ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ທ່ານ​ເອີຍ, ພວກ​ຂ້າ​ນ້ອຍ​ຢາກ​ເຫັນ​ພຣະ​ເຢ​ຊູ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ທ່ານ​ເອີຍ, ພວກ​ຂ້າ​ນ້ອຍ​ຢາກ​ເຫັນ​ພຣະ​ເຢ​ຊູ

ເຮົາ​ຢາກ​ເຫັນ​ພຣະ​ເຢ​ຊູ​ວ່າ​ພຣະ​ອົງ​ແມ່ນ​ໃຜ ແລະ ສຳ​ຜັດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ບອດ​ໃບ​ໜ້າ

ມື້​ໜຶ່ງ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1945, ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ຕື່ນ​ຂຶ້ນ​ມາ​ທີ່​ໂຮງ​ໝໍ​ທະ​ຫານ​ແຫ່ງ​ໜຶ່ງ. ຖື​ວ່າ​ເປັນ​ຄວາມ​ໂຊກ​ຮ້າຍ​ຂອງ​ລາວ​ທີ່​ຍັງ​ມີ​ຊີ​ວິດ​ຢູ່—ລາວ​ຖືກ​ຍິງ​ເຂົ້າ​ທາງ​ດ້ານ​ຫລັງ​ໃບ​ຫູ, ແຕ່​ວ່າ​ທ່ານ​ໝໍ​ໄດ້​ເຮັດ​ການ​ຜ່າ​ຕັດ, ແລະ ບັດ​ນີ້​ລາວ​ກໍ​ສາ​ມາດ​ຍ່າງ ແລະ ເວົ້າ​ລົມ​ໄດ້​ປົກ​ກະ​ຕິ.

ໜ້າ​ເສົ້າ​ໃຈ​ທີ່, ລູກ​ປືນ​ໄດ້​ໄປ​ທຳ​ລາຍ​ພາກ​ສ່ວນ​ສະ​ໝອງ​ຂອງ​ລາວ​ທີ່​ເຮັດ​ໜ້າ​ທີ່​ໃນ​ການ​ຈື່​ຈຳ​ໃບ​ໜ້າ. ຕອນ​ນີ້​ລາວ​ໄດ້​ແນມ​ເບິ່ງ​ພັນ​ລະ​ຍາ​ຂອງ​ລາວ​ໂດຍ​ທີ່​ຈື່​ໜ້າ​ບໍ່​ໄດ້​ເລີຍ; ລາວ​ບໍ່​ສາ​ມາດ​ຈື່​ໜ້າ​ແມ່ນ​ແຕ່​ແມ່​ຂອງ​ລາວ​ເອງ. ແມ່ນ​ແຕ່​ໃບ​ໜ້າ​ຕົວ​ເອງ​ທີ່​ຢູ່​ໃນ​ແວ່ນ​ຍັງ​ເປັນ​ຄົນ​ແປກ​ໜ້າ​ສຳ​ລັບ​ລາວ—ລາວ​ບອກ​ບໍ່​ໄດ້​ເລີຍ​ວ່າ​ເປັນ​ເພດ​ຍິງ ຫລື ຊາຍ.1

ລາວ​ໄດ້​ກາຍ​ເປັນ​ຄົນ​ບອດ​ໃບ​ໜ້າ—ສະ​ພາບ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ຜູ້​ຄົນ​ຫລາຍ​ລ້ານ.2

ຄົນ​ທີ່​ປ່ວຍ​ຈາກ​ການ​ບອດ​ໃບ​ໜ້າ​ຢ່າງ​ຮຸນ​ແຮງ​ຕ້ອງ​ພະ​ຍາ​ຍາມ​ແຍກ​ແຍະ​ຄົນ​ອື່ນ​ໃຫ້​ອອກ ໂດຍ​ການ​ມີ​ກົດ​ໃນ​ການ​ຈື່​ຈຳ—ກົດ​ສຳ​ລັບ​ການ​ຮັບ​ຮູ້​ລູກ​ສາວ​ຄົນ​ໜຶ່ງ​ຈາກ​ຮອຍ​ເມິກ​ເທິງ​ໃບ​ໜ້າ​ຂອງ​ນາງ ຫລື ຈື່​ຈຳ​ໝູ່​ຄົນ​ໜຶ່ງ​ຈາກ​ທ່າ​ຍ່າງ​ຂອງ​ລາວ.

ການ​ເຕີບ​ໃຫຍ່

ນີ້​ແມ່ນ​ເລື່ອງ​ທີ​ສອງ, ໃກ້​ຕົວ​ເອງ​ຫລາຍ​ຂຶ້ນ: ໃນ​ຕອນ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ມັກ​ເຫັນ​ແມ່​ຂອງ​ຕົນ​ເອງ​ເປັນ​ຄົນ​ເຈົ້າ​ລະ​ບຽບ. ເພິ່ນ​ເປັນ​ຄົນ​ຕັດ​ສິນ​ໃຈ​ວ່າ​ຂ້າ​ພະ​ເຈົ້າ​ສາ​ມາດ​ຫລິ້ນ​ໄດ້​ຕອນ​ໃດ ແລະ ເຂົ້າ​ນອນ​ຕອນ​ໃດ, ຫລື ຍິ່ງ​ໄປ​ກວ່າ​ນັ້ນ, ຕ້ອງ​ຫລົກ​ຫຍ້າ​ໃນ​ສວນ​ຕອນ​ໃດ.

ແນ່​ນອນ​ວ່າ​ເພິ່ນ​ກໍ​ຮັກ​ຂ້າ​ພະ​ເຈົ້າ. ແຕ່​ຫລາຍ​ຄັ້ງ ແລະ ໜ້າ​ລະ​ອາຍ​ໃຈ​ທີ່, ຂ້າ​ພະ​ເຈົ້າ​ໃນ​ຕອນ​ນັ້ນ​ເຫັນ​ເພິ່ນ​ເປັນ​ພຽງ “ຜູ້​ທີ່​ຈະ​ຕ້ອງ​ເຊື່ອ​ຟັງ​ເທົ່າ​ນັ້ນ.”

ພຽງ​ແຕ່​ບໍ່​ຫລາຍ​ປີ​ຜ່ານ​ມາ​ນີ້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ເພິ່ນ. ຂ້າ​ພະ​ເຈົ້າ​ລະ​ອາຍ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ສັງ​ເກດ​ເຫັນ​ການ​ເສຍ​ສະ​ລະ​ຂອງ​ເພິ່ນ ຫລື ສົງ​ໄສ​ວ່າ​ເປັນ​ຫຍັງ​ຫລາຍ​ປີ​ມາ​ນີ້​ເພິ່ນ​ໄດ້​ໃສ່​ກະ​ໂປງ​ເກົ່າ​ສອງ​ຜືນ​ຊ້ຳໆ​ກັນ (ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໃສ່​ເຄື່ອງ​ນຸ່ງ​ຊຸດ​ໃໝ່​ໄປ​ໂຮງ​ຮຽນ) ຫລື ເປັນ​ຫຍັງ, ໃນ​ຕອນ​ຄ່ຳ, ເພິ່ນ​ຈຶ່ງ​ເມື່ອຍ​ຫລາຍ ແລະ ກະ​ຕື​ລື​ລົ້ນ​ໃຫ້​ຂ້າ​ພະ​ເຈົ້າ​ເຂົ້າ​ນອນ​ແຕ່​ຫົວ​ຄ່ຳ.

ເຮົາ​ອາດ​ເປັນ​ຄົນ​ບອດ​ໃບ​ໜ້າ

ບາງ​ທີ​ທ່ານ​ອາດ​ຈະ​ສັງ​ເກດ​ເຫັນ​ແລ້ວ​ວ່າ​ທັງ​ສອງ​ເລື່ອງ​ນີ້​ແທ້​ຈິງ​ແລ້ວ​ເປັນ​ພຽງ​ເລື່ອງ​ດຽວ—ເປັນ​ເວ​ລາ​ຫລາຍ​ປີ​ທີ່, ຂ້າ​ພະ​ເຈົ້າ, ໄດ້​ປ່ວຍ, ດ້ວຍ​ອາ​ການ​ບອດ​ໃບ​ໜ້າ. ຂ້າ​ພະ​ເຈົ້າ​ເບິ່ງ​ບໍ່​ເຫັນ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ແມ່​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ເບິ່ງ​ເຫັນ​ພຽງ​ແຕ່​ກົດ​ລະ​ບຽບ​ຂອງ​ເພິ່ນ ແຕ່​ເບິ່ງ​ບໍ່​ເຫັນ​ຄວາມ​ຮັກ​ຂອງ​ເພິ່ນ​ທີ່​ມີ​ຢູ່​ໃນ​ນັ້ນ.

ຂ້າ​ພະ​ເຈົ້າ​ເລົ່າ​ສອງ​ເລື່ອງ​ນີ້​ກັບ​ທ່ານ​ເພື່ອ​ຊີ້​ແຈງ​ໜຶ່ງ​ປະ​ເດັນ​ຄື: ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ​ທ່ານ​ໜ້າ​ຈະ​ຮູ້​ຄົນ​ໃດ​ຄົນ​ໜຶ່ງ (ບາງ​ທີ​ທ່ານ​ອາດ​ຈະ ແມ່ນ ຄົນ​ນັ້ນ) ຜູ້​ທີ່​ທໍ​ລະ​ມານ​ຈາກ​ອາ​ການ​ບອດ​ໃບ​ໜ້າ​ທາງ​ວິນ​ຍານ.

ທ່ານ​ອາດ​ຈະ​ກຳ​ລັງ​ດີ້ນ​ລົນ​ໃນ​ການ​ເຫັນ​ພຣະ​ເຈົ້າ ໃນ​ຖາ​ນະ​ພຣະ​ບິ​ດາ​ທີ່​ຊົງ​ຮັກ. ທ່ານ​ອາດ​ຈະ​ແນມ​ຂຶ້ນ​ໄປ​ທາງ​ສະ​ຫວັນ ແລະ ສິ່ງ​ທີ່​ທ່ານ​ເຫັນ ບໍ່​ແມ່ນ​ໃບ​ໜ້າ​ແຫ່ງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ, ແຕ່​ເປັນ​ກົດ​ລະ​ບຽບ​ທີ່​ໜາ​ແໜ້ນ ຊຶ່ງ​ທ່ານ​ຈະ​ຕ້ອງ​ຝ່າ​ຟັນ​ມັນ​ໄປ​ຕາມ​ທາງ​ຂອງ​ທ່ານ. ບາງ​ທີ​ທ່ານ​ອາດ​ຈະ​ເຊື່ອ​ວ່າ​ພຣະ​ເຈົ້າ​ປົກ​ຄອງ​ຢູ່​ໃນ​ສະ​ຫວັນ, ກ່າວ​ຜ່ານ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ແລະ ຮັກ​ເອື້ອຍ​ນ້ອງ​ຂອງ​ທ່ານ, ແຕ່​ທ່ານ​ລັກ​ສົງ​ໄສ​ວ່າ​ພຣະ​ອົງ​ຮັກ​ທ່ານ​ຫລື​ບໍ່.3 ບາງ​ທີ​ທ່ານ​ອາດ​ຈະ​ຮູ້​ສຶກ​ເຖິງ​ຮາວ​ເຫລັກ​ເສັ້ນ​ທີ່​ຢູ່​ໃນ​ມື​ຂອງ​ທ່ານ ແຕ່​ຍັງ​ບໍ່​ທັນ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ມັນ​ນຳ​ມາ​ສູ່.4

ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ​ທ່ານ​ຮູ້​ຈັກ​ກັບ​ຄົນ​ປະ​ເພດ​ນີ້ ເພາະ​ວ່າ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ​ທີ່, ຂ້າ​ພະ​ເຈົ້າ​ໄດ້ ເປັນ ຄົນ​ແນວ​ນີ້—ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຄົນ​ບອດ​ໃບ​ໜ້າ​ທາງ​ວິນ​ຍານ.

ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ຄື​ການ​ເຮັດ​ຕາມ​ກົດ ແລະ ວັດ​ຜົນ​ໃຫ້​ໄດ້​ດ້ວຍ​ມາດ​ຕະ​ຖານ​ທີ່​ເປັນ​ຮູບ​ຮ່າງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ເຈົ້າ​ຮັກ ທ່ານ ຢ່າງ​ສົມ​ບູນ​ແບບ​ແຕ່​ບໍ່​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ນັ້ນ​ດ້ວຍ​ຕົວ​ເອງ. ຂ້າ​ພະ​ເຈົ້າ​ຢ້ານ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ຄິດ​ກ່ຽວ​ກັບ​ການ​ໄປ​ສະ​ຫວັນ​ຫລາຍ​ກວ່າ​ການ​ໄດ້​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ.

ຖ້າ​ວ່າ​ທ່ານ, ເປັນ​ເຊັ່ນ​ດຽວ​ກັນ​ກັບ​ຂ້າ​ພະ​ເຈົ້າ, ທີ່​ບາງ​ຄັ້ງ​ກໍ​ພຽງ​ແຕ່​ທຳ​ທ່າ​ວ່າ​ຮ້ອງ​ເພງ, ແຕ່​ຄວາມ​ຈິງ​ບໍ່​ໄດ້ “ຮ້ອງ​ເພງ​ຄວາມ​ຮັກ​ທີ່​ໄຖ່​ນັ້ນ,”5 ເຮົາ​ຈະ​ເຮັດ​ແນວ​ໃດ?

ຄຳ​ຕອບ​ຄື, ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຕືອນ​ເຮົາ, ແມ່ນ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ.6 ແລະ ນັ້ນ​ກໍ​ເປັນ​ຂ່າວ​ດີ​ຫລາຍ.

ທ່ານ​ເອີຍ, ພວກ​ຂ້າ​ນ້ອຍ​ຢາກ​ເຫັນ​ພຣະ​ເຢ​ຊູ

ມີ​ຂໍ້​ພຣະ​ຄຳ​ພີ​ສັ້ນໆ​ໃນ​ໂຢ​ຮັນ​ທີ່​ຂ້າ​ພະ​ເຈົ້າ​ມັກ. ທີ່​ເລົ່າ​ເຖິງ​ກຸ່ມ​ຄົນ​ຢູ່​ຂ້າງ​ນອກ ຜູ້​ທີ່​ໄດ້​ໄປ​ຫາ​ສາ​ວົກ​ຄົນ​ໜຶ່ງ​ດ້ວຍ​ຄຳ​ຮ້ອງ​ຂໍ​ທີ່​ສຳ​ຄັນ. “ທ່ານ​ເອີຍ,” ພວກ​ເຂົາ​ເວົ້າ​ວ່າ, “ພວກ​ຂ້າ​ນ້ອຍ [ຢາກ] ເຫັນ​ພຣະ​ເຢ​ຊູ.”7

ສິ່ງ​ນັ້ນ​ຄື​ສິ່ງ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ການ—ເຮົາ​ຢາກ​ເຫັນ​ພຣະ​ເຢ​ຊູ​ວ່າ​ພຣະ​ອົງ​ແມ່ນ​ໃຜ ແລະ ສຳ​ຜັດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ. ນີ້​ຄວນ​ເປັນ​ເຫດ​ຜົນ​ສຳ​ລັບ​ເກືອບ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ໃນ​ສາດ​ສະ​ໜາ​ຈັກ—ແລະ ຢ່າງ​ແນ່​ນອນ​ທຸກໆ​ການ​ປະ​ຊຸມ​ສິນ​ລະ​ລຶກ. ຖ້າ​ທ່ານ​ເຄີຍ​ສົງ​ໄສ​ວ່າ​ຈະ​ສິດ​ສອນ​ບົດ​ຮຽນ​ປະ​ເພດ​ໃດ, ວ່າ​ຈະ​ວາງ​ແຜນ​ປະ​ຊຸມ​ແບບ​ໃດ, ແລະ ບໍ່​ວ່າ​ທ່ານ​ຈະ​ປະ​ວາງ​ໜ້າ​ທີ່​ຂອງ​ມັກ​ຄະ​ນາ​ຍົກ ແລະ ຫັນ​ມາ​ຫລິ້ນ​ເກມ​ເຕະ​ບານ​ກໍ​ຕາມ, ທ່ານ​ອາດ​ຈະ​ເອົາ​ຂໍ້​ຄວາມ​ນີ້​ມາ​ເປັນ​ຄຳ​ແນະ​ນຳ​ໃຫ້​ແກ່​ທ່ານ: ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ໄດ້​ເຫັນ ແລະ ຮັກ​ພຣະ​ເຢ​ຊູ​ຫລື​ບໍ່? ຖ້າ​ບໍ່​ຊ່ວຍ, ບາງ​ທີ​ອາດ​ຈະ​ລອງ​ເຮັດ​ຢ່າງ​ອື່ນ.

ເມື່ອ​ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ​ຕົວ​ເອງ​ໄດ້​ບອດ​ໃບ​ໜ້າ​ທາງ​ວິນ​ຍານ, ຍ້ອນ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຽງ​ກົດ ແຕ່​ບໍ່​ເຫັນ​ພຣະ​ພັກ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ບິ​ດາ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມັນ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ສາດ​ສະ​ໜາ​ຈັກ. ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ພຣະ​ເຈົ້າ, ແລະ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຕ້ອງ​ສູນ​ເສຍ​ທຸກ​ຢ່າງ​ໄປ; ມັນ​ຄື​ບາງ​ສິ່ງ​ບາງ​ຢ່າງ​ທີ່​ເຮົາ ທຸກ​ຄົນ ຈະ​ຕ້ອງ​ຮຽນ​ຮູ້. ແມ່ນ​ແຕ່​ຜູ້​ເປັນ​ພະ​ຍານ​ເຖິງ​ການ​ຟື້ນ​ຟູ​ໃນ​ສະ​ໄໝ​ກ່ອນ​ມັກ​ຈະ​ຢູ່​ໜ້າ​ຕໍ່​ໜ້າ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແຕ່​ຈື່​ຈຳ​ພຣະ​ອົງ​ບໍ່​ໄດ້​ເຊັ່ນ; ຈາກ​ສວນ​ອຸບ​ມຸງ​ໄປ​ຫາ​ຄີມ​ຝັ່ງ​ທະ​ເລ​ຄາ​ລີ​ເລ, ຜູ້​ຕິດ​ຕາມ​ລຸ້ນ​ທຳ​ອິດ​ຂອງ​ພຣະ​ອົງ​ໄດ້ “ເຫັນ​ພຣະ​ເຢ​ຊູ​ຢືນ​ຢູ່ ແລະ ບໍ່​ຮູ້​ວ່າ​ນັ້ນ​ຄື​ພຣະ​ເຢ​ຊູ.”8 ພວກ​ເພິ່ນ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ສັງ​ເກດ​ເຫັນ​ພຣະ​ອົງ, ແລະ ພວກ​ເຮົາ​ກໍ​ເຊັ່ນ​ດຽວ​ກັນ.9

ຄວາມ​ໃຈ​ບຸນ

ເມື່ອ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ບອດ​ໃບ​ໜ້າ​ທາງວິນ​ຍານ, ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ມໍ​ມອນ​ໃນ​ການ​ອະ​ທິ​ຖານ “ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ” ເພື່ອ​ຈະ​ໄດ້​ເຕີມ​ເຕັມ​ດ້ວຍ​ຄວາມ​ຮັກ​ທີ່​ຖືກ​ສັນ​ຍາ​ໄວ້​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ—ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ໃຫ້​ພຣະ​ອົງ ແລະ ຄວາມ​ຮັກ​ທີ່​ພຣະ​ອົງ​ທີ່​ມີ​ໃຫ້​ຂ້າ​ພະ​ເຈົ້າ—ແລະ ເພື່ອ​ຈະ​ໄດ້ “ເຫັນ​ພຣະ​ອົງ​ໃນ​ແບບ​ທີ່​ພຣະ​ອົງ​ດຳ​ລົງ​ຢູ່ … ແລະ ມີ​ຄວາມ​ຫວັງ​ນີ້.”10 ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ເປັນ​ເວ​ລາ​ຫລາຍ​ປີ​ຂໍ​ໃຫ້​ສາ​ມາດ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ຄື ຮັກ​ພຣະ​ເຈົ້າ ແລະ ຮູ້​ສຶກ​ເຖິງ “ຄວາມ​ຈິງ ຂໍ້​ທຳ​ອິດ​ແຫ່ງ​ສຸດ​ນິ​ລັນ​ດອນ … ວ່າ​ພຣະ​ເຈົ້າ​ຮັກ ເຮົາ ດ້ວຍ​ສຸດ​ພຣະ​ໄທ, ດ້ວຍ​ສຸດ​ພະ​ລັງ, ດ້ວຍ​ສຸດ​ຄວາມ​ນຶກ​ຄິດ, ແລະ ດ້ວຍ​ສຸດ​ກຳ​ລັງ ຂອງ​ພຣະ​ອົງ.”11

ພຣະ​ກິດ​ຕິ​ຄຸນ

ຂ້າ​ພະ​ເຈົ້າ​ຍັງ​ອ່ານ​ພຣະ​ທຳ​ສີ່​ເຫລັ້ມ ອ່ານ​ແລ້ວ​ອ່ານ​ອີກ—ເທື່ອ​ນີ້​ການ​ອ່ານ​ບໍ່​ແມ່ນ​ເພື່ອ​ຈຳ​ແນກ​ກົດ ແຕ່​ເພື່ອ​ໃຫ້​ເຫັນ​ວ່າ​ພຣະ​ອົງ​ແມ່ນ​ໃຜ ແລະ ພຣະ​ອົງ​ຮັກ​ສິ່ງ​ໃດ. ແລະ, ໃນ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ກໍ​ຖືກ​ພັດ​ພາ​ໄປ​ດ້ວຍ​ແມ່​ນ້ຳ​ແຫ່ງ​ຄວາມ​ຮັກ ທີ່​ຫລັ່ງ​ໄຫລ​ມາ​ຈາກ​ພຣະ​ອົງ.

ພຣະ​ເຢ​ຊູ​ໄດ້​ປະ​ກາດ​ແຕ່​ແລກໆ​ວ່າ ພຣະ​ອົງ​ມາ​ເພື່ອ “ປະ​ກາດ​ຂ່າວ​ແກ່​ຄົນ​ຍາກ​ຈົນ, ປະ​ກາດ​ອິດ​ສະ​ລະ​ພາບ ແກ່​ຄົນ​ທັງ​ຫລາຍ​ທີ່​ຖືກ​ຈຳ​ຈອງ, ແລະ ຄົນ​ຕາ​ບອດ​ຈະ​ເຫັນ​ຮຸ່ງ​ອີກ.”12

ນີ້​ບໍ່​ໄດ້​ເປັນ​ພຽງ​ແຕ່​ລາຍ​ການ​ໜ້າ​ວຽກ​ທີ່​ຕ້ອງ​ເຮັດ ຫລື ການ​ປະ​ຊາ​ສຳ​ພັນ​ທີ່​ດີ; ມັນ​ແມ່ນ​ຮູບ​ຮ່າງ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ໃຫ້​ເປີດ​ພຣະ​ຄຳ​ພີ​ໃໝ່​ເບິ່ງ​ພຣະ​ທຳ​ສີ່​ເຫລັ້ມ​ທຳ​ອິດ; ເກືອບ​ໝົດ​ທຸກ​ໜ້າ​ເຮົາ​ຈະ​ເຫັນ​ພຣະ​ອົງ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ຜູ້​ຄົນ​ທີ່​ເຈັບ​ປວດ​ທາງ​ດ້ານ—ສັງ​ຄົມ, ວິນ​ຍານ, ແລະ ຮ່າງ​ກາຍ. ພຣະ​ອົງ​ສຳ​ຜັດ​ຜູ້​ຄົນ​ທີ່​ຖື​ວ່າ​ເປິ​ເປື້ອນ ແລະ ບໍ່​ສະ​ອາດ13 ແລະ ໃຫ້​ອາ​ຫານ​ແກ່​ຄົນ​ທີ່​ຫິວ​ໂຫຍ.14

ເລື່ອງ​ລາວ​ຂອງ​ພຣະ​ເຢ​ຊູ​ທີ່​ທ່ານ​ມັກ​ທີ່​ສຸດ​ແມ່ນ​ຫຍັງ? ຂ້າ​ພະ​ເຈົ້າ​ສົນ​ໃຈ​ວ່າ​ມັນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ເອື້ອມ​ອອກ​ໄປ​ໂອບ​ກອດ ຫລື ສະ​ເໜີ​ໃຫ້​ຄວາມ​ຫວັງ​ແກ່​ຜູ້​ທີ່​ສັງ​ຄົມ​ດູ​ຖູກ—ຄົນ​ຂີ້​ທູດ,15 ໄທ​ຊາ​ມາ​ເຣຍ​ຜູ້​ທີ່​ຖືກ​ກຽດ​ຊັງ,16 ຜູ້​ຖືກ​ກ່າວ​ຫາ ແລະ ຄົນ​ບາບ​ທີ່​ຊ່າ​ລື,17 ຫລື ສັດ​ຕູ​ຂອງ​ຊາດ.18 ພຣະ​ຄຸນ​ເຊັ່ນ​ນັ້ນ​ຊ່າງ​ໜ້າ​ອັດ​ສະ​ຈັນ​ແທ້ໆ.

ລອງ​ຂຽນ​ລົງ​ໄວ້​ທຸກ​ເທື່ອ​ທີ່​ພຣະ​ອົງ​ໄດ້​ຍ້ອງ​ຍໍ ຫລື ປິ່ນ​ປົວ ຫລື ຮັບ​ປະ​ທານ​ຮ່ວມ​ກັບ​ຄົນ​ພາຍ​ນອກ, ແລະ ທ່ານ​ຈະ​ໝົດ​ນ້ຳ​ເມິກ​ກ່ອນ​ທີ່​ທ່ານ​ຈະ​ອອກ​ໄປ​ຈາກ​ລູ​ກາ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແບບ​ນີ້​ແລ້ວ, ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເຕັ້ນ​ແຮງ​ໃນ​ການ​ຮັບ​ຮູ້​ດ້ວຍ​ຄວາມ​ຮັກ, ແລະ ຂ້າ​ພະ​ເຈົ້າ​ເລີ່ມ​ຮູ້​ສຶກ​ວ່າ​ພຣະ​ອົງ​ອາດ​ຈະ​ຮັກ​ຂ້າ​ພະ​ເຈົ້າ. ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ, “ເມື່ອ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ເທົ່າ​ໃດ, ມັນ​ຈະ​ງ່າຍ​ຂຶ້ນ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ໃນ​ຄວາມ​ຮັກ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ.”19 ແລະ ທ່ານ​ຈະ​ໄວ້​ວາງ​ໃຈ ແລະ ຮັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ຫລາຍ​ຂຶ້ນ.

ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສິດ​ສອນ​ເຮົາ​ວ່າ ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ມາ​ເພື່ອ​ສະ​ແດງ “ໃຫ້​ເຮົາ​ເຫັນ​ວ່າ​ພຣະ​ເຈົ້າ ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ​ແມ່ນ​ໃຜ ແລະ ເປັນ​ຄື​ແນວ​ໃດ, ພຣະ​ອົງ​ໄດ້​ອຸ​ທິດ​ຕົນ​ຢ່າງ​ເຕັມ​ທີ່​ໃຫ້​ກັບ​ລູກໆ​ຂອງ​ພຣະ​ອົງ​ຫລາຍ​ພຽງ​ໃດ​ໃນ​ທຸກ​ອາ​ຍຸ ແລະ ຕະ​ຫລອດ​ທົ່ວ​ໂລກ.”20

ໂປ​ໂລ​ກ່າວ​ວ່າ ພຣະ​ເຈົ້າ​ເປັນ “ພຣະ​ບິ​ດາ​ອົງ​ຊົງ​ເມດ​ຕາ [ຕໍ່​ທຸກ​ຄົນ], ແລະ ພຣະ​ເຈົ້າ​ອົງ​ທີ່​ໃຫ້​ຄວາມ​ເລົ້າ​ໂລມ​ໃຈ​ທຸກ​ຢ່າງ.”21

ຖ້າ​ວ່າ​ທ່ານ​ເຫັນ​ພຣະ​ອົງ​ຕ່າງ​ໄປ​ຈາກ​ນີ້, ຂໍ​ໃຫ້​ພະ​ຍາ​ຍາມ​ຕໍ່​ໄປ.

ພັນ​ທະ​ສັນ​ຍາ ແລະ ອ້ອມ​ກອດ​ຂອງ​ພຣະ​ເຈົ້າ.

ສາດ​ສະ​ດາ​ໄດ້​ເຊື້ອ​ເຊີນ​ໃຫ້​ເຮົາ​ສະ​ແຫວງ​ຫາ​ພຣະ​ພັກ​ຂອງ​ພຣະ​ອົງ.22 ຂ້າ​ພະ​ເຈົ້າ​ໄດ້​ເອົາ​ຂໍ້​ຄິດ​ນີ້​ເປັນ​ທີ່​ເຕືອນ​ໃຈ​ວ່າ​ເຮົາ​ນະ​ມັດ​ສະ​ການ​ພຣະ​ບິ​ດາ​ຂອງ​ເຮົາ, ບໍ່​ແມ່ນ​ສູດ​ຄິດ​ໄລ່, ແລະ ວ່າ​ເຮົາ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ຈົນ​ກວ່າ​ເຮົາ​ຈະ​ເຫັນ​ພຣະ​ເຢ​ຊູ​ເປັນ​ເໝືອນ​ດັ່ງ​ພຣະ​ພັກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ23 ແລະ ຕິດ​ຕາມ​ພຣະ​ອົງ, ບໍ່​ພຽງ​ແຕ່​ເຮັດ​ຕາມ​ກົດ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ.24

ເມື່ອ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ກ່າວ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ, ພວກ​ເພິ່ນ​ບໍ່​ໄດ້​ເປັນ​ເໝືອນ​ກັບ​ຄູ​ຝຶກ​ທີ່​ຮ້ອງ​ບອກ​ຄຳ​ແນະ​ນຳ ຈາກ​ບ່ອນ​ນັ່ງ​ສະ​ບາຍໆ (ປູ​ພົມ​ແດງ) ຢູ່​ໄກໆ, ບອກ​ໃຫ້​ເຮົາ “ພະ​ຍາ​ຍາມ​ຫລາຍ​ກວ່າ​ນີ້!” ພວກ​ເພິ່ນ​ຕ້ອງ​ການ​ໃຫ້​ເຮົາ​ເຫັນ​ວ່າ ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ເປັນ​ພື້ນ​ຖານ​ກ່ຽວ​ກັບ​ຄວາມ​ສຳ​ພັນ25 ແລະ ສາ​ມາດ​ປິ່ນ​ປົວ​ໂຣກ​ບອດ​ທາງ​ວິນ​ຍານ​ໄດ້.26 ມັນ​ບໍ່​ແມ່ນ​ກົດ​ເພື່ອ​ຫາ​ຄວາມ​ຮັກ​ຂອງ​ພຣະ​ອົງ; ພຣະ​ອົງ​ຮັກ​ທ່ານ​ຢ່າງ​ສົມ​ບູນ​ຢູ່​ແລ້ວ. ສິ່ງ​ທ້າ​ທາຍ​ສຳ​ລັບ​ເຮົາ​ຄື​ການ​ເຂົ້າ​ໃຈ ແລະ ປ່ຽນ​ຮູບ​ຮ່າງ​ຊີ​ວິດ​ຂອງ​ເຮົາ​ໃຫ້​ເຂົ້າ​ກັບ​ຄວາມ​ຮັກ​ນັ້ນ.27

ເຮົາ​ພະ​ຍາ​ຍາມ​ເບິ່ງ​ຜ່ານ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ຄື​ກັນ​ກັບ​ເບິ່ງ​ຜ່ານ​ປ່ອງ​ຢ້ຽມ, ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ບິ​ດາ​ຢູ່​ເບື້ອງ​ຫລັງ.

ພັນ​ທະ​ສັນ​ຍາ​ແມ່ນ​ຮູບ​ຮ່າງ​ຂອງ​ອ້ອມ​ກອດ​ຂອງ​ພຣະ​ເຈົ້າ.

ແມ່​ນ້ຳ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ.

ສຸດ​ທ້າຍ​ນີ້, ເຮົາ​ສາ​ມາດ​ຮຽນ​ຮູ້​ທີ່​ຈະ​ເຫັນ​ພຣະ​ອົງ​ໂດຍ​ການ​ຮັບ​ໃຊ້​ພຣະ​ອົງ. “ເພາະ​ແມ່ນ​ໃຜ​ຈະ​ຮູ້​ຈັກ​ນາຍ​ຜູ້​ເຂົາ​ບໍ່​ເຄີຍ​ຮັບ​ໃຊ້?”28

ສອງ​ສາມ​ປີ​ຜ່ານ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ທີ່​ຕົວ​ເອງ​ຍັງ​ບໍ່​ພ້ອມ. ຂ້າ​ພະ​ເຈົ້າ​ຕື່ນ​ນອນ​ແຕ່​ເຊົ້າ, ຮູ້​ສຶກ​ເປັນ​ກັງ​ວົນ—ແຕ່​ມີ​ວະ​ລີ​ໜຶ່ງ​ທີ່​ເຂົ້າ​ມາ​ໃນ​ຄວາມ​ນຶກ​ຄິດ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ: ຄື​ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ນີ້​ແມ່ນ​ການ​ຢືນ​ຢູ່​ໃນ​ແມ່​ນ້ຳ​ແຫ່ງ​ຄວາມ​ຮັກ​ທີ່​ພຣະ​ເຈົ້າ​ມີ​ໃຫ້​ກັບ​ລູກໆ​ຂອງ​ພຣະ​ອົງ. ສາດ​ສະ​ໜາ​ຈັກ​ແຫ່ງ​ນີ້​ຄື​ການ​ເຮັດ​ວຽກ​ເປັນ​ໝູ່​ຂອງ​ຜູ້​ຄົນ​ທີ່​ຖື​ຈົກ ແລະ ຊ້ວນ ພະ​ຍາ​ຍາມ​ຊ່ວຍ​ເປີດ​ຊ່ອງ​ທາງ​ແມ່​ນ້ຳ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ເພື່ອ​ໃຫ້​ໄປ​ເຖິງ​ລູກໆ​ຂອງ​ພຣະ​ອົງ​ທີ່​ຢູ່​ປາຍ​ແຖວ.

ບໍ່​ວ່າ​ທ່ານ​ຈະ​ແມ່ນ​ໃຜ, ອະ​ດີດ​ຂອງ​ທ່ານ​ເປັນ​ແນວ​ໃດ​ກໍ​ຕາມ, ຍັງ​ມີ​ບ່ອນ​ສຳ​ລັບ​ທ່ານ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ນີ້.29

ຈົ່ງ​ຈັບ​ເອົາ​ຈົກ ແລະ ຊ້ວນ ແລະ ມາ​ຮ່ວມ​ກັບ​ທີມ​ງານ. ຊ່ວຍ​ນຳ​ເອົາ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໄປ​ສູ່​ລູກໆ​ຂອງ​ພຣະ​ອົງ, ແລະ ບາງ​ສ່ວນ​ກໍ​ຈະ​ຟົ້ງ​ໃສ່​ທ່ານ​ດ້ວຍ.30

ຂໍ​ໃຫ້​ເຮົາ​ສະ​ແຫວງ​ຫາ​ພຣະ​ພັກ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ, ອ້ອມ​ກອດ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ແລະ ແລ້ວ​ຈູງ​ແຂນ​ກັນ​ກັບ​ລູກໆ​ຂອງ​ພຣະ​ອົງ, ແລະ ເຮົາ​ຈະ​ພ້ອມ​ພຽງ​ກັນ​ຮ້ອງ​ເພງ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ”:

ພຣະ​ຜູ້​ຊ່ວຍ, ໂປດ​ຊົງ​ຟື້ນ​ຟູ,

ແສງ​ແຫ່ງ​ພຣະ​ພັກ;

ປະ​ທານ​ການ​ເລົ້າ​ໂລມ​ໜູນ​ຈິດ​ໃຈ;

ແລະ ໃຫ້​ຄວາມ​ຕ້ອງ​ການ​ຄືນ

ສະ​ຖານ​ທີ່​ສັກ​ສິດ

ນຳ​ຄວາມ​ຫວັງ​ແກ່​ຈິດ​ເປົ່າ​ປ່ຽວ​ຂອງ​ຂ້າ.31

ຂໍ​ໃຫ້​ເຮົາ​ສະ​ແຫວງ​ຫາ​ພຣະ​ພັກ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ ເປັນ​ພາ​ຊະ​ນະ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ຕໍ່​ລູກໆ​ຂອງ​ພຣະ​ອົງ.32 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Hadyn D. Ellis and Melanie Florence, “Bodamer’s (1947) Paper on Prosopagnosia,” Cognitive Neuropsychology, vol. 7, no. 2 (1990), 84–91; Joshua Davis, “Face Blind,” Wired, Nov. 1, 2006, wired.com.

  2. ເບິ່ງ Dennis Nealon, “How Common Is Face Blindness?,” Harvard Medical School, Feb. 24, 2023, hms.harvard.edu; Oliver Sacks, “Face-Blind,” New Yorker, Aug. 23, 2010, newyorker.com.

  3. “ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບາງ​ຄົນ​ຍອມ​ຮັບ​ວ່າ ຄຳ​ສອນ, ຫລັກ​ທຳ, ແລະ ປະ​ຈັກ​ພະ​ຍານ ທີ່​ປະ​ກາດ​ຊ້ຳ​ແລ້ວ​ຊ້ຳ​ອີກ ຈາກ​ແທ່ນ​ປາ​ໄສ​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່ ແລະ ໃນ​ບ່ອນ​ຊຸມ​ນຸມ​ໃນ​ທ້ອງ​ຖິ່ນ​ທົ່ວ​ໂລກ​ເປັນ​ຄວາມ​ຈິງ—ແຕ່​ອາດ​ຍັງ​ມີ​ບັນ​ຫາ​ກັບ​ການ​ເຊື່ອ​ວ່າ ຄວາມ​ຈິງ​ນິ​ລັນ​ດອນ​ເຫລົ່າ​ນີ້​ໃຊ້​ໄດ້​ກັບ​ຊີ​ວິດ​ສ່ວນ​ຕົວ ແລະ ກັບ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ​ເອງ​ໂດຍ​ສະ​ເພາະ” (David A. Bednar, “Abide in Me, and I in You; Therefore Walk with Me,” Liahona, May 2023, 125).

  4. ເບິ່ງ 1 ນີ​ໄຟ 8:19; 15:23. “ມັນ​ຍາກ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ປາດ​ສະ​ຈາກ​ສັດ​ທາ ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ” (Henry B. Eyring, “The Faith to Ask and Then to Act,” Liahona, Nov. 2021, 75).

  5. ແອວ​ມາ 5:26.

  6. ເບິ່ງ Russell M. Nelson, “The Answer Is Always Jesus Christ,” Liahona, May 2023, 127–28.

  7. ໂຢ​ຮັນ 12:21.

  8. ໂຢ​ຮັນ 20:14. ພວກ​ເຂົາ​ເຫັນ ແຕ່​ບໍ່​ຮູ້​ຈັກ​ພຣະ​ອົງ​ຢູ່​ໃນ​ຖະ​ໜົນ​ທີ່​ໄປ​ເມືອງ​ເອ​ມາ​ອູດ (ເບິ່ງ ລູ​ກາ 24:16), ໃນ​ຫ້ອງ​ທີ່​ລ໊ອກ​ປະ​ຕູ (ເບິ່ງ ລູ​ກາ 24:37), ຄີມ​ຝັ່ງ​ທະ​ເລ​ຄາ​ລີ​ເລ (​ເບິ່ງ ໂຢ​ຮັນ 21:4), ແລະ ທີ່​ສວນ​ອຸບ​ມຸງ (ເບິ່ງ ໂຢ​ຮັນ 20:14).

  9. ຖ້າ​ເຮົາ​ຄົ້ນ​ຫາ​ພຣະ​ອົງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ເຮົາ ແລະ ມຸ້ງ​ໜ້າ​ຕໍ່​ໄປ​ດ້ວຍ​ສັດ​ທາ, ພຣະ​ອົງ​ຈະ​ຖືກ​ພົບ​ເຫັນ.

    “ເຮົາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ຮູ້​ແຜນ​ການ​ຂອງ​ເຮົາ​ສຳ​ລັບ​ພວກ​ເຈົ້າ, ພຣະ​ເຈົ້າ​ກ່າວ, ຄື​ແຜນ​ການ​ທີ່​ນຳ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ມາ​ສູ່​ພວກ​ເຈົ້າ ແລະ ບໍ່​ແມ່ນ​ນຳ​ຄວາມ​ຈິບ​ຫາຍ. .…

    ຖ້າ​ພວກ​ເຈົ້າ​ຊອກ​ຫາ​ເຮົາ​ຢ່າງ​ໝົດ​ຈິດ​ໝົດ​ໃຈ ພວກ​ເຈົ້າ​ກໍ​ຈະ​ພົບ​ເຮົາ” (ເຢ​ເຣ​ມີ​ຢາ 29:11, 13).

    “ວັນ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ພວກ​ເຈົ້າ​ຈະ​ເຂົ້າ​ໃຈ​ແມ່ນ​ແຕ່​ພຣະ​ເຈົ້າ, ໂດຍ​ຖືກ​ເຮັດ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ຄືນ​ອີກ​ໃນ​ພຣະ​ອົງ ແລະ ໂດຍ​ພຣະ​ອົງ.

    ເມື່ອ​ນັ້ນ​ພວກ​ເຈົ້າ​ຈະ​ຮູ້​ວ່າ ພວກ​ເຈົ້າ​ໄດ້​ເຫັນ​ເຮົາ, ແລະ ວ່າ​ເຮົາ​ເປັນ​ຢູ່” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:49–50).

    “ທຸກ​ຄົນ​ທີ່​ໄດ້​ປະ​ຖິ້ມ​ບາບ​ຂອງ​ຕົນ ແລະ ມາ​ຫາ​ເຮົາ, ແລະ ເອີ້ນ​ຫາ​ນາມ​ຂອງ​ເຮົາ, ແລະ ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ຈະ​ເຫັນ​ໜ້າ​ຂອງ​ເຮົາ ແລະ ຮູ້​ວ່າ​ເຮົາ​ເປັນ​ຢູ່” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:1).

  10. ໂມ​ໂຣ​ໄນ 7:48. ໂປ​ໂລ​ຍັງ​ໄດ້​ເຊື່ອມ​ໂຍງ​ຄວາມ​ໃຈ​ບຸນ​ກັບ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ມອງ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ. ໃນ​ຕອນ​ທ້າຍ​ຂອງ​ການ​ເທດ​ສະ​ໜາ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ກ່ຽວ​ກັບ​ຄວາມ​ໃຈ​ບຸນ, ເພິ່ນ​ໄດ້​ຂຽນ​ໄວ້​ວ່າ “ສິ່ງ​ທີ່​ເຮົາ​ເຫັນ​ໃນ​ເວ​ລາ​ນີ້​ກໍ​ຄື​ຮູບ, ມົວໆ​ໃນ​ແວ່ນ,” ແຕ່​ຕໍ່​ມາ​ພວກ​ເຮົາ​ຈະ​ໄດ້​ເຫັນ “ໜ້າ​ຕໍ່​ໜ້າ: … ແຕ່​ໃນ​ເວ​ລາ​ນັ້ນ​ເຮົາ​ຈະ​ຮູ້​ຢ່າງ​ສົມ​ບູນ​ດັ່ງ​ທີ່​ພຣະ​ເຈົ້າ​ຮູ້​ເຮົາ” (1 ໂກ​ຣິນ​ໂທ 13:12).

  11. Jeffrey R. Holland, “Tomorrow the Lord Will Do Wonders among You,” Liahona, May 2016, 127. “ຄຳ​ນິ​ຍາມ​ທີ່​ຍິ່ງ​ໃຫຍ່​ກວ່າ ‘ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ’ … ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ໃນ​ຖາ​ນະ​ຊາວ​ຄຣິດ​ພະ​ຍາ​ຍາມ ແຕ່​ສ່ວນ​ຫລາຍ​ບໍ່​ສາ​ມາດ​ສະ​ແດງ​ໃຫ້​ຄົນ​ອື່ນ​ເຫັນ ແຕ່​ເປັນ​ສິ່ງ​ທີ່​ພຣະ​ຄຣິດ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ແນ່​ນອນ​ໃນ​ການ​ສະ​ແດງ​ອອກ​ຕໍ່​ເຮົາ. ຄວາມ​ໃຈ​ບຸນ​ທີ່ ແທ້​ຈິງ ເປັນ​ທີ່​ຮູ້​ຈັກ​ໄດ້​ພຽງ​ແຕ່​ຄັ້ງ​ດຽວ. ສະ​ແດງ​ໃຫ້​ເຫັນ​ຢ່າງ​ສົມ​ບູນ ແລະ ບໍ​ລິ​ສຸດ​ໃນ​ຄວາມ​ຮັກ​ອັນ​ບໍ່​ສິ້ນ​ສຸດ, ສູງ​ສຸດ, ແລະ ການ​ຊົດ​ໃຊ້​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ສຳ​ລັບ​ເຮົາ” (Jeffrey R. Holland, Christ and the New Covenant: The Messianic Message of the Book of Mormon [1997], 336).

  12. ລູກາ 4:18, ສະ​ບັບ​ກະ​ສັດ​ເຈມ​ສ໌.

  13. ເບິ່ງ ມັດ​ທາຍ 8:3; 9:25.

  14. ເບິ່ງ ມັດ​ທາຍ 14:13–21.

  15. ເບິ່ງ ມັດ​ທາຍ 8:1–3.

  16. ເບິ່ງ ໂຢ​ຮັນ 4:7–10; ພຣະ​ອົງ​ໄດ້​ຍ້ອງ​ຍໍ​ໄທ​ຊາ​ມາ​ເຣຍ (ເບິ່ງ ລູ​ກາ 10:25–37).

  17. ເບິ່ງ ມັດ​ທາຍ 21:31; ລູ​ກາ 7:27–50; 15:1–10; ໂຢ​ຮັນ 8:2–12.

  18. ເບິ່ງ ມັດ​ທາຍ 8:5–13.

  19. Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 103.

  20. Jeffrey R. Holland, “The Grandeur of God,” Liahona, Nov. 2003, 70. “ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະ​ບິ​ດາ” (ໂຢ​ຮັນ 14:9).

  21. 2 ໂກ​ຣິນ​ໂທ 1:3.

  22. ເບິ່ງ ເພງ​ສັນ​ລະ​ເສີນ 27:8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:68.

  23. ເບິ່ງ 2 ໂກ​ຣິນ​ໂທ 4:6; Pope Francis, “Misericordiae Vultus: Bull of Indiction of the Extraordinary Jubilee of Mercy,” Apostolic Letters, vatican.va.

  24. ນີ້​ແມ່ນ​ຫົວ​ຂໍ້​ສຳ​ຄັນ ມັນ​ບໍ່​ແມ່ນ ແຕ່ ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ແຕ່​ແມ່ນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ຂອງ ພຣະ​ອົງ (ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 1.2, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ພຽງ​ແຕ່​ໄປ​ພຣະ​ວິ​ຫານ ແຕ່​ໄປ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ນີ້​ບໍ່​ແມ່ນ​ແຕ່​ໂບດ​ຂອງ​ມໍ​ມອນ ແຕ່​ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ (​ເບິ່ງ Russell M. Nelson, “The Correct Name of the Church,” Liahona, Nov. 2018, 87–89). ຜູ້​ນຳ​ຂອງ​ເຮົາ​ໄດ້​ຊີ້​ໃຫ້​ເຮົາ​ໄປ​ຫາ​ພຣະ​ອົງ ແລະ ແມ່ນ​ແຕ່​ເຕືອນ​ເຮົາ​ວ່າ “ບໍ່​ມີ​ຮູບ​ຮ່າງ​ໃດ​ທີ່​ເອີ້ນ​ວ່າ ‘ການ​ຊົດ​ໃຊ້​’ ຊຶ່ງ​ເຮົາ​ສາ​ມາດ​ເອີ້ນ​ຫາ ເພື່ອ​ໃຫ້​ຊ່ວຍ​ເຫລືອ, ປິ່ນ​ປົວ, ໃຫ້​ອະ​ໄພ, ຫລື ໃຫ້​ພະ​ລັງ. ພຣະ​ເຢ​ຊູ​ຄຣິດ​ເປັນ​ແຫລ່ງ​ດັ່ງ​ກ່າວ” (Russell M. Nelson, “Drawing the Power of Jesus Christ into Our Lives,” Liahona, May 2017, 40).

  25. “ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຄື​ທຸກ​ສິ່ງ​ທີ່​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ”; ມັນ​ຄື “ເສັ້ນ​ທາງ​ແຫ່ງ​ຄວາມ​ຮັກ … ການ​ດູ​ແລ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ເອື້ອ​ເຟື້ອ​ເພື່ອ​ແຜ່​ຊຶ່ງ​ກັນ​ແລະ​ກັນ” (Russell M. Nelson, “The Everlasting Covenant,” Liahona, Oct. 2022, 11).

    ເບິ່ງ David A. Bednar, “The Blessed and Happy State” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ປະ​ທານ​ເຜີຍ​ແຜ່​ຊຸດ​ໃໝ່, ວັນ​ທີ 24 ເດືອນ​ມິ​ຖຸ​ນາ, 2022); Scott Taylor, “Elder Bednar Shares 7 Lessons on ‘the Blessed and Happy State’ of Obedience,” Church News, June 27, 2022, thechurchnews.com.

    “ການ​ເຂົ້າ​ໃນ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ ແລະ ການ​ຮັບ​ເອົາ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ມີ​ຄ່າ​ຄວນ ຈະ​ທຽມ​ແອກ​ເຮົາ ແລະ ຜູກ​ມັດ​ເຮົາ​ໄວ້​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຖາ​ນະ​ຜູ້​ວິງ​ວອນ​ແທນ​ເຮົາ ແລະ ຜູ້​ເປັນ​ກາງ ແລະ ເພິ່ງ​ອາ​ໄສ​ຄຸນ​ຄວາມ​ດີ, ຄວາມ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ຂອງ​ຊີ​ວິດ. …

    “ການ​ດຳ​ລົງ​ຊີ​ວິດ ແລະ ການ​ມີ​ຄວາມ​ຮັກ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ໃນ​ພັນ​ທະ​ສັນ​ຍາ ຈະ​ສ້າງ​ຄວາມ​ສຳ​ພັນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ມີ​ພະ​ລັງ​ສ່ວນ​ຕົວ ແລະ ທາງ​ວິນ​ຍານ​ຢ່າງ​ເລິກ​ເຊິ່ງ. … ແລ້ວ​ພຣະ​ເຢ​ຊູ​ຈະ​ກາຍ​ເປັນ​ຫລາຍ​ກວ່າ​ບຸກ​ຄົນ​ໃນ​ຈຸດ​ສູນ​ກາງ ໃນ​ເລື່ອງ​ລາວ​ພຣະ​ຄຳ​ພີ; ຕົວ​ຢ່າງ ແລະ ຄຳ​ສອນ​ຂອງ​ພຣະ​ອົງ ຈະ​ມີ​ອິດ​ທິ​ພົນ​ຕໍ່​ຄວາມ​ປາດ​ຖະ​ໜາ, ຄວາມ​ຄິດ, ແລະ ການ​ກະ​ທຳ​ທັງ​ໝົດ​ຂອງ​ເຮົາ” (David A. Bednar, “But We Heeded Them Not,” Liahona, May 2022, 15)

    ເບິ່ງ D. Todd Christofferson, “Our Relationship with God,” Liahona, May 2022, 78–80 ຕື່ມ​ອີກ.

  26. ແລະ ຖ້າ​ຫາກ​ປາດ​ສະ​ຈາກ​ພິ​ທີ​ການ​ດັ່ງ​ກ່າວ, ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ ຈະ​ບໍ່​ສະ​ແດງ​ໃຫ້​ປະ​ຈັກ​ແກ່​ມະ​ນຸດ​ໃນ​ເນື້ອ​ໜັງ;

    “ເພາະ​ປາດ​ສະ​ຈາກ​ສິ່ງ​ນີ້ ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ໄດ້​ເຫັນ​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ພຣະ​ບິ​ດາ, ແລະ ມີ​ຊີ​ວິດ​ຢູ່” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:21–22).

  27. Patricia Holland, “A Future Filled with Hope” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ, ວັນ​ທີ 8 ເດືອນ​ມັງ​ກອນ, 2023), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ:

    “ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ແລ່ນ​ໄລ່​ຕາມ [ຄວາມ​ຫວັງ​ວ່າ​ພຣະ​ອົງ​ຈະ​ຊ່ວຍ​ທ່ານ]; ທ່ານ​ບໍ່​ເຮັດ ແລະ ທ່ານ​ບໍ່​ສາ​ມາດ​ຜະ​ລິດ​ມັນ​ຂຶ້ນ​ມາ​ໄດ້. ເຊັ່ນ​ດຽວ​ກັນ​ກັບ​ໃນ​ອາ​ນາ​ຈັກ​ແຫ່ງ​ພຣະ​ຄຸນ, ທ່ານ​ຈະ​ບໍ່​ໄດ້​ມັນ​ມາ​ໂດຍ​ການ​ເອື່ອຍ​ອີງ​ຄົນ​ອື່ນ​ແຕ່​ດ້ວຍ​ຄວາມ​ເຂັ້ມ​ແຂງ​ຂອງ​ໂຕ​ທ່ານ​ເອງ. ບໍ່​ມີ​ສູດ​ເຄັດ​ລັບ ຫລື ມົນ​ວິ​ເສດ​ອັນ​ໃດ​ມາ​ກ່ຽວ​ຂ້ອງ. …

    “ໃນ​ຄວາມ​ຈິງ​ແລ້ວ, ພາກ​ສ່ວນ​ທີ່​ເຮົາ​ປະ​ຕິ​ບັດ​ຢູ່​ນັ້ນ​ເບິ່ງ​ເປັນ​ສິ່ງ​ສຳ​ຄັນ​ແຕ່​ຄວາມ​ຈິງ​ແລ້ວ​ຍັງ​ເປັນ​ພາກ​ສ່ວນ​ໜ້ອຍໆ; ພຣະ​ເຈົ້າ​ມີ​ພາກ​ສ່ວນ​ວຽກ​ງານ​ທີ່​ໃຫຍ່​ກວ່າ. ພາກ​ສ່ວນ​ຂອງ​ເຮົາ​ຄື​ມາ​ຫາ​ພຣະ​ອົງ​ດ້ວຍ​ຄວາມ​ຖ່ອມ​ຕົວ ແລະ ລຽບ​ງ່າຍ, ຈາກ​ນັ້ນ​ເຮົາ​ບໍ່​ຕ້ອງ​ກັງ​ວົນ ແລະ ຢ້ານກົວ.”

  28. ໂມ​ໄຊ​ຢາ 5:13; ເບິ່ງ ໂຢ​ຮັນ 17:3 ນຳ​ອີກ.

  29. ປະ​ທານ​ແນວ​ສັນ​ໄດ້​ຮ້ອງ​ຂໍ​ຫລາຍ​ຄັ້ງ​ໃຫ້ “ຂະ​ຫຍາຍ​ວົງ​ລ້ອມ​ແຫ່ງ​ຄວາມ​ຮັກ​ຂອງ​ເຮົາ ເພື່ອ​ຮັບ​ເອົາ​ຄອບ​ຄົວ​ມະ​ນຸດ​ຊາດ​ທັງ​ປວງ” (“Blessed Are the Peacemakers,” Liahona, Nov. 2002, 41). ໃນ​ເດືອນ​ພຶດ​ສະ​ພາ ປີ 2022 ເພິ່ນ​ໄດ້​ບອກ​ກັບ​ຜູ້​ໃຫຍ່​ໜຸ່ມ​ວ່າ “ການ​ຈຳ​ແນກ​ສາ​ມາດ​ນຳ​ໄປ​ສູ່​ການ​ຕັດ​ສິນ ແລະ ຄວາມ​ກຽດ​ຊັງ. ການ ຂົ່ມ​ເຫັງ ຫລື ອະ​ຄະ​ຕິ​ໃດໆ ຕໍ່​ຄົນ​ອື່ນ​ເພາະ​ສັນ​ຊາດ, ເຊື້ອ​ຊາດ, ລົດ​ນິ​ຍົມ​ທາງ​ເພດ, ເພດ, ລະ​ດັບ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ຫລື ຕົວ​ລະ​ບຸ​ສຳ​ຄັນ​ອື່ນໆ ກໍ​ເປັນ​ການ​ກະ​ທຳ​ຜິດ​ຕໍ່​ພຣະ​ຜູ້​ສ້າງ​ຂອງ​ເຮົາ” (“Choices for Eternity” [ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຊາວ​ໜຸ່ມ​ທົ່ວ​ໂລກ, 15 ເດືອນ​ພຶດ​ສະ​ພາ, 2022], ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ). ແລະ ທີ່​ສຳ​ຄັນ, ເພິ່ນ​ໄດ້​ເວົ້າ​ວ່າ: “ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ທີ່​ອ້າຍ​ເອື້ອຍ​ນ້ອງ​ຄົນ​ດຳ​ພວກ​ເຮົາ​ຕ້ອງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ເຈັບ​ປວດ​ກັບ​ການ​ຖືກ​ຈຳ​ແນກ ແລະ ຄວາມ​ອະ​ຄະ​ຕິ. ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ໃນ​ທຸກ​ແຫ່ງ​ຫົນ ເປັນ​ຕົວ​ຢ່າງ​ໃນ​ການ​ປະ​ຖິ້ມ​ຄວາມ​ອະ​ຄະ​ຕິ. ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ທ່ານ​ໃຫ້​ສົ່ງ​ເສີມ​ການ​ມີ​ຄວາມ​ນັບ​ຖື​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ” (“Let God Prevail,” Liahona, Nov. 2020, 94).

    “ຄວາມ​ອະ​ຄະ​ຕິ​ບໍ່​ໄດ້​ສອດ​ຄ່ອງ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ. ຄວາມ​ໂປດ​ປານ ຫລື ບໍ່​ໂປດ​ປານ​ຕໍ່​ພຣະ​ເຈົ້າ​ແມ່ນ​ຂຶ້ນ​ກັບ​ຄວາມ​ອຸ​ທິດ​ຕົນ​ຂອງ​ທ່ານ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ບໍ່​ແມ່ນ​ຂຶ້ນ​ກັບ​ຜິວ​ພັນ​ຂອງ​ທ່ານ ຫລື ຄຸນ​ລັກ​ສະ​ນະ​ອື່ນໆ.

    “… ນີ້​ລວມ​ທັງ​ອະ​ຄະ​ຕິ​ກ່ຽວ​ກັບ​ເຊື້ອ​ຊາດ, ຊົນ​ເຜົ່າ, ສັນ​ຊາດ, ກຸ່ມ​ຊົນ​ເຜົ່າ, ເພດ, ອາ​ຍຸ, ຄວາມ​ພິ​ການ, ສະ​ຖາ​ນະ​ພາບ​ທາງ​ເສດ​ຖະ​ກິດ​ສັງ​ຄົມ, ການ​ເຊື່ອ ຫລື ບໍ່​ເຊື່ອ​ໃນ​ສາດ​ສະ​ໜາ, ແລະ ​ລົດ​ນິ​ຍົມ​ທາງ​ເພດ” (ຄູ່​ມື​ທົ່ວ​ໄປ, 38.6.14, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  30. ເບິ່ງ 1 ນີ​ໄຟ 11:25.

  31. ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 6.

  32. ເບິ່ງ ໂຣມ 9:23.