​2010–2019
ຂໍ​ຕ້ອນຮັບ​ສູ່​ກອງ​ປະຊຸມ​ໃຫຍ່
ຕຸລາ 2014


ຂໍ​ຕ້ອນຮັບ​ສູ່​ກອງ​ປະຊຸມ​ໃຫຍ່

​ເມື່ອ​ເຮົາ​ຮັບ​ຊົມ​ຮັບຟັງ, ຂໍ​ໃຫ້​ໃຈ​ຂອງ​ເຮົາ​ຖືກ​ສຳ​ພັດ ​ແລະ ສັດທາ​ຂອງ​ເຮົາ​​ເພີ່ມ​ທະວີ​ຂຶ້ນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຂໍ​ຕ້ອນຮັບ​ທ່ານ​ດ້ວຍ​ຄວາມ​ຊື່ນ​ຊົມ​ຍິນ​ດີ ສູ່​ກອງ​ປະຊຸມ​ໃຫຍ່ທົ່ວ​ໂລກ​ນີ້. ພວກ​ເຮົາ​ໄດ້​ມາ​ເຕົ້າ​ໂຮ​ມກັນ​ຢູ່​ໃນ​ສະຖານ​ທີ່​ຕ່າງໆ​ຕະຫລອດ​ທົ່ວ​ໂລກ ​ເພື່ອ​ຮັບ​ຟັງ ​ແລະ ຮຽນ​ຮູ້​ຈາກ​ບັນດາ​ອ້າຍ​ເອື້ອຍ​ນ້ອງ ຜູ້​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່ ຂອງ​ສາດສະໜາ​ຈັກ. ພວກ​ເພິ່ນ​ໄດ້​ສະ​ແຫວ​ງຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ​ກ່ຽວ​ກັບ​ຂ່າວສານ​ທີ່​ພວກ​ເພິ່ນ​ຈະ​ມາ​ນຳ​ສະ​ເໜີ, ​ແລະ ພວກ​ເພິ່ນ​ກໍ​ໄດ້​ຮັບ​ການ​ດົນ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ກ່າວ.

ກອງ​ປະຊຸມ​​ເທື່ອ​ນີ້ ​​​ເປັນ​ວັນຄົບຮອບ 90 ປີ ຂອງ​ການຖ່າຍກອງ​ປະຊຸມ​ໃຫຍ່​ສາມັນທາງ​ວິທະຍຸ. ​ໃນ​ລະຫວ່າງ​ກອງ​ປະຊຸມ​ໃຫຍ່​ຂອງ​ເດືອນ​ຕຸລາ ປີ 1924, ກອງ​ປະຊຸມ​ໄດ້​ຖືກ​ຖ່າຍ​ທອດ​ທາງ​ວິທະຍຸ​ ​ເປັນ​ເທື່ອ​ທຳ​ອິດ ​ໂດຍ​ສະຖານີ​ວິທະຍຸ KSL ທີ່​ສາດສະໜາ​ຈັກ​ເປັນ​ເຈົ້າຂອງ. ກອງ​ປະຊຸມ​ເທື່ອ​ນີ້ ​ເປັນ​ວັນ​ຄົບຮອບ 65 ປີ ຂອງ​ການຖ່າຍ​ທອດ​ກອງ​ປະຊຸມ​​ໃຫຍ່​ທາງ​ໂທລະພາບ. ​ໃນ​ລະຫວ່າງ​ກອງ​ປະຊຸມ​ໃຫຍ່​ສາມັນຂອງ​ເດືອນ​ຕຸລາ ປີ 1949, ກອງ​ປະຊຸມ​ໄດ້​ຖືກ​ຖ່າຍ​ທອດ​ທາງ​ໂທລະພາບ​​ສຳລັບ​ເຂດ​ເຊົາ​ເລັກ ​​ເປັນ​ເທື່ອ​ທຳ​ອິດ ​ໂດຍ​ສະຖານີ​ໂທລະພາບ KSL.

ພວກ​ເຮົາ​ຮັບ​ຮູ້​ພອນ​ຂອງ​ການ​ສື່ສານ​ໃນ​ປະຈຸ​ບັນ ​ໃນ​ການ​ຊ່ອຍ​ໃຫ້​ສະມາຊິກ​ຫລາຍ​ລ້ານ​ຄົນ​ຂອງ​ສາດສະໜາ​ຈັກ ​ໄດ້​ຮັບ​ຊົມ ​ແລະ ຮັບ​ຟັງ ກອງ​ປະຊຸມ​ໃຫຍ່​ສາມັນ. ກອງ​ປະຊຸມ​ໃນ​ສອງ​ມື້​ນີ້ ຈະ​ຖືກ​ຖ່າຍ​ທອດ​ທາງ​ໂທລະພາບ, ວິທະຍຸ, ດາວ​ທຽມ, ​ແລະ ອິນ​ເຕີ​ແນັດ, ຕະຫລອດ​ທັງ ​ເຄື່ອງມື​ຖື ນຳ​ອີກ.

ໃນ​ລະຫວ່າງ​ຫົກ​ເດືອນ​ຜ່ານ​ມາ ນັບ​ແຕ່​ກອງ​ປະຊຸມ​ເທື່ອ​ແລ້ວ​ນີ້, ພຣະວິຫານ​ໃໝ່​ແຫ່ງ​ໜຶ່ງ​ໄດ້​ຖືກອຸທິດ ​ແລະ ​ແຫ່ງ​ໜຶ່ງ​ໄດ້​ຖືກ​ອຸທິດ​ຄືນ​​ໃໝ່. ​ໃນ​ເດືອນ​ພຶດສະພາ ປະທານດີ​ເດີ ​ແອັຟ ອຸກ​ດອບ ​ໄດ້​ອຸທິດ​ພຣະວິຫານຝອດ ລາ​ເດີ​ແດ​ວ ຟະ​ລໍຣິດາ. ການສະ​ແດງ​ວັນນະຄະດີ​ທີ່​ງົດ​ງາມ​ຂອງ​ຊາວ​ໜຸ່ມ​ໄດ້​ຖືກ​ຈັດ​ຂຶ້ນ ​ມື້ໜຶ່ງ​ກ່ອນ​ວັນ​ອຸທິດ. ມື້​ຕໍ່​ມາ ​ໃນ​ວັນ​ອາທິດ ວັນ​ທີ  4, ​ເດືອນພຶດສະພາ, ພຣະວິຫານ​ໄດ້​ຖືກ​ອຸທິດ ​ໃນ​ສາມ​ພາກ.

ພຽງ​ແຕ່​ສອງ​ອາທິດ​ຜ່ານ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ອຸທິດ​ພຣະວິຫານ​ອອກ​ເດັນ ຢູທາ ຄືນ​ໃໝ່, ຊຶ່ງ​​ເທື່ອ​ທຳ​ອິດ​ໄດ້​ຖືກ​ອຸທິດ ​ໃນ​ປີ 1972 ​ໂດຍ​ປະທານ​ໂຈ​ເຊັບ ​ຟຽວດິງ ສະ​ມິດ. ການສະ​ແດງ​ວັນນະຄະດີ​ອັນ​ໃຫຍ່​ໂຕ​ມະ​ໂຫລານ​ກໍ​ໄດ້​ຖືກ​ຈັດ​ຂຶ້ນ ມື້ໜຶ່ງ​ກ່ອນ​ວັນ​ອຸທິດ, ​ໂດຍ​ທີ່​ມີ​ຊາວ​ໜຸ່ມ​ເປັນ​ຈຳນວນ​ຢ່າງ​ຫລວງຫລາຍ ຈົນ​​ໄດ້​ແບ່ງ​ງານ​ເປັນ​ສອງ​ພາກ, ​ແຕ່​ລະ​ພາກ​ກໍ​ມີ​ນັກສະ​ແດງ​ທີ່​ແຕກ​ຕ່າງ​ກັນ. ລວມທັງ​ໝົດ ມີ​ຜູ້​ຮ່ວມ​ສະ​ແດງ​ຢູ່​ດ້ວຍ​ກັນ 16,000 ຄົນ. ການ​ອຸທິດ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ມື້​ຕໍ່​ມາ, ​ໂດຍ​ມີ​ບັນດາ​​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຫລາຍ​ຄົນ​ໄປ​ຮ່ວມ, ພ້ອມ​ດ້ວຍ​ຜູ້ນຳ​ຈາກອົງການ​ຊ່ອຍ​ເຫລືອ​ຕ່າງໆ​ອີກ, ຕະຫລອດ​ທັງ​ປະທານ​ພຣະວິຫານ, ​ທີ່​ປຶກສາ, ​ແລະ ພັນ​ລະ​ຍາ​ຂອງ​ພວກເພິ່ນ.

ການ​ສ້າງ​ພຣະວິຫານ​ຂອງ​ພວກ​ເຮົາ ຈະ​ດຳ​ເນີນ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ພັກ. ​ເດືອນ​ໜ້າ​ນີ້ ພຣະວິຫານຟີ​ນິກ ອາຣິ​ໂຊ​ນາ ຈະ​ຖືກ​ອຸທິດ, ​ແລະ ປີໜ້າ, ​ໃນ​ປີ 2015, ພວກ​ເຮົາ​ຈະ​ອຸທິດພຣະວິຫານ ຫລື ອຸທິດ​ຄືນ​ໃໝ່ ຢ່າງ​ໜ້ອຍ​ຫ້າ​ແຫ່ງ, ຫລື ​ຫລາຍ​ກວ່າ​ນັ້ນກໍ​ເປັນ​ໄດ້, ອີງ​ຕາມ​ຄວາມ​ໄວ​ຂອງ​ການ​ສ້າງ.

ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ໃນ​ເດືອນ​ເມສາ, ​ເມື່ອ​ພຣະວິຫານ​ທຸກ​ແຫ່ງ​ທີ່​ໄດ້​ຖືກ​ປະກາດ​ໃຫ້​ຮູ້ ​ແລະ ກຳລັງ​ສ້າງ​ຢູ່ ​ໄດ້​ຮັບ​ການ​ອຸທິດ​, ລວມທັງ​ໝົດ ພວກ​ເຮົາ​ຈະ​ມີ​ພຣະວິຫານ​ຢູ່ 170 ​ແຫ່ງ ຕະຫລອດ​ທົ່ວ​ໂລກ. ​ເພາະວ່າ​ພວກ​ເຮົາ​ກຳລັງ​ເອົາ​ໃຈ​ໃສ່​ກັບ​ການ​ສ້າງ​ພຣະວິຫານທີ່​ໄດ້​ປະກາ​ດ​ໄປ​ນັ້ນ, ສະນັ້ນ ​ເວລາ​ນີ້ ພວກ​ເຮົາ​ຈຶ່ງຈະ​ບໍ່​ປະກາດ​ການ​ສ້າງພຣະວິຫານ​ແຫ່ງ​ອື່ນໆ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ອະນາຄົດ, ​ເມື່ອ​ພວກ​ເຮົາ​ເຫັນ​ຄວາມ​ຕ້ອງການຕື່ມ​ອີກ ​ແລະ ພົບ​ເຫັນ​ສະຖານ​ທີ່ ທີ່​ເໝາະ​ສົມ, ​ແລ້ວ​ພວກ​ເຮົາ​ຈະ​ປະກາດ​ໃຫ້​ຮູ້.

ສາດສະໜາ​ຈັກ​ນັບ​ມື້​ນັບ​​​ເຕີບ​ໃຫຍ່​ຂະຫຍາຍຕົວ. ຕອນ​ນີ້ ພວກ​ເຮົາ​ມີ​ສະມາຊິກ​ທີ່​ເຂັ້ມ​ແຂງ ​ເປັນ​ຈຳນວນ 15 ລ້ານ​ຄົນ ​ແລະ ກໍ​​ເພີ່ມ​ຂຶ້ນ​ເລື້ອຍໆ. ຜູ້​ສອນ​ສາດສະໜາ​ຂອງ​ພວກ​ເຮົາ ກໍ​ດຳ​ເນີນ​ງານ​ຢ່າງບໍ່​ຢຸດ​ຢັ້ງ. ພວກ​ເຮົາ​ມີ​ຜູ້​ສອນ​ສາດສະໜາ​ຫລາຍ​ກວ່າ 88,000 ຄົນ, ​ແ​ບ່ງປັນ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ ​ໃນ​ທົ່ວ​ໂລກ. ພວກ​ເຮົາຂໍ​ຢືນຢັນ​ຕື່ມ​ວ່າ ວຽກ​ງານ​ເຜີຍ​ແຜ່ ​ເປັນ​ໜ້າ​ທີ່​ຂອງ​ຖານະ​ປະ​ໂລຫິດ, ​ແລະ ພວກ​ເຮົາຂໍ​ຊຸກຍູ້​ຊາຍ​ໜຸ່ມ​ທີ່​ມີຄ່າ​ຄວນ ​ແລະ ມີ​ຄວາມສາມາດ​ທັງຫລາຍ ​ໃຫ້​ຮັບ​ໃຊ້. ພວກ​ເຮົາ​ມີ​ຄວາມ​ກະຕັນຍູ​ສຳລັບ​ຍິງ​ໜຸ່ມ​ທີ່​ຮັບ​ໃຊ້​ຄື​ກັນ. ​​​ເຂົາ​ເຈົ້າ​ຊ່ອຍ​ເຫລືອ​ໄດ້​ຫລາຍ, ​ເຖິງ​ແມ່ນ​ວ່າ ​ເຂົາ​ເຈົ້າບໍ່​ໄດ້​ຢູ່​ພາຍ​ໃຕ້​ຄຳ​ສັ່ງ​ໃຫ້​ຮັບ​ໃຊ້ ຄື​ກັນ​ກັບ​ພວກ​ຊາຍ​ໜຸ່ມ​.

ບັດ​ນີ້ ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ ​ໃຫ້​ຕັ້ງ​ໃຈ​ຮັບ​ຟັງ​ບັນດາ​ອ້າຍ​ເອື້ອຍ​ນ້ອງ ທີ່​ໄດ້​ຕຽມ​ມາ​ກ່າວ​ປາ​ໄສ ​ໃນ​ມື້​ນີ້ ​ແລະ ມື້​ອື່ນ ​ໃນພາກ​ຕ່າງໆ​ຂອງ​ກອງ​ປະຊຸມ. ທຸກ​ຄົນ​ທີ່​ໄດ້​ຖືກ​ຂໍ​​ໃຫ້​ມາ​ກ່າວ​ປາ​ໄສ ກໍ​ຮູ້ສຶກ​ເຖິງ​ໜ້າ​ທີ່​ຮັບຜິດຊອບ​ອັນ​ຍິ່ງ​ໃຫຍ່ ​ໃນ​​ການ​ເຮັດ​ສິ່ງ​ນີ້. ​ເມື່ອ​ເຮົາ​ຮັບ​ຊົມ​ຮັບຟັງ, ຂໍ​ໃຫ້​ໃຈ​ຂອງ​ເຮົາ​ຖືກ​ສຳ​ພັດ ​ແລະ ສັດທາ​ຂອງ​ເຮົາ​​ເພີ່ມ​ທະວີ​ຂຶ້ນ, ຂ້າພະ​ເຈົ້າອະທິຖານ​ດ້ວຍ​ຄວາມ​ຖ່ອມ​ຕົນ​ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.