​2010–2019
ເຮົາບໍ່​ຄວນເຮັດ​ຫລິ້ນໆ​ກັບສິ່ງທີ່ສັກສິດ
ຕຸລາ 2014


ເຮົາບໍ່​ຄວນເຮັດ​ຫລິ້ນໆ​ກັບສິ່ງທີ່ສັກສິດ

ຈົ່ງສຳ​ຫລວດ​ກວດກາ​ການ​ເລືອກ​ຂອງ​ຕົນ​ເອງ ​ໂດຍ​ຖາມ​ຕົນ​ເອງ​ວ່າ, “ການ​ຕັດສິນ​ໃຈ​ຂອງ​ເຮົາ​ໄດ້​ຝັງ​​ເລິກຢູ່​ໃນ​ດິນ​ດີ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດຫລື​ບໍ່?”

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ການ​ຕັດສິນ​ໃຈຂອງ​ເຮົາທີ່​ຈະ​ເຮັດ​ຢູ່​ໃນ​ໂລກ​ນີ້ ຈະ​ເປັນ​ຜົນ​ສະທ້ອນ​​ໃຫ້​ແກ່​​ເສັ້ນທາງ​ຊີວິດ​ນິລັນດອນ​ຂອງ​ເຮົາ. ມີ​ພະລັງ​ທີ່​ເຮົາ​ສາມາດ​ເຫັນ ​ແລະ ບໍ່​​ເຫັນ ທີ່​ມີ​ອິດ​ທິພົນ​ໃນ​ການ​ເລືອກ​ຂອງ​ເຮົາ. ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ສິ່ງ​ສຳຄັນ​ນີ້ ​ເມື່ອ​ຫ້າ​ປີ​ກ່ອນ ​ຊຶ່ງ​ເກືອບ​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ສູນ​ເສຍ​ຫລາຍ.

ພວກ​ເຮົາ​ກຳລັງ​ເດີນທາງ​ໄປ​ກັບ​ຄອບຄົວ ​ແລະ ​ໝູ່​ເພື່ອນ ​ຢູ່​ໃນ​ເຂດ​ໂອ​ແມນພາກ​ໃຕ້. ພວກ​ເຮົາ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ພັກ​ຜ່ອນ​ຢູ່​​ແຄມ​ທະ​ເລ ອິນ​ເດຍ. ບໍ່​ດົນ​ຫລັງ​ຈາກ​ໄປ​ເຖິງ, ລູກ​ສາວ​ອາ​ຍຸ 16 ປີ, ນາງ​ແນວ​ລີ, ​ໄດ້​ຂໍ​ລອຍນ້ຳອອກ​ໄປຫາບ່ອນ​ທີ່​ນາງ​ຄິດ​ວ່າ​ເປັນ​ເກາະ​ຊາຍ​ຫາດ. ​ໂດຍ​ທີ່​ສັງ​ເກດ​ເຫັນ​ວ່າ ນ້ຳບໍ່​ສະຫງົບ, ຂ້າພະ​ເຈົ້າຈຶ່ງ​ບອກ​ນາງ​ວ່າ ຂ້າພະ​ເຈົ້າຈະລອຍ​ອອກ​ໄປ​​ເບິ່ງກ່ອນ, ຄິດ​ວ່າ​ຢ້ານ​ມີກະ​ແສ​ທີ່​ຮ້າຍ​ແຮງ.

ຫລັງ​ຈາກ​ໄດ້​ລອຍ​ອອກ​ໄປ​ບໍ່​ດົນ, ຂ້າພະ​ເຈົ້າ​​ໄດ້ເອີ້ນ​ຖາມ​ພັນ​ລະ​ຍາ​ວ່າ ຂ້າພະ​ເຈົ້າ​ໃກ້​​ເຖິງເກາະ​ນັ້ນ​ແລ້ວ​ບໍ. ນາງ​ຕອບ​ວ່າ, “ອ້າຍ​ລອຍ​ກາຍ​ມັນ​ແລ້ວ.” ​ໂດຍ​ທີ່​ບໍ່​ຮູ້ສຶກ​ຕົວ ຂ້າພະ​ເຈົ້າ​ໄດ້​ຖືກ​ຊັດ​ອອກ​ໄປ​ຈາກ​ຝັ່ງ​ໄກ​​ເຕີບ1 ແລະ ກຳລັງ​ຖືກ​ດຶງ​ອອກ​ໄປ​ຫາ​ທະ​ເລ.

ຂ້າພະ​ເຈົ້າບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ. ສິ່ງ​ດຽວ​ທີ່​ຄິດ​ອອກ​ແມ່ນ ຕ້ອງ​ລອຍ​ກັບ​ຄືນ​ຝັ່ງ. ມັນ​ເປັນ​ການ​ຕັດສິນ​ໃຈ​ທີ່ຜິດ. ຂ້າພະ​ເຈົ້າບໍ່​ສາມາດ​ເຮັດ. ພະລັງ​ທີ່​ຂ້າພະ​ເຈົ້າບໍ່​ສາມາດ​ບັງຄັບ ​ໄດ້​ດຶງ​ຂ້າພະ​ເຈົ້າອອກ​ໄປ​ໄກ​ຫາ​ທະ​ເລ. ສິ່ງ​ທີ່​ຮ້າຍ​ໄປ​ກວ່າ​ນັ້ນ, ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​, ​ໂດຍ​ທີ່​ໄວ້​ວາງ​ໃຈ​ຂ້າພະ​ເຈົ້າ, ​ໄດ້​ລອຍ​ຕາມ​ຂ້າພະ​ເຈົ້າມາ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຄິດ​ວ່າ ອາດ​ເອົາ​ຕົວ​ບໍ່ລອດ​ແນ່ນອນ ​ເພາະ​ການ​ຕັດສິນ​ໃຈ​ຂອງ​ຂ້າພະ​ເຈົ້າ, ພ້ອມ​ນີ້ ພັນ​ລະ​ຍາຂອງ​ຂ້າພະ​ເຈົ້າອາດຈົມ​ນ້ຳຕາຍ​ອີກ. ຫລັງ​ຈາກ​ໄດ້​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ​ແລະ ​ໂດຍ​ທີ່​ເຊື່ອ​ໃນ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ, ຕີນ​ຂອງ​ພວກ​ເຮົາ​ໄດ້​ສຳ​ພັດ​​ຊາຍ​ຫາດ, ​ແລະ ສາມາດ​ຍ່າງ​ກັບ​ໄປ​ຫາ​ໝູ່​ເພື່ອນ ​ແລະ ລູກ​ສາວ​ໄດ້.

ມີ​ຫລາຍກະ​ແສຢູ່​ໃນ​ໂລກ​ມະຕະ​ນີ້—ບາງ​ກະ​ແສກໍ​ປອດ​ໄພ ​ແລະ ບາງ​ກະ​ແສກໍ​ອັນຕະລາຍ​ຫລາຍ. ປະທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ສອນ​ວ່າ ມີ​ພະລັງ​ທີ່​ແຮງ​ກ້າ​ໃນ​ຊີວິດ​ຂອງ​ເຮົາ​ເອງ ຄື​ກັນ​ກັບ​ກະ​ແສກ້ອງ​ທະ​ເລທີ່​ຕາ​ຫລຽວ​ບໍ່​ເຫັນ.2 ພະລັງ​ເຫລົ່າ​ນີ້​ມີ​ຈິງ. ​ເຮົາ​ບໍ່​ຄວນ​ປະໝາດມັນ.

ຂ້າພະ​ເຈົ້າຂໍ​ກ່າວ​ກ່ຽວ​ກັບ​ອີກ​ກະ​ແສໜຶ່ງ, ກະ​ແສຈາກ​ສະຫວັນ, ຊຶ່ງ​ກາຍ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​​ເປັນ​ຜູ້​ໜຶ່ງ​ທີ່​ປ່ຽນ​ໃຈ​​ເຂົ້າມາ​ຮ່ວມ​ສາດສະໜາ​ຈັກ. ກ່ອນ​ປ່ຽນ​ໃຈ​ເຫລື້ອມ​ໃສ, ຂ້າພະ​ເຈົ້າສົນ​ໃຈ​ເລື່ອງ​ການ​ຫລິ້ນ​ສະ​ກີ, ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ໄດ້​ຍ້າຍ​ໄປ​ຢູ່ ​ເອີຣົບ ຫລັງ​ຈາກ​ຮຽນ​ຈົບ​ມັດທະຍົມ​ປາຍ ​ເພື່ອ​ບັນລຸ​ຕາມ​ຄວາມ​ປາດ​ຖະໜາ​ຂອງ​ຂ້າພະ​ເຈົ້າ. ຫລັງ​ຈາກ​ຫລາຍ​ເດືອນ ກັບ​ການ​ໃຊ້​ຊີວິດ​ຕາມ​ອຸດົມ​ຄະຕິ, ຂ້າພະ​ເຈົ້າຮູ້ສຶກ​ວ່າ ຂ້າພ​ະ​ເຈົ້າຄວນ​ໜີຈາກ​ທີ່​ນັ້ນ. ​ໃນ​ເວລາ​ນັ້ນ ຂ້າພະ​ເຈົ້າບໍ່​ເຂົ້າ​ໃຈ​ ທີ່​ມາ​ຂອງຄວາມ​ຮູ້ສຶກ, ​ແຕ່​ໄດ້​​ເຮັດ​ຕາມ. ຂ້າພະ​ເຈົ້າ​ໄດ້​ມາ​ຕົກ​ຢູ່​ເມືອງ​ໂພຣ​ໂວ, ລັດ​ຢູທາ ຢູ່​ນຳ​ໝູ່​ທີ່​ດີ​ສອງ​ສາມ​ຄົນ, ​ເຊັ່ນ​ດຽວ​ກັບ​ຂ້າພະ​ເຈົ້າ, ​ເຂົາ​ເຈົ້າກໍ​ເປັນ​ຄົນ​ທີ່​ເຊື່ອ​ຖື​ສາດສະໜາອື່ນ.

​ໃນ​ຂະນະ​ທີ່ຢູ່​ເມືອງ​ໂພຣ​ໂວ, ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ຄົນ​ທີ່​ດຳລົງ​ຊີວິດ ​ໃນ​ວິທີ​ທີ່​ແຕກ​ຕ່າງ​ຫລາຍຈາກ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຢາກ​ພົວພັນ​ກັບ​ເຂົາ​ເຈົ້າ, ​ໂດຍ​ທີ່​ບໍ່​ຮູ້​ວ່າ​ເປັນຫຍັງ. ທຳ​ອິດ, ຂ້າພະ​ເຈົ້າກໍ​ຕ້ານ​ກັບ​ຄວາມ​ຮູ້ສຶກ​ນັ້ນ, ​ແຕ່​ບໍ່​ດົນ ​ຂ້າພະ​ເຈົ້າ​ໄດ້​ພົບ​ຄວາມ​ສະຫງົບ ​ແລະ ຄວາມ​ປອບ​​ໂຍນ ທີ່​ຂ້າພະ​ເຈົ້າບໍ່​ເຄີຍ​ຮູ້​ມາ​ກ່ອນ. ຂ້າພະ​ເຈົ້າ​ໄດ້​​ເລີ່​ມຕົ້ນຮັບ​ເອົາ​ກະ​ແສໜຶ່ງ​ອີກ—ກະ​ແສທີ່​ຊ່ອຍ​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ເຖິງ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ.

ຂ້າພະ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ​ພ້ອມ​ກັບ​ໝູ່​ເພື່ອນ​ຂອງ​ຂ້າພະ​ເຈົ້າ​ໃນ​ປີ 1972. ກະ​ແສ​ໃໝ່​ທີ່ຂ້າພະ​ເຈົ້າ​ໄດ້​ເລືອກ​ຕິດຕາມນີ້, ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ​ໄດ້​ຊີ້​ນຳ​ທາງຂ້າພະ​ເຈົ້າ ​ແລະ ​ເຮັດ​ໃຫ້​ຊີວິດ​ຂອງ​ຂ້າພະ​ເຈົ້າມີ​ຄວາມ​ໝາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແຕ່​ກໍ​ບໍ່​ປາດ​ສະ​ຈາກ​ການ​ທ້າ​ທາຍ. ທຸກ​ສິ່ງ​​ແມ່ນ​ໃໝ່​ສຳລັບ​ຂ້າພະ​ເຈົ້າ. ບາງ​ເທື່ອ​ຂ້າພະ​ເຈົ້າຮູ້ສຶກ​ວ່າ ບໍ່​ເຂົ້າ​ໃຈ ​ແລະ ສັບສົນ. ທັງ​ໝູ່​ເພື່ອນ ​ແລະ ຄອບຄົວ​ກໍ​ໄດ້​ສອບ​ຖາມ ​ແລະ ທ້າ​ທາຍ​ຂ້າພະ​ເຈົ້າ.

ຂ້າພະ​ເຈົ້າຕ້ອງ​ເລືອກ. ຄຳ​ຖາມ​ບາງ​ຂໍ້​ຂອງ​ເຂົາ​ເຈົ້າ ​ໄດ້​ສ້າງ​ຄວາມ​ສົງ​ໄສ ​ແລະ ຄວາມບໍ່​​ແນ່ນອນ. ການ​ເລືອກ​ນັ້ນ​ແມ່ນສຳຄັນຫລາຍ. ຂ້າພະ​ເຈົ້າຕ້ອງ​ຫັນ​ຫາ​ຜູ້​ໃດ? ຫລາຍ​ຄົນ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ຂ້າພະ​ເຈົ້າ​ໄດ້​ຕັດສິນ​ໃຈ​ຜິດ—“ຄື້ນ” ​ໄດ້​ພະຍາຍາມ​ດຶງ​ຂ້າພະ​ເຈົ້າອອກ​ຫ່າງ​ຈາກກະ​ແສ​​ແຫ່ງຄວາມ​ສະຫງົບ ຊຶ່ງ​ໄດ້​ກາຍ​ເປັນ​ແຫ​ລ່ງທີ່​​ໃຫ້​ຄວາມສຸກ​ຢ່າງ​ຫລວງຫລາຍ​. ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລັກ​ທຳ​ຢ່າງ​ແຈ່ມ​ແຈ້ງ, ວ່າ “ຕ້ອງ​ມີ​ສິ່ງ​ກົງ​ກັນຂ້າມ​ໃນ​ທຸກ​ຢ່າງ” ​ແລະ ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຕັດ​ສິນ​ໃຈ​ສຳລັບ​ຕົນ​ເອງ ​ແລະ ບໍ່​ໃຫ້​ຄົນ​ອື່ນ​ມາ​ຍຶດ​ເອົາ​ອຳ​ເພີ​ໃຈ​ຂອງ​ຂ້າພະ​ເຈົ້າ​ໄປ.3

ຂ້າພະ​ເຈົ້າ​ໄດ້​ຖາມ​ຕົນ​ເອງ​ວ່າ, “​ເປັນ​ຫຍັງ​ຂ້າພະ​ເຈົ້າຈຶ່ງ​ຈະ​ຫັນ​ໜີ​​ໄປຈາກ​ສິ່ງ​ທີ່​​ໄດ້​ນຳຄວາມ​ປອບ​ໂຍນ​ຢ່າງ​ຫລວງຫລາຍມາ​ໃຫ້​ຂ້າພະ​ເຈົ້າ?” ດັ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເຕືອນ ອໍ​ລີ​ເວີ ຄາວ​ເດີ​ຣີ ວ່າ, ​ພຣະອົງ​ບໍ່​ໄດ້​ກ່າວໃຫ້ຄວາມ​ສະ​ຫງົບແກ່ຈິດ​ໃຈ​ຂອງ​ລາວບໍ​ກ່ຽວ​ກັບ​ເລື່ອງ​ນີ້?”4 ປະສົບ​ການ​ຂອງ​ຂ້າພະ​ເຈົ້າ ກໍ​ຄ້າຍຄື​ກັນນັ້ນ. ດັ່ງນັ້ນ, ຂ້າພະ​ເຈົ້າຈຶ່ງ​ໄດ້​ຫັນ​ໄປ​ດ້ວຍ​ຄວາມ​ແນ່ນອນ​ໃຈ​ກວ່າ​ເກົ່າ ຫາ​ພຣະບິດາ​ເທິງ​ສະຫວັນ, ຫາ​ພຣະຄຳ​ພີ, ​ແລະ ຫາ​ໝູ່​ເພື່ອນ​ທີ່​ຂ້າພະ​ເຈົ້າ​ໄວ້​ວາງ​ໃຈ​ໄດ້.

ແຕ່​ກໍ​ຍັງ​ມີ​ຄຳ​ຖາມ​ຫລາຍ​ຢ່າງ​ທີ່​ຂ້າພະ​ເຈົ້າຕອບ​ບໍ່​ໄດ້. ຂ້າພະ​ເຈົ້າຈະ​ກ່າວ​ເຖິງ​ຄວາມ​ບໍ່​ແນ່ນອນ​ຂອງ​ມັນ​ໄດ້​ແນວ​ໃດ? ​ແທນ​ທີ່​ຈະ​ໃຫ້​ມັນ​ທຳລາຍ​ຄວາມ​ສະຫງົບ ​ແລະ ຄວາມສຸກ​ທີ່​ມາສູ່​ຊີວິດ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​​ເລືອກ​ປະ​ຄຳ​ຖາມ​ນັ້ນ​ໄວ້ຊົ່ວ​ໄລຍະ​ໜຶ່ງ, ​ໂດຍ​ທີ່​​ໄວ້​ວາງ​ໃຈ​ໃນ​ເວລາ​ຂອງ​ພຣະຜູ້​ເປັນ​ເຈົ້າ, ວ່າ​ພຣະອົງ​ຈະ​ເປີດ​ເຜີຍ​ທຸກ​ສິ່ງ​. ຂ້າພະ​ເຈົ້າ​ໄດ້​ພົບ​ຄວາມ​ສະຫງົບ​ກັບ​ພຣະຄຳ​ຂອງ​ພຣະອົງ ທີ່​ກ່າວ​ກັບ​ສາດສະດາ​ໂຈ​ເຊັບ​ວ່າ ພວກ​ເຈົ້າ​ເປັນ​ເດັກນ້ອຍ ​ແລະ ​ພວກເຈົ້າບໍ່​ສາມາດ​ອົດທົນ​ກັບທຸກ​ສິ່ງທັງ​ປວງ​ໃນ​ຕອນ​ນີ້; ​ພວກເຈົ້າ​ຕ້ອງ​ເຕີບ​ໂຕ​ຂຶ້ນໃນ​ພຣະຄຸນ ​ແລະ ​ໃນ​ຄວາມ​ຮູ້ເລື່ອງ​ຄວາມ​ຈິງ.5 ຂ້າພະ​ເຈົ້າ​ໄດ້​ເລືອກ​ ທີ່​ຈະ​ບໍ່​ປະ​ຖິ້ມ​ສິ່ງ​ທີ່​ຂ້າພະ​ເຈົ້າຮູ້​ວ່າ​ເປັນຄວາມ​ຈິງ ​ໂດຍ​ການ​ຕິດຕາມ​ກະ​ແສ​ທີ່​ລຶກລັບ ​ແລະ ​ເປັນຕາ​ສົງ​ໄສ—ຊຶ່ງ​ອາດ​ເປັນ “ຄື້ນ.” ດັ່ງ​ທີ່​ປະທານ ​ເອັນ ແອວ​ດັນ ​ແທນ​ເນີ ​ໄດ້​ສອນ​ວ່າ, ຂ້າພະ​ເຈົ້າຮຽນ​ຮູ້​ວ່າ, “ເປັນ​ສິ່ງ​ສະຫລາດ​ຂະໜາດ​ໃດ ທີ່​ມະນຸດ​ຈະ​ຍອມຮັບ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ຢ່າງ​ງ່າຍດາຍ … ​ແລະ ຮັບ​ເອົາ​ສິ່ງ​ທີ່ … ​ເຂົາ​ບໍ່​ເຂົ້າ​ໃຈ​ດ້ວຍ​ສັດທາ.”6

ນີ້​ໝາຍ​ຄວາມ​ວ່າ ບໍ່​ມີ​ການ​ສອບ​ຖາມ​ດ້ວຍ​ຄວາມ​ຊື່ສັດ​ບໍ? ​ໃຫ້​ຖາມ​ຊາຍ​ໜຸ່ມ​ຜູ້​ໄດ້​ເຂົ້າ​ໄປ​ໃນ​ປ່າ ​ເພາະ​ຢາກ​ຮູ້​ວ່າ​ລາວ​ຄວນ​ເຂົ້າຮ່ວມ​ສາດສະໜາ​ຈັກ​ໃດ. ​ໃຫ້​ຖືພຣະຄຳ​ພີ​ Doctrine and Covenants ໄວ້​ໃນ​ມືຂອງ​ທ່ານ, ​ແລະ ຮູ້​ວ່າ​ ການ​ເປີດ​ເຜີຍ​ເກືອບ​ທັງ​ໝົດ​ຢູ່​ໃນ​ບັນທຶກ​ທີ່​ດົນ​ໃຈ​ນີ້ ​ຄື​ຜົນ​ສະທ້ອນ​ຂອງ​ການສະ​ແຫວງຫາ​ຄວາມ​ຈິງ​ດ້ວຍ​ຄວາມ​ຖ່ອມ​ຕົນ. ​ໂຈ​ເຊັບ​ໄດ້​ພົບ​​ວ່າ, “ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າຂາດ​ສະຕິ​ປັນຍາ, ກໍ​ໃຫ້​ຜູ້ນັ້ນທູນ​ຂໍ​ຈາກ​ພຣະ​ເຈົ້າ, [ຜູ້] ​ໂປດປະທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະກະລຸນາ, … ​ແລະ ຜູ້ນັ້ນຈະ​ໄດ້​ຮັບ​ສິ່ງ​ທີ່​ທູນ​ຂໍ.”7 ໂດຍ​ການ​ທູນ​ຂໍ​ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ​ໂດຍ​ການສະ​ແຫວ​ງຫາ​ຄຳ​ຕອບ​ຈາກ​ສະຫວັນ, ​ເຮົາ​ຈະ​ຮຽນ​ຮູ້​ ເປັນ​ບັນທັດ, ​ເປັນ​ຂໍ້​ເລັກໆ​ໜ້ອຍໆ,”8 ໃນ​ຂະນະ​ທີ່​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ ​ແລະ ສະຕິ​ປັນຍາ​ຫລາຍ​ຂຶ້ນ.

ຄຳ​ຖາມ​ບໍ່​ແມ່ນ “​ເຮົາ​ສາມາດ​ຖາມ​ດ້ວຍ​ຄວາມ​ຊື່ສັດ ​ແລະ ດ້ວຍ​ຄວາມ​ຈິງ​ໃຈ​ບໍ?” ​ແຕ່​ແມ່ນ​ຄຳ​ຖາມ​ນີ້ “ເຮົາ​ຈະ​ຫັນ​​ໄປ​ຫາ​ທາງ​ໃດ​ສຳລັບ​ຄວາມ​ຈິງ ​ເມື່ອ​ມີ​ຄຳ​ຖາມ?” “​ເຮົາ​ຈະ​ສະ​ຫລາດ​ພໍ​ທີ່​ຈະ​ຍຶດໝັ້ນຢູ່​ນຳ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​​ເປັນຄວາມ​ຈິງ ​ເຖິງ​ແມ່ນ​ຈະ​ມີ​ຄຳ​ຖາມສອງ​ສາມ​ຢ່າງ?” ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ມີ​ພຣະ​ເຈົ້າ—ຜູ້​ຮູ້ຈັກ​ທຸກ​ສິ່ງ​ທັງ​ປວງ—ຮູ້ຈັກ​ທີ່​ສຸດ​ນັບ​ຕັ້ງ​ແຕ່ຕົ້ນ. ທຸກ​ສິ່ງ​ທັງ​ປວງ​ຢູ່​ຕໍ່​ພຣະພັກ​ຂອງພຣະອົງ.9 ພຣະຄຳ​ພີ​ເປັນ​ພະຍານ​ວ່າ ພຣະອົງຈະບໍ່​ດຳ​ເນີນ​ໄປ​ຕາມ​ທາງ​ຄົດ …, ​ທັງ​ຈະ​ບໍ່ປ່ຽນ​ແປງ​ຈາກ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້.10

​ໃນ​ເສັ້ນທາງ​ແຫ່ງ​ມະຕະ​ນີ້ ​ເຮົາ​ບໍ່​ຄວນ​ຄິດ​ວ່າ ການ​ເລືອກ​ຂອງ​ເຮົາ​ພຽງ​ແຕ່​ກະທົບກະ​ເທືອ​ນກັບ​ຕົວ​ເຮົາ​ເທົ່າ​ນັ້ນ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ມາ​ຢ້ຽມຢາມ​ຂ້າພະ​ເຈົ້າຢູ່​ເຮືອນ. ​ເບິ່ງ​ແລ້ວ​ ລາວ​ກໍ​ເປັນ​ຄົນ​ດີ, ​ແຕ່​ຂ້າພະ​ເຈົ້າຮູ້ສຶກ​ວ່າ ລາວ​ບໍ່​ໄດ້ຈິງ​ຈັງ​ປານ​ໃດ​ກັບ​ກິດຈະກຳ​ໃນ​ໂບດ. ລາວ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ລາວ​ໄດ້​ເຕີບ​ໂຕ​ຂຶ້ນ​ໃນ​ຄອບຄົວ​ທີ່​ເຂັ້ມ​ແຂງ ຈົນ​ກວ່າ​ພໍ່​ຂອງ​ລາວ​​ໄດ້​ນອກ​ໃຈ​ແມ່​ຂອງ​ລາວ, ​ເຖິງ​ຂັ້ນ​ໄດ້​ຢ່າ​ຮ້າງ​ກັນ ​ແລະ ​ໄດ້​ຍົວະ​ຍົງອ້າຍ​ເອື້ອຍ​ນ້ອງ​ຂອງ​ລາວ​​ໃຫ້ມີ​ຄວາມສົງ​ໄສ​ສາດສະໜາ​ຈັກ ​ແລະ ​ໄດ້ໜີ​ອອກ​ຫ່າງ​ໄກ. ຂ້າພະ​ເຈົ້າຮູ້ສຶກ​ໂສກ​ເສົ້າຫລາຍ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກ່າວ​ກັບ​ພໍ່ໜຸ່ມ​ຄົນ​ນີ້ ຜູ້​ໄດ້​ຮັບ​ຜົນ​ກະທົບກະ​ເທືອ​ນຈາກ​ການ​​ເລືອກ​ຂອງ​ພໍ່​ລາວ, ຜູ້​ໄດ້​ລ້ຽງ​ດູ​ລູກໆ​ຂອງ​ລາວປາດ​ສະ​ຈາກ​ພອນ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

ຊາຍ​ອີກ​ຄົນ​ໜຶ່ງ​ທີ່​ຂ້າພະ​ເຈົ້າຮູ້ຈັກ, ຜູ້​ຊຶ່ງ​ເຄີຍ​ເປັນ​ສະມາຊິກ​ທີ່​ເຂັ້ມ​ແຂງ​ຂອງ​ສາດສະໜາ​ຈັກ, ​ໄດ້​ມີ​ຄຳ​ຖາມ​ບາງ​ຢ່າງ​ກ່ຽວ​ກັບ​ຄຳ​ສອນ​ບາງ​ຂໍ້. ​ແທນ​ທີ່​ຈະ​ທູນ​ຂໍ​ຄຳ​ຕອບ​ຈາກ​ພຣະບິດາ​ເທິງ​ສະຫວັນ, ລາວ​ໄດ້​ເລືອກ​​ເພິ່ງ​ພາ​ແຫລ່ງຈາກ​ນັກປາດ​ອາຈານ. ລາວ​ໄດ້​ຫັນ​ຫົວ​ໃຈ​ໄປ​ທາງ​ອື່ນ ​ໃນ​ຂະນະ​ທີ່​ລາວ​ສະ​ແຫວງຫາ​ການ​ສັນລະ​ເສີນ​ຂອງມະນຸດ. ຄວາມທະ​ນົງ​ຕົວ​ຂອງ​ລາວ​ໄດ້​ເປັນ​ທີ່​ເພິ່ງ​ພໍ​ໃຈ, ຢ່າງ​ໜ້ອຍ​ຊົ່ວ​ໄລຍະ​ໜຶ່ງ, ​ແຕ່​ລາວ​ໄດ້​ຖືກ​ຕັດ​ອອກ​ຈາກ​ອຳນາດ​ຂອງ​ສະຫວັນ.11 ແທນ​ທີ່​ຈະຄົ້ນຫາ​ຄວາມ​ຈິງ, ລາວ​ໄດ້​ສູນ​ເສຍ​ປະຈັກ​ພະຍານ​ຂອງ​ລາວ ​ແລະ ​ໄດ້​ຊັກ​ຈູງ​ຫລາຍ​ຄົນ​ໃນ​ຄອບຄົວ​​ໄປ​ກັບ​ລາວ.

ຊາຍ​ສອງ​ຄົນ​ນີ້​ໄດ້​ຖືກ​ຄື້ນທີ່​ບໍ່​ສາມາດ​ຫລຽວ​ເຫັນ​ ດຶງ​ເຂົາ​ເຈົ້າ​ອອກ​ໄປ ​ແລະ ​ໄດ້​ພາ​ຫລາຍ​ຄົນ​ອອກໄປ​ດ້ວຍ.

ກົງກັນຂ້າມ, ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ ລາ​ລູ ​​ແລະ ຫລຸຍ ມຽວ​ເລີ, ພໍ່​ແມ່​ຂອງ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ຜູ້​​ຊຶ່ງ​ເຖິງ​ແມ່ນ​ພວກ​ເພິ່ນມີ​ພຽງພໍ​ຢູ່​ພໍ​ກິນ, ​ເລືອກ​ທີ່​ຈະສອນ​ຄຳ​ສອນ​ທີ່​ແທ້​ຈິງທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ​​ໃຫ້ແກ່​ລູກໆ​ຂອງ​ພວກ​ເພິ່ນ ​ແລະ ​ທີ່​ຈະ​ດຳລົງ​ຊີວິດ​ຕາມ​ນັ້ນ. ​ໂດຍ​ການ​ເຮັດ​ສິ່ງ​ດັ່ງກ່າວ ​ພວກ​ເພິ່ນໄດ້​ເປັນ​ພອນ​ໃຫ້​ແກ່​ລູກ​ຫລານ ດ້ວຍຜົນ​ຂອງ​ພຣະກິດ​ຕິ​ຄຸນ ​ແລະ ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ນິລັນດອນ.

ຢູ່​ບ້ານ​ເຮືອນ​ຂອງ​ພວກ​ເພິ່ນ, ​ພວກ​ເພິ່ນ​ໄດ້​ວາງ​ແບບ​ແຜນ​ ບ່ອນ​ທີ່​ໃຫ້​ຄວາມນັບຖື​ຕໍ່ຖານະ​ປະ​ໂລຫິດ, ບ່ອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ​ແລະ ຄວາມ​ຖືກຕ້ອງ​ປອງ​ດອງ, ​ແລະ ບ່ອນ​ທີ່​ຫລັກ​ທຳ​ພຣະກິດ​ຕິ​ຄຸນ​ນຳພາ​ຊີວິດ​ຂອງ​ພວກ​ເພິ່ນ. ພໍ່ຫລຸຍ ​ແລະ ​ແມ່ລາລູ, ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ການ​ດຳລົງ​ຊີວິດ​ຕາມ​​ແບບ​ແຜນ​ຂອງ​ພຣະຜູ້​ເປັນ​ເຈົ້ານັ້ນ​ເປັນ​​ແບບ​ໃດ. ລູກໆ​ຂອງ​ພວກ​ເພິ່ນສາມາດ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ກະ​ແສ​ໃດ​ໃນ​ຊີວິດ​ຈະ​ນຳ​ຄວາມ​ສະຫງົບ ​ແລະ ຄວາມສຸກ​ມາ​ໃຫ້​ເຂົາ​ເຈົ້າ. ​ແລະ ​ເຂົາ​ເຈົ້າກໍ​ໄດ້​ເລືອກ​ຕາມ​ນັ້ນ. ດັ່ງ​ທີ່​ປະທານຄິມ​ໂບ​ໄດ້​ສອນ​ວ່າ, “ຖ້າ​​ເຮົາ​ສາມາດ​ສ້າງ​ກະ​ແສ … ທີ່​ມີ​ພະລັງ, ສະ​ໝ່ຳ​ສະໝີ ​ພັດ​ໄປ​ທາງ​ເປົ້າໝາຍ​ທີ່​ຊອບ​ທຳ​ຂອງ​ເຮົາ, ​ແລ້ວ​ເຮົາ ກັບ​ລູກໆ​ຂອງ​ເຮົາ ຈະ​ຖືກ​ນຳພາ​ໄປ​​ໜ້າ ​ເຖິງ​ແມ່ນຈະປະ​ເຊີນ​ກັບ​ລົມ​ພະຍຸ​ທີ່ຫຍຸ້ງຍາກ, ຄວາມ​ຜິດ​ຫວັງ, [ແລະ] ການ​ລໍ້​ລວງ​ກໍ​ຕາມ.”12

ການ​ເລືອກ​ຂອງ​ເຮົາ​ສຳຄັນ​ບໍ? ມັນ​ກະທົບກະ​ເທືອ​ນກັບ​ເຮົາ​​ເທົ່າ​ນັ້ນບໍ? ​ເຮົາ​ໄດ້​ຕັ້ງ​ເປົ້າໝາຍ​ທີ່​ໝັ້ນຄົງ​ໃນ​ກະ​ແສ​ນິລັນດອນ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ແລ້ວ​ບໍ?

​ບາງ​ຄັ້ງບາງ​ຄາວ, ຂ້າພະ​ເຈົ້າກໍ​ຄິດ​​ກ່ຽວ​ກັບ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າຢ້ານ. ຖ້າ​​ໃນ​ມື້ນັ້ນ ​ໃນ​ເດືອນ​ກັນຍາ​ນັ້ນ, ​ໃນ​ຂະນະ​ທີ່​ພັກຜ່ອນ​ຢູ່​ຕາມ​ຊາຍ​ຫາດ​ຂອງທະ​ເລ​ອິນ​ເດຍ, ຖ້າ​ຂ້າພະ​ເຈົ້າ​ໄດ້​ເວົ້ານຳ​ນາງ ​ແນວລີ ວ່າ, “​​ໄປ​ໂລດ​ລູກ, ​ໃຫ້​ລອຍໄປ​ຫາ​ເກາະ​ຊາຍ​ຫາດ​ນັ້ນ.” ຫລື ຖ້າ​ນາງ​ໄດ້​ລອຍ​ໄປ​ກັບ​ຂ້າພະ​ເຈົ້າ ​ແລ້ວ​ນາງ​ຈະ​ສາມາດ​ລອຍ​ກັບ​ຄືນ​​ໄດ້​ບໍ? ຖ້າ​ຂ້າພະ​ເຈົ້າຕ້ອງ​ມີ​ຊີວິດ​ຢູ່ ​ໂດຍ​ທີ່​ຮູ້​ວ່າ ຕົວຢ່າງ​ຂອງ​ຂ້າພະ​ເຈົ້າ ​ໄດ້​ເຮັດ​ໃຫ້​ລູກ​ສາວ​ຖືກ​ດຶງ​ອອກ​ໄປ​ທະ​ເລ, ​ແລະ ບໍ່​ຫວນ​ຄືນ​ມາ​ອີກ, ຂ້າພະ​ເຈົ້າຈະ​ເປັນ​ແນວ​ໃດ?

ກະ​ແສ​ທີ່​ເຮົາ​ຕິດຕາມ​​ເປັນ​ສິ່ງ​ສຳຄັນ​ບໍ? ຕົວຢ່າງ​ຂອງ​ເຮົາ​​ແມ່ນສຳຄັນ​ບໍ?

ພຣະບິດາ​ເທິງ​ສະຫວັນ​ໄດ້​ອວຍພອນ​ເຮົາ​ດ້ວຍ​ຂອງ​ປະທານ​​ແຫ່ງ​ສະຫວັນ​​ ນັ້ນຄືພຣະວິນ​ຍານ​ບໍລິສຸດ ​ເພື່ອນຳພາ​ການ​ເລືອກ​ຂອງ​ເຮົາ. ພຣະອົງ​ໄດ້​ສັນຍາວ່າ ຈະ​ປະທານ​ການ​ດົນ​ໃຈ ​ແລະ ການ​ເປີດ​ເຜີຍ​ໃຫ້​ເຮົາ ​ເມື່ອ​ເຮົາ​ດຳລົງ​ຊີວິດ​ຢ່າງ​ມີຄ່າ​ຄວນ​ທີ່​ຈະ​ຮັບ​ເອົາ​ມັນ. ຂ້າພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ສວຍ​ໂອກາດ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ສະຫວັນ ​ແລະ ສຳ​ຫລວດ​ກວດກາ​​ການ​ເລືອກ​ຂອງ​ຕົນ​ເອງ ​ໂດຍ​ຖາມ​ຕົນ​ເອງ​ວ່າ, “ການ​ຕັດສິນ​ໃຈ​ຂອງ​ເຮົາ​ໄດ້​ຝັງ​​ເລິກຢູ່​ໃນ​ດິນ​ດີ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດຫລື​ບໍ່?” ຂ້າພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ດັດ​ແປງ​ສິ່ງ​ທີ່​ຈຳ​ເປັນ, ບໍ່​ວ່າ​ຈະ​ເປັນ​ສິ່ງ​ນ້ອຍ ຫລື ​ໃຫຍ່, ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ທ່ານ​ຈະ​ໄດ້​ຮັບ​ພອນ​ນິລັນດອນ​​ໃນ​ແຜນທີ່​ພຣະບິດາ​ເທິງ​ສະຫວັນມີ​ໄວ້ສຳລັບ​ທ່ານ ​ແລະ ຄົນ​ທີ່​ທ່ານ​ຮັກ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ຄຣິດ​ເປັນ​ພຣະຜູ້​ຊ່ອຍ​​ໃຫ້​ລອດ ​ແລະ ​ເປັນ​ພຣະຜູ້​ໄຖ່​ຂອງ​ເຮົາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ນຳພຣະອົງ​ແມ່ນ​ສັກສິດ ​ແລະ ບໍລິສຸດ. ​ເຮົາບໍ່​ຄວນເຮັດ​ຫລິ້ນໆ​ກັບສິ່ງທີ່ສັກສິດ.13 ຂໍ​ໃຫ້​ເຮົາ​ຈົ່ງ​ຊື່ສັດ​ຕະຫລອດ​ໄປ, ​ຂ້າພະ​ເຈົ້າອະທິຖານ​ມາ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.