​2010–2019
ພໍ່​ແມ່: ຄູ​ສອນ​ພຣະ​ກິດ​ຕິ​ຄຸນທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ລູກໆ​ຂອງ​ຕົນ
ຕຸລາ 2014


ພໍ່​ແມ່: ຄູ​ສອນ​ພຣະ​ກິດ​ຕິ​ຄຸນທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ລູກໆ​ຂອງ​ຕົນ

ໃນ​ທີ່​ສຸດ​ແລ້ວ, ບ້ານ​ເປັນ​ສະ​ພາບ​ແວດ​ລ້ອມ​ທີ່​​ເໝາະ​ສົມ​ທີ່​ສຸດ​ສຳ​ລັບ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

ທ່ານເບັນ ຄໍ​ສັນ ​ໄດ້​ກ່າວ​ເຖິງ​ຕົນ​ເອງວ່າ “ຂ້າ​ພະ​ເຈົ້າໄດ້​ເປັນ​ເດັກ​ທີ່​ຮຽນ​ບໍ່​ເກັ່ງ​ທີ່​ສຸດ​ຂອງ​ຊັ້​ນ​ປໍຫ້າ.” ມື້​ໜຶ່ງ ເບັນ​ ໄດ້​ມີ​ການ​ສອບ​ເສັງ​ໃນ​ວິ​ຊາ​ຄະ​ນິດ​ສາດ ດ້ວຍ​ບັນ​ຫາ 30 ຂໍ້​ທີ່​ຕ້ອງ​ຕອບ. ນັກ​ຮຽນ​ຄົນ​ໜຶ່ງ​ຢູ່​ທາງ​ຫລັງ​ລາວ​ໄດ້​ກວດ​ວຽກ​ຂອງ​ລາວ ແລະ ໄດ້​ສົ່ງ​ມັ​ນ​ຄືນ​ໃຫ້​ລາວ. ຄູ​ວິວ​ລຽມ​ສັນ ໄດ້​ເອີ້ນ​ຊື່​ຂອງນັກ​ຮຽນແຕ່​ລະ​ຄົນ​ ໃຫ້​ບອກ​ຄະ​ແນນ​. ໃນ​ທີ່​ສຸດ ນາງ​ກໍ​ໄດ້​ເອີ້ນ​ຊື່​ທ້າວ​ເບັນ. ເພາະ​ຍ້ອມ​ຄວາມ​ອັບ​ອາຍ, ລາວ​ໄດ້​ບອກ​ຄະ​ແນນ​ແຕ່ບໍ່​ແຈ້ງ​ຊັດ. ຄູ​ວິວ​ລຽມ​ສັນ, ໂດຍ​ທີ່ຄິດ​ວ່າ​ລາວ​​ໄດ້​ເວົ້າວ່າ “9” ໄດ້​ຕອບ​ວ່າ​ ສຳ​ລັບ​ທ້າວ​ເບັນ​ແລ້ວ ຄະ​ແນນ 9 ໃນ 30 ນັ້ນ​ເປັນ​ຄວາມ​ກ້າວ​ໜ້າ​ທີ່​ດີ​ຫລາຍ. ນັກ​ຮຽນ​ທີ່​ຢູ່​ທາງ​ຫລັງ​ລາວ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ບໍ່​ແມ່ນເກົ້າ. ລາວ​ຕອບບໍ່​ຖືກ​ຈັກ​ຂໍ້​ເລີຍ.” ທ່ານ​ເບັນ​ໄດ້​ເວົ້າ​ວ່າ​ເພິ່ນ​ຢາກ​ຫາຍຕົວ​ໄປ​ທັນ​ທີ.

ໃນ​ເວ​ລາ​ດຽວ​ກັນ​ນັ້ນ, ໂຊນ​ຍ່າ, ແມ່​ຂອງ​ທ້າວ​ເບັນກໍ​ໄດ້​ປະ​ເຊີນ​ໜ້າ​ກັບ​ອຸ​ປະ​ສັກ​ຂອງ​ນາງ​ເອງ. ນາງ​ໄດ້​ເປັນ​ລູກ​ຄົນ​ໜຶ່ງ​ໃນ​ບັນ​ດາ​ລູກ 24 ຄົນ, ໄດ້​ຮຽນ​ເຖິງ​ພຽງ​ແຕ່​ປໍ​ສາມ, ແລະ ນາງ​ອ່ານ​ໜັງ​ສືບໍ່​ເປັນ. ນາງ​ໄດ້​ແຕ່ງ​ງານ​ຕອນ​ອາ​ຍຸ 13 ປີ, ໄດ້​ຢ່າ​ຮ້າງ, ໄດ້​ລູກ​ຊາຍ​ສອງ​ຄົນ, ແລະ ໄດ້​ລ້ຽງ​ລູກ​ຢູ່ໃນ​ຄຸ້ມ​ທີ່​ມີ​ອັນ​ຕະ​ລາຍ​ຫລາຍ​ທີ່​ສຸດ​ໃນ​ເມືອງ​ດີ​ທະ​ໂຣ້ຍ. ເຖິງ​ຢ່າງ​ໃດ​ກໍ​ດີ, ນາງ​ຍັງ​ກຸ້ມ​ຕົນ​ເອງ​ຫລາຍ ແລະ ໄດ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ​ວ່າ ພ​ຣະ​ເຈົ້າ​ຈະ​ຊ່ອຍ​ເຫລືອ​ນາງ ແລະ ລູກ​ຊາຍ​ຂອງ​ນາງ ຖ້າ​ຫາກ​ເຂົາ​ເຈົ້າ​ເຮັດ​ພາກ​ສ່ວນ​ຂອງ​ຕົນ​.

ມື້​ໜຶ່ງ​ການ​ປ່ຽນ​ແປງ​ໄດ້​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ນາງ ແລະ ລູກ​ຂອງ​ນາງ. ນາງ​ໄດ້​ຮັບ​ຮູ້​ວ່າ​ຜູ້​ຄົນ​ທີ່​ມີ​ຄວາມ​ສຳ​ເລັດ​ຜົນ​ ທີ່​ນາງ​ໄດ້​ທຳ​ຄວາມ​ສະ​ອາດ​ບ້ານ​ໃຫ້​ນັ້ນ ​ໄດ້​ມີ​ຫ້ອງ​ສະ​ໝຸດ—ເຂົາ​ເຈົ້າ​ອ່ານ​ປຶ້ມ. ຫລັງ​ຈາກ​ເຮັດ​ວຽກ​ແລ້ວ​ໆ ນາງ​ໄດ້​ກັບ​ບ້ານ ແລະ ມອດ​ໂທ​ລະ​ພາບ​ທີ່​ທ້າວ​ເບັນ ແລະ ນ້ອງ​ຊາຍ​ຂອງ​ລາວ​ໄດ້​ພາ​ກັນ​ເບິ່ງ​ຢູ່. ນາງ​ໄດ້​ເວົ້າ​ວ່າ: ພວກ​ລູກ​ເບິ່ງ​ໂທ​ລະ​ພາບ​ຫລາຍ​ເກີນ​ໄປ. ຕໍ່​ຈາກນີ້​ໄປ​ ພວກ​ລູກ​ສາ​ມາດ​ເບິ່ງ​ໄດ້​ແຕ່​ສາມ​ລາຍ​ການແຕ່​ລະ​ອາ​ທິດ. ໃນ​ເວ​ລາ​ຫວ່າງ​ຂອງ​ລູກ ລູກ​ຕ້ອງ​ໄປ​ຫໍ​ສະ​ໝຸດ—ອ່ານ​ປຶ້ມ​ສອງ​ຫົວ​ແຕ່​ລະ​ອາ​ທິດ ແລະ ມາ​ລາຍ​ງານ​ແມ່.

ເດັກ​ຊາຍ​ທັງ​ສອງນັ້ນ​ຕົກ​ໃຈ​ຫລາຍ. ທ່ານ​ເບັນໄດ້​ກ່າວ​ວ່າ​ລາວ​ບໍ່​ເຄີຍ​ອ່ານ​ປຶ້ມ​ຈັກ​ເທື່ອ​ຕະ​ຫລອດຊີ​ວິດ​ຂອງ​ລາວ ເວັ້ນ​ເສຍ​ແຕ່​ເມື່ອ​ຖືກ​ຮຽກ​ຮ້ອງ​ໃຫ້​ອ່ານ​ໃນ​ໂຮງ​ຮຽນ. ພວກ​ເຂົາ​ໄດ້​ຕໍ່​ຕ້​ານ, ໄດ້​ຈົ່ມ, ພວກ​ເຂົາ​ໄດ້ຖຽງ​ຄວາມ, ແຕ່​ບໍ່​ເກີດ​ຜົນ​ຫ​ຍັງ​ເລີຍ. ແລ້ວ ທ່ານ​ເບັນ​ຄິດ​ໄດ້​ວ່າ, “ແມ່​ໄດ້​ບອກ​ໃຫ້​ແຈ່ມ​ແຈ້ງ​ເຖິງ​ສິ່ງ​ທີ່​ເພິ່ນ​ໄດ້​ຄາດ​ຫວັງ. ຂ້າ​ພະ​ເຈົ້າບໍ່​ມັກ​ກົດ​ລະ​ບຽບ, ແຕ່​ຄວາມ​ຕັ້ງ​ໃຈ​ຂອງ​ແມ່​ທີ່​ຈະ​ເຫັນ​ພວກ​ເຮົາ​ກ້າວ​ໜ້າ​ ໄດ້​ປ່ຽນ​ແປງ​ເສັ້ນ​ທາງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.”

ແລະ ມັນ​ກໍ​ໄດ້​ກໍ່​ໃຫ້​ເກີດ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນນັ້ນ. ເມື່ອ​ເຖິງ​ຊັ້ນ​ທີ​ເຈັດ ລາວ​ໄດ້​ຮຽນ​ເກັ່ງ​ທີ່​ສຸດ​ໃນ​ຫ້ອງ​ຂອງ​ລາວ. ລາວ​ໄດ້​ໄປ​ຮຽນ​ຕໍ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ແຢວ ດ້ວຍທຶນສຶກ​ສາ, ແລ້ວ​ໄດ້​ໄປ​ຮຽນ​ທີ່​ໂຮງ​ຮຽນ​ການ​ແພດ​ທີ່ ຈອນ​ສ໌ ຮັອບກິນ​ສ໌, ບ່ອນ​ທີ່​ລາວ​ໄດ້​ເປັນ​ຫົວ​ໜ້າ​ຂອງ​ຝ່າຍ​ຜ່າ​ຕັດ​ສະ​ໝອງ​ເດັກ​ຕອນ​ລາວ​ມີ​ອາ​ຍຸ 33 ປີ ແລະ ໄດ້​ມີ​ຊື່​ສຽງ​​ໂດ່ງ​ດັງ​ຕະ​ຫລອດ​ທົ່ວ​ໂລກ. ນັ້ນ​ເປັນ​ໄປ​ໄດ້​ແນວ​ໃດ? ສ່ວນ​ຫລາຍ​ແລ້ວ​ແມ່ນ​ເປັນ​ເພາະ​ແມ່​ຄົນ​ໜຶ່ງ ທີ່​ດ້ອຍ​ໂອ​ກາດ​ຂອງ​ຊີ​ວິດ​ ຜູ້​ທີ່ໄດ້​ຂະ​ຫ​ຍາຍ​ການ​ເອີ້ນ​ຂອງ​ນາງໃນ​ການ​ເປັນ​ແມ່.1

ພຣະ​ຄຳ​ພີ​ກ່າວ​ເຖິງ​ບົດ​ບາດ​ຂອງ​ພໍ່​ແມ່—ວ່າ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ແມ່​ນຈະ​ສັ່ງ​ສອນ​ລູກ​ໆ​ຂອງ​ເຂົ​າ​ເຈົ້າ​ເຖິງ ຄຳ​ສອນ​ເລື່ອງ​ການ​ກັບ​ໃຈ, ສັດ​ທາ​ໃນ​ພຣະຄ​ຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ແລະ ເລື່ອງ​ການ​ບັບ​ຕິ​ສະ​ມາ ແລະ ຮັບຂອງ​ປະ​ທານແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ D&C 68:25).

ໃນ​ບົດ​ບາດ​ຂອ​ງ​ເຮົາ​ໃນການ​ເປັນ​ພໍ່​ແມ່ ເຮົາ​ຕ້ອງ​ເປັນ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ຕົວ​ຢ່າງ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ລູກໆ​ຂອງ​ເຮົາ—ບໍ່​ແມ່ນ​ອະ​ທິ​ການ, ໂຮງ​ຮ​ຽນ​ວັນ​ອາ​ທິດ, ອົງ​ການ​ຍິງ​ໜຸ່ມ ຫລື ຊາຍ​ໜຸ່ມ, ແຕ່​ຕ້ອງ​ເປັນ​ພໍ່​ແມ່. ໃນ​ຖາ​ນະ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ສຳ​ຄັນ​ທີ່​ສຸດ, ເຮົາ​ສາ​ມາດ​ສອນ​ເຖິງ​ອຳ​ນາດ ແລະ ຄວາມ​ເປັນ​ຈິງ​ຂອງ​ການ​ຊົດ​ໃຊ້—ເຖິງເອ​ກະ​ລັກ ແລະ ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຂົາ—ແລະ ໂດຍ​ການ​ເຮັດ​ສິ່ງນີ້​ ເຮົາ​ໃຫ້​ເຂົາ​ເຈົ້າ​ມີຮາກ​ຖານ​ທີ່​ໝັ້ນ​ຄົງ ບ່ອນ​ທີ່​ພວກ​ເຂົາ​ຈະ​ສ້າງ​ຢູ່​ເທິງນັ້ນ. ໃນ​ທີ່​ສຸດ​ແລ້ວ, ບ້ານ​ເປັນ​ສະ​ພາບ​ແວດ​ລ້ອມ​ທີ່​​ເໝາະ​ສົມ​ທີ່​ສຸດ​ສຳ​ລັບ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

ເກືອບ​ໜຶ່ງ​ປີ​ກ່ອນ ຂ້າ​ພະ​ເຈົ້າ​ຖືກມອບ​ໝາຍ​ໃຫ້ເດີນ​ທາງ​ໄປ ເບ​ຣູດ ປະ​ເທດ​ເລ​ບາ​ນອນ​. ຕອນ​ຢູ່​ທີ່ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເດັກ​ຍິງ​ອາ​ຍຸ 12 ປີ ຊື່​ແຊວ​​ຣ່າ. ພໍ່​ແມ່ ແລະ ອ້າຍ​ເອື້ອຍ​ນ້ອງ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໄສ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃນ​ປະ​ເທດ ໂຣ​ເມນ​ເນຍ ແຕ່​ຖືກ​ຮຽກ​ຮ້ອງ​ໃຫ້​ກັບ​ໄປ​ບ້ານ​ເກີດ​ເມືອງນອນ ເມື່ອ​ນາງ​ແຊວ​​ຣ່າ​ ມີ​ອາ​ຍຸ​ເຈັດ​ປີ. ໃນ​ບ້ານ​ເກີດ​ເມືອງນອນ​ຂອງ​ເຂົາ​ເຈົ້າ​ບໍ່​ມີ​ໂບດ​ເລີຍ, ບໍ່​ມີ​ໜ່ວຍ​ໃດໆ, ບໍ່​ມີ​ໂຮງ​ຮຽນ​ວັນ​ອາ​ທິດ, ຫລື ​ໂຄງການ​ຍິງ​ໜຸ່ມ. ຫລັງ​ຈາກ​ຫ້າ​ປີ ຄອບ​ຄົວ​ນີ້​ໄດ້​ຮຽນ​ຮູ້​ເຖິງ​ສາ​ຂາ​ໃນ​ເມືອງ​ເບ​ຣູດ ແລະ ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຖິງ ໄດ້​ສົ່ງນາງ​ແຊວ​ຣ່າ ລູກ​ສາວອາ​ຍຸ 12 ປີຂອງ​ເຂົາ​ເຈົ້າ, ພ້ອມ​ດ້ວຍ​ອ້າຍ​ເອື້ອຍມາ, ເພື່ອຮັບ​ບັບ​ຕິ​ສະ​ມາ. ຕອນ​ຢູ່​ທີ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ປາ​ໄສ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ. ນາງ​ແຊວ​ຣ່າ ຍົກ​ມື​ຂຶ້ນ​ເລື້ອຍໆ ແລະ ໄດ້​ຕອບ​ຄຳ​ຖາມ​ຕ່າງໆ.

ຫລັງ​ຈາກກອງ​ປະ​ຊຸມ​ຈົບ​ລົງ, ແລະ ໂດຍ​ທີ່​ຮູ້​ວ່າ ຈາກ​ການ​ຕິດ​ຕໍ່ກັບ​ສາດ​ສະ​ໜາ​ຈັກ​ພຽງນ້ອຍ​ເທື່ອ, ນາງ​ໄດ້​ເຂົ້າ​ໄປ​ຫານາງ ແລະ ໄດ້​ຖາມ​ວ່າ, “ແຊວ​ຣ່າ, ເຈົ້າ​ຮູ້​ຄຳ​ຕອບ​ຕໍ່​ຄຳ​ຖາມເຫລົ່າ​ນັ້ນ​ໄດ້​ແນວ​ໃດ? ນາງ​ໄດ້​ຕອບ​ໃນ​ທັນ​ທີ​ວ່າ, “ແມ່​ຂອງ​ຂ້າ​ນ້ອຍ​ໄດ້​ສອນ​ຂ້າ​ນ້ອຍ.” ເຂົາ​ເຈົ້າ​ບໍ່​​ມີ​ສາດ​ສະ​ໜາ​ຈັກ​ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ, ແຕ່​ເຂົາ​ເຈົ້າ​ມີ​ພຣະ​ກິດຕິ​ຄຸນ​ຢູ່​ໃນ​ບ້ານ. ແມ່​ຂອງ​ນາງ ໄດ້​ເປັນ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ສຳ​ຄັນ​ທີ່​ສຸດຂອງ​ນາງ.

ເອ​ໂນດ​ໄດ້​ຂຽນ​ວ່າ, “ຄຳ​ເວົ້າ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກບິ​ດາເລື້ອຍໆ ກ່ຽວ​ກັບ​ຊີ​ວິດ​ນິ​ລັນ​ດອນ, ແລະ ຄວາມ​ສຸກ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ໄດ້​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ (ເອ​ໂນ​ດ 1:3). ບໍ່​ຄວນສົງ​ໄສ​ເລີຍ​ວ່າໃຜ​ເປັນຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງເອ​ໂນດ​.

ຂ້າ​ພະ​ເຈົ້າ​ຈື່ຈຳພາບ​ຕອນ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ນອນ​ຢູ່​ຢ່າງ​ສະ​ບາຍ​ໃກ້​ເຕົາ​ຝິງ​ໄຟ ອ່ານ​ພຣະ​ຄຳ​ພີ ແລະ ໜັງ​ສືທີ່​ດີ​ຫລາຍ​ຢ່າງ, ແລະ ຂ້າ​ພະ​ເຈົ້າ​ຈະ​ໄປ​ນອນ​ຄຽງ​ຂ້າ​ງ​ເພິ່ນ. ຂ້າ​ພະ​ເຈົ້າ​​ຈື່ຈຳ​ເຈ້ຍ​ນ້ອຍ​ທີ່​ເພິ່ນ​ເກັບ​ໄວ້​ໃນ​ຖົງ​ເສື້ອ ທີ່​ມີ​ຂໍ້​ຄຳຈາກພຣະ​ຄຳ​ພີ ແລະ ​ເຊັກ​ສະ​ເປຍ ແລະ ຄຳ​ສັບ​ໃໝ່​ທີ່​ເພິ່ນ​ຈະ​ທ່ອງ​ຈຳ ແລະ ຮຽນ​ຮູ້. ຂ້າ​ພະ​ເຈົ້າ​​ຈື່ຈຳ​ຄຳ​ຖາມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ ແລະ ການ​ສົນ​ທະ​ນາ​ຕ່າງໆ​ທີ່​ໂຕະ​ກິນ​ເຂົ້າ. ຂ້າ​ພະ​ເຈົ້າ​​ຈື່ຈຳເວ​ລາ​ຫລາຍໆ​ເທື່ອ​ທີ່​ພໍ່​ໄດ້​ພາ​ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ​ຜູ້​ສູງ​ອາ​ຍຸ—ຕອນ​ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ແວະ​ໄປ​ຊື້​ກະ​ແລ້ມ​ໃຫ້ຄົນ​ໃດ​ຄົນ​ໜຶ່ງ ຫລື ອາ​ຫານ​ຄ່ຳ​ໃຫ້​ອີກຄົນ​ໜຶ່ງ ຫລື ການ​ຈັບ​ມືທີ່​ມີ​ເງິນ​ຊ້ອນ​ຢູ່​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ. ຂ້າ​ພະ​ເຈົ້າ​​ຈື່ຈຳ​ຄວາມ​ຮູ້​ສຶກ​ດີໆ​ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຢາກ​ເປັນ​ຄື​ເພິ່ນ.

ຂ້າ​ພະ​ເຈົ້າຈື່​ຈຳ​ແມ່​ຂອງ​ຂ້າ​ພະ​ເຈົ້າ, ອາ​ຍຸ 90 ປີ​ປາຍ, ຄົວ​ກິນ​ໃນ​​ເຮືອນຄົວ​ຂອງ​ເພິ່ນ ແລະ ແລ້ວອອກ​ຈາກ​ຫ້ອງນັ້ນ​ໄປ​ພ້ອມ​ກັບ​ຖາດ​ອາ​ຫານ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ແມ່​ວ່າ​ເພິ່ນ​ຈະ​ໄປ​ໃສ. ແມ່​ໄດ້​ຕອບ​ວ່າ, “ໂອ້, ແມ່​ຈະ​ເອົາ​ອາ​ຫານ​ໄປ​ໃຫ້ຜູ້​ທີ່​ສູງ​ອາ​ຍຸ.” ຂ້າ​ພະ​ເຈົ້າ​ໄດ້​ຄິດ​ໃນ​ໃຈ​ວ່າ, “ແມ່​ເອີຍ, ແມ່​ຫັ້ນແຫ​ລະ​ເປັນ​ຜູ້​ສູງ​ອາ​ຍຸ.” ຂ້າ​ພະ​ເຈົ້າ​ຈະບໍ່​ສາ​ມາດ​ກ່າວ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຢ່າງ​ພຽງ​ພໍ​ສຳ​ລັບ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ ຜູ້​ທີ່​ໄດ້​ເປັນ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ດີ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ.

ສິ່ງໜຶ່ງ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ທີ່ສຸດ​ທີ່ເຮົາ​ສາ​ມາດ​ເຮັດ​ໄດ້ ໃນ​ຖາ​ນະ​ພໍ່​ແມ່ ຄື​ການ​ສອນ​ລູກໆ​ຂອງ​ເຮົາ​ເຖິງ​ອຳ​ນາດ​ຂອງ​ການ​ອະ​ທິ​ຖານ, ບໍ່​ພຽງ​ແຕ່​ການ​ອະ​ທິ​ຖານທີ່​ຊ້ຳ​ຊາກ​ທຳ​ມະ​ດາເທົ່າ​ນັ້ນ. ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 17 ປີ, ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ​ໃກ້​ຕຽງ​ເພື່ອອະ​ທິ​ຖານ​ກ່ອນ​ເຂົ້າ​ນອນ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮູ້​ວ່າ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຢືນ​ຢູ່​ທີ່​ປະ​ຕູ. ເມື່ອ​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ສຸດ​ແລ້ວ, ແມ່​ໄດ້​ເວົ້າ​ວ່າ, “ແທດ, ລູກ​ກຳ​ລັງ​ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ອຍ​ລູກ​ຊອກ​ຫາ​ພັນ​ລະ​ຍາ​ທີ່​ດີ​ບໍ?”

ຄຳ​ຖາມ​ຂອງ​ແມ່​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕົກ​ໃຈ. ນັ້ນ​ເປັນ​ສິ່ງ​ທີ່​ຫ່າງ​ໄກ​ຈາກ​ຄວາມ​ນຶກ​ຄິດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ກຳ​ລັງ​ຄິດ​ເຖິງ​ເລື່ອງ​ບາ​ສະ​ເກັດ​ບານ ແລະ ໂຮງ​ຮຽນ​ຢູ່. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຕອບ​ວ່າ, “ບໍ່,” ແລະ ແມ່​ກໍ​ໄດ້​ຕອບ​ວ່າ, “ເອີ, ລູກ​ຄວນ​ທູນ​ຂໍ; ມັນ​ຈະ​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ລູກ.” ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ມີ​ອິດ​ທິ​ພົນ​ຫລາຍ​ທີ່​ສຸດ​ໃນ​ຈິດ​ໃຈ ແລະ ຄວາມ​ນຶກ​ຄິດ​ຂອງຂ້າ​ພະ​ເຈົ້າ, ແລະ ຫລັງ​ຈາກນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ທູນ​ຂໍ​ໃຫ້​ພ​ຣະ​ເຈົ້າ​ຊ່ອຍ​ຂ້າ​ພະ​ເຈົ້າ​ຊອກ​ຫາ​ພັນ​ລະ​ຍາ​ທີ່​ດີ. ແລະ ໂອ້, ພຣະ​ອົງ​ກໍ​ໄດ້​ໃຫ້​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ນັ້ນ​ແທ້ໆ.

ໃນ​ຖາ​ນະ​ພໍ່​ແມ່, ເຮົາ​ສ​າ​ມາດ​ສອນ​ລູກໆ​ຂອງ​ເຮົາ​ໃຫ້​ອະ​ທິ​ຖານ ທູນ​ຂໍ​ສິ່ງ​ທີ່​ມີ​ຜົນ​ນິ​ລັນ​ດອນ—ອະ​ທິ​ຖານ​ທູນຂໍ​ຄວາມ​ເຂັ້ມ​ແຂງ ທີ່​ຈະຮັກ​ສາ​ກົດ​ພົມ​ມະ​ຈັນ ຢູ່​ໃນ​ໂລກ​ທີ່​ທ້າ​ທາຍ​ຫລາຍ​ທີ່​ສຸດ, ທີ່​ຈະ​ເຊື່ອ​ຟັງ, ແລະ ໃຫ້​ມີ​ຄວາມ​ສາ​ມາດ​ທີ່​ຈະ​ປົກ​ປ້ອງຄວາມຖືກ​ຕ້ອງ.

ແນ່ນອນ​ວ່າ ຊາວ​ໜຸ່ມ​ທັງ​ຫລາຍກ່າວ​ອະ​ທິ​ຖານ​ທຸກໆ​ຄືນ, ແຕ່​ບາງ​ທີ​ຫລາຍ​ຄົນ​ກໍ​ມີ​ບັນ​ຫາ​ນຳ​ນິ​ໄສ​ຂອງ​ການ​ອະ​ທິ​ຖານ​ສ່ວນ​ຕົວ​ໃນ​ຕອນ​ເຊົ້າ. ໃນ​ຖາ​ນະ​ພໍ່​ແມ່, ຄູ​ສອນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພວກ​ເຂົາ, ເຮົາ​ສາ​ມາດ​ແກ້​ໄຂ​ບັນ​ຫານີ້​ໄດ້. ມີ​ພໍ່​ແມ່​ຄົນ​ໃດ​ແດ່​ໃນ​ຍຸກ​ສະ​ໄໝພຣະ​ຄຳ​ພີ​ມໍ​ມອນຈະ​ປ່ອຍ​ໃຫ້​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ກ້າວ​ອອກ​ໄປ​ສູ່​ການ​ສູ້​ຮົບ ປາດ​ສະ​ຈາກ​ແຜ່ນ​ປົກເອິກ ແລະ ໂລ່ ແລະ ດາບ ເພື່ອ​ປົກ​ປ້ອງ​ພວກ​ເຂົາ​ຕໍ່​ຕ້ານ​ກັບ​ການ​ໂຈມ​ຕີຂອງ​ສັດ​ຕູບໍ? ແຕ່​ມີ​ໃຜ​ຈັກ​ຄົນ​ໃນ​ພວກ​ເຮົາແດ່ ​ທີ່​ປ່ອຍ​ໃຫ້​ລູກໆ​ຂອງ​ເຮົາອອກ​ຈາກ​ບ້ານ​ຂອງ​ເຮົາ​ໄປ ​​ສູ່ການ​ສູ້​ຮົບ​ທີ່​ອັນ​ຕະ​ລາຍ​ຫລາຍ​ທີ່​ສຸດ, ໄປ​ປະ​ເຊີນ​ໜ້າ​ກັບ​ຊາ​ຕານ, ແລະ ການ​ລໍ້​ລວງ​ຢ່າງ​ຫລວງ​ຫລາຍຂອງ​ມັນ, ໂດຍບໍ່​ມີ​ແຜ່ນ​ປົກ​ເອິກ, ແລະ ໂລ່ ແລະ ດາບ ທີ່​ມາ​ຈາກ​ອຳ​ນາດ​ທີ່​ປົກ​ປ້ອງ​ຂອງ​ການ​ອະ​ທິ​ຖານ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ເຮົາ​ຄວນ​​ອະ​ທິ​ຖານ​ສະ​ເໝີ​, … ເພື່ອ​ວ່າ​ເຮົາ​ຈະ​ເອົາ​ຊະ​ນະ​ຊາ​ຕານ (ເບິ່ງ D&C 10:5). ໃນ​ຖາ​ນະ​ພໍ່​ແມ່ ເຮົາ​ສາ​ມາດຊ່ອຍ​ສ້າງ​ຕັ້ງ​ນິ​ໄສ ແລະ ອຳ​ນາດ​ຂອງ​ການ​ອະ​ທິ​ຖານ​ໃນ​ຕົວ​ຂອງ​ລູກໆ​ຂອງ​ເຮົາ.

ເຮົາ​ສາ​ມາດ​ສັ່ງ​ສອນ​ລູກໆ​ຂອງ​ເຮົາ​ໃຫ້​ໃຊ້​ເວ​ລາ​ຂອງ​ພວກ​ເຂົາ​ໃຫ້​ສະ​ຫລາດ​ນຳ​ອີກ. ບາງ​ເທື່ອ, ເໝືອນ​ດັ່ງ ໂຊນ​ຍ່າ ຄໍ​ສັນ, ເຮົາ​ຈຳ​ເປັນ​ຕ້ອງບັງ​ຄັບຢ່າງ​ແນ່ວ​ແນ່​ແຕ່​ດ້ວຍ​ຄວາມ​ຮັກ ເພື່ອ​ຈຳ​ກັດ​ເວ​ລາທີ່​ລູກໆ​ຂອງ​ເຮົາ​ເບິ່ງ​ໂທ​ລະ​ພາບ ແລະ ຫລິ້ນເຄື່ອງ​ເອ​ເລັກ​ໂທ​ນິກ​ຕ່າງໆ, ທີ່​ໃນ​ຫລາ​ຍໆ​ກໍ​ລະ​ນີ​ແລ້ວ ເຮັດ​ໃຫ້​ພວກ​ເຂົາ​ເສຍ​ເວ​ລາ​ໄປ​ລ້າໆ. ກົງ​ກັນ​ຂ້າມ ເຮົາ​ອາດ​ຈຳ​ເປັນ​ຕ້ອງ​ຊີ້​ນຳ​ພວກ​ເຂົາ​ໃຫ້ໃຊ້​ເວ​ລາ​ເຮັດ​ສິ່​ງ​ທີ່​ມີ​ປະ​ໂຫຍດ​ຫລາຍ ກວ່າ ດັ່ງ​ເຊັ່ນກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ພຣະ​ກິດ​ຕິ​ຄຸນ. ອາດ​ຈະ​ມີ​ການ​ຕໍ່​ຕ້ານ​ໃນ​ຕອນ​ຕົ້ນ, ດັ່ງ​ການ​ຈົ່ມ​ວ່າ, ແຕ່ ເໝືອນ​ດັ່ງ ໂຊນ​ຍ່າ ຄໍ​ສັນ, ເຮົາ​ຕ້ອງມີ​ຄວາມ​ເຂົ້າ​ໃຈ​ຜົນ​ກະ​ທົບ​ທີ່​ມັນ​ຈະ​ມີ​ມາໃນ​ອະ​ນາ​ຄົດ ແລະ ຢຶດ​ໝັ້ນ​ຢູ່​ໃນ​ອຸ​ດົມ​ການ​ນັ້ນ. ມື້​ໃດ​ມື້​ໜຶ່ງ​ລູກໆ​ຂອງ​ເຮົາ​ຈະ​ເຂົ້າ​ໃຈ ແລະ ຮູ້​ສຶກ​ບຸນ​ຄຸນ​ຕໍ່​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ລົງ​ໄປ. ຖ້າ​ເຮົາ​ບໍ່​ເຮັດ​ສິ່ງ​ນີ້, ແລ້ວ​ໃຜ​ຈະ​ເຮັດ​?

ເຮົາ​ອາດ​ຖາມ​ຕົວ​ເອງວ່າ: ລູກໆ​ຂອງ​ເຮົາ​ໄດ້​ຮັບ​ຄວາມ​ພະ​ຍາ​ຍາມ​ທີ່​ດີ​ທີ່ສຸດຂອງ​ເຮົາ ​​ທາງວິນ​ຍານ, ສະ​ຕິ​ປັນ​ຍາ, ແລະ ຄວາມ​ຊ່າງ​ຄິດ​ປະ​ດິດ​ແຕ່ງ, ຫລື ວ່າ​ພວກ​ເຂົາ​ໄດ້​ຮັບ​ພຽງ​ແຕ່​ເວ​ລາ ແລະ ພອນ​ສະ​ຫວັນ ຂອງ​ເຮົາທີ່ເຫລືອ​ຢູ່​, ຫລັງ​ຈາກ​ເຮົາ​ໄດ້​ມອບທັງ​ໝົດ​ໃຫ້​ແກ່ການ​ເອີ້ນ​ຂອງ​ເຮົາ​ໃນ​ສ​າດ​ສະ​ໜາ​ຈັກ ຫລື ການສະ​ແຫວງຫາ​ທາງ​ອາ​ຊີບ​ຂອງ​ເຮົາ? ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ບໍ່​ຮູ້ ຖ້າ​ຫາ​ກວ່າ​ນາມ​ມະ​ຍົດ ດັ່ງ​ເຊັ່ນ ອະ​ທິ​ການ ຫລື ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ຄົງ​ຢູ່, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ນາມ​ມະ​ຍົດ​ຂອງ​ສາ​ມີ ແລະ ພັນ​ລະ​ຍາ, ພໍ່ ແລະ ແມ່​ນັ້ນ, ຈະ​ມີ​ຢູ່​ຕໍ່​ໄປ ແລະ ຈະ​ໄດ້​ຮັບ​ການ​ເຄົາ​ລົບ​ນັບ​ຖື ຕະ​ຫລອດ​ໄປ​ເປັນ​ນິດ. ນັ້ນ​ຄື​ເຫດ​ຜົນ​ໜຶ່ງ​ທີ່​ວ່າ​ມັນ​ຈຶ່ງ​ສຳ​ຄັນ​ຫລາຍ​ທີ່​ສຸດ ທີ່​ຈະ​ໃຫ້​ກຽດ​ໜ້າ​ທີ່​ຮັບ​ຜິດ​ຊອບຂອງ​ເຮົາ ໃນ​ຖາ​ນະ​ພໍ່​ແມ່​ຢູ່​ເທິງ​ໂລກນີ້ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຕຽມ​ພ້ອມ​ສຳ​ລັບ​ໜ້າ​ທີ່​ທີ່​ຍິ່ງ​ໃຫ​ຍ່​ໄປ​ກ່​ວານີ້, ແຕ່​ຄ້າຍ​ຄື​ກັນ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ.

​ໃນ​ຖາ​ນະ​ພໍ່​ແມ່, ເຮົາ​ສາ​ມາດ​ກ້າວ​ໄປ​ໜ້າ​ດ້ວຍ​ຄວາມ​ຮັບ​ຮອງ​​ວ່າພ​ຣະ​ເຈົ້າ​ຈະ​ບໍ່​ປ່ອຍ​ໃຫ້​ເຮົາ​ຢູ່​ຕາມ​ລຳ​ພັງ. ພຣະ​ເຈົ້າ​ບໍ່​ເຄີຍມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ເຮົາ ໂດຍ​ທີ່ບໍ່​ປະ​ທານ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະ​ຫວັນ—ເຖິງ​ສິ່ງນີ້​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໄດ້. ໃນ​ບົດ​ບາດແຫ່ງ​ສະ​ຫວັນ​ຂອງ​ການ​ເປັນ​ພໍ່​ແມ່, ແລະ ເປັນ​ຮຸ້ນ​ສ່ວນ​ກັບ​ພຣະ​ເຈົ້າ, ຂໍ​ໃຫ້​ເຮົາກາຍ​ເປັນ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ​ຕົວ​ຢ່າງທີ່​ສຳ​ຄັນທີ່​ສຸດ​ສຳ​ລັບ​ລູກໆ​ຂອງ​ເຮົາ, ​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ​ເບິ່ງ Ben Carson, Gifted Hands: The Ben Carson Story (1990).