ​ຊ່ອຍ​ປອບ​ໂຍນ​ຄົນ​ງ່ອຍ​ຂະນະ​ທີ່​ລາວ​ລໍຖ້າ​ເພື່ອ​ຮັບ​ການ​ປິ່ນປົວ—ແລະ ຖ້າ​ເພື່ອ​ຈະ​ສາມາດ​ເຄື່ອນ​ໄຫວ​ເອງ ແລະ ເປັນ​ອິດ​ສະລະ.

ໜ້າທີ່​ການ​ຊ່ອຍ​ກູ້​ນີ້​ຕ້ອງ​ມີ​ທຸກ​ຄົນ​ຮ່ວມ​ມື​ເຮັດ​ນຳ​ກັນ. ໃນ​ຕອນ​ທີ່​ສຳຄັນ​ທີ່​ສຸດ ຕ້ອງ​ມີ​ການ​ປະສານ​ງານ​ຢ່າງ​ຮອບ​ຄອບ​ເພື່ອ​ຢ່ອນ​ຄົນ​ງ່ອຍ​ລົງ​ໄປ​ຈາກ​ຫລັງຄາ. ທັງ​ສີ່​ຄົນ​ຕ້ອງ​ເຮັດ​ພ້ອມ​ກັນ ແລະ ປະສານ​ກົມກຽວ. ບໍ່​ສາມາດ​ມີ​ການ​ໂຕ້​ຖຽງ​ກັນ​ລະຫວ່າງ​ສີ່​ຄົນ. ເຂົາເຈົ້າ​ຄົງ​ຕ້ອງ​ຢ່ອນ​ຄົນ​ງ່ອຍ​ລົງ​ເປັນຈັງ​ວະ​ອັນ​ດຽວ​ກັນ​ໝົດ. ຖ້າ​ຜູ້​ໜຶ່ງ​ປ່ອຍ​ເຊືອກ​ໄວ​ກວ່າ​ໝູ່ ຄົນ​ງ່ອຍ​ຈະ​ຕົກລົງ​ຈາກ​ບ່ອນ​ນອນ. ລາວ​ບໍ່​ສາມາດ​ຊ່ອຍ​ຕົວ​ເອງ​ໄດ້​ເພາະ​ລາວ​ອ່ອນແອ.

ໃນ​ການ​ຊ່ອຍ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ພວກ​ເຮົາ​ຕ້ອງ​ທຳ​ງານ​ດ້ວຍ​ຄວາມ​ສາມັກຄີ ແລະ ຖືກຕ້ອງ​ປອງ​ດອງ. ທຸກ​ຄົນ, ທຸກ​ໜ້າທີ່, ທຸກ​ຕຳແໜ່ງ, ແມ່ນ​ສຳຄັນ. ພວກ​ເຮົາ​ຕ້ອງ​ຮ່ວມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ພຣະເຢ​ຊູ​ຄຣິດ.

ໃນ​ທີ່​ສຸດ​ຄົນ​ງ່ອຍ​ໄດ້​ຖື​ກວາງ​ລົງ​ຢູ່​ຕໍ່​ໜ້າ​ພຣະເຢ​ຊູ. “ເມື່ອ​ພຣະເຢ​ຊູ​ໄດ້​ເຫັນ​ຄວາມ​ເຊື່ອ​ຂອງ​ຄົນ​ເຫລົ່າ​ນີ້ ພຣະ​ອົງ​ກໍ​ກ່າວ​ແກ່​ຄົນ​ງ່ອຍ​ວ່າ ລູກ​ເອີຍ​ການ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ” (ມາຣະ​ໂກ 2:5). ພຣະເຢ​ຊູ​ໄດ້​ສະແດງ​ຄວາມ​ເມດ​ຕາ​ແກ່​ລາວ ແລະ ໄດ້​ປິ່ນປົວ​ລາວ—ບໍ່​ແມ່ນ​ແຕ່​ທາງ​ຮ່າງກາຍ​ເທົ່າ​ນັ້ນ ແຕ່​ທາງ​ວິນ​ຍານ​ເໝືອນ​ກັນ: “ລູກ​ເອີຍ​ການ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ.” ມັນ​ແສນ​ອັດສະຈັນ​ນໍ? ພວກ​ເຮົາ​ຄື​ຊິ​ຢາກ​ໃຫ້​ສິ່ງ​ນັ້ນ​ເກີດ​ກັບ​ພວກ​ເຮົາ​ຄື​ກັນ​ນໍ? ຂ້າພະເຈົ້າ​ກໍ​ຄື​ກັນ.

ພວກ​ເຮົາ​ຮູ້ຈັກ​ບໍ ຜູ້​ໃດ​ໃນ​ຊີວິດ​ຂອງ​ພວກ​ເຮົາ​ທີ່​ເປັນ​ຄົນ​ງ່ອຍ​ທາງ​ວິນ​ຍານ ຄົນ​ທີ່​ບໍ່​ສາມາດ​ກັບ​ມາ​ຫາ​ສາດສະໜາ​ຈັກ​ໂດຍ​ກຳລັງ​ຂອງ​ຕົນ​ເອງ? ຄົນ​ນັ້ນ​ອາດ​ຊິ​ແມ່ນ​ລູກ​ຂອງ​ພວກ​ເຮົາ​ເອງ ເປັນ​ພໍ່​ເປັນ​ແມ່ ເປັນ​ຜົວ ຫລື ເມຍ, ຫລື ອາດ​ຊິ​ເປັນ​ໝູ່.

ໂດຍ​ທີ່​ມີ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ຫລາຍ​ກວ່າ​ເກົ່າ ໃນ​ທຸກ​ຫວອດ​ທຸກ​ສາຂາ​ໃນ​ສາດສະໜາ​ຈັກ, ອະທິການ ແລະ ປະທານ​ສາຂາ​ທີ່​ສະຫລາດ​ຄວນ​ໃຊ້​ສະພາ​ຫວອດ​ສະພາ​ສາຂາ​ຂອງ​ຕົນ​ໃຫ້​ເປັນ​ປະໂຫຍດ​ຫລາຍ​ກວ່າ​ເກົ່າ. ອະທິການ​ສາມາດ​ຂໍ​ໃຫ້ສະມາຊິກ​ສະພາ​ຫວອດ​ທຸກ​ຄົນ​ຂຽນ​ລາຍ​ຊື່​ຄົນ​ທີ່​ອາດ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອລົງ​ໄວ້. ອະທິການ​ຈະ​ຟັງ​ດີໆ ແລ້ວ​ຈັດ​ໜ້າທີ່​ໃຫ້.

ຜູ້​ສອນ​ສາດສະໜາ​ເຕັມ​ເວລາ ເປັນ​ແຫລ່ງທີ່​ດີ​ຕໍ່​ຫວອດ ໃນ​ການ​ເອື້ອມ​ອອກ​ໄປ​ຊ່ອຍ​ກູ້​ດັ່ງກ່າວ. ເຂົາເຈົ້າ​ຍັງ​ໜຸ່ມ​ຢູ່ ແລະ ມີແຮງ​ຫລາຍ. ເຂົາເຈົ້າ​ມັກ​ຊິ​ມີ​ລາຍ​ຊື່​ສະເພາະ​ເພື່ອ​​​ເຮັດ​ການ​ງານນຳ​ຄົນ​ນັ້ນ. ເຂົາເຈົ້າ​ມັກ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ສະມາຊິກ​ໃນ​ຫວອດ. ເຂົາເຈົ້າ​ກໍ​ຮູ້​ວ່າ ນີ້​ແມ່ນ​ໂອກາດ​ທີ່​ດີ​ສຳລັບ​ເຂົາເຈົ້າ​ທີ່​ຈະ​ພົບ​ຄົນ​ໃໝ່​ໃຫ້​ສອນ. ເຂົາເຈົ້າ​ຈົງ​ຮັກ​ພັກດີ​ຕໍ່​ການ​ສະຖາປະນາ​ອານາຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຂົາເຈົ້າ​ມີ​ປະຈັກ​ພະຍານ​ຢ່າງ​ແຮງ​ກ້າ​ວ່າ ຕອນ​ທີ່​ຮ່ວມ​ມື​ກັນ​ໃນ​ວຽກ​ງານ​ຊ່ອຍ​ກູ້​ດັ່ງກ່າວ ຕົວ​ເຂົາເຈົ້າ​ເອງ​ຊິ​ກາຍເປັນ​ເໝືອນ​ດັ່ງ​ພຣະຄຣິດ​ຫລາຍ​ຂຶ້ນ.

ສຸດ​ທ້າຍ​ນີ້, ຂ້າພະເຈົ້າ​ຂໍ​ສະແດງ​ຄຳ​ສອນ​ອັນ​ດີເລີດ​ຢ່າງ​ໜຶ່ງ ຈາກ​ພຣະ​ຄຳ​ພີ. ມັນ​ຢູ່​ໃນ ຂໍ້​ທີ 5: “ເມື່ອ​ພຣະເຢ​ຊູ​ເຫັນ​ຄວາມ​ເຊື່ອ ຂອງ​ຄົນ​ເຫລົ່ານັ້ນ” (​ເນັ້ນຄຳ​ເນີ້ງ). ຂ້າພະເຈົ້າ​ບໍ່​ໄດ້​ສັງເກດ​ຄຳ​ນີ້​ເມື່ອ​ກ່ອນ—ສັດທາ ຂອງ​ຄົນ​ເຫລົ່ານັ້ນ. ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ທີ່​ຮ່ວມ​ກັນ ສາມາດ​ມີ​ຜົນ​ສະທ້ອນ​ຕໍ່​ຄົນ​ອື່ນ.

ຄົນ​ເຫລົ່ານັ້ນ​ທີ່​ພຣະເຢ​ຊູ​ໄດ້​ເວົ້າ​ເຖິງ​ນັ້ນ​ແມ່ນ​ໃຜ​ແດ່? ອາດ​ແມ່ນ​ຄົນ​ທັງ​ສີ່​ທີ່​ໄດ້​ຫາມ​ເອົາ​ຄົນ​ງ່ອຍ ອາດ​ແມ່ນ​ຄົນ​ງ່ອຍ​ນັ້ນ​ເອງ ອາດ​ແມ່ນ​ຄົນ​ທີ່​ເຄີຍ​ອະທິຖານ​ໃຫ້​ລາວ ແລະ ອາດ​ແມ່ນ​ທຸກ​ຄົນ​ທີ່​ກຳລັງ​ຟັງ​ການ​ສິດສອນ​ຂອງ​ພຣະເຢ​ຊູ ແລະ ໄດ້​ຮ້ອງ​ໂຮ​ງຽບໆ​ໃນ​ໃຈ ສຳລັບ​ການ​ມະຫັດສະຈັນ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ. ອາດ​ແມ່ນ​ຜົວ​ເມຍ, ພໍ່​ແມ່, ລູກ, ຜູ້​ສອນ​ສາດສະໜາ, ປະທານ​ກຸ່ມ, ປະທານ​ສະມາຄົມ​ສະຕິ​ສົງເຄາະ, ອະທິການ, ແລະ ໝູ່​ເພື່ອນ​ທີ່ຢູ່​ຫ່າງ​ໄກ. ພວກ​ເຮົາ​ສາມາດ​ຊ່ອຍ​ຊຶ່ງ​ກັນ​ແລະ​ກັນ. ພວກ​ເຮົາ​ຄວນ​ມີ​ຄວາມ​ກະ​ຕື​ລືລົ້ນ ​ໃນ​ການ​ເອື້ອມ​ອອກ​ໄປ​ຊ່ອຍ​ກູ້​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ພຣະເຢ​ຊູ​ຄຣິດ ເປັນ​ພຣະ​ເຈົ້າ​ແຫ່ງ​ການ​ມະຫັດສະຈັນ. ພຣະເຢ​ຊູ​ຄຣິດ​ຮັກ​ພວກ​ເຮົາ​ທຸກ​ຄົນ ແລະ ມີ​ອຳນາດ​ເພື່ອ​ຊ່ອຍ​ເຫລືອ ແລະ ປິ່ນປົວ, ທັງ​ທາງ​ກາຍ ແລະ ທາງ​ວິນ​ຍານ. ເມື່ອ​ພວກ​ເຮົາ​ຊ່ອຍ​ພຣະ​ອົງ​ໃນ​ພາລະກິດ​ຂອງ​ພຣະ​ອົງ ໃນ​ການ​ໄຖ່​ຈິດ​ວິນ​ຍານ, ແລ້ວ​ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ຊ່ອຍ​ກູ້​ຄື​ກັນ. ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. ​ເບິ່ງ, ຍົກ​ຕົວຢ່າງ, Thomas S. Monson, “Our Responsibility to Rescue,” Ensign or Liahona, Oct. 2013, 5.