ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສັນ​ເສີນ​ບຸ​ລຸດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ສັນ​ເສີນ​ບຸ​ລຸດ

ຊ່າງ​ເປັນ​ພອນ​ຫລາຍ​ຂະ​ໜາດ​ໃດ​ທີ່​ເຮົາ​ໄດ້​ຮູ້​ຈັກ​ທຸກ​ສິ່ງ​ທີ່​ເຮົາ​ຮູ້ ເພາະ​ເຮົາ​ມີ​ໂຈ​ເຊັບ ສະ​ມິດ, ສາດ​ສະ​ດາ​ຂອງ​ຍຸກ​ສະ​ໄໝ​ສຸດ​ທ້າຍ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຖື​ວ່າ​ໄດ້​ຮັບ​ກຽດ​ຢ່າງ​ຍິ່ງ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ໃນ​ເຊົ້າ​ມື້​ນີ້. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ຂ້າ​ພະ​ເຈົ້າ.

ຕາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ເໝືອນ​ທີ່​ເຄີຍ​ເປັນ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ຫາ​ໝໍ​ຕາ, ແລະ ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, “ຂ້ອຍ​ຫລຽວ​ບໍ່​ເຫັນ​ບົດ​ປາ​ໄສ​ຢູ່​ເຄື່ອງ​ສົ່ງ.”

ແລ້ວ​ນາງ​ເວົ້າ​ວ່າ, “ໂດຍ, ຕາ​ທ່ານ​ກໍ​ເຖົ້າ​ແກ່​ແລ້ວ. ມັນ​ຊິ​ບໍ່​ປັບ​ປ່ຽນ​ເລີຍ.”

ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ເຮັດ​ໄດ້.

ຂ້າ​ພະ​ເຈົ້າ​ຢາກ​ຈະ​ແບ່ງ​ປັນ​ກັບ​ທ່ານ ບາງ​ສິ່ງ​ບາງ​ຢ່າງ​ທີ່​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ເບິ່ງ​ຄື​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ສາດ​ສະ​ດາ​ໂຈ​ເຊັບ​ຕະ​ຫລອດ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ. ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ໄຕ່​ຕອງ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ເພິ່ນ ໃນ​ການ​ເປັນ​ສາດ​ສະ​ດາ​ຂອງ​ຍຸກ​ສະ​ໄໝ​ນີ້.

ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ພຽງ​ໃດ​ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ໂຈ​ເຊັບ ສະ​ມິດ, ຊາຍ​ໜຸ່ມ​ຜູ້​ປາດ​ຖະ​ໜາ​ຢາກ​ຮູ້​ວ່າ ເພິ່ນ​ຕ້ອງ​ເຮັດ​ສິ່ງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເພິ່ນ, ໄດ້​ພົບ​ຄວາມ​ກ້າ​ຫານ​ທີ່​ຈະ​ເຂົ້າ​ໄປ​ໃນ​ປ່າ​ໃກ້​ບ້ານ​ຂອງ​ເພິ່ນ​ໃນ​ເມືອງ​ພາ​ໄມ​ຣາ, ລັດ​ນິວ​ຢອກ, ແລະ ຢູ່​ທີ່​ນັ້ນ​ໄດ້​ຄຸ​ເຂົ່າ​ລົງ​ໃນ​ການ​ອະ​ທິ​ຖານ ແລະ—ຕາມ​ຄຳ​ເວົ້າ​ຂອງ​ເພິ່ນ​ເອງ—ໄດ້​ອະ​ທິ​ຖານ​ອອກ​ສຽງ​ເປັນ​ຄັ້ງ​ທຳ​ອິດ (ເບິ່ງ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:14).

ໃນ​ໂອ​ກາດ​ນັ້ນ, ຂະ​ນະ​ທີ່​ໂຈ​ເຊັບ​ຄຸ​ເຂົ່າ​ໃນ​ບ່ອນ​ທີ່​ເຮົາ​ເອີ້ນ​ວ່າ ປ່າ​ສັກ​ສິດ, ສະ​ຫວັນ​ກໍ​ເປີດ. ສອງ​ພຣະ​ອົງ, ຮຸ່ງ​ແຈ້ງ​ກວ່າ​ແສງ​ຕາ​ເວັນ​ໃນ​ຕອນ​ທ່ຽງ​ວັນ, ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ເພິ່ນ. ອົງ​ໜຶ່ງ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “[ໂຈ​ເຊັບ,] ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!” (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:17). ດ້ວຍ​ເຫດ​ນີ້ ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ເລີ່ມ​ຕົ້ນ​ຂຶ້ນ.

ຍ້ອນ​ພຣະ​ເຢ​ຊູ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ໄດ້​ກ່າວ​ກັບ​ຊາຍ​ໜຸ່ມ​ໂຈ​ເຊັບ ແລະ ເປີດ​ຍຸກ​ສະ​ໄໝ​ນີ້ ທີ່​ເຮົາ​ອາ​ໄສ​ຢູ່​ໃນ​ເວ​ລາ​ນີ້, ເຮົາ​ຈຶ່ງ​ຮ້ອງ​ວ່າ, “ສັນ​ເສີນ​ບຸ​ລຸດ​ຜູ້​ຕິດ​ຕໍ່​ພຣະ​ເຢ​ໂຮ​ວາ!” “ສັນ​ເສີນ​ບຸ​ລຸດ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 54. ເຮົາ​ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ໂຈ​ເຊັບ ສະ​ມິດ ແລະ ສຳ​ລັບ​ຄວາມ​ກ້າ​ຫານ​ຂອງ​ເພິ່ນ ທີ່​ໄດ້​ເຂົ້າ​ໄປ​ໃນ​ປ່າ​ນັ້ນ​ໃນ​ປີ 1820, ໃກ້​ບ້ານ​ຂອງ​ເພິ່ນ​ໃນ​ເມືອງ​ພາ​ໄມ​ຣາ, ລັດ​ນິວ​ຢອກ.

ຂ້າ​ພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ເຮົາ​ຮູ້ ແລະ ທຸກ​ສິ່ງ​ທີ່​ເຮົາ​ມີ. ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ​ໃນ​ເຊົ້າ​ມື້​ນີ້ ຊ່າງ​ເປັນ​ພອນ​ຫລາຍ​ຂະ​ໜາດ​ໃດ​ທີ່​ເຮົາ​ໄດ້​ຮູ້​ຈັກ​ທຸກ​ສິ່ງ​ທີ່​ເຮົາ​ຮູ້ ເພາະ​ເຮົາ​ມີ​ໂຈ​ເຊັບ ສະ​ມິດ, ສາດ​ສະ​ດາ​ຂອງ​ຍຸກ​ສະ​ໄໝ​ສຸດ​ທ້າຍ.

ເຮົາ​ມີ​ຄວາມ​ເຂົ້າ​ໃຈ​ໃນ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ, ວ່າ​ເຮົາ​ເປັນ​ໃຜ.

ເຮົາ​ຮູ້​ວ່າ ພຣະ​ເຈົ້າ​ຄື​ໃຜ; ເຮົາ​ຮູ້​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄື​ໃຜ, ເພາະ​ເຮົາ​ມີ​ໂຈ​ເຊັບ, ຜູ້​ຊຶ່ງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ຕອນ​ຍັງ​ນ້ອຍ, ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ບາບ​ຂອງ​ເພິ່ນ.

ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້​ເປັນ​ໜຶ່ງ​ໃນ​ເລື່ອງ​ທີ່​​ສະ​ຫງ່າ​ລາ​ສີ ແລະ ໜ້າ​ອັດ​ສະ​ຈັນ​ທີ່​ສຸດທີ່​ໃຜ​ຜູ້​ໜຶ່ງ​ກໍ​ຕາມ​ໃນ​ໂລກ​ນີ້​ສາ​ມາດ​ຮູ້—ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ເປີດ​ເຜີຍ​ພວກ​ພຣະ​ອົງ​ເອງ​ໃນ​ຍຸກ​ສຸດ​ທ້າຍ​ນີ້ ແລະ ວ່າ​ໂຈ​ເຊັບ​ໄດ້​ຖືກ​ຍົກ​ຂຶ້ນ​ເພື່ອ​ຟື້ນ​ຟູ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເຮົາ​ມີ​ພຣະ​ຄຳ​ພີ​ມໍ​ມອນ. ພຣະ​ຄຳ​ພີ​ມໍ​ມອນ​ຊ່າງ​ເປັນ​ຂອງ​ຂວັນ​ທີ່​ໜ້າ​ອັດ​ສະ​ຈັນ ແລະ ປະ​ເສີດ​ແທ້ໆ​ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ເປັນ​ພະ​ຍານ​ອີກ​ຢ່າງ​ໜຶ່ງ, ເປັນ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ເຮົາ​ມີ​ພຣະ​ຄຳ​ພີ​ມໍ​ມອນ​ຍ້ອນ​ໂຈ​ເຊັບ​ມີ​ຄ່າ​ຄວນ​ໃຫ້​ໄປ​ເອົາ​ແຜ່ນ​ຈາ​ລຶກ, ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ​ໃຫ້​ແປ​ໂດຍ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ແລະ ມອບ​ໜັງ​ສື​ເຫລັ້ມ​ນີ້​ໃຫ້​ໂລກ.

ເຖິງ​ແມ່ນ​ວ່າ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເຊົ້າ​ມື້​ນີ້​ຈະ​ລຽບ​ງ່າຍ, ແຕ່​ເລິກ​ເຊິ່ງ, ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ຕໍ່​ທຸກ​ຄົນ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ເພິ່ນ ແລະ ເຕັມ​ໃຈ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ເພິ່ນ​ໃນ​ໄວ​ເຍົາ.

ຂ້າ​ພະ​ເຈົ້າ​ຂໍ​ຍ້ອງ​ຍໍ​ຊົມ​ເຊີຍ​ແມ່​ຂອງ​ເພິ່ນ. ຂ້າ​ພະ​ເຈົ້າ​ຄິດ​ສະ​ເໝີ​ວ່າ ຊ່າງ​ປະ​ເສີດ​ແທ້ໆ ເມື່ອ​ໂຈ​ເຊັບ​ໄດ້​ກັບ​ບ້ານ​ຈາກ​ປະ​ສົບ​ການ​ນັ້ນ​ໃນ​ປ່າ​ສັກ​ສິດ ແລະ ໄດ້​ບອກ​ແມ່​ຂອງ​ເພິ່ນ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ, ລູ​ສີ ແມັກ ສະ​ມິດ ກໍ​ເຊື່ອ​ເພິ່ນ.

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ພໍ່​ຂອງ​ເພິ່ນ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ເພິ່ນ ແລະ ຄອບ​ຄົວ​ຂອງ​ເພິ່ນ, ຜູ້​ໄດ້​ສະ​ໜັບ​ສະ​ໜູນ​ເພິ່ນ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ໃຫຍ່​ຫລວງ​ນີ້ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ເພິ່ນ​ເປັນ​ສາດ​ສະ​ດາ ເພື່ອ​ຟື້ນ​ຟູ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ອີກ​ຄັ້ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ສະ​ນັ້ນ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເຊົ້າ​ມື້​ນີ້​ຄື ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ. ຂ້າ​ພະ​ເຈົ້າ​ຮູ້​ອີກ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ມາ​ປະ​ກົດ ແລະ ກ່າວ​ກັບ​ໂຈ​ເຊັບ ແລະ ໄດ້​ກະ​ກຽມ​ເພິ່ນ​ໃຫ້​ເປັນ​ສາດ​ສະ​ດາ.

ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ, ແລະ ແນ່​ໃຈ​ວ່າ ພວກ​ທ່ານ​ຫລາຍ​ຄົນ​ກໍ​ຮູ້​ສຶກ​ແນວ​ນັ້ນ​ເຊັ່ນ​ກັນ, ດ້ວຍ​ຄວາມ​ຍິນ​ດີ​ຢ່າງ​ຍິ່ງ​ທີ່​ໄດ້​ຮູ້​ວ່າ ເຮົາ​ຮູ້​ຫຍັງ​ກ່ຽວ​ກັບ​ຈຸດ​ປະ​ສົງ​ໃນ​ຊີ​ວິດ​ຂອງ​ເຮົາ, ເປັນ​ຫຍັງ​ເຮົາ​ຈຶ່ງ​ຢູ່​ທີ່​ນີ້, ເຮົາ​ຄວນ​ພະ​ຍາ​ຍາມ​ເຮັດ​ຫຍັງ ແລະ ບັນ​ລຸ​ຫຍັງ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ. ເຮົາ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ພະ​ຍາ​ຍາມ​ກຽມ​ຕົວ, ທີ​ລະ​ວັນ, ໃຫ້​ດີ​ຂຶ້ນ​ອີກ​ໜ້ອຍ​ໜຶ່ງ, ມີ​ເມດ​ຕາ​ຫລາຍ​ຂຶ້ນ​ອີກ​ຈັກ​ໜ່ອຍ, ກຽມ​ພ້ອມ​ໃຫ້​ຫລາຍ​ຂຶ້ນ​ອີກ​ຈັກ​ໜ່ອຍ​ສຳ​ລັບ​ວັນ​ນັ້ນ, ຊຶ່ງ​ຈະ​ຕ້ອງ​ມາ​ເຖິງ​ຢ່າງ​ແນ່​ນອນ, ເມື່ອ​ເຮົາ​ຈະ​ຜ່ານ​ກັບ​ຄືນ​ເຂົ້າ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ​ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ນັ້ນ​ກໍ​ໃກ້​ເຂົ້າ​ມາ​ຫລາຍ​ຂຶ້ນ​ສຳ​ລັບ​ຂ້າ​ພະ​ເຈົ້າ. ໄວໆ​ນີ້​ຂ້າ​ພະ​ເຈົ້າ​ກໍ​ຈະ​ເຖິງ 95 ປີ​ແລ້ວ. ລູກໆ​ຂອງ​ຂ້າ​ພະ​ເຈົ້າ​ບອກ​ຂ້າ​ພະ​ເຈົ້າ​ວ່າ ເຂົາ​ເຈົ້າ​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ແກ່​ກວ່າ​ນັ້ນ​ອີກ​ໃນ​ບາງ​ມື້, ແຕ່​ກໍ​ບໍ່​ເປັນ​ຫຍັງ. ຂ້າ​ພະ​ເຈົ້າ​ກໍ​ກຳ​ລັງ​ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເຮັດ​ໄດ້.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເປັນ​ເວ​ລາ​ເກືອບ​ເຖິງ 50 ປີ​ແລ້ວ, ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃຫ້​ເດີນ​ທາງ​ໄປ​ທົ່ວ​ໂລກ ໃນ​ວຽກ​ງານ​ມອບ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ ໃນ​ຖາ​ນະ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ເປັນ​ພອນ​ທີ່​ປະ​ເສີດ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃກ້​ຊິດ​ກັບ​ທຸກ​ສ່ວນ​ຂອງ​ໂລກ. ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ທົ່ວ​ໂລກ.

ໂອ, ຂ້າ​ພະ​ເຈົ້າ​ຮັກ​ທ່ານ​ຫລາຍ. ຊ່າງ​ເປັນ​ປະ​ສົບ​ການ​ທີ່​ສະ​ຫງ່າ​ລາ​ສີ​ແທ້ໆ—ເມື່ອ​ຫລຽວ​ເບິ່ງ​ໜ້າ​ທ່ານ, ຢູ່​ຕໍ່​ໜ້າ​ທ່ານ, ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ທ່ານ ທີ່​ທ່ານ​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈົ່ງ​ດູ​ແລ​ເຮົາ​ໃນ​ເວ​ລາ​ນີ້ ແລະ ອວຍ​ພອນ​ການ​ດຳ​ເນີນ​ງານ​ທັງ​ໝົດ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ນີ້. ແລະ ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ໃນ​ໃຈ​ຂອງ​ເຮົາ, ແລະ ຂໍ​ໃຫ້​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ—ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ທີ່​ຊົງ​ຮັກ​ຂອງ​ເຮົາ—ເພີ່ມ​ຂຶ້ນ​ເມື່ອ​ເຮົາ​ພະ​ຍາ​ຍາມ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ ເນື່ອງ​ຈາກ​ຜົນ​ຂອງ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ເຮົາ. ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ​ໃນ​ໂລກ, ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ອວຍ​ພອນ​ທ່ານ. ຂໍ​ໃຫ້​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ສະ​ຖິດ​ຢູ່​ກັບ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ຮູ້​ສຶກ​ເຖິງ​ພະ​ລັງ​ແຫ່ງ​ສະ​ຫວັນ​ເມື່ອ​ເຮົາ​ນະ​ມັດ​ສະ​ການ​ນຳ​ກັນ​ໃນ​ກອງ​ປະ​ຊຸມ​ໃຫຍ່​ພາກ​ນີ້.

ຂ້າ​ພະ​ເຈົ້າ​ຂໍ​ມອບ​ພະ​ຍານ ແລະ ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ກັບ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ຜູ້​ໄຖ່​ຂອງ​ເຮົາ. ພຣະ​ອົງ​ເປັນ​ເພື່ອນ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.