​2010–2019
ສິນ​ລະ​ລຶກ ​ແລະ ການ​ຊົດ​ໃຊ້
ຕຸລາ 2014


ສິນ​ລະ​ລຶກ ​ແລະ ການ​ຊົດ​ໃຊ້

ພິທີສິນ​ລະ​ລຶກຕ້ອງ​ບໍລິສຸດ ​ແລະ ສັກສິດ​ຫລາຍ​ກວ່າ​ເກົ່າສຳລັບ​ເຮົາ.

ໃນ​​ຕອນ​ແລງ​ກ່ອນ​ສວນ​ເຄັ​ດ​ເຊ​ມາ​ເນ ​ແລະ ຄາ​ວາລີ, ພຣະ​ເຢຊູ​​ໄດ້​ເຕົ້າ​ໂຮມ​ອັກຄະ​ສາວົກ​ຂອງ​ພຣະອົງ​​ເປັນ​ເທື່ອ​ສຸດ​ທ້າຍ​ ​ເພື່ອ​ນະມັດ​ສະການ. ສະຖານ​ທີ່​ນັ້ນ ​ແມ່ນ​ຢູ່​ຊັ້ນ​ເທິງ​​ໃນ​ເຮືອນ​ຂອງ​ອັກຄະ​ສາວົກ​ຄົນ​ໜຶ່ງ, ​ແລະ ​ເປັນ​ເທດສະການ​ບຸນ​ປັດ​ສະ​ຄາ.1

ຢູ່​ຕໍ່ໜ້າ​ເຂົາ​ເຈົ້າມີ​ອາຫານ​ສຳລັບ​ງານ​ປັດ​ສະ​ຄາ, ປະກອບ​ດ້ວຍ​ຊີ້ນ​ແກະ, ​ເຫລົ້າ​ແວງ, ​ແລະ ​ເຂົ້າຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ, ​ເປັນ​ສັນຍາ​ລັກ​ເຖິງ​ຄວາມ​ລອດ​ໃນ​ອາ​ດີດ​ຂອງ​ຊາວ​ອິດສະຣາ​ເອນ ຈາກ​ການ​ເປັນ​ຂ້າ​ທາດ ​ແລະ ການ​ຖືກ​ຂ້າ2 ແລະ ​ເຖິງ​ການ​ໄຖ່​ທີ່​ຍັງ​ບໍ່​ທັນ​ມາ​ເຖິງ.3 ໃນ​ທ້າຍ​ງານ​ລ້ຽງ, ພຣະ​ເຢຊູ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນມາ, ​ໄດ້​ຂອບ​ພຣະຄຸນ ​ແລະ ຫັກ​ເຂົ້າຈີ່ນັ້ນ,4 ​ແລ້ວ ​ໄດ້​ຍື່ນ​ໃຫ້​ພວກ​ສາວົກ ​ໂດຍ​ກ່າວ​ວ່າ, “ຈົ່ງ​ຮັບ​ກິນ​ເຖີດ.”5 “ນີ້​ແຫລະ​ແມ່ນ​ກາຍ​ຂອງ​ເຮົາ ຊຶ່ງ​ເປັນ​ທີ່​ປະທານ​ໃຫ້​ສຳລັບ​ເຈົ້າທັງຫລາຍ: ຈົ່ງ​ເຮັດ​ຢ່າງ​ນີ້​​ໃຫ້​ເປັນ​ທີ່​ລະ​ນຶກ​ເຖິງ​ເຮົາ.”6 ໃນ​ວິ​ທີ​ດຽວ​ກັນ, ພຣະອົງ​ໄດ້​ຈັບ​ຈອກ​ເຫລົ້າ​ແວງ​ຂຶ້ນມາ, ໄດ້​ຂອບ​ພຣະຄຸນ ​ແລະ ຍື່ນ​ມັນ​ໃຫ້​ທຸກ​ຄົນ​ດື່ມ, ​ໂດຍ​ກ່າ​ວວ່າ: “ນີ້​ແມ່ນ​ເລືອດ​ຂອງ​ເຮົາ ຊຶ່ງ​ເປັນ​ເລືອດແຫ່ງ​ພັນທະ​ສັນຍາ​ຂອງ​ພຣະ​ເຈົ້າ,”7 “ທີ່​ຫລັ່ງ​ໄຫລ … ​ເພື່ອ​ຄວາມ​ຜິດ​ບາບ.”8 “ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະ​ລຶກ​ເຖິງ​ເຮົາ.”9

ໃນ​ຖ້ອຍ​ຄຳ​ທີ່​ງ່າຍໆ ​ແລະ ຊາບ​ຊຶ້ງນີ້, ພຣະ​ເຢຊູ​ໄດ້​ຈັດຕັ້ງພິທີການ​​​ໃໝ່​ສຳລັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນຍາ​ຂອງ​ພຣະ​ເຈົ້າ. ຕໍ່​ໄປ​ບໍ່​ຈຳ​​ເປັນ​ຕ້ອງ​ຫລັ່ງ​ເລືອດ​ຂອງ​ສັດ ​ຫລື ກິນ​ເນື້ອ​ມັນ ​ໃນ​ການ​ລະນຶກ​ເຖິງ​ການ​ເສຍ​ສະລະ​ຂອງ​ພຣະຄຣິດ ຜູ້​ຊຶ່ງ​ຈະ​ສະ​ເດັດ​ມາ​ໃນ​ມື້ໜຶ່ງ.10 ແຕ່​ເຄື່ອງໝາຍ​ຂອງ​ພຣະກາຍ ​ແລະ ​ໂລຫິດ ຂອງ​ພຣະ​ຄຣິດ ຜູ້​ໄດ້​ສະ​ເດັດ​ມາ​ແລ້ວ ກຳລັງ​ຈະ​ຖືກ​ຢາຍ​ໃຫ້​ກິນ ​ໃນ​ການ​ລະນຶກ​ເຖິງ​ການ​ເສຍ​ສະລະ​​ແຫ່ງ​ການ​ໄຖ່​ຂອງ​ພຣະອົງ.11 ການ​​ເຮັດ​ພິທີການ​ໃໝ່​ນີ້ ສະ​ແດງ​​ໃຫ້​ທຸກ​ຄົນ​ເຫັນ​ເຖິງ​ການ​ຍອມຮັບ​ພຣະຄຣິດ ​ແລະ ​ເຕັມ​ໃຈ​ທີ່​ຈະ​ຕິດຕາມ​ພຣະອົງ​ດ້ວຍ​ສຸດ​ໃຈ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ. ຕໍ່​ຄົນ​ທີ່​ຍອມຮັບ ​ແລະ ດຳລົງ​ຊີວິດ​ຕາມ​ນີ້, ຄວາມ​ຕາຍ​ທາງ​ວິນ​ຍານຈະຜ່ານ​ກາຍ​ເຂົາ​ເຈົ້າ​ໄປ, ​ແລະ ຊີວິດ​ນິລັນດອນ ຈະ​ມາສູ່​ເຂົາ​ເຈົ້າຢ່າງ​ແນ່ນອນ.

ບໍ່​ດົນ​ຈາກ​ນັ້ນ, ພຣະ​ເຢຊູ​ໄດ້​ເຂົ້າ​ໄປ​ໃນ​ສວນ​ເຄັດ​ເຊ​ມາ​ເນ, ​ແລ້ວ​ໄດ້​ຖືກ​ພາ​ໄປ​ຍັງ​ຄາ​ວາລີ, ​ແລະ ​ໄດ້​ອອກ​ຈາກ​ອຸບມຸງ​ຂອງ​ ອະລິ​ມາ​ທາຍ ​ຢ່າງ​ໄຊຊະນະ. ຫລັງ​ຈາກ​ພຣະອົງ​ໄດ້​ຈາກ​ເຂົາ​ເຈົ້າ​​ໄປ, ສາ​ນຸສິດ​ທີ່​ຊື່ສັດ​ຂອງພຣະ​ເຢຊູອາ​ໄສຢູ່​ໃນ​ກຸງ​ເຢຣູຊາ​ເລັມ​ໄດ້​ມາ​ຫາກັນ ​ໃນ​ມື້​ທຳ​ອິດຂອງ​ອາທິດ ​ເພື່ອ “ຫັກ​ເຂົ້າຈີ່,”12 ແລະ ​​ເຂົາ​ເຈົ້າໄດ້ “ຕັ້ງໝັ້ນ.”13 ແນ່ນອນ, ​ເຂົາ​ເຈົ້າບໍ່​ໄດ້​ເຮັດ​ພຽງ​ເພາະວ່າ ຢາກ​ຈື່​ຈຳ​ການ​ຈາກ​ໄປ​ຂອງ​ພຣະຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ, ​ແຕ່​ເພື່ອ​ຈະ​ແດງ​ຄວາມ​ກະຕັນຍູ​ ​ແລະ ສັດທາ​ຂອງ​ເຂົາ​ເຈົ້າຕໍ່​ການ​ໄຖ່​ທີ່​ໜ້າ​ອັດສະຈັນ​ໃຈ​ຂອງ​​ພຣະອົງ.

ສິ່ງ​ທີ່​ສຳຄັນ, ​ເມື່ອ​ພຣະ​ເຢຊູ​ໄດ້​ມາ​ຢ້ຽມຢາມ​ສານຸສິດ​ຂອງ​ພຣະອົງ​​ໃນ​ອາ​ເມຣິກາ, ພຣະອົງ​ກໍ​ໄດ້​ຈັດຕັ້ງສິນ​ລະ​ລຶກຂຶ້ນ​ໃນ​ບັນດາ​​ພວກ​ເຂົາ.14 ໃນ​ການ​ເຮັດ​ສິ່ງ​ນັ້ນ, ພຣະອົງ​ໄດ້​ກ່າວ​ວ່າ: “ສິ່ງ​ນີ້​ເຈົ້າຈົ່ງ​ຍຶດຖືປະຕິບັດ​ສະ​ເໝີ​,”15 ​ແລະ “ມັນ​ຈະ​ເປັນ​ປະຈັກ​ພະຍານ​ຕໍ່​ພຣະບິດາ​ວ່າ ເຈົ້າລະນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ.”16ໃນ​ຕອນ​ຕົ້ນຂອງ​ການ​ຟື້ນ​ຟູ, ອີກ​ເທື່ອ​ໜຶ່ງ ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕັ້ງພິທີສິນ​ລະ​ລຶກຂຶ້ນ, ​ໄດ້​ແນະນຳ​ພວກ​ເຮົາ​ທີ່​ຄ້າຍຄືກັນ​ສິ່ງ​ທີ່​ພຣະອົງ​ໄດ້​ແນະນຳ​ແກ່​ສາ​ນຸສິດ​ຂອງ​ພຣະອົງ​ໃນ​ສະ​ໄໝກ່ອນ.17

ພິທີ​ສິນ​ລະ​ລຶກໄດ້​ຖືກ​ນັບຖື​ວ່າ “ເປັນ​ພິທີການທີ່​ບໍລິສຸດ ​ແລະ ສັກສິດ​ທີ່​ສຸດ​ຢູ່​ໃນ​ສາດສະໜາ​ຈັກ.”18 ມັນ​ຄວນ​ເປັນ​ສິ່ງ​ທີ່​ບໍລິສຸດ ​ແລະ ສັກສິດ​ກວ່າ​ຕໍ່​ເຮົາ​ແຕ່ລະຄົນ. ພຣະ​ເຢຊູ​ຄຣິດ ພຣະອົງ​ເອງ​ໄດ້​ຈັດຕັ້ງພິທີການ​ນີ້​ຂຶ້ນ ​ເພື່ອ​ເຕືອນ​ເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ເພື່ອ​ໄຖ່​ເຮົາ ​ແລະ ສິດສອນ​ເຮົາ​ເຖິງ​ວິທີ​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ໄຖ່​ຂອງ​ພຣະອົງ ​ແລະ ສາມາດ​ອາ​ໄສ​ຢູ່​ກັບ​ພຣະ​ເຈົ້າອີກ.

ດ້ວຍ​ເຂົ້າຈີ່​ທີ່​ຫັກ​ເປັນ​ຕ່ອນໆ, ​ເຮົາ​ສະ​ແດງ​ວ່າ ​ເຮົາລະນຶກ​ເຖິງ​ພຣະກາຍ​ຂອງ​ພຣະ​ເຢຊູ​ຄຣິດ—ພຣະກາຍ​ທີ່​ໄດ້​ຮັບ​ຄວາມ​ເຈັບ​ປວດ, ຄວາມທຸກທໍລະມານ, ​ແລະ ການ​ລໍ້​ລວງ​ນາໆ​ປະການ,19 ພຣະກາຍ​ທີ່​ໄດ້​ຮັບ​ເອົາ​ຄວາມທຸກ​ທໍລະມານ​ທີ່​ແສນ​ສາຫັດ ຈົນ​ວ່າ​​​ໂລຫິດ​ໄດ້​ໄຫລ​ອອກ​ມາ​ຈາກ​ທຸກ​ຂຸມ​ຂົນ,20 ພຣະກາຍ​ທີ່​ຖືກ​ທຳຮ້າຍ ​ແລະ ຫົວ​ໃຈ​ທີ່​ແຕກ​ສະຫລາຍ​ຢູ່​ເທິງ​ໄມ້​ກາງ​ແຂນ.21 ເຮົາ​ສະ​ແດງ​ຄວາມ​ເຊື່ອຂອງ​ເຮົາວ່າ ​ໃນ​ຂະນະ​ທີ່​ພຣະກາຍ​ຖືກ​ວາງ​ໄວ້​​ໃນ​ຄວາມ​ຕາຍ, ​ໄດ້​ຖືກ​ຍົກ​ຂຶ້ນ​ຈາກ​ຫລຸມ​ສົບ ​ໃຫ້​ມີ​ຊີວິດ​ອີກ, ຊຶ່ງ​ຈະ​ບໍ່​ວັນປະ​ເຊີນ​ກັບ​ພະຍາດ​ໂລຄາ, ຄວາມ​ເນົ່າ​ເປື່ອຍ, ຫລື ຄວາມ​ຕາຍ​ອີກ.22 ເມື່ອ​ເຮົາ​ຮັບ​ກິນ​ເຂົ້າຈີ່, ​ເຮົາ​ຮັບ​ຮູ້​ວ່າ, ​ເຊັ່ນ​ດຽວ​ກັບ​ພຣະກາຍ​ທີ່​ເປັນ​ມະຕະ​ຂອງ​ພຣະຄຣິດ, ຮ່າງກາຍ​ຂອງ​ເຮົາຈະ​ຖືກ​ປົດ​ປ່ອຍ​ຈາກຄວາມ​ຕາຍ, ຈະ​ຖືກ​ຍົກ​ຂຶ້ນຈາກ​ຫລຸມ​ສົບ, ​ແລະ ນຳ​ກັບ​ຄືນ​ສູ່​ວິນ​ຍານ​ທີ່​ເປັນ​ນິລັນດອນ​ຂອງ​ເຮົາ.23

ດ້ວຍ​ຈອກ​ນ້ຳນ້ອຍໆ, ​ເຮົາ​ສະ​ແດງວ່າ ​ເຮົາ​ລະ​ລຶກ​ເຖິງ​ໂລຫິດ​ຂອງ​ພຣະ​ເຢຊູ​ທີ່​ໄດ້​ຫລັ່ງ ​ແລະ ​ໄດ້​ຮັບ​ທຸກທໍລະມານ​ ​ເພື່ອ​ມວນ​ມະນຸດ​ທັງ​ປວງ. ​ເຮົາ​ລະນຶກ​ເຖິງ​ຄວາມ​ເຈັບ​ປວດ​ອັນ​ແສນ​ສາຫັດ ຈົນ​ໂລຫິດ​ຂອງ​ພຣະອົງ​ໄດ້​​ໄຫລ​ອອກ​ມາ ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ.24 ​ເຮົາ​ລະນຶກ​ເຖິງ​ຮອຍ​ບວບ​ຊ້ຳ ​ແລະ ຮອຍຂ້ຽນ​ຕີ ທີ່​ພຣະອົງ​ໄດ້​ຮັບ​ຈາກນ້ຳ​ມື​ຂອງ​ຜູ້​ທີ່​ຈັບ​ພຣະອົງ​ໄປ.25 ເຮົາ​ລະນຶກ​ເຖິງ​​ໂລຫິດ​ທີ່​ພຣະອົງ​ໄດ້​ຫລັ່ງ​ຈາກ​ພຣະຫັດ, ພຣະບາດ, ​ແລະ ຂ້າງ​ຂອງ​ພຣະອົງ ຂະນະ​ທີ່​ຢູ່ເທິງ​ໄມ້​ກາງ​ແຂນ.26 ​​ແລະ ​ເຮົາ​ລະນຶກ​ເຖິງ​ພຣະຄຳ​ຂອງ​ພຣະອົງ ທີ່​ກ່າວ​​ກ່ຽວ​ກັບ​ຄວາມທຸກ​ທໍລະມານ​ຂອງ​ພຣະອົງ ທີ່​ວ່າ: ແລ້ວຄວາມທຸກ​ທໍລະມານ​ຂອງ​ເຮົາຈະ​ສາຫັດ, ຫລື​ ສາຫັດ​ພຽງ​ໃດ​​ເຮົາບໍ່ຮູ້, ໃຫຍ່​ຫລວງພຽງ​ໃດ​​ເຮົາບໍ່​ຮູ້, ​ແທ້​ຈິງ​ແລ້ວ, ຍາກ​ແສນ​ຈະ​ທົນພຽງ​ໃດ​​ເຮົາບໍ່​ຮູ້.27 ໃນ​ການ​ຮັບ​ດື່ມນ້ຳນັ້ນ, ​ເຮົາ​ຮັບ​ຮູ້​ວ່າ ​ໂລຫິດ​ ​ແລະ ການ​ຮັບ​ທຸກທໍລະມານ​ຂອງ​ພຣະອົງ ​ແມ່ນ​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ ​ແລະ​ວ່າ ພຣະອົງ​ຈະ​ຈ່າຍ​ຄ່າ​ບາບ​ຂອງ​ເຮົາ ​ເມື່ອ​ເຮົາ​​ເຕັມ​ໃຈ ​ແລະ ຮັບ​ເອົາ​ຫລກທຳ ​ແລະ ພິທີການ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ.

ດັ່ງນັ້ນ, ດ້ວຍ​ເຂົ້າຈີ່ ​ແລະ ນ້ຳ, ​ເຮົາ​ຈຶ່ງ​ຖືກ​ເຕືອນ​ເຖິງ​ການ​ໄຖ່​ຂອງ​ພຣະຄຣິດຈາກ​ຄວາມ​ຕາຍ ​ແລະ ບາບ. ລຳດັບ​ຂອງ​​ເຂົ້າຈີ່ ​ແລະ ນ້ຳແມ່ນ​ສຳຄັນຫລາຍ. ​ໃນ​ການ​ຮັບ​ກິນ​ເຂົ້າຈີ່, ​ເຮົາ​ຖືກ​ເຕືອນ​ເຖິງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ເຮົາ​ໃນ​ທີ່​ສຸດ, ຊຶ່ງ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ເຂົ້າຮ່ວມ​ກັນ​ຂອງ​ຮ່າງກາຍ ​​ແລະ ວິນ​ຍານ​ເທົ່າ​ນັ້ນ. ​ໂດຍ​ອຳນາດ​ຂອງ​ການ​ຟື້ນ​ຄືນ​ຊີວິດ, ​ເຮົາ​ທຸກ​ຄົນ​ຈະ​ຖືກ​ນຳກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.28 ການ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ເຮັດ​ໃຫ້​ເຮົາ​ມີ​ຄຳ​ຖາມ​ກັບ​ຊີວິດ​ຂອງ​ເຮົາ​ເອງ. ຄຳ​ຖາມຕົ້ນຕໍ​ທີ່​ທຸກ​ຄົນ​ຖາມ ບໍ່​ແມ່ນ​ກ່ຽວ​ກັບ​ວ່າ ​ເຮົາ​ຈະ​ມີ​ຊີວິດ​ຫລື​ບໍ່, ​ແຕ່​ວ່າ​ເຮົາ​ຈະ​ມີ​ຊີວິດ​ຫລັງ​ຈາກ​ເຮົາ​ຕາຍ​ໄປ​ແລ້ວ​ຫລື​ບໍ່. ​ເຖິງ​ແມ່ນ​ເຮົາ​ທຸກ​ຄົນ​ຈະ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ​ແຕ່ບໍ່​ແມ່ນ​ທຸກ​ຄົນ​ທີ່​ຈະ​ໄດ້​ຢູ່​ກັບ​ພຣະອົງ.

ຜ່ານ​ຄວາມ​ເປັນ​ມະຕະ, ​ເຮົາ​ທຸກ​ຄົນ​ເປື້ອນດ້ວຍ​ບາບ ​ແລະ ການ​ລ່ວງ​ລະ​ເມີດ.29 ເຮົາ​ຈະ​ມີ​ຄວາມ​ຄິດ, ຖ້ອຍ​ຄຳ, ​ແລະ ການ​ກະທຳ​ທີ່ໜ້ອຍ​ໄປ​ກວ່າ​ການ​ມີ​ຄຸນ​ນະ​ທຳ.30 ສະຫລຸບ​ແລ້ວ, ​ເຮົາ​ຈະ​ບໍ່​ສະອາດ. ​ແລະ ຜົນ​ສະທ້ອນ​ຂອງ​ການ​ບໍ່​ສະອາດ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ພຣະ​ເຢຊູ​ໄດ້​ບອກ​ແຈ່ມ​ແຈ້ງວ່າ ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່ສາມາດ​ເຂົ້າ​ໄປ … ໃນ​ທີ່​ປະ​ທັບ​ຂອງ​ພຣະອົງ.31 ຄວາມ​ເປັນ​ຈິງ​ນັ້ນ ​ໄດ້​ເຮັດ​ໃຫ້​ແຈ່ມ​ແຈ້ງ​ຕໍ່​ແອວ​ມາ​ຜູ້​ເປັນ​ລູກ ຜູ້​ຊຶ່ງ ​ເມື່ອ​​ໄດ້​ປະ​ເຊີນ​ໜ້າ​ກັບ​ທູດ​ສະຫວັນ​ທີ່​ສັກສິດ, ລາວ​ໄດ້​ເປັນ​ທຸກ​ຫລາຍ, ​ໂສກ​ເສົ້າ, ​ແລະ ​ເຈັບ​ປວດ ​ເພາະ​ຄວາມ​ບໍ່​ສະອາດ​ຂອງ​ລາວ ຈົນ​ວ່າ​ລາວ​ໃຫ້​ “ທັງ​ຈິດ​ວິນ​ຍານ ແລະ ຮ່າງກາຍ​ສູນຫາຍ​ໄປ ​ເພື່ອວ່າ [ລາວ] ຈະບໍ່​ຖືກ​ນຳ​ມາ​ຢືນ​ຢູ່​ໃນ​ທີ່​ປະ​ທັບ​ຂອງ … ພຣະ​ເຈົ້າ.”32

​ໃນ​ການ​ຮັບ​ເອົາ​ນ້ຳຂອງ​ສິນ​ລະ​ລຶກ, ​ເຮົາ​ໄດ້​ຮຽນ​ຮູ້​​ເຖິງ​ວິທີ​​ທີ່​ຈະຊຳລະລ້າງ​ເຮົາ​ໃຫ້​ສະອາດຈາກ​ບາບ ​ແລະ ສາມາດ​ຢືນ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ​ໂດຍ​ການ​ຫລັ່ງ​ໂລຫິດ​ທີ່​ບໍລິສຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດສະໜອງ​ການ​ຮຽກຮ້ອງ​ຂອງ​ຄວາມ​ຍຸດຕິ​ທຳ​ສຳລັບ​ບາບ​ ​ແລະ ການ​ລ່ວງ​ລະ​ເມີດ​ທັງ​ໝົດ. ​ແລ້ວ​ພຣະອົງ​ໄດ້​ສະ​ເໜີ​ຊ່ອຍ​ໃຫ້​ເຮົາ​ສະອາດ ຖ້າ​ຫາກ​ເຮົາ​ມີ​ສັດທາ​ໃນ​ພຣະອົງ ພຽງພໍ​ທີ່​ຈະ​ກັບ​ໃຈ, ຮັບ​ເອົາ​ພິທີການ ​ແລະ ພັນທະ​ສັນຍາ​ແຫ່ງ​ຄວາມ​ລອດ, ​ເລີ່ມຕົ້ນດ້ວຍ​ການ​ຮັບ​ບັບຕິ​ສະມາ, ​ແລະ ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ. ​​ເມື່ອ​ເຮົາ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ, ​ເຮົາ​ໄດ້​ຖືກ​ຊຳລະ​ລ້າງ​​ໃຫ້​ສະອາດ ​ແລະ ບໍລິສຸດ. ພຣະ​ເຢຊູ​ໄດ້​ກ່າວ​ຢ່າງ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ຄຳ​ສອນ​ນີ້ ທີ່​ວ່າ:

“ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່ສາມາດ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ [ພຣະ​ເຈົ້າ] ບໍ່​ໄດ້. … ຈະ​ບໍ່​ມີ​ສິ່ງ​ໃດ​ສາມາດ​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ອົງ​ໄດ້ ນອກ​ຈາກ​ຜູ້​ທີ່​ໄດ້​ຊຳລະ​ລ້າງ​ອາພອນ​ຂອງ​ເຂົາ​ໃຫ້​ຂາວ​ສະອາດ​ແລ້ວ​ດ້ວຍ​ໂລຫິດ​ຂອງ​ເຮົາ. ...

“ບັດ​ນີ້ ນີ້​ຄື​ພຣະ​ບັນຍັດ: ຈົ່ງ​ກັບ​ໃຈ, ເຈົ້າທັງຫລາຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມຂອງ​ເຮົາ, ເພື່ອ​ເຈົ້າຈະ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ບໍລິສຸດ​ໂດຍການ​ຮັບ​ພຣະ​ວິນ​ຍານ​ບໍລິສຸດ, ເພື່ອ​ເຈົ້າຈະ​ຢືນຢູ່​ໂດຍ​ບໍ່​ມີ​ມົນທິນຕໍ່​ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ.”33

ນີ້​ຄື​ຄຳ​ສອນ​ຂອງ​ພຣະຄຣິດ.34 ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ສອນ​ນີ້ ​ແລະ ດຳລົງ​ຊີວິດ​ຕາມ​ນັ້ນ, ​ເຮົາ​ຈະ​ຖືກ​ຊຳລະ​ລ້າງ​ໂດຍ​ໂລຫິດ​ຂອງ​ພຣະຄຣິດ ​ແລະ ຖືກ​ເຮັດ​ໃຫ້​ສະ​ອາດ.35

ຜ່ານ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ, ​ເຮົາ​ໄດ້​ສະ​ແດງ​ການ​ຮັບ​​ເອົາ​ຄຳ​ສອນ​ຂອງ​ພຣະຄຣິດ ​ແລະ ສັນຍາ​ທີ່​ຈະ​ດຳລົງ​ຊີວິດ​ຕາມ​ນັ້ນ. ​ໃນ​ການ​ອ້ອນວອນ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ພຣະບິດາ​ນິລັນດອນ​ຂອງ​ເຮົາ, ​ເຮົາ​ປະກາດ​ວ່າ ​ເຮົາ​ຈະ “ລະນຶກ​ເຖິງ​ພຣະອົງ​ຕະຫລອດ​ເວລາ” ​ເຖິງ​ພຣະບຸດ​ທີ່​ປະ​ເສີດ​ຂອງ​ພຣະອົງ. ທຳອິດ, ​ເຮົາ​ເປັນ​ພະຍານ​ວ່າ ​ເຮົາ​ “ຈະ​ເຕັມ​ໃຈ” ທີ່​ຈະ​ລະ​ນຶກ​. ​ແລ້ວ​ເຮົາ​ເປັນ​ພະຍານ​ວ່າ ​ເຮົາ​ໄດ້​ລະນຶກ. ​ເມື່ອ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ໄດ້ສັນຍາ​ຢ່າງໜັກ​ແໜ້ນ ທີ່​ຈະ​​ໃຊ້​ສັດທາ ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ​ໃນ​ການ​ໄຖ່​ຂອງ​ພຣະອົງ ​ເພື່ອ​ໄຖ່​ຖອນ​ເຮົາ​ຈາກ​ຄວາມ​ຕາຍ ​ແລະ ບາບ​ຂອງ​ເຮົາ.

​ເຮົາ​ຍັງ​ປະກາດ​ຕື່ມ​ວ່າ ​ເຮົາ​ຈະ “ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ.” ​ເປັນ​ຄຳ​ໜັກ​ແໜ້ນ​ທີ່​ຈະ​ກັບ​ໃຈ. ຖ້າ​ຄວາມ​ຄິດ, ຄຳ​ເວົ້າ, ຫລື ການ​ກະທຳ​ຂອງ​ເຮົາ ທີ່​ຜ່ານ​ມາ ບໍ່​ໄດ້​ເປັນ​ດັ່ງ​ທີ່​ຄວນ​ເປັນ, ​ເຮົາ​ສັນຍາ​ວ່າ ​ເຮົາ​ຈະ​ພະຍາຍາມ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ​ຫລາຍ​ຂຶ້ນ​ໃນ​ວັນ​ຕໍ່ໆ​ໄປ.

ຕໍ່​ໄປ ​ເຮົາ​ປະກາດ​ວ່າ ​ເຮົາ​ເຕັ​ມ​ໃຈ​ທີ່​ຈະຮັບ​ເອົາ​ພຣະນາມ​ຂອງ​ພຣະບຸດ​ໄວ້​ກັບເຮົາ.36 ນັ້ນ​ແມ່ນ​ຄຳ​ສັນຍາ​ທີ່​ໜັກ​ແໜ້ນ ທີ່​ຈະ​ຍອມ​ເຮັດ​ຕາມ​ສິດ​ອຳນາດ​ຂອງ​ພຣະອົງ ​ແລະ ທີ່​ຈະ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ, ຊຶ່ງ​ຮ່ວມ​ດ້ວຍ​ການ​ຮັບ​ເອົາ​ພິທີການ​ແຫ່ງ​ການ​ໄຖ່​ ​ແລະ ພັນທະ​ສັນຍາທຸກ​ຢ່າງ.37

ເມື່ອ​ເຮົາ​ສັນຍາ​ທີ່ຈະ​ເຮັດ​ຕາມ​ຫລັກ​ທຳ​ເຫລົ່າ​ນີ້, ​ເຮົາ​​ໄດ້​ຮັບສັນຍາ​ໃນ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກວ່າ ​ເຮົາ ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ກັບ [​ເຮົາ].38 ການ​ຮັບ​ເອົາ​ພຣະວິນ​ຍານ​ຄືນ​ອີກ ​ເປັນ​ພອນ​ທີ່​ສູງ​ສຸດ, ​ເພາະວ່າ ​ພຣະວິນ​ຍານ​ເປັນ​ຜູ້​ຊຳລະ​ລ້າງ ​ແລະ ​ເຮັດ​ໃຫ້​ເຮົາ​ບໍລິສຸດ​ຈາກ​ບາບ ​ແລະ ການ​ລ່ວງ​ລະ​ເມີດ​ຂອງ​ເຮົາ.39

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຫດການ​ທີ່​ສຳຄັນ​ທີ່​ສຸດ​​ໃນ​ໂລກ​ນີ້ ​ແລະ ​ໃນ​ນິລັນດອນ ​ແມ່ນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ພຣະອົງ​ຜູ້ໄດ້​ບັນລຸ​ການ​ຊົດ​ໃຊ້ ​ໄດ້​ປະທານ​ພິທີ​ສິນ​ລະ​ລຶກ​ໃຫ້​ເຮົາ ​ເພື່ອ​ຊ່ອຍ​ເຫລືອ​ເຮົາ ບໍ່​ພຽງ​ແຕ່​ໃຫ້​ຈື່​ຈຳ​ເທົ່າ​ນັ້ນ ​ແຕ່​ຊ່ອຍ​ເຮົາ​ໃຫ້​ທວງ​ເອົາ​ພອນ​ ຈາກ​ການ​ກະທຳອັນ​ຍິ່ງ​ໃຫຍ່​ນີ້ດ້ວຍ​ພຣະຄຸນນຳ​ອີກ. ການ​ມີ​ພາກສ່ວນ​ໃນ​ພິທີ​ທີ່​ສັກສິດ​ເປັນ​ປະຈຳ ​ແລະ ມີຄ່າ​ຄວນ ຈະ​ຊ່ອຍ​ເຮົາ​ໃຫ້​ເຕັມ​ໃຈ ​ແລະ ດຳລົງ​ຊີວິດ​ຕາມ​ຄຳ​ສອນ​ຂອງ​ພຣະຄຣິດ ຫລັງ​ຈາກ​ບັບຕິ​ສະມາ ​ແລະ ດ້ວຍ​ວິທີ​ນີ້ ​ເຮົາສະ​ແຫວ​ງຫາ ​ແລະ ​​ເຮັດ​ຂັ້ນຕອນ​ຂອງ​ການ​ຊຳລະ​ລ້າງ​ໃຫ້​ສຳ​ເລັດ. ​ແນ່ນອນ, ພິທີ​ສິນ​ລະ​ລຶກຊ່ອຍ​ເຮົາ​ໃຫ້​ສາມາດ​ອົດທົນ​ຈົນ​ເຖິງ​ທີ່​ສຸດ ​ແລະ ຮັບ​ເອົາຄວາມສົມບູນຂອງພຣະບິດາ ​ໃນ​ວິທີ​ດຽວ​ກັນ​ກັບ​ທີ່​ພຣ​ະ​ເຢຊູ​​ໄດ້ກະທຳ, ຈາກພຣະຄຸນ​ໜຶ່ງ​ຫາ​ອີກ​ພຣະຄຸນ​ໜຶ່ງ.40

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ອຳນາດ​ຂອງ​ພຣະ​​ເຢຊູ​ຄຣິດທີ່​ຈະ​ໄຖ່​ເຮົາ​ຈາກ​ຄວາມ​ຕາຍ ​ແລະ ບາບ ​ແລະ ອຳນາດ​​ແຫ່ງ​ພິທີການ​ຂອງ​ຖານະ​ປະ​ໂລຫິດ​ຂອງ​ພຣະອົງ, ຮ່ວມ​ທັງ​ສິນ​ລະ​ລຶກ, ຕຽມ​ເຮົາ “ທີ່​ຈະ​ໄດ້​ເຫັນ​ພຣະ​ເຈົ້າໜ້າ​ຕໍ່ໜ້າ, ​ແມ່ນ​ແຕ່​ພຣະບິດາ, ​ແລະ ມີ​ຊີວິດ​ຢູ່.”41 ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ສິນ​ລະ​ລຶກ​ໃນ​ອາທິດ​ໜ້າ, ​ແລະ ​ໃນ​ອາທິດ​ຕໍ່ໆ​ໄປ, ດ້ວຍ​ຄວາມ​ປາດ​ຖະໜາ​ ​ແລະ ດ້ວຍ​ຈຸດປະສົງອັນ​ແຮງ​ກ້າ,​ ຂ້າພະ​ເຈົ້າອະທິຖານ​ມາ​ໃນ​ພຣະນາມ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.