ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເພື່ອນ​ຂອງ​ເຮົາ​ສະ​ເໝີ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ເພື່ອນ​ຂອງ​ເຮົາ​ສະ​ເໝີ

ທ່ານ ແລະ ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ໃນ​ການ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ກອງ​ປະ​ຊຸມ​ນີ້​ເຮົາ​ໄດ້​ຮັບ​ພອນ​ເຖິງ​ການ​ເປີດ​ເຜີຍ​ທີ່​ຫລັ່ງ​ໄຫລ​ມາ. ຜູ້​ຮັບ​ໃຊ້​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ໄດ້​ກ່າວ ແລະ ຈະ​ກ່າວ​ຄຳ​ແຫ່ງ​ຄວາມ​ຈິງ, ໃຫ້​ກຳ​ລັງ​ໃຈ, ແລະ ການ​ນຳ​ທາງ.

ຂ້າ​ພະ​ເຈົ້າ​ໄດ້​ປະ​ທັບ​ໃຈ​ຕໍ່​ປະ​ຈັກ​ພະ​ຍານ​ຕ່າງໆ​ທີ່​ໄດ້​ຖືກ​ກ່າວ​ໃນ​ກອງ​ປະ​ຊຸມ​ນີ້​ທີ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ກ່າວ​ກັບ​ເຮົາ​ເປັນ​ການ​ສ່ວນ​ຕົວ​ໂດຍ​ຜ່ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂະ​ນະ​ທີ່​ເຮົາ​ອະ​ທິ​ຖານ ແລະ ຈາກ​ນັ້ນ​ກໍ​ໄດ້ຮັບ​ການ​ກະ​ຕຸ້ນ​ເຕືອນ​ຈາກ​ພຣະ​ວິນ​ຍານ, ເຮົາ​ຈະ​ໄດ້​ຮັບ​ມຸມ​ມອງ ແລະ ພອນ​ຕ່າງໆ​ທີ່​ດີ​ກວ່າ​ໃນ​ການ​ນຳ​ທາງ​ເຮົາ​ໃຫ້​ຜ່ານ​ຄວາມ​ຫຍຸ້ງ​ຍາກ​ທີ່​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ແຕ່​ລະ​ວັນ​ຕໍ່​ໜ້າ.

ເຮົາ​ໄດ້​ຍິນ​ອີກ​ຄັ້ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຕືອນ​ວ່າ, “ແຕ່​ໃນ​ອະ​ນາ​ຄົດ, ມັນ​ຈະ​ເປັນ​ໄປ​ບໍ່​ໄດ້ ທີ່​ເຮົາ​ຈະ​ປອດ​ໄພ​ທາງ​ວິນ​ຍານ ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ການ​ປອບ​ໂຍນ, ແລະ ອິດ​ທິ​ພົນ​ອັນ​ຕໍ່​ເນື່ອງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”1

ຄຳ​ເຕືອນ​ຂອງ​ສາດ​ສະ​ດາ​ພະ​ຍາ​ກອນ​ນັ້ນ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ອາດ​ຈະ​ສິດ​ສອນ​ລູກໆ, ຫລານໆ, ແລະ ເຫລນ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ໄດ້​ຮັບ​ການ​ນຳ​ທາງ​ທີ່​ສຳ​ຄັນ​ໃນ​ວັນ​ທີ່​ຍາກ​ລຳ​ບາກ​ຂ້າງ​ໜ້າ​ສຳ​ລັບ​ເຂົາ​ເຈົ້າ.

ສະ​ນັ້ນ​ຂ່າວ​ສານ​ໃນ​ມື້​ນີ້​ກໍ​ຄື​ຈົດ​ໝາຍ​ສັ້ນໆ​ເຖິງ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ ທີ່​ອາດ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃນ​ວັນ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂ້າງ​ໜ້າ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຢູ່​ກັບ​ພວກ​ເຂົາ​ແລ້ວ. ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພວກ​ເຂົາ​ຮັບ​ຮູ້​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ມາ​ທີ່​ຈະ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໄດ້.

ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ດີ​ຂຶ້ນ​ວ່າ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ເຂົາ​ເຈົ້າ​ຈຶ່ງ​ຈະ​ໄດ້​ຮັບ​ອິດ​ທິ​ພົນ​ຂອງ​ການ​ຊົງ​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ຍຸກ​ສະ​ໃໝ​ທີ່​ເຂົາ​ເຈົ້າ​ມີ​ຊີ​ວິດ​ຢູ່​ນີ້. ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ຈະ​ກ່າວ​ໃນ​ມື້​ນີ້​ກ່ຽວ​ກັບ​ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ການ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໃຫ້​ເຂົ້າ​ໃກ້​ກັບ​ຂ້າ​ພະ​ເຈົ້າ​ຫລາຍ​ເທົ່າ​ທີ່​ຈະ​ເຮັດ​ໄດ້, ເພື່ອ​ໃຫ້​ເປັນ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ສະ​ເໝີ. ຂ້າ​ພະ​ເຈົ້າ​ກໍ​ອະ​ທິ​ຖານ​ເຊັ່ນ​ດຽວ​ກັນ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ໃຫ້​ກຳ​ລັງ​ໃຈ​ເຂົາ​ເຈົ້າ.

ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ຈາກ​ການ​ໃຫ້​ເຂົາ​ເຈົ້າ​ໄດ້​ຄິດ ແລະ ອະ​ທິ​ຖານ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ, ນີ​ໄຟ ແລະ ລີ​ໄຮ, ແລະ ຜູ້​ຮັບ​ໃຊ້​ຄົນ​ອື່ນໆ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ທຳ​ງານ​ກັບ​ເຂົາ​ເຈົ້າ. ພວກ​ເພິ່ນ​ໄດ້​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ​ຢ່າງ​ຮຸນ​ແຮງ. ພວກ​ເພິ່ນ​ໄດ້​ຮັບ​ໃຊ້​ໃນ​ສະ​ຖານ​ທີ່​ຊົ່ວ​ຮ້າຍ ແລະ ຕ້ອງ​ທົນ​ກັບ​ການ​ລໍ້​ລວງ​ທີ່​ໜ້າ​ຢ້ານ​ກົວ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ກ້າ​ຫານ, ແລະ ທ່ານ​ກໍ​ສາ​ມາດ​ໄດ້​ຮັບ​ເຊັ່ນ​ນັ້ນ, ຈາກ​ພຣະ​ຄຳ​ພີ​ຂໍ້​ນີ້​ໃນ​ບັນ​ທຶກ​ຂອງ​ຮີ​ລາ​ມັນ:

“‘ແລະ ໃນ​ປີ​ທີ​ເຈັດ​ສິບ​ເກົ້າ​ກໍ​ເລີ່ມ​ມີ​ການ​ຜິດ​ຖຽງ​ກັນ​ຂຶ້ນ. ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີ​ໄຟ​ກັບ​ລີ​ໄຮ, ແລະ ພີ່​ນ້ອງ​ຂອງ​ພວກ​ເພິ່ນ​ຫລາຍ​ຄົນ ຜູ້​ທີ່​ຮູ້​ຈັກ​ກ່ຽວ​ກັບ​ຫລັກ​ທຳ​ອັນ​ແທ້​ຈິງ​ຂອງ​ຄຳ​ສອນ, ໂດຍ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ທຸກໆ​ມື້, ສະ​ນັ້ນ ພວກ​ເພິ່ນ​ຈຶ່ງ​ໄດ້​ສັ່ງ​ສອນ​ຜູ້​ຄົນ, ເຖິງ​ຂະ​ໜາດ​ທີ່​ພວກ​ເພິ່ນ​ເຮັດ​ໃຫ້​ການ​ຜິດ​ຖຽງ​ກັນ​ຂອງ​ພວກ​ເຂົາ​ສິ້ນ​ສຸດ​ລົງ​ໃນ​ປີ​ດຽວ​ກັນ​ນັ້ນ.”2

ເລື່ອງ​ນີ້​ໄດ້​ໃຫ້​ກຳ​ລັງ​ໃຈ​ຂ້າ​ພະ​ເຈົ້າ, ແລະ ກໍ​ສາ​ມາດ​ໃຫ້​ກຳ​ລັງ​ໃຈ​ທ່ານ​ຄື​ກັນ. ລູກ​ຊາຍ​ຂອງ​ຮີ​ລາ​ມັນ​ໄດ້​ຖືກ​ສິດ​ສອນ ແລະ ນຳ​ພາ​ໂດຍ​ປະ​ສົບ​ການ​ຢ່າງ​ຕໍ່​ເນື່ອງ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ສິ່ງ​ນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ວ່າ ເຮົາ​ສາ​ມາດ​ຖືກ​ສິດ​ສອນ ແລະ ຮຽນ​ຮູ້​ຈາກ​ພຣະ​ວິນ​ຍານ​ເທື່ອ​ລະ​ແຖວ, ໃນ​ການ​ໄດ້​ຮັບ​ສິ່ງ​ທີ່​ເຮົາ​ຕ້ອງ​ການ, ແລະ ຈາກ​ນັ້ນ​ເມື່ອ​ເຮົາ​ພ້ອມ​ແລ້ວ, ເຮົາ​ກໍ​ຈະ​ໄດ້​ຮັບ​ເພີ່ມ​ອີກ.

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ກຳ​ລັງ​ໃຈ​ໃນ​ທຳ​ນອງ​ດຽວ​ກັນ​ຈາກ​ເລື່ອງ​ລາວ​ຂອງ​ນີ​ໄຟ ທີ່​ຖືກ​ຂໍ​ໃຫ້​ກັບ​ໄປ​ທີ່​ເມືອງ​ເຢ​ຣູ​ຊາ​ເລັມ ເພື່ອ​ນຳ​ເອົາ​ແຜ່ນ​ຈາ​ລຶກ​ຂອງ​ລາ​ບານ. ທ່ານ​ຄົງ​ຈື່​ການ​ຕັດ​ສິນ​ໃຈ​ຂອງ​ເພິ່ນ. ເພິ່ນ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ໄປ ແລະ ເຮັດ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ.”3

ປະ​ສົບ​ການ​ຂອງ​ນີ​ໄຟ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ນັ້ນ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ກ້າ​ຫານ​ຫລາຍ​ຄັ້ງ​ເມື່ອ​ຂ້າ​ພະ​ເຈົ້າ​ລົງ​ມື​ປະ​ຕິ​ບັດ​ວຽກ​ງານ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ເປັນ​ໜ້າ​ທີ່​ມອບ​ໝາຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ວ່າ​ເບິ່ງ​ຄື​ວ່າ​ມັນ​ໄກ​ເກີນ​ກວ່າ​ປະ​ສົບ​ການ​ໃນ​ອະ​ດີດ​ຂອງ​ຂ້າ​ພະ​ເຈົ້າ ແລະ ເກີນ​ກວ່າ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຫັນ​ໃນ​ຄວາມ​ສາ​ມາດ​ຂອງ​ຂ້າ​ພະ​ເຈົ້າ​ເອງ.

ທ່ານ​ຈື່​ໄດ້​ບໍ​ວ່າ​ນີ​ໄຟ​ໄດ້​ກ່າວ​ຫຍັງ​ແດ່​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເພິ່ນ: “ແລະ ມັນ​ເປັນ​ຕອນ​ກາງ​ຄືນ; ແລະ ຂ້າ​ພະ​ເຈົ້າ​ໄດ້​ໃຫ້ [ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ] ລີ້​ຢູ່​ນອກ​ກຳ​ແພງ. ແລະ ຫລັງ​ຈາກ​ພວກ​ເຂົາ​ລີ້​ແລ້ວ, ຂ້າ​ພະ​ເຈົ້າ​ນີ​ໄຟ​ກໍ​ຫລົບ​ຫລີກ​ເຂົ້າ​ໄປ​ໃນ​ເມືອງ ແລະ ມຸ້ງ​ໜ້າ​ໄປ​ທີ່​ບ້ານ​ຂອງ​ລາ​ບານ.”

ເພິ່ນ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ, “ແລະ ພຣະ​ວິນ​ຍານ​ໄດ້​ນຳ​ຂ້າ​ພະ​ເຈົ້າ​ໄປ, ໂດຍ​ບໍ່​ຮູ້​ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ຈະ​ເຮັດ.”4

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ກຳ​ລັງ​ໃຈ​ຈາກ​ການ​ທີ່​ໄດ້​ຮູ້​ວ່າ​ນີ​ໄຟ​ໄດ້​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ນາ​ທີ​ຕໍ່​ນາ​ທີ ຕະ​ຫລອດ​ຄືນ​ຂອງ​ການ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເຮົາ​ຕ້ອງ​ການ, ແລະ ທ່ານ​ກໍ​ຕ້ອງ​ການ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ເປັນ​ເພື່ອນ​ຢ່າງ​ບໍ່​ລົດ​ລະ. ບັດ​ນີ້, ເຮົາ​ປາດ​ຖະ​ໜາ​ຢາກ​ມີ​ພຣະ​ອົງ, ແຕ່​ເຮົາ​ຮູ້​ໂດຍ​ປະ​ສົບ​ການ​ວ່າ ມັນ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ ທີ່​ຈະ​ສຳ​ເລັດ. ເຮົາ​ທຸກ​ຄົນ​ຈະ​ຄິດ ແລະ ຈະ​ເວົ້າ, ແລະ ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ ທີ່​ສາ​ມາດ​ເຮັດ​ໃຫ້​ພຣະ​ວິນ​ຍານ​ບໍ່​ພໍ​ພຣະ​ໄທ​ໄດ້.

ເມື່ອ​ສິ່ງ​ນັ້ນ​ເກີດ​ຂຶ້ນ, ດັ່ງ​ທີ່​ມັນ​ຈະ​ເປັນ, ເຮົາ​ອາດ​ຈະ​ຮູ້​ສຶກ​ເປັນ​ທີ່​ບໍ່​ພໍ​ພຣະ​ໄທ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ເຮົາ​ອາດ​ຈະ​ຖືກ​ລໍ້​ລວງ​ໃຫ້​ຮູ້​ສຶກ​ວ່າ​ເຮົາ​ໂດດ​ດ່ຽວ. ມັນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ຕ້ອງ​ຈື່​ຈຳ​ຄຳ​ສັນ​ຍາ​ອັນ​ແນ່​ນອນ​ທີ່​ເຮົາ​ໄດ້​ຮັບ​ແຕ່​ລະ​ອາ​ທິດ​ຂະ​ນະ​ທີ່​ເຮົາ​ກັບ​ໃຈ ແລະ ຮັບ​ສ່ວນ​ສິນ​ລະ​ລຶກ, “ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ, ເພື່ອ​ພວກ​ເຂົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ.”5

ຖ້າ​ຫາກ​ທ່ານ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມື້​ນີ້, ທ່ານ​ອາດ​ຖື​ເອົາ​ນັ້ນ​ເປັນ​ຫລັກ​ຖານ​ອັນ​ແສນ​ຫວານ​ວ່າ ການ​ຊົດ​ໃຊ້​ກຳ​ລັງ​ເກີດ​ຜົນ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ.

ດັ່ງ​ທີ່ ແອວ​ເດີ ແຈັບ​ຟະ​ຣິ ອາ ຮໍ​ແລນ ໄດ້​ກ່າວ​ໄວ້​ວ່າ: “ເມື່ອ​ໃດ​ກໍ​ຕາມ​ທີ່​ຊ່ວງ​ເວ​ລາ​ທຸກ​ຍາກ​ລຳ​ບາກ​ທີ່​ສຸດ​ໃນ​ຊີ​ວິດ​ເຫລົ່າ​ນີ້​ມາ​ເຖິງ, ເຮົາ​ຈະ​ຕ້ອງ​ບໍ່​ຍອມ​ຈຳ​ນົນ​ຕໍ່​ຄວາມ​ຢ້ານ​ກົວ​ວ່າ​ພຣະ​ເຈົ້າ​ໄດ້​ປະ​ຖິ້ມ​ເຮົາ​ແລ້ວ ຫລື ວ່າ​ພຣະ​ອົງ​ບໍ່​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ. ພຣະ​ອົງ ໄດ້ ຍິນ​ເຮົາ. ພຣະ​ອົງ ຊົງ ເຫັນ​ເຮົາ. ພຣະ​ອົງ ຊົງ ຮັກ​ເຮົາ.”6

ຄວາມ​ໝັ້ນ​ໃຈ​ນັ້ນ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ. ເມື່ອ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຫ່າງ​ເຫີນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ເມື່ອ​ຄຳ​ຕອບ​ຂອງ​ຄຳ​ອະ​ທິ​ຖານ​ນັ້ນ​ມາ​ຊ້າ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຈາກ​ປະ​ທານ​ແນວ​ສັນ ໃຫ້​ທົບ​ທວນ​ຊີ​ວິດ​ເພື່ອ​ຫາ​ໂອ​ກາດ​ໃນ​ການ​ກັບ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ເພິ່ນ​ໄດ້​ເຕືອນ​ເຮົາ​ວ່າ, “ການ​ກັບ​ໃຈ​ທຸກ​ວັນ ເປັນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຄວາມ​ບໍ​ລິ​ສຸດ, ແລະ ຄວາມ​ບໍ​ລິ​ສຸດ​ຈະ​ນຳ​ພະ​ລັງ​ມາ​ໃຫ້.”7

ຖ້າ​ຫາກ​ວ່າ​ທ່ານ​ພົບ​ຕົວ​ເອງ​ມີ​ບັນ​ຫາ​ໃນ​ການ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທ່ານ​ອາດ​ຈະ​ໄຕ່​ຕອງ​ເບິ່ງ​ວ່າ​ມີ​ສິ່ງ​ໃດ​ບໍ​ທີ່​ທ່ານ​ອາດ​ຈະ​ຕ້ອງ​ກັບ​ໃຈ ແລະ ຈະ​ຕ້ອງ​ໄດ້​ຮັບ​ການ​ໃຫ້​ອະ​ໄພ.8 ທ່ານ​ສາ​ມາດ​ອະ​ທິ​ຖານ​ດ້ວຍ​ສັດ​ທາ ເພື່ອ​ໃຫ້​ຮູ້​ວ່າ​ຈະ​ຕ້ອງ​ເຮັດ​ຫຍັງ​ແດ່​ຈຶ່ງ​ຈະ​ສະ​ອາດ ແລະ ດ້ວຍ​ເຫດ​ນີ້​ຈຶ່ງ​ຈະ​ມີ​ຄຸນ​ສົມ​ບັດ​ເໝາະ​ສົມ​ຫລາຍ​ຂຶ້ນ​ສຳ​ລັບ​ການ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ເປັນ​ເພື່ອນ​ສະ​ເໝີ.

ຖ້າ​ວ່າ​ທ່ານ​ຕ້ອງ​ການ​ໃຫ້​ໄດ້​ຮັບ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທ່ານ​ຈຳ​ຕ້ອງ​ປາດ​ຖະ​ໜາ​ດ້ວຍ​ເຫດ​ຜົນ​ທີ່​ຖືກ​ຕ້ອງ. ຈຸດ​ປະ​ສົງ​ຂອງ​ທ່ານ​ຈຳ​ຕ້ອງ​ເປັນ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຖ້າ​ຫາກ​ວ່າ​ແຮງ​ຈູງ​ໃຈ​ຂອງ​ທ່ານ​ເຫັນ​ແກ່​ຕົວ​ເກີນ​ໄປ, ທ່ານ​ຈະ​ເຫັນ​ໄດ້​ວ່າ​ມັນ​ຍາກ​ທີ່​ຈະ​ໄດ້​ຮັບ ແລະ ຮູ້​ສຶກ​ເຖິງ​ການ​ກະ​ຕຸ້ນ​ເຕືອນ​ຂອງ​ພຣະ​ວິນ​ຍານ.

ສິ່ງ​ສຳ​ຄັນ​ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ທ່ານ​ກໍ​ຄື​ຈົ່ງ​ປາດ​ຖະ​ໜາ​ໃນ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປາດ​ຖະ​ໜາ. ແຮງ​ຈູງ​ໃຈ​ຂອງ​ເຮົາ​ຕ້ອງ​ຖືກ​ຂັບ​ເຄື່ອນ​ດ້ວຍ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ. ການ​ອະ​ທິ​ຖານ​ຂອງ​ເຮົາ​ຕ້ອງ​ແມ່ນ “ສິ່ງ​ທີ່​ຂ້າ​ນ້ອຍ​ຕ້ອງ​ການ​ຄື​ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ອົງ. ຂໍ​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ເຖິດ.”

ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຈື່​ຈຳ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ. ຈາກ​ນັ້ນ, ເມື່ອ​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເພື່ອ​ຂອບ​ພຣະ​ໄທ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ໝັ້ນ​ໃຈ​ວ່າ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ ແລະ ວ່າ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ຄື​ສິ່ງ​ທີ່​ດີ​ທີ່​ສຸດສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ຄົນ​ທີ່​ຂ້າ​ພະ​ເຈົ້າ​ຮັກ. ນັ້ນ​ຊ່ວຍ​ເຮັດ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເຂັ້ມ​ແຂງ​ຂຶ້ນ.

ຈາກ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ເປັນ​ພະ​ຍານ​ເຖິງ, ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ​ສຳ​ລັບ​ເຮົາ​ແມ່ນ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ ທີ່​ຊົງ​ພຣະ​ຊົນ​ຢູ່. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັນ​ຍາ​ວ່າ, “ເມື່ອ​ອົງ​ພຣະ​ຜູ້​ຊ່ວຍ, ຜູ້​ທີ່​ເຮົາ​ຈະ​ໃຊ້​ຈາກ​ພຣະ​ບິ​ດາ​ມາ​ຫາ​ເຈົ້າ​ທັງ​ຫລາຍ, ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ, ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ໄດ້​ສະ​ເດັດ​ມາ​ແລ້ວ, ພຣະ​ອົງ​ນັ້ນ​ແຫລະ​ຈະ​ເປັນ​ພະ​ຍານ​ໃຫ້​ແກ່​ເຮົາ.”9

ເມື່ອ​ຫລາຍ​ປີ​ກ່ອນ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ແມ່​ທີ່​ອຸກ​ອັ່ງ​ໃຈ​ຄົນ​ໜຶ່ງ. ລາວ​ໄດ້​ບອກ​ກັບ​ຂ້າ​ພະ​ເຈົ້າ​ວ່າ​ລູກ​ສາວ​ຂອງ​ລາວ​ໄດ້​ຍ້າຍ​ອອກ​ໄປ​ຢູ່​ໄກ​ບ້ານ. ລາວ​ສຳ​ຜັດ​ໄດ້​ວ່າ​ມີ​ບາງ​ສິ່ງ​ບາງ​ຢ່າງ​ຜິດ​ປົກ​ກະ​ຕິ​ຢ່າງ​ຮ້າຍ​ແຮງ​ຈາກ​ການ​ຕິດ​ຕໍ່​ຫາ​ກັນ​ພຽງ​ເລັກ​ນ້ອຍ​ກັບ​ລູກ​ສາວ​ຂອງ​ລາວ. ລາວ​ໄດ້​ອ້ອນ​ວອນ​ໃຫ້​ຂ້າ​ພະ​ເຈົ້າ​ຊ່ວຍ​ເຫລືອ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ແມ່ນ​ໃຜ​ທີ່​ເປັນ​ຄູ​ສອນ​ປະ​ຈຳ​ບ້ານ​ລູກ​ສາວ​ຂອງ​ລາວ. ຟັງ​ຊື່​ທ່ານ​ກໍ​ສາ​ມາດ​ບອກ​ໄດ້​ວ່າ​ມັນ​ເປັນ​ເວ​ລາ​​ດົນ​ນານ​ມາ​ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ໂທ​ຫາ​ລາວ​ຜູ້​ນັ້ນ. ລາວ​ຍັງ​ໜຸ່ມ. ແຕ່​ລາວ​ໄດ້​ບອກ​ກັບ​ຂ້າ​ພະ​ເຈົ້າ​ວ່າ​ລາວ ແລະ ຄູ່​ຂອງ​ລາວ​ທັງ​ສອງ​ເປັນ​ກັງ​ວົນ​ຫລາຍ​ຈົນ​ນອນ​ບໍ່​ຫລັບ ບໍ່​ພຽງ​ແຕ່​ເປັນ​ຫ່ວງ​ລູກ​ສາວ​ຂອງ​ຍິງ​ຄົນ​ນັ້ນ ແຕ່​ດ້ວຍ​ການ​ດົນ​ໃຈ​ວ່າ​ນາງ​ກຳ​ລັງ​ຈະ​ຕັດ​ສິນ​ໃຈ​ເຮັດ​ໃນ​ສິ່ງ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ໂສກ​ເສົ້າ ແລະ ເປັນ​ທຸກ​ຢ່າງ​ໜັກ​ໜ່ວງ. ພຽງ​ແຕ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ, ເຂົາ​ເຈົ້າ​ກໍ​ໄປ​ພົບ​ກັບ​ນາງ​ທັນ​ທີ.

ທຳ​ອິດ ນາງ​ບໍ່​ຢາກ​ເລົ່າ​ໃຫ້​ເຂົາ​ເຈົ້າ​ຟັງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຂອງ​ນາງ. ດ້ວຍ​ການ​ດົນ​ໃຈ, ເຂົາ​ເຈົ້າ​ໄດ້​ອ້ອນ​ວອນ​ຂໍ​ໃຫ້​ນາງ​ກັບ​ໃຈ ແລະ ເລືອກ​ເສັ້ນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ໄວ້​ໃຫ້​ແກ່​ນາງ. ແລ້ວ​ນາງ​ກໍ​ຮູ້​ສຶກ​ໄດ້, ຂ້າ​ພະ​ເຈົ້າ​ເຊື່ອ​ໂດຍ​ພຣະ​ວິນ​ຍານ, ວ່າ​ທາງ​ດຽວ​ທີ່​ເຂົາ​ເຈົ້າ​ຈະ​ຮູ້​ໄດ້​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ຊີ​ວິດ​ຂອງ​ຍິງ​ຄົນ​ນັ້ນ​ແມ່ນ​ມາ​ຈາກ​ພຣະ​ເຈົ້າ. ແມ່​ຄົນ​ໜຶ່ງ​ໄດ້​ສົ່ງ​ຄວາມ​ກັງ​ວົນ​ດ້ວຍ​ຄວາມ​ຮັກ​ຂອງ​ລາວ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຖືກ​ສົ່ງ​ໄປ​ຫາ​ຄູ​ສອນ​ປະ​ຈຳ​ບ້ານ​ເຫລົ່າ​ນັ້ນ ເພາະ​ວ່າ​ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ. ເຂົາ​ເຈົ້າ​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ ແລະ ຄຳ​ສັນ​ຍາ​ທີ່​ພົບ​ເຫັນ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ທີ່​ວ່າ:

“ອຸ​ທອນ​ຂອງ​ເຮົາ​ຕ້ອງ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ໃຈ​ບຸນ​ຕໍ່​ມະ​ນຸດ​ທັງ​ປວງ​ນຳ​ອີກ, ແລະ ຕໍ່​ຄອບ​ຄົວ​ແຫ່ງ​ສັດ​ທາ, ແລະ ໃຫ້​ຄຸນ​ນະ​ທຳ​ປະ​ດັບ​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ຢ່າງ​ບໍ່​ເສື່ອມ​ຄາຍ; ເມື່ອ​ນັ້ນ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ​ຈະ​ແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ; ແລະ ຄຳ​ສອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ກັ່ນ​ລົງ​ມາ​ເທິງ​ຈິດ​ວິນ​ຍານ​ຂອງ​ເຮົາ​ເໝືອນ​ດັ່ງ​ຢາດ​ນ້ຳ​ຄ້າງ​ຈາກ​ສະ​ຫວັນ.

“ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ເພື່ອນ​ຂອງ​ທ່ານ​ສະ​ເໝີ, ແລະ ໄມ້​ຄ້ອນ​ເທົ້າ​ແຫ່ງ​ອຳ​ນາດ​ຂອງ​ທ່ານ ຈະ​ເປັນ​ໄມ້​ຄ້ອນ​ເທົ້າ​ອັນ​ບໍ່​ປ່ຽນ​ແປງ​ແຫ່ງ​ຄວາມ​ຊອບ​ທຳ ແລະ ຄວາມ​ຈິງ; ແລະ ການ​ຄອບ​ຄອງ​ຂອງ​ທ່ານ​ຈະ​ເປັນ​ການ​ຄອບ​ຄອງ​ອັນ​ເປັນ​ນິດ, ແລະ ປາດ​ສະ​ຈາກ​ການ​ບັງ​ຄັບ ຊຶ່ງ​ໝາຍ​ຄວາມ​ວ່າ​ມັນ​ຈະ​ໄຫລ​ມາ​ສູ່​ທ່ານ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.”10

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ສາ​ສັນ​ຍາ​ຂອງ​ພຣະ​ອົງ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຖືກ​ສົ່ງ​ໄປ​ຫາ​ສະ​ມາ​ຊິກ​ໃນ​ພັນ​ທະ​ສັນ​ຍາ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ບັດ​ນີ້, ປະ​ສົບ​ການ​ຂອງ​ທ່ານ​ຈະ​ບໍ່​ຄື​ໃຜ, ແລະ ພຣະ​ວິນ​ຍານ​ຈະ​ນຳ​ພາ​ທ່ານ​ໃນ​ທາງ​ທີ່​ເໝາະ​ສົມ​ທີ່​ສຸດ​ຕໍ່​ສັດ​ທາ ແລະ ຄວາມ​ສາ​ມາດ​ຂອງ​ທ່ານ​ໃນ​ການ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ທ່ານ ແລະ ສຳ​ລັບ​ຄົນ​ທີ່​ທ່ານ​ຮັກ ແລະ ຮັບ​ໃຊ້. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ​ຄວາມ​ໝັ້ນ​ໃຈ​ຂອງ​ທ່ານ​ຈະ​ເຕີບ​ໃຫຍ່​ຂຶ້ນ.

ຂ້າ​ພະ​ເຈົ້າ​ສະ​ແດງ​ປະ​ຈັກ​ພະ​ຍານ​ວ່າ ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ຊົງ​ພຣະ​ຊົນ​ຢູ່. ພຣະ​ອົງ​ຮັກ​ທ່ານ. ພຣະ​ອົງ​ໄດ້​ຍິນ​ທຸກ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ. ພຣະ​ເຢ​ຊູ​ຄຣິດ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເພື່ອ​ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ໃຫ້​ເພື່ອ​ນຳ​ພາ, ປອບ​ໂຍນ, ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຕໍ່​ເຮົາ. ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ປ່າ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ແປ​ພຣະ​ຄຳ​ພີ​ມໍ​ມອນ​ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ.

ຜູ້​ສົ່ງ​ຂ່າວ​ສານ​ຈາກ​ສະ​ຫວັນ ໄດ້​ຟື້ນ​ຟູ​ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ທຸກ​ຄົນ​ຢູ່​ໃນ​ໂລກ.

ໃນ​ຖາ​ນະ​ພະ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ທ່ານ ແລະ ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຂອງ​ເຮົາ​ສະ​ເໝີ ແລະ ໄດ້​ຮັບ​ການ​ຢືນ​ຢັນ​ເຖິງ​ຄວາມ​ຈິງ​ເຫລົ່າ​ນັ້ນ ເມື່ອ​ເຮົາ​ຈຶ່​ຈຳ ແລະ ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ກັບ​ໃຈ, ແລະ ຂໍ​ໃຫ້​ຄວາມ​ຮັກ​ຂອງ​ພຣະ​ອົງ​ຢູ່​ໃນ​ໃຈ​ເຮົາ. ຂ້າ​ພະ​ເຈົ້າ​ອະ​ທິ​ຖາ​ນຂໍ​ໃຫ້​ເຮົາ​ໄດ້​ຮັບ​ພອນ ແລະ ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ມື້​ນີ້ ແລະ ໃນ​ທຸກ​ມື້​ໃນ​ຊີ​ວິດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຮັກ​ທ່ານ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 96.

  2. ຮີ​ລາ​ມັນ 11:23.

  3. 1 ນີ​ໄຟ 3:7.

  4. 1 ນີ​ໄຟ 4:5–6.

  5. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77.

  6. Jeffrey R. Holland, “Lessons from Liberty Jail” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 7 ເດືອນ​ກັນ​ຍາ, 2008), 5, speeches.byu.edu.

  7. Russell M. Nelson, “We Can Do Better and Be Better,” Liahona, May 2019, 68.

  8. “ການ​ບໍ່​ສາ​ມາດ​ຮູ້​ສຶກ​ເຖິງ​ພ​ຣະ​ວິນ​ຍານ, ຫລື ຄວາມ​ຮູ້​ສຶກ​ບໍ່​ສົນ​ໃຈ ຫລື ເສີຍ​ຊາ, [ສາ​ມາດ​ເປັນ] ອາ​ການ​ຂອງ​ສຸ​ຂະ​ພາບ​ທາງ​ຈິດ​ທີ່​ບໍ່​ຄ່ອຍ​ດີ​ປານ​ໃດ” (“At times I have difficulty feeling the Spirit because I feel numb … ,” ໃນ “Mental Health: Help for Me,” Life Help, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ຖ້າ​ວ່າ​ທ່ານ​ປະ​ສົບ​ກັບ​ບັນ​ຫາ​ສຸ​ຂະ​ພາບ​ທາງ​ຈິດ ຫລື ອາ​ລົມ, ຂໍ​ໃຫ້​ໝັ້ນ​ໃຈ​ໃນ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ມີ​ຕໍ່​ທ່ານ, ແລະ ອະ​ທິ​ຖານ​ຫາ​ພຣະ​ອົງ ແລະ ເຊື່ອ​ໝັ້ນ​ໃນ​ພຣະ​ອົງ​ຕໍ່​ໄປ.

  9. ໂຢ​ຮັນ 15:26.

  10. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:45–46.