​2010–2019
ທ່ານ​ຫັນ​ໄປທາງ​ໃດ?
ຕຸລາ 2014


ທ່ານ​ຫັນ​ໄປທາງ​ໃດ?

ການ​ເຮັດ​ຕາມ​ຄວາມ​ພໍ​ໃຈ​ຂອງມະນຸດ ຫລາຍ​ກວ່າ​​ເຮັດ​ໃຫ້​ພຣະ​ເຈົ້າພໍພຣະ​ໄທ ​ເປັນ​ສິ່ງ​ກົງກັນຂ້າມ​ກັບ ພຣະບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ທີ​ສອງ.

“ທ່ານ​ຫັນ​ໄປ​ທາງ​ໃດ?” ປະທານບອຍ ​ເຄ ​ແພ໊ກ​ເກີ ​ໄດ້​ຖາມ​ຂ້າພະ​ເຈົ້າ ​ຕອນພວກ​ເຮົາ​ກຳລັງ​ເດີນທາງ​ໄປ​ເຮັດ​ໜ້າ​ທີ່​ມອບ​ໝາຍ​ເທື່ອ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ ​ໃນ​ຖານະ​ເປັນ​ສາວົກ​ໃໝ່. ​ໂດຍ​ທີ່​ບໍ່​​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ຄຳ​ຖາມ​ຂໍ້​ນັ້ນ, ຈຶ່ງ​ເຮັດ​ໃຫ້​ຂ້າພະ​ເຈົ້າງົງ​ງັນ. “ສາວົກ​ເຈັດ​ສິບ,” ​ເພິ່ນ​ກ່າວ​ຕໍ່​ໄປ, “ບໍ່​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ຜູ້​ຄົນ ​ເພື່ອກ່າວ​ກັບ​ສາດສະດາ, ​ແຕ່​ກ່າວ​ຖ້ອຍ​ຄຳ​ຂອງ​ສາດສະດາ​ຕໍ່​ຜູ້​ຄົນ. ຢ່າ​ລືມ​ວ່າ ທ່ານ​ຫັນ​ໄປທາງ​ໃດ!” ມັນ​ເປັນ​ບົດຮຽນ​ທີ່​ມີ​ພະລັງ​ຫລາຍ.

ການ​ເຮັດ​ຕາມ​ຄວາມ​ພໍ​ໃຈ​ຂອງມະນຸດ ຫລາຍ​ກວ່າ​​ເຮັດ​ໃຫ້​ພຣະ​ເຈົ້າພໍພຣະ​ໄທ ​ເປັນ​ສິ່ງ​ກົງກັນຂ້າມ​ກັບ ພຣະບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ທີ​ສອງ (ເບິ່ງ ມັດ​ທາຍ 22:37–39). ມັນ​ເປັນ​ການ​ລືມ​ໄປ​ວ່າ ​ເຮົາ​ຄວນ​ຫັນ​ໄປ​ທາງ​ໃດ. ​ແຕ່​ເຮົາ​ທຸກ​ຄົນ​ກໍ​ໄດ້​ເຮັດ​ຄວາມ​ຜິດພາດ​ນັ້ນ ​ເພາະ​ຢ້ານ​ກົວ​ມະນຸດ. ​ໃນ​ພຣະທຳ​ເອຊາ​ຢາ ພຣະຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​​ເຮົາ​ວ່າ, “ເຈົ້າຢ່າ​ຢ້ານ​ກົວ​ຄຳ​ຕຳນິຂອງ​ມະນຸດ” (ເອຊາ​ຢາ 51:7; ​ເບິ່ງ 2 ນີ​ໄຟ 8:7 ນຳ​ອີກ). ​ໃນ​ຄວາ​ມຝັນ​ຂອງ​ລີ​ໄຮ, ຫລາຍ​ຄົນ​ໄດ້​ເລີ່ມມີ​ຄວາມ​ຢ້ານ​ກົວ ​ເພາະມີ​ຄົນ ຊີ້​ມື​ເຍາະ​ເຍີ້​ຍ ພວກ​ເຂົາ ຈາກ​ອາຄານ​ໃຫຍ່ ​ແລະ ກວ້າງຂວາງ, ຈົນ​ເຮັດ​ໃຫ້​ພວກ​ເຂົາ​ບໍ່​ຮູ້​ວ່າ ຈະ​ຫັນ​ໄປ​ທາງ​ໃດ ​ແລະ ​ໄດ້​ໜີ​ໄປ​ຈາກ​ຕົ້ນ​ໄມ້​ດ້ວຍ​ຄວາມ “ອັບອາຍ” (​ເບິ່ງ 1 ນີ​ໄຟ 8:25–28).

ຄວາມ​ກົດ​ດັນ ຂອງໝູ່​ເພື່ອນ​ນີ້ ​ແມ່ນ​ພະຍາຍາມ​ປ່ຽນ​ແປງ​ຄຸນສົມບັດ​ຂອງ​ຄົນ, ຖ້າ​ບໍ່​​ແມ່ນ​ການ​ປະພຶດ, ​ໂດຍ​ການ​ເຮັດ​ໃຫ້​ຄົນຮູ້​ສຶກຜິດ ຖ້າ​ຫາກ​ເຂົາ​​ເຮັດ​ໃຫ້​ຄົນ​ອື່ນ​ເສຍ​ໃຈ. ​ເມື່ອ​ຄວາມ​ຢ້ານ​ກົວ​ມະນຸດ​ນີ້ ​ເຮັດ​ໃຫ້​ເຮົາ​ຍອມ​ເຮັດ​ການ​ບາບ, ມັນ​ຈະ​ກາຍ​ເປັນ “​ແຮ້ວ” ອີງ​ຕາມ​ພຣະທຳ​ສຸພາສິດ (ເບິ່ງ ສຸພາສິດ 29:25). ແຮ້ວ​ອາດ​ເປັນ​ກັບ​ດັກ​ທີ່​ສະຫລາດ ຕໍ່​ຄວາມ​ຮູ້ສຶກ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ເຮົາ, ທີ່​ຈະ​ອົດທົນ​ຕໍ່ ​ແລະ ​ແມ່ນ​ແຕ່​ຍອມຮັບ​ບາງ​ສິ່ງ​ທີ່​ພຣະ​ເຈົ້າປະນາມ​. ສຳລັບ​ຜູ້​ທີ່​ມີສັດທາ​ທີ່​ອ່ອນ​ແອ, ມັນ​ຈະ​ເປັນ​ສະດຸດ​ອັນ​​ໃຫຍ່​ໂຕ​ໄດ້. ຍົກ​ຕົວຢ່າງ, ຜູ້​ສອນ​ສາດສະໜາ​ໜຸ່ມບາງ​ຄົນ ຈະ​ມີ​ຄວາມ​ຢ້ານ​ກົວ​ມະນຸດ​ ​ຢູ່​ໃນສະໜາມ​ເຜີຍ​ແຜ່ ​ແລະ ບໍ່​ໄດ້​ລາຍ​ງານຄວາມ​ບົກພ່ອງ​ຂອງ​ຄູ່​ສອນ​ສາດສະໜາ​ຂອງ​ຕົນ​ຕໍ່​ປະທານ​​ເຜີ​ຍແຜ່ ​ເພາະ​ເຂົາ​​ເຈົ້າບໍ່​ຢາກ​ເຮັດ​ໃຫ້​ຄູ່ສອນ​ສາດສະໜາ​ທີ່​ອອກ​ນອກ​ທິດ​ນອກ​ທາງ​ຂອງ​ຕົນ​ຜິດ​ໃຈ. ​ເຮົາ​ຕ້ອງ​ຕັດສິນ​ໃຈ​​ເຮັດ​ຕາມ​ພຣະບັນຍັດ​ຂໍ້​​ຕົ້ນ ​ແລະ ຂໍ້​ໃຫຍ່​ນັ້ນ (ເບິ່ງ ມັດ​ທາຍ 22:37–39). ​ເມື່ອ​ຜູ້​ສອນ​ສາດສະໜາ​ທີ່ສັບສົນ​ເຫລົ່າ​ນີ້ ຮູ້​ວ່າ​​ເຂົາ​ເຈົ້າຕ້ອງ​ລາຍ​ງານ​ຕໍ່​ພຣະ​ເຈົ້າ, ​ບໍ່​ແມ່ນ​ລາຍ​ງານ​ຕໍ່ຄູ່​ສອນ​ສາດສະໜາ​ຂອງ​ຕົນ, ​ແລ້ວ​ສິ່ງ​ນັ້ນຈະ​​​ເຮັດ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ກ້າຫານ ທີ່​ຈະ ຫັນ​ໄປ​ທາງ​ອື່ນ.

ຕອນ​ມີ​ອາຍຸ 22 ປີ, ​ແມ່ນ​ແຕ່ ​ໂຈ​ເຊັບ ສະ​ມິດ ກໍ​ຍັງ​ລືມວ່າ​ຈະ​ຫັນ​ໄປ​ທາງ​ໃດ ​​ເມື່ອ​ເພິ່ນ​ອ້ອນວອນຂໍ​ໃຫ້ພຣະຜູ້​ເປັນ​ເຈົ້າອະນຸຍາດ​ໃຫ້ ມາ​ຕິນ ​ແຮຣິສ ຢືມ​ການ​ແປ 116 ​ໜ້າ. ບາງທີ ​ໂຈ​ເຊັບຢາກ​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່ມາ​ຕິນ ສຳລັບ​ຄວາມຊ່ອຍ​ເຫລືອ​ຂອງ​ລາວ. ​ເຮົາ​ຮູ້​ວ່າ ​ໂຈ​ເຊັບກໍ​ມີ​ຄວາມ​ກະຕືລື​ລົ້ນ ທີ່​ຈະ​ມີ​ບາງ​ຄົນ​ຢືນ​ເປັນ​ພະຍານ​ຄຽງ​ຄູ່ ຕ້ານ​ກັບ​ການ​ກ່າວ​ເທັດ ​ແລະ ຄຳ​ຕົວະ ທີ່​ແຜ່​ລາມ​ໄປ​ທົ່ວ ກ່ຽວ​ກັບ​ເພິ່ນ.

ບໍ່​ວ່າເຫດຜົນ​ຂອງ​ໂຈ​ເຊັບ ຈະ​ແມ່ນ​ຫຍັງ​ກໍ​ຕາມ, ຫລື ສົມ​ເຫດ​ສົມຜົນ​ກໍ​ຕາມ, ພຣະຜູ້​ເປັນ​ເຈົ້າກໍ​ບໍ່​ໄດ້ຍົກ​ເວັ້ນ ​ແລະ ​ໄດ້​ຕິຕຽນ​ເພິ່ນ​ວ່າ, ຈັກ​ເທື່ອ​ແລ້ວທີ່ເຈົ້າ​ໄດ້ລ່ວງ​ລະ​ເມີດ … ແລະ ​ໄດ້​ເຮັດ​ຕາມ​ການ​ຊັກ​ຊວນ​ຂອງມະນຸດຕໍ່​ໄປ. ເພາະ, ຈົ່ງ​ເບິ່ງ,​ ເຈົ້າບໍ່​ຄວນ ຢ້ານ​ກົວ ມະນຸດຫລາຍ​ກວ່າພຣະ​ເຈົ້າ (ເບິ່ງ D&C 3:6–7; ​ເນັ້ນຄຳ​ເນີ້ງ). ປະສົບ​ການ​ທີ່​ໂສກ​ເສົ້ານີ້ ​ໄດ້ຊ່ອຍ​ໂຈ​ເຊັບ​ໃຫ້ຈື່​ຈຳຕະຫລອດ​ໄປ​ວ່າ ​ເພິ່ນ​ຕ້ອງ​ຫັນ​ໄປ​ທາງ​ໃດ.

ເມື່ອ​ຄົນ​​ໃດພະຍາຍາມ ຮັກສາ​ໜ້າ ຕໍ່ມະນຸດ, ​ແລ້ວ​ຄົນ​ນັ້ນຈະ ​ເສຍໜ້າ ຕໍ່ພຣະ​ເຈົ້າ. ການ​ຄິດ​ວ່າ ຕົນ​​ເອງ​ສາມາດ​ເຮັດ​ໃຫ້​ພຣະ​ເຈົ້າພໍພຣະ​ໄທ ​ແລະ ​ໃນ​ເວລາ​ດຽວ​ກັນ ບໍ່​ເອົາ​ໂທດ​ກັບ​ການ​ເຮັດ​ຜິດ​ບາບ​ຂອງ​ມະນຸດ ​ແມ່ນ​ບໍ່​ຖືກຕ້ອງ, ​ແຕ່​ເປັນ​ການ​ມີ ສອງ​ໜ້າ ຫລື ​ເປັນ “​​ຂ້າ​ໃຊ້​ຂອງ​ສອງ​ນາຍ” (ມັດ​ທາຍ 6:24; 3 ນີ​ໄຟ 13:24).

ເຖິງ​ແມ່ນ​ວ່າຕ້ອງ​ມີ​ຄວາມ​ກ້າຫານ​ທີ່​ຈະ​ປະ​ເຊີນ​ກັບສິ່ງ​ອັນຕະລາຍ, ​ເຄື່ອງໝາຍ​ທີ່​ແທ້​ຈິງ​ຂອງຄວາມ​ກ້າຫານນັ້ນ ຄື​ການ​​ເອົາ​ຊະນະ​ຄວາມ​ຢ້ານ​ກົວ​ມະນຸດ. ຍົກ​ຕົວຢ່າງ, ຄຳ​ອະທິຖານ​ຂອງ​ດາ​ນີ​ເອນ ​ໄດ້​ຊ່ອຍ​ລາວ​ໃຫ້​ສາມາດ​ປະ​ເຊີນ​ກັບ​​ໂຕ​ສິງ, ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ບໍ່​ມີ​ຄວາມ​ຢ້ານ​ກົວ​ຕໍ່​ໂຕ​ສິງ ​​ກໍເພາະ​ລາວ​ໄດ້​ຂັດ​ຂືນຄຳ​ສັ່ງ​ຂອງກະສັດ​ດາຣິອຸດ (ເບິ່ງ ດ​ານີ​ເອນ 6). ຄວາມ​ກ້າຫານ​ເຊັ່ນ​ນັ້ນ ​ເປັນ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ ​ເຖິງ​ຄວາມ ຢ້ານ​ກົວ​ພຣະ​ເຈົ້າ ຂອງຜູ້​ທີ່​ໄດ້​ອະທິຖານ. ຄຳ​ອະທິຖານ​ຂອງ ຣາຊີ​ນີ ​ເອສະ​ເທີ ກໍ​ໄດ້​ໃຫ້​ຄວາມ​ກ້າຫານ​ແກ່​ນາງ​ຄື​ກັນ ທີ່​ຈະ​​ໄປ​ເຂົ້າ​ເຝົ້າ​ສາມີ​ຂອງ​ນາງ, ກະສັດ​ເຊ​ເຊັດ (ເບິ່ງ ​ເອສະ​ເທີ 4:8–16) ​ໂດຍ​ທີ່​ຮູ້​ດີ​ວ່າ ນາງ​ອາດ​ສູນ​ເສຍ​ຊີວິດ ​ເພາະ​ການ​ເຮັດ​ສິ່ງ​ນັ້ນ.

ຄວາມ​ກ້າຫານ​ບໍ່​ໄດ້​ເປັນ​ຄຸນ​ນະ​ທຳ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ, ​ດັ່ງ​ທີ່ທ່ານ ຊີ ​ແອັສ ຫລຸຍ ​ໄດ້​ສັງ​ເກດ​ເຫັນ​ວ່າ: “ຄວາມ​ກ້າຫານ​ເປັນ​ຄຸນ​ນະ​ທຳ​ໃນ​ທຸກ​ຮູບ​ແບບ ​ໃນ​ເວລາ​ທີ່​ຖືກ​ທົດ​ສອບ. … ປີ​ລາດ​ມີ​ຄວາມ​ເມດ​ຕາ ຈົນ​ເຖິງ​ຕອນຄວາມ​ເມດ​ຕານັ້ນອາດ​ນຳ​ສິ່ງ​ອັນຕະລາຍ​ມາ​ໃຫ້​ຕົນ.”1 ກະສັດ​ເຮ​ໂຣດ​ເປັນ​ທຸກ​ໃຈ​ຢ່າງ​ໜັກ​ກັບ​ການ​ຂໍ​ຮ້ອງ​ໃຫ້​ຕັດ​ຫົວ​ຂອງ​ໂຢຮັນ ​ແຕ່​​ “​ເພາະ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ຊ້ອງ​ໜ້າ​ແຂກ​ທັງ​ໝົດ​ຂອງ​ຕົນ” ​ເພິ່ນ​ຈຶ່ງ​ສັ່ງ​ໃຫ້​​ເຮັດ (ມັດ​ທາຍ 14:9). ກະສັດ​ໂນ​ອາ​ເກືອບ​ຈະ​ປ່ອຍ ອະ​ບີ​ນາ​ໄດ ​ໄປ ​ແຕ່​ໄດ້​ສັ່ງ​ໃຫ້​ປະຫານ, ​ເມື່ອ​ຖືກ​ກົດ​ດັນ​ຈາກ​ພວກ​ປະ​ໂລຫິດ​ທີ່​ຊົ່ວ​ຮ້າຍ (ເບິ່ງ ​ໂມ​ໄຊ​ຢາ 17:11–12). ກະສັດ​ໂຊນບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າ ​​ແລະ ​ໄດ້​ຍຶດ​​ເອົາ​ຊັບ​ສິນຈາກ​ສົງຄາມ ​ເພາະ​ເພິ່ນ​ “ເກງ​ໃຈ​ທະຫານ​ຂອງ​ເພິ່ນ” (1 ຊາ​ມູ​ເອນ 15:24). ເພື່ອ​ເປັນ​ການສ້າງ​ຄວາມ​ສະຫງົບ​ໃນ​ບັນດາຊາ​ວອິດສະຣາ​ເອນ​ທີ່​ກະບົດ​ຢູ່​ຕີນ​ພູ ຊີ​ນາ​ອີ, ອາ​ໂຣນ​ໄດ້​ປັ້ນຮູບ​ງົວ​ຄຳ​ຂຶ້ນ, ລືມ​ໄປ​ວ່າ ​ເພິ່ນ​ຄວນ​ຫັນ​ໄປ​ທາງ​ໃດ (ເບິ່ງ ອົບ​ພະຍົບ 32). ພວກ​ຜູ້​ປົກຄອງ​ໃນ​ພຣະຄຳ​ພີ​ໃໝ່​ຫລາຍ​ຄົນ “​ເຊື່ອ​​ໃນ [ພຣະຜູ້​ເປັນ​ເຈົ້າ]; ​ແຕ່​ເພາະ​ພວກ​ຟາຣີຊາຍ, ພວກ​ເຂົາ​ຈຶ່ງ​ບໍ່​ສາລະພາບ, ​ເພາະ​ຢ້ານ​ຖືກ​ໄລ່​ອອກ​ຈາກ​ທຳ​ມະ​ສາລາ: ດ້ວຍ​ວ່າ ພວກ​ເຂົາ​ມັກ​ໃຫ້​ມະນຸດ​ພໍ​ໃຈ ຫລາຍ​ກວ່າ​ໃຫ້​ພຣະ​ເຈົ້າພໍ​ພຣະ​ໄທ” (ໂຢຮັນ 12:42–43). ພຣະຄຳ​ພີ​ກໍເຕັມ​ໄປ​ດ້ວຍ​ຕົວຢ່າງ​ແບບ​ນີ້.

ບັດ​ນີ້​ໃຫ້​ເຮົາ​ມາ​ຟັງ​ຕົວຢ່າງ​ທີ່​ດົນ​ໃຈ​ຈຳນວນ​ໜຶ່ງ:

  • ມໍ​ມອນ ​ໄດ້​ກ່າວ​ວ່າ: “ຈົ່ງ​ເບິ່ງ, ພໍ່​ເວົ້າ​ດ້ວຍ​ຄວາມ​ອາດ​ຫານ​ໂດຍ​ມີ​ສິດ​ອຳນາດ​ຈາກ​ພຣະ​ເຈົ້າ; ແລະ ພໍ່​ ບໍ່​ມີ​ຄວາມ​ຢ້ານ​ກົວ ​ຕໍ່​ອຳນາດ​ຂອງ​ມະນຸດ; ​ເພາະ​ຄວາມ​ຮັກ​ທີ່​ສົມບູນ​ຍ່ອມ​ຂັບ​​ໄລ່​ຄວາມ​ຢ້ານ​ກົວ​ທັງ​ໝົດ​ອອກ​ໄປ” (ໂມ​ໂຣ​ໄນ 8:16; ​ເນັ້ນຄຳ​ເນີ້ງ).

  • ນີ​ໄຟ​ ​ໄດ້​ກ່າວ​ວ່າ: “ດັ່ງນັ້ນ ຂ້າພະ​ເຈົ້າຈຶ່ງ​ບໍ່​ຂຽນ​ເລື່ອງ​ອັນ​ເປັນ​ທີ່​ພໍ​ໃຈ​ຂອງ​ໂລກ, ແຕ່​ຂຽນ​ເລື່ອງ​ອັນ​ທີ່​ພໍ​ພຣະ​ໄທ​ຂອງ​ພຣະ​ເຈົ້າ ແລະ ພໍ​ໃຈ​ຄົນ​ຜູ້​ບໍ່​ໄດ້​ເປັນ​ຂອງ​ໂລກ” (1 ນີ​ໄຟ 6:5).

  • ແມ່ທັບ​ໂມ​ໂຣ​ໄນ ​ໄດ້​ກ່າວ​ວ່າ: ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ໂມ​ໂຣ​ໄນຜູ້ນຳ​ນາຍ​ທະຫານ​ຂອງ​ພວກ​ທ່ານ. ຂ້າພະ​ເຈົ້າບໍ່​ໄດ້​ສະ​ແຫວງ​ຫາ​ອຳນາດ, ແຕ່ຈະ​ດຶງ​ມັນ​ລົງ​ມາ. ຂ້າພະ​ເຈົ້າບໍ່​ໄດ້​ສະ​ແຫວງ​ຫາ​ກຽດຕິຍົດ​ຂອງ​ໂລກ, ແຕ່​ເພື່ອ​ລັດ​ສະໝີ​ພາບ​ຂອງ​ພຣະ​ເຈົ້າຂອງ​ຂ້າພະ​ເຈົ້າ, ແລະ ອິດ​ສະລະ​ພາບ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ເທດ​ຊາດ​ຂອງ​ຂ້າພະ​ເຈົ້າ” (ແອວ​ມາ 60:36).

ໂມ​ໂຣ​ໄນ ​ໄດ້​ມີ​ຄວາມ​ກ້າຫານ​ຫລາຍ​ທີ່​ສຸດ ​ໃນ​ການ​ຈື່​ຈຳ​ວ່າ ຄວນ​ຫັນ​ໄປ​ທາງ​ໃດ, ຈົນ​ເຖິງ​ຂັ້ນມີ​ການ​ເວົ້າ​ເຖິງ​​ເພິ່ນ​ວ່າ​, “ຖ້າ​ຫາກ​ຄົນ​ທັງ​ປວງທີ່​ໄດ້​ເປັນ​ມາ​ແລ້ວ ແລະ ເປັນ​ຢູ່, ແລະ ຈະ​ເປັນ​ຢູ່, ຄື​ກັນ​ກັບ​ໂມ​ໂຣ​ໄນ, ຈົ່ງ​ເບິ່ງ, ອຳນາດ​ຂອງ​ນະລົກ​ນັ້ນຈະ​ສັ່ນ​ສະ​ເທືອນຕະຫລອດ​ການ; ແທ້​ຈິງ​ແລ້ວ, ມານ​ຈະ​ບໍ່​ມີ​ອຳນາດ​ເໜືອ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ເລີຍ” (ແອວ​ມາ 48:17).

ສາດສະດາ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ ​​​ກໍ​ເຄີຍ​ຖືກ​ຜູ້​ຄົນ​ຊີ້​ມື​​ເຍາະ​ເຍີ້​ຍຄື​ກັນ. ​ເປັນ​ຫຍັງ? ​ອີງ​ຕາມ​ພຣະຄຳ​ພີ, ​ມັນ​ເປັນເພາະວ່າ “ຄົນ​ຜິດ​ຍ່ອມ​ຖື​ເອົາ​ຄວາມ​ຈິງ​ເປັນ​ເລື່ອງ​ຮຸນ​ແຮງ ​ເພາະ​ມັນ​ບາດ​ໃຈ​ເຂົາ​ເຖິງ​ສ່ວນ​ເລິກ​ທີ່​ສຸດ” (1 ນີ​ໄຟ 16:2), ຫລື ດັ່ງ​ທີ່​ປະທານ​ແຮ​ໂຣນ ບີ ລີ ​ໄດ້​ສັງ​ເກດ​​ເຫັນ​ວ່າ, “ນົກ​ທີ່​ຖືກ​ຍິງ​ຈະຕີປີກ!”2 ທ່າ​ທີທີ່​ໝິ່ນ​ປະໝາດ​ຂອງ​ເຂົາ, ​ແທ້ຈິງ​ແລ້ວ, ​ແມ່ນ​ຄວາມ​ຮູ້ສຶກ​ຜິດ​ນັ້ນ​ເອງ, ​​ເຊັ່ນ​ດຽວ​ກັບ ​ໂຄຣິຫໍ ຜູ້​ຊຶ່ງ​ໃນ​ທີ່​ສຸດ ​ໄດ້​ຍອມຮັບ​ວ່າ, “ຂ້າພະ​ເຈົ້າຮູ້​ຢູ່​ຕະຫລອດ​ວ່າ ມັນ​ມີ​ພຣະ​ເຈົ້າ” (​ແອວ​ມາ 30:52). ໂຄຣິຫໍ ​ເກັ່ງກ້າ​ທີ່​ສຸດໃນ​ການຫລອກ​ລວງຄົນ ຈົນ​ວ່າ​ລາວ​​ໄດ້​ເຊື່ອ​ຄວາມ​ຕົວ​ະຂອງ​ລາວ​ເອງ (ເບິ່ງ ​ແອວ​ມາ 30:53).

ຄົນ​ທີ່​ໝິ່ນປະໝາດ​ມັກ​ຈະ​ກ່າວ​ຫາ​ສາດສະດາ​ວ່າ ບໍ່​ທັນ​ສະ​ໄໝ ຫລື ບໍ່​ຍອມ​ປ່ຽນ. ​ເຂົາ​ພະຍາຍາມ​ຊັກ​ຊວນ ​ແລະ ກົດ​ດັນ​ສາດສະໜາ​ຈັກ​ໃຫ້​ຫລຸດມາດຕະຖານ​ຂອງ​ພຣະ​ເຈົ້າລົງ​ໄປ​ຫາ​ລະດັບ​ການ​ປະພຶດ​ທີ່​ບໍ່​ເໝາະ​ສົມ​ຂອງ​ເຂົາ​, ດັ່ງ​ທີ່​ແອວ​ເດີ ນຽວ ​ເອ ​ແມ໊ກສະ​ແວວ ​ໄດ້​ກ່າວ​ໄວ້​ວ່າ ​ເຂົາຈະ “ພັດທະນາ​ຄວາມ​ພໍ​ໃຈ​ຂອງ​ຕົນ​ເອງ, ​​ແທນ​ທີ່​ຈະ​ພັດທະນາ​ຕົນ​ເອງ”3 ​ ແລະ ການກັບ​ໃຈ. ການ​ຫລຸດ​ມາດຕະຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າລົງ​​ໄປຫາລະດັບ​ການ​ປະພຶດ​ທີ່​ບໍ່​ເໝາະ​ສົມ​ຂອງ​ສັງຄົມ ​ເປັນ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ສາດສະໜາ​ຈັກ​ຫລາຍ​ແຫ່ງ​ໃນ​ບັນດາ​ຊາວ​ນີ​ໄຟ ຫລັງ​ຈາກ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ມາ​ຢ້ຽມຢາມ​ເຂົາ, ​ໄດ້​ເລີ່​ມຕົ້ນປັບຄຳ​ສອນ​ໃຫ້ “ງ່າຍ​ຂຶ້ນ”, ຕາມສັບ​ທີ່​ແອວ​ເດີ ຮໍ​ແລນ ​​ໃຊ້ກ່າວ.4

ໃນ​ຂະນະ​ທີ່​ທ່ານ​ຟັງ​ຂໍ້ຄວາມ​ດັ່ງ​ຕໍ່​ໄປ​ນີ້ ຈາກ ນີ​ໄຟສະບັບ​ທີ 4, ຂໍ​ໃຫ້​ທ່ານ​ໄຕ່ຕອງ​ວ່າ ມັນ​ເປັນ​ຄື​ກັບ​ສະ​ໄໝ​ຂອງ​ເຮົາ​ແນວ​ໃດ: “ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ສອງ​ຮ້ອຍ​ສິບປີຜ່ານ​ໄປ ກໍ​ໄດ້​ມີ​ສາດສະໜາ​ຈັກ​ຢູ່​ຫລາຍ​ແຫ່ງ​ໃນ​ແຜ່ນດິນ; ແທ້​ຈິງ​ແລ້ວ, ມີ​ຫລາຍ​ສາດສະໜາຈັກ​ ຊຶ່ງອ້າງ​ວ່າ​ຕົນ​ຮູ້ຈັກ​ພຣະ​ຄຣິດ, ແຕ່​ພວກ​ເຂົາ​ໄດ້​ປະຕິ​ເສດ​ພຣະ​ກິດ​ຕິ​ຄຸນ​ສ່ວນ​ໃຫຍ່​ຂອງ​ພຣະ​ອົງ, ເຖິງ​ຂະໜາດ​ທີ່​ພວກ​ເຂົາ​ໄດ້​ຍອມ​ຮັບ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະການ, ແລະ ໄດ້​ປະຕິບັດ​ສິ່ງ​ທີ່​ສັກສິດ​ແກ່​ຄົນ​ທີ່​ຖືກ​ຫ້າມ​ເພາະ​ຄວາມ​ບໍ່​ມີ​ຄ່າ​ຄວນ” (4 ນີ​ໄຟ 1:27).

ສິ່ງ​ດັ່ງກ່າວ​ກໍ​ພວມ​ເກີດ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍນີ້! ສະມາຊິກ​ບາງ​ຄົນ ບໍ່​ຮູ້ສຶກ​ຕົວ​ວ່າ ຕົນ​ເອງ​ກຳລັງ​ຖືກ​ແຮ້ວ​ອັນ​ດຽວ​ກັນນັ້ນ ​ເມື່ອ​ເຂົາ​ພະຍາຍາມ​ເຮັດ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ບັນພະບຸລຸດ​ຂອງ​ເຂົາ ຊຶ່ງບໍ່​ສອດຄ່ອງ​ກັບ​ ພຣະກິດ​ຕິ​ຄຸນ (ເບິ່ງ D&C 93:39). ບາງ​ຄົນ​ກໍ​ຫລອກ​ຕົນ​ເອງ ​ແລະ ບໍ່​ຍອມຮັບ, ​ໄດ້​ອ້ອນວອນ ​ແລະ ສັ່ງ​ໃຫ້​ອະທິການ​ຫລຸດ​ມາດຕະຖານ​ລົງ ​ເລື່ອງ​ໃບຮັບ​ຮອງ​ເຂົ້າພຣະວິຫານ, ການ​ເຊັນ​ຮັບຮອງ​ເຂົ້າ​ໂຮງຮຽນ, ຫລື ການສະ​ເໜີ​ໄປ​ສອນ​ສາດສະໜາ. ມັນ​ບໍ່​ເປັນ​ເລື່ອງ​ງ່າຍ​ສຳລັບ​ອະທິການ​ທີ່​​ໄດ້​ຮັບ​ຄວາມ​ກົດ​ດັນ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຊັ່ນ​ດຽວ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຜູ້​ໄດ້​ຊຳລະ​ພຣະວິຫານ ​ເພື່ອ​ປົກ​ປ້ອງ​ຄວາມ​ສັກສິດ​ຂອງ​ມັນ (ເບິ່ງ ໂຢຮັນ 2:15–16), ປະຈຸ​ບັນ​ນີ້ ອະທິການ​ຖືກ​ເອີ້ນ​ໃຫ້​ປົກ​ປ້ອງ​ມາດຕະຖານ​ຂອງ​ພຣະວິຫານ​ດ້ວຍ​ຄວາມ​ກ້າຫານ. ພຣະຜູ້​ຊ່ອຍ​ໃຫ້ລອດ​ໄດ້​ກ່າວ​ວ່າ ພຣະອົງ​ຈະ​ສະ​ແດງ​ຕົນ​ໃຫ້​ປະຈັກ​ແກ່​ຜູ້​ຄົນ​ຂອງ​ພຣະອົງໃນ​ຄວາມ​ເມດ​ຕາ … ຖ້າຫາກ​ຜູ້​ຄົນ​ຂອງ​ພຣະອົງ​ຈະ​ຮັກສາ​ພຣະ​ບັນ​ຍັດ​ຂອງ​ພຣະອົງ​, ​ແລະ ​ບໍ່​ເຮັດ​ໃຫ້​ບ້ານ​ສັກສິດ​ແຫ່ງ​ນີ້​ຂອງ​ພຣະອົງ​ເປິະ​ເປື້ອນ (ເບິ່ງ D&C 110:7–8).

ພຣະຜູ້​ຊ່ອຍ​ໃຫ້​ລອດ ຜູ້​ຊຶ່ງ​ເປັນ​ແບບຢ່າງ​ທີ່​ດີ​ເລີດ​ຂອງ​ເຮົາ, ​ໄດ້​ຫັນ​ໄປ​ຫາ​ພຣະບິດາ​ຂອງ​ພຣະອົງ​ສະ​ເໝີ. ພຣະອົງ​ຮັກ ​ແລະ ຮັບ​ໃຊ້​ເພື່ອນ​ມະນຸດ​ຂອງ​ພຣະອົງ, ​ໂດຍ​ສະ​ເພາະ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ, ​ແຕ່​ໄດ້​ກ່າວ​ວ່າ, “​ເຮົາ​ບໍ່​ຕ້ອງການ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ” (​ໂຢຮັນ 5:41). ພຣະອົງ​ປະສົງ​ໃຫ້​ຜູ້​ທີ່​ພຣະອົງ​ສິດສອນ ຕິດຕາມ​ພຣະອົງ, ​ແຕ່​ພຣະອົງ​ບໍ່​ໄດ້​ສະ​ແຫວ​ງຫາ​ຄຳ​ສັນລະ​ເສີນ​ຈາກ​ເຂົາ. ​ເມື່ອ​ພຣະອົງ​ໄດ້​ເຮັດ​ຄວາມ​ດີ, ດັ່ງ​ເຊັ່ນ​ການ​ປິ່ນປົວ​ຄົນ​ເຈັບ​ປ່ວຍ, ພຣະອົງ​ມັກ​ຈະ​ຂໍ​ຮ້ອງ​ວ່າ “ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້​ໃດ​ຟັງ” (ມັດ​ທາຍ 8:4; ມາຣະ​ໂກ 7:36; ລູກາ 5:14; 8:56). ໃນ​ພາກສ່ວນ​ໜຶ່ງ, ​ແມ່ນ​ເພື່ອ​ຫລີກ​ເວັ້ນຈາກ​ຄວາມ​ໂດ່​ງດັງທີ່​ຕາມ​ມາ ​ເຖິງ​ແມ່ນ​ພຣະອົງ​ພະຍາຍາມ​ທີ່​ຈະ​ຫລີກ​ເວັ້ນກໍ​ຕາມ (ເບິ່ງ ມັດ​ທາຍ 4:24). ພຣະອົງ​ໄດ້​ກ່າວ​ປະນາມ​ພວກ​ຟາຣີຊາຍ ສຳລັບ​ຄວາມ​ດີ​ທີ່​ພວກ​ເຂົາ​ໄດ້​ເຮັດ​ ​ເພື່ອ​ອ້າງ​ຜູ້ຄົນ (ເບິ່ງ ມັດ​ທາຍ 6:5).

ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເປັນ​ພຽງ​ຜູ້ດຽວ​ເທົ່າ​ນັ້ນທີ່​ດີ​ພ້ອມ ​ໃນ​ບັນດາຜູ້​ຄົນທີ່​ມີ​ຊີວິດ​ຢູ່​ໃນ​ໂລກ, ​ເປັນ​ຜູ້​ທີ່​ກ້າຫານ​ທີ່​ສຸດ. ​ໃນ​ຊີວິດ​ຂອງ​ພຣະອົງ, ພຣະອົງ​ເຄີຍ​ຖືກ​ກ່າວ​ຫາ​ຫລາຍ​ເທື່ອ ​ແຕ່​ບໍ່​ເຄີຍ​ເອົາ​ໃຈ​ໃສ່​ນຳຄົນ​ທີ່​ຊີ້​ມື​ເຍາະ​ເຍີ້​ຍ. ພຣະອົງ​ເປັນ​​ພຽງຜູ້​ດຽວ​ເທົ່າ​ນັ້ນ ທີ່​ບໍ່​ເຄີຍ​ລືມ​ວ່າ​ຈະ​ຫັນ​ໄປ​ທາງ​ໃດ. ພຣະອົງ​ໄດ້​ກ່າວ​ວ່າ​: “ເຮົາ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ [ພຣະບິດາ] ຢູ່​ສະ​ເໝີ” (ໂຢຮັນ 8:29; ​ເນັ້ນຄຳ​ເນີ້ງ), ແລະ “ການ​ຕັດສິນ​ໃຈ​ຂອງ​ເຮົາ​ກໍ​ຍຸດຕິ​ທຳ; ​ເພາະ​ເຮົາ​ບໍ່​ໄດ້​ພະຍາຍາມ​ເຮັດ​ຕາມ​ໃຈ​ຂອງ​ເຮົາ​ເອງ ​ແຕ່​ເຮັດ​ຕາມ​ໃຈ​ຂອງ​ພຣະບິດາ ຜູ້​ທີ່ໄດ້​ໃຊ້​ເຮົາ​ມາ” (ໂຢຮັນ 5:30).

ລະຫວ່າງ 3 ນີ​ໄຟ ບົດ​ທີ 11 ​ແລະ 3 ນີ​ໄຟ ບົດ​ທີ 28, ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​​ໃຊ້​ຄຳ​ວ່າ ພຣະບິດາ ຢ່າງ​ໜ້ອຍ 150 ​ເທື່ອ, ​ເຮັດ​ໃຫ້​ແຈ່ມ​ແຈ້ງ​ຕໍ່​ຊາວ​ນີ​ໄຟ​ວ່າ ພຣະອົງ​ຢູ່​ທີ່​ນັ້ນ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະບິດາ. ​ແລະ​ ຈາກ ​ໂຢຮັນ ບົດ​ທີ 14 ​ເຖິງ 17, ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ເຖິງ​ພຣະບິດາ ຢ່າງ​ໜ້ອຍ 50 ​ເທື່ອ. ​ໃນ​ທຸກ​ວິທີ​ທາງ​ທີ່​ເປັນ​ໄປ​ໄດ້, ພຣະອົງ​ເປັນ​ສາ​ນຸສິດ​ທີ່​ດີ​ພ້ອມ​ຂອງ​ພຣະບິດາ​ຂອງ​ພຣະອົງ. ພຣະອົງ​ເປັນ​ຕົວ​ແທນ​ທີ່​ດີທີ່​ສຸດ​ຂອງພຣະບິດາ​ຂອງ​ພຣະອົງ, ຈົນ​ວ່າ​ການ​ໄດ້ຮູ້ຈັກ​ພຣະຜູ້​ຊ່ອຍ​ໃຫ້​ລອດ ກໍ​ເທົ່າ​ກັບ​ການ​ໄດ້​ຮູ້ຈັກ​ພຣະ​ບິດາ. ການ​ເຫັນ​ພຣະບຸດ ກໍ​ເທົ່າ​ກັບ​ການ​ເຫັນ​ພຣະບິດາ (ເບິ່ງ ​ໂຢຮັນ 14:9). ການ​ໄດ້​ຍິນ​ພຣະບຸດ ກໍ​ເທົ່າ​ກັບ​ການ​ໄດ້​ຍິນ​ພຣະບິດາ (ເບິ່ງ ​ໂຢຮັນ 5:36). ແທ້ໆ​ແລ້ວ, ພຣະອົງ​​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະບິດາ​ຂອງ​ພຣະອົງຈົນ​ແຍກ​ບໍ່​ອອກ. ພຣະບິດາ​ຂອງ​ພຣະອົງ ​ແລະ ພຣະອົງ ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ (ເບິ່ງ ​ໂຢຮັນ 17:21–22). ພຣະອົງ​ຮູ້​ຢ່າງບໍ່​ຜິດ​ພ້ຽນວ່າ ພຣະອົງຄວນ​ຫັນ​ໄປ​ທາງ​ໃດ.

ຕົວຢ່າງ​ທີ່​ດົນ​ໃຈ​ຂອງ​ພຣະອົງ ​ເປັນ​ພະລັງ​ໃຫ້​​ແກ່​ເຮົາ ​ເພື່ອ​ຕ້ານທານ​ກັບ​ຂຸມ​ດັກ​ຂອງ​ຄວາມ​ປະຈົບປະ​ແຈງ ຈາກ​ຄົນ​ອື່ນ ຫລື ຄວາມ​ອວດດີ​ຂອງ​ຕົວ​ເຮົາ​ເອງ. ຂໍ​ໃຫ້​ຕົວຢ່າງ​ຂອງ​ພຣະອົງ​​ຈົ່ງຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ກ້າຫານ​ຂຶ້ນ ທີ່​ຈະ​ບໍ່​ມີ​ຄວາມຢ້ານ​ກົວ ​ຫລື ໝອບ​ຢູ່​ດ້ວຍ​ຄວາມ​ຢ້ານຄຳ​ຂູ່​ເຂັນ. ຂໍ​ໃຫ້​ຕົວຢ່າງ​ຂອງ​ພຣະອົງ​ຈົ່ງ​ດົນ​ໃຈ​ເຮົາ ​ໃຫ້ກ້າວ​ອອກ​ໄປ​ເຮັດ​ຄວາມ​ດີຢ່າງ​ລັບໆ ​ເທົ່າ​ທີ່​ຈະ​​ເປັນ​ໄປ​ໄດ້, ​ແລະ​ ບໍ່​ແມ່ນ​ການສະ​ແຫວງຫາ​ກຽດຕິຍົດ​ຈາກ​ມະນຸດ (ເບິ່ງ D&C 121:35). ແລະ ຂໍ​ໃຫ້​ຕົວຢ່າງ​ທີ່​ຫາ​ອັນ​ປຽບ​ປານ​ບໍ່​ໄດ້​ຂອງ​ພຣະອົງ ຈົ່ງ​ຊ່ອຍ​ເຮົາ​​ໃຫ້ຈື່​ຈຳ​ສະ​ເໝີວ່າ “ພຣະບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ຕົ້ນ” ຄື​ຫຍັງ (ມັດ​ທາຍ 22:38). ​ເມື່ອ​ຄົນ​ອື່ນ​ສັ່ງ​ໃຫ້​​ເຮົາເຫັນ​ດ້ວຍ​ກັບ​ເຂົາໃນ​ການຂັດ​ຂືນພຣະບັນຍັດ​ຂອງ​ພຣະ​ເຈົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ສະ​ເໝີ​ວ່າ ​ເຮົາ​ເປັນ​ສານຸສິດ​ຂອງ​ໃຜ, ​ແລະ ​ເຮົາ​ຄວນ​ຫັນ​ໄປ​ທາງ​ໃດ, ນີ້​ຄື​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. C. S. Lewis, The Screwtape Letters, rev. ed. (1982), 137–38.

  2. Harold B. Lee, in Mine Errand from the Lord: Selections from the Sermons and Writings of Boyd K. Packer (2008), 356.

  3. Neal A. Maxwell, “Repentance,” Ensign, Nov. 1991, 32.

  4. Jeffrey R. Holland, “The Call to Be Christlike,” Ensign, June 2014, 33; Liahona, June 2014, 35.