ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຖ່ອມ​ຕົວ​ທີ່​ຈະ​ຍອມ​ຮັບ ແລະ ເຮັດ​ຕາມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ຖ່ອມ​ຕົວ​ທີ່​ຈະ​ຍອມ​ຮັບ ແລະ ເຮັດ​ຕາມ

ຄວາມ​ຖ່ອມ​ຕົນ​ເປັນ​ຂໍ້​ກຳ​ນົດ​ບັງ​ຄັບ​ສຳ​ລັບ​ເຮົາ ເພື່ອ​ກຽມ​ພ້ອມ​ທີ່​ຈະ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

ໃນ ບົດ​ທີ​ຫ້າ​ຂອງ​ແອວ​ມາ, ໄດ້​ມີ​ການ​ຕັ້ງ​ຄຳ​ຖາມ​ທີ່​ເຮັດ​ໃຫ້​ຄຸ່ນ​ຄິດ: “ຖ້າ​ຫາກ​ພວກ​ທ່ານ​ຖືກ​ເອີ້ນ​ໃຫ້​ຕາຍ​ໃນ​ເວ​ລາ​ນີ້, ພວກ​ທ່ານ​ຈະ​ກ່າວ​ໄດ້​ບໍ ພາຍ​ໃນ​ຕົວ​ຂອງ​ພວກ​ທ່ານ​ວ່າ ພວກ​ທ່ານ​ຖ່ອມ​ຕົວ​ພຽງ​ພໍ​ແລ້ວ?”1 ຄຳ​ຖາມ​ນັ້ນ​ບົ່ງ​ບອກ​ວ່າ ຄວາມ​ຖ່ອມ​ຕົນ​ເປັນ​ຂໍ້​ກຳ​ນົດ​ບັງ​ຄັບ​ສຳ​ລັບ​ເຮົາ ເພື່ອ​ກຽມ​ພ້ອມ​ທີ່​ຈະ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

ພວກ​ເຮົາ​ທຸກ​ຄົນ​ຄິດ​ວ່າ ເຮົາ​ຖ່ອມ​ຕົວ​ພຽງ​ພໍ​ແລ້ວ, ແຕ່​ປະ​ສົບ​ການ​ບາງ​ຢ່າງ​ໃນ​ຊີ​ວິດ​ເຮົາ ເຮັດ​ໃຫ້​ເຮົາ​ຮູ້​ວ່າ ຊາຍ ຫລື ຍິງ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ຊາດ​ທີ່​ອວດ​ຕົວ ແມ່ນ​ຍັງ​ມີ​ຊີ​ວິດ​ຢູ່​ໃນ​ເຮົາ.

ຫລາຍ​ປີ​ກ່ອນ, ເມື່ອ​ລູກ​ສາວ​ສອງ​ຄົນ​ຂອງ​ພວກ​ເຮົາ​ຍັງ​ອາ​ໄສ​ຢູ່​ບ້ານ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ພາ​ພວກ​ເຂົາ ແລະ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ເບິ່ງ​ໜ່ວຍ​ທຸ​ລະ​ກິດ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ຜິດ​ຊອບ​ໃນ​ບໍ​ລິ​ສັດ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ຢູ່.

ແຕ່​ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ຂ້າ​ພະ​ເຈົ້າ ແມ່ນ​ເພື່ອ​ໃຫ້​ພວກ​ເຂົາ​ເຫັນ​ສະ​ຖານ​ທີ່, ບ່ອນ​ທີ່​ບໍ່​ຄື​ກັນ​ກັບ​ບ້ານ​ຂອງ​ພວກ​ເຮົາ, ທຸກ​ຄົນ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຂໍ ໂດຍ​ທີ່​ບໍ່​ຖາມ​ຂ້າ​ພະ​ເຈົ້າ. ເມື່ອ​ພວກ​ເຮົາ​ໄປ​ຮອດ​ປະ​ຕູ​ໜ້າ, ຊຶ່ງ​ໂດຍ​ປົກ​ກະ​ຕິ​ແລ້ວ​ຈະ​ເປີດ​ໂດຍ​ອັດ​ຕະ​ໂນ​ມັດ​ເມື່ອ​ລົດ​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ໃກ້, ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ທີ່​ເທື່ອ​ນີ້​ມັນ​ບໍ່​ເປີດ. ແທນ​ທີ່, ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ໃນ​ຊີ​ວິດ ໄດ້​ມາ​ທີ່​ລົດ​ຂອງ​ຂ້າ​ພະ​ເຈົ້າ ແລະ ຖາມ​ເອົາ​ບັດ​ປະ​ຈຳ​ຕົວ​ບໍ​ລິ​ສັດ​ນຳ​ຂ້າ​ພະ​ເຈົ້າ.

ຂ້າ​ພະ​ເຈົ້າ​ບອກ​ລາວ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຕ້ອງ​ໃຊ້​ບັດ​ປະ​ຈຳ​ຕົວ​ເພື່ອ​ຂັບ​ລົດ​ເຂົ້າ​ໄປ​ບ່ອນ​ນັ້ນ ແລະ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຄຳ​ຖາມ​ຂອງ​ຄົນ​ອວດ​ຕົວ​ສຸດ​ດັ້ງ​ເດີມ​ວ່າ: “ເຈົ້າ​ຮູ້​ບໍ່​ວ່າ​ເຈົ້າ​ກຳ​ລັງ​ເວົ້າ​ກັບ​ໃຜ?”

ຊຶ່ງ​ລາວ​ໄດ້​ຕອບ​ວ່າ, “ໃນ​ເມື່ອ​ເຈົ້າ​ບໍ່​ມີ​ບັດ​ບໍ​ລິ​ສັດ, ຂ້ອຍ​ກໍ​ບໍ່​ສາ​ມາດ​ຮູ້​ໄດ້​ວ່າ​ເຈົ້າ​ແມ່ນ​ໃຜ, ແລະ ຕາບ​ໃດ​ທີ່​ຂ້ອຍ​ຢູ່​ປະ​ຕູ​ນີ້, ເຈົ້າ​ຈະ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່ ໂດຍ​ບໍ່​ມີ​ການ​ລະ​ບຸ​ຕົວ​ຕົນ​ທີ່​ຖືກ​ຕ້ອງ.”

ຂ້າ​ພະ​ເຈົ້າ​ຄິດ​ທີ່​ຈະ​ເບິ່ງ​ແວ່ນ​ຫລັງ ເພື່ອ​ກວດ​ເບິ່ງ​ປະ​ຕິ​ກິ​ລິ​ຍາ​ຂອງ​ບັນ​ດາ​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທຸກ​ສິ່ງ​ນັ້ນ, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ ພວກເຂົາ​ກຳ​ລັງ​ດື່ມ​ດໍ່າ​ກັບ​ທຸກໆ​ວິ​ນາ​ທີ​ຂອງ​ຊ່ວງ​ເວ​ລາ​ນັ້ນ! ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ທາງ​ຂ້າງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ແກວ່ງ​ຫົວ​ດ້ວຍ​ຄວາມ​ບໍ່​ເຫັນ​ດີ​ກັບ​ພຶດ​ຕິ​ກຳ​ຂອງ​ຂ້າ​ພະ​ເຈົ້າ. ທາງ​ອອກ​ສຸດ​ທ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຕອນ​ນັ້ນ ແມ່ນ​ຂໍ​ອະ​ໄພ​ຈາກ​ຄົນ​ຍາມ​ນັ້ນ ແລະ ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ຂໍ​ໂທດ​ຫລາຍໆ​ທີ່​ປະ​ຕິ​ບັດ​ບໍ່​ດີ​ກັບ​ລາວ. “ຂ້ອຍ​ອະ​ໄພ​ໃຫ້​ເຈົ້າ,” ລາວ​ເວົ້າ, “ແຕ່​ໂດຍ​ທີ່​ບໍ່​ມີ​ບັດ​ປະ​ຈຳ​ຕົວ​ບໍ​ລິ​ສັດ, ເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ມາ​ມື້​ນີ້!”

ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ຂັບ​ລົດ​ກັບ​ບ້ານ​ຢ່າງ​ຊ້າໆ​ເພື່ອ​ໄປ​ເອົາ​ບັດ​ຂອງ​ຂ້າ​ພະ​ເຈົ້າ, ບາງ​ທີ ໂດຍ​ທີ່​ໄດ້​ຮຽນ​ຮູ້​ບົດ​ຮຽນ​ອັນ​ລໍ້າ​ຄ່າ​ນີ້: ເມື່ອ​ເຮົາ​ເລືອກ​ທີ່​ຈະ​ບໍ່​ຖ່ອມ​ຕົວ, ເຮົາ​ຈະ​ຖືກ​ເຮັດ​ໃຫ້​ຂາຍ​ໜ້າ.

ໃນ ສຸ​ພາ​ສິດ ເຮົາ​ພົບ​ວ່າ, “ການ​ອວດ​ດີ​ພາ​ໃຫ້​ຕົນ​ຕົກ​ຕໍ່າ, ແຕ່​ການ​ຖ່ອມ​ຕົວ​ນັ້ນ​ເຮັດ​ໃຫ້​ຄົນ​ນັບ​ຖື.”2 ເພື່ອ​ທີ່​ຈະ​ພັດ​ທະ​ນາ​ຄວາມ​ຖ່ອມ​ຕົນ, ເຮົາ​ຕ້ອງ​ເຂົ້າ​ໃຈ​ກ່ອນ​ວ່າ ມັນ​ໝາຍ​ຄວາມ​ວ່າ​ຫຍັງ​ກັນ​ແທ້ ໃນ​ບໍ​ລິ​ບົດ​ຂອງ​ພຣະ​ກິດ​ຕິ​ຄຸນ.

ບາງ​ຄົນ​ສັບ​ສົນ​ລະ​ຫວ່າງ​ຄວາມ​ຖ່ອມ​ຕົນ​ກັບ​ຢ່າງ​ອື່ນ​ເຊັ່ນ, ຍົກ​ຕົວ​ຢ່າງ, ຄວາມ​ຍາກ​ຈົນ. ແຕ່​ທີ່​ຈິງ​ແລ້ວ ມີ​ຫລາຍ​ຄົນ​ທີ່​ຍາກ​ຈົນ ແລະ ອວດ​ຕົວ ແລະ ກໍ​ຍັງ​ມີ​ຫລາຍ​ຄົນ​ທີ່​ລ້ຳ​ລວຍ ແຕ່​ຖ່ອມ​ຕົວ. ຄົນ​ອື່ນ​ຜູ້​ທີ່​ຂີ້​ອາຍ​ຫລາຍ ຫລື ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ​ຕໍ່າ ອາດ​ມີ​ຮູບ​ລັກ​ສະ​ນະ​ພາຍ​ນອກ​ທີ່​ຖ່ອມ​ຕົວ ແຕ່​ເລິກໆ​ທາງ​ໃນ​ແລ້ວ ບາງ​ເທື່ອ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອວດ​ຕົວ.

ແລ້ວ​ຄວາມ​ຖ່ອມ​ຕົນ​ແມ່ນ​ຫຍັງ? ອີງ​ຕາມ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ມັນ​ແມ່ນ “ຄວາມ​ເຕັມ​ໃຈ​ທີ່​ຈະ​ຍອມ​ເຮັດ​ຕາມ​​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. … ມັນ​ເປັນ​ສິ່ງ​ທີ່​ສອນ​ໄດ້ … [ມັນ] ເປັນ​ຕົວ​ເລັ່ງ​ທີ່​ສຳ​ຄັນ​ສຳ​ລັບ​ການ​ເຕີບ​ໂຕ​ທາງ​ວິນ​ຍານ.”3

ແນ່​ນອນ ມີ​ຫລາຍໆ​ໂອ​ກາດ​ສຳ​ລັບ​ພວກ​ເຮົາ​ທຸກ​ຄົນ​ໃຫ້​ພັດ​ທະ​ນາ​ໃນ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ​ນີ້. ຂ້າ​ພະ​ເຈົ້າ​ຢາກ​ສຳ​ຫລວດ​ກ່ອນ​ວ່າ ເຮົາ​ໄດ້​ຖ່ອມ​ຕົວ​ຫລາຍ​ສໍ່າ​ໃດ, ຫລື ຄວນ​ຖ່ອມ​ຕົວ​ຫລາຍ​ສໍ່າ​ໃດ, ໃນ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ. ບົດ​ສອບ​ເສັງ​ສຳ​ລັບ​ພວກ​ເຮົາ​ແຕ່​ລະ​ຄົນ​ອາດ​ເປັນ:

  • ເຮົາ​ເອີ່ຍ​ຊື່​ເຕັມ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທຸກໆ​ການ​ປະ​ຕິ​ສຳ​ພັນ​ຂອງ​ເຮົາ​ແລ້ວ​ບໍ? ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ, “ໃນ​ການ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ອອກ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ເປັນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ສຳ​ລັບ​ຊາ​ຕານ​ແລ້ວ.”4

  • ເຮົາ​ຍອມ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ ໂດຍ​ການ​ຍອມ​ຮັບ​ຄຳ​ເຊື້ອ​ເຊີນ​ທີ່​ສະ​ເພາະ​ເຈາະ​ຈົງ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ​ແລ້ວ​ບໍ? “ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ໃນ​ທຸກ​ແຫ່ງ​ຫົນ ເປັນ​ຕົວ​ຢ່າງ​ໃນ​ການ​ປະ​ຖິ້ມ​ຄວາມ​ອະ​ຄະ​ຕິ.”5

  • ເຮົາ​ກຳ​ລັງ​ເອົາ​ຊະ​ນະ​ໂລກ, ໂດຍ​ໄວ້​ວາງ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ ຫລາຍ​ກວ່າ​ປັດ​ຊະ​ຍາ​ຂອງ​ມະ​ນຸດ, ດັ່ງ​ທີ່​ສາດ​ສະ​ດາ​ຂອງ​ເຮົາ​ໄດ້​ສິດ​ສອນ​ແລ້ວ​ບໍ?6

  • ເຮົາ​ໄດ້​ກາຍ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ, ໂດຍ​ເວົ້າ​ໃນ​ແງ່​ບວກ​ກ່ຽວ​ກັບ​ສິ່ງ​ຕ່າງໆ ແລະ ກ່ຽວ​ກັບ​ຜູ້​ຄົນ​ແລ້ວ​ບໍ? ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ເຮົາ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວ​ນີ້​ວ່າ: “ຫາກ​ມີ​ສິ່ງ​ໃດ​ທີ່​ເປັນ​ຄຸນ​ນະ​ທຳ, ງົດ​ງາມ, ຫລື ຈາກ​ການ​ລາຍ​ງານ​ດີ ຫລື ຄວນ​ສັນ​ລະ​ເສີນ ທີ່​ເຮົາ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ຄົນ​ອື່ນ—ບໍ່​ວ່າ​ຈະ​ເປັນ​ຢູ່​ຕໍ່​ໜ້າ ຫລື ລັບ​ຫລັງ—ນັ້ນ​ຄວນ​ເປັນ​ມາດ​ຕະ​ຖານ​ຂອງ​ການ​ສື່​ສານ​ຂອງ ເຮົາ.”7

ນີ້​ແມ່ນ​ຄຳ​ແນະ​ນຳ​ທີ່​ລຽບ​ງ່າຍ ແຕ່​ຊົງ​ພະ​ລັງ. ໃຫ້​ຈື່​ຈຳ​ໄວ້​ວ່າ, ສິ່ງ​ດຽວ​ທີ່​ຜູ້​ຄົນ​ຂອງ​ໂມ​ເຊ​ຕ້ອງ​ເຮັດ​ເພື່ອ​ທີ່​ຈະ​ຫາຍ​ດີ​ກໍ​ຄື ແນມ​ເບິ່ງ​ງູ​ທອງ​ສໍາ​ຣິດ​ທີ່​ເພິ່ນ​ໄດ້​ຍົກ​ຂຶ້ນ​ນັ້ນ.8 ແຕ່ “ເພາະ​ຄວາມ​ລຽບ​ຂອງ​ທາງ, ຫລື ຄວາມ​ງ່າຍ​ດາຍ​ຂອງ​ມັນ, ຈຶ່ງ​ມີ​ຄົນ​ຕາຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.”9

ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ນີ້ ເຮົາ​ໄດ້​ຍິນ ແລະ ຈະ​ໄດ້​ຍິນ​ຄຳ​ແນະ​ນຳ​ທີ່​ບໍ່​ເຄີຍ​ຜິດ​ພາດ​ຂອງ​ບັນ​ດາ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ເຮົາ. ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເລີດ​ທີ່​ຈະ​ພັດ​ທະ​ນາ​ຄວາມ​ຖ່ອມ​ຕົນ ແລະ ໃຫ້​ຄວາມ​ຄິດ​ເຫັນ​ອັນ​ແຮງ​ກ້າ​ຖືກ​ກືນ​ກິນ​ໂດຍ​ຄວາມ​ເຊື່ອ​ໝັ້ນ​ອັນ​ແຮງ​ກ້າ​ຍິ່ງ​ກວ່າ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຜ່ານ​ຜູ້​ນຳ​ທີ່​ຖືກ​ເລືອກ​ເຫລົ່າ​ນີ້.

ເໜືອ​ສິ່ງ​ອື່ນ​ໃດ, ໃນ​ການ​ພັດ​ທະ​ນາ​ຄວາມ​ຖ່ອມ​ຕົນ, ເຮົາ​ຕ້ອງ​ເຂົ້າ​ໃຈ ແລະ ຍອມ​ຮັບ​ເຊັ່ນ​ກັນ​ວ່າ ເຮົາ​ບໍ່​ສາ​ມາດ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ຂອງ​ເຮົາ ຫລື ບັນ​ລຸ​ສັກ​ກະ​ຍະ​ພາບ​ສູງ​ສຸດ​ໄດ້ ພຽງ​ແຕ່​ຜ່ານ​ທາງ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ເອງ​ເທົ່າ​ນັ້ນ. ນັກ​ເວົ້າ​ຜູ້​ສ້າງ​ແຮງ​ບັນ​ດານ​ໃຈ, ນັກ​ຂຽນ, ຄູ​ຝຶກ, ແລະ ຜູ້​ມີ​ອິດ​ທິ​ພົນ​ທົ່ວ​ໂລກ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ຖານ​ດິ​ຈິ​ຕັນ, ຈະ​ເວົ້າ​ວ່າ ທຸກ​ຢ່າງ​ຂຶ້ນ​ຢູ່​ກັບ​ຕົວ​ເຮົາ ແລະ ການ​ກະ​ທຳ​ຂອງ​ເຮົາ​ເອງ​ເທົ່າ​ນັ້ນ. ໂລກ​ນີ້​ເຊື່ອ​ໃນ​ແຂນ​ຂອງ​ເນື້ອ​ໜັງ.

ແຕ່​ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ນັ້ນ, ເຮົາ​ໄດ້​ຮຽນ​ຮູ້​ວ່າ ເຮົາ​ເພິ່ງ​ອາ​ໄສ​ຄວາມ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ​ຢ່າງ​ຫລວງ​ຫລາຍ, “ເພາະ​ພວກ​ເຮົາ​ຮູ້​ວ່າ ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ ໂດຍ​ພຣະ​ຄຸນ​ພວກ​ເຮົາ​ຈຶ່ງ​ລອດ.”10 ນັ້ນ​ຄື​ເຫດ​ຜົນ​ທີ່​ມັນ​ສຳ​ຄັນ​ຫລາຍ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເພາະ​ການ​ເຮັດ​ເຊັ່ນ​ນັ້ນ ຈະ​ເຮັດ​ໃຫ້​ເຮົາ​ເຂົ້າ​ເຖິງ​ພະ​ລັງ​ທີ່​ປິ່ນ​ປົວ, ຊົງ​ລິດ, ແລະ ເຮັດ​ໃຫ້​ດີ​ພ້ອມ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ທຸກ​ອາ​ທິດ ແລະ ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ​ເປັນ​ປະ​ຈຳ ເພື່ອ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ການ​ຕ່າງໆ ແລະ ເພື່ອ​ຮັບ ແລະ ຕໍ່​ພັນ​ທະ​ສັນ​ຍາ ແມ່ນ​ສັນ​ຍານ​ວ່າ ເຮົາ​ຮັບ​ຮູ້​ເຖິງ​ການ​ເພິ່ງ​ອາ​ໄສ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢ​ຊູ​ຄຣິດ. ນັ້ນ​ຈະ​ເຊື້ອ​ເຊີນ​ພະ​ລັງ​ຂອງ​ພວກ​ພຣະ​ອົງ​ໃຫ້​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຜ່ານ​ຜ່າ​ທຸກໆ​ບັນ​ຫາ​ຂອງ​ເຮົາ ແລະ ບັນ​ລຸ​ມາດ​ຕະ​ການ​ຂອງ​ການ​ສ້າງ​ຂອງ​ເຮົາ​ໃນ​ທີ່​ສຸດ.

ເມື່ອ​ບໍ່​ດົນ​ມາ​ນີ້ ລະ​ດັບ​ຂອງ​ຄວາມ​ຖ່ອມ​ຕົນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ການ​ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ກໍ​ໄດ້​ຖືກ​ທົດ​ລອງ​ອີກ​ຄັ້ງ. ຂ້າ​ພະ​ເຈົ້າ​ຢູ່​ໃນ​ລົດ​ແທັກ​ຊີ​ກຳ​ລັງ​ຂີ່​ໄປ​ສະ​ໜາມ​ບິນ ເພື່ອ​ຂຶ້ນ​ຖ້ຽວ​ບິນ​ໄລ​ຍະ​ສັ້ນ​ໄປ​ຍັງ​ສະ​ຖານ​ທີ່ ທີ່​ມີ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ຫລາຍ​ທີ່​ຈະ​ແກ້​ໄຂ. ຄົນ​ຂັບ​ລົດ​ແທັກ​ຊີ, ຜູ້​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ເບິ່ງ​ມາ​ທີ່​ຂ້າ​ພະ​ເຈົ້າ​ຜ່ານ​ແວ່ນ ແລະ ເວົ້າ​ວ່າ, “ຂ້ອຍ​ເຫັນ​ໄດ້​ວ່າ ມື້​ນີ້​ເຈົ້າ​ຮູ້​ສຶກ​ບໍ່​ດີ!”

“ເຈົ້າ​ເບິ່ງ​ອອກ​ຫວາ?” ຂ້າ​ພະ​ເຈົ້າ​ຖາມ.

“ແນ່​ນອນ,” ລາວ​ກ່າວ. ຈາກ​ນັ້ນ ລາວ​ກໍ​ເວົ້າ​ປະ​ມານ​ວ່າ, “ທີ່​ຈິງ​ແລ້ວ ເຈົ້າ​ມີ​ລັດ​ສະ​ໝີ​ດ້ານ​ລົບ​ຫລາຍ​ຢູ່​ອ້ອມ​ຕົວ​ເຈົ້າ!”

ຂ້າ​ພະ​ເຈົ້າ​ອະ​ທິ​ບາຍ​ໃຫ້​ລາວ​ຟັງ​ວ່າ ຂ້າ​ພະ​ເຈົ້າ​ພົບ​ກັບ​ສະ​ຖາ​ນະ​ການ​ທີ່​ຂ້ອນ​ຂ້າງ​ຍາກ​ທີ່​ຈະ​ຮັບ​ມື​ແລ້ວ, ແລະ ຈາກ​ນັ້ນ ລາວ​ກໍ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ໄດ້​ເຮັດ​ທຸກ​ຢ່າງ​ເທົ່າ​ທີ່​ເຮັດ​ໄດ້​ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້​ແລ້ວ​ບໍ?”

ຂ້າ​ພະ​ເຈົ້າ​ຕອບ​ລາວ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ທຸກ​ຢ່າງ​ເທົ່າ​ທີ່​ເຮັດ​ໄດ້​ແລ້ວ.

ແລ້ວ​ລາວ​ກໍ​ເວົ້າ​ບາງ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ມີ​ວັນ​ລືມ​ວ່າ, “ສະ​ນັ້ນ ກໍ​ຝາກ​ມັນ​ໄວ້​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ແລະ ທຸກ​ຢ່າງ​ຈະ​ຜ່ານ​ໄປ​ດ້ວຍ​ດີ.”

ຂ້າ​ພະ​ເຈົ້າ​ຂໍ​ສາ​ລະ​ພາບ​ວ່າ ຂ້າ​ພະ​ເຈົ້າ​ເກືອບ​ຖາມ​ລາວ​ວ່າ, “ເຈົ້າ​ຮູ້​ບໍ່​ວ່າ​ເຈົ້າ​ກຳ​ລັງ​ເວົ້າ​ກັບ​ໃຜ?” ແຕ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຖາມ! ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ກໍ​ຄື ຖ່ອມ​ຕົວ​ເອງ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕະ​ຫລອດ​ໜຶ່ງ​ຊົ່ວ​ໂມງ​ຂອງ​ຖ້ຽວ​ບິນ, ໂດຍ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ. ເມື່ອ​ຂ້າ​ພະ​ເຈົ້າ​ລົງ​ຍົນ​ໄປ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ ສະ​ຖາ​ນະ​ການ​ທີ່​ຍາກ​ທີ່​ຈະ​ແກ້​ໄຂ​ນັ້ນ ໄດ້​ຖືກ​ຈັດ​ການ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ແລະ ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຢູ່​ທີ່​ນັ້ນ​ອີກ​ຕໍ່​ໄປ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຄຳ​ສັ່ງ, ຄຳ​ເຊື້ອ​ເຊີນ, ແລະ ຄຳ​ສັນ​ຍາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ຊັດ​ເຈນ ແລະ ປອບ​ໂຍນ ທີ່​ວ່າ: “ຈົ່ງ​ຖ່ອມ​ຕົວ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ຈະ​ຈູງ​ມື​ພາ​ເຈົ້າ​ໄປ, ແລະ ໃຫ້​ຄຳ​ຕອບ​ແກ່​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ.”11

ຂໍ​ໃຫ້​ເຮົາ​ຖ່ອມ​ຕົວ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ ແລະ ຍອມ​ຮັບ​ວ່າ ມີ​ພຽງ​ແຕ່​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ​ທີ່​ສາ​ມາດ​ປ່ຽນ​ແປງ​ເຮົາ—ຜ່ານ​ທາງ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ໄດ້​ຮັບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ—ໃຫ້​ກາຍ​ເປັນ​ຕົວ​ເຮົາ​ໃນ​ແບບ​ທີ່​ດີ​ທີ່​ສຸດ​ໃນ​ຊີ​ວິດ​ນີ້ ແລະ, ມື້​ໃດ​ມື້​ໜຶ່ງ, ເຮັດ​ໃຫ້​ເຮົາ​ດີ​ພ້ອມ​ໃນ​ພຣະ​ຄຣິດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.