​2010–2019
ເປັນ​ອິດ​ສະ​ລະ​ຕະ​ຫລອດ​ການ, ທີ່​ຈະ​ກະ​ທຳ​ດ້ວຍ​ຕົນ​ເອງ
ຕຸລາ 2014


ເປັນ​ອິດ​ສະ​ລະ​ຕະ​ຫລອດ​ການ, ທີ່​ຈະ​ກະ​ທຳ​ດ້ວຍ​ຕົນ​ເອງ

ມັນ​ເປັນ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ທີ່​ເຮົາ​ຈະ​ເປັນ​ຊາຍ ແລະ ຍິງ​ທີ່​ເປັນ​ອິດ​ສະ​ລະ ທີ່​ສາ​ມາດ​ຈະບັນ​ລຸ​ຜົນ​ສຳ​ເລັດ​ຄວາມ​ສາ​ມາດທີ່​ຄົບ​ຖ້ວນ​ຂອງ​ເຮົາ ​ທັງ​ທາງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ.

ບົດ​ລະ​ຄອນ​ຂອງທ່ານວິວລຽມ ​ເຊັກ​ສະ​ເປຍ ທີ່​ມີ​ຊື່​ວ່າ The Life of King Henry V ຮ່ວມ​ດ້ວຍ​ສາກ​ໜຶ່ງໃນ​ກາງ​ຄືນ​ຢູ່​ຄ້າຍ​ທະ​ຫານ​ຊາວ​ອັງ​ກິດ ຢູ່​ທີ່ ອາ​ຈິນຂອດ ກ່ອນ​ການ​ສູ້​ຮົບ​ຂອງ​ເຂົາ​ເຈົ້າ​ກັບ​ກອງ​ທັບ​ຊາວ​ຝະ​ຣັ່ງ. ໃນ​ແສງ​ທີ່​ມືດ​ມົວ ແລະ ປິດ​ບັງຕົວ, ກະ​ສັດເຮັນ​ຣີ ໄດ້​ຍ່າງ​ເລາະ​​ຫລິ້ນໄປ​ໂດຍ​ທີ່​ທະ​ຫານ​ຂອງ​ເພິ່ນບໍ່​​ຮັບຮູ້​ເລີຍ. ເພິ່ນ​ໄດ້​ກ່າວ​ກັບເຂົາ​ເຈົ້າ​​, ພະ​ຍາ​ຍາມ​ທີ່​ຈະ​ສຳ​ຫລວດ​ເບິ່ງ​ຄວາມ​ໝັ້ນໃຈ​ຂອງ​ກອງ​ທັບ​ຂອງ​ເພິ່ນ​ທີ່ມີ​ຈຳ​ນວນ​ນ້ອຍ, ແລະ ເປັນ​ເພາະ​ເຂົາເຈົ້າ​ບໍ່​ໄດ້​ຮູ້​ວ່າ​ເພິ່ນ​ເປັນ​ໃຜ, ເຂົາ​ເຈົ້າ​​ຈຶ່ງໄດ້​ໃຫ້​ຄວາມ​ຄິດ​ເຫັນ​ທີ່​ກົງ​ໄປ​ກົງ​ມາ. ໃນລະ​ຫວ່າງ​ການ​ສົນ​ທະ​ນາ​ຄັ້ງ​ໜຶ່ງ​ເຂົາ​ເຈົ້າ​ໄດ້​ເວົ້າ​ລົມ​ກັນວ່າ​ຜູ້​ໃດ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ທະ​ຫານ​ໃນ​ການ​ສູ້​ຮົບ—ກັບກະ​ສັດ ຫລື ທະ​ຫານ​ແຕ່​ລະ​ຄົນ.

ໃນ​ຊ່ວງ​ໜຶ່ງ ກະ​ສັດເຮັນ​ຣີ ​ປະ​ກາດ​ວ່າ, “ເຮົາ​ຄິດ​ວ່າ​ເຮົາ​ຈະ​ຕາຍ​ຢ່າງ​ມີ​ຄວາມ​ພໍ​ໃຈ​ໃນ​ກອງ​ທັບ​ຂອງ​ກະ​ສັດ​ຫລາຍກວ່າ​ບ່ອນ​ອື່ນ​ໃດ, ເພາະ​ອຸ​ດົມ​ການ​ຂອງ​ເພິ່ນຍຸດ​ຕິ​ທຳ.”

ໄມ​ໂກ ວິວລຽມ ຕອບ​ຄືນ​ວ່າ, “ຄວາມ​ຄິດນັ້ນ​ເກີນກວ່າ​ຄວາມ​ຮູ້​ຂອງ​ພວກເຮົາ.”

ໝູ່ເພື່ອນ​ຂອງ​ລາວ​ເຫັນ​ດີ​ດ້ວຍ​ວ່າ, “ແນ່ນອນ, ແລະ ມັນ​ກໍ​ເກີນກວ່າ​ທີ່​ເຮົາ​ຄວນ​ສະ​ແຫວງ​ຫາ​ທີ່​ຈະ​ຮູ້, ເພາະ​ມັນ​ພຽງ​ພໍ​ແລ້ວ​ສຳ​ລັບ​ເຮົາ​ທີ່​ຈະ​ຮູ້​ວ່າ​ເຮົາ​ເປັນ​ບ່າວ​ໄພ່​ລາ​ຊະ​ດອນ​ຂອງ​ກະ​ສັດ. ຖ້​າ​ຫາກ​ອຸ​ດົມ​ການ​ຂອງ​ເພິ່ນ​ຜິດ, ເຮົາ​ກໍ​ບໍ່​ເປັນ​ຜູ້​ທີ່ຜິດ ເພາະ​ເຮົາ​ພຽງ​ແຕ່​ເຊື່ອ​ຟັງ​ເພິ່ນ​ເທົ່າ​ນັ້ນ.”

ວິວ​ລຽມ​ກ່າວ​ຕື່ມ​ວ່າ, “ຖ້າ​ຫາກ​ອຸ​ດົມ​ການນັ້ນ​ບໍ່​ດີ, ກະ​ສັດ​ເອງ​ຈະ​ຮັບ​ຜິດ​ຊອບ​ຕໍ່​ທຸກ​ສິ່ງ​ທີ່​​ເຮັດ​ລົງ​ໄປ​ເພື່ອບັນ​ລຸ​ຜົນ​ສຳ​ເລັດ​ນັ້ນ.”

ບໍ່​ເປັນ​ເລື່ອງ​ປະ​ຫລາດ​ໃຈ​ຫຍັງ​ທີ່ ກະ​ສັດເຮັນ​ຣີ ບໍ່​ເຫັນ​ດີ​ດ້ວຍ​ວ່າ, “ບ່າວ​ໄພ່ລາ​ຊະ​ດອນ​ຂອງ​ກະ​ສັດ​ທຸກ​ຄົນ​ມີ​ໜ້າ​ທີ່​ຕໍ່​ກະ​ສັດ; ແຕ່​ທຸກ​ຄົນ​ຮັບ​ຜິດ​ຊອບ​ຕໍ່​ຈິດ​ວິນ​ຍານ​ຂອງ​ຕົນ​ເອງ.”1

ທ່ານ​ເຊັກ​ສະ​ເປຍບໍ່​ໄດ້​ພະ​ຍາ​ຍາມ​ຈະ​ແກ້​ໄຂ​ການ​ໂຕ້​​ວາ​ທີໃນ​ລະ​ຄອນ​ນີ້, ແລະ ໃນ​ຮູບ​ແບບ​ໃດ​ແບບ​ໜຶ່ງ ມັນ​ຍັງ​ເປັນ​ການ​ໂຕ້​​ວາທີ​ຕໍ່​ໄປໃນ​ວັນ​ເວ​ລາ​ຂອງ​ເຮົາ​ເອງ—ວ່າຜູ້​ໃດ​ມີ​ໜ້າ​ທີ່​ຮັບ​ຜິ​ດ​ຊອບ​ຕໍ່​ສິ່​ງທີ່​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ?

ເມື່ອ​ມີ​ບັນ​ຫາ, ເຮົາ​ມັກ​ຈະ​ໂທດ​ຄົນ​ອື່ນ ຫລື ແມ່ນ​ແຕ່​ພຣະ​ເຈົ້າ. ບາງ​ເທື່ອກໍ​ມີ​ຄວາມ​ຮູ້​ສຶກວ່າ​ເຮົາ​ຄວນ​ໄດ້​ຮັບ​ການ​ດູ​ແລ, ແລະ ສ່ວນ​ບຸກ​ຄົນ ຫລື ກຸ່ມ​ໃດ​ກຸ່​ມ​ໜຶ່ງ​ຈະ​ສະ​ແຫວງ​ຫາ​ທີ່​ຈະ​ຖິ້ມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ຄວາມ​ຜາ​ສຸກ​ຂອງ​ຕົນ​ໄປ​ໃສ່​ຄົນ​ອື່ນ ຫລື ລັດ​ຖະ​ບານ. ໃນ​ເລື່ອງ​​ທາງ​ຝ່າຍ​ວິນ​ຍານ ບາງ​ຄົນ​ຄິດ​ວ່າ, ຊາຍ ​ແລະ ຍິງບໍ່​ຈຳ​ເປັນ​ຕ້ອງ​ພະ​ຍາ​ຍາມບັນ​ລຸ​ຄວາມ​ຊອບ​ທຳ​ສ່ວນ​ຕົວ—​ເພາະ​ພ​ຣະ​ອົງ​ຮັກ​ເຮົາ, ພ​ຣະ​ເຈົ້າ​ຍອມ​ຮັບ​​ເຮົາ​ດັ່ງ​ທີ່​ເຮົາ​ເປັນ​ຢູ່.

ແຕ່​ພຣະ​ເຈົ້າ​ປະ​ສົງ​ວ່າ​ລູກໆ​ຂອງ​ພຣະ​ອົງຄວນ​ປະ​ຕິ​ບັດ​ຕາມ​ອຳ​ເພີໃຈ​ທີ່​ຊອບ​ທຳ ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເຂົາ​, “ວ່າ​ມະ​ນຸດທຸກ​ຄົນ​ຈະ​ຮັບ​ຜິດ​ຊອບ​ບາບ​ຂອງ​ຕົນ​ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ.”2 ມັນ​ເປັນ​ແຜນ​ ​ແລະ ພຣະປະສົງ​ຂອງ​ພຣະອົງ ທີ່​ຈະ​ໃຫ້​ເຮົາ​ມີ​ບົດບາດ​ໃນ​ການ​ຕັດສິນ​ໃຈ​ດ້ວຍ​ຕົນ​ເອງ. ພຣະ​ເຈົ້າຈະ​ບໍ່​ດຳ​ລົງ​ຊີວິດ​ຂອງ​ເຮົາ​ແທນ​ເຮົາ ຫລື ບັງຄັບ ຄື​ກັບ​ວ່າ ​ເຮົາ​ເປັນ​ຕົວ​ກະຕຸ​ນ, ຊຶ່ງ​ລູຊິ​ເຟີ​ໄດ້​ສະ​ເໜີ​​​ແຜນ​ນີ້. ທັງ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ກໍ​​ບໍ່ເຕັມ​ໃຈທີ່ຈະ​ບີບ​ບັງ​ຄັບ​​ເຮົາ​ຄື​ກັນ ​ແທນ​ພຣະ​ເຈົ້າ. ທ່ານ​ບຣິກຳ ຢັງ ​ໄດ້​ກ່າວ​ວ່າ: “ຂ້າພະ​ເຈົ້າບໍ່​ປາດ​ຖະໜາ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄົນ​ໃດ​ຢູ່​ໃນ​ໂລກ​ນີ້, ຫລື ຢູ່​ໃນ​ສະຫວັນ, ພໍ​ໃຈ​ກັບ​ທຸກສິ່ງ​ທີ່​ຂ້າພະ​​ເຈົ້າ​ເຮັດ, ຍົກ​ເວັ້ນ​ແຕ່​ພຣະວິນ​ຍານ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ—ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ, ​ເຮັດ​ໃຫ້​ເຂົາ​ເຈົ້າຮັບ​ຮູ້. ຂ້າພະ​ເຈົ້າປາດ​ຖະໜາ​ໃຫ້​ເຂົາ​ເຈົ້າຮູ້​ດ້ວຍ​ຕົນ​ເອງ ​ແລະ ​ເຂົ້າ​ໃຈ​ສຳລັບ​ຕົນ​ເອງ.”3

ສະນັ້ນ ໜຶ່ງ, ພຣະ​ເຈົ້າຈຶ່ງ​ບໍ່​ຊ່ອຍ​ເຮົາ​ໃຫ້​ລອດ ​“​ໃນ​ສະພາບ​ທີ່​ເປັນ​ຢູ່​ນີ້,” ​ເພາະວ່າ “ສະພາບ​ທີ່​ເຮົາ​ເປັນ​ຢູ່​ນີ້” ​ເຮົາ​ຍັງ​ບໍ່​ສະອາດ, ​ແລະ “ບໍ່​ມີ​ສິ່ງ​ໃດ​ທີ່​ບໍ່​ສາມາດ​​ຢູ່​ໃນ ... ທີ່​ປະ​ທັບ​ຂອງ​ພຣະອົງ​ໄດ້; ​ເພາະ​ໃນ​ພາສາ​ຂອງ​ອາ​ດາມ, ພຣະຜູ້​ສັກສິດ​ຄື​ພຣະນາມ​ຂອງ​ພຣະອົງ, ​ແລະ ພຣະນາມ​ຂອງ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດຂອງ​ພຣະອົງ ​ເປັນ​ພຣະບຸດ​ຂອງ​ພຣະຜູ້​ສັກສິດ.”4 ແລະ ສອງ, ພຣະ​ເຈົ້າຈະ​ບໍ່​ປ່ຽນ​ເຮົາ​ເປັນ​ຄົນ​ທີ່​ເຮົາ​ບໍ່​ຢາກ​ເປັນ. ​ແນ່​ນອນ ພຣະອົງ​ຮັກ​ເຮົາ, ​ແລະ ​ເພາະວ່າ​ພຣະອົງ​ຮັກ​ເຮົາ, ພຣະອົງ​ຈຶ່ງ​ບໍ່ບັງຄັບ ຫລື ປະ​ຖິ້ມ​ເຮົາ. ​ແຕ່​ພຣະອົງ​ຊ່ອຍ​ເຫລືອ​ ​ແລະ ນຳພາ​ເຮົາ. ​ແນ່​ນອນ, ການສະ​ແດງ​ອອກ​ທີ່​ແທ້​ຈິງ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ​​ແມ່ນ​ພຣະບັນຍັດ​ຂອງ​ພຣະອົງ.

ເຮົາ​ຄວນ (ແລະ ເຮົາ​) ຊື່ນ​ຊົມ​ຢູ່​ໃນ​ແຜນ​ທີ່​ພຣະ​ເຈົ້າ​ໄດ້​ແຕ່ງ​ຕັ້ງ ທີ່​ອະ​ນຸ​ຍາດ​ເຮົາ​ໃຫ້​ເລືອກ​​ເຮັດ​ເພື່ອ​ຕົນ​ເອງ ​ແລະ ຮັບ​ເອົາ​ຜົນ​ສະທ້ອນ, ຫລື ດັ່ງ​ທີ່​ພຣະຄຳ​ພີ​ກ່າວ “ຊີມ​ລົດ​ຊາດ​ທີ່​ຂົມ​ ​ເພື່ອ​ວ່າ​ເຮົາ​ຈະ​ຊື່ນ​ຊົມ​ກັບ​ລົດ​ຊາດ​ທີ່​ຫວານ​ແຊບ​ຊ້ອຍ.”5 ເຮົາ​ຈະ​ມີ​ຄວາມ​ກະ​ຕັນ​ຍູ​ຕະ​ຫລອດ​ໄປ​ ທີ່​ການ​ຊົດ​ໃຊ້​ຂອງ​ພຣ​ະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເອົາ​ຊະ​ນະບາບດັ້ງ​ເດີມ ເພື່ອ​ວ່າ​ເຮົາຈະ​ສາ​ມາດ​ມາ​ເກີດ​ຢູ່​ເທິງ​ໂລກ​ນີ້ ແຕ່ບໍ່​ໄດ້​ຮັບ​ໂທດ​ສຳ​ລັບ​ການ​ລ່ວງລະ​ເມີດ​ຂອງ​ອາ​ດາມ.6 ໂດຍ​ທີ່​ຖືກ​ໄຖ່​ຈາກ​ການ​ຕົກ, ເຮົາ​ເລີ່ມ​ຊີ​ວິດ​ຢ່າງ​ໄຮ້​ດຽງ​ສາຢູ່​​ໃນ​ທີ່​ປະ​ທັບ​ຂອ​ງ​ພຣະ​ເຈົ້າ ແລະ “ເປັນ​ອິດ​ສະ​ລະ​ຕະ​ຫລອດ​​ການ, ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ; ທີ່​ຈະ​ກະ​ທຳ​ດ້ວຍ (ຕົວ​ເຮົາ​ເອງ) ແລະ ​ທີ່ຈະບໍ່​ຖືກ​ກະ​ທຳ.”7 ເຮົາ​ເລືອກ​ໄດ້​ທີ່​ຈະ​ເປັນຄົນ​ທີ່​ເຮົາ​ຢາກ​ເປັນ, ແລະ ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພ​ຣ​ະ​ເຈົ້າ, ເຮົາສາ​ມາດ​ເປັນ​​ແມ່ນແຕ່​ເໝືອນ​ດັ່ງ​ພ​ຣະ​ອົງ​ເປັນ.8

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດເປີດ​ໂອກາດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ເຮົາ​ຢາກ​ເປັນ. ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ​ແລະ ພຣະຄຸນ​ຂອງ​ພຣະອົງ, ຄວາມ​ບົກ​ພ່ອງ​ຂອງ​ເຮົາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ​ຢ່າງ​ສົມ​ບູນ​ແບບ ແລະ ຢ່າງ​ສະ​ໝ່ຳ​ສະ​ເໝີ​ຢູ່​ໃນຄວາມ​ມະຕະ ກໍ​ສາ​ມາດ​ຖືກ​ລຶບ​ອອກ​ໄດ້ ແລະ ເຮົາ​ສາ​ມາດ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະທີ່​ເປັນ​ເໝືອນ​ດັ່ງພຣະ​ຄຣິດ​. ​ແຕ່, ຄວາມ​ຍຸດ​ຕິ​ທຳຮຽກ​ຮ້ອງວ່າ ສິ່ງນີ້​ຈະ​ເກີດ​ຂຶ້ນບໍ່​ໄດ້​ປາດ​ສະ​ຈາກ​ຄວາມ​ເຕັມ​ໃຈ ແລະ ການ​ມີ​ພາກ​ສ່ວນ​ຂອງ​ເຮົາ. ມັນ​ໄດ້​ເປັນ​ດັ່ງ​ນີ້. ການ​ທີ່​ເຮົາ​ຢູ່​ເທິງ​ໂລກ​ໃນ​ຮູບ​ຮ່າງ​ມະ​ນຸດ ກໍ​ເປັນ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ​ທີ່​ເຮົາ​ແຕ່​ລະ​ຄົນ​ໄດ້​ເຮັດ ທີ່​ຈະ​ມີ​ພາກ​ສ່ວນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ.9 ສະ​ນັ້ນ, ຄວາມ​ລອດ​ ຈຶ່ງ​ບໍ່​ແມ່ນ​ຜົນ​ຈາກ​ອຳ​ເພີ​ໃຈ​ຂອງ​ພຣະ​ເຈົ້າ, ທັງ​ບໍ່​ເກີດ​ຂຶ້ນຕາມ​ພຣະປະສົງ​ຂອງ​ພຣະ​ເຈົ້າ​ແຕ່​ຝ່າຍ​ດຽວ.10

ຄວາມ​ຍຸດ​ຕິ​ທຳ​ເປັນ​ຄຸນ​ສົມ​ບັດ​ທີ່​ສຳ​ຄັນ​ຂອງ​ພຣ​ະ​ເຈົ້າ. ເຮົາ​ສາ​ມາດ​ມີ​ສັດ​ທາ​ໃນ​ພຣ​ະ​ເຈົ້າ ເພາະ​ພຣະ​ອົງ​ເປັນ​ທີ່ໄວ້​ວາງ​ໃຈ​ໄດ້​ຢ່າງ​ສົມ​ບູນ​ແບບ. ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ ພຣະ​ເຈົ້າ​ບໍ່​ດຳ​ເນີນໃນ​ທາງຄົດ​, ທັງ​ບໍ່​ຫັນ​ໄປ​ຂວາ​ມື ຫລື ໄປຊ້າຍ​ມື, ທັງ​ບໍ່​ປ່ຽນ​ແປງ​ໄປ​ຈາກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ໄວ້, ສະ​ນັ້ນ​​ທາງ​ຂອງ​ພຣະ​ອົງ​ຈຶ່ງ​ຊື່​ຕົງ, ແລະ ວິທີ​ທາງຂອງ​ພຣະ​ອົງ​ກໍ​ເປັນ​ໜຶ່ງ​​ຮອບນິ​ລັນ​ດອນ”11 ແລະ ວ່າ “ພຣະ​ເຈົ້າ​ເຮັດ​ກັບ​ທຸກ​ຄົນ​ໂດຍບໍ່​ເລືອກ​ໜ້າ​ຜູ້​ໃດ.”12 ເຮົາ​ເພິ່ງ​ອາ​ໄສ​ຄຸນ​ສົມ​ບັດ​ແຫ່ງ​ສະ​ຫວັນ​ຂອງ​ຄວາມ​ຍຸດ​ຕິ​ທຳ​ເພື່ອຈະ​ມີ​ສັດ​ທາ, ຄວາມ​ໝັ້ນ​ໃຈ, ແລະ ຄວາມ​ຫວັງ.

ແຕ່​ຜົນ​ສະ​ທ້ອນ​ຂອງການ​ເປັນ​ຄົນ​ຍຸດ​ຕິ​ທຳ​ຢ່າງ​ສົ​ມ​ບູນ​ແບບ, ກໍ​ມີ​ບາງ​ສິ່ງ​ທີ່​ພຣະ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ໄດ້. ພຣະ​ອົງ​ບໍ່​ສາ​ມາດເຮັດ​ຕາມ​ອຳ​ເພີ​ໃຈໃນ​ການ​ຊ່ອຍ​ຄົນ​ໜຶ່ງ​ໃຫ້​ລອດ ແລະ ຂັບ​ໄລ່​ຄົນ​ໜຶ່ງ​ໃຫ້​ອອກ​ໄປ​ຈາກ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ພຣະ​ອົງ​ “ຈະ​ເບິ່ງ​ບາບ​ດ້ວຍ​ລະ​ດັບການ​ຍິນຍອມ​ແມ່ນ​ແຕ່​ນ້ອຍ​ທີ່​ສຸດບໍ່​ໄດ້.”13 ພຣະ​ອົງ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ຄວາມ​ເມດ​ຕາ​​ຂະໂມຍຄວາມ​ຍຸດ​ຕິ​ທຳ.14

ຄວາມ​ຈິງ​ທີ່​ວ່າ​ພຣະ​ເຈົ້າ​ໄດ້​ຈັດ​ຕັ້ງຫລັກ​ທຳ​ແຫ່ງ​ຄວາມ​ເມດ​ຕາ​ ກໍ​ເປັນ​ຫລັກ​ຖານ​ທີ່​ໜັກ​ແໜ້ນ​ວ່າ​ພຣະ​ເຈົ້າ​ຍຸດ​ຕິ​ທຳ. ​ເພາະ​ພຣະ​ອົງ​ຍຸດ​ຕິ​ທຳ ພຣະ​ອົງ​ຈຶ່ງໄດ້​ຈັດ​ຫາ​ວິ​ທີ​ໃຫ້​ຄວາມ​ເມດ​ຕາ​ມີ​ພາກ​ສ່ວນ​ໃນ​ບົດ​ບາດ​ທີ່​ຈຳ​ເປັນ ໃນ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ. ສະ​ນັ້ນ, “ຄວາມ​ຍຸດ​ຕິ​ທຳປະ​ຕິ​ບັດ​ຂໍ້​ຮຽກ​ຮ້ອງ​ທັງ​ໝົດ​ຂອງ​ມັນ, ແລະ ຄວາມ​ເມດ​ຕາ​ມີ​ສິດ​ທິ​ໃນ​ທຸກ​ຢ່າງທີ່​ເປັນ​ຂອງ​ມັນເອງ.”15

ເຮົາ​ຮູ້​ວ່າມັນ​ເປັນ “ຄວາມ​ທຸກ​ເວດ​ທະ​ນາ ແລະ ​ຄວາມ​ຕາຍ​ຂອງ​ຄົນ​ທີ່ບໍ່​ໄດ້​ເຮັດ​ບາບ, ​ໃນຜູ້​ທີ່ [ພຣະ​ບິ​ດາ] ຊົງພໍ​ພ​ຣະ​ໄທ​ຫລາຍ; … ໂລ​ຫິດ​ຂອງ​ພຣະ​ບຸດ [ຂອງ​ພຣະ​ອົງ] ຊຶ່ງ​ຖືກ​ຫລັ່ງ”16 ​ທີ່​ຕອບ​ສະ​ໜອງຄວາມຮຽກ​ຮ້ອງ​ຕ້ອ​ງ​ການ​ຂອງຄວາມ​ຍຸດ​ຕິ​ທຳ, ໃຫ້​ຄວາມ​ເມດ​ຕາ, ແລະ ໄຖ່​ພວກ​ເຮົາ.17 ເຖິງ​ຂັ້ນ​ນັ້ນ, “ຕາມ​ຄວາມ​ຍຸດ​ຕິ​ທຳແລ້ວ, ແຜນ​ແຫ່ງ​ການ​ໄຖ່​ຈະ​ເກີດ​ຂຶ້ນບໍ່​ໄດ້, ເວັ້ນ​ເສຍ​ແຕ່ໂດຍ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ.18 ມັນ​ເປັນ​ຂໍ້​ຮຽກ​ຮ້ອງ ແລະ ໂອ​ກາດ​ສຳ​ລັບ​ການ​ກັບ​ໃຈ ທີ່​ອະ​ນຸ​ຍາດ​ໃຫ້​ຄວາມ​ເມດ​ຕາ​ດຳ​ເນີນ​ວຽກງານ​ຂອງ​ມັນ ປາດ​ສະ​ຈາກ​ການ​ທຳ​ລາຍ​ຄວາມ​ຍຸດ​ຕິ​ທຳ​.

ພຣະ​ຄຣິດ​ໄດ້​ສິ້ນ​ພຣະ​ຊົນ​ບໍ່​ແມ່ນ​ເພື່ອ​ຊ່ອຍ​ຄົນ​ຢ່າງບໍ່​ເລືອກ​ໜ້າ ແຕ່​ປະ​ທານໃຫ້​ມີ​ການ​ກັບ​ໃຈ. ​ເຮົາ​​ເພິ່ງ​ອາ​ໄສ “ຄວາມ​ເມດ​ຕາ​ຂອງ​ພຣະອົງ​ທີ່​ຈະ​ຊ່ອຍ​ເຮົາ”19 ໃນ​ຂັ້ນຕອນການ​ກັບ​ໃຈ, ​ແຕ່​ການ​ປະຕິບັດ​ຕາມ​ຂັ້ນຕອນ​ການ​ກັບ​ໃຈ ​ຮຽກ​ຮ້ອງ​ຄວາມ​ເຕັມ​ໃຈ​ຂອງ​ຕົນ. ສະນັ້ນ ​ໂດຍການ​ກັບ​ໃຈ ຊຶ່ງ​ຈຳ​ເປັນກ່ອນ​ການ​ໄດ້​ຮັບພຣະ​ຄຸນ, ພຣະ​ເຈົ້າຈະ​ຊ່ອຍ​ໃຫ້​ເຮົາ​ຮັກ​ສາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ຕົວ​ເຮົາ​ເອງ. ການ​ກັບ​ໃຈ​ ນັບ​ຖື ແລະ ສະ​ໜັບ​ສະ​ໜູນ​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ຂອງ​ເຮົາ: “ແລະ ຄວາມ​ເມດ​ຕາ​ສາ​ມາດ​ສະ​ໜອງ​ຂໍ້​ຮຽກ​ຮ້ອງ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ໄດ້, ແລະ ລ້ອມ​ພວກ​ເຮົາ​ໄວ້​ໃນ​ແຂນ​ແຫ່ງ​ຄວາມ​ປອດ​ໄພ, ແຕ່​ຜູ້ບໍ່​ມີ​ສັດ​ທາ​ຈົນ​ເຖິງ​ການ​ກັບ​ໃຈ ຈະ​ເປີດ​ໂອ​ກາດ​ໃຫ້​ກົດ​ຂອງ​ຂໍ້​ຮຽກ​ຮ້ອງ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ທັງ​ໝົດ; ດັ່ງ​ນັ້ນ ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່ ແລະ ນິ​ລັນ​ດອນ​ມາ​ເຖິງ​ພຽງຄົນ​ທີ່​ມີ​ສັດ​ທາ​ຈົນ​ເຖິງ​ການ​ກັບ​ໃຈ​ເທົ່າ​ນັ້ນ.”20

ຄວາມ​ເຂົ້າ​ໃຈ​ຜິດ​ເຖິງ​ຄວາມ​ຍຸດ​ຕິ​ທຳ​ ແລະ ຄວາມ​ເມດ​ຕາຂອງ​ພຣະ​ເຈົ້າ​ເປັນ​ເລື່ອງ​ໜຶ່ງ; ການ​ປະ​ຕິ​ເສດ​ຄວາມ​ເປັນ​ຈິງ ຫລື ສິດ​ອຳ​ນາດ ແລະ​ ອຳ​ນາດ​ອັນ​ສູງ​ສົ່ງ​ຂອງພຣະ​ເຈົ້າ​ກໍ​ເປັນ​ອີກ​ເລື່ອງ​ໜຶ່ງ, ແຕ່​ທັງ​ສອງ​ຈະ​​ເຮັດ​ໃຫ້​ເຮົາ​ບັນລຸ​ຄວາມ​ສຳ​ເລັດ​ໜ້ອຍ—ບາງ​​ເທື່ອ​ໜ້ອຍ​ກວ່າ​ນັ້ນ—ຈາກ​ຄວາມ​ສາມາດ​ຂອງ​ເຮົາ. ພຣະ​ເຈົ້າ​ອົງ​ທີ່ບໍ່​ຮຽກ​ຮ້ອງ​ຫຍັງຈາກ​ຜູ້​ຄົນ​ຂອງ​ພຣະ​ອົງ ​ກໍ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທີ່ບໍ່​ຊົງພຣະ​ຊົນ​ຢູ່. ໂລກ​ທີ່​ຂາດ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່ ຜູ້​ໄດ້​ຈັດຕັ້ງກົດ​ມະຕະ​ໃຫ້​ປົກຄອງ ​ແລະ ​​ເຮັດ​ໃຫ້​ລູກໆ​ຂອງ​ພຣະອົງ​ດີ​ພ້ອມ, ​ກໍ​ເປັນ​ໂລກ​ທີ່​ຂາດ​ຄວາມ​ຈິງທີ່​ແນ່ນອນ ຫລື ຄວາມ​ຍຸດ​ຕິ​ທຳ. ມັນ​ເປັນ​ໂລກທີ່ຍອມ​ຮັບ​ວ່າ​ສິ່ງ​ທີ່​ຜິດ ຫລື ຖືກນັ້ນ​ແຕກ​ຕ່າງ​ກັນ​ສຳ​ລັບ​ທຸກ​ຄົນ.

ການ​ຍອມຮັບ​ທີ່​ແຕກ​ຕ່າງ​ກັນ ໝາຍ​ຄວາມ​ວ່າ ທຸກ​ຄົນ​ມີ​ສິດ​ຂອງ​ໃຜ​ມັນ. ທຸກ​ຄົນ​ມີ​ສິດແນ່ນອນ​, ບໍ່​ແມ່ນ​ແຕ່​ຄົນ​ທີ່​ປະຕິ​ເສດ​ພຣະ​ເຈົ້າ ທີ່ຍອມ​ຮັບ​ທິດ​ສະ​ດີນີ້. ຄົນ​ບາງ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ເຈົ້າ​ຍັງ​ເຊື່ອ​ວ່າເຂົາ​ເຈົ້າ​ເອງ​ຕັດ​ສິນ​ວ່າ​ສິ່ງ​ໃດ​ຖືກ ແລະ ສິ່ງ​ໃດ​ຜິດ. ຄົນ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ກ່າວ​ໃນ​ທຳ​ນອງນີ້​ວ່າ: “ຂ້ອຍບໍ່​ຄິດ​ວ່າ​ຂ້ອຍ​ຈະ​ກ່າວ​ໄດ້​ວ່າ​ຄວາມ​ເຊື່ອ​ທາງ ຮິນ​ດູນັ້ນ​ຜິດ ຫລືວ່າ ຄວາມ​ເຊື່ອ​ຊາວ​ກາ​ໂຕ​ລິກນັ້ນ​ຜິດ ຫລື​ວ່າ ການ​ເປັນ​ຊາວອີ​ພິສກາ​ເພ​ຫລຽນ ນັ້ນ​ຜິດ—ຂ້ອຍ​ຄິດ​ວ່ານັ້ນ​ຂຶ້ນ​ຢູ່​ກັບ​ສິ່ງ​ທີ່​ເຮົາ​ເຊື່ອ. … ຂ້ອຍບໍ່​ຄິດ​ວ່າ​ມີ​ສິ່ງ​ຜິດ ຫລື ຖືກ.”21 ອີກ​ຄົນ​ໜຶ່ງ, ເມື່ອ​ຖືກ​ຖາມ​ເຖິງ​ພື້ນ​ຖານ​ຂອງ​ຄວາມ​ເຊື່ອຖື​ຂອງ​ລາວ​, ລາວໄດ້​ຕອບ​ວ່າ: “ສຳ​ລັບ​ຕົວ​ຂ້ອຍ​ເອງ—ມັນ​ກໍ​ເປັນ​ດັ່ງ​ນັ້ນ. ຈະ​ມີ​ສິດ​ອຳ​ນາດເໜືອ​ສິ່ງ​ທີ່​ເຮົາ​ເຊື່ອ​ໄດ້​ແນວ​ໃດ?”22

ຕໍ່​ຜູ້​ທີ່​ເຊື່ອ​ອັນ​ໃດ ຫລື ທຸກ​ສິ່ງ​ສາ​ມາດ​ເປັນ​ຈິງ​ໄດ້, ການ​ປະ​ກາດ​ຂອງ​​ຄວາມ​ຈິງ​ທີ່ມີຈຸດ​ປະ​ສົງ, ທີ່​ໝັ້ນ​ຄົງ, ແລະ ​ເປັນ​ທີ່​ຮັບ​ຮູ້​ທົ່ວ​ໄປ​ກໍ​​ຮູ້​ສຶກ​ຄື​ວ່າເປັນການ​ບີບ​ບັງ​ຄັບ—“ຂ້ອຍ​ບໍ່​ຄວນ​ຖືກ​ບີບ​ບັງ​ຄັບ​ໃຫ້​ເຊື່ອ​ສິ່ງ​ໃດ​ໜຶ່ງວ່າ​ເປັນ​ຄວາມ​ຈິງ ທີ່​ຂ້ອຍບໍ່​ຮູ້​ຈັກ.” ແຕ່ນັ້ນ​ບໍ່​ໄດ້​ປ່ຽນ​ແປງ​ຄວາມ​ເປັນ​ຈິງ. ການ​ກຽດ​ຊັງ​ກົດ​ຂອງແຮງ​ດຶງ​ດູດ ​ຈະ​ຊ່ອຍ​ຄົນບໍ່​​ໃຫ້ຕົກລົງມາ​ຈາກ​ໜ້າຜາ​ບໍ່​ໄດ້ ຖ້າ​ຫາກ​​ເຂົາ​ກ້າວ​ອອກ​ໄປຈາກໜ້າ​ຜາ. ອັນ​ດຽວ​ກໍ​ຈິງ​ສຳ​ລັບ​ກົດ​ນິ​ລັນ​ດອນ ແລະ ຄວາມ​ຍຸດ​ຕິ​ທຳ. ອິດ​ສະ​ລະ​ພາບ​ບໍ່​ໄດ້ມາ​ຈາກການ​ຕໍ່​ຕ້ານ​ມັນ, ແຕ່​ມາ​ຈາກ​ການ​ນຳ​ໃຊ້​ມັນ. ນັ້ນ​ເປັນ​ພື້ນ​ຖານ​ຂອງອຳ​ນາດ​ຂອງ​ພຣະ​ເຈົ້າ​ເອງ. ຖ້າບໍ່​ແມ່ນ​ຄວາມ​ເປັນຈິງ​ຂອງຄວາມ​ຈິງ​ທີ່​ໝັ້ນ​ຄົງ ແລະ ບໍ່​ປ່ຽນ​ແປງ, ຂອງ​ປະ​ທານ​ແຫ່ງ​ອຳ​ເພີ​ໃຈຈະ​ໄຮ້​ຄວາມ​ໝາຍ​ ເພາະ​ເຮົາ​ຈະ​ບໍ່​ສາ​ມາດ​ເຫັນ​ຜົນ​ສະ​ທ້ອນ​ຂອງ​ການ​ກະ​ທຳ​ຂອງ​ເຮົາລ່ວງ​ໜ້າ. ດັ່ງ​ທີ່ ລີ​ໄຮ​ໄດ້​ກ່າວ​ວ່າ: “ຖ້າ​ຫາກຈະ​ເວົ້າວ່າບໍ່​ມີ​ກົດ, ລູກ​ຈະ​ເວົ້າ​ອີກວ່າບໍ່​ມີ​ບາບ. ຖ້າ​ຫາກ​ລູກ​ຈະ​ເວົ້າ​ວ່າບໍ່​ມີ​ບາບ ລູກ​ຈະ​ເວົ້າ​ວ່າບໍ່​ມີ​ຄວາມ​ຊອບ​ທຳ. ແລະ ຖ້າ​ຫາກບໍ່​ມີ​ຄວາມ​ຊອບ​ທຳ​ກໍ​ບໍ່​ມີ​ຄວາມ​ສຸກ. ແລະ ຖ້າ​ຫາກບໍ່​ມີ​ຄວາມ​ຊອບ​ທຳ ຫລື ຄວາມ​ສຸກ​ກໍ​ບໍ່​ມີ​ໂທດ ຫລື ຄວາມ​ທຸກ​ທໍ​ລະ​ມານ. ແລະ ຖ້າ​ຫາກບໍ່​ມີ​ສິ່ງ​ເຫລົ່າ​ນີ້ ກໍ​ບໍ່​ມີ​ພຣະ​ເຈົ້າ. ແລະ ຖ້າ​ຫາກບໍ່​ມີ​ພຣະ​ເຈົ້າ ພວກ​ເຮົາ​ກໍ​ບໍ່​ໄດ້​ເປັນ​ຢູ່, ທັງ​ໂລກ​ກໍ​ບໍ່​ມີ​ຢູ່; ເພາະ​ຈະ​ມີ​ການ​ສ້າງ​ສິ່ງ​ຕ່າງໆ​ບໍ່​ໄດ້, ທັງ​ຈະ​ກະ​ທຳ ຫລື ຈະ​ຖືກ​ກະ​ທຳ​ຕໍ່​ບໍ່ໄດ້; ດັ່ງ​ນັ້ນ, ທຸກ​ຢ່າງ​ຕ້ອງ​ຫາຍ​ໄປ.”23

ໃນ​ເລື່ອງ​ລາວ​ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ, ໂອ​ກາດ​ທີ່​ຈະຮັບ​ຜິດ​ຊອບ​ຕໍ່​ຕົນ​ເອງ ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ ແຕ່​ຖ້າ​ປາດ​ສະ​ຈາກ​ຂອງ​ປະ​ທານນີ້ແລ້ວ ເຮົາ​ຈະ​ບໍ່​ສາ​ມາດບັນ​ລຸ​ເຖິງ​ຄວາມ​ສາ​ມາດ​ທີ່​ຄົບ​ຖ້ວນ​ຂອງ​ເຮົາ ໃນ​ຖາ​ນະ​ທິ​ດາ ແລະ ບຸດ​ຂອງ​ພຣະ​ເຈົ້າ. ຄວາມ​ຮັບ​ຜິດ​ຊອບ​ສ່ວນ​ຕົວ​ຈະ​ກາຍ​ເປັນ​ທັງ​ສິດ​ທິ ແລະ ໜ້າ​ທີ່ ທີ່​ເຮົາ​ຕ້ອງ​ປົກ​ປ້ອງ​ຢູ່​ສະ​ເໝີ; ມັນ​ໄດ້​ຖືກ​ໂຈມ​ຕີ​ນັບ​ຕັ້ງ​ແຕ່​ກ່ອນການ​ສ້າງ​ໂລກ. ເຮົາ​ຕ້ອງ​ປົກ​ປ້ອງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຕ້ານ​ຜູ້​ຄົນ ແລະ ​ໂຄງການ​ທີ່​ຈະ (ບາງ​ເທື່ອ​ດ້ວຍ​ເຈດ​ຕະ​ນາ​ທີ່​ດີ​ທີ່​ສຸດ) ເຮັດ​ໃຫ້​ເຮົາ​ເປັນຜູ້​ທີ່​ເພິ່ງ​ອາ​ໄສ​ເຂົາ​ເຈົ້າ. ແລະ ເຮົາ​ຕ້ອງ​ປົກ​ປ້ອງ​ມັນ​ຕໍ່​ຕ້ານ​ກັບ​ແນວ​ໂນ້ມ​ຂອງ​ເຮົາ​ທີ່​ຈະ​ຫລີກ​ລ້ຽງ​ວຽກ​ງານ​ທີ່​ຈຳ​ເປັນ ເພື່ອພັດ​ທະ​ນາ​ພອນ​ສະ​ຫວັນ, ຄວາມ​ສາ​ມາດ, ແລະ ລັກສະນະ​​ເໝືອນ​ດັ່ງພຣະຄຣິດ.

ມີ​ເລື່ອງ​ເລົ່າ​ກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງທີ່ບໍ່​ຍອມ​ເຮັດ​ວຽກ. ລາວ​ຢາກ​ໃຫ້​ຄົນອື່ນຈັດ​ຫາ​ທຸກ​ສິ່ງ​ທີ່​ລາວຕ້ອງ​ການ​ໃຫ້​ແກ່​ລາວ​. ຕາມ​ຄວາມ​ຄິດ​ຂອງ​ລາວ, ສາດ​ສະ​ໜາ​ຈັກ ຫລື ລັດ​ຖະ​ບານ, ຫລື ທັງ​ສອງ, ຕິດ​ໜີ້​ລາວເພາະ​ວ່າ​ລາວ​ໄດ້​ຈ່າຍ​ພາສີ ແລະ ຈ່າຍ​ເງິນ​ສ່ວນ​ສິບ​ຂອງ​ລາວ​ແລ້ວ. ລາວບໍ່​ມີຫ​ຍັງ​ທີ່ຈະ​ກິນ ແຕ່ບໍ່​ຍອມ​ເຮັດ​ວຽກ​ເພື່ອ​ລ້ຽງ​ດູ​ຕົນ​ເອງ. ເພາະ​ຄວາມ​ຈົນ​ຕາ​ແຈ ແລະ ຄວາມ​ເບື່ອ​ໜ່າຍ​, ຜູ້​ຄົນ​ທີ່​ໄດ້​ພະ​ຍາ​ຍາມ​ຊ່ອຍ​ລາວ​ໄດ້​ຕັດ​ສິນ​ໃຈ​ວ່າ ເພາະ​ລາວບໍ່ພະ​ຍາ​ຍາມ​ຊ່ອຍ​ຕົນ​ເອງ​ເລີຍ, ເຂົາ​ເຈົ້າ​ຄິດ​ວ່າ​ຈະ​ເອົາ​ລາວ​ໄປ​ປະ​ໄວ້​ທີ່​ປ່າ​ຊ້າ ແລະ ປ່ອຍ​ໃຫ້​ລາວຕາຍ​ໄປ​ເສຍ. ຕາມ​ທາງ​ໄປ​ປ່າ​ຊ້າ, ຊາຍ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ເຮັດ​ແບບນີ້ບໍ່​ໄດ້. ຂ້ອຍ​ມີ​ໝາກ​ສາ​ລີ​ທີ່​ຂ້ອຍ​ຈະ​ເອົາ​ໃຫ້​ລາວ.”

ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ບອກ​ລາວກ່ຽວ​ກັບ​ສາລີ​ນັ້ນ, ແລະ ລາວ​ໄດ້​ຖາມ​ວ່າ, “ໄດ້​ປອກ​ກາບ​ໝາກ​ສາ​ລີ​ແລ້ວ​ບໍ?”

ເຂົາ​ເຈົ້າ​ໄດ້​ຕອບ​ວ່າ, “ບໍ່.”

ລາວ​ໄດ້​ກ່າວ​ວ່າ. “ເອີ ຄັນ​ວ່າ​ຊັ້ນ​ກໍ​ຫາມ​ຂ້ອຍ​ໄປປ່າ​ຊ້າ​ເລີຍ​ສາ.”

ຄວາມປະ​ສົງ​ຂອງ​ພ​ຣະ​ເຈົ້າ​ຄື ທີ່​ຈະ​ໃຫ້​ເຮົາ​ເປັນ​ຊາຍ ແລະ ຍິງ​ທີ່​ເປັນ​ອິດ​ສະ​ລະ ທີ່​ສາ​ມາດ​ບັນ​ລຸ​ຄວາມ​ສາ​ມາດທີ່​ຄົບ​ຖ້ວນ​ຂອງ​ເຮົາ ​ທັງ​ທາງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ, ​ເພື່ອ​ວ່າ​ເຮົາ​ຈະ​ເປັນ​ອິດ​ສະ​ລະ​ຈາກ​ເຂດ​ຈຳ​ກັດ​ຂອງ​ຄວາມ​ຍາ​ກ​ລຳ​ບາກ ແລະ ການເປັນ​ທາດ​ຂອງ​ບາບ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ມີ​ຄວາມ​ນັບ​ຖື​ຕົວ​ເອງ ແລະ ຄວາມ​ເປັນ​ຕົວ​ຂອງ​ຕົນ​ເອງ, ເພື່ອ​ວ່າ​ເຮົາ​ຈະ​ຕຽມ​ພ້ອມ​ໃນ​ທຸກ​ສິ່ງ ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ພຣະ​ອົງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ບໍ່​ເຊື່ອດອກວ່າ​ເຮົາ​ຈະ​ເຮັດ​ສິ່ງນີ້​ໄດ້​ໂດຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ເອງ ປາດ​ສະ​ຈາກ​ຄວາມ​ຊ່ອຍ​ເຫລືອ​ຢ່າງ​ຫລວງຫລາຍ ​ແລະ ​ເປັນ​ປະຈຳຈາກ​ພຣະ​ອົງ. ​ເຮົາ​ຮູ້​ວ່າ ​ໂດຍ​ພຣະຄຸນ​ຂອງ​ພຣະອົງ ​ເຮົາ​ຈຶ່ງ​ລອດ ຫລັງ​ຈາກ​ເຮົາ​ໄດ້​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້.24 ແລະ ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ບັນລຸ​ເຖິງ​ບາງ​ລະດັບ ຫລື ​ເກັ່ງ​ກ້າ ກ່ອນ​ພຣະ​ເຈົ້າຈະ​ຊ່ອຍ​ເຫລືອ​ເຮົາ. ​ເຮົາ​ສາມາດ​ໄດ້​ຮັບຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນໃນ​ທຸກ​​ເວລາ, ບໍ່​ວ່າ​ເຮົາ​ຈະຢູ່​ໃນ​ຈຸດ​ໃດ​ກໍ​ຕາມ ​ໃນ​ເສັ້ນທາງ​ແຫ່ງ​ຄວາມ​ເຊື່ອ​ຟັງ. ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ ນອກ​ເໜືອ​ໄປ​ຈາກຄວາມ​ປາດ​ຖະໜາ​ໃຫ້​ພຣະອົງ​ຊ່ອຍ​ເຫລືອ​ແລ້ວ, ເຮົາ​ຕ້ອງໃຊ້​ຄວາມ​ພະ​ຍາ​ຍາມ, ກັບ​ໃຈ, ແລະ ເລືອກ​ພຣະ​ເຈົ້າ ເພື່ອ​​ພຣະ​ອົງ​ຈະ​ສາ​ມາດກະ​ທຳ​ ໃນຊີ​ວິດ​ຂອງ​ເຮົາ ໃຫ້​ສອດ​ຄ່ອງ​ກັບຄວາມ​ຍຸດ​ຕິ​ທຳ ແລະ ອຳ​ເພີ​ໃຈ​ທາງ​ສິນ​ທຳ. ຄວາມ​ຊ່ອຍ​ເຫລືອນັ້ນ​ເປັນ​ຂອງ​ເຮົາ​ໄດ້​ທຸກໆ​ຊົ່ວ​ໂມງ​ຂອງ​ທຸກໆ​ວັນ, ຂໍ້​ຮຽກ​ຮ້ອງ​ກໍ​ຄື​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ດຸ​ໝັ່ນ​ຂອງ​ເຮົາ​ເທົ່າ​ນັ້ນ. ຄຳ​ອ້ອນວອນ​ຂອງ​ຂ້າ​ພະ​ເຈົ້າ​ຄື​ວ່າ ໃຫ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ກ້າວ​ອອກ​ໄປ​ເຮັດ​ວຽກ ເພື່ອ​ວ່າພຣະ​ເຈົ້າ​ຈະສາ​ມາດ​ໃຊ້​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ເອງ​ເພື່ອ​ຊ່ອຍ​ເຫລືອເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພຣະ​ເຈົ້າ ພຣະບິດາ​ຊົງ​ພຣະ​ຊົນຢູ່, ວ່າ​ພຣະ​ບຸດ​ຂອງ​ພ​ຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຄື​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ແລະ ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ປະ​ທັບ​ຢູ່​ກັບ​ເຮົາ. ​ພວກ​ພຣະ​ອົງປາດຖະ​ໜາ​ຈະຊ່ອຍ​ເຮົາ​ແທ້ໆ, ແລະ ຄວາມ​ສາ​ມາດ​ຂອງ​ພວກ​ພຣະ​ອົງ​ທີ່​ຈະ​ເຮັດ​ດັ່ງ​ນັ້ນ​ແມ່ນບໍ່​ມີ​ຂອບ​ເຂດ​. ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຕື່ນ ແລະ ລຸກ​ຂຶ້ນ​ຈາກຂີ້​ຝຸ່ນ​ເຖີດ “ເພື່ອ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ [ພວກ​ເຮົາ]​ ຈະ​​ບັນ​ລຸ​ຜົນສຳ​ເລັດ.”25 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.