ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ເຢ​ຊູ​ຄຣິດ​ຄື​ຊັບ​ສົມ​ບັດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ພຣະ​ເຢ​ຊູ​ຄຣິດ​ຄື​ຊັບ​ສົມ​ບັດ

ສຸມ​ໃຈ​ໃສ່​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ເປັນ “ເຄື່ອງ​ໝາຍ” ທີ່​ເຮົາ​ຄວນ​ຊອກ​ຫາ, ແລະ ເປັນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ເຮົາ.

ໃນ​ປີ 1907 ເສດ​ຖີ​ຊາວ​ອັງ​ກິດ​ຊື່ ຈອດ ເຮີ​ເບີດ, ເປັນ​ປະ​ມຸກ​ທີ​ຫ້າ​ແຫ່ງ​ຄາ​ນາ​ວອນ,1 ໄດ້​ຍ້າຍ​ໄປ​ຢູ່​ເອ​ຢິບ ແລະ ສົນ​ໃຈ​ເລື່ອງ​ໂບ​ຮານ​ຄະ​ດີ. ເພິ່ນ​ໄດ້​ເຂົ້າ​ຫາ​ນັກ​ເອ​ຢິບ​ວິ​ທະ​ຍາ​ຄົນ​ໜຶ່ງ​ຜູ້​ມີ​ຊື່​ສຽງ, ຊື່ ຮາວ​ເວີດ ຄາດ​ເທີ, ແລະ ໄດ້​ສະ​ເໜີ​ການ​ເປັນ​ຫຸ້ນ​ສ່ວນ. ທ່ານ​ຄາດ​ເທີ​ຈະ​ດູ​ແລ​ການ​ຂຸດ​ຄົ້ນ​ທາງ​ບູ​ຮານ​ຄະ​ດີ​ຂອງ​ພວກ​ເພິ່ນ ແລະ ທ່ານ​ຄາ​ນາ​ວອນ​ຈະ​ຈັດ​ຫາ​ເງິນ​ທຶນ​ໃຫ້.

ພ້ອມ​ກັນ ພວກ​ເພິ່ນ​ໄດ້​ສຳ​ຫລວດ​ສະ​ຖານ​ທີ່​ຕ່າງໆ​ຢ່າງ​ສຳ​ເລັດ​ຜົນ. ແລ້ວ ພວກ​ເພິ່ນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ໃຫ້​ຂຸດ​ຄົ້ນ​ຢູ່​ໃນ​ຮ່ອມ​ພູ​ກະ​ສັດ, ຊຶ່ງ​ຕັ້ງ​ຢູ່​ໃກ້​ເມືອງ​ລັກ​ເຊີ ໃນ​ສະ​ໄໝ​ປະ​ຈຸ​ບັນ, ບ່ອນ​ທີ່​ອຸບ​ມຸງ​ຂອງ​ຟາ​ໂຣ​ຫລາຍ​ອົງ​ຖືກ​ພົບ​ເຫັນ. ພວກ​ເພິ່ນ​ໄດ້​ຕັດ​ສິນ​ໃຈ​ຊອກ​ຫາ​ອຸບ​ມຸງ​ຂອງ​ກະ​ສັດ​ຕຸ​ຕັນ​ຄາ​ມຸນ. ຕຸ​ຕັນ​ຄາ​ມຸນ​ໄດ້​ຂຶ້ນ​ຄອງ​ບັນ​ລັງ​ແຫ່ງ​ເອ​ຢິບ​ຫລາຍ​ກວ່າ 3,000 ປີ​ກ່ອນ ແລະ ໄດ້​ຄອບ​ຄອງ​ເປັນ​ເວ​ລາ 10 ປີ ກ່ອນ​ການ​ສິ້ນ​ຊີ​ວິດ​ທີ່​ບໍ່​ຄາດ​ຄິດ.2 ເພິ່ນ​ຖືກ​ຝັງ​ໄວ້​ຢູ່​ໃນ​ຮ່ອມ​ພູ​ກະ​ສັດ,3 ແຕ່​ບໍ່​ຮູ້​ວ່າ​ອຸບ​ມຸງ​ຂອງ​ເພິ່ນ​ຢູ່​ໃສ.

ທ່ານ​ຄາດ​ເທີ ແລະ ທ່ານ​ຄາ​ນາ​ວອນ​ໄດ້​ໃຊ້​ເວ​ລາ​ຫ້າ​ປີ​ໃນ​ການ​ຄົ້ນ​ຫາ​ອຸບ​ມຸງ​ຂອງ​ຕຸ​ຕັນ​ຄາ​ມຸນ ແຕ່​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ. ໃນ​ທີ່​ສຸດ​ທ່ານ​ຄາ​ນາ​ວອນ​ກໍ​ໄດ້​ບອກ​ທ່ານ​ຄາດ​ເທີ​ວ່າ ເພິ່ນ​ຈະ​ເຊົາ​ເຮັດ​ພາ​ລະ​ກິດ​ທີ່​ໄຮ້​ຜົນ​ນັ້ນ. ທ່ານ​ຄາດ​ເທີ​ໄດ້​ອ້ອນ​ວອນ​ຂໍ​ຂຸດ​ຄົ້ນ​ຕື່ມ​ອີກ​ພຽງ​ໜຶ່ງ​ລະ​ດູ​​ການ, ແລະ ທ່ານ​ຄາ​ນາ​ວອນ​ໄດ້​ປ່ຽນ​ໃຈ ແລະ ຕົກ​ລົງ​ທີ່​ຈະ​ໃຫ້​ເງິນ​ທຶນ.

ທ່ານ​ຄາດ​ເທີ​ໄດ້​ຮັບ​ຮູ້​ວ່າ​ພື້ນ​ທີ່​ທັງ​ໝົດ​ຂອງ​ຮ່ອມ​ພູ​ກະ​ສັດ​ໄດ້​ຖືກ​ຂຸດ​ຄົ້ນ​ຢ່າງ​ມີ​ວິ​ທີ​ການ—ຍົກ​ເວັ້ນ​ແຕ່​ພື້ນ​ທີ່​ຂອງ​ຄ້າຍ​ສູນ​ກາງ​ຂອງ​ພວກ​ເພິ່ນ​ເອງ. ພາຍ​ໃນ​ສອງ​ສາມ​ມື້​ຂອງ​ການ​ຂຸດ​ນັ້ນ, ພວກ​ເພິ່ນ​ກໍ​ພົບ​ເຫັນ​ຂັ້ນ​ຕອນ​ທຳ​ອິດ​ທີ່​ນຳ​ໄປ​ສູ່​ອຸບ​ມຸງ.4

ໃນ​ທີ່​ສຸດ ເມື່ອ​ທ່ານ​ຄາດ​ເທີ​ໄດ້​ຫລຽວ​ເຂົ້າ​ໄປ​ເບິ່ງ​ຫ້ອງ​ຮອງ​ຮັບ​ຂອງ​ອຸບ​ມຸງ​ຂອງ​ຕຸ​ຕັນ​ຄາ​ມຸນ, ເຫັນ​ຄຳ​ຢູ່​ທຸກ​ທີ່​ທຸກ​ບ່ອນ. ຫລັງ​ຈາກ​ສາມ​ເດືອນ​ຂອງ​ການ​ເຮັດ​ບັນ​ຊີ​ກັບ​ທຸກ​ສິ່ງ​ຢູ່​ໃນ​ຫ້ອງ​ຮອງ​ຮັບ, ພວກ​ເພິ່ນ​ໄດ້​ເປີດ​ຫ້ອງ​ໂຖງ​ຝັງ​ສົບ​ທີ່​ຖືກ​ຜະ​ນຶກ​ໄວ້ ໃນ​ເດືອນ​ກຸມ​ພາ ປີ 1923—ເມື່ອ 100 ປີ​ກ່ອນ. ນີ້​ແມ່ນ​ການ​ຄົ້ນ​ພົບ​ບູ​ຮານ​ຄະ​ດີ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ສັດ​ຕະ​ວັດ​ທີ 20.

ໃນ​ລະ​ຫວ່າງ​ຊຸມ​ປີ​ເຫລົ່າ​ນັ້ນ​ຂອງ​ການ​ຄົ້ນ​ຫາ​ທີ່​ບໍ່​ມີ​ປະ​ສິດ​ທິ​ພາບ, ທ່ານ​ຄາດ​ເທີ ແລະ ທ່ານ​ຄາ​ນາ​ວອນ​ໄດ້​ມອງ​ຂ້າມ​ສິ່ງ​ທີ່​ຢູ່​ໃຕ້​ຕີນ​ຂອງ​ພວກ​ເພິ່ນ​ເອງ. ປະ​ມານ​ຫ້າ​ສັດ​ຕະ​ວັດ​ກ່ອນ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ອ້າງ​ເຖິງ​ການ​ບໍ່​ໃຫ້​ຄວາມ​ສຳ​ຄັນ ຫລື ການ​ປະ​ເມີນ​ຄ່າ​ນ້ອຍ​ກວ່າ​ກັບ​ສິ່ງ​ທີ່​ຢູ່​ໃກ້​ຕົວ ວ່າ​ເປັນ “ການ​ເບິ່ງ​ຂ້າມ​ເຄື່ອງ​ໝາຍ.” ຢາ​ໂຄບ​ໄດ້​ຫລຽວ​ເຫັນ​ລ່ວງ​ໜ້າ​ວ່າ ຜູ້​ຄົນ​ຂອງ​ເຢ​ຣູ​ຊາ​ເລັມ​ຈະ​ບໍ່​ຮູ້​ຈັກ​ພຣະ​ເມ​ຊີ​ອາ​ເມື່ອ​ພຣະ​ອົງ​ສະ​ເດັດ​ມາ. ຢາ​ໂຄບ​ໄດ້​ທຳ​ນາຍ​ວ່າ ພວກ​ເຂົາ​ຈະ “ດູ​ໝິ່ນ​ປະ​ໝາດ​ຄຳ​ເວົ້າ​ອັນ​ແຈ່ມ​ແຈ້ງ … ແລະ [ຈະ​ສະ​ແຫວງ​ຫາ] ສິ່ງ​ທີ່​ພວກ​ເຂົາ​ບໍ່​ອາດ​ເຂົ້າ​ໃຈ​ໄດ້. ດັ່ງ​ນັ້ນ, ເພາະ​ຄວາມ​ຕາ​ບອດ​ຂອງ​ພວກ​ເຂົາ, ຊຶ່ງ​ຄວາມ​ຕາ​ບອດ​ນັ້ນ [ຈະ​ມາ] ຈາກ​ການ​ເບິ່ງ​ຂ້າມ​ເຄື່ອງ​ໝາຍ, ພວກ​ເຂົາ​ຈຶ່ງ​ຈຳ​ຕ້ອງ​ຕົກ​ໄປ.”5 ໃນ​ອີກ​ຄຳ​ໜຶ່ງ, ພວກ​ເຂົາ​ຈະ​ສະ​ດຸດ.

ຄຳ​ທຳ​ນາຍ​ຂອງ​ຢາ​ໂຄບ​ຖືກ​ພິ​ສູດ​ແລ້ວ​ວ່າ​ຖືກ​ຕ້ອງ. ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ໃນ​ຊ່ວງ​ມະ​ຕະ, ຫລາຍ​ຄົນ​ໄດ້​ເບິ່ງ​ຂ້າມ​ເຄື່ອງ​ໝາຍ, ເບິ່ງ​ຂ້າມ​ພຣະ​ອົງ. ພວກ​ເຂົາ​ໄດ້​ເບິ່ງ​ກາຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ແທນ​ທີ່​ຈະ​ຍອມ​ຮັບ​ບົດ​ບາດ​ຂອງ​ພຣະ​ອົງ ໃນ​ການ​ບັນ​ລຸ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພວກ​ເຂົາ​ໄດ້​ປະ​ນາມ ແລະ ຄຶງ​ພຣະ​ອົງ. ພວກ​ເຂົາ​ໄດ້​ເບິ່ງ ແລະ ລໍ​ຖ້າ​ໃຫ້​ຄົນ​ອື່ນ​ນຳ​ຄວາມ​ລອດ​ມາ​ໃຫ້​ພວກ​ເຂົາ.

ເໝືອນ​ດັ່ງ​ຜູ້​ຄົນ​ເຫລົ່າ​ນັ້ນ​ໃນ​ເຢ​ຣູ​ຊາ​ເລັມ, ແລະ ເໝືອນ​ດັ່ງ​ທ່ານ​ຄາດ​ເທີ ແລະ ທ່ານ​ຄາ​ນາ​ວອນ, ເຮົາ​ກໍ​ສາ​ມາດ​ມັກ​ເບິ່ງ​ຂ້າມ​ເຄື່ອງ​ໝາຍ​ເຊັ່ນ​ດຽວ​ກັນ. ເຮົາ​ຈຳ​ເປັນ​ຕ້ອງ​ປົກ​ປ້ອງ​ຕ້ານ​ແນວ​ໂນ້ມ​ນີ້ ຖ້າ​ບໍ່​ດັ່ງ​ນັ້ນ ເຮົາ​ຈະ​ພາດ​ພຣະ​ເຢ​ຊູ​ຄຣິດ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ບໍ່​ຮັບ​ຮູ້​ພອນ​ຫລາຍ​ຢ່າງ​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້​ເຮົາ. ເຮົາ​ຕ້ອງ​ການ​ພຣະ​ອົງ. ເຮົາ​ໄດ້​ຖືກ​ແນະ​ນຳ​ໃຫ້​ເພິ່ງ​ອາ​ໄສ “ຢ່າງ​ເຕັມ​ທີ່ … ຜູ້​ຊົງ​ອາ​ນຸ​ພາບ​ເພື່ອ​ຊ່ວຍ​ໃຫ້​ລອດ.”6

ພຣະ​ອົງ​ຄື​ເຄື່ອງ​ໝາຍ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ວາດ​ພາບ​ຢ່າງ​ບໍ່​ຖືກ​ຕ້ອງ​ວ່າ​ມີ​ຄວາມ​ຕ້ອງ​ການ​ທີ່​ເກີນ​ກວ່າ​ສິ່ງ​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້, ເຮົາ​ຈະ​ປະ​ຕິ​ເສດ ຫລື ຫລຸດ​ຜ່ອນ​ຂອບ​ເຂດ ແລະ ອຳ​ນາດ​ທີ່​ພຣະ​ອົງ​ສາ​ມາດ​ມີ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ. ພຣະ​ອົງ​ໄດ້​ອ້າງ​ສິດ​ແຫ່ງ​ຄວາມ​ເມດ​ຕາ ແລະ ປະ​ທານ​ຄວາມ​ເມດ​ຕາ​ນັ້ນ​ໃຫ້​ແກ່​ເຮົາ.7 ພຣະ​ອົງ​ເປັນ “ແຫລ່ງ [ສູງ​ສຸດ​ທີ່​ເຮົາ​ຄວນ] ຫລຽວ​ຫາ​ເພື່ອ​ການ​ປົດ​ບາບ [ຂອງ​ເຮົາ].”8 ພຣະ​ອົງ​ເປັນ​ຜູ້​ວິງ​ວອນ​ແທນ​ເຮົາ​ກັບ​ພຣະ​ບິ​ດາ ແລະ ສະ​ໜັບ​ສະ​ໜູນ​ສິ່ງ​ທີ່​ພຣະ​ບິ​ດາ​ປະ​ສົງ​ມາ​ຕະ​ຫລອດ, ເພື່ອ​ໃຫ້​ເຮົາ​ກັບ​ມາ​ຫາ​ພຣະ​ອົງ ໃນ​ຖາ​ນະ​ຜູ້​ຮັບ​ມໍ​ລະ​ດົກ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ແອວ​ມາ, ເຮົາ​ຕ້ອງ, “ຫລຽວ​ເບິ່ງ, ເລີ່ມ​ເຊື່ອ​ຖື​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ວ່າ​ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ສິ້ນ​ພຣະ​ຊົນ​ເພື່ອ​ຊົດ​ໃຊ້​ແທນ​ບາບ [ຂອງ​ເຮົາ], ແລະ ວ່າ​ພຣະ​ອົງ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ອີກ, ຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ.”9 ພຣະ​ເຢ​ຊູ​ຄຣິດ​ຄື​ຊັບ​ສົມ​ບັດ​ຂອງ​ເຮົາ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ທານ​ຫລາຍ​ວິ​ທີ​ທາງ​ເພື່ອ​ໃຫ້​ເຮົາ​ສຸມ​ໃຈ​ໃສ່​ພຣະ​ອົງ​ຢ່າງ​ຕັ້ງ​ໃຈ, ລວມ​ທັງ​ໂອ​ກາດ​ໃນ​ແຕ່​ລະ​ວັນ​ທີ່​ຈະ​ກັບ​ໃຈ. ບາງ​ຄັ້ງ ເຮົາ​ປະ​ເມີນ​ຄ່າ​ພອນ​ທີ່​ມອບ​ໃຫ້​ນ້ອຍ​ເກີນ​ໄປ. ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້​ແປດ​ປີ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຈາກ​ພໍ່​ຂອງ​ຂ້າ​ພະ​ເຈົ້າ. ຫລັງ​ຈາກ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຈັບ​ມື​ພໍ່​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ກຳ​ລັງ​ຂ້າມ​ຖະ​ໜົນ​ທີ່​ຫຍຸ້ງໆ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເອົາ​ໃຈ​ໃສ່ ແລະ ໄດ້​ກ້າວ​ຂາ​ລົງ​ຈາກ​ຂອບ​ຖະ​ໜົນ ໃນ​ຂະ​ນະ​ທີ່​ລົດ​ບັນ​ທຸກ​ຂະ​ໜາດ​ໃຫຍ່​ແລ່ນ​ຜ່ານ​ມາ. ພໍ່​ໄດ້​ຖົກ​ຂ້າ​ພະ​ເຈົ້າ​ຄືນ, ອອກ​ຈາກ​ຖະ​ໜົນ ແລະ ຂຶ້ນ​ໄປ​ຫາ​ຂອບ​ຖະ​ໜົນ. ຖ້າ​ເພິ່ນ​ບໍ່​ໄດ້​ເຮັດ​ແນວ​ນັ້ນ, ຂ້າ​ພະ​ເຈົ້າ​ຄົງ​ຖືກ​ລົດ​ບັນ​ທຸກ​ຊົນ​ແນ່​ນອນ. ໂດຍ​ທີ່​ຮູ້​ຈັກ​ທຳ​ມະ​ຊາດ​ຄວາມ​ຊຸກ​ຊົນ​ຂອງ​ຕົນ​ເອງ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ, “ບາງ​ທີ​ມັນ​ອາດ​ເປັນ​ການ​ດີ​ກວ່າ​ທີ່​ຂ້ອຍ​ຈະ​ຖືກ​ລົດ​ບັນ​ທຸກ​ຊົນ​ຕາຍ ເພາະ​ຂ້ອຍ​ຄົງ​ບໍ່​ມີ​ວັນ​ສະ​ອາດ​ເທົ່າ​ກັບ​ຂ້ອຍ​ເປັນ​ຢູ່​ໃນ​ຕອນ​ນີ້ ຫລັງ​ບັບ​ຕິ​ສະ​ມາ​ຂອງ​ຂ້ອຍ.”

ຕອນ​ມີ​ອາ​ຍຸ​ແປດ​ປີ, ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ຜິດ​ວ່າ ນ້ຳ​ບັບ​ຕິ​ສະ​ມາ​ເປັນ​ສິ່ງ​ລ້າງ​ບາບ. ບໍ່​ແມ່ນ​ແນວ​ນັ້ນ! ໃນ​ຫລາຍ​ປີ​ນັບ​ຕັ້ງ​ແຕ່​ການ​ບັບ​ຕິ​ສະ​ມາ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ບາບ​ຖືກ​ຊຳ​ລະ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ເມື່ອ​ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ.10 ແລ້ວ, ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ, ເຮົາ​ຈຶ່ງ​ສາ​ມາດ​ສະ​ອາດ​ຕໍ່​ໄປ​ໄດ້. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮຽນ​ຮູ້​ນຳ​ອີກ​ວ່າ ສິນ​ລະ​ລຶກ​ນຳ​ເອົາ​ວົງ​ຈອນ​ຄຸນ​ນະ​ທຳ​ທີ່​ມີ​ພະ​ລັງ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ, ເຮັດ​ໃຫ້​ເຮົາ​ສາ​ມາດ​ຮັກ​ສາ​ການ​ປົດ​ບາບ​ຂອງ​ເຮົາ​ໄດ້.11

ເຊັ່ນ​ດຽວ​ກັບ​ຊັບ​ສົມ​ບັດ​ທີ່​ຢູ່​ໃຕ້​ຕີນ​ຂອງ​ທ່ານ​ຄາດ​ເທີ ແລະ ທ່ານ​ຄາ​ນາ​ວອນ, ພອນ​ອັນ​ລ້ຳ​ຄ່າ​ຂອງ​ສິນ​ລະ​ລຶກ​ມີ​ໃຫ້​ເຮົາ​ທຸກ​ຄົນ​ທຸກ​ຄັ້ງ​ທີ່​ເຮົາ​ໄປ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ເຮົາ​ຖືກ​ສັນ​ຍາ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ເພື່ອນ​ໃກ້​ຊິດ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ເຂົ້າ​ຫາ​ສິນ​ລະ​ລຶກ​ໃນ​ວິ​ທີ​ທີ່​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຂົ້າ​ຫາ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ ແລະ ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ນັ້ນ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ປະ​ທານ​ພອນ​ໃຫ້​ເຮົາ​ດ້ວຍ​ອຳ​ນາດ​ທີ່​ບໍ​ລິ​ສຸດ​ຂອງ​ພຣະ​ອົງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຮັກ​ສາ​ການ​ປົດ​ບາບ​ຂອງ​ເຮົາ​ສະ​ເໝີ​ໄປ, ອາ​ທິດ​ແລ້ວ ອາ​ທິດ​ເລົ່າ.12

ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ເຮົາ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຜ່ານ​ທາງ​ການ​ກັບ​ໃຈ ແລະ ໂດຍ​ການ​ກຽມ​ຢ່າງ​ມີ​ສະ​ຕິ ແລະ ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ. ພຽງ​ແຕ່​ດ້ວຍ​ຮາກ​ຖານ​ທາງ​ວິນ​ຍານ​ທີ່​ແຂງ​ແກ່ນ​ຂອງ​ເຮົາ​ເທົ່າ​ນັ້ນ​ທີ່​ເຮົາ​ຈະ​ສາ​ມາດ​ຮັບ​ມື​ກັບ​ຝົນ, ລົມ, ແລະ ນ້ຳ​ຖ້ວມ ທີ່​ປະ​ທະ​ເຮົາ​ໃນ​ຊີ​ວິດ​ຂອງ​ເຮົາ​ໄດ້.13 ກົງ​ກັນ​ຂ້າມ, ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ເຮົາ​ຈະ​ອ່ອນ​ແອ​ລົງ ເມື່ອ​ເຮົາ​ສະ​ໝັກ​ໃຈ​ຂ້າມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ຫລື ເມື່ອ​ເຮົາ​ບໍ່​ໄດ້​ສຸມ​ໃຈ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ລະ​ຫວ່າງ​ສິນ​ລະ​ລຶກ. ເຮົາ​ອາດ​ບໍ່​ຕັ້ງ​ໃຈ “ຖອນ​ຕົວ [ເຮົາ​ເອງ] ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈົນ​ວ່າ​ມັນ​ບໍ່​ມີ​ບ່ອນ​ໃດ​ເລີຍ​ໃນ [ເຮົາ] ທີ່​ຈະ​ສາ​ມາດ​ນຳ [ເຮົາ] ໄປ​ໃນ​ທາງ​ແຫ່ງ​ປັນ​ຍາ​ເພື່ອ [ເຮົາ] ຈະ​ໄດ້​ຮັບ​ພອນ, ຈະ​ເລີນ​ຮຸ່ງ​ເຮືອງ, ແລະ ຮັບ​ການ​ປົກ​ປັກ​ຮັກ​ສາ.”14

ເມື່ອ​ເຮົາ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ກັບ​ເຮົາ, ເຮົາ​ຈະ​ໄດ້​ຮັບ​ການ​ດົນ​ໃຈ ແລະ ການ​ນຳ​ພາ​ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອື່ນໆ, ດັ່ງ​ເຊັ່ນ​ທີ່​ເຮົາ​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ. ການ​ເຮັດ​ເຊັ່ນ​ນີ້​ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ.15 ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ພຣະ​ວິ​ຫານ​ຫລາຍ​ແຫ່ງ​ຖືກ​ປະ​ກາດ​ເມື່ອ​ບໍ່​ຫລາຍ​ປີ​ຜ່ານ​ມາ​ນີ້, ຊຶ່ງ​ເຮັດ​ໃຫ້​ພຣະ​ວິ​ຫານ​ຕັ້ງ​ຢູ່​ໃກ້​ສະ​ມາ​ຊິກ​ຫລາຍ​ຂຶ້ນ.16 ໃນ​ທາງ​ກົງ​ກັນ​ຂ້າມ, ເມື່ອ​ເຂົ້າ​ພຣະ​ວິ​ຫານ​ໄດ້​ງ່າຍ​ຂຶ້ນ, ມັນ​ອາດ​ງ່າຍ​ຂຶ້ນ​ສຳ​ລັບ​ເຮົາ​ທີ່​ຈະ​ເມີນ​ເສີຍ​ກັບ​ການ​ໄປ​ພຣະ​ວິ​ຫານ. ເມື່ອ​ພຣະ​ວິ​ຫານ​ຕັ້ງ​ຢູ່​ໄກ, ເຮົາ​ວາງ​ແຜນ​ເວ​ລາ ແລະ ຊັບ​ພະ​ຍາ​ກອນ​ຂອງ​ເຮົາ ສຳ​ລັບ​ການ​ເດີນ​ທາງ​ໄປ​ພຣະ​ວິ​ຫານ ເພື່ອ​ນະ​ມັດ​ສະ​ການ​ຢູ່​ທີ່​ນັ້ນ. ເຮົາ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ເດີນ​ທາງ​ເຫລົ່າ​ນີ້.

ເມື່ອ​ພຣະ​ວິ​ຫານ​ຕັ້ງ​ຢູ່​ໃກ້, ມັນ​ອາດ​ງ່າຍ​ຂຶ້ນ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ເລັກໆ​ນ້ອຍໆ​ຂັດ​ຂວາງ​ການ​ໄປ​ພຣະ​ວິ​ຫານ, ໂດຍ​ເວົ້າ​ກັບ​ຕົວ​ເອງ​ວ່າ, “ເອີ, ເຮົາ​ຊິ​ໄປ​ໃນ​ເວ​ລາ​ອື່ນ.” ການ​ອາ​ໄສ​ຢູ່​ໃກ້​ພຣະ​ວິ​ຫານ​ເຮັດ​ໃຫ້​ສາ​ມາດ​ປັບ​ປ່ຽນ​ການ​ຈັດ​ຕາ​ຕະ​ລາງ​ເວ​ລາ​ໄປ​ພຣະ​ວິ​ຫານ​ໄດ້​ງ່າຍ​ຂຶ້ນ, ແຕ່​ການ​ປັບ​ປ່ຽນ​ນັ້ນ​ອາດ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ທີ່​ຈະ​ບໍ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ພຣະ​ວິ​ຫານ. ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ຈະ “ພາດ​ເຄື່ອງ​ໝາຍ,” ໂດຍ​ປະ​ເມີນ​ຄ່າ​ນ້ອຍ​ກັບ​ໂອ​ກາດ​ທີ່​ຈະ​ຫຍັບ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ບ້ານ​ສັກ​ສິດ​ຂອງ​ພຣະ​ອົງ. ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ທີ່​ຈະ​ໄປ​ພຣະ​ວິ​ຫານ​ບ່ອນ​ຢູ່​ໃກ້ ຢ່າງ​ນ້ອຍ​ກໍ​ໃຫ້​ຂະ​ຫຍັນ​ເທົ່າໆ​ກັບ​ການ​ໄປ​ພຣະ​ວິ​ຫານ​ຕອນ​ທີ່​ມັນ​ຕັ້ງ​ຢູ່​ໄກ.

ຫລັງ​ຈາກ​ທີ່​ທ່ານ​ຄາດ​ເທີ ແລະ ທ່ານ​ຄາ​ນາ​ວອນ​ໄດ້​ຂຸດ​ຄົ້ນ​ບ່ອນ​ອື່ນ​ໃນ​ຮ່ອມ​ພູ​ກະ​ສັດ ເພື່ອ​ຊອກ​ຫາ​ອຸບ​ມຸງ​ຂອງ​ຕຸ​ຕັນ​ຄາ​ມຸນ, ພວກ​ເພິ່ນ​ຈຶ່ງ​ຮັບ​ຮູ້​ວ່າ ພວກ​ເພິ່ນ​ໄດ້​ເບິ່ງ​ຂ້າມ. ເຮົາ​ບໍ່​ຈຳ​ເປັນ​ອອກ​ແຮງ​ງານ​ທີ່​ບໍ່​ສຳ​ເລັດ, ດັ່ງ​ທີ່​ພວກ​ເພິ່ນ​ໄດ້​ເຮັດ​ໃນ​ໄລ​ຍະ​ໜຶ່ງ, ເພື່ອ​ຊອກ​ຫາ​ຊັບ​ສົມ​ບັດ​ຂອງ​ເຮົາ. ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ສະ​ແຫວງ​ຫາ​ຄຳ​ແນະ​ນຳ​ຈາກ​ແຫລ່ງ​ທີ່​ແປກ​ໃໝ່, ໃຫ້​ຄວາມ​ສຳ​ຄັນ​ຄວາມ​ແປກ​ໃໝ່​ຂອງ​ແຫລ່ງ​ຂໍ້​ມູນ​ນັ້ນໆ ແລະ ການ​ຄິດ​ວ່າ​ຄຳ​ແນະ​ນຳ​ເຊັ່ນ​ນັ້ນ​ຈະ​ໃຫ້​ຄວາມ​ສະ​ຫວ່າງ​ຫລາຍ​ກວ່າ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ຈາກ​ສາດ​ສະ​ດາ​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ.

ດັ່ງ​ທີ່​ບັນ​ທຶກ​ໄວ້​ໃນ​ພຣະ​ຄຳ​ພີ​ເດີມ, ເມື່ອ​ນາ​ອາ​ມານ​ຊອກ​ຫາ​ຢາ​ປິ່ນ​ປົວ​ພະ​ຍາດ​ຂີ້​ທູດ​ຂອງ​ເພິ່ນ, ເພິ່ນ​ບໍ່​ພໍ​ໃຈ​ທີ່​ຖືກ​ຂໍ​ໃຫ້​ຈຸ່ມ​ຕົວ​ເອງ​ລົງ​ໃນ​ແມ່​ນ້ຳ​ທຳ​ມະ​ດາ ທີ່​ຢູ່​ໃກ້ໆ​ເຈັດ​ເທື່ອ. ແຕ່​ເພິ່ນ​ໄດ້​ຖືກ​ຊັກ​ຊວນ​ໃຫ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ເອ​ລີ​ຊາ ແທນ​ທີ່​ຈະ​ເພິ່ງ​ອາ​ໄສ​ແນວ​ຄິດ​ທີ່​ຕົນ​ມີ​ໄວ້​ລ່ວງ​ໜ້າ ເຖິງ​ສິ່ງ​ມະ​ຫັດ​ສະ​ຈັນ​ຄວນ​ເກີດ​ຂຶ້ນ​ແນວ​ໃດ. ຜົນ​ກໍ​ຄື, ນາ​ອາ​ມານ​ໄດ້​ຫາຍ​ດີ.17 ເມື່ອ​ເຮົາ​ໄວ້​ວາງ​ໃຈ​ສາດ​ສະ​ດາ​ຢູ່​ເທິງ​ໂລກ​ໃນ​ປະ​ຈຸ​ບັນ​ຂອງ​ພຣະ​ເຈົ້າ, ແລະ ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ, ແລ້ວ​ເຮົາ​ຈະ​ພົບ​ຄວາມ​ສຸກ, ແລະ ເຮົາ​ກໍ​ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ​ເຊັ່ນ​ກັນ. ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ອີກ​ຕໍ່​ໄປ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ທ່ານ​ໃຫ້​ຈື່​ຈຳ ແລະ ສຸມ​ໃຈ​ໃສ່​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ເປັນ “ເຄື່ອງ​ໝາຍ” ທີ່​ເຮົາ​ຄວນ​ຊອກ​ຫາ, ແລະ ເປັນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ເຮົາ. ເມື່ອ​ທ່ານ​ມາ​ຫາ​ພຣະ​ອົງ, ທ່ານ​ຈະ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ເພື່ອ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຂອງ​ຊີ​ວິດ, ຄວາມ​ກ້າ​ຫານ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ, ແລະ ຄວາມ​ສາ​ມາດ​ບັນ​ລຸ​ພາ​ລະ​ກິດ​ຂອງ​ທ່ານ​ໃນ​ຊ່ວງ​ມະ​ຕະ. ຮັກ​ສາ​ໂອ​ກາດ​ໃນ​ການ​ກັບ​ໃຈ, ສິດ​ທິ​ພິ​ເສດ​ຂອງ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ, ພອນ​ຂອງ​ການ​ກະ​ທຳ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ, ຄວາມ​ສຸກ​ຂອງ​ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ, ແລະ ຊື່ນ​ຊົມ​ກັບ​ການ​ມີ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ຈິງ​ຈັງ ແລະ ແນ່​ນອນ​ວ່າ ພຣະ​ເຈົ້າ, ພຣະ​ບິ​ດາ​ນິ​ລັນ​ດອນ, ແມ່ນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່; ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ; ພຣະ​ອົງ​ເປັນ​ເພື່ອນ​ສະ​ຫວັນ​ທີ່​ເມດ​ຕາ ແລະ ສະ​ຫລາດ,18 ແລະ ນີ້​ຄື​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ. ຂໍ​ຂອບ​ໃຈ​ສຳ​ລັບ​ສັດ​ທາ ແລະ ຄວາມ​ຊື່​ສັດ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ໄດ້​ຮັບ​ພອນ, ຮຸ່ງ​ເຮືອງ, ແລະ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ຊື່​ເຕັມ​ຂອງ​ປະ​ມຸກ​ທີ​ຫ້າ​ແຫ່ງ​ຄາ​ນາ​ວອນ​ແມ່ນ ຈອດ ເອດ​ເວີດ ສະ​ແຕນ​ຮົບ ໂມ​ລີ​ນິວ ເຮີ​ເບີດ.

  2. ການ​ສະ​ແກນ​ທາງ​ຄອມ​ພິວ​ເຕີ (CT) ທີ່​ເຮັດ​ໃນ​ປີ 2005 ລະ​ບຸ​ວ່າ ກະ​ສັດ​ຕຸ​ຕັນ​ຄາ​ມຸນ​ອາດ​ມີ​ກະ​ດູກ​ຫັກ​ຢູ່​ທີ່​ຂາ​ຂອງ​ເພິ່ນ, ບາງ​ທີ​ເຮັດ​ໃຫ້​ເກີດ​ການ​ຕິດ​ເຊື້ອ ແລະ ການ​ເສຍ​ຊີ​ວິດ.

  3. ກະ​ສັດ​ຟາ​ໂຣ​ອາ​ນາ​ຈັກ​ໃໝ່​ຂອງ​ເອ​ຢິບ​ສ່ວນ​ຫລາຍ​ຖືກ​ຝັງ​ໄວ້​ໃນ​ຮ່ອມ​ພູ​ກະ​ສັດ. ອຸບ​ມຸງ​ເຫລົ່າ​ນັ້ນ​ສ່ວນ​ຫລາຍ​ຖືກ​ພົບ ແລະ ຖືກ​ລັກ​ຊັບ​ໃນ​ສະ​ໄໝ​ບູ​ຮານ.

  4. ເລື່ອງ​ລາວ​ຂອງ​ການ​ຄົ້ນ​ພົບ​ອຸບ​ມຸງ​ຂອງ​ຕຸ​ຕັນ​ຄາ​ມຸນ ສ່ວນ​ຫລາຍ​ແມ່ນ​ຖືກ​ອ້າງ​ອີງ​ຈາກ Eric H. Cline, “King Tut’s Tomb,” ໃນ Archaeology: An Introduction to the World’s Greatest Sites (2016), 60–66.

    ປັດ​ໃຈ​ຫລາຍ​ຢ່າງ​ມີ​ສ່ວນ​ເຮັດ​ໃຫ້​ທ່ານ​ຄາດ​ເທີ ແລະ ທ່ານ​ຄາ​ນາ​ວອນ​ຕັດ​ສິນ​ໃຈ​ວ່າ​ຈະ​ຂຸດ​ບ່ອນ​ໃດ—ແລະ ບໍ່​ຂຸດ​ບ່ອນ​ໃດ—ໃນ​ຮ່ອມ​ພູ​ກະ​ສັດ. ພື້ນ​ທີ່​ອ້ອມ​ຮອບ​ຄ້າຍ​ສູນ​ກາງ​ບໍ່​ໄດ້​ເປັນ​ທີ່​ໜ້າ​ສົນ​ໃຈ​ໃນ​ທັນ​ທີ ເພື່ອ​ໃຫ້​ຂຸດ​ຄົ້ນ. ພື້ນ​ທີ່​ສາມ​ຫລ່ຽມ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ອຸບ​ມຸງ​ຂອງ​ແຣມ​ຊີ ທີ​ຫົກ, ສະ​ນັ້ນ​ການ​ຂຸດ​ຄົ້ນ​ຢູ່​ບ່ອນ​ນັ້ນ​ຈະ​ລົບ​ກວນ​ໂດຍ​ສະ​ເພາະ. ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ຄາດ​ເທີ, ພື້ນ​ທີ່​ບ່ອນ​ນັ້ນ​ຖືກ​ກວມ​ດ້ວຍ “ຕູບ​ຂອງ​ຄົນ​ງານ ທີ່​ສ້າງ​ຂຶ້ນ​ພໍ​ປະ​ມານ, ອາດ​ໃຊ້​ໂດຍ​ຄົນ​ງານ​ຢູ່​ໃນ​ອຸບ​ມຸງ​ຂອງ​ແຣມ​ຊີ[,] … [ແລະ] ດິນ​ສາມ​ຟຸດ​ທີ່​ຢູ່​ໃຕ້​ຕູບ​ເຫລົ່າ​ນັ້ນ.” ເບິ່ງ​ຄື​ບໍ່​ໜ້າ​ຈະ​ຕັ້ງ​ຕູບ​ຢູ່​ເທິງ​ປະ​ຕູ​ເຂົ້າ​ອຸບ​ມຸງ (ເບິ່ງ Howard Carter and A. C. Mace, The Tomb of Tut-ankh-Amen: Discovered by the Late Earl of Carnarvon and Howard Carter, vol. 1 [1923], 124-28, 132).

    ສຳ​ລັບ​ເລື່ອງ​ລາວ​ອື່ນໆ​ຂອງ​ການ​ຄົ້ນ​ພົບ​ອຸບ​ມຸງ​ຂອງ​ຕຸ​ຕັນ​ຄາ​ມຸນ, ໃຫ້​ເບິ່ງ Zahi Hawass, Tutankhamun and the Golden Age of the Pharaohs (2005); Nicholas Reeves, The Complete Tutankhamun: The King, the Tomb, the Royal Treasure (1990), 80–83; ແລະ Nicholas Reeves and Richard H. Wilkinson, The Complete Valley of the Kings: Tombs and Treasures of Egypt’s Greatest Pharaohs (1996), 81–82.

  5. ຢາ​ໂຄບ 4:14.

  6. 2 ນີ​ໄຟ 31:19.

  7. ເບິ່ງ ໂມ​ໂຣ​ໄນ 7:27–28.

  8. 2 ນີ​ໄຟ 25:26.

  9. ແອວ​ມາ 33:22.

  10. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:52.

  11. ເບິ່ງ David A. Bednar, “Teach to Build Faith in Jesus Christ” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ປະ​ທານ​ເຜີຍ​ແຜ່​ຊຸດ​ໃໝ່, ວັນ​ທີ 23 ເດືອນ​ມິ​ຖຸ​ນາ, 2023); Rachel Sterzer Gibson, “Teach to Build Faith in Jesus Christ, Elder Bednar Instructs,” Church News, June 23, 2023, thechurchnews.com.

  12. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິນ​ລະ​ລຶກ​ບໍ່​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໄວ້​ເປັນ​ວິ​ທີ​ສະ​ເພາະ​ເຈາະ​ຈົງ​ໃນ​ການ​ປົດ​ບາບ​ຂອງ​ເຮົາ (ເບິ່ງ James E. Talmage, The Articles of Faith, 12th ed. [1924], 175). ບຸກ​ຄົນ​ບໍ່​ສາ​ມາດ​ຈົງ​ໃຈ​ເຮັດ​ບາບ​ໃນ​ແລງ​ວັນ​ເສົາ ແລະ ຄາດ​ຫວັງ​ວ່າ​ສິ່ງ​ທີ່​ເຂົາ​ຕ້ອງ​ເຮັດ​ຄື​ການ​ກິນ​ເຂົ້າ​ຈີ່​ຕ່ອນ​ໜຶ່ງ ແລະ ດື່ມ​ນ້ຳ​ຈອກ​ໜຶ່ງ ແລ້ວ​ຈະ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ສະ​ອາດ​ຢ່າງ​ມະ​ຫັດ​ສະ​ຈັນ. ແຕ່​ຜົນ​ຂອງ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊຳ​ລະ​ທຸກ​ຄົນ​ທີ່​ກັບ​ໃຈ ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ.

  13. ເບິ່ງ 3 ນີ​ໄຟ 18:12–13.

  14. ໂມ​ໄຊ​ຢາ 2:36.

  15. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ພຣະ​ເຈົ້າ​ມີ​ຄວາມ​ຮັກ​ພິ​ເສດ​ຕໍ່​ເຮົາ​ແຕ່​ລະ​ຄົນ ຜູ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ​ໃນ​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ. ແລະ ຄວາມ​ຮັກ​ອັນ​ສັກ​ສິດ​ນັ້ນ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ ເມື່ອ​ເຮັດ​ພັນ​ທະ​ສັນ​ຍາ​ເພີ່ມ​ເຕີມ ແລະ ຮັກ​ສາ​ຢ່າງ​ຊື່​ສັດ (“Choices for Eternity” [ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ, ວັນ​ທີ 15 ເດືອນ​ພຶດ​ສະ​ພາ, 2022], ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ພັນ​ທະ​ສັນ​ຍາ​ທີ່​ຫລາກ​ຫລາຍ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ບໍ່​ພຽງ​ແຕ່​ຕາມ​ລໍາ​ດັບ​ເທົ່າ​ນັ້ນ​ແຕ່​ຍັງ​ເປັນ​ສ່ວນ​ເພີ່ມ​ເຕີມ ແລະ ແມ່ນ​ແຕ່​ການ​ປະ​ສົມ​ປະ​ສານ​ກັນ​ນຳ​ອີກ. ມັນ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ເຊື່ອມ​ຕໍ່​ກັບ​ພ​ຣະ​ເຈົ້າ​ທີ່​ໃກ້​ຊິດ ແລະ ແໜ້ນ​ແຟ້ນ​ຫລາຍ​ຂຶ້ນ. ການ​ເຊື່ອມ​ຕໍ່​ດັ່ງ​ກ່າວ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ການ​ປ່ຽນ​ແປງ ຈົນ​ເຖິງ​ຈຸດ​ທີ່​ເງົາ​ຂອງ​ພຣະ​ອົງ​ຢູ່​ໃນ​ໃບ​ໜ້າ​ຂອງ​ເຮົາ ແລະ ໃຈ​ຂອງ​ເຮົາ​ໄດ້​ຮັບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່ ແລະ ຖາ​ວອນ (ເບິ່ງ ແອວ​ມາ 5:14).

  16. ປະ​ທານ​ແນວ​ສັນ​ໄດ້​ອະ​ທິ​ບາຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ “ເຮັດ​ໃຫ້​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ສາ​ມາດ​ເຂົ້າ​ເຖິງ​ໄດ້​ຫລາຍ​ກວ່າ​ເກົ່າ. ພຣະ​ອົງ​ກຳ​ລັງ​ເລັ່ງ​ຄວາມ​ໄວ​ໃນ​ການ​ໃຫ້​ພວກ​ເຮົາ​ສ້າງ​ພຣະ​ວິ​ຫານ. ພຣະ​ອົງ​ກຳ​ລັງ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ພຣະ​ອົງ​ກໍ​ຍັງ​ເຮັດ​ໃຫ້​ມັນ​ງ່າຍ​ຂຶ້ນ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ທີ່​ຈະ​ໄດ້​ຮັບ​ການ​ຂັດ​ເກົາ​ທາງ​ວິນ​ຍານ” (“Focus on the Temple,” Liahona, Nov. 2022, 121).

  17. ເບິ່ງ 2 ກະ​ສັດ 5:9–14.

  18. ເບິ່ງ “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 136.