​2010–2019
ມາ ​ແລະ ​ເບິ່ງ​ເອົາ
ຕຸລາ 2014


ມາ ​ແລະ ​ເບິ່ງ​ເອົາ

ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ໄດ້​ເປັນ ແລະ ຈະ​ເປັນ​ສາດສະໜາ​ທີ່​ສະມາຊິກ​ມີ​ພາກສ່ວນ​ໃນວຽກ​ງານ​ເຜີຍ​ແຜ່ສະເໝີ​ໄປ.

ຂ່າວສານ​ຂອງ​ຂ້າພະເຈົ້າ​ແມ່ນ​ເຈາະ​ຈົງ​ຕໍ່​ບຸກຄົນ​ທີ່​ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໂດຍ​ສະເພາະ. ຂ້າພະເຈົ້າ​ຈະ​ກ່າວ​ເຖິງ​ຄຳ​ຖາມ​ພື້ນຖານ​ທີ່​ພວກ​ທ່ານ​ທັງຫລາຍ​ອາດ​ມີ ດັ່ງ: “ເພາະ​ເຫດ​ໃດ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈຶ່ງ​ກະ​ຕື​ລື​ລົ້ມ​ທີ່​ຈະ​ບອກ​ຂ້າພະເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ເຊື່ອ​ຖື ແລະ ຈະ​ເຊື້ອ​ເຊີນ​ຂ້າພະເຈົ້າ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ສາດສະໜາ​ຈັກ​ຂອງ​ເຂົາເຈົ້າ?”

ຂ້າພະເຈົ້າ​ອະທິຖານ​ທູນ​ຂໍ​ໃຫ້​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊ່ອຍ​ຂ້າພະເຈົ້າ​ໃຫ້​ສື່ສານ​ຢ່າງ​ມີ​ປະສິດທິພາບ, ແລະ ຊ່ອຍ​ທ່ານ​ໃຫ້​ເຂົ້າໃຈ​ຄຳ​ຕອບ​ຂອງ​ຂ້າພະເຈົ້າ​ຕໍ່​ຄຳ​ຖາມ​ທີ່​ສຳຄັນ​ນີ້​ຢ່າງ​ແຈ່ມ​ແຈ້ງ.

ໜ້າທີ່​ມອບ​ໝາຍ​ຈາກ​ສະຫວັນ

ສານຸສິດ​ທີ່​ອຸທິດ​ຕົນ​ຂອງ​ພຣະເຢ​ຊູ​ຄຣິດ​ໄດ້​ເປັນ ແລະ ຈະ​ເປັນ​ຜູ້​ສອນ​ສາດສະໜາ​ທີ່​ຊື່ສັດ​ສະເໝີ​ໄປ. ຜູ້​ສອນ​ສາດສະໜາ​ເປັນ​ຜູ້​ຕິດຕາມ​ຂອງ​ພຣະຄຣິດ ຜູ້​ທີ່​ເປັນ​ພະຍານ​ເຖິງ​ພຣະ​ອົງ ໃນ​ຖາ​ນະ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ປະກາດ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ໄດ້​ເປັນ ແລະ ຈະ​ເປັນ​ສາດສະໜາ​ທີ່​ສະມາຊິກ​ມີ​ພາກສ່ວນ​ໃນວຽກ​ງານ​​ເຜີຍ​​ແຜ່ສະເໝີ​ໄປ. ສະມາຊິກ​ສ່ວນ​ບຸກຄົນ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຮັບ​ເອົາ​ພັນທະ​ທີ່​ສັກສິດ ທີ່​ຈະ​ຊ່ອຍ​ໃນ​ການ​ບັນລຸ​ການ​ມອບ​ໝາຍ​ຈາກ​ສະຫວັນ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ແກ່​ອັກ​ຄະ​ສາວົກ​ຂອງ​ພຣະ​ອົງ, ດັ່ງ​ທີ່​ຖືກ​ບັນທຶກ​ໄວ້​ຢູ່​ໃນ​ພຣະ​ສັນຍາ​ໃໝ່​ວ່າ:

“ເຫດ​ສະນັ້ນ​ພວກ​ເຈົ້າ​ຈົ່ງ​ໄປ, ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ບິດາ, ແລະ ພຣະ​ບຸດ, ແລະ ພຣະ​ວິນ​ຍານ​ບໍລິສຸດ:

“ສັ່ງສອນ​ເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້​ແລ້ວ​ນັ້ນ: ນີ້​ແຫລະ​ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ ທຸກໆ​ວັນ​ຈົນ​ສິ້ນ​ໂລກ​ນີ້. ອາແມນ” (ມັດ​ທາຍ 28:19–20).

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຖື​ວ່າ​ໜ້າທີ່​ຮັບຜິດຊອບ​ນີ້​ຢ່າງ​ຈິງ​ຈັງ ທີ່​ຈະ​ສັ່ງສອນ​ທຸກ​ຄົນ​ໃນ​ທຸກ​ປະເທດ​ຊາດ​ກ່ຽວ​ກັບ​ອົງ​ພຣະເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພຣະ​ອົງ. ພວກ​ເຮົາ​ເຊື່ອ​ວ່າ​ສາດສະໜາ​ຈັກ​ດຽວ​ກັນ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ສະໄໝ​​ໂບຮານ​ໄດ້​ຮັບ​ການຈັດຕັ້ງ​ຄືນ​ມາ​ໃໝ່​ຢູ່​ເທິງ​ໂລກ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ຄຳ​ສອນ, ຫລັກ​ທຳ, ສິດ​ອຳນາດ​ຂອງ​ຖານະ​ປະໂລຫິດ, ພິທີການ, ແລະ ພັນທະ​ສັນຍາ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ກໍ​ພົບ​ເຫັນ​ຢູ່​ໃນ​ວັນ​ເວລາ​ນີ້ ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ອົງ.

ເມື່ອ​ພວກ​ເຮົາ​ເຊື້ອ​ເຊີນ​ພວກ​ທ່ານ​ໃຫ້​ໄປ​ໂບດ​ນຳ​ພວກ​ເຮົາ ຫລື ຮຽນ​ຮູ້​ກັບ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ, ພວກ​ເຮົາ​ບໍ່​ໄດ້​ພະຍາຍາມ​ຈະ​ຈ່າວ​ຂາຍ​ຫຍັງ​ໃຫ້​ແກ່​ທ່ານ. ໃນ​ຖານະ​ສະມາຊິກ​ຂອງ​ສາດສະໜາ​ຈັກ, ພວກ​ເຮົາ​ບໍ່​ໄດ້​ຮັບ​ລາງວັນ​ຫຍັງ​ເລີຍ ຫລື ສິ່ງ​ຕອບ​ແທນ​ໃດໆ​ໃນ​ການ​ແຂ່ງຂັນ​ທາງ​ວິນ​ຍານ​ໃດໆ. ພວກ​ເຮົາ​ບໍ່​ໄດ້​ພຽງ​ແຕ່​ຈະ​ສະແຫວງຫາ​ທີ່​ຈະ​ເພີ່ມ​ສະມາຊິກ​ພາບ​ໃຫ້​ແກ່​ສາດສະໜາ​ຈັກ​ເທົ່າ​ນັ້ນ. ແລະ ສຳຄັນ​ກວ່າ​ທຸກ​ສິ່ງ, ພວກ​ເຮົາ​ບໍ່​ໄດ້​ພະຍາຍາມ​ຈະ​ບັງຄັບ​ໃຫ້​ທ່ານ​ເຊື່ອ​ດັ່ງ​ທີ່​ພວກ​ເຮົາ​ເຊື່ອ. ພວກ​ເຮົາ​ເຊື້ອ​ເຊີນ​ທ່ານ​ໃຫ້​ຮັບ​ຟັງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ແລ້ວ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ສຶກ​ສາ, ໄຕ່ຕອງ, ອະທິຖານ, ແລະ ມາ​ຮູ້ຈັກ​ກັບ​ພວກ​ເຮົາ​ດ້ວຍ​ຕົວ​ທ່ານ​ເອງ ຖ້າ​ຫາ​ກວ່າ​ສິ່ງ​ທີ່​ພວກ​ເຮົາ​ແບ່ງປັນ​ກັບ​ພວກ​ທ່ານ​ນັ້ນ​ຈິງ​ຫລື​ບໍ່.

ບາງ​ຄົນ​ໃນ​ບັນດາ​ພວກ​ທ່ານ​ອາດ​ຕອບ​ວ່າ, “ແຕ່​ຂ້າພະເຈົ້າ​ເຊື່ອ​ໃນ​ພຣະຄຣິດ ແລະ ຕິດຕາມ​ຄຳ​ສອນ​ຂອງ​ພຣະ​ອົງ​ຢູ່​ແລ້ວ”, ຫລື, “ຂ້າພະເຈົ້າ​ບໍ່​ແນ່​ໃຈ​ຖ້າ​ຫາກ​ວ່າ​ພຣະ​ເຈົ້າ​ມີ​ຈິງ​ຫລື​ບໍ່.” ການ​ເຊື້ອ​ເຊີນ​ຂອງ​ພວກ​ເຮົາ​ບໍ່​ໄດ້​ພະຍາຍາມ​ທີ່​ຈະ​ລົດ​ຄຸນ​ຄ່າ​ຂອງ​ປະເພນີ​ທາງ​ສາດສະໜາ ຫລື ປະສົບ​ການ​ໃນ​ຊີວິດ​ຂອງ​ທ່ານ. ຂໍ​ໃຫ້​ນຳ​ເອົາ​ທຸກ​ສິ່ງ​ທີ່​ທ່ານ​ຮູ້​ວ່າ​ເປັນຄວາມ​ຈິງ, ດີງາມ, ແລະ ເປັນ​ທີ່​ໜ້າ​ສັນລະເສີນ ແລະ ທົດ​ລອງ​ຂ່າວສານ​ຂອງ​ພວກ​ເຮົາ​ເບິ່ງ. ດັ່ງ​ທີ່​ພຣະເຢ​ຊູ​ໄດ້​ເຊື້ອ​ເຊີນ​ສານຸສິດ​ຂອງ​ພຣະ​ອົງ​ສອງ​ຄົນ​ໃຫ້ “ມາ ແລະ ເບິ່ງ​ເອົາ” (ໂຢຮັນ 1:39), ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທ່ານ​ຄື​ກັນ​ໃຫ້​ມາ ແລະ ເບິ່ງ​ເອົາ ຖ້າ​ຫາກ​ວ່າ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພຣະ​ອົງ​ຈະ​ເພີ່ມ​ເຕີມ ແລະ ເສີມ​ສ້າ​ງ​ສິ່ງ​ທີ່​ທ່ານ​ເຊື່ອ​ວ່າ​ເປັນ​ຈິງ​ຢູ່​ແລ້ວ.

ແທ້​ຈິງ​ແລ້ວ, ພວກ​ເຮົາ​ຮູ້ສຶກ​ເຖິງ​ໜ້າທີ່​ຮັບຜິດຊອບ​ທີ່​ສັກສິດ ທີ່​ຈະ​ນຳ​ຂ່າວສານ​ນີ້​ອອກ​ໄປ​ໃຫ້​ແກ່​ທຸກ​ປະຊາ​ຊາດ, ທຸກ​ຕະກຸນ, ທຸກ​ພາສາ ແລະ ທຸກ​ຜູ້​ຄົນ​ທັງ​ປວງ. ແລະ ນີ້​ກໍ​ຄື​ສິ່ງ​ທີ່​ພວກ​ເຮົາ​ກຳລັງ​ປະຕິບັດ​ຢູ່​ດ້ວຍ​ກຸ່ມ​ຜູ້​ສອນ​ສາດສະໜາ​​ເຕັມ​ເວລາ ທີ່​ມີ​ຫລາຍ​ກວ່າ 88,000 ຄົນ ທີ່​ກຳລັງ​ທຳ​ງານ​ເຜີຍແຜ່​ຢູ່​ໃນ 150 ປະເທດ​ທີ່​ເປັນ​ອິດ​ສະລະ​ຕະຫລອດ​ທົ່ວ​ໂລກ​ໃນ​ເວລາ​ນີ້. ຊາຍ ແລະ ຍິງ​ທີ່​ປະເສີດ​ເຫລົ່າ​ນີ້​ຊ່ອຍ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພວກ​ເຮົາ ບັນລຸ​ໜ້າທີ່​ມອບ​ໝາຍ​ຈາກ​ສະຫວັນ​ທີ່​ເຮົາ​ແຕ່ລະຄົນ​ມີ ທີ່​ຈະ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນນິດ​ຂອງ​ພຣະເຢ​ຊູ​ຄຣິດ (ເບິ່ງ D&C 68:1).

ຍິ່ງ​ກວ່າ​ໜ້າທີ່​ທາງ​ວິນ​ຍານ

ແຕ່​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກ​ເຮົາ​ທີ່​ຈະ​ປະກາດ​ຂ່າວສານ​ນີ້​ບໍ່​ໄດ້​ເປັນ​ພຽງ​ແຕ່​ໜ້າທີ່​ທາງ​ວິນ​ຍານ​ເທົ່າ​ນັ້ນ. ແຕ່, ຄວາມ​ປາດຖະໜາ​ຂອງ​ພວກ​ເຮົາ​ທີ່​ຈະ​ແບ່ງປັນພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ ທີ່​ໄດ້​ຮັບ​ການ​ຟື້ນ​ຟູ ແລ້ວ​ກັບ​ພວກ​ທ່ານ ນັ້ນ​ກໍ​ເປັນ​ເພາະ​ການສະແດງ​ໃຫ້​ປະຈັກ​ວ່າຄວາມ​ຈິງ​ເຫລົ່າ​ນີ້​ສຳຄັນ​ຫລາຍ​ພຽງ​ໃດ​ຕໍ່ ພວກ​ເຮົາ. ຂ້າພະເຈົ້າ​ເຊື່ອ​ວ່າ​ຂ້າພະ​ເຈົ້າ​ຈະ​ສາມາດ​ບັນຍາຍ​ວ່າ​ເພາະ​ເຫດ​ໃດ​ພວກ​ເຮົາ​ຈຶ່ງ​ກົງ​ໄປ​ກົງ​ມາ​ແທ້ ໃນ​ການ​ສະແຫວງຫາ​ທີ່​ຈະ​ອະທິບາຍ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຮົາ​ໄດ້​ດີ​ທີ່​ສຸດ ຜ່ານ​ປະສົບ​ການ​ທີ່​ພັນ​ລະ​ຍາ ແລະ ຂ້າພະເຈົ້າ​ໄດ້​ມີ​ເມື່ອ​ຫລາຍ​ປີ​ກ່ອນ​ກັບ​ລູກ​ຊາຍ​ສອງ​ຄົນ​ຂອງ​ພວກ​ຂ້າພະເຈົ້າ.

ຄືນ​ໜຶ່ງ ຊູ​ແຊນ ແລະ ຂ້າພະເຈົ້າ​ໄດ້​ຢືນ​ໃກ້​ປ່ອງ​ຢ້ຽມ​ໃນ​ບ້ານ​ຂອງ​ພວກ​ຂ້າພະເຈົ້າ ແລະ ໄດ້​ພາກັນ​ສັງເກດ​ເບິ່ງ​ລູກ​ຊາຍ​ນ້ອຍ​ສອງ​ຄົນ​ຫລິ້ນ​ຢູ່​ນອກ. ໃນ​ລະຫວ່າງ​ການ​ຫລິ້ນ​ຂອງ​ພວກ​ເຂົາ, ຜູ້​ນ້ອຍກວ່າ​ໃນ​ສອງ​ຄົນ​ນັ້ນ​ຖືກ​ບາດເຈັບ​ນ້ອຍ​ໜຶ່ງ​ຈາກ​ອຸປະຕິເຫດ​ນ້ອຍໆ. ພວກ​ຂ້າພະເຈົ້າ​ກໍ​ຮູ້​ໄດ້ທັນທີ​ວ່າ ລາວບໍ່​ໄດ້​ບາດເຈັບ​ແຮງ, ແລະ ພວກ​ຂ້າພະເຈົ້າ​ໄດ້​ຕັດສິນ​ໃຈ​ວ່າ​ຈະ​ບໍ່​ໃຫ້​ຄວາມ​ຊ່ອຍ​ເຫລືອ​ທັນທີ. ພວກ​ຂ້າພະ​ເຈົ້າ​ຢາກ​ສັງເກດ​ເບິ່ງ ຖ້າ​ຫາກ​ວ່າການ​ສົນທະນາ​ໃນ​ຄອບຄົວ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ຄວາມ​ກະລຸນາ​ສັນ​ອ້າຍ​ນ້ອງ​ນັ້ນ​ຖືກ​ຮຽນ​ຮູ້​ຢ່າງ​ເລິກ​ຊຶ້ງ​ຫລື​ບໍ່. ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຕໍ່​ຈາກ​ນັ້ນ​ກໍ​ເປັນ​ທັງ​ທີ່​ໜ້າ​ສົນໃຈ ແລະ ການ​ສັ່ງສອນ​ດ້ວຍ.

ອ້າຍ​ໃຫຍ່​ໄດ້​ປອບ​ໂຍນ ແລະ ໄດ້​ຊ່ອຍ​ນ້ອງ​ຊາຍ​ນ້ອຍ​ກັບເຂົ້າ​ບ້ານ​ຢ່າງ​ລະມັດ​ລະວັງ. ຊູ​ແຊນ ແລະ ຂ້າພະເຈົ້າ​ໄດ້​ພາກັນ​ຢືນ​ໃກ້​ທາງ​ເຂົ້າ​ຫ້ອງ​ຄົວກິນ ເພື່ອ​ວ່າ​ພວກ​ຂ້າພະເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ຕໍ່​ຈາກ​ນັ້ນ, ແລະ ພວກ​ຂ້າພະເຈົ້າ​ກໍ​ໄດ້​ຕຽມ​ພ້ອມ​ທີ່​ຈະ​ຊ່ອຍ​ຢ່າງ​ທັນທີ ຖ້າ​ໄດ້​ເຫັນ​ວ່າ​ມີ​ບາດເຈັບ​ຕື່ມ​ອີກ ຫລື ຖ້າ​ມີ​ອຸປະຕິເຫດ​ທີ່​ຮ້າຍ​ແຮງ​ເກີດ​ຂື້ນ.

ຜູ້​ເປັນ​ອ້າຍ​ໄດ້​ດຶງ​ເອົາ​ຕັ່ງ​ມາ​ທີ່​ອ່າງ​ນ້ຳ​ໃນ​ຫ້ອງ​ຄົວກິນ. ລາວ​ໄດ້​ປີນ​ຂຶ້ນ​ຕັ່ງ​ນັ້ນ, ຊ່ອຍ​ນ້ອງ​ຊາຍ​ປີນ​ຂຶ້ນ​ຕັ່ງ, ເປີດ​ນ້ຳ, ແລະ ໄດ້​ເອົາ​ສະບູ​ລ້າງ​ຖ້ວຍ​ຢ່າງ​ຫລວງ​ຫລາຍ​ໃສ່​ແຂນ​ຂອງ​ນ້ອງ​ຊາຍ​ນ້ອຍ​ທີ່​ມີ​ແຜ. ລາວ​ໄດ້​ເຮັດ ສຸດ​ຄວາມ​ສາມາດ​ທີ່​ຈະ​ລ້າງ​ຂີ້​ດິນ​ອອກ​ຄ່ອຍໆ. ປະຕິກິລິຍາ​ຂອງ​ນ້ອງ​ຊາຍ​ນ້ອຍ​ຕໍ່​ຂັ້ນ​ຕອນ​ນີ້ ກໍ​ສາມາດ​ບັນ ຍາຍ​ໄດ້​ຢ່າງ​ຖືກຕ້ອງ ຜ່ານ​ການ​ໃຊ້​ຄຳ​ວາຈາ​ຈາກ​ພຣະ​ຄຳ​ພີ​ທີ່​ສັກສິດ ທີ່​ວ່າ: “ແລະ ພວກ​ເຂົາ​ມີ​ເຫດ​ໃຫ້​ຮ້ອງ​ຂຶ້ນ, ແລະ ຮ້ອງໄຫ້, ແລະ ຈົ່ມ​ວ່າ, ກັດ​ແຂ້ວ​ຄ້ຽວ​ຟັນ” (ໂມ​ໄຊ​ຢາ 16:2). ແລະ ທ້າວ​ນ້ອຍ​ນັ້ນ​ກໍ​ໄດ້​ຮ້ອງໄຫ້ ດັງໆ​ດ້ວຍ​ຄວາມເຈັບ​ປວດ​ແທ້ໆ!

ຫລັງ​ຈາກ​ການ​ລ້າງ​ຖູ​ແລ້ວໆ, ແຂນ​ກໍ​ຖືກ​ເຊັດ​ໃຫ້​ແຫ້ງ​ດ້ວຍ​ຜ້າແພ. ໃນ​ທີ່​ສຸດ​ການ​ຮ້ອງໄຫ້​ກໍ​ໄດ້​ຢຸດ​ສິ້ນ​ລົງ. ຕໍ່​ມາ​ຜູ້​ເປັນ​ອ້າຍ​ໄດ້​ປີນ​ຂຶ້ນ​ໂຕະ, ເປີດ​ຕູ້​ໃສ່​ຂອງ, ແລະ ໄດ້​ພົບ​ເຫັນ​ຫລອດ​ຢາ​ທາ​ແຜ. ເຖິງ​ແມ່ນ​ວ່າ​ບາດ ໃນ​ແຂນ​ຂອງ​ນ້ອງ​ຊາຍ​ນ້ອຍ​ບໍ່​ໄດ້​ໃຫຍ່ ຫລື ຮ້າຍ​ແຮງ, ຜູ້​ເປັນ​ອ້າຍ​ກໍ​ຍັງ​ໄດ້​ເອົາ​ຢາ​ເກືອບ​ທັງ​ໝົດ​ຫລອດ ທາ​ໃສ່​ທົ່ວ​ທັງ​ແຂນ ທີ່​ຖືກ​ບາດເຈັບ​ນັ້ນ. ບໍ່​ມີ​ສຽງ​ຮ້ອງໄຫ້​ອີກ, ເພາະ​ນ້ອງ​ຊາຍ​ນ້ອຍ​ມັກ​ຄວາມ​ບັນເທົາ ຂອງ​ຢາ​ນັ້ນ​ຫລາຍ​ກວ່າ​ທີ່​ລາວ​ມັກ​ຄວາມ​ຮູ້ສຶກ​ເຈັບ​ແສບ​ຈາກ​ສະບູ​ລ້າງ​ຖ້ວຍ.

ຜູ້​ເປັນ​ອ້າຍ​ກໍ​ໄດ້​ກັບ​ຄືນ​ມາ​ຕູ້​ໃສ່ເຄື່ອງ​ອີກ ບ່ອນ​ທີ່​ລາວ​ໄດ້​ເຫັນ​ຢາ ແລະ ໄດ້​ເຫັນ​ກັບ​ຜ້າພັນບາດ ກັບ​ໃໝ່. ແລ້ວ ລາວ​ໄດ້​ແກະ ແລະ ໄດ້​ເອົາ​ຜ້າພັນບາດ​ຕິດ​ໃສ່​ທົ່ວ​ທັງ​ແຂນ​ຂອງ​ນ້ອງ​ຊາຍ​ຂອງ​ລາວ—ຈາກ​ຂໍ້ມື​ເຖິງ ແຂນ​ສອກ. ໂດຍ​ທີ່​ໄດ້​ແກ້​ໄຂ​ເຫດ​ສຸກ​ເສີນ​ແລ້ວ, ແລະ ​ໄດ້​ປະ​ຟອງ​ສະບູ, ທັງ​ຢາ​ທາ​ແຜ, ແລະ ເຈ້ຍ​ຫໍ່​ຊະຊາຍ​ເຕັມ​ຢູ່​ໃນຫ້ອງ​ຄົວກິນ, ຊາຍ​ນ້ອຍ​ທັງ​ສອງ​ໄດ້​ພາກັນ​ເຕັ້ນ​ລົງ​ຈາກ​ຕັ່ງ​ດ້ວຍ​ຮອຍ​ຍິ້ມ​ທີ່​ເບີກບານ ແລະ ໃບ​ໜ້າທີ່​ມີຄວາມສຸກ.

ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຕໍ່​ໄປ​ແມ່ນ​ສຳຄັນ​ທີ່​ສຸດ. ນ້ອງ​ຊາຍ​ທີ່​ຖືກ​ບາດເຈັບ​ໄດ້​ເກັບ​ເອົາ​ຜ້າ​ພັນ​ແຜ​ທີ່​ເຫລືອ​ຢູ່, ທັງ​ຫລອດ​ຢາ ທີ່​ເກືອບ​ໝົດ​ໄປ​ແລ້ວ, ແລະ ລາວ​ກໍ​ໄດ້​ກັບ​ອອກ​ໄປ​ຂ້າງ​ນອກ​ອີກ. ລາວ​ໄດ້​ຟ້າວ​ໄປ​ຊອກຫາ​ໝູ່​ຂອງ​ລາວ ແລະ ໄດ້​ເລີ່​ມ​ເອົາ​ຢາ​ທາ​ໃສ່ ແລະ ເອົາ​ຜ້າ​ພັນ​ແຜ​ຕິດ​ໃສ່​ແຂນ​ຂອງ​ພວກ​ເຂົາ. ທັງ​ຊູ​ແຊນ ແລະ ຂ້າພະເຈົ້າ​ໄດ້​ປະຫລາດ​ໃຈ​ໂດຍ​ຄວາມ​ຈິງ​ໃຈ, ຄວາມ​ກະ​ຕື​ລື​ລົ້ນ, ແລະ ຄວາມ​ວ່ອງໄວ​ຂອງການ​ຕອບ​ຮັບ​ຂອງ​ລາວ.

ເພາະ​ເຫດ​ໃດ​ທ້າວນ້ອຍ​ຄົນ​ນັ້ນ​ຈຶ່ງ​ໄດ້​ເຮັດ​ສິ່ງ​ທີ່​ລາວ​ໄດ້​ເຮັດ? ຂໍ​ໃຫ້​ສັງເກດ​ເຫັນ​ຢ່າງ​ທັນທີ ແລະ ຕາມ​ທຳ​ມະ​ຊາດ ວ່າ​ລາວ​ຢາກ​ເອົາ​ສິ່ງ​ດຽວ​ກັນ​ນັ້ນ ທີ່​ໄດ້​ຊ່ອຍ​ລາວ​ຕອນ​ລາວ​ໄດ້​ຮັບ​ບາດເຈັບ ໃຫ້​ແກ່ໝູ່​ຂອງ​ລາວ​ດ້ວຍ. ທ້າວນ້ອຍ​ຄົນ​ນັ້ນ​ບໍ່​ຈຳເປັນ​ຕ້ອງ​ຖືກ​ຊັກ​ຊວນ, ​ທ້າ​ທາຍ, ກະ​ຕຸ້ນ​ເຕືອນ, ຫລື ບັງຄັບ​ໃຫ້​ເຮັດ​ຫຍັງ. ຄວາມ​ປາດຖະໜາ​ຂອງ​ລາວ​ທີ່​ຢາກ​ແບ່ງປັນ ກໍ​ເປັນ​ເພາະ​ຜົນ​ທຳ​ມະ​ຊາດ​ທີ່​ຕາມ​ມາຈາກ​ປະສົບ​ການສ່ວນ​ຕົວ​ທີ່​ໄດ້​ຊ່ອຍ ແລະ ໃຫ້​ຜົນ​ປະໂຫຍດ​ແກ່​ລາວ​ຫລາຍ.

ເຮົາ​ທັງຫລາຍ ໃນ​ຖານະ​ທີ່​ເປັນ​ຜູ້​ໃຫຍ່​ກໍ​ປະຕິບັດ​ໃນ​ທຳນອງ​ດຽວ​ກັນ ເມື່ອ​ເຮົາ​ພົບ​ເຫັນ​ການ​ປິ່ນປົວ ຫລື ຢາ​ທີ່​ຈະ​ບັນເທົາ​ຄວາມເຈັບ​ປວດ​ທີ່​ເຮົາ​ໄດ້​ທົນ​ທຸກ​ມາ​ດ້ວຍ​ເປັນ​ເວລາ​ດົນ​ນານ, ຫລື ເມື່ອ​ເຮົາ​ໄດ້​ຮັບຄຳ​ປຶກສາ ທີ່​ຊ່ອຍ​ໃຫ້​ເຮົາ​ສາມາດ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ດ້ວຍ​ຄວາມ​ກ້າຫານ ແລະ ຄວາມ​ສັບສົນ ດ້ວຍ​ຄວາມ​ອົດທົນ. ການ​ແບ່ງປັນ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ທີ່​ສຸດ​ຕໍ່​ພວກ​ເຮົາ​ກັບ​ຄົນ​ອື່ນ ຫລື ທີ່​ສິ່ງ​ທີ່​ໄດ້​ຊ່ອຍ​ເຮົາ ກໍ​ບໍ່​ໄດ້​ເປັນ​ເລື່ອງ​ທີ່​ຜິດ​ປົກກະຕິ​ເລີຍ.

ແບບແຜນ​ອັນ​ດຽວ​ກັນ​ນີ້​ແຮ່ງ​ມີ​ປະຈັກ​ເປັນ​ພິເສດ​ໃນ​ເລື່ອງ​ລາວ​ທີ່​ກ່ຽວຂ້ອງ​ກັບ​ຄວາມ​ສຳຄັນ ແລະ ຜົນ​ທີ່ ຕາມ​ມາ​ທາງ​ວິນ​ຍານ. ຍົກ​ຕົວຢ່າງ, ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ທີ່​ຮູ້​ກັນ​ວ່າ ພຣະ​ຄຳ​ພີ​ມໍ​ມອນ ສອນ​ເຮົາ​ກ່ຽວ ກັບ​ຄວາມ​ຝັນ​ທີ່ ລີ​ໄຮ ສາດສະດາ​ຜູ້ນຳ​ໃນ​ສະ​ໄໝ​ໂບຮານ​ໄດ້​ຮັບ. ຈຸດ​ສຳຄັນ​ໃນ​ຄວາມ​ຝັນ​ຂອງ ລີ​ໄຮ ແມ່ນ​ຕົ້ນໄມ້​ແຫ່ງ​ຊີວິດ—ຊຶ່ງເປັນ​ຕົວ​ແທນ​ເຖິງ “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ” ທີ່​ເປັນ “ທີ່​ເພິ່ງ​ປາດ​ຖະໜາ​ທີ່ສຸດ​ເໜືອກວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທັງ​ສິ້ນ” ແລະ “ເປັນ​ທີ່​ປິ​ຕິ​ຍິນ​ດີ​ທີ່​ສຸດ​ແກ່​ຈິດ​ວິນ​ຍານ” (1 ນີ​ໄຟ 11:22–23; ​ເບິ່ງ 1 ນີ​ໄຟ 8:12, 15) ນຳ​ອີກ.

ລີ​ໄຮ​ໄດ້​ອະທິບາຍ​ວ່າ:

“ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື​ ພໍ່​ໄດ້​ເຂົ້າ​ໄປ ແລະ ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ; ແລະ ເຫັນ​ວ່າ​ໝາກ ໄມ້​ນັ້ນ​ຫວານ​ທີ່​ສຸດ​ເໝືອ​ກວ່າ​ທຸກ​ຢ່າງ​ທີ່​ພໍ່​ເຄີຍ​ກິນ​ມາ. ແທ້​ຈິງ​ແລ້ວ, ພໍ່​ເຫັນ​ໝາກ​ໄມ້​ນັ້ນ​ຂາວ​ເກີນ​ກວ່າ ຄວາມ​ຂາວ​ທັງ​ໝົດ​ທີ່​ພໍ່​ເຄີຍ​ເຫັນ​ມາ.

ແລະ ເມື່ອ​ພໍ່​ໄດ້​ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນແລ້ວ ຈິດ​ວິນ​ຍານ​ຂອງ​ພໍ່​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ ຢ່າງໃຫຍ່​ຫລວງ; ດັ່ງນັ້ນ, ພໍ່​ຈຶ່ງ​ປາດຖະໜາ​ໃຫ້​ຄອບຄົວ​ຂອງ​ພໍ່​ຮັບ​ສ່ວນ​ໝາກ​ໄມ້​ນັ້ນ​ນຳ​ກັນ; ເພາະ​ພໍ່​ຮູ້​ວ່າ ມັນ​ເປັນ​ໝາກ​ໄມ້​ທີ່​ເພິ່ງ​ປາດຖະໜາ​ເໜືອກ​ວ່າ​ໝາກ​ໄມ້​ອື່ນ​ໃດ​ທັງ​ສິ້ນ” (1 ນີ​ໄຟ 8:11–12; ​ເນັ້ນຄຳ​ເນີ້ງ).

ການສະແດງ​ອອກ​ໃຫ້​ປະຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ ຄືການ​ປະຕິບັດ​ສາດ ສະໜາ​ກິດຢູ່​ເທິງ​ໂລກ, ການ​ເສຍ​ສະລະ​ຊົດ​ໃຊ້, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ອົງ​ພຣະເຢ​ຊູ​ຄຣິດ​ເຈົ້າ. ໝາກ​ໄມ້​ຢູ່​ເທິງ​ຕົ້ນໄມ້ ກໍ​ສາມາດ​ຖື​ວ່າ​ເປັນ​ສັນຍາ​ລັກ​ສຳລັບ​ພອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍໃຫ້​ລອດ.

ການ​ຕອບ​ຮັບ​ຢ່າງ​ທັນທີ​ຂອງລີ​ໄຮ ທີ່​ຈະ​ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ ແລະ ມີ​ຄວາມ​ຊື່ນ​ຊົມທີ່​ໃຫຍ່​ຫລວງ ຄື​ຄວາມ​ປາດຖະໜາ​ທີ່​ເພີ່ມ​ທະວີ​ຫລາຍ​ຂຶ້ນ ທີ່​ຈະ​ແບ່ງປັນ​ມັນ​ກັບ ແລະ ຮັບ​ໃຊ້​ຄອບຄົວຂອງ​ເພິ່ນ. ດັ່ງນັ້ນ, ເມື່ອ​ເພິ່ນ​ໄດ້​ຫັນ​ໄປ​ຫາ​ພຣະຄຣິດ, ເພິ່ນ​ກໍ​ໄດ້​ຫັນ​ອອກ​ໄປ​ຫາ​ຄົນ​ອື່ນ​ໃນ​ຄວາມ​ຮັກ ແລະ ການ​ຮັບ​ໃຊ້​ນຳ​ອີກ.

ເຫດການ​ສຳຄັນ​ອີກ​ເຫດ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ກໍ​ບັນຍາຍ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ຊາຍ​ຄົນ​ໜຶ່ງ​ຊື່ ເອ​ໂນດ ຫລັງ​ຈາກ​ພຣະ​ເຈົ້າ​ໄດ້​ຍິນ ແລະ ໄດ້​ຕອບ​ຄຳ​ອະທິຖານ​ທີ່​ແຮງ​ກ້າ ແລະ ການ​ວິງ​ວອນ​ຂອງ​ລາວ.

ລາວ​ໄດ້​​ເວົ້າວ່າ:

“ແລະ ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ​ຫິວ​ໂຫຍ; ແລະ ຂ້າພະເຈົ້າ​ໄດ້​ຄຸເຂົ່າ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ສ້າງ ຂອງ​ຂ້າພະເຈົ້າ, ແລະ ຂ້າພະເຈົ້າ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ອົງ​ດ້ວຍ​ຄຳ​ອ້ອນວອນ​ຢ່າງ​ສຸດ​ກຳລັງ ແລະ ດ້ວຍ ການ​ອະທິຖານ ເພື່ອ​ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ​ເອງ; ແລະ ຕະຫລອດ​ທັງ​ວັນ​ຂ້າພະເຈົ້າ​ໄດ້​ຮ້ອງ​ທູນ ພຣະ​ອົງ; ແລະ ເມື່ອ​ເຖິງ​ຕອນ​ກາງຄືນ​ຂ້າພະເຈົ້າ​ກໍ​ຍັງ​ເປັ່ງສຽງ​ຂອງ​ຂ້າພະເຈົ້າ​ຂຶ້ນ​ເຖິງ​ທ້ອງຟ້າ​ສະຫວັນ.

“ແລະ ສຸລະສຽງ​ມາ​ເຖິງ​ຂ້າພະເຈົ້າ, ມີ​ຄວາມ​ວ່າ: ເອ​ໂນ​ດ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະໄພ​ໃຫ້​ແລ້ວ, ແລະ ເຈົ້າ​ຈະ​ໄດ້​ຮັບ​ພອນ.

“ແລະ ຂ້າພະເຈົ້າ, ເອ​ໂນ​ດ​ຮູ້​ວ່າ​ພຣະ​ເຈົ້າ​ຈະ​ບໍ່​ເວົ້າ​ຕົວະ; ດັ່ງນັ້ນ, ຄວາມ​ຜິດ​ຂອງ​ຂ້າພະເຈົ້າ​ຈຶ່ງ​ຖືກ ກວາດ​ລ້າງ​ໄປ.

“ແລະ ຂ້າພະເຈົ້າ​ໄດ້​ທູນ​ຖາມ​ວ່າ, ຂ້າ​ແດ່​ພຣະ​ອົງ​ເຈົ້າ, ມັນ​ເປັນ​ໄປ​ໄດ້​ແນວໃດ?

“ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: ເພາະ​ສັດທາ​ຂອງ​ເຈົ້າ​ໃນ​ພຣະຄຣິດ, ຜູ້​ທີ່​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ ຫລື ໄດ້​ເຫັນ​ມາ​ກ່ອນ ... ດັ່ງນັ້ນ, ຈົ່ງ​ໄປ​ເຖີດ, ສັດທາ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ບໍລິບູນ​ແລ້ວ.

“ບັດ​ນີ້, ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ເມື່ອ​ຂ້າພະເຈົ້າ​ໄດ້​ຍິນ​ຄຳ​ນີ້ ຂ້າພະເຈົ້າ​ເລີ່ມ​ຮູ້ສຶກ​ມີ​ຄວາມ​ປາດຖະໜາ ເພື່ອຄວາມ​ຜາ​ສຸກ​ຂອງ​ຊາວ​ນີ​ໄຟ, ພີ່ນ້ອງ​ຂອງ​ຂ້າພະເຈົ້າ; ດັ່ງນັ້ນ, ຂ້າພະເຈົ້າ​ຈຶ່ງ​ໄດ້​ທຸ້ມເທ​ຈິດ​ວິນ​ຍານ ທັງ​ໝົດ​ຂອງ​ຂ້າພະເຈົ້າ​ໃຫ້​ແກ່​ພຣະ​ເຈົ້າ​ເພື່ອ​ພວກ​ເຂົາ” (ເອ​ໂນດ 1:4–9; ​ເນັ້ນຄຳ​ເນີ້ງ).

ເມື່ອ​ເອ​ໂນດ​ໄດ້​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ “ດ້ວຍ​ຄວາມ​ມຸ້ງ​ໝາຍ​ເຕັມທີ່​ແຫ່ງ​ໃຈ” (2 ນີ​ໄຟ 31:13), ຄວາມ​ຫ່ວງ​ໃຍ​ຂອງ​ລາວ​ສຳລັບ​ຄວາມ​ຜາ​ສຸກ​ຂອງ​ຄອບຄົວ, ໝູ່​ເພື່ອນ, ແລະ ພັກ​ພວກ​ຂອງ​ລາວ ກໍ​ເພີ່ມ​ທະວີ​ຂຶ້ນ​ພ້ອມ​ກັນ.

ບົດຮຽນ​ອັນ​ເປັນນິດ​ທີ່​ເຮົາ​ຮຽນ​ຮູ້​ຈາກ​ເລື່ອງ​ລາວ​ສອງ​ເລື່ອງ​ນີ້ ຄືຄວາມ​ສຳຄັນ​ຂອງ​ການ​ມີ​ພອນ​ຂອງການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ​ໃນ​ຊີວິດ​ສ່ວນ​ຕົວ​ຂອງ​ເຮົາ ກ່ອນ​ເຮົາ​ຈະ​ສາມາດ​ໃຫ້ການ​ຮັບ​ໃຊ້​ທີ່​ຈິງ​ໃຈ ແລະ ແທ້​ຈິງ ທີ່​ມີ​ຄວາມ​ໝາຍ​ກວ້າງ​ໄກ​ໄປ​ກວ່າ​ທີ່​ຈະ​ເຮັດ​ໄປ​ຊື່ໆ​ຢ່າງ​ບໍ່​ມີ​ຄວາມ​ຮູ້ສຶກ. ເໝືອນ​ດັ່ງ ລີ​ໄຮ, ເອ​ໂນ​ດ, ແລະ ລູກ​ຊາຍ​ນ້ອຍ​ຂອງ​ພວກ​ຂ້າພະເຈົ້າ ໃນ​ເລື່ອງ​ລາວ​ທີ່​ຂ້າພະເຈົ້າ​ໄດ້​ເລົ່າ​ໃຫ້​ຟັງ, ພວກ​ເຮົາ ໃນ​ຖານະ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກໍ​ໄດ້​ຮູ້ສຶກ​ເຖິງ​ຄວາມເຈັບ​ປວດ​ທີ່​ກ່ຽວ​ພັນ​ກັບ​ຄວາມ​ບໍ່​ແນ່ນອນ​ທາງ​ວິນ​ຍານ ແລະ ບາບ. ພວກ​ເຮົາ​ຍັງ​ໄດ້​ປະສົບ​ການ​ຊຳລະ​ລ້າງ ໃຫ້​ສະອາດ, ຄວາມ​ສະຫງົບ​ສຸກ, ການ​ປິ່ນປົວ​ທາງ​ວິນ​ຍານ ແລະ ການ​ຄືນ​ມາ​ໃໝ່, ແລະ ການ​ຊີ້​ນຳ​ທີ່​ຈະ ໄດ້​ຮັບ​ພຽງ​ແຕ່​ໂດຍ​ການ​ຮຽນ​ຮູ້ ແລະ ການ​ຮັກສາຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ອຍໃຫ້​ລອດ​ເທົ່າ​ນັ້ນ.

ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ການ​ຊຳລະ​ລ້າງ​ທີ່​ຈຳເປັນ ເພື່ອ​ຈະ​ຖືກ​ເຮັດ​ໃຫ້​ບໍລິສຸດ ແລະ ສະອາດ, ມີ​ຢາ​ທີ່​ຊ່ອຍ​ບັນເທົາ ທີ່​ຈະ​ປິ່ນປົວ​ບາດແຜ​ທາງ​ວິນ​ຍານ ແລະ ກຳຈັດ​ຄວາມ​ຮູ້ສຶກ​ຜິດ, ແລະ ການ​ປົກ​ປ້ອງ​ທີ່​ເຮັດ​ໃຫ້​ເຮົາ​ສາມາດ​ຊື່ສັດ​ຕໍ່​ໄປ​ໄດ້ ທັງ​ໃນ​ເວລາ​ທີ່​ສຸກ​ສະບາຍ ແລະ ເວລາ​ທີ່ຍາກ​ລຳບາກ.

ຄວາມ​ຈິງ​ທີ່​ແນ່ນອນ​ກໍ​ມີ​ຢູ່

ຕໍ່​ພວກ​ທ່ານ​ສະມາຊິກ​ໃນ​ຄອບຄົວ ແລະ ໝູ່​ເພື່ອນ​ທີ່​ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຂ້າພະເຈົ້າ​ໄດ້​ພະຍາຍາມ​ອະທິບາຍ​ເຫດຜົນ​ພື້ນຖານ​ວ່າ ເພາະ​ເຫດ​ໃດ​ພວກ​ເຮົາ​ຈຶ່ງ​ເປັນ​ຜູ້​ສອນ​ສາດສະໜາ.

ຄວາມ​ຈິງ​ທີ່​ແນ່ນອນ​ກໍ​ມີ​ຢູ່ ໃນ​ໂລກ​ທີ່​ນັບ​ມື້​ນັບ​ກຽດ​ຊັງ ແລະ ບໍ່​ນັບຖື​ຫລັກ​ທຳ​ທີ່ແທ້​ຈິງ. ໃນ​ອະນາຄົດ, “ທຸກ​ຫົວເຂົ່າ [ຈະ] ຂາບລົງ” ແລະ “ທຸກ​ລີ້ນ [ຈະ] ຍອມຮັບ​ວ່າ​ພຣະເຢ​ຊູ​ຄຣິດ​ເຈົ້າ ເປັນ​ອົງພຣະ​ຜູ້​ເປັນ​ເຈົ້າ, ອັນ​ເປັນ​ການ​ຖະຫວາຍ​ພຣະ​ກຽດ​ແກ່​ພຣະ​ບິດາ​ເຈົ້າ” (ຟີ​ລິບ​ປອຍ 2:10–11). ພຣະເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ບິດາ​ນິລັນດອນ​ແທ້ໆ. ໃນ​ຖານະ​ສະມາຊິກຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ອົງ, ເຮົາ​ເປັນ​ພະຍານ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ ສາດສະໜາ​ຈັກຂອງ​ພຣະ​ອົງ​ນັ້ນ​ກໍ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຢ່າງ​ສົມບູນ​ແລ້ວ​ໃນ​ວັນ​ເວລາ​ສຸດ​ທ້າຍ​ນີ້.

ການ​ເຊື້ອ​ເຊີນ​ທີ່​ພວກ​ເຮົາ​ສະເໜີ​ໃຫ້​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ ແລະ ທົດ​ລອງ​ຂ່າວສານ​ຂອງ​ພວກ​ເຮົາ ແມ່ນ ເປັນ​ຜົນ​ຂອງ​ຄວາມ​ດີງາມ​ທີ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ ໄດ້​ມີ​ຕໍ່​ຊີວິດ​ຂອງ​ພວກ​ເຮົາ. ບາງເທື່ອ ພວກ​ເຮົາ​ອາດ​ໜ້າ​ອາຍ ຫລື ກົງ​ໄປ​ກົງ​ມາ ຫລື ບໍ່​ລົດ​ລະ​ໃນ​ຄວາມ​ພະຍາຍາມ​ຂອງ​ພວກ​ເຮົາ. ຄວາມ​ປາດຖະໜາ​ທີ່​ລຽບ​ງ່າຍ​ຂອງ​ເຮົາ​ກໍ​ເພື່ອ​ຢາກແບ່ງປັນ​ຄວາມ​ຈິງ​ທີ່​ມີ​ຄຸນຄ່າ​ຫລາຍ​ທີ່​ສຸດ ສຳລັບ​ພວກ​ເຮົາ​ກັບ​ພວກ​ທ່ານ.

ໃນ​ຖານະ​ອັກ​ຄະ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ດ້ວຍ​ສຸດ​ພະລັງ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ສູງ​ສົ່ງ ແລະ ຄວາມ​ເປັນ​ຈິງ​ຂອງ​ພຣະ​ອົງ. ແລະ ຂ້າພະເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້ “ມາ ແລະ ເບິ່ງ​ເອົາ” (​ໂຢຮັນ 1:39), ໃນ​ພຣະ​ນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ ພຣະເຢ​ຊູ​ຄຣິດ, ອາແມນ.