ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສ່ວນ​ສິບ: ໄຂ​ປະ​ຕູ​ສະ​ຫວັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ສ່ວນ​ສິບ: ໄຂ​ປະ​ຕູ​ສະ​ຫວັນ

ປະ​ຕູ​ສະ​ຫວັນ​ຈະ​ໄຂ​ອອກ​ໃນ​ຫລາຍໆ​ວິ​ທີ​ທາງ. ຈົ່ງ​ໄວ້​ວາງ​ໃຈ​ໃນ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ພອນ​ນັ້ນ​ຈະ​ມີ​ມາ​ສະ​ເໝີ.

ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຢູ່​ອາ​ເມ​ຣິ​ກາ​ໃຕ້​ເມື່ອ​ບໍ່​ດົນ​ມາ​ນີ້, ບຣາ​ເດີ ຣໍ​ເຈີ ປາ​ຣາ ຈາກ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ໄດ້​ແບ່ງ​ປັນ​ປະ​ສົບ​ການ​ດັ່ງ​ຕໍ່​ໄປ​ນີ້​ກັບ​ຂ້າ​ພະ​ເຈົ້າ:

“ໃນ​ປີ 2019 ປະ​ເທດ​ເວ​ເນ​ຊູ​ເອ​ລາ ໄດ້​ສັ່ນ​ຄອນ​ໂດຍ​ບັນ​ຫາ​ທີ່​ເຮັດ​ໃຫ້​ໄຟ​ຟ້າ​ດັບ​ເປັນ​ເວ​ລາ​ຫ້າ​ວັນ.

“ຄວາມ​ວຸ້ນ​ວາຍ ແລະ ອະ​ທິ​ປະ​ໄຕ​ໄດ້​ປົກ​ຄອງ​ຖະ​ໜົນ​ຫົນ​ທາງ, ແລະ ຫລາຍໆ​ຄົນ​ທີ່​ໝົດ​ຫວັງ​ກໍ​ບໍ່​ມີ​ອາ​ຫານ​ພຽງ​ພໍ.

“ບາງ​ຄົນ​ໄດ້​ເລີ່ມ​ລັກ​ລອບ​ທຸ​ລະ​ກິດ​ທີ່​ຂາຍ​ອາ​ຫານ, ທຳ​ລາຍ​ທຸກ​ສິ່ງ​ທີ່​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພວກ​ເຂົາ.

“ໃນ​ຖາ​ນະ​ເຈົ້າ​ຂອງ​ຮ້ານ​ຂາຍ​ເຂົ້າ​ຈີ່​ຮ້ານ​ນ້ອຍໆ, ຂ້ອຍ​ເປັນ​ຫ່ວງ​ທຸ​ລະ​ກິດ​ຂອງ​ພວກ​ເຮົາ​ຫລາຍ. ນຳ​ກັນ​ເປັນ​ຄອບ​ຄົວ, ພວກ​ເຮົາ​ໄດ້​ຕັດ​ສິນ​ໃຈ​ແຈກ​ຢາຍ​ອາ​ຫານ​ທັງ​ໝົດ​ທີ່​ຢູ່​ໃນ​ຮ້ານ​ຂາຍ​ເຂົ້າ​ຈີ່​ຂອງ​ພວກ​ເຮົາ​ໃຫ້​ແກ່​ຜູ້​ຄົນ​ທີ່​ຂັດ​ສົນ.

“ຜ່ານ​ຄືນ​ທີ່​ມືດ​ມົນ​ທີ່​ສຸດ​ຄືນ​ໜຶ່ງ ໄດ້​ມີ​ການ​ຈະ​ລາ​ຈົນ​ໃນ​ທຸກ​ແຫ່ງ​ຫົນ. ຄວາມ​ກັງ​ວົນ​ຢ່າງ​ດຽວ​ຂອງ​ຂ້ອຍ​ແມ່ນ​ຄວາມ​ປອດ​ໄພ​ຂອງ​ພັນ​ລະ​ຍາ ແລະ ລູກໆ​ທີ່​ຮັກ​ຂອງ​ຂ້ອຍ.

“ຕອນ​ຮຸ່ງ​ເຊົ້າ ຂ້ອຍ​ໄດ້​ໄປ​ທີ່​ຮ້ານ​ຂາຍ​ເຂົ້າ​ຈີ່​ຂອງ​ພວກ​ເຮົາ. ໜ້າ​ໂສກ​ເສົ້າ​ທີ່, ທຸ​ລະ​ກິດ​ທີ່​ຂາຍ​ອາ​ຫານ​ຢູ່​ໃກ້ໆ​ທຸກ​ແຫ່ງ​ຖືກ​ທຳ​ລາຍ​ໂດຍ​ພວກ​ລັກ​ລອບ, ແຕ່​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ຫລາຍ, ຮ້ານ​ຂາຍ​ເຂົ້າ​ຈີ່​ຂອງ​ພວກ​ເຮົາ​ປອດ​ໄພ​ດີ. ບໍ່​ມີ​ຫຍັງ​ຖືກ​ທຳ​ລາຍ​ເລີຍ. ຂ້ອຍ​ໄດ້​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້ອຍ.

“ເມື່ອ​ກັບ​ເຖິງ​ບ້ານ, ຂ້ອຍ​ໄດ້​ບອກ​ຄອບ​ຄົວ​ຂອງ​ຂ້ອຍ​ເຖິງ​ພອນ ແລະ ການ​ປົກ​ປ້ອງ​ຂອງ​ພຣະ​ເຈົ້າ.

“ເຂົາ​ເຈົ້າ​ທຸກ​ຄົນ​ກໍ​ກະ​ຕັນ​ຍູ​ຫລາຍ.

“ທ້າວ​ໂຣ​ເຮ​ລີ​ໂອ, ລູກ​ຊາຍ​ກົກ​ຂອງ​ຂ້ອຍ, ອາ​ຍຸ​ພຽງ 12 ປີ, ໄດ້​ເວົ້າ​ວ່າ, ‘ພໍ່​ເອີ້ຍ!!! ລູກ​ຮູ້​ວ່າ​ເປັນ​ຫຍັງ​ຮ້ານ​ຂອງ​ພວກ​ເຮົາ​ຈຶ່ງ​ຖືກ​ປົກ​ປ້ອງ. ພໍ່ ແລະ ແມ່​ຈ່າຍ​ເງິນ​ສ່ວນ​ສິບ​ຂອງ​ພໍ່​ແມ່​ສະ​ເໝີ​ມາ.’”

ບຣາ​ເດີ ປາ​ຣາ ໄດ້​ສະ​ຫລຸບ​ວ່າ: “ຖ້ອຍ​ຄຳ​ຂອງ​ມາ​ລາ​ກີ ໄດ້​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ຂ້ອຍ. ‘ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຝູງ​ແມງ​ໄມ້​ມາ​ທຳ​ລາຍ​ຜົນ​ລະ​ປູກ​ຂອງ​ພວກ​ເຈົ້າ, ແລະ​ຕົ້ນ​ອະ​ງຸ່ນ​ຂອງ​ພວກ​ເຈົ້າ​ກໍ​ຈະ​ມີ​ໝາກ​ຫລາຍ’ [ມາ​ລາ​ກີ 3:11]. ພວກ​ເຮົາ​ໄດ້​ຄຸ​ເຂົ່າ​ລົງ ແລະ ດ້ວຍ​ຄວາມ​ກະ​ຕັນ​ຍູ ໄດ້​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຮົາ​ສຳ​ລັບ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ.”1

ຮູບ​ພາບ
ຄອບ​ຄົວ ປາ​ຣາ.

ຈົ່ງ​ລອງ​ເຮັດ​ຢ່າງ​ນັ້ນ​ກັບ​ເຮົາ​ເບິ່ງ

ທຸກ​ສິ່ງ​ທີ່​ເຮົາ​ມີ ແລະ ທຸກ​ສິ່ງ​ທີ່​ເຮົາ​ເປັນ​ຢູ່​ແມ່ນ​ມາ​ຈາກ​ພຣະ​ເຈົ້າ. ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ, ເຮົາ​ເຕັມ​ໃຈ​ທີ່​ຈະ​ແບ່ງ​ປັນ​ກັບ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ.

ກັບ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ໃຫ້​ເຮົາ, ພຣະ​ອົງ​ໄດ້​ຂໍ​ໃຫ້​ເຮົາ​ສົ່ງ​ຄືນ​ໃຫ້​ພຣະ​ອົງ ແລະ ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ 10 ເປີ​ເຊັນ ຈາກ​ລາຍ​ໄດ້​ຂອງ​ເຮົາ. ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ເຮົາ​ວ່າ ຖ້າ​ເຮົາ​ຊື່​ສັດ​ໃນ​ເລື່ອງ​ສ່ວນ​ສິບ​ຂອງ​ເຮົາ, ພຣະ​ອົງ​ຈະ “ໄຂ … ປະ​ຕູ​ສະ​ຫວັນ, ແລະ ຖອກ​ເທ … ພຣະ​ພອນ​ນາໆ​ຊະ​ນິດ, ຈົນ​ບໍ່​ມີ​ຫ້ອງ​ໃສ່.”2 ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ເຮົາ​ວ່າ ພຣະ​ອົງ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ຄວາມ​ຊົ່ວ​ຮ້າຍ.3 ຄຳ​ສັນ​ຍາ​ເຫລົ່າ​ນີ້​ແມ່ນ​ແນ່​ນອນ,4 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ກາດ​ວ່າ, “ຈົ່ງ​ລອງ​ເຮັດ​ຢ່າງ​ນັ້ນ​ກັບ​ເຮົາ​ເບິ່ງ,”5 ຊຶ່ງ​ເປັນ​ວະ​ລີ​ທີ່​ຈະ​ບໍ່​ພົບ​ເຫັນ​ຢູ່​ບ່ອນ​ອື່ນ​ໃດ​ເລີຍ​ໃນ​ພຣະ​ຄຳ​ພີ.

ປະ​ຕູ​ສະ​ຫວັນ​ຈະ​ໄຂ​ອອກ​ໃນ​ຫລາຍໆ​ວິ​ທີ​ທາງ. ບາງ​ວິ​ທີ​ແມ່ນ​ເປັນ​ທາງ​ຝ່າຍ​ໂລກ, ແຕ່​ບາງ​ວິ​ທີ​ແມ່ນ​ເປັນ​ທາງ​ຝ່າຍ​ວິນ​ຍານ. ບາງ​ວິ​ທີ​ແມ່ນ​ເຫັນ​ໄດ້​ຍາກ ແລະ ມັກ​ຈະ​ຖືກ​ມອງ​ຂ້າມ. ຈົ່ງ​ໄວ້​ວາງ​ໃຈ​ໃນ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ພອນ​ນັ້ນ​ຈະ​ມີ​ມາ​ສະ​ເໝີ.

ເຮົາ​ເສົ້າ​ສະ​ຫລົດ​ໃຈ​ນຳ​ຜູ້​ຄົນ​ທີ່​ດີ້ນ​ລົນ​ເພື່ອ​ຈະ​ມີ​ສິ່ງ​ຂອງ​ທີ່​ຈຳ​ເປັນ​ຕໍ່​ຊີ​ວິດ. ເມື່ອ​ບໍ່​ດົນ​ມາ​ນີ້ ສາດ​ສະ​ໜາ​ຈັກ​ໄດ້​ບໍ​ລິ​ຈາກ 54 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ໃຫ້​ການ​ບັນ​ເທົາ​ຕໍ່​ເດັກ​ນ້ອຍ ແລະ ບັນ​ດາ​ແມ່​ທີ່​ຢູ່​ໃນ​ຖາ​ນະ​ທີ່​ສ່ຽງ ຕະ​ຫລອດ​ທົ່ວ​ໂລກ.6 ແລະ ດ້ວຍ​ເງິນ​ບໍ​ລິ​ຈາກ​ຖື​ສິນ​ອົດ​ເຂົ້າ​ແຕ່​ລະ​ເດືອນ​ຂອງ​ທ່ານ, ອະ​ທິ​ການ​ທີ່​ດີ​ຂອງ​ເຮົາ​ກໍ​ໄດ້​ຊ່ວຍ​ຫລາຍໆ​ພັນ​ຄົນ​ແຕ່​ລະ​ອາ​ທິດ ຜູ້​ທີ່​ຕ້ອງ​ການ​ອາ​ຫານ​ຢູ່​ທີ່​ໂຕະ​ຂອງ​ເຂົາ​ເຈົ້າ, ເສື້ອ​ຜ້າ​ທີ່​ຈະ​ນຸ່ງ​ຫົ່ມ, ແລະ ທີ່​ພັກ​ອາ​ໄສ​ເປັນ​ເວ​ລາ​ຊົ່ວ​ຄາວ. ທາງ​ແກ້​ໄຂ​ທີ່​ຖາ​ວອນ​ຢ່າງ​ດຽວ​ຕໍ່​ຄວາມ​ທຸກ​ຍາກ​ຂອງ​ໂລກ​ນີ້​ແມ່ນ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.7

ເລື່ອງ​ຂອງ​ສັດ​ທາ

ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ເຕືອນ​ວ່າ ສະ​ຕິ​ປັນ​ຍາ​ຂອງ​ມະ​ນຸດ​ເຂົ້າ​ໃຈ​ເລື່ອງ​ຂອງ​ມະ​ນຸດ ແຕ່​ມີ​ຄວາມ​ລຳ​ບາກ​ທີ່​ຈະ​ເຂົ້າ​ໃຈ​ເລື່ອງ​ຂອງ​ພຣະ​ເຈົ້າ.8 ຊາວ​ໂລກ​ກ່າວ​ເຖິງ​ສ່ວນ​ສິບ​ໃນ​ທຳ​ນອງ​ເງິນ, ແຕ່​ກົດ​ສັກ​ສິດ​ຂອງ​ສ່ວນ​ສິບ ຫລັກໆ​ແລ້ວ​ແມ່ນ​ເປັນ​ເລື່ອງ​ຂອງ​ສັດ​ທາ​ຂອງ​ເຮົາ. ການ​ເປັນ​ຄົນ​ຊື່​ສັດ​ໃນ​ເລື່ອງ​ສ່ວນ​ສິບ​ຂອງ​ເຮົາ​ຄື​ວິ​ທີ​ທາງ​ໜຶ່ງ​ທີ່​ເຮົາ​ສະ​ແດງ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ທີ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ເຮົາ, ເໜືອ​ຄວາມ​ຫ່ວງ​ໃຍ ແລະ ຄວາມ​ສົນ​ໃຈ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ຂະ​ນະ​ທີ່​ທ່ານ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ພອນ​ແຫ່ງ​ສະ​ຫວັນ​ຈະ​ຕິດ​ຕາມ​ມາ.

ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ “ສິ່ງ​ທີ່​ເປັນ​ຂອງ​ກາຍ​ຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍ​ຊາ; ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ ຈົ່ງ​ຄືນ​ຖວາຍ​ໃຫ້​ແກ່​ພຣະ​ເຈົ້າ.”9 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ໄດ້​ຂໍ​ໃຫ້​ຊາວ​ນີ​ໄຟ​ຂຽນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ທີ່​ພົບ​ເຫັນ​ຢູ່​ໃນ​ມາ​ລາ​ກີ ໄວ້​ໃນ​ບັນ​ທຶກ​ຂອງ​ເຂົາ​ເຈົ້າ.10 ໃນ​ວັນ​ເວ​ລາ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢືນ​ຢັນ​ກົດ​ສ່ວນ​ສິບ​ທີ່​ສູງ​ສົ່ງ​ຄືນ​ອີກ, ໂດຍ​ປະ​ກາດ​ວ່າ: “ນີ້​ຈະ​ເປັນ​ການ​ເລີ່ມ​ຕົ້ນ​ການ​ເກັບ​ສ່ວນ​ສິບ​ຈາກ​ຜູ້​ຄົນ​ຂອງ​ເຮົາ. ແລະ [ພວກ​ເຂົາ] ຈະ​ຈ່າຍ​ໜຶ່ງ​ສ່ວນ​ສິບ​ຂອງ​ລາຍ​ໄດ້​ທັງ​ໝົດ​ຂອງ​ພວກ​ເຂົາ​ທຸກໆ​ປີ; ແລະ ນີ້​ຈະ​ເປັນ​ກົດ​ຖາ​ວອນ​ສຳ​ລັບ​ພວກ​ເຂົາ​ຕະ​ຫລອດ​ການ.”11

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ຢ່າງ​ຊັດ​ເຈນ​ວ່າ ສ່ວນ​ສິບ​ຄວນ​ຈະ​ຖືກ​ເບີກ​ຈ່າຍ​ແນວ​ໃດ, ໂດຍ​ກ່າວ​ວ່າ, “ຈົ່ງ​ນຳ​ໜຶ່ງ​ສ່ວນ​ສິບ​ເຕັມ​ຈຳ​ນວນ​ມາ​ທີ່​ວິ​ຫານ​ຂອງ​ເຮົາ,”12 ຊຶ່ງ​ໝາຍ​ເຖິງ ການ​ນຳ​ໜຶ່ງ​ສ່ວນ​ສິບ​ມາ​ທີ່​ອາ​ນາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.13 ພຣະ​ອົງ​ໄດ້​ຊີ້​ນຳ​ວ່າ ການ​ໃຊ້​ຈ່າຍ​ສ່ວນ​ສິບ​ສັກ​ສິດ​ເຫລົ່າ​ນີ້​ຈະ​ຖືກ​ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ ໂດຍ​ສະ​ພາ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຝ່າຍ​ອະ​ທິ​ການ​ຄວບ​ຄຸມ, “ແລະ ໂດຍ​ສຽງ​ຂອງ​ເຮົາ​ເອງ​ເຖິງ​ພວກ​ເຂົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.”14

ເງິນ​ທຶນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ເງິນ​ທຶນ​ສັກ​ສິດ​ເຫລົ່າ​ນີ້​ບໍ່​ໄດ້​ເປັນ​ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກໍ​ຮັບ​ຮູ້​ດີ​ເຖິງ​ທຳ​ມະ​ຊາດ​ທີ່​ສັກ​ສິດ​ຂອງ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເພິ່ນ.

ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ເລົ່າ​ເຖິງ​ປະ​ສົບ​ການ​ໃນ​ໄວ​ເດັກ​ຂອງ​ເພິ່ນ​ວ່າ: “ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ພໍ່​ຂອງ​ຂ້າ​ພະ​ເຈົ້າ … ກ່ຽວ​ກັບ​ການ​ໃຊ້​ຈ່າຍ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ. ເພິ່ນ​ໄດ້​ເຕືອນ​ຂ້າ​ພະ​ເຈົ້າ​ວ່າ ການ​ຈ່າຍ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ເປັນ​ພັນ​ທະ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້. ເມື່ອ​ຂ້າ​ພະ​ເຈົ້າ​ເຮັດ​ດັ່ງ​ນັ້ນ, [ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ,] ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໃຫ້​ໄປ​ແລ້ວ​ຈະ​ບໍ່​ເປັນ​ຂອງ​ຂ້າ​ພະ​ເຈົ້າ​ອີກ​ຕໍ່​ໄປ. ມັນ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ອຸ​ທິດ​ຖວາຍ​ມັນ​ໃຫ້.” ພໍ່​ຂອງ​ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ: “ສິ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ກະ​ທຳ​ໄປ​ກັບ​ສ່ວນ​ສິບ​ນັ້ນ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ໃຫ້ [ລູກ​ກັງ​ວົນ​ເລີຍ, ກໍ​ດອນ ເອີຍ]. ພວກ​ເພິ່ນ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ຮຽກ​ຮ້ອງ​ຄຳ​ອະ​ທິ​ບາຍ​ຈາກ​ການ​ກະ​ທຳ​ຂອງ​ພວກ​ເພິ່ນ.”15

ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ໜັກ​ໜ່ວງ​ຫລາຍ​ແທ້ໆ​ຂອງ​ການ “ຮັບ​ຜິດ​ຊອບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.”

ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ທີ່​ເພື່ອ​ແຜ່​ຂອງ​ທ່ານ

ຈາກ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ທີ່​ເພື່ອ​ແຜ່​ທີ່​ທ່ານ​ໄດ້​ອຸ​ທິດ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ປີ​ແລ້ວ​ນີ້ ຫລາຍ​ກວ່າ​ໜຶ່ງ​ພັນ​ລ້ານ​ໂດ​ລາ​ສະ​ຫະ​ລັດ ຖືກ​ນຳ​ໃຊ້​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ຂັດ​ສົນ.16

ໃນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ ທີ່​ຈະ​ນຳ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ໄປ​ສູ່​ຕະ​ຫລອດ​ທົ່ວ​ໂລກ, ເຮົາ​ມີ​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ກວ່າ 71,000 ຄົນ ທີ່​ຮັບ​ໃຊ້​ຢູ່​ໃນ​ຈຳ​ນວນ​ເຂດ​ເຜີຍ​ແຜ່ 414 ແຫ່ງ.17 ເປັນ​ເພາະ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ຂອງ​ທ່ານ, ຜູ້​ສອນ​ສາດ​ສະ​ໜາ​ທັງ​ຫລາຍ, ບໍ່​ວ່າ​ສະ​ພາບ​ທາງ​ການ​ເງິນ​ຂອງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ກໍ​ສາ​ມາດ​ຮັບ​ໃຊ້​ໄດ້.

ພຣະ​ວິ​ຫານ​ຫລາຍ​ແຫ່ງ​ກໍ​ຖືກ​ສ້າງ​ຂຶ້ນ​ຕະ​ຫລອດ​ທົ່ວ​ໂລກ ໃນ​ຈຳ​ນວນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ໃນ​ປະ​ຈຸ​ບັນ​ນີ້, ມີ​ພຣະ​ວິ​ຫານ 177 ແຫ່ງ​ເປີດ​ບໍ​ລິ​ການ, 59 ແຫ່ງ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ກໍ່​ສ້າງ ຫລື ສ້ອມ​ແປງ, ແລະ 79 ແຫ່ງ​ຢູ່​ໃນ​ຂັ້ນ​ຕອນ​ວາງ​ແຜນ ແລະ ອອກ​ແບບ.18 ສ່ວນ​ສິບ​ຂອງ​ທ່ານ​ກຳ​ລັງ​ອະ​ນຸ​ຍາດ​ໃຫ້​ພອນ​ຂອງ​ພຣະ​ວິ​ຫານ​ໄປ​ຢູ່​ໃນ​ສະ​ຖານ​ທີ່ ທີ່​ພຽງ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ​ສາ​ມາດ​ເຫັນ​ໄດ້​ລ່ວງ​ໜ້າ.

ມີ​ຫລາຍ​ກວ່າ 30,000 ກຸ່ມ​ຊຸມ​ນຸມ​ຊົນ​ຢູ່​ທີ່​ຕຶກ​ໂບດ ແລະ ສະ​ຖານ​ທີ່​ຫລາຍ​ພັນ​ແຫ່ງ​ໃນ 195 ປະ​ເທດ ແລະ ອາ​ນາ​ເຂດ.19 ເປັນ​ເພາະ​ສ່ວນ​ສິບ​ທີ່​ຊື່​ສັດ​ຂອງ​ທ່ານ, ສາດ​ສະ​ໜາ​ຈັກ​ຈຶ່ງ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ໃນ​ເຂດ​ແດນ​ທີ່​ຫ່າງ​ໄກ​ຫລາຍ​ແຫ່ງ​ທີ່​ທ່ານ​ອາດ​ຈະ​ບໍ່​ໄດ້​ໄປ​ຢ້ຽມ​ຢາມ ໃນ​ບັນ​ດາ​ໄພ່​ພົນ​ຜູ້​ຊອບ​ທຳ​ທີ່​ທ່ານ​ອາດ​ຈະ​ບໍ່​ຮູ້​ຈັກ​ເລີຍ.

ໃນ​ປະ​ຈຸ​ບັນ​ນີ້ ສາດ​ສະ​ໜາ​ຈັກ​ອຸ​ປະ​ຖຳ​ສະ​ຖາ​ບັນ​ແຫ່ງ​ການ​ຮຽນ​ຮູ້​ລະ​ດັບ​ສູງ​ຢູ່​ຫ້າ​ແຫ່ງ.20 ສະ​ຖານ​ທີ່​ເຫລົ່າ​ນີ້​ໃຫ້​ບໍ​ລິ​ການ​ແກ່​ນັກ​ສຶກ​ສາ​ຫລາຍ​ກວ່າ 145,000 ຄົນ. ຫ້ອງ​ຮຽນ​ໜຶ່ງ​ແສນ ແລະ ສິບ​ພັນ​ຫ້ອງ​ກຳ​ລັງ​ຖືກ​ສິດ​ສອນ​ແຕ່​ລະ​ອາ​ທິດ​ຢູ່​ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ.21

ພອນ​ເຫລົ່າ​ນີ້ ແລະ ອີກ​ຫລາຍໆ​ຢ່າງ​ທີ່​ຈະ​ມາ​ເຖິງ ສ່ວນ​ຫລາຍ​ແລ້ວ​ຈະ​ມາ​ຈາກ​ຄົນ​ໜຸ່ມ ແລະ ຜູ້​ສູງ​ອາ​ຍຸ​ໃນ​ທຸກ​ສະ​ຖາ​ນະ​ການ​ທາງ​ດ້ານ​ເສດ​ຖະ​ກິດ ຜູ້​ທີ່​ຈ່າຍ​ສ່ວນ​ສິບ​ຢ່າງ​ຊື່​ສັດ.

ພະ​ລັງ​ທາງ​ວິນ​ຍານ​ຂອງ​ກົດ​ສ່ວນ​ສິບ​ທີ່​ສູງ​ສົ່ງ​ບໍ່​ໄດ້​ຖືກ​ວັດ​ແທກ​ໂດຍ​ຈຳ​ນວນ​ເງິນ​ທີ່​ຖືກ​ປະ​ກອບ​ສ່ວນ, ເພາະ​ທັງ​ຜູ້​ຄົນ​ທີ່​ຮັ່ງ​ມີ ແລະ ຜູ້​ທີ່​ຍາກ​ຈົນ​ກໍ​ຖືກ​ບັນ​ຊາ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ປະ​ກອບ​ສ່ວນ 10 ເປີ​ເຊັນ ຈາກ​ລາຍ​ຮັບ​ຂອງ​ເຂົາ​ເຈົ້າ.22 ພະ​ລັງ​ນັ້ນ ມາ​ຈາກ​ການ​ວາງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.23

ຄວາມ​ອຸ​ດົມ​ສົມ​ບູນ​ທີ່​ເພີ່ມ​ຂຶ້ນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຖ່າຍ​ທອດ​ຜ່ານ​ທາງ​ສ່ວນ​ສິບ​ທີ່​ເພື່ອ​ແຜ່​ຂອງ​ທ່ານ​ກໍ​ໄດ້​ເສີມ​ສ້າງ​ທຶນ​ສະ​ຫງວນ​ຂອງ​ສາດ​ສະ​ໜາ​ຈັກ, ໃຫ້​ໂອ​ກາດ​ທີ່​ຈະ​ເຮັດ​ໃຫ້​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ້າວ​ໄປ​ໜ້າ ໄປ​ໄກ​ເກີນ​ກວ່າ​ສິ່ງ​ໃດໆ​ທີ່​ເຮົາ​ຍັງ​ບໍ່​ເຄີຍ​ໄດ້​ປະ​ສົບ​ມາ​ກ່ອນ. ທຸກ​ສິ່ງ​ຢ່າງ​ເປັນ​ທີ່​ຮູ້​ຈັກ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເມື່ອ​ເວ​ລາ​ຜ່ານ​ໄປ, ເຮົາ​ຈະ​ເຫັນ​ຈຸດ​ປະ​ສົງ​ສັກ​ສິດ​ຂອງ​ພຣະ​ອົງ​ບັນ​ລຸ​ຜົນ​ສຳ​ເລັດ.24

ພອນ​ຕ່າງໆ​ຈະ​ມີ​ມາ​ໃນ​ຫລາກ​ຫລາຍ​ວິ​ທີ​ທາງ

ພອນ​ຂອງ​ສ່ວນ​ສິບ​ຈະ​ມີ​ມາ​ໃນ​ຫລາກ​ຫລາຍ​ວິ​ທີ​ທາງ. ໃນ​ປີ 1998 ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ກັບ ແອວ​ເດີ ເຮັນ​ຣີ ບີ ໄອ​ຣິງ ໃນ​ຕອນ​ນັ້ນ ຢູ່​ໃນ​ເຂດ​ລັດ​ຢູ​ທາ ທີ່​ໃນ​ຕອນ​ນີ້​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ Silicon Slopes (ຄ້ອຍ​ຊີ​ລິ​ຄອນ), ເປັນ​ຊຸມ​ຊົນ​ນະ​ວັດ​ຕະ​ກຳ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ​ທີ່​ຫລາກ​ຫລາຍ. ມັນ​ເປັນ​ເວ​ລາ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ແລະ ແອວ​ເດີ ໄອ​ຣິງ ໄດ້​ເຕືອນ​ບັນ​ດາ​ໄພ່​ພົນ​ກ່ຽວ​ກັບ​ການ​ປຽບ​ທຽບ​ສິ່ງ​ທີ່​ເຂົາ​ເຈົ້າ​ມີ​ກັບ​ຄົນ​ອື່ນ ແລະ ການ​ຢາກ​ໄດ້​ຫລາຍ​ຕື່ມ​ອີກ. ຂ້າ​ພະ​ເຈົ້າ​ຈະ​ຈົດ​ຈຳ​ຄຳ​ສັນ​ຍາ​ຂອງ​ເພິ່ນ​ຕະ​ຫລອດ​ໄປ ທີ່​ວ່າ ຂະ​ນະ​ທີ່​ເຂົາ​ເຈົ້າ​ຈ່າຍ​ສ່ວນ​ສິບ​ຢ່າງ​ຊື່​ສັດ, ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ​ເຈົ້າ​ທີ່​ຢາກ​ມີ​ວັດ​ຖຸ​ຊັບ​ສິນ​ກໍ​ຈະ​ມີ​ໜ້ອຍ​ລົງ. ພາຍ​ໃນ​ສອງ​ປີ, ລາ​ຄາ​ຂອງ​ການ​ລົງ​ທຶນ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ​ກໍ​ໄດ້​ຫລຸດ​ລົງ​ຢ່າງ​ໄວ​ວາ. ຫລາຍ​ຄົນ​ໄດ້​ຕົກ​ງານ, ແລະ ຫລາຍ​ບໍ​ລິ​ສັດ​ໄດ້​ດີ້ນ​ລົນ​ລະ​ຫວ່າງ​ຊ່ວງ​ເວ​ລາ​ທີ່​ປັບ​ຕົວ​ທາງ​ດ້ານ​ການ​ເງິນ​ນີ້. ຜູ້​ທີ່​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ໄອ​ຣິງ ກໍ​ໄດ້​ຮັບ​ພອນ.

ຄຳ​ສັນ​ຍາ​ຂອງ​ເພິ່ນ​ໄດ້​ເຕືອນ​ໃຈ​ຂ້າ​ພະ​ເຈົ້າ​ເຖິງ​ປະ​ສົບ​ການ​ອີກ​ຢ່າງ​ໜຶ່ງ. ຂ້າ​ພະ​ເຈົ້າ​ໄດ້​ພົບ ນາງ​ຊາ​ເລັດ ລິ​ມີ ອາ​ຍຸ 12 ປີ ໃກ້​ເມືອງ​ກາ​ກະ​ຊອນ, ປະ​ເທດ​ຝຣັ່ງ, ໃນ​ປີ 1990 ໃນ​ຂະ​ນະ​ທີ່​ຮັບ​ໃຊ້​ເປັນ​ປະ​ທານ​ເຜີຍ​ແຜ່. ຄອບ​ຄົວ​ລິ​ມີ ເປັນ​ຄອບ​ຄົວ​ທີ່​ຊື່​ສັດ ທີ່​ອາ​ໄສ​ຢູ່​ໃນ​ຫ້ອງ​ແຖວ​ແຫ່ງ​ໜຶ່ງ​ກັບ​ລູກໆ​ແປດ​ຄົນ. ເຂົາ​ເຈົ້າ​ມີ​ຮູບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ດາ​ຢູ່​ເທິງ​ຝາ. ໃນ​ການ​ສຳ​ພາດ​ສຳ​ລັບ​ປິ​ຕຸ​ພອນ​ຂອງ​ນາງ, ຂ້າ​ພະ​ເຈົ້າ​ໄດ້​ຖາມ ນາງ​ຊາ​ເລັດ ຖ້າ​ຫາກ​ວ່າ​ນາງ​ໄດ້​ຈ່າຍ​ສ່ວນ​ສິບ​ຢ່າງ​ຊື່​ສັດ. ນາງ​ໄດ້​ຕອບ​ວ່າ, “ໂດຍ, ປະ​ທານ​ແອນ​ເດີ​ເຊັນ. ແມ່​ຂອງ​ຂ້າ​ນ້ອຍ​ໄດ້​ສິດ​ສອນ​ຂ້າ​ນ້ອຍ​ວ່າ ມີ​ພອນ​ທັງ​ທາງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ ທີ່​ມາ​ຈາກ​ການ​ຈ່າຍ​ສ່ວນ​ສິບ​ຂອງ​ພວກ​ເຮົາ. ແມ່​ຂອງ​ຂ້າ​ນ້ອຍ​ໄດ້​ສິດ​ສອນ​ຂ້າ​ນ້ອຍ​ວ່າ ຖ້າ​ຫາກ​ພວກ​ເຮົາ​ຈ່າຍ​ສ່ວນ​ສິບ​ສະ​ເໝີ​ໄປ, ແລ້ວ​ພວກ​ເຮົາ​ຈະ​ບໍ່​ຂາດ​ແຄນ​ຫຍັງ​ອີກ. ແລະ ປະ​ທານ​ແອນ​ເດີ​ເຊັນ, ພວກ​ເຮົາ​ກໍ​ບໍ່​ຂາດ​ແຄນ​ຫຍັງ​ເລີຍ.”

ຮູບ​ພາບ
ຄອບ​ຄົວ​ລິ​ມີ.

ໃນ​ການ​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ນາງ, ຊາ​ເລັດ, ດຽວ​ນີ້ 45 ປີ ແລະ ໄດ້​ຜະ​ນຶກ​ຢູ່​ໃນ​ພຣະ​ວິ​ຫານ, ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ວ່າ: “ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ນ້ອຍ​ເລື່ອງ​ສ່ວນ​ສິບ​ເປັນ​ຈິງ​ຫລາຍ​ໃນ​ເວ​ລາ​ນັ້ນ, ແລະ ມັນ​ກໍ​ແຮງ​ກ້າ​ຫລາຍ​ກວ່າ​ເກົ່າ​ໃນ​ເວ​ລາ​ນີ້. ຂ້າ​ນ້ອຍ​ມີ​ຄວາມ​ກະ​ຕັນ​ຍູ​ຢ່າງ​ເລິກ​ເຊິ່ງ​ສຳ​ລັບ​ພຣະ​ບັນ​ຍັດ​ຂໍ້​ນີ້. ຕາບ​ໃດ​ທີ່​ຂ້າ​ນ້ອຍ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ, ຂ້າ​ນ້ອຍ​ຈະ​ໄດ້​ຮັບ​ພອນ​ຢ່າງ​ລົ້ນ​ເຫລືອ​ຕໍ່​ໄປ.”25

ໃນ​ມື້​ໜຶ່ງ ເຮົາ​ແຕ່​ລະ​ຄົນ​ກໍ​ຈະ​ໄດ້​ສິ້ນ​ສຸດ​ການ​ເດີນ​ທາງ​ຂອງ​ເຮົາ​ຢູ່​ເທິງ​ໂລກ. ເມື່ອ​ຊາວ​ຫ້າ​ປີ​ກ່ອນ, ພຽງ​ແຕ່​ສອງ​ສາມ​ວັນ​ກ່ອນ ມາ​ຕາ ວິວ​ລຽມສ໌, ແມ່​ຂອງ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເສຍ​ຊີ​ວິດ​ຈາກ​ໂຣກ​ມະ​ເລັງ, ເພິ່ນ​ໄດ້​ຮັບ​ເຊັກ​ເງິນ​ຈຳ​ນວນ​ນ້ອຍ​ໜຶ່ງ​ໃນ​ໄປ​ສະ​ນີ. ເພິ່ນ​ໄດ້​ຖາມ​ຫາ​ປຶ້ມ​ເຊັກ​ຂອງ​ເພິ່ນ​ທັນ​ທີ​ຈາກ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ແຄ​ຕີ, ເພື່ອ​ຈະ​ຈ່າຍ​ສ່ວນ​ສິບ​ຂອງ​ເພິ່ນ. ເພາະ​ແມ່​ຂອງ​ລາວ​ອ່ອນ​ເພຍ​ຫລາຍ​ຈົນ​ຈະ​ຂຽນ​ຫຍັງ​ບໍ່​ໄດ້​ແລ້ວ, ແຄ​ຕີ ຈຶ່ງ​ໄດ້​ຖາມ​ຖ້າ​ວ່າ​ລາວ​ຈະ​ຂຽນ​ເຊັກ​ໃຫ້​ແມ່​ລາວ​ໄດ້​ບໍ. ແມ່​ຂອງ​ລາວ​ໄດ້​ຕອບ​ວ່າ, “ບໍ່​ດອກ, ແຄ​ຕີ. ແມ່​ຢາກ​ຂຽນ​ເອງ.” ແລະ ແລ້ວ​ເພິ່ນ​ໄດ້​ກ່າວ​ຕື່ມ​ງຽບໆ​ວ່າ “ແມ່​ຢາກ​ເປັນ​ຄົນ​ດີ​ຕໍ່​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ສິ່ງ​ສຸດ​ທ້າຍ​ຢ່າງ​ໜຶ່ງ​ທີ່​ແຄ​ຕີ ໄດ້​ເຮັດ​ເພື່ອ​ແມ່​ຂອງ​ລາວ​ແມ່ນ ໄດ້​ຍື່ນ​ຊອງ​ສ່ວນ​ສິບ​ຂອງ​ແມ່​ຂອງ​ລາວ​ໃຫ້​ອະ​ທິ​ການ​ຂອງ​ເພິ່ນ.

ວຽກ​ງານ​ສຳ​ຄັນ​ຂອງ​ພຣະ​ເຈົ້າ

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້ “ອອກ​ຈາກ​ຄວາມ​ມືດ,” ແລ້ວ26 ນຳ​ພອນ​ຢ່າງ​ອັດ​ສະ​ຈັນ​ໃຈ​ໄປ​ສູ່​ຕະ​ຫລອດ​ທົ່ວ​ໂລກ. ຈະ​ມີ​ຜູ້​ຄົນ​ທີ່​ຊຸກ​ຍູ້​ໃຫ້​ເຮົາ​ກ້າວ​ໄປ​ໜ້າ ແລະ ຜູ້​ຄົນ​ທີ່​ບໍ່​ສະ​ໜັບ​ສະ​ໜູນ​ເຮົາ. ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຖິງ​ຖ້ອຍ​ຄຳ​ຂອງ ຄາ​ມາ​ລີ​ເອັນ ຜູ້​ສະ​ຫລາດ, ຜູ້​ທີ່, ເມື່ອ​ໄດ້​ຍິນ​ການ​ອັດ​ສະ​ຈັນ​ຈາກ​ອັກ​ຄະ​ສາ​ວົກ​ເປ​ໂຕ ແລະ ໂຢ​ຮັນ​ແລ້ວ, ໄດ້​ເຕືອນ​ສະ​ພາ​ໃນ​ເຢ​ຣູ​ຊາ​ເລັມ​ວ່າ:

“ຈົ່ງ​ປ່ອຍ [ພວກ​ຜູ້​ຊາຍ​ເຫລົ່າ​ນີ້] ໄປ​ສາ: ຖ້າ … ກິດ​ຈະ​ການ​ຂອງ​ພວກ​ເຂົາ​ມາ​ຈາກ​ມະ​ນຸດ, ມັນ​ກໍ​ຈະ​ເສື່ອມ​ສູນ​ໄປ​ເອງ:

“ແຕ່​ຖ້າ​ສິ່ງ​ນັ້ນ​ມາ​ຈາກ​ພຣະ​ເຈົ້າ, ພວກ​ເຈົ້າ​ກໍ​ຈະ​ທຳ​ລາຍ​ພວກ​ເຂົາ​ບໍ່​ໄດ້; ພວກ​ເຈົ້າ … ຈະ​ກັບ​ກາຍ​ມາ​ເປັນ​ຜູ້​ຕໍ່​ສູ້​ພຣະ​ເຈົ້າ.”27

ທ່ານ ແລະ ຂ້າ​ພະ​ເຈົ້າ​ເປັນ​ພາກ​ສ່ວນ​ຂອງ​ວຽກ​ງານ​ທີ່​ສຳ​ຄັນ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ໂລກ. ມັນ​ຈະ​ບໍ່​ເສື່ອມ​ສູນ​ໄປ ແຕ່​ມັນ​ຈະ​ສືບ​ຕໍ່​ກ້າວ​ໄປ​ໜ້າ​ຕະ​ຫລອດ​ທົ່ວ​ໂລກ, ກະ​ກຽມ​ຫົນ​ທາງ​ສຳ​ລັບ​ການ​ສະ​ເດັດ​ກັບ​ຄືນ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຖ້ອຍ​ຄຳ​ຂອງ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ວ່າ: “ໃນ​ວັນ​ຂ້າງ​ໜ້າ, ເຮົາ​ຈະ​ເຫັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ອັນ​ຍິ່ງ ໃຫຍ່​ທີ່​ສຸດ ຂອງ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໂລກ ເຄີຍ ເຫັນ​ມາ​ກ່ອນ. ລະ​ຫວ່າງ​ເວ​ລາ​ນີ້ ແລະ ເວ​ລາ​ທີ່​ພຣະ​ອົງ​ສະ​ເດັດ​ກັບ​ມາ … , ພຣະ​ອົງ​ຈະ​ປະ​ທານ​ສິດ​ທິ​ພິ​ເສດ, ພອນ, ແລະ ການ​ອັດ​ສະ​ຈັນ ຈົນ​ນັບ​ບໍ່​ຖ້ວນ​ໃຫ້​ແກ່​ຜູ້​ທີ່​ຊື່​ສັດ.”28

ນີ້​ແມ່ນ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ. ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ນີ້​ແມ່ນ​ວຽກ​ງານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ. ພຣະ​ອົງ​ຈະ​ສະ​ເດັດ​ກັບ​ມາ​ອີກ​ຄັ້ງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ການ​ຕິດ​ຕໍ່​ສ່ວນ​ຕົວ​ຈາກ ຣໍ​ເຈີ ປາ​ຣາ, ວັນ​ທີ 4 ເດືອນ​ສິງ​ຫາ, 2023.

  2. ມາ​ລາ​ກີ 3:10.

  3. ເບິ່ງ ມາ​ຣາ​ກີ 3:11. ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ກ່າວ​ວ່າ: “ຍົກ​ຕົວ​ຢ່າງ, ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ເກີດ​ເປັນ​ຈິງ​ທີ່​ວ່າ ພຣະ​ອົງ​ຈະ ‘ບໍ່​ປ່ອຍ​ໃຫ້​ຝູງ​ແມງ​ໄມ້​ມາ​ທຳ​ລາຍ​ຜົນ​ລະ​ປູກ [ເພື່ອ​ເຫັນ​ແກ່​ຂ້າ​ພະ​ເຈົ້າ]’ [ມາ​ລາ​ກີ 3:11]. ພອນ​ແຫ່ງ​ການ​ປົກ​ປ້ອງ​ຕໍ່​ຕ້ານ​ຄວາມ​ຊົ່ວ​ຮ້າຍ​ນັ້ນ​ໄດ້​ຖືກ​ຖອກ​ເທ​ລົງ​ມາ​ສູ່​ຂ້າ​ພະ​ເຈົ້າ ແລະ ຜູ້​ຄົນ​ທີ່​ຂ້າ​ພະ​ເຈົ້າ​ຮັກ​ເໜືອ​ຄວາມ​ສາ​ມາດ​ໃດໆ​ທີ່​ຂ້າ​ພະ​ເຈົ້າ​ມີ​ເພື່ອ​ຈະ​ຍອມ​ຮັບ​ຮູ້​ຢ່າງ​ພຽງ​ພໍ. ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຄວາມ​ປອດ​ໄພ​ແຫ່ງ​ສະ​ຫວັນ​ໄດ້​ມີ​ມາ, ຢ່າງ​ນ້ອຍ, ເປັນ​ເພາະ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ, ໂດຍ​ສ່ວນ​ບຸກ​ຄົນ ແລະ ໃນ​ຖາ​ນະ​ຄອບ​ຄົວ, ທີ່​ຈະ​ຈ່າຍ​ສ່ວນ​ສິບ” (“Like a Watered Garden,” Liahona, Jan. 2002, 38).

  4. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄຂ​ປະ​ຕູ​ສະ​ຫວັນ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຮົາ, ແລະ ບໍ່​ແມ່ນ​ອີງ​ຕາມ​ຄວາມ​ໂລບ​ມາກ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ຈ່າຍ​ສ່ວນ​ສິບ​ເພື່ອ​ຢາກ​ຈະ​ລ້ຳ​ລວຍ, ເຮົາ​ກໍ​ເຮັດ​ໄປ​ເພື່ອ​ເຫດ​ຜົນ​ທີ່​ຜິດ. … ພອນ​ສຳ​ລັບ​ຜູ້​ທີ່​ໃຫ້ … ອາດ​ຈະ​ບໍ່​ເປັນ​ໃນ​ຮູບ​ແບບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ການ​ເງິນ ຫລື ທາງ​ດ້ານ​ວັດ​ຖຸ” (Teachings of Gordon B. Hinckley [1997], 657).

  5. ມາ​ລາ​ກີ 3:10; 3 ນີ​ໄຟ 24:10.

  6. ເບິ່ງ “The Church of Jesus Christ Is Helping Alleviate Global Malnutrition,” Aug. 11, 2023, newsroom.ChurchofJesusChrist.org; ເບິ່ງ “How the Church of Jesus Christ and UNICEF Are Keeping Mothers and Children Healthy and Safe,” Aug. 17, 2023, newsroom.ChurchofJesusChrist.org ນຳ​ອີກ.

  7. “ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ຊີ​ໂອນ, ເພາະ​ວ່າ​ພວກ​ເຂົາ​ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ, ແລະ ໄດ້​ດຳ​ລົງ​ຢູ່​ໃນ​ຄວາມ​ຊອບ​ທຳ, ແລະ ບໍ່​ມີ​ຄົນ​ຍາກ​ຈົນ​ໃນ​ບັນ​ດາ​ພວກ​ເຂົາ” (ໂມ​ເຊ 7:18).

  8. ເບິ່ງ 1 ໂກ​ຣິນ​ໂທ 2:14. ເຫດ​ຜົນ​ຂອງ​ມະ​ນຸດ​ຈະ​ບໍ່​ສອດ​ຄ່ອງ​ກັບ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ​ສະ​ເໝີ​ໄປ. ໃນ​ວັນ​ເວ​ລາ​ຂອງ​ມາ​ລາ​ກີ, ຫລາຍ​ຄົນ​ໄດ້​ຫ່າງ​ເຫີນ​ໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອ້ອນ​ວອນ​ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ວ່າ, “ຈົ່ງ​ກັບ​ຄືນ​ມາ​ຫາ​ເຮົາ​ເຖີດ, ແລະ ເຮົາ​ຈະ​ກັບ​ຄືນ​ໄປ​ຫາ​ພວກ​ເຈົ້າ.” ສິ່ງ​ທີ່​ຕິດ​ຕາມ​ຄຳ​ເຊື້ອ​ເຊີນ​ທີ່​ອ່ອນ​ໂຍນ​ນີ້​ຄື​ຄຳ​ຖາມ​ທີ່​ສຳ​ຄັນ​ຫລາຍ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ວ່າ: “ແຕ່​ພວກ​ເຈົ້າ​ຊ້ຳ​ພັດ​ຖາມ​ວ່າ, ພວກ​ຂ້າ​ນ້ອຍ​ຕ້ອງ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ​ໄດ້?” (ມາ​ລາ​ກີ 3:7). ຫລື ໃນ​ອີກ​ຄຳ​ໜຶ່ງ​ແມ່ນ​ວ່າ, “ຂ້າ​ນ້ອຍ​ຕ້ອງ​ປ່ຽນ​ແປງ​ສິ່ງ​ໃດ? ຂ້າ​ນ້ອຍ​ຈະ​ເຂົ້າ​ໃກ້​ພຣະ​ອົງ​ໄດ້​ແນວ​ໃດ?” ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ໂດຍ​ການ​ສິດ​ສອນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສ່ວນ​ສິບ, ທີ່​ບໍ່​ໄດ້​ເປັນ​ພຽງ​ແຕ່​ກົດ​ທາງ​ການ​ເງິນ​ເທົ່າ​ນັ້ນ, ແຕ່​ມັນ​ເປັນ​ວິ​ທີ​ທາງ​ທີ່​ເຫັນ​ໄດ້ ທີ່​ຈະ​ຫັນ​ຄວາມ​ປາດ​ຖະ​ໜາ​ແຫ່ງ​ໃຈ​ຂອງ​ເຮົາ​ມາ​ຫາ​ພຣະ​ອົງ.

    ພວກ​ເຮົາ​ໄດ້​ຮັກ​ສາ​ກົດ​ນີ້​ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ​ເອງ. ແມ່​ຂອງ​ແຄ​ຕີ ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຕອນ​ອາ​ຍຸ 22 ປີ. ມາ​ຕາ ແລະ ເບີ​ນາດ ວິວ​ລຽມສ໌ ໄດ້​ໄປ​ໂບດ​ເປັນ​ຊ່ວງ​ເວ​ລາ​ສັ້ນໆ, ແຕ່​ຫລັງ​ຈາກ​ໄດ້​ຍ້າຍ​ໄປ​ລັດ​ອື່ນ​ພວກ​ເພິ່ນ​ບໍ່​ໄດ້​ໄປ. ເບີ​ນາດ ໄດ້​ຖືກ​ຮຽກ​ຮ້ອງ​ໃຫ້​ໄປ​ປະ​ຈຳ​ຕຳ​ແໜ່ງ​ການ​ທະ​ຫານ​ຢູ່​ຕ່າງ​ປະ​ເທດ, ແລະ ມາ​ຕາ​ກໍ​ໄດ້​ຍ້າຍ​ບ້ານ​ໄປ​ເມືອງ​ແທມ​ປາ, ລັດ​ຟລໍ​ຣິ​ດາ, ບ່ອນ​ທີ່​ເພິ່ນ​ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຢ່າງ​ເພື່ອ​ແຜ່​ໃຫ້​ໄປ​ອາ​ໄສ​ຢູ່​ນຳ​ປ້າ ແລະ ລູງ​ຂອງ​ເພິ່ນ ຜູ້​ທີ່​ຄັດ​ຄ້ານ​ສາດ​ສະ​ໜາ​ຈັກ. ໃນ​ຂະ​ນະ​ທີ່​ອາ​ໄສ​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ຖ່ອມ​ຕົວ, ກຳ​ລັງ​ຈະ​ໄດ້​ລູກ​ຄົນ​ທຳ​ອິດ​ຂອງ​ເພິ່ນ ແລະ ບໍ່​ໄດ້​ໄປ​ໂບດ, ມາ​ຕາ ວິວ​ລຽມສ໌ ໄດ້​ຕັດ​ສິນ​ໃຈ​ເລີ່ມ​ສົ່ງ​ເຊັກ​ເງິນ​ສ່ວນ​ສິບ​ຂອງ​ເພິ່ນ​ໄປ​ໃຫ້​ອະ​ທິ​ການ. ໃນ​ບັ້ນ​ທ້າຍ​ຊີ​ວິດ​ຂອງ​ເພິ່ນ, ເມື່ອ​ຖືກ​ຖາມ​ວ່າ​ເປັນ​ຫຍັງ, ເພິ່ນ​ໄດ້​ກ່າວ​ວ່າ​ເພິ່ນ​ໄດ້​ຈື່​ຈຳ​ສິ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ສິດ​ສອນ​ເພິ່ນ ກ່ຽວ​ກັບ​ສ່ວນ​ສິບ ແລະ ພອນ​ຂອງ​ພຣະ​ເຈົ້າ​ວ່າ: “ພວກ​ເຮົາ​ຕ້ອງ​ການ​ພອນ​ຂອງ​ພຣະ​ເຈົ້າ​ຫລາຍ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ພວກ​ເຮົາ, ແລະ ເພາະ​ສະ​ນັ້ນ​ຂ້ອຍ​ຈຶ່ງ​ເລີ່ມ​ສົ່ງ​ເຊັກ​ເງິນ​ສ່ວນ​ສິບ​ໄປ​ໃຫ້​ອະ​ທິ​ການ.” ມາ​ຕາ ແລະ ເບີ​ນາດ ວິວ​ລຽມສ໌ ໄດ້​ກັບ​ຄືນ​ມາ​ຮ່ວມ​ສາດ​ສະ​ໜາ​ຈັກ. ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພວກ​ເພິ່ນ​ຄື—ຫົກ​ລຸ້ນ​ຄົນ​ໄດ້​ຮັບ​ພອນ ເພາະ​ການ​ຕັດ​ສິນ​ໃຈ​ຂອງ​ເພິ່ນ​ທີ່​ຈະ​ຈ່າຍ​ສ່ວນ​ສິບ​ຂອງ​ເພິ່ນ ຕອນ​ທີ່​ເພິ່ນ​ບໍ່​ມີ​ຫຍັງ​ເລີຍ ນອກ​ຈາກ​ສັດ​ທາ​ໃນ​ພຣະ​ເຈົ້າ ແລະ ຄວາມ​ຫວັງ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ.

  9. ມັດ​ທາຍ 22:21.

  10. ເບິ່ງ 3 ນີ​ໄຟ 24.

  11. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 119:3–4. “ສ່ວນ​ສິບ​ຄື​ການ​ບໍ​ລິ​ຈາກ​ໜຶ່ງ​ສ່ວນ​ສິບ​ຂອງ​ລາຍ​ຮັບ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 119:3–4; ລາຍ​ໄດ້ ຖືກ​ເຂົ້າ​ໃຈ​ວ່າ​ເປັນ​ລາຍ​ຮັບ). ສະ​ມາ​ຊິກ​ທຸກ​ຄົນ​ທີ່​ມີ​ລາຍ​ຮັບ​ຄວນ​ຈ່າຍ​ສ່ວນ​ສິບ” (ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 34.3.1, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  12. ມາ​ລາ​ກີ 3:10.

  13. “ເຮົາ​ຈ່າຍ​ສ່ວນ​ສິບ, ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ, ໂດຍ​ການ​ນຳ​ຈຳ​ນວນ​ໜຶ່ງ​ສ່ວນ​ສິບ ‘ມາ​ທີ່​ວິ​ຫານ’ [ມາ​ລາ​ກີ 3:10; 3 ນີ​ໄຟ 24:10]. ເຮົາ​ເຮັດ​ສິ່ງ​ນີ້​ໂດຍ​ການ​ຈ່າຍ​ສ່ວນ​ສິບ​ຂອງ​ເຮົາ​ໃຫ້​ແກ່​ອະ​ທິ​ການ ຫລື ປະ​ທານ​ສາ​ຂາ​ຂອງ​ເຮົາ. ເຮົາ​ບໍ່​ໄດ້​ຈ່າຍ​ສ່ວນ​ສິບ​ໂດຍ​ການ​ບໍ​ລິ​ຈາກ​ໃຫ້​ແກ່​ອົງ​ການ​ກຸ​ສົນ​ທີ່​ໂປດ​ປານ​ຂອງ​ເຮົາ. ການ​ປະ​ກອບ​ສ່ວນ​ທີ່​ເຮົາ​ຄວນ​ມອບ​ໃຫ້​ອົງ​ການ​ກຸ​ສົນ​ນັ້ນ​ມາ​ຈາກ​ເງິນ​ທຶນ​ຂອງ​ເຮົາ​ເອງ, ບໍ່​ແມ່ນ​ຈາກ​ສ່ວນ​ສິບ​ທີ່​ເຮົາ​ຖືກ​ບັນ​ຊາ​ໃຫ້​ຈ່າຍ​ໃຫ້​ແກ່​ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (Dallin H. Oaks, “Tithing,” Ensign, May 1994, 35).

  14. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 120:1.

  15. Gordon B. Hinckley, “Rise to a Larger Vision of the Work,” Ensign, May 1990, 96.

  16. ເບິ່ງ “The 2022 Report on How the Church of Jesus Christ Cared for Those in Need,” Mar. 22, 2023, newsroom.ChurchofJesusChrist.org.

  17. ໄດ້​ຮັບ​ຜ່ານ​ທາງ​ອີ​ເມວ​ຈາກ ພະ​ແນກ​ຜູ້​ສອນ​ສາດ​ສະ​ໜາ, ວັນ​ທີ 14 ເດືອນ​ກັນ​ຍາ, 2023.

  18. ເບິ່ງ “Temple List,” ChurchofJesusChrist.org/temples/list.

  19. ໄດ້​ຮັບ​ຜ່ານ​ທາງ​ອີ​ເມວ​ຈາກ ບັນ​ທຶກ​ຂອງ​ສະ​ມາ​ຊິກ ແລະ ສະ​ຖິ​ຕິ, ວັນ​ທີ 28 ເດືອນ​ກໍ​ລະ​ກົດ, 2023.

  20. ນີ້​ແມ່ນ​ລວມ​ທັງ ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ–ໄອ​ດາ​ໂຮ, ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ–ຮາ​ວາຍ, ວິ​ທະ​ຍາ​ໄລ Ensign, ແລະ BYU–Pathway Worldwide.

  21. ໄດ້​ຮັບ​ຜ່ານ​ທາງ​ອີ​ເມວ​ຈາກ ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ, ວັນ​ທີ 28 ເດືອນ​ກໍ​ລະ​ກົດ, 2023.

  22. ເບິ່ງ ຄູ່​ມື​ທົ່ວ​ໄປ, 34.3.1.

  23. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ແບ່ງ​ປັນ​ເລື່ອງ​ລາວ​ນີ້​ກ່ຽວ​ກັບ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: “ແມ່​ຜູ້​ເປັນ​ແມ່​ໝ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ລ້ຽງ​ດູ​ລູກ​ນ້ອຍ​ຂອງ​ເພິ່ນ​ສາມ​ຄົນ​ດ້ວຍ​ເງິນ​ເດືອນ [ໜ້ອຍໆ]. … ຂ້າ​ພະ​ເຈົ້າ​ໄດ້​ຖາມ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຈ່າຍ​ສ່ວນ​ສິບ​ຈາກ​ເງິນ​ເດືອນ​ຂອງ​ເພິ່ນ​ຫລາຍ​ແທ້. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ລືມ​ຄຳ​ອະ​ທິ​ບາຍ​ຂອງ​ເພິ່ນ​ເລີຍ​ວ່າ: ‘ດາ​ລິນ, ອາດ​ມີ​ບາງ​ຄົນ​ທີ່​ສາ​ມາດ​ຢູ່​ລອດ​ໂດຍ​ບໍ່​ຈ່າຍ​ສ່ວນ​ສິບ, ແຕ່​ພວກ​ເຮົາ​ຈະ​ບໍ່​ລອດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ເອົາ​ພໍ່​ຂອງ​ລູກ​ໄປ ແລະ ປະ​ແມ່​ໄວ້​ໃຫ້​ລ້ຽງ​ດູ​ພວກ​ລູກ. ແມ່​ຈະ​ເຮັດ​ສິ່ງ​ນັ້ນ​ບໍ່​ໄດ້​ປາດ​ສະ​ຈາກ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ແມ່​ຈະ​ໄດ້​ຮັບ​ພອນ​ເຫລົ່າ​ນັ້ນ​ໂດຍ​ການ​ຈ່າຍ​ສ່ວນ​ສິບ​ຢ່າງ​ຊື່​ສັດ’” (“Tithing,” 33).

  24. “ເພື່ອ​ວ່າ​ຜ່ານ​ການ​ອາ​ລັກ​ຂາ​ຂອງ​ເຮົາ, ເຖິງ​ແມ່ນ​ຄວາມ​ທຸກ​ຍາກ​ລຳ​ບາກ​ຊຶ່ງ​ຈະ​ມາ​ເຖິງ​ເຈົ້າ, ເພື່ອ​ວ່າ​ສາດ​ສະ​ໜາ​ຈັກ​ຈະ​ຕັ້ງ​ຢູ່​ຢ່າງ​ເປັນ​ອິດ​ສະ​ລະ​ເໜືອ​ຊາວ​ໂລກ​ທັງ​ປວງ​ພາຍ​ໃຕ້​ໂລກ​ຊັ້ນ​ສູງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 78:14).

  25. ຈາກ​ການ​ຕິດ​ຕໍ່​ສ່ວນ​ຕົວ​ຈາກ ຊາ​ເລັດ ລິ​ມີ ມາ​ຕິນ, ວັນ​ທີ 30, ເດືອນ​ສິງ​ຫາ, 2023.

  26. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:30.

  27. ກິດ​ຈະ​ການ 5:38–39.

  28. Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 95.