​2010–2019
ປື້ມຫົວນັ້ນ
ຕຸລາ 2014


ປື້ມຫົວນັ້ນ

ວຽກ​ງານ​ສືບ​ປະຫວັດ​ຄອບຄົວ ແລະ ວຽກ​ງານ​ພຣະ​ວິຫານ ຄວນ​ເປັນ​ພວກ​ສ່ວນ​ໜຶ່ງ​ທີ່​ເຮົາ​ເຮັດ​ເປັນ​ສ່ວນ​ຕົວ​ເປັນ​ປະຈຳ.

ຕອນ​ທີ່​ຂ້າພະເຈົ້າ​ເປັນ​ລູກ​ເສືອ​ອາຍຸ 12 ປີ, ຂ້າພະເຈົ້າ​ໄດ້​ຮັບ​ຂອງຂວັນ​ຊຶ່ງ​ເປັນ​ສ່ວນ​ເຄື່ອງ​ລູກ​ເສືອ​ທີ່​ຢາກ​ໄດ້​ຫລາຍໆ. ສິ່ງ​ດັ່ງກ່າວ​ແມ່ນ​ຂວານ​ນ້ອຍ​ທີ່​ມີ​ປອກ​ເປັນ​ໜັງ​ຊະນິດ​ໜາ. ເທື່ອ​ໜຶ່ງ​ຕອນ​ທີ່​ໄດ້​ໄປ​ນອນ​ປ່າ ເຮົາ​ໄດ້​ຮອດ​ປ່າ​ຫລັງ​ຈາກ​ມືດ​ແລ້ວ ແລະ ເຮົາ​ກໍ​ປຽກ ແລະ ໜາວ​ເພາະ​ມີ​ຫິມະ​ຢູ່​ທາງ. ຂ້າພະເຈົ້າ​ສາມາດ​ຄິດ​ແຕ່​ນຳ​ເລື່ອງ​ກໍ່​ໄຟ​ບັກ​ໃຫຍ່ໆ. ຂ້າພະເຈົ້າ​ໄດ້​ອອກແຮງ​ທັນທີ​ທີ່​ໄປ​ຮອດ, ໃຊ້​ຂວານ​ໃໝ່​ຕັດ​ຕົ້ນໄມ້​ທີ່​ຕາຍ​ແລ້ວ. ຂະນະ​ທີ່​ຟາດ​ຂວານ ຂ້າພະເຈົ້າ​ຮູ້ສຶກ​ອຶດ​ອັດ​ໃຈ​ເພາະ​ມັນ​ບໍ່​ໄດ້​ຕັດ​ດີ​ປານໃດ. ໃນ​ຄວາມ​ອຶດ​ອັດ​ໃຈ​ນັ້ນ, ຂ້າພະເຈົ້າ​ໄດ້​ເຮັດ​ແຮງ​ກວ່າ​​ເກົ່າ. ດ້ວຍ​ຄວາມ​ຕົກໃຈ ຂ້າພະເຈົ້າ​ໄດ້​ກັບ​ໄປ​ຄ້າຍ​ພ້ອມ​ດ້ວຍ​ທ່ອນ​ໄມ້​ແຕ່​ໜ້ອຍ​ດຽວ. ຈາກ​ແສງ​ໄຟ​ຂອງ​ຄົນ​ອື່ນ, ຂ້າພະເຈົ້າ​ພົບ​ເຫັນ​ບັນຫາ. ຂ້າພະເຈົ້າ​ບໍ່​ໄດ້​ຖອດ​ປອກ​ຂວານ​ເລີຍ. ແຕ່​ຂ້າພະເຈົ້າ​ສາມາດ​ບອກ​ໄດ້​ວ່າ ປອກ​ຂວານ​ທີ່​ເຮັດ​ດ້ວຍ​ໜັງ​ຂາດ​ສ້ອຍ​ໝົດ. ບົດຮຽນ​ກໍ​ຄື: ຂ້າພະເຈົ້າ​ໄດ້​ລືມ​ສິ່ງ​ອື່ນ​ອີກ.

ຂະນະ​ທີ່​ເຮົາ​ພະຍາ​ຍາມ​ກ້າວ​ຂຶ້ນ​ສູ່​ຄວາມ​ສູງ​ສົ່ງ, ເຮົາ​ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດ​ທຸກ​ຢ່າງ ແລະ ບໍ່​ຄວນ​ເອົາໃຈໃສ່​ແຕ່​ພຽງ​ສອງ​ສາມ​ຢ່າງ​ເທົ່າ​ນັ້ນ ຫລື ສິ່ງ​ອື່ນໆ​ທີ່​ບໍ່​ກ່ຽວຂ້ອງ. ການ​ສະແຫວງຫາ​ອານາຈັກ​ຂອງ​ພຣະ​ເຈົ້າ​ນຳໄປ​ສູ່​ຄວາມ​ຊື່ນ​ຊົມ ແລະ ຄວາມສຸກ.1 ຖ້າ​ຈຳເປັນ​ເຮົາ​ຕ້ອງ​ຍອມ​ເຕັມ​ໃຈ​ທີ່​ຈະ ປ່ຽນ. ການ​ແກ້​ໄຂ​ເລື້ອຍໆ​ທີ່​ເລັກໆ​ນ້ອຍໆ​ຈະ​ບໍ່​ເຈັບ​ປວດ ແລະ ວຸ້ນວາຍ ເໝືອນ​ການ​ປ່ຽນແປງ​ທີ່​ໃຫຍ່ໆ.

ເມື່ອ​ບໍ່​ດົນ​ມາ​ນີ້, ຊິດ​ສະ​ເຕີ​ແພ໊ກ​ເກີ​ກັບ​ຂ້າພະເຈົ້າ​ໄດ້​ເດີນທາງ​ໄປ​ຫລາຍ​ປະເທດ. ພວກ​ເຮົາ​ໄດ້​ຕຽມ​ໜັງສືຜ່ານແດນ​ພ້ອມ​ດ້ວຍ​ເອກະສານ​ອື່ນໆ. ພວກ​ເຮົາ​ໄດ້​ສັກ​ຢາ​ທີ່​ຈຳເປັນ, ໄດ້​ໄປ​ກວດ​ສຸຂະພາບ, ໄດ້​ເຮັດ​ໃບ​ວີ​ຊາ, ໄດ້​ຮັບ​ຕາ​ປະ​ທັບ. ເມື່ອ​ໄປ​ເຖິງ, ກໍ​ມີ​ການ​ກວດ​ເອ​ກະ​ສານ​ຂອງ​ພວກ​ເຮົາ ແລະ ເມື່ອ​ຮຽບ​ຮ້ອຍ​ທຸກ​ຢ່າງ​ແລ້ວ, ພວກ​ເຮົາ​ກໍ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ເມືອງ.

ການ​ມີ​ຄຸນຄ່າ​ສຳລັບ​ຄວາມ​ສູງ​ສົ່ງ ກໍ​ຄື​ກັນ​ກັບ​ການ​ເຂົ້າ​ປະເທດ​ອື່ນ. ເຮົາ​ແຕ່ລະຄົນ​ຕ້ອງ​ໄດ້​ຮັບ​ໜັງສືຜ່ານແດນ​ທາງ​ວິນ​ຍານ​ຂອງ​ຕົນ. ເຮົາ​ບໍ່​ໄດ້​ ຕັ້ງ ຂໍ້​ກຳນົດ​ເອງ, ແຕ່​ເຮົາ​ແຕ່ລະຄົນ​ຕ້ອງ​ຜ່ານ​ຂໍ້​ກຳນົດ​ເຫລົ່ານັ້ນ​ທັງ​ໝົດ. ແຜນ​ແຫ່ງ​ຄວາມ​ລອດ​ປະກອບ​ດ້ວຍ​ຄຳ​ສອນ, ກົດ, ພຣະ​ບັນຍັດ, ແລະ ພິທີການ​ທັງ​ໝົດ ທີ່​ຈຳເປັນ​ສຳລັບ​ຂໍ້​ກຳນົດ ທັງ​ໝົດ ສຳລັບ​ຄວາມ​ສົ່ງ.2 ​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ, ມະນຸດ​ທັງ​ປວງ​ຈະ​ລອດ.3 ສາດສະໜາ​ຈັກ​ຈະ​ຊ່ອຍ​ເຫລືອ, ແຕ່​ບໍ່​ສາມາດ​ເຮັດ​ແທນ​ເຮົາ. ການ​ມີຄ່າ​ຄວນ​ສຳລັບ​ຄວາມ​ສູງ​ສົ່ງ ຕ້ອງ​ໄດ້​ໃຊ້​ຄວາມ​ພະຍາຍາມ​ຕະຫລອດ​ຊີວິດ​ຂອງ​ເຮົາ.

ພຣະຄຣິດ​ໄດ້​ຈັດ​ຕັ້ງ​ສາດສະໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ​ເພື່ອ​ຊ່ອຍ​ເຫລືອ​ເຮົາ. ພຣະ​ອົງ​ໄດ້​ເອີ້ນ 15 ຄົນ​ທີ່​ເຮົາ​ສະໜັບ​ສະໜູນ​ໃຫ້​ເປັນ​ສາດສະດາ, ຜູ້​ພະຍາກອນ, ແລະ ຜູ້​ເປີດເຜີຍ ເພື່ອ​ນຳພາ​ສາດສະໜາ​ຈັກ ແລະ ສອນ​ຜູ້​ຄົນ. ຝ່າຍ​ປະທານ​ສູງ​ສຸດ4 ແລະ ສະພາ​ອັກ​ຄະ​ສາວົກ​ສິບ​ສອງ5 ມີ​ພະລັງ ແລະ ສິດ​ອຳນາດ​ທີ່​ເທົ່າ​ທຽມ​ກັນ,6 ແລະ ອັກ​ຄະ​ສາວົກ​ຜູ້​ໃຫຍ່​ສຸດ​ຖືກ​ແຕ່ງຕັ້ງ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ.7 ສາວົກ​ເຈັດ​ສິບ​ກໍ​ຖືກ​ເອີ້ນ​ເພື່ອ​ໃຫ້​ຊ່ອຍ​ເຫລືອ. ຜູ້ນຳ​ບໍ່​ໄດ້​ຕັ້ງ​ຂໍ້​ກຳນົດ​ສຳລັບ​ຄວາມ​ສູງ​ສົ່ງ. ແມ່ນ​ພຣະ​ເຈົ້າ​ທີ່​ຕັ້ງ​ມັນ​ຂຶ້ນ! ຜູ້ນຳ​ໄດ້​ຖືກ​ເອີ້ນ​ເພື່ອ​ສິດສອນ, ອະທິບາຍ, ແນະນຳ ແລະ ​ເຕືອນ ເພື່ອ​ວ່າ​ເຮົາ​ຈະ​ຢູ່​ໃນ​ເສັ້ນທາງ.8

ຕາມ​ທີ່​ອະ​ທິບາຍ​ໃນ​ຄູ່​ມື​ການ​ບໍລິຫານ​ສາດສະໜາ​ຈັກ ມີ​ຄຳ​ວ່າ: “ໃນ​ການ​ບັນລຸ​ຈຸດປະສົງ​ທີ່​ຈະ​ຊ່ອຍ​ບຸກຄົນ ແລະ ຄອບຄົວ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສູງ​ສົ່ງ, ສາດສະໜາ​ຈັກ​ຈຶ່ງ​ເອົາໃຈໃສ່​ກັບ​ໜ້າທີ່​ຮັບຜິດຊອບ​ທີ່​ພຣະ​ເຈົ້າ​ກຳນົດ​ໄວ້. ຄື​ການ​ຊ່ອຍ​ໃຫ້​ສະມາຊິກ​ດຳເນີນ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ, ການ​ຮວບ​ຮວມ​ຊາວ​ອິດ​ສະ​ຣາ​ເອນ​ຜ່ານ​ວຽກ​ງານ​ເຜີຍແຜ່, ການ​ດູ​ແລ​ຄົນ​ຍາກຈົນ ແລະ ຄົນ​ຂັດ​ສົນ, ຕະຫລອດ​ທັງ​ການ​ເປີດ​ໂອກາດ​ໃຫ້​ຄົນ​ຕາຍ​ໄດ້​ຮັບ​ຄວາມ​ລອດ​ໂດຍ​ການ​ສ້າງ​ພຣະ​ວິຫານ ແລະ ປະກອບ​ພິທີ​ແທນ​ຄົນ​ຕາຍ.”9 ການ​ເນັ້ນ​ສີ່​ປະການ​ດັ່ງກ່າວ​ພ້ອມ​ດ້ວຍ​ກົດ, ພຣະ​ບັນຍັດ, ແລະ ພິທີການ​ຕ່າງໆ ແມ່ນ​ສິ່ງ​ທີ່​ກຳນົດ​ໄວ້ ບໍ່​ແມ່ນ​ສິ່ງ​ທີ່​ເລືອກ​ເອງ​ໄດ້. ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ ແລະ ໂດຍ​ການ​ເຮັດ​ສິ່ງ​ທັງ​ໝົດ​ນີ້, ເຮົາ​ໄດ້​ເພີ່ມ​ຕາ​ປະ​ທັບ​ໃຫ້​ໜັງສືຜ່ານແດນ​ທາງ​ວິນ​ຍານ​ຂອງ​ເຮົາ.

ໃນ​ລະຫວ່າງ​ກອງ​ປະຊຸມ​ນີ້ ເຮົາ​ໄດ້​ຮັບ​ການ​ສິດສອນ​ກ່ຽວ​ກັບ​ການ​ປ່ຽນແປງ​ທີ່​ຈະ​ຊ່ອຍ​ເຮົາ​ທຸກ​ຄົນ​ຕຽມ​ຕົວ​ໄດ້​ດີ​ກວ່າ​ເກົ່າ.

ຄອບຄົວ​ແມ່ນ​ຈຸດ​ໃຫຍ່​ໃຈກາງ​ໃນ​ແຜນ​ແຫ່ງ​ຄວາມ​ລອດ ແລະ ອາດ​ຈະ​ແມ່ນ​ເຫດ​ທີ່​ແຜນ​ນີ້​ຖືກ​ເອີ້ນ​ວ່າ ແຜນ​ແຫ່ງ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່.10 ປະທານ ບອຍ ເຄ ແພ໊ກ​ເກີ​ ເຄີຍ​ເວົ້າ​ວ່າ, “ຈຸດ​ປະສົງ​ສຸດ​ຍອດ​ຂອງ​ກິດຈະກຳ​ທັງ​ໝົດ​ໃນ​ສາດ​ສະໜາ​ຈັກ​ແມ່ນ ເພື່ອ​ໃຫ້​ສາມີ​ພັນ​ລະ​ຍາ ແລະ ລູກໆ​ຂອງ​ເຂົາເຈົ້າ​ມີ​ຄວາມສຸກ​ທີ່​ບ້ານ.”11

ປະທານ​ສະ​ເປັນ​ເຊີ ດັບ​ເບິນຢູ ຄິມໂບ ໄດ້​ກ່າວ​ວ່າ, “ຄວາມ​ສຳ​ເລັດຜົນ​ຂອງ​ເຮົາ ທັງ​ຕົວ​ເຮົາ​ເອງ ແລະ ທັງ​ສາດສະໜາ​ຈັກ ສ່ວນ​ຫລາຍ​ຈະ​ຂຶ້ນ​ຢູ່​ກັບ​ການ​ເອົາໃຈໃສ່​ພຽງ​ໃດ ໂດຍ​ສັດທາ​ຂອງ​ເຮົາ​ໃນ​ການ​ດຳເນີນ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ບ້ານ.”12 ວຽກ​ງານ​ພຣະ​ວິຫານ ແລະ ການ​ສືບ​ປະຫວັດ​ຄອບຄົວ​ແມ່ນ​ພາກສ່ວນ​ຂອງ​ການ​ດຳເນີນ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ໃນ​ບ້ານ. ມັນ​ຄວນ​ເປັນ​ກິດ​ຈະກຳ​ຂອງ​ຄອບຄົວ​ຫລາຍ​ກວ່າ​ເປັນ​ກິດຈະກຳ​ຂອງ​ສາດ​ສະໜາ​ຈັກ.

ມີ​ການ​ເນັ້ນ​ໃໝ່​ເລື່ອງ​ການ​ສືບ​ປະຫວັດ​ຄອບຄົວ ແລະ ວຽກ​ງານ​ພຣະ​ວິຫານ ຈາກ​ຝ່າຍ​ປະທານ​ສູງ​ສຸດ ແລະ ສະພາ​ອັກ​ຄະ​ສາວົກ​ສິບ​ສອງ.13 ວິທີ​ທີ່​ທ່ານ​ຕອບ​ການ​ເນັ້ນ​ດັ່ງກ່າວ​ນີ້​ຈະ​ເພີ່ມ​ທະວີ​ຄວາມ​ຊື່ນ​ຊົມ ແລະ ຄວາມສຸກ​ໃຫ້​ແກ່​ຕົວ​ເອງ ແລະ ຄອບຄົວ.

Doctrine and Covenants ພາກ​ທີ 128 ກ່າວ​ວ່າ ວັນ​ສຳຄັນ​ຂອງ​ພຣະ​ເຈົ້າ​ກຳລັງ​ຈະ​ມາ​ເຖິງ ... ສະນັ້ນ​ເຮົາ​ໃນ​ຖານະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຖະຫວາຍ​ເຄື່ອງ​ຖະຫວາຍ​ບູຊາ​ໃນ​ຄວາມ​ຊອບ​ທຳ​ແດ່​ພຣະ​ຜູ້​ເປັນ​ເຈົ້າ. ແລະ ເຮົາ​ຄວນ​ຖະຫວາຍ​ໃນ​ພຣະ​ວິຫານ​ທີ່​ສັກສິດ​ຂອງ​ພຣະ​ອົງ...ປື້​ມ​ຫົວ​ໜຶ່ງ​ທີ່​ມີ​ບັນທຶກ​ຄົນ​ຕາຍ​ຂອງ​ເຮົາ ຊຶ່ງ​ຈະ​ສົມຄວນ​ແກ່​ການ​ຍອມຮັບ​ທັງ​ປວງ.14

ປື້​ມຫົວ​ດັ່ງກ່າວ​ຈະ​ຕຽມ​ໄວ້​ຈາກ​ບັນທຶກ​ລາຍ​ຊື່ ແລະ ພິທີການ ໃນ​ສາງ​ຂໍ້​ມູນ FamilyTree (ຕົ້ນ​ຄອບຄົວ) ຂອງ​ສາດສະໜາ​ຈັກ.

ຂ້າພະເຈົ້າ​ກວດເບິ່ງ ແລະ ເຕີມ​ບັນທຶກ​ໃສ່​ໃນ​ສາງ​ຂໍ້​ມູນ​ດັ່ງກ່າວ​ນີ້ ເພາະ​ຂ້າພະເຈົ້າ​ຢາກ​ໃຫ້​ຊື່​ຂອງ​ຄົນ​ທີ່​ຂ້າພະເຈົ້າ​ຮັກ​ມີ​ບັນຈຸ​ຢູ່​ໃນ​ປື້ມ​ຫົວ​ນັ້ນ. ແລ້ວ​ທ່ານ​ເດ້?

Doctrine and Covenants ພາກ​ທີ 128 ກ່າວ​ວ່າ, ຖ້າ​ເຮົາ​ບໍ່​ມີ​ບັນ​ພະ​ບຸລຸດ​ຂອງ​ເຮົາ ພຣະ​ອົງ​ຈະ​ເຮັດ​ໃຫ້​ດີ​ພ້ອມ​ບໍ່​ໄດ້; ຖ້າ​ບັນພະ​ບຸລຸດ​ຂອງ​ເຮົາ​ບໍ່​ມີ​ເຮົາ ພຣະ​ອົງ​ກໍ​ຈະ​ເຮັດ​ໃຫ້​ດີ​ພ້ອມ​ບໍ່​ໄດ້​ຄື​ກັນ.15

ປະຫວັດ​ຄອບຄົວ​ແມ່ນ​ເກີນ​ກວ່າ​ລຳດັບ​ເຊື້ອສາຍ, ກົດ​ລະບຽບ, ລາຍ​ຊື່, ວັນ​ທີ, ແລະ ສະຖານທີ່​ເທົ່າ​ນັ້ນ. ມັນ​ເກີນ​ກວ່າ​ການ​ເອົາໃຈໃສ່​ເລື່ອງ​ອາ​ດີດ. ປະຫວັດ​ຄອບຄົວ​ແມ່ນ​ຮ່ວມ​ດ້ວຍ​ປະຈຸ​ບັນ​ໃນ​ຂະນະ​ທີ່​ເຮົາ​ສ້າງ​ປະຫວັດ​ຂອງ​ເຮົາ​ເອງ. ມັນ​ຮ່ວມ​ດ້ວຍ​ອະນາຄົດ​ໃນ​ຂະນະ​ທີ່​ເຮົາ​ຕຽມ​ໂຄງ​ຮ່າງ​ປະຫວັດ​ສຳລັບ​ລູກ​ຫລານ​ໃນ​ອະນາຄົດ. ຍົກ​ຕົວຢ່າງ ແມ່​ໜຸ່ມ​ທີ່​ເລົ່າ​ເລື່ອງ​ຄອບຄົວ ແລະ ສະແດງ​ຮູບ​ພາບ​ນຳ​ລູກໆ ກໍ​ກຳລັງ​ເຮັດ​ວຽກ​ງານ​ສືບ​ປະຫວັດ​ຄອບຄົວ​ຄື​ກັນ.

ຄື​ກັນ​ກັບ​ການ​ຮັບ​ສິນ​ລະ​ລຶກ, ການ​ໄປ​ປະຊຸມ, ການ​ອ່ານ​ພຣະ​ຄຳ​ພີ, ແລະ ການ​ອະທິຖານ​ສ່ວນ​ຕົວ ວຽກ​ງານ​ສືບ​ປະຫວັດ​ຄອບຄົວ ແລະ ວຽກ​ງານ​ພຣະ​ວິຫານ ຄວນ​ເປັນ​ພວກ​ສ່ວນ​ໜຶ່ງ​ທີ່​ເຮົາ​ເຮັດ​ເປັນ​ສ່ວນ​ຕົວ​ເປັນ​ປະຈຳ. ການ​ຕອບ​ຮັບ​ຂອງ​ພວກ​ຊາວ​ໜຸ່ມ​ຂອງ​ເຮົາ​ຕໍ່​ຄຳ​ເຊື້ອ​ເຊີນ​ຂອງ​ສາດສະດາ ເປັນ​ສິ່ງ​ທີ່​ໜ້າ​ປະ​ທັບ​ໃຈ​ຫລາຍ ແລະ ພິສູດ​ວ່າ ການ​ນີ້​ ສາມາດ ​ແລະ ຄວນ ຈະ​ມີ​ສະມາຊິກ ທຸກ​ຄົນ ​ເຮັດ ບໍ່​ວ່າ ອາຍຸ​ເທົ່າ​ໃດ ກໍ​ຕາມ.

ຕາມ​ທີ່​ແອວ​ເດີ ຄວນ​ຕິ​ນ ແອວ ຄຸກ ເຄີຍ​ອະທິບາຍ, “ດຽວນີ້​ເຮົາ​ມີ​ຄຳ​ສອນ, ມີ​ພຣະ​ວິຫານ, ແລະ ມີ​ເທັກ​ໂນ​ໂລ​ຈີ.”16 ບັດ​ນີ້ ການ​ເຮັດ​ວຽກ​ງານ​ນີ້​ແມ່ນ​ງ່າຍ​ຂຶ້ນ​ຫລາຍ, ແຕ່​ມີ​ສະມາຊິກ​ບາງ​ຈຳນວນ​ເທົ່າ​ນັ້ນ ທີ່​ຖື​ວ່າ​ວຽກ​ງານ​ນີ້​ສຳຄັນ​ຫລາຍ​ເປັນ​ອັນ​ດັບ​ແລກ. ການ​ເຮັດ​ວຽກ​ງານ​ນີ້ ຕ້ອງ​ໃຊ້​ເວລາ ແລະ ການ​ເສຍ​ສະລະ, ແຕ່ ທຸກ​ຄົນ ສາມາດ​ເຮັດ​ໄດ້ ແລະ ເຮັດ​ໄດ້​ງ່າຍ ຖ້າ​ປຽບທຽບ​ໃສ່​ກັບ​ບໍ່​ຫລາຍ​ປີ​ມາ​ກ່ອນ.

ເພື່ອ​ຊ່ອຍ​ເຫລືອ​ສະມາຊິກ ສາດສະໜາ​ຈັກ​ໄດ້​ຮວບ​ຮວມ​ເອົາ​ບັນທຶກ​ມາ ແລະ ຈັດ​ຫາ​ເຄື່ອງ​ຊ່ອຍ​ເຫລືອ​ວຽກ​ງານ​ນີ້ ເພື່ອ​ວ່າ​ວຽກ​ງານ​ສ່ວນ​ຫລາຍ​ສາມາດ​ເຮັດ​ໄດ້​ໃນ​ບ້ານ​ຂອງ​ເຮົາ​ເອງ ຫລື ເຮັດ​ໃນ​ໂບດ ແລະ ທີ່​ພຣະ​ວິຫານ​ຂອງ​ເຮົາ. ອຸບປະສັກ​ເກືອບ​ທັງ​ໝົດ​ກໍ​ໄດ້​ຖື​ກຳຈັດ​ໄປ​ແລ້ວ. ບໍ່​ວ່າ ທ່ານ​ຄິດ​ຈັ່ງ​ໃດ​ໃນ​ເມື່ອ​ກ່ອນ ດຽວນີ້ ບໍ່​ຄືເກົ່າ​ແລ້ວ!

ແຕ່​ມີ​ອຸບປະສັກ​ອັນ​ໜຶ່ງ​ທີ່​ສາດສະໜາ​ຈັກ​ບໍ່​ສາມາດ​ເອົາ​ອອກ​ໄປ. ນັ້ນ​ຄື​ຄວາມ​ລັງ​ເລ​ໃຈ​ຂອງ​ບຸກຄົນ​ທີ່​ຈະ​ເຮັດ​ວຽກ​ງານ​ນີ້. ຕ້ອງການ​ແຕ່​ຄວາມ​ຕັ້ງໃຈ ແລະ ການ​ອອກແຮງ​ໜ້ອຍ​ໜຶ່ງ​ເທົ່າ​ນັ້ນ. ບໍ່​ຕ້ອງ​ໃຊ້​ເວລາ​ຫລາຍ. ໃຊ້​ແຕ່​ເວລາ​ໜ້ອຍ​ດຽວ ເຮັດ​ໄປ​ເລື້ອຍໆ ຈະ​ນຳ​ຄວາມສຸກ​ຂອງ​ວຽກ​ງານ​ນີ້​ມາ​ໃຫ້. ຂໍ​ໃຫ້​ທ່ານ​ຈົ່ງ​ຕັດສິນ​ໃຈ​ທີ່​ຈະ​ເລີ່​ມ​ຕົ້ນ, ທີ່​ຈະ​ຮຽນ, ແລະ ຂໍ​ໃຫ້​ຄົນ​ອື່ນ​ຊ່ອຍ​ເຫລືອ. ເຂົາເຈົ້າ​ຊິ​ຊ່ອຍ​ຢູ່​ດອກ! ຊື່​ທີ່​ທ່ານ​ຄົ້ນ​ພົບ ແລະ ນຳ​ເອົາ​ໄປ​ພຣະ​ວິຫານ​ນັ້ນ ຈະ​ກາຍເປັນ​ບັນທຶກ​ໃນ “ປື້​ມ​ຫົວ​ນັ້ນ.”17

ເຖິງ​ແມ່ນ​ມີ​ສະມາຊິກ​ຫລາຍ​ກວ່າ​ເກົ່າ​ຮ່ວມ​ມື​ໃນ​ວຽກ​ງານ​ນີ້, ແຕ່​ພວກ​ເຮົາ​ຍັງ​ເຫັນ​ວ່າ ສະມາຊິກ​ຈຳນວນ​ໜ້ອຍ​ຮ່ວມ​ເຮັດ​ເປັນ​ປະຈຳ​ໃນ​ການ​ຄົ້ນ​ຫາ​ລາຍ​ຊື່ ແລະ ເຮັດ​ພິທີ​ການ​ໃນ​ພຣະ​ວິຫານ​ເພື່ອ​ບັນພະບຸລຸດ​ຂອງ​ຕົນ.18ເຮົາ​ຄວນ​ຈະ​ປ່ຽນ​ລຳດັບ​ຄວາມ​ສຳຄັນ​ຂອງ​ເຮົາ. ບໍ່​ຕ້ອງ​ຕໍ່ສູ້​ເລື່ອງ​ນີ້, ຕ້ອງ​ຮັບ​ມັນ! ການ​ປ່ຽນ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ແຜນ​ແຫ່ງ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່.

ວຽກ​ງານ​ນີ້​ເປັນ​ສິ່ງ​ຈຳເປັນ​ທີ່​ຈະ​ຕ້ອງ​ເຮັດ, ບໍ່​ແມ່ນ​ເພື່ອ​ປະໂຫຍດ​ຂອງ​ສາດ​ສະໜາ​ຈັກ, ແຕ່​ເພື່ອ​ຄົນ​ຕາຍ​ຂອງ​ເຮົາ ແລະ ເພື່ອ​ຕົວ​ເຮົາ​ເອງ. ເຮົາ​ພ້ອມ​ກັບ​ບັນພະ​ບຸລຸດ​ທີ່​ຕາຍ​ໄປ​ແລ້ວ​ຂອງ​ເຮົາ​ຕ້ອງ​ມີ​ຕາ​ປະ​ທັບ​ໄວ້​ໃນ​ໜັງສື​ຜ່ານ​ແດນ​ທາງ​ວິນ​ຍານ​ຂອງ​ເຮົາ.

“ການ​ຮ່ວມ​ຄອບຄົວ​ເຮົາ​ໃຫ້​ຕິດຕໍ່​ເຂົ້າກັນ”19 ຫລາຍ​ຊົ່ວ​ອາ​ຍຸຄົນ ສາມາດ​ເກີດ​ຢູ່​ໃນ​ພຣະ​ວິຫານ​ຜ່ານ​ທາງ​ພິທີການ​ຜະ​ນຶກ​ເທົ່າ​ນັ້ນ. ມັນ​ງ່າຍ​ທີ່​ຈະ​ເຮັດ: ຊອກຫາ​ຊື່ ແລະ ເອົາ​ໄປ​ພຣະ​ວິຫານ. ແລ້ວ​ທ່ານ​ຈະ​ສາມາດ​ຊ່ອຍ​ຄົນ​ອື່ນ​ເຮັດ​ຄື​ກັນ.

ໂດຍ​ທີ່​ມີ​ການ​ຍົກເວັ້ນ​ເລັກ​ນ້ອຍ, ທຸກ​ຄົນ—ທຸກ​ຄົນ—ສາມາດ​​ເຮັດສິ່ງ​ນີ້​ໄດ້!

ມີ​ພອນ​ແທ້ໆ​ທີ່​ມາ​ກັບ​ການ​ນີ້. ພໍ່​ແມ່ ແລະ ຜູ້ນຳ​ຫລາຍ​ຄົນ​ກໍ​ເປັນ​ຫ່ວງ​ເປັນ​ໄຍ​ນຳ​ສະຖານະ​ການ​ຂອງ​ໂລກ​ໃນ​ປະຈຸ​ບັນ ແລະ ຜົນ​ກະທົບ​ຕໍ່​ຄອບຄົວ ແລະ ຊາວ​ໜຸ່ມ.

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ເຄີຍ​ສັນຍາ​ວ່າ: “ຂ້າພະເຈົ້າ​ຂໍ​ເຊີນ​ຊາວ​ໜຸ່ມ​ໃນ​ສາດສະໜາ​ຈັກ​ໃຫ້​ຮຽນ​ຮູ້ ແລະ ຮູ້ສຶກ​​ເຖິງວິນ​ຍານ​ແຫ່ງ​ເອ​ລີ​ຢາ. ... ຂ້າພະເຈົ້າ​ສັນຍາ​ວ່າ ພວກ​ເຈົ້າຈະ​ຖືກ​ປົກ​ປ້ອງ​ຈາກ​ອິດ​ທິ​ພົນ​ທີ່​ຮ້າຍ​ແຮງ​ຂອງ​ຜູ້​ກົງກັນຂ້າມ. ຂະນະ​ທີ່​ພວກ​ເຈົ້າ​ຮ່ວມ​ມື ແລະ ເຮັດ​ວຽກ​ງານ​ສັກສິດ​ນີ້ ພວກ​ເຈົ້າ​ຈະ​ຖືກ​ປົກ​ປ້ອງ​ໃນ​ໄວ​ໜຸ່ມ​ຂອງ​ພວກ​ເຈົ້າ ແລະ ຕະຫລອດ​ຊີວິດ​ຂອງ​ພວກ​ເຈົ້າ.”20

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ເວລາ​ມາ​ເຖິງ​ແລ້ວ​ທີ່​ເຮົາ​ຖອດ​ປອກ​ຂວານ​ຂອງ​ເຮົາ​ອອກ ແລະ ລົງມື​ເຮັດ​ວຽກ​ງານ. ເຮົາ​ບໍ່​ຄວນ​ຈະ​ສະລະ​ຄວາມ​ສູງ​ສົ່ງ​ຂອງ​ເຮົາ ຫລື ຄອບຄົວ​ຂອງ​ເຮົາ​ໄປ ເພື່ອ​ເລື່ອງ​ອື່ນໆ​ທີ່​ບໍ່​ສຳຄັນ.

ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ຊຶ່ງ​ສະມາຊິກ ແລະ ຜູ້​ບໍ່​ເປັນ​ສະມາ​ຊິກ​ຄົນ​ໜຸ່ມ ແລະ ຄົນ​ແກ່, ທັງ​ຊາຍ ແລະ ຍິງ ຈະ​ຕ້ອງ​ເຮັດ.

ຂ້າພະເຈົ້າ​ຂໍ​ປີດ​ທ້າຍ​ດ້ວຍ​ຖ້ອຍ​ຄຳ​ຂອງ​ເພງ​ສວດ ເລກ​ທີ 324, ທີ່​ວ່າ:

ຈົ່ງ​ລຸກຂຶ້ນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ!

ເຄີຍ​ໄດ້​ເຮັດ​ສິ່ງ​ທີ່​ສະບາຍ.

ຈົ່ງ​ມອບ​ຈິດໃຈ ແລະ ຄວາມ​ຄິດ ທັງ​ກຳລັງ

ເພື່ອ​ຮັບ​ໃຊ້​ຈອມ​ເຈົ້າ​ກະສັດ.21

ພຣະເຢ​ຊູ​ຄື ກະສັດ​ອົງ​ນັ້ນ! ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ພຣະ​ອົງ ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.