​2010–2019
ໃຫ້ການ​ໃຊ້​ສັດທາ​ຂອງ​ທ່ານ​ມີ​ຄວາມ​ສຳຄັນ​ອັນ​ດັບ​ໜຶ່ງ
ຕຸລາ 2014


ໃຫ້ການ​ໃຊ້​ສັດທາ​ຂອງ​ທ່ານ​ມີ​ຄວາມ​ສຳຄັນ​ອັນ​ດັບ​ໜຶ່ງ

ເຖິງ​ແມ່ນ​ຈະ​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ​ທີ່​ບໍ່​ດີ​ໃນ​ຊີວິດ​ນີ້, ​ແຕ່​ເຮົາ​ຕ້ອງ​​ໃຊ້​​ເວລາ​ທີ່​ຈະ​ໃຊ້​ສັດທາ​ຂອງ​ເຮົາ.

ຕອນ​ອາ​ດາມ ​ແລະ ​ເອວາ​ຢູ່​ໃນ​ສວນ​ເອ​ເດນ, ທຸກ​ສິ່ງ​ທີ່​ເຂົາ​ເຈົ້າຕ້ອງການ ​ແມ່ນ​ມີ​ໄວ້​​ໃຫ້ສຳລັບ​ເຂົາ​ເຈົ້າຢ່າງ​ຫລວງຫລາຍ. ​ເຂົາ​ເຈົ້າບໍ່​ມີ​ຄວາມ​ຫຍຸ້ງຍາກ, ບໍ່​ມີ​ການ​ທ້າ​ທາຍ, ບໍ່​ມີ​ຄວາມ​ເຈັບ​ປວດ. ​ເພາະ​ເຂົາ​ເຈົ້າບໍ່​ເຄີຍ​ປະສົບ​ກັບຄວາມ​ຫຍຸ້ງຍາກ​ມາ​ກ່ອນ, ​ເຂົາ​ເຈົ້າຈຶ່ງ​ບໍ່​ຮູ້ຈັກ​ວ່າ ​ເຂົາ​ເຈົ້າສາມາດມີ​ຄວາມສຸກ. ​ເຂົາ​ເຈົ້າບໍ່​ເຄີຍ​ຮູ້ສຶກສັບສົນ, ສະນັ້ນ​ເຂົາ​ເຈົ້າຈຶ່ງ​ບໍ່​ຮູ້ສຶກ​ຄວາມ​ສະຫງົບ.

​ໃນ​ທີ່​ສຸດ ອາ​ດາມ ​ແລະ ​ເອວາ​ໄດ້​ລ່ວງ​ລະ​ເມີດ​ພຣະບັນຊາ ສັ່ງ​ຫ້າມ​ບໍ່​ໃຫ້​ກິນ​ໝາກ​ໄມ້​ແຫ່ງ​ຄວາມ​ຮູ້​ດີ ​ແລະ ຮູ້​ຊົ່ວ. ​ໂດຍ​ການ​ເຮັດ​ເຊັ່ນ​ນັ້ນ ​ເຂົາ​ເຈົ້າຈຶ່ງ​ບໍ່​ສາມາດ​ຄົງ​ຢູ່​​ໃນ​ສະພາບ​ທີ່​ໄຮ້​ດຽງສາ​ອີກ​ຕໍ່​ໄປ. ​ເຂົາ​ເຈົ້າ​ໄດ້​ປະສົບ​ກັບ​ຫລັກ​ທຳ​ແຫ່ງ​ຄວາມ​ກົງກັນຂ້າມ. ​ເຂົາ​ເຈົ້າ​ເລີ່ມປະສົບ​ກັບ​ຄວາມ​ເຈັບ​ປ່ວຍ ທີ່​ເຮັດ​ໃຫ້​ສຸຂະພາບ​ຊຸດ​ໂຊມລົງ. ​ເຂົາ​ເຈົ້າ​ເລີ່​ມຕົ້ນຮູ້ສຶກ​ເຖິງ​ຄວາມໂສກ​ເສົ້າ ​ແລະ ຄວາມສຸກ​ນຳ​ອີກ.

ເພາະອາ​ດາມ ​ແລະ ​ເອວາ ​ໄດ້ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ​, ຄວາມ​ຮູ້​ເລື່ອງ​ຄວາມ​ດີ ​ແລະ ຄວາມ​ຊົ່ວ ຈຶ່ງ​ມີ​ຢູ່​ໃນ​ໂລກ. ການ​ເລືອກ​ຂອງ​ເຂົາ​ເຈົ້າ​ໄດ້​​ຊ່ອຍ​ເຮົາ​ແຕ່ລະຄົນ​ໃຫ້​ສາມາດ​ມາສູ່​ໂລກ ​ແລະ ຮັບ​ການ​ພິສູດ ​ແລະ ຖືກທົດ​ສອບ.1 ເຮົາ​ໄດ້​ຮັບ​ອຳ​ເພີ​ໃຈ, ຊຶ່ງ​ເປັນຄວາມ​ສາມາດ​ທີ່​ຈະ​ຕັດສິນ​ໃຈ​ ​ແລະ ຮັບຜິດຊອບ​ຕໍ່​ການ​ຕັດສິນ​ໃຈ​ຂອງ​ເຮົາ. ການ​ຕົກ​ໄດ້​ຊ່ອຍ​​ເຮົາ​ໃຫ້​ຮູ້ສຶກ​ທັງ​ຄວາມສຸກ ​ແລະ ຄວາມ​ໂສກ​ເສົ້າ ​ໃນ​ຊີວິດ. ​ເຮົາ​ສາມາດ​ເຂົ້າ​ໃຈຄວາມ​ສະຫງົບ ​ເພາະ​ເຮົາ​ຮູ້ສຶກ​ຄວາມ​ສັບສົນ.2

ພຣະບິດາຜູ້​ສະຖິດ​ຢູ່​ໃນ​ສະຫວັນຂອງ​ເຮົາ​ໄດ້​ຮູ້​ວ່າ ສິ່ງ​ນີ້​ຈະ​ເກີດ​ຂຶ້ນກັບ​ເຮົາ. ມັນ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ແຜນ​ແຫ່ງ​ຄວາມສຸກ​ອັນ​ສົມບູນ​ຂອງ​ພຣະອົງ. ພຣະອົງ​ໄດ້​ຕຽມ​ທາງ ຜ່ານ​ຊີວິດ​ທີ່​​ເຊື່ອ​ຟັງ​ທຸກ​ຢ່າງ​ຂອງ​ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ສຳລັບ​ການ​ຊົດ​ໃຊ້​ຂອງ​ພຣະອົງ ​ເພື່ອ​ເອົາ​ຊະນະ​ຄວາມ​ຫຍຸ້ງຍາກ​ທັງ​ໝົດ ທີ່​ເຮົາ​ອາດ​ປະ​ສົບ​​ໃນ​ຄວາມ​ເປັນ​ມະຕະ​ນີ້.

​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ທີ່​ຫຍຸ້ງຍາກ. ​ຂ້າພະ​ເຈົ້າບໍ່ຈຳ​ເປັນ​ຕ້ອງ​ບອກ​ຫລາຍ​ກ່ຽວ​ກັບ​ສິ່ງ​ທີ່​ບໍ່​ດີ​ຢູ່​ໃນ​ໂລກ​ນີ້. ບໍ່​ຈຳ​ເປັນ​ຕ້ອງ​ບັນຍາຍ​​ເຖິງການ​ທ້າ​ທາຍ​ທີ່​ອາດ​ເກີດ​ຂຶ້ນ ​ແລະ ຄວາມ​ເສຍ​ໃຈ ທີ່​ເປັນ​ພາກສ່ວນ​ໜຶ່ງ​ຂອງ ຄວາມ​ເປັນ​ມະຕະ. ​ເຮົາ​ແຕ່ລະຄົນຮູ້ຈັກ​ດີ​ກັບ​ການ​ດີ້ນ​ລົນ​ຂອງ​ເຮົາ​ນຳ​ການ​ລໍ້​ລວງ, ຄວາມ​ເຈັບ​ປວດ, ​ແລະ ຄວາມ​ໂສກ​ເສົ້າ.

ເຮົາ​ໄດ້​ຖືກ​ສິດສອນ​ຢູ່​ໃນ​ໂລກ​ກ່ອນ​ເກີດ​ວ່າ ຈຸດປະສົງ​ຂອງ​ເຮົາ​​ໃນ​ການ​ມາສູ່​ໂລກ​ນີ້ ​ແມ່ນ​ເພື່ອ​ຮັບ​ການ​ທົດ​ສອບ, ພິສູດ, ​ແລະ ພັດທະນາ.3 ເຮົາ​ໄດ້​ຮູ້​ວ່າ ​ເຮົາ​ຈະ​ປະ​ເຊີນ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ປໍ​ລະ​ປັກ. ບາງ​ຄັ້ງ​ເຮົາ​ອາດ​ຮູ້ສຶກ​ເຖິງ​ສິ່ງ​ທີ່​ບໍ່​ດີ​ຂອງຄວາມ​ເປັນ​ມະຕະ ຫລາຍ​ກວ່າ​ສິ່ງ​ທີ່​ດີ. ສາດສະດາ​ລີ​ໄຮ​ໄດ້​ສອນ​ວ່າ, “ເພາະ​ມັນ​ຈຳ​ເປັນ​ວ່າ ຕ້ອງ​ມີ​ການ​ກົງກັນຂ້າມ​ໃນ​ທຸກ​ຢ່າງ.”4 ເຖິງ​ແມ່ນວ່າ​ຊີວິດ​ຂອງ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ​ທີ່​ບໍ່​ດີ​ກໍ​ຕາມ, ​ແຕ່​ເຮົາ​ຕ້ອງ​​ໃຊ້ເວລາ​ທີ່​ຈະ​ໃຊ້​ສັດທາ​ຂອງ​ເຮົາ. ການ​ໃຊ້​ສັດທາຈະ​ເຊື້ອ​ເຊີນພະລັງ​ທີ່ດີ ​ທີ່ເຕັມ​ໄປ​ດ້ວຍ​ສັດທາ ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​ໃຫ້ມາສູ່​ຊີວິດ​ຂອງ​ເຮົາ.

ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ ​ໄດ້​ປະທານ​ເຄື່ອງມື​ເພື່ອ​ຊ່ອຍ​ເຮົາ​ໃຫ້​ມາ​ສູ່​ພຣະຄຣິດ ​ແລະ ​ໃຊ້​ສັດທາ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະອົງ. ​ເມື່ອ​ເຄື່ອງມື​ເຫລົ່າ​ນີ້​ກາຍ​ເປັນ​ນິ​ໄສ​ຂັ້ນພື້ນຖານ, ​ແລ້ວ​ມັນ​ຈະ​ເປັນ​ວິທີ​ທາງ​ທີ່​ງ່າຍ​ທີ່​ສຸດ ​ທີ່​ຈະພົບ​ເຫັນຄວາມ​ສະຫງົບ ​ໃນທ່າມກາງການ​ທ້າ​ທາຍ​ໃນ​ຊີວິດມະຕະ​ນີ້. ມື້​ນີ້ ຂ້າພະ​ເຈົ້າ​ຈະ​ກ່າວ​ເຖິງ​ເຄື່ອງມື​ສີ່​ຢ່າງ. ​​ໃນ​ຂະນະ​ທີ່ຂ້າພະ​ເຈົ້າກ່າວ, ​ໃຫ້​ທ່ານ​ຄິດ​ຫາ​ວິ​ທີ​ທີ່​ຈະ​ໃຊ້​ເຄື່ອງມື​ແຕ່ລະ​ຢ່າງ​ນີ້; ​ແລ້ວ​ໃຫ້​ສະ​ແຫວ​ງຫາ​ການ​ນຳພາ​ຈາກ​ພຣະຜູ້​ເປັນ​ເຈົ້າ ​ເພື່ອ​ຈະ​​ໄດ້​ໃຊ້​ເຄື່ອງມື​ແຕ່ລະ​ຢ່າງ​​ໄດ້​ດີກວ່າເກົ່າ.

ການ​ອະທິຖານ

​ເຄື່ອງມື​ຢ່າງ​ທຳ​ອິດ​ແມ່ນ ການ​ອະທິຖານ. ​ໃຫ້​ເລືອກ​ສົນທະນາ​ນຳ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ເລື້ອຍໆ. ຈົ່ງ​ໃຊ້​ເວລາ​ໃນ​ແຕ່​ລະ​ມື້ ​ເພື່ອ​ແບ່ງປັນ​ແນວ​ຄິດ​ ​ແລະ ຄວາມ​ຮູ້ສຶກ​ຂອງ​ທ່ານ​ນຳພຣະອົງ. ​ໃຫ້​ບອກ​ພຣະອົງ​ທຸກ​ສິ່ງ​ທີ່​ທ່ານ​​ເປັນ​ຫ່ວງ​ເປັນ​​ໃຍນຳ. ພຣະອົງ​ສົນ​ພຣະ​ໄທ​ທັງສິ່ງ​ທີ່​ສຳຄັນ​ທີ່​ສຸດ ​ແລະ ສິ່ງທຳ​ມະ​ດາ​ໃນ​ຊີວິດ​ຂອງ​ທ່ານ. ຈົ່ງ​ບອກ​ເລົ່າ​ຄວາມ​ຮູ້​ສຶກ ​ແລະ ປະສົບ​ການຂອງ​ທ່ານ​ທັງ​ໝົດ​ນຳພຣະອົງ.

​ເພາະ​ພຣະອົງ​​ນັບຖືອຳ​ເພີ​ໃຈ​ຂອງ​ທ່ານ, ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ຈະບໍ່​​ເຄີຍ​ບັງຄັບ​ທ່ານ​ໃຫ້​ອະທິຖານຫາ​ພຣະອົງ​ເລີຍ. ​ແຕ່​ເມື່ອ​ທ່ານ​ໃຊ້​ອຳ​ເພີ​ໃຈນັ້ນ ​ແລະ ຮ່ວມ​ພຣະອົງ​ຢູ່​ນຳ​ໃນ​ທຸກ​ພາກສ່ວນຂອງ​ຊີວິດ​ປະຈຳ​ວັນຂອງ​ທ່ານ, ​ແລ້ວ​ໃຈ​ຂອງ​ທ່ານ​ຈະ​ເຕັມ​​ໄປດ້ວຍຄວາມ​ສະຫງົບ​ສຸກ, ​ຄວາມ​ສະຫງົບ​ສຸກທີ່ລ່າ​ເລີງ. ຄວາມ​ສະຫງົບ​ສຸກ​ນັ້ນ ຈະ​ເຈາະ​ຈົງ​ຢູ່​ທີ່​ຄວາມ​ສະຫວ່າງ​ນິລັນດອນ ​ໃນ​ຍາມ​ທີ່​ທ່ານ​ມີ​ບັນຫາ. ມັນ​ຈະ​ຊ່ອຍ​ເຫລືອ​ທ່ານ ​ໃຫ້​ຈັດການ​ກັບ​ການ​ທ້າ​ທາຍ ຈາກທັດສະນະ​ນິລັນດອນ.

ພໍ່​ແມ່​ທັງຫລາຍ, ຈົ່ງ​ປົກ​ປ້ອງ​ລູກໆ​ຂອງ​ທ່ານ ​ໂດຍອຳນາດ​ຂອງ​ການ​ອະທິຖານ​ເປັນ​ຄອບຄົວທັງ​ເຊົ້າ ​ແລະ ​ແລງ. ລູກໆກຳລັງ​ຖືກ​ໂຈມ​ຕີ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ຂອງຄວາມ​ຕັນຫາລາມົກ, ຄວາມ​ໂລບ​ມາກ​ໂລພາ, ຄວາມ​ຈອງຫອງ, ​ແລະ ການ​ປະພຶດ​ທີ່​ຊົ່ວ​ຮ້າຍ​ຕ່າງໆ. ຈົ່ງ​ປົກ​ປ້ອງ​ເຂົາ​ຈາກ​ອິດ​ທິພົນ​ຂອງ​ໂລກ​ໃນ​ທຸກ​ວັນ ​ໂດຍ​ການ​ຫຸ້ມ​ຫໍ່​ເຂົາ​ໄວ້​ດ້ວຍ​ພອນ​ທີ່​ມີ​ພະລັງ ​ຊຶ່ງ​ມາ​ຈາກ​ການ​ອະທິຖານ​ເປັນ​ຄອບຄົວ. ການ​ອະທິຖານ​ເປັນ​ຄອບຄົວ​ບໍ່​ຄວນ​ຕ້ອງ​ເອົາ​ມາ​ພິຈາລະນາ​ວ່າ ຄວນ​ເຮັດ​ ຫລື ບໍ່​ເຮັດ ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ.

ການ​ສຶກສາ​ພຣະຄຳ​ພີ

ເຄື່ອງມື​ຢ່າງ​ທີສອງ​ແມ່ນ​ກາ​ນສຶກສາ​ພຣະຄຳ​ຂອງ​ພຣະ​ເຈົ້າ​ໃນ​ພຣະຄຳ​ພີ ​ແລະ ຖ້ອຍ​ຄຳ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່. ​ເຮົາ​ເວົ້າ​ນຳພຣະ​ເຈົ້າຜ່ານ​ການ​ອະທິຖານ. ສ່ວນ​ຫລາຍ​ແລ້ວ ພຣະອົງ​ຈະ​ສື່ສານ​ກັບ​ເຮົາ​ຜ່ານ​ການ​ຂຽນ​ຂອງ​ພຣະອົງ. ຖ້າ​ຢາກ​ຮູ້​ວ່າ ​ພຣະ​ເຈົ້າ​ມີ​ສຸລະສຽງ​ຢ່າງ​ໃດ, ​ແລະ ຈະ​ຮູ້ສຶກ​ແນວ​ໃດ, ​ໃຫ້​ອ່ານ​ພຣະຄຳພີຂອງ​ພຣະອົງ, ສຶກສາ​ພຣະຄຳ​ພີ, ​ແລະ ​ໄຕ່ຕອງ​ມັນ.5 ໃຫ້​ມັນ​ເປັນ​ສິ່ງ​ຈຳ​ເປັນ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ທ່ານ. ຖ້າ​ທ່ານ​ຢາກ​ໃຫ້​ລູກໆ​ຂອງ​ທ່ານ​ຮູ້ຈັກ, ​ເຂົ້າ​ໃຈ, ​ແລະ ​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ, ​ແລ້ວທ່ານ​ຕ້ອງສຶກສາ​ພຣະຄຳ​ພີ​ກັບ​ເຂົາ.

ຢ່າ​ຫລົງ​ຄຳ​ຕົວະ​ຂອງ​ຊາຕາ​ນ ທີ່​ວ່າ​ທ່ານ​ບໍ່​ມີ​ເວລາ​ສຶກສາ​ພຣະຄຳ​ພີ. ​ໃຫ້ຫາ​ເວລາ​ສຶກສາມັນ. ​ການຊື່ນ​ຊົມ​ນຳ​ພຣະຄຳ​ຂອງ​ພຣະ​ເຈົ້າທຸກ​ມື້ ​ແມ່ນ​ສຳຄັນ​ຫລາຍ​ກວ່າ​ການ​ຫລັບ​ນອນ, ​ໂຮງຮຽນ, ວຽກ​ງານ, ລາຍການ​ໃນ​ໂທລະທັດ, ວິ​ດີ​ໂອ​ເກ​ມ, ຫລື ສື່​ສານ​ມວນ​ຊົນ. ທ່ານ​ຕ້ອງ​ຈັດ​ລຳດັບ​ຄວາມ​ສຳຄັນ ​ເພື່ອ​ວ່າ​ທ່ານ​ຈະ​ມີ​ເວລາ​ສຶກສາ​ພຣະຄຳ​ຂອງ​ພຣະ​ເຈົ້າ. ຖ້າ​ຍັງ​ບໍ່​ໄດ້​ເຮັດ​ເທື່ອ, ​ໃຫ້​​ເຮັດ​​ໃນຕອນ​ນີ້!

ພອນ​ໄດ້​ຖືກ​ສັນຍາ​ໄວ້​ຕາມ​ຄຳ​ທຳນາຍ ກ່ຽວ​ກັບ​ການ​ສຶກສາ​ພຣະຄຳ​ພີ​ທຸກ​ວັນ.6

ຂ້າພະ​ເຈົ້າຕື່ມ​ສຽງ​ຂອງ​ຂ້າພະ​ເຈົ້າ​ໃສ່​ກັບ​ຄຳ​ສັນຍາ​ນີ້ວ່າ: ​ເມື່ອທ່ານ​ອຸທິດ​ເວລາ​ທຸກ​ວັນ, ສ່ວນ​ຕົວ ​ແລະ ​ເປັນ​ຄອບຄົວ, ​ເພື່ອ​ສຶກສາ​ພຣະຄຳ​ຂອງ​ພຣະ​ເຈົ້າ, ​ແລ້ວ​ທ່ານ​ຈະ​ມີ​ຄວາມ​ສະຫງົບ. ຄວາມ​ສະຫງົບ​ນັ້ນຈະ​ບໍ່​ມາ​ຈາກ​ໂລກ​ພາຍ​ນອກ. ມັນຈະ​ມາ​ຈາກ​ບ້ານ​ເຮືອນ​ຂອງ​ທ່ານ, ​ພາຍ​ໃນ​ຄອບຄົວ​ຂອງ​ທ່ານ, ຈາກ​ໃຈ​ຂອງ​ທ່ານ. ມັນຈະ​ເປັນ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ. ມັນ​ຈະສ່ອງ​ແສງອອກຈາກ​ທ່ານ ​ເພື່ອ​ເປັນ​ອິດ​ທິພົນ​ໃຫ້​ແກ່​ຄົນ​ອື່ນ​ຢູ່​ໃນ​ໂລກ ທີ່​ອ້ອມ​ຮອບ​ທ່ານ. ທ່ານ​ຈະ​ເຮັດ​ບາງ​ສິ່ງ​ທີ່​ສຳຄັນ ​ເພື່ອ​ຕື່ມ​ຄວາມ​ສະຫງົບ​ໃຫ້​ແກ່​ໂລກ.

ຂ້າພະ​ເຈົ້າບໍ່​ໄດ້​ກ່າວ​ວ່າ ທ່ານ​ຈະ​ພົ້ນຈາກ​ການ​ທ້າ​ທາຍ​ຕ່າງໆ. ທ່ານ​ຄົງ​ຈື່​ຈຳ​ຕອນ​ທີ່​ອາ​ດາມ ​ແລະ ​ເອວາ ​ໄດ້​ອາ​ໄສ​ຢູ່​ໃນ​ສວນ​ເອ​ເດນ​ໄດ້. ​ເຂົາ​ເຈົ້າ​ບໍ່​ເຄີຍ​ພົບ​ກັບການ​ທ້າ​ທາຍ, ​ແຕ່​ເຂົາ​ເຈົ້າບໍ່​ເຄີຍຮູ້ຈັກ​ຄວາມສຸກ, ຄວາມ​ຊື່ນ​ຊົມ, ​ແລະ ຄວາມ​ສະຫງົບ.7 ການ​ທ້າ​ທາຍ​ເປັນ​ພາກສ່ວນ​ສຳຄັນຂອງ​ຄວາມ​ເປັນມະຕະ. ຜ່ານ​ການ​ສຶກສາ​ພຣະຄຳ​ພີ​ທຸກ​ວັນ ຢ່າງສະ​ໝ່ຳສະ​ເໝີ, ທ່ານ​ຈະ​ພົບ​ຄວາມ​ສະຫງົບ​​ໃນ​ຄວາມ​ວຸ້ນວາຍ​ທີ່ຢູ່​ອ້ອມ​ຮອບ​ທ່ານ ​ແລະ ມີ​ພະລັງ​ທີ່​ຈະ​ຕ້ານທານ​ກັບ​ການ​ລໍ້​ລວງ​ໄດ້. ທ່ານ​ຈະ​ພັດທະນາ​ສັດທາ​ທີ່​ເຂັ້ມ​ແຂງ ​ໃນ​ພຣະຄຸນ​ຂອງ​ພຣະ​ເຈົ້າ ​ແລະ ຮູ້​ວ່າ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ທຸກ​ສິ່ງ​ຈະ​ຖືກ​ເຮັດ​ໃຫ້​ຖືກຕ້ອງ ຕາມ​ເວລາ​ຂອງ​ພຣະ​ເຈົ້າ.

ການ​ສັງ​ສັນ​ໃນ​ຄອບຄົວ

​​ຂະນະ​ທີ່ທ່ານ​ພະຍາຍາມ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ​ ແລະ ສ້າງ​ຄວາມ​ສະຫງົບ, ຈົ່ງ​ຈື່​ຈຳ​ເຄື່ອງມື​ຢ່າງ​ທີ​ສາມ​ນີ້: ການ​ສັງ​ສັນ​ໃນ​ຄອບຄົວ​ທຸກ​ອາທິດ. ຈົ່ງ​ລະວັງ​ຢ່າ​​ເຮັດ​ໃຫ້ການ​ສັງ​ສັນ​ໃນ​ຄອບຄົວ​ຂອງ​ທ່ານ ​ເປັນ​ສິ່ງ​ທີ່​ບໍ່​ມີ​ຄວາມ​ໝາຍ​ໃນມື້​ທີ່​ຫຍຸ້ງຍາກ. ​ໃຫ້​ຕັດສິນ​ໃຈ​ວ່າ ​ແລງ​ວັນ​ຈັນ ຄອບຄົວ​ຂອງ​ທ່ານ​ຈະ​ຢູ່​ນຳ​ກັນ ສຳລັບ​ການ​ສັງ​ສັນ. ຢ່າ​ປ່ອຍ​ໃຫ້​ລ້າ​ການ, ກິລາ, ກິດຈະກຳ​ພິ​ເສດ, ການບ້ານ, ຫລື ສິ່ງ​ອື່ນ​ໃດ ມີ​ຄວາມ​ສຳຄັນ​ຫລາຍ​ກວ່າ​ເວລາ​ທີ່​ທ່ານ​ຈະ​ໃຊ້​ເວລາ​ຢູ່​ນຳ​ກັນ​ໃນ​ບ້ານ.

​ໂຄງ​ຮ່າງ​ຂອງ​ການສັງ​ສັນນັ້ນ ບໍ່​ສຳຄັນ​ເທົ່າ​ກັບ​ເວລາ​ທີ່​ໃຊ້​ຢູ່​ນຳ​ກັນ. ຄວນ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ເປັນ​ທາງ​ການ ​ແລະ ຢ່າງ​ເປັນ​ກັນ​ເອງ. ​ເຮັດ​ໃຫ້​ປະສົບ​ການ​ມີ​ຄວາມ​ໝາຍ​ສຳລັບ​ທຸກ​ຄົນ​ໃນ​ຄອບຄົວ. ການ​ສັງ​ສັນ​ໃນ​ຄອບຄົວ​ເປັນ​ເວລາ​ທີ່​ມີຄ່າ ທີ່​ຈະ​ແບ່ງປັນ​ປະຈັກ​ພະຍານ ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ປອດ​ໄພ; ​ເພື່ອ​ຮຽນ​ຮູ້​ວິທີ​ສອນ, ວາງ​ແຜນ, ​ແລະ ຄວາມ​ຊຳ​ນານ; ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ; ​ເພື່ອ​ພັດທະນາ​ປະ​ເພນີ​ຂອງ​ຄອບຄົວ; ​ເພື່ອ​ເວົ້າລົມກັນ; ​ແລະ ສຳຄັນ​ກວ່າ​ນັ້ນ, ​ໃຫ້​ມ່ວນ​ຊື່ນ​ນຳ​ກັນ!

​ກອງ​ປະຊຸມ​ໃຫຍ່​​ເດືອນ​ເມສາ​ຜ່ານ​ມາ​ນີ້, ຊິດ​ສະ​ເຕີ ລິນ​ດາ ແອັສ ຣີບສ໌ ​ໄດ້​ປະກາດ​ຢ່າງ​ກ້າຫານ​ວ່າ: “ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ພອນ​ຂອງ​ການ​ສຶກສາ​ພຣະຄຳ​ພີ ​ແລະ ການ​ອະທິຖານ​ທຸກ​ວັນ ​ແລະ ການ​ສັງ​ສັນ​ໃນຄອບຄົວທຸກ​ອາທິດ. ທັງ​ສາມ​ນີ້ ​ໄດ້​ກຳຈັດ​ຄວາມ​ກົດ​ດັນ, ຊີ້​ນຳ​ຊີວິດ, ​ແລະ ປົກ​ປ້ອງ​ບ້ານ​ເຮືອນ​ຂອງ​ພວກ​ເຮົາ.”8 ຊິດ​ສະ​ເຕີ ຣີບສ໌ ​ສະຫລາດ​ຫລາຍ. ຂ້າພະ​ເຈົ້າຂໍ​​ເຊື້ອ​​ເຊີນ​ທ່ານ ​ໃຫ້​ຊອກ​ຫາ​ປະຈັກ​ພະຍານ​​ໃຫ້​ຕົວທ່ານ​ເອງ ​ກ່ຽວ​ກັບນິ​ໄສ​ທີ່​ສຳຄັນ​ສາມ​ຢ່າງ​ນີ້.

ການ​ໄປ​ພຣະວິຫານ

ເຄື່ອງມື​ຢ່າງ​ທີ​ສີ່ ຄື​ການ​ໄປ​ພຣະວິຫານ. ​ເຮົາ​ທຸກ​ຄົນຮູ້​ວ່າ ບໍ່​ມີ​ສະຖານ​ທີ່​ອື່ນ​ໃດ​ທີ່​ໃຫ້​ຄວາມ​ສະຫງົບ​ຢູ່​ໃນ​ໂລກ​ນີ້​ເທົ່າ​ກັບ​ພຣະວິຫານ​ຂອງ​ພຣະ​ເຈົ້າ. ຖ້າ​ທ່ານ​ບໍ່​ມີ​ໃບຮັບ​ຮອງ​ເຂົ້າ​ພຣະ​ວິຫານ, ຈົ່ງ​ພະຍາຍາມ​ໃຫ້​ມີ​ມັນ. ​ເມື່ອ​ທ່ານ​ມີ​ໃບຮັບ​ຮອງ, ຈົ່ງ​ໃຊ້​ມັນ​ເລື້ອຍໆ.9 ຈົ່ງ​ຈັດ​ເວລາ​ໄປ​ພຣະວິຫານ​ເປັນ​ປະຈຳ. ຢ່າ​ໃຫ້​ຄົນ​ໃດ ຫລື ສິ່ງ​ໃດ​ມາ​ກີດ​ກັນ​ທ່ານ​ຈາກ​ການ​ໄປ​ທີ່​ນັ້ນ.

ເມື່ອ​ທ່ານ​ຢູ່​ໃນ​ພຣະວິຫານ, ຈົ່ງ​ຟັງ​ຂໍ້ຄວາມ​ຂອງ​ພິທີ​ການ, ​ໄຕ່ຕອງ, ອະທິຖານ​ກ່ຽວ​ກັບ​ມັນ, ​ແລະ ສະ​ແຫວ​ງຫາ​ທີ່​ຈະ​ເຂົ້າ​ໃຈຄວາມ​ໝາຍ. ພຣະ​ວິຫານ​ເປັນ​ສະຖານ​ທີ່​ໜຶ່ງ​ ທີ່​ຈະ​ຮູ້ຈັກ​ອຳນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ຈົ່ງ​ສະ​ແຫວງ​ຫາ ພຣະອົງ ຢູ່​ໃນ​ນັ້ນ. ຈົ່ງ​ຈື່​ຈຳ​ວ່າ ພອນ​ຫລາຍ​ປະການ​ມາ​ຈາກ​ການ​ນຳ​ຊື່​ຂອງ​ຄອບ​ຄົວ​ທ່ານ​ໄປ​ໃຫ້​ພຣະ​ວິຫານ.

ເຄື່ອງມື​ສີ່​ຢ່າງ​ນີ້​ເປັນ​ພື້ນຖານ​ຂອງ​ນິ​ໄສ ​​ໃນ​ການ​ຮັບປະກັນ​ຊີວິດ​ຂອງ​ທ່ານ ​ໃນ​ອຳນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ຈົ່ງ​ຈື່​ຈຳ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເປັນ​ອົງ​ສັນຕິ​ລາດ. ຄວາມ​ສະຫງົບ​ໃນ​ຊີວິດ​ມະຕະ​ນີ້​ມາ​ຈາກ​ການ​​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ. ​ເມື່ອ​ເຮົາ​ອະທິຖານ​ເປັນ​ປະຈຳ​ທັງ​ເຊົ້າ ​ແລະ ​ແລງ, ສຶກສາ​ພຣະຄຳ​ພີ​ທຸກ​ວັນ, ມີ​ການ​ສັງ​ສັນ​ໃນ​ຄອບຄົວ​ທຸກ​ອາທິດ, ​​ແລະ ​ໄປ​ພຣະວິຫານ​ເປັນ​ປະຈຳ, ​ແລ້ວ​ເຮົາ​ຈະ​ຕອບ​ຮັບ​ການ​ເຊື້ອ​ເຊີນ​ຂອງ​ພຣະອົງ ທີ່​ວ່າ “ຈົ່ງ​ຕາມ​ເຮົາ​ມາ.” ​​ເມື່ອ​ເຮົາ​ພັດທະນາ​ນິ​ໄສ​ຂອງ​ເຮົາ​ຫລາຍຂຶ້ນ​ເທົ່າ​ໃດ, ຊາຕາ​ນກໍ​ຢາກ​ທຳຮ້າຍ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ​ແຕ່​ມັນ​ບໍ່​ສາມາດ​ເຮັດ​ໄດ້. ຜ່ານ​ການ​ໃຊ້​ເຄື່ອງມື​ເຫລົ່າ​ນີ້, ​ເຮົາ​ໄດ້​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ ທີ່​ຈະ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ ຢ່າງ​ເຕັມ​ສ່ວນ.

ຂ້າພະ​ເຈົ້າບໍ່​ໄດ້ກ່າວ​ວ່າ ຊີວິດ​ຂອງ​ທ່ານ​ຈະ​ປາດ​ສະ​ຈາກ​ການ​ດີ້ນ​ລົນ ​ເມື່ອ​ທ່ານ​ເຮັດ​ສິ່ງ​ເຫລົ່າ​ນີ້. ​ແທ້​ຈິງ​ແລ້ວ ພວກ​ເຮົາ​ມາສູ່​ໂລກ​ມະຕະ​ເພື່ອ​ເຕີບ​ໂຕ​ຈາກ​ຄວາມ​ລຳບາກ ​ແລະ ການ​ທົດ​ສອບ. ການ​ທ້າ​ທາຍ​ຊ່ອຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຫລາຍ​ຂຶ້ນ, ​ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​ເຮັດ​ໃຫ້​ເຮົາ​ສາມາດ​ອົດທົນ​ກັບ​ການ​ທ້າ​ທາຍ​ເຫລົ່ານັ້ນ​ໄດ້.10 ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ເຮົາ​ມາສູ່​ພຣະອົງ​ແທ້ໆ, ​ເຮົາ​ຈະ​ສາມາດ​ອົດທົນ​ຕໍ່​ການ​ລໍ້​ລວງ, ຄວາມ​ເຈັບ​ປວດ​ໃຈ​ທຸກ​ຢ່າງ, ​ການ​ທ້າ​ທາຍ​ທັງ​ໝົດ​ທີ່​ເຮົາ​ປະ​ເຊີນ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ Moses 5:11.

  2. ​ເບິ່ງ Moses 4–5.

  3. ​ເບິ່ງ Abraham 3:25.

  4. 2 ນີ​ໄຟ 2:11.

  5. ​ເບິ່ງ Doctrine and Covenants 18:36; ​ເບິ່ງ ຂໍ້​ທີ 34–35 ນຳ​ອີກ.

  6. ບາງ​ຕົວຢ່າງ​​ແມ່ນ​ຮ່ວມ​ທັງ:ປະທານ​ທອມ​ມັສ ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ: “​ເມື່ອ​ເຮົາ​ອ່ານ ​ແລະ ​ໄຕ່ຕອງ​ພຣະຄຳ​ພີ, ​ເຮົາ​ຈະ​ໄດ້​ຍິນ​ການ​ຊື່​ມທີ່​ຫວານ​ຊື່ນ​ຂອງ​ພຣະວິນ​ຍານ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ. ​ເຮົາ​ຈະ​ພົບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ເຮົາ. ​ເຮົາ​ຮຽນ​ຮູ້​​ເຖິງ​ພອນ​ທີ່​ມາ​ຈາກ​ການ​ຮັກສາ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ. ​ເຮົາ​ມີ​ປະຈັກ​ພະຍານ​ເຖິງ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະ​ເຢຊູ​ຄຣິດ, ​ແລະ ​ເຖິງ​ຄວາມ​ຮັກ​ຂອງ​ພວກພຣະອົງ​ທີ່​ມີ​ຕໍ່​ເຮົາ. ​ເມື່ອ​ ການສຶກສາ​ພຣະຄຳ​ພີ​ຮ່ວມ​ດ້ວຍ​ການ​ອະທິຖານ, ​ເຮົາ​ຈະ​ຮູ້​ຢ່າງ​ແນ່ນອນ​ໃຈ​ວ່າ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ເປັນຄວາມ​ຈິງ. … ​ເມື່ອ​ເຮົາ​ຈື່​ຈຳທີ່​ຈະ​ອະທິຖານ ​ແລະ ​ໃຊ້​ເວລາ​ນຳພຣະຄຳ​ພີ, ​ແລ້ວ​ຊີວິດ​ຂອງ​ເຮົາ​ຈະ​ໄດ້​ຮັບ​ພອນ​ຫລາຍ​ຂຶ້ນ ​ແລະ ພາລະ​ໜັກໜ່ວງ​ຂອງ​ເຮົາ​ຈະ​ເບົາບາງ​ລົງ” (“We Never Walk Alone,” Ensign ຫລື Liahona, Nov. 2013, 122).ປະທານກໍ​ດອນ ບີ ຮິງ​ລີ​ ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ຢ່າງ​ແນ່ນອນ​ວ່າ ຖ້າ​ທ່ານ​ແຕ່ລະຄົນ​​ເຮັດ​ຕາມ​ໂຄງການ​ທີ່​ງ່າຍໆ​ນີ້, ບໍ່​ວ່າ​ທ່ານ​ເຄີຍ​ໄດ້​ອ່ານ​ພຣະຄຳ​ພີ​ມໍ​ມອນ​ຈົບ​ເຫລັ້ມຈັກ​ເທື່ອ​ແລ້ວ​ກໍ​ຕາມ, ທ່ານ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າສະ​ຖິດ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ, ທ່ານ​ຈະ​ມີ​ພະລັງ​ທີ່​ຈະ​ເດີນ​ໄປ​ໃນ​ຄວາມ​ເຊື່ອ​ຟັງ​ຕໍ່​ພຣະ​ບັນນຍັດ​ຂອງ​ພຣະອົງ, ​ແລະ ມີ​ປະຈັກ​ພະຍານ​ທີ່​ເຂັ້ມ​ແຂງ​ກວ່າ ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່” (“A Testimony Vibrant and True,” Ensign ຫລື Liahona, Aug. 2005, 6).ປະທານ​ເຮົາ​ເວີ​ດ ດັບ​ເບິນ​ຢູ ຮັນ​ເທີ ​ໄດ້​ກ່າວ​ວ່າ: “ຄອບຄົວ​ເປັນ​ພອນ​ອັນ​ໃຫຍ່​ຫລວງ ​ເມື່ອ​ພໍ່​ແມ່ທີ່​ສະຫລາດ​ພາ​ລູກ​ອ່ານ​ພຣະຄຳ​ພີ​ນຳ​ກັນ, ​ແລ້ວ​ສົນທະນາ​ຕາມ​ສະ​ບາຍ​ເຖິງຄວາມ​ສວຍ​ງາມກ່ຽວ​ກັບ​ການ​ອ່ານ​ນັ້ນ ​ແລະ ​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ຕາມ​ທີ່​ເຂົາ​ເຂົ້າ​ໃຈ. ສ່ວນ​ຫລາຍ​ແລ້ວ ຊາວ​ໜຸ່ມ ​ແລະ ​ເດັກນ້ອຍ ມັກ​ຈະ​​ໃຫ້​ຄວາມ​ຮູ້​ທີ່​ໜ້າ​ປະຫລາດ​ໃຈ ​ແລະ ນັບຖື​ເລື່ອງ​ທີ່​ກ່ຽວ​ກັບ​ສາດ​ສະໜາ” (“Reading the Scriptures,” Ensign, Nov. 1979, 64).ປະທານ ​ເອສະ​ລາ ​ແທັບ ​ເບັນ​ສັນ ​ໄດ້​ກ່າວ​ວ່າ: “ສ່ວນ​ຫລາຍ​ແລ້ວ ​ເຮົາ​ພະຍາຍາມ​ເພີ່ມ​ກິດ​ຈະ​ກຳ​ຢູ່​ໃນ​ສະ​ເຕກຂອງ​ເຮົາ. ​ເຮົາ​ທຳ​ງານ​ຢ່າງ​ພາກ​ພຽນ​ທີ່​ຈະ​ໃຫ້​ມີ​ຈຳນວນ​ຄົນ​ມາ​ໂບດ​ເພີ່ມ​ຫລາຍ​ຂຶ້ນ. ​ເຮົາ​ອອກ​ແຮງ​ເພື່ອ​ໃຫ້​ມີຊາຍ​ໜຸ່ມ​ຫລາຍ​ຄົນໄປ​ສອນ​ສາດສະໜາ. ​ເຮົາ​ພະຍາຍາມ​​ໃຫ້​ມີ​ຄົນ​ແຕ່ງງານ​ຢູ່​ໃນ​ພຣະວິຫານ​ຫລາຍ​ຂຶ້ນ. ​ສິ່ງ​ທີ່​ກ່າວ​ມານັ້ນ​ເປັນຄວາມ​ພະຍາຍາມທີ່​ເປັນຕາ​ຊົມ​ເຊີຍ ​ແລະ ສຳຄັນ ສຳລັບ​ຄວາມ​ເຕີບ​ໂຕ​ຂອງ​ອານາຈັກ. ​ແຕ່​ເມື່ອ​ສະມາຊິກ​​ເອົາ​ໃຈ​ໃສ່​ກັບ​ການ​ສຶກສາ​ພຣະຄຳ​ພີ​ເປັນ​ປະຈຳ ​ຢ່າງສະ​ໝ່ຳສະ​ເໝີ ​ເປັນ​ສ່ວນ​ຕົວ ​ແລະ ​ເປັນ​ຄອບຄົວ, ​ແລ້ວ​ສິ່ງ​ທີ່​ກ່າວ​ມານັ້ນຈະ​ເກີດ​ຂຶ້ນຢ່າງ​ອັດຕະ​ໂນ​ມັດ. ຈະ​ມີປະຈັກ​ພະຍານ​ເພີ່ມ​ຂຶ້ນ. ຈະ​ຜູກ​ມັດ​ຕົນ​ຢ່າງ​ໜັກ​ແໜ້ນ. ຄອບຄົວ​ຈະ​​ໄດ້​ຮັບການ​ປົກ​ປ້ອງ. ບຸກຄົນ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ” (“The Power of the Word,” Ensign, May 1986, 81).ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ປະກາດ​ວ່າ: “ຂ້າພະ​ເຈົ້າພົບ​ວ່າ ​ເມື່ອ​ຂ້າພະ​ເຈົ້າບໍ່​ເອົາ​ໃຈ​ໃສ່​ກັບ​ຄວາມ​ສຳພັນ​ຂອງ​ເຮົາ​ນຳ​ສະຫວັນ ​ແລະ ​ເມື່ອ​ເບິ່ງ​ຄື​ວ່າ ສະຫວັນ​ບໍ່​ຟັງ ​ແລະ ສະຫວັນ​ບໍ່​ກ່າວ, ວ່າ​ຕົນ​ເອງ​ຢູ່​ໄກ, ​ໄກ​ຫລາຍ. ຖ້າ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ຕໍ່​ພຣະຄຳ​ພີ ​ໄລຍະ​ຄວາມ​ໄກ​ຈະ​​ໃກ້​ເຂົ້າມາ ​ແລະ ຄວາມ​ຮູ້ສຶກ​ທາງ​ວິນ​ຍານ​ຈະ​ກັບ​ຄືນ​ມາ. ຂ້າພະ​ເຈົ້າພົບ​ເຫັນ​ຕົນ​ເອງ​ຮັກ​ຄົນ​ທີ່​ຂ້າພະ​ເຈົ້າຄວນ​ຮັກ ຈົນ​ສຸດ​ໃຈ ​ແລະ ສຸດ​ຄວາມ​ຄິດ ​ແລະ ສຸດ​ພະລັງ, ​ແລະ ຮັກ​ເຂົາ​ເຈົ້າຫລາຍ​ກວ່າ​ເກົ່າ, ​ແລ້ວ​ຂ້າພະ​ເຈົ້າພົບ​ວ່າ ມັນ​ງ່າຍ​ທີ່​ຈະ​ຍຶດໝັ້ນຢູ່​ກັບ​ຄຳ​​ແນະນຳ​ຂອງ​ພວກ​ເພິ່ນ” (Teachings of Presidents of the Church: Spencer W. Kimball [2006], 67).ປະທານ​ມາຣິອອນ ຈີ ຣອມນີ ​ໄດ້​ກ່າວ​ວ່າ: “ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ຖ້າພໍ່​ແມ່​ອ່ານ​ພຣະຄຳ​ພີ​ມໍ​ມອນ​ນຳ​ກັນ ​ແລະ ນຳ​ລູກໆດ້ວຍ​ການ​ອະທິຖານ ​ແລະ ​ເປັນ​ປະຈຳ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ຕົນ, ​ແລ້ວ​ພຣະວິນ​ຍານ​ຂອງ​ພຣະຄຳ​ພີ​ທີ່​ຍິ່ງ​ໃຫຍ່​ນັ້ນ ຈະ​ສະຖິດ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ ​ແລະ ຊີ້ນຳ​ທຸກ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ນັ້ນ. ພຣະວິນ​ຍານ​ແຫ່ງ​ຄວາມ​ຄາລະວະ​ຈະ​ເພີ່ມ​ທີ​ວີ​ຂຶ້ນ; ຄວາມ​ນັບຖື ​ແລະ ການ​​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ຈະ​ມີ​ຫລາຍ​ຂຶ້ນ; ວິນ​ຍານ​ແຫ່​ງການ​ໂຕ້​ຖຽງ​ກັນຈະ​ໜີ​ໄປ. ພໍ່​ແມ່​ຈະ​ແນະນຳ​ລູກໆ​ຂອງ​ຕົນ​ດ້ວຍ​ຄວາມ​ຮັກ ​ແລະ ສະຕິ​ປັນຍາ​ທີ່​ໃຫຍ່​ຫລວງ​ກວ່າ. ລູກໆ​ຈະ​ຕອບ​ຮັບ ​ແລະ ບອກ​ລອນ​ສອນ​ງ່າຍ​ຕໍ່​ຄຳ​ແນະນຳ​ຂອງ​ພໍ່​ແມ່​ຂອງ​ເຂົາ. ຄວາມ​ຊອບ​ທຳ​ຈະ​ມີ​ເພີ່ມ​ຂຶ້ນ. ສັດທາ, ຄວາມ​ຫວັງ, ​ແລະ ຄວາມ​ໃຈ​ບຸນ—ຄວາມ​ຮັກ​ຂອງ​ພຣະ​ເຈົ້າ—ຈະ​ສະຖິດຢູ່​ໃນ​ບ້ານ​ເຮືອນ ​ແລະ ​ໃນ​ຊີວິດ​ຂອງ​ເຮົາ, ນຳ​ຄວາມ​ສະຫງົບ, ຄວາມ​ຊື່ນ​ຊົມ ​ແລະ ຄວາມສຸກ​ມາ​ໃຫ້” (“The Book of Mormon,” Ensign, May 1980, 67).ປະທານ​ບອຍ ​ເຄ ​ແພ໊ກ​ເກີ ​ໄດ້​ກ່າວ​ວ່າ: “ຄຳ​ສອນ​ທີ່​ແທ້​ຈິງ, ຄວາມ​ເຂົ້າ​ໃຈ, ຈະ​ປ່ຽນ​ທ່າ​ທີ ​ແລະ ການ​ປະພຶດ. ການ​ສຶກສາ​ຄຳ​ສອນ​ຂອງ​ພຣະກິດ​ຕິ​ຄຸນ ຈະ​​ພັດທະນາ​ການ​ປະພຶດ​ໄວ​ກວ່າ ການ​ສຶກສາ​ການ​ປະພຶດ ​ເພື່ອ​ພັດທະນາ​ການ​ປະພຶດ” (“Do Not Fear,”Ensign ຫລື Liahona, May 2004, 79).ແອວ​ເດີ ​ເດ​ວິດ ​ເອ ​ແບັດ​ນາ ​ໄດ້​ກ່າວ​ວ່າ: “ການ​ອະທິຖານ​ເປັນ​ຄອບຄົວ​, ກາ​ນສຶກສາ​ພຣະຄຳ​ພີ​ເປັນ​ຄອບຄົວ​, ​ແລະ ການ​ສັງສັນ​ໃນ​ຄອບຄົວ​ທຸກ​ເທື່ອ ​ປຽບ​ເໝືອນ​ການຍົກ​ຟອຍ​ວາດ​ພາບ​ທຸກ​ເທື່ອ​ ກ່ຽວ​ກັບ​ຈິດ​ວິນ​ຍານ​ຂອງ​ເຮົາ. ​ເຫດການ​ທີ່​ເກີດ​ຂຶ້ນທຸກ​ເທື່ອ​ອາດ​ເບິ່ງ​ຄື​ວ່າ​ບໍ່​ສຳຄັນ ຫລື ​ເປັນ​ໜ້າ​ຊົງ​ຈຳ. ​ແຕ່​ເຊັ່ນ​ດຽວ​ກັບ​ສີ​ເຫລືອງ ​ແລະ ສີຄຳ ​ແລະ ສີນ້ຳຕານ ​​ເຂົ້າ​ກັນ​ດີ ​ແລະ ສ້າງ​ພາບ​ທີ່​ໜ້າ​ປະ​ທັບ​ໃຈ, ການ​ເຮັດ​ສິ່ງທີ່​ເບິ່ງ​ຄື​ວ່າ​ເລັກ​ນ້ອຍ ​ແຕ່​​ເຮັດ​ເປັນ​ປະຈຳ​ຂອງ​ເຮົາ ອາດ​ນຳ​ໄປ​ສູ່​ຜົນ​ສະທ້ອນ​ອັນ​ຍິ່ງ​ໃຫຍ່​ທາງ​ວິນ​ຍານ​ກໍ​ໄດ້” (“More Diligent and Concerned at Home,”Ensign ຫລື Liahona, Nov. 2009, 19–20).

  7. ​ເບິ່ງ 2 ນີ​ໄຟ 2:13.

  8. Linda S. Reeves, “Protection from Pornography—a Christ-Focused Home,” Ensign ຫລື Liahona, May 2014, 16–17.

  9. ປະທານ​​ເຮົາ​ເວີ​ດ ດັບ​ເບິນ​ຢູ ຮັນ​ເທີ ​ໄດ້​ກ່າວ​ວ່າ: “ໃນ​ພຣະວິນ​ຍານ​ນັ້ນ ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໃຫ້​ນັບຖື​ພຣະວິຫານ​ເປັນ​ເຄື່ອງໝາຍ​ຂອງ​ການ​ເປັນ​ສະມາຊິກ. ຂ້າພະ​ເຈົ້າຢາກ​ໃຫ້​ສະມາຊິກ​ທຸກ​ຄົນ​ຂອງ​ສາດສະໜາ​ຈັກ​ມີຄ່າ​ຄວນ ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະວິຫານ. ພຣະຜູ້​ເປັນ​ເຈົ້າຄົງ​ພໍພຣະ​ໄທ​ຫລາຍ ທີ່​ສະມາຊິກ​ຜູ້​ໃຫຍ່​ທຸກ​ຄົນ​ມີຄ່າ​ຄວນ—ມີ​—​ໃບຮັບ​ຮອງ​ເຂົ້າພະ​ວິຫານ​​ທີ່​ໃຊ້​ການ​ໄດ້. ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ ​ແລະ ບໍ່​ຄວນ​ເຮັດ ​ເພື່ອ​ໃຫ້​ຕົນ​ມີຄ່າ​ຄວນສຳລັບ​ໃບຮັບ​ຮອງ​ເຂົ້າພຣະວິຫານ ຄື​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ເປັນ​ສ່ວນ​ບຸກຄົນ ​ແລະ ​ເປັນ​ຄອບຄົວ. ຂໍ​ໃຫ້​ເຮົາ​ຈົ່ງ​ເປັນ​ຄົນ​ມັກ​ໄປ​ພຣະວິຫານ. ຈົ່ງ​ໄປ​ພຣະວິຫານ​ເລື້ອຍໆ ຕາມ​ທີ່​ສະພາບ​ການຈະ​ອຳນວຍ. ຈົ່ງ​ຕິດ​ຮູບພຣະວິຫານ​ຢູ່​​ໃນ​ບ້ານ​ເຮືອນ​ຂອງ​ທ່ານ ​ເພື່ອ​ວ່າ​ລູກໆ​ຂອງ​ທ່ານ​ຈະ​ຫລຽວ​ເຫັນ​ມັນ. ຈົ່ງ​ສອນ​ເຂົາ​ກ່ຽວ​ກັບ​ຈຸດປະສົງ​ຂອງ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ໃຫ້​ເຂົາ​ຕຽມ​ຕົວແຕ່​ຕອນ​ເຂົາ​ຍັງ​ນ້ອຍ ​ເພື່ອ​ຈະ​​ໄປ​ພຣະວິຫານ ​ແລະ ມີຄ່າ​ຄວນ​ທີ່​ຈະ​ຮັບ​ເອົາ​ພອນ​ໃນ​ນັ້ນຕະຫລອດ​ໄປ” (“Exceeding Great and Precious Promises,” Ensign, Nov. 1994, 8).

  10. ​ເບິ່ງ 2 ນີ​ໄຟ 2:2.