ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເພາະ​ເຫັນ​ແກ່​ລູກ​ຫລານ​ຂອງ​ທ່ານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ເພາະ​ເຫັນ​ແກ່​ລູກ​ຫລານ​ຂອງ​ທ່ານ

ຢ່າ​ເປັນ​ບ້ວງ​ທີ່​ອ່ອນ​ແອ​ໃນ​ຕ່ອງ​ໂສ້​ທີ່​ສວຍ​ງາມ​ແຫ່ງ​ສັດ​ທາ​ທີ່​ທ່ານ​ເປັນ​ຄົນ​ລິ​ເລີ່ມ, ຫລື ທີ່​ທ່ານ​ໄດ້​ຮັບ, ໃນ​ຖາ​ນະ​ມໍ​ລະ​ດົກ​ສືບ​ທອດ. ຈົ່ງ​ເປັນ​ບ້ວງ​ທີ່​ເຂັ້ມ​ແຂງ.

ສອງ​ສາມ​ປີ​ຜ່ານ​ມາ, ຕອນ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຮັບ​ໃຊ້​ຢູ່​ທີ່​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ອາ​ເມ​ຣິ​ກາ​ໃຕ້ ແລະ ໄດ້​ອາ​ໄສ​ຢູ່ ປະ​ເທດ​ເປ​ຣູ, ຂ້າ​ພະ​ເຈົ້າ​ມີ​ປະ​ສົບ​ການ​ທີ່​ສວຍ​ງາມ​ທີ່​ຢາກ​ຈະ​ແບ່ງ​ປັນ​ກັບ​ທ່ານ.

ມັນ​ໄດ້​ເກີດ​ຂຶ້ນ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ກັບ​ບ້ານ​ຫລັງ​ຈາກ​ທ້າຍ​ອາ​ທິດ​ທີ່​ຫຍຸ້ງ​ວຸ້ນ​ວາຍ​ກັບ​ໜ້າ​ທີ່​ມອບ​ໝາຍ​ຕ່າງໆ. ຫລັງ​ຈາກ​ທີ່​ຜ່ານ​ຂັ້ນ​ຕອນ​ການ​ກວດ​ກາ​ຄົນ​ເຂົ້າ​ເມືອງ​ທີ່​ສະ​ໜາມ​ບິນ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຄົນ​ຂັບ​ລົດ​ແທັກ​ຊີ​ທີ່​ເປັນ​ມິດ​ຄົນ​ໜຶ່ງ​ກຳ​ລັງ​ລໍ​ຖ້າ​ຂ້າ​ພະ​ເຈົ້າ​ຢູ່​ບ່ອນ​ບໍ​ລິ​ການ​ແທັກ​ຊີ​ປະ​ຈຳ. ລາວ​ໄດ້​ຊ່ວຍ​ນຳ​ຂ້າ​ພະ​ເຈົ້າ​ໄປ​ທີ່​ລົດ​ຂອງ​ລາວ, ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ນັ່ງ​ຢູ່​ເບາະ​ຂ້າງ​ຫລັງ​ກຽມ​ພ້ອມ​ທີ່​ຈະ​ພັກ​ຜ່ອນ ແລະ ເພີດ​ເພີນ​ກັບ​ການ​ເດີນ​ທາງ​ກັບ​ບ້ານ​ທີ່​ມິດ​ງຽບ. ຫລັງ​ຈາກ​ທີ່​ຂັບ​ລົດ​ອອກ​ໄປ​ປະ​ມານ​ສອງ​ສາມ​ຮ່ອມ, ຄົນ​ຂັບ​ລົດ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ຫົວ​ໜ້າ​ຂອງ​ລາວ, ທີ່​ບອກ​ວ່າ ຂ້າ​ພະ​ເຈົ້າ​ຂຶ້ນ​ລົດ​ແທັກ​ຊີ​ຜິດ​ຄັນ. ມີ​ລົດ​ອີກ​ຄັນ​ໜຶ່ງ​ຕ່າງ​ຫາກ​ທີ່​ໄດ້​ຖືກ​ຈອງ​ໄວ້​ໃຫ້​ຂ້າ​ພະ​ເຈົ້າ, ແລະ ຫົວ​ໜ້າ​ຂອງ​ລາວ​ໄດ້​ບອກ​ໃຫ້​ລາວ​ພາ​ຂ້າ​ພະ​ເຈົ້າ​ກັບ​ໄປ​ທີ່​ສະ​ໜາມ​ບິນ​ຖ້າ​ວ່າ​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ປ່ຽນ​ລົດ​ຄັນ​ໃໝ່. ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບ​ລາວ​ວ່າ​ມັນ​ບໍ່​ຈຳ​ເປັນ, ແລະ ພວກ​ເຮົາ​ສາ​ມາດ​ເດີນ​ທາງ​ຕໍ່​ໄປ. ຫລັງ​ຈາກ​ທີ່​ງຽບ​ໄປ​ບໍ່​ດົນ, ລາວ​ໄດ້​ແນມ​ເບິ່ງ​ຂ້າ​ພະ​ເຈົ້າ​ຜ່ານ​ແວ່ນ​ເບິ່ງ​ຫລັງ ແລະ ໄດ້​ຖາມ​ວ່າ, “ເຈົ້າ​ເປັນ​ຄົນ​ມໍ​ມອນ, ແມ່ນ​ບໍ?”

ແລ້ວ, ຫລັງ​ຈາກ​ຄຳ​ຖາມ​ເຊື້ອ​ເຊີນ​ນັ້ນ, ຂ້າ​ພະ​ເຈົ້າ​ຮູ້​ໄດ້​ເລີຍ​ວ່າ​ຊ່ວງ​ເວ​ລາ​ມິດ​ງຽບ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ຂ້າ​ພະ​ເຈົ້າ​ອົດ​ບໍ່​ໄດ້​ທີ່​ຈະ​ສົນ​ທະ​ນາ​ຕໍ່​ໄປ​ກັບ​ລາວ.

ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຊື່​ຂອງ​ລາວ​ແມ່ນ ໂອ​ມາ, ພັນ​ລະ​ຍາ​ຂອງ​ລາວ​ຊື່​ວ່າ ມາ​ເຣຍ ເທ​ເຣ​ຊາ, ແລະ ເຂົາ​ເຈົ້າ​ມີ​ລູກ​ນຳ​ກັນ​ສອງ​ຄົນ​ຊື່—ຄາ​ໂຣ​ລິ​ນາ, ອາ​ຍຸ 14 ປີ ແລະ ໂຣດ​ຣີ​ໂກ, ອາ​ຍຸ 10 ປີ. ໂອ​ມາ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຕັ້ງ​ແຕ່​ລາວ​ຍັງ​ເປັນ​ເດັກ​ນ້ອຍ. ຄອບ​ຄົວ​ຂອງ​ລາວ​ເຄີຍ​ເຂັ້ມ​ແຂງ, ແຕ່​ຊ່ວງ​ເວ​ລາ​ໜຶ່ງ​ທີ່, ພໍ່​ແມ່​ຂອງ​ລາວ​ໄດ້​ຢຸດ​ໄປ​ໂບດ. ໂອ​ມາ​ກາຍ​ເປັນ​ສະ​ມາ​ຊິກ​ທີ່​ບໍ່​ເຂັ້ມ​ແຂງ​ຢ່າງ​ສົມ​ບູນ ຕອນ​ທີ່​ລາວ​ອາ​ຍຸ 15 ປີ. ຕອນ​ທີ່​ພວກ​ເຮົາ​ສົນ​ທະ​ນາ​ກັນ ລາວ​ອາ​ຍຸ​ໄດ້ 40 ປີ.

ໃນ​ເວ​ລາ​ນັ້ນ​ຂ້າ​ພະ​ເຈົ້າ​ຮູ້​ໄດ້​ເລີຍ​ວ່າ ຂ້າ​ພະ​ເຈົ້າ ບໍ່ ໄດ້​ຂຶ້ນ​ລົດ​ແທັກ​ຊີ​ຜິດ​ຄັນ. ມັນ​ບໍ່​ໄດ້​ແມ່ນ​ເລື່ອງ​ບັງ​ເອີນ! ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບ​ລາວ​ວ່າ​ຂ້າ​ພະ​ເຈົ້າ​ແມ່ນ​ໃຜ ແລະ ວ່າ​ຂ້າ​ພະ​ເຈົ້າ​ໄດ້​ມາ​ກັບ​ລົດ​ແທັກ​ຊີ​ຂອງ​ລາວ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເອີ້ນ​ໃຫ້​ລາວ​ກັບ​ຄືນ​ໄປ​ທີ່​ຄອກ​ຂອງ​ພຣະ​ອົງ.

ຈາກ​ນັ້ນ​ພວກ​ເຮົາ​ໄດ້​ລົມ​ກັນ​ກ່ຽວ​ກັບ​ຕອນ​ທີ່​ລາວ ແລະ ຄອບ​ຄົວ​ຂອງ​ລາວ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ເຂັ້ມ​ແຂງ. ລາວ​ມີ​ຄວາມ​ຊົງ​ຈຳ​ທີ່​ດີ​ກ່ຽວ​ກັບ​ການ​ສັງ​ສັນ​ໃນ​ຄອບ​ຄົວ ແລະ ເພງ​ປະ​ຖົມ​ໄວ​ບາງ​ເພງ. ແລ້ວ​ລາວ​ໄດ້​ຮ້ອງ​ສອງ​ສາມ​ຄຳ​ໃນ​ເພງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”1

ຫລັງ​ຈາກ​ໄດ້​ທີ່​ຢູ່, ເບີ​ໂທ​ລະ​ສັບ, ແລະ ການ​ອະ​ນຸ​ຍາດ​ຈາກ​ລາວ​ເພື່ອ​ແບ່ງ​ປັນ​ກັບ​ອະ​ທິ​ການ​ຂອງ​ລາວ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບ​ລາວ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ຫາ​ວິ​ທີ​ມາ​ຫາ​ລາວ​ທີ່​ຕຶກ​ໂບດ ໃນ​ມື້​ທຳ​ອິດ​ຂອງ​ການ​ກັບ​ມາ​ໂບດ​ອີກ​ຄັ້ງ​ຂອງ​ລາວ. ພວກ​ເຮົາ​ໄດ້​ສິ້ນ​ສຸດ​ການ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ​ມາ​ຮອດ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ, ເຊັ່ນ​ດຽວ​ກັນ​ກັບ​ການ​ເລົ່າ​ເລື່ອງ​ສັ້ນໆ​ກ່ຽວ​ກັບ​ອະ​ດີດ​ຂອງ​ລາວ, ແລະ ພວກ​ເຮົາ​ກໍ​ແຍກ​ທາງ​ກັນ​ໄປ.

ສອງ​ສາມ​ອາ​ທິດ​ຕໍ່​ມາ ອະ​ທິ​ການ​ຂອງ​ລາວ​ໄດ້​ໂທ​ຫາ​ຂ້າ​ພະ​ເຈົ້າ, ບອກ​ກັບ​ຂ້າ​ພະ​ເຈົ້າ​ວ່າ ໂອ​ມາ​ວາງ​ແຜນ​ວ່າ​ຈະ​ໄປ​ໂບດ​ໃນ​ວັນ​ອາ​ທິດ​ໃດ​ໜຶ່ງ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບ​ລາວ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ໄປ​ທີ່​ນັ້ນ. ໃນ​ວັນ​ອາ​ທິດ​ນັ້ນ, ໂອ​ມາ​ໄດ້​ມາ​ກັບ​ລູກ​ຊາຍ​ຂອງ​ລາວ. ພັນ​ລະ​ຍາ ແລະ ລູກ​ສາວ​ຂອງ​ລາວ​ຍັງ​ບໍ່​ທັນ​ສົນ​ໃຈ​ເທື່ອ. ສອງ​ສາມ​ເດືອນ​ຕໍ່​ມາ, ອະ​ທິ​ການ​ຂອງ​ລາວ​ໄດ້​ໂທ​ຫາ​ຂ້າ​ພະ​ເຈົ້າ​ອີກ​ຄັ້ງ, ຄັ້ງ​ນີ້​ໂທ​ມາ​ບອກ​ວ່າ​ໂອ​ມາ​ຈະ​ໃຫ້​ບັບ​ຕິ​ສະ​ມາ​ພັນ​ລະ​ຍາ​ຂອງ​ລາວ ແລະ ລູກ​ທັງ​ສອງ​ຄົນ​ຂອງ​ລາວ, ແລະ ລາວ​ເຊື້ອ​ເຊີນ​ຂ້າ​ພະ​ເຈົ້າ​ໃຫ້​ໄປ​ຮ່ວມ. ນີ້​ແມ່ນ​ຮູບ​ຖ່າຍ​ຂອງ​ວັນ​ອາ​ທິດ​ນັ້ນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

ຮູບ​ພາບ
ແອວ​ເດີ ກາ​ໂດຍ ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ໂອ​ມາ​ໃນ​ວັນ​ອາ​ທິດ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ.

ໃນ​ວັນ​ອາ​ທິດ​ດຽວ​ກັນ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບ​ໂອ​ມາ ແລະ ຄອບ​ຄົວ​ຂອງ​ລາວ​ວ່າ ຖ້າ​ເຂົາ​ເຈົ້າ​ກຽມ​ພ້ອມ, ໃນ​ອີກ​ໜຶ່ງ​ປີ ຂ້າ​ພະ​ເຈົ້າ​ຈະ​ຖື​ເປັນ​ກຽດ​ເຮັດ​ພິ​ທີ​ການ​ຜະ​ນຶກ​ເຂົາ​ເຈົ້າ​ໃນ​ພຣະ​ວິ​ຫານ​ລິ​ມາ ເປ​ຣູ. ນີ້​ແມ່ນ​ຮູບ​ຖ່າຍ​ຂອງ​ຊ່ວງ​ເວ​ລາ​ອັນ​ໜ້າ​ຊົງ​ຈຳ​ຂອງ​ພວກ​ເຮົາ​ໝົດ​ທຸກ​ຄົນ, ທີ່​ໄດ້​ຖ່າຍ​ໄວ້​ໃນ​ໜຶ່ງ​ປີ​ຕໍ່​ມາ.

ຮູບ​ພາບ
ແອວ​ເດີ ກາ​ໂດຍ ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ໂອ​ມາ​ທີ່​ພຣະ​ວິ​ຫານ.

ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ແບ່ງ​ປັນ​ປະ​ສົບ​ການ​ນີ້​ກັບ​ທ່ານ? ຂ້າ​ພະ​ເຈົ້າ​ແປ່ງ​ປັນ​ດ້ວຍ​ສອງ​ຈຸດ​ປະ​ສົງ​ຄື.

ໜຶ່ງ, ເພື່ອ​ກ່າວ​ກັບ​ສະ​ມາ​ຊິກ​ຜູ້​ທີ່​ດີ ແຕ່​ດ້ວຍ​ເຫດ​ຜົນ​ບາງ​ຢ່າງ​ໄດ້​ຕົກ​ໄປ​ຈາກ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສອງ, ເຊັ່ນ​ດຽວ​ກັນ​ເພື່ອ​ກ່າວ​ກັບ​ສະ​ມາ​ຊິກ​ທີ່​ເຂົ້າ​ຮ່ວມ​ໃນ​ມື້​ນີ້ ຜູ້​ທີ່​ອາດ​ຈະ​ຍັງ​ບໍ່​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ເທົ່າ​ທີ່​ຄວນ. ໃນ​ທັງ​ສອງ​ກໍ​ລະ​ນີ, ຄົນ​ລຸ້ນ​ຫລັງ​ຕໍ່​ຈາກ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ, ແລະ ພອນ​ຕ່າງໆ ແລະ ຄຳ​ສັນ​ຍາ​ທີ່​ຖືກ​ສະ​ຫງວນ​ໄວ້​ໃຫ້​ກັບ​ລູກ​ຫລານ​ຂອງ​ເຂົາ​ເຈົ້າ​ກໍ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ໃຫ້​ເຮົາ​ມາ​ເລີ່ມ​ຈາກ​ສະ​ຖາ​ນະ​ການ​ທຳ​ອິດ, ສະ​ມາ​ຊິກ​ດີໆ ຜູ້​ທີ່​ໄດ້​ອອກ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ເໝືອນ​ດັ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂອ​ມາ ເພື່ອນ​ຄົນ​ເປ​ຣູ​ຂອງ​ຂ້າ​ພະ​ເຈົ້າ. ເມື່ອ​ຂ້າ​ພະ​ເຈົ້າ​ຖາມ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ຕັດ​ສິນ​ໃຈ​ກັບ​ມາ, ລາວ​ໄດ້​ເວົ້າ​ວ່າ​ດ້ວຍ​ເຫດ​ຜົນ​ທີ່​ລາວ ແລະ ພັນ​ລະ​ຍາ​ຮູ້​ສຶກ​ວ່າ ລູກໆ​ຂອງ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໃນ​ຊີ​ວິດ​ຫລາຍ​ກວ່າ​ເກົ່າ ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ລາວ​ໄດ້​ຮູ້​ສຶກ​ວ່າ​ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ຕ້ອງ​ກັບ​ຄືນ​ມາ​ໂບດ​ເພື່ອ​ເຫັນ​ແກ່​ລູກໆ​ຂອງ​ເຂົາ​ເຈົ້າ.

ມັນ​ເປັນ​ເລື່ອງ​ທີ່​ໜ້າ​ເສົ້າ​ໃຈ​ຫລາຍ​ເມື່ອ​ເຮົາ​ໄດ້​ພົບ​ກັບ​ສະ​ມາ​ຊິກ​ທີ່​ບໍ່​ເຂັ້ມ​ແຂງ ຫລື ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ທີ່​ຄັ້ງ​ໜຶ່ງ​ເຄີຍ​ມີ​ພຣະ​ກິດ​ຕິ​ຄຸນ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ສູນ​ເສຍ​ມັນ​ໄປ​ຍ້ອນ​ການ​ຕັດ​ສິນ​ໃຈ​ຂອງ​ພໍ່​ແມ່ ຫລື ປູ່​ຍ່າ​ຕາ​ຍາຍ​ຂອງ​ເຂົາ​ເຈົ້າ ໃນ​ການ​ພັກ​ຈາກ​ສາດ​ສະ​ໜາ​ຈັກ. ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ລູກ​ຫລານ​ຕະ​ຫລອດ​ໄປ!

ລູກໆ ແລະ ຫລານໆ​ຂອງ​ເຂົາ​ເຈົ້າ​ຖືກ​ຕັດ​ຂາດ​ຈາກ​ການ​ປົກ​ປ້ອງ ແລະ ພອນ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຊີ​ວິດ​ຂອງ​ພວກ​ເຂົາ. ຍິ່ງ​ເສຍ​ໃຈ​ໄປ​ກວ່າ​ນັ້ນ, ເຂົາ​ເຈົ້າ​ໄດ້​ສູນ​ເສຍ​ຄຳ​ສັນ​ຍາ​ແຫ່ງ​ຄອບ​ຄົວ​ນິ​ລັນ​ດອນ ຊຶ່ງ​ຈະ​ມີ​ຢູ່​ທີ່​ນັ້ນ​ໃນ​ມື້​ໜຶ່ງ. ການ​ຕັດ​ສິນ​ໃຈ​ຂອງ​ຄົນ​ຜູ້​ໜຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ລູກ​ຫລານ​ຜູ້​ສືບ​ທອດ​ທັງ​ສາຍ. ມໍ​ລະ​ດົກ​ແຫ່ງ​ສັດ​ທາ​ໄດ້​ຖືກ​ທຳ​ລາຍ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ທີ່​ເຮົາ​ຮູ້​ຢູ່​ແລ້ວ​ວ່າ, ອັນ​ໃດ​ກໍ​ຕາມ​ທີ່​ເປ່​ເພ​ເສຍ​ຫາຍ​ສາ​ມາດ​ແກ້​ໄຂ​ໄດ້​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ. ຍ້ອນ​ເຫດ​ຜົນ​ນີ້, ຂໍ​ໃຫ້​ທ່ານ​ພິ​ຈາ​ລະ​ນາ​ຄຳ​ເຊື້ອ​ເຊີນ​ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ: “ບັດ​ນີ້, ຖ້າ​ຫາກ​ທ່ານ​ໄດ້​ຍ່າງ​ອອກ​ໄປ​ຈາກ​ເສັ້ນ​ທາງ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ ດ້ວຍ​ຄວາມ​ຫວັງ​ທັງ​ໝົດ​ຂອງ​ໃຈ ເພື່ອ​ຂໍ​ໃຫ້​ທ່ານ​ກັບ​ມາ. ບໍ່​ວ່າ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ທ່ານ, ການ​ທ້າ​ທາຍ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ແຕ່​ຍັງ​ມີ​ບ່ອນ​ສຳ​ລັບ​ທ່ານ​ຢູ່, ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນີ້. ທ່ານ ແລະ ເຊື້ອ​ສາຍ​ຂອງ​ທ່ານ​ທີ່​ຍັງ​ບໍ່​ໄດ້​ເກີດ​ເທື່ອ ຈະ​ໄດ້​ຮັບ​ພອນ ໂດຍ​ການ​ກະ​ທຳ​ຂອງ​ທ່ານ ທີ່​ຈະ​ກັບ​ຄືນ​ມາ​ຫາ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ເວ​ລາ​ນີ້.”2

ບັດ​ນີ້, ເຮົາ​ມາ​ເວົ້າ​ເຖິງ​ສະ​ຖາ​ນະ​ການ​ທີ​ສອງ, ສະ​ມາ​ຊິກ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ມື້​ນີ້ ຜູ້​ທີ່​ບໍ່​ໄດ້​ຊື່​ສັດ​ເທົ່າ​ທີ່​ຄວນ. ດັ່ງ​ດຽວ​ກັບ​ການ​ຕັດ​ສິນ​ໃຈ​ໃນ​ມື້​ວານ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ເປັນ​ຈິງ​ໃນ​ມື້​ນີ້, ການ​ຕັດ​ສິນ​ໃຈ​ໃນ​ມື້​ນີ້​ກໍ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ອະ​ນາ​ຄົດ​ຂອງ​ເຮົາ ແລະ ອະ​ນາ​ຄົດ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ.

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ເຮົາ​ວ່າ:

“ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ ຊຸກ​ຍູ້​ເຮົາ​ໃຫ້​ຄິດ​ກ່ຽວ​ກັບ​ອະ​ນາ​ຄົດ. … ມັນ​ສິດ​ສອນ​ເຖິງ​ຄວາມ​ຄິດ​ທີ່​ດີ​ກ່ຽວ​ກັບ​ອະ​ນາ​ຄົດ ເພື່ອ​ນຳ​ພາ​ການ​ກະ​ທຳ​ຂອງ​ເຮົາ​ໃນ​ວັນ​ນີ້.

ກົງ​ກັນ​ຂ້າມ, ເຮົາ​ທຸກ​ຄົນ​ກໍ​ຮູ້​ຜູ້​ຄົນ​ທີ່​ພຽງ​ແຕ່​ເປັນ​ຫ່ວງ​ກ່ຽວ​ກັບ​ປະ​ຈຸ​ບັນ​ເທົ່າ​ນັ້ນ: ໃຊ້​ຈ່າຍ​ມັນ​ໃນ​ມື້​ນີ້, ຊື່ນ​ຊົມ​ກັບ​ມັນ​ໃນ​ມື້​ນີ້, ແລະ ບໍ່​ຕ້ອງ​ຄິດ​ເລື່ອງ​ອະ​ນາ​ຄົດ​ເລີຍ.

“… ເມື່ອ​ເຮົາ​ເຮັດ​ການ​ເລືອກ​ໃນ​ປະ​ຈຸ​ບັນ, ເຮົາ​ຄວນ​ຖາມ​ຕົວ​ເອງ​ສະ​ເໝີ​ວ່າ, ‘ການ​ຕັດ​ສິນ​ໃຈ​ຂອງ​ເຮົາ​ຈະ​ນຳ​ໄປ​ເຖິງ​ຈຸດ​ໃດ?’”3 ການ​ຕັດ​ສິນ​ໃຈ​ຂອງ​ເຮົາ​ໃນ​ປະ​ຈຸ​ບັນ​ນີ້​ຈະ​ນຳ​ພາ​ເຮົາ​ໄປ​ສູ່​ຄວາມ​ຊື່ນ​ຊົມ​ໃນ​ຕອນ​ນີ້ ແລະ ໃນ​ຊົ່ວ​ນິ​ລັນ​ດອນ, ຫລື ຈະ​ນຳ​ພາ​ເຮົາ​ໄປ​ສູ່​ຄວາມ​ໂສກ​ເສົ້າ ແລະ ນ້ຳ​ຕາ?

ບາງ​ຄົນ​ອາດ​ຄິດ​ວ່າ, “ພວກ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ໂບດ​ທຸກ​ວັນ​ອາ​ທິດ,” ຫລື “ເຮົາ​ຈະ​ຈ່າຍ​ສ່ວນ​ສິບ​ເມື່ອ​ທຸກ​ຢາງ​ດີ​ຂຶ້ນ,” ຫລື “ຂ້ອຍ​ຈະ​ບໍ່​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຫົວ​ຂໍ້​ນີ້.”

“ແຕ່,” ເຂົາ​ເຈົ້າ​ເວົ້າ​ວ່າ, “ພວກ​ເຮົາ​ຮູ້​ວ່າ​ສາດ​ສະ​ໜາ​ຈັກ​ນີ້​ເປັນ​ຄວາມ​ຈິງ, ແລະ ພວກ​ເຮົາ​ຈະ​ບໍ່​ມີ​ວັນ​ທີ່​ຈະ​ອອກ​ຈາກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.”

ຜູ້​ທີ່​ມີ​ຄວາມ​ຄິດ​ເຫລົ່າ​ນີ້ ບໍ່​ຮູ້​ວ່າ​ການ​ເປັນ​ສະ​ມາ​ຊິກ​ແບບ “ເຄິ່ງ​ຮ້ອນ​ເຄິ່ງ​ເຢັນ” ນີ້​ຈະ​ມີ​ຜົນ​ກະ​ທົບ​ດ້ານ​ລົບ​ຕໍ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ລູກ​ຫລານ​ຂອງ​ເຂົາ​ເຈົ້າ​ຫລາຍ​ຂະ​ໜາດ​ໃດ. ພໍ່​ແມ່​ອາດ​ຈະ​ຍັງ​ເຂັ້ມ​ແຂງ​ຢູ່, ແຕ່​ຄວາມ​ສ່ຽງ​ຂອງ​ການ​ສູນ​ເສຍ​ລູກໆ​ຂອງ​ເຂົາ​ເຈົ້າ​ນັ້ນ​ສູງ—ໃນ​ຊີ​ວິດ​ນີ້ ແລະ ໃນ​ນິ​ລັນ​ດອນ.

ສຳ​ລັບ​ຜູ້​ທີ່​ຈະ​ບໍ່​ສືບ​ທອດ​ລັດ​ສະ​ໝີ​ພາບ​ແຫ່ງ​ຊັ້ນ​ສູງ​ກັບ​ຄອບ​ຄົວ​ຂອງ​ຕົນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ບໍ່ ກ້າ​ຫານ ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ; ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ຮັບ​ມົງ​ກຸດ​ເໜືອ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ.”4 ນີ້​ຄື​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ໃຫ້​ກັບ​ຕົວ​ເຮົາ​ເອງ ຫລື ລູກ​ຫລານ​ຂອງ​ເຮົາ​ແມ່ນ​ບໍ? ເຮົາ​ຄວນ​ທີ່​ຈະ​ເປັນ​ຄົນ ກ້າ​ຫານ ຫລາຍ​ຂຶ້ນ ແລະ ເປັນ ຄົນ​ເຄິ່ງ​ຮ້ອນ​ເຄິ່ງ​ເຢັນ ໜ້ອຍ​ລົງ ເພື່ອ​ເຫັນ​ແກ່​ຕົວ​ເຮົາ​ເອງ ແລະ ລູກ​ຫລານ​ຂອງ​ເຮົາ​ບໍ່​ແມ່ນ​ບໍ?

ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ຍັງ​ໄດ້​ກ່າວ​ເຖິງ​ຂໍ້​ກັງ​ວົນ​ທີ່​ຄ້າຍ​ຄື​ກັນ​ວ່າ:

“ສຳ​ລັບ​ບາງ​ຄົນ, ການ​ເຊື້ອ​ເຊີນ​ຂອງ​ພຣະ​ຄຣິດ​ໃຫ້​ເຊື່ອ ແລະ ຍັງ​ຄົງ​ຢູ່​ຕໍ່​ໄປ ເປັນ​ເລື່ອງ​ທີ່​ຍາກ. … ສາ​ນຸ​ສິດ​ບາງ​ຄົນ​ພົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຂົ້າ​ໃຈ​ນະ​ໂຍ​ບາຍ ຫລື ການ​ສິດ​ສອນ​ບາງ​ຢ່າງ​ສະ​ເພາະ​ຂອງ​ສາດ​ສະ​ໜາ​ຈັກ. ບາງ​ຄົນ​ຍັງ​ມີ​ຂໍ້​ກັງ​ວົນ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ພວກ​ເຮົາ ຫລື ຄວາມ​ບໍ່​ດີ​ພ້ອມ​ຂອງ​ສະ​ມາ​ຊິກ ແລະ ຜູ້​ນຳ​ບາງ​ຄົນ, ທັງ​ໃນ​ອະ​ດີດ ແລະ ປະ​ຈຸ​ບັນ. …

“… ການ​ຕັດ​ສິນ​ໃຈ​ທີ່​ຈະ ‘ບໍ່​ຍ່າງ​ຕໍ່​ໄປ’ ກັບ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ ແລະ ຜູ້​ນຳ​ທີ່​ຖືກ​ເລືອກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ສົ່ງ ຜົນ​ກະ​ທົບ​ອັນ​ຍາວ​ນານ ຊຶ່ງ​ບໍ່​ສາ​ມາດ​ເຫັນ​ໄດ້​ສະ​ເໝີ​ໄປ​ໃນ​ຕອນ​ນີ້.”5

ມັນ​ຊ່າງ​ເປັນ​ການ​ສືບ​ທອດ​ປະ​ເພ​ນີ​ທີ່​ໜ້າ​ເສົ້າ​ໃຈ—ແລະ ດ້ວຍ​ເຫດ​ຜົນ​ຫຍັງ? ບໍ່​ວ່າ​ຈະ​ດ້ວຍ​ເຫດ​ຜົນ​ໃດ, ການ​ເມີນ​ເສີຍ​ຕໍ່​ຜົນ​ກະ​ທົບ​ທາງ​ວິນ​ຍານ​ດ້ານ​ລົບ ທີ່​ຈະ​ເກີດ​ກັບ​ຄົນ​ລຸ້ນ​ຕໍ່ໆ​ໄປ ແມ່ນ​ບໍ່​ພຽງ​ພໍ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ວ່າ​ທ່ານ​ກຳ​ລັງ​ປະ​ເຊີນ​ໜ້າ​ຢູ່​ກັບ​ໜຶ່ງ​ໃນ​ສອງ​ສະ​ຖາ​ນະ​ການ​ເຫລົ່າ​ນີ້ ໃນ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ທ່ານ​ພິ​ຈາ​ລະ​ນາ​ການ​ປະ​ຕິ​ບັດ​ຕົນ​ຂອງ​ທ່ານ​ຄືນ​ໃໝ່. ທ່ານ​ຮູ້​ແລ້ວ​ວ່າ​ມີ​ແຜນ​ສຳ​ລັບ​ເຮົາ​ໃນ​ຊີ​ວິດ​ນີ້. ທ່ານ​ຮູ້​ແລ້ວ​ວ່າ​ຄອບ​ຄົວ​ສາ​ມາດ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ. ເປັນ​ຫຍັງ​ຈຶ່ງ​ຕ້ອງ​ເອົາ​ຄອບ​ຄົວ​ຂອງ​ທ່ານ​ໄປ​ສ່ຽງ? ຢ່າ​ເປັນ​ບ້ວງ​ທີ່​ອ່ອນ​ແອ​ໃນ​ຕ່ອງ​ໂສ້​ທີ່​ສວຍ​ງາມ​ແຫ່ງ​ສັດ​ທາ​ທີ່​ທ່ານ​ເປັນ​ຄົນ​ລິ​ເລີ່ມ, ຫລື ທີ່​ທ່ານ​ໄດ້​ຮັບ, ໃນ​ຖາ​ນະ​ມໍ​ລະ​ດົກ​ສືບ​ທອດ. ຈົ່ງ​ເປັນ​ບ້ວງ​ທີ່​ເຂັ້ມ​ແຂງ. ນີ້​ຄື​ເວ​ລາ​ຂອງ​ທ່ານ​ທີ່​ຕ້ອງ​ປະ​ຕິ​ບັດ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ທ່ານ​ໄດ້.

ຈາກ​ສ່ວນ​ເລິກ​ຂອງ​ຫົວ​ໃຈ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ມັນ, ໃຫ້​ເບິ່ງ​ໄປ​ທີ່​ອະ​ນາ​ຄົດ ແລະ ປະ​ເມີນ​ວ່າ “ສິ່ງ​ນີ້​ຈະ​ນຳ​ໄປ​ສູ່​ຈຸດ​ໃດ,” ແລະ, ຖ້າ​ຈຳ​ເປັນ, ຈົ່ງ​ກ້າ​ຫານ​ພໍ​ທີ່​ຈະ​ປັບ​ປ່ຽນ​ເສັ້ນ​ທາງ​ຂອງ​ທ່ານ​ເພື່ອ​ເຫັນ​ແກ່​ລູກ​ຫລານ​ຂອງ​ທ່ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 64.

  2. Russell M. Nelson, “As We Go Forward Together,” Liahona, Apr. 2018, 7; ເນັ້ນ​ຄຳ​ເນີ້ງ.

  3. Dallin H. Oaks, “Where Will This Lead?,” Liahona, May 2019, 60; ເນັ້ນ​ຄຳ​ເນີ້ງ.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:79; ເນັ້ນ​ຄຳ​ເນີ້ງ.

  5. M. Russell Ballard, “To Whom Shall We Go?,” Liahona, Nov. 2016, 90–91; ເນັ້ນ​ຄຳ​ເນີ້ງ.