ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເຫັນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ​ຜ່ານ​ເລນ​ພາບ​ລວມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ການ​ເຫັນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ​ຜ່ານ​ເລນ​ພາບ​ລວມ

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ເຮົາ​ສາ​ມາດ, ຜ່ານ​ທາງ​ຕາ​ແຫ່ງ​ສັດ​ທາ, ຊູມ​ອອກ ແລະ ເບິ່ງ​ຕົວ​ເອງ ແລະ ຄອບ​ຄົວ​ຂອງ​ເຮົາ​ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ຊື່ນ​ຊົມ.

ຕອນ​ລູກ​ສາວ​ຫລ້າ​ຂອງ​ພວກ​ເຮົາ, ເບີກ​ລີ, ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ໃຊ້​ແວ່ນ​ຕາ​ອ່ານ​ໜັງ​ສື―ແບບ​ທີ່​ສາ​ມາດ​ຊູມ​ເຂົ້າ ແລະ ຂະ​ຫຍາຍ​ທຸກ​ສິ່ງ​ໄດ້. ມື້​ໜຶ່ງ, ຂະ​ນະ​ທີ່​ພວກ​ເຮົາ​ນັ່ງ​ອ່ານ​ປຶ້ມ​ຢູ່​ນຳ​ກັນ, ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ນາງ​ດ້ວຍ​ຄວາມ​ຮັກ ແຕ່​ກໍ​ເສົ້າ​ໃຈ​ນຳ​ອີກ ເພາະ, ຢູ່​ຊື່ໆ, ນາງ​ເບິ່ງ​ຄື​ໃຫຍ່​ຂຶ້ນ. ຂ້າ​ພະ​ເຈົ້າ​ຄິດ, “ເວ​ລາ​ຫາຍ​ໄປ​ໃສ​ແລ້ວ? ນາງ​ໃຫຍ່​ຫລາຍ!”

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຍົກ​ແວ່ນ​ຕາ​ອ່ານ​ໜັງ​ສື​ອອກ ເພື່ອ​ເຊັດ​ນ້ຳ​ຕາ, ຂ້າ​ພະ​ເຈົ້າ​ກໍ​ຮູ້​ວ່າ, “ໂອ ຖ້າ​ກ່ອນ—ນາງ​ບໍ່​ໄດ້​ໃຫຍ່​ກວ່າ​ເກົ່າ; ມັນ​ເປັນ​ພຽງ​ແວ່ນ​ຕາ​ພວກ​ນີ້! ຊ່າງ​ເທາະ!”

ບາງ​ຄັ້ງ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຫັນ​ແມ່ນ​ພຽງ​ແຕ່​ພາບ​ໃກ້ໆ ແລະ ຂະ​ຫຍາຍ​ໃຫຍ່​ຂຶ້ນ ຂອງ​ຄົນ​ທີ່​ເຮົາ​ຮັກ. ຄ່ຳ​ຄືນ​ນີ້, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ຊູມ​ອອກ ແລະ ເບິ່ງ​ຜ່ານ​ເລນ​ທີ່​ແຕກ​ຕ່າງ—ເລນ​ນິ​ລັນ​ດອນ​ທີ່​ສຸມ​ໃສ່​ພາບ​ໃຫຍ່, ເລື່ອງ​ລາວ​ທີ່​ໃຫຍ່​ກວ່າ​ຂອງ​ທ່ານ.

ໃນ​ຊ່ວງ​ທຳ​ອິດ​ຂອງ​ມະ​ນຸດ​ຊາດ​ທີ່​ສົ່ງ​ຈະ​ຫລວດ​ທີ່​ບໍ່​ມີ​ຄົນ​ຂຶ້ນ​ອະ​ວະ​ກາດ, ມັນ​ບໍ່​ມີ​ປ່ອງ​ຢ້ຽມ. ແຕ່​ຈະ​ຫລວດ ອາ​ໂພ​ໂລ 8 ໄປ​ສູ່​ດວງ​ຈັນ, ນັກ​ບິນ​ອະ​ວະ​ກາດ​ມີ​ປ່ອງ​ຢ້ຽມ​ອັນ​ໜຶ່ງ. ຂະ​ນະ​ທີ່​ລ່ອງ​ລອຍ​ຢູ່​ໃນ​ອະ​ວະ​ກາດ, ເຂົາ​ເຈົ້າ​ປະ​ທັບ​ໃຈ​ກັບ​ພະ​ລັງ​ແຫ່ງ​ການ​ຫລຽວ​ເຫັນ​ໂລກ​ຂອງ​ເຮົາ ແລະ ໄດ້​ຖ່າຍ​ຮູບ​ອັນ​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ​ນີ້ ຊຶ່ງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຄົນ​ທັງ​ໂລກ! ນັກ​ບິນ​ອະ​ວະ​ກາດ​ເຫລົ່າ​ນີ້​ສຳ​ຜັດ​ໄດ້​ເຖິງ​ຄວາມ​ຮູ້​ສຶກ​ອັນ​ຊົງ​ພະ​ລັງ ຈົນ​ໄດ້​ຮັບ​ການ​ຂະ​ໜານ​ນາມ​ວ່າ: ຜົນ​ກະ​ທົບ​ພາບ​ລວມ.

ຮູບ​ພາບ
ໂລກ​ເມື່ອ​ເບິ່ງ​ຈາກ​ອະ​ວະ​ກາດ.

ນາ​ຊາ

ການ​ເບິ່ງ​ຈາກ​ມຸມ​ມອງ​ໃໝ່​ຈະ​ປ່ຽນ​ແປງ ທຸກ​ສິ່ງ. ນັກ​ເດີນ​ທາງ​ໃນ​ອະ​ວະ​ກາດ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ ມັນ “ລົດ​ຂະ​ໜາດ​ທຸກ​ສິ່ງ​ໃຫ້​ເຖິງ​ຂະ​ໜາດ​ທີ່​ທ່ານ​ຄິດ​ວ່າ​ສາ​ມາດ​ຈັດ​ການ​ໄດ້. … ເຮົາ​ສາ​ມາດ​ເຮັດ​ໄດ້. ສັນ​ຕິ​ສຸກ​ໃນ​ໂລກ—ບໍ່​ມີ​ບັນ​ຫາ. ມັນ​ໃຫ້​ພະ​ລັງ​ງານ​ປະ​ເພດ​ນັ້ນ​ກັບ​ຜູ້​ຄົນ … ພະ​ລັງ​ປະ​ເພດ​ນັ້ນ.”1

ໃນ​ຖາ​ນະ​ມະ​ນຸດ, ເຮົາ​ມີ​ມຸມ​ມອງ​ທີ່​ຕິດ​ດິນ, ແຕ່​ພຣະ​ເຈົ້າ​ມີ​ມຸມ​ມອງ​ເຫັນ​ພາບ​ລວມ​ອັນ​ຍິ່ງ​ໃຫຍ່​ຂອງ​ຈັກ​ກະ​ວານ. ພຣະ​ອົງ​ເຫັນ​ການ​ສ້າງ​ທຸກ​ຢ່າງ, ເຮົາ​ທຸກ​ຄົນ, ແລະ ເຕັມ​ປ່ຽມ​ດ້ວຍ​ຄວາມ​ຫວັງ.

ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ເລີ່ມ​ຫລຽວ​ເຫັນ​ຕາມ​ທີ່​ພຣະ​ເຈົ້າ​ຊົງ​ຫລຽວ​ເຫັນ ຂະ​ນະ​ທີ່​ອາ​ໄສ​ຢູ່​ເທິງ​ດາວ​ພະ​ເຄາະ​ນີ້—ເພື່ອ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮູ້​ສຶກ​ໂດຍ ລວມ ນີ້? ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ເຮົາ​ສາ​ມາດ, ຜ່ານ​ທາງ​ຕາ​ແຫ່ງ​ສັດ​ທາ, ຊູມ​ອອກ ແລະ ເບິ່ງ​ຕົວ​ເອງ ແລະ ຄອບ​ຄົວ​ຂອງ​ເຮົາ​ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ຊື່ນ​ຊົມ.

ພຣະ​ຄຳ​ພີ​ກໍ​ເຫັນ​ດ້ວຍ. ໂມ​ໂຣ​ໄນ​ກ່າວ​ເຖິງ​ຜູ້​ທີ່​ມີ​ສັດ​ທາ “ອັນ​ແຮງ​ກ້າ” ຈົນ​ວ່າ​ພວກ​ເຂົາ​ໄດ້ “ເຫັນ … ດ້ວຍ​ຕາ​ແຫ່ງ​ສັດ​ທາ, ແລະ ພວກ​ເຂົາ​ກໍ​ພໍ​ໃຈ.”2

ເມື່ອ​ຈ້ອງ​ຕາ​ໄປ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຂົາ​ໄດ້​ຮູ້​ສຶກ​ຊື່ນ​ຊົມ ແລະ ຮູ້​ຄວາມ​ຈິງ​ນີ້: ເພາະ​ພຣະ​ຄຣິດ, ທຸກ​ຢ່າງ​ຈຶ່ງ​ສຳ​ເລັດ. ທຸກ​ສິ່ງ​ທີ່ ທ່ານ ແລະ ທ່ານ ແລະ ທ່ານ ເປັນ​ຫ່ວງ—ທັງ​ໝົດ​ຈະ​ເປັນ​ໄປ​ດ້ວຍ​ດີ! ແລະ ຜູ້​ທີ່​ເບິ່ງ​ດ້ວຍ​ຕາ​ແຫ່ງ​ສັດ​ທາ ຈະ​ສາ​ມາດ ຮູ້​ສຶກ ວ່າ ມັນ​ຈະ​ເປັນ​ໄປ​ດ້ວຍ​ດີ​ໃນ ຕອນ​ນີ້.

ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ປະ​ເຊີນ​ກັບ​ຊ່ວງ​ທີ່​ຍາກ​ລຳ​ບາກ​ໃນ​ປີ​ສຸດ​ທ້າຍ ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ການ​ຕັດ​ສິນ​ໃຈ​ທີ່​ບໍ່​ດີ. ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ເຫັນ​ແມ່​ຮ້ອງ​ໄຫ້ ແລະ ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ​ຈະ​ເຮັດ​ໃຫ້​ເພິ່ນ​ຜິດ​ຫວັງ​ຫລື​ບໍ່. ໃນ​ເວ​ລາ​ນັ້ນ, ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ​ວ່າ ນ້ຳ​ຕາ​ຂອງ​ເພິ່ນ​ໝາຍ​ຄວາມ​ວ່າ ເພິ່ນ​ໄດ້​ສູນ​ເສຍ​ຄວາມ​ຫວັງ​ໃນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ແລະ ຖ້າ​ຫາກ​ເພິ່ນ​ບໍ່​ຮູ້​ສຶກ​ມີ​ຄວາມ​ຫວັງ​ໃນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ, ບາງ​ທີ​ອາດ​ຈະ​ບໍ່​ມີ​ທາງ​ກັບ​ຄືນ​ໄດ້.

ແຕ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຝຶກ​ການ​ຊູມ​ອອກ ແລະ ເບິ່ງ​ໄລ​ຍະ​ໄກ​ຫລາຍ​ກວ່າ. ເພິ່ນ​ໄດ້​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ທີ່​ຄວາມ​ເປັນ​ຫ່ວງ​ຮູ້​ສຶກ​ເໝືອນ​ຄວາມ​ຮັກ, ແຕ່​ມັນ​ບໍ່​ຄື​ກັນ.3 ເພິ່ນ​ໄດ້​ໃຊ້​ດວງ​ຕາ​ແຫ່ງ​ສັດ​ທາ ເພື່ອ​ເບິ່ງ​ວ່າ​ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ, ແລະ ແນວ​ທາງ​ທີ່​ມີ​ຄວາມ​ຫວັງ​ຂອງ​ເພິ່ນ​ໄດ້​ປ່ຽນ​ແປງ​ຂ້າ​ພະ​ເຈົ້າ.

ເມື່ອ​ຂ້າ​ພະ​ເຈົ້າ​ຮຽນ​ຈົບ​ມັດ​ທະ​ຍົມ​ປາຍ ແລະ ໄປ​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, ພໍ່​ໄດ້​ຂຽນ​ຈົດ​ໝາຍ​ຫາ​ຂ້າ​ພະ​ເຈົ້າ ເຕືອນ​ໃຈ​ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ເປັນ​ໃຜ. ເພິ່ນ​ກາຍ​ເປັນ​ຜູ້​ເຊຍ, ແລະ ທຸກ​ຄົນ​ກໍ​ຕ້ອງ​ການ​ຜູ້​ເຊຍ—ເປັນ​ຜູ້​ທີ່​ບໍ່​ບອກ​ທ່ານ​ວ່າ, “ເຈົ້າ​ແລ່ນ​ບໍ່​ໄວ​ພໍ,” ເຂົາ​ເຈົ້າ​ເຕືອນ​ໃຈ​ທ່ານ​ດ້ວຍ​ຄວາມ​ຮັກ ວ່າ​ທ່ານ​ສາ​ມາດ​ເຮັດ​ໄດ້.

ພໍ່​ເປັນ​ແບບ​ຢ່າງ​ຂອງ​ຄວາມ​ຝັນ​ຂອງ​ລີ​ໄຮ. ເຊັ່ນ​ດຽວ​ກັບ​ລີ​ໄຮ, ເພິ່ນ​ຮູ້​ວ່າ​ທ່ານ​ບໍ່​ໄດ້​ໄລ່​ຕາມ​ຄົນ​ທີ່​ທ່ານ​ຮັກ ຜູ້​ຮູ້​ສຶກ​ຫລົງ​ທາງ. “ທ່ານ​ຢູ່​ໃນ​ບ່ອນ​ທີ່​ທ່ານ​ຢູ່ ແລະ ເອີ້ນ​ຫາ​ພວກ​ເຂົາ. ທ່ານ​ໄປ​ທີ່​ຕົ້ນ​ໄມ້, ຢູ່​ທີ່​ຕົ້ນ​ໄມ້, ກິນ​ໝາກ​ໄມ້ ແລະ, ດ້ວຍ​ຮອຍ​ຍິ້ມ​ໃນ​ໃບ​ໜ້າ​ຂອງ​ທ່ານ, ສືບ​ຕໍ່​ໂບກ​ມື​ເອີ້ນ​ຄົນ​ທີ່​ທ່ານ​ຮັກ ແລະ ສະ​ແດງ​ເປັນ​ຕົວ​ຢ່າງ​ວ່າ ການ​ກິນ​ໝາກ​ໄມ້​ເປັນ​ສິ່ງ​ທີ່​ມີ​ຄວາມ​ສຸກ!”4

ພາບ​ນີ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້ ໃນ​ຊ່ວງ​ເວ​ລາ​ເສົ້າໆ ເມື່ອ​ຂ້າ​ພະ​ເຈົ້າ​ພົບ​ວ່າ ຕົວ​ເອງ​ຢູ່​ທີ່​ຕົ້ນ​ໄມ້, ກຳ​ລັງ​ກິນ​ໝາກ​ໄມ້ ແລະ ຮ້ອງ​ໄຫ້ ເພາະ​ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ; ແລະ ແທ້​ຈິງ​ແລ້ວ, ມັນ​ເປັນ​ປະ​ໂຫຍດ​ແນວ​ໃດ? ແທນ​ນັ້ນ, ໃຫ້​ເລືອກ​ຄວາມ​ຫວັງ—ຄື​ຄວາມ​ຫວັງ​ໃນ​ພຣະ​ຜູ້​ສ້າງ ແລະ ໃນ​ກັນ​ແລະ​ກັນ, ເຕີມ​ພະ​ລັງ​ຄວາມ​ສາ​ມາດ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ​ກວ່າ​ທີ່​ເປັນ​ຢູ່​ໃນ​ເວ​ລາ​ນີ້.

ບໍ່​ດົນ​ຫລັງ​ຈາກ​ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ເສຍ​ຊີ​ວິດ​ໄປ, ນັກ​ສື່​ຂ່າວ​ໄດ້​ຖາມ​ລູກ​ຊາຍ​ຂອງ​ເພິ່ນ​ວ່າ ລາວ​ຄິດ​ຮອດ​ສິ່ງ​ໃດ​ຫລາຍ​ກວ່າ​ໝູ່. ລາວ​ເວົ້າ​ວ່າ ການ​ກິນ​ເຂົ້າ​ແລງ​ຢູ່​ເຮືອນ​ຂອງ​ພໍ່​ແມ່​ຂອງ​ລາວ ເພາະ​ວ່າ​ລາວ​ມັກ​ຈະ​ຮູ້​ສຶກ​ວ່າ​ພໍ່​ຂອງ​ລາວ​ເຊື່ອ​ໃນ​ຕົວ​ຂອງ​ລາວ.

ນີ້​ເປັນ​ຊ່ວງ​ທີ່​ລູກໆ​ຜູ້​ໃຫຍ່​ຂອງ​ພວກ​ເຮົາ​ເລີ່ມ​ກັບ​ບ້ານ​ພໍ່​ແມ່ ເພື່ອ​ມາ​ກິນ​ເຂົ້າ​ແລງ​ພ້ອມ​ດ້ວຍ​ຄູ່​ຄອງ​ຂອງ​ເຂົາ​ເຈົ້າ. ລະ​ຫວ່າງ​ອາ​ທິດ ຂ້າ​ພະ​ເຈົ້າ​ພົບ​ວ່າ ຕົວ​ເອງ​ກຳ​ລັງ​ຂຽນ​ລາຍ​ການ​ຕ່າງໆ​ຢູ່​ໃນ​ໃຈ ທີ່​ສາ​ມາດ​ເຕືອນ​ເຂົາ​ເຈົ້າ​ໄດ້ ໃນ​ວັນ​ອາ​ທິດ, ເຊັ່ນ: “ບາງ​ທີ​ພະ​ຍາ​ຍາມ​ຊ່ວຍ​ລູກໆ​ໃຫ້​ຫລາຍ​ຂຶ້ນ ເມື່ອ​ເຈົ້າ​ຢູ່​ບ້ານ” ຫລື “ຢ່າ​ລືມ​ເປັນ​ຜູ້​ຟັງ​ທີ່​ດີ.”

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຄຳ​ຄິດ​ເຫັນ​ຂອງ​ບຣາ​ເດີ ແມ໊ກ​ສະ​ແວວ, ຂ້າ​ພະ​ເຈົ້າ​ໄດ້​ໂຍນ​ລາຍ​ການ​ຖິ້ມ ແລະ ປິດ​ສຽງ​ວິ​ພາກ​ວິ​ຈານ, ເພື່ອ​ວ່າ​ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ລູກ​ຜູ້​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຊ່ວງ​ເວ​ລາ​ອັນ​ສັ້ນໆ​ໃນ​ແຕ່​ລະ​ອາ​ທິດ, ຂ້າ​ພະ​ເຈົ້າ​ຈະ​ສຸມ​ໃສ່​ສິ່ງ​ທີ່​ດີໆ ຫລາຍ​ຢ່າງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ຢູ່​ແລ້ວ. ເມື່ອ​ລູກ​ຊາຍ​ກົກ​ຂອງ​ພວກ​ເຮົາ, ຣາຍ​ແອນ, ໄດ້​ເສຍ​ຊີ​ວິດ​ໄປ ເມື່ອ​ສອງ​ສາມ​ປີ​ຕໍ່​ມາ, ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ການ​ທີ່​ເຮົາ​ໄດ້​ໃຊ້​ເວ​ລາ​ນຳ​ກັນ ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ ແລະ ຄິດ​ບວກ​ຫລາຍ​ຂຶ້ນ.

ກ່ອນ​ທີ່​ເຮົາ​ຈະ​ໂຕ້​ຕອບ​ກັບ​ຄົນ​ທີ່​ເຮົາ​ຮັກ, ໃຫ້​ເຮົາ​ຖາມ​ຕົວ​ເອງ​ໃນ​ຄຳ​ຖາມ​ນີ້​ໄດ້​ບໍ​ວ່າ “ສິ່ງ​ທີ່​ເຮົາ​ກຳ​ລັງ​ເຮັດ ຫລື ເວົ້າ​ນັ້ນ ຈະ​ເປັນ​ປະ​ໂຫຍດ ຫລື ເຮັດ​ໃຫ້​ເຈັບ​ປວດ?” ຄຳ​ເວົ້າ​ຂອງ​ເຮົາ​ເປັນ​ໜຶ່ງ​ໃນ​ພະ​ລັງ​ພິ​ເສດ​ຂອງ​ເຮົາ ແລະ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກໍ​ເໝືອນ​ກັນ​ກັບ​ກະ​ດານ​ດຳ​ມະ​ນຸດ ທີ່​ຢືນ​ຢູ່​ຕໍ່​ໜ້າ​ເຮົາ ແລ້ວ​ເວົ້າ​ວ່າ, “ຂຽນ​ສິ່ງ​ທີ່​ເຈົ້າ​ຄິດ​ກ່ຽວ​ກັບ​ຂ້ອຍ!” ຂໍ້​ຄວາມ​ເຫລົ່າ​ນີ້, ບໍ່​ວ່າ​ດ້ວຍ​ເຈດ​ຕະ​ນາ ຫລື ບໍ່​ໄດ້​ຕັ້ງ​ໃຈ, ຄວນ​ໃຫ້​ຄວາມ​ຫວັງ ແລະ ກຳ​ລັງ​ໃຈ.5

ວຽກ​ງານ​ຂອງ​ເຮົາ​ບໍ່​ແມ່ນ​ເພື່ອ​ສິດ​ສອນ​ບາງ​ຄົນ​ທີ່​ກຳ​ລັງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ວ່າ​ເຂົາ​ເຈົ້າ​ບໍ່​ດີ ຫລື ເຮັດ​ໃຫ້​ຜິດ​ຫວັງ. ໃນ​ໂອ​ກາດ​ໜຶ່ງ​ທີ່​ຫາ​ຍາກ ເຮົາ​ອາດ​ຮູ້​ສຶກ​ຖືກ​ກະ​ຕຸ້ນ​ໃຫ້​ຕິ​ຕຽນ, ແຕ່​ສ່ວນ​ຫລາຍ​ແລ້ວ ໃຫ້​ເຮົາ​ບອກ​ຄົນ​ທີ່​ເຮົາ​ຮັກ​ດ້ວຍ​ວິ​ທີ​ເວົ້າ ແລະ ບໍ່​ເວົ້າ ໃນ​ຂໍ້​ຄວາມ​ທີ່​ເຂົາ​ເຈົ້າ​ຢາກ​ໄດ້​ຍິນ ທີ່​ວ່າ: “ຄອບ​ຄົວ​ຂອງ​ເຮົາ​ຮູ້​ສຶກ​ດີ​ໃຈ ແລະ ສົມ​ບູນ​ແບບ ເພາະ​ວ່າ​ເຈົ້າ​ຢູ່​ໃນ​ນັ້ນ.” “ເຈົ້າ​ຈະ​ຖືກ​ຮັກ​ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ—ບໍ່​ວ່າ​ຈະ​ເປັນ​ແນວ​ໃດ.”

ບາງ​ຄັ້ງ ສິ່ງ​ທີ່​ເຮົາ​ຕ້ອງ​ການ​ຄື ການ​ເອົາ​ໃຈ​ໃສ່​ຫລາຍ​ກວ່າ​ຄຳ​ແນະ​ນຳ; ການ​ຟັງ​ຫລາຍ​ກວ່າ​ຄຳ​ບັນ​ຍາຍ; ບາງ​ຄົນ​ທີ່​ໄດ້​ຍິນ ແລະ ສົງ​ໄສ​ວ່າ “ເຮົາ​ຈະ​ຮູ້​ສຶກ​ແນວ​ໃດ ເມື່ອ​ເວົ້າ​ສິ່ງ​ທີ່​ເຂົາ​ເຈົ້າ​ຫາ​ກໍ​ເວົ້າ​ໄປ?”

ໃຫ້​ຈື່​ຈຳ​ໄວ້​ວ່າ, ຄອບ​ຄົວ​ເປັນ​ຫ້ອງ​ທົດ​ລອງ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້ ຊຶ່ງ​ເຮົາ​ກຳ​ລັງ​ຄົ້ນ​ຫາ​ສິ່ງ​ຕ່າງໆ, ດັ່ງ​ນັ້ນ​ບາດ​ກ້າວ​ທີ່​ພາດ​ພັ້ງ ແລະ ການ​ຄຳ​ນວນ​ທີ່​ຜິດ​ພາດ ຈຶ່ງ​ບໍ່​ເປັນ​ພຽງ​ແຕ່​ເປັນ​ໄປ​ໄດ້ ແຕ່​ໜ້າ​ຈະ​ເປັນ. ແລະມັນ​ຈະ​ບໍ່​ໜ້າ​ສົນ​ໃຈ​ບໍ ຖ້າ​ຫາກ, ໃນ​ຊ່ວງ​ບັ້ນ​ປາຍ​ຂອງ​ຊີ​ວິດ, ເຮົາ​ຈະ​ເຫັນ​ວ່າ ຄວາມ​ສຳ​ພັນ​ເຫລົ່າ​ນັ້ນ, ເຖິງ​ແມ່ນ​ໃນ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ​ເຫລົ່າ​ນັ້ນ, ເປັນ​ສິ່ງ​ທີ່​ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ? ການ​ປະ​ຕິ​ສຳ​ພັນ​ທີ່​ຍາກ​ລຳ​ບາກ​ແຕ່​ລະ​ຄັ້ງ ເປັນ​ໂອ​ກາດ​ໃນ​ການ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ຮັກ ໃນ​ລະ​ດັບ​ທີ່​ເລິກ​ເຊິ່ງ​ຫລາຍ​ຂຶ້ນ—ລະ​ດັບ​ເໝືອນ​ພຣະ​ເຈົ້າ.6

ຂໍ​ໃຫ້​ຊູມ​ອອກ ເພື່ອ​ເບິ່ງ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ ເປັນ​ເຄື່ອງ​ມື​ທີ່​ມີ​ພະ​ລັງ​ໃນ​ການ​ສິດ​ສອນ​ເຮົາ​ໃນ​ບົດ​ຮຽນ​ທີ່​ເຮົາ​ມາ​ຢູ່​ທີ່​ນີ້​ເພື່ອ​ຮຽນ​ຮູ້ ເມື່ອ​ເຮົາ​ຫັນ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຈົ່ງ​ຍອມ​ຮັບ​ເທາະ​ວ່າ ໃນ​ໂລກ​ທີ່​ເສື່ອມ​ໂຊມ​ນີ້, ບໍ່​ມີ​ທາງ​ທີ່​ຈະ​ເປັນ​ຄູ່​ຄອງ, ພໍ່​ແມ່, ລູກ​ຊາຍ ຫລື ລູກ​ສາວ, ລູກ​ຫລານ, ຜູ້​ຝຶກ​ສອນ, ຫລື ໝູ່​ເພື່ອນ​ທີ່​ສົມ​ບູນ​ແບບ​ໄດ້—ແຕ່​ມີ​ລ້ານ​ວິ​ທີ​ທີ່​ຈະ​ເປັນ​ຄົນ​ດີ​ໄດ້.7 ຂໍ​ໃຫ້​ມາ​ຢູ່​ທີ່​ຕົ້ນ​ໄມ້, ຮັບ​ສ່ວນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ແລະ ແບ່ງ​ປັນ​ໃຫ້​ກັນ​ແລະ​ກັນ. ໂດຍ​ການ​ຍົກ​ຜູ້​ຄົນ​ຢູ່​ອ້ອມ​ຂ້າງ, ເຮົາ​ກໍ​ຂຶ້ນ​ໄປ​ດ້ວຍ​ເຊັ່ນ​ກັນ.

ໜ້າ​ເສຍ​ດາຍ​ທີ່, ຄວາມ​ຊົງ​ຈຳ​ໃນ​ການ​ຮັບ​ກິນ​ໝາກ​ໄມ້​ນັ້ນ​ຍັງ​ບໍ່​ພຽງ​ພໍ; ເຮົາ​ຕ້ອງ​ມີ​ສ່ວນ​ຮ່ວມ​ຫລາຍໆ​ຄັ້ງ ໃນ​ວິ​ທີ​ທີ່​ປັບ​ຕຳ​ແໜ່ງ​ເລນ​ຂອງ​ເຮົາ ແລະ ເຊື່ອມ​ຕໍ່​ເຮົາ​ເຂົ້າ​ໃນ​ພາບ​ລວມ​ຂອງ​ສະ​ຫວັນ ໂດຍ​ການ​ເປີດ​ພຣະ​ຄຳ​ພີ, ຊຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ, ເພື່ອ​ຂັບ​ໄລ່​ຄວາມ​ມືດ​ອອກ​ໄປ, ຢູ່​ໃນ​ການ​ຄຸ​ເຂົ່າ​ຈົນ​ກວ່າ​ການ​ອະ​ທິ​ຖານ​ແບບ​ທຳ​ມະ​ດາ​ຂອງ​ເຮົາ ກາຍ​ເປັນ​ອັນ​ຍິ່ງ​ໃຫຍ່. ນີ້​ແມ່ນ​ເວ​ລາ​ທີ່​ຫົວ​ໃຈ​ອ່ອນ​ລົງ, ແລະ ເຮົາ​ເລີ່ມ​ເຫັນ​ດັ່ງ​ທີ່​ພຣະ​ເຈົ້າ​ຊົງ​ເຫັນ.

ໃນ​ຍຸກ​ສຸດ​ທ້າຍ​ນີ້, ບາງ​ທີ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ເຮົາ​ເຮັດ​ແມ່ນ​ການ​ຢູ່​ກັບ​ຄົນ​ທີ່​ເຮົາ​ຮັກ—ຄົນ​ດີ ທີ່​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ຊົ່ວ​ຮ້າຍ. ຄວາມ​ຫວັງ ຂອງ​ເຮົາ ປ່ຽນ​ແປງວິ​ທີ​ທີ່​ເຂົາ​ເຈົ້າ​ເຫັນ​ຕົວ​ເອງ ແລະ ວ່າ​ເຂົາ​ເຈົ້າ​ແມ່ນ​ໃຜ​ແທ້. ແລະ ຜ່ານ​ທາງ​ເລນ​ແຫ່ງ​ຄວາມ​ຮັກ​ນີ້ ເຂົາ​ເຈົ້າ​ຈະ​ເຫັນ​ຕົວ​ເອງ​ວ່າ ຈະ ກາຍ​ເປັນ​ໃຜ.

ແຕ່​ຜູ້​ປໍ​ລະ​ປັກ​ບໍ່​ຢາກ​ໃຫ້​ເຮົາ ຫລື ຄົນ​ທີ່​ເຮົາ​ຮັກ​ກັບ​ບ້ານ​ນຳ​ກັນ. ແລະ ເນື່ອງ​ຈາກ ເຮົາ​ອາ​ໄສ​ຢູ່​ເທິງ​ດາວ​ພະ​ເຄາະ​ທີ່​ຖືກ​ຜູກ​ມັດ​ໂດຍ​ການ​ເວ​ລາ ແລະ ຈຳ​ນວນ​ປີ​ອັນ​ຈຳ​ກັດ,8 ມັນ​ຈຶ່ງ​ພະ​ຍາ​ຍາມ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ເຮັດ​ໃຫ້​ຮູ້​ສຶກ​ຕື່ນ​ຕົກ​ໃຈ. ເມື່ອ​ເຮົາ​ຊູມ​ເຂົ້າ, ມັນ​ຍາກ​ທີ່​ຈະ​ເຫັນ​ໄດ້​ວ່າ ທິດ​ທາງ​ຂອງ​ເຮົາ​ມີ​ຄວາມ​ສຳ​ຄັນ​ຫລາຍ​ກວ່າ​ຄວາມ​ໄວ​ຂອງ​ເຮົາ.

ຈົ່ງ​ຈື່​ຈຳ​ໄວ້​ວ່າ, “ຖ້າ​ທ່ານ​ຢາກ​ໄປ​ໄວ, ໃຫ້​ໄປ​ຄົນ​ດຽວ. ຖ້າ​ທ່ານ​ຢາກ​ໄປ​ໄກ, ໃຫ້​ໄປ​ນຳ​ກັນ.”9 ໂຊກ​ດີ​ທີ່, ພຣະ​ເຈົ້າ​ຜູ້​ເຮົາ​ນະ​ມັດ​ສະ​ການ​ນັ້ນ ບໍ່ ໄດ້​ຖືກ​ຜູກ​ມັດ​ດ້ວຍ​ການ​ເວ​ລາ. ພຣະ​ອົງ​ເຫັນ​ວ່າ​ຄົນ​ທີ່​ເຮົາ​ຮັກ​ແມ່ນ​ໃຜ​ແທ້ໆ ແລະ ເຮົາ ເປັນ​ໃຜ​ແທ້ໆ.10 ສະ​ນັ້ນ​ພຣະ​ອົງ​ຈຶ່ງ​ອົດ​ທົນ​ກັບ​ເຮົາ, ໂດຍ​ຫວັງ​ວ່າ​ເຮົາ​ຈະ​ອົດ​ທົນ​ກັບ​ກັນ​ແລະ​ກັນ.

ຂ້າ​ພະ​ເຈົ້າ​ຍອມ​ຮັບ​ວ່າ ມີ​ຫລາຍ​ຄັ້ງ​ເມື່ອ​ແຜ່ນ​ດິນ​ໂລກ, ບ້ານ​ຊົ່ວ​ຄາວ​ຂອງ​ເຮົາ, ຮູ້​ສຶກ​ເໝືອນ​ກັບ​ເກາະ​ແຫ່ງ​ຄວາມ​ໂສກ​ເສົ້າ—ຊ່ວງ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ມີ​ຕາ​ຂ້າງ​ໜຶ່ງ​ແຫ່ງ​ສັດ​ທາ ແລະ ອີກ​ຂ້າງ​ກຳ​ລັງ​ຮ້ອງ​ໄຫ້.11 ທ່ານ​ຮູ້​ຈັກ​ຄວາມ​ຮູ້​ສຶກ​ນີ້​ບໍ?

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ​ນີ້.

ໃຫ້​ເຮົາ​ເລືອກ​ເອົາ​ທັດ​ສະ​ນະ​ຄະ​ຕິ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ​ແທນ ເມື່ອ​ເພິ່ນ​ສັນ​ຍາ​ເລື່ອງ​ການ​ມະ​ຫັດ​ສະ​ຈັນ​ໃນ​ຄອບ​ຄົວ​ຂອງ​ເຮົາ​ຊິ​ໄດ້​ບໍ? ຖ້າ​ເຮົາ​ເຮັດ, ຄວາມ​ຊື່ນ​ຊົມ​ຂອງ​ເຮົາ​ຈະ​ມີ​ເພີ່ມ​ຂຶ້ນ ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ມີ​ຄວາມ​ວຸ້ນ​ວາຍ​ຫລາຍ​ກວ່າ​ເກົ່າ. ເພິ່ນ​ສັນ​ຍາ​ວ່າ ຜົນ​ກະ​ທົບ​ພາບ​ລວມ​ສາ​ມາດ​ສຳ​ຜັດ​ໄດ້​ໃນ ຕອນ​ນີ້, ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.12

ການ​ມີ​ຕາ​ແຫ່ງ​ສັດ​ທາ​ນີ້​ໃນ ຕອນ​ນີ້ ເປັນ​ການ​ຫວນ​ກັບ, ຫລື ເປັນ​ສຽງ​ສະ​ທ້ອນ, ຂອງ​ສັດ​ທາ​ທີ່​ເຮົາ​ມີ​ກ່ອນ​ເຮົາ​ມາ​ສູ່​ໂລກ​ນີ້. ມັນ​ເຫັນ​ຄວາມ​ບໍ່​ແນ່​ນອນ​ຂອງ​ຊົ່ວ​ຄາວ, ເຮັດ​ໃຫ້​ເຮົາ “​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ອຳ​ນາດ​ຂອງ​ພວກ​ເຮົາ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ; ແລະ ຈາກ​ນັ້ນ … ຢືນ​ຢູ່​ຊື່ໆ.”13

ຕອນ​ນີ້​ມີ​ເລື່ອງ​ຍາກໆ​ໃນ​ຊີ​ວິດ​ຂອງ​ທ່ານ, ມີ​ຄວາມ​ເປັນ​ຫ່ວງ​ທີ່​ທ່ານ​ຈະ​ບໍ່​ສາ​ມາດ​ແກ້​ໄຂ​ຫລື​ບໍ່? ປາດ​ສະ​ຈາກ​ຕາ​ແຫ່ງ​ສັດ​ທາ, ນັ້ນ​ອາດ​ຈະ​ຮູ້​ສຶກ​ຄື​ກັບ​ວ່າ ພຣະ​ເຈົ້າ​ໄດ້​ສູນ​ເສຍ​ການ​ຄວບ​ຄຸມ​ດູ​ແລ​ສິ່ງ​ຕ່າງໆ, ແລະ ນັ້ນ​ເປັນ​ຄວາມ​ຈິງ​ຫລື​ບໍ່?

ຫລື ບາງ​ທີ​ຄວາມ​ຢ້ານ​ກົວ​ຢ່າງ​ຫລວງ​ຫລາຍ​ຂອງ​ທ່ານ​ກໍ​ຄື ທ່ານ​ຈະ​ຕ້ອງ​ຜ່ານ​ຜ່າ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ນີ້​ດ້ວຍ​ຕົວ​ຄົນ​ດຽວ, ແຕ່​ນັ້ນ​ໝາຍ​ຄວາມ​ວ່າ​ພຣະ​ເຈົ້າ​ໄດ້​ປະ​ຖິ້ມ​ທ່ານ, ແລະ ນັ້ນ​ເປັນ​ເລື່ອງ​ຈິງ​ຫລື​ບໍ່?

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ຄວາມ​ສາ​ມາດ, ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ທີ່​ຈະ​ປ່ຽນ​ຝັນ​ຮ້າຍ​ໃດໆ​ທີ່​ທ່ານ​ກຳ​ລັງ​ປະ​ສົບ ໃຫ້​ເປັນ​ພອນ​ໄດ້. ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ເຮົາ​ວ່າ “ດ້ວຍ​ພັນ​ທະ​ສັນ​ຍາ​ທີ່​ຖາ​ວອນ” ວ່າ​ເມື່ອ​ເຮົາ​ພະ​ຍາ​ຍາມ​ຮັກ ແລະ ຕິດ​ຕາມ​ພຣະ​ອົງ, “ທຸກ​ສິ່ງ​ທັງ​ປວງ ໃນ​ນັ້ນ​ທີ່ [ເຮົາ] ໄດ້​ຮັບ​ທຸກ​ທໍ​ລະ​ມານ​ມາ ຈະ​ທຳ​ງານ​ນຳ​ກັນ​ເພື່ອ​ຄວາມ​ດີ [ຂອງ​ເຮົາ].”14 ທຸກ​ສິ່ງ ທັງ​ປວງ.

ແລະ ເນື່ອງ​ຈາກ​ວ່າ​ເຮົາ​ເປັນ​ລູກ​ແຫ່ງ​ພັນ​ທະ​ສັນ​ຍາ, ເຮົາ​ຈຶ່ງ​ສາ​ມາດ​ຂໍ​ຄວາມ​ຮູ້​ສຶກ​ທີ່​ມີ​ຄວາມ​ຫວັງ​ໄດ້​ໃນ ຕອນ​ນີ້!

ເຖິງ​ແມ່ນ​ວ່າ​ຄອບ​ຄົວ​ຂອງ​ເຮົາ​ຈະ​ບໍ່​ສົມ​ບູນ​ແບບ, ແຕ່​ເຮົາ​ກໍ​ສາ​ມາດ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ຜູ້​ອື່ນ ສົມ​ບູນ​ແບບ ໄດ້ ຈົນ​ກວ່າ​ຄວາມ​ຮັກ​ນັ້ນ​ຈະ​ກາຍ​ເປັນ​ຄວາມ​ຮັກ​ທີ່​ຄົງ​ທີ່, ບໍ່​ປ່ຽນ​ແປງ, ບໍ່​ວ່າ​ຈະ​ເປັນ​ຄວາມ​ຮັກ​ປະ​ເພດ​ໃດ​ກໍ​ຕາມ—ຊຶ່ງ​ເປັນ​ຄວາມ​ຮັກ​ທີ່​ສະ​ໜັບ​ສະ​ໜູນ​ການ​ປ່ຽນ​ແປງ ແລະ ອະ​ນຸ​ຍາດ​ໃຫ້​​ເຕີບ​ໂຕ ແລະ ກັບ​ຄືນ​ມາ.

ມັນ​ເປັນ​ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ນຳ​ຄົນ​ທີ່​ເຮົາ​ຮັກ​ກັບ​ຄືນ​ມາ. ມັນ​ແມ່ນ​ວຽກ​ງານ ຂອງ​ພຣະ​ອົງ ແລະ ເວ​ລາ ຂອງ​ພຣະ​ອົງ. ມັນ​ເປັນ​ວຽກ​ງານ ຂອງ​ເຮົາ ທີ່​ຈະ​ສະ​ໜອງ​ຄວາມ​ຫວັງ ແລະ ຫົວ​ໃຈ​ທີ່​ເຂົາ​ເຈົ້າ​ສາ​ມາດ​ກັບ​ບ້ານ. “ເຮົາ​ບໍ່​ມີ​ທັງ​ສິດ​ອຳ​ນາດ [ຂອງ​ພຣະ​ເຈົ້າ] ຫລື ອຳ​ນາດ​ຂອງ​ພຣະ​ອົງ ທີ່​ຈະ​ກ່າວ​ໂທດ ຫລື ໄຖ່​ຖອນ, ແຕ່​ເຮົາ​ຖືກ​ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້​ຄວາມ​ຮັກ​ຂອງ​ພຣະ​ອົງ.”15 ປະ​ທານ​ແນວ​ສັນ​ກໍ​ໄດ້​ສິດ​ສອນ​ວ່າ ຄົນ​ອື່ນ​ຕ້ອງ​ການ​ຄວາມ​ຮັກ​ຂອງ​ເຮົາ ຫລາຍ​ກວ່າ​ການ​ຕັດ​ສິນ​ຂອງ​ເຮົາ. “ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ປະ​ສົບ​ກັບ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ສະ​ທ້ອນ​ຢູ່​ໃນ​ຄຳ​ເວົ້າ ແລະ ການ​ກະ​ທຳ [ຂອງ​ເຮົາ].”16

ຄວາມ​ຮັກ​ເປັນ​ສິ່ງ​ທີ່​ປ່ຽນ​ໃຈ. ມັນ​ເປັນ​ແຮງ​ຈູງ​ໃຈ​ທີ່​ບໍ​ລິ​ສຸດ​ທີ່​ສຸດ ແລະ ຄົນ​ອື່ນ​ສາ​ມາດ​ຮູ້​ສຶກ​ໄດ້. ຂໍ​ໃຫ້​ເຮົາ​ຈົ່ງ​ຍຶດ​ໝັ້ນ​ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ສະ​ເໜີ​ເມື່ອ 50 ປີ​ກ່ອນ​ວ່າ: “ບໍ່​ມີ​ບ້ານ​ໃດ​ລົ້ມ​ເຫລວ ເວັ້ນ​ເສຍ​ແຕ່​ຈະ​ເຊົາ​ພະ​ຍາ​ຍາມ.”17 ແນ່​ນອນ​ວ່າ, ຜູ້​ທີ່​ຮັກ​ຫລາຍ​ທີ່​ສຸດ ແລະ ຍາວ​ນານ​ທີ່​ສຸດ ຍ່ອມ​ຊະ​ນະ!

ໃນ​ຄອບ​ຄົວ​ທາງ​ໂລກ, ເຮົາ​ພຽງ​ແຕ່​ກຳ​ລັງ​ເຮັດ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ກັບ​ເຮົາ—ຊີ້​ທາງ ແລະ ຫວັງ​ວ່າ​ຄົນ​ທີ່​ເຮົາ​ຮັກ​ຈະ​ໄປ​ໃນ​ທິດ​ທາງ​ນັ້ນ, ໂດຍ​ຮູ້​ວ່າ​ເສັ້ນ​ທາງ​ທີ່​ເຂົາ​ເຈົ້າ​ເດີນ​ໄປ​ເປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ເລືອກ.

ແລະ ເມື່ອ​ເຂົາ​ເຈົ້າ​ຜ່ານ​ຂ້າມ​ໄປ​ຟາກ​ມ່ານ​ເບື້ອງ​ນັ້ນ ແລະ ຫຍັບ​ເຂົ້າ​ໃກ້ “ແຮງ​ດຶງ​ດູດ” ທີ່​ເຕັມ​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ບ້ານ​ໃນ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ,18 ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ມັນ​ຈະ​ຮູ້​ສຶກ​ຄຸ້ນ​ເຄີຍ ເພາະ​ເຂົາ​ເຈົ້າ​ເຄີຍ​ໄດ້​ຮັບ​ຄວາມ​ຮັກ​ຢູ່​ທີ່​ນັ້ນ.

ໃຫ້​ລອງ​ໃຊ້ ເລນ​ພາບ​ລວມ ນັ້ນ ແລະ ເບິ່ງ​ຜູ້​ຄົນ​ທີ່​ເຮົາ​ຮັກ ແລະ ຢູ່​ດ້ວຍ ໃນ​ຖາ​ນະ​ເພື່ອນ​ຮ່ວມ​ທາງ​ໃນ​ດາວ​ພະ​ເຄາະ​ທີ່​ສວຍ​ງາມ​ນີ້.

ສ່ວນ​ທ່ານ ແລະ ຂ້າ​ພະ​ເຈົ້າ​ເດ້? ເຮົາ​ສາ​ມາດ​ເຮັດ​ໄດ້! ເຮົາ​ສາ​ມາດ​ຍຶດ​ໝັ້ນ ແລະ ມີ​ຄວາມ​ຫວັງ! ເຮົາ​ສາ​ມາດ​ຢູ່​ທີ່​ຕົ້ນ​ໄມ້ ແລະ ຮັບ​ສ່ວນ​ໝາກ​ໄມ້​ດ້ວຍ​ຮອຍ​ຍິ້ມ​ຢູ່​ເທິງ​ໃບ​ໜ້າ, ປ່ອຍ​ໃຫ້​ແສງ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ຢູ່​ໃນ​ຕາ​ຂອງ​ເຮົາ​ກາຍ​ເປັນ​ບາງ​ສິ່ງ​ທີ່​ຄົນ​ອື່ນ​ໄວ້​ໃຈ​ໄດ້ ໃນ​ຊ່ວງ​ເວ​ລາ​ທີ່​ມືດ​ມົນ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ. ເມື່ອ​ເຂົາ​ເຈົ້າ​ເຫັນ​ແສງ​ສະ​ຫວ່າງ​ປະ​ກົດ​ຢູ່​ໃນ​ໃບ​ໜ້າ​ຂອງ​ເຮົາ, ເຂົາ​ເຈົ້າ​ຈະ​ຖືກ​ດຶງ​ດູດ​ເຂົ້າ​ມາ​ຫາ​ມັນ. ແລ້ວ​ເຮົາ​ຈະ​ສາ​ມາດ​ຊ່ວຍ​ສຸມ​ຄວາມ​ສົນ​ໃຈ​ຂອງ​ເຂົາ​ເຈົ້າ​ໄປ​ທີ່​ແຫລ່ງ​ດັ້ງ​ເດີມ​ຂອງ​ຄວາມ​ຮັກ ແລະ ແສງ​ສະ​ຫວ່າງ, “ດາວ​ເພັກ​ດວງ​ໃສ​ຮຸ່ງ​ເຮືອງ,” ພຣະ​ເຢ​ຊູ​ຄຣິດ.19

ຂ້າ​ພະ​ເຈົ້າ​ສະ​ແດງ​ປະ​ຈັກ​ພະ​ຍານ​ວ່າ—ທັງ​ໝົດ​ນີ້—ຈະ​ອອກ​ມາ​ດີ​ກວ່າ​ທີ່​ເຮົາ​ຈະ​ສາ​ມາດ​ຈິນ​ຕະ​ນາ​ໄດ້! ດ້ວຍ​ຕາ​ແຫ່ງ​ສັດ​ທາ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ, ຂໍ​ໃຫ້​ເຮົາ​ຈົ່ງ​ເຫັນ​ວ່າ ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ​ໃນ​ທີ່​ສຸດ, ແລະ ຮູ້​ສຶກ​ວ່າ​ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ​ໃນ ຕອນ​ນີ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Anousheh Ansari, ໃນ “ຜົນ​ກະ​ທົບ​ພາບ​ລວມ ແລະ ຄວາມ​ຄິດ​ອື່ນໆ ເລື່ອງ​ໂລກ ແລະ ມະ​ນຸດ​ຊາດ, ອີງ​ຕາມ​ນັກ​ເດີນ​ທາງ​ອະ​ວະ​ກາດ,” cocre.co.

  2. ອີ​ເທີ 12:19; ເນັ້ນ​ຄຳ​ເນີ້ງ.

  3. ເບິ່ງ Jody Moore, “How to Say Hard Things,” Better than Happy (podcast), Sept. 18, 2020, episode 270.

  4. Ronald E. Bartholomew, ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ; ເບິ່ງ 1 ນີ​ໄຟ 8:10; 11:21–22 ນຳ​ອີກ.

  5. ເບິ່ງ James D. MacArthur, “The Functional Family,” Marriage and Families, vol. 16 (2005), 14.

  6. ເຮັດ​ໃຫ້​ເປັນ​ໄປ​ໄດ້​ເມື່ອ​ເຮົາ “ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ ເພື່ອ [ເຮົາ] ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້” (ໂມ​ໂຣ​ໄນ 7:48).

  7. ຄຳ​ຖອດ​ຄວາມ​ມາ​ຈາກ Jill Churchill.

  8. ເບິ່ງ Richard Eyre, Life before Life: Origins of the Soul … Knowing Where You Came from and Who You Really Are (2000), 107.

  9. ສຸ​ພາ​ສິດ​ພື້ນ​ເມືອງ.

  10. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:24, 26.

  11. ເບິ່ງ Robert Frost, “Birches,” ໃນ Mountain Interval (1916), 39.

  12. ເບິ່ງ Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 81–84; ເບິ່ງ Russell M. Nelson, “Let God Prevail,” Liahona, Nov. 2020, 92–95 ນຳ​ອີກ.

  13. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:17.

  14. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:3; ເນັ້ນ​ຄຳ​ເນີ້ງ.

  15. Wayne E. Brickey, Inviting Him In: How the Atonement Can Change Your Family (2003), 144.

  16. ເບິ່ງ Russell M. Nelson, “Peacemakers Needed,” Liahona, May 2023, 100.

  17. Teachings of Presidents of the Church: Harold B. Lee (2000), 134.

  18. ເບິ່ງ Paul E. Koelliker, “He Truly Loves Us,” Liahona, May 2012, 18.

  19. ພຣະ​ນິ​ມິດ 22:16.