ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຮັກ​ເວົ້າ​ທີ່​ນີ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ຄວາມ​ຮັກ​ເວົ້າ​ທີ່​ນີ້

ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຮຽນ​ຮູ້​ທີ່​ຈະ​ເວົ້າ ແລະ ໄດ້​ຍິນ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ນີ້, ໃນ​ໃຈ ແລະ ໃນ​ບ້ານ​ຂອງ​ເຮົາ, ແລະ ໃນ​ການ​ເອີ້ນ​ພຣະ​ກິດ​ຕິ​ຄຸນ, ກິດ​ຈະ​ກຳ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ການ​ຮັບ​ໃຊ້​ຂອງ​ເຮົາ.

ເດັກ​ນ້ອຍ​ປະ​ຖົມ​ໄວ​ຂອງ​ພວກ​ເຮົາ​ຮ້ອງ​ວ່າ, “ຄວາມ​ຮັກ​ເວົ້າ​ທີ່​ນີ້.”1

ມີ​ເທື່ອ​ໜຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ມອບ​ກີ້​ສາຍ​ຄໍ​ໃຫ້ ຊິດ​ສະ​ເຕີ ກອງ. ມັນ​ມີ​ຄຳ​ສະ​ຫລັກ ຈຸດ-ຈຸດ, ຈຸດ-ຈຸດ, ຈຸດ-ຈຸດ-ຂີດ. ຜູ້​ທີ່​ຄຸ້ນ​ເຄີຍ​ກັບ​ລະ​ຫັດ Morse ຈະ​ຮູ້​ຈັກ​ວ່າ​ມັນ​ແມ່ນ​ຕົວ​ອັກ​ສອນ I, I, U. ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຕື່ມ​ລະ​ຫັດ​ທີ​ສອງ​ໃສ່​ນຳ. ໃນ​ພາ​ສາ​ຈີນ​ກາງ, “ai” ແປ​ວ່າ “ຮັກ.” ສະ​ນັ້ນ, ເມື່ອ​ຖອດ​ລະ​ຫັດ​ສອງ​ຄັ້ງ, ຂໍ້​ຄວາມ​ແມ່ນ “ຂ້ອຍ​ຮັກ​ເຈົ້າ.” ຊູ​ແຊນ ທີ່​ຮັກ, “I, ai (爱), U.”

ເຮົາ​ເວົ້າ​ຄວາມ​ຮັກ​ໃນ​ຫລາຍ​ພາ​ສາ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ມາ​ວ່າ ຄອບ​ຄົວ​ມະ​ນຸດ​ເວົ້າ​ໄດ້ 7,168 ພາ​ສາ.2 ໃນ​ສາດ​ສະ​ໜາ​ຈັກ ເຮົາ​ເວົ້າ​ພາ​ສາ​ຫລັກ​ທີ່​ບັນ​ທຶກ​ໄວ້ 575 ພາ​ສາ, ພ້ອມ​ດ້ວຍ​ພາ​ສາ​ທ້ອງ​ຖິ່ນ​ຫລາຍ​ພາ​ສາ. ເຮົາ​ຍັງ​ຕິດ​ຕໍ່​ສື່​ສານ​ເຈດ​ຕະ​ນາ, ການ​ຜັນ​ຄຳ, ແລະ ຄວາມ​ຮູ້​ສຶກ​ຜ່ານ​ທາງ​ສິ​ລະ​ປະ, ດົນ​ຕີ, ການ​ເຕັ້ນ, ສັນ​ຍາ​ລັກ​ຢ່າງ​ມີ​ເຫດ​ຜົນ, ແລະ ການ​ສະ​ແດງ​ອອກ​ລະ​ຫວ່າງ​ກັນ​ແລະ​ກັນ ແລະ ພາຍ​ໃນ​ສ່ວນ​ບຸກ​ຄົນ.3

ມື້​ນີ້, ໃຫ້​ເຮົາ​ມາ​ເວົ້າ​ເຖິງ​ຄວາມ​ຮັກ​ພຣະ​ກິດ​ຕິ​ຄຸນ​ສາມ​ພາ​ສາ: ພາ​ສາ​ແຫ່ງ​ຄວາມ​ອົບ​ອຸ່ນ ແລະ ຄວາມ​ຄາ​ລະ​ວະ, ພາ​ສາ​ແຫ່ງ​ການ​ຮັບ​ໃຊ້ ແລະ ການ​ເສຍ​ສະ​ລະ, ແລະ ພາ​ສາ​ແຫ່ງ​ການ​ເປັນ​ພາກ​ສ່ວນ​ຂອງ​ພັນ​ທະ​ສັນ​ຍາ.

ທຳ​ອິດ, ພາ​ສາ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ອົບ​ອຸ່ນ ແລະ ຄວາມ​ຄາ​ລະ​ວະ.

ດ້ວຍ​ຄວາມ​ອົບ​ອຸ່ນ ແລະ ຄວາມ​ຄາ​ລະ​ວະ, ຊິດ​ສະ​ເຕີ ກອງ ໄດ້​ຖາມ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ວ່າ, “ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ ພໍ່​ແມ່ ແລະ ຄອບ​ຄົວ​ຂອງ​ເຈົ້າ​ຮັກ​ເຈົ້າ?”

ໃນ​ກວາ​ເຕ​ມາ​ລາ, ເດັກ​ນ້ອຍ​ເວົ້າ​ວ່າ, “ພໍ່​ແມ່​ຂອງ​ຂ້າ​ນ້ອຍ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ລ້ຽງ​ຄອບ​ຄົວ​ຂອງ​ພວກ​ເຮົາ.” ໃນ​ອາ​ເມ​ຣິ​ກາ​ເໜືອ, ເດັກ​ນ້ອຍ​ເວົ້າ​ວ່າ, “ພໍ່​ແມ່​ຂອງ​ຂ້າ​ນ້ອຍ​ອ່ານ​ນິ​ທານ ແລະ ພາ​ຂ້າ​ນ້ອຍ​ເຂົ້າ​ນອນ​ຕອນ​ກາງ​ຄືນ.” ໃນ​ແຜ່ນ​ດິນ​ສັກ​ສິດ, ເດັກ​ນ້ອຍ​ເວົ້າ​ວ່າ, “ພໍ່​ແມ່​ຂອງ​ຂ້າ​ນ້ອຍ​ຮັກ​ສາ​ຂ້າ​ນ້ອຍ​ໃຫ້​ປອດ​ໄພ.” ໃນ​ກາ​ນາ, ອາ​ຟຣິ​ກາ​ຕາ​ເວັນ​ຕົກ, ເດັກ​ນ້ອຍ​ເວົ້າ​ວ່າ, “ພໍ່​ແມ່​ຂອງ​ຂ້າ​ນ້ອຍ​ຊ່ວຍ​ຂ້າ​ນ້ອຍ​ບັນ​ລຸ​ເປົ້າ​ໝາຍ​ເດັກ ແລະ ຊາວ​ໜຸ່ມ.”

ເດັກ​ຄົນ​ໜຶ່ງ​ເວົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ເພິ່ນ​ອິດ​ເມື່ອຍ​ຈາກ​ການ​ເຮັດ​ວຽກ​ໝົດ​ມື້, ແຕ່​ແມ່​ຂອງ​ຂ້າ​ນ້ອຍ​ຍັງ​ໄດ້​ອອກ​ມາ​ຫລິ້ນ​ກັບ​ຂ້າ​ນ້ອຍ​ຢູ່​ຂ້າງ​ນອກ.” ແມ່​ຂອງ​ນາງ​ຮ້ອງ​ໄຫ້​ເມື່ອ​ໄດ້​ຍິນ​ວ່າ ການ​ເສຍ​ສະ​ລະ​ໃນ​ແຕ່​ລະ​ວັນ​ຂອງ​ລາວ​ມີ​ຄວາມ​ສຳ​ຄັນ. ຍິງ​ໜຸ່ມ​ຄົນ​ໜຶ່ງ​ເວົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ແມ່​ຂອງ​ຂ້າ​ນ້ອຍ ແລະ ຂ້າ​ນ້ອຍ​ບໍ່​ເຂົ້າ​ໃຈ​ກັນ​ບາງ​ຄັ້ງ, ແຕ່​ຂ້າ​ນ້ອຍ​ກໍ​ໄວ້​ວາງ​ໃຈ​ແມ່​ຂອງ​ຂ້າ​ນ້ອຍ.” ແມ່​ຂອງ​ນາງ​ໄດ້​ຮ້ອງ​ໄຫ້​ຄື​ກັນ.

ບາງ​ເທື່ອ​ເຮົາ​ຈຳ​ເປັນ​ຕ້ອງ​ຮູ້​ວ່າ ຄວາມ​ຮັກ​ທີ່​ເວົ້າ​ຢູ່​ທີ່​ນີ້ ຖືກ​ຮັບ​ຟັງ ແລະ ຊື່ນ​ຊົມ​ໄດ້​ໃນ​ທີ່​ນີ້.

ດ້ວຍ​ຄວາມ​ອົບ​ອຸ່ນ ແລະ ຄວາມ​ເຄົາ​ລົບ, ສິນ​ລະ​ລຶກ​ຂອງ​ເຮົາ ແລະ ການ​ປະ​ຊຸມ​ອື່ນໆ​ແມ່ນ​ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ. ເຮົາ​ເວົ້າ​ດ້ວຍ​ຄວາມ​ຄາ​ລະ​ວະ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ເປັນ​ເລື່ອງ​ສ່ວນ​ຕົວ ແລະ ເປັນ​ເລື່ອງ​ຈິງ, ບໍ່​ແມ່ນ​ເປັນ​ພຽງ​ແຕ່​ການ​ຊົດ​ໃຊ້​ໃນ​ຄວາມ​ຄິດ​ທາງ​ທິດ​ສະ​ດີ​ເທົ່າ​ນັ້ນ. ເຮົາ​ເອີ້ນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ວ່າ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເຮົາ​ໃຊ້​ພາ​ສາ​ອະ​ທິ​ຖານ​ທີ່​ຄາ​ລະ​ວະ ເມື່ອ​ເຮົາ​ກ່າວ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ດ້ວຍ​ຄວາມ​ເຄົາ​ລົບ​ທີ່​ອົບ​ອຸ່ນ ເມື່ອ​ເຮົາ​ເວົ້າ​ນຳ​ກັນ. ເມື່ອ​ເຮົາ​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຫົວ​ໃຈ​ຂອງ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ, ເຮົາ​ຈະ​ເວົ້າ​ຄຳ​ວ່າ “ການ​ໄປ​ພຣະ​ວິ​ຫານ” ໜ້ອຍ​ລົງ ແລະ ເວົ້າ​ຄຳ​ວ່າ “ການ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ຫລາຍ​ຂຶ້ນ. ພັນ​ທະ​ສັນ​ຍາ​ແຕ່​ລະ​ຢ່າງ​ກະ​ຊິບ​ວ່າ, “ຄວາມ​ຮັກ​ເວົ້າ​ທີ່​ນີ້.”

ສະ​ມາ​ຊິກ​ໃໝ່​ເວົ້າ​ວ່າ ຄຳ​ສັບ​ຂອງ​ສາດ​ສະ​ໜາ​ຈັກ​ມັກ​ຈະ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຖອດ​ລະ​ຫັດ. ພວກ​ເຮົາ​ຫົວ ທີ່​ຄິດ​ວ່າ “ຕຶກ​ສະ​ເຕກ” ອາດ​ໝາຍ​ເຖິງ​ຮ້ານ​ອາ​ຫານ​ຂາຍ​ຊີ້ນ​ສະ​ເຕກ; “ອາ​ຄານ​ຫວອດ” ອາດ​ໝາຍ​ເຖິງ​ໂຮງ​ໝໍ; “ຊ່ວງ​ເປີດ” ຟັງ​ຄື​ວ່າ​ເຊື້ອ​ເຊີນ​ໃຫ້​ເຮົາ​ອອກ​ໄປ​ຝຶກ​ກຳ​ລັງ​ກາຍ​ຢູ່​ລານ​ຈອດ​ລົດ​ຂອງ​ໂບດ. ແຕ່, ກະ​ລຸ​ນາ, ຂໍ​ໃຫ້​ເຮົາ​ເຂົ້າ​ໃຈ ແລະ ມີ​ນ້ຳ​ໃຈ ໃນ​ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້​ພາ​ສາ​ໃໝ່​ແຫ່ງ​ຄວາມ​ຮັກ​ນຳ​ກັນ. ໃໝ່ໆ​ຢູ່​ໂບດ, ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຄົນ​ໜຶ່ງ​ຖືກ​ບອກ​ວ່າ ກະ​ໂປງ​ຂອງ​ນາງ​ສັ້ນ​ເກີນ​ໄປ. ແທນ​ທີ່​ຈະ​ນ້ອຍ​ໃຈ, ນາງ​ໄດ້​ຕອບ​ວ່າ, “ໃຈ​ຂອງ​ຂ້ອຍ​ໄດ້​ເຫລື້ອມ​ໃສ​ແລ້ວ, ແຕ່​ກະ​ລຸ​ນາ​ໃຫ້​ອົດ​ທົນ ຈົນ​ກວ່າ​ກະ​ໂປງ​ຂອງ​ຂ້ອຍ​ຊິ​ຕາມ​ມາ​ທັນ.”4

ຄຳ​ເວົ້າ​ທີ່​ເຮົາ​ໃຊ້ ສາ​ມາດ​ດຶງ​ເຮົາ​ໃຫ້​ເຂົ້າ​ໃກ້​ກັບ ຫລື ອອກ​ຫ່າງ​ຈາກ​ຊາວ​ຄຣິດ ແລະ ໝູ່​ເພື່ອນ​ຄົນ​ອື່ນໆ. ບາງ​ຄັ້ງ​ເຮົາ​ເວົ້າ​ເຖິງ​ວຽກ​ງານ​ເຜີຍ​ແຜ່, ວຽກ​ງານ​ພຣະ​ວິ​ຫານ, ວຽກ​ງານ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ ແລະ ສະ​ຫວັດ​ດີ​ການ ໃນ​ລັກ​ສະ​ນະ​ທີ່​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ຄິດ​ວ່າ ເຮົາ​ເຊື່ອ​ວ່າ​ເຮົາ​ເຮັດ​ວຽກ​ງານ​ດ້ວຍ​ຕົວ​ເອງ. ຂໍ​ໃຫ້​ເຮົາ​ຈົ່ງ​ເວົ້າ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຢ່າງ​ອົບ​ອຸ່ນ ແລະ ດ້ວຍ​ຄວາມ​ຄາ​ລະ​ວະ​ສະ​ເໝີ ຕໍ່​ວຽກ​ງານ ແລະ ລັດ​ສະ​ໝີ​ພາບ ແລະ ພຣະ​ຄຸນ​ຄວາມ​ດີ, ຄວາມ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ.5

ທີ​ສອງ, ພາ​ສາ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ຮັບ​ໃຊ້ ແລະ ການ​ເສຍ​ສະ​ລະ.

ເມື່ອ​ເຮົາ​ເຕົ້າ​ໂຮມ​ກັນ​ອີກ​ຢູ່​ທີ່​ໂບດ​ໃນ​ແຕ່​ລະ​ອາ​ທິດ ເພື່ອ​ໃຫ້​ກຽດ ແລະ ປິ​ຕິ​ຍິນ​ດີ​ໃນ​ວັນ​ຊະ​ບາ​ໂຕ, ເຮົາ​ສາ​ມາດ​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ໃນ​ພັນ​ທະ​ສັນ​ຍາ​ສິນ​ລະ​ລຶກ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ຕໍ່​ກັນ​ແລະ​ກັນ ຜ່ານ​ທາງ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ, ການ​ຜູກ​ມິດ, ການ​ເຂົ້າ​ສັງ​ຄົມ, ແລະ ການ​ຮັບ​ໃຊ້​ຂອງ​ເຮົາ.

ເມື່ອ​ຂ້າ​ພະ​ເຈົ້າ​ຖາມ​ຜູ້​ນຳ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ກັງ​ວົນ, ທັງ​ອ້າຍ​ເອື້ອຍ​ນ້ອງ​ໄດ້​ເວົ້າ​ວ່າ, “ສະ​ມາ​ຊິກ​ບາງ​ຄົນ​ຂອງ​ພວກ​ເຮົາ​ບໍ່​ຍອມ​ຮັບ​ການ​ເອີ້ນ​ຂອງ​ສາດ​ສະ​ໜາ​ຈັກ.” ການ​ເອີ້ນ​ໃຫ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ກັນ​ແລະ​ກັນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໃຫ້​ໂອ​ກາດ​ໃນ​ການ​ເພີ່ມ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ສາ​ມາດ, ແລະ ຄວາມ​ຖ່ອມ​ຕົວ. ເມື່ອ​ເຮົາ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ຍົກ​ລະ​ດັບ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັນ​ແລະ​ກັນ ແລະ ຕົວ​ເຮົາ​ເອງ. ແນ່​ນອນ​ວ່າ, ສະ​ຖາ​ນະ​ການ ແລະ ລະ​ດູ​ການ​ທີ່​ປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ເຮົາ ອາດ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮັບ​ໃຊ້, ແຕ່​ກໍ​ຫວັງ​ວ່າ​ຈະ​ບໍ່​ກະ​ທົບ​ຕໍ່​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ. ຮ່ວມ​ກັບ​ກະ​ສັດ​ເບັນ​ຢາ​ມິນ, ເຮົາ​ເວົ້າ​ວ່າ, “ຖ້າ​ຫາກ​ເຮົາ​ມີ ເຮົາ​ຈະ​ໃຫ້”6 ແລະ ສະ​ເໜີ​ມອບ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ.

ຜູ້​ນຳ​ສະ​ເຕກ ແລະ ​ຫວອດ, ຈົ່ງ​ເຮັດ​ພາກ​ສ່ວນ​ຂອງ​ເຮົາ. ເມື່ອ​ເຮົາ​ເອີ້ນ (ແລະ ປົດ) ອ້າຍ​ເອື້ອຍ​ນ້ອງ​ໃນ​ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ກະ​ລຸ​ນາ​ເຮັດ​ດ້ວຍ​ກຽດ​ສັກ​ສີ ແລະ ດ້ວຍ​ການ​ດົນ​ໃຈ. ຊ່ວຍ​ໃຫ້​ແຕ່​ລະ​ຄົນ​ຮູ້​ສຶກ​ໄດ້​ຮັບ​ການ​ຊື່ນ​ຊົມ ແລະ ວ່າ​ເຂົາ​ເຈົ້າ​ສາ​ມາດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້. ກະ​ລຸ​ນາ​ປຶກ​ສາ ແລະ ຟັງ​ເອື້ອຍ​ນ້ອງ​ຜູ້​ນຳ. ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ, ດັ່ງ​ທີ່​ປະ​ທານ​ເຈ ຣູ​ເບັນ ຄະ​ລາກ ໄດ້​ສິດ​ສອນ, ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ຮັບ​ໃຊ້​ໃນ​ສະ​ຖານ​ທີ່​ຕ່າງໆ, “ຊຶ່ງ​ເປັນ​ການ​ເອີ້ນ​ທີ່​ຕົນ​ບໍ່​ໄດ້​ສະ​ແຫວງ​ຫາ ຫລື ປະ​ຕິ​ເສດ.”7

ເມື່ອ​ຊິດ​ສະ​ເຕີ ກອງ ແລະ ຂ້າ​ພະ​ເຈົ້າ​ໄດ້​ແຕ່ງ​ງານ​ກັນ, ແອວ​ເດີ ເດ​ວິດ ບີ ເຮດ ໄດ້​ແນະ​ນຳ​ວ່າ: “ໃຫ້​ມີ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ​ສະ​ເໝີ. ໂດຍ​ສະ​ເພາະ​ຕອນ​ຊີ​ວິດ​ຫຍຸ້ງ​ຍາກ,” ເພິ່ນ​ເວົ້າ, “ພວກ​ເຈົ້າ​ຕ້ອງ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຜູ້​ທີ່​ພວກ​ເຈົ້າ​ຮັບ​ໃຊ້ ແລະ ຕໍ່​ພວກ​ເຈົ້າ ຂະ​ນະ​ທີ່​ພວກ​ເຈົ້າ​ຮັບ​ໃຊ້.” ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຄວາມ​ຮັກ​ເວົ້າ​ທີ່​ນີ້, ທີ່​ນັ້ນ, ແລະ ທຸກ​ບ່ອນ​ຂະ​ນະ​ທີ່​ເຮົາ​ຕອບ​ວ່າ ໂດຍ ກັບ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ເພື່ອ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ແລະ ພັນ​ທະ​ສັນ​ຍາ​ຂອງ​ເຮົາ.

ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສາ​ມາດ​ເປັນ​ບ່ອນ​ຊ່ວຍ​ຊຸມ​ຊົນ​ຊີ​ໂອນ​ໃຫ້​ຈະ​ເລີນ​ກ້າວ​ໜ້າ​ໄດ້. ເມື່ອ​ເຮົາ​ນະ​ມັດ​ສະ​ການ, ຮັບ​ໃຊ້, ແລະ ຮຽນ​ຮູ້​ຄວາມ​ຮັກ​ຂອງ​ພຣະ​ອົງ​ນຳ​ກັນ, ເຮົາ​ຈະ​ຍຶດ​ກັນ​ໄວ້​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ເຮົາ​ອາດບໍ່​ເຫັນ​ດ້ວຍ​ທາງ​ການ​ເມືອງ ຫລື ປະ​ເດັນ​ທາງ​ສັງ​ຄົມ ແຕ່​ຈະ​ພົບ​ຄວາມ​ປອງ​ດອງ ເມື່ອ​ເຮົາ​ຮ້ອງ​ເພງ​ນຳ​ກັນ​ໃນ​ກຸ່ມ​ປະ​ສານ​ສຽງ​ຫວອດ. ເຮົາ​ຮັກ​ສາ​ການ​ເຊື່ອມ​ຕໍ່ ແລະ ຕໍ່​ສູ້​ກັບ​ຄວາມ​ໂດດ​ດ່ຽວ ເມື່ອ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດ້ວຍ​ໃຈ​ຂອງ​ເຮົາ ໃນ​ບ້ານ​ຂອງ​ກັນ​ແລະ​ກັນ ແລະ ໃນ​ໝູ່​ບ້ານ​ເປັນ​ປະ​ຈຳ.

ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ສະ​ມາ​ຊິກ​ກັບ​ປະ​ທານ​ສະ​ເຕກ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ຂອງ​ພວກ​ເພິ່ນ​ຕໍ່​ສະ​ມາ​ຊິກ​ໃນ​ທຸກ​ສະ​ຖາ​ນະ​ການ. ຂະ​ນະ​ທີ່​ພວກ​ເຮົາ​ຂັບ​ລົດ​ຜ່ານ​ບ້ານ​ຂອງ​ສະ​ມາ​ຊິກ​ໃນ​ສະ​ເຕກ​ຂອງ​​ພວກ​ເພິ່ນ, ປະ​ທານ​ສະ​ເຕກ​ຄົນ​ໜຶ່ງ​ໄດ້​ຕັ້ງ​ຂໍ້​ສັງ​ເກດ​ວ່າ ບໍ່​ວ່າ​ເຮົາ​ຈະ​ອາ​ໄສ​ຢູ່​ໃນ​ບ້ານ​ທີ່​ມີ​ສະ​ລອຍ​ນ້ຳ ຫລື ເຮືອນ​ປູ​ດິນ, ການ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ​ກໍ​ເປັນ​ສິດ​ທິ​ພິ​ເສດ ທີ່​ມັກ​ຈະ​ລວມ​ດ້ວຍ​ການ​ເສຍ​ສະ​ລະ. ແຕ່, ເພິ່ນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ທີ່​ສະ​ຫລາດ​ວ່າ, ເມື່ອ​ເຮົາ​ຮັບ​ໃຊ້ ແລະ ເສຍ​ສະ​ລະ​ໃນ​ພຣະ​ກິດ​ຕິ​ຄຸນ​ນຳ​ກັນ, ເຮົາ​ຈະ​ພົບ​ເຫັນ​ຄວາມ​ຜິດ​ໜ້ອຍ​ລົງ ແລະ ມີ​ຄວາມ​ສະ​ຫງົບ​ຫລາຍ​ກວ່າ​ເກົ່າ. ເມື່ອ​ເຮົາ​ອະ​ນຸ​ຍາດ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ເຮົາ​ກ່າວ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຢູ່​ທີ່​ນີ້.

ລະ​ດູ​ຮ້ອນ​ປີ​ນີ້, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ສະ​ມາ​ຊິກ ແລະ ໝູ່​ເພື່ອນ​ທີ່​ດີ​ເລີດ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ເມືອງ​ລັບ​ໂບ​ໂຣ ແລະ ເມືອງ​ອອກສ໌​ຝອດ, ປະ​ເທດ​ອັງ​ກິດ. ການ​ຊຸມ​ນຸມ​ທີ່​ມີ​ຄວາມ​ໝາຍ​ເຫລົ່າ​ນີ້ ໄດ້​ເຕືອນ​ຂ້າ​ພະ​ເຈົ້າ​ວ່າ ການ​ສັງ​ສັນ​ໃນ​ຫວອດ ແລະ ກິດ​ຈະ​ກຳ​ຮັບ​ໃຊ້ ສາ​ມາດ​ສ້າງ​ສາຍ​ສຳ​ພັນ​ພຣະ​ກິດ​ຕິ​ຄຸນ​ໃໝ່ ແລະ ຍືນ​ຍົງ​ໄດ້​ແນວ​ໃດ. ເປັນ​ເວ​ລາ​ດົນ​ນານ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ, ໃນ​ຫລາຍ​ບ່ອນ​ໃນ​ສາດ​ສະ​ໜາ​ຈັກ, ກິດ​ຈະ​ກຳ​ຫວອດ​ສອງ​ສາມ​ຢ່າງ​ເພີ່ມ​ເຕີມ, ແນ່​ນອນ ຕ້ອງ​ມີ​ການ​ວາງ​ແຜນ ແລະ ດຳ​ເນີນ​ການ ດ້ວຍ​ຈຸດ​ປະ​ສົງ​ຂອງ​ພຣະ​ກິດ​ຕິ​ຄຸນ, ຈະ​ສາ​ມາດ​ຖັກ​ສານ​ເຂົ້າ​ກັນ​ດ້ວຍ​ຄວາມ​ເປັນ​ພາກ​ສ່ວນ ແລະ ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ທີ່​ຍິ່ງ​ໃຫຍ່​ຫລາຍ​ຂຶ້ນ.

ປະ​ທານ​ກິດ​ຈະ​ກຳ​ຫວອດ​ຄົນ​ໜຶ່ງ ພ້ອມ​ກັບ​ຄະ​ນະ​ກຳ​ມະ​ການ​ທີ່​ດົນ​ໃຈ ໄດ້​ບຳ​ລຸງ​ລ້ຽງ​ບຸກ​ຄົນ ແລະ ຊຸມ​ຊົນ​ໄພ່​ພົນ. ກິດ​ຈະ​ກຳ​ທີ່​ຖືກ​ວາງ​ແຜນ​ເປັນ​ຢ່າງ​ດີ ຈະ​ຊ່ວຍ​ແຕ່​ລະ​ຄົນ​ໃຫ້​ຮູ້​ສຶກ​ມີ​ຄຸນ​ຄ່າ, ຖືກ​ລວມ​ເຂົ້າ​ກຸ່ມ, ແລະ ຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ບົດ​ບາດ​ທີ່​ຈຳ​ເປັນ. ກິດ​ຈະ​ກຳ​ເຊັ່ນ​ນັ້ນ​ເປັນ​ສະ​ພານ​ເຊື່ອມ​ໂຍງ​ທຸກ​ໄວ ແລະ ພື້ນ​ຖານ, ສ້າງ​ຄວາມ​ຊົງ​ຈຳ​ທີ່​ຍືນ​ຍົງ, ແລະ ສາ​ມາດ​ຈັດ​ຂຶ້ນ​ໄດ້​ໂດຍ​ມີ​ຄ່າ​ໃຊ້​ຈ່າຍ​ຕ່ຳ ຫລື ບໍ່​ມີ​ເລີຍ. ກິດ​ຈະ​ກຳ​ພຣະ​ກິດ​ຕິ​ຄຸນ​ທີ່​ມ່ວນ​ຊື່ນ​ຍັງ​ເຊື້ອ​ເຊີນ​ເພື່ອນ​ບ້ານ ແລະ ໝູ່​ເພື່ອນ​ນຳ​ອີກ.

ການ​ເຂົ້າ​ສັງ​ຄົມ ແລະ ການ​ຮັບ​ໃຊ້​ມັກ​ຈະ​ໄປ​ດ້ວຍ​ກັນ. ຄົນ​ໜຸ່ມ​ຮູ້​ວ່າ ຖ້າ​ຫາກ​ທ່ານ​ຢາກ​ຮູ້​ຈັກ​ຄົນ​ໃດ​ຄົນ​ໜຶ່ງ​ແທ້ໆ ໃຫ້​ຢືນ​ທາ​ສີ​ຄຽງ​ຂ້າງ​ກັນ​ຢູ່​ຂັ້ນ​ໄດ ໃນ​ໂຄງ​ການ​ຮັບ​ໃຊ້.

ຮູບ​ພາບ
ກຸ່ມ​ຄົນ​ໜຸ່ມ​ກຳ​ລັງ​ທາ​ສີ​ໃນ​ໂຄງ​ການ​ຮັບ​ໃຊ້

ແນ່​ນອນ, ບໍ່​ມີ​ບຸກ​ຄົນ​ໃດ ແລະ ຄອບ​ຄົວ​ໃດ​ທີ່​ສົມ​ບູນ​ແບບ. ເຮົາ​ທຸກ​ຄົນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ທີ່​ດີ​ກວ່າ ໃນ​ການ​ເວົ້າ​ຄວາມ​ຮັກ​ທີ່​ນີ້. “ຄວາມ​ຮັກ​ອັນ​ຄົບ​ບໍ​ລິ​ບູນ​ກໍ​ຂັບ​ໄລ່​ຄວາມ​ຢ້ານ​ກົວ​ອອກ​ໄປ.”8 ສັດ​ທາ, ການ​ຮັບ​ໃຊ້, ແລະ ການ​ເສຍ​ສະ​ລະ ດຶງ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ຍິ່ງ​ເຮົາ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຊື່​ສັດ, ແລະ ບໍ່​ເຫັນ​ແກ່​ຕົວ​ໃນ​ການ​ຮັບ​ໃຊ້​ຂອງ​ເຮົາ ແລະ ເສຍ​ສະ​ລະ​ຫລາຍ​ຂຶ້ນ​ເທົ່າ​ໃດ​ໃນ​ພຣະ​ອົງ, ເຮົາ​ຍິ່ງ​ຈະ​ເລີ່ມ​ເຂົ້າ​ໃຈ​ຄວາມ​ເມດ​ຕາ​ກະ​ລຸ​ນາ ແລະ ພຣະ​ຄຸນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ສຳ​ລັບ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ແລະ ສິ່ງ​ນັ້ນ​ນຳ​ເຮົາ​ໄປ​ສູ່​ພາ​ສາ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ເປັນ​ພາກ​ສ່ວນ​ຂອງ​ພັນ​ທະ​ສັນ​ຍາ.

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ເອົາ​ແຕ່​ໃຈ​ຕົວ​ເອງ. ຫລາຍ​ຢ່າງ​ຄື “ຂ້ອຍ​ເລືອກ​ຂ້ອຍ.” ຄື​ກັບ​ເຮົາ​ເຊື່ອ​ວ່າ ເຮົາ​ຮູ້​ດີ​ທີ່​ສຸດ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ເອງ ແລະ ວິ​ທີ​ການ​ຕິດ​ຕາມ​ມັນ​ແນວ​ໃດ.

ໃນ​ທີ່​ສຸດ ມັນ​ກໍ​ບໍ່​ແມ່ນ​ຄວາມ​ຈິງ. ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ແດງ​ຄວາມ​ຈິງ​ອະ​ມະ​ຕະ​ທີ່​ຊົງ​ພະ​ລັງ​ນີ້:

“ເພາະ​ຜູ້​ໃດ​ຢາກ​ຮັກ​ສາ​ຊີ​ວິດ​ຂອງ​ຕົນ​ໄວ້​ໃຫ້​ພົ້ນ ຜູ້​ນັ້ນ​ຈະ​ເສຍ​ຊີ​ວິດ: ແຕ່​ຜູ້​ໃດ​ທີ່​ຈະ​ເສຍ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ຈະ​ໄດ້​ພົບ​ຊີ​ວິດ​ນັ້ນ.

“ຖ້າ ຊາຍ [ຫລື ຍິງ] ຄົນ​ໃດ​ຈະ​ໄດ້​ຊັບ​ສົມ​ບັດ​ໝົດ​ທັງ​ໂລກ, ແຕ່​ຕ້ອງ​ເສຍ​ຊີ​ວິດ​ອັນ​ແທ້​ຂອງ​ຕົນ, ຄົນ​ນັ້ນ​ຈະ​ໄດ້​ປະ​ໂຫຍດ​ອັນ​ໃດ?”9

ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ວິ​ທີ​ທີ່​ດີ​ກວ່າ—ຄວາມ​ສຳ​ພັນ​ເທິງ​ພັນ​ທະ​ສັນ​ຍາ​ອັນ​ສູງ​ສົ່ງ, ແຂງ​ແກ່ນ​ກວ່າ​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ. ການ​ເປັນ​ພາກ​ສ່ວນ​ຂອງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ກັນ​ແລະ​ກັນ ສາ​ມາດ​ປິ່ນ​ປົວ ແລະ ຊຳ​ລະ​ຄວາມ​ສຳ​ພັນ​ທີ່​ທະ​ນຸ​ຖະ​ໜອມ​ທີ່​ສຸດ​ຂອງ​ເຮົາ. ໃນ​ຄວາມ​ຈິງ, ພຣະ​ອົງ​ຮູ້​ຈັກ​ເຮົາ​ດີ​ກວ່າ ແລະ ຮັກ​ເຮົາ​ຫລາຍ​ກວ່າ​ທີ່​ເຮົາ​ຮູ້​ຈັກ ຫລື ຮັກ​ຕົວ​ເອງ. ໃນ​ຄວາມ​ຈິງ, ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ດ້ວຍ​ທັງ​ໝົດ​ທີ່​ເຮົາ​ເປັນ​ຢູ່, ເຮົາ​ຈະ​ສາ​ມາດ​ກາຍ​ເປັນ​ຫລາຍ​ກວ່າ​ທີ່​ເຮົາ​ເປັນ​ຢູ່. ອຳ​ນາດ ແລະ ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ​ສາ​ມາດ​ອວຍ​ພອນ​ເຮົາ​ດ້ວຍ​ຂອງ​ປະ​ທານ​ທີ່​ດີ​ທັງ​ໝົດ, ໃນ​ເວ​ລາ ແລະ ໃນ​ວິ​ທີ​ຂອງ​ພຣະ​ອົງ.

ປັນ​ຍາ​ປະ​ດິດ​ສ້າງ (AI) ມີ​ຄວາມ​ກ້າວ​ໜ້າ​ຫລາຍ​ໃນ​ການ​ແປ​ພາ​ສາ. ໝົດ​ໄປ​ແລ້ວ​ສະ​ໄໝ​ຄອມ​ພິວ​ເຕີ ທີ່​ອາດ​ຈະ​ແປ​ວະ​ລີ​ສຳ​ນວນ​ທີ່​ວ່າ “ຈິດ​ໃຈ​ພ້ອມ​ແລ້ວ​ກໍ​ຈິງ, ແຕ່​ຮ່າງ​ກາຍ​ອ່ອນ​ແຮງ” ແລະ “ເຫລົ້າ​ອະ​ງຸ່ນ​ດີ​ກໍ​ຈິງ, ແຕ່​ຊີ້ນ​ເນົ່າ.” ສິ່ງ​ທີ່​ໜ້າ​ສົນ​ໃຈ​ຄື, ການ​ເຮັດ​ຊ້ຳ​ຕົວ​ຢ່າງ​ຫລາຍໆ​ເທື່ອ​ຂອງ​ພາ​ສາ ຈະ​ສອນ​ພາ​ສາ​ໃຫ້​ກັບ​ຄອມ​ພິວ​ເຕີ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ຫລາຍ​ກວ່າ​ການ​ສອນ​ຄອມ​ພິວ​ເຕີ​ໃຫ້​ຮູ້​ຈັກ​ຫລັກ​ໄວ​ຍະ​ກອນ.

ຄ້າຍ​ຄື​ກັນ, ປະ​ສົບ​ການ​ໂດຍ​ກົງ, ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງ​ເຮົາ ອາດ​ເປັນ​ວິ​ທີ​ທາງວິນ​ຍານ​ທີ່​ດີ​ທີ່​ສຸດ​ໃນ​ການ​ຮຽນ​ຮູ້​ພາ​ສາ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ອົບ​ອຸ່ນ ແລະ ຄວາມ​ຄາ​ລະ​ວະ, ການ​ຮັບ​ໃຊ້ ແລະ ການ​ເສຍ​ສະ​ລະ, ແລະ ການ​ເປັນ​ພາກ​ສ່ວນ​ຂອງ​ພັນ​ທະ​ສັນ​ຍາ.

ສະ​ນັ້ນ, ພຣະ​ເຢ​ຊູ​ຄຣິດ​ກ່າວ​ກັບ​ທ່ານ​ດ້ວຍ​ຄວາມ​ຮັກ​ຢູ່​ໃສ ແລະ ດ້ວຍ​ວິ​ທີ​ໃດ?

ທ່ານ​ໄດ້​ຍິນ​ຄວາມ​ຮັກ​ຂອງ​ພຣະ​ອົງ​ກ່າວ​ທີ່​ນີ້​ຢູ່​ໃສ ແລະ ດ້ວຍ​ວິ​ທີ​ໃດ?

ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຮຽນ​ຮູ້​ທີ່​ຈະ​ເວົ້າ ແລະ ໄດ້​ຍິນ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ນີ້, ໃນ​ໃຈ ແລະ ໃນ​ບ້ານ​ຂອງ​ເຮົາ, ແລະ ໃນ​ການ​ເອີ້ນ​ພຣະ​ກິດ​ຕິ​ຄຸນ, ກິດ​ຈະ​ກຳ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ການ​ຮັບ​ໃຊ້​ຂອງ​ເຮົາ.

ໃນ​ແຜນ​ຂອງ​ພຣະ​ເຈົ້າ, ເຮົາ​ແຕ່​ລະ​ຄົນ​ຈະ​ປ່ຽນ​ຈາກ​ຊີ​ວິດ​ນີ້​ໄປ​ສູ່​ຊີ​ວິດ​ໜ້າ​ໃນ​ມື້​ໜຶ່ງ. ເມື່ອ​ເຮົາ​ພົບ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ຈິນ​ຕະ​ນາ​ເຫັນ​ພຣະ​ອົງ​ກ່າວ, ດ້ວຍ​ພຣະ​ຄຳ​ແຫ່ງ​ຄຳ​ແນະ​ນຳ ແລະ ຄຳ​ສັນ​ຍາ​ວ່າ, “ຄວາມ​ຮັກ​ຂອງ​ເຮົາ​ເວົ້າ​ທີ່​ນີ້.” ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.