ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ເຈົ້າ​ຊົງ​ຮູ້​ຈັກ ແລະ ຮັກ​ທ່ານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ພຣະ​ເຈົ້າ​ຊົງ​ຮູ້​ຈັກ ແລະ ຮັກ​ທ່ານ

ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ ລ້ວນ​ແຕ່​ກ່ຽວ​ກັບ​ທ່ານ. ທ່ານ​ເປັນ​ລູກ​ທີ່​ລໍ້າ​ຄ່າ​ຂອງ​ພຣະ​ອົງ ແລະ ມີ​ຄຸນ​ຄ່າ​ຫລາຍ.

ເມື່ອ​ຫົກ​ປີ​ກ່ອນ, ຄອບ​ຄົວ​ຂອງ​ພວກ​ເຮົາ​ກຳ​ລັງ​ເດີນ​ທາງ​ໃນ​ຕອນ​ກາງ​ຄືນ​ຢູ່​ນອກ​ເມືອງ​ອ໊ອກສ໌​ຝອດ. ດັ່ງ​ທີ່​ມັກ​ຈະ​ພົບ​ເຫັນ​ໃນ​ເດັກ​ນ້ອຍໆ, ພວກ​ເຮົາ​ຕ້ອງ​ໄດ້​ຢຸດ​ລົດ ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ພົບ​ສະ​ຖາ​ນີ​ບໍ​ລິ​ການ​ທີ່​ມີ​ຮ້ານ​ຄ້າ ແລະ ຮ້ານ​ອາ​ຫານ​ຫລາຍ​ເປັນ​ແຖວ. ດ້ວຍ​ຄວາມ​ແມ້ນ​ຍຳ, ພວກ​ເຮົາ​ໄດ້​ລົງ​ລົດ, ໄປ​ຮັບ​ການ​ບໍ​ລິ​ການ, ແລະ ຂຶ້ນ​ລົດ​ເດີນ​ທາງ​ຕໍ່.

ສິບ​ຫ້າ​ນາ​ທີ​ຕໍ່​ມາ, ລູກ​ຊາຍ​ກົກ​ຂອງ​ພວກ​ເຮົາ​ໄດ້​ຖາມ​ຄຳ​ຖາມ​ທີ່​ສຳ​ຄັນ​ວ່າ: “ແຈສ​ເປີ​ຢູ່​ໃສ?” ແຈສ​ເປີ​ມັກ​ຈະ​ນັ່ງ​ຢູ່​ຫລັງ​ລົດ​ຄົນ​ດຽວ. ພວກ​ເຮົາ​ເດົາ​ວ່າ ລາວ​ອາດ​ຈະ​ນອນ​ຫລັບ ຫລື ກຳ​ລັງ​ລີ້ ຫລື ກຳ​ລັງ​ແກ້ງ​ພວກ​ເຮົາ​ຢູ່.

ຂະ​ນະ​ທີ່​ອ້າຍ​ຂອງ​ລາວ​ກຳ​ລັງ​ກວດ​ເບິ່ງ​ຫລັງ​ລົດ​ດີໆ​ນັ້ນ, ພວກ​ເຮົາ​ກໍ​ພົບ​ວ່າ ລູກ​ຊາຍ​ອາ​ຍຸ​ຫ້າ​ປີ​ຂອງ​ພວກ​ເຮົາ​ບໍ່​ໄດ້​ຢູ່​ທີ່​ນັ້ນ. ໃຈ​ຂອງ​ພວກ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ທ້ານ​ຢ້ານ​ກົວ. ຂະ​ນະ​ທີ່​ພວກ​ເຮົາ​ກັບ​ໄປ​ສະ​ຖາ​ນີ​ບໍ​ລິ​ການ​ນັ້ນ, ພວກ​ເຮົາ​ໄດ້​ອ້ອນ​ວອນ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃຫ້​ແຈສ​ເປີ​ຖືກ​ປົກ​ປັກ​ຮັກ​ສາ​ໃຫ້​ປອດ​ໄພ. ພວກ​ເຮົາ​ໄດ້​ໂທ​ຫາ​ຕຳ​ຫລວດ ແລະ ໄດ້​ແຈ້ງ​ເຂົາ​ເຈົ້າ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ນັ້ນ.

ເມື່ອ​ພວກ​ເຮົາ​ໄປ​ຮອດ​ຢ່າງ​ວິ​ຕົກ​ກັງ​ວົນ, 40 ກວ່າ​ນາ​ທີ​ຕໍ່​ມາ, ພວກ​ເຮົາ​ພົບ​ລົດ​ຕຳ​ຫລວດ​ສອງ​ຄັນ​ຢູ່​ບ່ອນ​ຈອດ​ລົດ, ກຳ​ລັງ​ກະ​ພິບ​ໄຟ. ແຈສ​ເປີ​ຢູ່​ໃນ​ລົດ​ຕຳ​ຫລວດ​ຄັນ​ໜຶ່ງ, ກຳ​ລັງ​ຫລິ້ນ​ປຸ່ມ​ຢູ່. ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ຄວາມ​ຊື່ນ​ຊົມ​ທີ່​ພວກ​ເຮົາ​ຮູ້​ສຶກ ເມື່ອ​ໄດ້​ພົບ​ລາວ​ອີກ​ຄັ້ງ.

ຫລາຍໆ​ຄຳ​ສອນ​ແບບ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສຸມ​ໃສ່​ການ​ເຕົ້າ​ໂຮມ, ການ​ຟື້ນ​ຟູ, ຫລື ການ​ພະ​ຍາ​ຍາມ​ຊອກ​ຫາ​ສິ່ງ​ທີ່​ຖືກ​ກະ​ຈັດ​ກະ​ຈາຍ​ໄປ ຫລື ເສຍ​ໄປ. ທ່າມ​ກາງ​ສິ່ງ​ເຫລົ່າ​ນີ້ ແມ່ນ​ຄຳ​ອຸ​ປະ​ມາ​ກ່ຽວ​ກັບ​ແກະ​ທີ່​ເສຍ, ເງິນ​ຫລຽນ​ທີ່​ເສຍ, ແລະ ລູກ​ຊາຍ​ທີ່​ເສຍ.1

ຂະ​ນະ​ທີ່​ເຫດ​ການ​ຂອງ​ແຈສ​ເປີ​ໄດ້​ລຶ້ມ​ຄືນ​ຢູ່​ໃນ​ຫົວ​ຂອງ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ຫລາຍ​ປີ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ ແລະ ຄວາມ​ສຳ​ຄັນ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ, ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ຄວາມ​ຮັກ​ທີ່​ສົມ​ບູນ​ແບບ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ, ຜູ້​ຊົງ​ຮູ້​ຈັກ​ທ່ານ ແລະ ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້​ໃນ​ມື້​ນີ້.

I. ລູກ​ຂອງ​ພຣະ​ເຈົ້າ

ຊີ​ວິດ​ເປັນ​ສິ່ງ​ທ້າ​ທາຍ. ຫລາຍ​ຄົນ​ຮູ້​ສຶກ​ຖ້ວມ​ທົ້ນ, ໂດດ​ດ່ຽວ, ດຽວ​ດາຍ, ຫລື ໝົດ​ແຮງ. ເມື່ອ​ສິ່ງ​ຕ່າງໆ​ຫຍຸ້ງ​ຍາກ, ເຮົາ​ອາດ​ຮູ້​ສຶກ​ວ່າ ເຮົາ​ໄດ້​ຊັດ​ເຊ​ພະ​ເນ​ຈອນ ຫລື ໄດ້​ຕົກ​ຢູ່​ທາງ​ຫລັງ. ການ​ທີ່​ຮູ້​ວ່າ ເຮົາ​ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ແລະ ເປັນ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ​ຂອງ​ພຣະ​ອົງ ຈະ​ຟື້ນ​ຟູ​ຄວາມ​ຮູ້​ສຶກ​ຂອງ​ການ​ເປັນ​ສ່ວນ​ໜຶ່ງ ແລະ ຄວາມ​ສຳ​ນຶກ​ໃນ​ເປົ້າ​ໝາຍ.2

ປະ​ທານ ເອັມ ຣະ​ໂຊ ບາ​ເລີດ ໄດ້​ແບ່ງ​ປັນ​ວ່າ: “ມີ​ເອ​ກະ​ລັກ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ພວກ​ເຮົາ​ທຸກ​ຄົນ​ມີ​ຮ່ວມ​ກັນ​ໃນ​ມື້​ນີ້ ແລະ ຕະ​ຫລອດ​ໄປ. … ນັ້ນ​ກໍ​ຄື ທ່ານ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ເປັນ​ເຊັ່ນ​ນັ້ນ​ຕະ​ຫລອດ​ມາ. … ການ​ເຂົ້າ​ໃຈ​ຄວາມ​ຈິງ​ນີ້—ການ​ເຂົ້າ​ໃຈ​ມັນ​ແທ້ໆ ແລະ ຍອມ​ຮັບ​ມັນ—ຈະ​ປ່ຽນ​ແປງ​ຊີ​ວິດ.”3

ຢ່າ​ເຂົ້າ​ໃຈ​ຜິດ ຫລື ຫລຸດ​ຄຸນ​ຄ່າ​ຄວາມ​ສຳ​ຄັນ​ທີ່​ທ່ານ​ມີ​ຕໍ່​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ທ່ານ. ທ່ານ​ບໍ່​ແມ່ນ​ຜົນ​ຜະ​ລິດ​ໂດຍ​ບັງ​ເອີນ​ຂອງ​ທຳ​ມະ​ຊາດ, ເດັກ​ກຳ​ພ້າ​ຂອງ​ຈັກ​ກະ​ວານ, ຫລື ຜົນ​ຂອງ​ທາດ​ບວກ​ໂດຍ​ບັງ​ເອີນ​ຕາມ​ການ​ເວ​ລາ. ບ່ອນ​ໃດ​ທີ່​ມີ​ການ​ອອກ​ແບບ, ກໍ​ມີ​ນັກ​ອອກ​ແບບ.

ຊີ​ວິດ​ຂອງ​ທ່ານ​ມີ​ຄວາມ​ໝາຍ ແລະ ຈຸດ​ປະ​ສົງ. ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ນີ້ ນຳ​ຄວາມ​ສະ​ຫວ່າງ ແລະ ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ທ່ານ​ມາ​ໃຫ້. ທ່ານ​ເປັນ​ລູກ​ທີ່​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ທ່ານ​ເປັນ​ຕົວ​ເອກ​ຂອງ​ຄຳ​ອຸ​ປະ​ມາ ແລະ ຄຳ​ສອນ​ທັງ​ໝົດ​ເຫລົ່າ​ນັ້ນ. ພຣະ​ເຈົ້າ​ຊົງ​ຮັກ​ທ່ານ​ຫລາຍ ຈົນ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ​ເພື່ອ​ປິ່ນ​ປົວ, ຊ່ວຍ​ກູ້, ແລະ ໄຖ່​ເອົາ​ທ່ານ.4

ພຣະ​ເຢ​ຊູ​ຄຣິດ​ຮູ້​ຈັກ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ຄວາມ​ມີ​ຄ່າ​ຄວນ​ນິ​ລັນ​ດອນ​ຂອງ​ທ່ານ​ແຕ່​ລະ​ຄົນ.5 ພຣະ​ອົງ​ໄດ້​ອະ​ທິ​ບາຍ​ວ່າ ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ສອງ​ຂໍ້​ໃນ​ການ​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ ວ່າ​ເປັນ​ຮາກ​ຖານ​ຂອງ​ພຣະ​ບັນ​ຍັດ​ທັງ​ໝົດ​ຂອງ​ພຣະ​ເຈົ້າ​ແນວ​ໃດ.6 ໜຶ່ງ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ແມ່ນ​ການ​ດູ​ຄົນ​ຂັດ​ສົນ.7 ນີ້​ຄື​ເຫດ​ຜົນ​ທີ່ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ເຮົາ “ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, … ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ … , ແລະ ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ.”8

ສາດ​ສະ​ໜາ​ບໍ່​ແມ່ນ​ເລື່ອງ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ເທົ່າ​ນັ້ນ; ມັນ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຕໍ່​ກັນ​ແລະ​ກັນ​ນຳ​ອີກ. ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ອະ​ທິ​ບາຍ​ຄຳ​ວ່າ ສາດ​ສະ​ໜາ​ເປັນ​ພາ​ສາ​ອັງ​ກິດ religion ແມ່ນ​ມາ​ຈາກ​ພາ​ສາ​ລາ​ຕິນ religare, ໝາຍ​ເຖິງ “ຜູກ” ຫລື, ຖ້າ​ແປ​ຕາມ​ຕົວ​ກວ່າ​ນີ້​ຈະ​ແມ່ນ, “ຜູກ​ອີກ​ຄັ້ງ.” ສະ​ນັ້ນ, “ສາດ​ສະ​ໜາ​ທີ່​ແທ້​ຈິງ ແມ່ນ​ສາຍ​ສຳ​ພັນ​ທີ່​ຜູກ​ມັດ​ເຮົາ​ເຂົ້າ​ກັບ​ພຣະ​ເຈົ້າ ແລະ ເຂົ້າ​ກັບ​ກັນ​ແລະ​ກັນ.”9

ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ມີ​ຄວາມ​ສຳ​ຄັນ​ຫລາຍ. ປະ​ທານ ຣະ​ໂຊ ເອັມ ແນວ​ສັນ ສິດ​ສອນ​ວ່າ, “ຂ່າວ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ແຈ່ມ​ແຈ້ງ: ສາ​ນຸ​ສິດ ທີ່​ແທ້​ຈິງ ຂອງ​ພຣະ​ອົງ​ຈະ​ເສີມ​ສ້າງ, ຍົກ​ລະ​ດັບ, ໃຫ້​ກຳ​ລັງ​ໃຈ, ຊັກ​ຊວນ, ແລະ ດົນ​ໃຈ.”10 ນີ້​ແມ່ນ​ສຳ​ຄັນ​ຍິ່ງ​ກວ່າ ເມື່ອ​ເພື່ອນ​ຮ່ວມ​ເດີນ​ທາງ​ຂອງ​ເຮົາ​ຮູ້​ສຶກ​ຫລົງ​ທາງ, ໂດດ​ດ່ຽວ, ຖືກ​ລືມ, ຫລື ຖືກ​ກຳ​ຈັດ​ອອກ.

ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ເບິ່ງ​ໄກ​ເພື່ອ​ຊອກ​ຫາ​ຄົນ​ທີ່​ກຳ​ລັງ​ດີ້ນ​ລົນ. ເຮົາ​ສາ​ມາດ​ເລີ່ມ​ຕົ້ນ​ໂດຍ​ການ​ຊ່ວຍ​ເຫລືອ​ໃຜ​ບາງ​ຄົນ​ໃນ​ຄອບ​ຄົວ​ຂອງ​ເຮົາ, ໃນ​ບ່ອນ​ຊຸມ​ນຸມ, ຫລື ໃນ​ຊຸມ​ຊົນ​ທ້ອງ​ຖິ່ນ. ເຮົາ​ຍັງ​ສາ​ມາດ​ສະ​ແຫວງ​ຫາ​ທີ່​ຈະ​ບັນ​ເທົາ​ທຸກ​ຂອງ​ຄົນ 700 ລ້ານ​ຄົນ ທີ່​ກຳ​ລັງ​ໃຊ້​ຊີ​ວິດ​ໃນ​ຄວາມ​ທຸກ​ຍາກ​ທີ່​ສຸດ11 ຫລື 100 ລ້ານ​ຄົນ​ທີ່​ຖືກ​ບັງ​ຄັບ​ໃຫ້​ພັດ​ຖິ່ນ ເນື່ອງ​ຈາກ​ການ​ຂົ່ມ​ເຫັງ, ຄວາມ​ຂັດ​ແຍ້ງ, ແລະ ຄວາມ​ຮຸນ​ແຮງ​ທີ່​ອີງ​ໃສ່​ຕົວ​ຕົນ.12 ພຣະ​ເຢ​ຊູ​ຄຣິດ​ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ​ຂອງ​ການ​ດູ​ແລ​ຄົນ​ຂັດ​ສົນ—ຄົນ​ທີ່​ອຶດ​ຫິວ, ຄົນ​ແປກ​ໜ້າ, ຄົນ​ເຈັບ​ປ່ວຍ, ຄົນ​ຍາກ​ຈົນ, ຄົນ​ທີ່​ຖືກ​ຄຸມ​ຂັງ. ວຽກ​ງານ​ຂອງ​ພຣະ​ອົງ ແມ່ນ​ວຽກ​ງານ​ຂອງ​ເຮົາ.

ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ສິດ​ສອນ​ວ່າ “ການ​ເດີນ​ທາງ​ຂອງ​ເຮົາ​ທີ່​ຈະ​ກັບ​ໄປ​ຫາ​ພຣະ​ເຈົ້າ​ສ່ວນ​ຫລາຍ​ແລ້ວ​ຈະ​ພົບ​ເຫັນ​ຢູ່​ໃນ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ຄົນ​ອື່ນ.”13 ດັ່ງ​ເຊັ່ນ, ຫວອດ​ຂອງ​ພວກ​ເຮົາ​ຄວນ​ເປັນ​ບ່ອນ​ຫລົບ​ໄພ​ສຳ​ລັບ​ລູກ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ. ເຮົາ​ກຳ​ລັງ​ໄປ​ໂບດ​ຢ່າງ​ເສີຍໆ ຫລື ກຳ​ລັງ​ສ້າງ​ຊຸມ​ຊົນ​ຢ່າງ​ກະ​ຕື​ລື​ລົ້ນ ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ນະ​ມັດ​ສະ​ການ, ລະ​ນຶກ​ເຖິງ​ພຣະ​ຄຣິດ, ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ກັນ​ແລະ​ກັນ?14 ເຮົາ​ສາ​ມາດ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ແນະ​ນຳ​ຂອງ​ປະ​ທານ​ແນວ​ສັນ​ໃນ​ການ​ຕັດ​ສິນ​ໃຫ້​ໜ້ອຍ​ລົງ, ຮັກ​ໃຫ້​ຫລາຍ​ຂຶ້ນ, ແລະ ສົ່ງ​ຕໍ່​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຂອງ​ເຮົາ.15

II. ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ການ​ສະ​ແດງ​ອອກ​ອັນ​ສູງ​ສຸດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຕໍ່​ລູກໆ​ຂອງ​ພຣະ​ອົງ.16 ຄຳ​ວ່າ ການ​ຊົດ​ໃຊ້ ບັນ​ຍາຍ​ເຖິງ​ສະ​ພາບ​ແວດ​ລ້ອມ “ເປັນ​ໜຶ່ງ​ດຽວ” ຂອງ​ຜູ້​ທີ່​ເຮັດ​ໃຫ້​ຫ່າງ​ເຫີນ ຫລື ແຍກ​ອອກ.

ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແມ່ນ​ການ​ຈັດ​ກຽມ​ທັງ​ທາງ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຄວາມ​ບັນ​ເທົາ​ທຸກ​ໃນ​ການ​ເດີນ​ທາງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊົງ​ຮູ້​ຜ່ານ​ທາງ​ປະ​ສົບ​ການ​ຂອງ​ພຣະ​ອົງ​ເຖິງ​ວິ​ທີ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ​ຜ່ານ​ທາງ​​ການ​ທ້າ​ທາຍ​ຕ່າງໆ​ຂອງ​ຊີ​ວິດ.17 ແນ່​ນອນ​ໂດຍ​ບໍ່​ມີ​ຂໍ້​ສົງ​ໄສ, ພຣະ​ຄຣິດ​ຊົງ​ເປັນ​ຜູ້​ຊ່ວຍ​ກູ້ ແລະ ຜູ້​ປິ່ນ​ປົວ​ຈິດ​ວິນ​ຍານ​ຂອງ​ເຮົາ.

ເມື່ອ​ເຮົາ​ໃຊ້​ສັດ​ທາ: ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ມຸ້ງ​ໜ້າ​ຜ່ານ​ຜ່າ​ຄວາມ​ຍາກ​ລຳ​ບາກ. ພຣະ​ອົງ​ສືບ​ຕໍ່​ຍື່ນ​ຄຳ​ເຊື້ອ​ເຊີນ​ທີ່​ມີ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ ທີ່​ວ່າ:

“ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້​ແລ້ວ​ຮຽນ​ຮູ້​ຈາກ​ເຮົາ; … ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.”18

ຄຳ​ປຽບ​ທຽບ​ຂອງ​ແອກ​ນັ້ນ​ຊົງ​ພະ​ລັງ. ດັ່ງ​ທີ່ ປະ​ທານ​ຮາວ​ເວີດ ດັບ​ເບິນ​ຢູ ຮັນ​ເທີ ໄດ້​ອະ​ທິ​ບາຍ​ວ່າ: “ແອກ​ແມ່ນ​ອຸ​ປະ​ກອນ … ທີ່​ໃຫ້ ‘ກຳ​ລັງ’ ຂອງ​ສັດ​ໂຕ​ທີ​ສອງ ຖືກ​ເຊື່ອມ​ໂຍງ ແລະ ຄວບ​ຄູ່​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ສັດ​ໂຕ​ທີ​ໜຶ່ງ, ໂດຍ​ແບ່ງ​ປັນ ແລະ ຫລຸດ​ຜ່ອນ​ວຽກ​ໜັກ​ທີ່​ຕ້ອງ​ເຮັດ. ພາ​ລະ​ທີ່​ຖ້ວມ​ທົ້ນ ຫລື ບາງ​ທີ​ກໍ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ຄົນໆ​ໜຶ່ງ​ທີ່​ຈະ​ແບກ ສາ​ມາດ​ຖືກ​ແບກ​ຫາບ​ໄດ້​ຢ່າງ​ເທົ່າ​ທຽມ ແລະ ສະ​ດວກ​ສະ​ບາຍ​ໂດຍ​ຄົນ​ສອງ​ຄົນ​ທີ່​ຖືກ​ຜູກ​ມັດ​ເຂົ້າ​ໃນ​ແອກ​ດຽວ​ກັນ.”19

ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ: “ທ່ານ​ເຂົ້າ​ມາ​ຫາ​ພຣະ​ຄຣິດ​ເພື່ອ​ທຽມ​ແອກ​ກັບ​ພຣະ​ອົງ ແລະ ກັບ​ອຳ​ນາດ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ທ່ານ​ຈະ​ບໍ່​ແບກ​ພາ​ລະ​ຂອງ​ຊີ​ວິດ​ຢູ່​ຄົນ​ດຽວ. ທ່ານ​ກຳ​ລັງ​ແບກ​ພາ​ລະ​ຂອງ​ຊີ​ວິດ​ທີ່​ທຽມ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ.”20

ເຮົາ​ຈະ​ທຽມ​ແອກ ຫລື ຜູກ​ຕົວ​ເອງ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ? ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ອະ​ທິ​ບາຍ​ວ່າ:

“ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ແມ່ນ​ການ​ທີ່​ເຮົາ​ທຽມ​ແອກ ແລະ ເປັນ​ໜຶ່ງ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ຕາມ​ຈິງ​ແລ້ວ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ເຊື້ອ​ເຊີນ​ເຮົາ​ໃຫ້​ເພິ່ງ​ອາ​ໄສ​ພຣະ​ອົງ ແລະ ອອກ​ແຮງ​ງານ​ຮ່ວມ​ກັບ​ພຣະ​ອົງ. …

“ເຮົາ​ບໍ່​ໄດ້​ຢູ່​ດ້ວຍ​ຕົວ​ຄົນ​ດຽວ ແລະ ບໍ່​ຈຳ​ເປັນ​ຕ້ອງ​ຢູ່​ຢ່າງ​ໂດດ​ດ່ຽວ.”21

ສຳ​ລັບ​ຜູ້​ໃດ​ກໍ​ຕາມ​ທີ່​ມີ​ພາ​ລະ, ຫລົງ​ທາງ, ສັບ​ສົນ: ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ສິ່ງ​ນີ້​ຄົນ​ດຽວ.22 ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແລະ ພິ​ທີ​ການ​ຂອງ​ພຣະ​ອົງ, ທ່ານ​ສາ​ມາດ​ທຽມ​ແອກ ຫລື ຖືກ​ຜູກ​ມັດ​ເຂົ້າ​ກັບ​ພຣະ​ອົງ. ພຣະ​ອົງ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ໃຫ້​ການ​ປິ່ນ​ປົວ​ທີ່​ທ່ານ​ຕ້ອງ​ການ ເພື່ອ​ປະ​ເຊີນ​ກັບ​ການ​ເດີນ​ທາງ​ຂ້າງ​ໜ້າ. ພຣະ​ອົງ​ຊົງ​ເປັນ​ບ່ອນ​ລີ້​ໄພ​ຈາກ​ລົມ​ພະ​ຍຸ.23

III. ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ

ຂໍ​ບອກ​ໃຫ້​ຮູ້​ໄວ້​ວ່າ, ແຈສ​ເປີ​ເປັນ​ຄົນ​ມີ​ໄຫວ​ພິກ, ໜ້າ​ຮັກ, ສະ​ຫລາດ, ແລະ ຂີ້​ດື້. ແຕ່​ສິ່ງ​ສຳ​ຄັນ​ຂອງ​ເລື່ອງ​ລາວ​ນີ້​ກໍ​ຄື ລາວ​ເປັນ​ຂອງ​ຂ້າ​ພະ​ເຈົ້າ. ລາວ​ເປັນ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ຮັກ​ລາວ​ຫລາຍ​ກວ່າ​ທີ່​ລາວ​ຈະ​ຮູ້. ຖ້າ​ພໍ່​ທີ່​ບໍ່​ດີ​ພ້ອມ​ຝ່າຍ​ໂລກ​ຮູ້​ສຶກ​ເຊັ່ນ​ນີ້​ກັບ​ລູກ​ຂອງ​ຕົນ, ທ່ານ​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້​ບໍ່​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຜູ້​ຊົງ​ດີ​ພ້ອມ, ມີ​ລັດ​ສະ​ໝີ​ພາບ, ແລະ ມີ​ຄວາມ​ຮັກ ຈະ​ຮູ້​ສຶກ​ກັບ​ທ່ານ​ແນວ​ໃດ?

ເຖິງ​ໝູ່​ເພື່ອນ​ທີ່​ຮັກ​ແພງ​ຄົນ​ລຸ້ນ​ໃໝ່​ຂອງ​ຂ້າ​ພະ​ເຈົ້າ, ລຸ້ນ Gen Z ແລະ ລຸ້ນ Gen Alpha: ກະ​ລຸ​ນາ​ຮູ້​ໄວ້​ວ່າ ສັດ​ທາ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ບັດ.24 ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ຍຸກ​ທີ່​ຫລາຍ​ຄົນ​ມີ​ແຕ່ “ເຫັນ​ກ່ອນ​ແລ້ວ​ຈຶ່ງ​ເຊື່ອ.” ສັດ​ທາ​ສາ​ມາດ​ເປັນ​ສິ່ງ​ທີ່​ທ້າ​ທາຍ ແລະ ຮຽກ​ຮ້ອງ​ການ​ເລືອກ. ແຕ່​ຄຳ​ອະ​ທິ​ຖານ​ໄດ້​ຮັບ​ຄຳ​ຕອບ.25 ແລະ ຄຳ​ຕອບ​ສາ​ມາດ​ຮູ້​ສຶກ​ໄດ້.26 ສິ່ງ​ທີ່​ແທ້​ຈິງ​ທີ່​ສຸດ​ບາງ​ຢ່າງ​ໃນ​ຊີ​ວິດ​ແມ່ນ​ບໍ່​ສາ​ມາດ​ເຫັນ​ໄດ້; ແຕ່​ມັນ​ສາ​ມາດ​ຮູ້​ສຶກ, ຮູ້​ຈັກ, ແລະ ປະ​ສົບ​ໄດ້. ມັນ​ກໍ​ເປັນ​ສິ່ງ​ທີ່​ແທ້​ຈິງ​ເຊັ່ນ​ກັນ.

ພຣະ​ເຢ​ຊູ​ຄຣິດ​ຕ້ອງ​ການ​ໃຫ້​ທ່ານ​ຮູ້​ຈັກ ແລະ ມີ​ຄວາມ​ສຳ​ພັນ​ກັບ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ທ່ານ.27 ພຣະ​ອົງ​ໄດ້​ສິດ​ສອນ​ວ່າ, “ມີ​ພໍ່​ຄົນ​ໃດ​ແດ່​ໃນ​ບັນ​ດາ​ພວກ​ເຈົ້າ, ທີ່​ມີ​ລູກ​ຊາຍ, ແລະ ໃຫ້​ລາວ​ຢືນ​ຢູ່​ນອກ​ເຮືອນ, ແລະ ເວົ້າ​ວ່າ, ພໍ່​ເອີຍ, ຈົ່ງ​ເປີດ​ປະ​ຕູ​ໃຫ້​ລູກ​ແດ່ ເພື່ອ​ວ່າ​ລູກ​ຈະ​ໄດ້​ເຂົ້າ​ໄປ ແລະ ກິນ​ເຂົ້າ​ນຳ​ພໍ່, ແລ້ວ​ພໍ່​ຈະ​ບໍ່​ເວົ້າ​ວ່າ, ເຂົ້າ​ມາ, ລູກ​ເອີຍ; ເພາະ​ສິ່ງ​ທີ່​ພໍ່​ມີ​ກໍ​ເປັນ​ຂອງ​ລູກ, ແລະ ສິ່ງ​ທີ່​ລູກ​ມີ​ກໍ​ເປັນ​ຂອງ​ພໍ່?”28 ທ່ານ​ສາ​ມາດ​ນຶກ​ເຖິງ​ສະ​ພາບ​ທີ່​ສ່ວນ​ຕົວ ແລະ ມີ​ຄວາມ​ຮັກ​ຍິ່ງ​ຂຶ້ນ​ຂອງ​ພຣະ​ເຈົ້າ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ບໍ່?

ທ່ານ​ເປັນ​ລູກ​ຂອງ​ພຣະ​ອົງ. ຖ້າ​ທ່ານ​ຮູ້​ສຶກ​ຫລົງ​ທາງ, ຖ້າ​ທ່ານ​ມີ​ຄຳ​ຖາມ ຫລື ຂາດ​ສະ​ຕິ​ປັນ​ຍາ, ຖ້າ​ທ່ານ​ກຳ​ລັງ​ດີ້ນ​ລົນ​ກັບ​ສະ​ຖາ​ນະ​ການ​ຂອງ​ທ່ານ ຫລື ກຳ​ລັງ​ຕໍ່​ສູ້​ກັບ​ຄວາມ​ບໍ່​ສອດ​ຄ່ອງ​ກັນ​ທາງ​ວິນ​ຍານ, ຈົ່ງ​ຫັນ​ໄປ​ຫາ​ພຣະ​ອົງ. ອະ​ທິ​ຖານ​ຫາ​ພຣະ​ອົງ​ເພື່ອ​ຂໍ​ຄວາມ​ປອບ​ໂຍນ, ຄວາມ​ຮັກ, ຄຳ​ຕອບ, ແລະ ການ​ຊີ້​ນຳ. ບໍ່​ວ່າ​ທ່ານ​ຈະ​ຕ້ອງ​ການ​ຫຍັງ ແລະ ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ, ຂໍ​ໃຫ້​ທ່ານ​ທຸ້ມ​ເທ​ໃຈ​ຂອງ​ທ່ານ​ໃຫ້​ແກ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ. ສຳ​ລັບ​ບາງ​ຄົນ​ແລ້ວ, ທ່ານ​ອາດ​ຢາກ​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ແນວ​ສັນ ແລະ ທູນ​ຖາມ “ວ່າ​ພຣະ​ອົງ​ຊົງ​ຢູ່​ທີ່​ນັ້ນ​ແທ້​ບໍ່—ວ່າ ພຣະ​ອົງ​ຮູ້​ຈັກ​ທ່ານ​ຫລື​ບໍ່. ທູນ​ຖາມ​ວ່າ ພຣະ​ອົງ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ທ່ານ. ແລະ ແລ້ວ​ໃຫ້​ຮັບ​ຟັງ.”29

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ:

  • ຈົ່ງ​ຮູ້​ຈັກ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ. ພຣະ​ອົງ​ດີ​ພ້ອມ ແລະ ມີ​ຄວາມ​ຮັກ.

  • ຈົ່ງ​ຮູ້​ວ່າ ພຣະ​ເຢ​ຊູ​ຄຣິດ​ແມ່ນ​ໃຜ.30 ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ຜູກ​ມັດ​ຕົວ​ທ່ານ ແລະ ຄົນ​ທີ່​ທ່ານ​ຮັກ​ກັບ​ພຣະ​ອົງ.

  • ແລະ ຈົ່ງ​ຮູ້​ວ່າ​ຕົວ​ເອງ​ແມ່ນ​ໃຜ. ຮູ້​ຈັກ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ທີ່​ແທ້​ຈິງ​ຂອງ​ທ່ານ. ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ ລ້ວນ​ແຕ່​ກ່ຽວ​ກັບ​ທ່ານ. ທ່ານ​ເປັນ​ລູກ​ທີ່​ລໍ້າ​ຄ່າ​ຂອງ​ພຣະ​ອົງ ແລະ ມີ​ຄຸນ​ຄ່າ​ຫລາຍ. ພຣະ​ອົງ​ຊົງ​ຮູ້​ຈັກ ແລະ ຮັກ​ທ່ານ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ທີ່​ລຽບ​ງ່າຍ ແຕ່​ເປັນ​ຮາກ​ຖານ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ລູ​ກາ 15:4–32.

  2. ເບິ່ງ Preach My Gospel: A Guide to Sharing the Gospel of Jesus Christ (2023), 1.

  3. M. Russell Ballard, “Children of Heavenly Father” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ ວັນ​ທີ 3 ເດືອນ​ມິ​ນາ, 2020), speeches.byu.edu.

  4. ເບິ່ງ ໂຢ​ຮັນ 3:16; ໂມ​ໄຊ​ຢາ 15:1; 3 ນີ​ໄຟ 17:6–10.

  5. ເບິ່ງ Preach My Gospel, ບົດ​ທີ 3.

  6. ເບິ່ງ ມັດ​ທາຍ 22:36–40.

  7. ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 1.2, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  8. ໂມ​ໄຊ​ຢາ 18:8, 9.

  9. Jeffrey R. Holland, “Religion: Bound by Loving Ties” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ ວັນ​ທີ 16 ເດືອນ​ສິງ​ຫາ, 2016), speeches.byu.edu.

  10. ເບິ່ງ Russell M. Nelson, “Peacemakers Needed,” Liahona, May 2023, 99.

  11. “The number of people in extreme poverty rose by 70 million to more than 700 million people” (“Poverty,” Nov. 30, 2022, World Bank, worldbank.org).

  12. “More than 100 million people are forcibly displaced” (“Refugee Data Finder,” May 23, 2022, United Nations High Commissioner for Refugees, unhcr.org).

  13. Gerrit W. Gong, “Room in the Inn,” Liahona, May 2021, 25.

  14. ເບິ່ງ ຄູ່​ມື​ທົ່ວ​ໄປ, 1.3.7, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  15. ເບິ່ງ Russell M. Nelson, “Peacemakers Needed,” 98–101.

  16. ເບິ່ງ ໂຢ​ຮັນ 3:16.

  17. ເບິ່ງ ແອວ​ມາ 7:11–12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 122:8.

  18. ມັດ​ທາຍ 11:28–29.

  19. Howard W. Hunter, “Come unto Me,” Ensign, Nov. 1990, 18.

  20. The Mission and Ministry of the Savior: A Discussion with Elder Russell M. Nelson,” Ensign, June 2005, 18.

  21. David A. Bednar, “Bear Up Their Burdens with Ease,” Liahona, May 2014, 88.

  22. ປະ​ທານ ຄະ​ມຽວ ເອັນ ຈອນ​ສັນ ໄດ້​ກ່າວ​ວ່າ: ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຈະ​ເຮັດ​ຕາມ​ລຳ​ພັງ​ບໍ່​ໄດ້, ແລະ ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ແບບ​ນັ້ນ, ແລະ ຂ້າ​ພະ​ເຈົ້າ​ກໍ​ບໍ່​ຢາກ​ເຮັດ​ແບບ​ນັ້ນ. ການ​ເລືອກ​ທີ່​ຈະ​ຖືກ​ຜູກ​ພັນ​ເຂົ້າ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ, ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ, ‘ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ​ພຣະ​ອົງ​ຜູ້​ຊົງ​ຊູ​ກຳ​ລັງ​ເຮົາ’ [ຟີ​ລິບ​ປອຍ 4:13]” (“Jesus Christ Is Relief,” Liahona, May 2023, 82).

  23. ເບິ່ງ ເພງ​ສັນ​ລະ​ເສີນ 62:6–8.

  24. ເບິ່ງ ຢາ​ໂກ​ໂບ 2:17.

  25. ເບິ່ງ ມັດ​ທາຍ 7:7–8; ຢາ​ໂກ​ໂບ 1:5.

  26. “ພຣະ​ອົງ [ພຣະ​ວິນ​ຍານ​ບໍ​ລິ​ສຸດ] ເປັນ​ຜູ້​ປອບ​ໂຍນ (ໂຢ​ຮັນ 14:26). ເຊັ່ນ​ດຽວ​ກັບ​ທີ່​ສຽງ​ອັນ​ອ່ອນ​ໂຍນ​ຂອງ​ພໍ່​ແມ່​ທີ່​ມີ​ຄວາມ​ຮັກ​ສາ​ມາດ​ເຮັດ​ໃຫ້​ລູກ​ທີ່​ຮ້ອງ​ໄຫ້​ງຽບ​ລົງ​ໄດ້, ສຽງ​ສື່ມ​ຂອງ​ພຣະ​ວິນ​ຍານ​ກໍ​ສາ​ມາດ​ສະ​ຫງົບ​ຄວາມ​ຢ້ານ​ຂອງ​ເຮົາ​ລົງ, ລະ​ງັບ​ຄວາມ​ກັງ​ວົນ​ທີ່​ຈູ້​ຈີ້​ຂອງ​ຊີ​ວິດ​ເຮົາ, ແລະ ປອບ​ໂຍນ​ເຮົາ​ເມື່ອ​ເຮົາ​ໂສກ​ເສົ້າ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ເຕີມ​ເຕັມ​ເຮົາ​ດ້ວຍ ‘ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ຮັກ​ທີ່​ສົມ​ບູນ’ ແລະ ‘ສິດ​ສອນ [ເຮົາ] ເຖິງ​ສິ່ງ​ທີ່​ເປັນ​ສັນ​ຕິ​ສຸກ​ຂອງ​ອາ​ນາ​ຈັກ’ (ໂມ​ໂຣ​ໄນ 8:26; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 36:2)” (Topics and Questions, “Holy Ghost,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

    “ພຣະ​ອົງ [ພຣະ​ວິນ​ຍານ​ບໍ​ລິ​ສຸດ] ‘ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ’ (2 ນີ​ໄຟ 31:18). ພຽງ​ແຕ່​ໂດຍ​ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເທົ່າ​ນັ້ນ ເຮົາ​ຈຶ່ງ​ຈະ​ສາ​ມາດ​ຮັບ​ປະ​ຈັກ​ພະ​ຍານ​ທີ່​ແນ່​ນອນ​ເຖິງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

    “ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ, ແລະ ແມ່ນ​ໂດຍ​ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ອົງ ເຮົາ​ຈຶ່ງ ‘ຈະ​ຮູ້​ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ’ (ໂມ​ໂຣ​ໄນ 10:5)” (“The Holy Ghost Testifies of Truth,” Liahona, Mar. 2010, 14, 15).

    “ແຕ່​ເມື່ອ​ອົງ​ພຣະ​ຜູ້​ຊ່ວຍ ຜູ້​ທີ່​ເຮົາ​ຈະ​ໃຊ້​ຈາກ​ພຣະ​ບິ​ດາ ມາ​ຫາ​ເຈົ້າ​ທັງ​ຫລາຍ ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ ໄດ້​ສະ​ເດັດ​ມາ​ແລ້ວ ພຣະ​ອົງ​ນັ້ນ​ແຫລະ ຈະ​ເປັນ​ພະ​ຍານ​ໃຫ້​ແກ່​ເຮົາ” (ໂຢ​ຮັນ 15:26).

  27. ເບິ່ງ ໂຢ​ຮັນ 14:6–7; 17:3.

  28. ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 7:17 (ໃນ​ພາກ​ຫ້ອຍ​ທ້າຍ​ຂອງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ).

  29. Russell M. Nelson, “Come, Follow Me,” Liahona, May 2019, 90.

  30. ເບິ່ງ ມາ​ຣະ​ໂກ 8:27–29.