​2010–2019
​ເຫດຜົນ​ສຳລັບ​ຄວາມ​ຫວັງ​ຂອງ​ເຮົາ
ຕຸລາ 2014


​ເຫດຜົນ​ສຳລັບ​ຄວາມ​ຫວັງ​ຂອງ​ເຮົາ

ປະຈັກ​ພະຍານ​​ເຖິງ​ຄວາມ​ຫວັງ​ໃນ​ການ​ໄຖ່ ​ເປັນ​ບາງ​ສິ່ງ​ທີ່​ບໍ່​ສາມາດ​ວັດ​ແທກ ຫລື ນັບ​ໄດ້. ພຣະ​ເຢຊູ​ຄຣິດ ​ເປັນ​ແຫລ່ງ​ທີ່​ໃຫ້​ຄວາມ​ຫວັງ​ນັ້ນ.

​ເມື່ອ​ຫລາຍ​ປີ​ກ່ອນ, ຊິດ​ສະ​ເຕີ ​ແພ໊ກ​​ເກີ ກັບ​ຂ້າພະ​ເຈົ້າ​ໄດ້​ໄປ​ມະຫາວິທະຍາ​ໄລ ອ໊ອກຝອດ. ພວກ​ເຮົາ​​ໄດ້ຊອກ​ຫາ​ບັນທຶກ​ຂອງພໍ່​ຕູ້​ທວດ​ລຸ້ນທີ​ເຈັດຢ້ອນ​ຄືນ​ຫລັງ ນັບ​ຈາກ​ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າ. ປະທານວິທະຍາ​ໄລ​ຂອງ​ພຣະຄຣິດ ທີ່ ອ໊ອກຝອດ, ດຣ ​ໂພ​ແພວ​ແວວ, ດີ​ກັບ​ພວກ​ເຮົາ​ຫລາຍ ​ແລະ ​ເພິ່ນ​ໄດ້​ໃຫ້​ຜູ້​ເກັບ​ກຳ​ບັນທຶກ​ນຳ​ບັນທຶກ​ມາ​ໃຫ້​ພວກ​ເຮົາ. ​ພວກ​ເຮົາ​ໄດ້​ພົບ​ເຫັນ​ບັນພະບຸລຸດ​ຂອງ​ພວກ​ເຮົາ​ຊື່, ຈອນ ​ແພ໊ກ​​ເກີ ​ໃນ​ບັນທຶກ​ຂອງ​ປີ 1583.

ປີ​ຕໍ່​ມາ​ພວກ​ເຮົາ​ໄດ້​ກັບ​ຄືນ​ໄປ ອ໊ອກຝອດ ​ເພື່ອ​ມອບໜັງສື​ມາດຕະຖານ​ທີ່​ສວຍ​ງາມ​ໃຫ້​ແກ່​ຫໍ​ສະມຸດ​ ທີ່​ວິທະຍາ​ໄລ​ຂອງ​ພຣະຄຣິດ. ດຣ ​ໂພ​ແພວ​ແວວ ​ເບິ່ງ​ຄື​ວ່າ ​ເຂີນໆ. ບາງ​ທີ່​ເພິ່ນ​ຄິດ​ວ່າ ພວກ​ເຮົາ​ບໍ່​ໄດ້​ເປັນ​ຊາວ​ຄຣິດ. ສະນັ້ນ​ເພິ່ນ​ຈຶ່ງ​ໄດ້​ໂທ​ຫາຄຸນ​ພໍ່​ປະຈຳ​ວິທະຍາ​ໄລ ​​ໃຫ້​ມາ​ຮັບ​​ເອົາ​ພຣະຄຳ​ພີນັ້ນ.

ກ່ອນ​ພວກ​ເຮົາ​ຈະ​ມອບ​ພຣະຄຳ​ພີ​​ໃຫ້​ແກ່​ຄຸນ​ພໍ່, ຂ້າພະ​ເຈົ້າ​ໄດ້​ເປີດ​ໄປ​ຫາ Topical Guide ​ແລະ ​ໄດ້​ໃຫ້​ເພິ່ນ​ເຫັນ​ຫົວ​ຂໍ້​ໜຶ່ງ: 18 ໜ້າ, ​​ເປັນ​ຕົວ​ໜັງສື​ນ້ອຍ, ​ບໍ່​ບາ​ແຖວ, ອ້າງ​ອີງ​ເຖິງ “ພຣະ​ເຢຊູ​ຄຣິດ.” ມັນ​ເປັນ​ແຫ​ລ່ງອ້າງ​ອີງ​ພຣະຄຳ​ພີອັນ​ກວ້າງຂວາງ ກ່ຽວ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ເຄີຍ​ຮວບ​ຮວມມາ​ກ່ອນ ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ—ປະຈັກ​ພະຍານ​ຈາກ​ພຣະຄຳ​ພີ​ເດີມ ​ແລະ ພຣະຄຳ​ພີ​ໃໝ່, ພຣະຄຳ​ພີ​ມໍ​ມອນ, ຄຳ​ສອນ ​ແລະ ພັນທະ​ສັນຍາ, ​ແລະ ​ໄຂ່​ມຸກ​ອັນ​ລ້ຳຄ່າ.

“​ບໍ່​ວ່າ​ທ່ານ​ຈະ​ເບິ່ງ​ຂໍ້​ອ້າງ​ອີງ​ເຫລົ່າ​ນີ້​ໃນ​ແບບ​ໃດ​ກໍ​ຕາມ,” ຂ້າພະ​ເຈົ້າບອກ​ລາວ, “ຈາກ​ຂ້າງ​ຊ້າຍ​ຫາ​ຂ້າງ​ຂວາ, ຈາກ​ເທິງ​ຫາ​ລຸ່ມ, ​ຈາກ​ປຶ້ມນີ້​ໃສ່​ປຶ້ມນັ້ນ, ຈາກ​ຫົວ​ຂໍ້​ນີ້​​ເຖິງຫົວ​ຂໍ້​ນັ້ນ—ທ່ານ​ຈະ​ພົບ​ວ່າ ມັນ​ເປັນ​ພະຍານ​ທີ່ໝັ້ນຄົງ ​ແລະ ສອດຄ່ອງ ​ເຖິງ​ພາລະກິດ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ—​ເຖິງ​ການ​ກຳ​ເນີ​ດ, ຊີວິດ, ຄຳ​ສອນ, ການ​ຄຶງ, ​ການ​ຟື້ນ​ຄືນ​ຊີວິດ, ​​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ.”

ຫລັງ​ຈາກ​ຂ້າພະ​ເຈົ້າໄດ້​​ແບ່ງປັນ​ຄຳ​ສອນ​ບາງ​ຢ່າງຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ນຳ​ຄຸນ​ພໍ່​ແລ້ວ, ​ທ່າ​ທີ​ຂອງ​ລາວ​ກໍ​ປ່ຽນ​ໄປ, ​ແລະ ລາວ​ໄດ້​ພາ​ພວກ​ເຮົາ​ໄປ​ເລາະ​ຊົມ​ສະຖານ​ທີ່​ຕ່າງໆ, ລວມທັງຮູບ​ແຕ້ມ​​ໃນ​ຝາ​ຜະໜັງທີ່​ຫາ​ກໍ​ຄົ້ນພົບ ຈາກ​ສະ​ໄໝ​ໂຣມ.

ໃນ​ບັນດາ​ຂໍ້​ອ້າງ​ອີງ​ທີ່​ບັນຈຸ​ຢູ່​ໃນ Topical Guide ຂໍ້ໜຶ່ງ​ແມ່ນ​ມາ​ຈາກ​ພຣະຄຳ​ພີ​ມໍ​ມອນ: ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢຊູ​ຄຣິດ: “ພວກ​ເຮົາ​ສັ່ງສອນ​ເລື່ອງ​ພຣະ​ຄຣິດ, ພວກ​ເຮົາ​ທຳນາຍ​ເຖິງ​ພຣະ​ຄຣິດ, ແລະ ພວກ​ເຮົາ​ບັນທຶກ​ຕາມ​ຄຳ​ທຳນາຍ​ຂອງ​ພວກ​ເຮົາ ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ” (2 ນີ​ໄຟ 25:26).

ພຣະຜູ້​ຊ່ອຍ​ໃຫ້​ລອດ​​​ໄດ້​ປະກາດ​ວ່າ, “​ເຮົາ​ນີ້​ແຫລະ​ເປັນທາງນັ້ນ, ​ເປັນຄວາມ​ຈິງ, ​ແລະ ​ເປັນ​ຊີວິດ: ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະບິດາ, ນອກຈາກ​ມາ​ທາງ​ເຮົາ” (​ໂຢຮັນ 14:6).

ແລະ​ ຈາກ​ພຣະຄຳພີມໍ​ມອນ, ພຣະອົງ​ປະກາດ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ຄື​ຜູ້​ທີ່​ຖືກ​ຕຽມ​ໄວ້​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ ເພື່ອ​ໄຖ່​ຜູ້​ຄົນ​ຂອງ​ເຮົາ. ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ. … ຜ່ານ​ທາງ​ເຮົາ​ມະນຸດ​ຊາດ​ທັງ​ປວງ​ຈະ​ມີ​ຊີວິດ​ອັນ​ຕະຫລອດ​ການ, ຕະຫລອດ​ທັງ​ທຸກ​ຄົນ​ຜູ້​ທີ່​ເຊື່ອ​ໃນ​ພຣະນາມ​ຂອງ​ເຮົາ; ແລະ ພວກ​ເຂົາ​ຈະ​ກາຍ​ເປັນບຸດ ແລະ ທິດາ​ຂອງ​ເຮົາ” (ອີ​ເທີ 3:14).

ມີ​ຂໍ້​ອ້າງ​ອີງ​ຫລາຍໆ​ຂໍ້ ຢູ່​ໃນ​ໜັງສື​ມາດຕະຖານ ທີ່​ປະກາດ​ເຖິງ​ບົດບາດ​ແຫ່ງ​ສະຫວັນ​ຂອງ​ພຣະ​ເຢຊູ​ຄຣິດ ​ວ່າ​ເປັນ​ພຣະຜູ້​ໄຖ່ຂອງ​ທຸກ​ຄົນ ຜູ້​ເຄີຍ​ມີ​ຊີວິດ​ຢູ່ ​ແລະ ຈະ​ມາ​ເກີດ​ໃນ​ໂລກ​ມະຕະ​ນີ້.

ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​ເຮົາ​ໄດ້​ຖືກ​ໄຖ່​ຈາກ​ການ​ຕົກ​ຂອງ​ມະນຸດ, ຊຶ່ງ​ໄດ້​ເກີດ​ຂຶ້ນຕອນ​ອາ​ດາມ ​ແລະ ​ເອວາ​ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ ຢູ່​ໃນ​ສວນ​ເອ​ເດນ, ດັ່ງ​ທີ່​ກ່າວ​ຢູ່​ໃນ​ໂກຣິນ​ໂທ ທີ່​ວ່າ: “ດ້ວຍ​ວ່າ​ຄົນ​ທັງ​ປວງ​ໄດ້​ຕາຍ​ເພາະ​ກ່ຽວ​ເນື່ອງ​ກັບ​ອາ​ດາມ​ສັນ​ໃດ ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ບັນດານ​ໃຫ້​ມີ​ຊີວິດ ​ເພາະ​ກ່ຽວ​ເນື່ອງ​ກັບ​ພຣະຄຣິດສັນນັ້ນ” (1 ​ໂກຣິນ​ໂທ 15:22).

ພຣະຄຳ​ພີ​ມໍ​ມອນສອນ​ວ່າ, “ເພາະ​ມັນ​ສົມຄວນ​ທີ່​ຈະ​ມີ​ການ​ຊົດ​ໃຊ້ …, ຖ້າ​ບໍ່​ດັ່ງນັ້ນ​ມະນຸດ​ຊາດ​ທັງ​ປວງ​ຕ້ອງ​ຕາຍ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້; ແທ້​ຈິງ​ແລ້ວ, ຄົນ​ທັງ​ປວງ​ມີ​ຈິດ​ໃຈ​ແຂງ​ກະ​ດ້າງ; ແທ້​ຈິງ​ແລ້ວ, ຄົນ​ທັງ​ປວງ​ຕົກ ແລະ ຫລົງ​ທາງ​ໄປ, ແລະ ຕ້ອງຕາຍ ​ເວັ້ນ​ເສຍ​ແຕ່​ຈະ​ເປັນ​ໂດຍ​ທາງ​ການ​ຊົດ​ໃຊ້ … ຕ້ອງ​ເປັນ​ການ​ເສຍ​ສະລະ​ອັນ​ບໍ່​ມີ​ຂອບ​ເຂດ” (​ແອວ​ມາ 34:9–10).

​ເຮົາ​ອາດ​ບໍ່​ມີ​ຊີວິດ​ທີ່​ດີ​ພ້ອມ, ​ແລະ ກໍ​ມີການ​ລົງ​ໂທດ​ສຳລັບ​ຄວາມ​ຜິດ​ບາບ​ຂອງ​ເຮົາ, ​ແຕ່​ກ່ອນ​ເຮົາ​ມາສູ່​ໂລກ​ນີ້, ​ເຮົາ​ໄດ້​ຕົກລົງ​ທີ່​ຈະ​​ເຮັດ​ຕາມ​ກົດ​ຂອງ​ພຣະອົງ ​ແລະ ຮັບ​ເອົາ​ການ​ລົງ​ໂທດ​ສຳລັບ​ການ​ຝ່າຝືນ​ກົດ​ເຫລົ່ານັ້ນ.

“ດ້ວຍ​ວ່າ​ທຸກ​ຄົນ​ໄດ້​ເຮັດ​ຜິດ​ບາບ, ​ແລະ ຂາດ​ຈາກ​ລັດສະໝີ​ພາບ​ຂອງ​ພຣະ​ເຈົ້າ;

“​ແຕ່​ດ້ວຍ​ພຣະຄຸນ​ອັນ​ບໍ່​ຄິດ​ຄ່າຂອງພຣະອົງ ພວກ​ເຂົາ​ຈຶ່ງ​ເປັນ​ຄົນ​ຊອບ​ທຳ ​ໂດຍ​ທາງ​ພຣະ​ເຢຊູ​ຄຣິດ” (​ໂຣມ 3:23–24).

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ທຳ​ການ​ຊົດ​ໃຊ້, ຊຶ່ງ​​ເປັນ​ການຈັດ​ວິທີທາງ​ໄວ້​ໃຫ້​ເຮົາ ທີ່​ຈະ​ສະອາດ. ພຣະ​ເຢຊູ​ຄຣິດ ​ເປັນ​ພຣະຄຣິດ​ທີ່​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ. ​ເຮົາ​ນະມັດສະການ​ພຣະອົງ ​ແລະ ຮັບ​ຮູ້​ພຣະອົງ ສຳລັບ​ຄວາມ​ເຈັບ​ປວດ​ທີ່​ພຣະອົງ​ໄດ້​ຮັບ​ທຸກທໍລະມານ​​ແທນ​ເຮົາ​ທັງ​ໝົດ ​ແລະ ສຳລັບ​ຄວາມ​ເຈັບ​ປວດ​ທີ່​ພຣະອົງ​ໄດ້​ອົດທົນ​ສຳລັບ​ເຮົາ​ແຕ່ລະຄົນ, ທັງ​ຕອນ​ຢູ່​ໃນ​ສວນ​ເຄັດ​ຊາ​ມາ​ເນ ​ແລະ ​ເທິງ​ໄມ້​ກາງ​ແຂນ. ພຣະອົງ​ໄດ້​ຮັບ​ເອົາທັງ​ໝົດ​ດ້ວຍ​ຄວາມ​ຖ່ອມ​ຕົນ ​ແລະ ດ້ວຍ​ຄວາມ​ເຂົ້າ​ໃຈ​ນິລັນດອນ ຂອງ​ບົດບາດ ​ແລະ ຈຸດປະສົງ​​ແຫ່ງ​ສະຫວັນ​ຂອງ​ພຣະອົງ.

ຄົນ​ທີ່​ຈະ​ກັບ​ໃຈ ​ແລະ ປະ​ຖິ້ມ​ບາບ ຈະ​ພົບ​ວ່າ ພຣະຫຸທີ່​ເມດ​ຕາ​ຂອງ​ພຣະອົງຈະ​ເດ່​ອອກ​ມາ​ຢູ່. ຄົນ​ທີ່​ຮັບ​ຟັງ ​ແລະ ​​ເຮັດ​ຕາມພຣະຄຳ​ຂອງ​ພຣະອົງ ​ແລະ ຖ້ອຍ​ຄຳ​ຂອງ​ຜູ້​ຮັບ​ໃຊ້​ທີ່​ພຣະອົງ​ເລືອກ​ໄວ້ ຈະ​ພົບ​ຄວາມ​ສະຫງົບ ​ແລະ ຄວາມ​ເຂົ້າ​ໃຈ ​ແມ່ນ​ແຕ່​ໃນຕອນເຈັບ​ປວດ​ໃຈ ​ແລະ ໂສກ​​ເສົ້າຫລາຍ​ທີ່​ສຸດ. ຜົນ​ສະທ້ອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະອົງ ​ແມ່ນ​ປົດ​ປ່ອຍ​ເຮົາ​ຈາກ​ຜົນ​ຂອງ​ບາບ, ​ເພື່ອ​ວ່າຄວາມ​ຜິດ​ບາບ​ຂອງ​ເຮົາ​ຈະ​ຖືກ​ລົບ​ລ້າງ ​ແລະ ​​ໃຫ້​ເຮົາ​ມີ​ຄວາມ​ຫວັງ.

ຖ້າ​ຫາກ​ພຣະອົງ​ບໍ່​ໄດ້​ທຳ​ການ​ຊົດ​ໃຊ້, ກໍ​ຄົງ​ບໍ່​ມີ​ການ​ໄຖ່. ຄົງ​ເປັນ​ໂລກ​ທີ່​ຫຍຸ້ງຍາກ​ຫລາຍ​ທີ່​ຈະ​ອາ​ໄສ​ຢູ່ ຖ້າ​​ເຮົາ​ບໍ່​ສາມາດ​ຮັບ​ການ​ອະ​ໄພ​ຈາກ​ຄວາມ​ຜິດ​ບາບ​ຂອງ​ເຮົາ, ຖ້າ​​ເຮົາ​ບໍ່​ສາມາດ​ຊຳລະ​ຕົນ​ໃຫ້​ສະອາດ ​ແລະ ດຳ​ເນີນ​ຊີວິດ​ຕໍ່​ໄປ.

ຄວາມ​ເມດ​ຕາ ​ແລະ ພຣະຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ບໍ່​ມີ​ຂອບ​ເຂດ​ຕໍ່​ຄົນ​ທີ່​ເຮັດ​ການບາບ ທັງ​ແບບ​ເຮັດ​ຄວາມ​ຜິດ ຫລື ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ​ແຕ່​ມັນປະກອບ​ດ້ວຍ​ຄຳ​ສັນຍາ​ ທີ່​ຈະ​​ໃຫ້ຄວາມ​ສະຫງົບ​ອັນ​ເປັນນິດ ​​ແກ່​ຄົນ​ທີ່​ຮັບ​ເອົາ​ພຣະອົງ ​ແລະ ຕິດຕາມ​ພຣະອົງ​ໄປ. ຄວາມ​ເມດຕາ​ຂອງ​ພຣະອົງ ​ເປັນ​ຢາ​ປິ່ນປົວ​ທີ່ດີ​ເລີດ, ​ແມ່ນ​ແຕ່​ກັບ​ຄົນ​ທີ່​ບໍ່​​ໄດ້​ເປັນ​ຝ່າຍ​ຜິດ.

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຮັບ​ຈົດໝາຍ​ສະບັບ​ໜຶ່ງ ຈາກ​ຍິງ​ຄົນ​ໜຶ່ງ​ຜູ້​ໄດ້​ບອກ​ເຖິງ​​ຄວາມທຸກ​ທໍລະມານ​ໃນ​ຊີວິດ ທີ່​ນາງ​ຕ້ອງ​ໄດ້​ອົດທົນ​ກັບ​ມັນ. ​ເປັນຄວາມ​ຜິດ​ທີ່​ຮ້າຍ​ແຮງ, ຊຶ່ງ​ນາງ​ບໍ່​ໄດ້​ບອກ​ຢ່າງ​ແຈ່ມ​ແຈ້ງວ່າ ​ແມ່ນ​ຫຍັງ ທີ່​ບາງ​ຄົນ​ໄດ້​​ເຮັດ​ຕໍ່ນາງ. ນາງ​ຍອມຮັບ​ວ່າ ນາງ​ຮູ້ສຶກ​ຂົມ​ຂື່ນ​ຫລາຍ. ​​ໃນ​ຄວາມ​ເຄືອງ​ແຄ້ນ​, ນາງ​ໄດ້​ຮ້ອງ​ອອກ​ມາ​ວ່າ, “ຕ້ອງ​ມີ​ຄົນ​ຮັບ​ໂທດ​ສຳລັບ​ສິ່ງ​ນີ້.” ​ໃນ​ຄວາມ​ໂສກ​ເສົ້າ ​ແລະ ຂ້ອງ​ໃຈນັ້ນ, ນາງ​ໄດ້​ຂຽນ​ໄວ້​ວ່າ ນາງ​ໄດ້​ຮັບ​ຄຳ​ຕອບ ບອກ​ວ່າ, “ມີ​ຄົນ​ຮັບ​​ເອົາໂທດ​ນີ້​ແລ້ວ.”

ຖ້າ​​ເຮົາ​ບໍ່​ຮູ້​ວ່າການ​​ເສຍ​ສະລະ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດຊ່ອຍ​​ຫຍັງ​​ເຮົາໄດ້​ແດ່, ​ເຮົາ​ອາດມີ​ຄວາມກິນ​ແໜງ ທີ່​ບໍ່​ໄດ້​ເຮັດ​ບາງ​ສິ່ງ​ທີ່​ບໍ່​ຖືກຕ້ອງ ຫລື ​ເຮັດ​ໃຫ້​ບາ​ງຄົນ​ຜິດ​ໃຈ. ຄວາມ​ຮູ້ສຶກ​ຜິດ​ທີ່​ມາ​ກັບ​ການ​ເຮັດ​ຄວາມ​ຜິດພາດ​ ຈະ​ຖືກ​ລົບ​ລ້າງ. ຖ້າ​ເຮົາ​ສະ​ແຫວ​ງຫາທີ່​ຈະ​ເຂົ້າ​ໃຈ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ​ແລ້ວ​ເຮົາ​ຈະ​ມີ​ຄວາມ​ຄາ​ລະ​ວະ​ຢ່າງ​ເລິກ​ຊຶ້ງ ຕໍ່​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ຕໍ່​ການ​ປະຕິບັດ​ສາດສະໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະອົງ, ​ແລະ ຕໍ່​ພາລະກິດ​ແຫ່ງ​ສະຫວັນ​ຂອງ​ພຣະອົງ ​ໃນ​ຖານະ​ທີ່​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ.

ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ​​ເພື່ອປະກາດ​ກ່ຽວ​ກັບຊີວິດ ​ແລະ ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຕະຫລອດ​ທົ່ວໂລກ. ກອງ​ປະຊຸມ​ທີ່​ໃຫຍ່​ຄັ້ງ​ນີ້ ຖືກ​ຖ່າຍ​ທອດ​ໃນ 94 ພາສາ ​ໂດຍ​ລະບົບ​ດາວ​ທຽມ ສົ່ງ​ໄປ​ຫາ 102 ປະ​ເທດ ​ແຕ່​ກໍ​ມີ​ຢູ່​ໃນ​ອິນ​ເຕີ​ແນັດ​ນຳ​ອີກ ສຳລັບ​ທຸກ​ປະຊາ​ຊາດ ບ່ອນ​ທີ່​ສາດສະໜາ​ຈັກຕັ້ງຢູ່. ພວກ​ເຮົາ​ມີ​ສະ​ເຕກຫລາຍ​ກວ່າ 3,000 ​ແຫ່ງ. ຜູ້​ສອນ​ສາດສະໜາ​ເຕັມ​ເວລາ ມີ​ເກີນ​ກວ່າ 88,000 ຄົນ, ​ແລະ ຈຳນວນ​ສະມາຊິກ​ທັງ​ໝົດ ​ແມ່ນ​ມີ​ຫລາຍ​ກວ່າ 15 ລ້ານ​ຄົນ. ຈຳນວນ​ດັ່ງກ່າວ ​ເປັນ​ຫລັກ​ຖານ​ວ່າ ຫີນ​ກ້ອນໜຶ່ງຊຶ່ງແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່​ມີ​ໃຜ​ເຮັດ ຈະ​ກິ້ງອອກ​ໄປຈົນເຕັມ​ແຜ່ນດິນ​ໂລກ (​ເບິ່ງ D&C 65:2).

​ແຕ່​ເຖິງ​ແມ່ນ​ສາດສະໜາ​ຈັກ​ຈະ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຫລາຍ​ປານ​ໃດ​ກໍ​ຕາມ ຫລື ມີ​ສະມາຊິກ​ຫລາຍ​​ເທົ່າ​ໃດ​ກໍ​ຕາມ, ບໍ່​ສຳຄັນ​ວ່າ ຜູ້​ສອນ​ສາດສະໜາ​ຂອງ​ພວກ​ເຮົາ​ໄດ້​ເຂົ້າ​ໄປ​ຫາ​ຈັກ​ທະວີບ ຫລື ຈັກ​ປະ​ເທດ ຫລື ​ເຮົາ​ສາມາດ​ເວົ້າຈັກ​ພາສາ, ຄວາມ​ສຳ​ເລັດ​ຜົນ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ຈະ​ຖືກ​ວັດ​ແທກ​ໂດຍ​​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານຂອງ​ສະມາຊິກ. ​ພວກເຮົາ​ຕ້ອງ​ການພະລັງ​ຂອງຄວາມ​ເຊື່ອ​ໝັ້ນ ຊຶ່ງ​ພົບ​ເຫັນ​ຢູ່​ໃນ​ໃຈ​ຂອງ​ສານຸສິດ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ພຣະຄຣິດ.

ປະຈັກ​ພະຍານ​​ເຖິງ​ຄວາມ​ຫວັງ​ໃນ​ການ​ໄຖ່ ​ເປັນ​ບາງ​ສິ່ງ​ທີ່​ບໍ່​ສາມາດ​ວັດ​ແທກ ຫລື ນັບ​ໄດ້. ພຣະ​ເຢຊູ​ຄຣິດ ​ເປັນ​ແຫລ່ງ​ທີ່​ໃຫ້​ຄວາມ​ຫວັງ​ນັ້ນ.

​ເຮົາ​ສະ​ແຫວ​ງຫາທີ່​ຈະ​ເພີ່ມ​ພະລັງ​​ໃຫ້​ແກ່​ປະຈັກ​ພະຍານ​ຂອງ​ທັງ​ຄົນ​ໜຸ່ມ ​ແລະ ຄົນ​ແກ່, ຄົນ​​ທີ່ແຕ່ງງານ​ແລ້ວ ​ແລະ ຍັງ​ເປັນ​ໂສດ. ​ເຮົາ​ຕ້ອງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໃຫ້​ແກ່ຊາຍ, ຍິງ, ​ແລະ ​ເດັກນ້ອຍ, ທຸກ​ເຊື້ອ​ຊາດ ​ແລະ ທຸກ​ປະຊາ​ຊາດ, ຮັ່ງມີ ຫລື ຍາກຈົນ. ​ເຮົາຕ້ອງການ​ຜູ້​ທີ່​ຫາ​ກໍ​ປ່ຽນ​ໃຈ​ເຫລື້ອມ​ໃສ ​ແລະ ຜູ້​ທີ່​ເປັນ​ທາຍາດ​ຂອງ​ຜູ້​ບຸກ​ເບີກດ້ວຍ. ​ເຮົາ​ຕ້ອງ​ຊອກ​ຫາ​ຄົນ​ທີ່​ຫລົງ​ທາງ​ໄປ ​ແລະ ຊ່ອຍ​​ເຂົາ​ເຈົ້າກັບ​ຄືນ​ມາ. ​ເຮົາ​ຕ້ອງການ​ສະຕິ​ປັນຍາ​ຂອງ​ທຸກ​ຄົນ ​ແລະ ຄວາມ​ຮູ້ ​ແລະ ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ. ສະມາຊິກ​​ແຕ່ລະຄົນຂອງ​ສາດສະໜາ​ຈັກ ​ເປັນ​ພາກສ່ວນ​ສຳຄັນ​ຕໍ່​ສາດສະໜາ​ຈັກ​.

“​ເຖິງ​ວ່າ​ຮ່າງກາຍ​ເປັນອັນ​ດຽວ ກໍ​ຍັງ​ມີ​ອະ​ໄວ​ຍະ​ວະ​ຫລາຍ​ສ່ວນ, ​ແລະ ອະ​ໄວ​ຍະ​ວະ​ເຫລົ່ານັ້ນ ​ແມ່ນ​ຈະ​ມີ​ຫລາຍ​ສ່ວນ ກໍ​ຍັງ​ເປັນ​ກາຍ​ດຽວ​ສັນ​​ໃດ ພຣະຄຣິດກໍ​ເປັນ​ສັນນັ້ນ.

“​ເຮົາ​ທັງຫລາຍ​ໄດ້​ຮັບ​ບັບຕິ​ສະມາ​ ​ໂດຍ​ພຣະວິນ​ຍານ​ອົງ​ດຽວ. …

“​ດ້ວຍ​ວ່າ​ຮ່າງກາຍ​ບໍ່​ໄດ້​ປະກອບ​ດ້ວຍ​ອະ​ໄວ​ຍະ​ວະ​ອັນ​ດຽວ ​ແຕ່​ດ້ວຍ​ຫລາຍ​ອັນ” (1 ​ໂກຣິນ​ໂທ 12:12–14).

ສະມາຊິກ​ແຕ່ລະຄົນ ​ເປັນ​ພະຍານ​ເຖິງ​ຊີວິດ​ ​ແລະ ຄຳ​ສອນ​ຂອງ​ພຣະ​ເຢຊູ​ຄຣິດ. ​ເຮົາ​ກຳລັງ​ຕໍ່ສູ້​ກັບ​ຜູ້​ປໍ​ລະ​ປັກ, ​ແລະ ​ເຮົາ​ຕ້ອງການທຸກ​ຄົນ​ໃຫ້​ຕໍ່ສູ້​ນຳ​ກັນ ຖ້າ​ຢາກ​​ສຳ​ເລັດວຽກ​ງານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດທີ່​​ໄດ້ມອບ​ໝາຍ​ໃຫ້​ເຮົາ​ເຮັດ.

ທ່ານ​ອາດ​ຄິດ​ວ່າ, “​ເຮົາ​ເຮັດ​ຫຍັງ​ໄດ້​ແດ່? ​ເຮົາ​ພຽງ​ຕົວ​ຄົນ​ດຽວ.”

ແນ່ນອນ ​ໂຈ​ເຊັບ ສະ​ມິດ ກໍ​ຄົງ​ຮູ້ສຶກ​ໂດດດ່ຽວ​ຄື​ກັນ​​ບາງ​ຄັ້ງ. ​ເພິ່ນ​​ໄດ້​ຜ່ານ​ຜ່າ​ມັນ​ຈົນ​​ເຖິງຄວາມ​ສູງ​ສົ່ງ, ​ແຕ່​ເພິ່ນ​ໄດ້​ເລີ່​ມຕົ້ນຕອນ​ເພິ່ນ​ມີ​ອາຍຸ​ໄດ້ 14 ປີ ດ້ວຍ​ຄຳ​ຖາມ​ທີ່​ວ່າ: “​ຂ້ານ້ອຍ​ຄວນ​ເຂົ້າຮ່ວມ​ສາດສະໜາ​ຈັກ​ໃດ ​ໃນ​ສາດສະໜາ​ຈັກ​ທັງ​ໝົດ?” (​ເບິ່ງ Joseph Smith–History 1:10). ສັດທາ​ຂອງ​ໂຈ​ເຊັບ ​ແລະ ປະຈັກ​ພະຍານ​​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​ເຕີບ​ໂຕ​ຂຶ້ນ ​ແລະ ​ເຮົາ​ກໍ​ຄວນ​ເປັນ​ເຊັ່ນ​ນັ້ນຄື​ກັນ, “​ເປັນ​ບັນທັດ, ​ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນໜ້ອຍ​ໜຶ່ງ” (2 ນີ​ໄຟ 28:30; ​ເບິ່ງ D&C 128:21 ນຳ​ອີກ). ໂຈ​ເຊັບ ​ໄດ້​ຄຸ​​ເຂົ່າ​ລົງ​ອະທິຖານ, ​ແລະ ສິ່ງ​ມະຫັດສະຈັນ​ໄດ້​ເກີດ​ຂຶ້ນ ຈາກ​ການ​ອະທິຖານ ​ແລະ ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງທຳ​ອິດນັ້ນ.

ໂດຍ​ທີ່​ເປັນ​ຄົນ​ໜຶ່ງ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ. ພຣະອົງ​ຊົງ​ພຣະ​ຊົນ​ຢູ່. ພຣະອົງ​ເປັນ​ພຣະຜູ້​ໄຖ່ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ. “ຜ່ານ​ການ​ຊົດ​​ໃຊ້​ຂອງ​ພຣະຄຣິດ, ມະນຸດ​ທັງ​ປວງ​ຈະ​​ລອດ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:3). ພຣະອົງ​ຄວບ​ຄຸມ​ສາດສະໜາ​ຈັກ​ຂອງ​ພຣະອົງ. ພຣະອົງ​ບໍ່​ໄດ້​ເປັນ​ຄົນ​ແປກ​ໜ້າ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ. ​ເມື່ອ​ເຮົາ​ເຂົ້າສູ່​ອະນາຄົດ ດ້ວຍ​ຄວາມ​ໝັ້ນ​ໃຈ​, ພຣະວິນ​ຍານ​ຂອງ​ພຣະອົງ​ຈະ​ສະຖິດ​ຢູ່​ນຳ​ເຮົາ. ອຳນາດ​ຂອງ​ພຣະອົງ​​ແມ່ນ​ບໍ່​ມີ​ທີ່​ສິ້ນ​ສຸດ ທີ່ຈະ​ເປັນພອນ ​ແລະ ນຳພາ​ຊີວິດ​ຂອງ​ຜູ້​ທີ່​ສະ​ແຫວ​ງຫາ​ຄວາມ​ຈິງ ​ແລະ ຄວາມ​ຊອບ​ທຳ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ພຣະອົງ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.