​2010–2019
ຢູ່​ໃນ​ເຮືອ ແລະ ຈັບ​ເຮືອ​ໄວ້​ໃຫ້​ແໜ້ນ!
ຕຸລາ 2014


ຢູ່​ໃນ​ເຮືອ ແລະ ຈັບ​ເຮືອ​ໄວ້​ໃຫ້​ແໜ້ນ!

ຖ້າ​ຫາກ​ເຮົາ​ຮັກ​ສາ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ມີ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ, ເຮົາ​ໄດ້​ຮັບ​ສັນ​ຍາວ່າຈະ​ໄດ້​ຮັບ​ພອນ​ທີ່​ເໜືອກວ່າ​ການ​ປຽບ​ທຽບ​ໃດໆ.

ເມື່ອບໍ່​ດົນ​ມານີ້, ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ໜຶ່ງ​ໄດ້​ພາ​ລູກ​ຊາຍ​ຂອງ​ລາວ​ໄປ​ລ່ອງ​​ເຮືອຢູ່​ທີ່​ແມ່​ນ້ຳ ໂຄ​ໂລ​ຣາ​ໂດ ຜ່ານຜາຊັນ ຄາ​ຕາ​ແຣັກ ​ແຄຍຽນ, ​ທີ່​ຕັ້ງ​ຢູ່​ພາກຕາ​ເວັນ​ອອກ​ສຽງ​ໃຕ້ຂອງລັດຢູ​ທາ. ​ຜາຊັນ​ແຫ່ງນັ້ນ​ມີ​ຊື່​ສຽງ ເພາະ​ໄລ​ຍະ 14 ໄມ (23 ກິ​ໂລ​ແມັດ) ຂອງສາຍ​ນ້ຳ​ແກ້ງ​ທີ່​ວຸ້ນ​ວາຍ ທີ່​ສາ​ມາດ​ເປັນ​ອັນ​ຕະ​ລາຍ​ໂດຍ​ສະ​ເພາະ.

ໃນ​ການ​ຕຽມ​ພ້ອມ​ສຳ​ລັບ​ການພະ​ຈົນ​ໄພ, ເຂົາ​ເຈົ້າ​ໄດ້​ທົບ​ທວນຂໍ້​ມູນ​ໃນ​ອິນ​ເຕີ​ແນັດ​ຂອງ​ອົງ​ການ​ຄວບ​ຄຸມສວນ​ສາ​ທະ​ລະ​ນະ​ແຫ່ງ​ຊາດ, ຊຶ່ງ​ມີ​ຂໍ້​ມູນ​ສຳ​ຄັນ​ກ່ຽວ​ກັບ​ການ​ຕຽມ​ພ້ອມສ່ວນ​ຕົວ ແລະ ອັນ​ຕະ​ລາຍ​ທຳ​ມະ​ດາ​ທີ່​ຊ້ອນ​ຢູ່.

ແຕ່​ຕົ້ນ​ການ​ເດີນ​ທາງ, ນັກ​ນຳ​ທ່ຽວ​ທາງ​ແມ່​ນ້ຳ​ທີ່​ມີ​ປະ​ສົ​ບ​ການໄດ້​ອະ​ທິ​ບາຍ​ຄຳ​ແນ​ະ​ນຳ​ເລື່ອງ​ຄວາມ​ປອດ​ໄພ​ທີ່​ສຳ​ຄັນ, ເນັ້ນ​ໜັກ​ເຖິງ​ກົດ​ລະ​ບຽບ​ສາ​ມ​ຂໍ້​ທີ່​ຈະ​ຮັບ​ຮອງ​ການ​ເດີນ​ທາງ​ທີ່​ປອດ​ໄພ​ຂອງ​ກຸ່ມ​ດັ່ງກ່າວ​ຜ່ານ​ແກ້ງນັ້ນ. “ກົດ​ທີ​ໜຶ່ງ: ຢູ່​ໃນ​ເຮືອ! ກົດ​ທີ​ສອງ: ໃສ່​ເສື້ອ​ຊູ​ຊີບ​ຕະ​ຫລອດ​ເວ​ລາ! ກົດ​ທີ​ສາມ: ຈັບ​ເຮືອ​ໄວ້​ໃຫ້​ແໜ້ນດ້ວຍ​ມື​ທັງ​ສອງ​ເບື້ອງ!” ແລ້ວ ລາວ​ໄດ້​ເວົ້າ​ອີກ, ດ້ວຍ​ຄວາມ​ເນັ້ນ​ໜັກ​ວ່າ, “ສຳ​ຄັນ​ທີ່​ສຸດ, ໃຫ້​ຈຳ​ກົດ​ທີ​ໜຶ່ງ: ຢູ່​ໃນ​ເຮືອ!”

ພະ​ຈົນ​ໄພ​ຄັ້ງ​ນີ້​ໄດ້​ເຕືອນ​ໃຈ​ຂ້າ​ພະ​ເຈົ້າ​ເຖິງ​ການ​ເດີນ​ທ​າງ​ຂອງ​ເຮົາ​ໃນ​ຊີ​ວິດ​ມະ​ຕະ. ເຮົາ​ຫລາຍ​ຄົນ​ກໍ​ປະ​ສົບ​ກັບ​ຊ່ວງ​ເວ​ລາ​ໃນ​ຊີ​ວິດ​ຂອງ​ເຮົາ ຕອນທີ່ເຮົາ​ຮູ້​ສຶກ​ບຸນ​ຄຸນ​ສຳ​ລັບເວ​ລາ​ທີ່​ມີ​ຄວາມ​ສະ​ຫງົບ. ໃນ​ເວ​ລາ​ອື່ນອີກ, ເຮົາ​ຈະ​ປ​ະ​ເຊີນຄວາມ​ຍາກລຳ​ບາກ ທີ່​ປຽບ​ທຽບ​ໃສ່​ກັບ​ອັນ​ຕະ​ລາຍ​ທີ່​ໄດ້​ພົບ​ເຫັນ​ຕາມ​ໄລ​ຍະ 14 ໄມ​ຜ່ານ​ຜາຊັນ ຄາ​ຕາ​ແຣັກ ​ແຄຍຽນ, ການ​ທ້າ​ທາຍ​ທີ່​ຮ່ວມ​ດ້ວຍ​ບັນ​ຫາ​ທັງ​ສຸ​ຂະ​ພາບ​ທາງຮ່າງ​ກາຍ ແລະ ​ທາງ​ຈິດ​ໃຈ, ດັ່ງຄວາມ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ, ຄວາມ​ຝັນ ແລະ ຄວາມ​ຫວັງ​ທີ່​ແຕກ​ສະ​ຫ​ລາຍ, ແລະ ສຳ​ລັບ​ບາງ​ຄົນ ແມ່ນ​ແຕ່​ວິ​ກິດ​ການເລື່ອງ​ທາງ​ສັດ​ທາ ເມື່ອ​ໄດ້​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ, ຄຳ​ຖາມ, ແລະ ຄວາມ​ສົງ​ໄສ​ໃນ​ຊີ​ວິດ.

ພຣະ​ຜູ້​ເປັນ​ເຈົ້າ ໃນ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ ໄດ້​ຈັດ​ຫາ​ຄວາມ​ຊ່ອຍ​ເຫລືອ​ໄວ້​ໃຫ້, ຮ່ວມ​ດ້ວຍ​ເຮືອ, ອຸ​ປະ​ກອນ​ທີ່​ຈຳ​ເປັນ ດັ່ງ​ເຊັ່ນ ເສື້ອ​ຊູ​ຊີບ, ແລະ ນັກ​ນຳ​ທ່ຽວ​ທີ່​ຊ່ຽວ​ຊານ ຜູ້​ທີ່​ຈະໃຫ້​ການ​ຊີ້​ນຳ ແລະ ຄຳ​ແນະ​ນຳ​ທີ່​ປອດ​ໄພ ເພື່ອ​ຊ່ອຍ​ເຮົາ​ໃຫ້​ຜ່ານ​ຜ່າ​ເສັ້ນ​ທາງ​ໃນ​ແມ່​ນ້ຳ​ແຫ່ງ​ຊີ​ວິດ ເພື່ອ​ຈະ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ​ຂອງ​ເຮົາ.

ໃຫ້​ເຮົາ​ມາ​ຄິດ​ກ່ຽວ​ກັບ​ກົດ​ທີ​ໜຶ່ງ: “ຢູ່​ໃນ​ເຮືອ!”

ປະ​ທານບຣິ​ກຳ ຢັງ ມັກ​ຈະ​ໃຊ້ຄຳ​ສັບ “ກຳ​ປັ່ນ​ເກົ່າ​ຂອງ​ສີ​ໂອນ” ເປັນ​ຄຳ​ປຽບ​ທຽບ​ສຳ​ລັບ​ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ໃນ​ໂອ​ກາດ​ໜຶ່ງ​ເພິ່ນ​ໄດ້​ກ່າວ​ວ່າ: “ເຮົາ​ຢູ່​ໃນ​ທ່າມ​ກາງ​ມະ​ຫາ​ສະ​ໝຸດ. ບັນ​ຫາ​ຈະ​ເກີດ​ຂຶ້ນ, ແລະ ດັ່ງ​ທີ່​ລູກ​ເຮືອ​ຈະ​ກ່າວ​ວ່າ, ເຮືອ​ນັ້ນ​​ໄດ້​ພະຍາຍາມທີ່​ຈະ​ລ່ອງ​ຕໍ່​ໄປ. ລູກ​ເຮືອ​ຄົນ​ໜຶ່ງ​ກ່າ​ວວ່​າ ‘ເຮົາ​ຈະ​ບໍ່​ຢູ່​ທີ່ນີ້;’ ‘ເຮົາ​ບໍ່​ເຊື່ອ​ວ່ານີ້​​ແມ່ນກຳ​ປັ່ນ​ສີ​ໂອນ.’ ‘ແຕ່​ເຮົາ​ຢູ່​ໃນ​ມະ​ຫາ​ສະ​ໝຸດ.’ ‘ເຮົາ​ບໍ່​ສົນ​ໃຈ, ເຮົາ​ຈະ​ບໍ່​ຢູ່​ທີ່ນີ້.’ ລາວ​ໄດ້​ແກ້​ເສື້ອ​ກັນ​ໜາວ​ຂອງ​ລາວ​ອອກ, ແລະ ລາວ​ໂຕນ​ລົງ​ຈາກ​ເຮືອ. ລາວ​ຈະ​ຈົມ​ນ້ຳ​ບໍ? ແນ່ນອນ. ສິ່ງ​ດຽວ​ກໍ​ຈະ​ເກີດ​ຂຶ້ນ​ກັບ​ຜູ້ຄົນ​ທີ່​ໜີ​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ​ນີ້. ນີ້​ຄື​ ‘ກຳ​ປັ່ນ​ແຫ່ງ​ສີ​ໂອນ,’ ໃຫ້​ເຮົາ​ພາ​ກັນຢູ່​ທີ່ນີ້​ແຫລະ.”1

ໃນ​ອີກ​ໂອ​ກາດ​ໜຶ່ງ, ປະ​ທານ​ຢັງໄດ້​ກ່າວ​ວ່າ ​ເພິ່ນ​ກໍ​ເປັນ​ຫ່ວງ​ນຳ​ຜູ້​ຄົນ​ທີ່​ຫລົງ​ທາງ​​ໄປ ເມື່ອ​ໄດ້​ຮັບ​ພອນ—ຕອນ​ທີ່​ຊີ​ວິດ​ນັ້ນ​ດີ ວ່າ: “ມັນ​ເປັນ​ອາ​ກາດ​ທີ່​ສະ​ຫງົບ, ເມື່ອ​ກຳ​ປັ່ນ​ເກົ່າ​ແຫ່ງສີ​ໂອນ​ກຳ​ລັງ​ລ່ອງ​ໄປ​ດ້ວຍ​ລົມ​ທີ່​ພັດ​ຄ່ອຍໆ, ແລະ ເມື່ອທຸກ​ສິ່ງ​ກໍ​ສະ​ຫງົບ​ສຸກ​ດີ, ບາງ​ຄົນ​ໃນ​ບັນ​ດາ​ອ້າຍ​ນ້ອງ​ກໍ​ຢາກ​ອອກ​ໄປໃນ​ເຮືອ​ນ້ອຍ … ເພື່ອ​ໄປ​ລອຍ​ນ້ຳ; ແລະ ບາງ​ຄົນ​ກໍ​ໄດ້​ຈົມ​ນ້ຳ​ໄປ, ບາງ​ຄົນ​ກໍ​ໄຫລ​ອອກໄປ​ເລີຍ, ແລະ ບາງ​ຄົນ​ກໍ​ໄດ້​ກັບ​ຄືນ​ເຂົ້າ​ມາ​ຫາ​ກຳ​ປັ່ນ​ນັ້ນ​ອີກ. ຂໍ​ໃຫ້​ເຮົາ​ຈົ່ງ​ຄົງ​ຢູ່​ໃນ​ກຳ​ປັ່ນ​ເກົ່າ​ນີ້​ແຫລະ, ແລະ ມັນ​ຈະ​ພາ​ເຮົາ​ກັບ​ຄືນ​ສູ່​ທ່າ​ເຮືອ​ຢ່າງ​ປອດ​ໄພ. ທ່ານບໍ່​ຈຳ​ເປັນ​ຕ້ອງ​ກັງ​ວົນ.”2

ໃນ​ທີ່​ສຸດ, ປະ​ທານ​ຢັງ​ໄດ້​ເຕືອນ​ໄພ່​ພົນ​ວ່າ: “ເຮົາ​ຢູ່​ໃນ​ກຳ​ປັ່ນ​ເກົ່າ​ແຫ່ງ​ສີ​ໂອນ. … [ພ​ຣະ​ເຈົ້າ] ເປັນ​ຜູ້​ຄວບ​ຄຸມ​ກຳ​ປັ່ນ, ແລະ ຈະ​ຄົງ​ຢູ່​ທີ່​ນັ້ນ. … ທຸກ​ສິ່ງ​ດີ. ຂໍ​ໃຫ້​ຮ້ອງ​ອາ​ເລ​ລູ​ຢາ; ເພາະ​ພຣ​ະ​ຜູ້​ເປັນ​ເຈົ້າ​ກໍ​ຢູ່​ທີ່ນີ້. ພຣະ​ອົງ​ອອກ​ຄຳ​ສັ່ງ, ຊີ້​ນຳ, ແລະ ນຳ​ພາ. ຖ້າ​ຫາກ​ຜູ້​ຄົນ​ຈະ​ມີ​ຄວາມ​ໝັ້ນ​ໃຈທັງ​ໝົດ​ໃນ​ພຣະ​ເຈົ້າ​ຂອງ​ເຂົາ​ເຈົ້າ, ບໍ່​ປະ​ຖິ້ມ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ຫລື ພຣະ​ເຈົ້າ​ຂອງ​ເຂົາ​ເຈົ້າ, ແລ້ວພຣະ​ອົງ​ຈະ​ນຳ​ທາງ​ເຮົາ​ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ.”3

ເນື່ອງ​ຈາກ​ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ​ຢູ່​ໃນ​ວັນ​ເວ​ລານີ້, ເຮົາ​ຈະ​ຢູ່​ໃນ​ກຳ​ປັ່ນ​ເກົ່າ​ແຫ່ງ​ສີ​ໂອນ​ແນວ​ໃດ?

ນີ້​ຄື​ວິ​ທີ​ທາງ! ເຮົາ​ຕ້ອງ​ມີ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ຕໍ່​ເນື່ອງ ໂດຍ​ການ​ເພີ່ມ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ຊື່​ສັດ​ຂອງ​ເຮົາ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ—ບໍ່​ແມ່ນ​ພຽງ​ແຕ່​ເທື່ອ​ດຽວ, ແຕ່​ເປັນ​ປະ​ຈຳ. ແອວ​ມາ​ໄດ້​ຖາມ​ວ່າ, “ແລະ ບັດ​ນີ້ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ອ້າຍ​ນ້ອງ [ແລະ ເອື້ອຍ​ນ້ອງ], ຂອງ​ຂ້າ​ພະ​ເຈົ້າ​ວ່າ ຖ້າ​ຫາກ​ພວກ​ທ່ານ​ເຄີຍ​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ໃນ​ໃຈ, ແລະ ຖ້າ​ຫາກ​ພວກ​ທ່ານ​ຮູ້​ສຶກ​ຢາກ​ຮ້ອງ​ເພງ​ສັນ​ລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່, ຂ້າ​ພະ​ເຈົ້າ​ຈະ​ຖາມ​ວ່າ ພວກ​ທ່ານ​ຮູ້​ສຶກ​ເຊັ່ນ​ນັ້ນ​ບໍ່​ໃນ​ຂະ​ນະ​ນີ້?”4

ນັກ​ນຳ​ທ່ຽວ​ແມ່​ນ້ຳ​ທີ່​ຊ່ຽວ​ຊານ​ໃນ​ສະ​ໄໝ​ນີ້​ກໍ​ສາ​ມາດ​ປຽບ​ໃສ່​ກັບ​ອັກ​ຄະ​ສາ​ວົກ​ ແລະ ສາດ​ສະ​ດາ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໃນ​ທ້ອງ​ຖິ່ນ ແລະ ຜູ້​ນຳ​ໃນ​ອົງ​ການ​ຊ່ອຍ​ເຫລືອ. ພວກ​ເພິ່ນ​ຊ່ອຍ​ໃຫ້​ເຮົາ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ​ຂອງ​ເຮົາ​ຢ່າງ​ປອດ​ໄພ.

ເມື່ອບໍ່​ດົນ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ປາ​ໄສ​ໃນ​ການ​ສຳ​ມະ​ນາ​ຂອງ​ປະ​ທານ​ເຜີຍ​ແຜ່​ຄົນ​ໃໝ່ ແລະ ໄດ້​ແນະ​ນຳ​ຜູ້​ນຳ​ເຫລົ່າ​ນີ້​ວ່າ:

“ຈົ່ງຊ່ອຍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ທຸກ​ຄົນ​ຈົດ​ຈ້ອງ​ຢູ່​ທີ່ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ. … ພວກ​ເຮົາ​ຈະ​ບໍ່ ແລະ … ບໍ່​ສາ​ມາດ​ນຳ​ພວກ​ທ່ານ​ໄປ​ຜິດ​ທາງ.

“ແລະ ຂະ​ນະ​ທີ່​ພວກ​ທ່ານ​ສອນ​ຜູ້​ສອນ​ສາດ​ສະ​ໜາ​ຂອງພວກ​ທ່ານ​ໃຫ້ເຈາະ​ຈົງ​ສາຍ​ຕາ​ຂອງ​ເຂົາ​ເຈົ້າ​ໃສ່​ພວກ​ເຮົາ, ຈົ່ງ​ສອນ​ເຂົາ​ເຈົ້າ​ບໍ່​ໃຫ້​ຕິດ​ຕາມ​ຜູ້​ທີ່​ຄິດ​ວ່າ​ພວກ​ເຂົາ​ຮູ້ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ບໍ​ລິ​ຫານ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ ຫລາຍກວ່າ​ … ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດຮູ້ ຜ່ານ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ຜູ້​ທີ່​ມີ​ຂໍ​ກະ​ແຈ​ທີ່​ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບ.

“ຂ້າ​ພະ​ເຈົ້າ​ໄດ້​ຄົ້ນ​ພົບ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຂ້າ​ພະ​ເຈົ້າ ວ່າ​ຜູ້​ທີ່​ໄດ້​ຫລົງ​ທາງ​ໄປ ແລະ ສັບ​ສົນ ທຳ​ມະ​ດາ​ແລ້ວ​ຈະ​ເປັນ​ຜູ້​ທີ່ ສ່ວນ​ຫລາຍ​ແລ້ວ … ມັກຈະ​ລືມ​ວ່າ ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ກ່າວ​ສຽງ​ທີ່​ເປັນ​ເອ​ກະ​ສັນ, ມັ​ນ​ເປັນ​ສຸ​ລະສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳລັບ​ເວ​ລານັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ເຕືອນ​ເຮົາ​ວ່າ, ບໍ່​ວ່າ​ພຣະ​ອົງ​ຈະ​ກ່າວ​ດ້ວຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ມັນ​ກໍ​ເໝືອນ​ກັນ [ເບິ່ງ D&C 1:38].”5

​ໃນ​ອີກ​ຄຳ​ໜຶ່ງ​ກໍ​ຄື, ເຂົາ​ເຈົ້າ​ໄດ້​ໜີໄປຈາກກຳ​ປັ່ນ​ເກົ່າ​ແຫ່ງ​ສີ​ໂອນ—ເຂົາ​ເຈົ້າ​ຕົກ​ໄປ; ເຂົາ​ເຈົ້າ​ປະ​ຖິ້ມ​ຄວາມ​ເຊື່ອ. ເປັນ​ທີ່​ໜ້າ​ໂສກ​ເສົ້າ​ແທ້ໆ, ສ່ວນ​ຫລາຍເຂົາ​ເຈົ້າຈະ​ມີ​ຜົນ​ສະ​ທ້ອນ​ໃນ​ເວ​ລາ​ສັ້ນໆ ແລະ ໃນ​ທີ່​ສຸດ​ກໍ​ຈະ​ໄດ້​ພົບ​ຜົນ​ສະ​ທ້ອນ​ຢ່າງ​ຍາວ​ນານທີ່ບໍ່​ໄດ້ເຈດ​ຕະ​ນາ, ບໍ່​ພຽງ​ແຕ່​ສຳ​ລັບ​ຕົວ​ເຂົາ​ເຈົ້າ​ເອງ ແຕ່​ສຳ​ລັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ນຳ​ອີກ.

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ, ເໝືອນ​ດັ່ງ​ຜູ້​ນຳ​ທ່ຽວ​ທາງ​ແມ່​ນ້ຳ​ທີ່​ຊ່ຽວ​ຊານ, ກໍ​ໄດ້​ຮັບ​ການ​ສິດ​ສອນ​ໂດຍ​ປະ​ສົບ​ການ​ຂອງ​ຊີ​ວິດ; ໄດ້​ຮັບ​ການ​ອົບ​ລົມ ແລະ ຖືກ​ຫລໍ່​ຫລອມ​ໂດຍ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ ແລະ ເຈົ້າ​ໜ້າ​ທີ່​ຄົນ​ອື່ນ​ໃນ​ສາດ​ສະ​ໜາ​ຈັກ; ແລະ ສຳ​ຄັນ​ທີ່​ສຸດ​ຄື, ເຂົາ​ເຈົ້າ​ໄດ້​ຮັບ​ການສິດ​ສອນ​ໂດຍ​ອົງ​ພຣະ​ຜູ້ເປັນ​ເຈົ້າເອງ.

ໃນ​ອີກ​ໂອ​ກາດ​ໜຶ່ງ​ໃນ​ປີນີ້, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ປາ​ໄສ​ຕໍ່​ຄົນ​ໜຸ່ມ​ສາວ​ຂອງ​ສາດ​ສະ​ໜາ​ຈັກ ໃນກອງ​ປະ​ຊຸມ​ CES ທີ່​ໄດ້​ຖ່າຍ​ທອດ​ໃນເດືອນ​ພຶດ​ສະ​ພາ. ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ວ່າ:

“ຂ້າ​ພະ​ເຈົ້າ​ໄດ້​ຍິນ​ມາ​ວ່າ ບາງ​ຄົນ​ຄິດ​ວ່າ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ອາ​ໄສ​ຢູ່​ໃນ​ໂລກທີ່ບໍ່​ເປັນ​ຄວາມ​ຈິງສຳ​ລັບ​ຄົນ​ທຳ​ມະ​ດາ​ສາ​ມັນ​. ສິ່ງ​ທີ່​ເຂົາ​ເຈົ້າ​ລືມ​ໄປ​ກໍ​ຄື​ວ່າ ພວກ​ເຮົາ​ເປັນ​ບັນ​ດາ​ຊາຍ ແລະ ຍິງ​ທີ່​ມີ​ປະ​ສົບ​ການ, ແລະ ວ່າ​ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ໃນ​ຫລາຍແຫ່ງ​ທີ່​ແຕກ​ຕ່າງ​ກັນ ແລະ ໄດ້​ເຮັດ​ວຽກ​ງານ​ນຳ​ຫລາຍໆ​ຄົນ​ທີ່​ມີ​ປະ​ສົບ​ການ​ທີ່​ແຕກ​ຕ່າງ​ກັນ. ໜ້າ​ທີ່ມອບ​ໝາຍ​ຂອງ​ພວກ​ເຮົາ​ໃນ​ສາດ​ສະ​ໜາ​ຈັກ​ໃນ​ເວ​ລານີ້ ກໍເຮັດ​ໃຫ້​ພວກເຮົາ​ໄດ້ເດີນ​ທາງ​ໄປ​ຕະ​ຫລອດ​ທົ່ວ​ໂລກ, ບ່ອນ​ທີ່​ພວກ​ເຮົາ​ພົບ​ປະ​ກັບ​ຜູ້​ນຳ​ທາງ​ການ​ເມືອງ, ສາດ​ສະ​ໜາ, ທຸ​ລະ​ກິດ, ແລະ ອົງການມະ​ນຸດ​ສະ​ທຳຂອງ​ໂລກ. ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ໄດ້​ໄປຢ້ຽມ​ຢາມ​ທຳນຽບ​ຂາວ ໃນ​ກຸງວໍ​ຊິງ​ຕັນ​ດີ​ຊີ ແລະ ຜູ້​ນຳ​ຂອງ​ປະ​ເທດ​ຕ່າງໆ ຕະ​ຫລອດ​ທົ່ວ​ໂລກ, ​ແຕ່ພວກ​ເຮົາ​ກໍ​ຍັງ​ໄດ້​ໄປ​ຢ້ຽມ​ຢາມບ້າ​ນ​ເຮືອນ​ທີ່​ທຸກ​ຍາກ​ລຳ​ບາກ​ຫລາຍ​ທີ່​ສຸດ​ຢູ່​ໃນໂລກ, ບ່ອນ​ທີ່​ພວກ​ເຮົາ​ໄດ້​ພົບ ແລະ ໄດ້​ປະ​ຕິ​ບັດ​ຕໍ່​ຄົນ​ຍາກ​ຈົນ. …

“ເມື່ອ​ພວ​ກ​ທ່ານ​ພິ​ຈາ​ລະ​ນາ​ດ້ວຍ​ຄວາມ​ຄິດ ​ເຖິງ​ຊີ​ວິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພວກ​ເຮົາ, ພວກ​ທ່ານ​ຈະ​ເຫັນ​ດ້ວຍ​ວ່າ​ ພວກ​ເຮົາ​ເຫັນ ແລະ ມີ​ປະ​ສົບ​ການ​ທາງ​ໂລກ​ໃນ​ວິ​ທີ​ທີ່​ໜ້ອຍ​ຄົນ​ໄດ້​ມີ​ມາ. ພວ​ກ​ທ່ານ​ຈະ​ຮັບ​ຮູ້​ວ່າ ພວກ​ເຮົາ​ບໍ່​ໄດ້​ດຳ​ລົງ​ຊີ​ວິດ​ທີ່​ຫ່າງ​ໄກ​ໄປ​ຈາກ​ໂລກ​ທີ່​ເປັນ​ຄວາມ​ຈິງ​ສຳ​ລັບ​ຄົນ​ທັງ​ຫລາຍ. …

“…ມີ​ບາງ​ສິ່ງ​ກ່ຽວ​ກັບ​ປັນ​ຍາ​ຂອງຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ສ່ວນ​ບຸກ​ຄົນ ແລະ ສ່ວນ​ລວມ ທີ່​ຄວນ​ໃຫ້​ຄວາມ​ປອບ​ໂຍນ​ບາງ​ຢ່າງ. ພວກ​ເຮົາ​ມີ​ປະ​ສົບ​ການ​ຫລາຍ​ຢ່າງ, ຮ່ວມ​ທັງ​ຜົນ​ສະ​ທ້ອນ​ຂອງ​ກົດ ແລະ ນະ​ໂຍ​ບາຍ​ຂອງ​ສັງ​ຄົມ, ຄວາມ​ຜິດ​ຫວັງ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ຕາຍ​ໃນ​ຄອບ​ຄົວ​ຂອງ​ເຮົາ. ພວກ​ເຮົາ​ຮູ້​ຈັກ ແລະ ເຂົ້າ​ໃຈ​ສິ່ງ​ທີ່​ພວກ​ທ່ານ​ປະ​ເຊີນ​ຢູ່​ໃນ​ຊີ​ວິດ.”6

ຄຽງ​ຄູ່​ກັບ​ກົດ​ທີ​ໜຶ່ງ, ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ນຳ​ໃຊ້​ມັນ, ຂໍ​ໃຫ້​ຈື່​ຈຳ​ກົດ​ທີ​ສອງ ແລະ ສາມ: ໃສ່​ເສື້ອ​ຊູ​ຊີບ​ຕະ​ຫລອດ​ເວ​ລາ, ແລະ ຈັບ​ເຮືອ​ໄວ້​ໃຫ້​ແໜ້​ນດ້ວຍ​ມື​ທັງ​ສອງ​ເບື້ອງ. ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ດັ່ງ​ທີ່​ໄດ້​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ, ໃຫ້​ຄຳ​ແນະ​ນຳ ແລະ ການ​ຊີ້​ນຳທີ່ ເມື່ອ​ເຮົາ​ປະ​ຕິ​ບັດ​ຕາມ, ຈະ​ເປັນ​ດັ່ງ​ເສື້ອ​ຊູ​ຊີບ​ທາງວິນ​ຍານ ແລະ ຈະ​ຊ່ອຍ​ເຮົາ​ໃຫ້​ຮູ້​ວິ​ທີ​ທີ່​ຈະ​ຈັບ​ໄວ້​ໃຫ້​ແໜ້ນດ້ວຍ​ມື​ທັງ​ສອງ​ເບື້ອງ.

ເຮົາ​ຕ້ອງ​ກາຍ​ເປັນ​ເໝືອນ​ດັ່ງ​ພວກລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ ຜູ້​ທີ່ “ໄດ້​ໝັ້ນ​ຄົງ​ໃນ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ.” ເຮົາ​ສາ​ມາດ​ກາຍ​ເປັນ​ຊາຍ ແລະ ຍິງ ທີ່ “ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ.” ຈະ​ສາ​ມາດ​ບັນ​ລຸ​ຜົນ​ສຳ​ເລັດ​ສິ່ງນີ້​ໄດ້ ພຽງ​ແຕ່​ໂດຍ​ “[ການຄົ້ນ​ຄວ້າ] ​ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເພື່ອ​ວ່າ [ເຮົາ] ຈະ​ໄດ້​ຮູ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.”7

ໃນ​ການ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ໃນ​ອາ​ດີດ ແລະ ໃນ​ປະ​ຈຸ​ບັນ​ນີ້, ເຮົາ​ຄວນ​ເອົາ​ໃຈ​ໃສ່​ນຳການ​ສຶກ​ສາ, ການ​ດຳ​ລົງ​ຊີ​ວິດ, ແລະ ການ​ຮັກ​ຫອມ​ຄຳ​ສອນ​ຂອງ​ພຣະ​ຄຣິດ.

ນອກ​ເໜືອ​ໄປ​ຈາກ​ການ​ພັດ​ທະ​ນາ​ອຸ​ປະ​ນິ​ໄສ​ຂອງ​ການ​ອ່ານ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ​ແລ້ວ, ເຮົາ​ຕ້ອງເປັນ​ເໝືອນ​ດັ່ງ​ລູກ​ຊາຍ​ຂອງໂມ​ໄຊ​ຢາ ແລະ ອຸ​ທິດ​ຕົນ​ “ໃນ​ການ​ອະ​ທິ​ຖານ, ແລະ ການ​ຖື​ສິນ​ອົດ​ເຂົ້າ​ຫລາຍ​ທີ່​ສຸດ.”8

ເບິ່ງ​ຄື​ວ່າ​ສິ່ງ​ເຫລົ່າ​ນີ້ ທີ່​ວັດ​ແທກບໍ່​ໄດ້​ງ່າຍໆ ກໍ​ເປັນ​ສິ່ງ​ທີ່​ສຳ​ຄັນ​ຫລາຍ​ທີ່ສຸດ. ຂໍ​ຈົ່ງ​ເອົາ​ໃຈ​ໃສ່​ນຳສິ່ງ​ທີ່​ລຽບ​ງ່າຍ​ເຫລົ່າ​ນີ້ ແລະ ຫລີກ​ລ້ຽງ​ຈາກ​ການ​ຖືກ​ເຮັດ​ໃຫ້ສັບ​ສົນ.

ຕາມທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກຜູ້​ຄົນ​ທີ່ບໍ່​ໄດ້​ຄົ​ງຢູ່​ໃນ​ເຮືອ ແລະ ບໍ່​ໄດ້​ຈັບ​ເຮືອ​ໄວ້​ໃຫ້​ແໜ້ນ​ດ້ວຍ​ມື​ທັງ​ສອງ​ເບື້ອງ​ໃນ​ຊ່ວງ​ເວ​ລາ​ທີ່​ມີ​ການ​ທົດ​ລອງ ແລະ ບັນ​ຫາ ຫລື ຜູ້​ທີ່ບໍ່​ໄດ້​ຢູ່​ໃນ​ເຮືອ​ໃນ​ຊ່ວງ​ເວ​ລາ​ທີ່​ມີ​ຄວາມ​ສະ​ຫງົບ​ພໍ​ສົມ​ຄວນ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ຫລາຍ​ຄົນ​ໃນ​ຈຳ​ນວນ​ນັ້ນ​ກໍ​ໄດ້​ສູນ​ເສຍ​ຄວາມ​​ເອົາ​ໃຈ​ໃສ່​ຕໍ່ຄວາມ​ຈິງ​ທີ່​ສຳ​ຄັນທີ່​ສຸດ​ຂອງ​ພຣະ​ກິດ​ຕິ​ຄຸນ—ເຫດ​ຜົນ​ທີ່​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຕັ້ງ​ແຕ່​ຕົ້ນ, ເຫດ​ຜົນ​ທີ່​ເຂົາ​ເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເຕັມ​ທີ່ ແລະ ເຂັ້ມ​ແຂງ​ຢູ່​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ຜ່ານ​ການ​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ຂອງ​ເຂົາ​ເຈົ້າ, ແລະ ໃນ​ວິ​ທີ​ທີ່​ສາດ​ສະ​ໜາ​ຈັກ​ກໍ​ໄດ້​ເປັນສະ​ຖານ​ທີ່​ແຫ່ງ​ການ​ບຳ​ລຸງ​ລ້ຽງ​ທາງວິນ​ຍານ ແລະ ການ​ເຕີບ​ໂຕ, ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.”9

ໂຈ​ເຊັບ ສະ​ມິດ ໄດ້​ສອນ​ຄວາມ​ຈິງ​ທີ່​ສຳ​ຄັນວ່າ: “ຫລັກ​ທຳ​ພື້ນ​ຖານ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ​ແມ່ນ​ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, … ‘ວ່າ​ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ, ຖືກ​ຝັງ, ແລະ ແລ້ວ​ໄດ້​ຟື້ນ​ຄືນ​ຊີວິດ​ອີກ​ໃນ​ມື້​ທີ​ສາມ, ແລະ ໄດ້​ສະ​ເດັດ​ຂຶ້ນ​ສະ​ຫວັນ;’ ​ແລະ ສິ່ງ​ອື່ນ​ທັງ​ໝົດ​ກໍ​ເປັນ​ພຽງ​ສິ່ງ​ທີ່​ເພີ່ມ​ເຕີມ​ເທົ່າ​ນັ້ນ, ຊຶ່ງ​ກ່ຽວ​ກັບ​ສາດ​ສະ​ໜາ​ຂອງ​ເຮົາ.”10

ຖ້າ​ຫາກ​ເຮົາ​ຮັກ​ສາ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ມີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ໄດ້​ຮັບ​ສັນ​ຍາວ່າຈ​ະ​ໄດ້​ຮັບ​ພອນ​ທີ່​ເໜືອກວ່າ​ການ​ປຽບ​ທຽບ​ໃດໆ ວ່າ: “ດັ່ງ​ນັ້ນ, ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ແຫ່ງ​ຄວາມ​ຫວັງ, ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ. ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ມຸ້ງ​ໜ້າ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງພຣະ​ບິ​ດາ​ໄດ້​ກ່າວ​ດັ່ງ​ນີ້: ເຈົ້າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.”11

ບາງ​ເທື່ອ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ ແລະ ຜູ້​ສົນ​ໃຈ​ທີ່​ຈິງ​ໃຈ​ເລີ່ມ​ເອົາ​ໃຈ​ໃສ່ “ສິ່ງ​ທີ່​ເພີ່ມ​ເຕີມ” ແທນ​ທີ່​ຈະ​ເອົາ​ໃຈ​ໃສ່​ຫລັກ​ທຳ​ພື້ນ​ຖານ. ນັ້ນ​ຄື, ຊາ​ຕານ​ລໍ້​ລວງ​ເຮົາ​ໃຫ້​ສັບ​ສົນ​ໄປ​ຈາກ​ຂ່າວ​ສານ​ທີ່​ລຽບ​ງ່າຍ ແລະ ແຈ້ງ​ຊັດຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຟື້ນ​ຟູ​ຄືນ​ມາ​ໃໝ່. ຜູ້​ທີ່​ຖືກ​ລົ​ບກວນ​ໃນ​ທາງນັ້ນ​ມັກ​ຈະ​ຢຸດ​ຮັບ​ສ່ວນ​ສິນ​ລະ​ລຶກ​ເພາະ​ເຂົາ​ເຈົ້າ​ສັບ​ສົນ, ແມ່ນ​ແຕ່ໝົກ​ໝຸ້ນຢູ່​ກັບ​ພາກ​ປະ​ຕິ​ບັດ ຫລື ຄຳ​ສອນ​ທີ່​ມີ​ຄວາມ​ສຳ​ຄັນ​ນ້ອຍ.

ຄົນ​ອື່ນ​ອາດ​ເອົາ​ໃຈ​ໃສ່​ຄຳ​ຖາມ ແລະ ຄວາມ​ສົງ​ໄສ​ທີ່​ເຂົາ​ເຈົ້າ​ມີ. ແນ່ນອນ, ການ​ທີ່​ມີ​ຄຳ​ຖາມ ແລະ ຄວາມ​ສົງ​ໄສກໍ​ບໍ່​ໄດ້​ແມ່ນວ່າ ​ຈະ​ເຂົ້າ​ກັນ​ບໍ່​ໄດ້​ກັບ​ການ​ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ. ເມື່ອບໍ່​ດົນ​ມານີ້, ສະ​ພາ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ກ່າວ​ວ່າ: “ພວກ​ເຮົາ​ເຂົ້າ​ໃຈ​ວ່າ ​ບາງ​ຄັ້ງ​ບາງ​ຄາວ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ມີ​ຄຳ​ຖາມ​ກ່ຽວ​ກັບ​ຄຳ​ສອນ, ປະ​ຫວັດ, ຫລື ພາກ​ປະ​ຕິ​ບັດ​ຂອງ​ສາດ​ສະ​ໜາ​ຈັກ. ສະ​ມາ​ຊິກ​ສາມາດ​ຖາມ​ຄຳ​ຖາມ​ດັ່ງ​ກ່າວ ແລະ ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ຢ່າງ​ຈິງ​ຈັງ.”12

ຂໍ​ໃຫ້​ຈຳ​ໄວ້​ວ່າ, ໂຈ​ເຊັບ ສະ​ມິດ ເອງ​ກໍ​ໄດ້​ມີ​ຄຳ​ຖາມ ທີ່​ໄດ້​ເລີ່ມ​ໃຫ້​ມີ​ການ​ຟື້ນ​ຟູນີ້. ເພິ່ນ​ໄດ້​ຄົ້ນ​ຄວ້າ​ຫາ​ຄວາມ​ຈິງ ແລະ ເໝືອນ​ດັ່ງ​ ອັບ​ຣາ​ຮາມ, ກໍ​ໄດ້​ພົບ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຊີ​ວິດ.

ຄຳ​ຖາມ​ທີ່​ສຳ​ຄັນ​ເຈາະ​ຈົງ​ໃສ່​ສິ່ງ​ທີ່​ສຳ​ຄັນ​ທີ່ສຸດ—ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ການ​ຄົ້ນ​ຄວ້າ​ຂອງ​ເຮົາ​ຄວນ​ນຳ​ເຮົາ​ໃຫ້​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ມີ​ເມດ​ຕາ, ອ່ອນ​ໂຍນ, ຮັກ​ແພງ, ໃຫ້​ອະ​ໄພ, ອົດ​ທົນ, ແລະ ອຸ​ທິດ​ຕົນ. ເຮົາ​ຕ້ອງ​ເຕັມ​ໃຈ, ດັ່ງ​ທີ່​ໂປ​ໂລ​ໄດ້​ສອນ​ວ່າ, “ຈົ່ງຊ່ອຍ​ຮັບ​ພາ​ລະ​ໜັກ​ຂອງ​ກັນ​ແລະ​ກັນ, ຖ້າ​ເຮັດ​ດັ່ງ​ນີ້ ພວກ​ເຈົ້າ​ກໍ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພຣະ​ຄຣິດ.”13

ເພື່ອ​ຈະ​ຊ່ອຍ​ຮັບ​ພາ​ລະ​ໜັກ​ຂອງ​ຄົນ​ອື່ນ ​ກໍ​ຮ່ວມ​ດ້ວຍ​ການ​ຊ່ອຍ​ເຫລືອ, ການ​ສົ່ງ​ເສີມ, ແລະ ການ​ເຂົ້າ​ໃຈ​ທຸກ​ຄົນ, ຮ່ວມ​ທັງ​ຄົນ​ທີ່​ເຈັບ​ປ່ວຍ, ອ່ອນ​ເພຍ, ຄົນ​ທີ່​ຍາກ​ຈົນ​ທາງວິນ​ຍານ ແລະ ຮ່າງ​ກາຍ, ຜູ້​ທີ່​ສະ​ແຫວງ​ຫາ ແລະ ຜູ້​ທີ່​ມີ​ບັນ​ຫາ, ແລະ ສາ​ນຸ​ສິດ—ສະ​ມາ​ຊິກ​ຄົນ​ອື່ນ​ນຳ​ອີກ—ຮ່ວມ​ທັງ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນໃຫ້​ຮັບ​ໃຊ້​ໃນ​ໄລ​ຍະ​ເວ​ລາ​ໃດ​ໜຶ່ງ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຈົ່ງ​ຢູ່​ໃນ​ເຮືອ, ​ໃສ່​ເສື້ອ​ຊູ​ຊີບ​ຂອງ​ທ່ານ, ​ແລະ ຈັບ​ເຮືອ​ໄວ້​ໃຫ້​ແໜ້ນດ້ວຍ​ມື​ທັງ​ສອງ​ເບື້ອງ. ຫລີກ​ລ້ຽງ​ຈາກ​ຄວາມ​ລົບ​ກວນ! ແລະ ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ພວກ​ທ່ານ​ໄດ້​ຕົກ​ໄປ​ຈາກ​ເຮືອ, ພວກ​ເຮົາ​ຈະຊອກ​ຫາ​ທ່ານຈົນ​ໃຫ້ພົບ​, ​ແລະ ປະຕິບັດ​ຕໍ່​ທ່ານ, ແລະ ດຶງ​ທ່ານ​ກັບ​ມາ​ສູ່​ກຳ​ປັ່ນ​ເກົ່າ​ແຫ່ງ​ສີ​ໂອນ​ດ້ວຍ​ຄວາມປອດ​ໄພ, ບ່ອນ​ທີ່​ພຣະ​ເຈົ້າ​ອົງ​ເປັນພຣະ​ບິ​ດາ​ຂອງ​ເຮົາ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ເປັນ​ຜູ້​ຄວບ​ຄຸມ ແລະ ຈະ​ນຳ​ພາ​ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ, ຊຶ່ງ​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍາ​ນ​ເຖິງດ້ວຍ​ຄວາມ​ຖ່ອມຕົນ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: Brigham Young (1997), 82–83.

  2. Brigham Young, “Discourse,” Deseret News, Jan. 27, 1858, 373.

  3. Brigham Young, “Remarks,” Deseret News, Nov. 18, 1857, 291.

  4. ​ແອວ​ມາ 5:26.

  5. M. Russell Ballard, “Mission Leadership” (address given at the seminar for new mission presidents, June 25, 2014), 8.

  6. M. Russell Ballard, “Be Still, and Know That I Am God” (Church Educational System devotional, May 4, 2014); lds.org/broadcasts.

  7. ​ແອວ​ມາ 17:2.

  8. ​ແອວ​ມາ 17:3.

  9. ຈົດໝາຍ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ອັກຄະ​ສາວົກ​ສິບ​ສອງ, ວັນ​ທີ 28 ​ເດືອນ​ມິຖຸນາ , 2014.

  10. Joseph Smith, Elders’ Journal, July 1838, 44.

  11. 2 ນີ​ໄຟ 31:20.

  12. ຈົດໝາຍ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ, ວັນ​ທີ 28 ​ເດືອນ​ມິຖຸນາ , 2014.

  13. ຄາ​ລາ​ເຕຍ 6:2.