ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຢູ່​ໃນ​ເກາະ​ໃນ​ທະ​ເລ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຢູ່​ໃນ​ເກາະ​ໃນ​ທະ​ເລ

ຜ່ານ​ພອນ​ຂອງ​ພຣະ​ວິ​ຫານ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປິ່ນ​ປົວ​ບຸກ​ຄົນ, ຄອບ​ຄົວ, ແລະ ປະ​ຊາ​ຊາດ.

ໃນ​ຊ່ວງ​ປີ 1960 ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສອນ​ຢູ່​ທີ່​ວິ​ທະ​ຍາ​ໄລ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຮາ​ວາຍ​ໃນ​ເມື່ອງ ເລ, ຊຶ່ງ​ເປັນ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ເກີດ. ເອື້ອຍ​ເຈັດ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຢືນ​ຢັດ​ໃຫ້​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ຕັ້ງ​ຊື່​ໃຫ້​ຂ້າ​ພະ​ເຈົ້າ​ວ່າ ຄິ​ໂມ, ຊຶ່ງ​ເປັນ​ຊື່​ຮາ​ວາຍ. ພວກ​ເຮົາ​ອາ​ໄສ​ຢູ່​ໃກ້​ພຣະ​ວິ​ຫານ​ເລ ຮາ​ວາຍ ຕອນ​ທີ່​ມັນ​ຮັບ​ໃຊ້​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ເຂດ​ອາ​ຊີ​ປາ​ຊີ​ຟິກ, ລວມ​ທັງ​ປະ​ເທດ​ຍີ່​ປຸ່ນ.1 ໃນ​ຊ່ວງ​ນັ້ນ, ກຸ່ມ​ໄພ່​ພົນ​ຊາວ​ຍີ່​ປຸ່ນ​ໄດ້​ເລີ່ມ​ມາ​ທີ່​ຮາ​ວາຍ​ເພື່ອ​ຮັບ​ພອນ​ຂອງ​ພຣະ​ວິ​ຫານ.

ໜຶ່ງ​ໃນ​ສະ​ມາ​ຊິກ​ເຫລົ່າ​ນີ້ ແມ່ນ​ເອື້ອຍ​ນ້ອງ​ຈາກ​ເກາະ​ໂອ​ກິ​ນາ​ວາ​ທີ່​ສວຍ​ງາມ. ເລື່ອງ​ລາວ​ຂອງ​ລາວ​ໃນ​ການ​ເດີນ​ທາງ​ໄປ​ພຣະ​ວິ​ຫານ​ຮາ​ວາຍ​ແມ່ນ​ດີ​ເປັນ​ພິ​ເສດ. ສອງ​ທົດ​ສະ​ວັດ​ຜ່ານ​ມາ, ລາວ​ໄດ້​ແຕ່ງ​ງານ​ໃນ​ງານ​ແຕ່ງ​ງານ​ແບບ​ຊາວ​ພຸດ​ຕາມ​ປະ​ເພ​ນີ. ພຽງ​ແຕ່​ບໍ່​ເທົ່າ​ໃດ​ເດືອນ​ຕໍ່​ມາ, ຍີ່​ປຸ່ນ​ໄດ້​ໂຈມ​ຕີ​ເພີ​ຮາ​ເບີ, ຮາ​ວາຍ, ສົ່ງ​ຜົນ​ໃຫ້​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ເຂົ້າ​ສູ່​ຄວາມ​ຂັດ​ແຍ້ງ​ກັບ​ປະ​ເທດ​ຍີ່​ປຸ່ນ. ຕາມ​ຕິດ​ການ​ສູ້​ຮົບ​ທີ່​ສຳ​ຄັນ​ເຊັ່ນ ມິດ​ເວ ແລະ ອິ​ໂວ ຈິ​ມາ, ຄື້ນ​ຂອງ​ສົງ​ຄາມ​ໄດ້​ຍູ້​ກອງ​ກຳ​ລັງ​ຍີ່​ປຸ່ນ​ກັບ​ສູ່​ຊາຍ​ຫາດ​ຂອງ​ເກາະ​ບ້ານ​ເກີດ​ຂອງ​ລາວ, ໂອ​ກິ​ນາ​ວາ, ແນວ​ປ້ອງ​ກັນ​ສຸດ​ທ້າຍ​ທີ່​ຢືນ​ຢັດ​ຕໍ່​ສູ້​ຕ້ານ​ກອງ​ກຳ​ລັງ​ພັນ​ທະ​ມິດ​ຕໍ່​ໜ້າ​ດິນ​ແດນ​ໃຈ​ກາງ​ປະ​ເທດ​ຍີ່​ປຸ່ນ.

ເປັນ​ເວ​ລາ​ສາມ​ເດືອນ​ທີ່​ເຈັບ​ປວດ​ໃນ​ປີ 1945, ເສິກ​ໃນ​ໂອ​ກິ​ນາ​ວາ​ໄດ້​ດຸ​ເດືອດ​ຂຶ້ນ. ກອງ​ທັບ​ເຮືອ​ຮົບ​ອາ​ເມ​ຣິ​ກາ 1,300 ລຳ ໄດ້​ປິດ​ລ້ອມ ແລະ ຖິ້ມ​ລະ​ເບີດ​ໃສ່​ເກາະ. ຈຳ​ນວນ​ຜູ້​ບາດ​ເຈັບ​ເສຍ​ຊີ​ວິດ​ຂອງ​ທະ​ຫານ ແລະ ພົນ​ລະ​ເຮືອນ​ນັ້ນ ມະ​ຫາ​ສານ. ທຸກ​ມື້​ນີ້ ອາ​ນຸ​ສາ​ວະ​ລີ​ອັນ​ມີ​ກຽດ​ໃນ​ໂອ​ກິ​ນາ​ວາ ມີ​ລາຍ​ຊື່​ຜູ້​ເສຍ​ຊີ​ວິດ​ໃນ​ການ​ສູ້​ຮົບ​ຫລາຍ​ກວ່າ 240,000 ຊື່.2

ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ສິ້ນ​ຫວັງ​ທີ່​ຈະ​ໜີ​ຈາກ​ການ​ໂຈມ​ຕີ, ຍິງ​ຊາວ​ໂອ​ກິ​ນາ​ວາ​ຜູ້​ນີ້, ສາ​ມີ​ຂອງ​ລາວ, ແລະ ລູກ​ນ້ອຍ​ສອງ​ຄົນ​ຂອງ​ພວກ​ເຂົາ​ໄດ້​ຊອກ​ຫລົບ​ໄພ​ໃນ​ຖໍ້າ​ພູ​ແຫ່ງ​ໜຶ່ງ. ພວກ​ເຂົາ​ໄດ້​ອົດ​ທົນ​ກັບ​ຄວາມ​ທຸກ​ຍາກ​ທີ່​ບໍ່​ສາ​ມາດ​ອະ​ທິ​ບາຍ​ໄດ້​ຕະ​ຫລອດ​ຫລາຍ​ອາ​ທິດ ແລະ ຫລາຍ​ເດືອນ.

ຄືນ​ທີ່​ສິ້ນ​ຫວັງ​ຄືນ​ໜຶ່ງ​ທ່າມ​ກາງ​ການ​ສູ້​ຮົບ, ໂດຍ​ທີ່​ຄອບ​ຄົວ​ຂອງ​ລາວ​ໃກ້​ຈະ​ອົດ​ຕາຍ ແລະ ສາ​ມີ​ຂອງ​ລາວ​ກໍ​ໝົດ​ສະ​ຕິ, ລາວ​ຄິດ​ທີ່​ຈະ​ຈົບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພວກ​ເຂົາ​ດ້ວຍ​ລະ​ເບີດ​ມື, ຊຶ່ງ​ເຈົ້າ​ໜ້າ​ທີ່​ໄດ້​ເອົາ​ໃຫ້​ລາວ​ເພື່ອ​ຈຸດ​ປະ​ສົງ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະ​ນະ​ທີ່​ລາວ​ໄດ້​ກຽມ​ທີ່​ຈະ​ລົງ​ມື​ເຮັດ​ນັ້ນ, ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ເລິກ​ເຊິ່ງ​ໄດ້​ຖືກ​ເຜີຍ​ອອກ​ມາ ຊຶ່ງ​ເຮັດ​ໃຫ້​ລາວ​ມີ​ຄວາມ​ຮູ້​ສຶກ​ທີ່​ສຳ​ຜັດ​ໄດ້​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ຮັກ​ທີ່​ພຣະ​ອົງ​ມີ​ຕໍ່​ລາວ, ຊຶ່ງ​ໄດ້​ມອບ​ກຳ​ລັງ​ໃຫ້​ລາວ​ສູ້​ຕໍ່​ໄປ. ຫລາຍ​ມື້​ຕໍ່​ມາ, ລາວ​ໄດ້​ຊ່ວຍ​ໃຫ້​ສາ​ມີ​ຂອງ​ລາວ​ຟື້ນ​ຂຶ້ນ​ມາ ແລະ ໄດ້​ລ້ຽງ​ຄອບ​ຄົວ​ຂອງ​ລາວ​ດ້ວຍ​ຜັກ​ຫຍ້າ, ນໍ້າ​ເຜິ້ງ​ຈາກ​ຮັງ​ເຜິ້ງ​ປ່າ, ແລະ ສັດ​ສາ​ວາ​ສິ່ງ​ທີ່​ຈັບ​ໄດ້​ໃກ້ໆ​ລຳ​ທານ. ຊ່າງ​ໜ້າ​ປະ​ຫລາດ​ໃຈ, ທີ່​ພວກ​ເຂົາ​ໄດ້​ອົດ​ທົນ​ເປັນ​ເວ​ລາ​ຫົກ​ເດືອນ​ຢູ່​ໃນ​ຖໍ້າ, ຈົນ​ກວ່າ​ຊາວ​ບ້ານ​ໃນ​ທ້ອງ​ຖິ່ນ​ແຈ້ງ​ໃຫ້​ພວກ​ເຂົາ​ຊາບ​ວ່າ ການ​ສູ້​ຮົບ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ.

ເມື່ອ​ຄອບ​ຄົວ​ນັ້ນ​ກັບ​ບ້ານ ແລະ ເລີ່ມ​ສ້າງ​ຊີ​ວິດ​ຂອງ​ພວກ​ເຂົາ​ຂຶ້ນ​ໃໝ່​ອີກ​ຄັ້ງ, ຍິງ​ຊາວ​ຍີ່​ປຸ່ນ​ຄົນ​ນີ້ ໄດ້​ເລີ່ມ​ຊອກ​ຫາ​ຄຳ​ຕອບ​ກ່ຽວ​ກັບ​ພຣະ​ເຈົ້າ. ລາວ​ຄ່ອຍໆ​ຈຸດ​ປະ​ກາຍ​ຄວາມ​ເຊື່ອ​ຂອງ​ລາວ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ຕ້ອງ​ການ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ໄດ້​ກັງ​ວົນ​ກ່ຽວ​ກັບ​ຄົນ​ທີ່​ລາວ​ຮັກ​ທີ່​ໄດ້​ຕາຍ​ໄປ ໂດຍ​ທີ່​ບໍ່​ມີ​ຄວາມ​ຮູ້​ເລື່ອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ບັບ​ຕິ​ສະ​ມາ, ລວມ​ທັງ​ແມ່​ຂອງ​ລາວ​ທີ່​ເສຍ​ຊີ​ວິດ​ຕອນ​ເກີດ​ລາວ.

ລອງ​ຈິນ​ຕະ​ນາ​ການ​ເຖິງ​ຄວາມ​ຊື່ນ​ຊົມ​ຂອງ​ລາວ ເມື່ອ​ຊິດ​ສະ​ເຕີ​ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ມາ​ທີ່​ເຮືອນ​ຂອງ​ລາວ​ໃນ​ມື້​ໜຶ່ງ ແລະ ສິດ​ສອນ​ລາວ​ວ່າ ຄົນ​ທັງ​ຫລາຍ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ໃນ​ໂລກ​ວິນ​ຍານ. ລາວ​ຮູ້​ສຶກ​ຈັບ​ໃຈ​ໂດຍ​ຄຳ​ສອນ​ທີ່​ວ່າ ພໍ່​ແມ່​ຂອງ​ລາວ​ສາ​ມາດ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ຫລັງ​ຈາກ​ຄວາມ​ຕາຍ ແລະ ຍອມ​ຮັບ​ການ​ບັບ​ຕິ​ສະ​ມາ​ທີ່​ມີ​ການ​ປະ​ກອບ​ພິ​ທີ​ແທນ​ເຂົາ​ເຈົ້າ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ເອີ້ນ​ວ່າ ພຣະ​ວິ​ຫານ. ລາວ ແລະ ຄອບ​ຄົວ​ຂອງ​ລາວ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ.

ຄອບ​ຄົວ​ຂອງ​ລາວ​ເຮັດ​ວຽກ​ໜັກ ແລະ ໄດ້​ເລີ່ມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ, ໂດຍ​ມີ​ລູກ​ເພີ່ມ​ອີກ​ສາມ​ຄົນ. ພວກ​ເຂົາ​ຊື່​ສັດ ແລະ ກະ​ຕື​ລື​ລົ້ນ​ໃນ​ສາດ​ສະ​ໜາ​ຈັກ. ແລ້ວ, ໂດຍ​ທີ່​ບໍ່​ຄາດ​ຄິດ, ສາ​ມີ​ຂອງ​ລາວ​ກໍ​ເສັ້ນ​ເລືອດ​ໃນ​ສະ​ໝອງ​ແຕກ ແລະ ໄດ້​ເສຍ​ຊີ​ວິດ​ໄປ, ຊຶ່ງ​ບັງ​ຄັບ​ໃຫ້​ລາວ​ຕ້ອງ​ເຮັດ​ວຽກ​ຫລາຍ​ຊົ່ວ​ໂມງ ໃນ​ຫລາຍ​ວຽກ​ເປັນ​ເວ​ລາ​ຫລາຍ​ປີ​ເພື່ອ​ໃຫ້​ລູກໆ​ທັງ​ຫ້າ​ຄົນ​ຂອງ​ລາວ.

ບາງ​ຄົນ​ໃນ​ຄອບ​ຄົວ ແລະ ເພື່ອນ​ບ້ານ​ຂອງ​ລາວ​ໄດ້​ວິ​ພາກ​ວິ​ຈານ​ລາວ. ພວກ​ເຂົາ​ໄດ້​ໂທດ​ບັນ​ຫາ​ຂອງ​ລາວ​ໃສ່​ການ​ຕັດ​ສິນ​ໃຈ​ຂອງ​ລາວ​ໃນ​ການ​ເຂົ້າ​ໂບດ​ຄຣິດ​ສະ​ຕຽນ. ໂດຍ​ບໍ່​ທໍ້​ຖອຍ​ຈາກ​ເລື່ອງ​ໂສກ​ເສົ້າ​ທີ່​ເລິກ​ເຊິ່ງ ແລະ ການ​ວິ​ພາກ​ວິ​ຈານ​ທີ່​ຮຸນ​ແຮງ, ລາວ​ໄດ້​ຍຶດ​ໝັ້ນ​ໃນ​ສັດ​ທາ​ຂອງ​ລາວ​ໃນ​ພຣະ​ເຢ​ຊູ​ຄຣິດ, ໂດຍ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ມຸ້ງ​ໜ້າ​ຕໍ່​ໄປ, ໂດຍ​ໄວ້​ວາງ​ໃຈ​ວ່າ ພຣະ​ເຈົ້າ​ຮູ້​ຈັກ​ລາວ ແລະ ວ່າ​ມື້​ທີ່​ສົດ​ໃສ​ກຳ​ລັງ​ລໍ​ຖ້າ​ຢູ່​ຂ້າງ​ໜ້າ.3

ບໍ່​ເທົ່າ​ໃດ​ປີ​ຕໍ່​ມາ​ຫລັງ​ຈາກ​ສາ​ມີ​ຂອງ​ລາວ​ເສຍ​ຊີ​ວິດ​ກ່ອນ​ໄວ​ອັນ​ຄວນ, ປະ​ທານ​ເຜີຍ​ແຜ່​ທີ່​ຍີ່​ປຸ່ນ​ຮູ້​ສຶກ​ຖືກ​ດົນ​ໃຈ​ໃຫ້​ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ຊາວ​ຍີ່​ປຸ່ນ​ພະ​ຍາ​ຍາມ​ເພື່ອ​ທີ່​ຈະ​ເຂົ້າ​ພຣະ​ວິ​ຫານ. ປະ​ທານ​ເຜີຍ​ແຜ່​ເຄີຍ​ເປັນ​ທະ​ຫານ​ຜ່ານ​ເສິກ​ຊາວ​ອາ​ເມ​ຣິ​ກາ​ຈາກ​ເສິກ​ໂອ​ກິ​ນາ​ວາ, ຊຶ່ງ​ເອື້ອຍ​ນ້ອງ​ຊາວ​ໂອ​ກິ​ນາ​ວາ ແລະ ຄອບ​ຄົວ​ຂອງ​ລາວ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຫລາຍ.4 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເອື້ອຍ​ນ້ອງ​ທີ່​ຖ່ອມ​ຕົວ​ໄດ້​ກ່າວ​ເຖິງ​ລາວ​ວ່າ: “ຕອນ​ນັ້ນ ລາວ​ເຄີຍ​ເປັນ​ໜຶ່ງ​ໃນ​ສັດ​ຕູ​ທີ່​ເຮົາ​ກຽດ​ຊັງ​ທີ່​ສຸດ, ແຕ່​ດຽວ​ນີ້ ລາວ​ໄດ້​ຢູ່​ທີ່​ນີ້​ພ້ອມ​ກັບ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຮັກ ແລະ ສັນ​ຕິ​ສຸກ. ນີ້, ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ແມ່ນ​ການ​ອັດ​ສະ​ຈັນ.”5

ເມື່ອ​ໄດ້​ຍິນ​ຂ່່າວ​ສານ​ຂອງ​ປະ​ທານ​ເຜີຍ​ແຜ່, ເອື້ອຍ​ນ້ອງ​ແມ່​ໝ້າຍ​ຜູ້​ນັ້ນ​ກໍ​ປາດ​ຖະ​ໜາ​ວ່າ ມື້​ໜຶ່ງ ລາວ​ຈະ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ຄອບ​ຄົວ​ຂອງ​ລາວ​ໃນ​ພຣະ​ວິ​ຫານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ລາວ ເນື່ອງ​ຈາກ​ອຸ​ປະ​ສັກ​ດ້ານ​ການ​ເງິນ ແລະ ດ້ານ​ພາ​ສາ.

ແລ້ວ​ທາງ​ອອກ​ໃໝ່​ກໍ​ປະ​ກົດ​ຂຶ້ນ. ຄ່າ​ໃຊ້​ຈ່າຍ​ສາ​ມາດ​ຫລຸດ​ລົງ​ໄດ້​ເຄິ່ງ​ໜຶ່ງ ຖ້າ​ສະ​ມາ​ຊິກ​ໃນ​ຍີ່​ປຸ່ນ ເໝົາ​ຍົນ​ທັງ​ລໍາ​ເພື່ອ​ບິນ​ໄປ​ຮາ​ວາຍ​ໃນ​ຊ່ວງ​ນອກ​ລະ​ດູ.6 ສະ​ມາ​ຊິກ​ກໍ​ໄດ້​ບັນ​ທຶກ ແລະ ຂາຍ​ແຜ່ນ​ສຽງ​ທີ່​ມີ​ຊື່​ວ່າ ໄພ່​ພົນ​ຊາວ​ຍີ່​ປຸ່ນ​ຮ້ອງ​ເພງ. ສະ​ມາ​ຊິກ​ບາງ​ຄົນ​ໄດ້​ຂາຍ​ແມ່ນ​ແຕ່​ບ້ານ​ຂອງ​ຕົນ. ຄົນ​ອື່ນໆ​ອີກ​ໄດ້​ລາ​ອອກ​ຈາກ​ວຽກ ເພື່ອ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ເດີນ​ທາງ.7

ຄວາມ​ທ້າ​ທາຍ​ຢ່າງ​ໜຶ່ງ​ອີກ​ສຳ​ລັບ​ສະ​ມາ​ຊິກ​ຄື ການ​ນຳ​ສະ​ເໜີ​ໃນ​ພຣະ​ວິ​ຫານ​ບໍ່​ມີ​ເປັນ​ພາ​ສາ​ຍີ່​ປຸ່ນ. ຜູ້​ນຳ​ສາດ​ສະ​ໜາ​ຈັກ​ໄດ້​ເອີ້ນ​ອ້າຍ​ນ້ອງ​ຊາວ​ຍີ່​ປຸ່ນ​ຄົນ​ໜຶ່ງ​ໃຫ້​ເດີນ​ທາງ​ໄປ​ພຣະ​ວິ​ຫານ​ຮາ​ວາຍ ເພື່ອ​ແປ​ພິ​ທີ​ຮັບ​ຂອງ​ປະ​ທານ​ສັກ​ສິດ.8 ເພິ່ນ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຊາວ​ຍີ່​ປຸ່ນ​ຄົນ​ທຳ​ອິດ​ຫລັງ​ສົງ​ຄາມ ໂດຍ​ໄດ້​ຮັບ​ການ​ສິດ​ສອນ ແລະ ຮັບ​ບັບ​ຕິ​ສະ​ມາ​ຈາກ​ທະ​ຫານ​ອາ​ເມ​ຣິ​ກັນ​ທີ່​ຊື່​ສັດ.9

ເມື່ອ​ສະ​ມາ​ຊິກ​ຊາວ​ຍີ່​ປຸ່ນ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ທີ່​ອາ​ໄສ​ຢູ່​ຮາ​ວາຍ​ໄດ້​ຍິນ​ການ​ແປ​ເປັນ​ເທື່ອ​ທຳ​ອິດ​ນັ້ນ, ພວກ​ເຂົາ​ກໍ​ຮ້ອງ​ໄຫ້. ສະ​ມາ​ຊິກ​ຄົນ​ໜຶ່ງ​ໄດ້​ບັນ​ທຶກ​ໄວ້​ວ່າ “ພວກ​ເຮົາ​ເຄີຍ​ໄປ​ພຣະ​ວິ​ຫານ​ຫລາຍໆ​ເທື່ອ. ພວກ​ເຂົາ​ໄດ້​ຍິນ​ພິ​ທີ​ຕ່າງໆ​ເປັນ​ພາ​ສາ​ອັງ​ກິດ. [ແຕ່] ພວກ​ເຮົາ​ບໍ່​ເຄີຍ​ຮູ້​ສຶກ​ເຖິງ​ວິນ​ຍານ​ຂອງ​ວຽກ​ງານ … ພຣະ​ວິ​ຫານ​ເໝືອນ​ດັ່ງ​ທີ່​ພວກ​ເຮົາ​ຮູ້​ສຶກ​ໃນ​ຕອນ​ນີ້ [ໂດຍ​ໄດ້​ຍິນ​ມັນ] ໃນ​ພາ​ສາ​ແມ່​ຂອງ​ເຮົາ​ເອງ.”10

ຕໍ່​ມາ​ໃນ​ປີ​ດຽວ​ກັນ​ນັ້ນ, ຜູ້​ໃຫຍ່ ແລະ ເດັກ​ນ້ອຍ 161 ຄົນ ໄດ້​ເດີນ​ທາງ​ຈາກ​ໂຕ​ກຽວ​ໄປ​ຍັງ​ພຣະ​ວິ​ຫານ​ຮາ​ວາຍ. ອ້າຍ​ນ້ອງ​ຊາວ​ຍີ່​ປຸ່ນ​ຄົນ​ໜຶ່ງ​ໄດ້​ໄຕ່່​ຕອງ​ເຖິງ​ການ​ເດີນ​ທາງ​ວ່າ: “ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເບິ່ງ​ອອກ​ໄປ​ຈາກ​ຍົນ ແລະ ເຫັນ​ເພີ​ຮາ​ເບີ, ແລະ ຈົດ​ຈຳ​ສິ່ງ​ທີ່​ປະ​ເທດ​ຂອງ​ເຮົາ​ໄດ້​ກະ​ທຳ​ຕໍ່​ຄົນ​ເຫລົ່າ​ນີ້ ໃນ​ວັນ​ທີ 7 ເດືອນ​ທັນ​ວາ, 1941 ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ​ຢ້ານ​ກົວ​ຢູ່​ໃນ​ໃຈ. ພວກ​ເຂົາ​ຈະ​ຍອມ​ຮັບ​ພວກ​ເຮົາ​ບໍ່? ແຕ່​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ທີ່​ພວກ​ເຂົາ​ສະ​ແດງ​ຄວາມ​ຮັກ ແລະ ຄວາມ​ໃຈ​ດີ​ຫລາຍ​ກວ່າ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ໃນ​ຊີ​ວິດ.”11

ຮູບ​ພາບ
ໄພ່​ພົນ​ຊາວ​ຍີ່​ປຸ່ນ​ໄດ້​ຮັບ​ການ​ຕ້ອນ​ຮັບ​ດ້ວຍ​ພວງ​ມາ​ໄລ​ດອກ​ໄມ້.

ເມື່ອ​ໄພ່​ພົນ​ຊາວ​ຍີ່​ປຸ່ນ​ໄປ​ຮອດ, ສະ​ມາ​ຊິກ​ຊາວ​ຮາ​ວາຍ​ໄດ້​ຕ້ອນ​ຮັບ​ພວກ​ເຂົາ​ດ້ວຍ​ພວງ​ມາ​ໄລ​ດອກ​ໄມ້​ຫລາຍ​ເສັ້ນ​ຈົນ​ນັບ​ບໍ່​ຖ້ວນ ຂະ​ນະ​ທີ່​ແລກ​ປ່ຽນ​ກອດ ແລະ ຈູບ​ແກ້ມ, ຊຶ່ງ​ເປັນ​ທຳ​ນຽມ​ທີ່​ຕ່າງ​ຈາກ​ວັດ​ທະ​ນະ​ທຳ​ຍີ່​ປຸ່ນ. ຫລັງ​ຈາກ​ທີ່​ໃຊ້​ເວ​ລາ 10 ມື້​ແຫ່ງ​ການ​ປ່ຽນ​ແປງ​ໃນ​ຮາ​ວາຍ, ໄພ່​ພົນ​ຊາວ​ຍີ່​ປຸ່ນ​ໄດ້​ກ່າວ​ຄຳ​ອຳ​ລາ​ດ້ວຍ​ເນື້ອ​ເພງ “ອາ​ໂລ​ຮາ ໂອ​ເອ” ຂັບ​ຮ້ອງ​ໂດຍ​ໄພ່​ພົນ​ຊາວ​ຮາ​ວາຍ.12

ການ​ເດີນ​ທາງ​ໄປ​ພຣະ​ວິ​ຫານ​ຄັ້ງ​ທີ​ສອງ​ທີ່​ໄດ້​ຖືກ​ຈັດ​ຂຶ້ນ​ສຳ​ລັບ​ສະ​ມາ​ຊິກ​ຊາວ​ຍີ່​ປຸ່ນ ລວມ​ມີ​ເອື້ອຍ​ນ້ອງ​ແມ່​ໝ້າຍ​ຊາວ​ໂອ​ກິ​ນາ​ວາ. ລາວ​ໄດ້​ເດີນ​ທາງ​ເປັນ​ໄລ​ຍະ​ທາງ 10,000 ໄມ (16,000 ກມ) ຕ້ອງ​ຂໍ​ຂອບ​ໃຈ​ແກ່​ຂອງ​ຂວັນ​ທີ່​ເອື້ອ​ເຟື້ອ​ຈາກ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ໄດ້​ຮັບ​ໃຊ້​ໃນ​ສາ​ຂາ​ຂອງ​ລາວ ແລະ ໄດ້​ກິນ​ເຂົ້າ​ຫລາຍ​ຄາບ​ຢູ່​ທີ່​ໂຕະ​ຂອງ​ລາວ. ຂະ​ນະ​ທີ່​ຢູ່​ໃນ​ພຣະ​ວິ​ຫານ, ນາງ​ໄດ້​ຫລັ່ງ​ນ້ຳ​ຕາ​ດ້ວຍ​ຄວາມ​ຊື່ນ​ຊົມ ຂະ​ນະ​ທີ່​ລາວ​ໄດ້​ເຮັດ​ໜ້າ​ທີ່​ເປັນ​ຕົວ​ແທນ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ຂອງ​ແມ່​ລາວ ແລະ ລາວ​ໄດ້​ຜະ​ນຶກ​ກັບ​ສາ​ມີ​ຂອງ​ລາວ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ.

ການ​ທັດ​ສະ​ນະ​ໄປ​ພຣະ​ວິ​ຫານ​ຈາກ​ປະ​ເທດ​ຍີ່​ປຸ່ນ​ໄປ​ຮາ​ວາຍ ໄດ້​ສືບ​ຕໍ່​ຢ່າງ​ເປັນ​ປະ​ຈຳ​ຈົນ​ກວ່າ​ພຣະ​ວິ​ຫານ​ໂຕ​ກຽວ​ປະ​ເທດ​ຍີ່​ປຸ່ນ​ໄດ້​ຖືກ​ອຸ​ທິດ​ໃນ​ປີ 1980, ຊຶ່ງ​ກາຍ​ເປັນ​ພຣະ​ວິ​ຫານ​ຫລັງ​ທີ 18 ທີ່​ເປີດ​ດຳ​ເນີນ​ການ. ໃນ​ເດືອນ​ພະ​ຈິກ​ຂອງ​ປີ​ນີ້, ພຣະ​ວິ​ຫານ​ຫລັງ​ທີ 186 ຈະ​ຖືກ​ອຸ​ທິດ​ໃນ​ໂອ​ກິ​ນາ​ວາ, ປະ​ເທດ​ຍີ່​ປຸ່ນ. ມັນ​ຕັ້ງ​ຢູ່​ບໍ່​ໄກ​ຈາກ​ຖໍ້າ​ໃນ​ໃຈ​ກາງ​ໂອ​ກິ​ນາ​ວາ ບ່ອນ​ທີ່​ຍິງ​ຜູ້​ນີ້ ແລະ ຄອບ​ຄົວ​ຂອງ​ລາວ​ໄດ້​ຫລົບ​ໄພ.13

ເຖິງ​ແມ່ນ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ພົບ​ເອື້ອຍ​ນ້ອງ​ທີ່​ແສນ​ວິ​ເສດ​ຈາກ​ໂອ​ກິ​ນາ​ວາ​ຜູ້​ນີ້​ກໍ​ຕາມ, ແຕ່​ມໍ​ລະ​ດົກ​ຂອງ​ລາວ​ຈະ​ຍັງ​ມີ​ຊີ​ວິດ​ຢູ່​ຜ່ານ​ລູກ​ຫລານ​ທີ່​ຊື່​ສັດ​ຂອງ​ລາວ, ຊຶ່ງ​ຫລາຍ​ຄົົນ​ເປັນ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ ແລະ ຮັກ.14

ພໍ່​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ເປັນ​ທະ​ຫານ​ຜ່ານ​ເສິກ​ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ຮູ້​ສຶກ​ຕື່ນ​ເຕັ້ນ​ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ຍີ່​ປຸ່ນ​ສະ​ໄໝ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຖິງ​ຍີ່​ປຸ່ນ​ຫລັງ​ຈາກ​ພຣະ​ວິ​ຫານ​ໂຕ​ກຽວ​ໄດ້​ຖືກ​ອຸ​ທິດ​ໄດ້​ບໍ່​ດົນ ແລະ ໄດ້​ເຫັນ​ດ້ວຍ​ຕົວ​ເອງ​ເຖິງ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ວິ​ຫານ.

ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ເປັນ​ຂອງ​ຂວັນ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຮົາ​ໃຫ້​ແກ່​ຜູ້​ຕິດ​ຕາມ​ທີ່​ຊື່​ສັດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ຜ່ານ​ທາງ​ພຣະ​ວິ​ຫານ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຮົາ​ຜູກ​ມັດ​ບຸກ​ຄົນ ແລະ ຄອບ​ຄົວ​ໃສ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໃສ່​ກັນ​ແລະ​ກັນ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ເມື່ອ​ປີ​ທີ່​ແລ້ວ​ນີ້​ວ່າ:

“ທຸກ​ຄົນ​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ຢູ່​ທີ່​ອ່າງ​ບັບ​ຕິ​ສະ​ມາ ແລະ ໃນ​ພຣະ​ວິ​ຫານ—ແລະ ຮັກ​ສາ​ມັນ—ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. …

“ລາງ​ວັນ​ສຳ​ລັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຄື​ພະ​ລັງ​ຈາກ​ສະ​ຫວັນ—ພະ​ລັງ​ທີ່​ເສີມ​ກຳ​ລັງ​ໃຫ້​ເຮົາ ເພື່ອ​ຕ້ານ​ທານ​ກັບ​ການ​ທົດ​ລອງ, ການ​ລໍ້​ລວງ, ແລະ ຄວາມ​ເຈັບ​ປວດ​ໃຈ ໄດ້​ດີ​ກວ່າ​ເກົ່າ. ພະ​ລັງ​ນີ້​ເຮັດ​ໃຫ້​ເຮົາ​ສະ​ບາຍ​ໃຈ​ຂຶ້ນ.”15

ຜ່ານ​ທາງ​ພອນ​ຂອງ​ພຣະ​ວິ​ຫານ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປິ່ນ​ປົວ​ບຸກ​ຄົນ, ຄອບ​ຄົວ, ແລະ ປະ​ຊາ​ຊາດ—ແມ່ນ​ແຕ່​ປະ​ຊາ​ຊາດ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ຢືນ​ໃນ​ຖາ​ນະ​ສັດ​ຕູ​ທີ່​ຂົມ​ຂື່ນ. ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ຟື້ນ​ຄືນ​ພຣະ​ຊົນ​ໄດ້​ປະ​ກາດ​ແກ່​ສັງ​ຄົມ​ທີ່​ບໍ່​ມີ​ຄວາມ​ຂັດ​ແຍ້ງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ ຜູ້​ທີ່​ໃຫ້​ກຽດ “ນາມ​ຂອງ​ເຮົາ, ພຣະ​ບຸດ​ແຫ່ງ​ຄວາມ​ຊອບ​ທຳ​ຈະ​ລຸກ​ຂຶ້ນ​ດ້ວຍ​ປີກ​ຂອງ​ພຣະ​ອົງ​ທີ່​ປິ່ນ​ປົວ.”16

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ກະ​ຕັນ​ຍູ​ທີ່​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ສຳ​ເລັດ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຂອງ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ວ່າ “ເວ​ລາ​ຈະ​ມາ​ເຖິງ​ເມື່ອ ຄວາມ​ຮູ້​ເລື່ອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ແຜ່​ໄປ​ທົ່ວ ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ,”17 ລວມ​ໄປ​ເຖິງ​ຄົນ​ທີ່ “ທີ່​ຢູ່​ໃນ​ເກາະ​ໃນ​ທະ​ເລ.”18

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ຈິງ​ຈັງ​ເຖິງ​ອຳ​ນາດ​ແຫ່ງ​ສະ​ຫວັນ​ໃນ​ການ​ຜູກ​ມັດ​ໃນ​ສະ​ຫວັນ ສິ່ງ​ທີ່​ຖືກ​ຜູກ​ມັດ​ໃນ​ແຜ່ນ​ດິນ​ໂລກ.

ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ພຣະ​ວິ​ຫານ​ເປັນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.

ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ທີ່​ບໍ່​ຫວັ່ນ​ໄຫວ, ຂ້າ​ພະ​ເຈົ້າ​ປະ​ກາດ​ຄວາມ​ຈິງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ພຣະ​ວິ​ຫານ​ເລ ຮາ​ວາຍ ໄດ້​ຖືກ​ອຸ​ທິດ​ໃນ​ປີ 1919 ໂດຍ ປະ​ທານ ເຮີ​ເບີ ເຈ ແກຣນ. ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ, ເພິ່ນ​ໄດ້​ເປີດ​ສາດ​ສະ​ໜາ​ຈັກ​ໃນ​ປະ​ເທດ​ຍີ່​ປຸ່ນ​ໃນ​ປີ 1901. ມັນ​ແມ່ນ​ພຣະ​ວິ​ຫານ​ຫລັງ​ທີ​ຫ້າ​ທີ່​ເປີດ​ດຳ​ເນີນ​ການ ແລະ ແມ່ນ​ພຣະ​ວິ​ຫານ​ຫລັງ​ທຳ​ອິດ​ທີ່​ຖືກ​ສ້າງ​ຂຶ້ນ​ຢູ່​ນອກ​ທະ​ວີບ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

  2. ໃນ​ວັນ​ທີ 2 ເດືອນ​ມີ​ນາ, 2023, ມີ 241,281 ຊື່​ໄດ້​ຖືກ​ຈາ​ລຶກ​ໄວ້​ເທິງ​ອາ​ນຸ​ສາ​ວະ​ລີ.

  3. ເບິ່ງ Gordon B. Hinckley, “Keep the Chain Unbroken” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 30 ເດືອນ​ພະ​ຈິກ, 1999), 4, speeches.byu.edu.

  4. ດຸ​ເວນ ເອັນ ແອນ​ເດີ​ເຊັນ ໄດ້​ຮັບ​ບາດ​ເຈັບ​ໃນ​ເສິກ​ໂອ​ກິ​ນາ​ວາ. ເພິ່ນ​ໄດ້​ຮັບ​ໃຊ້​ເປັນ​ປະ​ທານ​ເຜີຍ​ແຜ່​ໃນ​ປະ​ເທດ​ຍີ່​ປຸ່ນ​ຈາກ​ປີ 1962 ຫາ 1965 ແລະ ເປັນ​ປະ​ທານ​ຜູ້​ທຳ​ອິດ​ຂອງ​ພຣະ​ວິ​ຫານ​ໂຕ​ກຽວ​ຍີ່​ປຸ່ນ, ຈາກ​ປີ 1980 ຫາ 1982.

  5. ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ນາງ ຂະ​ນະ​ທີ່​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ນຳ​ເຜີຍ​ແຜ່​ໃນ​ໂຕ​ກຽວ. ພວກ​ເຂົາ​ໄດ້​ໃຫ້​ຂໍ້​ມູນ​ນີ້​ຈາກ​ເລື່ອງ​ລາວ​ປະ​ຫວັດ​ສາດ​ສ່ວນ​ຕົວ​ຂອງ​ຄອບ​ຄົວ​ຂອງ​ນາງ.

  6. ເບິ່ງ Dwayne N. Andersen: An Autobiography for His Posterity, 102–5, ຫໍ​ສະ​ໝຸດ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ.

  7. ເບິ່ງ Dwayne N. Andersen, 104.

  8. ເບິ່ງ Edward L. Clissold, “Translating the Endowment into Japanese,” ໃນ Stories of the Temple in Lā‘ie, Hawai‘i, comp. Clinton D. Christensen (2019), 110–13.

  9. ຜູ້​ແປ​ພາ​ສາ, ທັດ​ຊຸ​ອິ ຊາ​ໂຕ, ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ວັນ​ທີ 7 ເດືອນ​ກໍ​ລະ​ກົດ, 1946, ໂດຍ​ທະ​ຫານ​ຊາວ​ອາ​ເມ​ຣິ​ກາ, ຊີ ເອ​ລີ​ອ໊ອດ ຣິ​ເຈີດສ໌. ພັນ​ລະ​ຍາ​ຂອງ​ທັດ​ຊຸ​ອິ, ຈິ​ໂຢ ຊາ​ໂຕ, ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ມື້​ດຽວ​ກັນ​ໂດຍ ບອຍ ເຄ ແພ໊ກ​ເກີ. ໂດຍ​ແຍກ​ຕ່າງ​ຫາກ, ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສູ້​ຮົບ​ໃນ​ເສິກ​ໂອ​ກິ​ນາ​ວາ, ແລະ ແອວ ທອມ ແພ​ຣີ ແມ່ນ​ໜຶ່ງ​ໃນ​ທະ​ຫານ​ເຮືອ​ກຸ່ມ​ທຳ​ອິດ​ທີ່​ໄປ​ຂຶ້ນ​ຝັ່ງ​ໃນ​ປະ​ເທດ​ຍີ່​ປຸ່ນ ຫລັງ​ຈາກ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ. ແອວ​ເດີ ແພ໊ກ​ເກີ, ແມ໊ກ​ສະ​ແວວ, ແລະ ແພ​ຣີ ໄດ້​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ.

  10. ໃນ Clissold, “Translating the Endowment into Japanese,” 112.

  11. ໃນ Dwayne N. Andersen, “1965 Japanese Excursion,” Stories of the Temple in Lā‘ie, Hawai‘i, 114.

  12. ເບິ່ງ Andersen, “1965 Japanese Excursion,” 114, 117.

  13. ຕໍ່​ມາ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເດືອນ​ຕຸ​ລາ 2023 ພາກ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ພຣະ​ວິ​ຫານ​ຫລັງ​ໃໝ່ 20 ແຫ່ງ, ລວມ​ທັງ​ພຣະ​ວິ​ຫານ​ໂອ​ຊາ​ກາ​ປະ​ເທດ​ຍີ່​ປຸ່ນ, ຊຶ່ງ​ຈະ​ເປັນ​ພຣະ​ວິ​ຫານ​ຫລັງ​ທີ​ຫ້າ​ໃນ​ປະ​ເທດ​ຍີ່​ປຸ່ນ.

  14. ໃນ​ລະ​ຫວ່າງ​ພາ​ລະ​ກິດ​ເຜີຍ​ແຜ່​ຂອງ​ເຮົາ​ໃນ​ໂຕ​ກຽວ​ຈາກ​ປີ 2018 ຫາ 2021, ທ່າມ​ກາງ​ຄວາມ​ທ້າ​ທາຍ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ໂຄ​ວິດ, ຄອບ​ຄົວ​ຂອງ​ລາວ​ໄດ້​ສະ​ແດງ​ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ​ຕໍ່​ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ພວກ​ເຮົາ​ຈະ​ກະ​ຕັນ​ຍູ​ຕະ​ຫລອດ​ໄປ.

  15. Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 96.

  16. 3 ນີ​ໄຟ 25:2.

  17. ໂມ​ໄຊ​ຢາ 3:20.

  18. 2 ນີ​ໄຟ 29:7.