​2010–2019
ພຣະ​ຜູ້​ເປັນ​ເຈົ້າ​ມີ​ແຜນ​ສຳ​ລັບ​ເຮົາ!
ຕຸລາ 2014


ພຣະ​ຜູ້​ເປັນ​ເຈົ້າ​ມີ​ແຜນ​ສຳ​ລັບ​ເຮົາ!

ຖ້າ​ຫາກ​ເຈົ້າ​ດຳລົງ​ຊີວິດ​ຕໍ່ໄປ​ຕາມ​ທີ່​ເຈົ້າ​ກຳລັງ​ດຳເນີນ​ຊີວິດ​ຢູ່ ພອນ​ທີ່​ສັນຍາ​ໃນ​ປິຕຸ​ພອນ​ຈະ​ເກີດ​ເປັນ​ຈິງ​ຫລືບໍ່?

ຊ່າງ​ເປັນ​ສິດ​ພິເສດ​ທີ່​ໄດ້​ເປັນ​ພາກສ່ວນ​ໃນ​ຊ່ວງ​ສຳຄັນ​ນີ້ ທີ່​ຜູ້​ກ່າວ​ສາມາດ​ເລືອກ ທີ່​ຈະ​ກ່າວ​ໃນ​ພາສາ​ຂອງ​ຕົນ. ເທື່ອ​ແລ້ວ​ທີ່​ຂ້າພະເຈົ້າ​ໄດ້​ເວົ້າ​ທີ່​ເວທີ​ນີ້, ຂ້າພະເຈົ້າ​ກັງວົນ​ເລື່ອງ​ສຳນຽງ​ຂອງ​ຂ້າພະເຈົ້າ​ໃນ​ພາສາ​ອັງກິດ. ບັດ​ນີ້​ຂ້າພະເຈົ້າ​ກັງວົນ​ເລື່ອງ​ຄວາມ​ໄວ ໃນ​ພາ​ສາ​ປອກ​ຕູ​ການ. ຂ້າພະເຈົ້າ​ບໍ່​ຢາກ​ເວົ້າ​ໄວ​ກວ່າ​ພາສາ​ອັງກິດ​ຢູ່​ໃນ​ຈໍ.

ພວກ​ເຮົາ​ທຸກ​ຄົນ​ເຄີຍ​ມີ ຫລື ຍັງ​ຈະ​ມີ​ຕອນ​ທີ່​ຕ້ອງ​ເລືອກ​ເລື່ອງ​ສຳຄັນ​ໃນ​ຊີວິດ​ຂອງ​ພວກ​ເຮົາ. ເຊັ່ນ ຂ້ອຍ​ຊິ​ຫາ​ວຽກ ຫລື ອາຊີບ​ໃດ? ຂ້ອຍ​ຊິ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ບໍ? ຄົນ​ນີ້​ແມ່ນ​ຄົນ​ຖືກຕ້ອງ​ໃຫ້​ຂ້ອຍ​ແຕ່ງງານ​ບໍ?

ອັນ​ນີ້​ແມ່ນ​ສະຖານະ​ການ​ໃນ​ສ່ວນ​ຕ່າງໆ​ໃນ​ຊີວິດ​ຂອງ​ເຮົາ ຊຶ່ງ​ການ​ປ່ຽນ​ທິດ​ປ່ຽນທາງ ແຕ່​ໜ້ອຍໆ​ຈະ​ມີ​ຜົນ​ກະທົບ​ອັນ​ໃຫຍ່​ຫລວງ​ໃນ​ອະນາຄົດ. ປະທານ​ດີ​ເດີ ແອັຟ ອຸກ​ດອບ ໄດ້​ກ່າວ​ວ່າ: “ໃນ​ເວລາ​ຫລາຍ​ປີ​ທີ່​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ... ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ຄວາມສຸກ ແລະ ຄວາມທຸກ ໃນ​ບຸກຄົນ ໃນ​ການ​ແຕ່ງງານ ແລະ ໃນ​ຄອບຄົວ ສ່ວນ​ຫລາຍ​ຈະ​ແມ່ນ​ຈາກ​ຄວາມ​ຜິດ​ເລັກ​ນ້ອຍ​ເທົ່າ​ນັ້ນ” (“A Matter of a Few Degrees,” Ensign ຫລື Liahona, May 2008, 58).

ພວກ​ເຮົາ​ສາມາດ​ຫລີກ​ລ້ຽງ​ຄວາມ​ຜິດ​ອັນ​ເລັກ​ນ້ອຍ​ນັ້ນ​ໄດ້​ແນວໃດ?

ຂ້າພະເຈົ້າ​ຈະ​ໃຊ້​ປະສົບ​ການ​ສ່ວນ​ຕົວ​ເພື່ອ​ຍົກ​ຕົວຢ່າງ​ເລື່ອງ​ນີ້.

ໃນ​ທ້າຍ​ຂອງ​ຊ່ວງ​ໄລຍະ​ປີ 1980 ຄອບຄົວ​ພວກ​ເຮົາ​ມີ​ເມຍ​ຂ້າພະເຈົ້າ​ນາງ​ໂມນິກາ, ລູກ​ສອງ​ຄົນ ແລະ ຂ້າພະເຈົ້າ, ຕໍ່​ມາ​ຈຶ່ງ​ມີ​ລູກ​ອີກ​ສອງ​ຄົນ. ເຮົາ​ຢູ່​ໃນ​ເມືອງ​ຊາວ​ປາ​ໂລ ປະ​ເທດ​ບຣາ​ຊິນ. ຂ້າພະເຈົ້າ​ເຮັດ​ການ​ກັບ​ບໍລິສັດ​ດີ, ຂ້າພະເຈົ້າ​ໄດ້​ຮຽນ​ຈົບ​ມະຫາ​ວິທະ​ຍາໄລ, ແລະ ຂ້າພະເຈົ້າ​ຫາ​ກໍ​ໄດ້​ຖືກ​ປົດ​ຈາກ​ຕຳແໜ່ງ​ເປັນ​ອະທິການ​ໃນ​ຫວອດ​ຂອງ​ເຮົາ. ຊີວິດ​ກໍ​ດີ ແລະ ທຸກ​ຢ່າງ​ຄື​ດີ​ຕາມ​ສົມຄວນ—ຈົນ​ມື້ໜຶ່ງ​ໝູ່​ເກົ່າ​ໄດ້​ມາ​ຢ້ຽມ​ເຮົາ.

ກ່ອນ​ລາວ​ຈະ​ອອກ​ເມືອ, ລາວ​ໄດ້​ຖາມ​ຄຳ​ທີ່​ເຮັດ​ໃຫ້​ຂ້າພະເຈົ້າ​ຄິດ​ເລື່ອງ​ໃໝ່. ລາວ​ເວົ້າ​ວ່າ “ຄາ​ໂລສ໌, ທຸກ​ສິ່ງ​ທຸກ​ຢ່າງ​ເບິ່ງ​ຄື​ດີ​ນຳ​ເຈົ້າ, ນຳ​ຄອບຄົວ, ນຳ​ວຽກ, ນຳ​ການ​ຮັບ​ໃຊ້​ໃນ​ສາດ​ສະໜາ​ຈັກ ແຕ່—” ລາວ​ຖາມ​ວ່າ “ຖ້າ​ຫາກ​ເຈົ້າ​ດຳລົງ​ຊີວິດ​ຕໍ່​ໄປ​ຕາມ​ທີ່​ເຈົ້າ​ກຳລັງ​ດຳເນີນ​ຊີວິດ​ຢູ່ ພອນ​ທີ່​ສັນຍາ​ໃນ​ປິຕຸ​ພອນ​ຈະ​ເກີດ​ເປັນ​ຈິງ​ຫລື​ບໍ່?”

ຂ້າພະເຈົ້າ​ບໍ່​ຄິດ​ເຖິງ​ປິຕຸ​ພອນ​ແນວ​ນີ້. ຂ້າພະເຈົ້າ​ອ່ານ​ມັນ​ເປັນ​ຄັ້ງ​ບາງ​ຄາວ, ແຕ່​ບໍ່​ເຄີຍ​ເຈດ​ຕະ​ນາ​ເບິ່ງ​ພອນ​ທີ່​ສັນຍາ​ໄວ້​ໃນ​ອະນາຄົດ ແລະ ປະ​ເມີນ​ການ​ດຳລົງ​ຊີວິດ​ຂອງ​ຂ້າພະເຈົ້າ​ໃນ​ປະຈຸ​ບັນ.

ຫລັງ​ຈາກ​ລາວ​ອອກ​ເມືອ, ຂ້າພະເຈົ້າ​ໄດ້​ເລີ່​ມຄິດ​ກ່ຽວ​ກັບ​ປິຕຸ​ພອນ​ຂອງ​ຂ້າພະເຈົ້າ ໂດຍ​ສົງໄສ​ວ່າ “ຖ້າ​ຫາກ​ເຮົາ​ດຳລົງ​ຊີວິດ​ຕໍ່​ໄປ​ຕາມ​ທີ່​ເຮົາ​ກຳລັງ​ດຳເນີນ​ຊີວິດ​ຢູ່ ພອນ​ທີ່​ສັນຍາ​ຈະ​ເກີດ​ເປັນ​ຈິງ​ຫລື​ບໍ່?” ແລ້ວ​ຫລັງ​ຈາກ​ໄດ້​ໃຊ້​ເວລາ​ໄຕ່ຕອງ, ຂ້າພະເຈົ້າ​ຮູ້ສຶກ​ວ່າ ຕ້ອງ​ປ່ຽນ​ບາງ​ສິ່ງ​ບາງ​ຢ່າງ ໂດຍ​ສະເພາະ​ໃນ​ດ້ານ​ການ​ສຶກ​ສາ ແລະ ອາຊີບ​ຂອງ​ຂ້າພະເຈົ້າ.

ມັນ​ບໍ່​ແມ່ນ​ການ​ເລືອກ​ລະຫວ່າງ​ສິ່ງ​ທີ່​ຖືກຕ້ອງ ແລະ ສິ່ງ​ທີ່​ຜິດ ແຕ່​ລະຫວ່າງ​ສິ່ງ​ທີ່​ດີ ແລະ ສິ່ງ​ທີ່​ດີ​ກວ່າ ຕາມ​ທີ່​ແອວ​ເດີ ດາ​ລິນ ເອັຈ ໂອກ​ສ໌ ເຄີຍ​ສອນ​ເມື່ອ​ເພິ່ນ​ກ່າວ​ວ່າ: “ເມື່ອ​ພວກ​ເຮົາ​ພິຈາລະນາ​ການ​ເລືອກ​ຕ່າງໆ ພວກ​ເຮົາ​ຄວນ​ຈື່​ຈຳ​ວ່າ ສິ່ງ​ທີ່​ດີ​ຢູ່​ແລ້ວ​ກໍ​ຍັງ​ບໍ່​ດີ​ພໍ. ມີ​ສິ່ງ​ອື່ນ​ອີກ​ທີ່​ດີ​ກວ່າ, ແລະ ດີ​ທີ່​ສຸດ” (“Good, Better, Best,” Ensign ຫລື Liahona, Nov. 2007, 104–5).

ເຮົາ​ຈະ​ຮູ້​ໄດ້​ແນວໃດ​ວ່າ ເຮົາ​ເລືອກ​ດີ​ທີ່​ສຸດ​ແລ້ວ?

ຕໍ່​ໄປ​ນີ້​ແມ່ນ​ຫລັກ​ທຳ​ທີ່​ຂ້າພະເຈົ້າ​ໄດ້​ຮຽນ​ຮູ້:

ຫລັກ​ທຳ​ທີ​ໜຶ່ງ: ເຮົາ​ຕ້ອງ​ພິຈາລະນາ​ໂດຍ​ມີ​ຈຸດ​ເປົ້າ​ໝາຍ

ການ​ຕັດສິນ​ໃຈ​ເຮັດ​ສິ່ງ​ທີ່​ມີ​ຜົນ​ກະທົບ​ຕໍ່​ຊີວິດ​ຂອງ​ເຮົາ ແລະ ຄົນ​ທີ່​ເຮົາ​ຮັກ ໂດຍ​ບໍ່​ຄິດ​ເຖິງ​ຜົນ​ສະທ້ອນ​ອັນ​ໃຫຍ່​ໂຕ ຈະ​ນຳ​ສິ່ງ​ອັນຕະລາຍ​ມາ​ໃຫ້. ແຕ່​ຖ້າ​ເຮົາ​ຄິດ​ເຖິງ​ຜົນ​ສະທ້ອນ​ທີ່​ອາດ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຈາກ​ການ​ຕັດສິນ​ໃຈ​ນີ້, ແລ້ວ​ເຮົາ​ຈະ​ເຫັນ​ຢ່າງ​ແຈ່ມ​ແຈ້ງວ່າ ເຮົາ​ຄວນ​ເດີນ​ໄປ​ທາງ​ໃດ​ໃນ​ເວລາ​ນີ້.

ການ​ເຂົ້າໃຈ​ວ່າ ເຮົາ​ເປັນ​ໃຜ ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ນີ້ ແລະ ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຄາດໝາຍ​ຈາກ​ເຮົາ​ໃນ​ຊີວິດ​ນີ້ ຈະ​ຊ່ອຍ​ເຮົາ​ເຫັນ​ພາບ​ອັນ​ກວ້າງຂວາງ​ກວ່າ ຕາມ​ທີ່​ເຮົາ​ຕ້ອງການ.

ເຮົາ​ສາມາດ​ພົບ​ຕົວຢ່າງ​ໃນ​ພຣະ​ຄຳ​ພີ ຊຶ່ງ​ມີ​ຄວາມ​ເຫັນ​ອັນ​ກວ້າງຂວາງ​ທີ່​ໃຫ້​ຄວາມ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ການ​ເລືອກ​ທາງ​ທີ່​ຈະ​ໄປ.

ໂມ​ເຊ​ໄດ້​ເວົ້າ​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ໜ້າ​ຕໍ່ໜ້າ, ໄດ້​ຮຽນ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ, ແລະ ຈາກ​ນັ້ນ​ໄດ້​ເຂົ້າໃຈ​ບົດບາດ​ຂອງ​ເພິ່ນ​ດີ​ກວ່າ​ເກົ່າ ໃນ​ຖານະ​ເປັນ​ສາດສະດາ​ເພື່ອ​ການ​ຮວບ​ຮວມ​ຊາວ​ອິດ​ສະ​ຣາ​ເອນ.

ພຣະ​ເຈົ້າ​ໄດ້​ບອກ​ໂມ​ເຊ​ວ່າ ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຜູ້​ມີ​ອຳນາດ​ທັງ​ໝົດ ແລະ ໂມ​ເຊ​ເປັນ​ບຸດ​ຂອງ​ພຣະ​ອົງ. …

ພຣະ​ອົງ​ຈະ​ສະແດງ​ໃຫ້​ເພິ່ນ​ເຫັນ​ຝີ​ມື​ຂອງ​ພຣະ​ອົງ. …

ແລະ ພຣະ​ອົງ​ມີ​ວຽກ​ໃຫ້​ໂມ​ເຊ​ເຮັດ (ເບິ່ງ Moses 1:3–4, 6).

ດ້ວຍ​ຄວາມ​ເຂົ້າໃຈ​ນີ້ ໂມ​ເຊ​ຈຶ່ງ​ສາມາດ​ທົນ​ກັບ​ຄວາມທຸກ​ຍາກ​ຫລາຍ​ປີ​ໃນ​ແດນ​ທຸລະກັນດານ ແລະ ນຳ​ຊາວ​ອິດ​ສະ​ຣາ​ເອນ​ກັບ​ໄປ​ດິນແດນ​ຂອງ​ເຂົາເຈົ້າ​ໄດ້.

ລີ​ໄຮ ສາດສະດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ໄດ້​ຝັນ ແລະ ໃນ​ພາບ​ນິມິດ​ຂອງ​ເພິ່ນ​ກໍ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພາລະກິດ​ຂອງ​ເພິ່ນ ເພື່ອ​ນຳ​ຄອບຄົວ​ຂອງ​ເພິ່ນ​ໄປ​ຫາ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ.

“ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ບິດາ​ຂອງ​ຂ້າພະເຈົ້າ​ຢູ່​ໃນ​ຄວາມ​ຝັນ​ວ່າ ເພິ່ນ​ຄວນ​ນຳ​ຄອບຄົວ​ຂອງ​ເພິ່ນ​ອອກ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.

“… ແລະ ເພິ່ນ​ໄດ້​ປະ​ຖິ້ມ​ເຮືອນ​ຊານ ແລະ ແຜ່ນດິນ​ຊຶ່ງ​ເປັນ​ມູນ​ມໍລະດົກ​ຂອງ​ເພິ່ນ ແລະ ຄຳ​ຂອງ​ເພິ່ນ ແລະ ເງິນ​ຂອງ​ເພິ່ນ ແລະ ຂອງ​ມີຄ່າ​ຂອງ​ເພິ່ນ” (1 ນີ​ໄຟ 2:2, 4).

ລີ​ໄຮ​ໄດ້​ຊື່ສັດ​ກັບ​ພາບ​ນິມິດ​ນີ້ ເຖິງ​ແມ່ນ​ການ​ເດີນທາງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຍາກ​ລຳບາກ ແລະ ຕ້ອງ​ປະ​ຖິ້ມ​ຊີວິດ​ທີ່​ສະດວກ​ສະບາຍ​ໃນ​ກຸງ​ເຢຣູ​ຊາ​ເລັມ​ກໍ​ຕາມ.

ສາດສະດາ​ໂຈ​ເຊັບ ສະ​ມິດ ໄດ້​ເປັນ​ຕົວຢ່າງ​ທີ່​ດີ​ຄື​ກັນ. ຜ່ານ​ການ​ເປີດເຜີຍ​ຫລາຍ​ຢ່າງ ເລີ່ມ​ແຕ່​ພາບ​ນິມິດ​ທຳ​ອິດ ເພິ່ນ​ໄດ້​ສຳເລັດ​ພາລະກິດ​ຂອງ​ເພິ່ນ ໃນ​ການ​ຟື້ນ​ຟູ​ທຸກ​ສິ່ງ (ເບິ່ງ Joseph Smith—History 1:1–26).

ແລ້ວ​ເຮົາ​ເດ້? ພຣະ​ຜູ້​ເປັນ​ເຈົ້າ​ຄາດໝາຍ​ຫຍັງ​ແດ່​ຈາກ​ເຮົາ​ແຕ່ລະຄົນ?

ເຮົາ​ບໍ່​ຕ້ອງ​ເຫັນ​ທູດ​ສະຫວັນ​ກ່ອນ​ຈະ​ເຂົ້າໃຈ. ເຮົາ​ມີ​ພຣະ​ຄຳ​ພີ, ມີ​ພຣະ​ວິຫານ, ມີ​ສາດສະດາ​ໃນ​ປະຈຸ​ບັນ, ມີ​ປິຕຸ​ພອນ​ຂອງ​ເຮົາ, ມີ​ຜູ້ນຳ​ທີ່​ດົນ​ໃຈ, ແລະ ຍິ່ງ​ກວ່າ​ທັງ​ໝົດ​ນີ້ ມີ​ສິດທິ​ທີ່​ຈະ​ຮັບ​ການ​ເປີດເຜີຍ​ສ່ວນ​ຕົວ ເພື່ອ​ນຳພາ​ການ​ເລືອກ​ຂອງ​ເຮົາ.

ຫລັກ​ທຳ​ທີ​ສອງ: ເຮົາ​ຕ້ອງ​ຕຽມ​ພ້ອມ​ເພື່ອ​ການ​ທ້າ​ທາຍ​ທີ່​ຈະ​ມາ​ເຖິງ

ທາງ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ​ສ່ວນ​ຫລາຍ​ບໍ່​ແມ່ນ​ທາງ​ທີ່​ງ່າຍ​ທີ່​ສຸດ. ຫລາຍ​ເທື່ອ​ກໍ​ກົງກັນຂ້າມ. ເຮົາ​ສາມາດ​ເບິ່ງ​ຕົວຢ່າງ​ຂອງ​ສາດສະດາ​ທີ່​ຂ້າພະເຈົ້າ​ຫາ​ກໍ​ກ່າວ​ມາ​ນັ້ນ.

ໂມ​ເຊ, ລີ​ໄຮ, ແລະ ໂຈ​ເຊັບ ສະ​ມິດ ບໍ່​ໄດ້​ມີ​ຊີວິດ​ທີ່​ງ່າຍ ເຖິງ​ແມ່ນ​ພວກ​ເພິ່ນ​ໄດ້​ເລືອກ​ຢ່າງ​ຖືກຕ້ອງ​ກໍ​ຕາມ.

ເຮົາ​ເຕັມ​ໃຈ​ທີ່​ຮັບ​ຜົນ​ກະທົບ​ຈາກ​ການ​ເລືອກ​ຂອງ​ເຮົາ​ບໍ? ເຮົາ​ຕຽມ​ພ້ອມ​ທີ່​ອອກ​ຈາກ​ທີ່​ສະດວກ​ສະບາຍ​ຂອງ​ເຮົາ ເພື່ອ​ຈະ​ໄປ​ຮອດ​ບ່ອນ​ທີ່​ດີ​ກວ່າ​ບໍ?

ກັບ​ໄປ​ເວົ້າ​ເລື່ອງ​ປິຕຸ​ພອນ​ຂອງ​ຂ້າພະເຈົ້າ​ອີກ, ຂ້າພະເຈົ້າ​ໄດ້​ຕັດສິນ​ໃຈ​ໃນ​ເວລາ​ນັ້ນ​ວ່າ ຂ້າພະເຈົ້າ​ຄວນ​ໄປ​ສຶກ​ສາ​ຕື່ມ​ອີກ​ ແລະ ສະໝັກ​ຂໍ​ທຶນ​ການ​ສຶກ​ສາ​ທີ່​ມະຫາ​ວິທະ​ຍາໄລ​ຢູ່​ອາ​ເມ​ຣິ​ກາ. ຖ້າ​ຂ້າພະເຈົ້າ​ໄດ້​ຖືກ​ເລືອກ ຂ້າພະເຈົ້າ​ຕ້ອງ​ລາ​ອອກ​ການ, ຂາຍ​ທຸກ​ສິ່ງ​ທີ່​ພວກເຮົາ​ມີ​ຢູ່, ແລະ ມາ​ຢູ່​ໃນ​ສະຫະລັດ​ເປັນ​ນັກຮຽນ​ສອງ​ປີ.

ການ​ສອບເສັງ​ຄື ການ​ເສັງ​ເວົ້າ​ພາສາ​ອັງກິດ​ໂທ​ເຟີລ໌ (TOEFL) ແລະ ການ​ສອບເສັງ​ບໍລິຫານ​ທຸລະ​ກິດ GMAT ກາຍເປັນ​ອຸບປະສັກ​ທີ່​ຕ້ອງ​ເອົາ​ຊະນະ​ກ່ອນ. ຂ້າພະເຈົ້າ​ໄດ້​ໃຊ້​ເວລາ​ສາມ​ປີ​ຕຽມ​ພ້ອມ. ຫລາຍ​ເທື່ອ​ກໍ​ຖືກ​ປະຕິເສດ, ຫລາຍ​ເທື່ອ​ກໍ​ໄດ້​ຍິນ​ວ່າ ບາງທີ, ກ່ອນ​ທີ່​ຂ້າພະເຈົ້າ​ໄດ້​ຖືກ​ຮັບ​ເຂົ້າ​ມະຫາວິທະຍາໄລ. ຂ້າພະເຈົ້າ​ຍັງ​ຈື່​ໂທລະສັບ​ໃນ​ທ້າຍ​ປີ​ທີ​ສາມ​ໄດ້ ຈາກ​ຄົນ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃຫ້​ທຶນ​ການ​ສຶກ​ສາ.

ລາວ​ເວົ້າ​ວ່າ, “ຄາ​ໂລ​ສ໌ ຂ້ອຍ​ມີ​ຂ່າວ​ດີ​ຂ່າວ​ຮ້າຍ​ມາ​ບອກ​ເຈົ້າ. ຂ່າວ​ດີ​ຄື​ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ສາມ​ຄົນ​ທີ່​ຖືກ​ເລືອກ​ໃນ​ປີ​ນີ້.” ແຕ່​ມີ​ບ່ອນ​ວ່າງ​ແຕ່​ບ່ອນ​ດຽວ. “ຂ່າວ​ຮ້າຍ​ຄື ຄົນທີ​ໜຶ່ງ​ເປັນ​ລູກ​ຊາຍ​ຂອງ​ຜູ້​ຫລັກ​ຜູ້​ໃຫຍ່ ແລະ ຄົນທີ​ສອງ​ກໍ​ເປັນ​ລູກ​ຊາຍ​ຂອງ​ຜູ້​ຫລັກ​ຜູ້​ໃຫຍ່​ຄື​ກັນ, ແລ້ວ​ມີ​ເຈົ້າ.”

ຂ້າພະເຈົ້າ​ຕອບ​ໄວໆ​ວ່າ, “ແລະ ຂ້ອຍ...ຂ້ອຍ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”

ໂຊກ​ດີ​ແຕ່​ຜູ້​ເປັນ​ພໍ່​ແມ່​ຢູ່​ໃນ​ໂລກ​ບໍ່​ມີ​ສິດ​ໃນ​ການ​ເລືອກ​ນັ້ນ, ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຮັບ​ເຂົ້າ​ຮຽນ​ໃນ​ປີ​ນັ້ນ, ແມ່ນ​ປີ 1992.

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ຜູ້​ມີ​ອຳນາດ​ທັງ​ໝົດ. ພຣະ​ອົງ​ເປັນ​ພຣະ​ບິດາ​ຂອງ​ເຮົາ, ພຣະ​ອົງ​ຮັກ​ເຮົາ, ແລະ ພຣະ​ອົງ​ມີ​ແຜນ​ສຳລັບ​ເຮົາ. ເຮົາ​ບໍ່​ໄດ້​ຢູ່​ໃນ​ຊີວິດ​ນີ້​ເພື່ອ​ຢູ່​ຊື່ໆ, ກາຍເປັນ​ຄົນ​ເຖົ້າ, ແລະ ຕາຍ​ເທົ່າ​ນັ້ນ. ພຣະ​ເຈົ້າ​ຢາກ​ໃຫ້​ເຮົາ​ຈະເລີນ​ກ້າວໜ້າ, ແລະ ບັນລຸ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ເຮົາ.

ປະທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ​ວ່າ: “ທ່ານ​ທຸກ​ຄົນ ຄົນ​ໂສດ​ຄົນ​ແຕ່ງງານ ບໍ່​ວ່າ​ອາຍຸ​ເທົ່າໃດ ມີ​ໂອກາດ​ທີ່​ຈະ​ຮຽນ​ຮູ້ ແລະ ເຕີບ​ໂຕ. ຈົ່ງ​ຂະຫຍາຍ​ຄວາມ​ຮູ້​ຂອງ​ຕົນ ທັງ​ທາງ​ໂລກ ແລະ ທາງ​ວິນ​ຍານ ຈົນ​ເຖິງ​ຈຸດ​ສູງ​ສຸດ​ຂອງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຕົນ” (“The Mighty Strength of the Relief Society,” Ensign, Nov. 1997, 95).

ຫລັກ​ທຳ​ທີ​ສາມ: ເຮົາ​ຕ້ອງ​ແບ່ງປັນ​ຄວາມ​ຄິດ​ເຫັນ​ນີ້​ນຳ​ຄົນ​ທີ່​ເຮົາ​ຮັກ

ລີ​ໄຮ​ໄດ້​ພະຍາຍາມ​ຊ່ອຍ​ເຫລືອ​ເລ​ມັນ​ກັບ​ເລ​ມູ​ເອນ​ຫລາຍ​ເທື່ອ​ໃຫ້​ເຂົ້າໃຈ​ຄວາມ​ສຳຄັນ​ຂອງ​ການ​ປ່ຽນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ນັ້ນ. ເພາະວ່າ​ເຂົາເຈົ້າ​ບໍ່​ເຂົ້າໃຈ​ຄວາມ​ຄິດ​ເຫັນ​ຂອງ​ພໍ່​ຂອງ​ເຂົາເຈົ້າ ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ຈົ່ມ ລະຫວ່າງ​ການ​ເດີນທາງ. ອີກ​ຢ່າງ​ໜຶ່ງ ນີ​ໄຟ​ໄດ້​ສະແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ບິດາ​ຂອງ​ເພິ່ນ​ໄດ້​ເຫັນ.

“ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື​ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ຍິນ​ຄຳ​ເວົ້າ​ທັງ​ໝົດ​ຂອງ​ບິດາ​ຂອງ​ຂ້າພະເຈົ້າ ກ່ຽວ​ກັບ​ເລື່ອງ​ທີ່​ເພິ່ນ​ເຫັນ​ໃນ​ນິມິດ...ຂ້າພະເຈົ້າ...ມີ​ຄວາມ​ປາດ​ຖະ​ໜາ​ຄື​ກັນ​ວ່າ​ຈະ​ໄດ້​ເຫັນ ແລະ ຈະ​ໄດ້​ຍິນ ແລະ ຈະ​ໄດ້​ຮູ້​ເຖິງ​ເລື່ອງ​ເຫລົ່າ​ນີ້​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ” (1 ນີ​ໄຟ 10:17).

ດ້ວຍ​ພາບ​ນິມິດ​ນີ້ ນີ​ໄຟ​ບໍ່​ພຽງ​ໄດ້​ເອົາ​ຊະນະ​ອຸບປະສັກ​ຂອງ​ການ​ເດີນທາງ​ເທົ່າ​ນັ້ນ ແຕ່​ເພິ່ນ​ໄດ້​ນຳພາ​ຄອບຄົວ​ຂອງ​ເພິ່ນ​ຕອນ​ທີ່​ຈຳເປັນ​ນຳ​ອີກ.

ສ່ວນ​ຫລາຍ​ມັກ​ຈະ​ເກີດ​ຂຶ້ນ​ຕອນ​ທີ່​ພວກ​ເຮົາ​ເລືອກ​ໄປ​ທາງ​ໃດ​ທາງ​ໜຶ່ງ, ຄົນ​ທີ່​ເຮົາ​ຮັກ​ຈະ​ຮັບ​ຜົນ​ກະທົບ ແລະ ບາງ​ຄົນ​ຈະ​ຮັບ​ເອົາ​ຜົນ​ຂອງ​ການ​ເລືອກ​ນັ້ນ​ນຳ​ເຮົາ. ດີ​ທີ່​ສຸດ ເຂົາ​ເຈົ້າຄວນ​ສາມາດ​ເຫັນ​ສິ່ງ​ທີ່​ເຮົາ​ເຫັນ ແລະ ມີ​ຄວາມ​ໝັ້ນ​ໃຈ​ຄື​ກັນ​ກັບ​ເຮົາ. ອາດ​ເປັນ​ໄປ​ບໍ່​ໄດ້​ທຸກ​ເທື່ອ ແຕ່​ເມື່ອ​ມັນ​ເກີດ​ຂຶ້ນ ການ​ເດີນທາງ​ກໍ​ຈະ​ງ່າຍ​ຂຶ້ນ​ກວ່າ​ເກົ່າ.

ໃນ​ຕົວຢ່າງ​ທີ່​ຂ້າພະເຈົ້າ​ຍົກ​ມາ​ກ່າວ ແນ່ນອນ​ຂ້າພະເຈົ້າ​ໄດ້​ຕ້ອງ​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພັນ​ລະ​ຍາ. ລູກ​ຍັງ​ນ້ອຍ​ຢູ່ ແລະ ບໍ່​ມີ​ຄວາມ​ຄິດ​ເຫັນ ແຕ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ພັນ​ລະ​ຍາ ເປັນ​ສິ່ງ​ທີ່​ຈຳເປັນ. ຂ້າພະເຈົ້າ​ຈື່​ໄດ້​ວ່າ ທຳ​ອິດ ໂມນິກາ ກັບ​ຂ້າພະເຈົ້າ​ໄດ້​ສົນທະນາ​ເລື່ອງ​ການ​ປ່ຽນ​ແຜນ ຈົນ​ນາງ​ຮູ້ສຶກ​ສະບາຍ​ໃຈ ແລະ ຈະ​ເຮັດ​ຕາມ​ແຜນ​ນັ້ນ​ຄື​ກັນ. ຄວາມ​ຄິດ​ເຫັນ​ນຳ​ກັນ​ດັ່ງກ່າວ​ນີ້​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ນາງ​ສະ​ໜັບ​ສະ​ໜູນ​ການ​ປ່ຽນ​ເທົ່າ​ນັ້ນ ແຕ່​ເຮັດ​ໃຫ້​ນາງ​ເປັນ​ສ່ວນ​ສຳຄັນ​ໃນ​ຄວາມ​ສຳເລັດ​ຂອງ​ການ​ປ່ຽນ​ເໝືອນ​ກັນ.

ຂ້າພະເຈົ້າ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ມີ​ແຜນ​ສຳລັບ​ເຮົາ​ໃນ​ຊີວິດ​ນີ້. ພຣະ​ອົງ​ຮູ້ຈັກ​ເຮົາ. ພຣະ​ອົງ​ຮູ້​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ເຮົາ. ເຖິງ​ແມ່ນ​ທຸກ​ສິ່ງ​ເປັນ​ໄປ​ດ້ວຍ​ດີ ແຕ່​ບໍ່​ໝາຍ​ຄວາມ​ວ່າ ເຮົາ​ບໍ່​ຄວນ​ພິຈາລະນາ​ເບິ່ງ​ວ່າ​ອາດ​ຈະ​ມີ​ສິ່ງ​ທີ່​ດີ​ກວ່າ. ຖ້າ​ຫາກ​ເຮົາ​ດຳລົງ​ຊີວິດ​ຕໍ່​ໄປ​ຕາມ​ທີ່​ເຮົາ​ກຳລັງ​ດຳເນີນ​ຊີວິດ​ຢູ່ ພອນ​ທີ່​ສັນຍາ​ຈະ​ເກີດ​ເປັນ​ຈິງ​ຫລື​ບໍ່?

ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່. ພຣະ​ອົງ​ເປັນ​ພຣະ​ບິດາ​ຂອງ​ເຮົາ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ພຣະເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ​ຢູ່ ແລະ ຂ້າພະເຈົ້າ​ຮູ້​ວ່າ ໂດຍ​ຜ່ານ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ສາມາດ​ພົບ​ກຳລັງ​ທີ່​ເອົາ​ຊະນະ​ອຸບ​ປະ​ສັກ​ປະຈຳ​ວັນ​ຂອງ​ເຮົາ​ໄດ້. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.