​2010–2019
​ຂ້າ​ພະ​ເຈົ້າ​ຮູ້​ເລື່ອງ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ
ຕຸລາ 2014


​ຂ້າ​ພະ​ເຈົ້າ​ຮູ້​ເລື່ອງ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ

ການ​ຮູ້ຈັກ​ດ້ວຍ​ຕົວ​ເອງ​ວ່າ ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ເປັນຄວາມ​ຈິງ ສາມາດ​ເປັນ​ປະສົບ​ການ​ທີ່ໜ້າ​ຊື່ນ​ຊົມ​ທີ່​ສຸດ​ໃນ​ຊີວິດ.

ອ້າຍ​ນ້ອງ​ທີ່​ຮັກ​ແພງຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ເຮົາ​ໄດ້​ຮັບ​ການ​ດົນ​ໃຈ​ຕໍ່​ໄປ​ໂດຍ​ຕົວ​ຢ່າງ​ສ່ວນ​ຕົວ ແລະ ການ​ຮັບ​ໃຊ້​ທາງ​ຖາ​ນະ​ປະ​ໂລ​​ຫິດ​ຂອງປະ​ທານທອມ​ມັສ ແອັ​ສ ມອນ​ສັນ. ເມື່ອບໍ່​ດົນ​ມານີ້, ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ໄດ້ຖາມມັກ​ຄະ​ນາ​ຍົກ​ຫລາຍ​ຄົ​ນ​​ວ່າ, “ພວກ​ເຈົ້າ​ຊົມ​ເຊີຍ​ຫ​ຍັງ​ຫລາຍ​ທີ່​ສຸດ​ກ່ຽວ​ກັບ​ປະ​ທານມອນ​ສັນ?” ມັກ​ຄະ​ນາ​ຍົກ​ຄົນ​ໜຶ່ງໄດ້​ກ່າວ​ເຖິງປະ​ທານມອນ​ສັນ ຕອນ​ເພິ່ນໄດ້​ເອົາ​ເຄື່ອງ​ຫລິ້ນ​ຂອງ​ເພິ່ນ​ໃຫ້​ໝູ່​ຂອງ​ເພິ່ນ​ຕອນ​ເພິ່ນຍັງ​ນ້ອຍ. ອີກ​ຄົນ​ໜຶ່ງ​ໄດ້​ກ່າ​ວ​ເຖິງ​ຕອນ​ທີ່ປະ​ທານມ​ອນ​ສັນ ໄດ້​ດູ​ແລ​ແມ່​ໝ້າຍ​ທັງ​ຫລາຍ​ໃນ​ຫວອດ​ຂອງ​ເພິ່ນ. ຜູ້​ທີ​ສາມ​ໄດ້​ກ່າວ​ເຖິງ​ເວ​ລາ​ທີ່​ເພິ່ນ​ຖືກ​ເອີ້ນ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ​ຕອນ​ເພິ່ນ​ຍັງ​ໜຸ່ມໆ ແລະ ໄດ້​ເປັນ​ພອນ​ແກ່​ຜູ້​ຄົນ​ທັງ​ຫລາຍ​ຕ​ະ​ຫລອດ​ທົ່ວ​ໂລກ. ແລ້ວ​ຊາຍ​ໜຸ່ມ​ອີກ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ, “ສິ່ງ​ທີ່​ຂ້າ​ນ້ອຍ​ຊົມ​ເຊີຍ​ຫລາຍ​ທີ່​ສຸດ​ກ່ຽວ​ກັບປະ​ທານມອນ​ສັນ ຄື​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ​ຂອງ​ເພິ່ນ.”

ແທ້​ຈິງ​ແລ້ວ, ເຮົາ​ທຸກ​ຄົນ​ໄດ້​ຮູ້​ສຶກ​ເຖິງ​ການ​ເປັນ​ພະ​ຍານ​ພິ​ເສດ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ ເຖິງ​ພ​ຣະ​ເຢ​ຊູ​ ຄ​ຣິດ ແລະ ຄຳໝັ້ນ​ສັນ​ຍາ​ຂອງ​ເພິ່ນທີ່​ຈະ​ປະ​ຕິ​ບັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພ​ຣະ​ວິນ​ຍານ​​ຢູ່​ສະ​ເໝີ. ດ້ວຍ​ປະ​ສົບ​ການ​ແຕ່​ລະ​ຢ່າງ​ທີ່​ເພິ່ນ​ແບ່ງ​ປັນ, ປະ​ທານມອນ​ສັນເຊື້ອ​ເຊີນ​ເຮົາ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ພ​ຣະ​ກິດ​ຕິ​ຄຸນ​ຫລາຍ​ຂຶ້ນ ແລະ ໃຫ້​ສະ​ແຫວງ​ຫາ ແລະ ເສີມ​ສ້າງປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ຂອງ​ເຮົາ​ໃຫ້​ເຂັ້ມ​ແຂງ. ຂໍ​ໃຫ້​ຈຳ​ສິ່ງ​ທີ່​ເພິ່ນ​ໄດ້​ກ່າວ​ຈ​າກ​ແທ່ນ​ປາ​ໄສ​ນີ້​ໃນ​ກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ເມື່ອບໍ່​ດົນ​ມານີ້​ວ່າ: “ເພື່ອ​ວ່າ​ເຮົາ​ຈະ​ເຂັ້ມ​ແຂງ ແລະ ​ຕໍ່ຕ້ານ​ອິດ​ທິ​ພົນ​​ທັງ​ໝົດ​ທີ່ພະ​ຍາ​ຍາມ​ນຳ​ພາ​ເຮົາ​ໄປ​ໃນ​ທິດ​ທາງ​ທິ່​ຜິດ​ພາດ … , ເຮົາ​ຕ້ອງ​ມີ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເອງ. ບໍ່​ວ່າ​ທ່ານ​ຈະ​ມີ​ອາ​ຍຸ 12 ປີ ຫລື 112 ປີ​ກໍ​ຕາມ ຫລື​ວ່າ ໃນ​ອ​າ​ຍຸ​ໃດ​ໃນ​ລະ​ຫວ່າງນັ້ນ ທ່ານ​ສາ​ມາດ​ຮູ້​ໄດ້​ດ້ວຍ​ຕົວທ່ານ​ເອງວ່າ​ ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດນັ້ນ​ຈິງ.”1

ເຖິງ​ແມ່ນ​ວ່າ​ຂ່າ​ວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຄ່ຳ​ຄືນນີ້ ເຈາະ​ຈົງ​ຕໍ່​ຜູ້​ທີ່​ມີ​ອາ​ຍຸ​ໃກ້ 12 ປີ ຫລາຍ​ກວ່າ​ສຳ​ລັບ​ຜູ້​ມີ​ອາ​ຍຸ 112 ປີ, ​ແຕ່ຫລັກ​ທຳ​ທີ່​ຂ້າ​ພະ​ເຈົ້າ​ຈະ​ແບ່ງ​ປັນ​ກໍ​ກ່ຽວ​ຂ້ອງ​ກັບ​ທຸກ​ຄົນ. ໃນ​ຄຳ​ຕອບ​ຕໍ່​ຖ້ອຍ​ຄຳ​ຂອງ​ປະ​ທານມອນ​ສັນ, ຂ້າ​ພະ​ເຈົ້າ​ຂໍ​ຖາມ​ວ່າ, ເຮົາ​ແຕ່​ລະ​ຄົນ​ຮູ້​ດ້ວຍ​ຕົວ​ເອງ​ບໍ​ວ່າ​ພ​ຣະ​ກິດ​ຕິ​ຄຸນ​ນີ້ຈິງ? ເຮົາ​ສາ​ມາດ​ກ່າວ​​ດ້ວຍ​ຄວາມ​ໝັ້ນ​ໃຈໄດ້​ບໍ​ວ່າ​ ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເປັນ​ຂອງ​ເຮົາ​ເອງ​ແທ້ໆ? ຂ້າ​ພະ​ເຈົ້າ​ຈະ​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ປະ​ທານມອນ​ສັນ​ ອີກວ່າ: “ຂ້າ​ພະ​ເຈົ້າ​ຢືນ​ຢັນ​ວ່າ ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ​ຂອງ​ເຮົາ ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ແລະ ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ອົງ​ຈະ [ປົກ​ປ້ອງ​ທ່ານ​ຈາກ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ທີ່​ຢູ່​ອ້ອມ​ຂ້າງ​ທ່ານ]. … ຖ້າ​ຫາກ​ທ່ານ​ຍັງ​ບໍ່​ທັນ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້, ຂໍ​ຈົ່ງ​ເຮັດ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ຈະ​ມີ​ປະ​ຈັກ​ພະ​ຍານ​ນັ້ນ. ມັນ​ສຳ​ຄັນ​ຫລາຍ​ສຳ​ລັບ​ທ່ານ​ທີ່​ຈະ​ມີ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເອງ, ເພາະ​ປະ​ຈັກ​ພະ​ຍານ​ຂອງ​ຄົນ​ອື່ນຈະຊ່ອຍ​ທ່ານ​ໄດ້​ເຖິງ​ຈຸດ​ໃດ​ຈຸດ​ໜຶ່ງ​ເທົ່​າ​ນັ້ນ.”2

​ຂ້າ​ພະ​ເຈົ້າ​ຮູ້​ເລື່ອງ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ

ການ​ຮຽ​ນ​ຮູ້​ດ້ວຍ​ຕົວ​ເອງວ່າ​ພ​ຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດນີ້​ຈິງ ສາ​ມາດ​ເປັນ​ປະ​ສົບ​ການ​ໜຶ່ງ​ທີ່​ຍິ່ງ​ໃຫ​ຍ່ ແລະ ທີ່​ໜ້າ​ຊື່​ນ​ຊົມ​ຫລາຍ​ທີ່​ສຸດ​ໃນ​ຊີ​ວິດ. ເຮົາ​ອາດ​ໄດ້​ເລີ່ມ​ມີ​ປະ​ຈັກ​ພະ​ຍານ​ໂດຍ​ການ​ເພິ່ງ​ອາ​ໄສ​ປະ​ຈັກ​ພະ​ຍານ​ຂອງ​ຄົນ​ອື່ນ ດັ່ງ​ທີ່​ນັກ​ຮົບ​ໜຸ່ມກ່າວ​ວ່າ, “ພວກ​ເຮົາ​ບໍ່​ສົງ​ໃສ​ເລີຍ​ວ່າ​ ແມ່​ຂອງ​ພວກ​ເຮົາ​ຮູ້​ຈັກເລື່ອງ​​ນີ້.”3 ນີ້​ເປັນ​ຈຸດທີ່​ດີ​ທີ່​ຈະ​ເລີ່ມ​ຕົ້ນ, ແຕ່​ເຮົາ​ຕ້ອງພັດ​ທະ​ນາ​ໃຫ້​ມັນ​ເຕີບ​ໂຕ​ຕໍ່​ໄປ​ຈາກ​​ຈຸດນັ້ນ. ເພື່ອ​ຈະ​ເຂັ້ມ​ແຂງ​ໃນ​ການ​ດຳ​ລົງ​ຊີ​ວິ​ດ​ຕາມ​ພ​ຣະ​ກິດ​ຕິ​ຄຸນ, ບໍ່​ມີ​ຫ​ຍັງ​ສຳ​ຄັນ​ໄປ​ກວ່າ​ການ​ໄດ້​ຮັບ ແລະ ການ​ເສີມ​ສ້າງ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເອງ​ເຂັ້ມ​ແຂງ​ຂຶ້ນ. ເຮົາ​ຕ້ອງ​ສາ​ມາດ​ປະ​ກາດ​ໄດ້, ດັ່ງ​ທີ່ ແອວ​ມາ ​ໄດ້​ປະ​ກາດ​ວ່າ, “​ຂ້າ​ພະ​ເຈົ້າ​ຮູ້​ເລື່ອງ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ.”4

“ແລະ ພວກ​ທ່ານ​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ຮູ້​ເຖິງ​ຄວາມ​ແນ່ນອນ​ຂອງ​ເລື່ອງ​ເຫລົ່າ​ນີ້​ໄດ້​ແນວ​ໃດ?” ແອວ​ມາໄດ້​ກ່າ​ວ​ຕໍ່​ໄປ​ວ່າ. “​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເລື່ອງ​ນີ້​ເປັນ​ທີ່​ຮູ້​ແກ່​ຂ້າ​ພະ​ເຈົ້າ ໂດຍ​ພ​ຣະ​ວິນ​ຍານ​ອັນ​ສັກ​ສິດ​ຂອງ​ພ​ຣະ​ເຈົ້າ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ມາ​ຫລາຍມື້ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮູ້​ເລື່ອງ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ. ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ໄດ້​ດ້ວຍ​ຕົວ​ເອງ​ວ່າ ເລື່ອງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ.”5

ຂ້າ​ພະ​ເຈົ້າ​ປາ​ດຖ​ະ​ໜາ​ເຫັນ​ສິ່​ງ​ທີ່​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ເຫັນ​ມາ

ເໝືອນ​ດັ່ງ ແອ​ວ​ມາ, ນີ​ໄຟ​ ກໍ​ໄດ້​ມາ​ຮູ້​ຄວາມ​ຈິງ​ດ້ວຍ​ຕົວລາວ​ເອງ. ຫລັງ​ຈາກ​ໄດ້​ຟັງ​ບິ​ດາ​ຂອງ​ລາວກ່​າວ​ເຖິງ​ປະ​ສົບ​ການ​ທາງວິນ​ຍານ​ຂອງ​ເພິ່ນ​ຫລາຍ​ເລື່ອງ, ນີ​ໄຟ ​ກໍ​ຢາກ​ຮູ້​ສິ່ງ​ທີ່​ບິ​ດາ​ຂອງ​ລາວໄດ້​ຮູ້. ນີ້​ແມ່ນ​ຍິ່ງກວ່າ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ເທົ່າ​ນັ້ນ ມັນ​ໄດ້​ເປັນ​ສິ່​ງ​ທີ່​ລາວ​ໄດ້ປາດ​ຖະ​ໜາ​ຢາກ​ຮູ້​ຢ່າງ​ແຮງ​ກ້າ. ເຖິງ​ແມ່ນ​ວ່າ​ລາວ​ຍັງ “ໜຸ່ມ​ນ້ອຍ​ຫລາຍ​ທີ່​ສຸດ,” ລາວ​ຍັງ​ໄດ້​ມີ​ “ຄວາມ​ປາ​ດຖະ​ໜາ​ຢາກ​ຮູ້​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ”6 ຫລາຍ​ແທ້ໆ. ລາວ​ກໍ​ປາດ​ຖະ​ໜາ​ວ່າຈະ “ໄດ້ເຫັນ, ແລະ ໄດ້​ຍິນ, ແລະ ຈະ​ໄດ້​ຮູ້​ເຖິງ​ສິ່ງ​ເຫລົ່າ​ນີ້, ໂດຍ​ພ​ຣະ​ວິ​ນ​ຍານ​ບໍ​ລິ​ສຸດ.”7

ໃນ​ຂະ​ນະ​ທີ່​ນີ​ໄຟ ໄດ້ “ນັ່ງໄຕ່​ຕອງ​ຢູ່ໃນ​ໃຈ​ຢູ່ນັ້ນ,” ລາວ​ກໍຖືກ “ພາ​ໄປ​ໃນ​ພ​ຣະ​ວິ​ນ​ຍານ … ຂຶ້ນ​ໄປເທິງ​ພູ​ໜ່ວຍ​ໜຶ່ງ​ທີ່​ສູງ​ທີ່​ສຸດ,” ບ່ອນ​ທີ່​ລາວ​ຖືກ​ຖາມວ່າ, “ເຈົ້າ​ປາດ​ຖະ​ໜາ​ສິ່ງ​ໃດ?” ຄຳ​ຕອບ​ຂອງ​ລາວ​ກໍ​ລຽບ​ງ່າຍ​ວ່າ: “ຂ້າ​ນ້ອຍ​ປາດ​ຖະ​ໜາ​ເຫັນ​ສິ່ງ​ທີ່​ບິ​ດາ​ຂອງ​ຂ້າ​ນ້ອຍ​ເຫັນ​ມາ.”8 ເປັນ​ເພາະຄວາມ​ເຊື່ອ​​ທີ່​ເລິກ​ຊຶ້ງຂອງ​ລາວ​ ແລະ ຄວາມ​ພ​າກ​ພຽນ​ພະ​ຍາ​ຍາມ​ຂອງ​ລາວ, ນີ​ໄຟ​ຈຶ່ງໄດ້​ຮັບ​ພອນ​ດ້ວຍ​ປະ​ສົບການ​ທີ່​ປະ​ເສີດ. ລາວ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ການ​ເກີດ​ທີ່​ຈະ​ມາ​ເຖິງ, ຊີ​ວິດ, ແລະ ການ​ຄຶງ​ທີ່​ໄມ້​ກາງ​ແຂນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ພ​ຣະ​ເຢ​ຊູ​ຄ​ຣິດ; ລາວ​ໄດ້​ເຫັນ​ການ​​ອອກມາ​ຂອງ​ພ​ຣະ​ຄຳ​ພີ​ມໍ​ມອນ ແລະ ການ​ຟື້ນ​ຟູ​ພ​ຣ​ະ​ກິດ​ຕິ​ຄຸນ​ໃນ​ວັນ​ເວ​ລາ​ສຸດ​ທ້າຍ ທັງ​ໝົດ​ກໍ​ເປັນ​ເພາະ​ຄວາມ​ປາ​ດຖ​ະ​ໜາ​ທີ່​ຈິງ​ໃຈ​ຂອງ​ລາວ​ ທີ່​ຈະ​ຮູ້​ດ້ວຍ​ຕົວ​ລາວ​ເອງ.9

ປະສົບ​ການ​ສ່ວນ​ຕົວນຳພຣະຜູ້​ເປັນ​ເຈົ້າ​ເຫລົ່ານີ້ ​ໄດ້​ຕຽມ​ນີ​ໄຟ​ສຳລັບ​ຄວາມ​ຫຍຸ້ງຍາກ ​ແລະ ການ​ທ້າ​ທາຍ ຊຶ່ງ​ຈະ​ປະ​ເຊີນ​​ໃນ​ບໍ່​ດົນ​ນັ້ນ. ປະສົບ​ການ​ໄດ້​ເຮັດ​ໃຫ້​ເພິ່ນ​ຍຶດໝັ້ນຢູ່​ຢ່າງ​ໝັ້ນຄົງ ​ເຖິງ​ແມ່ນ​ໃນ​ຕອນ​ທີ່​ຄົນ​ອື່ນໆຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ມີ​ບັນຫາ. ​ເພິ່ນ​ເຮັດ​​ໄດ້​ເພາະວ່າ ​ເພິ່ນ​ໄດ້ ຮຽນ​ຮູ້ ດ້ວຍ​ຕົວ​ເອງ ​ແລະ ​ເພິ່ນ ຮູ້ ດ້ວຍ​ຕົວເອງ. ​ເພິ່ນ​ໄດ້​ຮັບ​ພອນ​ຫລາຍ​ດ້ວຍ​ປະຈັກ​ພະຍານ​ຂອງ​ເພິ່ນ​ເອງ.

​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ຈາກ​ພ​ຣະ​ເຈົ້າ

ເໝືອນ​ດັ່ງ ນີ​ໄຟ, ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ກໍ “ໜຸ່ມ​ນ້ອຍ​ຫລາຍ​ທີ່​ສຸດ” ຄື​ກັນ​ເມື່ອ “​ເພິ່ນຄຸ່ນ​ຄິດ​ໜັກ” ກ່ຽວ​ກັບ​ຄວາມ​ຈິງ​ທາງວິນ​ຍານ. ສຳ​ລັບ ໂຈ​ເຊັບ, ນັ້ນ​ເປັນໄລ​ຍະ​ເວ​ລາທີ່ “ກຸ້ມ​ໃຈ​ຫລາຍ,” ໂດຍ​ທີ່​ມີ​ຄວາມ​ສັບ​ສົນ ແລະ ການ​ຂັດ​ແຍ້ງ​ກັນ​ຫລາຍ​ກ່ຽວ​ກັບ​ສ​າດ​ສະ​ໜາ​ເກີດ​ຂຶ້ນ​ຢູ່​ອ້ອມ​ຂ້າງ. ເພິ່ນ​ຢາກ​ຮູ້​ວ່າ​ສາດ​ສະ​ໜາ​ໃດ​ຈິງ.10 ໂດຍ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຂໍ້ຄວາມໃນ​ພ​ຣະ​ຄຣິສຕະທຳ​ຄຳ​ພີ ທີ່​ວ່າ: “​ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະ​ຕິ​ປັນ​ຍາ, ກໍ​ໃຫ້​ຜູ້ນັ້ນ​ທູນ​ຂໍ​ຈາກ​ພ​ຣະ​ເຈົ້າ,”11 ເພິ່ນ​ໄດ້​ກະ​ທຳ​ເພື່ອ​ຕົວ​ເອງ ເພື່ອ​ຈະ​ພົບ​ເຫັນ​ຄຳ​ຕອບ. ໃນ​ຕອນເຊົ້າທີ່​ສວຍ​ງາມ, ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820, ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ປ່າ ແລະ ໄດ້​ຄຸ​ເຂົ່າ​ລົງ​ອະ​ທິ​ຖານ. ເປັນ​ເພາະ​ສັດ​ທາ​ຂອງ​ເພິ່ນ ແລະ ເປັນ​ເພາະ​ພ​ຣະ​ເຈົ້າ​ໄດ້​ມີ​ວຽກ​ງານ​ພິ​ເສດ​ໃຫ້​ເພິ່ນ​ເຮັດ, ໂຈ​ເຊັບຈຶ່ງ​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ຮຸ່ງ​ໂລດ​ເຖິງ​ພ​ຣະເຈົ້າ​ພ​ຣະ​ບິດ​າ ແລະ ພ​ຣະ​ບຸດ​ຂອງ​ພ​ຣະ​ອົງ, ພ​ຣະ​ເຢ​ຊູ​ຄ​ຣິດ, ແລະ ໄດ້​ຮຽນ​ຮູ້​ເພື່ອ​ຕົວ​ເພິ່ນ​ເອງ ເຖິງ​ສິ່​ງ​ທີ່​ເພິ່ນ​ຄວນເຮັດ.

ທ່ານ​ເຫັນ​ແບບ​ແຜນ​ທີ່​ທ່ານ​ຈະ​ສາ​ມາດ​ນຳ​ມາ​ໃຊ້​ໄດ້​ບໍ​ ໃນ​ປະ​ສົບ​ການ​ຂອງໂຈ​ເຊັບ ໃນ​ການ​ມີ ແລະ ເສີມ​ສ້າງ​ປະ​ຈັກ​ພະ​ຍານຂອງ​ທ່ານ​ໃຫ້​ເຂັ້ມ​ແຂງ? ໂຈ​ເຊັບໄດ້​ອະ​ນຸ​ຍາດ​ໃຫ້​ພ​ຣະ​ຄຳ​ພີມີ​ອຳ​ນາດ​ເຂົ້າເຖິງ​ຈິດ​ໃຈ​ຂອງ​ເພິ່ນ. ​ເພິ່ນ​ໄດ້​ໄຕ່​ຕອງ​ຂໍ້​ພ​ຣະ​ຄຳ​ພີ​ຢ່າງ​ເລິກ​ຊຶ້ງ ແລະ ນຳ​ໃຊ້​ມັນ​ໃນ​ສະ​ພາບ​ການ​ຂອງ​ເພິ່ນ​ເອງ. ແລ້ວ​ເພິ່ນ​ກໍ​ໄດ້​ລົງ​ມື​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້​ມາ. ຜົນທີ່​ຕາມ​ມາກໍ​ແມ່ນ​ພາບ​ທີ່​ມາ​ໃຫ້​ເຫັນ​ທີ່​ຮຸ່ງ​ໂລດ​ຄັ້ງ​ທຳ​ອິດ ແລະ ທຸກ​ສິ່ງ​ທຸກ​ຢ່າງທີ່​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກນັ້ນ. ສາດ​ສະ​ໜາ​ຈັກ​ນີ້​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ແທ້ໆ ເທິງ​ຫລັກ​ທຳ​ທີ່​ວ່າ​ໃຜໆ​ກໍ​ຕາມ ຮ່ວມ​ທັງ​ເດັກ​ຊາຍຊາວ​ໄຮ່ອາ​ຍຸ 14 ປີ​ຄົນ​ໜຶ່ງ ກໍ​ສາ​ມາດ “ທູນ​ຂໍ​ຈາກ​ພ​ຣະ​ເຈົ້າ” ແລະ ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອ​ະ​ທິ​ຖານ​ຂອງ​ເຂົາ​.

ສະ​ນັ້ນ​ແມ່ນ​ຫ​ຍັງ​ຄື​ປະ​ຈັກ​ພະ​ຍານ?

ເຮົາ​ໄດ້​ຍິນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກ່າວ​ເລື້ອຍໆ​ວ່າ ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ເຖິງ​ພ​ຣະ​ກິດ​ຕິ​ຄຸນນັ້ນ​ເປັນ​ສົມ​ບັດ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ. ມັນ​ເປັນ​ຂອງ​ປະ​ທານ​ທີ່​ສັກ​ສິດ​ຈາກ​ພ​ຣະ​ເຈົ້າ ທີ່​ມາ​ສູ່​ເຮົາ​ໂດຍ​ອຳ​ນາດ​ຂອງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ. ມັນ​ເປັນ​ຄວາມ​ແນ່ນອນ​ທີ່​ສະ​ຫ​ງົບ, ບໍ່​ຫວັ່ນ​ໄຫວ ທີ່​ເຮົາ​ໄດ້​ຮັບ​ເມື່ອ​ເຮົາ​ສຶກ​ສາ, ອະ​ທິ​ຖານ, ແລະ ດຳ​ລົງ​ຊີ​ວິດ​ຕາມ​ພ​ຣະ​ກິດ​ຕິ​ຄຸນ. ມັນ​ເປັນ​ຄວາມ​ຮູ້​ສຶກ​ເຖິງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ​ພະ​ຍານ​ຕໍ່​ຈິດ​ວິນ​ຍານ​ຂອງ​ເຮົາ​ວ່າ​ສິ່ງ​ທີ່​ເຮົາ​ກຳ​ລັງ​ຮຽນ​ຮູ້​ ແລະ ປະ​ຕິ​ບັດ​ຕ​າມຢູ່ນັ້ນ​ແມ່ນຖືກ​ຕ້ອງ.

ບ​າງ​ຄົນ​ກ່າວ​ເຖິງ​ປະ​ຈັກ​ພະ​ຍານວ່າ​ເປັນ​ສິ່ງ​ທີ່​ເຮົາ​ມີ ຫລື ບໍ່​ມີ ເໝືອນ​ດັ່ງ​ສະ​ວິດ​ໄຟ, ເປີດ ຫລື ປິດ. ໃນ​ຄວ​າມ​ເປັນ​ຈິງ​ແທ້​, ປະ​ຈັກ​ພະ​ຍານ​ກໍ​ຄ້າຍ​ຄື​ຕົ້ນ​ໄມ້​ຫລາຍ​ກວ່າ ທີ່​ຜ່ານຜ່າ​ຫລາຍໆ​ຂັ້ນ​ຕອນ​ຂ​ອງ​ການ​ເຕີບ​ໂຕ​ພັດ​ທະ​ນາ. ຕົ້ນ​ໄມ້​ທີ່​ສູງ​ທີ່​ສຸດ​ບາງ​ຕົ້ນ​ຢູ່​ເທິງ​ໂລກ​ ແມ່ນ​ພົບ​ເຫັນ​ຢູ່​ແຖບ​ອະ​ຍຸ​ທະ​ຍານ​ແຫ່ງ​ຊາດ​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ເມື່ອ​ທ່ານ​ຢືນ​ຢູ່​ທີ່​ພື້ນ​ຂອງ​ຕົ້ນ​ໄມ້​ທີ່​ໃຫຍ່ສູງ​ເຫ​ລົ່າ​ນີ້, ມັນ​ເປັນ​ທີ່​ປະ​ທັບ​ໃຈ​ທີ່​ຈະ​ຄິດ​ວ່າ​ແຕ່​ລະ​ຕົ້ນ​ໄດ້​ເຕີບ​ໃຫ​ຍ່​ຂຶ້ນ​ມາ​ຈາກເມັດ​ພືດນ້ອຍໆ. ມັນ​ກໍ​ເປັນ​ດັ່ງ​ນັ້ນ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ. ເຖິງ​ແມ່ນ​ວ່າ​ທ່ານ​ອາດ​ເລີ່ມ​ຕົ້ນ​ດ້ວຍ​ປະ​ສົບ​ການ​ທາງວິນ​ຍານ​ຢ່າງ​ດຽວ, ມັນ​ກໍ​ເຕີບ​ໃຫ​ຍ່​ຂຶ້ນ ແລະ ພັດ​ທະ​ນາ​ຕາມ​ການ​ເວ​ລາ ຜ່ານ​ການ​ບຳ​ລຸງ​ລ້​ຽງ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ການ​ມີ​ປະ​ສົບ​ການ​ທາງວິນ​ຍານ​ເລື້ອຍໆ.

ແລ້ວມັນ​​ກໍບໍ່​​ເປັນ​ເລື່ອງ​ປະ​ຫລາດ​ໃຈ​ເລີຍ, ເມື່ອ​ສາດ​ສະ​ດາ ແອວ​ມາ ໄດ້​ອະ​ທິ​ບາຍ​ເຖິງວິ​ທີ​ທີ່​ເຮົາ​ພັດ​ທະ​ນາ​ປະ​ຈັກ​ພະ​ຍານ, ເພິ່ນ​ໄດ້​ກ່າວ​ເຖິງ​ເມັດ​ພືດ​ທີ່​ໃຫ​ຍ່​ຂຶ້​ນ​ມາ​ເປັນ​ຕົ້ນ​ໄມ້. ​ເພິ່ນ​ໄດ້​ກ່າວ​ວ່າ, “​ຖ້າ​ຫາກ​ພວກທ່ານໃຫ້​ບ່ອນ ເພື່ອ​ຈະ​ປູກ​ເມັດ​ພືດ​ໃນ​ໃຈ​ຂອງ​ພວກ​ທ່ານ, ຈົ່ງ​ເບິ່ງ, ຖ້າ​ຫາກ​​ເປັນ​ເມັດ​ພືດ​ທີ່​ແທ້​ຈິງ ຫລື ເມັດ​ທີ່​ດີ, ຖ້າພວກ​ທ່ານບໍ່​ໂຍນ​ມັນຖິ້ມ​ໂດຍ​ຄວາມບໍ່​ເຊື່ອ​ຖື​ຂອງ​ພວກ​ທ່ານ, … ມັ​ນ​ຈະ​ເລີ່ມ​ພອງ​ຢູ່​ໃນ​ເອິກ​ຂອງ​ພວກ​ທ່ານ; ແລະ ເມື່ອ​ພວກ​ທ່ານ​ຮູ້​ສຶກ​ເຖິງ​ການ​ພອງນີ້, ພວກ​ທ່ານ​ຈະ​ເລີ່ມ​ກ່າວ​ຢູ່​ພາຍ​ໃນ​ຕົວ​ເອງວ່າ ມັນ​ຕ້ອງ​ເປັນ​ເມັດ​ດີ ຫລື​ວ່າ ພ​ຣະ​ຄຳ​ນີ້​ດີ ເພາະ​ມັນ​ເລີ່ມ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ຂະ​ຫ​ຍາຍ​ອອກ; ແທ້​ຈິງ​ແລ້ວ, ມັນ​ເລີ່ມ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ແຈ້ງ​ອອກ, ແທ້​ຈິງ​ແລ້ວ, ມັນ​ເລີ່ມ​ມີ​ລົດ​ແຊບ​ສຳ​ລັບ​ເຮົາ.”12

ສ່ວນ​ຫລາຍ​ແລ້ວນີ້​ກໍຄື​ວິ​ທີ​ທີ່​ປະ​ຈັກ​ພະ​ຍານ​ເລີ່ມ​ຕົ້ນ: ດ້ວຍ​ຄວາມ​ຮູ້​ສຶກ​ທີ່​ສັກ​ສິດ, ໃຫ້​ຄວາມ​ຮູ້​ແຈ້ງ​ ແລະ ໃຫ້​ຄວາມ​ໝັ້ນ​ໃຈ​ ທີ່​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າພ​ຣະ​ຄຳ​ຂອງພ​ຣະ​ເຈົ້າ​ນັ້ນ​ຈິງ. ແຕ່ເຖິງ​ແມ່ນ​ວ່າ​ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ​ຈະ​ປະ​ເສີດ​ພຽງ​ໃດ​ກໍ​ຕາມ, ມັນ​ກໍ​ເປັນ​ພຽງ​ແຕ່​ຈຸດ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ. ວຽກ​ງານ​ທີ່​ທ່ານ​ຕ້ອງ​ເຮັດ​ເພື່ອ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຕີບ​ໂຕ​ຍັງ​ບໍ່​ສຳ​ເລັດ​ເທື່ອ ເໝື​ອນ​ດັ່ງ​ວຽກ​ງານ​ຂອງ​ການ​ເຕີບ​ໂຕ​ຂອງ​ຕົ້ນ​ໄມ້​ ໃຫ​ຍ່​ຍັງ​ບໍ່​ສຳ​ເລັດ​ເມື່ອງອກ​ນ້ອຍໆ​ທຳ​ອິດນັ້ນ​ພຸ​ຂຶ້ນ​ມາ​ຈາກ​ພື້ນ​ດິນ. ຖ້າ​ເຮົາ​ບໍ່​ເອົາ​ໃຈ​ໃສ່ ຫລື ລະ​ເລີຍ​ການ​ກະ​ຕຸ້ນ​ທາງວິນ​ຍາ​ນ​ໃນ​ຕອນ​ຕົ້ນ, ຖ້າ​ເຮົາ​ບໍ່​ບຳ​ລຸງ​ລ້ຽງ​ມັນ​ໂດຍ​ການ​ສຶກ​ສາ​ພ​ຣະ​ຄຳ​ພີ​ ແລະ ອະ​ທິ​ຖານ​ຕໍ່​ໄປ ໂດຍ​ການ​ສະ​ແຫວງ​ຫາ​ປະ​ສົບ​ການ​ກັບ​ພ​ຣະ​ວິ​ນຍານອີກ​ຫລາຍ​ຂຶ້ນ​, ຄວາມ​ຮູ້​ສຶກ​ຂອງ​ເຮົາ​ກໍ​ຈະ​ຄ່ອຍໆ​ຫາຍ ໄປ ແລະ ປະ​ຈັກ​ພະ​ຍານ​ຂອ​ງ​ເຮົາ​ຈະ​​ອ່ອນ​ແອ​ລົງ​ໄປ.

ແອວ​ມາ ໄດ້​ກ່າວ​ວ່າ: “​ຖ້າ​ຫາກ​ພວກ​ທ່ານ​ຈະ​ລະ​ເລີຍ​ຕົ້ນ​ນັ້ນ, ແລະ ບໍ່​ຄິດ​ເຖິງ​ການ​ບຳ​ລຸງ​ລ້ຽງ​ມັນ, ຈົ່ງ​ເບິ່ງ ມັນ​ກໍ​ຈະ​ບໍ່​ແຕກ​ຮາກ​ເລີຍ; ແລະ ເມື່ອ​ຄວາມ​ຮ້ອນ​ຂອງດວງ​ຕາ​ເວັນ​ມາ​ເຖິງ ແລະ ເຜົາ​ມັນ, ເມື່ອ​ມັນ​ບໍ່​ມີ​ຮາກ​ ມັນ​ຍ່ອມ​ຫ່ຽວ​ແຫ້ງ​ໄປ, ແລະ ພວກ​ທ່ານ​ກໍ​ຈະ​ຖອນ​ມັນ​ຂຶ້ນ ແລະ ໂຍນ​ມັນ​ຖິ້ມ​.”13

ໃນ​ຫລາຍໆ​ກໍ​ລະ​ນີ, ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ຈະ​ເຕີບ​ໂຕ​ໃນ​ວິ​ທີ​ທາງ​ດຽວ​ດັ່ງ​ທີ່​ຕົ້ນ​ໄມ້​ເຕີບ​ໂຕ: ເທື່ອ​ລະ​ເລັກ​ເທື່ອ​ລະໜ້ອຍ, ເກືອບ​ບໍ່​ສາ​ມາດ​ສັງ​ເກດ​ເຫັນໄດ້​ເລີຍ, ເປັນ​ເພາະ​ການ​ດູ​ແລຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ຄວາມ​ພະ​ຍາ​ຍາມ​ທີ່​ພາກ​ພຽນ. “ແຕ່​ຖ້າ​ຫາກ​ພວກ​ທ່ານ​ຈະ​ບຳ​ລຸງ​ລ້ຽງ​ພ​ຣະ​ຄຳ,” ແອວ​ມາ​ໄດ້​ສັນ​ຍາ​ວ່າ, “ແທ້​ຈິງ​ແລ້ວ, ບຳ​ລຸງ​ລ້ຽງ​ຕົ້ນ​ເມື່ອ​ມັນ​ເລີ່ມ​ເຕີບ​ໂຕ​ໂດຍ​ສັ​ດ​ທາ​ຂອງ​ພວກ​ທ່ານ​ດ້ວຍ​ຄວາມ​ພາກ​ພຽນ, ແລະ ດ້ວຍ​ຄວາມ​ອົດ​ທົນ, ໂດຍ​ຄອງ​ຄອຍ​ຜົນ​ຈາກ​ຕົ້ນ​ນັ້ນ, ແລ້ວ​ມັນ​ຈະ​ແຕກ​ຮາກ; ແລະ ຈົ່ງ​ເບິ່ງ, ມັ​ນ​ຈະ​ເປັນ​ຕົ້ນ​ທີ່ງອກ​ງາມ​ໄປ​ສູ່​ຊີ​ວິດ​ອັນ​ເປັນ​ນິດ.”14

ດຽວນີ້​ຄື​ເວ​ລາ​ນັ້ນ; ມື້ນີ້​ຄື​ມື້​ນັ້ນ

ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ກໍ​ໄດ້​ເລີ່ມຕົ້ນ​ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ ແລະ ໄຕ່​ຕອງ​ຄຳ​ສອນ​ທີ່​ພົບ​ເຫັນ​ຢູ່​ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ. ເມື່ອ​ຂ້າ​ພ​ະ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ​ທູນ​ຖາ​ມ​ພ​ຣະ​ເຈົ້າ​ດ້ວ​ຍ​ຄຳ​ອະ​ທິ​ຖານ​ທີ່​ຖ່ອມ​ຕົນ, ພ​ຣະ​ວິ​ນ​ຍານ​ບໍ​ລິ​ສຸດໄດ້​ເປັນ​ພະ​ຍານ​ຕໍ່​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານນັ້ນ​ຈິງ. ການ​ເປັນ​ພະ​ຍານ​ໃນ​ຕອນ​ຕົ້ນ​ນີ້​ໄດ້ນຳ​ໄປ​ສູ່​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ ເຖິງ​ຄວາມ​ຈິງ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ອື່ນໆ​ຫລາຍ​ຢ່າງ, ເພາະປະ​ທານມອນ​ສັນ ​ໄດ້​ສອນ​ວ່າ: “ເມື່ອ​ເຮົາ​ຮູ້​ວ່າ​ພ​ຣະ​ຄຳ​ພີ​ມໍ​ມອນ​ຈິງ, ແລ້ວມັນ​ກໍ​ຈະຕາມມາ​ວ່າ ໂຈ​ເຊັບ ສະ​ມິດ ໄດ້​ເປັນ​ສາດ​ສະ​ດາ​ແທ້ໆ ແລະ ວ່າ​ເພິ່ນ​ໄດ້​ເຫັນ​ພ​ຣະ​ເຈົ້າ ພ​ຣະ​ບິ​ດາ​ນິ​ລັນ​ດອນ ແລະ ພ​ຣະ​ບຸດ​ຂ​ອງ​ພ​ຣະ​ອົງ, ພ​ຣະ​ເຢ​ຊູ​ຄ​ຣິດ. ແລ້ວ​ມັນ​ກໍ​ຕາມ​ມາ​ວ່າ ພ​ຣະ​ກິດ​ຕິ​ຄຸນ​ໄດ້​ຮັບ​ການຟື້ນ​ຟູ​​ຄືນ​ມາ​ໃໝ່​ໃນ​ຍຸກ​ສຸດ​ທ້າຍນີ້ ຜ່ານ​ ໂຈ​ເຊັບ ສະ​ມິດ ຮ່ວມ​ທັງ​ການ​ຟື້ນ​ຟູ​ທັງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ເມນ​ຄີ​ເສເດັກ.”15 ນັບ​ຕັ້ງ​ແຕ່ມື້ນັ້​ນ​ມາ, ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ສົບ​ການ​ສັກ​ສິດ​ຫລາຍ​ຢ່າງ​ກັບ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​ໄດ້​ຢືນ​ຢັນ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ​ ພຣະ​ເຢຊູ​ຄຣິດ ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ ​ແລະ​ ວ່າພ​ຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ນັ້ນຈິງ. ພ້ອມ​ດ້ວຍ​ແອວ​ມາ, ຂ້າ​ພະ​ເຈົ້າ​ກ່າວ​ໄດ້​ດ້ວຍ​ຄວາມ​ແນ່ນອນ​ໃຈ​ວ່າ​ຂ້າ​ພະ​ເຈົ້າຮູ້​ສິ່ງ​ເຫລົ່ານີ້​ດ້ວຍ​ຕົວ​ເອງ.

ເພື່ອນ​ໜຸ່ມ​ນ້ອຍ​ຂອງ​ຂ້າ​ພ​ະ​ເຈົ້າທັງ​ຫລາຍ, ດຽວນີ້​ຄື​ເວ​ລານັ້ນ ແລະ ມື້ນີ້​ຄືມື້​ນັ້ນ ​ທີ່​ຈະ​ຮຽນ​ຮູ້ ຫລື ຢືນ​ຢັນ​ຕໍ່ຕົນ​ເອງ​ອີກວ່າ​ພ​ຣະ​ກິດ​ຕິ​ຄຸ​ນນັ້ນ​ຈິງ. ເຮົາ​ແຕ່​ລະ​ຄົນ​ມີ​ວຽກ​ງານ​ອັນ​ສຳ​ຄັນ​ທີ່​ຕ້ອງ​ເຮັດ. ເພື່ອ​ຈະ​ສຳ​ເລັດ​ວຽກ​ນັ້ນ ​ແລະ ຖືກ​ປົກ​ປ້ອງ​ຈາກ​ຄວາມ​ຢົ້ວຢວນຂອງ​ໂລກທີ່​ເຕັມ​ຢູ່ທຸກ​ບ່ອນ, ເຮົາ​ຕ້ອງ​ມີ​ສັດ​ທາ​ດັ່ງ​ສັດ​ທາ​ຂອງ​ແອວ​ມາ, ນີ​ໄຟ, ແລະ ໂຈ​ເຊັບ ສະ​ມິດ​​ ໜຸ່ມ ທີ່​ຈະ​ໄດ້​ມີ ແລະ ພັດ​ທະ​ນາ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເອງ.

ເໝືອນ​ດັ່ງ​ມັກ​ຄະ​ນາ​ຍົກ​ໜຸ່ມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເຖິງ, ຂ້າ​ພະ​ເຈົ້າ​ຊົມ​ເຊີຍປະ​ທານມອນ​ສັນ​ ສຳ​ລັບ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ. ມັນ​ໄດ້​ເຕີບ​ໂຕ​ມີ​ພະ​ລັງ, ​ດັ່ງ​ທີ່​ຕົ້ນ​ໄມ້​ໄດ້​ໃຫ​ຍ່​ສູງ​ຂຶ້ນ, ແມ່ນ​ແຕ່​ປະ​ຈັກ​ພະ​ຍານ​ຂອງ ປະ​ທານ​ມອນ​ສັນ​ກໍ​ຕ້ອງໄດ້​ເຕີບ​ໂຕ ແລະ ພັ​ດ​ທະ​ນ​າ​ຕາມ​ການ​ເວ​ລາ. ເຮົາ​ສາ​ມາດ​ຮູ້​ໄດ້​ດ້ວຍ​ຕົວ​ເຮົາ​ເອງ, ດັ່ງ​ທີ່ປະ​ທານມອນ​ສັນ​ ໄດ້​ຮູ້, ວ່າ​ພ​ຣະ​ເຢ​ຊູ​ຄ​ຣິດ​ຄື​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ແລະ ພ​ຣະ​ຜູ້​ໄຖ່​ຂອງໂລກ​ທັງ​ປວງ, ວ່າ​ໂຈ​ເຊັບ ສະ​ມິດ ​ເປັນ​ສາດ​ສະ​ດາ​ຂອງ​ການ​ຟື້ນ​ຟູ, ຮ່ວມ​ທັງ​ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພ​ຣະ​ເຈົ້າ. ພວກເຮົາ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດນັ້ນ. ​ຂ້າ​ພະ​ເຈົ້າຂໍ​ໃຫ້​ພວກ​ເຮົາ​ຮຽນ​ຮູ້​ສິ່ງ​ເຫລົ່າ​ນີ້ ແລະ ຮູ້​ມັນ​ດ້ວຍ​ຕົວ​ເຮົາ​ເອງ​ເຖີດ, ໃນ​ພ​ຣະ​ນາມ​ອັນ​ສັກ​ສິດຂອງພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.