​2010–2019
ການສະໜັບສະ​ໜູນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຂອງ​ສາດສະໜາ​ຈັກ
ຕຸລາ 2014


ການສະໜັບສະ​ໜູນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຂອງ​ສາດສະໜາ​ຈັກ

ຂໍ​ສະ​ເໜີ​ໃຫ້​ສະໜັບ​ສະ​ໜູນ ທອມ​ມັສ ສະ​ເປັນ​ເຊີ ​ມອນ​ສັນ​ ​ເປັນ​ປະທານ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ ​ແລະ ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ; ​ເ​ຮັນຣີ ​ເບັນ​ນຽນ ​ໄອຣິງ ​ເປັນ​ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ​ແລະ ດີ​ເດີ ​ຟະຣີດະ​ຣິກ ​ອຸກ​ດອບ ​ເປັນ​ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ສູງ​ສຸດ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍສະເໜີໃຫ້ສະໜັບສະໜູນ ບອຍ ເຄນເນັດ ແພ໊ກເກີ ເປັນປະທານສະພາອັກຄະສາວົກສິບສອງ; ແລະ ຕໍ່ໄປນີ້ຄື ສະພາອັກຄະສາວົກສິບສອງ: ບອຍ ເຄ ແພ໊ກເກີ, ແອວ ທອມ ແພລີ, ຣະໂຊ ເອັມ ແນວສັນ, ດາລິນ ເອັຈ ໂອກສ໌, ເອັມ ຣະໂຊ ບາເລີດ, ຣິເຈີດ ຈີ ສະກາດ, ຣໍເບີດ ດີ ແຮວສ໌, ແຈັບຟະຣີ ອາ ຮໍແລນ, ເດວິດ ເອ ແບ໊ດນາ, ຄວນຕິນ ແອວ ຄຸກ, ດີ ທອດ ຄຣິສໂຕເຟີສັນ, ແລະ ນຽວ ແອວ ແອນເດີເສັນ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ທີ່​ປຶກສາ​ໃນ​ຝ່າຍປະທານ​ສູງ​ສຸດ ​ແລະ ​ອັກຄະ​ສາວົກ​ສິບ​ສອງ​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ປົດ ​ແອວ​ເດີ ຄາ​ໂລ​ສ໌ ​ເອັຈ ອາມາ​ໂດ ​ແລະ ວິວລຽມ ອາ ວອກ​ເກີ ຈາກ​ການ​ເປັນ​ສະມາຊິກ​​ໃນ​ສະພາ​ສາວົກ​ເຈັດ​ສິບກຸ່ມ​ທີ​ໜຶ່ງ ດ້ວຍ​ຄວາມຂອບ​ໃຈ​ເປັນ​ຢ່າງ​ຍິ່ງ ສຳລັບ​ການ​ຮັບ​ໃຊ້​ທີ່​ດີ​ເດັ່ນ​ຂອງ​ພວກ​ເພິ່ນ, ​ແລະ ​ແຕ່ງຕັ້ງພວກ​ເພິ່ນ​​ໃຫ້ເປັນ​ອາ​ດີດ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ພວກ​ເຮົາສຳລັບ​ການ​ຮັບ​ໃຊ້​ທີ່​ອຸທິດ​ຕົນ​ຂອງ​ພວກ​ເພິ່ນ​, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

​ແອວ​ເດີ ອາຣາຢິກ ວີ ມີນາ​ສານ ​ແລະ ກະວີ​ໂດ ​ເຊ​ນການສ໌ ໄດ້​ຖືກ​ປົດ​ຈາກ​ຕຳ​ແໜ່​ງ​​ສາວົກ​ເຈັດ​ສິບ​ປະຈຳ​ເຂດ. ຂໍ​ສະ​ເໜີ​ໃຫ້​ພວກ​ເຮົາສະ​ແດງ​ຄວາມ​ຂອບ​ໃຈສຳລັບ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຄົນ​ອື່ນໆ, ສາວົກ​ເຈັດ​ສິບ​ປະຈຳ​ເຂດ, ​ແລະ ຝ່າຍ​ປະທານ​ອົງການ​ສາມັນ​ຕ່າງໆ ຊຶ່ງ​ຖືກ​ແຕ່ງຕັ້ງ​ໄວ້​ແລ້ວ​ຕອນ​ນີ້.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂອບ​ໃຈ, ອ້າຍ​​ເອື້ອຍ​ນ້ອງ​ທັງຫລາຍ, ສຳລັບ​ສັດທາ ​ແລະ ການ​ອະທິຖານ​ຂອງ​ທ່ານ​ສຳລັບ​ພວກ​ເຮົາ.