​2010–2019
ຊີວິດ​ນິລັນດອນ—ທີ່​ຈະ​ຮູ້ຈັກ​ພຣະບິດາ​​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ
ຕຸລາ 2014


ຊີວິດ​ນິລັນດອນ—ທີ່​ຈະ​ຮູ້ຈັກ​ພຣະບິດາ​​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ

ພຣະ​ເຈົ້າ ​ແລະ ພຣະຄຣິດ​ເປັນ​ພຣະບິດາ ​ແລະ ພຣະບຸດ​ໂດຍ​ແທ້—ບໍ່​ແມ່ນ​ອົງ​ດຽວ, ​ແຕກ​ຕ່າງ, ​​ແລະ ​ເປັນ​ຕົວ​ໃຜ​ຕົວ​ລາວ ຜູ້​ເປັນນ້ຳໜຶ່ງ​ໃຈ​ດຽວ​ກັນ​ໃນ​ຈຸດປະສົງ​ຂອງ​ພວກ​ພຣະອົງ.

​ເມື່ອ​ຫລາຍ​ປີ​ກ່ອນ ຂ້າພະ​ເຈົ້າ​ໄດ້ຖື​ໂອກາດ​ສຶກສາ​ປະຈັກ​ພະຍານ​ສຸດ​ທ້າຍ​ຂອງ​ສາດສະດາ ​ໃນ​​ແຕ່​ລະສະ​ໄໝ. ​ແຕ່ລະ​ທ່ານ​ໄດ້​ເປັນ​ພະຍານ​ອັນ​ແຮງ​ກ້າ​ເຖິງ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​ແລະ ​ເຖິງ​ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ.

ເມື່ອ​ຂ້າພະ​ເຈົ້າອ່ານ​ປະຈັກ​ພະຍານ​ເຫລົ່າ​ນີ້—​ແລະ ຫລາຍໆ​ປະຈັກ​ພະຍານທີ່​ເໝືອນ​ກັນ​ນີ້ ​ຕະຫລອດ​ຫລາຍ​ປີ—ມັນ​ໄດ້​ປະ​ທັບ​ໃຈ​ຂ້າພະ​ເຈົ້າສ​ະ​ເໝີ ທີ່​ຮູ້​ວ່າ ພຣະບິດາ​​ເທິງ​ສະຫວັນ​ຮັກ​ພຣະບຸດ​ຄົນ​ທຳ​ອິດ​ຂອງ​ພຣະອົງ​ຫລາຍ​ພຽງ​ໃດ ​ແລະ ວິທີ​ທີ່​ພຣະ​ເຢຊູ​ສະ​ແດງ​ຄວາມຮັກຂອງ​ພຣະອົງ ​ໂດຍ​ການ​ເຊື່ອ​ຟັງ​ຕໍ່​ພຣະປະສົງ​ຂອງ​ພຣະບິດາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ເຮົາ​ເຮັດ​ສິ່ງ​ທີ່​ຈຳ​ເປັນ ​ເພື່ອ​ຈະ​ໄດ້​ຮູ້ຈັກ​ພວກ​ພຣະອົງ ຮູ້​​ເຖິງ​ຄວາມ​ຮັກ​ຂອງ​ພວກ​ພຣະອົງ​ທີ່​ມີ​ຕໍ່​ກັນ​ແລະ​ກັນ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ “ຂອງ​ປະທານ​ອັນຍິ່ງ​ໃຫຍ່ທີ່​ສຸດ​ໃນ​ຂອງ​ປະທານ​ທັງ​ໝົດຂອງ​ພຣະ​ເຈົ້າ—​ແມ່ນ​ແຕ່​ຊີວິດ​ນິລັນດອນ.1 ເພາະ “ນີ້​ແມ່ນ​ຊີວິດ​ນິລັນດອນ ຄື​ໃຫ້​ພວກ​ເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະ​ເຈົ້າ, ​ແລະ ຮູ້ຈັກ​ພຣະ​ເຢຊູ​ຄຣິດ ຜູ້​ທີ່​ພຣະອົງ​ໃຊ້​ມາ.”2

ຂອງ​ປະທານ​ນີ້​​ຈະ​ເປັນ​ຂອງ​ເຮົາໄດ້​ແນວ​ໃດ? ມັນ​ມາ​ເຖິງ​ຜ່ານ​ທາງ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ຊຶ່ງ​ໄດ້​ກ່າວ​ຜ່ານ​ມາ ​ແລະ ​ໄດ້​ຖືກ​ສິດສອນ​​ໃນ​ເຊົ້າມື້​ນີ້.

ທ່ານ​ຈື່​ເທື່ອ​ທຳ​ອິດ​ໄດ້​ບໍ ຕອນ​ທ່ານ​ຮູ້​ວ່າ​ມີ​ພຣະ​ເຈົ້າ ​ແລະ ສາມາດ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ? ຄາວ​ຍັງ​ນ້ອຍ, ຂ້າພະ​ເຈົ້າມັກ​ຈະ​ຫລຽວ​ຂຶ້ນ​ເບິ່ງ​ທ້ອງຟ້າ ​ແລະ ​ໄຕ່ຕອງ ​ແລະ ຮູ້ສຶກ​ເຖິງ​ການ​ປະ​ທັບ​ຢູ່​ຂອງ​ພຣະອົງ.​ ຂ້າພະ​ເຈົ້າມັກ​ຈະ​ຊອກ​ຫາ​ຄວາມ​ສວຍ​ງາມ​ຂອງ​ການ​ສ້າງ​ຂອງ​ພຣະ​ເຈົ້າ—ຈາກ​ແມງ​ໄມ້​ຊະນິດ​​ນ້ອຍໆ ​ເຖິງຕົ້ນ​ໄມ້​ທີ່​ສູງ​ໃຫຍ່. ​ເມື່ອ​ຂ້າພະ​ເຈົ້າຮັບ​ຮູ້​ຄວາມ​ສວຍງາມ​ຂອງ​ໂລກ​ນີ້, ຂ້າພະ​ເຈົ້າຮູ້​ວ່າ ພຣະບິດາ​ເທິງ​ສະຫວັນ​ຮັກ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າ​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພຣະອົງ​ແທ້ໆ, ວ່າ​ເຮົາ​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະ​ເຈົ້າ.

ທ່ານ​ອາດ​ຖາມ​ວ່າ ຂ້າພະ​ເຈົ້າຮູ້​ໄດ້​ແນວ​ໃດ? ພຣະຄຳ​ພີ​ສອນ​ວ່າ, ແກ່ບາງ​ຄົນ​ມັນຖືກ​ມອບ​ໃຫ້​ໂດຍ​ພຣະ​ວິນ​ຍານ​ບໍລິສຸດ ​ເພື່ອ​ຈະ​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ​ແລະວ່າ​ … ແກ່ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ເພື່ອ​ຈະ​ເຊື່ອ​ຖ້ອຍ​ຄຳ​ຂອງ​ເຂົາ, ​ເພື່ອວ່າ​ເຂົາ​ຈະ​ໄດ້​ຮັບ​ຊີວິດ​ນິລັນດອນ​ຄື​ກັນ ຖ້າ​ຫາກ​ເຂົາ​ຊື່ສັດ​ຕໍ່​ໄປ.”3 ຈາກ​ທັດ​ສະນະ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ສິ່ງ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ ບາງ​ຄົນ​ຈະ​ເພິ່ງ​ພາ​ອາ​ໄສ​ປະຈັກ​ພະຍານ​ຂອງ​ຄົນ​ອື່ນ​ຕະຫລອດ​ໄປ.

ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ​​ໄດ້ເຕີບ​ໂຕ​ຂຶ້ນ ​​ເມື່ອ​ຂ້າພະ​ເຈົ້າ​ໄດ້ຮຽນ​ຮູ້​ກ່ຽວ​ກັບ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ ຈາກ​ຄຳ​ສອນ ​ແລະ ປະຈັກ​ພະຍານ​ຂອງ​ພໍ່​ແມ່, ຄູ​ສອນ, ​ພຣະຄຳ​ພີ—ຊຶ່ງ​ຂ້າພະ​ເຈົ້າອ່ານ​ຢ່າງ​ພາກ​ພຽນ—ແລະ ​ໂດຍ​ສະ​ເພາະ​ຈາກ​ພຣະວິນ​ຍານ​ບໍລິສຸດ. ​ເມື່ອ​ຂ້າພະ​ເຈົ້າ​ໃຊ້​ສັດທາ ​ແລະ ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ໄດ້​ເປັນ​ພະຍານ​ວ່າ ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້ ​ເປັນຄວາມ​ຈິງ. ນີ້ຄື​ວິທີ​ທີ່​ຂ້າພະ​ເຈົ້າ​ຮູ້ຈັກ​ດ້ວຍ​ຕົນ​ເອງ.

ໃນ​ຂັ້ນຕອນ​ນີ້, ການສະ​ແຫວງຫາ​​ການ​ເປີດ​ເຜີຍ​ສ່ວນ​ຕົວເປັນ​ສິ່ງ​ສຳຄັນ. ນີ​ໄຟ​ໄດ້​ເຊື້ອ​ເຊີນ​ເຮົາ​ແຕ່ລະຄົນ​ໃຫ້ “ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ; ເພາະ​ຈົ່ງ​ເບິ່ງ, ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.”4

ກ່ອນ​ເຖິງ​ຄົບຮອບ​ວັນ​ເກີດ​ແປດ​ປີ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​​​ໄດ້​ຊອກທີ່​ຈະຮູ້ກ່ຽວ​ກັບ​ການ​ບັບຕິ​ສະມາຕື່ມ​ອີກ. ຂ້າພະ​ເຈົ້າ​ໄດ້​ອ່ານ​ພຣະຄຳ​ພີ ​ແລະ ​ໄດ້​ອະທິຖານ. ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຂ້າພະ​ເຈົ້າຈະ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ​ເມື່ອ​ຂ້າພະ​ເຈົ້າຮັບ​ການ​ຢືນຢັນ. ຂ້າພະ​ເຈົ້າ​ໄດ້​ເລີ່ມຕົ້ນ​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ ​ແລະ ພຣະຄຣິດ​ເປັນ​ພຣະບິດາ ​ແລະ ​ເປັນ​ພຣະບຸດ​ແທ້ໆ—ບໍ່​ແມ່ນ​ອົງ​ດຽວກັນ, ​ແຕກ​ຕ່າງ, ​​ແລະ ​ເປັນ​ຕົວ​ໃຜ​ຕົວ​ລາວ ຊຶ່ງ​ເປັນນ້ຳໜຶ່ງ​ໃຈ​ດຽວ​ກັນ​ໃນ​ຈຸດປະສົງ​ຂອງ​ພວກ​ພຣະອົງ. “ຝ່າຍ​ເຮົາ​ທັງຫລາຍ​ໄດ້​ຮັກ [ພວກ​ພຣະອົງ], ​ເພາະ [ພວກ​ພຣະອົງ] ​ໄດ້​ຮັກພວກ​ເຮົາ​ກ່ອນ.”5 ແລະ ​ເທື່ອ​ແລ້ວ​ເທື່ອ​ເລົ່າ, ຂ້າພະ​ເຈົ້າ​ໄດ້​ເຫັນ​​ເຖິງ​ຄວາມ​ຮັກ​ທີ່​ພວກ​ພຣະອົງ​ມີ​ຕໍ່​ກັນ​ແລະ​ກັນ ​ແລະ ທຳ​ງານ​ດ້ວຍ​ກັນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ເຮົາ. ​ໃຫ້​ມາ​ຟັງ​ພຣະຄຳ​ພີ​ບາງ​ຂໍ້ ທີ່​ສອນ​ເຮົາ​ກ່ຽວ​ກັບ​ຄວາມ​ຈິງ​ນີ້:

ໃນ​ການ​ສອນ​ກ່ຽວ​ກັບ​ຊີວິດ​ກ່ອນ​ເກີດ, ພຣະບິດາ​ເທິງສະຫວັນ​ໄດ້​ອ້າງ​ເຖິງ​ພຣະ​ເຢຊູ​ຄຣິດວ່າ ​ເປັນບຸດ​ທີ່​ຮັກ​ຂອງ​ພຣະອົງ, ​ຊຶ່ງ​ເປັນ​ທີ່​ຮັກ ​ແລະ ທີ່​ເລືອກ​ໄວ້​ແລ້ວ​ຂອງ​ພຣະອົງນັບຕັ້ງ​ແຕ່​ຕົ້ນ.”6 ເມື່ອ​ພຣະອົງ​ໄດ້​ສ້າງ​ໂລກ, ພຣະອົງ​ໄດ້​​ສ້າງ​ມັນ ​ໂດຍ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດ [ຂອງ​ພຣະອົງ].7

ນາງ​ແມຣີ ມານ​ດາ​ຂອງ​ພຣະ​ເຢຊູ ​ໄດ້​ຖືກ​ບອກ​ວ່າ ນາງ​ຈະ​​ໃຫ້​ກຳ​ເນີ​ດ​ແກ່ “ພຣະບຸດ​ຂອງ​ພຣະ​ເຈົ້າອົງ​ສູງ​ສຸດ.”8 ແລະ ​ເມື່ອ​ພຣະ​ເຢຊູ​ໃຫຍ່​​​ເປັນ​ໄວ​ລຸ້ນ, ພຣະອົງ​ໄດ້​ບອກ​ມານ​ດາ​ຂອງ​ພຣະອົງ​ວ່າ ພຣະອົງ “ຕ້ອງ​ຢູ່​ໃນ​ທີ່​ສະຖິດ​ແຫ່ງ​ພຣະບິດາ [ຂອງ​ພຣະອົງ].”9 ຫລາຍ​ປີ​ຕໍ່​ມາ, ​ເມື່ອ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຮັບ​ບັບຕິ​ສະມາ, ພຣະບິດາ​ເທິງ​ສະຫວັນ​ໄດ້​ກ່າວລົງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ​ເອງ, ​ເຮົາ​ພໍ​ໃຈ​ນຳ​ເພິ່ນ​ຫລາຍ.”10

​​ໃນ​ການ​ສອນ​ສາ​ນຸສິດ​ຂອງ​ພຣະອົງ​ເລື່ອງ​ການ​ອະທິຖານ, ພຣະ​ເຢຊູ​ໄດ້​ກ່າວດັ່ງ​ຕໍ່​ໄປ​ນີ້:

“ຂ້າ​ແດ່​ພຣະບິດາ​ເຈົ້າຂອງ​ພວກ​ຂ້ານ້ອຍ​ທັງຫລາຍ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາ​ລົບ​ບູຊາ.

“ຂໍ​ໃຫ້ອານາຈັກ​ຂອງ​ພຣະອົງ​ມາຕັ້ງຢູ່. ຂໍ​ໃຫ້​ເປັນ​ໄປ​ຕາມ​ນ້ຳພຣະ​ໄທ​ຂອງ​ພຣະອົງ. ​ໃນ​ສະຫວັນ​ເປັນ​ຢ່າງ​ໃດ ກໍ​ໃຫ້​ເປັນ​​ໄປ​ຢ່າງ​ນັ້ນທີ່​ແຜ່ນດິນ​ໂລກ.”11

ພຣະອົງ​ໄດ້​ສອນ ນິ​ໂກ​ເດ​ມ ວ່າ, “ພຣະ​ເຈົ້າຮັກ​ໂລກ​ຫລາຍ, ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ.”12 ແລະ ພຣະອົງ​ໄດ້​ອະທິບາຍ​​ເຖິງ​ການ​ມະຫັດສະຈັນ​ຂອງ​ພຣະອົງ​ວ່າ, “ພຣະບຸດ​ຈະ​ເຮັດ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້ ນອກຈາກ​ໄດ້​ເຫັນ​ພຣະບິດາ​​ເຮັດ: ສິ່ງ​ທີ່​ພຣະບິດາ​ເຮັດ ພຣະບຸດ​ກໍ​ເຮັດ​ເໝືອນ​ກັນ.”13

ເມື່ອ​​ໃກ້​ເຖິງ​​ເວລາ​ແຫ່ງ​ການ​ຊົດ​ໃຊ້, ພຣະ​ເຢຊູ​ຄຣິດ​ໄດ້​ອະທິຖານ​ວ່າ: “ພຣະບິດາ​ເຈົ້າ​ເອີຍ, ​ເຖິງ​ເວລາ​ແລ້ວ. … ຂ້ານ້ອຍ​ໄດ້​ສະ​ແດງ​ໃຫ້​ໂລກ​ເຫັນ​ສະຫງ່າ​ລາສີ​ຂອງ​ພຣະອົງ​: ຂ້ານ້ອຍ​ໄດ້​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບ​ໝາຍ​ໃຫ້​ຂ້ານ້ອຍ​ເຮັດ​ນັ້ນສຳ​ເລັດ​ແລ້ວ.”14 ແລ້ວເມື່ອ​​ໄດ້​ທົນ​ທຸກທໍລະມານ​ຫລາຍ​ກັບ​ການ​ຮັບ​ເອົາ​ບາບຂອງ​ເຮົາ,​ ພຣະອົງ​ໄດ້​ອ້ອນວອນ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ເປັນ​ໄປ​ໄດ້, ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກທໍລະມານ​ນີ້ ​​ເລື່ອນພົ້ນ​ໄປ​ຈາກ​ລູກ​ທ້ອນ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາດ​ຖະໜາ​ຂອງ​ລູກ ​ແຕ່​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.”15 ​ໃນ​ບັ້ນທ້າຍ​ຊີວິດ​ຂອງ​ພຣະອົງ​ຢູ່​ເທິງ​ໄມ້​ກາງ​ແຂນ, ພຣະອົງ​ໄດ້​ອະທິຖານ​ວ່າ, “ພຣະບິດາ​ເຈົ້າ​ເອີຍ, ​ໂຜດ​ຍົກ​ໂທດ​ໃຫ້​ພວກ​ເຂົາ​ດ້ວຍ​ເຖີດ ​ເພາະພວກ​ເຂົາ​ບໍ່​ຮູ້​ຈັກ​ວ່າ ພວກ​ເຂົາ​ກຳລັງ​ເຮັດ​ຫຍັງ” ​ແລ້ວ​ໄດ້​ຮ້ອງ​ຂຶ້ນວ່າ, “ພຣະບິດາ​ເຈົ້າ​ເອີຍ, ລູກ​ຂໍ​ມອບ​ຈິດ​ວິນ​ຍານ​ຂອງ​ລູກ​ໄວ້​ໃນ​ກຳມື​​ຂອງ​ພຣະອົງ.”16

ແລ້ວ​ພຣະອົງ​ໄດ້​ໄປ​ຢ້ຽມຢາມວິນ​ຍານ​ຂອງ​ຜູ້​ທີ່​ໄດ້​ຕາຍ​ໄປ​ແລ້ວ, ​​ໃນ​ໂລກ​ວິນ​ຍານ ເພື່ອ​“ມອບ​ອຳນາດ​ໃຫ້​ພວກ​ເຂົາ​ອອກ​ມາ, ຫລັງ​ຈາກ​ການ​ຟື້ນຄືນ​ຊີວິດ​ຈາກ​ຄວາມ​ຕາຍຂອງ​ພຣະອົງ, ​ເພື່ອ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງພຣະບິດາຂອງ​ພຣະອົງ.”17 ຫລັງ​ຈາກ​ພຣະອົງ​ໄດ້​ຟື້ນ​ຄືນ​ຊີວິດ, ພຣະອົງ​ໄດ້​ມາ​ປະກົດ​ຕໍ່​ນາງ​ແມຣີ ​ໄທ​ມັກ​ດາລາ, ກ່າວ​ວ່າ, “ເຮົາ​ຈະ​ຂຶ້ນ​ເມືອ​ຫາ​ພຣະອົງ​ຜູ້​ເປັນ​ພຣະບິດາ​ຂອງ​ເຮົາ, ​ແລະ ​ພຣະບິດາ​ຂອງ​ພວກ​ເຈົ້າ.”18

ເມື່ອ​ພຣະອົງ​ມາ​ຫາ​ຜູ້​ຄົນ​ຢູ່​ທະວີບອາ​ເມຣິກາ, ພຣະບິດາ​ຂອງ​ພຣະອົງ​ໄດ້​ແນະນຳ​ຕົວ​ພຣະອົງ​ວ່າ, “ເຈົ້າຈົ່ງ​ຟັງ​ບຸດ​ທີ່​ຮັກ​ຂອງ​ເຮົາ​ເຖີດ, ຜູ້​ເຮົາ​ພໍ​ໃຈ​ຫລາຍ, ຜູ້​ທີ່​ສັນລະ​ເສີນ​ພຣະ​ນາມ​ຂອງ​ເຮົາ.”19 ​ເມື່ອ​ພຣະ​ເຢຊູ​ໄດ້​ຢູ່​ນຳ​ຝູງ​ຊົນ ​ໃນ​ພຣະວິຫານ​, ພຣະອົງ​ໄດ້​ແນະນຳ​ຕົນ​ເອງ​ວ່າ: “ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ. … ເຮົາ​ໄດ້ … ຖະຫວາຍ​ບາ​ລະ​ມີ​ພຣະ​ບິດາ​ໂດຍ​ຮັບ​ເອົາ​ບາບ​ຂອງ​ໂລກ​ມາ​ໄວ້​ກັບ​ເຮົາ.”20 ເມື່ອ​ພຣະອົງ​ສອນ​ຄຳ​ສອນ​ຂອງ​ພຣະອົງ, ພຣະອົງ​ໄດ້​ອະທິບາຍ​ວ່າ:

“ມັນ​ເປັນ​ຄຳ​ສອນ ຊຶ່ງພຣະ​ບິດາ​ໄດ້​ປະທານ​ໃຫ້​ແກ່​ເຮົາ, ແລະ ເຮົາ​ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ພຣະ​ບິດາ​ເປັນ​ພະຍານ​ເຖິງ​ເຮົາ.”21

“ຕາມຈິງ​ແລ້ວ … ພຣະ​ບິດາ​ກັບ​ເຮົາ​ເປັນໜຶ່ງ.”22

ເຮົາ​ເຫັນ​ແບບ​ແຜນ​ໃນ​ຂໍ້​ພຣະຄຳ​ພີ​ເຫລົ່າ​ນີ້​ບໍ ທີ່​ເປັນ​ພະຍານ​ເຖິງ​ພຣະບິດາ ​ແລະ ພຣະບຸດ​ວ່າ ທັງ​ສອງ​ບໍ່​ໄດ້​ເປັນ​ອົງ​ດຽວ​ກັນ? ​ແລ້ວພວກ​ພຣະອົງ​ຈະ​ເປັນ​ ອັນ​ໜຶ່ງ​ອັນ​ດຽວກັນ ໄດ້​ແນວ​ໃດ? ບໍ່​ແມ່ນ​ເພາະ​ທັງ​ສອງ​ພຣະອົງ​ເປັນ​ອົງ​ດຽວ​ກັນ ​ແຕ່​ເພາະ​ທັງ​ສອງ​ພຣະອົງ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຈຸດປະສົງ, ​ເພາະ​ການ​ອຸທິດ​ຕົນ​ທີ່​​ເທົ່າ​ທຽມ​ກັນ ​ເພື່ອກໍ່​ໃຫ້​ເກີດຄວາມ​ເປັນ​ອະມະຕະ ​ແລະ ຊີວິດ​ນິລັນດອນ​ຂອງ​ມະນຸດ.”23

ພຣະ​ເຢຊູ​ເປັນ​ພຣະ​ເຈົ້າ, ​ແຕ່​ພຣະອົງ​ໄດ້​​ສະ​ແດງ​ໃຫ້​ເຮົາ​ເຫັນ​ຢ່າງແຈ່ມ​ແຈ້ງວ່າ ພຣະອົງ​ເປັນ​ອົງ​ໜຶ່ງ​ອີກ, ​ໂດຍ​ການ​ອະທິຖານ​ຫາ​ພຣະບິດາ​ຂອງ​ພຣະອົງ ​ແລະ ​ໂດຍ​ການ​ບອກ​ວ່າ ພຣະອົງ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະບິດາ​ຂອງ​ພຣະອົງ. ​ໃນ​ໄລຍະ​ທີ່ປະຕິ​ບັດ​ສາດສະໜາ​ກິດ​ຂອງ​ພຣະອົງ​​ໃນ​ບັນດາ​ຊາວ​ນີ​ໄຟ, ພຣະອົງ​ໄດ້​ອ້ອນວອນ​ວ່າ, “ພຣະ​ບິດາ​ເອີຍ, ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ໂລກ, ແຕ່​ເພື່ອ​ຄົນ​ເຫລົ່າ​ນັ້ນທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ຂ້ານ້ອຍ​ຈາກ​ໂລກ, … ເພື່ອ​ຂ້ານ້ອຍ​ຈະ​ໄດ້​ຢູ່​ໃນ​ພວກ​ເຂົາ​ຄື​ກັນ​ກັບ​ພຣະ​ບິດາ​ຢູ່​ໃນ​ຂ້ານ້ອຍ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ເປັນ​ໜຶ່ງ, ເພື່ອ​ຂ້ານ້ອຍ​ຈະ​ໄດ້​ຮັບ​ບາ​ລະ​ມີໃນ​ພວກ​ເຂົາ.”24

ໂດຍ​ການ​ຈື່​ຈຳ​ສິ່ງ​ນີ້, ​ເຮົາ​ຄົງ​ບໍ່​ປະຫລາດ​ໃຈ​ແນວ​ໃດ ​ເມື່ອ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ໄດ້​ເລີ່​ມຕົ້ນ ດ້ວຍ​ການ​ມາ​ປະກົດ​ຂອງ​ພຣະ​ເຈົ້າ, ບໍ່​ແມ່ນ​ແຕ່​ພຣະອົງ​ດຽວ ​ແຕ່ສອງ​ພຣະອົງ. ​ເມື່ອ​ກ່າວ​ເຖິງ​ພາບ​ທີ່​ມາ​​ໃຫ້​ເຫັນ​ຄັ້ງທຳ​ອິດຂອງ​ເພິ່ນ, ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ເປັນ​ພະຍານ​ວ່າ, “ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າພະ​ເຈົ້າ​ ​ໂດຍ​ເອີ້ນ​ຊື່​ຂອງ​ຂ້າພະ​ເຈົ້າ ​ແລະ ຊີ້​ພຣະຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ​ແລະ ກ່າວ​ວ່າ—ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!25

ສາດສະດາ​ໜຸ່ມ, ຜູ້​ໄດ້​ເຂົ້າ​ໄປ​ໃນ​ປ່າ ​ເພື່ອຈະ​ໄດ້​ຮູ້​ວ່າ ​ເພິ່ນ​ຄວນ​ເຂົ້າຮ່ວມ​ສາດສະໜາ​ຈັກ​ແຫ່ງ​ໃດ, ​ໄດ້​ເຂົ້າ​ໄປ​ດ້ວຍ​ສັດທາ​ທີ່​ບໍ່​ຫວັ່ນ​ໄຫວ, ​ແລະ ​ໄດ້​ອອກ​ມາ​ດ້ວຍ​ຄວາມ​ຮູ້ ​ແລະ ​ພະຍານ ​ເຖິງ​ພຣະ​ເຈົ້າທີ່​ແທ້​ຈິງ ​ແລະ ພຣະ​ເຢຊູ​ຄຣິດ ຜູ້​ທີ່​ພຣະອົງ​ໄດ້​ໃຊ້​ມາ. ​​ໂຈ​ເຊັບ, ​ເຊັ່ນ​ດຽວ​ກັບ​ສາດສະດາ​ຄົນ​ອື່ນໆ​ກ່ອນ​ເພິ່ນ, ​ໄດ້​ເປັນ​ເຄື່ອງມື​ໃນ​ການ​ນຳ​ຄວາມ​ຮູ້​ທີ່​ນຳໄປ​ສູ່​ຊີວິດ​ນິລັນດອນ​ມາ​ໃຫ້​ໂລກ.

ທ່ານ​ກໍ​ເໝືອນ​ກັນ ສາມາດ​ສະ​ແຫວງຫາ​ພຣະບິດາ​ເທິງ​ສະຫວັນ ​ແລະ “ພຣະ​ເຢຊູອົງ​ນີ້ ຜູ້​ຊຶ່ງ​ສາດສະດາ ແລະ ອັກຄະ​ສາວົກ [​ໄດ້​​ເປັນ​ພະຍານ​ເຖິງ]”26 ໃນ​ພຣະຄຳ​ພີ ​ແລະ ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ນີ້. ​ເມື່ອ​ທ່ານ​ສະ​ແຫວງ​ຫາພະຍານ​ສ່ວນ​ຕົວ—ການ​ເປີດ​ເຜີຍ​ສ່ວນ​ຕົວ​ຂອງ​ທ່ານ—ທ່ານ​ຈະ​ພົບ​ເຫັນ​ວ່າ ພຣະບິດາ​ເທິງ​ສະຫວັນ​ໄດ້​ຈັດ​ວິທີທາງ​ພິ​ເສດ​ໄວ້​ສຳລັບ​ທ່ານ ​ເພື່ອທ່ານ​ຈະ​ຮູ້ຈັກ​ຄວາມ​ຈິງ​ເພື່ອ​ຕົວ​ທ່ານ​ເອງ: ຜ່ານ​ຝ່າຍ​ພຣະ​ເຈົ້າອົງ​ທີ​ສາມ, ອົງ​ເປັນ​ພຣະວິນ​ຍານ, ທີ່​ເຮົາ​​ເອີ້ນ​ວ່າ ພຣະວິນ​ຍານ​ບໍລິສຸດ.

“ແລະ ​ເມື່ອ​ທ່ານ​ໄດ້​ຮັບ​ສິ່ງ​ເຫລົ່າ​ນີ້​ແລ້ວ”—ລວມທັງ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ແບ່ງປັນ​ໃນ​ມື້​ນີ້—“ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ, ພຣະ​ບິດາ​ຜູ້​ສະຖິດ​ນິລັນດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຖ້າ​ຫາກ​ເລື່ອງ​ເຫລົ່າ​ນີ້​ບໍ່ຈິງ; ແລະ ຖ້າ​ຫາກ​ທ່ານ​ທູນ​ຖາມ​ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດທາ​ໃນ​ພຣະ​ຄຣິດ, ພຣະ​ອົງ​ຈະ​ສະ​ແດງ​ຄວາມ​ຈິງ​ຂອງ​ເລື່ອງ​ນີ້​ໃຫ້​ປະກົດ​ແກ່​ທ່ານ, ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ.

“ແລະ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ ທ່ານ​ຈະ​ຮູ້ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ.”27

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະບິດາ​ເທິງ​ສະຫວັນ​ປະສົງ​ໃຫ້​​ເຮົາ​ສະ​ແຫວງຫາ​ຄວາມ​ຮູ້​ນີ້ ​ໃນ​ເວລາ​ນີ້. ຖ້ອຍ​ຄຳ​ຂອງ​ສາດສະດາຮີ​ລາມັນ​ໄດ້​ກ່າວ​ຂຶ້ນມາ​ຈາກ​ພື້ນ​ດິນ​ວ່າ​: “ຈົ່ງ​ຈື່​ໄວ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ເທິງ​ດານ​ຫີນ​ຂອງ​ພຣະຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ … , ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້.”28ແນ່ນອນ, ​ເຮົາ​ຈະ​ບໍ່​ລົ້ມ​ເຫລວ.

ຮາກ​ຖານ​ອັນ​ໝັ້ນຄົງນັ້ນ ​ແມ່ນ​ພຣະ​ເຢຊູ​ຄຣິດ. ພຣະອົງ​ເປັນສີ​ລາ​ຂອງສະຫວັນ.”29 ​ເມື່ອ​ເຮົາ​ສ້າງ​ບ້ານ​ເຮືອນ​ຂອງ​ເຮົາ​​ໄວ້ເທິງ​ພຣະອົງ, ​ເມື່ອຝົນ​ຂອງ​ຍຸກ​ສຸດ​ທ້າຍ​ຖັ່ງ​ເທ​ລົງ​ມາ, ນ້ຳກໍ​ນອງ, ​ແລະ ລົມ​ກໍ​ພັດ, ​ແຕ່​ເຮົາ​ຈະ​ບໍ່​​ເພພັງ, ​ເຮົາ​ຈະ​ບໍ່​ລົ້ມ​ເຫລວ, ​ເພາະ​ບ້ານ​ເຮືອນ​ຂອງ​ເຮົາ ​ແລະ ຄອບຄົວ​ຂອງ​ເຮົາ​ຖືກ​ຝັງ​ໄວ້​​ແໜ້ນ​ໃນ​ພຣະຄຣິດ.30

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ບ້ານ​ເຮືອນ​ເຊັ່ນນັ້ນ ​“ເປັນ​ບ້ານ​ແຫ່ງລັດສະໝີ​ພາບ.”31 ຢູ່​ໃນ​ບ້ານ ​ເຮົາ​ຈະ​ເຕົ້າ​ໂຮມ​ກັນ​ເພື່ອອະທິຖານ​ຫາພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ. ຢູ່​ທີ່​ນັ້ນ ​ເຮົາຈະ​​ສັນລະ​ເສີນ ​ແລະ ສະ​ແດງ​ຄວາມກະຕັນຍູ​ຕໍ່​ພວກ​ພຣະອົງ. ຢູ່​ທີ່​ນັ້ນ ​ເຮົາ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ ​ແລະ ຄຳ​ສັນຍາ​ແຫ່ງ​ຊີວິດ​ນິລັນ​ດອນ ຊຶ່ງ [ພຣະອົງ​ໄດ້​ມອບ] ​ໃຫ້ [ເຮົາ], ແມ່ນ​ແຕ່​ລັດ​ສະ​ໝີ​ພາບຂອງ​ອານາ​ຈັກ​ຊັ້ນ​ສູງ.”32

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ພິ​ເສດ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ ພຣະ​ເຢຊູ​ຄຣິດ, ວ່າ​ພຣະອົງຊົງ​ພຣະຊົນ​ຢູ່, ວ່າພຣະບິດາ​ເທິງ​ສະຫວັນ​ນິລັນດອນຂອງ​ເຮົາຮັກ​ເຮົາ ​ແລະ ​ເປັນ​ຫ່ວງ​ເປັນ​ໄຍນຳ​ເຮົາ, ວ່າ​ເຮົາ​ມີ​ສາດສະດາ​ຢູ່​ໃນ​ສະ​ໄໝ​ນີ້—ນັ້ນຄື​ປະທານ​ທອມ​ມັສ ​ແອັສ ມອນ​ສັນ—ເພື່ອ​ນຳ​ທາງ ​ແລະ ນຳພາ​ເຮົາ. ພຣະວິນ​ຍານ​ບໍລິສຸດ​ເປັນ​ພະຍານ​ວ່າ ນີ້​ເປັນຄວາມ​ຈິງຕໍ່​ທຸກ​ຄົນ​ທີ່​ສະ​ແຫວ​ງຫາ​ຄວາມ​ຮູ້. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.