ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ທ່ານ​ຢາກ​ມີ​ຄວາມ​ສຸກ​ບໍ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ທ່ານ​ຢາກ​ມີ​ຄວາມ​ສຸກ​ບໍ?

ຈົ່ງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ຊີ​ວິດ​ຂອງ​ທ່ານ​ຈະ​ງ່າຍ​ຂຶ້ນ, ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ, ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ.

ທ່ານ​ຢາກ​ມີ​ຄວາມ​ສຸກ​ບໍ? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ທ່ານ​ບໍ່​ມີ​ຄວາມ​ສຸກ? ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ຖ້າ​ທ່ານ​ຢາກ​ໂສກ​ເສົ້າ, ກໍ​ຈົ່ງ​ຝ່າ​ຝືນ​ພຣະ​ບັນ​ຍັດ—ແລະ ບໍ່​ຕ້ອງ​ກັບ​ໃຈ. ຖ້າ​ທ່ານ​ຢາກ​ມີ​ຄວາມ​ສຸກ, ກໍ​ຈົ່ງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.”1 ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ມີ​ຄວາມ​ສຸກ​ແມ່ນ​ບໍ? ຂໍ​ພຽງ​ແຕ່​ເຮັດ​ພັນ​ທະ​ສັນ​ຍາ ແລະ ຮັກ​ສາ​ມັນ​ໄວ້​ໃນ​ຊີ​ວິດ​ຂອງ​ທ່ານ. ຂໍ​ໃຫ້​ເຮົາ​ຈົ່ງ​ທົບ​ທວນ​ເຖິງ​ບາງ​ສິ່ງ​ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ.

1. ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ຫຍັງ?

ອີງ​ຕາມ​ຄຳ​ເວົ້າ​ຂອງ ແອວ​ເດີ ແດວ ຈີ ເຣັນ​ລັນ: “ຄຳ​ວ່າ ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ອ້າງ​ເຖິງ​ລຳ​ດັບ​ຂອງ​ພັນ​ທະ​ສັນ​ຍາ ຊຶ່ງ​ໂດຍ​ທາງ​ນັ້ນ​ເຮົາ​ມາ​ຫາ​ພຣະ​ຄຣິດ ແລະ ເຊື່ອມ​ຕໍ່​ເຂົ້າ​ກັບ​ພຣະ​ອົງ. ຜ່ານ​ທາງ​ຄວາມ​ຜູກ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ນີ້, ເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດ​ນິ​ລັນ​ດອນ​ຂອງ​ພຣະ​ອົງ. ເສັ້ນ​ທາງ​ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ກັບ​ໃຈ, ຕິດ​ຕາມ​ດ້ວຍ​ການ​ບັບ​ຕິ​ສະ​ມາ ແລະ ການ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”2 ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ທຸກ​ຄັ້ງ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ຂອງ​ເຮົາ.

ໂດຍ​ເລີ່ມ​ຕົ້ນ​ດ້ວຍ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ເພີ່ມ​ຂຶ້ນ​ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ເຮົາ. ແອວ​ເດີ ເຣັນ​ລັນ ໄດ້​ກ່າວ​ອີກ​ວ່າ: “ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ນຳ​ພາ​ໄປ​ສູ່​ພິ​ທີ​ການ​ພຣະ​ວິ​ຫານ, ດັ່ງ​ເຊັ່ນ​ຂອງ​ປະ​ທານ​ສັກ​ສິດ​ພຣະ​ວິ​ຫານ. ຂອງ​ປະ​ທານ​ສັກ​ສິດ​ຄື​ຂອງ​ປະ​ທານ​ແຫ່ງ​ພັນ​ທະ​ສັນ​ຍາ​ສັກ​ສິດ​ຂອງ​ພຣະ​ເຈົ້າ ທີ່​ເຊື່ອມ​ຕໍ່​ເຮົາ​ເຂົ້າ​ກັບ​ພຣະ​ອົງ​ຢ່າງ​ສົມ​ບູນ​ຄົບ​ຖ້ວນ​ຫລາຍ​ຂຶ້ນ.”3

2. ທ່ານ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ບໍ?

ບາງ​ຄັ້ງ​ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ແລ້ວ, ເຮົາ​ກໍ​ລົ້ມ​ເຫລວ​ໃນ​ການ​ຮັກ​ສາ​ມັນ. ເມື່ອ​ມັນ​ເກີດ​ຂຶ້ນ, ທ່ານ​ສາ​ມາດ​ເຮັດ​ແນວ​ໃດ​ເພື່ອ​ກັບ​ຄືນ​ມາ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ? ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ບາງ​ຕົວ​ຢ່າງ​ຂອງ​ການ​ກັບ​ຄືນ​ມາ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ປະ​ມານ​ໜຶ່ງ​ເດືອນ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂໍ້​ຄວາມ​ຈາກ​ອະ​ດີດ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ທີ່​ເຄີຍ​ໄດ້​ຮັບ​ໃຊ້​ກັບ​ພວກ​ເຮົາ. ລາວ​ໄດ້​ເວົ້າ​ວ່າ: “ຊ່ວງ​ນີ້​ກໍ​ຂັດ​ສົນ​ຫລາຍ. ໃນ​ການ​ຕໍ່​ສູ້​ກັບ​ຄວາມ​ວິ​ຕົກ​ກັງ​ວົນ ແລະ ຄວາມ​ກົດ​ດັນ​ທຸກໆ​ມື້ ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ໜັກ​ໃຈ, ແລະ ມັນ​ເປັນ​ເລື່ອງ​ທີ່​ຍາກ​ຫລາຍ. ຂ້າ​ນ້ອຍ​ຮູ້​ສຶກ​ໂດດ​ດ່ຽວ ແລະ ເປັນ​ທຸກ​ຫລາຍ. ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ເພື່ອ​ສັນ​ຕິ​ສຸກ ແລະ ການ​ປອບ​ໂຍນ​ໃນ​ສິ່ງ​ທີ່​ຂ້າ​ນ້ອຍ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຕໍ່​ສູ້​ກັບ​ຄວາມ​ຍາກ​ລຳ​ບາກ​ນີ້. … ໃນ​ຂະ​ນະ​ທີ່​ຂ້າ​ນ້ອຍ​ກຳ​ລັງ​ອະ​ທິ​ຖານ, ຂ້າ​ນ້ອຍ​ໄດ້​ຮັບ​ການ​ກະ​ຕຸ້ນ​ເຕືອນ​ຈາກ​ພຣະ​ວິນ​ຍານ​ບອກ​ກັບ​ຂ້າ​ນ້ອຍ​ວ່າ ຂ້າ​ນ້ອຍ​ຕ້ອງ​ຈ່າຍ​ສ່ວນ​ສິບ​ເຕັມ. … ຂ້າ​ນ້ອຍ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຢ່າງ​ແຮງ​ກ້າ ແລະ ຂ້າ​ນ້ອຍ​ຮູ້​ສຶກ​ຕ້ອງ​ການ​ຢາກ​ເຮັດ​ແບບ​ນັ້ນ​ທັນ​ທີ. ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ແບບ​ນັ້ນ ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ເຖິງ​ການ​ກະ​ຕຸ້ນ​ວ່າ ‘ຖ້າ​ເຈົ້າ​ຈ່າຍ​ສ່ວນ​ສິບ​ຂອງ​ເຈົ້າ ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ.’ ຂ້າ​ນ້ອຍ​ຍັງ​ດີ້ນ​ລົນ​ໃນ​ການ​ຊອກ​ຫາ​ສັນ​ຕິ​ສຸກ​ຢູ່, ແຕ່​ວ່າ​ຂ້າ​ນ້ອຍ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ວ່າ​ຜ່ານ​ທາງ​ການ​ເຊື່ອ​ຟັງ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ຈະ​ສາ​ມາດ​ຮູ້​ສຶກ ແລະ ພົບ​ສັນ​ຕິ​ສຸກ​ທີ່​ຂ້າ​ນ້ອຍ​ກຳ​ລັງ​ຊອກ​ຫາ ໃນ​ຫົວ​ໃຈ ແລະ ໃນ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ. ປະ​ຈຸ​ບັນ​ນີ້​ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ກັບ​ຄືນ​ມາ​ໂບດ ແລະ ສະ​ແຫວງ​ຫາ​ພຣະ​ວິນ​ຍານ​ໃນ​ທຸກ​ສິ່ງ​ທີ່​ຂ້າ​ນ້ອຍ​ເຮັດ.”

ຕອນ​ນີ້​ລາວ​ດີ​ຂຶ້ນ​ຫລາຍ​ແລ້ວ. ທ່ານ​ກໍ​ສາ​ມາດ​ຂໍ​ສັນ​ຕິ​ສຸກ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເຊັ່ນ​ກັນ, ແຕ່​ວ່າ​ຄຳ​ຕອບ​ນັ້ນ​ອາດ​ຈະ​ແຕກ​ຕ່າງ​ໄປ​ຈາກ​ທີ່​ທ່ານ​ຄາດ​ຫວັງ. ຕາບ​ໃດ​ທີ່​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ອົງ​ຈະ​ໃຫ້​ຄຳ​ຕອບ​ສະ​ເພາະ​ກັບ​ທ່ານ.

ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ສິດ​ສອນ​ວ່າ:

“ບົດ​ຮຽນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ໄດ້ ໃນ​ຊ່ວງ​ມະ​ຕະ ແມ່ນ​ຕອນ​ທີ່​ພຣະ​ເຈົ້າ​ກ່າວ ແລະ ເຮົາ​ເຊື່ອ​ຟັງ, ແລ້ວ​ເຮົາ​ຈະ​ຖືກ​ຕ້ອງ​ສະ​ເໝີ.”4

ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ, ຊີ​ວິດ​ຂອງ​ເຮົາ​ຈະ​ມີ​ຄວາມ​ສຸກ​ກວ່າ, ສົມ​ບູນ​ກວ່າ, ແລະ ຫຍຸ້ງ​ຍາກ​ໜ້ອຍ​ກວ່າ. ການ​ທ້າ​ທາຍ ແລະ ບັນ​ຫາ​ຂອງ​ເຮົາ ຈະ​ງ່າຍ​ຂຶ້ນ ທີ່​ຈະ​ທົນ​ຕໍ່, ແລະ ເຮົາ​ຈະ​ໄດ້​ຮັບ​ພອນ​ທີ່ [ພຣະ​ເຈົ້າ] ໄດ້​ສັນ​ຍາ​ໄວ້.”5

ຕອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ອະ​ທິ​ການ, ມັນ​ເປັນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ເປັນ​ພໍ່​ໜຸ່ມ ມີ​ອາ​ຍຸ 30 ຕົ້ນໆ, ແຕ່​ຂ້າ​ພະ​ເຈົ້າ​ມີ​ບັນ​ຫາ​ທາງ​ດ້ານ​ການ​ເງິນ​ຍ້ອນ​ບັນ​ຫາ​ທາງ​ຄອບ​ຄົວ. ຂ້າ​ພະ​ເຈົ້າ​ຫາ​ວິ​ທີ​ແກ້​ໄຂ​ບໍ່​ໄດ້, ແລະ ຂ້າ​ພະ​ເຈົ້າ​ກໍ​ຄິດ​ວ່າ​ຄວາມ​ທ້າ​ທາຍ​ນັ້ນ​ຈະ​ບໍ່​ມີ​ວັນ​ຈົບ​ສິ້ນ. ຂ້າ​ພະ​ເຈົ້າ​ເມື່ອຍ​ໝົດ​ແຮງ​ທາງ​ຊັບ​ສິນ ແລະ ຈິດ​ໃຈ. ຂ້າ​ພະ​ເຈົ້າ​ກໍ​ເລີ່ມ​ສົງ​ໄສ​ໃນ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເຊັ່ນ​ກັນ. ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ນັ້ນ​ທີ່​ປະ​ທານ​ສະ​ເຕກ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ການ​ເອີ້ນ​ໃຫ້​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ​ເອົາ​ການ​ເອີ້ນ​ນັ້ນ, ເຖິງ​ແມ່ນ​ວ່າ​ມັນ​ຈະ​ຍາກ.

ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ສຳ​ພາດ​ກັບ​ປະ​ທານ​ສະ​ເຕກ, ແຕ່​ລາວ​ກໍ​ບໍ່​ສາ​ມາດ​ຕອບ​ຕົກ​ລົງ, ແລະ ລາວ​ກໍ​ບໍ່​ໄດ້​ຕອບ​ເຊັ່ນ​ກັນ ແຕ່​ຍັງ​ຫລັ່ງ​ນ້ຳ​ຕາ​ຢູ່. ລາວ​ໄດ້​ຮ້ອງ​ໄຫ້​ຢູ່​ໝົດ​ອາ​ທິດ, ໂດຍ​ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ, “ເປັນ​ຫຍັງ​ຈຶ່ງ​ແມ່ນ​ຕອນ​ນີ້?” ແລະ “ພຣະ​ອົງ​ຊົງ​ຮູ້​ຈັກ​ແຕ່​ລະ​ຄົນ​ແທ້​ແລ້ວ​ບໍ?” ລາວ​ກໍ​ຍັງ​ບໍ່​ໄດ້​ຄຳ​ຕອບ​ນັ້ນ, ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ​ໃຫ້​ເປັນ​ອະ​ທິ​ການ​ໃນ​ວັນ​ອາ​ທິດ​ຕໍ່​ມາ. ລາວ​ກໍ​ບໍ່​ໄດ້​ຖາມ​ຄຳ​ຖາມ​ເຫລົ່າ​ນັ້ນ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ອີກ​ຕໍ່​ໄປ ແຕ່​ລາວ​ໄດ້​ສະ​ໜັບ​ສະ​ໜູນ​ຂ້າ​ພະ​ເຈົ້າ​ໃນ​ການ​ເອີ້ນ​ເປັນ​ເວ​ລາ​ຫົກ​ປີ.

ໃນ​ວັນ​ອາ​ທິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ປົດ​ຈາກ​ການ​ເອີ້ນ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ຮັບ​ສິນ​ລະ​ລຶກ​ຢູ່. ສຽງ​ນັ້ນ​ກະ​ຊິບ​ບອກ​ລາວ​ວ່າ, “ເພາະ​ມັນ​ຍາກ​ຫລາຍ​ສຳ​ລັບ​ເຈົ້າ​ໃນ​ການ​ກ້າວ​ໄປ​ຂ້າງ​ໜ້າ, ເຮົາ​ກໍ​ເລີຍ​ໃຫ້​ການ​ເອີ້ນ​ແກ່​ລາວ​ໃນ​ຖາ​ນະ​ອະ​ທິ​ການ ເພື່ອ​ຈະ​ອູ້ມ​ຊູ ແລະ ຍ່າງ​ໄປ​ກັບ​ເຈົ້າ.” ເມື່ອ​ເບິ່ງ​ຢ້ອນ​ກັບ​ໄປ​ຫົກ​ປີ​ກ່ອນ, ລາວ​ຮູ້​ວ່າ​ຄວາມ​ທ້າ​ທາຍ​ຫລາຍ​ຢ່າງ​ທີ່​ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ວັນ​ສິ້ນ​ສຸດ ບັດ​ນີ້​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ​ໄປ​ພ້ອມໆ​ກັນ.

ພວກ​ເຮົາ​ໄດ້​ຮຽນ​ຮູ້​ວ່າ​ເມື່ອ​ເຮົາ​ຄິດ​ວ່າ​ມັນ​ບໍ່​ແມ່ນ​ເວ​ລາ​ທີ່​ດີ​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ເອີ້ນ, ມັນ​ອາດ​ຈະ​ເປັນ​ເວ​ລາ​ທີ່​ເຮົາ​ຕ້ອງ​ການ​ການ​ເອີ້ນ​ຫລາຍ​ທີ່​ສຸດ. ເມື່ອ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ເຮົາ​ຮັບ​ໃຊ້​ໃນ​ການ​ເອີ້ນ​ໃດ​ໜຶ່ງ, ບໍ່​ວ່າ​ຈະ​ເປັນ​ການ​ເອີ້ນ​ທີ່​ໜັກ ຫລື ເບົາ​ກວ່າ, ພຣະ​ອົງ​ຊົງ​ຫລິງ​ເຫັນ​ຄວາມ​ຕ້ອງ​ການ​ຂອງ​ເຮົາ. ພຣະ​ອົງ​ໄດ້​ຈັດ​ຫາ​ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ຕ້ອງ​ການ ແລະ ມີ​ພອນ​ຕ່າງໆ​ທີ່​ພ້ອມ​ຈະ​ຖອກ​ເທ​ໃຫ້​ກັບ​ເຮົາ​ໃນ​ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້​ຢ່າງ​ຊື່​ສັດ.

ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ລົບ​ກວນ​ເຮົາ​ຈາກ​ການ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ບໍ່​ວ່າ​ມັນ​ຈະ​ແມ່ນ​ສິ່ງ​ໃດ​ກໍ​ຕາມ, ມັນ​ບໍ່​ເຄີຍ​ຊ້າ​ເກີນ​ໄປ​ສຳ​ລັບ​ເຮົາ​ໃນ​ການ​ຫັນ​ໃຈ​ຂອງ​ເຮົາ​ມາ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເພື່ອ​ການ​ຊ່ວຍ​ເຫລືອ. ແອວ​ເດີ ພອລ ວີ ຈອນ​ສັນ ໄດ້​ສິດ​ສອນ​ເຮົາ​ວ່າ: “ເມື່ອ​ເຮົາ​ຕິດ​ຕາມ​ຊາ​ຕານ, ເຮົາ​ກໍ​ມອບ​ອຳ​ນາດ​ໃຫ້​ມັນ. ເມື່ອ​ເຮົາ​ຕິດ​ຕາມ​ພຣະ​ເຈົ້າ, ພຣະ​ອົງ​ກໍ​ມອບ​ອຳ​ນາດ​ໃຫ້​ເຮົາ.”6

ກະ​ສັດ​ເບັນ​ຢາ​ມິນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເປັນ​ພະ​ຍານ​ວ່າ: “ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ເຂົາ​ໄດ້​ຮັບ​ພອນ​ທຸກ​ຢ່າງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ; ແລະ ຖ້າ​ຫາກ​ເຂົາ​ອົດ​ທົນ​ຢ່າງ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ເຂົາ​ຈະ​ຖືກ​ຮັບ​ເຂົ້າ​ສູ່​ສະ​ຫວັນ, ແລ້ວ​ເຂົາ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ.”7

3. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ສຸກ​ແນວ​ໃດ?

ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ ການ​ແຕ່ງ​ງານ​ຂອງ​ພວກ​ເຮົາ​ຄື​ການ​ທຽມ​ແອກ​ນຳ​ກັນ, ແລະ ຍ້ອນ​ແນວ​ນັ້ນ​ລາວ​ຈຶ່ງ​ສາ​ມາດ​ເຮັດ​ໃນ​ສິ່ງ​ທີ່​ລາວ​ບໍ່​ສາ​ມາດ​ເຮັດ​ໄດ້​ມາ​ກ່ອນ. ຍົກ​ຕົວ​ຢ່າງ, ຕັ້ງ​ແຕ່​ລາວ​ຍັງ​ນ້ອຍ​ມາ, ມັນ​ຍາກ​ສຳ​ລັບ​ລາວ​ທີ່​ຈະ​ອອກ​ໄປ​ນອກ​ບ້ານ​ໃນ​ຄວາມ​ມືດ, ແຕ່​ມັນ​ບໍ່​ແມ່ນ​ເລື່ອງ​ຍາກ​ສຳ​ລັບ​ລາວ​ອີກ​ຕໍ່​ໄປ​ເພາະ​ຂ້າ​ພະ​ເຈົ້າ​ໄປ​ກັບ​ລາວ. ລາວ​ເປັນ​ຄົນ​ເຕ້ຍ ແລະ ບໍ່​ສາ​ມາດ​ຢື້​ເອົາ​ສິ່ງ​ຂອງ​ທີ່​ຢູ່​ບ່ອນ​ສູງ​ໄດ້​ນອກ​ຈາກ​ຕ້ອງ​ໃຊ້​ຕັ່ງ ຫລື ຂັ້ນ​ໄດ​ປີນ, ແຕ່​ຂ້າ​ພະ​ເຈົ້າ​ສາ​ມາດ​ຊ່ວຍ​ລາວ​ເອົາ​ເຄື່ອງ​ຈາກ​ຊັ້ນ​ບ່ອນ​ສູງ​ໄດ້ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ສູງ​ກວ່າ​ລາວ. ການ​ຮັບ​ເອົາ​ແອກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ເປັນ​ເຊັ່ນ​ນັ້ນ. ເມື່ອ​ເຮົາ​ທຽມ​ແອກ​ກັບ​ພຣະ​ອົງ, ເຮົາ​ສາ​ມາດ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້ ເພາະ​ວ່າ​ພຣະ​ອົງ​ສາ​ມາດ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້​ດ້ວຍ​ຕົວ​ເຮົາ​ເອງ​.

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ກ່າວ​ວ່າ: “ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ໃຫ້​ເຮົາ​ເຂົ້າ​ຮ່ວມ ແລະ ເປັນ​ໜຶ່ງ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ຕາມ​ຈິງ​ແລ້ວ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ເຊື້ອ​ເຊີນ​ເຮົາ​ໃຫ້​ເພິ່ງ​ອາ​ໄສ​ພຣະ​ອົງ ແລະ ອອກ​ແຮງ​ງານ​ຮ່ວມ​ກັບ​ພຣະ​ອົງ, ແມ່ນ​ແຕ່​ເມື່ອ​ຄວາມ​ພະ​ຍາ​ຍາມ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ​ຍັງ​ບໍ່​ເໝາະ​ສົມ ແລະ ປຽບ​ທຽບ​ກັບ​ຂອງ​ພຣະ​ອົງ​ບໍ່​ໄດ້​ກໍ​ຕາມ. ເມື່ອ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ແລະ ດຶງ​ເອົາ​ພາ​ລະ​ໜັກ​ຂອງ​ເຮົາ​ກັບ​ພຣະ​ອົງ​ລະ​ຫວ່າງ​ການ​ເດີນ​ທາງ​ໃນ​ຊີ​ວິດ​ມະ​ຕະ, ແນ່​ນອນ​ວ່າ​ແອກ​ຂອງ​ພຣະ​ອົງ​ນັ້ນ​ກໍ​ງ່າຍ ແລະ ພາ​ລະ​ຂອງ​ພຣະ​ອົງ​ນັ້ນ​ກໍ​ເບົາ.”8

ປະ​ທານ​ແນວ​ສັນ​ຍັງ​ໄດ້​ສິດ​ສອນ​ອີກ​ວ່າ:

“ການ​ທຽມ​ແອກ​ຂອງ​ທ່ານ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໝາຍ​ຄວາມ​ວ່າ ທ່ານ​ໄດ້​ເຂົ້າ​ເຖິງ​ຄວາມ​ເຂັ້ມ​ແຂງ ແລະ ອຳ​ນາດ​ແຫ່ງ​ການ​ໄຖ່ ຂອງ​ພຣະ​ອົງ.”9

“ລາງ​ວັນ​ສຳ​ລັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຄື​ພະ​ລັງ​ຈາກ​ສະ​ຫວັນ—ພະ​ລັງ​ທີ່​ເສີມ​ກຳ​ລັງ​ໃຫ້​ເຮົາ ເພື່ອ​ຕ້ານ​ທານ​ກັບ​ການ​ທົດ​ລອງ, ການ​ລໍ້​ລວງ, ແລະ ຄວາມ​ເຈັບ​ປວດ​ໃຈ ໄດ້​ດີ​ກວ່າ​ເກົ່າ. ພະ​ລັງ​ນີ້​ເຮັດ​ໃຫ້​ເຮົາ​ສະ​ບາຍ​ໃຈ​ຂຶ້ນ. ຜູ້​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ທີ່​ສູງ​ກວ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຂົ້າ​ເຖິງ​ອຳ​ນາດ​ທີ່​ສູງ​ກວ່າ​ຂອງ​ພຣະ​ອົງ.”10

“ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຍ່ອມ​ເຮັດ​ໃຫ້​ຊີ​ວິດ​ງ່າຍ​ຂຶ້ນ​ກວ່າ​ເກົ່າ! ທຸກ​ຄົນ​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ຢູ່​ທີ່​ອ່າງ​ບັບ​ຕິ​ສະ​ມາ ແລະ ໃນ​ພຣະ​ວິ​ຫານ—ແລະ ຮັກ​ສາ​ມັນ—ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.”11

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ຢາກ​ມີ​ຄວາມ​ສຸກ​ບໍ? ຈົ່ງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ຊີ​ວິດ​ຂອງ​ທ່ານ​ຈະ​ງ່າຍ​ຂຶ້ນ, ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ, ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ເຊື້ອ​ເຊີນ​ເຮົາ​ວ່າ, “ຈົ່ງ​ມາ​ຫາ​ເຮົາ​ທຸກ​ຄົນ​ທີ່​ອິດ​ເມື່ອຍ​ຈາກ​ການ​ແບກ​ຫາບ​ພາ​ລະ​ໜັກ ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ພັກ​ຜ່ອນ.”12 ພຣະ​ອົງ​ຄື​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ. ພຣະ​ອົງ​ແບກ​ຫາບ​ພາ​ລະ​ຂອງ​ເຮົາ ແລະ ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ງ່າຍ​ຂຶ້ນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.