​2010–2019
ດຳ​ລົງ​ຊີ​ວິດຕາມ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ
ຕຸລາ 2014


ດຳ​ລົງ​ຊີ​ວິດຕາມ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ

ເພື່ອ​ຈະ​ສອດ​ຄ່ອງ​ກັ​ບ​ຈຸດ​ປະ​ສົງ​ອັນ​ສູງ​ສົ່ງ​ຂອງ​ສະ​ຫວັນ, ເຮົາ​ຕ້ອງ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ ແລະ ເລືອກ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ຖ້ອຍ​ຄຳ​ຂອງ​ເພິ່ນ.

ພຣະ​ບິ​ດາ​ໃນສະ​ຫວັນຂອງ​ເຮົາ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ ແລະ ປະ​ສົງ​ໃຫ້​ເຂົາ​ເຈົ້າ​ຮູ້​ຈັກ ແລະ ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ. ເພາະສະ​ນັ້ນ, ພຣະ​ອົງ​ຈຶ່ງ​ເອີ້ນ​ສາດ​ສະ​ດາ, ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ທີ່​ຈະ​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ສຳ​ລັບ​ຄວາມ​ລອດ​ຂອງ​ລູກໆ​ຂອງ​ພຣະ​ອົງ. ພວກ​ເພິ່ນ​ເປັນ​ທູດ​ແຫ່ງ​ຄວາມ​ຊອບ​ທຳ, ​ເປັນສັກ​ຂີ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ທີ່ບໍ່​ມີ​ຂອບ​ເຂດ​ສິ້ນ​ສຸດ. ພວກ​ເພິ່ນ​ດຳ​ລົງ​ຂໍ​ກະແຈ​ແຫ່ງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ໂລກ ແລະ ໄດ້​ຮັບ​ສິດ​ອຳ​ນາດ​ທີ່​ຈະ​ດຳ​ເນີນ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ.

ໃນ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ມີ​ໃຜ​ເລີຍ​ເວັ້ນ​ແຕ່​ຄົນ​ດຽວ​ເທົ່າ​ນັ້ນ​ເທິງ​ໂລກ​ໃນ​ເວລາ​​ໃດເວລາ​ໜຶ່ງ​ທີ່​ໄດ້​ຮັບ​ອຳນາດ​ນີ້ ​ແລະ ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ນີ້.1 ເຮົາ​ສະ​ໜັບ​ສະ​ໜູນ ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ຂອງ​ເຮົາ. ເພິ່ນ​ເປີດ​ເຜີຍ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຊີ້​ນຳ ແລະ ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ທັງ​ໝົດ ຕາມ​ທີ່​ ປະ​ທານ ເຈ ຣູ​ເບັນ ຄະ​ລາກ ຜູ້​ລູກ ໄດ້​ອະ​ທິ​ບາຍ​ວ່າ, “ປະທານ​ຂອງ​ສາດສະໜາ​ຈັກ … ເປັນຄົນ​ດຽວ​ເທົ່າ​ນັ້ນ​ທີ່​ດຳ​ລົງ​ສິດ​ທິ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະໜາ​ຈັກ.”2

ກ່ຽວ​ກັບ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ຜູ້​ຄົນ​ໃນສ​າດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ວ່າ:

ພວກເຮົາ​ຄວນ​ເອົາ​ໃຈ​ໃສ່​ຕໍ່ຖ້ອຍ​ຄຳ​ ແລະ ​ພຣະບັນ​ຍັດ ທັງ​ໝົດ ທີ່​ສາດ​ສະ​ດາ​ຈະມອບໃຫ້​ເຮົາ​ ຕາມ​ທີ່​ເພິ່ນ​ໄດ້​ຮັບ​ມັນ, ໂດຍ​ການ​ເດີນ​ໄປ​ໃນ​ຄວາມ​ບໍ​ລິ​ສຸດ​ທັງ​ໝົດ​ຕໍ່​ທີ່​ປະ​ທັບ​ຂອງພຣະ​ຜູ້​ເປັນ​ເຈົ້າ;

ເຮົາ​ຄວນ​ຈະ​ຮັບ​ເອົາຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ຄື​ກັນກັບ​ວ່າມັນ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ​ເອງ, ດ້ວຍ​ຄວາມ​ອົດ​ທົນ​ທີ່​ສຸດ ແລະ​ ສັດ​ທາ​ທັງ​ໝົດ​.

ເມື່ອ​ເຮົາ​ເຮັດ​ສິ່ງ​ເຫລົ່າ​ນີ້ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ​ເຮົາ​ບໍ່​ໄດ້.3

ເພື່ອ​ຈະ​ສອດ​ຄ່ອງ​ກັ​ບ​ຈຸດ​ປະ​ສົງ​ອັນ​ສູງ​ສົ່ງ​ຂອງ​ສະ​ຫວັນ, ເຮົາ​ຕ້ອງ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ ແລະ ເລືອກ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ຖ້ອຍ​ຄຳ​ຂອງ​ເພິ່ນ.

ເຮົາ​ສະ​ໜັບ​ສະ​ໜູນ​ທີ່​ປຶກ​ສາ​ຂອງປະ​ທານມອນ​ສັນ ​ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງນຳ​ອີກ ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ. “ພວກ​ເພິ່ນ​ມີ​ສິດ​ທິ, ອຳ​ນາດ, ແລະ ສິດ​ອຳ​ນາດ​ທີ່​ຈະ​ປະ​ກາດຄວາມ​ຄິດ ແລະ ພຣະ​ປະ​ສົງ​ຂອງ​ [ພຣະ​ຜູ້​ເປັນ​ເຈົ້າ] … , ທີ່​ຂຶ້ນຢູ່​ກັບ … ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ.”4 ພວກ​ເພິ່ນ​ກ່າວ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ. ພວກ​ເພິ່ນ​ທຳ​ນາຍ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ. ພວກ​ເພິ່ນ​ກະ​ທຳ​ທຸກ​ສິ່ງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃນ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ ​ເຮົາ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ສິ່ງ​ໃດ​ກໍ​ຕາມ​ທີ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະກ່າວ ເມື່ອ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ເປັນ​ພຣະ​ຄຳ​ພີ ... ແລະ ເປັນ​ອຳ​ນາດ​ຂອງ​ພຣະ​ເຈົ້າໄປ​ສູ່​ຄວາມ​ລອດ.5 ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ບໍ່​ວ່າ​ຈະ​ເປັນໂດຍ​ສຽງຂອງພຣະອົງ​ເອງ ຫລື​ ​ໂດຍສຽງຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ, ມັນກໍເໝືອນກັນ.6

ພວກ​ເຮົາ​ກະ​ຕັນ​ຍູ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ທີ່ “ຖືກ​ສ້າງຂຶ້ນ​ເທິງ​ຮາກ​ຖານ​ຊຶ່ງ​ພວກ​ອັກ​ຄະ​ສາ​ວົກ ແລະ ພວກ​ຜູ້​ທຳ​ນາຍ​ໄດ້​ວາງ​ລົງ​ແລ້ວ, ອົງພຣະ​ເຢ​ຊູ​ຄຣິດ​ເຈົ້າເອງ ເປັນ​ຫີນ​ເສົາ​ເອກ.”7 ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ບ້ານ​ແຫ່ງ​ລະ​ບຽບ, ແລະ ເຮົາສາ​ມາດ​ຫລີກ​ລ້ຽງ​ຈາກ​ການ​ຖືກ​ຫລອກ​ລວງ ກ່ຽວ​ກັບ​ບ່ອນ​ທີ່​ເຮົາ​ຄວນ​ຊອກ​ຫາ​ຄຳ​ຕອບຕໍ່​ຄຳ​ຖາມ​ຂອງ​ເຮົາ ຫລື​ ເມື່ອ​ເຮົາບໍ່​ແນ່​ໃຈ​ວ່າ​ຈະ​ຕິດ​ຕາມ​ສຽງ​ໃດ. ເຮົາ​ບໍ່ຈຳ​ເປັນ​ຕ້ອງ “ຖືກ​ພັດ​ໄປພັດ​ມາ, ແລະ ຫັນ​ເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳ​ສັ່ງສອນ​ທຸກ​ຢ່າງ.”8 ພຣະ​ເຈົ້າ​ເປີດ​ເຜີຍ​ພຣະ​ຄຳ​ຂອງ​ພຣະ​ອົງ​ຜ່ານ​ຜູ້​ຮັບ​ໃຊ້​ທີ່​ຖືກ​ແຕ່ງ​ຕັ້ງ​ຂອງ​ພຣະ​ອົງ, “ເພື່ອ​ຈັດ​ຕຽມ​ໄພ່​ພົນທັງ​ຫລາຍ​ຂອງ​ພຣະ​ອົງ​ໃຫ້​ເປັນ​ຜູ້​ຮັບ​ໃຊ້​ທີ່​ເໝາະ​ສົມ ເພື່ອ​ເສີມ​ສ້າງ​ພຣະ​ກາຍ​ຂອງ​ພຣະ​ຄຣິດ​ໃຫ້​ຈະ​ເລີນ​ຂຶ້ນ: ຈົນ​ກວ່າ​ເຮົາ​ທຸກ​ຄົນ​ຈະ​ບັນ​ລຸ​ເຖິງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຄວາມ​ເຊື່ອ ແລະ ໃນ​ຄວາມ​ຮູ້​ເຖິງ​ເລື່ອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.”9 ເມື່ອ​ເຮົາ​ເລືອກ​ທີ່​ຈະ​ດຳ​ລົງ​ຊີ​ວິດຕາມ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ເຮົາ​ກໍ​ຄົງ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພັນ​ທະ​ສັນ​ຍາ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ດີ​ພ້ອມ​ນິ​ລັນ​ດອນ.

ຈາກ​ແມ່​ຄົນ​ໜຶ່ງ​ທີ່ລ້ຽງ​ລູກດ້ວຍ​ຕົວ​ຄົນ​ດຽວ ​ທີ່ດີ້ນ​ລົນ​ເພື່ອຈະ​ຢູ່​ລອດ​ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ອຶດ​ຢາກ, ເຮົາ​ຮຽນ​ຮູ້​​ເຖິງຄວາມ​ໝາຍ​ຂອ​ງ​ການ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໃຫ້​ສາດ​ສະ​ດາ ເອ​ລີ​ຢາ ​ໄປ​ຍັງ​ເມືອງ ຊາ​ເຣ​ຟັດ, ບ່ອນ​ທີ່​ເພິ່ນ​ຈະ​ໄດ້​ພົບ​ຍິງ​ໝ້າຍ​ຄົນ​ໜຶ່ງ ຜູ້​ທີ່​ພຣະ​ເຈົ້າ​ໄດ້​ບັນ​ຊາ​ວ່າ​ໃຫ້​ສະ​ໜັບ​ສະ​ໜູນ​ເພິ່ນ. ຂະ​ນະ​ທີ່ ເອ​ລີຢາ​​ໄປ​ຮອດ​ປະ​ຕູເມືອງ, ເພິ່ນ​ໄດ້​ເຫັນ​ນາງ​ເກັບ​ຟືນ​ຢູ່. ເພິ່ນ​ໄດ້​ເອີ້ນ​ໃສ່ນາງວ່າ, “​ຂ້ອຍ​ຂໍ​ດື່ມ​ນ້ຳ​ແດ່.”10

“ແຕ່​ໃນ​ຂະ​ນະ​ທີ່​ນາງ​ກຳ​ລັງ​ໄປ​ເອົາ​ນ້ຳ​ນັ້ນ ເພິ່ນ​ເອີ້ນ​ໃສ່​ນາງ [​ອີກ] ວ່າ, ​ເອົາ​ເຂົ້າ​ຈີ່​ຈັກ​ປ່ຽງ​ມາ​ນຳ​ແດ່​ເດີ.

“ນາງ​ຕອບ​ວ່າ, ໃນ​ນາມ​ຂອງ​ອົງພຣະຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ທ່ານ​ອົງ​ມີ​ຊີ​ວິດ​ຢູ່, ຂ້າ​ນ້ອຍ​ຂໍ​ສາ​ບານ​ວ່າ ຂ້າ​ນ້ອຍບໍ່​ມີ​ເຂົ້າ​ຈີ່​ເລີຍ. ຂ້າ​ນ້ອຍ​ມີ​ແຕ່​ແປ້ງ​ກຳ​ດຽວ​ໃນ​ຖ້ວຍ ແລະ ນ້ຳ​ມັນ​ໝາກກອກ​ເທດ​ໜ້ອຍ​ໜຶ່ງ​ໃນ​ໄຫ. ຂ້າ​ນ້ອຍ​ມາ​ທີ່ນີ້​ເພື່ອ​ເກັບເອົາ​ຟືນຈັກ​ສອງ ຫລື ສາມດົ້ນ​ເມືອ​ເຮືອນ ເພື່ອ​ຄົວ​ສິ່ງ​ທີ່​ມີ​ເຫລືອ​ຢູ່​ເລັກ​ນ້ອຍ​ສຳ​ລັບ​ຂ້າ​ນ້ອຍ ແລະ ລູກ​ຊາຍ. ອາ​ຫານ​ຄາບນີ້​ຈະ​ເປັນ​ຄາບ​ສຸດ​ທ້າຍ​ຂອງ​ພວກ​ຂ້າ​ນ້ອຍ ແລ້ວ​ຕໍ່​ໄປ​ພວກ​ຂ້າ​ນ້ອຍ​ກໍ​ຈະ​ຫິວ​ຕາຍ.”

ເອ​ລີ​ຢາ​ ຕອບ​ວ່າ, “ຢ່າ​ກັງ​ວົນ​ເລີຍ; ຈົ່ງ​ໄປ​ຈັດ​ແຈ່ງ​ອາ​ຫານ​ຂອງ​ເຈົ້າ​ສາ ແຕ່​ກ່ອນ​ອື່ນ​ໝົດ, ໃຫ້​ເຈົ້າ​ເຮັດ​ເຂົ້າ​ຈີ່​ກ້ອນ​ນ້ອຍໆ ຕາມ​ທີ່​ເຈົ້າ​ມີນັ້ນ​ມາ​ໃຫ້​ຂ້ອຍ​ກິນ​ກ່ອນ, ແລະ ເຫລືອ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ກັບ​ລູກ​ຊາຍ​ຂອງ​ເຈົ້າ​ກິນ.”11

ຂໍ​ໃຫ້​ວາດ​ພາບ​ຈັກ​ບຶດ​ໜຶ່ງ​ເຖິງ​ສິ່ງ​ທີ່​ຍາກ​ລຳ​ບາກ ທີ່​ສາ​ດສະ​ດາ​ໄດ້​ຂໍ​ໃຫ້​ແມ່​ທີ່​ອົດ​ຫິວ​ຢູ່​ເຮັດ. ແນ່ນອນ​ວ່າ ອົງ​ພຣະ​ເຈົ້າ​​ກໍ​ສາ​ມາດ​ຈັດ​ຫາ​ອາ​ຫ​ານ​ໃຫ້​ຜູ້​ຮັ​ບ​ໃຊ້​ທີ່​ຊື່​ສັດ​ຂອງ​ພຣະ​ອົງ. ແຕ່, ໂດຍ​ການ​ປະ​ຕິ​ບັດ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເອ​ລີ​ຢາໄດ້​ປະ​ຕິ​ບັດ​ຕາ​ມ​ທີ່​ຖືກ​ຊີ້​ນຳ, ຊຶ່ງ​ໃຫ້​ຂໍ​ໃຫ້​ທິ​ດາ​ທີ່​ຊົງ​ຮັກ​ຂອງ​ພຣະ​ເຈົ້າ​ເສຍ​ສະ​ລະ​ສິ່ງ​ທີ່​ນາງ​ມີ ເພື່ອ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ.​

ແຕ່ເອ​ລີ​ຢາໄດ້​ສັນ​ຍາ​ພອນ​ສຳ​ລັບ​ການ​ເຊື່ອ​ຟັງ​ນຳ​ອີກວ່າ: “ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ ກ່າວ​ໄວ້​ວ່າ, ຖ້ວຍນີ້​ຈະ​ບໍ່​ຂາດ​ແປ້ງ​ເຂົ້າ ແລະ ໄຫ​ນີ້​ຈະ​ບໍ່​ຂາດ​ນ້ຳ​ມັນ ກ່ອນມື້​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ​ຝົນ​ລົງ​ມາ.”12 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ແມ່​ໝ້າຍ​ຄົນ​ນັ້ນ ມີ​ໂອ​ກາດ​​ເລືອກທີ່​ຈະ​ເຊື່ອ ແລະ ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ.

ໃນ​ໂລກ​ທີ່​ຖືກ​ຂົ່ມ​ຂູ່​ໂດຍຄວາມ​ອຶດ​ຢາກ​ຄວາມ​ຊອບ​ທຳ ແລະ ການ​ອຶດ​ຫິວ​ພຣະ​ວິນ​ຍານ, ເຮົາ​ໄດ້​ຖືກ​ບັນ​ຊາ​ໃຫ້​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ. ເມື່ອ​ເຮົາເຊື່ອ​ຟັງ, ສະ​ໜັບ​ສະ​ໜູນ, ແລະ ຢື​ນ​ຢັນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ເຮົາ​ເປັນ​ພະ​ຍານ​ວ່າ​ເຮົາ​ມີ​ສັດ​ທາ ທີ່​ຈະ​ຖ່ອມ​ຕົນຍິນ​ຍອມ​ຕໍ່​ພຣະ​ປະ​ສົງ, ​ສະ​ຕິປັນ​ຍາ, ​ແລະ ເວ​ລາ​ຂອງພຣະ​ຜູ້​ເປັນ​ເຈົ້າ.

ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແມ່ນ​ແຕ່​ເມື່ອ​ມັນ​ເບິ່ງ​ຄື​ວ່າບໍ່​ມີ​ເຫດ​ຜົນ, ບໍ່​ສະ​ດວກ, ແລະ ຍາກ​ທີ່​ຈະ​ເຮັດ​ຕາມ. ຕາມ​ມາດ​ຕະ​ຖານ​ຂ​ອງ​ໂລກ, ການ​ຕິດ​ຕາມ​ສາດ​ສະ​ດາ​ອາດບໍ່​ເປັນ​ທີ່​ນິ​ຍົມ, ບໍ່​ຖືກ​ຕ້ອງ​ທາງ​ການ​ເມືອງ, ຫລື ບໍ່​ເປັນ​ທີ່​ຍອມ​ຮັບ​ທາງ​ສັງ​ຄົມ. ແຕ່​ການ​ຕິດ​ຕາມ​ສາດ​ສະ​ດາ​ຈະ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ສະ​ເໝີ. ພຣະ​ເຈົ້າ​ກ່​າວ​ວ່າ, “ຟ້າ​ສະ​ຫວັນ​ສູງກວ່າ​ແຜ່ນ​ດິນໂລກ​ສັນ​ໃດ, ​ວິ​ທີທາງ​ທັງ​ຄວາມ​ຄິດ​​ເຮົາ​ກໍ​ສູງ​ກວ່າ​ສັນ​ນັ້ນ.”13 “ຈົ່ງ​ໄວ້​ວາງ​ໃຈ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອ​ງ​ເຈົ້າ; ຢ່າ​ເຊື່ອ​ໝັ້ນ​ຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້​ຈັກ.”14

ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ກຽດ ແລະ ໂປດ​ປານ​ຜູ້​ທີ່​ຈະ​ເອົາ​ໃຈ​ໃສ່​ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ. ສຳ​ລັບ​ແມ່​ໝ້າຍ​ຂອງ​ເມືອງ​ຊາ​ເຣ​ຟັດ, ການ​ເຊື່ອ​ຟັງ​ ເອ​ລີ​ຢາໄດ້​ຊ່ອຍ​ຊີ​ວິດ​ຂອງ​ນາງ​ເອົ​າ​ໄວ້ ແລະ ໃນ​ທີ່​ສຸດ ກໍ​ຊ່ອຍ​ຊີວິດ​ຂອງ​ລູກ​ຊາຍ​ຂອງ​ນາງ. ດັ່ງ​ທີ່​ສາດ​ສະ​ດາ​ໄດ້​ໃຫ້​ສັນ​ຍາ​ໄວ້, “ເຂົາ​ທຸກ​ຄົນ​ກໍ​ມີ​ອາ​ຫານ​ພຽງ​ພໍ​ເປັນ​ເວ​ລາ​ຫລາຍ​ວັນ … ທຸກ​ຢ່າງ​ເປັນ​ໄປ​ຕາມ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ຜ່ານ​ທາງ​ເອ​ລີ​ຢາ.”15

ພຣະ​ຜູ້​ເປັນ​ເຈົ້າ “ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ.”16 ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ກໍ​ເປັນ​ເໝືອນ​ດັ່ງ ອາ​ຫານ​ທິບ ຕໍ່​ຈິດ​ວິນ​ຍານ​ຂອງ​ເຮົາ. ເມື່ອ​ເຮົາ​ຮັບ​ສ່ວນ, ເຮົາ​ຈະ​ໄດ້​ຮັບ​ພອນ, ຖືກ​ປົກ​ປ້ອງ ແລະ ​ຄຸ້ມ​ຄອງເອົາ​ໄວ້​ທັງ​ທາງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ. ເມື່ອ​ເຮົາ​ຊື່ນ​ຊົມ​ຢູ່​ກັບ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ, ເຮົາ​ຈະ​ຮຽນ​ຮູ້​ວິ​ທີ​ທີ່​ຈະມາ​ຫາ​ພຣະ​ຄ​ຣິດ ແລະ ມີ​ຊີ​ວິດ​ຢູ່.

ແອວ​ເດີ ບະ​ຣູ​ສ ອາ ມິກ​ຄອງ​ກີ ໄດ້​ຂຽນ​ວ່າ ຜ່ານ​ສາດ​ສະ​ດາ, “ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ແຫ່ງ​ຄວາມ​ລອດ, … ຄວາມ​ລອດ​ທີ່​ມີ​ຢູ່​ໃນ​ພຣະ​ຄຣິດ; ແລະ ພຣະ​ອົງ​ກຳ​ນົດ … ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ. … ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ ພ​ຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ການ​ຊີ້​ນຳ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ ທີ່​ເຂົາ​ຕ້ອງ​ການ​ໃນ​ເວ​ລາ​ທີ່​ເຂົາ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ. ແລະ ແນ່ນອນ​ວ່າ​ໃນ​ອະ​ນາ​ຄົດ​ຕໍ່​ໄປ ຈະ​ມີ​ເວ​ລາ​ທີ່​ຈະ​ບໍ່​ມີ​ຫຍັງ ເວັ້ນ​ເສຍ​ແຕ່​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ, ​ຈາກ​ສະ​ຫວັນ ແລະ ຖືກ​ກ່າວ​ອອກ​ຈາກ​ປາກ​ຂອງ​ສາດ​ສະ​ດາ, ທີ່​ຈະ​ຊ່ອຍ​ກູ້​ຊີ​ວິດ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ເອົາ​ໄວ້.”17

ສຳ​ລັບ​ຂ້າ​ພະ​ເຈົ້າ, ຖ້ອຍ​ຄຳ​ຂ​ອງສາດ​ສະ​ດາທີ່​ຄູ​ສອນ​ຊັ້ນ​ກຸນ​ລະ​ສະ​ຕີ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ສອນ ໄດ້ໃຫ້​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ພະ​ເຈົ້າ ວ່າ​ຄວາມ​ສຳ​ພັນ​ທາງ​ການ​ແຕ່ງ​ງານ​ໃນ​ພັນ​ທະ​ສັນ​ຍາ​ຄວນ​ເປັນ​ແບບ​ໃດ. ຖ້ອຍຄຳ​ຂອງ​ສາດ​ສະ​ດາ​ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ມີ​ສັດ​ທາ ແລະ ຄວາມ​ຫວັງ​ວ່າ​ຂ້າ​ພະ​ເຈົ້າ​ສາ​ມາດ​ຕຽມ​ພ້ອມ​ເພື່ອ ແລະ ມີ​ຄອບ​ຄົວ​ທີ່​ມີ​ຄວາມ​ສຸກ. ການ​ສຶ​ກ​ສາ​ຄຳ​ສອນ​ຂອງ​ສາດ​ສະ​ດາ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ທັງສາດ​ສະ​ດາ​ໃນ​ສະ​ໄໝ​ໂບຮານ ແລະ ໃນ​ວັນ​ເວ​ລາ​ນີ້, ໄດ້ຄ້ຳ​ຊູ​ຂ້າ​ພະ​ເຈົ້າ​ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ ແລະ ອິດ​ເມື່ອຍ​​ຫລາຍຂອງ​ການມີ​ລູກ, ​ການສັງ​ສອນ, ແລະ ລ້ຽງ​ດູ​ລູກໆ​ທັງ​ເຈັດ​ຄົນ. ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ພຣະ​ຄຳພີ ແລະ ທີ່​ຖືກ​ສອນ​ຈາກ​ແທ່ນ​ປາ​ໄສ​ນີ້ ເປັນ​ຖ້ອຍ​ຄຳ​ທີ່​ໃຫ້​ການ​ປອບ​ໂຍນ, ຄວາມ​ຮັກ, ຄວາມ​ເຂັ້ມ​ແຂງ, ແລະ ຄວາມ​ຊື່ນ​ບານ​ທີ່​ກ່ຽວ​ຂ້ອງ​ກັບ​ເຮົາ​ທຸກ​ຄົນ.

ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຖ້ອຍ​ຄຳ​ຂອງ​ສ​າດ​ສະ​ດາ, ເຮົາ​ສ້າງ​ບ້ານ​ເຮືອນ ແລະ ຊີ​ວິດ​ຂອງ​ເຮົາ​​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ຊົ່ວ​ນິ​ລັນ​ດອນ, “ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ​, ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, … ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພະຍຸ​ຮ້າຍ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ເມື່ອ​ໝາກ​ເຫັບ​ທັງ​ໝົດ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາ​ຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳ​ນາດ​ອັນ​ໃດ​ເໜືອ​ລູກ​ເລີຍ​ທີ່​ຈະ​ແກ່​ລູກ​ລົງ​ໄປ​ຫາ​ … ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ.”18

ເຮົາ​ມີ​ທາງ​ເລືອກ. ເຮົາ​ອາດ​ເລືອກ​ຈະ​ບໍ່​ສົນໃຈ, ບໍ່​ເຫັນ​ຄວາມ​ສຳ​ຄັນ, ບໍ່​ເອົາ​ໃຈ​ໃສ່, ຫລື ກະ​ບົດ​ຕໍ່​ຕ້ານ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ທີ່​ຜູ້​ຮັບ​ໃຊ້​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ຂອງ​ພຣະ​ອົງ​ໄດ້​ກ່າວ. ​ແຕ່ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ວ່າ ຜູ້​ທີ່​ປະ​ຕິ​ບັດ​ດັ່ງ​ນັ້ນ​ຈະ​ຖືກ​ຕັດ​ອອກຈາກ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ.19

ເມື່ອ​ເຮົາ​ອ່ານ ແລະ ສຶກ​ສາ​ຖ້ອຍ​ຄຳ​ທີ່​ສັກ​ສິດ​ຂອງ​ສາດ​ສະ​ດາ​ດ້ວຍ​ການ​ອະ​ທິ​ຖານ ແລະ ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ, ດ້ວຍ​ເຈດ​ຕະ​ນາ​ທີ່​ແທ້​ຈິງ, ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ກ່າວ​ຄວາມ​ຈິງ​ຕໍ່​ຄວາມ​ຄິດ ແລະ ຫົວ​ໃຈ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຮົາ​ຈະ​ເປີດ​ຫູ​ຂອງ​ເຮົາ​ໃຫ້​ໄດ້​ຍິນ, ເປີດ​ໃຈ​ຂອງ​ເຮົາ​ໃຫ້​ເຂົ້າ​ໃຈ, ແລະ ເປີດ​ຈິດ​ໃຈ​ຂອງ​ເຮົາ ເພື່ອ​ວ່າ​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ຈະ​ເປີດ​ເຜີຍອອກຕໍ່​ສາຍ​ຕາ​ຂອງ​ເຮົາ.20

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂຈ​ເຊັບ ສະ​ມິດ ໄດ້​ເປັນ ແລະ ເປັນ​ສາດສະ​ດາ​ທີ່​ພຣະ​ເຈົ້າ​ໄດ້​ເອີ້ນ​ໃຫ້​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ. ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໃນປະ​ທານ​ມອນ​ສັນ ເຮົາ​ຖືກ​ນຳ​ພາ​ໂດຍ​ສາດ​ສະ​ດາ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ​ໃນ​ວັນ​ເວ​ລານີ້. ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ທີ່​ຈະ​ຢືນ​ຢູ່​ຄຽງ​ຂ້າງ​ສາດ​ສະ​ດາ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ ຈົນ​ເຮົາ​​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ສັດ​ທາ, ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ໃນ​ພຣະຄຣິດ, ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ເຖິງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າເຖີດ. ໃນ​ພຣະ​ນາມອັນ​ສັກສິດຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ​​ເບິ່ງ Doctrine and Covenants 132:7; ​ເບິ່ງ Handbook 2: Administering the Church (2010), 2.1.1 ​ນຳ​ອີກ ທີ່​ວ່າ: “ພຣະ​ເຢຊູ​ຄຣິດມີ​ຂໍ​ກະ​ແຈ​ທັງ​ໝົດຂອງ​ຖານະ​ປະ​ໂລຫິດ ທີ່​ກ່ຽວ​ກັບ​ສາດສະໜາ​ຈັກ​ຂອງ​ພຣະອົງ.,. ພຣະອົງ​ໄດ້​ມອບ​ຂໍ​ກະ​ແຈ​ທັງ​ໝົດ​ໃຫ້​ແກ່​ອັກຄະ​ສາວົກ​ທຸກ​ຄົນ​ຂອງ​ພຣະອົງ ທີ່​ກ່ຽວ​ກັບ​ອານາຈັກ​ຂອງ​ພຣະ​ເຈົ້າຢູ່​ເທິງ​ໂລກ. ອັກຄະ​ສາວົກ​ຜູ້​ອາ​ວຸ​ໂສ​ໃນ​ປະຈຸ​ບັນ, ປະທານ​ຂອງ​ສາດສະໜາ​ຈັກ, ​ເປັນ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນຢູ່​ເທິງ​ໂລກ​ນີ້ ທີ່​ມີ​ສິດ​ອຳນາດ​ທີ່​ຈະໃຊ້​ຂໍ​ກະ​ແຈ​ທັງ​ໝົດ​ຂອງ​ຖານະ​ປະ​ໂລຫິດ.”

  2. J. Reuben Clark Jr., “When Are the Writings and Sermons of Church Leaders Entitled to the Claim of Scripture?” (address to seminary and institute personnel, Brigham Young University, July 7, 1954).

  3. ​ເບິ່ງ Doctrine and Covenants 21:4–6; ​ເນັ້ນຄຳ​ເນີ້ງ.

  4. J. Reuben Clark Jr., “When Are the Writings and Sermons of Church Leaders Entitled to the Claim of Scripture?”

  5. ເບິ່ງ Doctrine and Covenants 68:4.

  6. ເບິ່ງ Doctrine and Covenants 1:38.

  7. ​ເອ​ເຟ​ໂຊ 2:20.

  8. ​ເອ​ເຟ​ໂຊ 4:14.

  9. ​ເອ​ເຟ​ໂຊ 4:12–13.

  10. 1 ກະສັດ 17:10.

  11. 1 ກະສັດ 17:11–13; ​ເນັ້ນຄຳ​ເນີ້ງ.

  12. 1 ກະສັດ 17:14.

  13. ​ເອຊາ​ຢາ 55:9.

  14. ສຸພະ​ສິດ 3:5.

  15. 1 ກະສັດ 17:15–16.

  16. Roger Hoffman, “Consider the Lilies.”

  17. Bruce R. McConkie, A New Witness for the Articles of Faith (Deseret Book Company, 1985), 478; ​ເຄື່ອງໝາຍ​ວັກ​ຕອນ​ຖືກ​ດັດ​ແປງ; ​ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ.

  18. ຮີ​ລາມັນ 5:12.

  19. ​ເບິ່ງ 3 ນີ​ໄຟ 20:23.

  20. ​ເບິ່ງ ​ໂມ​ໄຊ​ຢາ 2:9.