​2010–2019
ການ​ເປີດ​ເຜີຍ​ທີ່​ຕໍ່​ເນື່ອງ
ຕຸລາ 2014


ການ​ເປີດ​ເຜີຍ​ທີ່​ຕໍ່​ເນື່ອງ

​ການ​ຕັດສິນ​ ​ແລະ ຄວາມ​ຄິດທີ່​ມີ​ເຫດຜົນຂອງ​ມະນຸດ ຈະບໍ່​ພຽງພໍ ທີ່​ຈະ​ໄດ້​ຮັບ​ຄຳ​ຕອບ ຕໍ່​ຄຳ​ຖາມ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ​ເຮົາ​ຕ້ອງການ ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ.

​ໃນ​ມື້​ນີ້ ຂ້າພະ​ເຈົ້າຫວັງ​ວ່າ​ເຮົາທຸກ​ຄົນ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ ​ແລະ ຄວາມ​ສະຫວ່າງ​ຈາກ​ພຣະ​ເຈົ້າ. ມີຜູ້​ຄົນຢ່າງ​ຫລວງຫລາຍ​ທີ່​ຮັບ​ຟັງ​ຮັບ​ຊົມ​ມື້​ນີ້ ຜູ້​ຮູ້ສຶກຢາກ​ໄດ້​ພອນ​ແຫ່ງ​ການ​ເປີດ​ເຜີຍ​ຫລາຍ​ທີ່​ສຸດ ຈາກ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງຮັກ​ຂອງ​ເຮົາ.

ສຳລັບປະທານ​ເຜີຍ​ແຜ່, ຄົງ​ເປັນ​ຄຳ​ອະທິຖານ​ດ້ວຍ​ການ​ອ້ອນວອນ ​ເພື່ອ​ຈະ​ໄດ້​ຮູ້ຈັກ​ວິທີ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ຜູ້​ສອນ​ສາດສະໜາ​ທີ່​ກຳລັງ​ດີ້ນ​ລົນ. ສຳລັບ​ຜູ້​ເປັນ​ພໍ່ ຫລື ​ແມ່ ​ໃນ​ສະຖານ​ທີ່​ ທີ່​ມີ​ສົງຄາມ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ, ຈະ​ມີ​ຄວາມ​ຕ້ອງການ​ທີ່​ແຕກ​ຕ່າງ ຢາກ​ຮູ້​ວ່າ​ຄວນ​ພາ​ຄອບຄົວ​ໄປ​ຫາ​ບ່ອນ​ປອດ​​ໄພ ຫລື ຈະ​ອາ​ໄສ​ຢູ່​ບ່ອນ​ເກົ່າ. ປະທານ​ສະ​ເຕກຫລາຍ​ຮ້ອຍ​ຄົນ​ໄດ້​ອະທິຖານ​ໃນ​ມື້​ນີ້ ​ເພື່ອ​ຈະ​ໄດ້​ຮູ້ຈັກ​ວິທີ​ທີ່​ຈະ​ຊ່ອຍ​ພຣະຜູ້​ເປັນ​ເຈົ້າ ຊອກ​ຫາ​ແກະ​ທີ່​ຫລົງ​ທາງ​ໄປ. ​ແລະ ສຳລັບ​ສາດສະດາ, ​ເພື່ອ​ຈະ​ໄດ້​ຮູ້ຈັກ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າຈະ​ໃຫ້​ເພິ່ນ​ກ່າວ​ຕໍ່ສາດສະໜາ​ຈັກ ​ແລະ ຕໍ່​ໂລກທີ່​ເຕັມ​ໄປ​ດ້ວຍ​ຄວາມ​ວຸ້ນວາຍ.

​ເຮົາ​ທຸກ​ຄົນຮູ້​ວ່າ ​ການ​ຕັດສິນ​ ​ແລະ ຄວາມ​ຄິດທີ່​ມີ​ເຫດຜົນຂອງ​ມະນຸດ ຈະບໍ່​ພຽງພໍ ທີ່​ຈະ​ໄດ້​ຮັບ​ຄຳ​ຕອບ ຕໍ່​ຄຳ​ຖາມ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ​ເຮົາ​ຕ້ອງການ ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ. ​ແລະ ​ເຮົາ​ຕ້ອງການ ຫລາຍ​ກວ່າ​ການ​ເປີດ​ເຜີຍ​ເທື່ອ​ດຽວ​ໃນ​ເວລາ​ທີ່ມີ​ຄວາມ​ກົດ​ດັນ, ​ແຕ່​ເຮົາ​ຕ້ອງ​ຕໍ່​ອາຍຸ​ຂອງ​ການ​ເປີດ​ເຜີຍ​ນັ້ນ ຕະຫລອດ. ​​ບໍ່​ແມ່ນ​ວ່າ​ເຮົາ​ຕ້ອງການຄວາມ​ເຂົ້າ​ໃຈ​ ​ແລະ ການ​ປອບ​ໂຍນ​ແຕ່​ເທື່ອ​ດຽວ, ​ແຕ່​ເຮົາ​ຕ້ອງຕິດ​ຕໍ່​ນຳພຣະ​ເຈົ້າ​ເປັນ​ປະຈຳ.

ສາດສະໜາ​ຈັກ​ທີ່​ຕັ້ງຢູ່​ໃນ​ເວລາ​ນີ້ ​​ແມ່ນ​ມາ​ຈາກ​ຊາຍ​ໜຸ່ມ​ທີ່​ຮູ້ຈັກ​ຄວາມ​ຈິງ. ​ໂຢ​ເຊັບ ສະ​ມິດ ໜຸ່ມຮູ້​ວ່າ ລາວບໍ່​ສາມາດ​ຮູ້​ດ້ວຍ​ຕົນ​ເອງ​ວ່າ ລາວ​ຄວນເຂົ້າຮ່ວມ​ສາດສະໜາ​ຈັກ​ແຫ່ງ​ໃດ. ສະນັ້ນ ລາວ​ຈຶ່ງ​ໄດ້​ໄປ​ທູນ​ຖາມ​ພຣະ​ເຈົ້າ ຕາມ​ທີ່​ພຣະທຳ​ຢາ​ໂກ​ໂບ ​ໄດ້​ແນະນຳ. ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ​ໄດ້​ມາ​ປະກົດ​ຢູ່​ໃນ​ປ່າ. ທັງ​ສອງ​ພຣະອົງ​ໄດ້​ຕອບ​ຄຳ​ຖາມ​ທີ່​ໂຈ​ເຊັບ​ບໍ່​ສາມາດ​ທີ່​ຈະ​ແກ້​ໄຂ.

ບໍ່​ພຽງ​ແຕ່​ເພິ່ນ​ໄດ້​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ​ໃນ​ເວລາ​ນັ້ນ ​ເພື່ອ​ໃຫ້​ຈັດຕັ້ງສາດສະໜາ​ຈັກ​ທີ່​ແທ້​ຈິງຂອງ​ພຣະ​ເຢຊູ​ຄຣິດ​ຂຶ້ນ​ເທົ່າ​ນັ້ນ, ​ແຕ່​​ມີອຳນາດ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ໃນ​ນັ້ນ ​ເພື່ອ​ນຳພຣະວິນ​ຍານ​ບໍລິສຸດ​ກັບ​ຄືນ​ມາ ​ເພື່ອ​ວ່າການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າຈະ​ດຳ​ເນີນ​ຕໍ່​ໄປ.

ປະທານບອຍ ​​ເຄ ແພ໊ກ​ເກີ ​ໄດ້​ບັນຍາຍ​ເຖິງ​ເຄື່ອງໝາຍ​ຂອງ​ສາດສະໜາ​ຈັກ​ທີ່​ແທ້​ຈິງ​ ​ໃນ​ທາງ​ນີ້​ວ່າ: “ມີ​ການ​ເປີດ​ເຜີຍ​ຕໍ່​​ໄປໃນ​ສາດສະໜາ​ຈັກ: ສາດສະດາ​ໄດ້​ຮັບ​ມັນ​ສຳລັບ​ສາດສະໜາ​ຈັກ; ປະທານ​ໄດ້​ຮັບ​ມັນສຳລັບ​ສະ​ເຕກ, ທ້ອງ​ຖິ່ນ, ຫລື ກຸ່ມ​ໂຄຣຳຂອງ​ຕົນ; ອະທິການ​ໄດ້​ຮັບ​ມັນສຳລັບ​ຫວອດ; ​ພໍ່​ໄດ້​ຮັບມັນ​ສຳລັບຄອບຄົວ, ບຸກຄົນ​ໄດ້​ຮັບ​ມັນສຳລັບຕົນ​ເອງ.”1

ຂັ້ນຕອນ​ຂອງ​ການ​ເປີດ​ເຜີຍ​ທີ່​ເລີດ​ລ້ຳດັ່ງກ່າວ​​ໄດ້​ເລີ່ມຕົ້ນ, ສິ້ນ​ສຸດ​ລົງ, ​ແລະ ສືບ​ຕໍ່ ​ເມື່ອ​ເຮົາ​ຮັບ​ເອົາ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ​ໃຫ້ນີ​ໄຟ​ຜູ້​ຍິ່ງ​ໃຫຍ່ ລູກ​ຊາຍ​ຂອງ​ລີ​ໄຮ ​ເປັນ​ຕົວຢ່າງ​ຂອງ​ເຮົາ. ບິດາ​ຂອງ​ເພິ່ນ​​ເຫັນ​ພາບ​ນິມິດ​ໃນ​ຄວາມ​ຝັນ. ຄົນ​ອື່ນໆ​ໃນ​ຄອບຄົວ​ຂອງ​ນີ​ໄຟ ຄິດ​ວ່າຄວາມ​ຝັນ​ຂອງ​ລີ​ໄຮຄື​ຫລັກ​ຖານ​ຂອງ​ຄວາມ​ປັ່ນ​ປ່ວນ​ໃນ​ສະໝອງ. ຄວາມ​ຝັນ​ນັ້ນຮ່ວມທັງ​ພຣະບັນຊາ​ຈາກ​ພຣະ​ເຈົ້າ ​ໃຫ້​ພວກ​ລູກ​ຊາຍ​ຂອງ​ລີ​ໄຟ​​ໄປຊ່ຽງ​ຊີວິດ ​ໃນ​ການ​ກັບ​ຄືນ​ໄປ​​ນະ​ຄອນ​ເຢຣູຊາ​ເລັມ ​ເພື່ອ​ໄປ​ເອົາ​ແຜ່ນ​ຈາຣຶກ ທີ່​ບັນຈຸ​ພຣະຄຳ​ຂອງ​ພຣະ​ເຈົ້າ ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ໄດ້​​​ເອົາ​ມັນ​ໄປ​​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ​ກັບ​ເຂົາ​ເຈົ້າ.

ເຮົາ​ມັກ​ຈະ​ກ່າວ​ເຖິງ​ຄຳ​ປະກາດຄວາມ​ກ້າຫານ​ຂອງ​ນີ​ໄຟ ​ເມື່ອ​ບິດາ​ຂອງ​​ເພິ່ນຂໍ​ໃຫ້​ເຂົາ​ເຈົ້າກັບ​ໄປ​ນະ​ຄອນ​ເຢຣູຊາ​ເລັມ. ທ່ານ​ຄົງ​ຮູ້ຈັກ​ຄຳນັ້ນດີ ທີ່​ວ່າ: “ເຮົາ​ຈະ​ໄປ ແລະ ເຮັດ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ.”2

ເມື່ອ​ລີ​ໄຮ​ໄດ້​ຍິນນີ​ໄຟ​ກ່າວ​ຖ້ອຍ​ຄຳ​ເຫລົ່ານັ້ນ, ພຣະ​ຄຳພີ​ບອກ​ວ່າ ​​ເພິ່ນ “ກໍ​ດີ​ໃຈ​ຢ່າງ​ຍິ່ງ.”3 ​ເພິ່ນ​ດີ​ໃຈ ​ເພາະ​ເພິ່ນ​ຮູ້​ວ່າ ນີ​ໄຟ​ໄດ້​ຮັບ​ພອນ​​ເພາະ​ລາວ​ໄດ້​ຢືນຢັນຕໍ່​ການ​ເປີດ​ເຜີຍ ວ່າຄວາ​ມຝັນ​ຂອງ​ພໍ່​ຂອງ​ລາວເປັນ​ການ​ສື່ສານຈາກ​ພຣະ​ເຈົ້າ. ນີ​ໄຟ​ບໍ່​ໄດ້​ເວົ້າວ່າ, “ເຮົາ​ຈະ​ໄປ ​ແລະ ​ເຮັດ​ສິ່ງ​ທີ່​ບິດາ​ບັນຊາ.” ​ແຕ່​ລາວ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ໄປ ​ແລະ ​ເຮັດ​ສິ່ງ​ທີ່​ພຣະ​ເຈົ້າບັນຊາ.”

​ຈາກ​ປະສົບ​ການ​​ໃນຄອບຄົວ​ຂອງ​ທ່ານ​ເອງ, ທ່ານ​ກໍ​ຮູ້​ວ່າ ​ເປັນ​ຫຍັງ​ລີ​ໄຮຈຶ່ງ “ດີ​ໃຈ​ຫລາຍ.” ​​ເພິ່ນ​ດີ​ໃຈ​ຈາກ​ການ​ຮູ້​ວ່າ ນີ​ໄຟ​ໄດ້​ຢືນຢັນຕໍ່​ການ​ເປີດ​ເຜີ​ຍ.

ພໍ່​​ແມ່​ຫລາຍ​ຄົນ​ໄດ້​ຕັ້ງກົດ​ໃຫ້​ຄອບຄົວ ​​ເຊັ່ນ​ລູກ​ຜູ້​ໄວ​ລຸ້ນຕ້ອງ​ກັບ​ມາ​ບ້ານ​ຈັກ​ໂມງ​ໃນ​ຕອນ​ກາງຄືນ. ​ແຕ່​​ໃຫ້​ຄິດ​ກ່ຽວ​ກັບ​ຄວາມດີ​ໃຈ​ຂອງ​ພໍ່​ແມ່​ເມື່ອ​ເຂົາ​ເຈົ້າຮູ້​​​ ເມື່ອສອງ​ສາມອາທິດ​ແລ້ວ​ນີ້ ລູກ​ຜູ້​ໄດ້​ຍ້າຍ​ອອກ​ເຮືອນ​ໄປ ບໍ່​ພຽງ​ແຕ່​ຮັກສາ​ກົດຫ້າມ​ບໍ່​ໃຫ້​ອອກ​ນອກ​ບ້ານ​ເທົ່າ​ນັ້ນ ​ແຕ່​ໄດ້​ຮັກສາ​ວັນ​ຊະບາ​ໂຕ​ຂອງ​ນາງ​ນຳ​ອີກ ດັ່ງ​ທີ່​ນາງ​ໄດ້​ຖືກ​ສິດສອນ​ຢູ່​ໃນ​ບ້ານ. ການ​ເປີດ​ເຜີຍ​ຂອງ​ພໍ່​ແມ່ ​ໄດ້​ມີ​ຜົນ​ກະທົບ​ອັນ​ຍາວ​ນານ ​ໃນ​ການ​ເປີດ​ເຜີຍ​ເປັນ​ສ່ວນ​ຕົວ ທີ່​ສືບ​ຕໍ່​ໃນ​ຕົວ​ຂອງ​ລູກ.

​ແມ່​ຂອງ​ຂ້າພະ​ເຈົ້າຄົງ​ເຂົ້າ​ໃຈ​ດີ​ກ່ຽວ​ກັບ​ຫລັກ​ທຳ​ຂອງ​ການ​ເປີດ​ເຜີຍ. ​ຄາວ​ຂ້າພະ​ເຈົ້າ​ຍັງ​ໜຸ່ມ, ຂ້າພະ​ເຈົ້າ​ໄດ້​ປິດ​ປະຕູ​ຫລັງ​ບ້ານ​​ແບບ​ຄ່ອຍໆ ຕອນ​ຂ້າພະ​ເຈົ້າກັບ​ບ້ານ​ໃນ​ຕອນ​​ເດິກ. ຂ້າພະ​ເຈົ້າຕ້ອງ​ຍ່າງ​ຜ່ານ​ປະຕູ​ຫ້ອງ​ນອນ​ຂອງ​ແມ່​ໄປ​ຫາ​ຫ້ອງ​ຂອງ​ຂ້າພະ​ເຈົ້າ. ​ເຖິງ​ແມ່ນ​ຂ້າພະ​ເຈົ້າຈະ​ຍ່າງຄ່ອຍໆ​ປານ​ໃດ​ກໍ​ຕາມ, ​ເມື່ອ​ຂ້າພະ​ເຈົ້າ​ໄປ​ເຖິງ​ປະຕູ​ຫ້ອງ​ເພິ່ນ, ຂ້າພະ​ເຈົ້າຈະ​ໄດ້​ຍິນ​ສຽງ​ເພິ່ນ​ຮ້ອງ​ຊື່​ຂອງ​ຂ້າພະ​ເຈົ້າ, “ຮາ​ລ. ​ເຂົ້າມາ​ນີ້​ບຶດໜຶ່ງ.”

ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໄປ ​ແລະ ນັ່ງ​ຢູ່​ຂອບ​ຕຽງ. ຫ້ອງ​ນອນ​ມືດ. ຖ້າ​ທ່ານ​ເຄີຍ​ໄດ້​ຍິນ, ທ່ານ​ຄົງ​ຄິດ​ວ່າ ​ເປັນ​ການ​ເວົ້າລົມ​ກັນ​ແບບ​ທຳ​ມະ​ດາ​ກ່ຽວ​ກັບ​ຊີວິດ. ​ແຕ່​ຈົນ​ເຖິງ​ທຸກ​ວັນ​ນີ້, ຄຳ​ເວົ້າຂອງ​ເພິ່ນຍັງ​ວົນວຽນ​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າຢູ່ ດ້ວຍ​ພະລັງ​ອັນ​ດຽວ​ກັນນັ້ນ ທີ່​ຂ້າພະ​ເຈົ້າຮູ້ສຶກ ຕອນ​ຂ້າພະ​ເຈົ້າອ່ານ​ໃບ​ປິຕຸ​ພອນ​ຂອງ​ຂ້າພະ​ເຈົ້າ.

ຂ້າພະ​ເຈົ້າບໍ່​ຮູ້​ວ່າ ​ເພິ່ນ​ໄດ້​ຂໍ​ຫຍັງ​ໃນ​ຄຳ​ອະທິຖານ ຂະ​ນະ​ທີ່​ເພິ່ນ​ລໍຖ້າ​ຂ້າພະ​ເຈົ້າ​ໃນ​ຄ່ຳ​ຄືນ​ເຫລົ່ານັ້ນ. ຂ້າພະ​ເຈົ້າຄິດ​ວ່າ ບາງ​ຢ່າງ​ຄົງ​ຈະ​ແມ່ນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຂ້າພະ​ເຈົ້າ. ​ແຕ່​ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ​ເພິ່ນ​ໄດ້​ອະທິຖານ​​​ໃນ​ແບບ​ດຽວ​ກັນ​ກັບ​ປິຕຸ ກ່ອນ​ເພິ່ນ​ໄດ້​ມອບ​ປິ​ຕຸ​ພອນ​ໃຫ້​ຂ້າພະ​ເຈົ້າ. ປິຕຸ​ໄດ້​ອະທິຖານ​ ຂໍ​ໃຫ້​ພອນ​ທີ່​ເພິ່ນມອບ​ໃຫ້​ຜູ້​ມາ​ຮັບ ​ເປັນ​ພຣະຄຳ​ຈາກ​ພຣະ​ເຈົ້າ, ບໍ່​ແມ່ນ​ຈາກ​ເພິ່ນ. ຄຳ​ອະທິຖານ​ຂໍ​ພອນຂອງ​ແມ່ຂອງ​ຂ້າພະ​ເຈົ້າ ​ໄດ້​ຮັບ​ຄຳ​ຕອບ​ຢູ່​ເທິງ​ຫົວ​ຂອງ​ຂ້າພະ​ເຈົ້າ. ​ເພິ່ນ​ໄດ້​ຈາກ​ໄປ​ສູ່​ໂລກ​ວິນ​ຍານ​ ຫລາຍ​ກວ່າ 40 ປີ​ແລ້ວ. ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ​ເພິ່ນ​ດີ​ໃຈ​ຫລາຍ ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ຕາມ​ທີ່​ເພິ່ນ​ໄດ້​ທູນ​ຂໍ ​ເພາະວ່າ​ຂ້າພະ​ເຈົ້າ​ໄດ້​ຍິນ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ​ໃນ​ຖ້ອຍ​ຄຳ​ຂອງ​ເພິ່ນ. ​ແລະ ຂ້າພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ໄປ​ເຮັດ​ຕາມ​ທີ່​ເພິ່ນ​​ໄດ້ຄາດໝາຍ​ໄວ້.

ຂ້າພະ​ເຈົ້າກໍ​ເຄີຍ​ເຫັນ​ການ​ມະຫັດສະຈັນ​​​ຂອງ​ການ​ເປີດ​ເຜີຍທີ່​ຕໍ່​ເນື່ອງ ໃນ​ແບບ​ດຽວ​ກັນນັ້ນ ​ໃນ​ຕົວ​ຂອງ​ປະທານ​ສ​ະ​ເຕກ ​ແລະ ອະທິການ​ຢູ່​ໃນ​ສາດສະໜາ​ຈັກ. ​ແລະ ດັ່ງ​ທີ່​ມັ​ນ​ເປັນ​ຈິງ​ໃນ​ການ​ເປີດ​ເຜີຍ​ຕໍ່​ຜູ້ນຳ​ຄອບຄົວ, ​ການ​ເປີດ​ເຜີຍ​ມີ​ຄຸນຄ່າ ພຽງ​ແຕ່​ຖ້າ​ຫາກ​ບຸກຄົນ​ໄດ້​ຮັບ​ການ​ຢືນຢັນ​ຕໍ່​ການ​ເປີດ​ເຜີຍ​ນັ້ນ.

ຂ້າພະ​ເຈົ້າ​ເຄີຍ​ໄດ້​ເຫັນ​ການ​ມະຫັດສະຈັນ​ຂອງ​ການ​ເປີດ​ເຜີຍ​ນັ້ນ ​ຫລັງ​ຈາກ​ເຄື່ອນ ທີ​ທອນ ​ໃນ​ລັດ ​ໄອ​ດາ​ໂຮ ​ແຕກ ​ໃນ​ປີ 1976. ພວກ​ທ່ານຫລາຍ​ຄົນ​ກໍ​ຮູ້​ວ່າ ​ເລື່ອງ​ລາວມັນ​ເປັນ​ແນວ​ໃດ. ​ແຕ່​ບົດຮຽນ​ເລື່ອງການ​ເປີດ​ເຜີຍ​ທີ່​ຕໍ່​ເນື່ອງ​ ຊຶ່ງໄດ້​ເກີດ​ຂຶ້ນກັບ​ປະທານ​ສະ​ເຕກ ສາມາດ​ເປັນ​ພອນ​ໃຫ້​ແກ່​ເຮົາ​ທັງຫລາຍ​ໃນ​ພາຍ​ຂ້າງ​ໜ້າ.

ຫລາຍ​ພັນ​ຄົນ​ໄດ້​ໜີ​ອອກ​ຈາກ​ເຮືອນ​ຂອງ​ຕົນ ​ໃນ​ຂະນະ​ທີ່​​ເຮືອນ​ຂອງ​ເຂົາ​ເຈົ້າກຳລັງ​ຖືກ​ທຳລາຍ. ການ​ຊ່ອຍ​ສົງ​ເຄາະ​ໄດ້​ຕົກ​ຢູ່​ທີ່​ປະທານ​ສະ​ເຕກ ຜູ້​ເປັນ​ຊາວ​ສວນ. ຂ້າພະ​ເຈົ້າ​​ໄດ້​ຢູ່​ທີ່​ວິທະຍາ​ໄລ ຣິກສ໌ ສອງ​ສາມ​ມື້ ຫລັງ​ຈາກ​ເຄື່ອນ​ແຕກ. ​ເຈົ້າໜ້າ​ທີ່​ລັດຖະບານ​ຝ່າຍ​ໄພທີ່ຮ້າຍ​ແຮງ​ໄດ້​ມາ​ເຖິງ. ​ເພິ່ນ ກັບ​ຜູ້​ລອງ​ເຈົ້າໜ້າ​ທີ່​ໄດ້​ເຂົ້າມາ​ໃນ​ຫ້ອງ​ໃຫຍ່ ບ່ອນ​ທີ່​ປະທານ​ສະ​ເຕກ​ໄດ້​​ເຕົ້າ​ໂຮມ​ບັນດາ​ອະທິການ ​ແລະ ​ແມ່ນ​ແຕ່ຜູ້ນຳ​ຂອງສາດສະໜາ​ອື່ນໆ​​ໃນ​ທ້ອງ​ຖິ່ນຫລາຍຄົນກໍ​ໄດ້​ມີໜ້າ​ຢູ່​ທີ່​ນັ້ນ. ຂ້າພະ​ເຈົ້າກໍ​ຢູ່​ທີ່​ນັ້ນ ​ເພາະ​ຫລາຍ​ຄົນ​ທີ່​ລອດ​ຕາຍ​ໄດ້​ຖືກດູ​ແລ​ຢູ່​ທີ່​ນັ້ນ ​ແລະ ພັກ​ຢູ່​ຫໍ​ພັກ​ຂອງ​ວິທະຍາ​ໄລ ບ່ອນ​ທີ່​ຂ້າພ​ະ​ເຈົ້າ​ເປັນ​ປະທານ.

​​ເມື່ອ​ການ​ປະຊຸມ​ເລີ່ມຕົນ, ຜູ້ຕາງໜ້າ​ລັດຖະບານ​ຝ່າຍ​ໄພ​ທີ່ຮ້າຍ​ແຮງ​ໄດ້​ຢືນ​ຂຶ້ນ ​ແລະ ​ເລີ່ມຕົ້ນກ່າວ​ດ້ວຍ​ສຽງ​ທີ່​ມີ​ສິດ​ອຳນາດ ​ເຖິງ​ສິ່ງ​ຈຳ​ເປັນ​ທີ່​ຕ້ອງ​ເຮັດ. ຫລັງ​ຈາກ​ລາວໄດ້​ຟັງ​ຫ້າ​ຫົກ​ສິ່ງ​ທີ່​ສຳຄັນ ທີ່​​ເພິ່ນ​ໄດ້​ກ່າວ​ມາ, ປະທານ​ສະ​ເຕກ​ໄດ້​ຕອບ​ຄ່ອຍໆວ່າ, “ພວກ​ເຮົາ​​ໄດ້​ເຮັດ​ແລ້ວ.”

ຫລັງ​ຈາກ​ສອງ​ສາມ​ນາທີ, ຊາຍທີ່​ມາຈາກ​ລັດ​ຖະບານ​ຝ່າຍ​ໄພ​ທີ່​ຮ້າຍ​ແຮງ ​ໄດ້​ເວົ້າວ່າ, “ຂ້ອຍ​ຄິດ​ວ່າ ຂ້ອຍ​ຊິ​ນັ່ງ​ຟັງ​ດີກ​ວ່າ.” ​ແລ້ວ ​ເພິ່ນກັບຜູ້​ລອງ​ເຈົ້າໜ້າ​ທີ່​ໄດ້​ຟັງ​ອະທິການ ​ແລະ ປະທານ​ໂຄຣຳຂອງ​ແອວ​ເດີ ລາຍ​ງານ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ. ​ເຂົາ​ເຈົ້າ​ໄດ້​ບອກ​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ຄຳ​ສັ່ງ​ມາ​ຈາກ​ໃຜ ​ແລະ ​ໄດ້​ເຮັດ​ຕາມ​ໃຜ. ​ເຂົາ​ເຈົ້າຍັງ​ໄດ້​ບອກ​ເຖິງ​ການ​ດົນ​ໃຈ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ນຳ​ອີກ ​ເມື່ອ​ເຂົາ​ເຈົ້າ​ໄດ້​ອອກ​ໄປ​ຕາມ​ຄຳ​ແນະນຳ ​ເພື່ອ​ຊອກ​ຫາ​ຄອບຄົວ ​ແລະ ຊ່ອຍ​​ເຫລືອ​​ເຂົາ​ເຈົ້າ. ມັນ​ເປັນ​ຕອນ​ແລງຂອງ​ມື້ນັ້ນ. ​ເຂົາ​ເຈົ້າທຸກ​ຄົນ​ກໍ​ເມື່ອຍ​ຫລາຍ ທີ່​ຈະ​ສະ​ແດງ​ຄວາມ​ຮູ້ສຶກ​ອອກ​ມາ​ໄດ້ ນອກ​ຈາກ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ ທີ່​ມີ​ຕໍ່​ຜູ້​ຄົນ.

ປະທານ​ສະ​ເຕກ​ໄດ້​ແນະນຳ​ສອງ​ສາມ​ຢ່າງ​ສຸດ​ທ້າຍ​ຕໍ່​ອະທິການ, ​ແລ້ວ​​ໄດ້​ປະກາດ​ເວລາ​ທີ່​ຕ້ອງ​ກັບ​ມາລາຍງານ​ໃນ​ຕອນ​ຮຸ່ງ​ເຊົ້າຂອງມື້​ຕໍ່​ໄປ.

ມື້​ຕໍ່​ມາ ຜູ້ນຳ​ທີ​ມຂອງ​ລັດຖະບານ​ໄດ້​ມາ​ເຖິງ 20 ນາທີ ກ່ອນ​ການ​ປະຊຸມ​ເລີ່ມຕົ້ນ. ຂ້າພະ​ເຈົ້າ​ໄດ້​ຢືນ​ຢູ່​ໃກ້ໆ. ຂ້າພະ​ເຈົ້າ​ໄດ້​ຍິນ​​ເພິ່ນ​ເວົ້າຄ່ອຍໆນຳ​ປະທານ​ສະ​ເຕກວ່າ, “ປະທານ, ທ່ານ​ຢາກ​ໃຫ້​ຂ້າພະ​ເຈົ້າກັບ​ໜ່ວຍ​ງານ​ເຮັດ​ຫຍັງ​ຊ່ອຍ​ແດ່?”

ສິ່ງ​ທີ່​ຊາຍ​ຄົນ​ນັ້ນ​ເຫັນ ຄື​ສິ່ງ​ທີ່​ຂ້າພະ​ເຈົ້າ​ເຄີຍ​ເຫັນ​ໃນ​ເວລາ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ລຳບາກ ​ແລະ ​ເວລາ​ທີ່​ມີ​ການ​ທົດ​ສອບ ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ. ປະທານ​ແພ໊ກ​ເກີ ​ເວົ້າຖືກ. ການ​ເປີດ​ເຜີຍ​ທີ່​ຕໍ່​ເນື່ອງ​ມາ​ສູ່​ປະທານ​ສະ​ເຕກ ​ເພື່ອ​ຍົກ​ພວກ​ເພິ່ນ​ຂຶ້ນ​ເໜືອກ​ວ່າ​ສະຕິ​ປັນຍາ ​ແລະ ຄວາມ​ສາມາດ​ຂອງ​ເພິ່ນ​ເອງ. ​ແລະ ​ເກີນ​ກວ່າ​ນັ້ນອີກ, ພຣະຜູ້​ເປັນ​ເຈົ້າ ຈະ​ປະທານ​ພະຍານ​ໃຫ້​ແກ່​ຜູ້​ທີ່​ປະທານ​ນຳພາ ​ເພື່ອ​ຢືນ​ຢັນວ່າ ພຣະບັນຊາ​ນັ້ນມາ​ຈາກ​ພຣະ​ເຈົ້າ ຜ່ານ​ພຣະວິນ​ຍານ​ບໍລິສຸດ ​​ຕໍ່​ມະນຸດທຳ​ມະ​ດາ.

ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍ ທີ່​ໄດ້​ຖືກ​ເອີ້ນ​ໃຫ້​ຕິດຕາມ​ການ​ດົນ​ໃຈ​ຂອງ​ຜູ້ນຳ ຕະຫລອດ​ຊົ່ວ​ອາຍຸ​ຂອງ​ຂ້າພະ​ເຈົ້າ. ຄາວ​ຂ້າພະ​ເຈົ້າຍັງ​ໜຸ່ມ, ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະທານ​ໂຄ​ຣຳຂອງ​ແອວ​ເດີ. ຫລັງ​ຈາກ​ນັ້ນຂ້າພະ​ເຈົ້າ​ໄດ້​ເປັນ​ທີ່​ປຶກສາ​ຂອງ​ປະທານ​ທ້ອງ​ຖິ່ນ​ສອງ​ຄົນ, ​​ແລະ ເປັນ​ອະທິການ​ຄວບ​ຄຸມ​ຂອງ​ສາດສະໜາ​ຈັກ, ​ສະມາຊິກ​ໃນ​ສະພາອັກຄະ​ສາວົກ​ສິບ​ສອງ, ​ແລະ ​ເປັນ​ທີ່​ປຶກສາ​ຂອງ​ປະທານ​ຂອງ​ສາດສະໜາ​ຈັກ​ສອງ​ທ່ານ. ຂ້າພະ​ເຈົ້າ​​ໄດ້​ເຫັນ​ການ​ເປີດ​ເຜີຍ​ຖືກ​ມອບ​ໃຫ້​ພວກ​ເພິ່ນ ​​ແລະ ​ໄດ້​ຢືນຢັນ​ຕໍ່​ຜູ້​ທີ່ຈະເຮັດ​ຕາມ.

ການ​ຮັບ​ຮູ້​ການ​ເປີດ​ເຜີຍ​ສ່ວນ​ຕົວ, ຊຶ່ງ​ເຮົາ​ແຕ່ລະຄົນ​ປາດ​ຖະໜາ, ບໍ່​ໄດ້​ມາ​ເຖິງ​ຢ່າງງ່າຍດາຍ, ຫລື​ ມາ​ເຖິງທັນທີ​ເມື່ອ​ເຮົາ​ທູນ​ຂໍ. ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ມາດຕະຖານ​ນີ້​​ໄວ້ສຳລັບ​ຄວາມ​ສາມາດ​ທີ່​ຈະ​ຮັບ​ເອົາ​ການ​ເປັນ​ພະຍານ​ຈາກ​ພຣະ​ເຈົ້າ. ມັນ​ເປັນ​ສິ່ງ​ແນະນຳ ສຳລັບ​ທຸກ​ຄົນ​ທີ່​ສະ​ແຫວ​ງຫາ​ການ​ເປີດ​ເຜີຍ​ສ່ວນ​ຕົວ ຊຶ່ງ​ເຮົາ​ທຸກ​ຄົນ​ຕ້ອງ​ປະຕິບັດ​ຕາມ.

ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ອຸທອນ​ຂອງ​​ເຮົາ​ຕ້ອງ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມໃຈ​ບຸນຕໍ່ມະນຸດ​ທັງ​ປວງນຳ​ອີກ, ​ແລະ ຕໍ່​ຄອບຄົວ​ແຫ່ງ​ສັດທາ, ​ແລະ ​ໃຫ້ຄຸນນະ​ທຳປະດັບ​ຄວາມ​ນຶກ​ຄິດ​ຂອງ​​ເຮົາຢ່າງ​ບໍ່​ເສື່ອ​ມຄາຍ; ​ເມື່ອນັ້ນຄວາມ​ໝັ້ນ​ໃຈ​ຂອງ​​ເຮົາຈະແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງພຣະ​ເຈົ້າ; ​ແລະ ຄຳ​ສອນຂອງຖານະ​ປະ​ໂລຫິດ​ຈະ​ກັ່ນ​ລົງ​ມາ​ເທິງຈິດ​ວິນ​ຍານຂອງ​​ເຮົາເໝືອນ​ດັ່ງຢາດ​ນ້ຳຄ້າງ​ຈາກສະຫວັນ

ພຣະວິນ​ຍານ​ບໍລິສຸດຈະ​ເປັນ​ເພື່ອນຂອງ​​ເຮົາສະ​ເໝີ​.4

ຂ່າວສານ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ ​ແມ່ນ​ກ່ຽວ​ພັນ​ກັບ​ເຮົາ​ທຸກ​ຄົນ. ຈົ່ງ​ເອົາ​ໃຈ​ໃສ່​ກັບ​ຄວາມ​ຮູ້ສຶກ​ຂອງ​ທ່ານ ​ເຖິງ​ຄວາມ​ຮັກ​ສຳລັບ​ສາດສະດາ​ຂອງ​ພຣະ​ເຈົ້າ. ​​ບໍ່​ວ່າ​ຂ້າພະ​ເຈົ້າຈະ​ໄປ​ທີ່​ໃດ​ກໍ​ຕາມ​ຕະຫລອດ​ທົ່ວ​ສາດສະໜາ​ຈັກ, ບໍ່ວ່າ​ຜູ້​ໃດ​ເປັນ​ສາດສະດາ​ໃນ​ຕອນ​ນັ້ນກໍ​ຕາມ, ສະມາຊິກ​ຈະ​ສັ່ງ​ຄວາມວ່າ, “ຕອນ​ທ່ານກັບ​ໄປ​ຫ້ອງການ​ບໍລິຫານ​ງານ, ຂໍ​ໃຫ້​ທ່ານ​ບອກ​ສາດສະດາ​ໃຫ້​ພວກ​ຂ້ານ້ອຍ​ແດ່​ເດີ້​ວ່າ ພວກ​ຂ້ານ້ອຍ​ຮັກ​ເພິ່ນ.”

ນັ້ນ​ແມ່ນ​ເກີນ​ກວ່າ ການ​ນະມັດສະການ​ວິລະ​ບຸລຸດ ຫລື ຄວາມ​ຮູ້ສຶກ​ທີ່​ເຮົາ​ປາບ​ປື້​ມກັບ​ຜູ້​ກ້າຫານ​ຫລາຍ​ຄົນ ທີ່​ເຮົາ​ນິຍົມ​ຊົມ​ຊອບ. ມັນ​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ. ພ້ອມ​ນີ້ ທ່ານ​ຈະ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ການ​ຢືນຢັນ​ຕໍ່ການ​ເປີດ​ເຜີຍງ່າຍ​ຂຶ້ນ ຕອນ​ເພິ່ນ​ກ່າວ​​ໃນ​ບົດບາດ​ຂອງ​ເພິ່ນ ​ໃນ​ຖານ​ະ​ເປັນ​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຄວາມ​ຮັກ​ທີ່​ທ່ານ​ຮູ້ສຶກ ​ເປັນຄວາມ​ຮັກ​ທີ່​ພຣະຜູ້​ເປັນ​ເຈົ້າ​ມີ​ສຳລັບ​ຜູ້​ທີ່​ເປັນ​ຜູ້​ກ່າວ​ແທນ​ພຣະອົງ.

ການ​ຮູ້ສຶກ​ເຊັ່ນ​ນັ້ນ​ໄປ​ຕະຫລອດ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ ​ເພາະ​ພຣະຜູ້​ເປັນ​ເຈົ້າມັກ​ຈະ​ຂໍ​ໃຫ້​ສາດສະດາ​ຂອງ​ພຣະອົງໃຫ້​ຄຳ​ແນະນຳ​ທີ່​ຍາກ​ສຳລັບ​ຜູ້​ຄົນ​ຈະ​ຮັບ​ຮູ້​ໄດ້. ສັດຕູ​ຂອງ​ຈິດ​ວິນ​ຍານ​ຂອງ​ເຮົາ​ຈະ​ພະຍາຍາມ​ນຳພາ​ເຮົາ ​ໃຫ້​ຕໍ່ຕ້ານ ​ແລະ ​ສົງ​ໄສ​ການ​ເອີ້ນ​ຂອງ​ສາດສະດາຈາກ​ພຣະ​ເຈົ້າ.

ຂ້າພະ​ເຈົ້າ​ເຄີຍ​ໄດ້​​ເຫັນ​ວິທີ​ທີ່​ພຣະວິນ​ຍານ​ບໍລິສຸດ​ສາມາດ​ດົນ​ໃຈ​ຂອງ​ຄົນ​ທີ່​ອ່ອນ​ໂຍນ ​​ເພື່ອ​ປົກ​ປ້ອງ​ສານຸ​ນິດ​ທີ່​ຖ່ອມ​ຕົນ​ຂອງ​ພຣະ​ເຢຊູ​ຄຣິດ ດ້ວຍ​ການ​ຢືນຢັນຕໍ່​ການ​ເປີດ​ເຜີຍ.

ສາດສະດາ​ໄດ້​ສົ່ງ​ຂ້າພະ​ເຈົ້າ​ໄປ​ມອບອຳນາດ​ແຫ່ງ​ການ​ຜະ​ນຶກ​ທີ່​ສັກສິດ​ໃຫ້​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ນ້ອຍ​ ທີ່ຢູ່​ຫ່າງ​ໄກແຫ່ງ​ໜຶ່ງ. ພຽງ​ແຕ່​ສາດສະດາ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນທີ່​ສາມາດ​ຕັດສິນ​ໃຈ​ວ່າ ຜູ້​ໃດ​ຄວນ​ໄດ້​ຮັບ​ອຳນາດ​ທີ່​ສັກສິດ​ນີ້ ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​​ແກ່ເປ​ໂຕ ຜູ້​ຊຶ່ງ​ເປັນ​ຫົວໜ້າ​ກຸ່ມ​ອັກຄະ​ສາວົກ. ຂ້າພະ​ເຈົ້າກໍ​ໄດ້​ຮັບ​ອຳນາດ​ແຫ່ງ​ການ​ຜະ​ນຶກ​ຢ່າງ​ດຽວ​ກັນນີ້, ​ແຕ່​ໂດຍ​ພາຍ​ໃຕ້ການ​ຊີ້​ນຳ​ຂອງ​ປະທານ​ຂອງ​ສາ​ດສະໜາ​ຈັກ​ເທົ່າ​ນັ້ນ ​ທີ່​ຂ້າພະ​ເຈົ້າຈຶ່ງ​ສາມາດ​ມອບ​ມັນ​ຕໍ່​ໃຫ້​ຄົນ​ອື່ນ.

ສະນັ້ນ, ຢູ່​ໃນ​ຫ້ອງ​ໜຶ່ງ​ຢູ່​ໃນ​ຕຶກ​ໂບດ​ທີ່​ຫ່າງ​ໄກ​ຈາກ​ເມືອງ​ເຊົາ​ເລັກ, ຂ້າພະ​ເຈົ້າ​ໄດ້​ວາງ​ມື​ໃສ່​ຫົວ​ຂອງ​ຊາຍ​ຄົນ​ໜຶ່ງ ຊຶ່ງ​ໄດ້​ຖືກ​ເລືອກ​ໂດຍ​ສາດສະດາ ​ເພື່ອ​ໃຫ້​ຮັບ​ເອົາ​ອຳນາດ​ແຫ່ງ​ການ​ຜະ​ນຶກ. ມື​ຂອງ​ລາວ​ບອກ​ເຖິງ​ການ​​ເຮັດ​ວຽກ​ງານ​ໜັກ​, ຫລັງ​ສູ້​ຟ້າ​ໜ້າ​ສູ້​ດິນມາ​ເປັນ​ເວລາ​ຫລາຍ​ປີ ​ເພື່ອ​ຫາ​ລ້ຽງ​ຊີບ. ​ພັນ​ລະ​ຍາ​ທີ່​ບອບ​ບາງ​ຂອງ​ລາວ ​ໄດ້​ນັ່ງ​ຢູ່​ໃກ້​. ໜ້າ​ຕາ​ຂອງ​ນາງ​ກໍ​ສະ​ແດງ​ເຖິງ​ຄວາມທຸກ​ຍາກ​ລຳບາກ, ​ໄດ້ຄຽງ​ບ່າ​ຄຽງ​ໄລ່ກັບ​ສາມີ​ຂອງ​ນາງມາ​ຕະຫລອດ.

ຂ້າພະ​ເຈົ້າ​ໄດ້​ກ່າວ​ຖ້ອຍ​ຄຳ ຕາມ​ທີ່​ສາດສະດາ​ໄດ້​ບອກ. “ພາຍ​ໃຕ້​ການ​ມອບ​ໝາຍດ້ວຍ​ສິດ​ອຳນາດ ​ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຈາກ,” ​ແລ້ວ​ໄດ້​ກ່າວ​ຊື່​ຂອງ​ສາດສະດາ​, “ຜູ້​ດຳລົງ​ຂໍ​ກະ​ແຈ​ທັງ​ໝົດ​ຂອງ​ຖານະ​ປ​ະ​ໂລຫິດ​ຢູ່​ເທິງ​ແຜ່ນດິນ​ໂລກ ​ໃນ​ເວລາ​ນີ້, ຂ້າພະ​ເຈົ້າມອບ​ອຳນາດ​ແຫ່ງ​ການ​ຜະ​ນຶກ​ໃຫ້​ແກ່,” ​ແລະ ຂ້າພະ​ເຈົ້າ​ໄດ້​ກ່າວຊື່​ຂອງ​ລາວ ​​ແລະ ​ແລ້ວ​ຊື່​ຂອງພຣະວິຫານ​ທີ່​ລາວ​ຈະ​ຮັບ​ໃຊ້​ເປັນ​ຜູ້​ຜະ​ນຶກ.

ນ້ຳຕາຂອງລາວ​ໄດ້​ໄຫລ​ລົງ​ແກ້ມ. ຂ້າພະ​ເຈົ້າ​ໄດ້​ເຫັນ​ພັນ​ລະ​ຍາ​ຂອງ​ລາວ​ນ້ຳຕາ​ໄຫລ​ຄື​ກັນ. ຂ້າພະ​ເຈົ້າ​ໄດ້​ລໍຖ້າ​ເຂົາ​ເຈົ້າ​ເກັບ​ກຳອາລົມ. ນາງ​ໄດ້​ລຸກ​ຢືນ​ຂຶ້ນ ​ແລະ ​ໄດ້​ຍ່າງ​ມາ​ຫາ​ຂ້າພະ​ເຈົ້າ. ນາງ​ໄດ້​ຫລຽວ​ຂຶ້ນ ​ແລ້ວ​​ເວົ້າອອກ​ມາ​ແບບ​ອາຍໆ​ວ່າ ນາງ​ທັງ​ດີ​ໃຈ ​ແລະ ທັງ​ໂສກ​ເສົ້າ. ນາງ​ເວົ້າວ່າ ນາງ​ມັກ​ໄປ​ພຣະວິຫານ​ກັບ​ສາມີ​ຂອງ​ນາງ, ​ແຕ່​ວ່າ​ບັດນີ້ ນາງ​ໄດ້​ຮູ້ສຶກ​ວ່າ ນາງ​ບໍ່​ຄວນໄປ​ພຣະວິຫານ​ກັບ​ສາມີ​ຂອງ​ນາງ​ອີກ​ແລ້ວ ​ເພາະ​ພຣະ​ເຈົ້າ​ໄດ້​ເລືອກ​ສາມີ​ຂອງ​ນາງ​ໃຫ້​ເຮັດ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່ ​ແລະ ສັກສິດ​ຫລາຍ. ​ແລ້ວນາງ​ໄດ້​ເວົ້າວ່າ ນາງ​ຮູ້ສຶກ​ວ່າ ນາງ​ບໍ່​ສົມຄວນທີ່​ຈະ​ຄຽງ​ຂ້າງ​ສາມີ​ຂອງ​ນາງ​ໃນ​ພຣະວິຫານ ​ເພາະ​ນາງບໍ່​ຮູ້ຂຽນ​ອ່ານ​.

ຂ້າພະ​ເຈົ້າ​ໄດ້​​ເຮັດ​ໃຫ້​ນາງ​​ແນ່​ໃຈ​ວ່າ ສາມີ​ຂອງ​ນາງ​ຈະ​ໄດ້​ຮັບ​ກຽດ​ຢ່າງ​ຍິ່ງ​ທີ່​ມີນາ​ງຄຽງ​ຂ້າງ​ຢູ່​ໃນ​ພຣະວິຫານ ​ເພາະ​ອຳນາດ​ທີ່​ຍິ່ງ​ໃຫຍ່ທາງ​ວິນ​ຍານ​ຂອງ​ນາງ. ຕາມ​ທີ່​ຂ້າພ​ະ​ເຈົ້າພະຍາຍາມ​ເຂົ້າ​ໃຈ​ສິ່ງ​ທີ່​ນາງ​ກ່າວ, ຂ້າພະ​ເຈົ້າ​ໄດ້​ບອກ​ນາງ​ວ່າ ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ສິ່ງ​ຕ່າງໆ​ແກ່​ນາງ ທີ່​ເກີນ​ກວ່າ​​ຄວາມ​ຮູ້​ທັງ​ໝົດຢູ່​ໃນ​ໂລກ​ນີ້.

​ນາງ​ໄດ້​ຮູ້ໂດຍ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ ວ່າພຣະ​ເຈົ້າ​ໄດ້ມອບ​ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ສະຫວັນ​ໃຫ້​ແກ່​ສາມີທີ່​ນາງ​ຮັກ ຜ່ານ​ສາດສະດາ​ຂອງ​ພຣະອົງ. ນາງ​ໄດ້​ຮູ້ຈັກ​ດ້ວຍ​ຕົນ​ເອງ​ວ່າ ຂໍ​ກະ​ແຈ​ທີ່​ໃຫ້​ອຳນາດ​ແຫ່ງ​ການ​ຜະ​ນຶກ​ນັ້ນ ​ແມ່ນ​ດຳລົງ​ໂດຍ​ຊາຍ​ທີ່​ນາງ​ບໍ່​ເຄີຍ​ເຫັນ, ​ແຕ່ນາງ​ໄດ້​ຮູ້ຈັກ​ດ້ວຍ​ຕົນ​ເອງ​ວ່າ ​ເປັນ​ສາດ​ສະ​ດາ​ໃນ​ປະຈຸ​ບັນ​ຂອງ​ພຣະ​ເຈົ້າ. ນາງ​ຮູ້​ວ່າ, ​ໂດຍບໍ່​ຈຳ​ເປັນ​ທີ່​ຕ້ອງ​ຖືກ​ບອກ​ໂດຍ​ພະ​ຍານ, ວ່າ​ສາ​ດສະ​ດາ​ໄດ້​ອະທິຖານ​ກ່ຽວ​ກັບ​ສາມີ​ຂອງ​ນາງ. ນາງ​ຮູ້ຈັກ​ດ້ວຍ​ຕົນ​ເອງ​ວ່າ ພຣະ​ເຈົ້າ​​ໄດ້​ເປັນ​ຜູ້​ເອີ້ນ.

ນາງ​ຍັງ​ຮູ້​ອີກ​ວ່າ ພິທີການ​ທີ່ສາມີ​ຂອງ​ນາງຈະ​ກະທຳ ຈະ​ຜູກ​ມັດ​ຜູ້​ຄົນ​ເຂົ້າກັນ​ຊົ່ວ​ນິລັນດອນ ​ໃນ​ອານາຈັກ​ຊັ້ນສູງ. ນາງ​ໄດ້​ຮັບ​ການ​ຢືນຢັນ​ຢູ່​ໃນ​ຈິດ​ໃຈ​ຂອງ​ນາງວ່າ ຄຳ​ສັນຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຕໍ່​ເປ​ໂຕ ຍັງ​ສືບ​ຕໍ່​ຢູ່​ໃນ​ສາດສະໜາ​ຈັກ ທີ່​ວ່າ: “ສິ່ງ​ໃດ​ທີ່​ພວກ​ເຈົ້າຜູກ​ມັດ​ໄວ້​ເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນຈະ​ຖືກ​ຜູ​ກມັດ​​ໄວ້ໃນ​ສະຫວັນ.”5 ນາງ​ຮູ້​ຈັກ​ສິ່ງ​ນັ້ນດ້ວຍ​ຕົນ​​ເອງ​, ​ໂດຍ​ການ​ເປີດ​ເຜີຍ, ​ຈາກ​ພຣະ​ເຈົ້າ.

ໃຫ້​ເຮົາ​ກັບ​ຄືນ​ໄປ​ຫາ​ຕອນ​ຕົ້ນ. “ມີ​ການ​ເປີດ​ເຜີຍ​ຕໍ່​​ໄປໃນ​ສາດສະໜາ​ຈັກ: ສາດສະດາ​ໄດ້​ຮັບ​ມັນ​ສຳລັບ​ສາດສະໜາ​ຈັກ; ປະທານ​ໄດ້​ຮັບມັນ​ສຳລັບ​ສະ​ເຕກ, ທ້ອງ​ຖິ່ນ, ຫລື ກຸ່ມ​ໂຄຣຳຂອງ​ຕົນ; ອະທິການ​ໄດ້​ຮັບ​ມັນສຳລັບ​ຫວອດ; ​ພໍ່​ໄດ້​ຮັບມັນ​ສຳລັບຄອບຄົວ, ບຸກຄົນ​ໄດ້​ຮັບ​ມັນສຳລັບຕົນ​ເອງ.”6

ຂ້າພະ​ເຈົ້າ​ເປັນ​ພະຍານ​ຕໍ່​ທ່ານວ່າ ສິ່ງ​ນີ້​ເປັນຄວາມ​ຈິງ. ພຣະບິດາ​ເທິງ​ສະຫວັນ​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ທ່ານ. ພຣະອົງ​ຮັກ​ທ່ານ. ພຣະອົງ​ຮູ້​ຊື່​ຂອງທ່ານ. ພຣະ​ເຢຊູ​ຄື ພຣະຄຣິດ, ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ, ​ແລະ ​ເປັນ​ພຣະຜູ້​ໄຖ່​ຂອງ​ເຮົາ. ພຣະອົງ​ຮັກທ່ານ ​ເກີນ​ກວ່າ​ທ່ານ​ຈະ​ສາມາດ​ເຂົ້າ​ໃຈ​ໄດ້.

ພຣະ​ເຈົ້າປະທານ​ການ​ເປີດ​ເຜີຍ​ໃຫ້​ຢ່າງ​ຫລວງຫລາຍ, ຜ່ານ​ພຣະວິນ​ຍານ​ບໍລິສຸດ, ​​ແກ່​ລູກໆ​ຂອງ​ພຣະອົງ. ພຣະອົງ​ກ່າວ​ນຳ​ສາ​ດສະ​ດາ​ຂອງ​ພຣະອົງ​ຢູ່​ໃນ​ໂລກ, ປະຈຸ​ບັນ​ນີ້​ແມ່ນທ່ານທອມ​ມັສ ​ແອັສ ມອນ​ສັນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເພິ່ນ​ດຳລົງ ​ແລະ ​ໃຊ້​ຂໍ​ກະ​ແຈ​ທັງ​ໝົດ​ຂອງ​ຖານະ​ປະ​ໂລຫິດ​ຢູ່​ໃນ​ໂລກ.

​ໃນ​ຂະນະ​ທີ່​ທ່ານຟັງ​ຖ້ອຍ​ຄຳໃນກອງ​ປະຊຸມ​ນີ້ ຂອງ​ຄົນ​ທີ່​ພຣະ​ເຈົ້າ​ໄດ້​ຂໍ​​ໃຫ້​ກ່າວ​ແທນ​ພຣະອົງ, ຂ້າພະ​ເຈົ້າອະທິຖານ​ວ່າ ທ່ານ​ຈະ​ໄດ້​ຮັບ​ການ​ຢືນຢັນຕໍ່​ການ​ເປີດ​ເຜີຍ​ທີ່​ທ່ານຕ້ອງການ ​ເພື່ອ​ຈະ​ໄດ້​ພົບ​ວິທີ​ເດີນທາງ​ກັບ​ບ້ານ​ອີກ, ​ເພື່ອອາ​ໄສ​ຢູ່​ກັບ​ພຣະອົງ ​​ໃນ​ຄອບຄົວ​ທີ່​ຖືກຜະ​ນຶກ​ເຂົ້າກັນ​ຕະຫລອດ​ການ. ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.