ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ​ໃນ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ​ໃນ​ພຣະ​ຄຣິດ

ພຣະ​ເຢ​ຊູ​ຄຣິດ​ຊົງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ “ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ.”

ມັນ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄຳ​ອຸ​ປະ​ມາ​ທີ່​ກົງ​ກັບ​ປະ​ເດັນ ແລະ ກົງ​ໄປ​ກົງ​ມາ, ຄຳ​ຖາມ​ທີ່​ຊັບ​ຊ້ອນ, ແລະ ຄຳ​ສອນ​ທີ່​ເລິກ​ເຊິ່ງ. ຫລັງ​ຈາກ​ທີ່​ກ່າວ​ຄຳ​ຕິ​ຕຽນ​ທີ່​ຮຸນ​ແຮງ​ແກ່​ຜູ້​ທີ່​ເປັນ​ເໝືອນ​ດັ່ງ “ອຸບ​ມຸງ​ຝັງ​ສົບ​ທີ່​ທາ​ດ້ວຍ​ປູນ​ຂາວ ຊຶ່ງ​ເບິ່ງ​ຂ້າງ​ນອກ​ງົດ​ງາມ, ແຕ່​ຂ້າງ​ໃນ​ແລ້ວ​ພັດ​ເຕັມ​ໄປ​ດ້ວຍ​ກະ​ດູກ​ຄົນ​ຕາຍ ແລະ ສິ່ງ​ສາ​ລະ​ພັດ​ຂີ້​ດຽດ​ສົກ​ກະ​ປົກ,”1 ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ຄຳ​ອຸ​ປະ​ມາ​ເພີ່ມ​ສາມ​ເລື່ອງ​ກ່ຽວ​ກັບ​ຄວາມ​ກຽມ​ພ້ອມ​ທາງ​ວິນ​ຍານ ແລະ ຄວາມ​ເປັນ​ສາ​ນຸ​ສິດ. ໜຶ່ງ​ໃນ​ນັ້ນ ແມ່ນ​ຄຳ​ອຸ​ປະ​ມາ​ກ່ຽວ​ກັບ​ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ.

“ອາ​ນາ​ຈັກ​ສະ​ຫວັນ​ປຽບ​ເໝືອນ​ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ ທີ່​ຖື​ໂຄມ​ໄຟ​ຂອງ​ຕົນ​ອອກ​ໄປ​ຮັບ​ເຈົ້າ​ບ່າວ.

“ຫ້າ​ຄົນ​ໃນ​ພວກ​ເຂົາ​ເປັນ​ຄົນ​ໂງ່ ແລະ ອີກ​ຫ້າ​ຄົນ​ເປັນ​ຄົນ​ສະ​ຫລາດ.

“ຝ່າຍ​ພວກ​ຄົນ​ໂງ່​ນັ້ນ​ຖື​ໂຄມ​ໄຟ​ໄປ​ນຳ ແຕ່​ບໍ່​ເອົາ​ນໍ້າ​ມັນ​ໄປ​ເພື່ອ:

“ສ່ວນ​ພວກ​ຄົນ​ສະ​ຫລາດ​ນັ້ນ​ຖື​ໂຄມ​ໄຟ​ໄປ​ນຳ ແລະ ເອົາ​ນໍ້າ​ມັນ​ໃສ່​ແກ້ວ​ໄປ​ເພື່ອ.

“ຂະ​ນະ​ທີ່​ເຈົ້າ​ບ່າວ​ຍັງ​ບໍ່​ມາ ພວກ​ຍິງ​ສາວ​ທັງ​ໝົດ​ຕ່າງ​ກໍ​ເຫງົາ​ນອນ ແລະ ຫລັບ​ໄປ.

“ພໍ​ເຖິງ​ທ່ຽງ​ຄືນ​ກໍ​ມີ​ສຽງ​ຮ້ອງ​ດັງ​ຂຶ້ນ​ວ່າ, ເຈົ້າ​ບ່າວ​ມາ​ແລ້ວ, ຈົ່ງ​ອອກ​ໄປ​ຮັບ​ເພິ່ນ​ເຖີດ.

“ຍິງ​ສາວ​ທຸກ​ຄົນ​ຈຶ່ງ​ລຸກ​ຂຶ້ນ, ແລະ ຈັດ​ຕຽມ​ໂຄມ​ໄຟ​ຂອງ​ຕົນ.

“ແລ້ວ​ພວກ​ຄົນ​ໂງ່​ກໍ​ເວົ້າ​ກັບ​ພວກ​ຄົນ​ສະ​ຫລາດ​ວ່າ, ຂໍ​ປັນ​ນໍ້າ​ມັນ​ຂອງ​ພວກ​ເຈົ້າ​ໃຫ້​ພວກ​ຂ້ອຍ​ແດ່; ເພາະ​ໂຄມ​ໄຟ​ຂອງ​ພວກ​ຂ້ອຍ​ໃກ້​ຈະ​ມອດ​ແລ້ວ.

“ແຕ່​ພວກ​ຄົນ​ສະ​ຫລາດ​ຕອບ​ວ່າ, ບໍ່​ໄດ້​ດອກ ນໍ້າ​ມັນ​ມີ​ບໍ່​ພຽງ​ພໍ​ສຳ​ລັບ​ພວກ​ຂ້ອຍ ແລະ ພວກ​ເຈົ້າ: ຈົ່ງ​ໄປ​ຫາ​ຄົນ​ຂາຍ​ນໍ້າ​ມັນ, ແລະ ຊື້​ເອົາ​ສຳ​ລັບ​ພວກ​ເຈົ້າ​ສາ.

“ແລະ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ອອກ​ໄປ​ຊື້​ນໍ້າ​ມັນ​ນັ້ນ, ເຈົ້າ​ບ່າວ​ກໍ​ມາ​ຮອດ; ແລະ ຜູ້​ທີ່​ຕຽມ​ພ້ອມ​ຢູ່​ແລ້ວ​ກໍ​ເຂົ້າ​ໄປ​ກັບ​ເຈົ້າ​ບ່າວ​ໃນ​ງານ​ກິນ​ລ້ຽງ​ສົມ​ຣົດ: ແລະ ປະ​ຕູ​ກໍ​ອັດ.

“ຫລັງຈາກ​ນັ້ນ ພວກຍິງ​ສາວຄົນ​ອື່ນໆ​ກໍມາ​ຮອດ ແລະ ຮ້ອງວ່າ ພຣະອົງ​ເຈົ້າເອີຍ ພຣະອົງ​ເຈົ້າເອີຍ ໂຜດໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ເຂົ້າໄປ​ແດ່ທ້ອນ.2

“ແຕ່​ເພິ່ນ​ໄດ້​ຕອບ​ວ່າ, ເຮົາ​ບອກ​ເຈົ້າ​ທັງ​ຫລາຍ​ຕາມ​ຄວາມ​ຈິງ​ວ່າ, ພວກ​ເຈົ້າ​ບໍ່​ຮູ້​ຈັກ​ເຮົາ.3

“ເຫດ​ສະ​ນັ້ນ, ຈົ່ງ​ເຝົ້າ​ລະ​ວັງ​ຢູ່ ເພາະ​ພວກ​ເຈົ້າ​ບໍ່​ຮູ້​ຈັກ​ວັນ ຫລື ໂມງ​ນັ້ນ.”4

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ຕັ້ງ​ຄຳ​ຖາມ​ທີ່​ກະ​ຕຸ້ນ​ຄວາມ​ຄິດ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ເຈົ້າ​ບ່າວ​ດັ່ງ​ນີ້:5 “ຖ້າ​ວັນ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ເປັນ​ມື້​ອື່ນ​ເດ? ຖ້າ​ພວກ​ເຮົາ​ຮູ້​ວ່າ ພວກ​ເຮົາ​ຈະ​ພົບ​ພຣະ​ຜູ້​ເປັນ​ເຈົ້າ​ມື້​ອື່ນ—ຜ່ານ​ການ​ຕາຍ​ກ່ອນ​ກຳ​ນົດ ຫລື ຜ່ານ​ການ​ສະ​ເດັດ​ມາ​ທີ່​ບໍ່​ຄາດ​ຄິດ​ຂອງ​ພຣະ​ອົງ—ພວກ​ເຮົາ​ຈະ​ເຮັດ​ຫຍັງ​ໃນ​ມື້​ນີ້?”6

ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ສ່ວນ​ຕົວ​ວ່າ ການ​ກຽມ​ພ້ອມ​ທາງ​ວິນ​ຍານ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ບໍ່​ພຽງ​ແຕ່​ຈຳ​ເປັນ​ເທົ່າ​ນັ້ນ ແຕ່​ມັນ​ເປັນ​ວິ​ທີ​ດຽວ​ທີ່​ຈະ​ພົບ​ສັນ​ຕິ​ສຸກ ແລະ ຄວາມ​ສຸກ​ທີ່​ແທ້​ຈິງ.

ມັນ​ເປັນ​ມື້​ລະ​ດູ​ໃບ​ໄມ້​ຫລົ່ນ​ທີ່​ສົດ​ຊື່ນ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄຳ​ເຫລົ່າ​ນີ້​ເປັນ​ເທື່ອ​ທຳ​ອິດ​ວ່າ “ເຈົ້າ​ເປັນ​ມະ​ເລັງ.” ຂ້າ​ພະ​ເຈົ້າ ແລະ ສາ​ມີ​ເຖິງ​ກັບ​ຕະ​ລຶງ! ຂະ​ນະ​ທີ່​ພວກ​ເຮົາ​ຂັບ​ລົດ​ກັບ​ບ້ານ​ຢ່າງ​ງຽບໆ, ໂດຍ​ກຳ​ລັງ​ປະ​ມວນ​ຜົນ​ຂ່າວ​ຢູ່​ນັ້ນ, ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຫັນ​ໄປ​ຫາ​ລູກ​ຊາຍ​ສາມ​ຄົນ​ຂອງ​ພວກ​ເຮົາ.

ໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ, “ລູກ​ກຳ​ລັງ​ຈະ​ຕາຍ​ບໍ?”

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສື່ມ​ວ່າ, “ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ.”

ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ທູນ​ຖາມ​ວ່າ, “ລູກ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ບໍ?”

ອີກ​ຄັ້ງ, ຄຳ​ຕອບ​ກໍ​ມາ​ວ່າ, “ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ.”

ຂ້າ​ພະ​ເຈົ້າ​ສັບ​ສົນ. ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮັບ​ຄຳ​ຕອບ​ດຽວ​ກັນ​ເປະ ບໍ່​ວ່າ​ຂ້າ​ພະ​ເຈົ້າ​ຈະ​ຢູ່ ຫລື ຕາຍ?

ແລ້ວ​ທັນ​ໃດ​ນັ້ນ ທຸກໆ​ເສັ້ນ​ໄຍ​ໃນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ ກໍ​ເຕັມ​ໄປ​ດ້ວຍ​ສັນ​ຕິ​ສຸກ​ທີ່​ແນ່ວ​ແນ່ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ຢໍ້າ​ເຕືອນ​ວ່າ: ພວກ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຟ້າວ​ກັບ​ບ້ານ ແລະ ສິດ​ສອນ​ວິ​ທີ​ອະ​ທິ​ຖານ​ໃຫ້​ລູກໆ​ຂອງ​ພວກ​ເຮົາ. ພວກ​ເຂົາ​ຮູ້​ຈັກ​ວິ​ທີ​ທີ່​ຈະ​ຮັບ​ຄຳ​ຕອບ ແລະ ການ​ປອບ​ໂຍນ​ຈາກ​ການ​ອະ​ທິ​ຖານ. ພວກ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຟ້າວ​ກັບ​ບ້ານ ແລະ ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ຖ້ອຍ​ຄຳ​ເຫລົ່າ​ນັ້ນ ເປັນ​ແຫລ່ງ​ແຫ່ງ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ເຂົ້າ​ໃຈ​ທີ່​ຄຸ້ນ​ເຄີຍ. ພວກ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຟ້າວ​ກັບ​ບ້ານ ແລະ ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ການ​ກັບ​ໃຈ, ການ​ຟື້ນ​ຄືນ​ຊີ​ວິດ, ການ​ຟື້ນ​ຟູ, ແຜນ​ແຫ່ງ​ຄວາມ​ລອດ, ຄອບ​ຄົວ​ນິ​ລັນ​ດອນ, ຫລື ຄຳ​ສອນ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ໃນ​ເວ​ລາ​ນັ້ນ ທຸກໆ​ບົດ​ຮຽນ​ຂອງ​ການ​ສັງ​ສັນ​ໃນ​ຄອບ​ຄົວ, ບົດ​ຮຽນ​ການ​ສຶກ​ສາ​ພຣະ​ຄຳ​ພີ, ຄຳ​ອະ​ທິ​ຖານ​ແຫ່ງ​ສັດ​ທາ​ທີ່​ໄດ້​ອ້ອນ​ວອນ, ພອນ​ທີ່​ໄດ້​ມອບ​ໃຫ້, ປະ​ຈັກ​ພະ​ຍານ​ທີ່​ໄດ້​ແບ່ງ​ປັນ, ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ ແລະ ຮັກ​ສາ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ເຂົ້າ​ເຝົ້າ, ວັນ​ຊະ​ບາ​ໂຕ​ທີ່​ໄດ້​ຍຶດ​ຖື ກໍ​ສຳ​ຄັນ—ໂອ, ມັນ​ສຳ​ຄັນ​ຫລາຍ​ສໍ່າ​ໃດ! ມັນ​ຊ້າ​ເກີນ​ໄປ​ແລ້ວ ທີ່​ຈະ​ເຕີມ​ນໍ້າ​ມັນ​ໃສ່​ໂຄມ​ໄຟ​ຂອງ​ເຮົາ. ເຮົາ​ຕ້ອງ​ການ​ໝົດ​ທຸກ​ຢົດ, ແລະ ເຮົາ​ຕ້ອງ​ການ​ມັນ​ດຽວ​ນີ້!

ເພາະ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ, ຖ້າ​ຂ້າ​ພະ​ເຈົ້າ​ຕາຍ, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ການ​ປອບ​ໂຍນ, ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ, ແລະ ມື້​ໃດ​ມື້​ໜຶ່ງ ຈະ​ໄດ້​ຮັບ​ການ​ຟື້ນ​ຟູ. ຖ້າ​ຂ້າ​ພະ​ເຈົ້າ​ມີ​ຊີ​ວິດ​ຢູ່, ຂ້າ​ພະ​ເຈົ້າ​ກໍ​ຈະ​ໄດ້​ເຂົ້າ​ເຖິງ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ນີ້ ເພື່ອ​ຊ່ວຍ​ເຫລືອ, ຄໍ້າ​ຊູ, ແລະ ປິ່ນ​ປົວ​ຂ້າ​ພະ​ເຈົ້າ. ທ້າຍ​ທີ່​ສຸດ, ເພາະ​ພຣະ​ເຢ​ຊູ​ຄຣິດ, ທຸກ​ຢ່າງ​ສາ​ມາດ​ເປັນ​ໄປ​ດ້ວຍ​ດີ.

ເຮົາ​ຮຽນ​ຮູ້​ຈາກ​ການ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ຢ່າງ​ຮອບ​ຄອບ​ວ່າ “ດີ” ມີ​ລັກ​ສະ​ນະ​ຢ່າງ​ໃດ:

“ແລະ ໃນ​ວັນ​ນັ້ນ, ເມື່ອ​ເຮົາ​ຈະ​ມາ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ, ຄຳ​ອຸ​ປະ​ມາ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ກ່ຽວ​ກັບ​ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

“ເພາະ​ພວກ​ເຂົາ​ເປັນ​ຄົນ​ສະ​ຫລາດ ແລະ ໄດ້​ຮັບ​ເອົາ​ຄວາມ​ຈິງ, ແລະ ໄດ້​ຮັບ​ເອົາ​ພຣະ​ວິນ​ຍານ​ສັກ​ສິດ​ເພື່ອ​ການ​ນຳ​ພາ, ແລະ ບໍ່​ໄດ້​ຖືກ​ຫລອກ​ລວງ—ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຂົາ​ຈະ​ບໍ່​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ, ແຕ່​ຈະ ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ.”7

ພຣະ​ເຢ​ຊູ​ຄຣິດ​ຊົງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ “ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ.” ການ​ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ ບໍ່​ໄດ້​ໝາຍ​ເຖິງ​ການ​ຕື່ມ​ໃສ່​ລາຍ​ການ​ສິ່ງ​ທີ່​ຕ້ອງ​ເຮັດ​ທີ່​ມີ​ແຕ່​ເພີ່ມ​ຂຶ້ນ​ເລື້ອຍໆ. ໃຫ້​ຄິດ​ເຖິງ​ແວ່ນ​ຂະ​ຫຍາຍ. ຈຸດ​ປະ​ສົງ​ດຽວ​ຂອງ​ມັນ​ບໍ່​ແມ່ນ​ພຽງ​ແຕ່​ເຮັດ​ໃຫ້​ສິ່ງ​ຕ່າງໆ​ເບິ່ງ​ຄື​ໃຫຍ່​ຂຶ້ນ​ເທົ່າ​ນັ້ນ. ມັນ​ຍັງ​ສາ​ມາດ​ເຕົ້າ​ໂຮມ ແລະ ໂຟ​ກັສ​ແສງ ເພື່ອ​ເຮັດ​ໃຫ້​ມັນ​ແຮງ​ຂຶ້ນ. ເຮົາ​ຈຳ​ເປັນ​ຕ້ອງ​ເຮັດ​ໃຫ້​ມັນ​ງ່າຍ​ຂຶ້ນ, ສຸມ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ, ແລະ ເປັນ​ຜູ້​ເຕົ້າ​ໂຮມ​ແສງ​ສະ​ຫວ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ຈຳ​ເປັນ​ຕ້ອງ​ມີ​ປະ​ສົບ​ການ​ທີ່​ບໍ​ລິ​ສຸດ ແລະ ທີ່​ມີ​ການ​ເປີດ​ເຜີຍ​ຫລາຍ​ກວ່າ​ເກົ່າ.

ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ອິດ​ສະ​ຣາ​ເອນ ແມ່ນ​ເທືອກ​ເຂົາ​ທີ່​ງົດ​ງາມ ທີ່​ມັກ​ຈະ​ຖືກ​ເອີ້ນ​ວ່າ “ພູ​ເຂົາ​ຂຽວ​ສົດ.” ພູ​ກາ​ເມນ8 ຄົງ​ຄວາມ​ຂຽວ​ຕະ​ຫລອດ​ປີ ໂດຍ​ສ່ວນ​ໃຫຍ່​ແມ່ນ​ເນື່ອງ​ຈາກ​ຈຳ​ນວນ​ນໍ້າ​ຄ້າງ​ທີ່​ໜ້ອຍໆ. ການ​ບຳ​ລຸງ​ລ້ຽງ​ເກີດ​ຂຶ້ນ​ທຸກ​ມື້. ເຊັ່ນ​ດຽວ​ກັບ​ນໍ້າ​ຄ້າງ​ແຫ່ງ​ກາ​ເມນ,”9 ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ບຳ​ລຸງ​ລ້ຽງ​ຈິດ​ວິນ​ຍານ​ຂອງ​ເຮົາ “ໃນ​ສິ່ງ​ທີ່​ຊອບ​ທຳ,”10 “ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ,”11 ປະ​ຈັກ​ພະ​ຍານ​ຂອງ​ເຮົາ ແລະ ປະ​ຈັກ​ພະ​ຍານ​ຂອງ​ລູກໆ​ຂອງ​ເຮົາ​ກໍ​ຈະ​ມີ​ຊີ​ວິດ​ຢູ່!

ບັດ​ນີ້, ທ່ານ​ອາດ​ຄິດ​ວ່າ, “ແຕ່​ຊິດ​ສະ​ເຕີ ວະ​ໄຣ້, ທ່ານ​ບໍ່​ຮູ້​ຈັກ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ. ພວກ​ເຮົາ​ກຳ​ລັງ​ດີ້ນ​ລົນ​ແທ້ໆ ແລະ ບໍ່​ເບິ່ງ​ຄື​ແນວ​ນີ້​ເລີຍ.” ທ່ານ​ເວົ້າ​ຖືກ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ຄອບ​ຄົວ​ຂອງ​ທ່ານ. ແຕ່​ພຣະ​ເຈົ້າ​ຜູ້​ຊົງ​ມີ​ຄວາມ​ຮັກ, ຄວາມ​ເມດ​ຕາ, ອຳ​ນາດ, ຄວາມ​ຮູ້, ແລະ ລັດ​ສະ​ໝີ​ພາບ​ທີ່​ບໍ່​ມີ​ສິ້ນ​ສຸດ ຊົງ​ຮູ້​ຈັກ.

ຄຳ​ຖາມ​ທີ່​ທ່ານ​ອາດ​ຖາມ ແມ່ນ​ຄຳ​ຖາມ​ກ່ຽວ​ກັບ​ຈິດ​ໃຈ​ທີ່​ເຈັບ​ປວດ​ໃນ​ຄວາມ​ເລິກ​ຂອງ​ຈິດ​ວິນ​ຍານ​ຂອງ​ທ່ານ. ຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ນີ້ ແມ່ນ​ພົບ​ຢູ່​ໃນ​ພຣະ​ຄຳ​ພີ​ສັກ​ສິດ.

“ອາ​ຈານ​ເອີຍ, ທ່ານ​ບໍ່​ເປັນ​ຫ່ວງ [ຄອບ​ຄົວ​ຂອງ​ຂ້າ​ນ້ອຍ] ບໍ?”12

“ມີ​ບ່ອນ​ໃດ​ແດ່​ທີ່​ຂ້າ​ນ້ອຍ​ພໍ​ຈະ​ມີ​ຄວາມ​ຫວັງ?”13

“[ຂ້າ​ນ້ອຍ] ຈະ​ເຮັດ​ແນວ​ໃດ, ເພື່ອ​ຈະ​ໃຫ້​ເມກ​ແຫ່ງ​ຄວາມ​ມືດ​ໜີ​ຈາກ [ຂ້າ​ນ້ອຍ] ໄປ?”14

“ແຕ່​ປັນ​ຍາ​ນັ້ນ​ຈະ​ຊອກ​ຫາ​ໄດ້​ຢູ່​ໃສ? ຢູ່​ທີ່​ໃດ​ພວກ​ເຮົາ​ຈະ​ຮຽນ​ເອົາ​ຄວາມ​ເຂົ້າ​ໃຈ​ໄດ້?”15

“ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່ [ຂ້າ​ນ້ອຍ] ຈະ​ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້​ໄດ້?”16

“[ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຕ້ອງ​ການ​ໃຫ້​ຂ້າ​ນ້ອຍ​ເຮັດ​ຫຍັງ?]”17

ແລ້ວ​ຄຳ​ຕອບ​ກໍ​ມາ​ຢ່າງ​ອ່ອນ​ຫວານ​ວ່າ:

“ເຈົ້າ​ເຊື່ອ​ໃນ​ອຳ​ນາດ​ຂອງ​ພຣະ​ຄຣິດ​ອັນ​ຈະ​ນຳ​ໄປ​ສູ່​ຄວາມ​ລອດ​ບໍ່?”18

“ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ຜູ້​ໃດ​ບໍ​ວ່າ ພວກ​ເຂົາ​ບໍ່​ຄວນ​ຮັບ​ສ່ວນ​ຄວາມ​ລອດ​ຈາກ​ພຣະ​ອົງ?”19

“ພວກ​ເຈົ້າ​ເຊື່ອ​ວ່າ [ພຣະ​ອົງ] ຊົງ​ໂຜດ​ຮັກ​ສາ​ພວກ​ເຈົ້າ​ໃຫ້​ຫາຍ​ດີ​ໄດ້​ບໍ?”20

“ພຣະ​ອົງ​ເຊື່ອ​ບັນ​ດາ​ຜູ້​ທຳ​ນາຍ​ຫລື​ບໍ່?”21

“ພວກ​ເຈົ້າ​ໃຊ້​ສັດ​ທາ​ໃນ​ການ​ໄຖ່​ຂອງ​ພຣະ​ອົງ​ຜູ້​ສ້າງ​ພວກ​ທ່ານ​ບໍ?”22

“ຜູ້​ພິ​ພາກ​ສາ​ໂລກ​ຕ້ອງ​ເຮັດ​ທຸກ​ສິ່ງ​ຢ່າງ​ຍຸດ​ຕິ​ທຳ.”23

ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ບໍ່​ສາ​ມາດ​ແບ່ງ​ປັນ​ນໍ້າ​ມັນ​ຂອງ​ເຮົາ​ໄດ້, ແຕ່​ເຮົາ​ສາ​ມາດ​ແບ່ງ​ປັນ​ແສງ​ສະ​ຫວ່າງ ຂອງ​ພຣະ​ອົງ ໄດ້. ນໍ້າ​ມັນ​ໃນ​ໂຄມ​ໄຟ​ຂອງ​ເຮົາ ຈະ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ເຮົາ “ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ” ເທົ່າ​ນັ້ນ ແຕ່​ຍັງ​ສາ​ມາດ​ເປັນ​ຊ່ອງ​ທາງ​ແຫ່ງ​ການ​ສ່ອງ​ແສງ​ແກ່​ເສັ້ນ​ທາງ​ທີ່​ນຳ​ພາ​ຄົນ​ທີ່​ເຮົາ​ຮັກ​ມາ​ສູ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ຊົງ​ຢືນ​ພ້ອມ “ວາ​ພຣະ​ພາ​ຫາ​ຕ້ອນ​ຮັບ” ພວກ​ເຂົາ​ນຳ​ອີກ.24

“ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ຈົ່ງ​ເຊົາ​ຮ້ອງ​ໄຫ້ ແລະ ເຊັດ​ນໍ້າ​ຕາ​ຂອງ​ເຈົ້າ​ສາ: [ເພາະ​ວ່າ​ການ​ງານ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ລາງ​ວັນ], … ພວກ​ເຂົາ​ຈະ​ກັບ​ມາ​ຈາກ​ດິນ​ແດນ​ສັດ​ຕູ​ຂອງ​ພວກ​ເຂົາ.

“ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ຄວາມ​ຫວັງ​ຂ້າງ​ໜ້າ​ຂອງ​ເຈົ້າ, ຄື​ລູກໆ​ຂອງ​ເຈົ້າ​ຈະ​ກັບ​ມາ.”25

ພຣະ​ເຢ​ຊູ​ຄຣິດ​ເປັນ “ຄວາມ​ຫວັງ​ຂ້າງ​ໜ້າ​ຂອງ​ເຈົ້າ.” ບໍ່​ມີ​ສິ່ງ​ໃດ​ທີ່​ເຮົາ​ເຮັດ ຫລື ບໍ່​ໄດ້​ເຮັດ, ຢູ່​ເໜືອ​ການ​ເສຍ​ສະ​ລະ​ອັນ​ບໍ່​ມີ​ທີ່​ສິ້ນ​ສຸດ ແລະ ນິ​ລັນ​ດອນ​ຂອງ​ພຣະ​ອົງ. ພຣະ​ອົງ​ເປັນ​ເຫດ​ຜົນ​ທີ່​ເລື່ອງ​ລາວ​ຂອງ​ເຮົາ​ບໍ່​ມີ​ວັນ​ສິ້ນ​ສຸດ.26 ສະ​ນັ້ນ, ເຮົາ “ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ. ດັ່ງ​ນັ້ນ, ຖ້າ​ຫາກ [ເຮົາ] ຈະ​ມຸ້ງ​ໜ້າ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງ, ພຣະ​ບິ​ດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: [ເຮົາ] ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.”27

ຊີ​ວິດ​ນິ​ລັນ​ດອນ ແມ່ນ​ຄວາມ​ຊື່ນ​ຊົມ​ນິ​ລັນ​ດອນ. ຄວາມ​ຊື່ນ​ຊົມ​ໃນ​ຊີ​ວິດ​ນີ້, ຕອນ​ນີ້—ບໍ່​ແມ່ນ​ວ່າ​ເຖິງ​ແມ່ນ​ຈະ​ມີ​ການ​ທ້າ​ທາຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ແຕ່​ຍ້ອນ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ຮຽນ​ຮູ້​ຈາກ​ມັນ ແລະ ໃນ​ທີ່​ສຸດ ກໍ​ເອົາ​ຊະ​ນະ​ມັນ—ແລະ ຄວາມ​ຊື່ນ​ຊົມ​ທີ່​ບໍ່​ສາ​ມາດ​ວັດ​ແທກ​ໄດ້​ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ. ນໍ້າ​ຕາ​ຈະ​ເຫືອດ​ແຫ້ງ​ໄປ, ໃຈ​ທີ່​ແຕກ​ສະ​ຫລາຍ​ຈະ​ໄດ້​ຮັບ​ການ​ຢຽວ​ຢາ, ສິ່ງ​ທີ່​ເສຍ​ໄປ​ຈະ​ພົບ, ຄວາມ​ກັງ​ວົນ​ຈະ​ໄດ້​ຮັບ​ການ​ແກ້​ໄຂ, ຄອບ​ຄົວ​ຈະ​ໄດ້​ຮັບ​ການ​ຟື້ນ​ຟູ, ແລະ ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ມີ​ຈະ​ເປັນ​ຂອງ​ເຮົາ.28

ຫວັງ​ເພິ່ງ​ພຣະ​ເຢ​ຊູ​ຄຣິດ ແລະ ມີ​ຊີ​ວິດ29 ແມ່ນ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ບໍ​ລິ​ສຸດ​ຂອງ “ພຣະ​ຜູ້​ລ້ຽງ ແລະ ຜູ້​ເບິ່ງ​ແຍງ​ຈິດ​ວິນ​ຍານ [ຂອງ​ເຮົາ],” ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ30 ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ມັດ​ທາຍ 23:27.

  2. ມັດ​ທາຍ 25:1–11.

  3. ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 25:11 (ໃນ ມັດ​ທາຍ 25:12, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ).

  4. ມັດ​ທາຍ 25:13.

  5. ແອວ​ເດີ ເຈມສ໌ ອີ ທາ​ເມດ ໄດ້​ສິດ​ສອນ​ວ່າ: “ເຈົ້າ​ບ່າວ ແມ່ນ​ພຣະ​ເຢ​ຊູ​ເຈົ້າ; ງານ​ກິນ​ລ້ຽງ​ສົມ​ຣົດ ເປັນ​ສັນ​ຍາ​ລັກ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ໃນ​ລັດ​ສະ​ໝີ​ພາບ, ເພື່ອ​ຮັບ​ເອົາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ເທິງ​ແຜ່ນ​ດິນ​ໂລກ​ນີ້​ເປັນ​ເຈົ້າ​ສາວ​ຂອງ​ພຣະ​ອົງ. ຍິງ​ສາວ​ບໍ​ລິ​ສຸດ ເປັນ​ຕົວ​ຢ່າງ​ເຖິງ​ຜູ້​ທີ່​ຍອມ​ຮັບ​ວ່າ​ເຊື່ອ​ໃນ​ພຣະ​ຄຣິດ, ແລະ ເປັນ​ຜູ້​ທີ່, ດ້ວຍ​ເຫດ​ນັ້ນ, ຄາດ​ຫວັງ​ຢ່າງ​ໝັ້ນ​ໃຈ​ວ່າ ຈະ​ຖືກ​ລວມ​ເຂົ້າ​ໃນ​ທ່າມ​ກາງ​ຜູ້​ເຂົ້າ​ຮ່ວມ​ທີ່​ໄດ້​ຮັບ​ພອນ​ໃນ​ງານ​ກິນ​ລ້ຽງ. ໂຄມ​ໄຟ​ທີ່​ໄດ້​ຖືກ​ໄຕ້​ຂຶ້ນ, ຊຶ່ງ​ຍິງ​ສາວ​ແຕ່​ລະ​ຄົນ​ໄດ້​ຖື​ນັ້ນ, ແມ່ນ​ການ​ຍອມ​ຮັບ​ພາຍ​ນອກ​ຂອງ​ຄວາມ​ເຊື່ອ ແລະ ການ​ປະ​ຕິ​ບັດ​ຂອງ​ຊາວ​ຄຣິດ; ແລະ ໃນ​ບ່ອນ​ເກັບ​ນໍ້າ​ມັນ​ຂອງ​ຜູ້​ທີ່​ສະ​ຫລາດ​ກວ່າ​ນັ້ນ ເຮົາ​ສາ​ມາດ​ເຫັນ​ເຖິງ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ອຸ​ດົມ​ສົມ​ບູນ​ຝ່າຍ​ທາງ​ວິນ​ຍານ ຊຶ່ງ​ມີ​ແຕ່​ຄວາມ​ພາກ​ພຽນ ແລະ ຄວາມ​ອຸ​ທິດ​ຕົນ​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ສາ​ມາດ​ຮັບ​ປະ​ກັນ​ໄດ້” (Jesus the Christ [1916], 578).

  6. Dallin H. Oaks, “Preparation for the Second Coming,” Liahona, May 2004, 9.

  7. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:56–57; ເນັ້ນ​ຄຳ​ເນີ້ງ.

  8. “ນໍ້າ​ຄ້າງ​ຕົກ ໃຫ້​ຄວາມ​ຊຸ່ມ​ຊື່ນ​ທີ່​ມີ​ຈຳ​ນວນ​ຈຳ​ກັດ ແມ່ນ​ແຕ່​ໃນ​ຊ່ວງ​ລະ​ດູ​ຮ້ອນ​ທີ່​ແຫ້ງ​ແລ້ງ, ແລະ ເປັນ​ສິ່ງ​ສຳ​ຄັນ​ຕໍ່​ພືດ​ຜົນ​ໃນ​ຍາມ​ຮ້ອນ​ເຊັ່ນ ໝາກ​ໂມ. ຍິ່ງ​ເຂດ​ຢູ່​ໃກ້​ທະ​ເລ​ຫລາຍ​ເທົ່າ​ໃດ, ໂອ​ກາດ​ທີ່​ຈະ​ເກີດ​ນໍ້າ​ຄ້າງ​ກໍ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ໃນ​ຄືນ​ທີ່​ບໍ່​ມີ​ລົມ ເມື່ອ​ດິນ​ເລີ່ມ​ເຢັນ​ກວ່າ​ອາ​ກາດ​ຊຶ່ງ​ສຳ​ຜັດ​ກັບ​ພື້ນ​ຜິວ. ໂດຍ​ທົ່ວ​ໄປ, ພູ​ພຽງ​ຊາຍ​ຝັ່ງ ມີ​ນໍ້າ​ຄ້າງ​ຫລາຍ​ກວ່າ​ຂົງ​ເຂດ​ພາຍ​ໃນ​ປະ​ເທດ; ບ່ອນ​ທີ່​ມີ​ຫລາຍ​ທີ່​ສຸດ​ແມ່ນ ພູ​ກາ​ເມນ, ຊຶ່ງ​ມີ​ນໍ້າ​ຄ້າງ​ສະ​ເລ່ຍ 250 ຄືນ​ຕໍ່​ປີ” (Efraim Orni and Elisha Efrat, Geography of Israel, 3rd rev. ed. [1971], 147).

  9. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:19.

  10. ໂມ​ໄຊ​ຢາ 23:18.

  11. ແອວ​ມາ 37:6.

  12. ມາ​ຣະ​ໂກ 4:38.

  13. ໂຢບ 17:15.

  14. ຮີ​ລາ​ມັນ 5:40.

  15. ໂຢບ 28:12.

  16. ໂມ​ໂຣ​ໄນ 7:20.

  17. ກິດ​ຈະ​ການ 9:6.

  18. ແອວ​ມາ 15:6.

  19. 2 ນີ​ໄຟ 26:28.

  20. ມັດ​ທາຍ 9:28.

  21. ກິດ​ຈະ​ການ 26:27.

  22. ແອວ​ມາ 5:15.

  23. ປະ​ຖົມ​ມະ​ການ 18:25.

  24. ມໍ​ມອນ 6:17.

  25. ເຢ​ເຣ​ມີ​ຢາ 31:16–17; ເນັ້ນ​ຄຳ​ເນີ້ງ.

  26. ເບິ່ງ Camille N. Johnson, “Invite Christ to Author Your Story,” Liahona, Nov. 2021, 82: “ຈົ່ງ​ໃຫ້​ຄວາມ​ຍາກ​ລຳ​ບາກ ແລະ ຄວາມ​ທຸກ​ທໍ​ລະ​ມານ​ທີ່​ເປັນ​ພາກ​ສ່ວນ​ຂອງ​ເລື່ອງ​ລາວ​ທີ່​ມ່ວນ​ຊື່ນ ເປັນ​ແຫລ່ງ​ທີ່​ນຳ​ພາ​ທ່ານ​ໃຫ້​ເຂົ້າ​ໃກ້, ແລະ ກາຍ​ເປັນ​ເໝືອນ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.”

  27. 2 ນີ​ໄຟ 31:20.

  28. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:38.

  29. ເບິ່ງ ແອວ​ມາ 37:47.

  30. 1 ເປ​ໂຕ 2:25.