​2010–2019
ໂຈ​ເຊັບ ສະ​ມິດ
ຕຸລາ 2014


ໂຈ​ເຊັບ ສະ​ມິດ

ພຣະເຢ​ຊູ​ໄດ້​ເລືອກ​ຜູ້​ຊາຍ​ທີ່​ບໍລິສຸດ, ຜູ້​ຊາຍ​ທີ່​ຊອບ​ທຳ, ໃຫ້​ນຳພາ​ການ​ຟື້ນ​ຟູ​ຂອງ​ຄວາມ​ສົມບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ເລືອກ​ເອົາ ໂຈ​ເຊັບ ສະ​ມິດ.

ໃນ​ການ​ຢ້ຽມຢາມ​ເທື່ອ​ທຳ​ອິດ​ຂອງ​ເພິ່ນ​ຕໍ່​ສາດສະດາ ໂຈ​ເຊັບ ສະ​ມິດ ຕອນ​ເພິ່ນ​ມີ​ອາຍຸ 17 ປີ, ທູດ​ສະຫວັນ​ໄດ້​ເອີ້ນ​ຊື່​ຂອງ ໂຈ​ເຊັບ ແລະ ໄດ້​ບອກ​ເພິ່ນ​ວ່າ ເພິ່ນ, ໂມ​ໂຣ​ໄນ, ເປັນ​ທູດ​ສະຫວັນ​ທີ່​ຖືກ​ສົ່ງ​ມາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ວ່າ​ພຣະ​ເຈົ້າ​ໄດ້​ມີ​ວຽກ​ງານ​ໃຫ້​ເພິ່ນ​ເຮັດ. ຂໍ​ໃຫ້​ຄິດ​ເບິ່ງ​ວ່າ ໂຈ​ເຊັບ​ໄດ້​ຄິດ​ຫຍັງ​ແດ່​ເມື່ອ​ທູດ​ສະຫວັນ​ໄດ້​ບອກ​ເພິ່ນ​ວ່າ​ຊື່​ຂອງ​ເພິ່ນ​ຈະ​ມີ​ຢູ່​ທັງ​ທາງ​ດີ ແລະ ທາງ​ຊົ່ວ​ໃນ​ບັນດາ​ທຸກ​ປະຊາ​ຊາດ, ທຸກ​ຕະກຸນ ແລະ ທຸກ​ພາສາ​ທັງ​ໝົດ.1 ບາງທີ​ຄວາມ​ຕົກໃຈ​ໃນ​ສາຍຕາ​ຂອງ ໂຈ​ເຊັບ ໄດ້​ເຮັດ​ໃຫ້​ໂມ​ໂຣ​ໄນ​ກ່າວ​ຊ້ຳ​ອີກ, ວ່າ​ທັງ​ຄວາມ​ດີ ແລະ ຄວາມ​ຊົ່ວ​ຈະ​ຖືກ​ກ່າວ​ເຖິງ​ເພິ່ນ​ໃນ​ບັນດາ​ຜູ້​ຄົນ​ທັງ​ປວງ.2

ສິ່ງ​ດີ​ທີ່​ຖືກ​ກ່າວ​ເຖິງ ໂຈ​​ເຊັບ ສະ​ມິດ ນັ້ນ​ໄດ້​ມີ​ມາ​ຢ່າງ​ຊ້າໆ; ແຕ່​ສິ່ງ​ທີ່​ຊົ່ວ​ນັ້ນ​ຖືກ​ເລີ່​ມກ່າວ​ເຖິງ​ຢ່າງ​ທັນທີ. ໂຈ​​ເຊັບ ໄດ້​ຂຽນ​ວ່າ: “ຊ່າງ​ປະຫລາດ​ໃຈ​ແທ້ໆ ທີ່​ເດັກນ້ອຍ​ທີ່​ບໍ່​ມີ​ໃຜ​ຮູ້ຈັກ  ... ໄດ້​ເປັນ​ຜູ້​ມີ​ຄວາມ​ສຳຄັນ​ພໍ​ທີ່​ຈະ​ດຶງ​ດູດ​ຄວາມ​ສົນໃຈ ... ຂອງ​ຄວາມ​ຄິດ​ທີ່​ຂົມຂື່ນ ແລະ ສົບ​ປະໝາດ.”3

ໃນ​ເມື່ອ​ບາງ​ຄົນ​ໄດ້​ຮັກ ໂຈ​ເຊັບ ຫລາຍ​ຂຶ້ນ​ເທົ່າໃດ, ຄົນ​ອື່ນໆ​ກໍ​ມີ​ເຈດ​ຕະ​ນາ​ຮ້າຍ​ຕໍ່​ເພິ່ນ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ຕອນ​ມີ​ອາຍຸ 38 ປີ, ເພິ່ນ​ຖືກ​ຄາດ​ຕະ​ກຳ​ໂດຍ​ກຸ່ມ​ອັນ​ຕະ​ພານ​ຂອງ​ຜູ້​ຊາຍ 150 ຄົນ​ທີ່​ໄດ້​ທາ​ໜ້າ​ດ່າງ​ດຳ.4 ເຖິງ​ແມ່ນ​ວ່າ​ຊີວິດ​ຂອງ​ສາດສະດາ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ກະທັນຫັນ, ສິ່ງ​ທີ່​ດີ ແລະ ຊົ່ວ​ທີ່​ຖືກ​ກ່າວ​ເຖິງ ໂຈ​ເຊ​ັບ ນັ້ນ​ຫາ​ກໍ​ໄດ້​ເລີ່ມ​ຕົ້ນ.

ເຮົາ​ຄວນ​ປະຫລາດ​ໃຈ​ບໍ​ກ່ຽວ​ກັບ​ສິ່ງ​ທີ່​ດີ ແລະ ຊົ່ວ​ທີ່​ຖືກ​ກ່າວ​ກ່ຽວ​ກັບ​ເພິ່ນ? ອັກ​ຄະ​ສາວົກ​ໂປໂລ ຖືກ​ເອີ້ນ​ວ່າ​ເປັນ​ບ້າ ແລະ ເສຍ​ຈິດ.5 ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ກໍ​ຖືກ​ເອີ້ນ​ວ່າ​ເປັນ​ຄົນ​ກິນ​ເກີນ​ສ່ວນ ແລະ ມັກ​ເມົາ, ແລະ ວ່າ​ຜີ​ມານ​ຮ້າຍ​ໄດ້​ເຂົ້າ​ສິງ.6

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ ໂຈ​ເຊັບ ເຖິງ​ຈຸດໝາຍ​ປາຍທາງ​ຂອງ​ເພິ່ນ​ວ່າ:

ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ​ຈະ​ສືບ​ຖາມ​ກ່ຽວ​ກັບ​ນາມ​ຂອງ​ເພິ່ນ, ແລະ ຄົນ​ໂງ່​ຈ້າ​ຈະ​ເຫັນ​ວ່າ​ເພິ່ນ​ສົມຄວນ​ທີ່​ຈະ​ຖືກ​ເຍາະ​ເຍີ້ຍ, ແລະ ນະລົກ​ຈະ​ລຸກ​ໄໝ້​ຕໍ່ຕ້ານ​ເພິ່ນ;

ໃນ​ຂະນະ​ທີ່​ຜູ້​ທີ່​ມີ​ຈິດໃຈ​ບໍລິສຸດ, ... ຄົນ​ສະຫລາດ, ... ແລະ ຜູ້​ມີ​ຄຸນ​ນະ​ທຳ, ຈະ​ສະແຫວງຫາ ... ພອນ​ຢູ່​ສະເໝີ​ຈາກ​ມື​ຂອງ​ເພິ່ນ.7

ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ອະນຸຍາດ​ໃຫ້​ມີ​ການ​ກ່າວ​ເຖິງ​ສິ່ງ​ບໍ່​ດີ​ເກີດ​ຂຶ້ນ​ພ້ອມ​ກັນ​ກັບ​ການ​ກ່າວ​ເຖິງ​ສິ່ງ​ດີ? ເຫດຜົນ​ຢ່າງ​ໜຶ່ງ​ຄື ການ​ຕໍ່ຕ້ານ​ເລື່ອງ​ຂອງ​ພຣະ​ເຈົ້າ ຊຸກຍູ້​ຜູ້​ຄົນ​ທີ່​ສະແຫວງຫາ​ຄວາມ​ຈິງ​ໃຫ້​ອະທິຖານ ເພື່ອ​ຫາ​ຄຳ​ຕອບ.8

ໂຈ​ເຊັບ ສະ​ມິດ ເປັນ​ສາດສະດາ​ແຫ່ງ​ການ​ຟື້ນ​ຟູ. ວຽກ​ງານ​ທາງ​ຝ່າຍ​ວິນ​ຍານ​ຂອງ​ເພິ່ນ​ໄດ້​​ເລີ່ມ​ຕົ້ນ​ດ້ວຍ​ການ​ປະກົດ​ຂອງ​ພຣະ​ບິດາ ແລະ ພຣະ​ບຸດ, ຕິດຕາມ​ໂດຍ​ການ​ຢ້ຽມຢາມ​ຈາກ​ສະຫວັນ​ຫລາຍໆ​ເທື່ອ. ເພິ່ນ​ໄດ້​ເປັນ​ເຄື່ອງມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ໃນ​ການ​ນຳ​ພຣະ​ຄຳ​ພີ​ສັກສິດ​ອອກ​ມາ, ໄດ້​ເປີດເຜີຍ​ຄຳ​ສອນ​ທີ່​ສູນ​ເສຍ​ໄປ ແລະ ຟື້ນ​ຟູ​ຖານະ​ປະໂລຫິດ. ຄວາມ​ສຳຄັນ​ຂອງ​ວຽກ​ງານ​ຂອງ ໂຈ​​ເຊັບ ຮຽກຮ້ອງ​ຫລາຍ​ກວ່າ​ການ​ພິຈາລະນາ​ທາງ​ສະຕິ​ປັນຍາ; ມັນ​ຮຽກຮ້ອງ​ໃຫ້​ເຮົາ, ເໝືອນ​ດັ່ງ ໂຈ​​ເຊັບ, “ທູນ​ຂໍ​ຈາກ​ພຣະ​ເຈົ້າ.”9 ຄຳ​ຖາມ​ທາງ​ຝ່າຍ​ວິນ​ຍານ​ຄວນ​ໄດ້​ຮັບ​ຄຳ​ຕອບ​ທາງ​ຝ່າຍ​ວິນ​ຍານ. ພຣະ​ເຈົ້າ​ຕອບ​ຄຳ​ອະທິຖານ​ຈາກ​ພຣະ​ເຈົ້າ.

ຫລາຍ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ວຽກ​ງານ​ແຫ່ງ​ການ​ຟື້ນ​ຟູ​ກໍ​ບໍ່​ເຊື່ອ​ວ່າ​ທູດ​ສະຫວັນ​ກ່າວ​ກັບ​ມະນຸດ​ຢູ່​ເທິງ​ໂລກ. ເຂົາເຈົ້າ​ຈະ​ເວົ້າ​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້, ວ່າ​ທູດ​ສະຫວັນ​ໄດ້​ນຳ​ແຜ່ນ​ຈາລຶກ​ທອງຄຳ​ມາ​ໃຫ້ ແລະ ຖືກ​ແປ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ. ເພາະ​ຄວາມ​ບໍ່​ເຊື່ອ​ນັ້ນ, ເຂົາເຈົ້າ​ປະຕິເສດ​ປະຈັກ​ພະຍານ​ຂອງ ໂຈ​​ເຊັບ ຢ່າງ​ໄວ, ແລະ ຫລາຍ​ຄົນ​ກໍ​ໄດ້​ເຮັດ​ຄວາມ​ຊົ່ວ ເຮັດ​ໃຫ້​ຊີວິດ​ຂອງ ໂຈ​​ເຊັບ ເສື່ອມ​ເສຍ ແລະ ກ່າວ​ຄວາມ​ຕົວະ​ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ເພິ່ນ.

ເຮົາ​ກໍ​ເສົ້າ​ສະຫລົດ​ໃຈ​ເປັນ​ພິເສດ ເມື່ອ​ຄົນ​ທີ່​ເຄີຍ​ນັບຖື ໂຈ​​ເຊັບ ໃນ​ຄັ້ງ​ໜຶ່ງ ບັດ​ນີ້​ຖອຍ​ຕົວ​ໄປ​ຈາກ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຂົາ ແລະ ແລ້ວ​ຕຳ​ນິ​ວິຈານ​ສາດສະດາ.10

ຄັ້ງ​ໜຶ່ງ ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ກ່າວ​ວ່າ, “ການ​ພະຍາຍາມ​ຈະ​ສຶກ​ສາ​ກ່ຽວ​ກັບ​ສາດສະໜາ​ຈັກ​ຈາກ​ຜູ້​ທີ່​ໄດ້​ໜີ​ໄປ​ຈາກ​ສາດສະໜາ​ຈັກ​ແລ້ວ ກໍ​ເໝືອນ​ດັ່ງ​ການ​ສຳພາດ ຢູ​ດາ ເພື່ອ​ຈະ​ເຂົ້າ​ໃຈ​ພຣະເຢ​ຊູ. ຜູ້​ທີ່​ໄດ້​ໜີ​ໄປ​ຈາກ ຈະ​ບອກ​ເຖິງ​ເລື່ອງ​ຂອງ​ເຂົາເຈົ້າ​ຫລາຍ​ກວ່າ​ກ່ຽວ​ກັບ​ອົງການ​ທີ່​ເຂົາເຈົ້າ​ໄດ້​ໜີ​ໄປ​ຈາກ.”11

ພຣະເຢ​ຊູ​ໄດ້​ກ່າວ​ວ່າ, “ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ, ... ແລະ ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມ​ເຫັງ​ເຈົ້າ.”12 ຂໍ​ໃຫ້​ເຮົາ​ຈົ່ງ​ມອບ​ຄວາມ​ເມດ​ຕາ​ໃຫ້​ແກ່​ຜູ້​ທີ່​ຕຳ​ນິ​ວິຈານ ໂຈ​​ເຊັບ ສະ​ມິດ, ໂດຍ​ທີ່​ຮູ້​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ​ວ່າ ເພິ່ນ​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ ແລະ ຄິດ​ເສຍ​ວ່າ ໂມ​ໂຣ​ໄນ​ກໍ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ເປັນ​ເວລາ​ດົນ​ນານ​ແລ້ວ ກ່ຽວ​ກັບ​ເລື່ອງ​ນີ້.

ເຮົາ​ຄວນ​ໂຕ້​ຕອບ​ແນວໃດ​ຕໍ່​ຜູ້​ທີ່​ສືບ​ຖາມ​ທີ່​ຈິງ​ໃຈ ທີ່​ກັງວົນ​ກ່ຽວ​ກັບ​ຄຳ​ຄິດ​ເຫັນ​ທີ່​ບໍ່​ດີ ທີ່​ເຂົາ​ໄດ້​ຍິນ​ກ່ຽວ​ກັບ​ສາດສະດາ ໂຈ​​ເຊັບ ສະ​ມິດ? ແນ່ນອນ, ເຮົາ​ຈະ​ຕ້ອນຮັບ​ຄຳ​ຖາມ​ທີ່​ຊື່ສັດ ແລະ ຈິງ​ໃຈ​ສະເໝີ.

ເພື່ອ​ຈະ​ສົງໄສ​ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ ໂຈ​​ເຊັບ, ເຮົາ​ອາດ​ແບ່ງປັນ​ຖ້ອຍ​ຄຳ​ຂອງ​ຄົນ​ຫລາຍໆ​ພັນ​ຄົນ​ທີ່​ໄດ້​ຮູ້ຈັກ​ເພິ່ນ​ຢ່າງ​ໃກ້ຊິດ ແລະ ຜູ້​ທີ່​ໄດ້​ສະລະ​ຊີວິດ​ຂອງ​ເຂົາເຈົ້າ​ເພື່ອ​ວຽກ​ງານ​ທີ່​ເພິ່ນ​ໄດ້​ຊ່ອຍ​ສະຖາປະນາ​ຂຶ້ນ​ມາ. ຈອນ ເທ​ເລີ, ຜູ້​ທີ່​ຖືກ​ຍິງ​ສີ່​ເທື່ອ​ໂດຍ​ກຸ່ມ​ອັນ​ຕະ​ພານ​ທີ່​ໄດ້​ຂ້າ ໂຈ​ເຊັບ, ຕໍ່​ມາ​ປະກາດ​ວ່າ: “ຂ້າພະເຈົ້າ​ເປັນ​ພະຍານ​ຢູ່​ຕໍ່​ໜ້າ​ພຣະ​ເຈົ້າ, ທູດ​ສະຫວັນ, ແລະ ມະນຸດ, ວ່າ [ໂຈ​​ເຊັບ] ໄດ້​ເປັນ​ຄົນ​ດີ, ມີ​ກຽດຕິຍົດ, [ແລະ] ມີ​ຄຸນ​ນະ​ທຳ ... [ແລະ] ວ່າ​ວິທີ​ທີ່​ເພິ່ນ​ໄດ້​ປະພຶດ​ຕົນ​ທັງ​ທາງ​ຊີວິດ​ສ່ວນ​ຕົວ ແລະ ຢ່າງ​ເປີດເຜີຍ ແມ່ນ​ເຊື່ອ​ຖື​ໄດ້ ແລະ ວ່າ​ເພິ່ນ​ໄດ້​ມີ​ຊີວິດ ແລະ ໄດ້​ຕາຍ​ໃນ​ຖານະ​ຄົນ​ຂອງ​ພຣະ​ເຈົ້າ.13

ເຮົາ​ອາດ​ເຕືອນໃຈ​ຜູ້​ຄົນ​ທີ່​ຢາກ​ຮູ້​ກ່ຽວ​ກັບ​ສາດສະໜາ​ຈັກ​ແທ້ໆ ວ່າ​ຂໍ້​ມູນ​ໃນ​ອິນ​ເຕີ​ແນັດ​ນັ້ນ ບໍ່​ມີ​ເຄື່ອງ​ຕອງ​ຂໍ້​ມູນ​ທີ່​ບໍ່​ເປັນຄວາມ​ຈິງ​ອອກ​ໄປ. ຂໍ້​ມູນ​ບາງ​ຢ່າງ, ບໍ່​ວ່າ​ຈະ​ເປັນຕາ​ເຊື່ອ​ຫລາຍ​ປານໃດ​ກໍ​ບໍ່​ແມ່ນ​ຄວາມ​ຈິງ​ແນ່ນອນ.

ເມື່ອ​ຫລາຍ​ປີ​ກ່ອນ​ຂ້າພະເຈົ້າ​ໄດ້​ອ່ານ​ບົດ​ຄວາມ​ໃນ​ວາລະສານ Time ທີ່​ໄດ້​ລາຍ​ງານ​ເຖິງ​ຈົດໝາຍ​ທີ່​ຖືກ​ຄົ້ນ​ພົບ, ອ້າງ​ວ່າ ມາ​ຕິ​ນ ແຮ​ຣິສ ໄດ້​ຂຽນ, ທີ່​ຂັດ​ກັນ​ກັບ​ເລື່ອງ​ລາວ​ຂອງ ໂຈ​ເຊັບ ສະ​ມິດ ທີ່​ກ່ຽວ​ກັບ​ການ​ພົບ​ເຫັນ​ແຜ່ນ​ຈາລຶກ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ.14

ສະມາຊິກ​ຫລາຍ​ຄົນ​ໄດ້​ໜີ​ອອກ​ໄປ​ຈາກ​ສາດສະໜາ​ຈັກ​ເພາະ​ເອກະສານ​ນັ້ນ.15

ໜ້າ​ເສົ້າ​ໃຈ ທີ່​ເຂົາເຈົ້າ​ໄດ້​ໜີ​ອອກ​ໄປ​ໄວ​ໂພດ. ຫລາຍ​ເດືອນ​ຕໍ່​ມາ ຜູ້​ຊ່ຽວຊານ​ໄດ້​ຄົ້ນ​ພົບ​ຈົດໝາຍ​ທີ່​ເປັນ​ການ​ຫລອກ​ລວງ​ທັງ​ໝົດ (ແລະ ຜູ້​ທີ່​ໄດ້​ປອມ​ແປງ​ຈົດໝາຍ​ນັ້ນ​ກໍ​ໄດ້​ສາລະພາບ).16 ທ່ານ​ອາດ​ສົງ​ໃສ​ສິ່ງ​ທີ່​ທ່ານ​ໄດ້​ຍິນ​ໃນ​ຂ່າວ, ແຕ່​ທ່ານ​ບໍ່​ຈຳເປັນ​ຕ້ອງ​ສົງ​ໃສ​ປະຈັກ​ພະຍານ​ຂອງ​ສາດສະດາ​ຂອງ​ພຣະ​ເຈົ້າ.

ເຮົາ​ອາດ​ເຕືອນໃຈ​ຜູ້​ທີ່​ສືບ​ຖາມ​ວ່າ ຂໍ້​ມູນ​ບາງ​ຢ່າງ​ກ່ຽວ​ກັບ ໂຈ​ເຊັບ, ເຖິງ​ວ່າ​ຈິງ, ຍັງ​ອາດ​ຖືກ​ສະເໜີ​ແບບ​ບໍ່​ເຂົ້າ​ກັບ​ສະພາບ​ຂອງ​ເວລາ ແລະ ສະຖານະ​ການ​ຂອງ​ເພິ່ນ.

ແອວ​ເດີ ຣະ​ໂຊ ເອັມ ແນວ​ສັນ ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຈຸດ​ນີ້. ເພິ່ນ​ໄດ້​ກ່າວ​ວ່າ: “ຂ້າພະເຈົ້າ​ໄດ້​ຮັບ​ຕຳແໜ່ງ​ເປັນ​ຜູ້​ປຶກສາ​ໃຫ້​ແກ່​ລັດຖະບານ​ຂອງ​ສະຫະລັດ ໃນ​ສູນ​ຄວບ​ຄຸມ​ເຊື້ອ​ໂລກ​ແຫ່ງ​ຊາດ​ໃນ​ເມືອງ ແອ​ແລນ​ຕາ, ລັດ​ຈໍ​ເຈຍ. ຄັ້ງ​ໜຶ່ງ​ຕອນ​ທີ່​ລໍຖ້າ​ລົດ​ຕັກ​ຊີ ທີ່​ຈະ​ພາ​ຂ້າພະເຈົ້າ​ໄປ​ສົ່ງ​ທີ່​ສະໜາມ​ບິນ ຫລັງ​ຈາກ​ກອງ​ປະຊຸມ​ຈົບ​ລົງ​ແລ້ວ, ຂ້າພະເຈົ້າ​ໄດ້​ນອນ​ຢຽດ​ຢູ່​ທີ່​ເດີ່ນ​ຫຍ້າ​ຝີງ​ແດດ​ຢ່າງ​ສະບາຍ ກ່ອນ​ຈະ​ກັບ​ມາ​ຫາ ... ອາກາດ​ທີ່​ໜາວ​ເຢັນ​ຂອງ​ລັດ​ຢູ​ທາ. ... ຕໍ່​ມາ​ຂ້າພະເຈົ້າ​ໄດ້​ຮັບ​ຮູບ​ໃນ​ໄປສະນີ​ທີ່​ນັກ​ຖ່າຍ​ພາບ​ໄດ້​ຖ່າຍ​ເອົາ​ໄວ້​ດ້ວຍ​ກ້ອງ​ທີ່​ຖ່າຍ​ທາງໄກ, ທີ່​ເກັບ​ເອົາ​ເວລາ​ທີ່​ພັກຜ່ອນ​ໃນ​ເດີ່ນ​ຫຍ້າ. ໃຕ້​ຮູບ​ນັ້ນ​ມີ​ຂໍ້ຄວາມ​ວ່າ, ‘ທີ່​ປຶກສາ​ຂອງ​ລັດຖະບານ​ຢູ່​ທີ່​ສູນ​ແຫ່ງ​ຊາດ.’ ຮູບ​ພາບ​ນັ້ນ​ຈິງ, ຂໍ້ຄວາມ​ນັ້ນ​ກໍ​ຈິງ, ແຕ່​ຄວາມ​ຈິງ​ນັ້ນ​ຖືກ​ນຳ​ໃຊ້​ເພື່ອ​ສົ່ງເສີມ​ຄວາມ​ນຶກ​ຄິດ​ທີ່​ບໍ່​ຈິງ.”17 ພວກ​ເຮົາ​ຈະ​ບໍ່​ປະ​ຖິ້ມ​ສິ່ງ​ທີ່​ພວກ​ເຮົາ​ຮູ້​ວ່າ​ເປັນຄວາມ​ຈິງ ເພາະ​ການ​ທີ່​ພວກ​ເຮົາ​ບໍ່​ເຂົ້າໃຈ​ກ່ຽວ​ກັບ​ບາງ​ສິ່ງ.

ເຮົາ​ອາດ​ເຕືອນໃຈ​ຜູ້​ທີ່​ສືບ​ຖາມ​ວ່າ ໂຈ​ເຊັບ ບໍ່​ໄດ້​ເປັນ​ຄົນ​ດຽວ​ທີ່​ທູດ​ສະຫວັນ​ໄດ້​ມາ​ຢ້ຽມຢາມ.

ສັກຂີ​ພະຍານ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຂຽນ​ວ່າ: “ພວກ​ເຮົາ​ປະກາດ​ດ້ວຍ​ຖ້ອຍ​ຄຳ​ທີ່​ມີ​ສະຕິ​ສຳ​ປະຊັນ​ຍະ​ວ່າ, ທູດ​ອົງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ໄດ້​ລົງ​ມາ​ຈາກ​ສະຫວັນ, ແລະ ພວກ​ເຮົາ​ເຫັນ ແລະ ເບິ່ງ​ແຜ່ນ​ຈາລຶກ.”18 ເຮົາ​ສາມາດ​ອ້າງ​ເຖິງ​ສັກຂີ​ພະຍານ​ຄົນ​ອື່ນ​ອີກ​ດ້ວຍ.19

ຜູ້​ສືບ​ຖາມ​ທີ່​ຈິງ​ໃຈ​ຄວນ​ເຫັນ​ການ​ເຜີຍ​ແຜ່​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ ວ່າ​ເປັນ​ຜົນງານ​ຂອງ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ສາດສະດາ.

ໃນ​ເວລາ​ນີ້​ກໍ​ມີ​ສະຖານທີ່​ຮ່ວມ​ນະມັດສະການ 29,000 ແຫ່ງ ແລະ ຜູ້​ສອນ​ສາດສະໜາ 88,000 ຄົນ​ທີ່​ກຳລັງ​ສອນ​ພຣະ​ກິດ​ຕິ​ຄຸນ​ຕະຫລອດ​ທົ່ວ​ໂລກ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍ​ລ້ານ​ຄົນ​ກຳລັງ​ສະແຫວງຫາ​ທີ່​ຈະ​ຕິດ​ຕາມ​ພຣະເຢ​ຊູ​ຄຣິດ, ດຳລົງ​ຊີວິດ​ຢູ່​ຢ່າງ​ມີ​ກຽດ, ດູ​ແລ​ຄົນ​ຍາກຈົນ, ແລະ ສະລະ​ເວລາ ແລະ ພອນ​ສະຫວັນ​ເພື່ອ​ຊ່ອຍ​ເຫລືອ​ຄົນ​ອື່ນ.

ພຣະເຢ​ຊູ​ໄດ້​ກ່າວ​ວ່າ:

“ຕົ້ນໄມ້​ດີ​ເກີດ​ຜົນ​ບໍ່​ດີ​ກໍ​ບໍ່ຫ່ອນ​ເປັນ, ແລະ ຕົ້ນໄມ້​ບໍ່​ດີ​ເກີດ​ຜົນ​ດີ​ກໍ​ບໍ່ຫ່ອນ​ໄດ້. ...

“... ດ້ວຍ​ເຫດ​ນັ້ນ ພວກ​ເຈົ້າ​ຈະ​ຮູ້ຈັກ​ຜູ້​ທຳນາຍ​ປອມ​ດ້ວຍ​ການ​ກະທຳ​ຂອງ​ພວກ​ເຂົາ.”20

ຄຳ​ອະທິບາຍ​ກໍ​ເປັນ​ທີ່​ໜ້າ​ເຊື່ອ​ຖື, ແຕ່​ຜູ້​ສືບ​ຖາມ​ທີ່​ຈິງ​ໃຈ​ບໍ່​ຄວນ​ເພິ່ງ​ອາໄສ​ສິ່ງ​ນີ້​ເທົ່າ​ນັ້ນ ເພື່ອ​ກຳນົດ​ການ​ຄົ້ນຄວ້າ​ຫາ​ຄວາມ​ຈິງ​ຂອງ​ເຂົາ.

ຄົນ​ທີ່​ມີ​ຄວາມ​ເຊື່ອ​ຖື​ແຕ່ລະຄົນ​ຕ້ອງການ ການ​ຢືນຢັນ​ທາງ​ວິນ​ຍານ ເຖິງ​ພາລະກິດ​ແຫ່ງ​ສະຫວັນ ແລະ ຄຸນ​ລັກສະນະ​ຂອງ​ສາດສະດາ ໂຈ​ເຊັບ ສະ​ມິດ. ສິ່ງ​ນີ້​ເປັນຄວາມ​ຈິງ​ສຳລັບ​ທຸກ​ຍຸກ​ທຸກ​ສະໄໝ. ຄຳ​ຖາມ​ທາງ​ວິນ​ຍານ​ສົມຄວນ​ຈະ​ໄດ້​ຮັບ​ຄຳ​ຕອບ​ທາງ​ວິນ​ຍານ​ຈາກ​ພຣະ​ເຈົ້າ.

ເມື່ອ​ບໍ່​ດົນ​ມາ​ນີ້​ຕອນ​ຂ້າພະເຈົ້າ​ຢູ່​ທີ່​ພາກ​ຕາເວັນ​ອອກ​ຂອງ​ສະຫະລັດ​ອາ​ເມ​ຣິ​ກາ, ອາ​ດີດ​ຜູ້​ສອນ​ສາດສະໜາ​ໄດ້​ເວົ້າ​ລົມ​ກັບ​ຂ້າພະເຈົ້າ​ກ່ຽວ​ກັບ​ເພື່ອນ​ຂອງ​ລາວ​ຄົນ​ໜຶ່ງ ຜູ້​ທີ່​ສັບສົນ​ຫລາຍ​ກັບ​ຂໍ້​ມູນ​ທີ່​ລາວ​ໄດ້​ຮັບ​ກ່ຽວ​ກັບ​ສາດສະດາ ໂຈ​ເຊັບ ສະ​ມິດ. ເຂົາເຈົ້າ​ໄດ້​ສົນທະນາ​ກັນ​ຫລາຍ​ເທື່ອ, ແລະ ອາ​ດີດ​ຜູ້​ສອນ​ສາດສະໜາ​ກໍ​ເບິ່ງ​ຄື​ວ່າ​ມີ​ຄວາມ​ສົງ​ໃສ​ບາງ​ຢ່າງ ທີ່​ເປັນ​ຜົນ​ສະທ້ອນ​ຈາກ​ການ​ສົນທະນາ​ນັ້ນ.

ເຖິງ​ແມ່ນ​ວ່າ​ຂ້າພະເຈົ້າ​ໄດ້​ຫວັງ​ວ່າ​ລາວ​ຈະ​ສາມາດ​ເສີມ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ເພື່ອນ​ຂອງ​ລາວ, ແຕ່​ຂ້າພະເຈົ້າ​ຮູ້ສຶກ​ເປັນ​ຫ່ວງ​ນຳ​ປະຈັກ​ພະຍານ​ຂອງ​ລາວ. ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ຂໍ​ໃຫ້​ຄຳ​ຕັກເຕືອນ​ແກ່​ທ່ານ​ວ່າ: ທ່ານ​ຈະ​ຊ່ອຍ​ຄົນ​ອື່ນ​ບໍ່​ໄດ້ ຖ້າ​ຫາກ​ສັດທາ​ຂອງ​ທ່ານ​ເອງ​ນັ້ນ​ບໍ່​ໝັ້ນຄົງ.

ສອງ​ສາມ​ອາທິດ​ກ່ອນ ຂ້າພະເຈົ້າ​ໄດ້​ຂຶ້ນ​ເຄື່ອງ​ບິນ​ໄປ​ອາ​ເມ​ຣິ​ກາ​ໃຕ້. ຜູ້​ບໍລິການ​ໄດ້​ແນະນຳ​ຄວາມ​ສົນໃຈ​ຂອງ​ເຮົາ​ໄປ​ຫາ​ວິ​ດີ​ໂອ​ເລື່ອງ​ຄວາມ​ປອດ​ໄພ. ພວກ​ເຮົາ​ໄດ້​ຮັບ​ຄຳ​ຕັກເຕືອນ​ວ່າ, “ມັນ​ອາດ​ບໍ່ເກີດ​ຂຶ້ນ, ແຕ່​ຖ້າ​ຫາກ​ອາກາດ​ໃນ​ເຄື່ອງ​ບິນ​ປ່ຽນແປງ, ຝາ​ຕູ້​ເທິງ​ບ່ອນ​ນັ່ງ​ຂອງ​ທ່ານ​ຈະ​ເປີດ​ອອກ ແລະ ຈະ​ມີໜ້າ​ກາກ​ອາຍ​ອອກ​ຊີ​ເຍັນ​ຕົກລົງ​ມາ. ຖ້າ​ສິ່ງ​ນີ້​ເກີດ​ຂຶ້ນ, ຈົ່ງ​ຢື້​ມື​ຂຶ້ນ ແລະ ດຶງ​ເອົາໜ້າ​ກາກ​ນັ້ນ​ມາ​ຫາ​ທ່ານ. ເອົາໜ້າ​ກາກ​ນັ້ນ​ໃສ່​ດັງ ແລະ ປາກ​ຂອງ​ທ່ານ. ດຶງ​ເອົາ​ຢາງ​ຮັດ​ນັ້ນ​ອ້ອມ​ຫົວ​ຂອງ​ທ່ານ ແລະ ປັບ​ມັນ​ຕາມ​ທີ່​ຈຳເປັນ.” ແລ້ວ, ກໍ​ມີ​ຄຳເຕືອນ​ນີ້​ວ່າ: “ຂໍ​ໃຫ້​ປັບ​ໜ້າ​ກາກ​ຂອງ​ທ່ານ​ເອງ​ກ່ອນ, ກ່ອນ​ຈະ​ຊ່ອຍ​ຄົນ​ອື່ນ.”

ສິ່ງ​ບໍ່​ດີ​ທີ່​ໄດ້​ກ່າວ​ອອກ​ໄປ​ກ່ຽວ​ກັບ ສາດສະດາ ໂຈ​​ເຊັບ ສະ​ມິດ ຈະ​ມີ​ຫລາຍ​ຂຶ້ນ​ຂະນະ​ທີ່​ເຮົາ​ກ້າວ​ໄປ​ສູ່​ການ​ສະເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ຂໍ້ຄວາມ​ທີ່​ບໍ່​ຈິງ​ທັງ​ໝົດ ແລະ ການ​ຫລອກ​ລວງ​ທີ່​ສັງເກດ​ເຫັນ​ຍາກ ຈະ​ບໍ່​ຫລຸດຜ່ອນ​ລົງ. ຈະ​ມີ​ສະມາຊິກ​ໃນ​ຄອບຄົວ ແລະ ໝູ່​ເພື່ອນ​ທີ່​ຈະ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຈາກ​ທ່ານ. ບັດ​ນີ້​ເຖິງ​ເວລາ​ແລ້ວ ທີ່​ຈະ​ປັບ​ໜ້າ​ກາກ​ອອກ​ຊີ​ເຍັນ​ທາງ​ວິນ​ຍານ​ຂອງ​ທ່ານ​ເອງ ເພື່ອ​ວ່າ​ທ່ານ​ຈະ​ຕຽມ​ພ້ອມ​ທີ່​ຈະ​ຊ່ອຍ​ຄົນ​ອື່ນ ຜູ້​ທີ່​ກຳລັງ​ສະແຫວງຫາ​ຄວາມ​ຈິງ.21

ປະຈັກ​ພະຍານ​ເຖິງ ສາດສະດາ ໂຈ​ເຊັບ ສະ​ມິດ ສາມາດ​ມີ​ມາ​ຢ່າງ​ແຕກ​ຕ່າງ​ກັນ​ຕໍ່​ເຮົາ​ແຕ່ລະຄົນ. ມັນ​ອາດ​ຈະ​ມາ​ເມື່ອ​ທ່ານ​ຄຸເຂົ່າ​ລົງ​ໃນ​ການ​ອະທິຖານ, ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ຢືນຢັນ​ວ່າ​ເພິ່ນ​ເປັນ​ສາດສະດາ​ທີ່ແທ້​ຈິງ. ມັນ​ອາດ​ມີ​ມາ​ເມື່ອ​ທ່ານ​ອ່ານ​ເລື່ອງ​ລາວ​ຂອງ​ສາດສະດາ​ກ່ຽວ​ກັບ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ. ປະຈັກ​ພະຍານ​ອາດ​ຈະ​ກັ່ນ​ລົງ​ມາ​ເທິງ​ຈິດ​ວິນ​ຍານ​ຂອງ​ທ່ານ ຂະນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ເທື່ອ​ແລ້ວ​ເທື່ອ​ເລົ່າ. ມັນ​ອາດ​ມີ​ມາ​ເມື່ອ​ທ່ານ​ກ່າວ​ປະຈັກ​ພະຍານ​ຂອງ​ທ່ານ​ເອງ​ເຖິງ​ສາດສະດາ ຫລື ເມື່ອ​ທ່ານ​ຢືນ​ຢູ່​ໃນ​ພຣະ​ວິຫານ ແລະ ຮັບ​ຮູ້​ວ່າ ຜ່ານ ໂຈ​ເຊັບ ສະ​ມິດ ອຳນາດ​ຂອງ​ການ​ຜະ​ນຶກ​ທີ່​ສັກສິດ ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຢູ່​ເທິງ​ໂລກ​ແລ້ວ.22 ດ້ວຍ​ສັດທາ ແລະ ເຈດ​ຕະ​ນາ​ທີ່ແທ້​ຈິງ, ປະຈັກ​ພະຍານ​ຂອງ​ທ່ານ ເຖິງ​ສາດສະດາ ໂຈ​ເຊັບ ສະ​ມິດ ຈະ​ເຂັ້ມແຂງ​ຂຶ້ນ. ຄຳ​ເຍາະ​ເຍີ້​ຍ​ຂອງ​ຜູ້​ທີ່​ຕໍ່ຕ້ານ​ຄວາມ​ຈິງ​ອາດ​ເຮັດ​ໃຫ້​ທ່ານ​ຄິດ, ແຕ່​ຢ່າ​ປ່ອຍ​ໃຫ້​ມັນ​ທຳລາຍ​ສັດທາ​ຂອງ​ທ່ານ.

ເຖິງ​ຊາວ​ໜຸ່ມ​ທີ່​ຮັບ​ຟັງ​ຢູ່​ໃນ​ມື້ນີ້ ຫລື ຈະ​ອ່ານ​ຂໍ້ຄວາມ​ເຫລົ່າ​ນີ້​ທີ​ຫລັງ ຂ້າພະເຈົ້າ​ຂໍ​ສະເໜີ​ການ​ທ້າ​ທາຍ​ຢ່າງ​ໜຶ່ງ: ຂໍ​ໃຫ້​ມີ​ປະຈັກ​ພະຍານ​ສ່ວນ​ຕົວ​ເຖິງ​ສາດສະດາ ໂຈ​ເຊັບ ສະ​ມິດ. ຕໍ່​ໄປ​ນີ້​ຄື​ຄຳ​ແນະນຳ​ສອງ​ຢ່າງ: ທີ​ໜຶ່ງ, ຂໍ​ໃຫ້​ຄົ້ນ​ຫາ​ຂໍ້​ພຣະ​ຄຳ​ພີ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ພວກ​ເຈົ້າ​ຮູ້ສຶກ ແລະ ຮູ້​ວ່າ​ເປັນຄວາມ​ຈິງ​ແທ້ໆ. ແລ້ວ ໃຫ້​ແບ່ງປັນ​ຂໍ້​ນັ້ນ​ກັບ​ຄອບຄົວ ແລະ ໝູ່​ເພື່ອນ​ໃນ​ການ​ສັງ​ສັນ​ໃນ​ຄອບຄົວ, ໂຮງຮຽນ​ສາດສະໜາ, ແລະ ຫ້ອງ​ຮຽນ​ຊາຍ​ໜຸ່ມ​ຍິງ​ໜຸ່ມ​ຂອງ​ພວກ​ເຈົ້າ, ຍອມຮັບ​ວ່າ ໂຈ​ເຊັບ ໄດ້​ເປັນ​ເຄື່ອງມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ. ຕໍ່​ຈາກ​ນັ້ນ, ຂໍ​ໃຫ້​ອ່ານ​ປະຈັກ​ພະຍານ​ຂອງ​ສາດສະດາ ໂຈ​ເຊັບ ສະ​ມິດ ໃນ​ພຣະ​ຄຳ​ພີ Pearl of Great Price ຫລື ໃນ​ປຶ້ມ​ນ້ອຍ​ນີ້, ທີ່​ມີ​ໃຫ້​ເປັນ 158 ພາສາ​ຕ່າງໆ. ພວກ​ເຈົ້າ​ຈະ​ພົບ​ເຫັນ​ມັນ​ຢູ່​ທາງ​ອິນ​ເຕີ​ແນັດ ທີ່ LDS.org ຫລື ຈາກ​ຜູ້​ສອນ​ສາດສະໜາ. ນີ້​ແມ່ນ​ປະຈັກ​ພະຍານ​ຂອງ ໂຈ​ເຊັບ ເອງ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ແທ້ໆ. ຂໍ​ໃຫ້​ອ່ານ​ມັນ​ເລື້ອຍໆ. ບາງທີ​ພວກ​ເຈົ້າ​ຢາກ​ຈະ​ອັດ​ປະຈັກ​ພະຍານ​ຂອງ ໂຈ​ເຊັບ ໄວ້​ເປັນ​ສຽງ​ຂອງ​ພວກ​ເຈົ້າ​ເອງ, ຟັງ​ມັນ​ເລື້ອຍໆ, ແລະ ແບ່ງປັນ​ມັນ​ກັບ​ໝູ່​ເພື່ອນ​ຂອງ​ພວກ​ເຈົ້າ. ການ​ຟັງ​ປະຈັກ​ພະຍານ​ຂອງ​ສາດສະດາ​ໃນ​ສຽງ​ຂອງ​ພວກ​ເຈົ້າ​ເອງ​ຈະ​ຊ່ອຍ​ນຳ​ປະຈັກ​ພະຍານ​ທີ່​ພວກ​ເຈົ້າ​ສະແຫວງຫາ​ມາ​ໃຫ້.

ຍັງ​ມີ​ວັນ​ເວລາ​ທີ່​ດີ​ຫລາຍ ແລະ ປະເສີດ​ໃນ​ອະນາຄົດ. ປະທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ​ວ່າ: “ອຸດົມ​ການ​ທີ່​ຍິ່ງ​ໃຫຍ່​ນີ້ ... ຈະ​ຂະຫຍາຍ​ອອກ​ໄປ​ເລື້ອຍໆ, ປ່ຽນແປງ ແລະ ໃຫ້​ພອນ​ແກ່​ຊີວິດ. ... ບໍ່​ມີ​ພະລັງ​ອື່ນ​ໃດ​ຢູ່​ໃນ​ໂລກ​ນີ້​ຈະ​ສາມາດ​ຢຸດ​ຢັ້ງ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ໄດ້. ເຖິງ​ແມ່ນ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ, ວຽກ​ງານ​ນີ້​ຈະ​ດຳເນີນ​ໄປ​ໜ້າ.”23

ຂ້າພະເຈົ້າ​ຝາກ​ພະຍານ​ຂອງ​ຂ້າພະເຈົ້າ​ໄວ້​ນຳ​ພວກ​ທ່ານ​ວ່າ ພຣະເຢ​ຊູ​ຄື​ພຣະຄຣິດ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ພຣະ​ອົງ​ໄດ້​ເລືອກ​ຜູ້​ຊາຍ​ທີ່​ບໍລິສຸດ, ຜູ້​ຊາຍ​ທີ່​ຊອບ​ທຳ, ໃຫ້​ນຳພາ​ການ​ຟື້ນ​ຟູ​ຂອງ​ຄວາມ​ສົມບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ເລືອກ​ເອົາ ໂຈ​ເຊັບ ສະ​ມິດ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ໂຈ​ເຊັບ ສະ​ມິດ ໄດ້​ເປັນ​ຄົນ​ທີ່​ຊື່ສັດ ແລະ ມີ​ຄຸນ​ນະ​ທຳ, ເປັນ​ສານຸສິດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະເຢ​ຊູ​ຄຣິດ. ພຣະ​ເຈົ້າ​ພຣະ​ບິດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ ໄດ້​ມາ​ປະກົດ​ຕໍ່​ເພິ່ນ​ແທ້ໆ. ເພິ່ນ​ໄດ້​ແປ​ພຣະ​ຄຳ​ພີ​ມໍ​ມອນ ໂດຍ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ.

ຫລັງ​ຈາກ​ເຮົາ​ເສຍ​ຊີວິດ​ໄປ​ແລ້ວ, ເຮົາ​ຈະ​ເຂົ້າໃຈ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ການ​ເອີ້ນ​ທີ່​ສັກສິດ ແລະ ພາລະກິດ​ແຫ່ງ​ສະຫວັນ​ຂອງ​ສາດສະດາ ໂຈ​ເຊັບ ສະ​ມິດ. ໃນ​ວັນ​ເວລາ​ທີ່​ບໍ່​ຫ່າງ​ໄກ​ຈາກ​ນີ້, ທ່ານ ແລະ ຂ້າພະເຈົ້າ ແລະ [ອີກ​ຫລາຍໆ] ລ້ານ​ຄົນ​ຈະ​ຮູ້ຈັກ​ອ້າຍ​ໂຈ​ເຊັບ​ອີກ​ຄັ້ງ.24 ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Joseph Smith—History 1:33.

  2. ເບິ່ງ Joseph Smith—History 1:29–46.

  3. Joseph Smith—History 1:23.

  4. ເບິ່ງ Doctrine and Covenants 135:1.

  5. ເບິ່ງ ກິດຈະການ 26:24.

  6. ເບິ່ງ ມັດ​ທາຍ 11:19; ໂຢ​ຮັນ 10:20.

  7. ເບິ່ງ Doctrine and Covenants 122:1–2.

  8. ປະທານ​ດີ​ເດີ ແອັຟ ອຸກ​ດອບ ໄດ້​ກ່າວ​ວ່າ: “ກ່ອນ​ອື່ນ​ໝົດ ຂໍ​ໃຫ້​ສົງໄສ​ຄວາມ​ສົງໄສ​ຂອງ​ທ່ານ​ກ່ອນ​ທ່ານ​ຈະ​ສົງໄສ​ສັດທາ​ຂອງ​ທ່ານ. ເຮົາ​ບໍ່​ຕ້ອງ​ອະນຸຍາດ​ໃຫ້​ຄວາມ​ສົງໄສ​ຈັບ​ເອົາ​ເຮົາ​ເປັນ​ນັກໂທດ ແລະ ກີດ​ກັນ​ເຮົາ​ຈາກ​ຄວາມ​ຮັກ, ຄວາມ​ສະຫງົບ ແລະ ຂອງ​ປະທານ​ແຫ່ງ​ສະຫວັນ ທີ່​ຈະ​ມາ​ເຖິງ​ຜ່ານ​ສັດທາ​ໃນ​ອົງ​ພຣະເຢ​ຊູ​ຄຣິດ” (“Come, Join with Us,” Ensign ຫລື Liahona, Nov. 2013, 23). ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ກ່າວ​ວ່າ: “ນີ້​ແມ່ນ​ວຽກ​ງານ​ອັນ​ສູງ​ສົ່ງ, ທີ່​​ເລີ່ມ​ຕົ້ນ​ດ້ວຍ​ການສະແດງ​ໃຫ້​ປະຈັກ ແລະ ເປັນ​ພອນ​ຜູກ​ມັດ​ໃນ​ທຸກ​ທິດ​ທາງ, ສະນັ້ນ​ຢ່າ​ຕົກໃຈ ຖ້າ​ຫາກ​ມີ​ບັນຫາ​ເປັນ​ບາງ​ຄັ້ງ ທີ່​ຕ້ອງ​ໄດ້​ສຳ​ຫ​ລວດ​ກວດກາ, ເຂົ້າໃຈ, ແລະ ແກ້​ໄຂ. ມັນ​ຈະ​ເປັນ​ແນວ​ນັ້ນ​ແທ້. ໃນ​ສາດສະໜາ​ຈັກ​ນີ້ ສິ່ງ​ທີ່​ເຮົາ​ຮູ້ຈັກ​ແມ່ນ​ສຳຄັນ​ຫລາຍ​ກວ່າ​ສິ່ງ​ທີ່​ເຮົາ​ບໍ່​ຮູ້ຈັກ​ສະເໝີ” (“Lord, I Believe,” Ensign ຫລື Liahona, May 2013, 94).

  9. ຢາ​ໂກ​ໂບ 1:5; ເບິ່ງ Joseph Smith—History 1:11–13 ນຳ​ອີກ.

  10. ແດນ​ໂຍ ທາຍ​ເລີ ຈຳ​ໄດ້​ວ່າ: “ບຣາ​ເດີ ໄອ​ເຊັກ ບະ​ຮູ​ນີ ແລະ ຂ້າພະເຈົ້າ [ໄດ້​ໄປ​ຢາມ​ສາດສະດາ] ຢູ່​ທີ່​ບ້ານ​ຂອງ​ເພິ່ນ. ການ​ທີ່​ເພິ່ນ​ຖືກ​ຂົ່ມ​ເຫັງ ໄດ້​ເປັນ​ຫົວຂໍ້​ຂອງ​ການ​ສົນທະນາ. ເພິ່ນ​ໄດ້​ກ່າວ​ຊ້ຳ​ເຖິງ​ການ​ໃຫ້ການ​ທີ່​ບໍ່​ຈິງ, ບໍ່​ສະ​ໝ່ຳ​ສະເໝີ ແລະ ກົງກັນຂ້າມ ທີ່​ຜູ້​ປະ​ຖິ້ມ​ຄວາມ​ເຊື່ອ​ໄດ້​ກ່າວ​ໄປ. ... ເພິ່ນ​ຍັງ​ໄດ້​ເລົ່າ​ເຖິງ​ເຈົ້າ​ໜ້າທີ່​ທັງຫລາຍ​ທີ່​ຢາກ​ຈະ​ເອົາ​ຊີວິດ​ຂອງ​ເພິ່ນ [ຢ່າງ​ເຕັມ​ໃຈ], ຕອນ​ເພິ່ນ​ຖືກ​ຈັບ​ຄຸມ​ຂັງ, ແຕ່​ແລ້ວ​ໄດ້​ເຫັນ​ດ້ວຍ​ກັບ​ເພິ່ນ [ຫລັງ​ຈາກ​ໄດ້​ຮູ້ຈັກ​ກັບ​ເພິ່ນ​ດີ​ຂື້ນ]. ...ບຣາ​ເດີ ບະ​ຮູ​ນີ ໄດ້​ກ່າວ​ວ່າ: ‘ຖ້າ​ຫາກ​ຂ້ອຍ​ຈະ​ໜີ​ອອກ​ໄປ​ຈາກ​ສາດສະໜາ​ຈັກ ຂ້ອຍ​ຈະ​ບໍ່​ເຮັດ​ດັ່ງ​ທີ່​ຊາຍ​ຄົນ​ອື່ນ​ໄດ້​ເຮັດ: ຂ້ອຍ​ຈະ​ໜີ​ໄປ​ໄກໆ ບ່ອນ​ທີ່​ບໍ່​ມີ​ໃຜ​ເຄີຍ​ໄດ້​ຍິນ​ເລື່ອງ​ລາວ​ຂອງ​ຊາວ​ມໍ​ມອນ, ຕັ້ງ​ຖິ່ນ​ຖານ​ໃໝ່, ແລະ ແລ້ວ​ຈະ​ບໍ່​ມີ​ໃຜ​ຮູ້​ເລີຍ​ວ່າ​ຂ້ອຍ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ເລື່ອງ​ນີ້.’“[ໂຈ​ເຊັບ] ໄດ້​ຕອບ​ທັນທີ​ວ່າ: ‘ບຣະ​ເດີ ບະ​ຮູ​ນີ, ເຈົ້າ​ບໍ່​ຮູ້​ດອກ​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ແດ່. ແນ່ນອນ​ວ່າ ໃນ​ຄັ້ງ​ໜຶ່ງ​ຜູ້​ຊາຍ​ພວກ​ນີ້​ກໍ​ໄດ້​ຄິດ​ດັ່ງ​ທີ່​ເຈົ້າ​ຄິດ. ກ່ອນ​ເຈົ້າ​ໄດ້​ເຂົ້າ​ມາ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ນີ້ ເຈົ້າ​ກໍ​ໄດ້​ຢືນ​ຢູ່​ໃນ​ຈຸດ​ຢືນ​ເຄິ່ງ​ທາງ. ... ເມື່ອ​ເຈົ້າ​ໄດ້​ເຂົ້າ​ມາ​ຮ່ວມ​ໃນ​ສາດສະໜາ​ຈັກ​ນີ້​ແລ້ວ ເຈົ້າ​ໄດ້​ສະໝັກ​ໃຈ​ຈະ​ຮັບ​ໃຊ້​ພຣະ​ເຈົ້າ. ເມື່ອ​ເຈົ້າ​ໄດ້​ເຮັດ​ສິ່ງ​ນັ້ນ ເຈົ້າ​ກໍ​ໄດ້​ກ້າວ​ໄປ​ຈາກ​ຈຸດ​ຢືນ​ໃນ​ເຄິ່ງ​ທາງ, ແລະ ເຈົ້າ​ຈະ​ບໍ່​ສາມາດ​ກັບ​ຄືນ​ໄປ​ຫາ​ຈຸດ​ນັ້ນ​ອີກ. ຖ້າ​ຫາກ​ເຈົ້າ​ປະ​ຖິ້ມ​ພຣະ​ອາຈານ​ທີ່​ເຈົ້າ​ໄດ້​ສະໝັກ​ໃຈ​ຈະ​ຮັບ​ໃຊ້, ມັນ​ຈະ​ເປັນ​ການ​ຍຸຍົງ​ສົ່ງເສີມ​ຈາກ​ມານ, ແລະ ເຈົ້າ​ຈະ​ຕິດຕາມ​ການ​ບົ່ງ​ການ​ຂອງ​ມານ ແລະ ເປັນ​ຜູ້​ຮັບ​ໃຊ້​ຂອງ​ມານ’” (ໃນ Teachings of Presidents of the Church: Joseph Smith [2007], 324).

  11. Neal A. Maxwell, “All Hell Is Moved” (Brigham Young University devotional, Nov. 8, 1977), 3; speeches.byu.edu.

  12. ມັດ​ທາຍ 5:44.

  13. Teachings of Presidents of the Church: John Taylor (2001), 83; ເບິ່ງ Doctrine and Covenants 135:3 ນຳ​ອີກ.

  14. ເບິ່ງ Richard N. Ostling, “Challenging Mormonism’s Roots,” Time, May 20, 1985, 44.

  15. ເບິ່ງ Ostling, “Challenging Mormonism’s Roots,” 44; ເບິ່ງ Gordon B. Hinckley, “Lord, Increase Our Faith,” Ensign, Nov. 1987, 52; Neil L. Andersen, “Trial of Your Faith,” Ensign ຫລື Liahona, Nov. 2012, 41 ນຳ​ອີກ.

  16. ເບິ່ງ Richard E. Turley Jr., Victims: The LDS Church and the Mark Hofmann Case (1992).

  17. Russell M. Nelson, “Truth—and More,Ensign, Jan. 1986, 71.

  18. “ປະຈັກ​ພະຍານ​ຂອງ​ພະຍານ​ສາມ​ຄົນ,” ພຣະ​ຄຳ​ພີ​ມໍ​ມອນ.

  19. ເບິ່ງ Joseph Smith—History 1:71, note; ເບິ່ງ Doctrine and Covenants 76:23 ນຳ​ອີກ.

  20. ມັດ​ທາຍ 7:18, 20.

  21. ປະທານ ເຮັນຣີ ບີ ໄອ​ຣິງ, ໃນ​ການ​ກ່າວ​ກ່ຽວ​ກັບ​ຄົນ​ທີ່​ສົງໄສ, ໄດ້​ກ່າວ​ວ່າ: “ໃນ​ຄວາມ​ຮັກ​ຂອງ​ທ່ານ​ທີ່​ມີ​ຕໍ່​ເຂົາເຈົ້າ ທ່ານ​ອາດ​ຄິດ​ຢາກ​ພະຍາຍາມ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາເຈົ້າ. ທ່ານ​ອາດ​ເອ່ນ​ອຽງ​ໄປ​ກັບ​ຄວາມ​ສົງໄສ​ຂອງ​ເຂົາເຈົ້າ, ໂດຍ​ທີ່​ຫວັງ​ວ່າ ທ່ານ​ຈະ​ຫາ​ຫລັກ​ຖານ ຫລື ເຫດຜົນ​ມາ ມາ​ແກ້ຄວາມ​ສົງໄສ​ຂອງ​ເຂົາເຈົ້າ. ຄົນ​ທີ່​ສົງໄສ ມັກ​ຈະ​ເວົ້າ​ວ່າ ສິ່ງ​ທີ່​ເຂົາເຈົ້າ​ຄິດ ເປັນຄວາມ​ຈິງ ຫລື ສິ່ງ​ທີ່​ເຂົາ​ສອບ​ຖາມ ເຮັດ​ໃຫ້​ເຂົາ​ຄິດ​ສົງໄສ​ຂຶ້ນ​ມາ, ແລະ ບອກ​ວ່າ​ເຂົາເຈົ້າ​ເຈັບ​ປວດ​ຫລາຍ​ຂະໜາດ​ໃດ. ...“ທ່ານ ແລະ ຂ້າພະເຈົ້າ​ສາມາດ​ເຮັດ​ໄດ້​ດີ​ກວ່າ​ນັ້ນ ຖ້າ​ຫາກ​ເຮົາ​ບໍ່​ເອ່ນ​ອຽງ​ໄປ​ກັບ​ສິ່ງ​ທີ່​ນັກຮຽນ​ຂອງ​ເຮົາ ເຫັນ​ວ່າ​ອັນ​ໃດ​ເປັນ​ແຫລ່ງທີ່​ເຮັດ​ໃຫ້​ເຂົາ​ເກີດ​ສົງໄສ. ... ບັນຫາ​ຂອງ​ເຂົາ​ບໍ່​ໄດ້​ມາ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ຄິດ​ວ່າ ເຂົາເຈົ້າ​ເຫັນ; ມັນ​ມາ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ຍັງ​ບໍ່​ທັນ​ເຫັນ​ເທື່ອ. ... ເຮົາ​ຈະ​ເຮັດ​ໄດ້​ດີ ຖ້າ​ຫາກ​ເຮົາ​ຫັນ​ການ​ສົນທະນາ​ໄປ​ຫາ​ສິ່ງ​ທີ່ຢູ່​ໃນ​ໃຈ, ສິ່ງ​ທີ່​ປ່ຽນ​ໃຈ​ເພື່ອ​ເປີດ​ຕາ​ທາງ​ວິນ​ຍານ” (“‘And Thus We See’: Helping a Student in a Moment of Doubt” [address to Church Educational System religious educators, Feb. 5, 1993], 3, 4; si.lds.org).

  22. ປະທານ ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ວ່າ: “ຫລາຍ​ປີ​ກ່ອນ ຕອນ​ມີ​ອາຍຸ​ສິບ​ສອງ​ປີ ຂ້າພະເຈົ້າ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ມັກຄະ​ນາຍົກ, ພໍ່​ຂອງ​ຂ້າພະເຈົ້າ ຜູ້​ເປັນ​ປະທານ​ສະ​ເຕກ ໄດ້​ພາ​ຂ້າພະເຈົ້າ​ໄປ​ຮ່ວມ​ກອງ​ປະຊຸມ​ຖານະ​ປະໂລຫິດ​ຂອງ​ສະ​ເຕກ​ເປັນ​ເທື່ອ​ທຳ​ອິດ​ສຳລັບ​ຂ້າພະເຈົ້າ. ... [ເພງ​ສວດ​ເປີດ​ແມ່ນ “Praise to the Man.”] ເຂົາເຈົ້າ​ໄດ້​ຮ້ອງເພງ​ສັນລະເສີນ​ສາດສະດາ​ໂຈ​ເຊັບ ສະ​ມິດ, ໃນ​ຂະນະ​ທີ່​ເຂົາເຈົ້າ​ຮ້ອງ​ຢູ່​ນັ້ນ ຂ້າພະເຈົ້າ​ເກີດ​ມີ​ຄວາມ​ຮັກ ແລະ ມີ​ຄວາມ​ເຊື່ອ​ໃນ​ສາດສະດາ​ຜູ້​ຍິ່ງ​ໃຫຍ່​ຂອງ​ສະໄໝ​ນີ້. ... ແລ້ວ ຂ້າພະເຈົ້າ​ຮູ້​ວ່າ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ, ໂຈ​ເຊັບ ສະ​ມິດ ເປັນ​ສາດສະດາ​ທີ່ແທ້​ຈິງ​ຂອງ​ພຣະ​ເຈົ້າ,” (“Praise to the Man,” Ensign, Aug. 1983, 2; Tambuli, Jan. 1984, 1, 2).

  23. Thomas S. Monson, “As We Gather Once Again,” Ensign ຫລື Liahona, May 2012, 4.

  24. “Praise to the Man,” Hymns, no. 27.