​2010–2019
ຂ້າ​ນ້ອຍ​ພ້ອມ​ທີ່​ຈະ​ໄປ​ທີ່ນັ້ນ​ກັບ​ພຣະ​ອົງ
ຕຸລາ 2014


ຂ້າ​ນ້ອຍ​ພ້ອມ​ທີ່​ຈະ​ໄປ​ທີ່ນັ້ນ​ກັບ​ພຣະ​ອົງ

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໂດຍ​ການ​​ໃຊ້​ຄຳ​ກຳມະ ດັ່ງ​ຕໍ່​ໄປ​ນີ້: “ຈົ່ງ​ມາ​ຫາ​ເຮົາ,” “ຈົ່ງ​ຕາມ​ເຮົາມາ,” “ຈົ່ງ​​ເດີນໄປ​ກັບ​ເຮົາ.” ໃນ​ແຕ່​ກໍ​ລະ​ນີ ມັນ​ເປັນ​ການເຊື້ອ​ເຊີນ​ໃຫ້​ລົງ​ມື​ປະ​ຕິ​ບັດ.

“ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ໃຫ້​ທຸກ​ປະ​ຊາ​ຊາດ ​ດ້ວຍ​ຊາດ ແລະ ພາ​ສາ​ຂອງ​ຕົນ​ເອງ​ເພື່ອ​ສອນ​ພຣະ​ຄຳ​ຂອງພຣະ​ອົງ.”1 ໃນ​ວັນ​ເວ​ລານີ້ ພຣະ​ຄຳ​ພີ​ຂໍ້​ນີ້ກໍ​ເປັນ​ຄວາມ​ຈິງ​ອີກຄັ້ງ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂອ​ກາດ​ໃຫ້​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພາ​ສາ​ຂອງ​ຂ້າ​ພະ​ເຈົ້າ​ເອງ.

ໃນ​ປີ 1975 ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມຢູ່​ທີ່​ເຂດ​ເຜີຍ​ແຜ່ຢູ່​​ ຢູຣູກວາຍ ​ປາຣາກວາ​ຍ. ໃນ​ເດືອນ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ສະ​ໜາມ​ເຜີຍ​ແຜ່, ຜູ້​ນຳ​ເຂດ​ໄດ້​ຈັດ​ກິດ​ຈະ​ກຳ​ຂຶ້ນ​ເພື່ອ​ສະ​ແດງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ຜູ້​ສອນ​ສາດ​ສະ​ໜາ​ແຕ່​ລະ​ຄົນ​ໃນ​ເຂດໄດ້​ມີ​ຜ້າມັດ​ບັງ​ຕາ, ແລະ ພວກ​ເຮົາ​ຖືກບອ​ກວ່າ​ໃຫ້​ຕິດ​ຕາມ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່ຫ້ອງ​ກິ​ລາ. ພວກ​ເຮົາ​ຕ້ອງ​ຕິດ​ຕາມ​ສຽງ​ຂອງ​ຜູ້​ນຳ​ບາງ​ຄົນ​ໂດຍ​ສະ​ເພາະ, ສຽງ​ທີ່​ພວກ​ເຮົາ​ໄດ້​ຍິນ ກ່ອນ​ເລີ່ມ​ການ​ຍ່າງນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ຖືກ​ເຕືອນ​ວ່າ ໃນ​ລະ​ຫວ່າງ​ທາງ​ພວກ​ເຮົາ​ຈະ​ໄດ້​ຍິນ​ສຽງ​ອື່ນ​ໆ​ທີ່​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ພວກ​ເຮົາ​ສັບ​ສົນ ແລະ ຊັກ​ຊວນ​ໃຫ້​ເຮົາອ​ອກ​ໄປ​ຈາກ​ເສັ້ນ​ທາງ​ນັ້ນ.

ຫລັງ​ຈາກ​ໄດ້​ຍິນ​ສຽງ​ດັງ, ການ​ເວົ້າ​ລົມ, ສອງ​ສາມ​ນາ​ທີ ແລະ ໃນ​ທ່າມ​ກາງ​ສຽງ​ເຫລົ່າ​ນັ້ນ ສຽງ​ທີ່​ໄດ້​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ,” ແລະ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ໝັ້ນ​ໃຈ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ສຽງ​ທີ່​ຖືກ​ຕ້ອງ. ເມື່ອ​ພວກ​ເຮົາ​ໄປ​ເຖິງ​ຫ້ອງ​ກິ​ລາ, ​ພວກ​ເຮົາ​ໄດ້​ຖືກ​ບອກ​ໃຫ້​ແກ້​ຜ້າ​ບັງ​ຕາ​ອອກ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ແກ້​ຜ້າ​ອອກ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ​ມີ​ສອງ​ກຸ່ມ ແລະ ວ່າ​ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ສຽງ​ຜິດ. ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກັບ​ຕົວ​ເອງວ່າ, “ສຽງ​ນັ້ນ​ຄ້າຍ​ຄື​ກັນ​ກັບ​ສຽງ​ທີ່​ຖືກ​ຕ້ອງ​ຫລາຍ.”

ປະ​ສົບ​ການທີ່​ໄດ້​ເກີດ​ຂຶ້ນ​ເມື່ອ 39 ປີ​ກ່ອນ​ໄດ້​ມີ​ຜົນ​ກະ​ທົບ​ທີ່​ຍາວ​ນານ​ຕໍ່​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ຕົວ​ເອງວ່າ, “ຢ່າ​ຕິດ​ຕາມ​ສຽງ​ທີ່​ຜິດ​ອີກ​ຈັກ​ເທື່ອ.” ​ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ຕົວ​ເອງວ່າ, “ຂ້າ​ນ້ອຍ​ພ້ອມ​ທີ່​ຈະ​ໄປ​ທີ່ນັ້ນ​ກັບ​ພຣະ​ອົງ.”

ຂ້າ​ພະ​ເຈົ້າ​ຢາກ​ປຽບ​ທຽບ​ປະ​ສົບ​ການນີ້​ກັບ​ຄຳ​ເຊຶ້ອ​ເຊີນອັນ​ລະ​ອຽດ​ອ່ອນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ວ່າ:

“ເຮົາ​ນີ້​ແຫລະ ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ. …

“ແກະ​ຂອງ​ເຮົາ​ກໍ​ຟັງ​ສຽງ​ຂອງ​ເຮົາ, ແລະ ເຮົາ​ຮູ້​ຈັກ​ເຂົາ, ແລະ ເຂົາ​ກໍ​ຕາມ​ເຮົາ​ໄປ.”2

ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ໃຫ້ “ຕິດ​ຕາມ​ພຣະ​ອົງ,” ແມ່ນ​ງ່າຍ​ດາຍ, ​ກົງໄປ​ກົງ​ມາ, ແລະ ເປັນ​ຄຳ​ເຊື້ອ​ເຊີນ​ທີ່​ມີ​ພະ​ລັງ​ຫລາຍ​ທີ່​ສຸດ​ ທີ່​ເຮົາ​ສ​າ​ມາດ​ໄດ້​ຮັບ. ມັນ​ມາ​ຈາກ​ສຸ​ລະ​ສຽງ​ທີ່​ແຈ້ງ​ຊັດ ທີ່ບໍ່​ສາ​ມາດ​ສັບ​ສົນ​ກັບ​ສຽງ​ໃດ​ເລີຍ.

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໂດຍ​ການ​​ໃຊ້​ຄຳ​ກຳ​ມະ ທີ່​ວ່າ: “ຈົ່ງ​ມາ​ຫາ​ເຮົາ,” “ຈົ່ງ​ຕາມ​ເຮົາມາ,” “ຈົ່ງ​​ເດີນໄປ​ກັບ​ເຮົາ.” ໃນ​ແຕ່​ກໍ​ລະ​ນີ ມັນ​ບໍ່​ໄດ້​ເປັນ​ການ​ເຊື້ອ​ເຊີນ​ທີ່​ໃຫ້​ຢູ່​ຊື່ໆ; ມັນ​ເປັນ​ການເຊື້ອ​ເຊີນ​ໃຫ້​ລົງ​ມື​ປະ​ຕິ​ບັດ. ອົງ​ທີ່​ເປັນສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ, ອາ​ຈານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ, ພຣະ​ບຸດ​ຂອງ​ພຣະເຈົ້າ, ພຣະ​ເມ​ຊີ​ອາ ໄດ້​ສົ່ງ​ຄຳ​ເຊື້ອ​ເຊີນນີ້ອອກ​ໄປ​ສູ່​ມະ​ນຸດ​ທັງ​ປວງ.

ຄຳ​ເຊື້ອ​ເຊີນ​ “​ຈົ່ງມາ​ຫາ​ເຮົາ”

“ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ​ ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.”3

ພວກທ່ານ ຜູ້ທີ່​ຍັງ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ໄດ້​ຮັບ​ການ​ເຊື້ອ​ເຊີນນີ້ ຜ່ານ​ສຽງ​ຂອງ​ຜູ້​ສອນ​ສາດ​ສະ​ໜາ ດ້ວຍ​ຄຳ​ທີ່​ວ່າ: “ທ່ານ​ຈະ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ບໍ? ທ່ານຈະ​ອະ​ທິ​ຖານບໍ? ທ່ານ​ຈະ​ໄປ​ໂບດ​ບໍ? ທ່ານຈະ​ເຮັດ​​ຕາມ​ຕົວ​ຢ່າງຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຮັບ​ບັບ​ຕິ​ສະ​ມາ ໂດຍ​ຜູ້​ທີ່​ມີ​ສິດ​ອຳ​ນາດນັ້ນບໍ?”4 ທ່ານ​ຈະ​ຕອບ​ຮັບ​ການ​ເຊື້ອ​ເຊີນ​​ນີ້ໃນ​ວັນ​ເວ​ລານີ້​ແນວ​ໃດ?5

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຮັບ​ຟັງ ແລະ ຮັບ​ເອົາ​ຂ່າວ​ສານ​ໂດຍ​ກ່າວ​ວ່າ, “ຂ້າ​ນ້ອຍ​ພ້ອມ​ທີ່​ຈະ​ໄປ​ທີ່ນັ້ນ​ກັບ​ພຣະ​ອົງ!”

ຄາ​ໂລສ໌ ບາ​ດີ​ໂອລາ ແລະ ຄອບ​ຄົວ, ທີ່​ເມືອງມີ​ນາ​ສ໌ ປະ​ເທດຢູຣູກວາຍ, ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ. ເພາະ​ພວກ​ແອວ​ເດີ​ຖາມ​ຄຳ​ຖາມ​ຫລາຍ​ຂໍ້​ລະ​ຫວ່າງ​ບົດ​ຮຽນ, ເຂົາ​ເຈົ້າ​ຕັດ​ສິນ​ໃຈ​ຈະ​ເຊື້ອ​ເຊີນ​ເພື່ອນ​ບ້ານ​ທີ່ບໍ່​ໄດ້​ເປັນ​ສະ​ມາ​ຊິກຊື່ ນາງ​ໂນ​ມາ ທີ່​ສວຍ​ງາມ ອາ​ຍຸ 14 ປີ ໃຫ້​ມາ​ຊ່ອຍ​ເຂົາ​ເຈົ້າ​ຕອບ​ຄຳ​ຖາມ. ນາງ​ໂນ​ມາ ເປັນ​ນັກ​ຮຽນ​ມັດ​ທະ​ຍົມ​ປາຍທີ່​ກະ​ຕື​ລື​ລົ້ມ ຜູ້​ທີ່​ກຳ​ລັງ​ສຶກ​ສາ​ພຣະ​ຄຣິສຕະທຳ​ຄຳ​ພີ ຢູ່​ທີ່​ໂຮງ​ຮຽນ​ໃນ​ປີນັ້ນ; ສະ​ນັ້ນ​ເມື່ອ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ຖາມ​ຄຳ​ຖາມ, ນາງ​ໂນ​ມາ​ໄດ້​​ຕອບຄຳ​ຖາມ. ນາງ​ໄດ້​ເປັນ “ຜູ້​ສົນ​ໃຈ​ທີ່​ມີ​ຄຸນ​ຄ່າ​ຫລາຍ.” ບົດ​ຮຽນ​ທີ່​ຖືກ​ສອນ​ໃນ​ມື້​ນັ້ນ​ແມ່ນ​ກ່ຽວ​ກັບ​ກົດ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ.

ເມື່ອ​ນາງ​ໄດ້​ກັບບ້ານ​ຫລັງ​ຈາກ​ໄດ້​ຮຽນ​ບົດ​ຮຽນ​ນຳ​ຜູ້​ສອນ​ສາດ​ສະ​ໜາ​ແລ້ວ, ນາງ​ໂນ​ມາ​ ໄດ້​ຮູ້​ວ່າ​ນາງ​ຕ້ອງ​ເຮັດ​ຫຍັງ​ແດ່. ນາງ​ໄດ້​ບອກ​ແມ່​ຂອງ​ນາງວ່າ, “ແມ່​ເອີຍ, ​ແຕ່ຈາກນີ້​ໄປ​ລູກຈະບໍ່​ດື່ມ​ກາ​ເຟ​ກັບ​​ນ້ຳນົມ​ອີກ​ເດີ້. ພຽງ​ແຕ່​ນ້ຳ​ນົມ​​ເທົ່າ​ນັ້ນ.” ຄຳ​ເວົ້າຂອງ​ນາງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ຂອງ​ນາງ​ທີ່​ຈະ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ທີ່​ຈະ​ຕິດ​ຕາມ​ພຣະ​ຄຣິດ, ຕາມ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ສະ​ເໜີ​ໃຫ້​ນາງ.

ທັງ ຄາ​ໂລສ໌ ບາ​ດີ​ໂອລາ ແລະ ນາງ​ໂນ​ມາ ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ຕໍ່​ມາ, ໂດຍ​ທີ່​ຕິດ​ຕາມ​ຕົວ​ຢ່າງ​ຂອງ​ນາງໂນ​ມາ, ແມ່​, ພໍ່, ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ນາງ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ນາງ​ໂນ​ມາ ແລະ ຂ້າ​ພະ​ເຈົ້າ​ໄດ້​ເຕີບ​ໂຕ​ຂຶ້ນ​ມາ​ນຳ​ກັນ​ໃນ​ສາ​ຂາ​ນ້ອຍໆ ແຕ່​ມີ​ພະ​ລັງ​ນັ້ນ. ຕໍ່​ມາ, ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ກັບ​ຈາກ​ການ​ເຜີຍ​ແຜ່, ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ແຕ່ງ​ງານ​ກັນ. ຂ້າ​ພ​ະ​ເຈົ້າ​ໄດ້​ຮູ້​ຢູ່​ສະ​ເໝີ​ວ່າ​ ມັນ​ຈະ​ງ່າຍ​ຂຶ້ນ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ​ເມື່ອ​ມີ​ນາງ​ຢູ່​ຄຽງ​ຂ້າງ​ຂ້າ​ພະ​ເຈົ້າ.

ຜູ້​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ໄດ້​ຮັບ​ເອົາການ​ເຊື້ອ​ເຊີນນີ້​ຈະ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ແຕ່​ລະ​ອາ​ທິດ ທີ່​ຈະ​ຮັບ​ສ່ວນ​ສິນ​ລະ​ລຶກ.6 ສ່ວນ​ໜຶ່ງ​ໃນ​ຄຳ​ໝັ້ນ​ສັນ​ຍານັ້ນ​ແມ່​ນຮ່ວມ​ດ້ວຍ​ການ​​ຮັກ​ສາ​ພຣະ​ບັນ​ຍັດ​ ແລະ ເມື່ອ​ເຮັດ​ດັ່ງ​ນັ້ນ​ ທ່ານກໍ​ກຳ​ລັງ​ກ່າວ​ວ່າ, “ຂ້າ​ນ້ອຍ​ພ້ອ​ມ​ທີ່​ຈະ​ໄປ​ທີ່ນັ້ນ​ກັບ​ພຣະ​ອົງ!”7

ຄຳ​ເຊື້ອ​ເຊີນ “ຈົ່ງຕາມ​ເຮົາ​ມາ”

“ຈົ່ງຕາມ​ເຮົາ​ມາ,” ໄດ້​ເປັນ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ຕໍ່​ເສດ​ຖີ​ໜຸ່ມ. ເສດ​ຖີ​ຄົນ​ນັ້ນ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຕະ​ຫລອດ​ຊີ​ວິດ​ຂອງ​ລາວ​. ເມື່ອ​ລາວ​ໄດ້​ຖາມ​ວ່າ​ລາວ​ຕ້ອງ​ປະ​ຕິ​ບັດ​ຢ່າງ​ໃດ​ຕື່ມ​ອີກ, ລາວ​ໄດ້​ຮັບ​ຄຳ​ຕອບ​ດ້ວຍ​ຄຳ​ເຊື້ອ​ເຊີນ​ທີ່​ແຈ່ມ​ແຈ້ງວ່າ: “ຈົ່ງຕາມ​ເຮົາ​ມາ.”8 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຖິງ​ແມ່ນ​ວ່າ​ຄຳ​ເຊື້ອ​ເຊີນ​ນັ້ນ​ລຽບ​ງ່າຍ, ມັນ​ບໍ່​ໄດ້​ເປັນ​ໄປ​ປາດ​ສະ​ຈາກ​ການ​ເສຍ​ສະ​ລະ. ມັ​ນ​ໄດ້​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ ຮ່ວມ​ກັບ​ການ​ຕັດ​ສິນ​ໃຈ ແລະ ການ​ກະ​ທຳ.

ສາດ​ສະ​ດາ​ນີ​ໄຟ​ໄດ້​ເຊື້ອ​ເຊີນ​ໃຫ້​ສະ​ທ້ອນ​ຄິດ​ເຖິງ​ຕົວ​ເອງ ເມື່ອ​ເພິ່ນ​ໄດ້​ຖາມ​ວ່າ: “ແລະ [ພຣະ​ເຢ​ຊູ] ໄດ້​ກ່າວ​ກັບ​ລູກ​ຫລານ​ມະ​ນຸດ​ວ່າ​: ພວກ​ທ່ານ​ຈົ່ງ​ຕາມ​ເຮົາ​ມາ​ເຖີດ. ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພ​ະ​ເຈົ້າ, ພວກ​ເຮົາ​ຈະ​ຕາມ​ພຣະ​ເຢ​ຊູ​ໄດ້​ບໍ​ ນອກ​ຈາກ​ພວກ​ເຮົາ​ຈະ​ເຕັມ​ໃຈ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ບິ​ດາ?”9

ຄຳ​ເຊື້ອ​ເຊີນ​ “ຈົ່ງມາ​ຫາ​ພຣະອົງ,” ມາ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ແລະ ປະ​ຕິ​ບັດ​ຕາມ​ກໍ​ໄດ້​ເປັນ​ຂ່າວ​ສານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ຕັ້ງ​ແຕ່​ຕົ້ນ, ທີ່​ຊ່ອຍ​ເຫລືອໃຫ້​ຄົນ​ທັງ​ຫລາ​ຍ​ປ່ຽນ​ແປງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​​ໄປ​ໃນ​ທາງ​ດີ.

ເມື່ອ​ຫ້າ​ສິບ​ປີ​ກ່ອນ ຜູ້​ສອນ​ສາດ​ສະ​ໜາ​ໄດ້​ເຂົ້າ​ໄປ​ໃນ​ຮ້ານ​​ນາ​ລິ​ກາ ເພື່ອ​ເອົາ​ນາ​ລິ​ກາ​ໄປ​ແປງ. ດັ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ທີ່​ດີ​ໄດ້​ເຮັດ, ເຂົາ​ເຈົ້າ​ໄດ້​ສວຍ​​ເອົາ​ໂອກາດນັ້ນ ທີ່​ຈະ​ເວົ້າ​ລົມ​ກັບ​ພໍ່ ແລະ ແມ່​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ຜູ້​ສອນ​ສາດ​ສະ​ໜາ, ແລະ ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ຂ່າວ​ສານ ແລະ ຄຳ​ເຊື້ອ​ເຊີນ​ໃຫ້​ຕິດ​ຕາມ​ພຣະ​ຄ​ຣິດ. ຈາກ​ມື້ນັ້ນ​ຈົນ​ເຖິງມື້​ນີ້, ​ແມ່​ຍັງ​ໄປ​ໂບດ​ຢູ່​ເປັນ​ປະ​ຈຳ. ​ເພິ່ນ​ໄດ້​ກ່າວ​ວ່າ, “ຂ້າ​ນ້ອຍ​ພ້ອມ​ທີ່​ຈະ​ໄປ​ທີ່ນັ້ນ​ກັບ​ພຣະ​ອົງ!”

ເມື່ອ​ເຮົາ​ພະ​ຍາ​ຍາມ​ຈະ​ມາ​ຫາ​ພຣະ​ອົງ, ເຮົາ​ຈະ​ມີ​ອຳ​ນາດ​ທີ່​ຈະຊ່ອຍ​ບັນ​ເທົາ​ພາ​ລະ​ໜັກ​ຂອງ​ຊີ​ວິດ, ບໍ່​ວ່າ​ນັ້ນ​ຈະ​ເປັນ​ທາງ​ຮ່າງ​ກາຍ ຫລື ທາງ​ຝ່າຍວິນ​ຍານ, ແລະ ​ຈະມີ​ການ​ປ່ຽນ​ແປງ​ທີ່​ດີ​ໃນ​ຈິດ​ໃຈ, ທີ່​ຈະ​ຊ່ອຍ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ.

ຄຳ​ເຊື້ອ​ເຊີນ​ “ຈົ່ງເດີນ​ໄປ​ກັບ​ເຮົາ”

ເອ​ໂນກ​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ຜູ້​ຄົນ​ທີ່​​ມັກ​ຍາກ ແລະ ໃຈ​ແຂງ​ກະ​ດ້າງ. ເພິ່ນ​ໄດ້​ຮູ້​ສຶກວ່າ​ເພິ່ນບໍ່​ມີ​ຄວາມ​ສາ​ມາດ​ພໍ. ເພິ່ນ​ໄດ້​ມີ​ຄວາມ​ສົງ​ໄສວ່າ​ເພິ່ນ​ຈະ​ເຮັດ​ໄດ້​ຫລື​ບໍ່. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ຄວາມ​ສົງ​ໄສ​ຂອງ​ເພິ່ນສະ​ຫງົບ​ລົງ ແລະ ໄດ້​ເສີມ​ກຳ​ລັງ​ໃຫ້​ແກ່​ສັດ​ທາ​ຂອງ​ເພິ່ນ​ຜ່ານ​ຄຳ​ເຊື້ອ​ເຊີນ ທີ່​ວ່າ “ຈົ່ງເດີນ​ໄປ​ກັບ​ເຮົາ” ຄຳ​ເຊື້ອ​ເຊີນ​ທີ່ເໝືອນ​ດັ່ງ​ຄ້ອນ​ເທົ້າ​ຂອງ​ຄົນ​ຕາ​ບອດ ຫລື ອ້ອມ​ແຂນ​ຂອງ​ເພື່ອນ​ຄົນ​ໜຶ່ງ, ສາ​ມາດ​ນຳ​ພາ​ບາດ​ກ້າວ​ຂອງ​ຜູ້​ທີ່ບໍ່​ໝັ້ນ​ໃຈໄດ້. ໂດຍ​ການ​ຈັບ​ແຂນ​ຂອງ​ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ເອົາ​ໄວ້ ແລະ ເດີນ​ໄປ​ກັບ​ພຣະ​ອົງ, ເອ​ໂນກໄດ້​ພົບ​ເຫັນ​ວ່າ​ບາດ​ກ້າວ​ຂອງ​ເພິ່ນ​ໄດ້​ໝັ້ນ​ຄົງ ແລະ ເພິ່ນ​ໄດ້​ກາຍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຍິ່ງ​ໃຫຍ່​ຄົນ​ໜຶ່ງ.10

ການ​ຕັດ​ສິນ​ໃຈ​ເຮັດ​ຕາມ​ຄຳ​ວ່າ “ຈົ່ງມາ​ຫາ​ເຮົາ” ແລະ “ຈົ່ງຕິດ​ຕາມ​ເຮົາ​ມາ” ເປັນ​ເລື່ອງ​ສ່ວນ​ຕົວ. ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນນີ້, ລະ​ດັບ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ກໍ​ມີ​ຫລາຍ​ຂຶ້ນ, ແລະ ແລ້ວ​ໃນ​ເວ​ລາ​ນັ້ນ​ເຮົາ​ຈະ “ເດີນ​ໄປ​ກັບ​ພຣະ​ອົງ” ໄດ້. ລະ​ດັບ​ນີ້​ຈະ​ສ້າງ​ໃຫ້​ຄວາມ​ສຳ​ພັນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ຊິດ​ຫລາຍ​ຂຶ້ນ---​ເປັນຜົນ​ຂອງ​ການ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ເທື່ອທຳ​ອິດຂອງ​ເຮົາ.

ໂນ​ມາ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ທີ່​ວ່າ “ຈົ່ງມາ​ຫາ​ເຮົາ” ແລະ “ຈົ່ງຕາມ​ເຮົາ​ມາ” ດ້ວຍ​ຕົວ​ເອງ. ແລ້ວ, ພ້ອມ​ກັນ, ​ໄດ້ສົ່ງ​ເສີມ​ກັນ​ແລະ​ກັນ, ພວກ​ຂ້າ​ພະ​ເຈົ້າກໍ​ໄດ້​ຮຽນ​ຮູ້​ທີ່​ຈະ​ເດີນ​ໄປ​ກັບ​ພຣະ​ອົງ.

ຄວາມ​ພະ​ຍາ​ຍາມ ແລະ ຄວາມ​ຕັ້ງ​ໃຈ ທີ່​ຈະ​ສະ​ແຫວງ​ຫາ​ພຣະ​ອົງ ແລະ ຕິດ​ຕາມ​ພຣະ​ອົງ ຈະ​ໄດ້​ຮັບ​ລາງວັນ ດ້ວຍ​ພອນ​ທີ່​ເຮົາ​ຕ້ອງ​ການ.

ມັນ​ກໍ​ໄດ້​ເປັນ​ດັ່ງ​ນັ້ນ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ, ທີ່​ມີ​ຄວາມ​ພະ​ຍາ​ຍາມ​ຫລາຍ, ທີ່ໄດ້ແຕະ​ຕ້ອງ​ເສື້ອ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ11 ຫລື ເໝືອນ​ດັ່ງບາ​ຣະຕີ​ມາຍ, ຊາຍ​ທີ່​ຕາ​ບອດ, ຜູ້​ທີ່​ມີ​ຄວາມຕັ້ງໃຈ​ ທີ່​ເປັນ​ປັດ​ໃຈ​ສຳ​ຄັນ​ໃນ​ການ​ມະ​ຫັດ​ສະ​ຈັນ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ລາວ.12 ໃນ​ທັງ​ສອງ​ກໍ​ລະ​ນີນີ້ ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ​ກໍ​ຖືກ​ປະ​ທານ​ໃຫ້.

ຈົ່ງ​ຍື່ນມື​ຂອງ​ທ່ານ​ອອກ​ໄປ, ແຕະ​ຕ້ອງ​ອາ​ພອນ​ຂອງ​ພຣະ​ອົງ, ຮັບ​ເອົາ​ຄຳ​ເຊື້ອ​ເຊີນ, ​ແລ້ວກ່າວ​ວ່າ, “ຂ້າ​ນ້ອຍ​ພ້ອມ​ທີ່​ຈະ​ໄປ​ທີ່ນັ້ນ​ກັບ​ພຣະ​ອົງ”---ແລະ ເດີນ​ໄປ​ກັບ​ພຣະ​ອົງ.

“ຈົ່ງ​ມາ​ຫາ​ເຮົາ,” “ຈົ່ງ​ຕາມ​ເຮົາ​ມາ,” ​ແລະ “ຈົ່ງ​ເດີນ​ໄປ​ກັບ​ເຮົາ” ເປັນ​ຄຳ​ເຊື້ອ​ເຊີນ​ທີ່​ມີ​ອຳ​ນາດ​ ທີ່​ມີ​ຢູ່​ໃນ​ຕົວ ສຳ​ລັບ​ຜູ້​ທີ່ຍອມ​ຮັບ​ເອົາ​ມັນ ​ເພື່ອ​ປ່ຽນ​ສະພາບ​ຊີວິດ ແລະ ເພື່ອ​ກໍ່​ໃຫ້​ເກີດ ການ​ປ່ຽນ​ແປງ​ພາຍ​ໃນ​ຕົວ​ທ່ານ ທີ່​ຈະ​ເຮັດ​ໃຫ້​ທ່ານກ່າວ​ອອກ​ມາ​ວ່າ, “[ເຮົາ] ບໍ່​ມີ​ໃຈ​ທີ່​ຈະ​ທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ.13

ໃນການ​ສະ​ແດງ​ອອກ​ທາງນອກຂອງ​ການ​ປ່ຽນ​ແປງນັ້ນ, ທ່ານ​ຈະ​ຮູ້ສຶກ​ເຖິງ​ຄວາມ​ປາດ​ຖະ​ໜາ​ອັນແຮງ​ກ້າ​ທີ່​ຈະ “ຊ່ອຍ​ຄົນ​ອ່ອນ​ແອ, ຍົກ​ມື​ທີ່​ຕົກ, ແລະ ໃຫ້​ກຳ​ລັງ​ຫົວ​ເຂົ່າ​ທີ່​ອ່ອນ​​ເພຍ.”14

ເຮົາ​ຈະ​ເຮັດ​ຫຍັງ​ແດ່​ໃນ​ເວ​ລານີ້​ເພື່ອ​ຈະ “​ເດີນ​ໄປ​ກັບ​ພຣະ​ອົງ​ໄດ້?”

  1. ບຳ​ລຸງ​ລ້ຽງ​ຄວາມ​ປາດ​ຖະ​ໜາ ທີ່​ຈະ​ເປັນ​ຜູ້​ຕິດ​ຕາມ​ພຣະ​ຄຣິດ​ທີ່​ດີກວ່າ​ເກົ່າ.15

  2. ອະ​ທິ​ຖານ​ ເພື່ອ​ຄວາມ​ປາດ​ຖະ​ໜານີ້ ເພື່ອ​ວ່າ​ສັດ​ທາ​ຂອງ​ທ່ານ​ທີ່​ມີ​ໃນ​ພຣະ​ອົງ​ຈະ​ເຕີບ​ໂຕ​ຂຶ້ນ.16

  3. ສະ​ແຫວງ​ຫາ​ຄວາມ​ຮູ້​ ຈາກ​ພຣະ​ຄຳ​ພີ, ທີ່​ຈະ​ສ່ອງ​ແສງ​ໃຫ້​ແກ່​ເສັ້ນ​ທາງ​ ແລະ ເສີມ​ສ້າງ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ທີ່​ຈະ​ປ່ຽນ​ແປງ.17

  4. ຕັດ​ສິນ​ໃຈ​ໃນ​ເວ​ລານີ້ ທີ່​ຈະ​ກະ​ທຳ ແລະ ກ່າວ​ວ່າ, “ຂ້າ​ນ້ອຍ​ພ້ອມ​ທີ່​ຈະ​ໄປ​ທີ່ນັ້ນ​ກັບ​ພຣະ​ອົງ!” ພຽງ​ແຕ່​ການ​ຮູ້​ຄວາມ​ຈິງເທົ່າ​ນັ້ນຈະ​ບໍ່​ປ່ຽນ​ແປງ​ໂລກ​ຂອງ​ທ່ານ ຈົນ​ກວ່າ​ທ່ານ​ຈະ​ຫັນ​ຄວາມ​ຮູ້ນັ້ນ​ໄປ​ເປັນ ການ​ກະ​ທຳ.18

  5. ບາກ​ບັ່ນ​ ​ການ​ຕັດ​ສິນ​ໃຈ​ທີ່​ທ່ານ​ໄດ້​ເຮັດ​ລົງ​ໄປ ໂດຍ​ການ​ນຳ​ໃຊ້​ຫລັກ​ທຳ​ເຫລົ່າ​ນີ້​ທຸກໆ​ມື້.19

ຂໍ​ໃຫ້​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ຮັກ​ຂອງ​ເຮົາ​, ປະ​ທານ​ທອມ​ມັສ ແອັສ ມອນ​ສັນ, ກະ​ຕຸ້ນ​ເຮົາ​ໃຫ້​ລົງ​ມື​ປະ​ຕິ​ບັດ​ ໃນ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ປະ​ທານມອນ​ສັນ​ໄດ້​ກ່າວ​ວ່າ: “ແມ່ນ​ໃຜ​ທີ່​ເປັນ​ກະສັດ​ອົງ​ສະຫງ່າ​ລາສີ ກໍ​ແມ່ນພຣະ​ຜູ້​ເປັນ​ເຈົ້າ​​ອົງ​ນີ້? ພ​ຣະ​ອົງ​ຄື​ພຣະ​ອາ​ຈານ​ຂອງ​ເຮົາ. ພຣະ​ອົງ​ຄື​ພຣະ​ຜູ້​ໄຖ່​ຂອງ​ເຮົາ. ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ເປັນ​ພຣະຜູ້ສ້າງຄວາມ​ລອດ​ຂອງ​ເຮົາ. ພຣະ​ອົງ​ເອີ້ນ​ບອກ​ເຮົາ​ວ່າ, ‘ຈົ່ງ​ຕາມ​ເຮົາ​ມາ.’ ພຣະ​ອົງ​​ສັ່ງສອນ​ວ່າ, ‘ທ່ານຈົ່ງ​ໄປ ເຮັດ​​ຢ່າງນັ້ນຄື​ກັນ.’ ພຣະ​ອົງ​ອ້ອນວອນ​ວ່າ, ‘ຈົ່ງ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ.’”20

ຂໍ​ໃຫ້​ເຮົາ​ຈົ່ງ​ຕັດ​ສິນ​ໃຈ​ທີ່​ຈະ​ຂະ​ຫຍາຍ​ລະ​ດັບ​ຂອງ​ການ​ນະ​ມັດ​ສະ​ການ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ, ແລະ ຂໍ​ໃຫ້​ຄຳ​ຕອບ​ຂອງ​ເຮົາ​ຕໍ່​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ສົ່ງ​ສຽງ​ດັງ​ກ້ອງ ແລະ ແຈ້ງ​ຊັດ​ວ່າ: “ຂ້າ​ນ້ອຍ​ພ້ອມ​ທີ່​ຈະ​ໄປ​ທີ່ນັ້ນ​ກັບ​ພຣະ​ອົງ!”21 ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາແມນ.