ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອຳ​ນາດ​ແຫ່ງ​ການ​ຜະ​ນຶກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ອຳ​ນາດ​ແຫ່ງ​ການ​ຜະ​ນຶກ

ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ເຮັດ​ໃຫ້​ຄວາມ​ລອດ​ສ່ວນ​ຕົວ ແລະ ຄວາມ​ສູງ​ສົ່ງ​ຂອງ​ຄອບ​ຄົວ​ມີ​ໃຫ້​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.

ມີ​ທຳ​ນາຍ​ໄວ້ ຢ່າງ​ໜ້ອຍ​ນັບ​ຕັ້ງ​ແຕ່​ໃນ​ສະ​ໄໝ​ຂອງ​ເອ​ຊາ​ຢາ1 ວ່າ​ໃນ​ສະ​ໄໝ​ຍຸກ​ສຸດ​ທ້າຍ, ວ່າ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ສະ​ໄໝ​ບູ​ຮານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ຄວນ “ຖືກ​ເຕົ້າ​ໂຮມ​ເຂົ້າ​ມາ​ຈາກ​ການ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ເປັນ​ເວ​ລາ​ດົນ​ນານ​ຂອງ​ພວກ​ເຂົາ, ຈາກ​ເກາະ​ໃນ​ທະ​ເລ, ແລະ ຈາກ​ສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກ”2 ແລະ ຟື້ນ​ຟູ​ສູ່ “ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ.”3 ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ເລື້ອຍໆ ແລະ ຢ່າງ​ມີ​ພະ​ລັງ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ນີ້, ເອີ້ນ​ມັນ​ວ່າ “ສິ່ງ​ສຳ​ຄັນ​ທີ່​ສຸດ ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ ໃນ​ທຸກ​ວັນ​ນີ້.”4

ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ການ​ເຕົ້າ​ໂຮມ​ນີ້?

ໂດຍ​ການ​ເປີດ​ເຜີຍ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລະ​ບຸ​ຈຸດ​ປະ​ສົງ​ໜຶ່ງ​ວ່າ​ເປັນ​ການ​ປົກ​ປ້ອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ການ​ເຕົ້າ​ໂຮມ​ຢູ່​ເທິງ​ແຜ່ນ​ດິນ​ຊີ​ໂອນ, ແລະ ເທິງ​ສະ​ເຕກ​ຂອງ​ນາງ, [ຈະ] ເກີດ​ຂຶ້ນ​ເພື່ອ​ການ​ປົກ​ປ້ອງ, ແລະ ເພື່ອ​ເປັນ​ບ່ອນ​ຫລົບ​ໄພ​ຈາກ​ພະ​ຍຸ, ແລະ ຈາກ​ພຣະ​ພິ​ໂລດ​ເມື່ອ​ມັນ​ຈະ​ຖອກ​ເທ​ລົງ​ມາ​ໂດຍ​ສຸດ​ພະ​ລັງ​ເທິງ​ທັງ​ແຜ່ນ​ດິນ​ໂລກ.”5 “ພຣະ​ພິ​ໂລດ” ໃນ​ເນື້ອ​ຄວາມ​ນີ້​ອາດ​ເຂົ້າ​ໃຈ​ວ່າ​ເປັນ​ທຳ​ມະ​ຊາດ​ຂອງ​ການ​ບໍ່​ເຊື່ອ​ຟັງ​ກົດ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ສິ່ງ​ສຳ​ຄັນ​ທີ່​ສຸດ, ການ​ເຕົ້າ​ໂຮມ​ແມ່ນ​ຈຸດ​ປະ​ສົງ​ຂອງ​ການ​ນຳ​ພອນ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ໄປ​ໃຫ້​ທຸກ​ຄົນ​ທີ່​ຈະ​ຮັບ​ເອົາ​ມັນ. ນີ້​ເປັນ​ການ​ບັນ​ລຸ​ຜົນ​ຕາມ​ຄຳ​ສັນ​ຍາ​ທີ່​ປະ​ທານ​ແກ່​ອັບ​ຣາ​ຮາມ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ອັບ​ຣາ​ຮາມ​ວ່າ ຜ່ານ​ທາງ​ລູກ​ຫລານ​ຂອງ​ເພິ່ນ ແລະ ຖາ​ນະ​ປະ​ໂລ​ຫິດ “ຄອບ​ຄົວ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ [ຈະ] ໄດ້​ຮັບ​ພອນ, ແມ່ນ​ແຕ່​ດ້ວຍ​ພອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ, ຊຶ່ງ​ເປັນ​ພອນ​ແຫ່ງ​ຄວາມ​ລອດ, ແມ່ນ​ແຕ່​ຊີ​ວິດ​ນິ​ລັນ​ດອນ.”6 ປະ​ທານ​ແນວ​ສັນ​ໄດ້​ກ່າວ​ໃນ​ທາງ​ນີ້: “ເມື່ອ​ເຮົາ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ຮັບ​ບັບ​ຕິ​ສະ​ມາ, ເຮົາ​ໄດ້​ຮັບ​ເອົາ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ບັບ​ຕິ​ສະ​ມາ​ແມ່ນ​ປະ​ຕູ​ທີ່​ນຳ​ໄປ​ສູ່​ການ​ກາຍ​ເປັນ​ຜູ້​ໄດ້​ຮັບ​ມໍ​ລະ​ດົກ​ແຫ່ງ​ຄຳ​ສັນ​ຍາ​ທັງ​ໝົດ​ນຳ​ກັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ແກ່ ອັບ​ຣາ​ຮາມ, ອີ​ຊາກ, ຢາ​ໂຄບ, ແລະ ລູກ​ຫລານ​ຂອງ​ພວກ​ເພິ່ນ.”7

ໃນ​ປີ 1836, ໂມ​ເຊ​ໄດ້​ປະ​ກົດ​ຕົວ​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໃນ​ພຣະ​ວິ​ຫານ​ເຄີດ​ແລນ ແລະ “ມອບ … ຂໍ​ກະ​ແຈ​ແຫ່ງ​ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກ.”8 ໃນ​ໂອ​ກາດ​ດຽວ​ກັນ​ນັ້ນ, ອີ​ລາຍ​ໄດ້​ປະ​ກົດ​ຕົວ ແລະ “ໄດ້​ມອບ​ໝາຍ​ຍຸກ​ສະ​ໄໝ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຣາ​ຮາມ​ໃຫ້, ໂດຍ​ກ່າວ​ວ່າ ໃນ​ພວກ​ເຮົາ ແລະ ລູກ​ຫລານ​ຂອງ​ພວກ​ເຮົາ ຄົນ​ທຸກ​ລຸ້ນ​ຕໍ່​ຈາກ​ພວກ​ເຮົາ​ຈະ​ໄດ້​ຮັບ​ພອນ.”9 ດ້ວຍ​ສິດ​ອຳ​ນາດ​ນີ້, ບັດ​ນີ້​ເຮົາ​ນຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ—ຂ່າວ​ດີ​ແຫ່ງ​ການ​ໄຖ່​ຜ່ານ​ທາງ​ພຣະ​ອົງ—ໄປ​ສູ່​ທຸກ​ພາກ​ສ່ວນ ແລະ ຜູ້​ຄົນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ເຕົ້າ​ໂຮມ​ທຸກ​ຄົນ​ທີ່​ຈະ​ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ. ເຂົາ​ເຈົ້າ​ກາຍ​ເປັນ “ລູກ​ຫລານ​ຂອງ​ອັບ​ຣາ​ຮາມ, ແລະ ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ, ແລະ ຜູ້​ຖືກ​ເລືອກ​ໄວ້​ຂອງ​ພຣະ​ເຈົ້າ.”10

ໃນ​ໂອ​ກາດ​ດຽວ​ກັນ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ, ມີ​ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ​ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ. ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ສາດ​ສະ​ດາ ເອ​ລີ​ຢາ, ແລະ ມັນ​ແມ່ນ​ສິດ​ອຳ​ນາດ ແລະ ຂໍ​ກະ​ແຈ​ທີ່​ເພິ່ນ​ຟື້ນ​ຟູ ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ກ່າວ​ເຖິງ​ໃນ​ມື້​ນີ້.11 ອຳ​ນາດ​ໃນ​ການ​ຮັບ​ຮອງ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ ແລະ ເຮັດ​ໃຫ້​ມັນ​ຜູກ​ມັດ​ທັງ​ແຜ່ນ​ດິນ​ໂລກ ແລະ ສະ​ຫວັນ—ອຳ​ນາດ​ແຫ່ງ​ການ​ຜະ​ນຶກ—ແມ່ນ​ສຳ​ຄັນ​ສຳ​ລັບ​ການ​ເຕົ້າ​ໂຮມ ແລະ ການ​ກຽມ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຢູ່​ທັງ​ສອງ​ຟາກ​ມ່ານ.

ຫລາຍ​ປີ​ກ່ອນ, ໂມ​ໂຣ​ໄນ​ໄດ້​ບອກ​ໂຈ​ເຊັບ ສະ​ມິດ ຢ່າງ​ແຈ່ມ​ແຈ້ງ​ວ່າ ເອ​ລີ​ຢາ​ຈະ​ນຳ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ມາ ທີ່​ວ່າ: “ເຮົາ​ຈະ​ເປີດ​ເຜີຍ​ຖາ​ນະ​ປະ​ໂລ​ຫິດ​ແກ່​ເຈົ້າ, ໂດຍ​ມື​ຂອງ​ເອ​ລີ​ຢາ​ຜູ້​ເປັນ​ສາດ​ສະ​ດາ.”12 ຕໍ່​ມາ​ໂຈ​ເຊັບ ສະ​ມິດ ໄດ້​ອະ​ທິ​ບາຍ​ວ່າ: “ເປັນ​ຫຍັງ​ຈຶ່ງ​ສົ່ງ​ເອ​ລີ​ຢາ​ມາ? ເພາະ​ເພິ່ນ​ດຳ​ລົງ​ຂໍ​ກະ​ແຈ​ສິດ​ອຳ​ນາດ​ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທັງ​ໝົດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ [ເວັ້ນ​ເສຍ​ແຕ່] ສິດ​ອຳ​ນາດ​ຈະ​ຖືກ​ມອບ​ໃຫ້, ພິ​ທີ​ການ​ບໍ່​ສາ​ມາດ​ຖືກ​ປະ​ຕິ​ບັດ​ໃນ​ຄວາມ​ຊອບ​ທຳ”13—ນັ້ນ​ຄື, ພິ​ທີ​ການ​ຈະ​ບໍ່​ມີ​ຜົນ​ທັງ​ໃນ​ການ​ເວ​ລາ ແລະ ນິ​ລັນ​ດອນ.14

ໃນ​ຄຳ​ສອນ​ທີ່​ປະ​ຈຸ​ບັນ​ຍອມ​ຮັບ​ເປັນ​ພຣະ​ຄຳ​ພີ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ສາດ​ສະ​ດາ​ໄດ້​ກ່າວ​ວ່າ: “ກັບ​ບາງ​ຄົນ ອາດ​ເບິ່ງ​ຄື​ວ່າ ມັນ​ເປັນ​ຄຳ​ສອນ​ທີ່​ອາດ​ຫານ​ຫລາຍ​ທີ່​ພວກ​ເຮົາ​ກ່າວ​ເຖິງ—ເປັນ​ອຳ​ນາດ​ຊຶ່ງ​ບັນ​ທຶກ​ໄວ້ ຫລື ຜູກ​ມັດ​ໄວ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ຜູກ​ມັດ​ໄວ້​ຢູ່​ໃນ​ສະ​ຫວັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ​ຂອງ​ໂລກ, ເມື່ອ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ຍຸກ​ສະ​ໄໝ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໃຫ້​ມະ​ນຸດ​ຄົນ​ໃດ ໂດຍ​ການ​ເປີດ​ເຜີຍ​ໂດຍ​ກົງ, ຫລື ຄົນ​ກຸ່ມ​ໃດ​ກໍ​ຕາມ, ອຳ​ນາດ​ນີ້​ໄດ້​ຖືກ​ມອບ​ໃຫ້​ສະ​ເໝີ. ດ້ວຍ​ເຫດ​ນີ້, ອັນ​ໃດ​ກໍ​ຕາມ​ທີ່​ຄົນ​ເຫລົ່າ​ນີ້​ເຮັດ​ໄປ​ໃນ​ສິດ​ອຳ​ນາດ, ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮັດ​ຢ່າງ​ຖືກ​ຕ້ອງ ແລະ ຢ່າງ​ຊື່​ສັດ, ແລະ ຂຽນ​ບັນ​ທຶກ​ໃນ​ສິ່ງ​ດຽວ​ກັນ​ໄວ້​ຢ່າງ​ຖືກ​ຕ້ອງ ແລະ ຊື່​ສັດ, ແລ້ວ​ມັນ​ຈະ​ກາຍ​ເປັນ​ກົດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະ​ຫວັນ, ແລະ ລົບ​ລ້າງ​ບໍ່​ໄດ້, ຕາມ​ຄຳ​ສັ່ງ​ຂອງ​ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່.”15

ເຮົາ​ມັກ​ຈະ​ຄິດ​ວ່າ ສິດ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ເປັນ​ການ​ນຳ​ໃຊ້​ພຽງ​ແຕ່​ກັບ​ພິ​ທີ​ການ​ພຣະ​ວິ​ຫານ​ສະ​ເພາະ​ເທົ່າ​ນັ້ນ, ແຕ່​ວ່າ​ສິດ​ອຳ​ນາດ​ແມ່ນ​ຈຳ​ເປັນ​ຕໍ່​ການ​ເຮັດ​ໃຫ້​ພິ​ທີ​ການ​ມີ​ຜົນ​ໃຊ້​ບັງ​ຄັບ ແລະ ມີ​ຜົນ​ຜູກ​ພັນ​ຜ່ານ​ຂ້າມ​ຄວາມ​ຕາຍ.16 ອຳ​ນາດ​ການ​ຜະ​ນຶກ​ມອບ​ຕາ​ປະ​ທັບ​ແຫ່ງ​ຄວາມ​ຊອບ​ທຳ​ໃຫ້​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ, ເປັນ​ຕົ້ນ, ເພື່ອ​ໃຫ້​ໄດ້​ຮັບ​ການ​ຍອມ​ຮັບ​ຢູ່​ທີ່​ນີ້ ແລະ ໃນ​ສະ​ຫວັນ. ໃນ​ທີ່​ສຸດ, ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ​ຖືກ​ປະ​ຕິ​ບັດ​ພາຍ​ໃຕ້​ຂໍ​ກະ​ແຈ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ປະ​ທານ​ໂຈ​ເຊັບ ຟຽວ​ດິງ ສະ​ມິດ ໄດ້​ອະ​ທິ​ບາຍ​ວ່າ: “ເພິ່ນ [ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ] ໄດ້​ມອບ​ສິດ​ອຳ​ນາດ​ໃຫ້​ເຮົາ, ເພິ່ນ​ໃສ່​ອຳ​ນາດ​ການ​ຜະ​ນຶກ​ໄວ້​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ, ເພາະ​ເພິ່ນ​ດຳ​ລົງ​ຂໍ​ກະ​ແຈ​ເຫລົ່າ​ນັ້ນ.”17

ມີ​ຈຸດ​ປະ​ສົງ​ສຳ​ຄັນ​ອີກ​ຢ່າງ​ໜຶ່ງ​ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ ເມື່ອ​ເຮົາ​ເວົ້າ​ເຖິງ​ການ​ຜະ​ນຶກ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະ​ຫວັນ—ນັ້ນ​ຄື, ການ​ສ້າງ ແລະ ການ​ດຳ​ເນີນ​ງານ​ພຣະ​ວິ​ຫານ. ດັ່ງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ອະ​ທິ​ບາຍ​ວ່າ: “ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ໃນ​ການ​ເຕົ້າ​ໂຮມ … ຜູ້​ຄົນ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ​ຂອງ​ໂລກ? … ຈຸດ​ປະ​ສົງ​ຕົ້ນ​ຕໍ​ແມ່ນ ເພື່ອ​ກໍ່​ສ້າງ​ບ້ານ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ບ່ອນ​ທີ່​ພຣະ​ອົງ​ຈະ​ສາ​ມາດ​ເປີດ​ເຜີຍ​ພິ​ທີ​ການ​ຂອງ​ບ້ານ​ຂອງ​ພຣະ​ອົງ ແລະ ລັດ​ສະ​ໝີ​ພາບ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເພື່ອ​ສິດ​ສອນ​ວິ​ທີ​ທາງ​ແຫ່ງ​ຄວາມ​ລອດ​ໃຫ້​ແກ່​ຜູ້​ຄົນ; ເພາະ​ມີ​ພິ​ທີ​ການ ແລະ ຫລັກ​ທຳ​ໂດຍ​ສະ​ເພາະ, ເມື່ອ​ຖືກ​ສິດ​ສອນ ແລະ ຝຶກ​ປະ​ຕິ​ບັດ​ຕາມ, ຕ້ອງ​ເກີດ​ຂຶ້ນ​ໃນ​ສະ​ຖານ​ທີ່​ໃດ​ໜຶ່ງ ຫລື ບ້ານ​ທີ່​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ຈຸດ​ປະ​ສົງ​ນັ້ນ​ໂດຍ​ສະ​ເພາະ.”18

ຄວາມ​ຖືກ​ຕ້ອງ​ທີ່​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ມອບ​ໃຫ້​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ລວມ​ທັງ, ແນ່​ນອນ, ພິ​ທີ​ການ​ກະ​ທຳ​ແທນ ໃນ​ສະ​ຖານ​ທີ່ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກຳ​ນົດ​ໄວ້—ພຣະ​ວິ​ຫານ​ຂອງ​ພຣະ​ອົງ. ໃນ​ທີ່​ນີ້​ເຮົາ​ເຫັນ​ຄວາມ​ຍິ່ງ​ໃຫຍ່ ແລະ ຄວາມ​ສັກ​ສິດ​ຂອງ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ—ມັນ​ເຮັດ​ໃຫ້​ຄວາມ​ລອດ​ສ່ວນ​ຕົວ ແລະ ຄວາມ​ສູງ​ສົ່ງ​ຂອງ​ຄອບ​ຄົວ​ມີ​ໃຫ້​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ ບ່ອນ​ໃດ​ກໍ​ຕາມ ແລະ ເມື່ອ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ມີ​ຊີ​ວິດ​ຢູ່​ໃນ​ໂລກ. ບໍ່​ມີ​ທິດ​ສະ​ດີ ຫລື ປັດ​ຊະ​ຍາ ຫລື ສິດ​ອຳ​ນາດ​ອື່ນ​ໃດ ທີ່​ສາ​ມາດ​ທຽບ​ເທົ່າ​ໄດ້​ກັບ​ໂອ​ກາດ​ທີ່​ລວມ​ທຸກ​ຢ່າງ​ໄວ້​ເຊັ່ນ​ນັ້ນ. ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ນີ້​ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ທ່ຽງ​ທຳ, ຄວາມ​ເມດ​ຕາ, ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ.

ດ້ວຍ​ການ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ, ໃຈ​ຂອງ​ເຮົາ​ຈຶ່ງ​ຫັນ​ໄປ​ຫາ​ຜູ້​ທີ່​ຈາກ​ໄປ​ແລ້ວ​ຕາມ​ທຳ​ມະ​ຊາດ. ການ​ເຕົ້າ​ໂຮມ​ໃນ​ຍຸກ​ສຸດ​ທ້າຍ​ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ຈະ​ຂ້າມ​ຜ່ານ​ມ່ານ​ໄປ. ໃນ​ລະ​ບຽບ​ທີ່​ສົມ​ບູນ​ຂອງ​ພຣະ​ເຈົ້າ, ຜູ້​ມີ​ຊີ​ວິດ​ຢູ່​ບໍ່​ສາ​ມາດ​ປະ​ສົບ​ຊີ​ວິດ​ນິ​ລັນ​ດອນ​ໃນ​ຄວາມ​ບໍ​ລິ​ບູນ​ຂອງ​ມັນ​ປາດ​ສະ​ຈາກ​ການ​ເຊື່ອມ​ຕໍ່​ບ້ວງ​ອັນ​ຍືນ​ຍົງ​ເຂົ້າ​ກັບ “​ພໍ່,” ບັນ​ພະ​ບຸ​ລຸດ​ຂອງ​ເຮົາ. ເຊັ່ນ​ດຽວ​ກັນ, ຄວາມ​ກ້າວ​ໜ້າ​ຂອງ​ຜູ້​ທີ່​ພ້ອມ​ແລ້ວ​ຢູ່​ອີກ​ຟາກ​ໜຶ່ງ, ຫລື ຜູ້​ທີ່​ຍັງ​ບໍ່​ໄດ້​ກ້າວ​ຜ່ານ​ມ່ານ​ແຫ່ງ​ຄວາມ​ຕາຍ​ເທື່ອ ໂດຍ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຜະ​ນຶກ ຈະ​ບໍ່​ສົມ​ບູນ​ຈົນ​ກວ່າ​ພິ​ທີ​ການ​ກະ​ທຳ​ແທນ​ຈະ​ຜູກ​ມັດ​ເຂົາ​ເຈົ້າ​ເຂົ້າ​ກັນ​ກັບ​ເຮົາ, ເຊື້ອ​ສາຍ​ຂອງ​ເຂົາ​ເຈົ້າ, ແລະ ເຮົາ​ເຂົ້າ​ກັນ​ກັບ​ເຂົາ​ເຈົ້າ​ໃນ​ລະ​ບຽບ​ການ​ແຫ່ງ​ສະ​ຫວັນ.19 ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຊ່ວຍ​ເຫລືອ​ກັນ​ແລະ​ກັນ​ຂ້າມ​ຜ່ານ​ມ່ານ ສາ​ມາດ​ຈຳ​ແນກ​ວ່າ​ເປັນ​ຄຳ​ສັນ​ຍາ​ຂອງ​ພັນ​ທະ​ສັນ​ຍາ, ເປັນ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ. ໃນ​ຖ້ອຍ​ຄຳ​ຂອງ​ໂຈ​ເຊັບ ສະ​ມິດ, ເຮົາ​ຢາກ “ຜະ​ນຶກ​ຄົນ​ຕາຍ​ຂອງ​ເຮົາ ເພື່ອ​ອອກ​ມາ [ກັບ​ເຮົາ] ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ.”20

ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ສູງ​ສຸດ ແລະ ສັກ​ສິດ​ທີ່​ສຸດ ຂອງ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ ແມ່ນ​ຢູ່​ໃນ​ການ​ຮ່ວມ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ​ຂອງ​ຊາຍ ແລະ ຍິງ ໃນ​ການ​ແຕ່ງ​ງານ ແລະ ການ​ເຊື່ອມ​ຕໍ່​ຂອງ​ມະ​ນຸດ​ຊາດ​ຜ່ານ​ທາງ​ທຸກ​ລຸ້ນ​ຄົນ​ຂອງ​ພວກ​ເຂົາ. ເນື່ອງ​ຈາກ​ສິດ​ອຳ​ນາດ​ໃນ​ການ​ປະ​ກອບ​ພິ​ທີ​ການ​ເຫລົ່າ​ນີ້​ແມ່ນ​ສັກ​ສິດ​ຫລາຍ, ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຈຶ່ງ​ດູ​ແລ​ການ​ມອບ​ໝາຍ​ໃຫ້​ຜູ້​ອື່ນ​ເປັນ​ການ​ສ່ວນ​ຕົວ. ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ໃນ​ໂອ​ກາດ​ໜຶ່ງ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຫລາຍ​ເທື່ອ​ວ່າ ຖ້າ​ຫາກ​ບໍ່​ມີ​ຫຍັງ​ເລີຍ​ອອກ​ມາ​ຈາກ​ຄວາມ​ໂສກ​ເສົ້າ ແລະ ວຽກ​ງານ ແລະ ຄວາມ​ເຈັບ​ປວດ​ຂອງ​ການ​ຟື້ນ​ຟູ ຍົກ​ເວັ້ນ​ແຕ່​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ ເພື່ອ​ຈະ​ຜູກ​ມັດ​ຄອບ​ຄົວ​ເຂົ້າ​ກັນ​ຕະ​ຫລອດ​ໄປ, ມັນ​ກໍ​ຈະ​ກຸ້ມ​ຄ່າ​ຢູ່​ແລ້ວ.”21

ຖ້າ​ບໍ່​ມີ​ການ​ຜະ​ນຶກ​ທີ່​ສ້າງ​ຄອບ​ຄົວ​ນິ​ລັນ​ດອນ ແລະ ເຊື່ອມ​ຕໍ່​ລຸ້ນ​ຕ່າງໆ​ຢູ່​ທີ່​ນີ້ ແລະ ຕໍ່​ຈາກ​ນີ້, ເຮົາ​ຈະ​ຖືກ​ຖິ້ມ​ໄວ້​ໃນ​ນິ​ລັນ​ດອນ ໂດຍ​ບໍ່​ມີ​ຮາກ ຫລື ກິ່ງ​ງ່າ—ນັ້ນ​ຄື, ທັງ​ບໍ່​ມີ​ບັນ​ພະ​ບຸ​ລຸດ ຫລື ລູກ​ຫລານ. ນີ້​ຄື​ສະ​ພາ​ວະ​ທີ່​ລ່ອງ​ລອຍ​ຢ່າງ​ອິດ​ສະ​ລະ ແລະ ຂາດ​ການ​ເຊື່ອມ​ຕໍ່​ຂອງ​ບຸກ​ຄົນ, ໃນ​ອີກ​ດ້ານ​ໜຶ່ງ, ຫລື ການ​ເຊື່ອມ​ຕໍ່​ທີ່​ຂັດ​ຂວາງ​ການ​ແຕ່ງ​ງານ ແລະ ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ ທີ່​ພຣະ​ເຈົ້າ​ໄດ້​ກຳ​ນົດ​ໄວ້,22 ໃນ​ອີກ​ດ້ານ​ໜຶ່ງ, ທີ່​ຈະ​ທຳ​ລາຍ​ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ຂອງ​ໂລກ. ຖ້າ​ຫາກ​ສິ່ງ​ນັ້ນ​ກາຍ​ເປັນ​ມາດ​ຕະ​ຖານ, ກໍ​ເທົ່າ​ກັບ​ແຜ່ນ​ດິນ​ໂລກ​ຖືກ​ສາບ​ແຊ່ງ ຫລື “ຖືກ​ທຳ​ລາຍ​ໃຫ້​ໝົດ​ສິ້ນ” ໃນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.23

ເຮົາ​ສາ​ມາດ​ເຫັນ​ໄດ້​ວ່າ​ເປັນ​ຫຍັງ “ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ຈຶ່ງ​ເປັນ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ ແລະ ວ່າ​ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ແຜນ​ຂອງ​ພຣະ​ຜູ້​ສ້າງ ສຳ​ລັບ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ລູກໆ​ຂອງ​ພຣະ​ອົງ.”24 ໃນ​ເວ​ລາ​ດຽວ​ກັນ, ເຮົາ​ຮັບ​ຮູ້​ວ່າ​ໃນ​ປະ​ຈຸ​ບັນ​ທີ່​ບໍ່​ສົມ​ບູນ​ແບບ, ນີ້​ບໍ່​ແມ່ນ​ຄວາມ​ເປັນ​ຈິງ ຫລື ແມ່ນ​ແຕ່​ຄວາມ​ເປັນ​ໄປ​ໄດ້​ທີ່​ແທ້​ຈິງ​ສຳ​ລັບ​ບາງ​ຄົນ. ແຕ່​ເຮົາ​ມີ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ. ຂະ​ນະ​ທີ່​ເຮົາ​ລໍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ, ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ເຕືອນ​ເຮົາ​ວ່າ “ພຣະ​ຄຳ​ພີ ແລະ ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ ຢືນ​ຢັນ​ວ່າ​ທຸກ​ຄົນ​ທີ່​ຊື່​ສັດ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ກິດ​ຕິ​ຄຸນ ຈະ​ມີ​ໂອ​ກາດ​ໄດ້​ຮັບ​ຄວາມ​ສູງ​ສົ່ງ.”25

ບາງ​ຄົນ​ປະ​ສົບ​ກັບ​ສະ​ຖາ​ນະ​ການ​ຄອບ​ຄົວ​ທີ່​ບໍ່​ມີ​ຄວາມ​ສຸກ ແລະ ບໍ່​ເຂັ້ມ​ແຂງ ແລະ ຮູ້​ສຶກ​ປາດ​ຖະ​ໜາ​ທີ່​ຈະ​ຄົບ​ຫາ​ສະ​ມາ​ຄົມ​ກັບ​ຄອບ​ຄົວ​ນິ​ລັນ​ດອນ​ພຽງ​ເລັກ​ນ້ອຍ. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ໃຫ້​ຂໍ້​ສັງ​ເກດ​ນີ້​ວ່າ: “ເຖິງ​ທ່ານ​ຜູ້​ເຄີຍ​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ​ໃຈ​ຈາກ​ການ​ຢ່າ​ຮ້າງ​ໃນ​ຄອບ​ຄົວ ຫລື ຮູ້​ສຶກ​ເຈັບ​ປວດ​ຈາກ​ການ​ລະ​ເມີດ​ຄວາມ​ໄວ້​ວາງ​ໃຈ, ກະ​ລຸ​ນາ​ຈື່​ຈຳ​ໄວ້​ວ່າ [ແບບ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄອບ​ຄົວ] ເລີ່ມ​ຕົ້ນ​ອີກ​ຄັ້ງ​ກັບ​ທ່ານ! ບ້ວງ​ໜຶ່ງ​ໃນ​ຕ່ອງ​ໂສ້​ຂອງ​ເຊື້ອ​ສາຍ​ຂອງ​ທ່ານ​ອາດ​ຂາດ​ໄປ, ແຕ່​ບ້ວງ​ທີ່​ຊອບ​ທຳ​ອື່ນໆ ແລະ ສິ່ງ​ທີ່​ເຫລືອ​ຢູ່​ຂອງ​ຕ່ອງ​ໂສ້ ຍັງ​ຄົງ​ມີ​ຄວາມ​ສຳ​ຄັນ​ນິ​ລັນ​ດອນ. ທ່ານ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຕ່ອງ​ໂສ້​ຂອງ​ທ່ານ​ໄດ້ ແລະ ອາດ​ຊ່ວຍ​ສ້ອມ​ແປງ​ບ້ວງ​ທີ່​ເປ່​ເພ​ໄດ້. ວຽກ​ງານ​ນັ້ນ​ຈະ​ບັນ​ລຸ​ຄວາມ​ສຳ​ເລັດ​ທີ​ລະ​ຄົນ.”26

ໃນ​ງານ​ສົ່ງ​ສະ​ການ​ຊິດ​ສະ​ເຕີ ແພັດ ຮໍ​ແລນ, ພັນ​ລະ​ຍາ​ຂອງ​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ, ເດືອນ​ກໍ​ລະ​ກົດ​ແລ້ວ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ເມື່ອ​ເຖິງ​ເວ​ລາ, ແພັດ​ທຣິ​ເຊຍ ແລະ ແຈັບ​ຟະ​ຣີ ຈະ​ພົບ​ກັນ​ອີກ. ຈາກ​ນັ້ນ​ຈະ​ຖືກ​ລວມ​ເຂົ້າ​ກັບ​ລູກໆ​ຂອງ​ພວກ​ເພິ່ນ ແລະ ລູກ​ຫລານ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເພິ່ນ ເພື່ອ​ປະ​ສົບ​ກັບ​ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ ທີ່​ພຣະ​ເຈົ້າ​ໄດ້​ກຽມ​ໄວ້​ໃຫ້​ລູກໆ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ. ເມື່ອ​ຮູ້​ແນວ​ນັ້ນ, ເຮົາ​ເຂົ້າ​ໃຈ​ວ່າ ວັນ​ທີ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ແພັດ​ທຣິ​ເຊຍ ບໍ່​ແມ່ນ​ວັນ​ເກີດ ຫລື ວັນ​ຕາຍ​ຂອງ​ເພິ່ນ. ວັນ​ທີ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນ​ວັນ​ທີ 7 ເດືອນ​ມິ​ຖຸ​ນາ, 1963, ເມື່ອ​ເພິ່ນ​ກັບ​ແຈັບ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ໃນ​ພຣະ​ວິ​ຫານ ເຊັ້ນ​ຈອດ. … ເປັນ​ຫຍັງ​ສິ່ງ​ນີ້​ຈຶ່ງ​ສຳ​ຄັນ​ຫລາຍ​ແທ້? ເພາະ​ເຫດ​ຜົນ​ທີ່​ແຜ່ນ​ດິນ​ໂລກ​ຖືກ​ສ້າງ​ຂຶ້ນ ເພື່ອ​ໃຫ້​ຄອບ​ຄົວ​ສາ​ມາດ​ຖືກ​ສ້າງ​ຕັ້ງ​ຂຶ້ນ ແລະ ຜະ​ນຶກ​ເຂົ້າ​ກັນ​ໄດ້. ຄວາມ​ລອດ​ເປັນ​ເລື່ອງ​ສ່ວນ​ຕົວ, ແຕ່​ຄວາມ​ສູງ​ສົ່ງ​ເປັນ​ເລື່ອງ​ຂອງ​ຄອບ​ຄົວ. ບໍ່​ມີ​ໃຜ​ສາ​ມາດ​ສູງ​ສົ່ງ​ດ້ວຍ​ຕົວ​ຄົນ​ດຽວ.”

ເມື່ອ​ບໍ່​ດົນ​ມາ​ນີ້, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ໃນ​ຫ້ອງ​ຜະ​ນຶກ​ກັບ​ເພື່ອນ​ຮັກ​ຄົນ​ໜຶ່ງ ທີ່​ພຣະ​ວິ​ຫານ ບາວ​ທີ​ຟູນ ຢູ​ທາ. ຂ້າ​ພະ​ເຈົ້າ​ໄດ້​ພົບ​ເພື່ອນ​ຄົນ​ນີ້​ເທື່ອ​ທຳ​ອິດ​ຕອນ​ນາງ​ເປັນ​ເດັກ​ນ້ອຍ​ຢູ່​ເມືອງ​ໂຄ້​ໂດ​ບາ, ປະ​ເທດ​ອາກ​ຊັງ​ຕິນ. ຄູ່​ສອນ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕໍ່​ກັບ​ຜູ້​ຄົນ​ໃນ​ບໍ​ລິ​ເວນ​ໃກ້​ຄຽງ ບໍ່​ໄກ​ຈາກ​ຫ້ອງ​ການ​ເຜີຍ​ແຜ່, ແລະ ນາງ​ໄດ້​ຕ້ອນ​ຮັບ​ເມື່ອ​ພວກ​ເຮົາ​ມາ​ບ້ານ​ຂອງ​ນາງ. ເມື່ອ​ເຖິງ​ເວ​ລາ, ນາງ​ກັບ​ແມ່ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ນາງ ກໍ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ແລະ ເຂົາ​ເຈົ້າ​ຍັງ​ຄົງ​ເປັນ​ສະ​ມາ​ຊິກ​ທີ່​ຊື່​ສັດ. ຕອນ​ນີ້​ນາງ​ເປັນ​ຍິງ​ທີ່​ໜ້າ​ຮັກ, ແລະ ມື້​ນັ້ນ​ພວກ​ເຮົາ​ໄດ້​ຢູ່​ໃນ​ພຣະ​ວິ​ຫານ ເພື່ອ​ຜະ​ນຶກ​ພໍ່​ແມ່​ຂອງ​ນາງ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ເຂົ້າ​ກັນ ແລະ ແລ້ວ​ໄດ້​ຜະ​ນຶກ​ນາງ​ເຂົ້າ​ກັບ​ພວກ​ເພິ່ນ.

ຄູ່​ສາ​ມີ​ພັນ​ລະ​ຍາ​ຄູ່​ໜຶ່ງ​ທີ່​ເປັນ​ເພື່ອນ​ສະ​ໜິດ​ຫລາຍ​ປີ​ມາ​ແລ້ວ ໄດ້​ເປັນ​ຕົວ​ແທນ​ໃຫ້​ພໍ່​ແມ່​ຂອງ​ນາງ​ຢູ່​ທີ່​ແທ່ນ​ບູ​ຊາ. ມັນ​ເປັນ​ຊ່ວງ​ເວ​ລາ​ທີ່​ມີ​ຄວາມ​ຮູ້​ສຶກ​ທີ່​ຫວານ​ຊື່ນ​ແທ້ໆ ເມື່ອ​ເພື່ອນ​ອາກ​ຊັງ​ຕິນ​ຂອງ​ພວກ​ເຮົາ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ນາງ. ມີ​ພຽງ​ແຕ່​ພວກ​ເຮົາ​ຫົກ​ຄົນ​ໃນ​ຕອນ​ບ່າຍ​ທີ່​ງຽບ​ສະ​ຫງົບ​ຫ່າງ​ໄກ​ຈາກ​ໂລກ, ແຕ່​ສິ່ງ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ເຄີຍ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ​ກໍ​ໄດ້​ເກີດ​ຂຶ້ນ. ຂ້າ​ພະ​ເຈົ້າ​ເພິ່ງ​ພໍ​ໃຈ​ທີ່​ບົດ​ບາດ ແລະ ການ​ຄົບ​ຫາ​ສະ​ມາ​ຄົມ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ໝຸນ​ວຽນ​ຄົບ​ຮອບ ຈາກ​ການ​ເຄາະ​ປະ​ຕູ​ຂອງ​ນາງ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ ຈົນ​ເຖິງ​ບັດ​ນີ້, ຫລາຍ​ປີ​ຕໍ່​ມາ, ໄດ້​ປະ​ຕິ​ບັດ​ພິ​ທີ​ການ​ຜະ​ນຶກ​ທີ່​ເຊື່ອມ​ຕໍ່​ນາງ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ນາງ ແລະ ຄົນ​ລຸ້ນ​ກ່ອນໆ.

ນີ້​ເປັນ​ພາບ​ທີ່​ເກີດ​ຂຶ້ນ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ໃນ​ທົ່ວ​ໂລກ​ຢູ່​ໃນ​ພຣະ​ວິ​ຫານ. ນີ້​ແມ່ນ​ບາດ​ກ້າວ​ສູງ​ສຸດ​ໃນ​ການ​ເຕົ້າ​ໂຮມ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ. ມັນ​ເປັນ​ສິດ​ທິ​ພິ​ເສດ​ທີ່​ສູງ​ສຸດ​ຂອງ​ການ​ເປັນ​ສະ​ມາ​ຊິກ​ຂອງ​ທ່ານ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສະ​ແຫວງ​ຫາ​ສິດ​ທິ​ພິ​ເສດ​ນັ້ນ​ຢ່າງ​ຊື່​ສັດ, ໃນ​ການ​ເວ​ລາ ຫລື ໃນ​ນິ​ລັນ​ດອນ ມັນ​ຈະ​ເປັນ​ຂອງ​ທ່ານ​ຢ່າງ​ແນ່​ນອນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ອຳ​ນາດ ແລະ ສິດ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ສູ່​ແຜ່ນ​ດິນ​ໂລກ ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ ນັ້ນ​ເປັນ​ຄວາມ​ຈິງ, ວ່າ​ສິ່ງ​ທີ່​ຖືກ​ຜູກ​ມັດ​ໄວ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແມ່ນ​ຖືກ​ຜູກ​ມັດ​ຢູ່​ໃນ​ສະ​ຫວັນ​ແທ້ໆ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໃນ​ຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ເປັນ​ຜູ້​ຊາຍ​ຄົນ​ດຽວ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້ ທີ່​ຊີ້​ນຳ​ການ​ມອບ​ໝາຍ ແລະ ນຳ​ໃຊ້​ອຳ​ນາດ​ອັນ​ສູງ​ສົ່ງ​ນີ້​ດ້ວຍ​ຂໍ​ກະ​ແຈ​ຂອງ​ເພິ່ນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ເຮັດ​ໃຫ້​ຄວາມ​ເປັນ​ອະ​ມະ​ຕະ​ກາຍ​ເປັນ​ຈິງ ແລະ ເຮັດ​ໃຫ້​ຄວາມ​ສຳ​ພັນ​ອັນ​ສູງ​ສົ່ງ​ໃນ​ຄອບ​ຄົວ​ເປັນ​ໄປ​ໄດ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.