​2010–2019
ກົດ​​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ: ໜ້າ​ທີ່​ຮັບຜິດຊອບ​ສ່ວນ​ຕົວ ທີ່​ຈະ​ດູ​ແລ​ຄົນ​ຍາກ​ຄົນ ​ແລະ ຄົນ​ຂັດ​ສົນ
ຕຸລາ 2014


ກົດ​​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ: ໜ້າ​ທີ່​ຮັບຜິດຊອບ​ສ່ວນ​ຕົວ ທີ່​ຈະ​ດູ​ແລ​ຄົນ​ຍາກ​ຄົນ ​ແລະ ຄົນ​ຂັດ​ສົນ

ໃນ​ຖານະ​ທີ່​ເປັນ​ຜູ້​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ.

ອ້າຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຮັກ​ຖານະ​ປະ​ໂລຫິດ, ​ແລະ ມັກ​ມາ​ຮ່ວມ​ກັບ​ທ່ານ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຢ່າງ​ຍິ່ງ ທີ່​ເຮົາ​ສາມາດ​ຮັບ​ໃຊ້​ນຳ​ກັນ ​ໃນ​ອຸດົມ​ການ​ທີ່​ຍິ່ງ​ໃຫຍ່​ນີ້.

​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ທີ່​ໜ້າ​ອັດສະຈັນ​ໃຈ. ການ​ມະຫັດສະຈັນ​ຝ່າຍ​ການ​ແພດ, ວິທະຍາສາດ, ​ແລະ ​ເທັກ​ໂນ​ໂລ​ຈີ ​​ໄດ້​ພັດທະນາ​ຊີວິດ​ຂອງ​ຜູ້​ຄົນ​ຢ່າງ​ຫລວງຫລາຍ. ​ແຕ່​ກໍ​ຍັງ​ເຫັນ​ຄວາມທຸກ​ທໍລະມານ ​ແລະ ຄວາມ​ໂສກ​ເສົ້າຂອງ​ຜູ້​ຄົນ​ຢ່າງ​ຫລວງຫລາຍ​ຄື​ກັນ. ນອກ​ເໜືອ​ຈາກ​ນີ້ ຍັງມີ​ສົງຄາມ ​ແລະ ຂ່າວ​ເລົ່າ​ລື​ເລື່ອງ​ສົງຄາມ, ຂ່າວ​ໄພ​ທຳ​ມະ​ຊາດ—ທັງ ນ້ຳຖ້ວມ, ​ໄຟ​​ໃໝ້, ​ແຜ່ນດິນ​​ໄຫວ, ​ແລະ ​​​​ພະຍາດ​ໂລຄາ—​ໄດ້​ກະ​ທົບ​ກະ​ເທືອ​ນຕໍ່​ຊີວິດ​ຂອງ​ຫລາຍ​ລ້ານ​ຄົນ ຢູ່​ຕະຫລອດ​ທົ່ວ​ໂລກ.

ຜູ້ນຳ​ຂອງ​ສາດສະໜາ​ຈັກຮູ້ຈັກ​ດີກ່ຽວ​ກັບຊີວິດ​ການ​ເປັນ​ຢູ່​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ​ ​ໃນ​ທຸກ​​ແຫ່ງ​ຫົນ. ​ເມື່ອ​ໃດ​ ​ແລະ ທີ່​ໃດທີ່​ເປັນ​ໄປ​ໄດ້, ໜ່ວຍ​ງານ​ສຸກ​ເສີນ​ຂອງ​ສາດສະໜາ​ຈັກ​ ຈະ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຄົນ. ຍົກ​ຕົວຢ່າງ, ​ເດືອນ​ພະ​ຈິກ​ປີ​ແລ້ວ​ນີ້, ລົມ​ພະຍຸ ​ໄຮ​ແຢນ ​ໄດ້​​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ປະ​ເທດ ຟີ​ລິບປິນ.

ລົມ​ພະຍຸ​​ແຮງ ລະດັບ​ທີ 5, ຊື່ ​ໄຮ​ແຢນ ​ໄດ້​ນຳຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫລວງ ​ແລະ ຄວາມທຸກ​ຍາກ​ລຳບາກ​ມາ​ໃຫ້​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ. ​ຕົວ​ເມືອງ​ທັງ​ເມືອງ​ໄດ້​ຖືກ​ທຳລາຍ; ຫລາຍ​ຄົນ​ໄດ້​ຕາຍ​ໄປ; ​ເຮືອນ​ຫລາຍ​ລ້ານ​ຫລັງ​ໄດ້​​ເພພັງ ຫລື ຖືກ​ທຳລາຍ; ​ແລະ ສິ່ງ​ບໍລິການ​ທີ່​ຈຳ​ເປັນເຊັ່ນ ນ້ຳ​ ​ແລະ ​ໄຟ ກໍ​ບໍ່​ມີ​​ໃຫ້​ໃຊ້.

​ແຫລ່ງຊ່ອຍ​ເຫລືອ​ຂອງ​ສາດສະໜາ​ຈັກ ​ໄດ້​ຈັດ​ບໍລິການ​​ທັນທີ ຫລັງ​ຈາກ​ເກີດ​ໄພ. ສະມາຊິກ​ຂອງ​ສາດສະໜາ​ຈັກ ທີ່ອາ​ໄສ​ຢູ່​ຟີ​ລິບ​ປິນ ​ໄດ້​ສາມັກຄີ​ກັນ​ດູ​ແລ​ອ້າຍ​ເອື້ອຍ​ນ້ອງ ​ໂດຍ​ການ​ຈັດ​ຫາອາຫານ, ນ້ຳ, ​ເຄື່ອງນຸ່ງ​ຫົ່ມ, ​ແລະ ​ເຄື່ອງ​ອານາ​ໄມ​ຂັ້ນພື້ນຖານ ​ໃຫ້​​ແກ່​ທຸກ​ຄົນ​ທີ່​ເປັນ​ສະມາຊິກ ​ແລະ ບໍ່​ເປັນ​ສະມາຊິກ.

ຕຶກ​ໂບດ​ໄດ້​ກາຍ​ເປັນ​ບ່ອນ​ຫລົບ​ໄພ​ສຳລັບ​ຜູ້​ຄົນ​ຫລາຍ​ພັນ​ຄົນ ທີ່​ຂາດ​ທີ່​ພັກ​ອາ​ໄສ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະທານ ​ແລະ ຜູ້ນຳຖານະ​ປະ​ໂລຫິດ​ໃນ​ທ້ອງ​ຖິ່ນ, ຊຶ່ງຫລາຍ​ຄົນ​ກໍ​ໄດ້​ສູນ​ເສຍ​ທຸກ​ສິ່ງ​, ​ໄດ້​ພາກັນ​ສຳ​ຫລວດ​ເບິ່ງ​ຄວາມ​ເສຍ​ຫາຍ ​ແລະ ຄວາມ​ປອດ​ໄພ​ຂອງ​ສະມາຊິກ​ທຸກ​ຄົນ.​ ​ແຜນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ​​ໄດ້ຖືກ​ຈັດ​ຂຶ້ນ ​ແລະ ຖືກ​ນຳ​​ໃຊ້ ​ເພື່ອ​ຊ່ອຍ​ເຫລືອ​ສະມາຊິກ​ໃຫ້​ມີ​ສະພາບ​ທີ່​ພໍ​ໃຊ້​ການ​ໄດ້ ​ແລະ ກຸ້ມ​ຕົນ​ເອງ.

​ແຫລ່ງຊ່ອຍ​ເຫລືອກໍ​ໄດ້​ຊ່ອຍ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ດ້ວຍ​ຄວາມ​ເໝາະ​ສົມ ​ເພື່ອ​ສ້ອມ​ແປງ​​ເຮືອນ​ຊານ​ຂອງ​ເຂົາ​ເຈົ້າ. ການ​ນີ້​ບໍ່​ໄດ້​ມອບ​ໃຫ້​ຟຣີໆ. ສະມາຊິກ​ໄດ້​ຮັບ​ການ​ຝຶກ​ຝົນ ​ແລະ ​ໄດ້​ອອກ​ແຮງ​​ເຮັດ​ເອງ ​ແລະ ​ໃຫ້​ຊ່ອຍ​ເຫລືອ​ຄົນ​ອື່ນ.

ຜົນ​ສະທ້ອນກໍ​ຄື ​ເມື່ອສະມາຊິກ​ຮຽນ​ຮູ້​ວິຊາຊ່າງ​ໄມ້, ວິທີ​ສ້ອມ​ແປງ​ທໍ່​ນ້ຳ, ​ແລະ ວິທີ​ກໍ່ສ້າງ​ອື່ນໆ, ​ແລ້ວ​ເຂົາ​ເຈົ້າກໍ​ສາມາດ​ໄປ​ຊອກ​ຫາວ​ຽກ​ເຮັດ​ງານ​ທຳ​ຢູ່​ໃນ​ຊຸມ​ຊົນ ຫລື ຕາມ​​ເມືອງ​ຕ່າງ​ໆ​ທີ່​ໃກ້​ຄຽງ ຊຶ່ງ​ກຳລັງ​ເລີ່​ມຕົ້ນ ສ້ອມ​ແປງ​ບ້ານ​ເມືອງ​ຢູ່.

ການ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ ​ເປັນ​ຫລັກ​ທຳ​ພຣະກິດ​ຕິ​ຄຸນ​ຂັ້ນພື້ນຖານ ​ແລະ ​ເປັນ​ພາກສ່ວນ​ທີ່​ຈຳ​ເປັນ​ໃນ​ແຜນ​ແຫ່ງ ຄວາມ​ລອດ ນິລັນດອນ.

ກ່ອນ​ການ​ປະຕິບັດ​ສາດສະໜາ​ກິດ​​ແຫ່ງ​ມະຕະຂອງ​ພຣະອົງ​, ພຣະ​ເຢ​ໂຮ​ວາ ​ໄດ້​ປະກາດ​ ຜ່ານ​ທາງ​ສາດສະດາ​ຂອງ​ພຣະອົງວ່າ: “ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ​ຈະ​ມີ​ຢູ່​ບໍ່​ຂາດ​ໃນ​ດິນ​ແດນ​ຂອງ​ພວກ​ເຈົ້າ. ສະນັ້ນ​ແຫລະ ​ເຮົາຈຶ່ງ​ສັ່ງ​ພວກ​ເຈົ້າ​ໃຫ້​ມີ​ຈິດ​ໃຈກວ້າງ​ຂວາງ​ຕໍ່​ພວກ​ເຂົາ.”1

ໃນ​ສະ​ໄໝ​ຂອງ​ເຮົາ, ການ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ ​ແມ່ນໜ້າ​ທີ່​ຮັບຜິດຊອບຢ່າງ​ໜຶ່ງໃນ​ສີ່ຢ່າງ​ຊຶ່ງ​ພຣະ​ເຈົ້າ​ໄດ້​ກຳນົດ​ໃຫ້​ສາດສະໜາ​ຈັກ​ ​ໃນ​ການ​ຊ່ອຍ​ເຫລືອ​ບຸກຄົນ ​ແລະ ຄອບຄົວ ​ໃຫ້​ມີຄ່າ​ຄວນ​ສຳລັບ​ຄວາມ​ສູງ​ສົ່ງ.2

ການ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ ຮ່ວມ​ດ້ວຍ​ການ​ຊ່ອຍ​ໃຫ້​ລອດທາງ​ໂລກ ​ແລະ ທາງ​ວິນ​ຍານ. ມັນ​ຮ່ວມ​ດ້ວຍ​ການ​ຮັບ​ໃຊ້​ຂອງ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ເມື່ອ​ເຂົາ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ​ດ້ວຍ​ຕົນ​ເອງ, ຕະຫລອດ​ທັງ​ຄວາມ​ຊ່ອຍ​ເຫລືອ​ຈາກ​ອົງການ​ສະຫວັດດີ​ການ​ຂອງ​ສາດສະໜາ​ຈັກ, ຊຶ່ງ​ຮັບ​ໃຊ້​ຜ່ານ​ທາງ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ.

ພາກສ່ວນ​ທີ່​ສຳຄັນ​ຕໍ່ ​ແຜນ​ຂອງ​ພຣະຜູ້​ເປັນ​ເຈົ້າສຳລັບ​ການ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ ​ແມ່ນ ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ. “ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດຕັ້ງກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ​ແລະ ການ​ບໍລິຈາກໄວ້ ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະອົງ ​ແລະ ຈັດ​ຫາ​ວິທີ​ທີ່​ຈະ​ຮັບ​ໃຊ້​ຄົນ​ທີ່​ຢູ່​ໃນ​ຄວາມ​ຂັດ​ສົນ.”3

​ໃນ​ຖານະ​ທີ່​ເປັນ​ຜູ້​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ. ສະມາຊິກ​ທີ່​ຊື່ສັດ​ຂອງ​ສາດສະໜາ​ຈັກ​ໃນ​ທຸກ​ແຫ່ງ​ຫົນ ​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫລືອ​ ​ໂດຍ​ການ​ຖື​ສິນ​ອົດ​ເຂົ້າ​ແຕ່ລະ​ເດືອນ—ບໍ່​ກິນຫຍັງ ຫລື ດື່ມ​ຫຍັງ ​ເປັນ​ເວລາ 24 ຊົ່ວ​ໂມງ—​ແລ້ວ​ມອບ​ເງິນທີ່​ເປັນ​ຄ່າ​ອາຫານໃຫ້​ສາດສະໜາ​ຈັກ.

​ເຮົາ​ຄວນ​ພິຈາລະນາຖ້ອຍ​ຄຳ​ຂອງ​ເອຊາ​ຢາດັ່ງ​ຕໍ່​ໄປ​ນີ້ ​ແລະ ສອນ​ມັນ​ໃນ​ແຕ່​ລະ​ບ້ານ​ເຮືອນ:

“ການ​ຖື​ສິນ​ອົດ​ເຂົ້າທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງ​ນີ້. ​ຄື​ແກ້​ໂສ້​ແຫ່ງ​ການ​ກົດ​ຂີ່ ​ແລະ ປົດ​ແ​ອກ​ແຫ່ງ​ຄວາມ​ບໍ່​ຍຸດຕິ​ທຳ ​ແລະ ປົດ​ປ່ອຍ​ຄົນ​ທີ່​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະລະ.

“ຈົ່ງ​ແບ່ງປັນ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດຫິວ ​​ແລະ ​ໃຫ້​ທີ່​ພັກ​​ແກ່​ຜູ້​ທີ່​ຍາກຈົນ​ຂາດ​ບ່ອນ​ພັກ​ພາ​ອາ​ໄສ. ຈົ່ງ​ຫາ​ເຄື່ອງນຸ່ງ​ຫົ່ມ​ໃຫ້​ແກ່​ຜູ້​ທີ່​ບໍ່​ມີ ​ແລະ ຢ່າ​ລະ​ເລີຍ​ໃນ​ການ​ຊ່ອຍ​ເຫລືອ​ເພື່ອນ​ມະນຸດ.”4

ແລ້ວເອຊາ​ຢາ​ໄດ້​ບອກ​ເຖິງ​ພອນ​ຕ່າງ​ໆ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ຕໍ່​ຜູ້​ທີ່​ເຊື່ອ​ຟັງ​ກົດ​​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ດັ່ງ​ນີ້:

“ແລ້ວ​ຄວາມ​ກະລຸນາ​ຂອງ​ເຮົາ​ກໍ​ຈະ​ສ່ອງ​ແສງ​ດັ່ງ​ຕາ​ເວັນ​ຂຶ້ນ​ໃນ​ຕອນ​ເຊົ້າ ​ແລະ ບາດ​ແຜ​ຂອງ​ເຈົ້າກໍ​ຈະ​ຖືກ​ປິ່ນປົວ​ໃຫ້ຫາ​ຍດີ​ໄວ. ​ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ຊ່ອຍ​ຊູ​ເຈົ້າ​ໃຫ້​ພົ້ນ​ໄພ​ຢູ່​ສະ​ເໝີ. ​ເມື່ອ​ເຮົາ​ຢູ່​ນຳ​ເຈົ້າ ​ເຮົາ​ຈະ​ປົກ​ປັກ​ຮັກສາ​ເຈົ້າຮອບດ້ານ.

“ເມື່ອ​ເຈົ້າອະທິຖານ​ຫາ​ເຮົາ, ​ເຮົາ​ຈະ​ຕອບ​ເຈົ້າ; ​ເມື່ອເຈົ້າ​ເອີ້ນ​ຫາ​ເຮົາ, ​ເຮົາ​ກໍ​ຈະ​ຂານ​ຕອບ​ເຈົ້າ. …

“ຖ້າ​​ເຈົ້າ​ໃຫ້​ອາຫານ​ແກ່​ຜູ້​ທີ່​ອຶດຫິວ ​ແລະ ​ໃຫ້​ຜູ້​ທີ່​ຂັດ​ສົນ​ໄດ້​ມີ​ຄວາມ​ອີ່ມ​ໃຈ ​ແລ້ວ​ມືດ​ທີ່​ອ້ອມ​ຮອບ​ເຈົ້ານັ້ນ ກໍ​ຈະ​ປ່ຽນ​ແປງ​ແຈ້ງ​​ເໝືອນໃນ​ຕອນ​ກາງ​ເວັນ:

“ແລ້ວ​ເຮົາ​ກໍຈະ​ນຳພາ​ເຈົ້າ​ໄປສະ​ເໝີ ​ແລະ ຈະ​ໃຫ້​ເຈົ້າ​ໄດ້​ອີ່ມ​ໃຈ​ກັບ​ສິ່ງ​ທີ່​ດີ​ທັງຫລາຍ.”5

ກ່ຽວ​ກັບ​ພຣະຄຳ​ພີ​ຂໍ້​ນີ້, ປະທານ​ແຮ​ໂຣນ ບີ ລີ ​ໄດ້​ກ່າວ​ວ່າ: “ພອນອັນ​ຍິ່ງ​ໃຫຍ່​ທີ່​ [ມາ​ຈາກ​ການ​ຖື​ສິນ​ອົດ​ເຂົ້າ] ​ໄດ້​ຖືກ​ບອກ​ຢ່າ​ງ​ແຈ່ມ​ແຈ້ງ ​ໃນ​ທຸກ​ສະ​ໄໝ, ​ແລະ ​ໃນ​ພຣະຄຳ​ພີ​ຂໍ້​ນີ້ ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຮົາ ຜ່ານ​ສາດສະດາ​ທີ່​ຍິ່ງ​ໃຫຍ່ ວ່າ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຖື​ສິນ​ອົດ​ເຂົ້າ, ​ແລະ ບອກ​ເຖິງ​ພອນ​ທີ່​ມາ​ເຖິງ​ຈາກ​ການ​ຖື​ສິນ​ອົດ​ເຂົ້ານັ້ນ. ຖ້າ​ທ່ານ​ໄຕ່ຕອງ​ບົດ​ທີ 58 ຂອງ​ໜັງສື​ເອຊາ​ຢາ ທ່າ​ນຈະ​ພົບ​ເຫັນ​ເຫດຜົນ​ວ່າ ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າຈຶ່ງ​ປະສົງ​ໃຫ້​ເຮົາ​ບໍລິຈາກ​​ເງິນ​ຈາກ​ການ​ຖື​ສິນ​ອົດ​ເຂົ້າ, ​ເປັນ​ຫຍັງ​ພຣະອົງ​ຈຶ່ງ​ປະສົງ​ໃຫ້​ເຮົາ​ຖື​ສິນ​ອົດ​ເຂົ້າ. ​​ເປັນ​ເພາະວ່າ ​ເມື່ອ​ເຮົາ​ມີຄ່າ​ຄວນ ​ເຮົາ​ຈະ​ສາມາດ​ອະທິຖານ​ຫາພຣະອົງ ​ແລະ ພຣະອົງ​ຈະ​ຕອບ​ເຮົາ. ​ເມື່ອ​ເຮົາເອີ້ນ​ຫາ​ພຣະອົງ, ‘ພຣະອົງ​ກໍ​ຈະ​​ຂານ​ຕອບ​​ເຮົາ.’”

ປະທານ​ລີ​ ​ໄດ້​ກ່າວ​ຕື່ມ​ວ່າ: “​ເຮົາ​ຢາກ​ຕົກ​ຢູ່​ໃນ​ສະພາບ​ທີ່​ເຮົາ​ເອີ້ນ​ຫາພຣະອົງ ​ແລະ ພຣະອົງ​ບໍ່​ຕອບ​ເຮົາ ຊັ້ນບໍ? ​ເຮົາ​ເອີ້ນ​ຫາ​ພຣະອົງ​ດ້ວຍ​ຄວາມ​ໂສກ​ເສົ້າ ​ແລະ ພຣະອົງ​ບໍ່​ສົນ​​ໃຈ​ກັບ​ເຮົາຊັ້ນບໍ? ຂ້າພະ​ເຈົ້າຄິດ​ວ່າ ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຕ້ອງ​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້ ​ເພາະ​ໃນ​ວັນ​ຂ້າງ​ໜ້າ, ​ເຮົາ​ຈະມີ​ຄວາມ​ຕ້ອງການ​ຫລາຍ​ຂຶ້ນ​ເລື້ອຍໆ, ເຮົາ​ຈະຕ້ອງການ​ພອນ​ຫລາຍ​ຂຶ້ນກວ່າ​ເກົ່າ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​, ​​ເມື່ອການ​ພິພາກສາ​ທີ່​ໂມ​ໂຫຮ້າຍຈະ​ຖືກ​ຖອກ​ເທ​ລົງ​ມາສູ່​ໂລກ​ຢ່າງ​ບໍ່​ມີ​ຄວາມ​ເມດ​ຕາ​ເຈືອ​ປົນ​ຢູ່​ດ້ວຍ.”6

ສາດສະດາ​ທີ່​ຮັກ​ຂອງ​ເຮົາ, ປະທານທອມ​ມັສ ​ແອັສ ມອນ​ສັນ, ​ໄດ້​ແບ່ງປັນ​ປະຈັກ​ພະຍານ​ຂອງ​ເພິ່ນ ກ່ຽວ​ກັບ​ຫລັກ​ທຳ​ເຫລົ່າ​ນີ້—ປະຈັກ​ພະຍານ​ທີ່​ມາ​ຈາກ​ປະສົບ​ການ​ສ່ວນ​ຕົວ. ​ເພິ່ນ​ໄດ້​ກ່າວ​ວ່າ: “ບໍ່​ມີ​ສະມາຊິກ​ຄົນ​ໃດຂອງ​ສາດສະໜາ​ຈັກ​ ທີ່​ໄດ້​ຊ່ອຍ​ເຫລືອຄົນ​ຂັດ​ສົນ ​​ແລ້ວ​ລືມ ຫລື ກິນ​ແໜງ​ນຳ​ປະສົບ​ການ​ນັ້ນ. ການ​ດຳລົງ​ຊີວິດ​ດ້ວຍ​ຄວາມ​ດຸ​ໝັ່ນ, ປະຢັດ​ມັດທະຍັດ, ກຸ້ມ​ຕົນ​ເອງ, ​ແລະ ​ແບ່ງປັນ​ໃຫ້​ກັບ​ຄົນ​ອື່ນ ​ບໍ່​ໄດ້​ເປັນ​ສິ່ງ​ໃໝ່ໆ​ສຳລັບ​ເຮົາ.”7

ອ້າຍ​ນ້ອງ​ທັງຫລາຍ, ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ເປັນ​ຄົນ​ທີ່​ເຂົ້າ​ເຮັດ​ພັນທະ​ສັນຍາ ​ແລະ ຮັກສາ​ພຣະບັນຍັດ. ຂ້າພະ​ເຈົ້າບໍ່​ຮູ້ຈັກ​ກົດ​ອື່ນ, ຫລື ພຣະບັນຍັດ​ຂໍ້ອື່ນ, ຖ້າ​ຫາກ​ເຮົາ​ຮັກສາ​ຢ່າງ​ຊື່ສັດ​ແລ້ວ, ມັນ​ງ່າຍ​ທີ່​ຈະ​ຮັກສາ ​ແລະ ​ເປັນ​ພອນ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ເຮົາ ຫລາຍ​​ໄປກວ່າກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ. ​ເມື່ອ​ເຮົາ​ຖື​ສິນ​ອົດ​ເຂົ້າ ​ແລະ ບໍລິຈາກ​ຢ່າງ​ຊື່ສັດ, ​ແລ້ວ​ເຮົາ​ໄດ້​ຊ່ອຍ​ເພີ່ມ​ພູນ​ສາງ​ອາຫານຂອງ​ພຣະຜູ້​ເປັນ​ເຈົ້າ ດ້ວຍ​ຈຳນວນ​ເງິນ​ທີ່​ເຮົາ​ບໍ່​ໄດ້​ໃຊ້​ຊື້​ອາຫານ​ສຳລັບ​ມື້ນັ້ນ. ສິ່ງ​ນີ້​ບໍ່​ໄດ້​ຮຽກຮ້ອງ​ທ່ານ​ໃຫ້​ບໍລິຈາກ​ຫລາຍ​ໄປ​ກວ່າລາຍ​ຈ່າຍ​ທີ່​ທ່ານ​ໃຊ້​ຊື້​ອາຫານໂດຍ​ປົກກະຕິ​ຢູ່​ແລ້ວ. ​ໃນ​ເວລາ​ດຽວ​ກັນ, ພວກ​ເຮົາ​ສັນຍາ​ວ່າ ທ່ານ​ຈະ​ໄດ້​ຮັບ​ພອນ​ທີ່​ໜ້າ​ປະຫລາດ​ໃຈ ດັ່ງ​ທີ່​ໄດ້​ກ່າວ​ຜ່ານ​ມາ.

ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ​ແມ່ນ​ກ່ຽວ​ພັນ​ກັບ​ສະມາຊິກທຸກ​ຄົນ​ຂອງ​ສາດສະໜາ​ຈັກ. ​ແມ່ນ​ແຕ່​ເດັກນ້ອຍ ກໍ​ສາມາດ​ອົດ​ໄດ້, ​ເລີ່​ມຕົ້ນດ້ວຍ​ອາຫານ​ຄາບ​ໜຶ່ງ ​ແລ້ວຕໍ່​ໄປ​ເປັນ​ສອງ​ຄາບ, ​ເມື່ອ​ເຂົາ​ເຂົ້າ​ໃຈ ​ແລະ ຮັກສາ​ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ. ສາມີ​ພັນ​ລະ​ຍາ​, ສະ​ມາ​ຊິກ​​ໂສດ, ຊາວ​ໜຸ່ມ, ​ແລະ ​ເດັກນ້ອຍ, ຄວນ​ເລີ່ມຕົ້ນການ​ຖື​ສິນ​ອົດ​ເຂົ້າດ້ວຍ​ການ​ອະທິຖານ, ​ເພື່ອ​ຂອບ​ພຣະ​ໄທ​ສຳລັບ​ພອນ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ສະ​ແຫວ​ງຫາ​ພອນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພະລັງ​ທີ່​ຈະ​ຊ່ອຍ​ໃຫ້​ບັນລຸ​ການ​ຖື​ສິນ​ອົດ​ເຂົ້ານັ້ນ. ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ຈະ​ສຳ​ເລັດ​ບໍລິບູນ​ເມື່ອ​ເຮົາ​ມອບ​ເງິນ​ບໍລິຈາກ​ໃຫ້​ແກ່​ອະທິການ ຊຶ່ງ​ເປັນ​ຜູ້ຕາງໜ້າ​ໃຫ້​ແກ່​ພຣະຜູ້​ເປັນ​ເຈົ້າ.

ອະທິການ​ທັງຫລາຍ, ທ່ານ​ຄື​ຜູ້​ທີ່​ຊີ້​ນຳ​ເລື່ອງ​ສະຫວັດດີ​ການ​ໃນ​ຫວອດ​ຂອງ​ທ່ານ. ທ່ານ​ມີໜ້າ​ທີ່​ຮັບຜິດຊອບ​ຈາກ​ສະຫວັນ​ໃຫ້​ຊອກ​ຫາ ​ແລະ ດູ​ແລ​ຄົນ​ຍາກຈົນ. ​ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ ​ແລະ ຜູ້ນຳ​ກຸ່ມ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ​ເປົ້າໝາຍ​ຂອງ​ທ່ານ ຄື​ທີ່​ຈະ​ຊ່ອຍ​ເຫລືອ​ສະມາຊິກ​​ໃຫ້​ຊ່ອຍ​ຕົນ​ເອງ ​ແລະ ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ. ທ່ານ​ຮັບ​ໃຊ້​ເລື່ອງ​ຄວາມ​ຕ້ອງການ​ທາງ​ໂລກ ​ແລະ ທາງ​ວິນ​ຍານ ​ໂດຍ​ການ​ໃຊ້​ເງິນ​ບໍລິຈາກ ຈາກ​ການ​ຖື​ສິນ​ອົດ​ເຂົ້າຢ່າງ​ລະມັດລະວັງ ​ເພື່ອ​ໃຫ້​ຄວາມຊ່ອຍ​ເຫລືອ​ຊົ່ວຄາວ ​ແລະ ​​ເພື່ອ​ຕື່ມ​ສິ່ງ​ທີ່​ຂາດ​ເຫລືອ​ໃຫ້​ແກ່​ຄົນ​ທີ່​ຂັດ​ສົນ ​ຮ່ວມ​ກັບ​ຄວາມ​ຊ່ອຍ​ເຫລືອ​ຂອງ​ຍາດ​ພີ່ນ້ອງ ​ແລະ ຊຸມ​ຊົນ. ​ເມື່ອ​ທ່ານ​ໃຊ້​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ພ້ອມ​ດ້ວຍ​ການ​ອະທິຖານ ​ແລະ ຮູ້ຈັກ​​ເວລາ​ທີ່​ຕ້ອງ​ຊ່ອຍ​ເຫລືອ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ, ​ແລ້ວ​ທ່ານ​ຈະ​ຮູ້ຈັກ​ວ່າ ວິທີ​​ໃຊ້​ເງິນ​ຖື​ສິນ​ອົດ​ເຂົ້າທີ່​ຖືກຕ້ອງ ​ແມ່ນ​ເພື່ອ​ຊ່ອຍ​ຄ້ຳຈູ​ນຊີວິດ, ບໍ່​ແມ່ນ​​ເພື່ອ​ຄ້ຳຈູ​ນວິທີ​ໃຊ້​ຊີວິດ.

ປະທານ​ກຸ່ມ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນທັງຫລາຍ, ທ່ານ​ມີ​ຂໍ​ກະ​ແຈ ​ແລະ ມີ​ອຳນາດ​ທີ່​ຈະ​ປະຕິບັດ​ພິທີການ​ພາຍ​ນອກ. ທ່ານ​ປະສານ​ງານ​ນຳ​ອະທິການ ​ແລະ ​ແນະນຳ​ສະມາຊິກ​ໃນ​ກຸ່ມ​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ຕົນ​ໃນ​ຖານະ​ປະ​ໂລຫິດ ​​ແລະ ໃນ​ການ​ຊອກ​ຫາ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ເພື່ອ​ໃຫ້​ໂອກາດ​ເຂົາ​ເຈົ້າ​ບໍລິຈາ​ກ​ເງິນ​ຖື​ສິນ​ອົດ​ເຂົ້າ. ​ເມື່ອ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນປະຕິບັດ​ໜ້າ​ທີ່​ຂອງ​ຕົນ ​​ແລະ ​ໃຫ້​ໂອກາດ​ແກ່​ສະມາຊິກ​ທຸກ​ຄົນ​ຂອງ​ສາດສະໜາ​ຈັກ, ​ແລ້ວ​ທ່ານ​ຈະຊ່ອຍ​ນຳ​ພອນ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ​ໄປ​ໃຫ້​ຄົນ​ທີ່​ຕ້ອງການ​ຫລາຍ​ທີ່​ສຸດ. ທ່ານ​ຈະ​​ເຫັນ​ວ່າ ພຣະວິນ​ຍານ​ແຫ່ງ​ການ​ດູ​ແລ​ຄົນ​ຍາກ​ຈົນ ​ແລະ ຄົນ​ຂັດ​ສົນ ມີ​ພະລັງ​ທີ່​ຈະ​ເຮັດ​ໃຫ້​ໃຈ​ຂອງ​ຜູ້​ຄົນ​ອ່ອນ​ລົງ ​ແລະ ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຄົນ​ທີ່​ບໍ່​ເຂັ້ມ​ແຂງ.

ປະທານມອນ​ສັນ​ໄດ້​ກ່າວ​ວ່າ, “ອະທິການ​ທີ່​ໄດ້​ຈັດ​ໃຫ້​ກຸ່ມ​ຖານະ​ປ​ະ​ໂລຫິດ​ແຫ່ງ​ອາ​ໂຣນ ມີ​ພາກສ່ວນ​ໃນ​ການ​ໄປ​ເກັບ​ເງິນ​ບໍລິຈາກ ຈາກ​ການ​ຖື​ສິນ​ອົດ​ເຂົ້າ ຈະ​ໄດ້​ຮັບ​ຄວາມ​ສຳ​ເລັດ​ຜົນ​ຫລາຍ ​ໃນ​ໜ້າ​ທີ່ ທີ່​ສັກສິດ​ນີ້.”8

ອະທິການ​ທັງຫລາຍ, ຈົ່ງ​ຈື່​ຈຳ​ໄວ້​ວ່າ ສະພາບ​ການ​ໃນ​ແຕ່ລະ​ເຂດ ​ແລະ ​ໃນ​ແຕ່ລະ​ປະ​ເທດ ຈະ​ແຕກ​ຕ່າງ​ກັນ. ການ​ໄປ​​ເກັບ​ເງິນ​ບໍ​ລິ​ຈາກ​ໂດຍ​ກຸ່ມ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ອາດ​ເປັນ​ໄປ​ບໍ່​ໄດ້​ໃນ​ບາງ​ເຂດ ທີ່​ເຮົາ​ອາ​ໄສ​ຢູ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ພວກ​ເຮົາຂໍ​ໃຫ້​ທ່ານ​ຈົ່ງ​ພິຈາລະນາ​ຄຳ​ແນະນຳ​ຂອງ​ສາດ​ສະ​ດາພ້ອມ​ດ້ວຍ​ການ​ອະທິຖານ ​ແລະ ຊອກ​ຫາ​ການ​ດົນ​ໃຈກ່ຽວ​ກັບ​ວິທີ​ທີ່​ເໝາະ​ສົມ ສຳລັບ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ​ໃນ​ຫວອດ​ຂອງ​ທ່ານ ຈະ​ສາມາດ​ມີ​ພາກສ່ວນ​ໃນ​ການ​ເກັບ​ເງິນ​ບໍລິຈາກ ຈາກ​ການ​ຖື​ສິນ​ອົດ​ເຂົ້ານີ້.

​ໃນ ບົດ​ທີ 27 ຂອງ 3 ນີ​ໄຟ, ພຣະຜູ້​ເປັນ​ເຈົ້າທີ່​ຟື້ນ​ຄືນ​ຊີວິດ​ແລ້ວ ​ໄດ້​ຖາມ​ວ່າ, “ດັ່ງນັ້ນ ເຈົ້າຄວນ​ເປັນ​ຄົນ​ແນວ​ໃດ?” ພຣະອົງ​ຕອບ​​ເອງ​ວ່າ, “ເຖິງ​ແມ່ນດັ່ງ​ທີ່​ເຮົາ​ເປັນ.”9 ເມື່ອ​ເຮົາ​ຮັບ​ເອົາ​ພຣະນາມ​ຂອງ​ພຣະຄຣິດ​ໄວ້​ກັບ​ເຮົາ ​ແລະ ພະຍາຍາມ​ຕິດຕາມ​ພຣະອົງ,​​ ​ເຮົາ​ຈະ​ມີ​ລັກສະນະ​ຂອງ​ພຣະອົງ ຢູ່​ເທິງ​ໃບ​ໜ້າ​ເຮົາ ​ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ​ຫລາຍ​ຂຶ້ນ. ການ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ ​ເປັນພາກສ່ວນ​ສຳຄັນທີ່​ສຸດ​ໃນ​ການ​ປະຕິບັດ​ສາດສະໜາ​ກິດຂອງ​ພຣະຜູ້​ຊ່ອຍ​ໃຫ້ລອດ. ມັນ​ເປັນ​ທຸກ​ສິ່ງ​ທີ່​ພຣະອົງ​ກະທຳ. ພຣະອົງ​ເອື້ອມອອກ​ໄປ​ຫາ​ທຸກ​ຄົນ ​ແລະ ຍົກ​ເຮົາ​ຂຶ້ນ.​ ​ແອກ​ຂອງ​ພຣະອົງ​ກໍ​ພໍ​ເໝາະ ​ແລະ ພາລະ​ຂອງ​ພຣະອົງ​ກໍ​ເບົາ. ຂ້າພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ທັງຫລາຍ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໂດຍ​ການ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ, ​ໂດຍ​ການ​ຮັກສາ​ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າຢ່າງ​ຊື່ສັດ, ​ແລະ ​ໂດຍ​ການ​ບໍລິຈາກ​​ດ້ວຍ​ໃຈ​ທີ່​ເພື່ອ​ແຜ່. ຂ້າພະ​ເຈົ້າ​ເປັນ​ພະຍານ​ຢ່າງ​ຖ່ອມ​ຕົນວ່າ ການ​ດູ​ແລ​ຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ​ຢ່າງ​ຊື່ສັດ ​ເປັນ​ການສະ​ແດງ​ອອກ​ເຖິງ​ຄວາມ​ເປັນ​ຜູ້​ໃຫຍ່​ທາງ​ວິນ​ຍານ ​ແລະ ຈະ​ເປັນ​ພອນ​ໃຫ້​ແກ່ ທັງ​ຜູ້​ທີ່ມອບ​ໃຫ້ ​ແລະ ຜູ້​ທີ່​​ໄດ້ຮັບ.​ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. ພຣະບັນຍັດ​ສອງ 15:11.

  2. ​ເບິ່ງ Handbook 2: Administering the Church (2010), 2.2.

  3. Handbook 2, 6.1.2.

  4. ​ເອຊາ​ຢາ 58:6–7.

  5. ​ເອຊາ​ຢາ 58:8–11.

  6. Harold B. Lee, “Listen, and Obey” (Welfare Agricultural Meeting, Apr. 3, 1971), copy of typescript, 14, Church History Library, Salt Lake City.

  7. Thomas S. Monson, “Are We Prepared?” Ensign ຫລື Liahona, Sept. 2014, 4.

  8. ທອມ​ມັສ ​ແອັສ ມອນ​ສັນ, ຮ່ວມ​ປະຊຸມ​ກັບ​ຝ່າຍ​ອະທິການ​ຄວບ​ຄຸມ, ວັນ​ທີ 28 ​ເດືອນ​ກຸມພາ , 2014.

  9. 3 ນີ​ໄຟ 27:27.