ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຄື່ອງ​ໝາຍ​ແຫ່ງ​ຄວາມ​ສຸກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ເຄື່ອງ​ໝາຍ​ແຫ່ງ​ຄວາມ​ສຸກ

ການ​ສ້າງ​ຮາກ​ຖານ​ເທິງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຈຳ​ເປັນ​ຕໍ່​ຄວາມ​ສຸກ​ຂອງ​ເຮົາ.

ຂະ​ນະ​ທີ່​ນັ່ງ​ເຮືອ​ບິນ​ໄປ​ເຮັດ​ທຸ​ລະ​ກິດ​ເມື່ອ​ຫລາຍ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ໃກ້​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ມາ​ຈາກ​ປະ​ເທດ​ໂຮນ​ລັງ. ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ສົນ​ທະ​ນາ​ກັບ​ລາວ​ເພາະ​ຂ້າ​ພະ​ເຈົ້າ​ເຄີຍ​ຮັບ​ໃຊ້​ຢູ່​ປະ​ເທດ​ແບນ​ຊິກ ແລະ ໂຮນ​ລັງ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ.

ເມື່ອ​ພວກ​ເຮົາ​ໄດ້​ຮູ້​ຈັກ​ກັນ, ລາວ​ໄດ້​ມອບ​ນາມ​ບັດ​ຂອງ​ລາວ​ດ້ວຍ​ຕຳ​ແໜ່ງ​ວຽກ​ທີ່​ພິ​ເສດ “ສາດ​ສະ​ດາ​ຈານ​ແຫ່ງ​ຄວາມ​ສຸກ.”  ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ອາ​ຊີບ​ທີ່​ອັດ​ສະ​ຈັນ​ຂອງ​ລາວ ແລະ ໄດ້​ຖາມ​ລາວ​ວ່າ​ສາດ​ສະ​ດາ​ຈານ​ແຫ່ງ​ຄວາມ​ສຸກ​ເຮັດ​ຫຍັງ​ແດ່. ລາວ​ບອກ​ວ່າ​ລາວ​ສິດ​ສອນ​ຜູ້​ຄົນ​ເຖິງ​ວິ​ທີ​ການ​ມີ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ ໂດຍ​ການ​ສ້າງ​ຄວາມ​ສຳ​ພັນ ແລະ ເປົ້າ​ໝາຍ​ທີ່​ມີ​ຄວາມ​ໝາຍ​ໃນ​ຊີ​ວິດ. ຂ້າ​ພະ​ເຈົ້າ​ໄດ້​ຕອບ​ວ່າ, “ນັ້ນ​ເປັນ​ສິ່ງ​ພິ​ເສດ, ແຕ່​ຈະ​ເປັນ​ແນວ​ໃດ​ຖ້າ​ເຈົ້າ​ສາ​ມາດ​ສິດ​ສອນ​ວ່າ​ຄວາມ​ສຳ​ພັນ​ເຫລົ່າ​ນັ້ນ​ຈະ​ດຳ​ເນີນ​ຕໍ່​ໄປ​ຫລັງ​ຈາກ​ຄວາມ​ຕາຍ ແລະ ຕອບ​ຄຳ​ຖາມ​ອື່ນໆ​ຂອງ​ຈິດ​ວິນ​ຍານ, ເຊັ່ນ​ວ່າ ຈຸດ​ປະ​ສົງ​ຂອງ​ຊີ​ວິດ​ນີ້​ແມ່ນ​ຫຍັງ, ເຮົາ​ຈະ​ສາ​ມາດ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ​ຂອງ​ເຮົາ​ໄດ້​ແນວ​ໃດ, ແລະ ເຮົາ​ຈະ​ໄປ​ໃສ​ຫລັງ​ຈາກ​ເຮົາ​ຕາຍ?” ລາວ​ໄດ້​ຍອມ​ຮັບ​ເລີຍ​ວ່າ​ມັນ​ໜ້າ​ອັດ​ສະ​ຈັນ​ຫລາຍ​ຖ້າ​ເຮົາ​ມີ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ເຫລົ່າ​ນັ້ນ, ແລະ ຂ້າ​ພະ​ເຈົ້າ​ກໍ​ຍິນ​ດີ​ທີ່​ຈະ​ແບ່ງ​ປັນ​ກັບ​ລາວ​ວ່າ​ພວກ​ເຮົາ​ມີ​ຄຳ​ຕອບ​ນັ້ນ.

ມື້​ນີ້, ຂ້າ​ພະ​ເຈົ້າ​ຢາກ​ຈະ​ທົບ​ທວນ​ຫລັກ​ທຳ​ສຳ​ຄັນ​ບາງ​ຢ່າງ​ສຳ​ລັບ​ຄວາມ​ສຸກ​ທີ່​ແທ້​ຈິງ ທີ່​ເບິ່ງ​ຄື​ວ່າ​ຫລາຍ​ຄົນ​ບໍ່​ໄດ້​ດຳ​ລົງ​ຊີ​ວິດ​ຕາມ ຢູ່​ໃນ​ໂລກ​ທີ່​ສັບ​ສົນ​ນີ້, ທີ່​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໜ້າ​ສົນ​ໃຈ ແຕ່​ມີ​ພຽງ​ສອງ​ສາມ​ຢ່າງ​ທີ່​ສຳ​ຄັນ​ຢ່າງ​ແທ້​ຈິງ.

ແອວ​ມາ​ໄດ້​ສິດ​ສອນ​ຜູ້​ຄົນ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ​ວ່າ, “ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຈະ​ມາ​ເຖິງ; ແລະ ຈົ່ງ​ເບິ່ງ, ມີ​ຢ່າງ​ໜຶ່ງ​ທີ່​ສຳ​ຄັນ​ກວ່າ​ໝູ່​ໝົດ—ເພາະ​ຈົ່ງ​ເບິ່ງ, ເວ​ລາ​ຢູ່​ບໍ່​ໄກ ທີ່​ພຣະ​ຜູ້​ໄຖ່​ຈະ​ມີ​ຊີ​ວິດ ແລະ ຈະ​ສະ​ເດັດ​ມາ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ອົງ.”1

ການ​ປະ​ກາດ​ຂ່າວ​ນີ້​ສຳ​ຄັນ​ກັບ​ເຮົາ​ໃນ​ໂລກ​ປະ​ຈຸ​ບັນ​ເຊັ່ນ​ກັນ ຂະ​ນະ​ທີ່​ເຮົາ​ຄາດ​ຫວັງ ແລະ ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຄຣິດ.

ດ້ວຍ​ເຫດ​ນີ້, ຂໍ້​ສັງ​ເກດ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ຄື​ການ​ສ້າງ​ຮາກ​ຖານ​ເທິງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຈຳ​ເປັນ​ຕໍ່​ຄວາມ​ສຸກ​ຂອງ​ເຮົາ. ນີ້​ເປັນ​ຮາກ​ຖານ​ທີ່​ແໜ້ນ​ໜາ, “ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະ​ນຸດ​ສ້າງ​ຂຶ້ນ​ເທິງ​ມັນ​ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້.”2 ການ​ເຮັດ​ເຊັ່ນ​ນັ້ນ​ໄດ້​ກຽມ​ເຮົາ​ສຳ​ລັບ​ການ​ທ້າ​ທາຍ​ໃນ​ຊີ​ວິດ, ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ກໍ​ຕາມ.

ເມື່ອ​ຫລາຍ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ການ​ຕັ້ງ​ຄ້າຍ​ກິດ​ຈະ​ກຳ​ນອນ​ປ່າ​ໃນ​ຊ່ວງ​ພັກ​ແລ້ງ​ກັບ ຈັດ​ສະ​ຕິນ ລູກ​ຊາຍ​ຂອງ​ພວກ​ເຮົາ. ໃນ​ຂະ​ນະ​ທີ່​ກິດ​ຈະ​ກຳ ກຳ​ລັງ​ດຳ​ເນີນ​ຢູ່, ລາວ​ໄດ້​ປະ​ກາດ​ຢ່າງ​ຕື່ນ​ເຕັ້ນ​ວ່າ​ລາວ ແລະ ໝູ່​ຂອງ​ລາວ​ຈຳ​ນວນ​ໜຶ່ງ​ຢາກ​ຈະ​ຊະ​ນະ​ຫລຽນ​ໄຊ​ຍິງ​ທະ​ນູ. ເພື່ອ​ຈະ​ໃຫ້​ໄດ້​ສິ່ງ​ນັ້ນ​ເດັກໆ​ຕ້ອງ​ຜ່ານ​ບົດ​ສອບ​ເສັງ​ສັ້ນໆ ແລະ ຍິງ​ໃຫ້​ຖືກ​ເປົ້າ​ດ້ວຍ​ຄັນ​ທະ​ນູ​ຂອງ​ພວກ​ເຂົາ.

ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວູບ​ລົງ. ໃນ​ເວ​ລາ​ນັ້ນ, ຈັດ​ສະ​ຕິນ​ຂ້ອນ​ຂ້າງ​ທີ່​ຈະ​ອ່ອນ​ແອ​ຍ້ອນ​ພະ​ຍາດ​ປອດ​ຊຳ​ເຮື້ອ, ຊຶ່ງ​ເປັນ​ພະ​ຍາດ​ທີ່​ລາວ​ໄດ້​ຕໍ່​ສູ້​ມາ​ຕັ້ງ​ແຕ່​ເກີດ. ຂ້າ​ພະ​ເຈົ້າ​ສົງ​ໄສ​ຢູ່​ວ່າ​ລາວ​ຈະ​ສາ​ມາດ​ດຶງ​ຄັນ​ທະ​ນູ​ອອກ​ມາ​ໄກ​ພໍ​ທີ່​ຈະ​ສົ່ງ​ລູກ​ທະ​ນູ​ໄປ​ຫາ​ເປົ້າ​ໝາຍ​ໄດ້​ຫລື​ບໍ່.

ໃນ​ຂະ​ນະ​ທີ່​ລາວ ແລະ ໝູ່​ຂອງ​ລາວ​ອອກ​ໄປ​ຫ້ອງ​ຮຽນ​ຍິງ​ທະ​ນູ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ໃນ​ໃຈ​ວ່າ​ລາວ​ຈະ​ບໍ່​ຮູ້​ສຶກ​ອັບ​ອາຍ​ກັບ​ປະ​ສົບ​ການ​ໃນ​ຄັ້ງ​ນີ້. ສອງ​ສາມ​ຊົ່ວ​ໂມງ​ແຫ່ງ​ຄວາມ​ກັງ​ວົນ​ຜ່ານ​ໄປ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ລາວ​ຍ່າງ​ມາ​ຫາ​ຂ້າ​ພະ​ເຈົ້າ​ພ້ອມ​ກັບ​ຮອຍ​ຍິ້ມ​ທີ່​ເບີກ​ບານ. “ພໍ່!” ລາວ​ໄດ້​ຮ້ອງ​ໃສ່. “ລູກ​ຊະ​ນະ​ຫລຽນ​ໄຊ​ຍິງ​ທະ​ນູ​ແລ້ວ! ລູກ​ຍິງ​ຖືກ​ເປົ້າ; ຊຶ່ງ​ເປັນ​ຂອງ​ຄົນ​ທີ່​ຢູ່​ທາງ​ຂ້າງ​ລູກ, ແຕ່​ວ່າ​ລູກ​ກໍ​ຍິງ​ຖືກ​ເປົ້າ!” ລາວ​ໄດ້​ດຶງ​ຄັນ​ທະ​ນູ​ອອກ​ມາ​ຈົນ​ໝົດ​ແຮງ ແລະ ປ່ອຍ​ໃຫ້​ມັນ​ດິ່ງ​ໄປ, ໂດຍ​ທີ່​ບໍ່​ສາ​ມາດ​ຄວບ​ຄຸມ​ທິດ​ທາງ​ຂອງ​ມັນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ສຳ​ລັບ​ຄູ​ສອນ​ຍິງ​ທະ​ນູ​ທີ່​ເຂົ້າ​ໃຈ ແລະ ບໍ່​ເຄີຍ​ເວົ້າ​ວ່າ, “ເສຍ​ໃຈ​ນຳ​ເດີ, ທີ່​ຍິງ​ຜິດ​ເປົ້າ!” ແຕ່​ກົງ​ກັນ​ຂ້າມ, ເມື່ອ​ໄດ້​ເຫັນ​ຂໍ້​ຈຳ​ກັດ​ຢ່າງ​ຈະ​ແຈ້ງ​ຂອງ​ຈັດ​ສະ​ຕິນ ແລະ ຄວາມ​ພະ​ຍາ​ຍາມ​ຢ່າງ​ຈິງ​ຈັງ, ເພິ່ນ​ກໍ​ຕອບ​ຢ່າງ​ໃຈ​ດີ​ວ່າ, “ເກັ່ງ​ຫລາຍ!”

ຈະ​ເປັນ​ຢ່າງ​ນັ້ນ​ກັບ​ເຮົາ​ຖ້າ​ວ່າ​ເຮົາ​ເຮັດ​ໃຫ້​ດີ​ທີ່​ສຸດ​ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ມີ​ຂໍ້​ຈຳ​ກັດ​ໃນ​ການ​ຕິດ​ຕາມ​ພຣະ​ຄຣິດ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ກໍ​ຕາມ. ຖ້າ​ວ່າ​ເຮົາ​ມາ​ຫາ​ພຣະ​ອົງ​ໂດຍ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ການ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ​ແລ້ວ, ເຮົາ​ຈະ​ໄດ້​ຍິນ​ຄຳ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ: “ດີ​ແລ້ວ​ຄົນ​ຮັບ​ໃຊ້​ທີ່​ດີ ແລະ ຊື່​ສັດ​ເອີຍ.”3

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຕໍ່​ທ່ານ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ ແລະ ຄວາມ​ຮັກ ແລະ ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ ໃນ​ການ​ປິ່ນ​ປົວ, ໃຫ້​ຄວາມ​ເຂັ້ມ​ແຂງ, ແລະ ຊ່ວຍ​ຍົກ​ເຮົາ​ຂຶ້ນ ເມື່ອ​ເຮົາ​ພະ​ຍາ​ຍາມ​ມາ​ຫາ​ພຣະ​ອົງ​ຢ່າງ​ຈິງ​ໃຈ. ກົງ​ກັນ​ຂ້າມ, ບໍ່​ມີ​ທາງ​ທີ່​ເຮົາ​ຈະ​ສາ​ມາດ​ເຄື່ອນ​ຍ້າຍ​ໄປ​ກັບ​ຝູງ​ຊົນ ແລະ ກໍ​ຍັງ​ສາ​ມາດ​ມາ​ຫາ​ພຣະ​ເຢ​ຊູ​ນຳ​ອີກ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ, ພະ​ຍາດ​ໂລ​ຄາ, ແລະ ຄວາມ​ບາບ ແລະ ໄດ້​ຈັດ​ຕຽມ​ຫົນ​ທາງ​ໃຫ້​ເຮົາ ເພື່ອ​ຄວາມ​ດີ​ພ້ອມ​ສູງ​ສຸດ ຖ້າ​ວ່າ​ເຮົາ​ຈະ​ຕິດ​ຕາມ​ພຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ເຮົາ.4

ຂໍ້​ສັງ​ເກດ​ຢ່າງ​ທີ​ສອງ​ຂອງ​ຂ້າ​ພະ​ເຈົ້າ​ຄື ມັນ​ເປັນ​ສິ່ງ​ສຳ​ຄັນ​ຕໍ່​ຄວາມ​ສຸກ​ຂອງ​ເຮົາ​ທີ່​ເຮົາ​ຕ້ອງ​ຈື່​ຈຳ​ໄວ້​ວ່າ​ເຮົາ​ຄື​ບຸດ ແລະ ທິ​ດາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ. ການ​ຮູ້​ຈັກ ແລະ ການ​ໄວ້​ວາງ​ໃຈ​ໃນ​ຄວາມ​ຈິງ​ນີ້​ປ່ຽນ​ແປງ​ທຸກ​ສິ່ງ​ທຸກ​ຢ່າງ.

ເມື່ອ​ຫລາຍ​ປີ​ກ່ອນ, ລະ​ຫວ່າງ​ເດີນ​ທາງ​ກັບ​ບ້ານ​ຈາກ​ການ​ມອບ​ໝາຍ​ຂອງ​ສາດ​ສະ​ໜາ​ຈັກ, ຊິດ​ສະ​ເຕີ ເຊ​ບິນ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ວ່າ​ພວກ​ເຮົາ​ໄດ້​ນັ່ງ​ຢູ່​ຂ້າງ​ຫລັງ​ຂອງ​ຊາຍ​ຮູບ​ຮ່າງ​ໃຫຍ່​ຄົນ​ໜຶ່ງ, ຜູ້​ທີ່​ມີ​ໃບ​ໜ້າ​ໃຫຍ່ ແລະ ສີ​ໜ້າ​ໃຈ​ຮ້າຍ ມີ​ຮອຍ​ສັກ​ລາຍ​ໃສ່​ເທິງ​ດ້ານ​ຫລັງ​ຫົວ​ໂຫລ້ນ​ຂອງ​ລາວ​ດ້ວຍ​ຕົວ​ເລກ 439.

ເມື່ອ​ເຮືອ​ບິນ​ລົງ​ຈອດ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “ຂໍ​ໂທດ​ເດີ. ເຈົ້າ​ຈະ​ເວົ້າ​ຫຍັງ​ບໍ​ຖ້າ​ຂ້ອຍ​ຈະ​ຖາມ​ວ່າ​ຕົວ​ເລກ​ທີ່​ສັກ​ຢູ່​ດ້ານ​ຫລັງ​ຂອງ​ຫົວ​ເຈົ້າ​ໝາຍ​ເຖິງ​ຫຍັງ?” ຂ້າ​ພະ​ເຈົ້າ​ບໍ່​ກ້າ​ຖາມ​ກ່ຽວ​ກັບ​ສີ​ໜ້າ​ໃຈ​ຮ້າຍ​ຂອງ​ລາວ.

ລາວ​ເວົ້າ​ວ່າ, “ນັ້ນ​ໝາຍ​ເຖິງ​ຂ້ອຍ. ນັ້ນ​ບອກ​ວ່າ​ຂ້ອຍ​ແມ່ນ​ໃຜ. ຂ້ອຍ​ເປັນ​ເຈົ້າ​ຂອງ​ອາ​ນາ​ເຂດ​ນັ້ນ: 219!”

ຕົວ​ເລກ ສີ່​ຮ້ອຍ​ສາມ​ສິບ​ເກົ້າ ຄື​ຕົວ​ເລກ​ທີ່​ຢູ່​ເທິງ​ຫົວ​ລາວ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ກໍ​ແປກ​ໃຈ​ທີ່​ລາວ​ເວົ້າ​ຜິດ ທັ້ງ​ທີ່​ມັນ​ສຳ​ຄັນ​ກັບ​ລາວ.

ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ເປັນ​ເລື່ອງ​ທີ່​ໜ້າ​ເສົ້າ​ໃຈ​ທີ່​ຕົວ​ຕົນ ແລະ ການ​ນັບ​ຖື​ຕົນ​ເອງ​ຂອງ​ລາວ​ແມ່ນ​ຂຶ້ນ​ກັບ​ຕົວ​ເລກ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ນາ​ເຂດ​ຂອງ​ແກ໊ງ. ຂ້າ​ພະ​ເຈົ້າ​ຄິດ​ຢູ່​ໃນ​ໃຈ​ວ່າ: ຜູ້​ຊາຍ​ຮູບ​ຮ່າງ​ໃຫຍ່​ກຶດ​ຄົນ​ນີ້ ຄັ້ງ​ໜຶ່ງ​ເຄີຍ​ເປັນ​ລູກ​ນ້ອຍ​ຂອງ​ໃຜ​ບາງ​ຄົນ​ທີ່​ຮູ້​ສຶກ​ມີ​ຄຸນ​ຄ່າ ແລະ ເປັນ​ພາກ​ສ່ວນ. ຖ້າ​ພຽງ​ແຕ່​ລາວ​ຮູ້​ວ່າ​ແທ້​ຈິງ​ແລ້ວ ລາວ​ແມ່ນ​ໃຜ ແລະ ເປັນ​ຂອງ​ໃຜ​ກັນ​ແທ້, ເພາະ​ເຮົາ​ທຸກ​ຄົນ​ໄດ້​ຖືກ “ຊື້​ມາ​ດ້ວຍ​ລາ​ຄາ​ສູງ.”5

ມີ​ແຖວ​ໜຶ່ງ​ທີ່​ສະ​ຫລາດ​ໃນ​ເພງ​ຈາກ​ໜັງ​ເລື່ອງ The Prince of Egypt [ເຈົ້າ​ຊາຍ​ແຫ່ງ​ເອ​ຢິບ] ທີ່​ເວົ້າ​ວ່າ, “ຈົ່ງ​ເບິ່ງ​ຊີ​ວິດ​ຂອງ​ທ່ານ​ຜ່ານ​ດວງ​ຕາ​ແຫ່ງ​ສະ​ຫວັນ.”6 ເມື່ອ​ຮູ້​ກ່ຽວ​ກັບ​ເຊື້ອ​ສາຍ​ອັນ​ສັກ​ສິດ ແລະ ສັກ​ກະ​ຍະ​ພາບ​ນິ​ລັນ​ດອນ​ທີ່​ຝັງ​ເລິກ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ, ເຮົາ​ຈະ​ສາ​ມາດ​ເຫັນ​ຊີ​ວິດ​ຂອງ​ເຮົາ​ເປັນ​ການ​ພະ​ຈົນ​ໄພ​ທີ່​ມີ​ຈຸດ​ປະ​ສົງ ແລະ ເປີດ​ເຜີຍ ເພື່ອ​ການ​ຮຽນ​ຮູ້ ແລະ ເຕີບ​ໂຕ​ຈາກ​ມັນ, ເຖິງ​ແມ່ນ​ວ່າ “ເຮົາ​ຈະ​ເຫັນ​ພໍ​ມົວໆ, ເໝືອນ​ເບິ່ງ​ໃນ​ແວ່ນ”7 ໃນ​ຊ່ວງ​ເວ​ລາ​ສັ້ນໆ​ກໍ​ຕາມ.

ເຄື່ອງ​ໝາຍ​ແຫ່ງ​ຄວາມ​ສຸກ​ຢ່າງ​ທີ​ສາມ​ຄື​ການ​ຈື່​ຈຳ​ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ​ຕະ​ຫລອດ​ເວ​ລາ. ເຮົາ​ເຮັດ​ສິ່ງ​ນີ້​ໄດ້​ດີ​ທີ່​ສຸດ​ໂດຍ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ເໝືອນ​ດັ່ງ​ເຮົາ​ຮັກ​ພວກ​ເຈົ້າ.”8

ພຣະ​ອົງ​ຍັງ​ສິດ​ສອນ​ຕື່ມ​ອີກ​ວ່າ: “ເມື່ອ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້ ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່​ນ້ອງ​ເຫລົ່າ​ນີ້​ຂອງ​ເຮົາ, ພວກ​ເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນ​ກັນ.”9

ພຣະ​ທຳ​ສຸ​ພາ​ສິດ​ໄດ້​ໃຫ້​ຄຳ​ແນະ​ນຳ​ຢ່າງ​ສະ​ຫລາດ​ວ່າ, “​ຢ່າ​ເກັບ​ຄວາມ​ດີ​ໄວ້​ຈາກ​ຜູ້​ທີ່​ສົມ​ຄວນ​ຈະ​ໄດ້​ຮັບ, ໃນ​ເມື່ອ​ສິ່ງ​ນີ້​ຢູ່​ໃນ​ອຳ​ນາດ​ຂອງ​ເຈົ້າ​ທີ່​ຈະ​ກະ​ທຳ.”10

ເຮົາ​ຈະ​ບໍ່​ເສຍ​ດາຍ​ທີ່​ມີ​ເມດ​ຕາ​ຫລາຍ​ເກີນ​ໄປ. ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ, ຄວາມ​ເມດ​ຕາ​ມີ​ຄວາມ​ໝາຍ​ດຽວ​ກັນ​ກັບ​ຄວາມ​ຍິ່ງ​ໃຫຍ່. ພາກ​ສ່ວນ​ໜຶ່ງ​ຂອງ​ການ​ມີ​ເມດ​ຕາ​ຄື​ການ​ໃຫ້​ອະ​ໄພ ແລະ ບໍ່​ຕັດ​ສິນ​ຄົນ​ອື່ນ.

ເມື່ອ​ຫລາຍ​ປີ​ກ່ອນ ຄອບ​ຄົວ​ຂອງ​ພວກ​ເຮົາ​ໄດ້​ພາ​ກັນ​ກຳ​ລັງ​ຈະ​ໄປ​ເບິ່ງ​ໜັງ​ສຳ​ລັບ​ການ​ສັງ​ສັນ​ໃນ​ຄອບ​ຄົວ. ພວກ​ເຮົາ​ທຸກ​ຄົນ​ພາ​ກັນ​ຂຶ້ນ​ລົດ​ຕູ້​ໝົດ​ແລ້ວ​ຍົກ​ເວັ້ນ​ແຕ່​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ ແລະ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ວາ​ລະ​ຣີ. ມັນ​ມືດ​ແລ້ວ​ຢູ່​ຂ້າງນອກ, ແລະ ຂະ​ນະ​ທີ່​ລູກ​ຊາຍ​ຂອງ​ພວກ​ເຮົາ​ເປີດ​ປະ​ຕູ​ບ້ານ ແລະ ແລ່ນ​ໄປ​ຫາ​ລົດ, ລາວ​ໄດ້​ເຕະ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ລາວ​ຄິດ​ວ່າ​ແມ່ນ​ແມວ​ຂອງ​ພວກ​ເຮົາ​ທີ່​ຢູ່​ລະ​ບຽງ​ບ້ານ​ຢ່າງ​ບໍ່​ໄດ້​ຕັ້ງ​ໃຈ. ໂຊກ​ບໍ່​ດີ​ຂອງ​ລູກ​ຊາຍ ແລະ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ຕາມ​ຫລັງ​ມາ, ມັນ​ບໍ່​ແມ່ນ​ແມວ​ຂອງ​ພວກ​ເຮົາ ແຕ່​ມັນ​ກັບ​ແມ່ນ​ໂຕ​ກະ​ແຕ​ເໝັນ​ທີ່​ໃຈ​ຮ້າຍ, ຊຶ່ງ​ໄດ້​ແຜງ​ລິດ​ໃຫ້​ເຂົາ​ເຈົ້າ​ເຫັນ​ທັນ​ທີ! ພວກ​ເຮົາ​ທຸກ​ຄົນ​ກັບ​ເຂົ້າ​ໄປ​ໃນ​ເຮືອນ, ເພື່ອ​ໃຫ້​ເຂົາ​ເຈົ້າ​ທັງ​ສອງ​ອາບ​ນ້ຳ ແລະ ສະ​ຜົມ​ຂອງ​ເຂົາ​ເຈົ້າ ດ້ວຍ​ນ້ຳ​ໝາກ​ເລັ່ນ, ຊຶ່ງ​ເປັນ​ວິ​ທີ​ທີ່ ໜ້າ​ຈະ ກຳ​ຈັດ​ກິ່ນ​ເໝັນ​ຂອງ​ກະ​ແຕ​ນັ້ນ​ໄດ້​ຢ່າງ​ແນ່​ນອນ. ເມື່ອ​ຮອດ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄດ້​ທຳ​ຄວາມ​ສະ​ອາດ ແລະ ປ່ຽນ​ເຄື່ອງ​ນຸ່ງ​ຂອງ​ເຂົາ​ເຈົ້າ​ຮຽບ​ຮ້ອຍ​ແລ້ວ, ພວກ​ເຮົາ​ທຸກ​ຄົນ​ກໍ​ບໍ່​ຮູ້​ສຶກ​ວ່າ​ມີ​ກິ່ນ​ເໝັນ​ອີກ​ແລ້ວ, ສະ​ນັ້ນ​ພວກ​ເຮົາ​ກໍ​ເລີຍ​ຕັດ​ສິນ​ໃຈ​ວ່າ ຄົງ​ບໍ່​ເປັນ​ຫຍັງ​ທີ່​ພວກ​ເຮົາ​ຈະ​ໄປ​ເບິ່ງ​ໜັງ​ນຳ​ກັນ​ຫລັງ​ຈາກ​ນັ້ນ. 

ເມື່ອ​ພວກ​ເຮົາ​ໄດ້​ໄປ​ຮອດ​ບ່ອນ​ນັ່ງ​ຢູ່​ດ້ານ​ຫລັງ​ໂຮງ​ໜັງ, ທັນ​ທີ​ທັນ​ໃດ​ຜູ້​ຄົນ​ທີ່​ນັ່ງ​ຢູ່​ໃກ້​ພວກ​ເຮົາ​ພາ​ກັນ​ອອກ​ໄປ​ຊື້​ປ໋ອບ​ຄອນ​ທີ​ລະ​ຄົນ. ເມື່ອ​ພວກ​ເຂົາ​ກັບ​ມາ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ບໍ່​ມີ​ໃຜ​ກັບ​ມາ​ນັ່ງ​ຢູ່​ບ່ອນ​ເກົ່າ​ຂອງ​ພວກ​ເຂົາ.

ພວກ​ເຮົາ​ພາ​ກັນ​ຫົວ​ໃນ​ຂະ​ນະ​ທີ່​ນຶກ​ເຖິງ​ເຫດ​ການ​ນັ້ນ, ແຕ່​ມັນ​ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ວ່າ​ບາບ​ຂອງ​ເຮົາ​ມີ​ກິ່ນ​ເໝັນ? ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ໄດ້​ກິ່ນ​ຂອງ​ຄວາມ​ບໍ່​ຊື່​ສັດ, ຕັນ​ຫາ, ຄວາມ​ອິດ​ສາ, ຫລື ຄວາມ​ທະ​ນົງ​ໃຈ? ເມື່ອ​ເປີດ​ເຜີຍ​ຄວາມ​ອ່ອນ​ແອ​ຂອງ​ເຮົາ​ເອງ, ເຮົາ​ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ​ຈະ​ພິ​ຈາ​ລະ​ນາ ແລະ ລະ​ມັດ​ລະ​ວັງ​ຫລາຍ​ຂຶ້ນ​ກັບ​ຄົນ​ອື່ນ ແລະ, ໃນ​ທຳ​ນອງ​ດຽວ​ກັນ, ພວກ​ເຂົາ​ກໍ​ເປັນ​ຄື​ກັບ​ເຮົາ ທີ່​ຕ້ອງ​ການ ການ​ປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ເຮົາ. ຄວາມ​ຈິງ​ແລ້ວ ຂ້າ​ພະ​ເຈົ້າ​ມັກ​ກິ່ນ​ຢາ​ສູບ​ຢູ່​ທີ່​ໂບດ, ເພາະ​ວ່າ​ມັນ​ບົ່ງ​ບອກ​ວ່າ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ກຳ​ລັງ​ປ່ຽນ​ແປງ​ຕົວ​ເອງ​ຢູ່. ເຂົາ​ເຈົ້າ​ຕ້ອງ​ການ​ອ້ອມ​ແຂນ​ແຫ່ງ​ການ​ຕ້ອນ​ຮັບ​ໂອບ​ກອດ​ເຂົາ​ໄວ້.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ໄວ້​ຢ່າງ​ສະ​ຫລາດ​ວ່າ, “ວິ​ທີ​ທີ່​ງ່າຍ​ທີ່​ສຸດ​ໃນ​ການ​ລະ​ບຸ ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື ວິ​ທີ​ທີ່​ບຸກ​ຄົນ​ນັ້ນ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.”11

ໂປ​ໂລ​ໄດ້​ຂຽນ​ຫາ​ຊາວ​ເອ​ເຟ​ໂຊ​ວ່າ, “ແຕ່​ຈົ່ງ​ມີ​ໃຈ​ເມດ​ຕາ, ແລະ ເອັນ​ດູ​ຕໍ່​ກັນ, ຈົ່ງ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ, ເໝືອນ​ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ຍົກ​ໂທດ​ໃຫ້​ພວກ​ເຈົ້າ.”12

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຖືກ​ຂໍ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ບໍ່​ພະ​ຍາ​ຍາມ​ທີ່​ຈະ​ແທນ​ທີ່​ພວກ​ພຣະ​ອົງ. ພຣະ​ເຢ​ຊູ​ຄຣິດ​ຮູ້​ຈັກ​ຄວາມ​ບໍ່​ດີ​ພ້ອມ​ຂອງ​ໝົດ​ທຸກ​ຄົນ​ຢ່າງ​ສົມ​ບູນ​ແບບ ແລະ ຈະ​ຕັດ​ສິນ​ພວກ​ເຂົາ​ຢ່າງ​ສົມ​ບູນ​ແບບ​ເຊັ່ນ​ກັນ.

ເຄື່ອງ​ໝາຍ​ແຫ່ງ​ຄວາມ​ສຸກ​ຢ່າງ​ທີ​ສີ່​ຂອງ​ຂ້າ​ພະ​ເຈົ້າ​ຄື​ການ​ຮັກ​ສາ​ມຸມ​ມອງ​ນິ​ລັນ​ດອນ. ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ແມ່ນ​ຍືດ​ຂະ​ຫຍາຍ​ໄປ​ເຖິງ​ນິ​ລັນ​ດອນ; ມັນ​ງ່າຍ​ທີ່​ຈະ​ສຸມ​ໃຈ​ໃສ່​ທີ່​ນີ້ ແລະ ດຽວ​ນີ້ ແລະ ລືມ​ພາຍ​ຂ້າງ​ໜ້າ.

ຂ້າ​ພະ​ເຈົ້າ​ໄດ້​ຖືກ​ສິດ​ສອນ​ບົດ​ຮຽນ​ນີ້​ຢ່າງ​ມີ​ພະ​ລັງ​ເມື່ອ​ຫລາຍ​ປີ​ກ່ອນ ຈາກ​ລູກ​ສາວ​ອາ​ຍຸ 16 ປີ ຂອງ​ພວກ​ເຮົາ, ນາງ​ເຈນ​ນິ​ເຟີ. ນາງ​ກຳ​ລັງ​ຈະ​ເຂົ້າ​ຮັບ​ການ​ຜ່າ​ຕັດ​ປູກ​ຖ່າຍ​ກີບ​ປອດ​ສອງ​ເບື້ອງ, ໂດຍ​ການ​ເອົາ​ປອດ​ທີ່​ມີ​ເຊື້ອ​ພະ​ຍາດ​ຫ້າ​ຊະ​ນິດ​ຂອງ​ນາງ​ອອກ​ໄປ​ຈົນ​ໝົດ ແລະ ປ່ຽນ​ຖ່າຍ​ດ້ວຍ​ກີບ​ປອດ​ດີ​ສອງ​ຕ່ອນ​ທີ່​ນ້ອຍ​ກວ່າ, ຊຶ່ງ​ໄດ້​ຮັບ​ການ​ບໍ​ລິ​ຈາກ​ໂດຍ​ເພື່ອນ​ທີ່​ໜ້າ​ອັດ​ສະ​ຈັນ​ສອງ​ຄົນ ທີ່​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ. ມັນ​ເປັນ​ຂັ້ນ​ຕອນ​ທີ່​ມີ​ຄວາມ​ສ່ຽງ​ສູງ, ແຕ່​ຄືນ​ກ່ອນ​ການ​ຜ່າ​ຕັດ​ຂອງ​ນາງ, ເຈນ​ນິ​ເຟີ​ໄດ້​ເວົ້າ ເກືອບ​ເປັນ​ຄຳ​ສັ່ງ​ສອນ​ຕໍ່​ຂ້າ​ພະ​ເຈົ້າ ດ້ວຍ​ນ້ຳ​ໜັກ​ທັງ​ໝົດ 90 ປອນ (41 ກິ​ໂລ) ຂອງ​ນາງ, ໂດຍ​ກ່າວ​ວ່າ, “ຢ່າ​ເປັນ​ກັງ​ວົນ​ໄປ​ເລີຍ, ພໍ່! ມື້​ອື່ນ​ເຊົ້າ​ລູກ​ຈະ​ຕື່ນ​ຂຶ້ນ​ມາ​ພ້ອມ​ກັບ​ປອດ​ໂຕ​ໃໝ່ ຫລື ລູກ​ອາດ​ຈະ​ຕື່ນ​ຂຶ້ນ​ມາ​ໃນ​ບ່ອນ​ທີ່​ດີ​ກວ່າ. ທັງ​ສອງ​ທາງ​ແມ່ນ​ດີ​ໝົດ.” ນັ້ນ​ຄື​ສັດ​ທາ; ນັ້ນ​ຄື​ມຸມ​ມອງ​ນິ​ລັນ​ດອນ! ການ​ເບິ່ງ​ຊີ​ວິດ​ຈາກ​ຈຸດ​ໄດ້​ປຽບ​ຊົ່ວ​ນິ​ລັນ​ດອນ​ເຮັດ​ໃຫ້​ເກີດ​ຄວາມ​ຊັດ​ເຈນ, ຄວາມ​ສະ​ບາຍ​ໃຈ, ຄວາມ​ກ້າ​ຫານ, ແລະ ຄວາມ​ຫວັງ.

ຫລັງ​ຈາກ​ການ​ຜ່າ​ຕັດ, ເມື່ອ​ຮອດ​ມື້​ທີ່​ລໍ​ຖ້າ​ມາ​ດົນ​ນານ​ເພື່ອ​ຖອດ​ທໍ່​ຊ່ວຍ​ຫາຍ​ໃຈ ແລະ ປິດ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ຂອງ​ເຈນ​ນິ​ເຟີ, ພວກ​ເຮົາ​ກໍ​ລໍ​ຖ້າ​ຢ່າງ​ໃຈ​ຈົດ​ຈໍ່​ເພື່ອ​ຈະ​ເຫັນ​ວ່າ​ກີບ​ປອດ​ທີ່​ນ້ອຍໆ​ທັງ​ສອງ​ຂອງ​ນາງ​ເຮັດ​ວຽກ​ໄດ້​ຫລື​ບໍ່. ເມື່ອ​ນາງ​ຫາຍ​ໃຈ​ເຂົ້າ​ເທື່ອ​ທຳ​ອິດ, ທັນ​ໃດ​ນັ້ນ​ນາງ​ກໍ​ຮ້ອງ​ໄຫ້​ຂຶ້ນ. ເມື່ອ​ເຫັນ​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ, ນາງ​ກໍ​ຮ້ອງ​ອອກ​ມາ​ຢ່າງ​ໄວ​ວ່າ, “ມັນ​ດີ​ຫລາຍ​ທີ່​ໄດ້​ຫາຍ​ໃຈ​ອີກ.” 

ນັບ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທັງ​ເຊົ້າ ແລະ ແລງ ທີ່​ຂ້າ​ພະ​ເຈົ້າ​ຍັງ​ມີ​ລົມ​ຫາຍ​ໃຈ. ເຮົາ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ພອນ​ຈົນ​ນັບ​ບໍ່​ຖ້ວນ ທີ່​ເຮົາ​ສາ​ມາດ​ເບິ່ງ​ຂ້າມ​ມັນ​ໄປ​ໄດ້​ງ່າຍ​ຖ້າ​ເຮົາ​ບໍ່​ໃສ່​ໃຈ. ກົງ​ກັນ​ຂ້າມ, ເມື່ອ​ບໍ່​ຄາດ​ຫວັງ​ກັບ​ສິ່ງ​ໃດ ແລະ ກະ​ຕັນ​ຍູ​ກັບ​ທຸກ​ສິ່ງ, ຊີ​ວິດ​ກໍ​ຈະ​ກາຍ​ເປັນ​ຄວາມ​ອັດ​ສະ​ຈັນ.

ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ: “ເຊົ້າ​ວັນ​ໃໝ່​ແຕ່​ລະ​ເຊົ້າ​ຄື​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ. ແມ່ນ​ແຕ່​ອາ​ກາດ​ທີ່​ເຮົາ​ຫາຍ​ໃຈ​ກໍ​ຄື​ການ​ໃຫ້​ຢືມ​ດ້ວຍ​ຄວາມ​ຮັກ​ຈາກ​ພຣະ​ອົງ. ພຣະ​ອົງ​ປົກ​ປັກ​ຮັກ​ສາ​ເຮົາ​ໃນ​ແຕ່​ລະ​ວັນ ແລະ ສະ​ໜັບ​ສະ​ໜູນ​ເຮົາ​ຈາກ​ຊ່ວງ​ໜຶ່ງ​ໄປ​ຫາ​ອີກ​ຊ່ວງ​ໜຶ່ງ​ຂອງ​ຊີ​ວິດ. ສະ​ນັ້ນ, ການ​ກະ​ທຳ​ອັນ​ສູງ​ສົ່ງ​ຢ່າງ​ທຳ​ອິດ​ຂອງ​ເຮົາ​ໃນ​ຕອນ​ເຊົ້າ​ຄວນ​ເປັນ​ການ​ອະ​ທິ​ຖານ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຢ່າງ​ຖ່ອມ​ໃຈ.”13

ສິ່ງ​ນັ້ນ​ໄດ້​ນຳ​ພາ​ຂ້າ​ພະ​ເຈົ້າ​ມາ​ຫາ​ຂໍ້​ສັງ​ເກດ​ຢ່າງ​ທີ​ຫ້າ ແລະ ເປັນ​ຂໍ້​ສຸດ​ທ້າຍ, ວ່າ​ທ່ານ​ຈະ​ບໍ່​ມີ​ວັນ​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່າ​ຄວາມ​ກະ​ຕັນ​ຍູ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ, “ແລະ ຄົນ​ທີ່​ຮັບ​ເອົາ​ທຸກ​ສິ່ງ​ທັງ​ປວງ​ດ້ວຍ​ຄວາມ​ຂອບ​ຄຸນ​ຈະ​ຖືກ​ເຮັດ​ໃຫ້​ຮຸ່ງ​ເຫລື້ອມ.”14 ບາງ​ທີ​ນີ້​ອາດ​ຈະ​ເປັນ​ຍ້ອນ​ຄວາມ​ກະ​ຕັນ​ຍູ​ທີ່​ເຮັດ​ໃຫ້​ເກີດ​ຄຸນ​ນະ​ທຳ​ອື່ນໆ​ອີກ​ຫລາຍ​ຢ່າງ.

ຄວາມ​ຮັບ​ຮູ້​ຂອງ​ເຮົາ​ຈະ​ປ່ຽນ​ແປງ​ແນວ​ໃດ ຖ້າ​ວ່າ​ໃນ​ທຸກໆ​ເຊົ້າ​ທີ່​ເຮົາ​ຕື່ນ​ຂຶ້ນ​ມາ​ດ້ວຍ​ພອນ​ແຕ່​ຄືນ​ກ່ອນ​ເທົ່າ​ນັ້ນ. ການ​ບໍ່​ກະ​ຕັນ​ຍູ​ຕໍ່​ພອນ​ຂອງ​ເຮົາ​ສາ​ມາດ​ສົ່ງ​ຜົນ​ໄປ​ເຖິງ​ຄວາມ​ບໍ່​ເພິ່ງ​ພໍ​ໃຈ, ຊຶ່ງ​ສາ​ມາດ​ພາກ​ເຮົາ​ຈາກ​ຄວາມຊື່ນ​ຊົມ ແລະ ຄວາມ​ສຸກ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ກະ​ຕັນ​ຍູ​ໄດ້. ຜູ້​ທີ່​ຢູ່​ໃນ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ​ນັ້ນ​ລໍ້​ລວງ​ໃຫ້​ເຮົາ​ເບິ່ງ​ຂ້າມ​ເຄື່ອງ​ໝາຍ, ຈຶ່ງ​ຂາດ​ເຄື່ອງ​ໝາຍ​ໄປ​ທັງ​ໝົດ.

ໃນ​ຄວາມ​ເປັນ​ຈິງ, ຄວາມ​ສຸກ ແລະ ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ການ​ເປັນ​ມະ​ຕະ​ຈະ​ພົບ​ໄດ້​ໃນ​ຜູ້​ທີ່​ເຮົາ​ກາຍ​ເປັນ ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ໃນ​ຂະ​ນະ​ທີ່​ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ກັບ​ພຣະ​ອົງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຈະ​ຂັດ​ເກົາ ແລະ ຫລໍ່​ຫລອມ​ເຮົາ​ດ້ວຍ​ຄຸນ​ງາມ​ຄວາມ​ດີ​ຂອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ໄດ້​ກ່າວ​ກັບ​ຜູ້​ທີ່​ເຕັມ​ໃຈ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ​ວ່າ, “ພວກ​ເຂົາ​ຈະ​ເປັນ​ຂອງ​ເຮົາ​ໃນ​ວັນ​ນັ້ນ ເມື່ອ​ເຮົາ​ຈະ​ມາ​ເລືອກ​ເພັດ​ພອຍ​ຂອງ​ເຮົາ.”15

ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ​ຖ້າ​ເຮົາ​ສ້າງ​ຊີ​ວິດ​ຂອງ​ເຮົາ​ເທິງ​ຮາກ​ຖານ​ຂອງ​ພຣະ​ເຢ​ຊູ​ຄຣິດ; ໃຫ້​ຄຸນ​ຄ່າ​ໃນ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ເຮົາ​ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ; ຈື່​ຈຳ​ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ; ຮັກ​ສາ​ມຸມ​ມອງ​ນິ​ລັນ​ດອນ; ແລະ ຂອບ​ພຣະ​ໄທ​ຢ່າງ​ສຸດ​ຊຶ້ງ​ກັບ​ພອນ​ຢ່າງ​ຫລວງ​ຫລາຍ​ຂອງ​ເຮົາ, ໂດຍ​ສະ​ເພາະ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຄຣິດ​ໃຫ້​ມາ​ຫາ​ພຣະ​ອົງ, ແລ້ວ​ເຮົາ​ຈະ​ສາ​ມາດ​ພົບ​ເຫັນ​ຄວາມ​ສຸກ​ທີ່​ແທ້​ຈິງ ທີ່​ເຮົາ​ສະ​ແຫວງ​ຫາ​ໃນ​ລະ​ຫວ່າງ​ການ​ພະ​ຈົນ​ໄພ​ໃນ​ຄວາມ​ເປັນ​ມະ​ຕະ​ນີ້. ຊີ​ວິດ​ຂອງ​ເຮົາ​ຍັງ​ຕ້ອງ​ມີ​ການ​ທ້າ​ທ້າຍ, ແຕ່​ເຮົາ​ຈະ​ສາ​ມາດ​ປະ​ເຊີນ​ກັບ​ແຕ່​ລະ​ຢ່າງ​ໄດ້​ດີ​ຂຶ້ນ​ດ້ວຍ​ຈຸດ​ປະ​ສົງ ແລະ ສັນ​ຕິ​ສຸກ ຍ້ອນ​ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ເຮົາ​ເຂົ້າ​ໃຈ ແລະ ດຳ​ລົງ​ຊີ​ວິດ​ຕາມ.

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ເຈົ້າ, ພຣະ​ບິ​ດາ​ທີ່​ຊົງ​ຮັກ​ຂອງ​ເຮົາ, ແລະ ພຣະ​ບຸດ​ທີ່​ຊົງ​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ກໍ​ຂໍ​ເປັນ​ພະ​ຍານ​ອີກ ເຖິງ​ບັນ​ດາ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ທີ່​ມີ​ຊີ​ວິດ​ຢູ່. ຖື​ວ່າ​ເປັນ​ພອນ​ຢ່າງ​ໃຫຍ່​ຫລວງ​ທີ່​ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ​ສະ​ຫວັນ​ຜ່ານ​ທາງ​ພວກ​ເພິ່ນ. ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ໄວ້​ຢ່າງ​ຈະ​ແຈ້ງ​ວ່າ, “ບໍ່​ວ່າ​ຈະ​ເປັນ​ໂດຍ​ສຽງ​ຂອງ​ເຮົາ​ເອງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ມັນ​ກໍ​ເໝືອນ​ກັນ.”16 ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.