​2010–2019
ການ​ຮັບ​ໃຊ້​ສ່ວນ​ຕົວ​ຂອງ​ເຮົາ
ຕຸລາ 2014


ການ​ຮັບ​ໃຊ້​ສ່ວນ​ຕົວ​ຂອງ​ເຮົາ

ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະເຢ​ຊູ​ຄຣິດ​ຕ້ອງ​ເປັນ​ການ​ນຳ​ທາງ​ຂອງ​ເຮົາ ຖ້າ​ເຮົາ​ຈະ​ຕັ້ງໃຈ​ຊ່ອຍ​ເຫລືອ​ຄົນ​ທີ່​ເຮົາ​ພໍ​ຊ່ອຍ​ໄດ້.

ໃນ​ສາດສະໜາ​ຈັກ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເຮົາ​ໄດ້​ໃຫ້​ໂອກາດ ແລະ ພອນ​ສ່ວນ​ຕົວ​ທີ່​ຈະ​ຮັບ​ໃຊ້. ນັບ​ແຕ່​ຂ້າພະເຈົ້າ​ໄດ້​ເປັນ​ສະມາຊິກ, ຂ້າພະເຈົ້າ​ໄດ້​ຮັບ​ໃຊ້​ໃນ​ຫລາຍ​ວິທີ​ທາງ. ເໝືອນ​ດັ່ງ ບຣາ​ເດີ ຢູດີນ ຟາ​ລາ​ເບ​ລາ ທີ່​ເປັນ​ພໍ່​ຂອງແອວ​ເດີ​ ​ເອນ​ຣິ​ເກ ອາ ຟາ​ລາ​ເບ​ລາ ເຄີຍ​ເວົ້າ​ວ່າ “ຜູ້​ໃດ​ທີ່​ຮັບ​ໃຊ້ ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ແມ່ນ​ຄົນ​ທີ່​ມີ​ປະໂຫຍດ ແຕ່​ຜູ້​ທີ່​ບໍ່​ຮັບ​ໃຊ້ ບໍ່​ເຮັດ​ຫຍັງ​ເລີຍ ແມ່ນ​ຄົນ​ທີ່​ບໍ່​ມີ​ປະໂຫຍດ.” ເຮົາ​ຄວນ​ຈື່​ຄຳ​ເວົ້າ​ເຫລົ່າ​ນີ້​ໄວ້​ໃນ​ສະໝອງ ແລະ ໃນ​ໃຈ​ຂອງ​ເຮົາ.

​ເມື່ອ​ຂ້າພະ​ເຈົ້າ​ສະແຫວງ​ຫາ​ການ​ນຳ​ທາງ​ໃນ​ລະ​ຫວ່າງ​ການ​ຮັບ​ໃຊ້​ຂອງ​ຂ້າພະ​ເຈົ້າ, ຂ້າພະເຈົ້າ​ໄດ້​ຮັບ​ການ​ປອບ​ໂຍນ​ເມື່ອ​ຈື່​ວ່າ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເອົາໃຈໃສ່​ສ່ວນ​ບຸກຄົນ ແລະ ຄອບຄົວ. ຄວາມ​ຮັກ ແລະ ຄວາມ​ເອົາໃຈໃສ່​ເປັນ​ຢ່າງ​ດີ​ຂອງ​ພຣະ​ອົງ​ຕໍ່​ສ່ວນ​ບຸກຄົນ ໄດ້​ສອນ​ໃຫ້​ເຮົາ​ຮູ້​ວ່າ​ພຣະ​ອົງ​ຮັບ​ຮູ້​ຄຸນຄ່າ​ດີງາມ​ຂອງ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ ແລະ ມັນ​ກໍ​ສຳຄັນ​ສຳລັບ​ເຮົາ​ແຕ່ລະຄົນ​ທີ່​ຈະ​ໄດ້​ຮັບ​ການ​ເອົາໃຈໃສ່ ແລະ ເພີ່ມ​ຄວາມ​ເຂັ້ມແຂງ​ໂດຍ​ທາງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ.

ຈາກ​ພຣະ​ຄຳ​ພີ ເຮົາ​ອ່ານ​ວ່າ:

“ຈົ່ງ​ຈື່​ໄວ້​ວ່າ​ຄ່າ​ຂອງ​ຈິດ​ວິນ​ຍານ ຍິ່ງ​ໃຫຍ່​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ. ...

ແລະ ຫາກວ່າ ເຈົ້າ​ຈະ​ເຮັດ​ວຽກ​ ຕະຫລອດ ວັນ​ເວລາ​ຂອງ​ເຈົ້າ ... ​ໃນ​ການ​ປ່າວ​ປະກາດ​ການ​ກັບ​ໃຈ​ແກ່​ຄົນ​ພວກ​ນີ້ ​ແລະ ນຳ ​ແມ່ນ​ແຕ່ ຄົນ​ດຽວ​ມາສູ່​ເຮົາ, ຄວາມສຸກ​ຂອງ​ເຈົ້າ, ​ແລະ ​ເຂົາ​ຈະ​ຍິ່ງ​ໃຫຍ່ພຽງ​ໃດ​ໃນ​ອານາຈັກ​ຂອງ​ພຣະ​ບິດາ​ຂອງ​ເຮົາ!”1

ຈິດ​ວິນ​ຍານ​ທຸກ​ດວງ​ມີຄ່າ​ຍິ່ງ​ໃຫຍ່​ຕໍ່​ພຣະ​ເຈົ້າ ເພາະ​ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ ແລະ ເຮົາ​ກໍ​ມີ​ໂອກາດ​ທີ່​ຈະ​ເປັນ​ເໝືອນ​ພຣະ​ອົງ.2

ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະເຢ​ຊູ​ຄຣິດ​ຕ້ອງ​ເປັນ​ການ​ນຳ​ທາງ​ຂອງ​ເຮົາ ຖ້າ​ເຮົາ​ຈະ​ຕັ້ງໃຈ​ຊ່ອຍ​ເຫລືອ​ຄົນ​ທີ່​ເຮົາ​ພໍ​ຊ່ອຍ​ໄດ້. ການ​ສິດສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະເຢ​ຊູ​ຄຣິດ​ເປັນ​ສິ່ງ​ນຳ​ທາງ​ເຮົາ. ນັ້ນ​ແມ່ນ​ການ​​ເລີ່ມຕົ້ນ​ການ​ຮັບ​ໃຊ້​ສ່ວນ​ຕົວ​ຂອງ​ເຮົາ​ເຊັ່ນ: ຮູ້ຈັກ​ວ່າ​ໃຜ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ ແລ້ວໄປ​ຊ່ອຍ​ເຂົາເຈົ້າ. ຄື​ກັນ​ກັບ​ຊິດ​ສະ​ເຕີ ລິນ​ດາ ເຄ ເບີ​ຕັນ ປະທານ​ສະມາຄົມ​ສະຕີ​ສົງເຄາະ​ສາມັນ ໄດ້​ກ່າວ​ວ່າ “ເຮົາ​ສັງເກດ​ກ່ອນ ແລ້ວ​ຊ່ອຍ​ເຫລືອ.”3

ປະທານ​ທອມ​ມັສ ແອັສ ມອນ​ສັນ ແມ່ນ​ຕົວຢ່າງ​ທີ່​ດີເລີດ​ຂອງ​ຫລັກ​ທຳ​ນີ້. ໃນ​ເດືອນ​ມັງກອນ​ປີ 2005 ເມື່ອ​ເພິ່ນ​ເປັນ​ຜູ້​ຄວບ​ຄຸມ​ໃນ​ກອງ​ປະຊຸມ​ຜູ້ນຳ​ຖານະ​ປະໂລຫິດ ໃນ​ປະເທດປູ​ໂຕ ຣິ​ໂກ ບ່ອນ​ທີ່​ເພິ່ນ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ການ​ຮັບ​ໃຊ້​ສ່ວນ​ຕົວ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ໃນ​ຕອນ​ທ້າຍ​ຂອງ​ການ​ປະຊຸມ​ທີ່​ດີ​ນັ້ນ ປະທານ​ມອນ​ສັນ​ໄດ້​ທັກ​ທາຍ​ນຳ​ຜູ້ນຳ​ຖານະ​ປະໂລຫິດ​ໝົດ​ທຸກ​ຄົນ. ທັນໃດ​ນັ້ນ ເພິ່ນ​ໄດ້​ສັງເກດ​ເຫັນ​ວ່າ​ມີ​ຄົນ​ໜຶ່ງ​ໄດ້​ສັງເກດ​ເບິ່ງ​ເພິ່ນ​ຢູ່​ໄກໆ​ຄົນ​ດຽວ.

ປະທານ​ມອນ​ສັນ ໄດ້​ຍ່າງ​ໄປ​ເວົ້າ​ກັບ​ບຣາ​ເດີ​ຄົນ​ນັ້ນ. ບຣາ​ເດີ ​ໂຮ​ເຊ ອາ ຊາ​ຢາສ໌ ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ ມັນ​ເປັນ​ປະຕິ​ຫານ​ແທ້ໆ ທີ່​ເພິ່ນ​ໄດ້​ຍ່າງ​ມາ​ຫາ ແລະ ຕອບ​ຄຳ​ອະທິຖານ​ທີ່​ຕົນ​ເອງ ແລະ ເມຍ​ທີ່​ຊື່ວ່າ ໂຢ​ລານ​ດາ ໄດ້​ອະທິຖານ​ກ່ອນ​ການ​ປະຊຸມ​ນັ້ນ. ລາວ​ໄດ້​ບອກ​ປະທານ​ມອນ​ສັນ​ວ່າ ລູກ​ສາວ​ຂອງ​ລາວ​ມີ​ສຸຂະພາບ​ບໍ່​ດີ ແລະ ລາວ​ມີ​ຈົດໝາຍ​ທີ່​ເມຍ​ຂອງ​ລາວ​ຢາກ​ຝາກ​ໃຫ້​ປະທານ​ມອນ​ສັນ​ຕິດ​ຕົວ​ມາ​ນຳ. ບຣາ​ເດີ ຊາ​ຢາສ໌ ໄດ້​ບອກ​ເມຍ​ຂອງ​ລາວ​ວ່າ ຄື​ຈະ​ເປັນ​ໄປ​ບໍ່​ໄດ້​ດອກ ເພາະ​ເພິ່ນ​ຫຍຸ້ງ​ຫລາຍ. ປະທານ​ມອນ​ສັນໄດ້​ຟັງ ແລະ ຂໍ​ເບິ່ງ​ຈົດໝາຍ ແລະ ໄດ້​ອ່ານ​ຢ່າງ​ງຽບໆ. ແລ້ວ​ເພິ່ນ​ກໍ​ເອົາ​ຈົດໝາຍ​ຍັດ​ໃສ່​ຖົງ​ຊຸດ​ຂອງ​ເພິ່ນ ແລ້ວ​ບອກ ບຣາ​ເດີ ຊາ​ຢາສ໌ ວ່າ​ເພິ່ນ​ຈະ​ຈັດການ​ໃຫ້​ຕາມ​ຄຳ​ຂໍ​ຮ້ອງ.

ແນວ​ນີ້​ແຫລະ ທີ່​ຄອບຄົວ​ນັ້ນ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ພຣະເຢ​ຊູ​ຄຣິດ ໂດຍ​ຜ່ານ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ຂ້າພະເຈົ້າ​ເຊື່ອ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ທີ່​ກ່າວ​ເປັນ​ຄຳ​ອຸປະມາ​ເລື່ອງ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈດີ ສາມາດ​ເອົາ​ມາ​ນຳ​ໃຊ້​ກັບ​ເຮົາ​ໄດ້ ທີ່​ວ່າ “ຈົ່ງ​ໄປ ເຮັດ​ຄວາມ​ດີ​ເຊັ່ນກັນ.”4

ໃນ​ວັນ​ທີ 21 ເດືອນ​ກັນຍາ ປີ 1998 ມີ​ພະຍຸ​ຊື່ ຈ໊ອສ ໄດ້​ທະ​ລົ່ມ​ປະເທດປູ​ໂຕ ຣິ​ໂກ ເຮັດ​ໃຫ້​ມີ​ການ​ເສຍ​ຫາຍ​ໜັກໜ່ວງ. ຊິດ​ສະ​ເຕີ ມາ​ທີ​ເນສ໌ ແລະ ລູກໆ​ຫ້າ​ຄົນ​ຂອງ​ພວກ​ເຮົາ ໄດ້​ຫລົບ​ໄພ​ຢູ່​ບ້ານ​ຈາກ​ການ​ກະ​ໜ່ຳ​ຂອງ​ລົມ​ພະຍຸ​ຮ້າຍ​ແຮງ​ນັ້ນ. ເຖິງ​ຢ່າງໃດ​ກໍ​ຕາມ ນ້ຳ​ປະປາ​ຂອງ​ພວກ​ເຮົາ​ບໍ່​ມາ ແລະ ໄຟຟ້າ​ກໍ​ດັບ​ເປັນ​ເວລາ​ສອງ​ອາທິດ.

ເມື່ອ​ພວກ​ເຮົາ​ຂາດ​ນ້ຳ​ໃຊ້ ແລະ ໄປ​ຫາ​ນ້ຳ​ກໍ​ຍາກ, ຂ້າພະເຈົ້າ​ຈະ​ບໍ່​ເຄີຍ​ລືມ​ອ້າຍ​ນ້ອງ​ທີ່​ເອົາ​ນ້ຳ​ມາ​ໃຫ້​ພວກ​ເຮົາ ແລະ ທັງ​ເອື້ອຍ​ນ້ອງ​ທີ່​ຊ່ອຍ​ພວກ​ເຮົາ​ດ້ວຍ​ຄວາມ​ຮັກແພງ​ເຫລົ່ານັ້ນ.

ທ່ານເຈີ​​ແມນ ​ໂຄ​ໂລ​ນ ໄດ້​ເອົາ​ນ້ຳ​ຕຸກ​ໃຫຍ່​ໃສ່​ລົດ​ກະບະ​ມາ​ສົ່ງ​ຢູ່​ເຮືອນ​ພວກ​ເຮົາ ຕາມ​ຄວາມ​ເວົ້າ​ຂອງ​ລາວ, ລາວ​ບອກ​ພວກ​ເຮົາ​ວ່າ ລາວ​ເຮັດ​ສິ່ງ​ນີ້​ເພາະວ່າ “ຂ້ອຍ​ຮູ້​ວ່າ​ພວກ​ເຈົ້າ​ມີ​ລູກນ້ອຍ ທີ່​ຕ້ອງການ​ນ້ຳ.” ສອງ​ສາມ​ມື້​ຜ່ານ​ໄປ ບຣາ​ເດີ ​ໂນ​ເອນ ມູ​ໂຍສ໌ ​ແລະ ບຣາ​ເດີ ​ເຮີ​ມີ​ນີ​ໂອ ​ໂກ​ເມສ໌ ໄດ້​ເອົາ​ຖັງ​ນ້ຳ​ໃຫຍ່ໆ​ໃສ່​ລົດ​ບັນທຸກ​ໃຫຍ່​ມາ. ເຂົາເຈົ້າ​ມາ​ໂດຍ​ທີ່​ພວກ​ເຮົາ​ບໍ່​ໄດ້​ຄາດ​ຄິດ ແລະ ມາ​ຮ່າຍ​ນ້ຳ​ກິນ​ໃສ່​ຂວດ​ແຕ່​ລະ​ຂວດ​ໃຫ້ ແລະ ບອກ​ຄົນ​ຂ້າງ​ບ້ານ​ຂອງ​ພວກ​ເຮົາ​ໃຫ້​ມາ​ຮ່າຍ​ເອົາ​ນ້ຳ​ຄື​ກັນ.

ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ເຮົາ​ແມ່ນ​ມາ​ຈາກ​ການ​ຮັບ​ໃຊ້​ຂອງ​ສ່ວນ​ບຸກຄົນ. ໃບ​ໜ້າ​ຂອງ​ອ້າຍ​ນ້ອງ​ສາມ​ຄົນ​ນັ້ນ ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ພຣະເຢ​ຊູ​ຄຣິດ​ຮັກ​ເຮົາ ຖ້າ​ຈະ​ເວົ້າ​ແລ້ວ ການ​ຮັບ​ໃຊ້​ຂອງ​ເຂົາເຈົ້າ​ນັ້ນ ແມ່ນ​ການ​ຮັບ​ໃຊ້​ສ່ວນ​ຕົວ—ທີ່​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ເອົາ​ນ້ຳ​ກິນ​ມາ​ໃຫ້​ພວກ​ເຮົາ. ຕໍ່​ທິດາ ແລະ ບຸດ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ ການ​ທີ່​ຮູ້​ວ່າ​ມີ​ຄົນ​ໃຫ້​ຄວາມ​ສົນໃຈ ແລະ ເບິ່ງແຍງ​ເຮົາ​ແມ່ນ​ເປັນ​ສິ່ງ​ສຳຄັນ​ຫລາຍ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະ​ຜູ້​ເປັນ​ເຈົ້າ ພຣະເຢ​ຊູ​ຄຣິດ ຮູ້ຈັກ​ເຮົາ​ແຕ່ລະຄົນ​ເປັນ​ສ່ວນ​ຕົວ. ດ້ວຍ​ເຫດ​ນັ້ນ​ແຫລະ, ພຣະ​ອົງ​ທັງ​ສອງ​ຈຶ່ງ​ປະທານ​ໃຫ້​ເຮົາ​ຕາມ​ພໍ​ຄວນ ເພື່ອ​ເຮົາ​ຈະ​ມີ​ໂອກາດ​ບັນລຸ​ຈຸດ​ເປົ້າ​ໝາຍ​ຂອງ​ເຮົາ. ໃນ​ລະຫວ່າງ​ຊີວິດ​ນີ້ ພຣະ​ອົງ​ທັງ​ສອງ​ຈະ​ສົ່ງ​ຄົນ​ມາ​ຊ່ອຍ​ເຮົາ ແລ້ວ​ເມື່ອ​ເຮົາ​ເປັນ​ເຄື່ອງມື​ໃຫ້​ພຣະ​ອົງ​ຕາມ​ທີ່​ພຣະ​ອົງ​ເປີດເຜີຍ​ໃຫ້​ເຮົາ​ເຫັນ ເຮົາ​ຈະ​ສາມາດ​ຮັບ​ໃຊ້ ແລະ ຊ່ອຍ​ເຂົາເຈົ້າ​ໄດ້.

ໂດຍ​ວິທີ​ນີ້ ພຣະເຢ​ຊູ​ຄຣິດ​ເຈົ້າ ຈະ​ເອື້ອມ​ອອກ​ຫາ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ. ພຣະ​ຜູ້​ລ້ຽງ​ທີ່​ດີ ຈະ​ເຕົ້າໂຮມ​ຝູງ​ແກະ​ຂອງ​ພຣະ​ອົງ. ພຣະ​ອົງ​ຈະ​ເຮັດ​ເຊັ່ນນັ້ນ​ເທື່ອ​ລະ​ໂຕ ຕາມ​ການ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາເຈົ້າ​ໃນ​ທາງ​ທີ່​ດີ—ຫລັງ​ຈາກ​ໄດ້​ຍິນ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ ຮັບ​ເອົາ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ເຂົາເຈົ້າ. ແລ້ວ​ເຂົາເຈົ້າ​ຈື່​ຈຳ​ສຸລະສຽງ​ຂອງ​ພຣະ​ອົງ, ແລະ ເຂົາເຈົ້າ​ຈະ​ຕິດ​ຕາມ​ພຣະ​ອົງ. ການ​ຮັບ​ໃຊ້​ສ່ວນ​ຕົວ​ແບບ​ນັ້ນ​ເປັນ​ສິ່ງ​ຈຳເປັນ ຕໍ່​ການ​ຮັກສາ​ພັນທະ​ສັນຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ.

ເຊັ່ນດຽວ​ກັນ, ການ​ເປັນ​ຕົວຢ່າງ​ຂອງ​ການ​ເປັນ​ສານຸສິດ​ທີ່​ດີ​ຂອງ​ພຣະເຢ​ຊູ​ຄຣິດ ແມ່ນ​ການ​ແນະນຳ​ຕົວຢ່າງ​ທີ່​ດີ​ຂອງ​ເຮົາ ຕໍ່​ຜູ້​ທີ່​ເຮົາ​ຈະ​ແບ່ງປັນ​ພຣະ​ກິດ​ຕິຄຸນ​ນຳ. ເມື່ອ​ເຮົາ​ອ້າ​ປາກ ປ່າວ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະເຢ​ຊູ​ຄຣິດ ເຮົາ​ກໍ​ເປັນ​ຜູ້​ຮອງ​ຜູ້​ລ້ຽງ​ທີ່ ລ້ຽງ​ດູ​ຝູງ​ແກະ ແລະ ລູກ​ແກະ​ໃນ​ທົ່ງ​ຫຍ້າ​ຂອງ​ພຣະ​ອົງ5; ເຮົາ​ກາຍເປັນ​ຜູ້​ທີ່​ອ່ອນ​ນ້ອມ ແລະ ເປັນ​ຄົນ​ທີ່ຢູ່​ງ່າຍ6 ແລະ ເປັນ​ຜູ້​ຫາ​ຄົນ.7

ການ​ບໍລິການ ແລະ ການ​ຮັບ​ໃຊ້​ສ່ວນ​ຕົວ​ບໍ່​ແມ່ນ​ແຕ່​ຈຳກັດ​ສຳລັບ​ຄົນ​ທີ່​ມີ​ຊີວິດ​ຢູ່​ເທິງ​ໂລກ​ນີ້​ເທົ່າ​ນັ້ນ. ເຮົາ​ຍັງ​ເຮັດ​ວຽກ​ສຳລັບ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ​ນຳ​ອີກ—ຄື​ຜູ້​ທີ່ຢູ່​ໃນ​ໂລກ​ວິນ​ຍານ ແລະ ຜູ້​ທີ່​ບໍ່​ມີ​ໂອກາດ​ຮັບ​ພິທີການ​ຕ່າງໆ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ຕອນ​ຢູ່​ໃນ​ໂລກ​ນີ້. ເຮົາ​ຍັງ​ສາມາດ​ຂຽນ​ບັນທຶກ​ປະຈຳ​ວັນ ແລະ ຂຽນ​ປະຫວັດ​ຄອບຄົວ ເພື່ອ​ຫັນ​ຈິດໃຈ​ຄົນ​ທີ່​ມີ​ຊີວິດ​ຢູ່​ໄປ​ຫາ​ຄົນ​ທີ່​ມີ​ຊີວິດ​ຢູ່— ແລະ ຫັນ​ຈິດໃຈ​ຂອງ​ຄົນ​ທີ່​ມີ​ຊີວິດ​ຢູ່​ໄປ​ຫາ​ບັນພະບຸລຸດ​ຂອງ​ເຂົາເຈົ້າ. ມັນ​ເປັນ​ການ​ເຊື່ອມ​ໂຍງ​ຄອບຄົວ​ຂອງ​ເຮົາ ຈາກ​ຄົນ​ລຸ້ນໜຶ່ງ ຫາ​ຄົນ​ອີກ​ລຸ້ນໜຶ່ງ ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ຊົ່ວ​ນິລັນດອນ. ຖ້າ​ເຮົາ​ເຮັດ​ດັ່ງນັ້ນ ເຮົາ​ກໍ​ເປັນ​ຜູ້​ຊ່ອຍ​ໃຫ້​ລອດ. ... ຢູ່​ເທິງ​ພູ​ສີ​ໂອນ.8

ເຮົາ​ເປັນ​ເຄື່ອງມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ. ເຮົາ​ຈະ​ເຮັດ​ແນວ​ນີ້​ໄດ້ ໃນ​ຊີວິດ​ແຕ່ງງານ, ໃນ​ຄອບຄົວ, ກັບ​ໝູ່​ເພື່ອນ, ແລະ ເພື່ອນ​ມະນຸດ​ດ້ວຍ​ກັນ. ນັ້ນ​ເປັນ​ການ​ຮັບ​ໃຊ້​ສ່ວນ​ຕົວ​ໃນ​ຖານະ​ທີ່​ເປັນ​ສານຸສິດ​ຂອງ​ພຣະເຢ​ຊູ​ຄຣິດ.

“ແລະ ພຣະ​ອົງ​ຈະ​ຮວມ​ປະຊາ​ຊາດ​ທັງ​ປວງ​ມາ​ຕໍ່​ພຣະ​ພັກ​ພຣະ​ອົງ​ເຊັ່ນ​ວ່າ: ພຣະ​ອົງ​ຈະ​ແຍກ​ເຂົາ​ອອກ​ຈາກ​ກັນ ເໝືອນ​ຜູ້​ລຽ້ງ​ສັດ​ແຍກ​ຝູງ​ແກະ​ອອກ​ຈາກ​ຝູງ​ແບ້:

“ແລະ ພຣະ​ອົງ​ຈະ​ຈັດ​ໃຫ້​ແກະ​ຢູ່​ເບື້ອງ​ຂວາ ແລະ ໃຫ້​ແບ້​ຢູ່​ເບື້ອງ​ຊ້າຍ.

“ແລ້ວ​ກະສັດ​ຈະ​ກ່າວ​ແກ່​ຄົນ​ທັງຫລາຍ​ທີ່ຢູ່​ເບື້ອງ​ຂວາ​ມື​ວ່າ ພວກ​ທ່ານ​ທີ່​ໄດ້​ຮັບ​ພຣະ​ພອນ​ຈາກ​ພຣະ​ບິດາ​ຂອງ​ເຮົາ​ເອີຍ ຈົ່ງ​ມາ​ຮັບ​ເອົາ​ລາຊາ​ອານາຈັກ ຊຶ່ງ​ໄດ້​ຈັດ​ຕຽມ​ໄວ້​ສຳລັບ​ທ່ານ​ຕັ້ງແຕ່​ຕົ້ນ​ເດີມ​ຂອງ​ໂລກ.

“ເພາະ​ເມື່ອ​ເຮົາ​ຢາກ​ເຂົ້າ ພວກ​ທ່ານ​ກໍ​ໃຫ້​ເຮົາ​ກິນ: ເຮົາ​ຫິວ​ນ້ຳ ພວກ​ທ່ານ​ກໍ​ໃຫ້​ເຮົາ​ດື່ມ ເຮົາ​ເປັນ​ແຂກ​ບ້ານ ພວກ​ທ່ານ​ກໍ​ໄດ້​ຕ້ອນຮັບ​ເຮົາ​ໄວ້.

“ເຮົາ​ເປືອຍ​ຕົວ ພວກ​ທ່ານ​ກໍ​ເອົາ​ເຄື່ອງ​ມາ​ໃຫ້​ເຮົາ​ນຸ່ງ ເຮົາ​ເຈັບ​ປ່ວຍ ພວກ​ທ່ານ​ກໍ​ໄດ້​ມາ​ຢາມ​ເຮົາ: ເຮົາ​ຢູ່​ໃນ​ຄຸກ ພວກ​ທ່ານ​ກໍ​ໄດ້​ມາ​ຫາ.

“ເມື່ອນັ້ນ​ບັນດາ​ພວກ​ມີ​ສິນ​ທຳ​ຈະ​ທູນ​ວ່າ ພຣະ​ອົງ​ເຈົ້າ​ເອີຍ ເມື່ອ​ພວກ​ຜູ້​ຂ້າ​ເຫັນ​ພຣະ​ອົງ​ຢາກ​ເຂົ້າ ຫລື ຫິວ​ນ້ຳ ແລ້ວ​ໄດ້​ຈັດ​ມາ​ຖະຫວາຍ​ພຣະ​ອົງ​ບໍ?

“ເມື່ອ​ພວກ​ຜູ້​ຂ້າ​ເຫັນ​ພຣະ​ອົງ​ເປັນ​ແຂກ​ບ້ານ ແລະ ໄດ້​ຕ້ອນຮັບ​ໄວ້ ຫລື ເປືອຍ​ກາຍ ແລະ ພວກ​ຜູ້​ຂ້າ​ເອົາ​ເຄື່ອງ​ໃຫ້​ພຣະ​ອົງ​ນຸ່ງ​ບໍ?

“ຫລື ເມື່ອ​ພວກ​ຜູ້​ຂ້າ​ເຫັນ​ພຣະ​ອົງ​ເຈັບ​ປ່ວຍ ຫລື ຢູ່​ໃນ​ຄຸກ ແລະ ພວກ​ຜູ້​ຂ້າ​ໄດ້​ມາ​ຫາ​ພຣະ​ອົງ​ບໍ?

“ແລ້ວ​ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຕອບ​ພວກ​ເຂົາ​ວ່າ ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ ເມື່ອ​ທ່ານ​ເຮັດ​ສິ່ງ​ເຫລົ່າ​ນີ້​ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ໃຫ້​ອ້າຍ​ນ້ອງ​ເຫລົ່າ​ນີ້ ພວກ​ທ່ານ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນ​ກັນ.”9

ຂໍ​ໃຫ້​ເຮົາ​ເຮັດ​ເຊັ່ນ​ນັ້ນ​ຕາມ​ຄຳ​ອະທິຖານ​ຂອງ​ຂ້າພະເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.