​2010–2019
​ແບ່ງປັນ​ຄວາມ​ສະຫວ່າງ​ຂອງ​ທ່ານ
ຕຸລາ 2014


​ແບ່ງປັນ​ຄວາມ​ສະຫວ່າງ​ຂອງ​ທ່ານ

​ເຮົາ​ຕ້ອງ​ຍຶດໝັ້ນ​ໃນ​ສັດທາ​ຂອງ​ເຮົາ ​ແລະ ​ເປັ່ງສຽງ​​ປະກາດ​ຄຳ​ສອນ​ທີ່​ແທ້​ຈິງ​.

ຄ່ຳ​ຄືນ​ນີ້ ຂ້າພະ​ເຈົ້າຢາກ​ກ່າວ​ເຖິງ​ໜ້າ​ທີ່​ຮັບຜິດ​ຊອບ​ສຳຄັນ​ສອງ​ຢ່າງ​ທີ່​ເຮົາ​ມີ​ຢູ່. ຢ່າງ​ທຳ​ອິດ, ຮ່ວມ​ດ້ວຍ​ການ​ເພີ່ມ​ຄວາມ​ສະຫວ່າງ​ ​ແລະ ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ໃຫ້​ແກ່​ຊີວິດ​ຂອງ​ເຮົາ, ​ແລະ ຢ່າງ​ທີ​ສອງ, ການ​ແບ່ງປັນ​ຄວາມ​ສະຫວ່າງ​​ ​ແລະ ຄວາມ​ຈິງໃຫ້​ກັບ​ຄົນ​ອື່ນ.

​ທ່ານ​ຮູ້​​ບໍວ່າ ທ່ານ​ສຳຄັນຫລາຍ​ປານ​ໃດ? ທ່ານ​ແຕ່ລະຄົນ—​​ໃນເວລາ​ນີ້—​ແມ່ນ​ມີຄ່າ ​ແລະ ສຳຄັນ​ຫລາຍ​​ໃນ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະບິດາ​ເທິງ​ສະຫວັນ. ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ຕ້ອງ​ເຮັດ. ​ເຮົາ​ຮູ້​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ໄດ້​ຟື້ນ​ຟູ​ຄືນ​ມາ​ໃໝ່. ​ເຮົາ​ພ້ອມ​ທີ່​ຈະ​ປົກ​ປ້ອງ​ຄວາມ​ຈິງ​ນັ້ນບໍ່? ​ເຮົາ​ຕ້ອງ​ດຳລົງຊີວິດ​ຕາມ​ພຣະກິດ​ຕິ​ຄຸນ. ​ເຮົາ​ຕ້ອງ​ແບ່ງປັນ​ມັນ. ​ເຮົາ​ຕ້ອງ​ຍຶດໝັ້ນ​ໃນ​ສັດທາ​ຂອງ​ເຮົາ ​ແລະ ​ເປັ່ງສຽງ​​ປະກາດ​ຄຳ​ສອນ​ທີ່​ແທ້​ຈິງ​.

ໃນວາລະສານ Ensign ​ແລະ Liahona, ສະບັບ​ເດືອນ​ກັນຍາ ປີ 2014, ​ແອວ​ເດີ ​​ເອັມ ຣະ​ໂຊ ບາ​ເລີດ ​ໄດ້​ຂຽນ​ວ່າ: “ພວກ​ເຮົາ​ຢາກ​ໃຫ້​ມີ​​ແມ່​ຍິງທີ່​ມີ​ອິດ​ທິພົນ​ພິ​ເສດໃນ​ການ​​ເປັນ​ກະບອກ​ສຽງ ​ແລະ ມີ​ສັດທາ​ສຳລັບ​ຜູ້ຍິງ​ທັງຫລາຍ. ພວກ​ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າຮ່ຳຮຽນ​ຄຳ​ສອນ ​ແລະ ​ເຂົ້າ​ໃຈ​ສິ່ງ​ທີ່​ພວກ​ເຮົາ​ເຊື່ອ ​ເພື່ອ​ວ່າ​​ເຂົາ​ເຈົ້າຈະ​ສາມາດ​ມີ​ປະຈັກ​ພະຍານ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້.”1

ເອື້ອຍ​ນ້ອງ​ທັງຫລາຍ, ທ່ານ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຂ້າພະ​ເຈົ້າ​ໃນ​ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າ​ໄດ້​​ເບິ່ງ​ຕົວຢ່າງ​ຂອງ​ທ່ານ, ​ໄດ້​ຍິນ​ປະຈັກ​ພະຍານ​ຂອງ​ທ່ານ, ​ແລະ ຮູ້ສຶກ​ເຖິງ​ສັດທາ​ຂອງ​ທ່ານ ຈາກ ປະ​ເທດບຣາຊິນ ​ເຖິງ​ປະ​ເທດໂບສສະ​ວາ​ນາ! ທ່ານ​ມີ​ຄວາມ​ສາມາດ​ທີ່​ຈະ​ເປັນ​ອິດ​ທິພົນ​ໃຫ້​ແກ່​ຄົນ​ທີ່ຢູ່​ອ້ອມ​ຮອບ​ທ່ານ ​ໃນ​ທຸກ​ບ່ອນ​ທີ່​ທ່ານ​ໄປ​. ຜູ້​ຄົນ​ທີ່ຢູ່​ອ້ອມ​ຮອບ​ທ່ານ​ກໍ​ຮູ້ສຶກ—ຈາກ​ຄອບຄົວ​ຂອງ​ທ່ານ ​ເຖິງ​ຄົນ​ທີ່​ທ່ານ​ຕິດ​ຕໍ່​ຢູ່​ໃນ​ມື​ຖື ​ແລະ ຈາກ​ໝູ່​ເພື່ອນ​ຂອງ​ທ່ານ​ໃນ​ສື່​ມວນ​ຊົນ ​ເຖິງ​ຄົນ​ທີ່​ນັ່ງ​ຢູ່​ທາງ​ຂ້າງ​ທ່ານ​ໃນ​ຄ່ຳ​ຄືນ​ນີ້. ຂ້າພະ​ເຈົ້າ​ເຫັນ​ພ້ອມ​ກັບຊິດ​ສະ​ເຕີ ​ແຮຣິ​ແອດ ອຸກດອບ, ຜູ້​ໄດ້​ຂຽນ​ວ່າ, “ທ່ານ … ມີ​ຊີວິດ​ຊີວາ ​ແລະ ​ເປັນ​ໄຟ​ເຍືອງ​ທາງ​ສະຫວ່າງ​ສະ​ໄຫວໃນ​ໂລກ​ທີ່​ມືດ​ມົນ, ຜ່ານ​ວິທີ​ທີ່​ທ່ານ​ດຳລົງ​ຊີວິດ, ​ເມື່ອ​ທ່ານ​ສະ​ແດງ​ໃຫ້​ເຫັນ​ວ່າ ພຣະກິດ​ຕິ​ຄຸນ​ເປັນ​ຂ່າວ​ສານ​ທີ່​ໜ້າ​ຊື່ນຊົມ.”2

ປະທານທອມ​ມັສ ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ, “ຖ້າ​ທ່ານ​ຢາກມອບ​ຄວາມ​ສະຫວ່າງ​​ໃຫ້ແກ່​ຄົນ​ອື່ນ, ຕົວ​ທ່ານ​ເອງຕ້ອງ​ສະຫວ່າງ​ຄື​ກັນ.”3 ເຮົາ​ຈະ​ຮັກສາ​ຄວາມ​ສະຫວ່າງ​ແຫ່ງ​ຄວາມ​ຈິງ ​ໃຫ້ຮຸ່ງ​ເຫລື້ອມໃນ​ຕົວເຮົາ​ໄດ້​ແນວ​ໃດ? ບາງ​​ເທື່ອ ​ເຮົາ​ຈະ​ຮູ້ສຶກ​ເໝືອນ​ດອກ​ໄຟ​ທີ່​ເປັນ​ແສງ​ມົວໆ. ​ເຮົາ​ຈະຮຸ່ງ​ເຫລື້ອມ​ຂຶ້ນ​ໄດ້​ແນວ​ໃດ?

ພຣະຄຳ​ພີ​ສອນ​ວ່າ ສິ່ງ​ທີ່​ມາ​ຈາກພຣະ​ເຈົ້າ​ເປັນຄວາມ​ສະຫວ່າງ; ​ແລະ ຄົນ​ທີ່​ໄດ້​ຮັບຄວາມ​ສະຫວ່າງ, ​ແລະ ດຳ​ເນີນ​ຢູ່​ກັບພຣະ​ເຈົ້າ, ​ຈະໄດ້​ຮັບຄວາມ​ສະຫວ່າງ​ຫລາຍ​ຂຶ້ນ.4 ​ເຮົາ​ຕ້ອງ​ດຳ​ເນີນ​ຢູ່​ກັບ​ພຣະ​ເຈົ້າຕໍ່​ໄປ, ດັ່ງ​ທີ່​ພຣະຄຳ​ພີ​ກ່າວ. ​ເຮົາ​ຕ້ອງ​ໄປ​ຫາ​ແຫ​ລ່ງ​ແຫ່ງ​ຄວາມ​ສະຫວ່າງ—ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະ​ເຢຊູ​ຄຣິດ ​ແລະ ພຣະຄຳ​ພີ. ​ເຮົາ​ກໍ​ສາມາດ​ໄປ​ພຣະວິຫານ​ນຳ​ອີກ, ​ໂດຍ​ທີ່​ຮູ້ວ່າ ທຸກສິ່ງ​ຢູ່​​ໃນ​ພຣະວິຫານ ​ເຈາະ​ຈົງ​ໃສ່ພຣະຄຣິດ ​ແລະ ການ​ເສຍ​ສະລະ​ຊົດ​ໃຊ້​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະອົງ.

ໃຫ້​ຄິດ​ກ່ຽວ​ກັບຜົນ​ສະທ້ອນ​ຂອງ​ພຣະວິຫານ ທີ່​ມີ​ຕໍ່​ສິ່ງ​ແວດ​ລ້ອມ. ພຣະວິຫານ​​ເພີ່ມ​ຄວາມ​ງາມ​ໃຫ້​ແກ່​ຕົວ​ເມືອງ; ມັນ​ສ່ອງ​ແສງ​ຈາກ​ຄ້ອຍ​ພູ. ​ເປັນ​ຫຍັງ​ມັນ​​ຈຶ່ງ​ເພີ່ມ​ຄວາມສວຍ​ງາມ ​ແລະ ສ່ອງ​ແສງ? ​ເພາະ​, ເຊັ່ນ​ດຽວ​ກັບພຣະຄຳ​ພີ​ກ່າວ, ຄວາມ​ຈິງຈະສ່ອງແສງ,5 ແລະ ພຣະວິຫານ​ບັນຈຸ​ຄວາມ​ຈິງ ​ແລະ ຈຸດປະສົງ​ນິລັນດອນ; ທ່ານ​ກໍ​ຄື​ກັນ.

ໃນ​ປີ 1877, ປະທານ​ຈອດ ຄິວ ​ແຄນ​ນັນ ​ໄດ້​ກ່າວ​ວ່າ, “ພຣະວິຫານ​ທຸກ​ແຫ່ງ .... ​ເຮັດ​ໃຫ້​ອຳນາດ​ຂອງ​ຊາຕານ​ອ່ອນ​ແອ​ລົງ​ຢູ່​ໃນ​ໂລກ.”6 ຂ້າພະ​ເຈົ້າ​ເຊື່ອ​ວ່າ ບ່ອນ​ໃດ​ກໍ​ຕາມ​ທີ່​ພຣະວິຫານ​ໄດ້ຖືກ​ສ້າງ​ຂຶ້ນຢູ່​ເທິງ​ແຜ່ນດິນ​ໂລກ, ມັນ​ໄດ້​ກຳຈັດ​ຄວາມ​ມືດ​ໃຫ້​ອອກ​ໄປ. ຈຸດປະສົງ​ຂອງ​ພຣະວິຫານ​ແມ່ນ​ ​ເພື່ອ​ຮັບ​ໃຊ້​ມວນ​ມະນຸດ ​ແລະ ຊ່ອຍ​ໃຫ້​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ ​​ໄດ້​ກັບ​ຄືນ​ໄປ​ຢູ່​ນຳພຣະອົງ​ອີກ. ຈຸດປະສົງ​ຂອງ​ເຮົາ​ກໍ​ເໝືອນ​ກັບ​ພຣະວິຫານ​ທີ່​ໄດ້​ອຸທິດ​ແລ້ວ​ເຫລົ່າ​ນີ້, ບ້ານ​ເຫລົ່າ​ນີ້​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແມ່ນບໍ? ​​ເພື່ອ​ຮັບ​ໃຊ້​ຄົນ​ອື່ນ ​ແລະ ຊ່ອຍ​ເຫລືອ​ເຂົາ​ເຈົ້າກຳຈັດ​ຄວາມ​ມື​ດອອກ​ໄປ ​ແລະ ກັບ​ໄປ​ຫາ​ຄວາມ​ສະຫວ່າງ​ຂອງ​ພຣະບິດາ​ເທິງ​ສະຫວັນບໍ?

ວຽກ​ງານ​ພຣະວິຫານ​ທີ່​ສັກສິດ ຈະ​ເພີ່ມ​ສັດທາ​ໃຫ້​ເຮົາ​ໃນ​ພຣະຄຣິດ, ​ແລ້ວ​ເຮົາ​ຈະ​ສາມາດ​ເປັນ​ອິດ​ທິພົນ​ທີ່​ດີກ​ວ່າ​ໃຫ້​ແກ່​ສັດທາ​ຂອງ​ຄົນ​ອື່ນ. ​ໂດຍ​ການ​ຖະໜອມ​ວິນ​ຍານ​ຂອງ​ພຣະວິຫານ, ​ເຮົາ​ສາມ​າດຮຽນ​ຮູ້​ເຖິງ​ຄວາມ​ຈິງ, ອຳນາດ, ​ແລະ ຄວາມ​ຫວັງ​ຕໍ່​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໃນ​ຊີວິດ​ຂອງ​ເຮົາ.

ຫລາຍ​ປີ​ກ່ອນ ຄອບຄົວ​ຂອງ​ເຮົາ​ໄດ້​ມີ​ການ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ. ຂ້າພະ​ເຈົ້າ​ໄດ້​ໄປ​ພຣະວິຫານ ​ແລະ ​ໄດ້​ອະທິຖານ​ດ້ວຍ​ຄວາມ​ຈິງ​ໃຈຢູ່​ບ່ອນ​ນັ້ນ ​ເພື່ອຂໍ​ຄວາມ​ຊ່ອຍ​ເຫລືອ. ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ຈິງ. ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ຄວາມ​ອ່ອນ​ແອ​ຂອງ​ຂ້າພະ​ເຈົ້າຢ່າງ​ແຈ່ມແຈ້ງ, ​ແລະ ຂ້າພະ​ເຈົ້າ​ໄດ້​ຕົກ​ຕະລຶງ. ​ໃນ​ຊ່ວງ​ເວລາ​ທີ່​ໄດ້​ຮັບ​ການ​ສິດສອນ​ທາງ​ວິນ​ຍານນັ້ນ, ຂ້າພະ​ເຈົ້າ​ໄດ້​ເຫັນ​ຍິງ​ທີ່​ມີ​ຄວາມ​ຍິ່ງ ​ເຮັດ​ຕາມ​ໃຈ​ຕົນ​ເອງ, ບໍ່​ແມ່ນ​ຕາມ​ວິທີ​ທາງ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​​ແລະ ຄິດ​ວ່າ ທຸກ​ສິ່ງ​ທີ່​ຕົນ​ເຮັດ​ສຳ​ເລັດ ​ແມ່ນ​ຕົນ​ເອງ​ເຮັດ. ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າ​ເວົ້າ​ເຖິງ​ຕົນ​ເອງ. ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຢູ່​ໃນ​ໃຈ ຫາ​ພຣະບິດາ​ເທິງ​ສະຫວັນ, ​ກ່າວ​ວ່າ, “ຂ້າພະ​ເຈົ້າບໍ່​ຢາກ​ເປັນ​ຍິງ​ແບບ​ນັ້ນ, ​ແຕ່​ຂ້າພະ​ເຈົ້າຈະ​ປ່ຽນ​ແປງ​ໄດ້​ແນວ​ໃດ?”

ຜ່ານວິນ​ຍານ​ທີ່​ບໍລິສຸ​ດຂອງ​ການ​ເປີດ​ເຜີຍ​ໃນ​ພຣະວິຫານ, ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ສິດສອນວ່າ ຕົນ​ເອງ​ຕ້ອງການ​ພຣະຜູ້​ໄຖ່​ຫລາຍ​ທີ່​ສຸດ. ຂ້າພະ​ເຈົ້າ​ໄດ້​ຫັນ​ໄປ​ຫາພຣະຜູ້​ຊ່ອຍໃຫ້ລອດ ພຣະ​ເຢຊູ​ຄຣິດ ທັນທີ ​ໃນ​​ໃຈ​ຂອງ​ຂ້າພະ​ເຈົ້າ ​ແລະ ຮູ້ສຶກ​ວ່າ​ຄວາມ​ເຈັບ​ປວດຂອງ​ຕົນໄດ້​ສະຫລາຍ​ໄປ ​ແລະ ຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່ ​ໄດ້​ມາ​ແທນ​ທີ່. ພຣະອົງ​ເທົ່າ​ນັ້ນທີ່​ສາມາດ​ໃຫ້​ຄວາມ​ຫວັງ​ແກ່​ຂ້າພະ​ເຈົ້າ, ​ແລະ ຂ້າພະ​ເຈົ້າຢາກ​ແນບ​ສະໜິດ​ຢູ່​ໃກ້​ພຣະອົງ​ເທົ່າ​ນັ້ນ. ຂ້າພະ​ເຈົ້າ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ການ​ຄິດ​​ເຫັນ​ແຕ່​ໂຕ ຕາມ​ທຳ​ມະ​ຊາດ​ຂອງຜູ້ຍິງ​ແລ້ວ​ແມ່ນ “​ເປັນ​ສັດຕູ​ຕໍ່ພຣະ​ເຈົ້າ”7 ແລະ ຕໍ່​ຜູ້​ຄົນທີ່ຢູ່​ອ້ອມ​ຮອບ​ຕົນ​ເອງ. ​ໃນ​ພຣະວິຫານ​ໃນ​ມື້ນັ້ນ ຂ້າພະ​​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ​ແມ່ນ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ເທົ່າ​ນັ້ນ ທີ່​ຂ້າພະ​ເຈົ້າຈະ​ສາມາດ​ກຳຈັດ​ຄວາມ​ຍິ່ງຂອງຕົນ​ເອງ ​ແລະ ສາມາດ​​ເຮັດ​ຄວາມ​ດີ​ໄດ້. ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ຮັກ​ອັນ​ເລິກ​ຊຶ້ງຂອງ​ພຣະອົງ ​ແລະ ຮູ້​ວ່າ​ພຣະອົງຈະ​ສອນ​ຂ້າພະ​ເຈົ້າ ​ໂດຍ​ທາງ​ພຣະວິນ​ຍານ ​ແລະ ປ່ຽນ​ຂ້າພະ​ເຈົ້າ ຖ້າ​ຫາກ​ຂ້າພະ​ເຈົ້າມອບ​ໃຈ​ທັງ​ດວງໃຫ້​ແກ່​ພຣະອົງ.

ຂ້າພະ​ເຈົ້າຍັງພະຍາຍາມ​ເອົາ​ຊະນະ​ຄວາມ​ອ່ອນ​ແອ​ຢູ່, ​ແຕ່​ຂ້າພະ​ເຈົ້າ​ໄວ້​ວາງ​ໃຈ​ໃນ​ຄວາມ​ຊ່ອຍ​ເຫລືອ​ແຫ່ງ​ສະຫວັນ​ຂອງ​ການ​ຊົດ​ໃຊ້​. ຂ້າພະ​ເຈົ້າ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ບໍລິສຸດ​ນີ້ ​ເພາະ​ວ່າ​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ທີ່​ສັກສິດ, ສະ​ແຫວ​ງຫາ​ຄວາມ​ຊ່ອຍ​ເຫລືອ ​ແລະ ຄຳ​ຕອບ. ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໄປ​ພຣະວິຫານ​ດ້ວຍ​ຄວາມ​ກັງວົນ, ​ແລະ ​ໄດ້​ອອກ​ມາ ​ໂດຍ​ທີ່​ຮູ້​ວ່າ ຂ້າພະ​ເຈົ້າມີ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ມີ​ລິດ​ເດດ​ ​ແລະ ດ້ວຍ​ຄວາມ​ຮັກທັງ​ໝົດ ຊ່ອຍ​ໃຫ້ຂ້າພະ​ເຈົ້າຮູ້ສຶກດີ​ໃຈ ​ແລະ ​ໄຄ​ກວ່າ​ເກົ່າ ​ເພາະວ່າ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ສະຫວ່າງ​ຂອງ​ພຣະອົງ ​ແລະ ​ໄດ້​ຍອມຮັບ​ແຜນ​ຂອງ​ພຣະອົງທີ່​ມີ​ໃຫ້​ຂ້າພະ​ເຈົ້າ.

ໃນ​ທົ່ວ​ໂລກ​ມີ​ພຣະວິຫານ​ທີ່​ມີ​ລັກສະນະ ​ແລະ ການ​ອອກ​ແບບ​ທີ່​ເປັນ​ເອກະ​ລັກ​ພິ​ເສດ​ຂອງ​ແຕ່ລະ​ແຫ່ງ​ຢູ່​ຂ້າງ​ນອກ, ແຕ່ຂ້າງ​ໃນພຣະວິຫານ​ທັງ​ໝົດ ​ແມ່ນບັນຈຸ​ຄວາມ​ສະຫວ່າງ​ນິລັນດອນ​, ຈຸດປະສົງ, ​ແລະ ຄວາມ​ຈິງ​ອັນ​ດຽວ​ກັນ. ​ໃນ 1 ໂກຣິນ​ໂທ 3:16 ​ເຮົາ​ອ່ານ​ວ່າ, “ພວກ​ເຈົ້າຮູ້​ບໍ​ວ່າ ພວກ​ເຈົ້າ​ເປັນ​ວິຫານ​ຂອງ​ພຣະ​ເຈົ້າ, ​ແລະ ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ ກໍ​ສະຖິດ​ຢູ່​ໃນ​ພວກ​ເຈົ້າ?” ​ເຮົາ​ກໍ​ຄື​ກັນ ​ໃນ​ຖານະ​ທີ່​ເປັນ​ທິດາ​ຂອງ​ພຣະ​ເຈົ້າ, ​ເຮົາ​ໄດ້ຢູ່ທົ່ວ​ໂລກ, ​ດັ່ງ​ພຣະວິຫານ, ​ແລະ ​ເຮົາ​ແຕ່ລະຄົນ​ກໍ​ມີ​ລັກສະນະ ​ແລະ ຮູບໂສມ​ທີ່​ພິ​ເສດ​ຂອງ​ໃຜ​ມັນ ​ເໝືອນ​ດັ່ງ​ພຣະວິຫານ. ​ເຮົາ​ກໍ​ມີ​ຄວາມ​ສະຫວ່າງ​ທາງ​ວິນ​ຍານ​ຢູ່​​ໃນ​ຕົວ​ເຮົາ, ດັ່ງ​ພຣະວິຫານ. ຄວາມ​ສະຫວ່າງ​ທາງ​ວິນ​ຍານ​ນີ້ ສະທ້ອນ​ມາ​ຈາກ​ຄວາມ​ສະຫວ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ຄົນ​ອື່ນໆ​ຈະຢາກມາ​ຫາ​ຄວາມ​ສະຫວ່າງ​ນີ້.

​ເຮົາ​ມີ​ບົດບາດ​ຂອງ​ເຮົາ​ເອງ​ຢູ່​ໃນ​ໂລກ​ນີ້—ຈາກ​ລູກ​ສາວ, ​ແມ່, ຜູ້ນຳ, ​ແລະ ຈາກ​ຄູ​ສອນ ​ເຖິງ​ເອື້ອ​ຍນ້ອງ, ຈາກ ຜູ້​ຫາ​ລ້ຽງ​ຊີ​ບ, ຈາກ​ເມຍ, ​ແລະ ອື່ນໆ​ອີກ. ​​ແຕ່ລະຄົນ​​ເປັນ​ອິດ​ທິພົນ. ​​ແຕ່​ລະ​ບົດບາດ​ມີ​ພະລັງ​ທາງ​ສິນ​ທຳ—​ເມື່ອ​ເຮົາ​ສະທ້ອນ​​ເຖິ​ງຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ ​ແລະ ພັນທະ​ສັນຍາ​ຂອງ​ພຣະວິຫານ ​ໃນ​ຊີວິດ​ຂອງ​ເຮົາ.

ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ​ໄດ້​ກ່າວ​ວ່າ, “​ໃນ​ທຸກ​ໂອກາດ, ​ແມ່​ສາມາດ​ໃຊ້​ອິດ​ທິພົນ​ທີ່​ຄົນ​ອື່ນ​ບໍ່​ສາມາດ​ປຽບທຽບ​ໄດ້ ​ໃນ​ຄວາມ​ສຳພັນ​ໃດໆ.”8

ຕອນ​ລູກ​ຂອງ​ພວກ​ເຮົາ​ຍັງ​ນ້ອຍ, ຂ້າພະ​ເຈົ້າຮູ້ສຶກ​ວ່າ ​ເປັນ​ລອງ​ກັບຕັນ​ເຮືອຂອງ ​ເດ​ວິດ, ສາມີ​ຂອງ​ຂ້າພະ​ເຈົ້າ, ​ແລະ ຂ້າພະ​ເຈົ້າ​ໄດ້​ວາດ​ພາບ​ເຫັນ​ລູກ 11 ຄົນ ​ເປັນ​ເຮືອ​ເຫລັ້ມນ້ອຍໆ ລຽນ​ແຖວ​ອ້ອມ​ຮອບ​ພວກ​ເຮົາ​ຢູ່​ແຄມ​ຝັ່ງ, ຕຽມ​ສຳລັບ​ການ​ອອກ​ເດີນ​ເຮືອ ​ເຂົ້າ​ໄປ​ໃນ​ທະ​ເລ​ອັນ​ກວ້າງ​ໃຫຍ່. ​ເດ​ວິດກັບ​ຂ້າພະ​ເຈົ້າຮູ້ສຶກ​ວ່າ ຕ້ອງ​ໄດ້​ເພິ່ງ​ເຂັມທິດ​ຂອງ​ພຣະຜູ້​ເປັນ​ເຈົ້າທຸກ​ມື້ ສຳລັບ​ເສັ້ນທາງ​ທີ່​ດີ​ທີ່​ສຸດ ທີ່​ຈະ​ຂັບ​ເຮືອ​ໄປ​ກັບ​ເຮືອ​ນ້ອຍ​ທັງຫລາຍ​ຂອງ​ພວກ​ເຮົາ.

ທຸກ​ມື້ຂ້າພະ​ເຈົ້າ​ກໍ​ໄດ້​ລືມ​ເຮັດ​ຫລາຍ​ສິ່ງ ​ເຊັ່ນ​ການ​ພັບ​ເຄື່ອງ, ອ່ານ​ປຶ້ມ​ເດັກນ້ອຍ, ​ແລະ ລືມ​ອົບ​ອາຫານ. ບາງ​ເທື່ອ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ, ​ເຮົາ​ບໍ່​ສາມາດ​ຫລຽວ​​ເຫັນວ່າ ​ໂດຍ​ການ​​ເຮັດ​ສິ່ງ​ທີ່​​ງ່າຍໆ ​ແລະ ​ເປັນ​ປະຈຳ​ນີ້, ທີ່​ມີ​ການ​ອະທິຖານ​, ການ​ສຶກສາ​ພຣະຄຳ​ພີ​ເປັນ​ຄອບຄົວ, ​ແລະ ການ​ສັງ​ສັນ​ໃນ​ຄອບຄົວ, ຈະ​ນຳ​ເລື່ອງ​​ໃຫຍ່​ມາ. ​ແຕ່​ຂ້າພະ​ເຈົ້າ​ເປັນ​ພະຍານ​ໄດ້​ວ່າ ການ​ກະທຳ​ເຫລົ່າ​ນີ້ ​ມີ​ຄວາມ​ສຳຄັນ​ນິລັນດອນ. ຄວາມ​ຊື່ນ​ຊົມ​ຈະ​ມາ​ເຖິງ ​ເມື່ອ​ເຮືອ​ນ້ອຍ​ເຫລົ່ານັ້ນ—ລູກ​ຂອງ​ເຮົາ—​ເຕີບ​ໂຕ​ຂຶ້ນດ້ວຍ​ຄວາມ​ເກັ່ງ​ກ້າ ​ເຕັມ​ໄປ​ດ້ວຍຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ ທີ່​ຈະເລີ່ມຕົ້ນໃນການ​ຮັບ​ໃຊ້ພຣະ​ເຈົ້າ.9 ການ​ກະທຳ​ດ້ວຍ​ສັດທາ ​ແລະ ການ​ຮັບ​ໃຊ້​ອັນເລັກ​ນ້ອຍ​ ຊຶ່ງເຮົາສ່ວນ​ຫລາຍສາມາດດຳ​ເນີນຢູ່​ກັບ​ພຣະ​ເຈົ້າ ​ແລະ ​ໃນ​ທີ່​ສຸດ ຈະ​ນຳ​ຄວາມ​ສະຫວ່າງ ​ແລະ ລັດສະໝີ​ພາບ​ນິລັນດອນ​ມາ​ໃຫ້​ຄອບຄົວ, ໝູ່​ເພື່ອນຂອງ​ເຮົາ, ​ແລະ ຄົນ​ທີ່​ເຮົາ​ພົບ​ປະ​ສັງ​ສັນ​ດ້ວຍ. ທ່ານ​ສາມາດ​ເປັນ​ອິດ​ທິພົນ​ໃຫ້​ແກ່​ຄົນ​ອື່ນ​ໄດ້​ແທ້ໆ!

​ໃຫ້​ຄິດກ່ຽວ​ກັບ​ອິດ​ທິພົນ​ທີ່​ສັດທາ​ຂອງ​ເດັກນ້ອຍ​ຜູ້ຍິງ​ຄົນ​ໜຶ່ງໃນ​ຊັ້ນປະຖົມ​ໄວ​ສາມາດ​ມີ​ຕໍ່​ຄອບຄົວ​ຂອງ​ນາງ. ສັດທາ​ຂອງ​ລູກ​ສາ​ວຂອງ​ພວກ​ເຮົາ ​ໄດ້​ເປັນ​ພອນ​ໃຫ້​ແກ່ຄອບ​ຄົວ​ຂອງ​ພວກ​ເຮົາ ຕອນ​ພວກ​ເຮົາ​ ຫາ​ລູກ​ຊາຍ​ນ້ອຍ​ບໍ່​​ເຫັນ ຢູ່​ບ່ອນ​ທ່ຽວ​ຫລິ້ນ. ຄອບຄົວ​ໄດ້​ຟ້າວ​ໄປ​ຊອກ​ຫາ​ລາວ​. ລູກ​ສາວ​ນ້ອຍ​ອາຍຸ ​ສິບປີ ​ໄດ້​ດຶງ​ແຂນຂອງ​ຂ້າພະ​ເຈົ້າ ​ແລ້ວ​ເວົ້າວ່າ, “​ແມ່, ພວກ​ເຮົາ​ບໍ່​ຢາກ​ອະທິຖານ​ບໍ?” ນາງ​ເວົ້າຖືກ! ​ໃນ​ທີ່​ສຸດ ຄອບຄົວ​ພວກ​ເຮົາ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທ່າມກາງ​ຝູງ​ຊົນ ທີ່​ແນມ​ເບິ່ງ ​ແລະ ​ໄດ້​ອະທິຖານ​ຂໍ​ໃຫ້​ຫາ​ລູກ​ຊາຍ​ພົບ. ຕໍ່ເດັກນ້ອຍ​ຜູ້ຍິງທຸກ​ຄົນ​ທີ່​ຢູ່​ໃນ​ຊັ້ນປະຖົມ​ໄວ, “ຢ່າ​ລືມ​ເຕືອນ​ພໍ່​ແມ່​ຂອງ​ພວກ​ເຈົ້າ​ເລື່ອງ​ການ​ອະທິຖານ​ເດີ້!”

​ໃນ​ລະດູ​​ແລ້ງ​ຜ່ານ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ຮ່ວມ​ການ​ນອນ​ປ່າ ຂອງ​ກຸ່ມ​ຍິງ​ໜຸ່ມ​ຈຳນວນ 900 ຄົນ​ຢູ່​ລັດ ອາ​ລັສກາ. ​ເຂົາ​ເຈົ້າ​ໄດ້​ປະ​ທັບ​ໃຈ​ຂ້າພະ​ເຈົ້າຫລາຍ. ​ເຂົາ​ເຈົ້າ​ໄດ້​ມາ​ເຖິງ​ຄ້າຍ​ພັກ​ດ້ວຍ​ການ​ຕຽມ​ພ້ອມ​ທາງ​ວິນ​ຍານ, ​ໄດ້​ອ່ານ​ພຣະຄຳ​ພີ​ມໍ​ມອນ ​ແລະ ​ໄດ້​ທ່ອງ​ຂຶ້ນ​ໃຈ “The Living Christ: The Testimony of the Apostles” (ໝາຍ​ຄວາມ​ວ່າ ພຣະຄຣິດທີ່​ຊົງ​ພຣະຊົນ: ປະຈັກ​ພະຍານ​ຂອງ​ອັກຄະ​ສາວົກ). ​ໃນ​ຄ່ຳ​ຄືນ​ທີ​ສາມ, ຍິງ​ໜຸ່ມທັງ 900 ຄົນ ​ໄດ້​ຢືນ​ກ່າວ​ຂໍ້ຄວາມ​ນຳ​ກັນ ທຸກ​ໆ​ຄຳ.

ຫ້ອງ​ໂຖງ​ໃຫຍ່​ເຕັມ​​ໄປ​ດ້ວຍ​ພຣະວິນ​ຍານ, ​ແລະ ຂ້າພະ​ເຈົ້າກໍ​ຢາກ​ເຮັດ​ນຳ​ເຂົາ​ເຈົ້າ. ​ແຕ່​ກໍ​ເຮັດ​ບໍ່​ໄດ້, ​ເພາະ​ຂ້າພະ​ເຈົ້າບໍ່​ໄດ້​ທ່ອງ​ຂຶ້ນ​ໃຈ.

ບັດ​ນີ້ ຂ້າພະ​ເຈົ້າ​ໄດ້​ເລີ່​ມຕົ້ນຮຽນ​ຮູ້​ຖ້ອຍ​ຄຳ​ທີ່ວ່າ “ພຣະຄຣິດທີ່​ຊົງ​ພຣະຊົນ” ​ເໝືອນ​ດັ່ງ​ຍິງ​ໜຸ່ມ​ເຫລົ່ານັ້ນ, ​ແລະ ​ເພາະ​ອິດ​ທິພົນ​ຂອງ​ເຂົາ​ເຈົ້າ ຂ້າພະ​ເຈົ້າຈຶ່ງ​ຮູ້ສຶກ​ຊາບ​ຊຶ້ງກັບ​ພັນທະ​ສັນຍາ​ຂອງ​ສິນ​ລະ​ລຶກຫລາຍ​ກວ່າ​ເກົ່າ ທີ່​ຈະ​ລະນຶກ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຕະຫລອດ​ເວລາ ​ເມື່ອ​ຂ້າພະ​ເຈົ້າກ່າວ​ປະຈັກ​ພະຍານ​ຂອງ​ອັກຄະ​ສາວົກ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເທື່ອ​ແລ້ວ​ເທື່ອ​​ເລົ່າ. ສິນ​ລະ​ລຶກມີ​ຄວາມ​ໝາຍ​ອັນ​ເລິກ​ຊຶ້ງຕໍ່​ຂ້າພະ​ເຈົ້າ.

ຂ້າພະ​ເຈົ້າຫວັງ​ໄວ້​ວ່າ ຂອງຂວັນ​ຄຣິດສະມັດ​ປີ​ນີ້ ທີ່​ຂ້າພະ​ເຈົ້າຈະ​ມອບ​ໃຫ້​ແກ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແມ່ນ​ການທ່ອງ​ຂຶ້ນ​ໃຈ​ບົດ​ຄວາມ “ພຣະຄຣິດທີ່​ຊົງ​ພຣະຊົນ” ​ແລະ ​​ເກັບ​ກຳ​ມັນ​ໄວ້​ຢູ່​ໃນ​ໃຈ ​ໃຫ້​ໄດ້​ກ່ອນ​ວັນ​ທີ 25 ​ເດືອນ​ທັນວາ. ຂ້າພະ​ເຈົ້າຫວັງ​ວ່າ ຂ້າພະ​ເຈົ້າຈະ​ສາມາດ​ມີ​ອິດ​ທິພົນ​​ໃນ​ທາງ​ດີ—​ເໝືອນ​ດັ່ງ​ເອື້ອຍ​ນ້ອງ​ໃນ​ລັດ​ອາ​ລັສກາ​ມີຕໍ່​ຂ້າພະ​ເຈົ້າ.

ທ່ານ​ສາມາດ​ເຫັນ​ຕົນ​ເອງ ຢູ່​ໃນ​ຂໍ້ຄວາມ​ດັ່ງ​ຕໍ່​ໄປ​ນີ້​ບໍ ຈາກ, “ພຣະຄຣິດທີ່​ຊົງ​ພຣະຊົນ”? “ພຣະອົງ​ໄດ້​ອ້ອນວອນ​ເຮົາ​ໃຫ້​ເຮັດ​ຕາມຕົວຢ່າງ​ຂອງ​ພຣະອົງ. ພຣະອົງ​ໄດ້​ຍ່າງ​ຕາມ​ເສັ້ນທາງ​ໃນ​ຟີລິ​ດສະຕິ​ນ, ປິ່ນປົວ​ຄົນ​ເຈັບ​ປ່ວຍ, ​ໂຜດ​ຄົນ​ຕາບອດ​ໃຫ້​ເຫັນຮຸ່ງ, ​ແລະ ຟື້ນ​ຊີວິດ​ຄົນ​ຕາຍ.”10

​ເຮົາ, ​​ເອື້ອຍ​ນ້ອງ​ຂອງ​ສາດສະໜາ​ຈັກ, ບໍ່​ເຄີຍ​ຍ່າງ​ຕາມ​ເສັ້ນທາງ​ໃນ​ຟີ​ລິດສະຕິນ ປິ່ນປົວ​ຄົນ​ເຈັບ​ປ່ວຍ, ​ແຕ່​ເຮົາ​ສາມາດ​ອະທິຖານ​ເພື່ອ ​ແລະ ນຳ​ໃຊ້​ຄວາມ​ຮັກ​ແຫ່ງ​ການ​ປິ່ນປົວຂອງ​ການ​ຊົດ​ໃຊ້​ມາສູ່​ຜູ້​ຄົນ​ທີ່​ມີ​ຄວາມ​ສຳພັນ​ທີ່​ໝົດ​ຫວັງ ​ແລະ ຂຸ່ນ​ເຄືອງ.

​ເຖິງ​ແມ່ນ​ວ່າ ​ເຮົາ​ຈະ​ບໍ່ສາມາດ​ໂຜດ​ຄົນ​ຕາ​ບອດໃຫ້​ເຫັນຮຸ່ງ​ດັ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກະທຳ, ​ແຕ່​ເຮົາ​ສາມາດ​ເປັນ​ພະຍານ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ ຕໍ່​ຄົນ​ຕາບອດ. ​ເຮົາ​ສາມາດ​ເປີດ​ຕາ​ແຫ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ໃຫ້​ເຂົາ​ເຈົ້າ​ເຫັນອຳນາດ​ທີ່​ຈຳ​ເປັນ​ຂອງ​ຖານະ​ປະ​ໂລຫິດ ​ໃນ​​ເລື່ອງ​ພັນທະ​ສັນຍາ​ອັນນິລັນດອນ​ໄດ້.

​ເຮົາ​ຈະ​ບໍ່​ສາມາດ​ຟື້ນ​ຄືນ​ຊີວິດ​ຄົນ​ຕາຍ ດັ່ງ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກະທຳ, ​ແຕ່​ເຮົາ​ສາມາດ​ເປັນ​ພອນ​ໃຫ້​ແກ່​ຄົນ​ຕາຍ ​ໂດຍ​ການ​ຊອກ​ຫາ​ລາຍ​ຊື່​ຂອງ​ເຂົາ​ເຈົ້າ ​ເພື່ອ​ເຮັດ​ວຽກ​ງານ​ໃນ​ພຣະວິຫານ. ​ແລ້ວ​ເຮົາ​ຈະ​ຊ່ອຍ​ເຂົາ​ເຈົ້າອອກ​ຈາກ​ຄຸກ​ໃນ​ໂລກ​ວິນ​ຍານ ​ແລະ ສະ​ເໜີ​​ເສັ້ນທາງ​ແຫ່ງ​ຊີວິດ​ນິລັນດອນ​ແກ່​ເຂົາ​ເຈົ້າ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເຮົາ​ມີ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຊົງ​ພຣະຊົນ​ຢູ່, ທີ່​ເປັນພຣະ​ເຢຊູຄຣິດ, ​ແລະ ດ້ວຍອຳນາດ ​ແລະ ຄວາມ​ສະຫວ່າງ​ຂອງ​ພຣະອົງ ​ເຮົາ​ຈະ​ສາມາດ​ກຳຈັດ​ຄວາມ​ມືດ​ຂອງ​ໂລກ​ນີ້​ໄດ້, ສາມາດ​ເປັ່ງສຽງ​​ເຖິງ​ຄວາມ​ຈິງ​ທີ່​ເຮົາ​ຮູ້ຈັກ, ​ແລະ ​ເປັນ​ອິດ​ທິພົນ​ແກ່​ຄົນ​ອື່ນ ​​ໃຫ້ມາ​ຫາ​ພຣະອົງ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. M. Russell Ballard, “Men and Women and Priesthood Power,” Ensign, Sept. 2014, 32; Liahona, Sept. 2014, 36.

  2. Harriet R. Uchtdorf, The Light We Share (Deseret Book Company, 2014), 41; ​ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ.

  3. Thomas S. Monson, “For I Was Blind, but Now I See,” Ensign, May 1999, 56; Liahona, July 1999, 69.

  4. ​ເບິ່ງ Doctrine and Covenants 50:24.

  5. ເບິ່ງ Doctrine and Covenants 88:7.

  6. George Q. Cannon, in Preparing to Enter the Holy Temple (booklet, 2002), 36.

  7. ​ໂມ​​ໄຊ​ຢາ 3:19.

  8. D. Todd Christofferson, “The Moral Force of Women,” Ensign ຫລື Liahona, Nov. 2013, 30.

  9. ເບິ່ງ Doctrine and Covenants 4:2.

  10. “The Living Christ: The Testimony of the Apostles,” Ensign ຫລື Liahona, Apr. 2000, 2.