ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄິດ​ກ່ຽວ​ກັບ​ຊັ້ນ​ສູງ!
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ຄິດ​ກ່ຽວ​ກັບ​ຊັ້ນ​ສູງ!

ການ​ເລືອກ​ຂອງ​ທ່ານ​ຈະ​ກຳ​ນົດ​ວ່າ​ທ່ານ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ໃສ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ, ຮ່າງ​ກາຍ​ແບບ​ໃດ​ທີ່​ທ່ານ​ຈະ​ຟື້ນ​ຄືນ​ຊີ​ວິດ​ນຳ, ແລະ ແມ່ນ​ໃຜ​ທີ່​ທ່ານ​ຈະ​ຢູ່​ນຳ​ຕະ​ຫລອດ​ໄປ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຢ່າງ​ເລິກ​ເຊິ່ງ​ທີ່​ໄດ້​ກ່າວ​ກັບ​ທ່ານ​ໃນ​ມື້​ນີ້. ໃນ​ອາ​ຍຸ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ລະ​ມື້​ໃໝ່​ນຳ​ຄວາມ​ປະ​ຫລາດ​ໃ​ຈ​ທີ່​ໜ້າ​ອັດ​ສະ​ຈັນ ແລະ ທ້າ​ທາຍ​ມາ​ໃຫ້. ສາມ​ອາ​ທິດ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບາດ​ເຈັບ​ທີ່​ກ້າມ​ເນື້ອ​ສັນ​ຫລັງ. ສະ​ນັ້ນ, ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຢືນ​ກ່າວ​ຄຳ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຫລາຍ​ກວ່າ 100 ຄັ້ງ, ແຕ່​ມື້​ນີ້​ຂ້າ​ພະ​ເຈົ້າ​ຈະ​ຂໍ​ນັ່ງ​ກ່າວ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ວິນ​ຍານ​ຈະ​ນຳ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ສູ່​ໃຈ​ຂອງ​ທ່ານ​ໃນ​ມື້​ນີ້.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ສະ​ຫລອງ​ວັນ​ເກີດ 99 ປີ ແລະ ດັ່ງ​ນັ້ນ​ຈຶ່ງ​ໄດ້​ເລີ່ມ​ຍ່າງ​ເຂົ້າ​ສູ່ 100 ປີ ຂອງ​ການ​ມີ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ມັກ​ຈະ​ຖືກ​ຖາມ​ເຖິງ​ເຄັດ​ລັບ​ຂອງ​ການ​ມີ​ຊີ​ວິດ​ທີ່​ຍືນ​ຍາວ. ຄຳ​ຖາມ​ທີ່​ດີ​ກວ່າ​ຄື “ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ໃຊ້​ຊີ​ວິດ​ເກືອບ​ໜຶ່ງ​ສັດ​ຕະ​ວັດ?”

ເວ​ລາ​ທຸກ​ວັນ​ນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຕອບ​ຄຳ​ຖາມ​ນັ້ນ​ໄດ້​ຄົບ​ຖ້ວນ ແຕ່​ຂໍ​ແບ່ງ​ປັນ​ບົດ​ຮຽນ​ທີ່​ສຳ​ຄັນ​ທີ່​ສຸດ​ບົດ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ມາ.

ຂ້າ​ພະ​ເຈົ້າ​ຮຽນ​ຮູ້​ວ່າ ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ເຮົາ​ນັ້ນ ຍອດ​ຍ້ຽມ, ຫລາຍ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ຊີ​ວິດ​ນີ້​ສຳ​ຄັນ​ແທ້ໆ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​​ຜູ້​ຊ່ວຍ​ໃຫ້​ລອດ​ຄື​ສິ່ງ​ທີ່​ເຮັດ​ໃຫ້​ແຜນ​ຂອງ​ພຣະ​ບິ​ດາ​ເປັນ​ໄປ​ໄດ້.1

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຕໍ່​ສູ້​ກັບ​ຄວາມ​ເຈັບ​ປວດ​ແສນ​ສາ​ຫັດ​ທີ່​ເກີດ​ຈາກ​ອາ​ການ​ບາດ​ເຈັບ​ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຊາບ​ຊຶ້ງ​ຫລາຍ​ຂຶ້ນ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ຂອງ​ປະ​ທານ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ທີ່​ບໍ່​ອາດ​ຈະ​ເຂົ້າ​ໃຈ​ໄດ້. ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້! ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທົນ​ກັບ “ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ​ທໍ​ລະ​ມານ ແລະ ຖືກ​ລໍ້​ລວງ​ໃນ​ທຸກ​ຮູບ​ແບບ”2 ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ປອບ​ໂຍນ​ເຮົາ, ປິ່ນ​ປົວ​ເຮົາ, ແລະ ຊ່ວຍ​ກູ້​ເຮົາ​ໃນ​ຍາມ​ຈຳ​ເປັນ.3 ພຣະ​ເຢ​ຊູ​ຄຣິດ​ໄດ້​ບັນ​ຍາຍ​ປະ​ສົບ​ການ​ຂອງ​ພຣະ​ອົງ​ໃນ​ເຄັດ​ເຊ​ມາ​ເນ ແລະ ຢູ່​ເທິງ​ພູ​ກະ​ໂຫລກ​ຫົວ​ວ່າ: “ຄວາມ​ທຸກ​ທໍ​ລະ​ມານ​ເຮັດ​ໃຫ້​ຕົວ​ເຮົາ​ເອງ, ແມ່ນ​ແຕ່​ພຣະ​ເຈົ້າ, ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ ໃນ​ບັນ​ດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ, ແລະ ເລືອດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ.”4 ອາ​ການ​ບາດ​ເຈັບ​ຂອງ​ຂ້າ​ພະ​ເຈົ້າ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ເຖິງ “ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ.”5 ໃນ​ລະ​ຫວ່າງ​ການ​ຮັກ​ສາ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ອຳ​ນາດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ​ດ້ວຍ​ວິ​ທີ​ທີ່​ສະ​ຫງົບ​ສຸກ ແລະ ບໍ່​ຜິດ​ພ້ຽນ.

ເພາະ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ຈຶ່ງ​ເປັນ​ແຜນ​ທີ່​ສົມ​ບູນ​ແບບ! ຄວາມ​ເຂົ້າ​ໃຈ​ໃນ​ແຜນ​ທີ່​ຍອດ​ຍ້ຽມ​ຂອງ​ພຣະ​ເຈົ້າ ໄດ້​ກຳ​ຈັດ​ຄວາມ​ລຶກ​ລັບ​ອອກ​ໄປ​ຈາກ​ຊີ​ວິດ ແລະ ຄວາມບໍ່​ແນ່​ນອນ​ອອກ​ໄປ​ຈາກ​ອະ​ນາ​ຄົດ. ມັນ​ຊ່ວຍ​ໃຫ້ ເຮົາ ແຕ່​ລະ​ຄົນ​ເລືອກ ວິ​ທີ ທີ່​ເຮົາ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ເທິງ​ໂລກ​ນີ້ ແລະ ບ່ອນ ທີ່​ເຮົາ​ຈະ​ອາ​ໄສ​ຢູ່​ຕະ​ຫລອດ​ໄປ. ຄວາມ​ຄິດ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ທີ່​ວ່າ “ຈົ່ງ​ກິນ, ຈົ່ງ​ດື່ມ, ແລະ ຈົ່ງ​ມ່ວນ​ຊື່ນ​ເຖີດ, ເພາະ​ວ່າ​ມື້​ອື່ນ​ນີ້​ພວກ​ເຮົາ​ກໍ​ຈະ​ຕາຍ​ແລ້ວ, ແລະ ມັນ​ຈະ​ດີ​ສຳ​ລັບ​ພວກ​ເຮົາ”6 ເປັນ​ໜຶ່ງ​ໃນ​ຄຳ​ຕົວະ​ທີ່​ໄຮ້​ສາ​ລະ​ທີ່​ສຸດ​ໃນ​ຈັກ​ກະ​ວານ.

ນີ້​ຄື​ຂ່າວ​ປະ​ເສີດ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ: ສິ່ງ​ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ ມະ​ຕະ ຂອງ​ທ່ານ​ດີ​ທີ່​ສຸດ ເທົ່າ​ທີ່ ມັນ ຈະ​ສາ​ມາດ​ເປັນ​ໄປ​ໄດ້ ຄື​ສິ່ງ ດຽວ​ກັນ​ກັບ ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ທ່ານ ຊົ່ວ​ນິ​ລັນ​ດອນ ທີ່​ສຸດ​ເທົ່າ​ທີ່ ມັນ ຈະ​ສາ​ມາດ​ເປັນ​ໄປ​ໄດ້! ມື້​ນີ້, ເພື່ອ​ຊ່ວຍ​ໃຫ້​ທ່ານ​ມີ​ຄຸນ​ສົມ​ບັດ​ເໝາະ​ສົມ​ຕໍ່​ພອນ​ອັນ​ລ້ຳ​ຄ່າ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ໃຫ້​ທ່ານ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ທ່ານ​ຮັບ​ເອົາ​ການ​ປະ​ຕິ​ບັດ “ການ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ”!7 ການ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ​ໝາຍ​ເຖິງ​ການ​ຄິດ​ກ່ຽວ​ກັບ​ທາງ​ວິນ​ຍານ. ເຮົາ​ຮຽນ​ຮູ້​ຈາກ​ສາດ​ສະ​ດາ​ຢາ​ໂຄບ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ “ຈິດ​ໃຈ​ທີ່​ສະ​ແຫວງ​ຫາ​ສິນ​ທຳ​ຄື​ຊີ​ວິດ​ນິ​ລັນ​ດອນ.”8

ຄວາມ​ເປັນ​ມະ​ຕະ​ຄື​ຫ້ອງ​ຮຽນ​ຊັ້ນ​ສູງ ໃນ​ການ​ຮຽນ​ຮູ້​ທີ່​ຈະ​ເລືອກ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທາງ​ດ້ານ​ນິ​ລັນ​ດອນ. ມີ​ຄົນ​ຫລາຍ​ເກີນ​ໄປ​ທີ່​ດຳ​ລົງ​ຊີ​ວິດ​ຄື​ກັບ​ວ່າ ຊີ​ວິດ​ນີ້​ຄື​ທັງ​ໝົດ​ທີ່​ມີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເລືອກ​ຂອງ​ທ່ານ​ໃນ​ມື້​ນີ້​ຈະ​ກຳ​ນົດ​ສາມ​ຢ່າງ: ທ່ານ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ໃສ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ, ຮ່າງ​ກາຍ​ແບບ​ໃດ​ທີ່​ທ່ານ​ຈະ​ຟື້ນ​ຄືນ​ຊີ​ວິດ​ນຳ, ແລະ ແມ່ນ​ໃຜ​ທີ່​ທ່ານ​ຈະ​ຢູ່​ນຳ​ຕະ​ຫລອດ​ໄປ. ສະ​ນັ້ນ ຈົ່ງ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ.

ໃນ​ຂ່າວ​ສານ​ຄັ້ງ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ໄດ້​ຊຸກ​ຍູ້​ທ່ານ​ໃຫ້​ເລີ່ມ​ຕົ້ນ​ດ້ວຍ​ຈຸດ​ໝາຍ​ປາຍ​ທາງ. ນີ້​ໝາຍ​ຄວາມ​ວ່າ ການ​ເຮັດ​ໃຫ້​ອາ​ນາ​ຈັກ​ຊັ້ນ​ສູງ ເປັນ​ເປົ້າ​ໝາຍ​ນິ​ລັນ​ດອນ​ຂອງ​ທ່ານ ແລະ ແລ້ວ​ໃຫ້​ພິ​ຈາ​ລະ​ນາ​ຢ່າງ​ຮອບ​ຄອບ​ວ່າ ການ​ຕັດ​ສິນ​ໃຈ​ແຕ່​ລະ​ຄັ້ງ​ຂອງ​ທ່ານ​ຂະ​ນະ​ຢູ່​ເທິງ​ໂລກ​ຈະ​ນຳ​ທ່ານ​ໄປ​ຫາ​ບ່ອນ​ໃດ​ໃນ​ໂລກ​ໜ້າ.9

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງວ່າ ພຽງ​ແຕ່​ຊາຍ ແລະ ຍິງ​ທີ່​ໄດ້​ຜະ​ນຶກ​ເຂົ້າ​ກັນ​ເປັນ​ສາ​ມີ ແລະ ພັນ​ລະ​ຍາ​ຢູ່​ໃນ​ພຣະ​ວິ​ຫານ, ແລະ ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ, ທີ່​ຈະ​ໄດ້​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ພັນ​ທະ​ສັນ​ຍາ, ການ​ສັນ​ຍາ, ພັນ​ທະ​ການ, ພັນ​ທະ, ຄຳ​ສາ​ບານ, ຄຳ​ປະ​ຕິ​ຍານ, ການ​ປະ​ຕິ​ບັດ, ຄວາມ​ກ່ຽວ​ພັນ, ຄວາມ​ສຳ​ພັນ, ຫລື ຄວາມ​ຄາດ​ຫວັງ​ທັງ​ປວງ, ທີ່ ບໍ່ ໄດ້​ເຮັດ ແລະ ໄດ້​ເຂົ້າ​ສູ່ ແລະ ໄດ້​ຜະ​ນຶກ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ … ສິ້ນ​ສຸດ​ລົງ ເມື່ອ​ຄົນ​ຕາຍ​ໄປ.”10

ດັ່ງ​ນັ້ນ, ຖ້າ​ຫາກ​ເຮົາ​ເລືອກ ຢ່າງ​ບໍ່​ສະ​ຫລາດ ທີ່​ຈະ​ດຳ​ລົງ​ຊິ​ວິດ​ຕາມ​ກົດ ຊັ້ນ​ຕ່ຳ ໃນ​ຕອນ​ນີ້, ແລ້ວ​ເຮົາ​ກໍ​ໄດ້​ເລືອກ​ທີ່​ຈະ​ຟື້ນ​ຄືນ​ຊີ​ວິດ​ໃນ​ຮ່າງ​ກາຍ​ຂອງ ຊັ້ນ​ຕ່ຳ. ເຮົາ​ເລືອກ ບໍ່ ຢູ່​ກັບ​ຄອບ​ຄົວ​ຂອງ​ເຮົາ​ຕະ​ຫລອດ​ໄປ.

ສະ​ນັ້ນ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ຢາກ​ມີ​ຊີ​ວິດ​ແບບ​ໃດ ແລະ ຢູ່​ໃສ ແລະ ກັບ ໃຜ ຕະ​ຫລອດ​ໄປ? ທ່ານ​ຕ້ອງ​ເລືອກ​ເອງ.11

ເມື່ອ​ທ່ານ​ເລືອກ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ເບິ່ງ​ພາບ​ກວ້າງ​ໄກ—ພາບ​ນິ​ລັນ​ດອນ. ໃຫ້​ພຣະ​ເຢ​ຊູ​ຄຣິດ​ມາ​ກ່ອນ, ເພາະ​ຊີ​ວິດ​ນິ​ລັນ​ດອນ​ຂອງ​ທ່ານ​ແມ່ນ​ຂຶ້ນ​ຢູ່​ກັບ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ອົງ ແລະ ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.12 ມັນ​ກໍ​ຂຶ້ນ​ຢູ່​ກັບ​ການ​ເຊື່ອ​ຟັງ​ຂອງ​ທ່ານ​ຕໍ່​ກົດ​ຂອງ​ພຣະ​ອົງ​ນຳ​ອີກ. ການ​ເຊື່ອ​ຟັງ​ເປັນ​ສິ່ງ​ເປີດ​ທາງ​ໃຫ້​ຊີ​ວິດ​ທີ່​ມີ​ຄວາມ​ສຸກ ສຳ​ລັບ​ທ່ານ​ໃນ​ມື້​ນີ້ ແລະ ລາງ​ວັນ​ອັນ​ຍິ່ງ​ໃຫຍ່ ແລະ ນິ​ລັນ​ດອນ​ໃນ​ມື້​ອື່ນ.

ເມື່ອ​ທ່ານ​ປະ​ເຊີນ​ກັບ​ພາ​ວະ​ວິ​ໄສ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ! ເມື່ອ​ທ່ານ​ຖືກ​ທົດ​ສອບ​ໂດຍ​ການ​ລໍ້​ລວງ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ! ເມື່ອ​ຊີ​ວິດ ຫລື ຄົນ​ທີ່​ທ່ານ​ຮັກ​ເຮັດ​ໃຫ້​ທ່ານ​ຜິດ​ຫວັງ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ! ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ຕາຍ​ໄປ ກ່ອນ​ໄວ​ອັນ​ຄວນ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ. ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ຢູ່​ກັບ​ຄວາມ​ປ່ວຍ​ໂຊ​ຮ້າຍ​ແຮງ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ. ເມື່ອ​ຊີ​ວິດ​ມີ​ຄວາມ​ກົດ​ດັນ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ! ເມື່ອ​ທ່ານ​ຟື້ນ​ຕົວ​ຈາກ​ອຸ​ບັດ​ຕິ​ເຫດ ຫລື ການ​ບາດ​ເຈັບ, ດັ່ງ​ເຊັ່ນ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ເປັນ​ຢູ່, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ!

ເມື່ອ​ທ່ານ​ສຸມ​ຄວາມ​ຄິດ​ໃສ່​ຊັ້ນ​ສູງ, ໃຫ້​ຄາດ​ຫວັງ​ທີ່​ຈະ​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ.13 ຫລາຍ​ທົດ​ສະ​ວັດ​ມາ​ແລ້ວ, ເພື່ອນ​ຮ່ວມ​ງານ​ຄົນ​ໜຶ່ງ​ໄດ້​​ວິ​ພາກວິ​ຈານ​ຂ້າ​ພະ​ເຈົ້າ​ວ່າ ມີ “ພຣະ​ວິ​ຫານ​ຫລາຍ​ເກີນ​ໄປ” ໃນ​ຕົວ​ຂ້າ​ພະ​ເຈົ້າ, ແລະ ມີ​ຫົວ​ໜ້າ​ງານ​ຫລາຍ​ກວ່າ​ໜຶ່ງ​ຄົນ​ລົງ​ໂທດ​ຂ້າ​ພະ​ເຈົ້າ ເພາະ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ​ເຮັດ​ໃຫ້​ອາ​ຊີບ​ຂອງ​ຂ້າ​ພະ​ເຈົ້າ​ດີ​ຂຶ້ນ.

ເມື່ອ​ທ່ານ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ, ໃຈ​ຂອງ​ທ່ານ​ຈະ​ຄ່ອຍໆ​ປ່ຽນ​ໄປ. ທ່ານ​ຈະ​ຕ້ອງ​ອະ​ທິ​ຖານ​ເລື້ອຍ​ຂຶ້ນ ແລະ ຈິງ​ໃຈ​ຫລາຍ​ຂຶ້ນ. ກະ​ລຸ​ນາ​ຢ່າ​ປ່ອຍ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ຟັງ​ຄື​ກັບ​ລາຍ​ການ​ຊື້​ຂອງ. ທັດ​ສະ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເໜືອ​ສະ​ຕິ​ປັນ​ຍາ​ມະ​ຕະ​ຂອງ​ທ່ານ. ການ​ຕອບ​ຂອງ​ພຣະ​ອົງ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ອາດ​ເຮັດ​ໃຫ້​ທ່ານ​ປະ​ຫລາດ​ໃຈ ແລະ ຈະ​ຊ່ວຍ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ.

ລອງ​ພິ​ຈາ​ລະ​ນາ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໂຈ​ເຊັບ ສະ​ມິດ ເມື່ອ​ເພິ່ນ​ໄດ້​ທູນ​ຂໍ​ການ​ບັນ​ເທົາ​ທຸກ​ໃນ​ຄຸກ​ລີ​ເບີ​ຕີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ສາດ​ສະ​ດາ​ວ່າ ການ​ກະ​ທຳ​ຢ່າງ​ໄຮ້​ມະ​ນຸດ​ສະ​ທຳ ຈະ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ປະ​ສົບ​ການ ແລະ ເປັນ​ຜົນ​ດີ​ສຳ​ລັບ​ເພິ່ນ.14 “ຖ້າ​ຫາກ​ເຈົ້າ​ອົດ​ທົນ​ມັນ​ໄດ້​ດີ,” ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ, “ພຣະ​ເຈົ້າ​ຈະ​ຍົກ​ເຈົ້າ​ຂຶ້ນ​ສູ່​ເບື້ອງ​ບົນ.”15 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ໂຈ​ເຊັບ​ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ ແລະ ຈິນ​ຕະ​ນາ​ການ​ເຖິງ​ລາງ​ວັນ​ນິ​ລັນ​ດອນ ແທນ​ທີ່​ຈະ​ສຸມ​ໃຈ​ໃສ່​ກັບ​ຄວາມ​ຍາກ​ລຳ​ບາກ​ແສນ​ສາ​ຫັດ​ຂອງ​ມື້​ນັ້ນ. ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ສາ​ມາດ—ແລະ ຄວນ​ເປັນ—ການ​ສົນ​ທະ​ນາ​ທີ່​ມີ​ຊີ​ວິດ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ເມື່ອ​ທ່ານ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ, ທ່ານ​ຈະ​ພົບ​ເຫັນ​ຕົວ​ເອງ​ຫລີກ​ເວັ້ນ​ຈາກ ທຸກ​ສິ່ງ ທີ່​ລັກ​ເອົາ​ອຳ​ເພີ​ໃຈ​ຂອງ​ທ່ານ. ການ​ຕິດ​ແສດ ໃດໆ—ບໍ່​ວ່າ​ຈະ​ເປັນ ການ​ຫລິ້ນ​ເກມ, ການ​ພະ​ນັນ, ໜີ້​ສິນ, ຢາ​ເສບ​ຕິດ, ເຫລົ້າ, ຄວາມ​ໃຈ​ຮ້າຍ, ຮູບ​ພາບ​ລາ​ມົກ, ເພດ, ຫລື ແມ່ນ​ແຕ່​ອາ​ຫານ—ລ້ວນ​ແຕ່​ເຮັດ​ໃຫ້​ພຣະ​ເຈົ້າ​ຂຸ່ນ​ເຄືອງ. ເປັນຫຍັງ? ເພາະ​ຄວາມ​ຫລົງ​ໄຫລ​ຂອງ​ທ່ານ​ກາຍ​ເປັນ​ພຣະ​ເຈົ້າ​ຂອງ​ທ່ານ. ທ່ານ​ເບິ່ງ ມັນ ແທນ​ທີ່​ຈະ​ເບິ່ງ​ໄປ​ທີ່ ພຣະ​ອົງ ເພື່ອ​ການ​ປອບ​ໂຍນ. ຖ້າ​ຫາກ​ທ່ານ​ຕໍ່​ສູ້​ດີ້ນ​ລົນ​ກັບ​ການ​ຕິດ​ແສດ ຈົ່ງ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ທາງ​ວິນ​ຍານ ແລະ ຈາກ​ມື​ອາ​ຊີບ ທີ່​ທ່ານ​ຕ້ອງ​ການ. ກະ​ລຸ​ນາ​ຢ່າ​ປ່ອຍ​ໃຫ້​ຄວາມ​ຫລົງ​ໄຫລ​ລັກ​ເອົາ​ອິດ​ສະ​ລະ​ພາບ​ຂອງ​ທ່ານ​ໄປ​ຈາກ​ການ​ປະ​ຕິ​ບັດ​ຕາມ​ແຜນ​ອັນ​ຍອດ​ຍ້ຽມ​ຂອງ​ພຣະ​ເຈົ້າ.

ການ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ​ຈະ​ຊ່ວຍ​ໃຫ້​ທ່ານ​ເຊື່ອ​ຟັງ​ກົດ​ພົມ​ມະ​ຈັນ​ນຳ​ອີກ. ມີ​ສອງ​ສາມ​ຢ່າງ​ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ທ່ານ​ຫຍຸ້ງ​ຍາກ​ໄວ​ຂຶ້ນ​ໃນ​ການ​ລະ​ເມີດ​ກົດ​ອັນ​ສັກ​ສິດ​ນີ້. ສຳ​ລັບ​ຜູ້​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ການ​ເຮັດ​ຜິດ​ສິນ​ທຳ​ເປັນ​ວິ​ທີ​ໜຶ່ງ​ທີ່​ຈະ​ສູນ​ເສຍ​ປະ​ຈັກ​ພະ​ຍານ​ໄດ້​ໄວ​ທີ່​ສຸດ.

ການ​ຫລອກ​ລວງ​ຫລາຍ​ຢ່າງ​ທີ່​ບໍ່​ຢຸດ​ຢັ້ງ​ຂອງ​ຜູ້​ປໍ​ລະ​ປັກ​ແມ່ນ​ກ່ຽວ​ຂ້ອງ​ກັບ​ການ​ລະ​ເມີດ​ຄວາມ​ບໍ​ລິ​ສຸດ​ທາງ​ສິນ​ທຳ. ພະ​ລັງ​ໃນ​ການ​ສ້າງ​ຊີ​ວິດ​ເປັນ ສິດ​ທິ​ພິ​ເສດ​ຢ່າງ​ໜຶ່ງ ຂອງ​ຄວາມ​ເປັນ​ພຣະ​ເຈົ້າ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ອະ​ນຸ​ຍາດ​ໃຫ້​ລູກໆ​ມະ​ຕະ​ຂອງ​ພຣະ​ອົງ​ນຳ​ໃຊ້. ດັ່ງ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ໄດ້​ກຳ​ນົດ​ແນວ​ທາງ​ຊີ້​ນຳ​ທີ່​ແຈ້ງ​ຊັດ​ສຳ​ລັບ​ການ​ໃຊ້​ອຳ​ນາດ​ທີ່​ດຳ​ລົງ​ຢູ່ ແລະ ສັກ​ສິດ​ນີ້. ຄວາມ​ໃກ້​ຊິດ​ທາງ​ກາຍ​ມີ​ໄວ້ ພຽງ​ແຕ່ ສຳ​ລັບ​ຊາຍ ແລະ ຍິງ​ທີ່​ແຕ່ງ​ງານ​ກັນ​ເທົ່າ​ນັ້ນ.

ໂລກ​ສ່ວນ​ໃຫຍ່​ບໍ່​ເຊື່ອ​ເລື່ອງ​ນີ້, ແຕ່​ຄວາມ​ຄິດ​ເຫັນ​ຂອງ​ສາ​ທາ​ລະ​ນະ​ບໍ່​ແມ່ນ​ຕົວ​ຊີ້​ຂາດ​ກ່ຽວ​ກັບ​ຄວາມ​ຈິງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ ບຸກ​ຄົນ​ທີ່​ບໍ່​ບໍ​ລິ​ສຸດ ຈະ​ບໍ່​ສາ​ມາດ​ຮັບ​ອາ​ນາ​ຈັກ​ຊັ້ນ​ສູງ​ໄດ້. ສະ​ນັ້ນ ເມື່ອ​ທ່ານ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ສິນ​ທຳ, ກະ​ລຸ​ນາ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ. ແລະ ຖ້າ​ຫາກ​ທ່ານ​ບໍ່​ບໍ​ລິ​ສຸດ, ຂ້າ​ພະ​ເຈົ້າ​ຂໍ​ອ້ອນ​ວອນ​ໃຫ້​ທ່ານ​ກັບ​ໃຈ. ມາ​ຫາ​ພຣະ​ຄຣິດ ແລະ ຮັບ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ເລື່ອງ​ການ​ໃຫ້​ອະ​ໄພ​ໂດຍ ສົມ​ບູນ ເມື່ອ​ທ່ານ​ກັບ​ໃຈ​ຈາກ​ບາບ​ຢ່າງ​ເຕັມ​ທີ່.16

ເມື່ອ​ທ່ານ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ, ທ່ານ​ຈະ​ເບິ່ງ​ການ​ທົດ​ລອງ ແລະ ການ​ຕໍ່​ຕ້ານ​ໃນ​ມຸມ​ມອງ​ໃໝ່. ເມື່ອ​ຄົນ​ທີ່​ທ່ານ​ຮັກ​ໂຈມ​ຕີ​ຄວາມ​ຈິງ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ, ແລະ ຢ່າ​ສົງ​ໄສ​ປະ​ຈັກ​ພະ​ຍານ ຂອງ​ທ່ານ. ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ທຳ​ນາຍ​ວ່າ “ໃນ​ຍຸກ​ສຸດ​ທ້າຍ​​ຈະ​ມີ​ບາງ​ຄົນ​ປະ​ຖິ້ມ​ສັດ​ທາ, ພວກ​ເຂົາ​ຈະ​ເຊື່ອ​ຟັງ​ບັນ​ດາ​ດວງວິນ​ຍານ​ຜີ​ຊົ່ວ​ຮ້າຍ​ທີ່​ຫລອກ​ລວງ​ມະ​ນຸດ, ແລະ ຄຳ​ສອນ​ຂອງ​ພວກ​ຜີ​ມານ​ຮ້າຍ.”17

ການ​ຫລອກ​ລວງ​ຂອງ​ຜູ້​ປໍ​ລະ​ປັກ​ແມ່ນ​ບໍ່​ສິ້ນ​ສຸດ. ກະ​ລຸ​ນາ​ກຽມ​ພ້ອມ. ຢ່າ​ຮັບ​ຄຳ​ແນະ​ນຳ​ຈາກ​ຜູ້​ທີ່​ບໍ່​ເຊື່ອ. ໃຫ້​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ສຽງ​ທີ່​ທ່ານ​ໄວ້​ວາງ​ໃຈ​ໄດ້—ຈາກ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ຈາກ​ການ​ກະ​ຊິບ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້ “ຈະ​ສະ​ແດງ ທຸກ​ຢ່າງ ທີ່​ພວກ​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ພວກ​ທ່ານ.”18 ກະ​ລຸ​ນາ​ເຮັດ​ວຽກ​ງານ​ທາງ​ວິນ​ຍານ ເພື່ອ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ທ່ານ​ໃນ​ການ​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ.19

ເມື່ອ​ທ່ານ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ, ສັດ​ທາ​ຂອງ​ທ່ານ​ຈະ​ເພີ່ມ​ຂຶ້ນ. ສະ​ໄໝ​ຂ້າ​ພະ​ເຈົ້າ​ຝຶກ​ງານ​ຕອນ​ຍັງ​ໜຸ່ມ, ຂ້າ​ພະ​ເຈົ້າ​ມີ​ລາຍ​ຮັບ 15 ໂດ​ລາ ຕໍ່​ເດືອນ. ຄືນ​ໜຶ່ງ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແດນ​ແຊວ ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຈ່າຍ​ສ່ວນ​ສິບ​ຈາກ​ເງິນ​ຄ່າ​ຈ້າງ​ໜ້ອຍໆ​ຂອງ​ຂ້າ​ພະ​ເຈົ້າ​ຫລື​ບໍ່. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຈ່າຍ. ຂ້າ​ພະ​ເຈົ້າ​ໄດ້​ກັບ​ໃຈ​ທັນ​ທີ ແລະ ເລີ່ມ​ຈ່າຍ​ສ່ວນ​ສິບ​ເພີ່ມ $1.50 ໃນ​ແຕ່​ລະ​ເດືອນ.

ສາດ​ສະ​ໜາ​ຈັກ​ແຕກ​ຕ່າງ​ໄປ ເພາະ​ເຮົາ​ຈ່າຍ​ສ່ວນ​ສິບ​ເພີ່ມ​ຫລື​ບໍ່? ບໍ່​ແຕກ​ຕ່າງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ກາຍ​ເປັນ​ຜູ້​ຈ່າຍ​ສ່ວນ​ສິບ​ເຕັມ ໄດ້​ປ່ຽນ​ແປງ ຂ້າ​ພະ​ເຈົ້າ. ນັ້ນ​ຄື​ຕອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ການ​ຈ່າຍ​ສ່ວນ​ສິບ​ເປັນ​ເລື່ອງ​ກ່ຽວ​ກັບ​ສັດ​ທາ, ບໍ່​ແມ່ນ​ເງິນ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຈ່າຍ​ເງິນ​ສ່ວນ​ສິບ​ເຕັມ, ປະ​ຕູ​ສະ​ຫວັນ​ກໍ​ໄດ້​ເລີ່ມ​ໄຂ​ໃຫ້​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຖື​ວ່າ​ໂອ​ກາດ​ທາງ​ອາ​ຊີບ​ຕໍ່​ມາ​ຫລາຍ​ຢ່າງ​ກໍ​ຍ້ອນ​ການ​ຈ່າຍ​ສ່ວນ​ສິບ​ທີ່​ຊື່​ສັດ​ຂອງ​ພວກ​ເຮົາ.20

ການ​ຈ່າຍ​ສ່ວນ​ສິບ​ຮຽກ​ຮ້ອງ​ສັດ​ທາ, ແລະ ມັນ​ກໍ​ຍັງ ສ້າງ ສັດ​ທາ​ໃນ​ພຣະ​ເຈົ້າ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ນຳ​ອີກ.

ການ​ເລືອກ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄຸນ​ນະ​ທຳ​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ເລື່ອງ​ເພດ ແລະ ການ​ເມືອງ ຈະ​ຊ່ວຍ​ສ້າງ​ສັດ​ທາ.

ການ​ໃຊ້​ເວ​ລາ​ໃນ​ພຣະ​ວິ​ຫານ​ຫລາຍ​ຂຶ້ນ ຈະ​ສ້າງ​ສັດ​ທາ. ແລະ ​ການ​ຮັບ​ໃຊ້ ແລະ ການ​ນະ​ມັດ​ສະ​ການ​ຂອງ​ທ່ານ​ໃນ​ພຣະ​ວິ​ຫານ ຈະ​ຊ່ວຍ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ. ພຣະ​ວິ​ຫານ​ເປັນ​ສະ​ຖານ​ທີ່​ແຫ່ງ​ການ​ເປີດ​ເຜີຍ. ຢູ່​ທີ່​ນັ້ນ​ທ່ານ​ຖືກ​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ການ​ກ້າວ​ໄປ​ສູ່​ຊີ​ວິດ​ຊັ້ນ​ສູງ. ຢູ່​ທີ່​ນັ້ນ​ທ່ານ​ໄດ້​ຫຍັບ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ​ໄດ້​ຫລາຍ​ຂຶ້ນ. ຢູ່​ທີ່​ນັ້ນ​ທ່ານ​ຈະ​ໄດ້​ຮັບ​ຄຳ​ແນະ​ນຳ​ໃນ​ການ​ແກ້​ໄຂ​ບັນ​ຫາ​ໃນ​ຊີ​ວິດ​ຂອງ​ທ່ານ, ແມ່ນ​ແຕ່​ກະ​ທັ້ງ​ບັນ​ຫາ​ທີ່​ສັບ​ສົນ​ທີ່​ສຸດ​ຂອງ​ທ່ານ.

ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ​ມີ​ຄວາມ​ສຳ​ຄັນ​ນິ​ລັນ​ດອນ. ພວກ​ເຮົາ​ສືບ​ຕໍ່​ສ້າງ​ພຣະ​ວິ​ຫານ​ຕື່ມ​ອີກ ເພື່ອ​ເຮັດ​ໃຫ້​ຄວາມ​ເປັນ​ໄປ​ໄດ້​ທີ່​ສັກ​ສິດ​ເຫລົ່າ​ນີ້​ກາຍ​ເປັນ​ຈິງ ໃນ​ຊີ​ວິດ​ຂອງ​ທ່ານ​ແຕ່​ລະ​ຄົນ. ພວກ​ເຮົາ​ກະ​ຕັນ​ຍູ​ທີ່​ຈະ​ປະ​ກາດ​ແຜນ​ຂອງ​ພວກ​ເຮົາ​ທີ່​ຈະ​ສ້າງ​ພຣະ​ວິ​ຫານ​ໃໝ່ ໃນ 20 ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້:

  • ຊາ​ໄວ​ອີ, ຊາ​ມົວ

  • ແຄນ​ຄູນ, ແມັກ​ຊິ​ໂກ

  • ປີ​ອູ​ຣາ, ເປ​ຣູ

  • ຮວນ​ຄາ​ໂຢ, ເປ​ຣູ

  • ວິ​ຍາ ແດວ​ມາ, ຈີ​ເລ

  • ໂກຍ​ອາ​ເນຍ, ບຣາ​ຊິນ

  • ຈວງ ເປ​ໂຊ​ອາ, ບຣາ​ຊິນ

  • ຄາ​ລາ​ບາ, ນີ​ເຊ​ເຣຍ

  • ເຄບ ໂຄດ, ກາ​ນາ

  • ລູ​ອັນ​ດາ, ອັງ​ໂກ​ລາ

  • ມູ​ຈີ-ມາຍ, ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ

  • ລະ​ອອກ, ຟີ​ລິບ​ປິນ

  • ໂອ​ຊາ​ກາ, ຍີ່​ປຸ່ນ

  • ຄາ​ຮູ​ລູຍ, ມາວ​ອີ, ຮາ​ວາຍ

  • ແຟ​ແບ້ງສ໌, ອາ​ລັດ​ຊະ​ກາ

  • ແວນ​ຄູ​ເວີ, ວໍ​ຊິງ​ຕັນ

  • ໂຄ​ໂລ​ຣາ​ໂດ ສະ​ປຣິງສ໌, ໂຄ​ໂລ​ຣາ​ໂດ

  • ໂທ​ຊາ, ໂອ​ກະ​ລາ​ໂຮ​ມາ

  • ໂຣ​ອາ​ໂນກ, ເວີ​ຈີ​ເນຍ

  • ອູ​ລານ​ບາ​ເທີ, ມົງ​ໂກ​ລີ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊີ້​ນຳ​ພວກ​ເຮົາ​ໃຫ້​ສ້າງ​ພຣະ​ວິ​ຫານ​ເຫລົ່າ​ນີ້ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ. ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່. ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໄດ້​ຖືກ​ຟື້ນ​ຟູ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ໂຢ​ຮັນ 6:38.

  2. ແອວ​ມາ 7:11.

  3. ເບິ່ງ ແອວ​ມາ 7:12.

  4. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18.

  5. 2 ນີ​ໄຟ 9:40.

  6. 2 ນີ​ໄຟ 28:7.

  7. ອາດ​ພິ​ສູດ​ໄດ້​ວ່າ ການ​ກັບ​ໃຈ ແລະ ຄວາມ​ກ້າວ​ໜ້າ​ທາງ​ວິນ​ຍານ​ຢູ່​ທີ່​ນີ້ ຂະ​ນະ​ທີ່​ວິນ​ຍານ​ຂອງ​ເຮົາ​ລວມ​ເປັນ​ໜຶ່ງ​ກັບ​ຮ່າງ​ກາຍ​ຂອງ​ເຮົາ ແມ່ນ​ງ່າຍ​ກວ່າ​ໃນ​ໂລກ​ໜ້າ ລະ​ຫວ່າງ​ເວ​ລາ​ທີ່​ເຮົາ​ຕາຍ ແລະ ຟື້ນ​ຄືນ​ຊີ​ວິດ. ດັ່ງ​ທີ່​ແອມ​ມິວ​ເລັກ​ໄດ້​ສິດ​ສອນ​ຊາວ​ໂຊ​ຣຳ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ, “ຊີ​ວິດ​ນີ້​ເປັນ​ເວ​ລາ … ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ” (ເບິ່ງ ແອວ​ມາ 34:32–35).

  8. 2 ນີ​ໄຟ 9:39.

  9. ເບິ່ງ ໂມ​ໄຊ​ຢາ 4:30, ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ຕັກ​ເຕືອນ​ຜູ້​ຄົນ​ຂອງ​ເພິ່ນ: “ຖ້າ​ພວກ​ທ່ານ​ບໍ່​ລະ​ວັງ​ຕົວ ແລະ ຄວາມ​ນຶກ​ຄິດ​ຂອງ​ພວກ​ທ່ານ, ແລະ ຄຳ​ເວົ້າ​ຂອງ​ພວກ​ທ່ານ, ແລະ ການ​ກະ​ທຳ​ຂອງ​ພວກ​ທ່ານ, ແລະ ຍຶດ​ຖື​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ດຳ​ເນີນ​ໄປ​ດ້ວຍ​ສັດ​ທາ … , ພວກ​ທ່ານ​ຈະ​ຕ້ອງ​ຕາຍ.”

  10. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:7; ເນັ້ນ​ຄຳ​ເນີ້ງ.

  11. ແນ່​ນອນ​ວ່າ ອຳ​ເພີ​ໃຈ​ຂອງ​ທ່ານ​ບໍ່​ສາ​ມາດ​ແທນ​ທີ່​ອຳ​ເພີ​ໃຈ​ຂອງ​ຜູ້​ອື່ນ ແລະ ຜົນ​ທີ່​ຕາມ​ມາ​ໄດ້. ຂ້າ​ພະ​ເຈົ້າ​ຢາກ​ຈະ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ທີ່​ສຸດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ລໍ​ຖ້າ​ຈົນ​ກວ່າ ພວກ​ເພິ່ນ ເລືອກ​ທີ່​ຈະ​ຮັບ​ຂອງ​ປະ​ທານ​ສັກ​ສິດ, ເມື່ອ​ພວກ​ເພິ່ນ​ຢູ່​ໃນ​ໄວ 80. ແລ້ວ​ພວກ​ເພິ່ນ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ເປັນ​ສາ​ມີ ແລະ ພັນ​ລະ​ຍາ, ແລະ ພວກ​ເຮົາ​ຜູ້​ເປັນ​ລູກ​ກໍ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ພວກ​ເພິ່ນ.

  12. ພຣະ​ຄຳ​ພີ​ໄດ້​ເປັນ​ພະ​ຍານ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ຂອງ​ປະ​ທານ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ເກີດ​ຂຶ້ນ​ໄດ້​ຜ່ານ​ທາງ​ພຣະ​ຄຸນ​ຄວາມ​ດີ, ຄວາມ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ (ເບິ່ງ, ຍົກ​ຕົວ​ຢ່າງ, ໂມ​ໂຣ​ໄນ 7:41; ເບິ່ງ 2 ນີ​ໄຟ 2:6–8, 27 ນຳ​ອີກ).

  13. ເບິ່ງ 2 ນີ​ໄຟ 2:11.

  14. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 122:7.

  15. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:8.

  16. ເບິ່ງ ເອ​ຊາ​ຢາ 1:16–18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42–43.

  17. 1 ຕີ​ໂມ​ທຽວ 4:1. ຂໍ້​ຕໍ່​ໄປ​ກ່າວ​ວ່າ, “ຄຳ​ສັ່ງ​ສອນ​ເຫລົ່າ​ນີ້ ມາ​ຈາກ​ການ​ໜ້າ​ຊື່​ໃຈ​ຄົດ​ຂອງ​ຄົນ​ຂີ້​ຕົວະ ຄື​ຄົນ​ທີ່​ໃຈ​ສຳ​ນຶກ​ຜິດ ແລະ ຊອບ​ຂອງ​ພວກ​ເຂົາ​ຖືກ​ໝາຍ​ໄວ້​ດ້ວຍ​ເຫລັກ​ແດງ​ເຜົາ​ໄໝ້​ຢູ່” (ຂໍ້​ທີ 2). ໂປ​ໂລ​ກໍ​ໄດ້​ປະ​ກາດ​ວ່າ ຜູ້​ທີ່ “ປາດ​ຖະ​ໜາ​ຈະ​ດຳ​ລົງ​ຊີ​ວິດ​ຄຣິສ​ຕຽນ ເປັນ​ຄົນ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ​ກໍ​ຈະ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ” (2 ຕີ​ໂມ​ທຽວ 3:12).

  18. 2 ນີໄຟ 32:5; ເນັ້ນ​ຄຳ​ເນີ້ງ. ຖ້າ​ເຮົາ​ຈະ​ຖາມ, ເຮົາ​ອາດ​ຈະ “ໄດ້​ຮັບ​ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ, ຄວາມ​ຮູ້​ຕື່ມ​ໃສ່​ຄວາມ​ຮູ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61).

  19. ເບິ່ງ Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 96.

  20. ນີ້ບໍ່​ແມ່ນ​ການ​ບົ່ງ​ບອກ​ເຖິງ​ຄວາມ​ສຳ​ພັນ​ທີ່​ເປັນ​ເຫດ ແລະ ຜົນ. ບາງ​ຄົນ​ທີ່​ບໍ່​ເຄີຍ​ຈ່າຍ​ສ່ວນ​ສິບ​ໄດ້​ຮັບ​ໂອ​ກາດ​ທາງ​ດ້ານ​ອາ​ຊີບ, ໃນ​ຂະ​ນະ​ທີ່​ບາງ​ຄົນ​ໄດ້​ຈ່າຍ​ສ່ວນ​ສິບ ແຕ່​ບໍ່​ໄດ້​ຮັບ​ໂອ​ກາດ. ຄຳ​ສັນ​ຍາ​ຄື​ປະ​ຕູ​ສະ​ຫວັນ​ທີ່ ຈະ ໄຂ​ໃຫ້​ກັບ​ຜູ້​ຈ່າຍ​ສ່ວນ​ສິບ. ລັກ​ສະ​ນະ​ຂອງ​ພອນ​ຈະ​ແຕກ​ຕ່າງ​ກັນ​ໄປ.