​2010–2019
ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ
ຕຸລາ 2014


ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ

ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ໄຕ່ຕອງ​ຄວາມ​ຈິງ​ທີ່​​ເຮົາ​ໄດ້​ຍິນ, ​ແລະ ຂໍ​ໃຫ້​ມັນ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ກາຍ​ເປັນ​ສານຸສິດ​ທີ່​ກ້າຫານ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ​ເຮົາ​ໄດ້​ຮັບ​ປະສົບ​ການ​ທີ່ໜ້າ​ປະ​ທັບ​ໃຈ​ຫລາຍໃນ​ສອງ​ມື້​ນີ້ ດ້ວຍ​ຂ່າວສານ​ທີ່​ດົນ​ໃຈ. ​ໃຈ​ຂອງ​ເຮົາ​ໄດ້​ຖືກ​ສຳ​ພັດ ​ແລະ ສັດທາ​ຂອງ​ເຮົາ​ໄດ້​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ​ເມື່ອ​ເຮົາ​ຮັບ​ເອົາ​ພຣະວິນ​ຍານ ຊຶ່ງ​ໄດ້ສະຖິດ​ຢູ່​ໃນ​ກອງ​ປະຊຸມ​ແຕ່​ລະ​ພາກ. ​​ໃນ​ທ້າຍ​ກອງ​ປະຊຸມ​ນີ້, ​ເຮົາ​ຂໍ​ຂອບ​ພຣະ​ໄທ​ພຣະບິດາ​ເທິງ​ສະຫວັນ ສຳລັບ​ພອນ​ຢ່າງ​ຫລວງຫລາຍ ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ເຮົາ.

​ເຮົາ​ໄດ້​ຖືກ​ເສີມ​ສ້າງ ​ແລະ ​ໄດ້​ຮັບ​ການ​ດົນ​ໃຈ ​ດ້ວຍ​ສຽງ​ເພງ​ທີ່​ມ່ວນ​ອອນຊອນ ​ໃນ​ແຕ່​ລະ​ພາກ. ຄຳ​ອະທິຖານ​ທີ່​ໄດ້​ກ່າວ​ໄປ ກໍ​ໄດ້​ເຮັດ​ໃຫ້​ເຮົາ​ເຂົ້າ​ໃກ້​ສະ​ຫວັນ​ຫລາຍ​ຂຶ້ນ.

ຂ້າພະ​ເຈົ້າຂໍ​​ເປັນ​ຕົວ​ແທນ​ໃຫ້​ແກ່​ທັງ​ສາດສະໜາ​ຈັກ ​ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ບັນດາ​ອ້າຍ​ນ້ອງ ຜູ້​ຫາ​ກໍ​ໄດ້​ຖືກ​ປົດ​ຈາກ​ຕຳ​ແໜ່​ງ ຢູ່​ໃນ​ກອງ​ປະຊຸມ​ນີ້. ພວກ​ເຮົາ​ຈະ​ຄິດ​ຮອດພວກ​ເພິ່ນ. ພວກ​ເພິ່ນ​ໄດ້​ຊ່ອຍ​ເຫລືອ​ຫລາຍ​ແທ້ໆ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ ​ແລະ ຈະ​ຖືກ​​ຮັບ​ຮູ້ໃນ​ຫລາຍ​ລຸ້ນຄົນ ທີ່​ຈະ​ມາ​ເຖິງ.

ຂໍ​ໃຫ້​ເຮົາ​ຈົ່ງ​ກັບ​ໄປ​ບ້ານ​ດ້ວຍ​​ຄວາມ​ຕັ້ງ​ໃຈ ທີ່​ຈະ​ເປັນ​ຄົນ​ດີກວ່າ​ເກົ່າ ຫລາຍ​ກວ່າ​ທີ່​ເຄີຍ​ເປັນ​ມາ. ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ເມດ​ຕາ ​ແລະ ​ເຫັນ​ອົກ​ເຫັນ​ໃຈ ຫລາຍ​ກວ່າ​ເກົ່າ. ຂໍ​ໃຫ້​ເຮົາ​ຈົ່ງ​ເອື້ອມ​ອອກ​ໄປ​​ຊ່ອຍ​ເຫລືອ, ບໍ່​ແມ່ນ​ຊ່ອຍ​ເຫລືອ​ແຕ່​ເພື່ອນ​ສະມາຊິກ​ເທົ່າ​ນັ້ນ, ​ແຕ່​ໃຫ້​ຊ່ອຍ​ເຫລືອ​ຄົນ​ທີ່​ບໍ່​ໄດ້​ເປັນ​ສະມາຊິກ​ນຳ​ອີກ. ​ເມື່ອ​ເຮົາ​ຜູກ​ມິດນຳ​ເຂົາ​ເຈົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ແດງ​ຄວາມ​ນັບຖື​ຕໍ່​ເຂົາ​ເຈົ້າ.

ຍັງ​ມີ​ຫລາຍ​ຄົນ​ທີ່​ດີ້ນ​ລົນ​ທຸກ​ວັນ ນຳ​ການ​ທ້າທາຍ. ຂໍ​ໃຫ້​ເຮົາ​ຈົ່ງ​ບອກ​ໃຫ້​ເຂົາ​ເຈົ້າຮູ້​ວ່າ ​ເຮົາ​​ເປັນ​ຫ່ວງ​ເປັນ​ໄຍ, ​ແລະ ​ສະ​ເໜີ​ໃຫ້​ຄວາມ​ຊ່ອຍ​ເຫລືອ. ​ເມື່ອ​ເຮົາ​ດູ​ແລຊຶ່ງ​ກັນ​ແລະ​ກັນ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ພອນ.

ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳຜູ້​ອາວຸ​ໂສ ​ແລະ ຜູ້​ທີ່​ໄປ​ມາ​ບໍ່​ໄດ້. ​ເມື່ອ​ເຮົາ​ຫາ​ເວລາ​ໄປ​ຢ້ຽມຢາມ​ເຂົາ​ເຈົ້າ, ​ເຂົາ​ເຈົ້າຈະ​ຮູ້​ວ່າ ​ມີ​ຄົນ​ຮັກ​ເຂົາ​ເຈົ້າ ​ແລະ ​ເຂົາ​ເຈົ້າສຳຄັນ. ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ຄຳ​ຂໍ​ຮ້ອງ ທີ່​ວ່າ ​ຈົ່ງຊ່ອຍ​ເຫລືອ​ຄົນ​ທີ່​ອ່ອນ​ແອ, ຍົກ​ມື​ທີ່ເມື່ອ​ຍລ້າ, ​ແລະ ​ໃຫ້​ກຳລັງ​ຫົວເຂົ່າ​ທີ່​ອ່ອນ​ເພຍ.1

ຂໍ​ໃຫ້​ເຮົາ​ຈົ່ງ​ເປັນ​ຄົນ​ທີ່​ຊື່ສັດ ​ແລະ ມີ​ຄຸນ​ນະ​ທຳ, ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງຢູ່​ຕະຫລອດ​ເວລາ ​ແລະ ​ໃນ​ທຸກ​ສະຖານະ​ການ. ຂໍ​ໃຫ້​ເຮົາ​ຈົ່ງ​ເປັນ​ຜູ້​ຕິດຕາມທີ່​ຊື່ສັດ​ຂອງພຣະຄຣິດ, ​ເປັນ​ຕົວຢ່າງ​ທີ່​ຊອບ​ທຳ, ​​ແລະ ກາຍ​ເປັນ “ຄວາມ​ສະຫວ່າງ​ຂອງ​ໂລກ.”2

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຂໍ​ຂອບ​ໃຈທ່ານ ສຳລັບການ​ອະທິຖານຂອງ​ທ່ານ​ເພື່ອ​ຂ້າພະ​ເຈົ້າ. ມັນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຂ້າພະ​ເຈົ້າ ​ແລະ ​ຄ້ຳຊູ​ຂ້າພະ​ເຈົ້າ ​ເມື່ອ​ຂ້າພະ​ເຈົ້າພະຍາຍາມ​ດ້ວຍ​ສຸດ​ໃຈ ທີ່​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະ​ເຈົ້າ ​ເພື່ອ​ຮັບ​ໃຊ້​ພຣະອົງ ​ແລະ ຮັບ​ໃຊ້​ທ່ານ.

​ເມື່ອ​ເຮົາ​ອອກ​ຈາກ​ກອງ​ປະຊຸມ​ນີ້​ໄປ, ຂ້າພະ​ເຈົ້າຂໍ​ໃຫ້​ພອນ​ຈາກ​ສະຫວັນ​ຈົ່ງ​ມາສູ່​ທ່ານ​ທັງຫລາຍ. ຂໍ​ໃຫ້​ຜູ້​ທີ່​ບໍ່​ໄດ້​ຢູ່​ບ້ານ, ຈົ່ງ​ກັບ​ໄປ​ບ້ານ ​ແລະ ​ເຫັນ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ຮຽບຮ້ອຍ​ດີ. ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ໄຕ່ຕອງ​ຄວາມ​ຈິງ​ທີ່​​ເຮົາ​ໄດ້​ຍິນ, ​ແລະ ຂໍ​ໃຫ້​ມັນ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ກາຍ​ເປັນ​ສານຸສິດ​ທີ່​ກ້າຫານ​ຫລາຍ​ກວ່າ ສອງ​ມື້​ທີ່ຜ່ານ​ມາ.

ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ ​ໃນ​ຫົກ​ເດືອນ​ຂ້າງ​ໜ້າ, ຂ້າພະ​ເຈົ້າຂໍ​ໃຫ້​ພຣະ​ເຈົ້າຈົ່ງ​ປະທານ​ພອນ​ໃຫ້​ທ່ານ, ​ໃຫ້​ເຮົາ​ທຸກ​ຄົນ, ​ແລະ ຂ້າພະ​ເຈົ້າກ່າວ​ມາ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະອົງ—ນັ້ນຄື ພຣະ​ເຢຊູ​ຄຣິດ, ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ—ອາແມນ.