​2010–2019
​ການຮັບເອົາ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ
ຕຸລາ 2014


​ການຮັບເອົາ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ

​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ຂອງ​ທ່ານ​ເຖິງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງບໍ່​ພຽງ​ແຕ່​ຈະ​ເປັນ​ພອນ​ໃຫ້​ແກ່​ທ່ານ ແລະ ລູກ​ຫລານ​ຂອງ​ທ່ານ​ໃນ​ຊີ​ວິດ​ມະ​ຕະ​ນີ້​ເທົ່າ​ນັ້ນ, ແຕ່​ມັນ​ຈະ​ຢູ່​ກັບ​ທ່​ານ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນນຳ​ອີກ.

ໂດຍ​ທີ່​ເຄີຍ​ເປັນ​ນັກ​ຂັບ​ຍົນ, ຂ້າ​ພະ​ເຈົ້າ​ໄດ້​ບິນ​​ເປັນ​ເວ​ລາ​ຫລາຍໆ​ຊົ່ວ​ໂມງ​ຂ້າມ​ທະ​ວີບ ແລະ ມະ​ຫາ​ສະ​ໝຸດ​​ໃນ​ຄວາມ​ມືດ​ຂອງ​ກາງ​ຄືນ. ການ​ທີ່​ໄດ້​ເຫັນ​ທ້ອງ​ຟ້າ​ຕອນ​ກາງ​ຄືນ​ຈາກ​ປ່ອງ​ຢ້ຽມ​ຂອງ​ບ່ອນ​ຂັບ​ຍົນ, ໂດຍ​ສະ​ເພາະ​​ທາງ​ຊ້າງ​ເຜືອກ, ມັນ​ມັກ​ຈະ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ຕໍ່​ຄວາມ​ກວ້າງ​ໃຫຍ່​ໄພ​ສານຂອງ​ການ​ສ້າງ​ຂອງ​ພຣະ​ເຈົ້າ—ຊຶ່ງ​ພຣະ​ຄຳ​ພີ​ບັນ​ຍາຍ​ວ່າ “ໂລກ​ຕ່າງໆ​ຈົນ​ນັບ​ບໍ່​ຖ້ວນ.”1

ບໍ່​ດົນກວ່າ​ໜຶ່ງ​ສັດ​ຕະ​ວັດ​ທີ່​ຜ່ານ​ມາ ທີ່​ນັກ​ດາ​ລາ​ສາດ​ທັງ​ຫລາຍ​ໄດ້​ລົງ​ຄວາມ​ຄິດ​ເຫັນ​ວ່າ​​ ທາງ​ຊ້າງ​ເຜືອກ​ຂອງ​ເຮົາ​ເປັນ​ພຽງ​ກຸ່ມ​ດາວ​ຂະໜາດ​ໃຫຍ່​ກຸ່ມ​ດຽວ​ໃນຈັກ​ກະ​ວານ.2 ເຂົາ​ເຈົ້າ​ໄດ້​ຄິດ​ວ່າ​ທັງ​ໝົດ​ທີ່​ຢູ່ນອກ​ໂລກ​ຂອງ​ເຮົາ​ເປັນ​ພຽງ​ແຕ່​ຄວາມ​ຫວ່າງ​ເປົ່າ, ບໍ່​ມີ​ຫ​ຍັງ—ຫວ່າງ​ເປົ່າ, ເຍືອກ​ເຢັນ, ບໍ່​ມີ​ດວງ​ດາວ, ແສງ​ສະ​ຫວ່າງ ແລະ ຊີ​ວິດ​ໃດ​ເລີຍ.​

ເມື່ອກ້ອງ​ຊ່ອງດາວ​ຖືກ​ພັດ​ທະ​ນາ​ດີ​ຂຶ້ນ​ຫລາຍ—ຮ່ວມ​ທັງ​​ກ້ອງ​ຊ່ອງ​ດາວ​ທີ່​ສາ​ມາດ​ສົ່ງ​ອອກ​ໄປ​ໃນ​ອາ​ວະ​ກາດ—ນັກ​ດາ​ລາ​ສາດ​​ກໍໄດ້​ເລີ່ມ​ເຂົ້າ​ໃຈ​ເຖິງ​ຄວາມ​ຈິງ​ທີ່​ໜ້າ​ປະ​ຫລາດ​ໃຈ ແລະ ເກືອບເກີນ​ຄວາມເຂົ້າ​ໃຈ​: ຈັກ​ກະ​ວານນັ້ນ​ແມ່ນ​ກວ້າງ​ໃຫ​ຍ່​ໄພ​ສານ​ເກີນກວ່າ​ທີ່​ໄດ້​ເຄີຍເຊື່ອ​ມາ​ກ່ອນ, ​ແລະ ​ທ້ອງ​ຟ້ານັ້ນ​ເຕັມ​ໄປ​ດ້ວຍ​ກຸ່ມ​ດາວຂະ​ໜາດ​ໃຫ​ຍ່​ທີ່​ນັບ​ບໍ່​ຖ້ວນ, ຢູ່ໄກ​ຈາກ​ພວກ​ເຮົາ​ຢ່າງ​ຄາດບໍ່​ເຖິງ, ແຕ່​ລະ​ກຸ່ມ​ມີ​ດວງ​ດາວ​ເປັນ​ຫລາຍໆ​ພັນ​ລ້ານດວງ.3

ໃນ​ຊ່ວງ​ເວ​ລາ​ສັ້ນໆ, ຄວາ​ມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ຈັກ​ກະ​ວານ​ກໍ​ໄດ້​ປ່ຽນ​ໄປໝົດ.

ໃນ​ວັນ​ເວ​ລາ​ນີ້​ເຮົາ​ສາ​ມາດ​ເຫັນ​ກຸ່ມ​ດາວບາງ​ກຸ່ມ​ທີ່​ຢູ່​ຫ່າງ​ໄກ​ເຫລົ່າ​ນີ້.4

ເຮົາ​ຮູ້​ວ່າ​ມັນ​ຢູ່​ທີ່ນັ້ນ.

ມັນ​ໄດ້​ຢູ່​ທີ່ນັ້ນ​​ດົນ​ນານ​ມາ​ແລ້ວ.

ແຕ່​ກ່ອນ​ມະ​ນຸດ​ໄດ້​ມີ​ເຄື່ອງ​ມື​ທີ່​ມີ​ພະ​ລັງ​ພໍ​ທີ່​ຈະ​ຮວບ​ຮວມ​ແສງ​ສະ​ຫວ່າງ​ຂອງ​ທ້ອງ​ຟ້າ ແລະ ນຳ​ກຸ່ມ​ດາວເຫລົ່າ​ນີ້​ເຂົ້າ​ມາ​ໃຫ້​ເຮົາຫລຽວ​ເຫັນ​ໄດ້, ເຮົາບໍ່​ເຊື່ອ​ວ່າ​ສິ່ງ​​ດັ່ງນີ້​ເປັນ​ໄປ​ໄດ້.

ຄວາມກວ້າງ​ໃຫຍ່​ໄພ​ສານຂອງ​ຈັກ​ກະ​ວານບໍ່​ໄດ້​ປ່ຽນ​ແປ​ງ​ຢ່າງ​ທັນ​ທີ​, ແຕ່​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ເຫັນ ແລະ ເຂົ້າ​ໃຈ​ຄວາມ​ຈິງນີ້​ໄດ້​ປ່ຽນ​ໄປ​ຢ່າງກະ​ທັນ​ຫັນ. ແລະ ດ້ວຍ​ຄວາມ​ຮູ້​ທີ່​ມີ​ຫລາຍ​ຂຶ້ນນັ້ນ, ມະ​ນຸດ​ຖືກ​ແນະ​ນຳ​ໃຫ້ໄດ້​ເຫັນ​ທິວ​ທັດ​ທີ່​ເຮົາ​ບໍ່​ເຄີຍ​ນຶກຄິດ​ມາ​ກ່ອນເລີຍ.

ມັນ​ຍາກ​ສຳ​ລັບ​ເຮົາ​ທີ່​ຈະ​ເຊື່ອ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຫັນ​ໄດ້

ໃຫ້​ສົມ​ມຸດ​ວ່າ​ທ່ານ​ສາ​ມາດ​ກັບ​ຄືນ​ໄປ​ຕາມ​ເວ​ລາ ແລະ​ ໄດ້​ສົນ​ທະ​ນາ​ກັ​ບ​ຜູ້​ຄົນ​ທີ່​ໄດ້​ມີ​ຊີ​ວິດ​ຢູ່​ເມື່ອພັນ​ປີ​ກ່ອນ ຫລື ແມ່ນ​ແຕ່​ໜຶ່ງ​ຮ້ອຍ​ປີ​ທີ່ຜ່ານ​ມາ. ຂໍ​ໃຫ້​ລອງວາດ​ພາບ​ເບິ່ງ ​ເພື່ອ​ຈະ​ພະ​ຍາ​ຍາມ​ບັນ​ຍາຍ​ໃຫ້​ເຂົາ​ເຈົ້າ​ຮູ້​ເຖິງ​ເທັກໂນ​ໂລ​ຈີໃນ​ສະ​ໄໝ​ໃໝ່​ທີ່​ທ່ານ ແລະ ຂ້າ​ພະ​ເຈົ້າຄິດ​ວ່າ​ເປັນ​ເລື່ອງ​ປົກ​ກະ​ຕິ​ໃນ​ເວ​ລານີ້. ຍົກ​ຕົວ​ຢ່າງ, ຜູ້​ຄົນ​ເຫລົ່າ​ນັ້ນ​ອາດ​ຄິດ​ແນວ​ໃດ​ຕໍ່​ພວກ​ເຮົາ ຖ້​າ​ຫາກ​ເຮົາ​ໄດ້​ບອກ​ເຂົາ​ເຈົ້າ​ເຖິງ​ເລື່ອງ​ຍົນ​ອາຍ​ພົ່ນ​ໃຫຍ່, ໄມ​ໂກ​ເວບ, ເຄື່ອງ​ມື​ຖື​ທີ່​ມີ​ຂໍ້​ມູນ​ຢ່​າງ​ຫລວງ​ຫລາຍ, ແລະ ວິ​ດີ​ໂອ​ຂອງ​ຫລານໆ​ຂອງ​ເຮົາ​ທີ່​ເຮົາ​ສາມາດສົ່ງ​ໃຫ້​ຄົນ​ເປັນ​ລ້ານໆ​​ເບິ່ງທັນ​ທີ​ຕະ​ຫລອດ​ທົ່ວ​ໂລກ​?

ບາງ​ຄົນ​ອາດ​ເຊື່ອ​ພວກ​ເຮົາ. ຄົນ​ສ່ວນ​ຫລາຍ​ຈະ​ເຍາະ​ເຍີ້ຍ, ຕໍ່​ຕ້ານ, ຫລື ບາງ​ທີ​ແມ່ນ​ແຕ່​ຈະ​ເຮັດ​ໃຫ້​ເຮົາ​ຢຸດ​ເວົ້າເຖິງ​ເລື່ອງນີ້ ຫລື ທຳ​ຮ້າຍ​ເຮົາ. ບາງ​ຄົນ​ອາດ​ພະ​ຍາ​ຍາມ​ທີ່​ຈະ​ໃຊ້​ຄວາມ​ຄິດ, ເຫດ​ຜົນ, ແລະ ຂໍ້​ເທັດ​ຈິງ​ດັ່ງ​ທີ່​ເຂົາ​ເຈົ້າ​ຮູ້​ຈັກ ເພື່ອ​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ​ພວກ​ເຮົາ​ຖືກ​ຊີ້​ນຳ​ໄປ​​ຜິດ​ທາງ, ໂງ່​ຈ້າ, ຫລື ແມ່ນ​ແຕ່​ເປັນ​ອັນ​ຕະ​ລາຍ. ເຂົາ​ເຈົ້າ​ອາດ​ປະ​ນາມ​ເຮົາ​ເພາະ​ເຮົາ​ກຳ​ລັງພະ​ຍາ​ຍາມ​​ນຳ​ພາ​ຄົນ​ອື່ນ​ໃຫ້​ໄປ​ຜິດ​ທາງ.

ແຕ່​ແນ່​ນອນ​ວ່າ ຜູ້ຄົນ​ເຫລົ່າ​ນີ້​ຈະ​ຜິດ​ພາດ​ທັງ​ໝົດ. ເຂົາ​ເຈົ້າ​ອາດ​ມີ​ເຈດ​ຕະ​ນາ​ດີ ແລະ ຈິງ​ໃຈ. ເຂົາ​ເຈົ້າ​ອາດ​ຮູ້​ສຶກໝັ້ນ​ໃຈວ່າ​ຄວາມ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າ​ນັ້ນຖືກ​ຕ້ອງ. ແຕ່​ເຂົາ​ເຈົ້າ​ຈະ​ບໍ່​ສາ​ມາດ​ເຫັ​ນ​ໄດ້​ຢ່າງ​ແຈ້ງ​ຊັດ ເພາະ​ວ່າ​ເຂົາ​ເຈົ້າຍັງ​ບໍ່​​ທັນໄດ້​ຮັບ​ຄວາມ​ສະ​ຫວ່າງ​ແຫ່ງ​ຄວາມ​ຈິງທີ່​ສົມບູນ​ກວ່າ​.

ຄຳ​ສັນ​ຍາ​ແຫ່ງ​ຄວາມ​ສະ​ຫວ່າງ

ເບິ່ງ​ຄື​ວ່າ​ເປັນ​ລັກ​ສະ​ນະ​ຂອງ​ມະ​ນຸດ​ທີ່​ຈະຖືວ່າ​ເຮົາ​ຖືກ​ແມ່ນ​ແຕ່​ເມື່ອ​ເຮົາ​ຜິດ. ແລະ ຖ້າ​ຫາກ​ນີ້ເປັນ​ຈິງ, ເຮົາ​ຈະ​ມີ​ຄວາມ​ຫວັງ​ໄດ້​ແນວ​ໃດ? ເຮົາ​ຈະ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາປາດ​ສະ​ຈາກ​ຄວາມ​ຈິງ​ບໍ ເພາະ​ວ່າ​ມີ​ຄວາມ​ຄິດ​ເຫັນທີ່​ຂັດ​ກັນ​ຫລາຍ ແລະ ເຮົາ​ຈະ​ເພິ່ງ​ອາ​ໄສ​ພຽງ​ແຕ່​ຄວາມເຂົ້າ​ໃຈ ແລະ ຄວາມ​ເຊື່ອ​ຂອງ​ເຮົາ​ເອງນັ້ນ​ບໍ?

ມັນເປັນ​ໄປ​ໄດ້​ບໍ​ທີ່​ຈະ​ພົບ​ຄວາມ​ຈິງ?

ຈຸດ​ປະ​ສົງ​ຂອງ​ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຈະ​ປະ​ກາ​ດ​ຂ່າວ​ສານ​ທີ່​ໃຫ້​ຄວາມ​ສຸກ​ວ່າ​ອົງພຣະ​ເຈົ້າ​ເອງ— ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ອົງ​ທີ່​ຮູ້​ຄວາມ​ຈິງ​ທັງ​ໝົດ—ໄດ້​ປະ​ທານ​ຄຳ​ສັນ​ຍາ​ໃຫ້​ແກ່​ລູກ​ໆ​ຂອງ​ພຣະ​ອົງ​ວ່າ​ເຂົາ​ເຈົ້າ​ສາ​ມາດ​ຮູ້​ຄວາມ​ຈິງນັ້ນ​ໄດ້​ດ້ວຍ​ຕົນ​ເອງ​.

ຂໍ້​ໃຫ້​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄຳ​ສັນ​ຍານີ້ວ່າ:

ພຣະ​ເຈົ້າ​ອົງ​ທີ່​ເປັນ​ນິດ ແລະ ຊົງ​ລິດ​ອຳ​ນາດຍິ່ງ​ໃຫຍ່, ພຣະ​ຜູ້​ສ້າງ​ຂອງ​ຈັກ​ກະ​ວານ​ທີ່ກວ້າງ​ໃຫຍ່ນີ້, ຈະ​ກ່າວ​ຕໍ່ຜູ້​ທີ່​ເຂົ້າ​ເຝົ້າ​ພຣະ​ອົງ​ດ້ວຍ​​ໃຈ​ຈິງ​ ແລະ ເຈດ​ຕະ​ນາ​ອັນແທ້​ຈິງ.

ພຣະ​ອົງ​ຈະ​ກ່າວ​ຕໍ່​ເຂົາ​ເຈົ້າ​ໃນ​ຄວາມ​ຝັນ, ພາບ​ທີ່​ມາ​ໃຫ້​ເຫັນ, ຄວາມ​ຄິດ, ແລະ ຄວາມ​ຮູ້​ສຶກ.

ພຣະ​ອົງ​ຈະ​ກ່າວ​ໃນ​ວິ​ທີ​ທາງ​ທີ່​ແຈ່ມ​ແຈ້ງ ແລະ ຍິ່ງ​ໃຫຍ່​ໄປ​ກວ່າ​ປະ​ສົບ​ການ​ຂອງ​ມະ​ນຸດ. ພຣະ​ອົງ​ຈະ​ປະ​ທານ​ການ​ຊີ້​ນຳ​ ແລະ ຄຳ​ຕອບຈາກ​ສະ​ຫວັນ​ສຳ​ລັບ​ຊີ​ວິດ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ.

ແນ່ນອນ​ວ່າ, ຈະ​ມີ​ຜູ້​ຄົນ​ທີ່​ຈະເຍາະ​ເຍີ້ຍ ແລະ ກ່າວ​ວ່າ​ສິ່ງ​ດັ່ງ​ກ່າວ​ເປັນ​ໄປ​ບໍ່​ໄດ້, ວ່າ​ຖ້າ​ຫາກ​ມີ​ພຣະ​ເຈົ້າ, ພຣະ​ອົງກໍ​ມີ​ສິ່ງ​ອື່ນ​ທີ່​​ສຳ​ຄັນກວ່າ​ທີ່​ຕ້ອງ​ເຮັດ ແທນ​ທີ່​ຈະ​ໄດ້​ຍິນ ແລະ ໃຫ້​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ຄົນຄົນດຽວ.

ແຕ່​ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ​ວ່າ: ພຣະ​ເຈົ້າ​ເປັນ​ຫ່ວງ​ທ່ານ. ພຣະ​ອົງ​ຈະ​ຮັບ​ຟັງ ແລະ ພຣະ​ອົງ​ຈະ​ຕອບ​ຄຳ​ຖາມ​ສ່ວນ​ຕົວ​ຂອງ​ທ່ານ. ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ທ່ານ​ຈະ​ມາ​ສູ່​ທ່ານ​ໃນ​ວິ​ທີ​ທາງຂອງ​ພຣະ​ອົງ​ເອງ ແລະ ​ໃນເວ​ລາ​ຂອງ​ພຣະ​ອົງ​ເອງ, ແລະ ສະ​ນັ້ນ, ທ່ານ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຮັບ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ.5 ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້​ເຖິງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ມີ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ​ທີ່​ມາ​ຈາກ​ການ​ຕິດ​ຕາມ​ເສັ້ນ​ທາງ​ອັງ​ສູງ​ສົ່ງ​ຂອງ​ການ​ເປັນ​ສາ​ນຸ​ສິດ.

ເພື່ອນ​ທີ່​ຮັກ​ທັງ​ຫລາຍຂອງ​ຂ້າພະ​ເຈົ້າ, ມີ​ການ​ທົດ​ລອງ​ທີ່​ກົງ​ໄປ​ກົງ​ມາ​ແທ້, ພ້ອມ​ດ້ວຍ​ການ​ຮັບ​ຮອງ​ຈາກ​ພຣະ​ເຈົ້າ, ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ທຳ​ຂອງ​ພຣະ​ຄຳ​ພີ​​ໂບຮານ​ທີ່​ມີ​ໃຫ້​ຊາຍ, ຍິງ, ແລະ ເດັກ​ນ້ອຍ​ທຸກໆ​ຄົນ​ທີ່​ເຕັມ​ໃຈ​ທີ່​ຈະທົດ​ລອງ​ເບິ່ງວ່າ​ມັນ​ຈິງ​ຫລື​ບໍ່.

ທີໜຶ່ງ, ທ່ານ​ຕ້ອງ​ຄົ້ນ​ຄວ້າ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ການ​ອ່ານ​ພຣະ​ຄຳ​ພີ ແລະ ການ​ສຶກ​ສາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທັງ​ໃນ​ສະ​ໄໝ​​ໂບຮານ ແລະ ສະ​ໄໝ​ໃໝ່ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ—ບໍ່​ແມ່ນ​ດ້ວຍ​ເຈດ​ຕະ​ນາ​ທີ່​ຈະ​ສົງ​ໄສ ຫລື ວິ​ຈານ ແຕ່​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ​ເພື່ອ​ຈະ​ພົບ​ເຫັນ​ຄວາມ​ຈິງນັ້ນ. ຈົ່ງ​ໄຕ່ຕອງ​​ເຖິງຄວາມ​ຈິງ​ທີ່​ທ່ານ​ຈະ​ຮູ້ສຶກ, ​ແລະ ຕຽມ​ຈິດ​ໃຈ​ທີ່​ຈະ​ຮັບ​ເອົາ​ຄວາມ​ຈິງ.6 “​ເຖິງ​ແມ່ນພວກ​ທ່ານ​ເຮັດບໍ່​ໄດ້​ຫລາຍ​ໄປ​ກວ່າ​ຄວາມ​ປາດຖະ​ໜາ​ທີ່​ຈະ​ເຊື່ອ, ກໍ​ຂໍ​ໃຫ້​ຄວາມ​ປາດຖະ​ໜາ​ນີ້​ເກີດ​ຜົນ​ໃນ​ພວກ​ທ່ານ … ຈົນ​ກວ່າ​ພວກ​ທ່ານ​ຈະ​ໃຫ້​ບ່ອນ​ສຳ​ລັບ​ຄຳ​ສອນ​ [ຂອງ​ພຣະ​ເຈົ້າ] ໄດ້.”7

ທີສອງ, ທ່ານ​ຕ້ອງ​ພິ​ຈາ​ລະ​ນາ, ໄຕ່​ຕອງ, ​ພະ​ຍາ​ຍາມ​ທີ່​ຈະ​ເຊື່ອຢ່າງ​ບໍ່​ຢ້ານ​ກົວ,8 ແລະ ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ຄວາມ​ເມດ​ຕາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ​ ຈາກ​ວັນ​ເວ​ລາ​ຂອງອາ​ດາມຈົນ​ເຖິງວັນ​ເວ​ລາ​ຂອງ​ເຮົາ ໂດຍ​ການ​ຈັດ​ຫາ​ໃຫ້​ມີ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ຊ່ອຍ​ເຮົາ​ໃຫ້​ພົບ​ເຫັນ​ເສັ້ນ​ທາງ​ທີ່​ຈະນຳ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.

ທີ​ສາມ, ທ່ານ​ຕ້ອງ​ທູນ​​ຂໍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ເພື່ອສະ​ແດງ​​ຄວາມ​ຈິງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃຫ້​​ປະ​​ກົດແກ່​ທ່ານ. ຂໍ​ໃຫ້​ທູນ​ຖາມດ້ວຍ​ໃຈ​ຈິງ ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ.9

ຍັງ​ມີ​ຂັ້ນ​ຕອນ ທີສີ່ ອີກ​ດ້ວຍ, ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ໃຫ້​ໄວ້​ວ່າ: “ຜູ້​ໃດ​ກໍ​ຕາມ​ທີ່​ເຕັມ​ໃຈ​ປະ​ຕິ​ບັດ​ຕາມ​ຄວາມ​ປະ​ສົງ [ຂອງ​ພຣະ​ເຈົ້າ], ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງ​ສອນນັ້ນ​ມາ​ຈາກ​ພຣະ​ເຈົ້າ ຫລື ວ່າ​ເຮົາ​ກ່າວ​ຕາມ​ໃຈ​ຂອງ​ເຮົາ​ເອງ.”10 ໃນ​ອີກ​ຄຳ​ໜຶ່ງ​ກໍ​ຄື, ເມື່ອ​ທ່ານ​ພະ​ຍາ​ຍາມ​ຈະ​ພິ​ສູດ​ຄວາມ​ຈິງ​ຂອງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ທຳ​ອິດທ່ານ​ຕ້ອງດຳ​ລົງ​ຊີ​ວິດ​ຕາ​ມ​ຫລັກ​ທຳ​ນັ້ນ​ກ່ອນ. ຂໍ​ໃຫ້​ທົດ​ລອງ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຊີ​ວິດ​ຂອງ​ທ່ານ. ຈົ່ງ​ປະ​ຕິບັດ​ຕາມ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ ແລະ ສັດ​ທາ​ທີ່​ທົນ​ທານ​ໃນ​ພຣະ​ເຈົ້າ​.

ຖ້າ​ຫາກ​ທ່ານ​ຈະ​ປະ​ຕິ​ບັດ​ຕາມ​ສິ່ງ​ເຫລົ່າ​ນີ້, ທ່ານກໍ​ມີ​ຄຳ​ສັນ​ຍາ​ຈາກ​ພຣະ​ເຈົ້າ—ອົງ​ທີ່​ຖືກ​ຜູກ​ມັດ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ອົງ11—ວ່າ​ພຣະ​ອົງ​ຈະ​ສະ​ແດງ​ຄວາມ​ຈິງ​ໃຫ້​ປະ​ກົດ​ແກ່​ທ່ານ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ອົງ​ຈະ​ປະ​ທານ​ຄວາມ​ສະ​ຫວ່າງ​ໃຫ້​ທ່ານ​ຫລາຍ​ຂຶ້ນ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ທ່ານ​ຫລຽວ​ເຫັນ​ຜ່ານ​ຄວາມ​ມືດ​ມົວ ແລະ ໄດ້​ເຫັນ​ທິວ​ທັດ​ທີ່​ຮຸ່ງ​ໂລດ​ເກີນ​ຄວາມ​ຄາດ​ຄິດ ທີ່ບໍ່​ສາ​ມາດ​ເຫັນ​ໄດ້​ດ້ວຍ​ສາຍ​ຕາ​ທາງ​ຝ່າຍ​ໂລກ.

ບາງ​ຄົນ​ອາດ​ກ່າວ​ວ່າ ຂັ້ນ​ຕອນ​ເຫລົ່າ​ນີ້​ຍາກ​ໂພດ ຫລື ວ່າ​ມັນ​ບໍ່​ກຸ້ມ​ຄ່າ​ກັບຄວາມ​ພະ​ຍາ​ຍາມ. ແຕ່​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວ່າ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວເຖິງ​ພຣະ​ກິດ​ຕິ​ຄຸນ​ ແລະ ສາດ​ສະ​ໜາ​ຈັກ​ນີ້ເປັນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ທ່ານ​ສາ​ມາດ​ຫາ​ມາ​ໄດ້​ໃນ​ຊີ​ວິດມະ​ຕະ​ນີ້. ມັນ​ບໍ່​ພຽງ​ແຕ່​ຈະ​ໃຫ້​ພອນ ແລະ ນຳ​ພາ​ທ່ານ​ໃນ​ຊີ​ວິດນີ້, ແຕ່​ມັນ​ຈະ​ມີຜົນ​ສະ​ທ້ອນ​ໂດຍ​ກົງ​ໃນ​ຊີ​ວິດ​ຂອງ​ທ່ານ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນນຳ​ອີກ.

ເລື່ອງ​ທາງ​ຝ່າຍ​ວິນ​ຍານ​ຈະ​ເຂົ້າ​ໃຈ​ໄດ້​ພຽງ​ແຕ່​ໂດຍ​ພຣະ​ວິນ​ຍານ​ເທົ່າ​ນັ້ນ

ນັກວິທະຍາສາດ​ໄດ້​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ກວ້າງ​ຂອງຈັກກະວານ, ຈົນ​ກວ່າ​​ໄດ້ມີ​ການ​ປະດິດ​ສ້າງ​ເຄື່ອງມື​ທີ່​ທັນ​ສະ​ໄໝ​ທີ່​ສຸດ ​ເພື່ອ​ຮວບ​ຮວມຂໍ້​ມູນ ​ເຂົາ​ເຈົ້າຈຶ່ງ​​ເຂົ້າ​ໃຈຄວາມ​ຈິງ​ທັງ​ໝົດ​ຫລາຍ​ຕື່ມ​ຂຶ້ນ.

ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ສອນ​ຫລັກ​ທຳ​ທີ່​ຄ້າຍ​ຄື​ກັນນີ້​ກ່ຽວ​ກັບ​ຄວາມ​ຮູ້​ທາງ​ວິນ​ຍານ. ເພິ່ນ​ໄດ້​ຂຽນ​ເຖິງ​ຊາວ​ໂກ​ຣິນ​ໂທວ່າ, “ມະ​ນຸດ​ທີ່​ມີ​ຈິດໃຈ​ທຳ​ມະ​ດາຈະ​ຮັບ​ສິ່ງ​ເຫລົ່າ​ນັ້ນ ຊຶ່ງ​ເປັນ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ກໍບໍ່​ໄດ້ ເພາະ​ພວກ​ເຂົາ​ເຫັນ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ເລື່ອງ​ໂງ່​ສຳ​ລັບ​ຕົນ ແລະ ບໍ່​ສາ​ມາດ​ເຂົ້າ​ໃຈ​ເພາະ​ວ່າ ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ເຫລົ່າ​ນັ້ນ​ໄດ້ ກໍ​ຕ້ອງ​ອາ​ໄສ​ພຣະ​ວິນ​ຍານ.”12

ອີກ​ຄຳ​ໜຶ່ງ, ຖ້າ​ທ່ານ​ຢາກ​ຮູ້​ເຖິງ​ຄວາມ​ຈິງ​ທາງ​ວິນ​ຍານ, ທ່ານ​ຕ້ອງ​ໃຊ້​ເຄື່ອງມື​ທີ່​ຖືກຕ້ອງ. ທ່ານ​ຈະ​ບໍ່​ສາມາດ​ເຂົ້າ​ໃຈຄວາມ​ຈິງ​ທາງ​ວິນ​ຍານ​ໄດ້​ດ້ວຍ​ເຄື່ອງມື​ທີ່​ບໍ່​ກ່ຽວ​ພັນ​ກັບທາງ​ວິນຍານ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ບອກ​ເຮົາ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ວ່າ, “ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ; ແລະ ຄົນ​ທີ່​ໄດ້​ຮັບ​ຄວມ​ສະ​ຫວ່າງ, ແລະ ດຳ​ເນີນ​ຢູ່​ກັບ​ພຣະ​ເຈົ້າ, ຈະ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຫລາຍ​ຂຶ້ນ, ແລະ ຄວາມ​ສະ​ຫວ່າງນັ້ນ​ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງວັນ​ທີ່​ສົມ​ບູນ.”13

ເມື່ອ​ເຮົາ​ຕັ້ງ​ໃຈ ແລະ ​ຫັນຈິດ​ໃຈ​ຂອງ​ເຮົາ​ໄປ​ຫາ​ພຣະ​ເຈົ້າ, ຄວາມ​ສະ​ຫວ່າງ​ແຫ່ງ​ສະ​ຫວັນ​ຈະ​ຖືກມອບ​ໃຫ້​ເຮົາ​ຫລາຍ​ຂຶ້ນ. ແລະ ແຕ່​ລະ​ເທື່ອ​ທີ່​ເຮົາ​ຕັ້ງ​ໃຈ ແລະ ເຕັມ​ໃຈ​ສະ​ແຫວງ​ຫາ​ຄວາມ​ສະ​ຫວ່າງນັ້ນ, ເຮົາ​ບອກ​ໃຫ້ພຣະ​ເຈົ້າຮູ້​ເຖິງ​ຄວາມ​ຕຽມ​ພ້ອມ​ຂອງ​ເຮົາ​ທີ່​ຈະ​ຮັບ​ເອົາ​ຄວາມ​ສະ​ຫວ່າງນັ້ນ​ຫລາຍ​ຂຶ້ນ. ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ, ສິ່ງ​ທີ່​ເບິ່ງ​ຄື​ວ່າ​ມົວໆ, ມືດ​ມົນ, ແລະ ຫ່າງໄກ ຈະ​ແຈ້ງ​ຊັດ, ສະ​ຫວ່າງ, ແລະ ເປັນ​ທີ່​ຄຸ້ນ​ເຄີຍ​ຕໍ່​ເຮົາ​ຫລາຍ​ຂຶ້ນ.

ໃນ​ທຳ​ນອງດຽວ​ກັນ​ນັ້ນ, ຖ້າ​ຫາກ​ເຮົາ​ຍ້າຍ​ຕົວ​ເອງ​ອອກ​ໄປ​ຈາກ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ, ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ກໍ​ຈະ​ເລີ່ມ​ມືດ​ມົວ​ລົງ​—ບໍ່​ແມ່ນ​ໃນ​ມື້​ດຽວ ຫລື ໜຶ່ງ​ອາ​ທິດ ແຕ່​ຕາມການ​ເວ​ລາ​ມັນ​ຈະ​ມືດ​​ມົວລົງເທື່ອ​ລະ​ເລັກ​ລະ​ໜ້ອຍ—ຈົນ​ກວ່າ​ເຮົາ​ຈະ​ຫລຽວ​ຄືນ​ຫລັງ ແລະ ບໍ່​ເຂົ້າ​ໃຈ​ເລີຍ​ວ່າ​ເຮົາ​ເຄີຍ​ໄດ້​ເຊື່ອ​ວ່າ​ພຣ​ະ​ກິດ​ຕິ​ຄຸນ​ນັ້ນ​ຈິງ. ຄວາມ​ຮູ້​ຂອງ​ເຮົາ​ທີ່​ຜ່ານ​ມາ​ອາດ​ແມ່ນ​ແຕ່​ເບິ່ງ​ຄວາມ​ວ່າ​ເປັນ​ເລື່ອງ​ທີ່​ໂງ່​ຈ້າ​ຕໍ່​ເຮົາ ເພາະ​ວ່າ​ສິ່ງ​ທີ່​​ເຄີຍ​ແຈ່ມ​ແຈ້ງໃນຄັ້ງ​ໜຶ່ງ​ ກໍ​ໄດ້​ກາຍ​ມາ​ມືດມົວ ແລະ ຫ່າງ​ໄກ​ໄປ​ອີກແລ້ວ.

ເພາະ​ເຫດນີ້ ໂປ​ໂລ​ຈຶ່ງ​ໄດ້ແນ່ວ​ແນ່​ໃນ​ຄວາມ​ເຊື່ອ​ຂອງ​ເພິ່ນ​ວ່າ ຂ່າວ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ​ເປັນ​ເລື່ອງ​ໂງ່​ສຳ​ລັບ​ພວກ​ທີ່​ກຳ​ລັງ​ຈິບ​ຫາຍ​ໄປ, “ແຕ່​ສຳ​ລັບ ​[ພວກ​ເຂົາ] ​ທີ່​ກຳ​ລັງ​ຮັບ​ຄວາມ​ພົ້ນ​ນັ້ນ ຖື​ວ່າ​ເປັນ​ລິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ.”14

ບໍ່​ມີ​ການ​ທົດ​ລອງ​​ພຽງຢ່າງ​ດຽວ​ທີ່​ຕ້ອງ​ໃຊ້​ເພື່ອ​ຕັດ​ສິນ​ຄົນ​ອື່ນ

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ສະ​ຖານ​ທີ່​ສຳ​ລັບ​ຜູ້​ຄົນ​ທີ່ມີ​ປະ​ຈັກ​ພະ​ຍານ​​ໃນຫລາຍໆ​ຮູບ​ແບບ. ​​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກບາງ​ຄົນກໍມີ​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ. ບາງ​ຄົນ​ກໍ​ພະ​ຍາ​ຍ​າມ​ທີ່​ຈະ​ຮູ້​ດ້ວຍ​ຕົວ​ເອງ. ສາດ​ສະ​ໜາ​ຈັກ​ເປັນ​ບ້ານ​ເພື່ອໃຫ້​ທຸກ​ຄົນມາ​ເຕົ້າ​ໂຮມ​ກັນ, ບໍ່​ວ່າເຮົາຈະ​ມີ​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ ຫລື ວ່າ​ອ່ອນ​ແອ​ປານ​ໃດ​ກໍ​ຕາມ. ຂ້າ​ພະ​ເຈົ້າ​ບໍ່​​ເຫັນ​ປ້າຍ​ໃດ​ແຂວນ​ຢູ່​ທີ່​ປະ​ຕູ​ຂອງ​ຕຶກ​ໂບດ​ຂອງ​ເຮົາ​ທີ່​ກ່າວ​ວ່າ, “ທ່ານ​ຕ້ອງ​ມີ​ປະ​ຈັກ​ພະ​ຍານ​ເຂັ້ມ​ແຂງ​ເທົ່ານີ້​ກ່ອນ​ຈະ​ເຂົ້າ​ມາ​ໄດ້.”

ສາດ​ສະ​ໜາ​ຈັກ​ບໍ່​ແມ່ນ​ສຳ​ລັບ​ຄົນ​ທີ່​ດີ​ພ້ອມ ແຕ່​ສຳ​ລັບ​ທຸກ​ຄົນ​ທີ່​ຈະ “ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ.”15 ສາດ​ສະ​ໜາ​ຈັກ​ແມ່ນ​ສຳ​ລັບ​ຜູ້​ຄົນ​ດັ່ງ​ທ່ານ ແລະ ຂ້າ​ພະ​ເຈົ້າ. ສາດ​ສະ​ໜາ​ຈັກ​ເປັນ​ສະ​ຖານ​ທີ່​ ທີ່​ຕ້ອນ​ຮັບ ແລະ ບຳ​ລຸງ​ລ້ຽງ, ບໍ່​ແມ່ນ​​ສະ​ຖານ​ທີ່​ ທີ່​ແບ່ງ​ແຍກ ຫລື ຕຳ​ນິ​ວິ​ຈານ. ມັນ​ເປັນ​​ສະ​ຖານ​ທີ່​ ທີ່​ເຮົາ​ເອື້ອມ​ອອກ​ໄປ​ໃຫ້​ກຳ​ລັງ​ໃຈ, ເຊີດ​ຊູ, ແລະ ສະ​ໜັບສະ​ໜູນ​ກັນ​ແລະ​ກັນ ຂະ​ນະ​ທີ່​ເຮົາ​ໄຕ່​ຕາມ​ຄົ້ນ​ຄວ້າ​ຫາ​ຄວາມຈິງ​ແຫ່ງ​ສະ​ຫວັນ​ສຳ​ລັບ​ຕົວ​ເອງ.

ໃນ​ທີ່​ສຸດ, ເຮົາທຸກ​ຄົນ​ກໍ​ເປັນ​ຄົນ​ເດີນ​ທາງ ສະ​ແຫວງ​ຫາ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຈົ້າ ຂະ​ນະ​ທີ່​ເຮົາ​ເດີນ​ທາງ​ໄປ​ໃນ​ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ. ເຮົາ​ບໍ່​ປະ​ນາມ​ຄົນ​ອື່ນ​ສຳ​ລັບ​ຄວາມ​ສະ​ຫວ່າງ​ທີ່​ພວກ​ເຂົາ​ອາດ​ມີ ຫລື ບໍ່​ມີ; ແຕ່, ເຮົາ​ບຳ​ລຸງ​ລ້ຽງ ແລະ ສົ່ງ​ເສີມ​ຄວາມ​ສະ​ຫວ່າງ​ທັງ​ໝົດ ຈົນກວ່າ​ມັນ​ຈະ​ແຈ້ງ​ຊັດ​ຂື້ນ, ຮຸ່ງ​ເຫລື້ອມ, ແລະ ເປັນ​ຄວາມ​ຈິງ.

ຄຳ​ສັນຍາ​ຕໍ່​ທຸກ​ຄົນ

ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ຮູ້​ວ່າ ສ່ວນ​ຫລາຍ​ແລ້ວ ການ​ຈະ​ມີ​ປະ​ຈັກ​ພະ​ຍານບໍ່​ໄດ້​ເປັນ​ວຽກ​ງານທີ່​ໃຊ້​ເວ​ລາ​ໜຶ່ງ​ນາ​ທີ, ໜຶ່ງ​ຊົ່ວ​ໂມງ, ຫລື ໜຶ່ງມື້ທີ່​ຕ້ອງ​ສຳ​ເລັດ. ມັນ​ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ໄດ້​ແຕ່​ເທື່ອ​ດຽວ ແລະ ແລ້ວ​ໄປ. ຂັ້ນ​ຕອນ​ຂອ​ງ​ການ​ຮວບ​ຮວມ​ຄວາມ​ສະ​ຫວ່າງ​ທາງວິນ​ຍານນັ້ນ​ເປັນ​ການ​ສະ​ແຫວງ​ຫາ​ຕະ​ຫລອດ​ຊີ​ວິດມະ​ຕະ.

ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ບຸດ​ທີ່​ຊົງ​ພຣະ​ຊົນ​ຢູ່ຂອງ​ພຣະ​ເຈົ້າ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ທີ່​ໄດ້​ຮັບ​ການ​ຟຶ້ນ​ຟູ, ສາດ​ສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ອາດບໍ່​ເກີດ​ຂຶ້ນໄວ​ເທົ່າ​ກັບ​ຄວາມ​ປາດ​ຖະ​ໜາ, ແຕ່​ຂ້າ​ພະ​ເຈົ້າ​ໃຫ້​ສັນ​ຍາ​ທ່ານໄດ້​ເຖິງ​ເລື່ອງນີ້​ວ່າ: ຖ້າ​ຫາກ​ທ່ານ​ເຮັດ​ພາກ​ສ່ວນ​ຂອງ​ທ່ານ​, ພອນນັ້ນ​ຈະ​ມີມາ​ແນ່ນອນ.

ແລະ ມັນ​ຈະ​ຮຸ່ງ​ເຫລື້ອມ.

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຄວາ​ມ​ຈິງ​ທາງວິນ​ຍານ​ຈະເຮັດ​ໃຫ້​ຫົວ​ໃຈ​ຂອງ​ທ່ານ​ອົບ​ອຸ່ນ ແລະ ນຳ​ເອົາ​ຄວາມ​ສະ​ຫວ່າງ​ມາ​ສູ່​ວິນ​ຍານ​ຂອງ​ທ່ານ. ມັນ​ຈະ​ເປີດ​ເຜີຍ​ສະ​ຕິ​ປັນ​ຍາ​ທີ່​ບໍ​ລິ​ສຸດ​ໃຫ້​ແກ່​ທ່ານ ດ້ວຍ​ຄວາມ​ສຸກ​ທີ່​ປະ​ເສີດ ແລະ ຄວາມ​ສະ​ຫງົບ​ສຸກ​ແຫ່ງ​ສະ​ຫວັນ. ຂ້າ​ພະ​ເຈົ້າ​ໄດ້​ປະ​ສົບ​ເລື່ອງນີ້​ສຳ​ລັບ​ຕົວ​ຂ້າ​ພະ​ເຈົ້າ​ເອງໂດຍອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ເໝືອນດັ່ງ​​ຄຳ​ສັນ​ຍາ​ໃນ​ພຣະ​ຄຳ​ພີ​ໃນ​ສະ​ໄໝ​​ໂບຮານ, ການ​ສະ​ຖິດ​ຢູ່​ຂອງພຣະວິນ​ຍານ​ຂອງ​ພຣະ​ເຈົ້າ​ທີ່​ເກີນ​ຈະ​ອະ​ທິ​ບາຍ​ໄດ້ ຈະ​ເຮັດ​ໃຫ້​ທ່ານ​ຢາກ​ຮ້ອງ​ເພງ​ສັນ​ລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່,16 ​ເງີຍ​ໜ້າ​ຂຶ້ນ​ສູ່​ສະ​ຫວັນ, ແລະ ເປັ່ງ​ສຽງຂອງ​ທ່ານ​ ສັນ​ລະ​ເສີນ​ພຣະ​ເຈົ້າ​ສູງ​ສຸດ, ທີ່​ຫລົບ​ໄພ, ຄວາມ​ຫວັງ, ຜູ້​ປົກ​ປ້ອງ, ພຣະ​ບິ​ດາ​ຂອງ​ທ່ານ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສັນ​ຍາ​ວ່າ ຖ້າ​ຫາກ​ທ່ານ​ສະ​ແຫວງ​ຫາ, ທ່ານ​ຈະ​ໄດ້​ພົບ.17

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່ານີ້​ເປັນ​ຄວາມ​ຈິງ. ຖ້າ​ຫາກ​ທ່ານ​ສະ​ແຫວງ​ຫາ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ, ສິ່ງ​ທີ່​ໃນ​ເວ​ລານີ້​ປະກົດ​ຄື​ວ່າ​ມືດ​ມົວ, ບໍ່​ແຈ້ງ​ຊັດ, ແລະ ຫ່າງ​ໄກ​ຈະ​ຖືກ​ເປີດ​ເຜີຍ ແລະ ເຮັດ​ໃຫ້​ແຈ່ມ​ແຈ້ງ​ຂຶ້ນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ, ແລະ ມາ​ຢູ່​ໃກ້​ໆ​ຫົວ​ໃຈ​ຂອງ​ທ່ານ ໂດຍ​ຄວາມ​ສະ​ຫວ່າງ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ອົງ. ທິວ​ທັດ​ທີ່​ຮຸ່ງ​ເຫລື້ອມ​ທາງວິນ​ຍານ, ທີ່​ເຂົ້າ​ໃຈ​ຍາກ​ຕໍ່​ສາຍ​ຕາ​ຂອງ​ມະ​ນຸດ, ຈະ​ຖືກ​ເປີດ​ເຜີຍ​ຕໍ່​ທ່ານ.

ຂ້າ​ພະ​ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ວ່າ​ຄວາມ​ສະ​ຫວ່າງ​ທາງວິນ​ຍານກໍ​ມີ​ໄວ້​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າທຸກ​ຄົນ. ມັນ​ຈະ​ໃຫ້​ຄວາມ​ຮູ້​ແກ່​ຈິດ​ໃຈ​ຂອງ​ທ່ານ, ​ແລະ ນຳ​ການ​ປິ່ນ​ປົວ​ມາ​ສູ່​ຫົວ​ໃຈ​ຂອງ​ທ່ານ ແລະ ຄວາມ​ສຸກ​ມາ​ສູ່​ວັນ​ເວ​ລາ​ຂອງ​ທ່ານ. ເພື່ອນໆ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ຂໍ​ຈົ່ງ​ຢ່າ​ລັງ​ເລ​ເວ​ລາ​ທີ່​ຈະ​ສະ​ແຫວງ​ຫາ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ຂອງ​ທ່ານ​ເຖິງວຽກ​ງານ​ທີ່​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ວຽກ​ງານ​ແຫ່ງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ.

ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ຂອງ​ທ່ານ​ເຖິງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ​ຈະ​ບໍ່​ພຽງ​ແຕ່​ຈະ​ເປັນ​ພອນ​ໃຫ້​ແກ່​ທ່ານ ແລະ ລູກ​ຫລານ​ຂອງ​ທ່ານ​ເທົ່າ​ນັ້ນ​ໃນ​ໂລກນີ້, ແຕ່​ມັນ​ຈະ​ຢູ່​ກັບ​ທ່ານ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນນຳ​ອີກ, ໃນ​ບັນ​ດາ​ໂລກ​ທີ່​ປາດ​ສະ​ຈາກ​ທີ່​ສິ້ນ​ສຸດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງນີ້ ແລະ ​ຂໍຝາກ​ພອນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ກັບ​ທ່ານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ Moses 1:33.

  2. ເບິ່ງ Marcia Bartusiak, The Day We Found the Universe (2009), xii. ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ສະ​ເໝີ​ທີ່​ເຮົາ​ໝັ້ນ​ໃຈ​ຫລາຍ​ໃນ​ຂໍ້​ສະ​ຫລຸບ​ຂອງ​ເຮົາ. ບາງ​ເທື່ອ​ເຮົາ​ມີ​​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງຫລາຍ​ເກີນ​ໄປ ຈົນ​ເຮົາ​ຖື​ວ່າ​ເຮົາ​ມີ​ຄວາມ​ຈິງ​ທັງ​ໝົດ​ແລ້ວ. ຍົກ​ຕົວ​ຢ່າງ, “ທ່ານ​ໄຊ​ມັນ ນິວຄອມ, ຄະ​ນະ​ບໍ​ດີ​ຂອງ​ສະ​ມາ​ຄົມ​ດາ​ລາ​ສາດ​ຂອງ​ອາ​ເມ​ຣິ​ກາໃນ​ທ້າຍສັດ​ຕ​ະ​ວັດ​ທີ 19 ໄດ້​ກ່າ​ວ​ໃນ​ການ​ອຸ​ທິດ​ສະ​ຖານ​ທີ່​​ເບິ່ງ​ດວງ​ດາວໃນ​ປີ 1887 ວ່າ ‘ກ່ຽວ​ກັບ​ເລື່ອງ​ດາ​ລາ​ສາດ​ … ປະ​ກົດ​ວ່າ​ພວກ​ເຮົາ​ເຂົ້າ​ໃກ້​ຂອບ​ເຂດ​ຄວາມ​ຮູ້​ຂອງ​ເຮົາ​ແລ້ວ. … ຜົນ​ສະ​ທ້ອນ​ກໍ​ຄື​ ວຽກ​ງານ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ດາ​ລາ​ສາດ​ແທ້ໆ ຄື​ການ​ຄົ້ນ​ພົບ​ສິ່ງ​ໃໝ່​​ໆ​ທີ່​ມີນ້ອຍ​ລົງ​ຫລາຍກວ່າ​ການ​​ບັນ​ຍາຍ​ຢ່າງ​ລະ​ອຽດ​ເຖິງ​ສິ່ງ​ທີ່​ເປັນ​ທີ່​ຮັບ​ຮູ້​ກັນ​ແລ້ວ’” (Bartusiak, xv).

  3. ມັນ​ເປັນ​ທີ່​ໜ້າ​ສົນ​ໃຈ​ທີ່​ຈະ​ໄຕ່​ຕອງ​ຂໍ້​ພຣະ​ຄຳ​ພີ Moses 1:33, 35 ເມື່ອ​ອີງ​ຕາມ​ການ​ຄົ້ນ​ພົບ “ເມື່ອບໍ່​ດົນ​ມານີ້.” ພຣະ​ຄຳໃນ Moses ​ໃນ Pearl of Great Price ຖືກ​ເປີດ​ເຜີຍ​ໃຫ້​ແກ່​ ສາດ​ສະ​ດາ ​ໂຈ​ເຊັບ ສະ​ມິດ​ ໃນ​ເດືອນ​ມິ​ຖຸ​ນາ 1830, ເກືອບ​ໜຶ່ງ​ສັດຕະ​ວັດ​ກ່ອນ ທ່ານ​ເອ​ດ​ວິນ ຮັບ​​ໂບ ໄດ້​ປະ​ກາດ​ເຖິງ​ການ​ຄົ້ນ​ພົບ​ຂອງ​ເພິ່ນ​ກ່ຽວ​ກັບ​ກຸ່ມ​ດາວ​ຂະ​ໜາດ​ໃຫຍ່​ທີ່​ຢູ່​ໄກໆ.

  4. ​ເບິ່ງ, ຍົກ​ຕົວຢ່າງ, the Hubble Heritage Image Gallery at heritage.stsci.edu/gallery/gallery.html.

  5. ​ເບິ່ງ ​ໂຢຮັນ 14:6.

  6. ​ເບິ່ງ 3 ນີ​ໄຟ 17:3.

  7. ​ແອວ​ມາ 32:27.

  8. ​ເບິ່ງ Doctrine and Covenants 67:3.

  9. ​ເບິ່ງ ​ໂມ​ໂຣ​ໄນ 10:3–5.

  10. ​ໂຢຮັນ 7:17; ​ເບິ່ງ ​ເພງ​ສັນລະ​ເສີນ 25:14; ​ໂຢຮັນ 3:21 ນຳ​ອີກ​.

  11. ​ເບິ່ງ Doctrine and Covenants 82:10.

  12. 1 ​ໂກຣິນ​ໂທ 2:14.

  13. ເບິ່ງ Doctrine and Covenants 50:24.

  14. 1 ​ໂກຣິນ​ໂທ 1:18.

  15. ​ໂມ​ໂຣ​ໄນ 10:32; ​ເບິ່ງ Doctrine and Covenants 20:59 ນຳອີກ.

  16. ​ເບິ່ງ ​ແອວ​ມາ 5:26.

  17. ​ເບິ່ງ Doctrine and Covenants 88:63.